Thursday, 30 June 2011

ຊິນອນຈັ່ງໃດດີ ?

- ມະນຸດເຮົາມີເວລານອນບໍ່ຄືກັນ ຕາມໜ້າທີ່
1. ບັນດິດນອນສາມ
2. ສະມະນະຊີພຣາມນນອນສີ່
3. ເສດຖີນອນຫ້າ
4. ພໍ່ຄ້ານອນຫົກ
5. ຍາຈົກນອນໝົດມື້ໝົດຄືນ

Wednesday, 29 June 2011

ໄປງັນເຮືອນດີ ຫຼືໄປປົງສົບ

- ບູຮານນະຈານ ທ່ານຊິເຮັດຫຍັງທໍາຫຍັງຕ້ອງມີພິທີຮີຕອງ ແມ່ນເພື່ອໃຫ້ເກີດມຸງຄຸນ ແມ່ກະທັງໄປງັນເຮືອນດີນັ້ນ ກ່ອນຊິຂຶ້ນເຮືອນທ່ານໃຫ້ທ່ອງຄາຖານີ້ ເພື່ອບໍ່ໃຫ້ຜີຂ້າມຫົວ.

ຄາຖາວ່າດັ່ງນີ້:
ອະຍັງ ອັຕຕະມະ ພາໂວ ນາມະຮູປັງ ທຸກຂັງ ອະນິຈຈັງ ອະນັຕຕາ ອະສຸຈິ ອະສຸພັນ ອະມັງ ກັມມັຕຖານັງ ພະເວຕິ
- ເວຫາກໃຕ້ທູບຫົວສົບ ທ່ານກໍໃຫ້ຈັບເອົາທູບມາ 1 ດອກໄດ້ແລ້ວວ່າຄາຖານີ້ ເປັນການພິຈາຣະນາສັງຂານ,

ໄຫວ້ໃຫ້ຖືກ

ຄົນບູຮານ ສອນແທ້ສອນວ່າ
- ໄຫວ້ພຣະພຸດ ຢ່າໃຫ້ຖືກທອງຄຳ
- ໄຫວ້ພຣະທັມ ຢ່າໃຫ້ຖືກໃບລານ
- ໄຫວ້ພຣະສົງ ຢ່າໃຫ້ຖືກລູກຫຼານ
----------------
- ມີຮູບພຣະບໍ່ໄຫວ້ພຣະ ບາບ
- ບໍ່ມີຮູບພຣະ ແລ້ວກໍບໍ່ໄຫວ້ພຣະ ບໍ່ໄດ້ບຸນ ບໍ່ມີກຸສົນ ບາບ
- ມີຮູບພຣະ ໄຫວ້ພຣະໄດ້ທັງບຸນ ໄດ້ທັງກຸສົນ
- ບໍ່ມີີຮູບພຣະແຕ່ໄຫວ້ພຣະ, ປະຕິບັດທັມ, ສຶກສາທັມ ກໍໄດ້ທັງບຸນໄດ້ທັງກຸນສົນ ບໍ່ບາບໆໆໆ

Sunday, 26 June 2011

ວິທິຖວາຍພາເຂົ້າທິບ

 ກ. ວິທິຖວາຍພາເຂົ້າທິບ
- ຄົນລາວເຮົາ ເຂົ້າໃຈເຮັດບຸນດ້ວຍການທານຫຼາຍແບບ ຫຼາຍວິທິ ແຕ່ວິທີທີ່ເຮັດໄດ້ທຸກເວລາ ທຸກໂອກາດນັ້ນ(ສະເພາະແຕ່ຍາມເຊົ້າກັບເພນ) ໝາຍຄວາມວ່າ ບໍ່ເລືອກລະດູ ແລະສະຖານທີ່ ໃດໆນັ້ນແມ່ນເຮັດພາເຂົ້າທິບ, ການເຮັດພາເຂົ້າທິບເຮັດໄດ້ທຸກວັນ ບໍ່ເລືອກສະຖານທີ່ ບໍ່ເລືອກບຸກຄົນ ເລືອກແຕ່ເວລາເທົ່ານັ້ນ (ຄືເຊົ້າກັບເພນ ເວລາແລງເຮັດ ພາເຂົ້າທິບບໍ່ໄດ້ ວິທີເຮັດ ດັ່ງນີ້:

- ຫ້າງຫາຂອງທານຕ່າງໆ ທີ່ທ່ານຢາກທານນັ້ນແນວໃດກໍໄດ້ ເມື່ອສົງເຄາະແລ້ວລວມລົງໃນປັດໄຈ ໔ ອັນເປັນປັດໄຈສຳຄັນຂອງສົງ(ເວັ້ນແຕ່ອາວຸດ ແລະຢາເບື້ອ) ແຕ່ສິ່ງສຳຄັນ ຄຳວ່າ "ພາເຂົ້າທິບ" ນັ້ນໝາຍເອົາພາເຂົ້າທີ່ມີອາຫານຄົບເຍື່ອງ (ບໍ່ກຳນົດວ່າຈັກເຍື່ອງ) ພຽງແຕ່ວ່າ ສິ່ງທີ່ມທຳເປັນພາເຂົ້າທິບນັ້ນ ຕ້ອງສາມາດໃຫ້ພຣະສົງສັນຂອງເຮົາໄດ້ ຖືວ່າໃຊ້ໄດ້ແລ້ວ.

- ຕາມຄະຕິບູຮານ ພາເຂົ້າທິບນັ້ນຕ້ອງແຕ່ງດັ່ງນີ້ ຄື:
໑. ພາເຂົ້າ ໑ ພາ(ໃໝ່)
໒. ຖ້ວຍໃສ່ອາຫານຫວານ ຄາວຄົບ.
໓. ບ່ວງ, ສ້ອມ.
໌໔. ເຕົ້າ ຫຼືກະຕິກນຳ້.
໕. ຈອກ.
໖. ທຽນ ໒ ເຫຼັ້ມ.
໗. ຄຳໝາກ ກອກຢາ.
໘. ຜ້າເຊັດສົບ ເຊັດມື.
໙. ດອກໄມ້ ໑ ຄູ່
໑໐. ທະນະປັດປັດໄຈ(ເງິນ) ຕາມສົມຄວນ.

- ເຄື່ອງໄຫວ້ພຣະ
໑. ທຽໜຂັນ ໕ (ມີດອກໄມ້ ໕ ຄູ່, ທຽນ ໕ ຄູ່) ຫາກມີຜູ້ນຳພາເຮັດແຕ່ງໃຫ້ຜູ້ນຳພາເຮັດດ້ວຍ.

- ເຄື່ອງທານເສີມພາເຂົ້າທິບ
໑. ຊິເປັນຫຍັງກໍໄດ້ ບໍ່ມີຫຍັງກໍໄດ້ອັນນີ້ເປັນເລື່ອງຂອງສັດທາຢາກຈະເຮັດ ບໍ່ເຮັດກະໄດ້ ເພາະເປົ້າໝາຍແມ່ນເຮັດພາເຂົ້າທິບ ແຕ່ຍາດໂຍມຜູ້ມີສັດທາ ແລະປັນຍາແລ້ວ ເພີ່ນຄຳນຶງເຖິງກາລະເວລາ ເຊັ່ນ ຍາມເຂົ້າພັນສາ ເພີ່ນມັກເຮັດຜ້າອາບນ້ຳຝົນນຳ ຍາມກາງພັນສາ ມັກເຮັດຜ້ານຸ່ງ ຫຼືຜ້າໄກນຳ, ໄປທານບາງວັດທີ່ມີການກໍ່ສ້າງ ຍາດໂຍມພັດເຮັດຕົ້ນກາຣະພຶກນຳ ອັນນີ້ແມ່ນເລື່ອງສັດທາ ແລະເປັນຍາຂອງຍາດໂຍມວ່າຊິເຮັດແນວໃດ ?

- ຂຽນຊື່ ຜູ້ເຮັດ ແລະຜູ້ຮັບ
ຂ້າພະເຈົ້າທ້າວ ..............ນາງ................ພ້ອມດ້ວຍຄອບຄົວ ໄດ້ເຮັດພາເຂົ້າທິບ ແລະ..................... ເພື່ອອຸທິດຫາດວງວິນຍານຂອງ..................................... ທີ່ລ່ວງລັບໄປແລ້ວ
(ຫາກບໍ່ອຸທິດໃຫ້ໃຜເລີຍ ກໍບໍ່ຕ້ອງບອກຊື່ ແຕ່ຕ້ອງກ່າວແກ່ສັບພະສັດທຸກຖ້ວນໜ້າ ແລະເຈົ້າກຳນາຍເວນ......)

ວິທີເຮັດ
ກ. ໜ້າທີ່ຍາດໂຍມ
໑. ໄຕ້ທູບທຽນ ບູຊາພຣະພຸດທະຮູບ ຫຼືຕໍ່ໜ້າພຣະປະທານ(ຫາກເຮັດທີ່ວັດ)
໒. ໄຕ້ທຽນ ໒ ເຫຼັ້ມໃນຂັນ ໕ (ໃຕ້ທຽນຕິດໃນຂັນ ຢ່າຕິດນອກຂັນ)
໓. ກ່າວໄຫວ້ພຣະ-ວັນທາຈົບ
໔. ກ່າວຄຳອັງເຊີນເທວະດາ (ສັກເຄເທວະດາ) ຈະແປກໍໄດ້ ບໍ່ແປກໍໄດ້.
໕. ກ່າວຄໍາຂໍສະມະທານສິນ (ພຣະໃຫ້ສິນ)
໖. ກ່າວຖວາຍພາເຂົ້າທິບ ແລະຂອງທານອື່ນໆ
໗. ເຄນພາເຂົ້າທິບ,

ຂ. ໜ້າທີ່ພຣະສົງ:
໑. ຮັບພາເຂົ້າທິບ ແລະອະທິຖານພິຈາຣະນາເຄື່ອງທານ
໒. ຕັ້ງນະໂມ, ສູດກຸສະລານ້ອຍ, ສູດເຫຕຸ, ຊັກອະນິດຈາ, (ໃຫ້ຈູດເຈັ້ຍລາຍຊື່ ຫຼືຫຸ່ນຕອນນີ້) ສັບເພສັດຕາ (ຈົບ)

ຫຼັງຈາກນັ້ນ ຍາດໂຍມ ຄາຣະວະ ແລ້ວພຣະສົງໃຫ້ພອນ ເປັນອັນຈົບພິທີ,

- ໝາຍເຫດ: ນິມົນພຣະສົງບໍ່ຄວນຕ່ຳກວ່າ ໔ ອົງ (ເນນກໍໄດ້) ຖ້າບໍ່ມີພຣະຫຼືເນນຫຼາຍ ນິມົນອົງດຽວກໍໄດ້.

- ຄຳກ່າວຖວາຍພາເຂົາທິບໃຫ້ວ່າ ດັ່ງນີ້:
ຄຳປະກາດທານ
ສຸທິນນັງ ວະຕະເມທານັງ ທານັງເມ ປະຣິສຸດທັງ ອາສາວະ ຄະຍາວະຫັງ ນິບພານັງ ສັງຄະຕັງ ໂກຕຸ ອະນາຄະເຕ ກາເລ.
ແປວ່າ
ຂອງທ່ານອັນບໍຣິສຸດຂອງຂ້ານ້ອຍນີ້ ຈົ່ງເປັນພາລະວະປັດໃຈ ກຳຈັດປັດເສັຍ ເຊິ່ງ ກອງທຸກສັນດານ ຂໍໃຫ້ຂ້ານ້ອຍ ເຖິງເຊິ່ງພຣະນິບພານ ໃນອະນາຄົດຕະການ ນັ້ນເທີ້ນ.
ໝາຍເຫດ : ໃນພາສາປາລີນັ້ນ ບາງທີ່ຈະເພີ່ມຄຳວ່າ “ທຸຕິ ຍັມປິ, ຕະຕິຍັມປີ” ຄັນ ຈະວ່າ ກໍໄດ້ ບໍ່ວ່າກໍໄດ້, ຄັນຈະວ່າ ກໍໃຫ້ວ່າ “ທຸຕິ ຍັມປິ” ແລ້ວຈຶ່ງຕໍ່ໃສ່ “ສຸທິນ…..” ຈົນສຸດ ແລ້ວ ຈຶ່ງວ່າ “ຕະຕິ ຍັມປິ” ແລ້ວຈຶ່ງເວົ້າ “ສຸທິນ” ເວລາແປ ກໍໃຫ້ແປວ່າ “
“ທຸຕິ ຍັມປິ = ຄັ້ງທີສອງນີ້ ຂອງທານ……
“ຕະຕິ ຍັມປີ = ຄັ້ງທີສາມນີ້ ຂອງທານ…...



ຄຳຖວາຍພາເຂົ້າທິບ
ອິມານິ ມະຍັງພັນເຕ, ພັດຕານິ ທິບພະໂພຊະນາອາຫາຣານິ (ທະນະ ປັດຕະປັດຈະຍານິ ກັບປະຣຸກຂານິ ອຸທະກັງວະເຣນີ) ສະປະຣິວະຣານິ ພິກຂຸສັງຄັດສະ ໂອໂນຊະຍາມະ, ອິມານິ ພັດຕານິ ທິບພະໂຊຊະນາອາຫາຣານິ (ທະນະ ປັດຈະຍານິ ກັບປະຣຸກຂານິ ອຸທະກັງວະເຣນີ) ສະປະຣິວະຣານິ ພິກຂຸສັງຄັດສະ ໂອໂນ ຊະຍາມະ ປະຕິຄັນຫະຕຸ ອັມຫາກັນ ເຈວະ ມາຕາປິຕຸ ອະທິນັນຈະ ຍາຕະການັນຈະ ປິຍະຊະນານັງ ອັມຫາກັງ ທີຄະຣັດຕັງ ຫິຕາຍະ ສຸຂາຍະ ຍາວະນິບພານັງ ໂຫຕຸ.
ແປວ່າ:
ຂ້າແຕ່ພຣະສົງຜູ້ຈະເຣີນ ຂ້ານ້ອຍຂໍນ້ອມຖວາຍ ພັດຕາຫານ ພາເຂົ້າທິບ (ທະ ນະບັດປັດໄຈ “ເງິນ” ຕົ້ນກາຣະພືກ ນຳ້ດື່ມອັນສະອາດ) ພ້ອມດ້ວຍບໍ່ຣິວານທັງຫຼາຍ ເຫຼົ່າ ແກ່ພຣະສົງ ຂໍພຣະສົງຈົ່ງຮັບ ເຊິ່ງພັດຕາຫານ ພາເຂົ້າທິບ (ທະ ນະບັດປັດໄຈ “ເງິນ” ຕົ້ນກາຣະພືກ ນຳ້ດື່ມອັນສະອາດ) ແລະບໍຣິວານທັງຫຼາຍເຫຼົ່າຂອງ(ພວກ)ຂ້າ ນ້ອຍ ເພື່ອປະໂຫຍດ ເພື່ອຄວາມສຸກຂອງຂ້ານ້ອຍ ແລະຄອບຄົວ (ໝາຍມີ…….) ເປັນ ຕົ້ນ.
ເພື່ອອຸທິດຫາ ດວງວິນຍານຂອງເຈົ້າກັມ, ນາຍເວນ, ພໍ່ເກົ່າ ແມ່ຫຼັງ ແລະສັບພະ ສັດທຸກຖ້ວນໜ້າ ປິຍະຊົນ ຄົນຜູ້ມີພຣະຄຸນແກ່ຂ້າພະເຈົ້າທັງຫຼາຍ ໝາຍມີ ບິດາ ມານ ແລະ ຄຣູ, ອຸປັດຊາອາຈານເປັນເຄົ້າ ແລະອຸທິດຫາດວງວິນຍານຂອງ…………ທີ່ລ່ວງ ລັບໄປແລ້ວ ຂໍຈົ່ງໄດ້ຮັບຜົນທານນີ້ ຖ້າຮັບແລ້ວ ຂໍຈົ່ງໄປເກີດດີເຖິງສຸກ ຖ້າຕົກທຸກ ຂໍໃຫ້ ພົ້ນຈາກທຸກ ຖ້າເຖິງສຸກແລ້ວ ຂໍໃຫ້ສຸກຍິ່ງໆຂຶ້ນໄປຕາບຕໍ່ເທົ້າ ເຂົ້າສູ່ພະນິບພານ ໃນອະ ນາຄົດຕະການນັ້ນດ້ວຍເທິ້ນ.
ອີກປະການໜຶ່ງ ຫາກສັບພະສັດເຫຼົ່າໄດ້ຮັບແລ້ວ ຂໍຈົ່ງໂອຍພອນມາໃຫ້(ພວກ) ຂ້ານ້ອຍ ຈົ່ງມີແຕ່ຄວາມສຸກ ຫາຍເຄາະ ຫາຍເຂັນ ຫາຍທຸກ ຫາຍໂສກ ຫາຍໂລກ ຫາຍໄພ ຫາຍອຸປັດທະວະກັງວົນ ອົນຕາຍທັງຫຼາຍທັງປວງເທີ້ນ ໃຫ້ມີແຕ່ສຸຂະສະຫວັດ ດີ ມີສີຣິໂພຄະຊັບ ສົມບູນພູນສຸກ ຮັ່ງມີເຂັ້ມແຂງ ຊື້ໄດ້ຂາຍໝານ ຕະຫຼອດການທຸກເມື່ອ ທຸກຍາມເທີ້ນ.
(ຈົບການຖວາຍພາເຂົ້າທິບພຽງເທົ່ານີ້ແລ)

ພຣະບາງ

- ພຣະບາງ ເປັນພຣະພຸດທະຮູບປາງປະທານອະໄພ ສູງສອງສອກເຈັດນິ້ວ (ປະມານ 1.14 ແມັດ) ຫຼໍ່ດ້ວຍທອງສໍາຣິດ (ທອງຄຳຜະສົມ 90 ສ່ວນຮ້ອຍ) ມີອາຍຸຢູ່ຮາວປາຍພຸດທະສຕະວັດທີ 18 ເຖິງຕອນຕົ້ນຂອງພຸດທະສຕະວັດທີ 19 ຕາມສີລະຂະເໝນແບບບາຍົນຕອນປາຍ ໂດຍມີພຸດທະລັກສະນະ ຄື ປະທັຍຢືນຍົກພຣະຫັດຂຶ້ນ ນິ້ວພຣະຫັດຮຽຍສະເໝຮກັນ ພຣະພັກຂ້ອນຂ້າງສີ່ຫຼ່ຽມ ພຣະນະລາດກວ້າງ ພຣະຂະໜົງ ເປັນຮູບປີກກາ ພຣະເນຕຮຽວ ພຣະນາສິກຂ້ອນຂ້າງແບນ ພຣະໂອດບາງ ພຣະສຽນ ແລະພຣະເກຕມາລາກ້ຽງສຳລັບສວມ ເຄື່ອງຊົງປັ້ນ ພຣະອົງນ້ອຍ ພຣະໂສພີໃຫຍ່ ຄອງຈີວອຮຫົ່ມຄຸມ ແລເຫັນແຖມສະບົງ ແລະໜ້ານາງ.

- ພຣະບາງເປັນພຣະພຸດທະຮູບສຳຄັນຂອງອານາຈັກລ້ານຊ້າງ ແຕ່ຊາວອີສານມີຄວາມເຫຼື້ອມໃສຫຼາຍ ແລະມັກຈະຈຳລອງພຣະບາງມາໄວ້ ທີ່ວັດສຳຄັນໆ ຂອງທ້ອງຖິ່ນ ເຊັ່ນພຣະບາງວັດໄຕຣພູມ (พระบางวัดไตรภูมิ) ເມືອງທ່າອຸເທນ ແຂງນະຄອນພຣະນົມ ແລະພຣະບາງຈໍາ ລອງວັດພຣະເຫຼົາ (วัดพระเหลา) ເມືອງພະນາ ແຂວງອຳນາຈຈະເຣີນ ເປັນຕົ້ນ, ພຣະບາງເປັນພຣະພຸດທະຮູບທີ່ເຄີຍອັງເຊີນໄປປະດິດ ສະຖານບາງກອກ ເຖິງ 2 ຄັ້ງ ແລະເຣື່ອງຣາວກ່ຽວກັບສັງຄົມຊາວອສີສານຢູ່ເນື່ອງໆ ນີ້ຄືເຫດຜົນໜຶ່ງ ທີ່ຢັ້ງຢືນວ່າຊາວອີສານມີການຕິດພັນ ກ່ຽວຂ້ອງ ກັບລ້ານຊ້າງມາເຫິງນານ.

- ພຣະບາງ ເດີມປະດິດສະຖານຢູ່ນະຄອນຫຼວງຂອງອານາຈັກຂອມ ຈົນເມື່ອເຖິງ ພ.ສ 1902 ພຣະເຈົ້າຟ້າງຸ່ມປະຖົມມະກະສັດລ້ານຊ້າງ ເຊິ່ງມີຄວາມກ່ຽວພັນທາງເຄືອຍາດກັບພຣະເຈົ້າກຸງຂະເໝນ ມີພຣະຣາຊະປະສົງ ທີ່ຈະເຜີຍແຜ່ພຣະພຸດທະສາສນາໃຫ້ປະດິດສະຖານໝັ້ນ ຄົງໃນພຣະຣາຊະອານາຈັກ ຈຶ່ງໄດ້ທູນຂໍພຣະບາງມາປະກິດສະຖານ ນະ ເມືອງຊຽງທອງ ອັນເປັນນະຄອນຫຼວງອານາຈັກລ້ານຊ້າງໃນຂະນະນັ້ນ ແຕ່ເມື່ອອັງເຊີນພຣະມາໄດ້ເຖິງວຽງຄຳ (ບໍຣິເວນວັດວຽງຄຳ ເມືອງວຽງຄຳ ແຂວງວຽງຈັນ ປັດຈຸບັນ) ກໍມີເຫດອັສຈັນຂືຶ້ນ ບໍ່ສາມາດເດີນທາງຕໍ່ໄປໄດ້, ພຣະບາງຈຶ່ງໄດ້ປະດິດສະຖານຢູ່ທີ່ເມືອງນີ້ ຈົນເຖິງ ພ.ສ 2055 ອັນເປັນສະໄໝຂອງພຣະເຈົ້າວິຊຸນະຣາຊ ຜູ້ເຊິ່ງຄັ້ງໜຶ່ງເຄີຍເປັນເຈົ້າຄອງນະຄອນຈັນທະບູຣີ(ວຽງຈັນ) ມາກ່ອນ ຈຶ່ງສາມາດນຳເອົາພຣະບາງ ຂຶ້ນໄປປະດິດສະຖານໄວ້ທີ່ວັດວິຊຸນະຣາຊ ໃນນະຄອນຊຽງທອງ.

- ໃນສະໄໝທີ່ສົມເດັດພຣະເຈົ້າຕາກສິນມະຫາຣາຊ ໄດ້ແຕ່ງໃຫ້ພຣະເຈົ້າມະຫາກະສັດເສີກ(ທອງດ້ວງ) ຍົກທັບເຂົ້າມາຮຸກຮານຄັ້ງທີ 1 ຈຶ່ງໄດ້ອາຣາທະນາພຣະບາງ ພ້ອມທັງພຣະແກ້ວມໍຣະກົດ ລົງມາປະດິດສະຖານ ທີ່ກຸງທົນບູຣີ ບາງກອກ ຕໍ່ມາສະພຣະບາດສົມເດັດພຣະ ພຸດທະຍອດຟ້າຈຸລາໂລກມະຫາຣາຊ (ຂອງສຍາມ) ຈຶ່ງໄດ່ພຣະຣາຊະທານພຣະບາງຄືນໃຫ້ແກ່ອານາຈັນລ້ານຊ້າງດັ່ງເດີມ, ພຣະບາງ ໄດ້ສະເດັດກັບຄືນມາຍັງລ້ານຊ້າງ ໄດ້ປະດິດສະຖານທີ່ນະຄອນຈັນທະບູຣີສີສັຕຕະນາຄ.

- ປັດຈຸບັນ ພຣະບາງປະດິດສະຖານຢູ່ທີ່ຫໍພຣະບາງ ພິພິທະພັນເມືອງຫຼວງພຣະບາງ.

Saturday, 25 June 2011

ອະທິພຸດທະ

- ອະທິພຸດທະ: ເປັນພຣະພຸດທະເຈົ້າທີ່ພົບໃນຄະຕິຄວາມເຊື່ອ ຂອງພຸດທະສາສນາຝ່າຍມະຫາຍານ(ອາຈາຣິຍະວາທ)ເທົ່ານັ້ນ, ບໍ່ພົບໃນຝ່າຍເຖຣະວາທ(ຫິນະຍານ) ໂດຍຊື່ວ່າອະທິພຸດທະ ເປັນພຣະພຸດທະເຈົ້າພຣະອົງແຮກ, ທີ່ຖືກຳເນີດຂຶ້ນພ້ອມກັບໂລກ, ຢູ່ໃນໂລກ ຊົາວນິຣັນດອນ, ເປັນຜູ້ສ້າງສັບພະສິງໃນໂລກ ແລະເປັນແຫຼ່ງກຳເນີດຂອງພຣະພຸດທະເຈົ້າທັງຫຼາຍ.

ປະວັດນັບຖື:

- ການນັບຖືອາທິພຸດທະເຣີ່ມປາກົດຄັ້ງແຮກໃນເນປານ, ໂດຍພຸດທະສາສນານິກາຍໄອສວາຣິກ ເຊິງຮຽກວ່າ ອາທິພຸດທະ ເກີດຂຶ້ນພ້ອມກັບ ການເກີດຂຶ້ນຂອງໂລກ, ຄືເມື່ອໂລກເກີດຂຶ້ນເປັນຮູບຮ່າງ ອາທິພຸດທະກໍປາກົດພຣະກາຍໃນແສງສະຫວ່າງບໍ່ອາດບອກເບື້ອງຕົ້ນ ແລະຈຸດສິ້ນສຸດຂອງພຣະອົງໄດ້, ປະທັບຢູ້ບົນພຣົມມະໂລກ ຊັ້ນທີ 13 ຮຽກອະກະນິສຖະພູວະນະ ຫຼືອະກະນິດຖະພຣົມ ອະທິພຸດທະມີ ພຣະນາມຕ່າງໆຫຼວງຫຼາຍ ຂຶ້ນກັບແຕ່ລະນິກາຍ, ນິກາຍໄອສວາຣິກ ຮຽກວ່າ ອິສວນ: ນິກາຍສະວາພາວິກ ຮຽກວ່າ ສະວາພາວະ ໃນເນປານ ແລະທີ່ເບດ ບາງຄັ້ງຮຽກພຣະອົງວ່າ "ໂຍຄັມພຣ" ສ້າງຮູປເປັນປາງບໍາເພັງທຸກຣະກິຣິຍາ ມີສັກຕິ ຄື ຊານເນສວນ.

- ໃນຍີ່ປຸ່ນ ແລະຈີນ ບໍ່ນິຍົມນັບຖືອາທິພຸດທະ ແຕ່ນັບຖືພຸດທະຍານິພຸດທະ 2 ອົງ ຄື ພຣະອະມິຕາພຸດທະ ກັບພຣະໄວໂຣຈນະພຸດທະ ວ່າເປັນພຸດທະເຈົ້າສູງສຸດ ແລະບໍ່ຖືວ່າພຸດທະເຈົ້າເຫຼົ່ານີ້ມີສັກຕິ ເຊັ່ນໃນເນປານ ແລະທິເບດ.

ພຣະພຸທທະເຈົ້າ

- ພຣະສັມມາສັມພຸດທະເຈົ້າ ເປັນພຣະບໍຣົມມະສາສດາຂອງພຸດທະສາສນາ, ພຸດທະສາສນາທັງຝ່າຍເຖຣະວາທ ແລະອະຈາຣິຍະວາທ (ຫິນະຍານ ແລະມະຫາຍານ) ນັບຖືພຣະພຸດທະເຈົ້າວ່າເປັນສາສດາຂອງຕົນເໝືອນກັນ ແຕ່ລາຍລະອຽດປີກຍ່ອຍຕ່າງກັນ ຝ່າຍເຖຣະວາທ ໃຫ້ຄວາມສຳຄັນພຣະພຸດທະເຈົ້າອົງປັດຈຸບັນຄືພຣະໂຄດົມສັມມາສັມພຸດທະເຈົ້າ ແລະກ່າວເຖິງພຣະພຸດທະເຈົ້າໃຮອະດີດກັບໃນອະນາຄົດເລັກນ້ອຍ ແຕ່ບໍ່ໃຫ້ຄວາມສຳຄັນເທົ່າກັບຝ່າຍມະຫາຍານ ນັບຖືພຣະພຸດທະເຈົ້າ ຂອງຝ່າຍເຖຣະວາທທັງໝົດ ແລະມີການສ້າງພຣະພຸດທະເຈົ້າເພີ່ມຕື່ມຂຶ້ນມາຈົນບາງອົງມີລັກສະນະຄ້າຍດັບເທພະເຈົ້າຂອງສາສນາຮີນດູ.

- ຕາມຄັມພີຝ່າຍພຸດ ຖືວ່າພຣະພຸດທະເຈົ້າ (ພຣະໂຄດົມພຸທະເຈົ້າ) ພຣະອົງຊົງດຳຣົງພຣະຊີບຢູ່ຣະຫວ່າງ 80 ປີ ກ່ອນພຸດທະສັງກຣາຊ ຈົນເຖິງເຣີ່ມພຸດທະສັງກຣາຊ ເຊິງເປັນວັນນິພພານ ກົງກັບ 543 ປີກ່ອນຄຣິຕຕະສັງກຣາຊ ຕາມຕໍາຣາລາວເຮົາ ້ອ້າງອີງປະຕິທິນລາວ ແລະປະຕິທິນຈັນທະຣະຄະຕິ.

ກ. ຄວາມໝາຍຂອງຄຳວ່າ "ພຸດທະ"
- ໃນພຸດທະສາສນາ ພຸດທະ(ພາສະປາລີ ພຸດທະ ແປວ່າ ຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານ) ໝາຍເຖິງບຸກຄົນຜູ້ຕັສຮູ້ອະຣິຍະສັຈ 4 ແລ້ວຢ່າງທ່ອງແທ້ ໃນຂັ້ນອັຕຖະກະຖາ ຈຳແນກພຸດທະອອກເປັນ 3 ຈຳພວກດ້ວຍກັນ ໄດ້ແກ່:

1. ພຣະສັມມາສັມພຸດທະເຈົ້າ: ບາງທີຮຽກວ່າພຸດທະເຈົ້າ ຄືບຸກຄົນທີ່ຕັສຮູ້ດ້ວຍຕົນເອງ ແລະສອຍຜູ້ອື່ນໃຫ້ຮູ້ຕາມ ຕາມຄັມພີຝ່າຍພຸດທະນັ້ນ ພຣະພຸດທະເຈົ້າອົງທີ່ປາກົດໃນປະວັດສາດ(ພຣະໂຄດົມພຸດທະເຈົ້າ) ເປັນພຣະສັມມາສັມພຸດທະເຈົ້າ ພຣະອົງໜຶ່ງໃນບັນດາພຣະພຸດທະເຈົ້າທັງຫຼາຍ.

2. ພຣະປັຈເຈກະພຣະພຸດທະເຈົ້າ: ຫຼືພຣະປັຈເຈກພຸດທະ (ຄືບຸກຄົນທີ່ຕັສຮູ້ດ້ວຍຕົນເອງ ແຕ່ບໍ່ໄດ້ສອນໃຫ້ຜູ້ອື່ນຮູ້ຕາມ.

3. ອະນຸພຸດທະ , ຄື ບຸກຄົນທີ່ຕັສຮູ້ເນື່ອງດ້ວຍຄໍາສອນຂອງພຣະສັມມາສັມພຸດທະເຈົ້າ ບໍ່ວ່າຈະໂດຍທາງກົງ ຫຼືທາງອ້ອມ ຜູ້ທີ່ຕັສຮູ້ໄດ້ ດ້ວຍເຫຕນີ້ຮຽກວ່າພຣະສາວົກ.

* ໃນອັຕຖະກະຖາບາງແຫ່ງ ຈພແນກເປັນ 4 ດັ່ງນີ້:
1. ພຣະສັພພັນຍູພຸດທະ (ພຣະສັມມາສັມພຸດທະເຈົ້າ)
2. ພຣະປັຈເຈກະພຸດທະ.
3. ຈະຕຸສັຈຈະພຸດທະ(ສາວົກຂອງພຣະສັມມາສັມພຸດທະເຈົ້າ ຜູ້ໄດ້ບັນລຸອໍຣະຫັນຕະຜົລ)
4. ສຸຕະພຸດທະ(ຜູ້ເປັນພຣະຫູສູຕ)

ຂ. ຄຳທີ່ໃຊ້ຮຽກພຣະພຸດທະເຈົ້າ.
- ເທົ່າທີ່ປາກົດມີຫຼາຍຄຳ ດັ່ງຕໍ່ໄປນີ້:

1. ພຣະບໍ່ຣົມມະໂພທິສັດ, ພຣະໂພທິສັດ: ໝາຍເຖິງ ທ່ານຜູ້ທີ່ກຳລັງບຳເພັງປາຣະມີ 10 (ໂດຍຍິ່ງຍວດ 30 ທັດ) ຄື ທານ, ສີລ, ເນກຂັມມະ, ປັນຍາ, ວິຣິຍະ, ຂັນຕິ, ສັຈຈະ, ອະທິຖານະ, ເມຕຕາ, ອຸເປກຂາ ແລະຈະໄດ້ຕັສຮູ້ເປັນພຣະພຸດທະເຈົ້າ.

2. ອັງຄີຣົສ ໝາຍເຖິງ ທ່ານຜູ້ມີຣັສມີແຜ່ອອກຈາກກາຍ.

3. ສີທັຕຖະ: ໝາຍເຖິງ ທ່ານຜູ້ມີຄວາມພຽນພະຍາຍາມ ເມື່ອຕ້ອງການສຳເຣັດ ເປົ້າໝາຍທີ່ປະສົງ ຈະທຳມະຫາບູຣຸດ ເປັນຄໍາທີ່ໃຊ້ຮຽກ ພຣະພຸດທະເຈົ້າກ່ອນຕັສຮູ້ ອີກຄວາມໝາຍໜຶ່ງ ຄື ບູຣຸດຜູ້ຍິ່ງໃຫຍ່, (ໃນລາວເຮົາບູຮານພົບໃນໜັງສືຕ່າງໆ ຮຽກ ສີທຣາຕ, ສີທາຣົດ ກໍແມ່ນ)

4. ຕະຖາຄົຕ ເປັນຄໍາທີ່ພຣະພຸດທະເຈົ້າ ຕັດເຖິງພຣະອົງເອງ(ຮຽກພຣະອົງເອງ) ມີຄວາມໝາຍແປດຢ່າງ ຄື
- ພຣະຜູ້ສະເດັດມາແລ້ວຢ່າງນັ້ນ.
- ພຣະຜູ້ສະເດັດໄປແລ້ວຢ່າງນັ້ນ.
- ພຣະຜູ້ສະເດັດມາເຖງຕະຖະລັກສະນະ.
- ພຣະຜູ້ຕັສຮູ້ທັມຕາມທີ່ມັນເປັນ.
- ພຣະຜູ້ຊົງເຫັນຢ່າງນັ້ນ.
- ພຣະຜູ້ຕັສຢ່າງນັ້ນ
- ພຣະຜູ້ທຳຢ່ານັ້ນ.
- ພຣະຜູ້ເປັນເຈົ້າ
(ໃນລາວເຮົາບາງທ່ານ ບາງຕໍາຣາຍັງຮຽກເປັນພາສາປາລີບໍຣິສຸດວ່າ ຕະຖາຄະຕະ ກະມີ)

5. ຕະຖາຄົຕໂພທິສັດທາ ໝາຍເຖິງ ການເຊື່ອຖືປັນຍາຕັສຮູ້ຂອງພຣະຕະຖະຄົຕ,

6. ທັມມະກາຍ: ໝາຍເຖິງທ່ານຜູ້ມີທັມໃນກາຍ.

7. ທັມມະຣາຊາ: ໝາຍເຖິງຜູ້ເປັນຣາຊາແຫ່ງທັມ.

8. ທັມມະສວາມິຕ, ທັມມະສວາມິສຣ, ໝາຍເຖິງທ່ານຜູ້ເປັນໃຫຍ່ໂດຍເປັນເຈົ້າຂອງທັມ.

9. ທັມມະສາມີ: ໝາຍເຖິງ ທ່ານຜູ້ເປັນເຈົ້າຂອງທັມ.

10. ທັມມິສຣາທິບໍດີ: ໝາຍເຖິງທ່ານຜູ້ເປັນທີ່ບໍດີໃນທັມ ເປັນຄໍາກະວິໝາຍເຖິງພຣະພຸດທະເຈົ້າ.

11. ບໍຣົມມະສາສດາ, ພຣະບໍຣົມມະສາສດາ, ໝາຍເຖິງທ່ານຜູ້ເປັນ ສາສດາອັນຍອດຍິ່ງ, ພຣະຜູ້ເປັນຄຣູຜູ້ສູງສຸດ, ຫຼືພຣະບໍຣົມມະຄຣູ.

12. ພຣະຜູ້ມີພຣະພາຄເຈົ້າ, ພຣະພຸດທະເຈົ້າ, ທ່ານຜູ້ຮູ້ດີ, ຮູເຍຊອບ, ດ້ວຍຕົນເອງກ່ອນແລ້ວ ສອນປະຊຸມຊົນໃຫ້ປະພຶດຊອບດ້ວຍກາຍ ວາຈາ ໃຈ.

13. ພຣະສາສດາ : ໝາຍເຖິງທ່ານຜູ້ຊົງສອນຊົນທັງປວງ.

14. ພຣະສັມພຸດທະເຈົ້າ, ພຣະສັມມາສັມພຸດທະເຈົ້າ, ພຣະອໍຣະຫັນ(ອະຣະຫັນ)ສັມມາສັມພຸດທະເຈົ້າ, ສົມເດັດພຣະສັມມາສັມພຸດທະເຈົ້າ: ໝາຍເຖິງ ພຣະຜູ້ຕັສຮູ້ເອງໂດຍຊອບ.

15. ພະຄະວາ: ໝາຍເຖິງ ທ່ານຜູ້ເປັນຜູ້ມີໂຊກ ຫຼືທ່ານຜູ້ຈຳແນກແຈກທັມ.

16. ມະຫາສະມະນະ: ໝາຍເຖິງ ທ່ານຜູ້ສງົບແລ້ວ.

17. ໂລກະນາຖ, ພຣະໂລກະນາຖ: ໝາຍເຖິງ ພຣະຜູ້ເປັນທີ່ເພິ່ງແຫ່ງໂລກ. (ໂລກະນາໂຖ)

18. ສະຍັມພູ, ພຣະສະຍັມພູ: ໝາຍເຖິງ ທ່ານຜູ້ຕັດສຮູ້ໄດ້ໂດຍພຣະອົງເອງ ບໍ່ມີໃຜສັ່ງສອນ.

19. ສັພພັນຍູ, ພຣະສັພພັນຍູສັມມາສັມພຸດທະເຈົ້າ: ໝາຍເຖິງ ທ່ານຜູ້ຮູ້ທຸກສິ່ງທຸກຢ່າງ.

20. ພຣະສຸຄົຕ, ພຣະສຸຄະໂຕ: ໝາຍເເຖິງ ທ່ານຜູ້ສະເດັດໄປດີແລ້ວ.

ສັຕຕະມະຫາສະຖານ

- ສັຕຕະມະຫາສະຖານ ຄື ສະຖານທີ່ສຳຄັນ 7 ແຫ່ງ ທີ່ພຣະພຸດທະເຈົ້າສະເດັດປະທັບ ສະເຫວີຍວິມຸດຕິສຸຂ ຫຼັງຈາກຊົງຕັສຮູ້ທັມມະວິເສດແລ້ວ ເປັນເວລາແຫ່ງລະ 1 ສັບປະດາ ຣວມມີ 7 ສັບປະດາ ຣວມເປັນ 49 ວັນ ໂດຍຣຽງຕາມລຳດັບດັ່ງນີ້:

- ສັບປະດາທີ 1. ສະເດັດປະທັບພາຍໃຕ້ຮົ່ມໄມ້ມະຫາໂພທິ ຊົງສະເຫວີຍວິມຸດຕິສຸຂຕລອດ 7 ວັນ.
- ສັບປະດາທີ 2. ສະເດັດປະທັບ ນະ ອະນິສະເຈດີຍ໌ ຊົງຢືນຈ້ອງພຣະເນຕເບິ່ງຕົ້ນມະຫາໂພທິ ໂດຍບໍ່ໄດ້ປະພິບພຣະເນຕຕລອດ 7 ວັນ.
- ສັບປະດາທີ 3. ສະເດັດປະທັບ ນະ ຣັຕນະຈົງກົມເຈດີຍ໌ ຊົງນະມິຕຈົງກົມຂຶ້ນ ແລ້ວສະເດັດຈົງກົມຢູ່ທີ່ນັ້ນ ຕລອດ 7 ວັນ.
- ສັບປະດາທີ 4. ສະເດັດປະທັບ ນະ ຣັຕນະເຈດີຍ໌ ສະເດັດໄປທາງທິດພາຍັບ ແຫ່ງຕົ້ນສີມະຫາໂພທິ ປະທັບນັ່ງຂັດສະນະມາທິໃນເຮືອນແກ້ວ - ເຊິ່ງເທວະດານິມິຕຖວາຍ ຊົງພິຈາຣະນະພຣະອະພິທັມຕລອດ 7 ວັນ.
- ສັບປະດາທີ 5. ສະເດັດປະທັບກ້ອງຕົ້ນໄມ້ໄຮ ໂດຍມີຊື່ວ່າ ອະຊະປາລະນິໂຄຣທ ເຊິ່ງເປັນທີ່ພັກຂອງຄົນລ້ຽງແກະ.
- ສັບປະດາທີ 6. ສະເດັດປະທັບນັ່ງຂັດສະມາທິພາຍໃຕ້ຮົ່ມໄມ້ຈິກ ໂດຍມີຊື່ວ່າ ມຸຈະຣິນທ໌ ທາງທິດອາຄະເນຍ໌ແຫ່ງຕົ້ນມະຫາໂພທິ ຝົນຕົກຕລອດ 7 ວັນ ນາຄຊື່ວ່າມຸຈະຣີນທ໌ ແຜ່ພັງພາຍບັງຝົນແກ່ພຣະອົງ.
- ສັບປະດາທີ່ 7. ສະເດັດໄປປະທັບພາຍໃຕ້ຮົ່ມໄມ້ເກຕ(ກິສນາ) ມີຊື່ວ່າ ຣາຊາຍະຕະນະ ປະທັບນັ່ງສະເຫວິຍວິມຸຕິສຸຂຕລອດ 7 ວັນ.

ອາຊີວົກຜູ້ປຶກໜາປັນຍາບອດ

Picture@Bailane.com
- ພຣະບໍຣົມມະໂພທິສັດສີທັດຖະນັ້ນ ເມື່ອພຣະອົງຕັດສະຮູ້ ອະນຸຕຣະສັມມາສັມໂພທິຍານ ເມື່ອໃກ້ໃກ້ສະຫວ່າງ ເດືອນວິຂາແລ້ວ ນັບແຕ່ນັ້ນມາ ພຣະອົງກໍໄດ້ ພຣະນາມວ່າ ພຣະອໍຣະຫັນຕະສັມມາສັມພຸດທະເຈົ້າ ຫຼືພຣະອໍຣະຫັນຕະສັມມາສັມໂພທິຍານ ຫຼືຮຽກສັ້ນໆວ່າພຣະພຸດທະເຈົ້ານັ້ນເອງ.
Picture@Bailane.com
- ພຣະພຸດທະອົງຕັດສຮູ້ແລ້ວ ມອງເຫັນວ່າ ມະນຸດທັງຫຼາຍ ຍ່ອມຕົກຢູ່ໃນບ້ວງແຫ່ງ ກິເລສ ຕັນຫາ, ກິເລສຕັນຫານັ້ນ ຍ່ອມເປັນເພັນເພິງເຜົາ ເຂົາຢ່າງເປັນວັດຕະຈັກ : ພຣະອົງເຫັນສະພາບຂອງສັຕວະໂລກແລ້ວ ພຣະອົງຊົງດໍາຣິເປັນສອງທາງວ່າ 1. ຈະເຂົ້າສູ່ພຣະນິພານເລີຍບໍ ? 2. ຫຼືຈະຢູ່ໂຜດສັຕວ໌ເລົ່ານີ້:
Picture@Bailane.com
- ໃນຂະນະ ຄືນນັ້ນເອງ, ພຣະສະຫັມປັຕຕິພຣົມກໍລົງມາ ອາຣາທະນາໃຫ້ພຣະອົງ ຢູ່ໂຜດສັຕວ໌ຕໍ່ໄປ
- ພຣົມມາ ຈະ ໂລກາ ........
Picture@Bailane.com
- ຂະນະນັ້ນເອງ ພຣະພຸດທະອົງປະທັບທີ່ສະໂບກຂະຣະນີ ຊົງພິຈາຣະນາດອກບົວ 4 ເລົ່າ ທຽບກັບມະນຸດ ກໍມີ 4 ພວກ ຕາມພື້ນພູມແຫ່ງການຮັບຮູ້.
1. ອຸຄຕິຕັນຍູ : ພວກສລາດຫຼາຍທີ່ສຸດ ເໝືອນດອກບົວທີ່ພົ້ນນໍ້າແລ້ວ ພຽງໄດ້ຟັງທີ່ຍົກຂຶ້ນກໍຈະຮູ້ໄດ້ທັນທີ.
2. ວິປຈິຕັນຍູ : ຄືພວກສະຫຼາດພໍສົມຄວນ ເໝືອນດອກບົວຢູ່ສະເໝີນໍ້າ ພຽງແຕ່ໄດ້ຟັງອະທິບາຍເລັກນ້ອຍກໍຮູ້ໂລດ.
3. ເນຍະ : ຄືພວກສລາດປານກາງ ຫຼືເວນະຍະສັຕວ໌ ເໝືອນດອກບົວທີ່ຢູ່ໃຕ້ນໍ້າ ມີໂອກາດທີ່ຈະພົ້ນນໍ້າໄດ້ໃນໂອກາດຕໍ່ໄປ ຫຼືວັນໜ້າ, ເມື່ອໄດ້ອົບຮົບບົ່ມສະຕິພໍຄວນ ແລະພໍ່າເພັງປາຣະມີ ພໍສົມຄວນກໍເຂົ້າໃຈທໍາໄດ້.
4. ປະທະປະຣະມະ : ຄືຜູ້ໂງ່ເຂົາເບົາປັນຍາ ເໝືອນບົວທີ່ຢູ່ໃນເຫງົ້າ ແລະຕົມ ຍາກທີ່ຈະສອນໃຫ້ເຂົ້າໃຈໄດ້ ບໍ່ມີໂອກາດພົບທັມ ຍ່ອມເປັນອາຫານຂອງເຕົ່າ ແລະປາໄດ້ທຸກ ເມື່ອ.
- ເມື່ອພຣະພຸດທະອົງ ເຫັນຄວາມເປັນຈິງຂອງມະນຸດແລ້ວ ກໍມີພຣະມະຫາກະຣຸນາທິຄຸນຕໍ່ຊາວໂລກ ພຣະອົງກໍເພັ່ງທິພຈັກຂຸຍານ ກວດເບິ່ງໂລກ ມອງຫາວ່າໃຜຈະຮັບຮູ້ທັມ ຂອງພຣະອົງໄດ້ໂດຍໄວ ກໍມອງເຫັນແຕ່ປັນຈະວັດຄີທັງ 5 ຈຶ່ງສະເດັດໄປຍັງອິສິປະຕະນະມະຣິຄຄະທານວັນ (ປ່າທີ່ມີກວາງຫຼາຍ) ເຊິ່ງປັນຈະວັຄຄີຢູ່ທີ່ນັ້ນ.
Picture@Bailane.com
ໃຜເປັນສາສດາຂອງທ່ານ ?
- ໃນລະຫວ່າງທາງ ພຣະພຸດທະອົງ ໄດ້ພົບກັບອາຊີວົກຄົນໜຶ່ງ ທີ່ສວນທາງພຣະອົງມາ, ຊື່ອຸປະກະ ໄດ້ເຂົ້າມາຖາມພຣະພຸດທະອົງວ່າ ໃຜເປັນສາສດາຂອງທ່ານ ? ໃຜເປັນຜູ້ອົບທັມໃຫ້ກັບທ່ານມາ ? ທ່ານຈົ່ງຊ່ວຍສະແດງທັມໂຜດເຮົາດ້ວຍ ພຣະອົງໄດ້ຕັດວ່າ ເຮົາເປັນສະຍັມພູ ເປັນຜູ້ຕັດສະຮູ້ໄດ້ດ້ວຍຕົນເອງ, ພຽງເທົ່ານັ້ນເອງ ອາຊີວົກຜູ້ນັ້ນ ທໍາຕົວແບບຕະລຶງ ແລະກ່າວຄໍາບໍ່ສັດທາອອກມາ ເຊີນທ່ານຮູ້ໄປຄົນດຽວເຖີດ ເປັນໄປບໍ່ໄດ້.....ຄົນບໍ່ມີຄຣູບາອາຈານຈະມີທີ່ໃດ,
- ໃນທີ່ສຸດກໍສະແດງການແກວ່ງສີສະ, ຖົ່ມນໍ້າລາຍ ແລບລີ້ນ, ແລ້ວກໍເດີນຫຼີ້ນພຣະພຸດທະອົງໜີໄປ.

ວິຈານ:
- ຄົນປຶກໜາ ປັນາຍາບອດນັ້ນມີຈິງ ບໍ່ວ່າແຕ່ໃນຍຸກນີ້ ຍຸກພຣະພຸດທະອົງ ຍັງຊົງພຣະຊົນຢູ່ກໍຍັງມີ ຄົນບາບໜັກ ປັນຍາຊາມ ແມ່ນແຕ່ພົບກັບພຣະພຸດທະເຈົ້າເອງ ຍັງບໍ່ສາມາດທີ່ຈະສຶກສາທັມ ໃຫ້ພົບທັມ, ຈາກວັນນັ້ນ ຮອດວັນນີ້ ກໍໄດ້ 2595 ປີແລ້ວ ຫ່າງຈາກພຣະພຸດທະອົງມາຫຼາຍປີ ຄົນທີ່ປຶກສາປັນຍາບອດ ຍ່ອມມີຢູ່ເປັນທັມມະດາ ສະນັ້ນ, ນັກການເຜີຍແຜ່ສາສນາ ຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ພະຍາຍາມ ເວົ້າທັມນັ້ນໆສະເໝີ ອະທິບາຍສະເໝີ ຢ່າລົດລະເດັດຂາດ.

Friday, 24 June 2011

ຫຼັກພຸດທະສາດ

ຫຼັກຄວາມເຊື່ອ
1. ໃຊ້ປັນຍາ ນໍາໜ້າຄວາມເຊື່ອ ຄືສອນໃຫ້ຜູ້ນັບຖື ສາສນານັ້ນ ມີປັນຍາຢ່າງແທ້ຈິງ.
2. ເຊື່ອຖືທັມມະຊາດວ່າເປັນສິ່ງສູງສຸດ ສັບພະສິ່ງເປັນທັມມະດາ ມີເຫດມີປັດໄຈຂອງມັນ.
3. ເຊື່ອວ່າຊີວິດເປັນສິ່ງພັດທະນາໄດ້ ຄືເຊື່ອວ່າຊີວິດບໍ່ແມ່ນເປັນສິ່ງຕາຍຕົວ ແຕ່ສາມາດພັດທະນາໄດ້.
4. ຖ້າຈະເຊື່ອຕົນເອງ ກໍຄືເຊື່ອສິ່ງທີ່ໄດ້ພິສູດຈົນ ເຫັນຈິງແລ້ວເທົ່ານັ້ນ.
5. ເຊື່ອກັມ ຄື ເຊື່ອວ່າເມື່ອເຮົາທຳອັນໃດ ເຮັດອັນໃດ ລົງໄປດ້ຍເຈຕະນາ ມັນຍ່ອມມີຜົນຕໍ່ຈິດໃຈ ສະເໝີ.
6. ເຊື່ອຄວາມພຽນ ຄື ເຊື່ອວ່າ ເມື່ອມີຄວາມພຽນພະຍາຍາມຢ່າງຖືກຕ້ອງ ຍ່ອມປະສົບຜົນສໍາ ເຣັດໄດ້.
7. ບໍ່ເຊື່ອຈາກເຂົາວ່າມາ ຄືບໍ່ເຊື່ອຈາກຜູ້ອື່ນບອກກ່າວມາ ບໍ່ວ່າຈະເປັນກໍຣະນີໃດ.
8. ບໍ່ມີການບັງຄັບໃຫ້ເຊື່ອ ຄືຕ້ອງໃຫ້ອິດສະຫຼະ ແຕ່ຜູ້ທີ່ນັບຖືຢ່າງເຕັມທີ່.
9. ບໍ່ເຊື່ອເຣື່ອງງົມງວາຍ ເຊັ່ນ ເຣື່ອງໄສຍະສາດ, ສິ່ງສັກສິດ, ດວງຊະຕາ ແລະວາດສະໜາ,ຜີ, ເທວະດາເປັນຕົ້ນ.
10. ບໍ່ເຊື່ອເຣື່ອງເວນກັມຈາກຊາດປາງກ່ອນ ຄືພຸດທະສາດຈະສອນໃຫ້ເຊື່ອແຕ່ເຣື່ອງປັດຈຸບັນ.

ຫຼັກພຸດທະສາດ

ຫຼັກຄວາມເຊື່ອ
1. ໃຊ້ປັນຍາ ນໍາໜ້າຄວາມເຊື່ອ ຄືສອນໃຫ້ຜູ້ນັບຖື ສາສນານັ້ນ ມີປັນຍາຢ່າງແທ້ຈິງ.
2. ເຊື່ອຖືທັມມະຊາດວ່າເປັນສິ່ງສູງສຸດ ເຊິ່ງທຽບໄດ້ກັບພຣະເຈົ້າຂອງສາສນາຄຣິດ.
3. ເຊື່ອວ່າຊີວິດເປັນສິ່ງພັດທະນາໄດ້ ຄືເຊື່ອວ່າຊີວິດບໍ່ແມ່ນເປັນສິ່ງຕາຍຕົວ ແຕ່ສາມາດພັດທະນາໄດ້.
4. ຖ້າຈະເຊື່ອຕົນເອງ ກໍຄືເຊື່ອສິ່ງທີ່ໄດ້ພິສູດຈົນ ເຫັນຈິງແລ້ວເທົ່ານັ້ນ.
5. ເຊື່ອກັມ ຄື ເຊື່ອວ່າເມື່ອເຮົາທຳອັນໃດ ເຮັດອັນໃດ ລົງໄປດ້ຍເຈຕະນາ ມັນຍ່ອມມີຜົນຕໍ່ຈິດໃຈ ສະເໝີ.
6. ເຊື່ອຄວາມພຽນ ຄື ເຊື່ອວ່າ ເມື່ອມີຄວາມພຽນພະຍາຍາມຢ່າງຖືກຕ້ອງ ຍ່ອມປະສົບຜົນສໍາ ເຣັດໄດ້.
7. ບໍ່ເຊື່ອຈາກເຂົາວ່າມາ ຄືບໍ່ເຊື່ອຈາກຜູ້ອື່ນບອກກ່າວມາ ບໍ່ວ່າຈະເປັນກໍຣະນີໃດ.
8. ບໍ່ມີການບັງຄັບໃຫ້ເຊື່ອ ຄືຕ້ອງໃຫ້ອິດສະຫຼະ ແຕ່ຜູ້ທີ່ນັບຖືຢ່າງເຕັມທີ່.
9. ບໍ່ເຊື່ອເຣື່ອງງົມງວາຍ ເຊັ່ນ ເຣື່ອງໄສຍະສາດ, ສິ່ງສັກສິດ, ດວງຊະຕາ ແລະວາດສະໜາ,ຜີ, ເທວະດາເປັນຕົ້ນ.
10. ບໍ່ເຊື່ອເຣື່ອງເວນກັມຈາກຊາດປາງກ່ອນ ຄືພຸດທະສາດຈະສອນໃຫ້ເຊື່ອແຕ່ເຣື່ອງປັດຈຸບັນ.

ວັນສິນ 8 ວັນສີນ 15 ຄໍ່າ ເປັນວັນພັກການຂອງຊາວພຸດລາວ

- ນັບແຕ່ມະຫາອານາຈັກລ້ານຊ້າງ ໄດ້ຂະຫຍາຍຕົວໄປຢ່າງກວ້າງຂວາງ ໃນປິ 1353 ໂດຍມີພຣະເຈົ້າຟ້າງຸ່ມມະຫາຣາດ ໄດ້ເປັນພຣະມະຫາກະ ສັດ ແຫ່ງມະຫາອານາຈັກລ້ານຊ້າງ ແລະມີເມືອງບໍຣິວານຫຼາຍທົ່ວອາຈານາຈັກ ເມືອງຊັ້ນໂທ ມີເມືອງຈັນທະບູຣີ, ເມືອງສີໂຄດ, ເມືອງຮ້ອຍເອັດ, ຈຳບາກນາຄະບູຣີສີ ແລະມີເມືອງຄູ່ັນຍາ ຫຼືເມືອງມະຫາມິດຄທເມືອງຊຽງໃໝ່ ພ້ອມເມືອງບໍຣິວານຂອງຂຽງໃໝ່.

- ຫຼັງຈາກນັ້ນ ພຣະອົງໄດ້ສົ່ງເສີມພຣະພຸດທະສາສນາຢ່າງຕັ້ງໜ້າ ໂດຍພຣະພຸດທະສາສນາເປັນສາສນາປະຈຳຣາຊະສຳນັກ ແລະໄດ້ແຕ່ງຣາຊະ ທູດໄປອັງເຊີນເອົາພຣະພຸດສາສນາມາຈາກຂະເໝນ ເພື່ອປັບປຸສາສານາພຸດໃນລາວທັງທີ່ມີຢູ່ແລ້ວ ໃຫ້ຈະເລີນງອກງາມ, ພຣະພຸດທະສາສນາ ໃນອານາຈັກລ້ານຊ້າງຂະນະນັ້ນ ໄດ້ມີ 2 ຄະນະ ຢ່າງຈະແຈ້ງ ຄື ຄາມະວາສີ ແລະອະຣັນຍະວາສີ.

- ພຣະທີ່ຢູ່ປ່າ ມຸ່ງໜ້າປະຕິບັດທັມ ເພື່ອທາງພົ້ນທຸກ ທຳໜ້າທີ່ທາງວິປັສສະນາທຸຣະ.
- ພຣະທີ່ຢູ້ບ້ານ ມຸ້ງສຶກສາທັມ ປະຕິບັດທັມ ປົກຄອງຄະນະສົງຕັ້ງແຕ່ເມືອງເອກຮອດເມືອງຕີ ແລະເມືອງບໍຣິວານ ຕັ້ງໂຮງຮຽນໃນວັດ ຄືເອົາ ວັດເປັນໂຮງຮຽນ ສ້່າງວັດໃນຕົວເມືອງ ແລະຄຸ້ມບ້ານ.

- ພຣະພຸດທະສາສນາໃນລາວພັດທະນາມາເລື້ອຍໆ ຈົນມາຮອດສະໄໝພຣະເຈົ້າສຸຣິຍະວົງສາທັມມິກະຣາດ ສາສນາພຸດໃນອານາຈັກລ້ານຊ້າງ ຮຸ່ງເຮືອງສຸດຂີ ສາສນາ, ສີລປະ. ວັດທະນະທັມ, ປະເພນີ, ວິທະຍາສາດ, ວິທະຍາການຕ່າງໆ ຈະເລີນສຸດຂີດ ໃນສະໄໝນີ້ ຊາວຕ່າງປະເທດ ໄດ້ເຂົ້າມາສຶກສາ ຕິດຕໍ່ຊື້ນຂາຍນຳອານາຈັກລ້ານຊ້າງຫຼວງຫຼາຍ.

- ວັດ ກາຍເປັນມະຫາວິທະຍາໄລຂອງຊາດລາວ ມາແຕ່ປີ 1358 ເປັນຕົ້ນມາ ຫຼັງຈາກພຣະເຈົ້າຟ້າງຸ່ມໄດ້ນໍາເອົາພຸດທະສາສນາເຂົ້າມາ ສຶບທອດໃນລ້ານຊ້າງ ພຸດທະສາສນາໄດ້ທໍາການສິດສອນພຸດສາສນິກກະຊົນໃນທຸກດ້ານ ນອກຈາກວິຊາການດ້ານພຸດທະສາສນາ ບໍ່ວ່າຈະເປັນວຽກກໍ່ສ້າງ, ແພດສາດ, ດາຣາສາດ, ຕຸຣິຍາງຄະສາດ ແລະອື່ນໆ ຖືກສຶກສາຢູ່ໃນວັດ ໂດຍມີສາລາໂຮງທັມ (ແປວ່າສາລາໂຮງຮຽນ- ຫຼືສາລາສອນວິຊາການ) ທາງໃຕ້ວ່າ ຫໍແຈກ (ແປວ່າ ຫໍທີ່ມີການແຈກແຈງທັມ-ຄືວິຊາການ) ບາງຄັ້ງໃນບຸກໃໝ່ ກໍວ່າສາລາການປຣຽນ-ໝາຍເຖິງສາລາປະຣິນຍາ ຫຼືສາລາປະຣິຍັດ) (ດຽວນີ້ເລີກໃຊ້ແລ້ວ ເພາະຄຳນີ້ກາຍເປັນຄໍາໄທຍ໌ ໃນຍຸກສ້າງຊາດ)

- ໂຮງຮຽນຂອງລ້ານຊ້າງ ແມ່ນວັດ ໃນສະໄໝບູຮານ ແມ່ນຂຶ້ນກົງຕໍ່ຣາຊະສໍານັກ ໃນບັນດາຫົວເມືອງຕ່າງໆ ເບິ່ງແຍງມີຂຸນຫຼວງ ນັນທະອາຮາມ ເບິ່ງແຍງ ໂດຍມີໝື່ນໂຮງ ຮັບຜິດຊອບໂດຍກົງ, ວັດຈຶ່ງເປັນມະຫາວິທະຍາໄລຂອງຊາດ ເລື້ອຍມາຈົນຮອດສະໄໝຝຣັ່ງ ແລະຕົ້ນສະໄໝອາເມຣິການປະມານປີ 1959 ໂຮງຮຽນຈຶ່ງຄ່ອຍໆອອກຈາກວັດ ຫຼືຢູ່ໃນວັດ ແຕ່ມີຄູທາງການມາຮັບຜິດຊອບ.

- ການສຶກສາໃນຂະນະນັ້ນ ເດືອນ 1 ມີ 4 ປັກ ຂ້າງຂຶ້ນ ແລະຂ້່າງແຮມ ພັກໃນສິນນ້ອຍ ແລະສີນໃຫຍທັງຂ້າງຂຶ້ນ ແລະຂ້າງແຮມ ຄື 7-8 ຄໍ່າ 14-15 ຄ່ຳ, ເດືອນຄີກ ພັກ 13-14 ຄໍ່າ.

- ວັນສີນນີ້ ຈຶ່ງເປັນວັນພັກການຂອງປະຊາຊົນລາວ ພັກການມີ 2 ແບບຄື.
1. ສຳລັບນັກຮຽນ ເຊິ່ງແມ່ນ ສັງຄະກະລີ ທັງຍິງທັງຊາຍ (ແຕ່ສະໄໝນັ້ນ ຜູ້ຍິງບໍ່ນິຍົມຮຽນ)
2. ສໍາລັບຊາວບ້ານ ກໍພັກຈາກວຽກການ ເຂົາມາວັດສິສາທັມ ແລະມີການໃຫ້ທານ ຮັກສາສິນ ແລະປະຕິບັດທັມ,
- ຕໍ່ມາເມື່ອໂຮງຮຽນທາງໂລກ (ຂອງລັດ) ໄດ້ຖືກເອົາໃຈໃສ່ໂດຍທາງຣັດຖະການ ແລ້ວຂະຫຍາຍຕົວໄປໃນຂອບເຂດ ທົ່ວປະເທດ ໂຮງຮຽນວັດ ໄດ້ລົດບົດບາດລົງ ເດັກນ້ອຍລູກຼານຂອງປະຊາຊົນ ໄດ້ເຂົ້າໂຮງຮຽນມູນລະປະຖົມ ປະຖົມ ຈົນຮອດວິດທະຍາໄລ ສາລາ ແລະໂຮງງຮຽນວັດກໍໄປັນຂອງລັດ ຕັ້ງຢູ່ໃນວັດກໍມີ (ຢູ່ວັດມີໄຊຍ໌ ແລະໜອງບອນ) ຕັ້ງຢູ່ນອກວັດກໍມີ ໂຮງຮຽນອຸດົມວຽງຈັນ, ໂຮງຮຽນເຈົ້າອະນຸ ສະເພາະໃນວຽງຈັນ ສະເພາະໃນຊານເມືອງ ແລະຕ່າງແຂວງມີຕົວຢ່າງຫຼາຍ.

- ສຳລັບໂຮງຮຽນຂອງສົງ ທໍາອິດກໍຮຽນໃນວັນ 1-6 ຄໍ່າພັກ 7-8 ຮຽນໃນ 9-13 ຄໍ່າພັກໃນວັນ 14-15 ຄໍ່າ ອນຄີກ ພັກຕາມນັ້ນ ເລືອຍມາ ໃນປີ 1959 ມີການສ້າງວິທະຍາໄລສົງຂຶ້ນ (ຊື່ສະຖາບັນການສຶກສາພຸດທະສາສນາ) ກໍໄດ້ມີການພັກໃນວັນເສົາ ອາທິດ, ແຕ່ໂຮງຮຽນສາຍ ປະຣິຍັດຕິທັມ ຮຽບແບບເດີມ, ສ່ວນປະຮິຍັດສາມັນ ພັກເສົາ-າທິດ ເລື້ອຍມາ, ຈົນມຮອດປົດປ່ອຍ ປີ 1975 ເປັນຕົ້ນມາ ທາງໂຮງຮຽນສົງທົ່ວປະເທດໄດ້ພັກ 7-8-14-15 ຄໍ່າໃນໄລຍະໜຶ່ງ ຕໍ່ມາ ບາງແຂວງກໍພັກ ວັນເສົາ-ອາທິດ, ຈຢູ່ທີ່ເມືອງໂຂງ ສະໄໝຂ້າພະເຈົ້າ ຮຽນ ກໍພັກ 7-8-14-15 ຈົນຮອດປີ 1984 ແລະເປີດຮຽນໃນເດືອນ 11 ສາກົນ ພັກເດືອນ 7 ຈຶ່ງປ່ຽນມາເຂົ້າແລ້ວ ພັກຕາມທາງການເໝືອນທາງໂລກ ແຕ່ສຳລັບການເປີດການຮຽນການສອນ ຮຮ ທາງສົງແມ່ນເປີດ ວັນທີ 1 ເດືອນ 7 ພ້ອມກັນທົ່ວປະເທດ.

- ສຳລັບການເຮັດບຸນ ໃຫ້ທານ ຂອງຊາວພຸດ ຍັງສືບຕໍ່ເຮັດປະຈໍາໃນ ວັນສິນ 8-15 ມາຮອດບັດນີ້.

Thursday, 23 June 2011

ຄວາມໝາຍຂອງພຣະວິນັຍປິດົກ

ພຣະວິນັຍປິກດົກ: ປະມວນພຸດທະພົດໝວດພຣະວິນັຍ ຄືພຸດທະບັນ ຍັດ ກ່ຽວກັບຄວາມປະພຶດ ຄວາມເປັນຢູ່ ຂະໜົບທັມນຽມ ແລະການດຳເນີນ ກິດຈະການຕ່າງໆ ຂອງພິກຂຸສົງ ແລະພິກຂຸນີສົງ ແບ່ງອອກເປັນ 5 ຄໍາພີ ເຊິ່ງບູຮານນະຈານເພີ່ມຫຍໍ້ເຂົ້າສັ້ນໆ ຮຽກວ່າຫົວໃຈພຣະວິນັຍ ຄື ອາ, ປາ, ມະ, ຈຸ, ປະ) ກ່າວເປັນຂໍ້ໆດັ່ງນີິ້:
1. ອາທິກັມມິກະ: ຫຼືປາຣາຊິກ ວ່າດ້ວຍສິກຂາບົດທີ່ກ່ຽວດ້ວຍ ອາບັດ ໜັກ ຂແງຝ່າຍພິກຂຸສົງ ຕັ້ງແຕ່ປາຣາຊິກ ຮອດອະຣິຍົຕ.
2. ປາຈິຕຕີ: ວ່າດ້ວຍສິກຂາບົດທີ່ກ່ຽວກັບອາບັດເບົາ ຕັ້ງແຕ່ນິສສັຄຄີປາ ຈີຕຕີ ເຖິງເສຂິຍະວັຕ ລວມຕລອດຮອດທັງພິກຂຸນີວິພັງທັງໝົດ.
3. ມະຫາວັຄ: ວ່າດ້ວຍສິກຂາບົດນອກປາຕິໂມກຂ໌ ຕອນຕົ້ນ 10 ຂັນທະ ກະ ຫຼື 10 ຕອນ.
4. ຈຸລລະວັຄ: ວ່າດ້ວຍສິກຂາບົດນອກປາຕິໂມກຂ໌ຕອນປາຍ 12 ຂັນທະ ກະ.
5. ປະຣິວາຣວັຄ: ຄັມພີປະກັບ ຫຼືຄູ່ມືບັນຈຸຄຳຖາມ ຄໍາຕອບສຳລັບ ຊ້ອມ ຄວາມຮູ້ພຣະວິນັຍ.

ພຣະວິນັບຍປິກດົກນີ້ ແບ່ງອີກແບບໜຶ່ງເປັນ 5 ຄັມພີເໝືອນກັນ(ຈັດ 2 ຂໍ້ ໃນແບບຕົ້ນນັ້ນໃໝ່) ຄື:
1. ມະວິຫາພັງ ຫຼືພິກຂຸວິພັງ ວ່າດ້ວຍສິກຂາບົດໃນປາຕິໂມກຂ໌ (ສີລ 227 ຂໍ້) ຝ່າຍພິກຂຸສົງ.
2. ພິກຂຸນີວິພັງ: ວ່າດ້ວຍສິກຂາບົດໃນປາຕິໂມກຂ໌ (ສີລ 311 ຂໍ້) ຝ່າຍພິກ ຂຸນີສົງ.
3. ມະຫາວັຄ: (ເໝືອນຂໍ້ 3 ຂ້າງເທິງ)
4. ຈຸລລະວັຄ: (ເໝືອນຂໍ້ 4 ຂ້າງເທິງ)
5. ປະຣິວາຣວັຄ: (ເໝືອນຂໍ້ 5 ຂ້າງເທິງ)

ບາງທີທ່ານກໍຈັດຍົ້ນ ຫຍໍ້ເຂົ້າໄປອີກ ແບ່ງພຣະວິນັຍປີດົກ ເປັນ 3 ໝວດ ຄື:
1. ວິພັງ: ສິກຂາບົດໃນປາຕິໂມກຂ໌ ທັງຝ່າຍພິກຂຸສົງ ແລະພິກຂຸນີສົງ, (ຄືຣວມຂໍ້ 1 ແລະຂ້ໍ 2 ຂ້າງເທິງທັງສອງແບບເຂົ້າກັນ)
2. ຂັນທະກະ: ວ່າດ້ວຍສິກຂາບົດນອກປາຕິໂມກຂ໌ທັງ 22 ຂັນທະ ຫຼື 22 ບົດຕອນ (ຄືຣວມຂໍ້ 3 ແລະ 4 ເຂົ້າດ້ວຍກັນ)
3. ປະຣິວາຣວັຄ: ຄືຄັມພີປະກອບ (ເໝືອນຂໍ້ 5 ຂ້າເທິງ).
ພຣະວິໄນປີດົກ ມີທັງໝົດ 8 ເຫຼັ້ມ.

ພຣະຈະທໍາໜ້າທີ່ໃນການດໍາລົງຊີວິດຈັ່ງໃດ ຈຶ່ງບໍ່ຜິດ ແລະມີປະໂຫຍດ

- ພຣະເຮົາ ກໍລໍາບາກໃຈ ຄັນຍັງຢູ່ໃນວັດໃກ້ບ້ານ ຫຼືຍັງຢູ່ໃນເມືອງ ບໍ່ຫຼິ້ກໜີອອກຈາກເມືອງ ຈາກຊຸມຊົນ ແມ່ນແຕ່ໜີຈາກຊຸມຊົນແລ້ວ ກໍຍັງມີແມ່ອອກ ຕິດຕາມໄປຫາ ຄົນໄປຫາບໍ່ເວົ້ານໍາ ເຂົາກະວ່າພຣະຍິ່ງ ພຣະວັດນັ້ນໜາ ກິນເຂົ້າແລ້ວ ກໍລຸກໜີເຂົ້າຫ້ອງນອນໂລດ.
- ຄັນບໍ່ສ້າງ ບໍ່ສາເຂົາກະວ່າ ພຣະອີສັງບໍ່ມັກສ້າງມັກສາ.
- ພຣະໃນໂລກປັດຈຸບັນ ຫາກເປັນພຣະໃນຊຸມຊົນໝູ່ບ້ານ ຫຼືໃນເມືອງ ຕ້ອງທໍາພາລະໜ້າທີ່ນີ້, ຈັກໜ່ອຍກະວ່າລູກບໍ່ສະບາຍ ໄປຫາໝໍມາແລ້ວ ກະຍັງ ຕ້ອງມາຫາພຣະອີກໃຫ້ຫາວິທີ່ຊ່ວຍ, ບາງຄົນລູກເສັຍ, ເມັຍຫາຍ, ທຸຣະກິດຫຼົ້ມຈົມ, ມີການຕົວະກັນຫຼອກກັນ ແລະສັປປະປິ ໃນສັງຄົມມະນຸດ ຍາດໂຍມ ບໍ່ມີທີ່ເພິ່ງ ກໍແລ່ນມາຫາພຣະ ຄັນບໍ່ເວົ້າ ຄັນບໍ່ເທດ ມີແຕ່ສູດ ແລະເປົ່າມົນຢ່າງດຽວ ກະດີ ແຕ່ປັນຍາບໍ່ເກີດ,(ຜູ້ນັ້ນຍັງໂງ່ ບາດເຂົາຫາຍທຸກແລ້ວ ກໍກັບໄປວົນວຽນໃນວັງວົນເດີມ ຄືຫຼົງ ແລະປາໝາດ) ສະນັ້ນ ມັນຈຶ່ງເທດ ຈຶ່ງວ່າ ຈຶ່ງເວົ້າ ຄັນເວົ້າແຕ່ພາສາທັມລ້ວນໆ ຄົນກໍບໍ່ເຂົ້າໃຈ ກໍຕ້ອງເວົ້າໃນສິ່ງ ທີ່ເຂົາປະສົບພົບເຫັນໄດ້ງ່າຍ ເຂົາຈຶ່ງເຂົ້າໃຈ ແລ້ວກໍຕ້ອງໄດ້ໃຊ້ຫຼັກທັມມະກະທຶກ ຍົກເຫດ ຍົກຜົນ ຍົກອຸທາຫອນ, ມັນຕ້ອງໄດ້ພາດພິງ ເຖິງສິ່ງນັ້ນໆ ທັນໝົດ, (ຄືເວົ້າໂລເລ) ໝາຍຄວາມວ່າ ເວົ້າໃນສິ່ງທີ່ບໍ່ເປັນວິໄສຂອງພຣະກັມມັດຖານ (ພຣະກັມມັດຖານ ຄືຕ້ອງລະງັບ ແລ້ວກໍານົດ) ເມື່ອເຂົາທຸກ ເຮົາບໍ່ແກ້ບັນຫາຕາມບັນຫາ ເຂົາກໍບໍ່ເກີດປະໂຫຍດ ໃນທີ່ສຸດເຂົາກໍວ່າພຣະບໍ່ມີປະໂຫຍດ.
- ດ້ວຍເຫດນັ້ນ ພຸດທະສາສນາຈຶ່ງແບ່ງໜ້າທີ່ພຣະໄວ້ 2 ຢ່າງ ຄື ຄັນຖະທຸຣະ ແລະວິປັດສະນາທຸຣະ ໃຫ້ພຣະສົງຕ້ອງທໍາໜ້າທີ່ຂອງຕົນໃຫ້ສໍາເລັດ ຫຼືສາມາດເລືອກໃນທຸຣະທັງສອງໄດ້, ໃນອານາຈັກລ້ານຊ້າງຂອງເຮົາ ພຣະເຈົ້າຟ້າງຸ່ມ ເຫັນປະໂຫຍດ ຄວາມກ້ານກຸ່ງຮຸ່ງເຮືອງຂອງສາສນາໃນອະຄົດ(ຄືປັດຈຸບັນນີ້) ພຣະອົງຈຶ່ງວາງຖານຂອງສາສນາໄວ້ ຄື ພຣະສົງຕ້ອງຕິດພັນກັບຊາວບ້ານ ຕັ້ງໂຮງຮຽນ ໃນວັດໃຫ້ພຣະສົງຜູ້ ມັກທາງຄັນຖະທຸຣະ ມາເປັນຄູເປັນບາສອນລູກຫຼານ ປະຊາຊົນ ແຍກໜ້າທີ່ອອກ ໃຫ້ເປັນສໍາເຣັດ, ຊາຄູ, ທຳນ້າທີ່ການສຶກສາ, ຜູ້ທີ່ທໍາໜ້າທີ່ດ້ານການປົກຄອງ ກໍຕ້ອງຍົກຖານະຂຶ້ນ ເປັນຫຼັກຄໍາ, ລູກແກ້ວ, ຍອດແກ້ວ ທໍາໜ້າທີ່ສືບທອດ ແລະປົກປັກຮັກສາຊາດ ພຸດທະສາສນາ, ສ່ວນພຣະທີ່ຫວັງທາງວິປັສສະນາທຸຣະພຣະອົງກໍບໍຫ້າມ ກໍມອບດິນ ມອບປ່າໃຫ້ພຣະສົງທ່ອງທ່ຽວທຸດົງໄປໃນຂອບເຂດ ຂັນທະສີມາ ບໍ່ໃຫ້ມີຄວາມຜິດ ຄວາມແມ່ນ ໃຫ້ໄປໄດ້ທຸກໆໆ ທີ່ສະຖານທີ່ປ່າ ທີ່ພຣະສົງຕ້ອງການໄປ ກໍໄປໄດ້ໂດຍບໍ່ຕ້ອງຂໍອະນຸມັດຈາກພຣະເຈົ້າແຜ່ນດິນ, ດ້ວຍເຫດນີ້ ສາສນາພຸດະເຮົາຈຶ່ງຍັງຍືນຍົງຄົງທົນມາຮອດບັດນີ້.
- ເມື່ອສະຫຼຸບແລ້ວ ພຣະສົງເຮົາຕັ້ງແຕ່ອະດີດຮອດປັດຈຸບັນ ຈຶ່ງທຳໜ້າທີ່ຂອງຕົນຫຼາຍດ້ານ ພຣະສົງຜູ້ທໍາໜ້າທີ່ຄັນຖະທຸຣະ ກໍໃຫ້ຮຽນ, ໃຫ້ສອນ ໃຫ້ເທດ (ຈຶ່ງມີຄໍາວ່າ ບວດ ຮຽນ ຂຽນ ອ່ານ) ຕັ້ງໃຫ້ເປັນຣາຊາຄະນະ ຫຼືກັມມາທິການການປົກຄອງອື່ນໆ ເຈົ້າສໍານັກ, ເຈົ້າອະທິການ, ເຈົ້າຕາແສງ, ເຈົ້າເມືອງ, ເຈົ້າຄະນະແຂວງ ເຈົ້າຣາຊາຄະນະ ເຈົ້າສັງຄະນາຍົກ ແລະສັງຄະຣາຊາ ຣາຊະຄູທັງປວງ.
(ພຣະຜູ້ທໍາ ໜ້າທີ່ເລົ່ານີ້ ຕ້ອງໄດ້ເວົ້າໄດ້ວ່າ ໄດ້ທໍາທຸກວິທີ່ທາງ ທີ່ຈະສອນຫໃຫ້ຄົນກາຍເປັນຄົນດີ ມີສັດທາ ນ້ອມຕົນຍອມຮັບນັບເອົາທັມໄປປະຕິບັດ)
- ສ່ວນພຣະກັມມະຖານ ມີສອງພວກ ພວກວິປັດສະນາຈານ, ກັບພວກປະຕິບັດ ພຣະຜູ້ທີ່ເປັນວິປັດສະນາຈານ ຕ້ອງມຸງສອນ ເລື່ອງຮູບ ເວທະນາ ສັນຍາ ສັງຂານ ແລະວິນຍານ ຫຼື ທັມໃດ ທີ່ເປັນໄປເພື່ອຄວາມວາງ ຄວາມລະເທົ່ານັ້ນ ແຕ່ພຣະເລົ່ານີ້ ຫາກຍັງຢູ່ບ້ານ ເມືອງ ແນ່ນອນຕ້ອງທໍາໜ້າທີ່ ຄັນຖະທຸຣະ ແລະວິປັດສະນາທຸຣະ ຢູ່ດັ່ງນັ້ນແລ.

Wednesday, 22 June 2011

ເທວະດາດີ ຊີ້ທາງຖືກ

- ເຊົ້າວັນນີ້(ວັນທີ 22 ມິຖຸນາ 2011) ເວລາ 08:20 ໂມງ, ຫຼັງຈາກຍາດໂຍມຄູ່ຜົວເມັຍ ຈາກແຂວງເຊກອງມາຢ້ຽມຢາມແລ້ວກັບລົງໄປແລ້ວ, ກໍມີຄູ່ຜົວເມັຍຈາກບ້ານທາດຫຼວງກາງ ເຂົ້າມາຫາແລ້ວຂາບລົງສາມຫົນ ຖວາຍຊອງທີ່ເຂົາຖືມານັ້ນແລ້ວ ກໍເວົ້າວ່າ.
- ແມ່ອອກຜູ້ເປັນເມັຍ: ຂ້ານ້ອຍ ເປັນຄົນບ້ານທາດຫຼວງກາງ ບໍ່ເຄີຍມາວັດອາຈານຈັກເທື່ອ.
- ພຣະອາຈານ: ໂອ...ຄືບໍ່ມາລະໃກ້ໆກັນບໍ່ຢອກ ອາຈານຕັ້ງວັດນີ້ກະສິບປີແລ້ວເດ.
- ແມ່ອອກເວົ້າວ່າ : ຂ້ານ້ອຍບໍ່ເຄີຍ ເຂົ້າວັດທໍາບຸນຕັ້ງແຕ່ເກີດ.
- ພຣະອາຈານ: ເອົາວ໌...ເປັນຫຍັງ ຈຶ່ງບໍ່ເຂົ້າລະ ຢູ່ໃກ້ວັດໃກ້ວາປານນັ້ນ.
- ພໍ່ອອກຜູ້ເປັນຜົວ: ຂໍປະທານໂທດຂ້ານ້ອຍ, ເພິ່ນ(ໝາຍເຖິງເມັຍ) ເປັນຄົນຫວຽດນາມ.
- ພຣະອາຈານ: ໂອ...ຄົນຫວຽດນາມກະເຂົ້າວັດຄືກັນ ເປັນຊາວພຸດ ຄືກັນກັບລາວນີ້ຕວາ ?
- ແມ່ອອກຜູ້ເປັນເມັຍ: ໂດຍ ຂ້ານ້ອຍເປັນຄົນໄທແດງ, ຢູ່ຫວຽດນາມ ໃກ້ໆກັບຊາຍແດນ ຊຽງຂວາງ.
- ພຣະອາຈານ: ໂອ...ໄທແດງ ຖືສາສນາຜີ ຫຼືສາສນາແຖນລະ.
- ແມ່ອອກຜູ້ເປັນເມັຍ: ໂດຍ...ຖືແຖນ ເວົ້າພ້ອມກັບເອົາມືຊີ້ຂຶ້ນເມືອຟ້າ.
- ພຣະອາຈານ: ອືມ໌...ບໍ່ແມ່ນຜີບໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ...ແຖນ ຕ້ອງໄຫວ້ເມື່ອຮອດຍາມໄຫວ້.
- ພຣະອາຈານ: ໄຫວ້ຍາມໃດລະ ?
- ແມ່ອອກຜູ້ເປັນເມັຍ: ໄຫວ້ຍາມກຸດຈີນ ກຸດຫວຽດ.
- ພຣະອາຈານ: ອືມດີໆໆໆໆ ພໍ່ອອກເດລະ ?
- ພໍ່ອອກຜູ້ເປັນຜົວ: ປະທານໂທດ ຂ້ານ້ອຍເປັນຄົນຊົນເຜົ່າ ເກີດຢູ່ແຂວງຜົ້ງສາລີ.
- ພຣະອາຈານ: ເປັນຄົນຜົ້ງສາລີ ບໍ່ໄດ້ຖືສາສນາພຸດກ່ອນບໍລະ ?
- ພໍ່ອອກຜູ້ເປັນຜົວ: ພໍ່ແມ່ພາຖື ຂ້ານ້ອຍ.
- ພຣະອາຈານ: ມີວັດບໍລະ ຜົ້ງສາລີນັ້ນ.
- ພໍ່ອອກຜູ້ເປັນຜົວ: ມີຂ້ານ້ອຍ ແຕ່ຂ້ານ້ອຍໜີຈາກຜົ້ງສາລີເຫິງແລ້ວ ໄປຢູ່ຫຼາຍບ່ອນ ຍ້ອນຄວາມທຸກຄວາມຍາກ ບໍ່ເຄີຍເຂົ້າວັດຈັກເທື່ອ.
- ພຣະອາຈານ: ດຽວນີ້ ອາຍຸຈັກປີແລ້ວ ?
- ພໍ່ອອກຜູ້ເປັນຜົວ: ປະທານໂທດຂ້ານ້ອຍ ອາຍຸ 53 ປີ, ເພິ່ນ (ງວາກໜ້າໄປຫາເມັຍ) 48-49 ແມ່ນບໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ 48-49 ນີ້ແລ້ວ.
- ພຣະອາຈານ: ມາຢູ່ວຽງຈັນຈັກປີແລ້ວນີ້ ?
- ພໍ່ອອກຜູ້ເປັນຜົວ: ຂ້ານ້ອຍມາແຕ່ 1980.
- ແມ່ອອກຜູ້ເປັນເມັຍ: ມາກ່ອນປົດປ່ອຍ ຂ້ານ້ອຍບໍ່ຈື່ປີ ມາແຕ່ຍັງນ້ອຍໆ ບໍ່ຮູ້ຄວາມ ພໍ່ແມ່ພີ່ນ້ອງມາໝົດ.
- ພຣະອາຈານ: ຕົກລົງເປັນຄົນຫວຽດ ຫຼືເປັນໄທແດງລະ ?
- ພໍ່ອອກຕອບແທນ: ພໍ່ເພິ່ນເປັນຫວຽດ ແຕ່ແມ່ເພິ່ນເປັນໄທແດງ.
- ພຣະອາຈານ: ຄົນຢູ່ບ້ານເກີດ ເປັນເວົ້າໄທແດງໝົດບໍ ?
- ແມ່ອອກ: ແຕ່ຍັງນ້ອຍເວົ້າໄທແດງໝົດ, ແຕ່ດຽວນີ້ບໍ່ຮູ້ ບໍ່ໄດ້ເມືອຈັກເທື່ອ.
- ພຣະອາຈານ: ເອົາລະ ເຂົ້າໃຈແລ້ວ ຢາກຖາມວ່າມາຫາພຣະອາຈານມີເລື່ອງຫຍັງໃຫ້ຊ່ວຍບໍ ?
- ແມ່ອອກ: ຂ້ານ້ອຍ ຢາກມາເຮັດພາເຂົ້າທິບ ຊິເຮັດມືໃດດີ ? ເວລາໃດ ?
- ພຣະອາຈານ: ເລືອກເອົາ ວັນສຸກ 8 ຄໍ່າ ເອົາເຊົ້າຫຼືເພນລະ ?
- ແມ່ອອກ: ສຸດແລ້ວແຕ່ອາຈານ ຊິໃຫ້ເຮັດຕອນໃດ ?
- ພຣະອາຈານ: ເອົາ...ຕອນເຊົ້າເດີ...ມາຮອດນີ້ 7 ໂມງເຊົ້າ.
- ແມ່ອອກ: ແຕ່ງຫຍັງມາແນ່ ຂ້ານ້ອຍ.
- ພຣະອາຈານ: ກະແຕ່ງພາເຂົ້າທິບຫັ້ນແລ້ວ ມື້ນັ້ນມີຍາກໂຍມມາຕັກບາດ ກໍແຕ່ງເຄື່ອງໃສ່ບາດມາພ້ອມກະໄດ້.
- ແມ່ອອກ: ຂອງກິນເດ ຂ້ານ້ອຍ ເອົາຫຍັງແນ່ ?
- ພຣະອາຈານ: ອັນນັ້ນສຸດແລ້ວແຕ່ແມ່ອອກເດີ ຢາກເອົາຫຍັງກະໄດ້ ກໍຄືຂອງທີ່ພຣະສັນໄດ້ຫັ້ນແລ້ວ (ຄວາມຈິງ ພຣະເຮົາກໍານົດປະເພດ ອາຫານບໍ່ໄດ້ດອກແມ່ອອກ ເຮົາຢາກເຮັດຫຍັງກະສຸດແລ້ວ ຖາມພຣະບໍ່ໄດ້) ພຣະອາຈານຫົວ 5555 ຢ່າໄປຖາມພຣະໃດເດີ.
- ພໍ່ອອກ ແມ່ອອກພາກັນຕອບຮັບ: ໂດຍ, ພວກຂ້ານ້ອຍບໍ່ຈັກເຮັດອີຫຼື ບໍ່ເຄີຍແທ໊ໆ ຂ້ານ້ອຍ.
- ພຣະອາຈານ: ດີໆໆໆໆ ບໍ່ເຄີຍ ແຕ່ກໍຢາກເຮັດນໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ...ມີຄົນມາບອກໃຫ້ເຮັດ.
- ພຣະອາຈານ: ແນ໊ະ...ໃຜມາບອກໃຫ້ເຮັດອີກລະ ?
- ແມ່ອອກ: ໂດຍຂ້ານ້ອຍ ມີຜູ້ເຖົ້າສັກໄມ້ເຖົ້າຫຼັງກົ່ງໆໆ ຈູງຫຼານນ້ອຍ ເຂົ້າມາໃນຮ້ານ ບອກຂ້ານ້ອຍໆ ວ່າໃຫ້ໄປເຮັດບຸນ, ເຮັດພາເຂົ້າທິບ, ເຮັດພາເວນ ຢູ່ວັດເບື້ອງຕາເວັນອອກ ຂ້ອງພຣະທາດຫຼວງ ເປັນວັດສອກຫຼິ້ກ ໄປຫາອາຈານພາເຮັດ ຊີ້ມືມາແຖວວັດອາຈານພຸ້ນ.
- ພຣະອາຈານ: ເອົາອີກແລ້ວນໍ ພໍ່ອອກນັ້ນມາແຕ່ໃສ, ຮຸ້ເຂົາບໍ ?
- ແມ່ອອກ: ຂ້ານ້ອຍຖາມເພີ່ນວ່າ ເພິ່ນມາຈາກອັດຕະປື.
- ພຣະອາຈານ: ໂຮ...ມາໃກ ເຂົາມວ່າຈັກໃດ ?
- ແມ່ອອກ: ຂ້ານ້ອຍຂາຍເຄື່ອງຢູ່ຮ້ານ, ມີລູກຄ້າຫຼາຍຄົນເຂົ້າມຊື້ຂອງ ເຫັນຜູ້ເຖົ້າໜັງຫ່ຽວໆ ມືໜຶ່ງຖືຄ້ອນເທົ້່າ ມືໜຶ່ງຈຸງຫຼານ ມາທ້ວງຂ້ານ້ອຍວ່າ ອີນາງມຶງຊວຍແທ້ ນໍປີນີ້ ໃຫ້ມຶງໄປເຮັບບຸນເດີ ເຮັດພາເຂົ້າທິບ, ສູດລົດນໍ້າ, ໄປວັດເບື້ອງຕາເວັນອອກພຸ້ນ ເປັນວັດທີ່ຢູ່ຊອກຫຼິ້ກ ຊີ້ມືມາທາງວັດພຣະອາຈານພີ້ ຂ້ານ້ອຍເຂົ້າໃຈໂລດວ່າແມ່ນວັດອາຈານ.
- ພຣະອາຈານ: ແລ້ວເຂົາວ່າ ຈັ່ງໃດຕໍ່.
- ແມ່ອອກ: ຂ້ານ້ອຍໄດ້ແຕ່ຕົກໃຈ, ພໍ່ເຖົ້າຄືຊິຮູ້ວ່າຂ້ານ້ອຍຕົກໃຈ ເຂົາກໍຢ່າງເຂົ້າມາເອົາມືລູບຫຼັງຂ້ານ້ອຍ ແລ້ວເວົ້າວ່າຢ່າຕົກໃຈ, ອີ່ພໍ່ມາບອກໃຫ້ລູກເຮັດບຸນຊື່ໆ ອີນາງບໍ່ເຄີຍເຮັດບຸນຈັກເທື່ອໃນຊີວິດນີ້, ອີນາງປຸກເຮືອນໃໝ່ແມ່ນບໍ ? ຂ້ານ້ອຍກໍງົງເລີຍ ວ່າຈັ່ງໃດ ເຂົາຈຶ່ງຮູ້ວ່າຂ້ານ້ອຍປູກເຮືອນໃໝ່, ແລ້ວເຂົາກໍບອກວ່າ ໃຫ້ພາລູກພາຜົວໄປເຮັດບຸນ ຈະດີເອງ.
- ພຣະອາຈານ: ໂອ...ມີຄືກັນເນາະແບບນີ້, ແມ່ອອກປຸກເຮືອນໃໝ່ແທ້ບໍລະ ?
- ພໍ່ອອກຜູ້ເປັນຜົວ: ໂດຍ ຂ້ານ້ອຍ ແມ່ນແທ້.
- ພຣະອາຈານ: ແລ້ວພໍ່ເຖົ້ານັ້ນ ວ່າຈັງໃດຕໍ່ ?
- ແມ່ອອກ: ມີຄົນເຂົ້າມາໃນຮ້ານຫຼາຍ ໃຜໆກໍມາໃຫ້ເພິ່ນເບິ່ງໃຫ້ ແຕ່ເພິ່ນບໍ່ເບິ່ງ ຮີບຈູງມືເດັກນ້ອຍຢ່າງໜີ ຂ້ານ້ອຍເອົາເງິນ 100.000 ໃຫ້ເພິ່ນ, ເພິ່ນກະບໍ່ເອົາ ມີແຕ່ບອກຂ້ານ້ອຍວ່າ ໃຫ້ອີນາງຟ້າວໄປເຮັດບຸນເດີ ແລ້ວກະຢ່າງໜີໄປທາງໃນເມືອງໄປໄວໆແທ້ໄວວ່າ ບໍ່ໜ້າເຊື່ອວ່າ ຜູ້ເຖົ້າປະມານ 70 ປີຈະຢ່າງໄວຂະໜາດນັ້ນ, ຂ້ານ້ອຍແລ່ນນໍາ ໄກເຕີບຈຶ່ງທັນ ຈົກເງິນໃຫ້ເພິ່ນ ຊິໂຕນເພິ່ນ ຂ້ານ້ອຍຈົກໃຫ້ 200.000 ກະບໍ່ເອົາ ມີແຕ່ເວົ້າວ່າ ໃຫ້ໄປເຮັດບຸນ ຂ້ານ້ອຍເລີຍຊື້ ໝາກພ້າວຫອມທີ່ຂາຍຢູ່ແຄມທາງ ໃຫ້ເພິ່ນ 2 ໜ່ວຍ ເພິ່ນຈຶ່ງເອົາ.
- ພຣະອາຈານ: ໂອ...ຈັ່ງຊີ້ກະມີເນາະ...ເອົາຈັ່ງຊີ້ 8 ຄໍ່າ ຈຶ່ງມາເດີ.
- ທັງຜົວ ແລະເມັຍ ກໍວ່າ: ໂດຍ ແລະຖາມອາຈານວ່າ ຢາກໄດ້ຄວາມຢາດນໍ້າ ແລະຄວາມໄຫວ້ພຣະ, ອາຕະມາ ກໍເອົາຄວາມໄຫວ້ ພຣະຫຍໍ້ໆໃຫ້ ແລະອາທິບາຍວິທີຢາດນໍ້າ ແລະຄໍາຫຍາດນໍ້າໃຫ້ຜົວເມັຍທັງສອງຟັງ ຢ່າງລະອຽດ ແລ້ວກໍບອກເຂົາຮັບພອນ, ທັງສອງກໍພາກັນ ຂາບລົງແລ້ວກໍລາອາຈານຈະກັບ ລຸກຂຶ້ນແລ້ວຢ່າງໄຂປະຕູແກ້ວ ແລ້ວອາຕະມາກໍຈະລຸກຕາມເຂົາໄປສົ່ງເຂົາ, ທັນໃດນັ້ນ ແມ່ອອກຜູ້ເປັນເມັຍກໍກັບ ເຂົ້າມາຄືນແລ້ວເວົ້າວ່າ ຫຼົງຄາວໄປ ຂ້ານ້ອຍເກືອບລືມ ທັງຜົວທັງເມັຍ ກໍກັບເຂົ້າມານັ່ງທີ່ເດີມ ແລ້ວເວົ້າວ່າ.
- ແມ່ອອກ: ຜູ້ເຖົ້າຫັ້ນມາບອກຂ້ານ້ອຍມື້ຊືນ ແຕ່ວານີ້ຄາວຽກ ຈຶ່ງບໍ່ໄດ້ມາຕົກກາງຄືນເມື່ອຄືນນີ້ ຂ້ານ້ອຍກໍຝັນເຫັນຜູ້ເຖົ້ານັ້ນອີກ.
- ພຣະອາຈານ: ຝັນວ່າຈັ່ງໃດ ?
- ແມ່ອອກ: ຝັນວ່າ ເຂົາມາທີ່ເຮືອນຂ້ານ້ອຍ ແລ້ວມາບອກໃຫ້ຂ້ານ້ອຍ ມາສູດນໍ້າມົນ ແລະເຮັດພາເຂົ້າທິບເໝືອນເດີມ.
- ພຣະອາຈານ: ຫະ...ຝັນ ຫຼືເປັນເລື່ອງຈຶງ.
- ແມ່ອອກ: ມື້ຊືນຫັ້ນເລື່ອງຈິງ ແຕ່ມື້ຄືນນີ້ແມ່ນຝັນ.
- ພຣະອາຈານ: ເຂົາມາເຮືອນແມ່ອອກຢູ່ໃສ ?
- ແມ່ອອກ: ຕອນເຂົາໄປຫາແມ່ນຢູ່ຮ້ານ ແຕ່ຕອນຝັນແມ່ນຢູ່ເຮືອນ ເຂົາເຂົ້າມາເຮືອນແລ້ວ ກໍທ້ວງເຮືອນຂ້ານ້ອຍວ່າ ເຮືອນນີ້ເປື້ອນແທ້, ທັງໆທຮາເປັນເຮືຶອນໃໝ່ ແລະສະອາດຢູ່ ໃຫ້ຜົວມຶງພາໄຫວ້ພຣະສູດມົນແນ່, ຜົວມຶງບໍ່ລໍ້າລິລໍ່າໄລ ນໍາເຮືອນນໍາຊານ ປະຮີດປະຄອງ ແລະບໍ່ໄຫວ້ພຣະສູດມົນ, ໃຫ້ຜົວມືງໄປຂໍຄໍາໄຫວ້ພຣະ ກັບອາຈານຢູ່ວັດນັ້ນ ແລ້ວພາກັນເຮັດ ເຂົາເວົ້າແລ້ວກໍຊີ້ມີ ມາທາງຕາເວັນອອກ ກໍປາກວ່າ ວັດນັ້ນໆໆໆໆ ມືຂອງຜູ້ເຖົ້າຍາວອອກ ຈົນເຖິງຍອດວັດອາຈານ ຂ້ານ້ອຍຢ້ານກະຮ້ອງເຫຼີໃຫຼ ຈົນຜົວຂ້ານ້ອຍຕື່ນ ແລະເລົ່າໃຫ້ຜົວຂ້ານ້ອຍຟັງ ຈຶ່ງພາກັນມາແຕ່ເຊົ້າ, ບາດຂ້ານ້ອຍມາເຫັນ ຍອດວັດອາຈານແລ້ວ ເໝືອນໃນຄວາມຝັນນັ້ນເລີຍ.
- ພຣະອາຈານ: (ນຶກໃນໃຈ-ເອ..ແປກໆໆ) ເຂົາມານໍາໃຜ ?
- ແມ່ອອກ: ໃນຝັນເຂົາສັກຄ້ອນເທົ້າ ຈູງຫຼານເໝືອນເດີມ, ໃນຄວາມຝັນ ຂ້ານ້ອຍຖາມວ່າ ພໍ່ເຖົ້າມາຈາກໃສ ? ເຂົາຕອບວ່າມາຈາກອັດຕະປື.
- ພຣະອາຈານ: ອືມ໌....ເມື່ອມີຄົນມາບອກເຮັດ ກະເຮັດຫັ້ນຕິ ດີແລ້ວເດ ເຂົາມາບອກໃຫ້ເຮັດບຸນ..ເອົາເຮັດໆໆ ວັນແປດຄໍ້າມາໂລດ 7 ໂມງໃດລະ ຈຶ່ງທັນໝູ່.
-------------------------
- ທັງໝົດນີ້ ແມ່ນຄໍາສົນທະນາລະຫວ່າງຜູ້ຂຽນ ກັບສອງຜົວເມັຍ ມືເຊົ້ານີ້, ຈິງບໍ່ຈິງໃຫ້ໃຊ້ພິຈາຣະນາຍານຂອງທ່ານຕັດສິນເອງ, ຜູ້ຂຽນ ຄັດສັນແຕ່ບົດສົນທະນາອັນຈໍາເປັນມາເລົ່າໃຫຟັງ, ເພື່ອເປັນທັມມະທານຊື່ໆ ແລະສະຫຼຸບວ່າ ຄົນເຖົ້າຄົນນັ້ນແມ່ນໃຜກັນແທ້ ? ຖ້າວ່າ ພໍ່ອອກສອງຄົນນີ້ເວົ້າມາເປັນຄວາມຈິງ ກໍຖືວ່າເປັນເລື່ອງແປກ ແຕ່ຖ້າແມ່ອອກນີ້ບໍ່ໄດ້ວ່າຄວາມຈິງ ເປັນຫຍັງຈຶ່ງມາຫາອາຈານທີ່ວັດ ຖາມຂໍໜັງສືໄຫວ້ພຣະ ແລະເປັນຫຍັງເຂົາ ຈຶ່ງກະສັນຢາກທຳບຸນທັງໆ ທີ່ບອກວ່າບໍ່ເຄີຍທໍາບຸນ ເພາະຖືສາສນາແຖນ ມີແຕ່ເສັ້ນໄຫວ້ ? ແລ້ວກັບມາຖາມວ່າ ຄົນເຖົ້ານັ້ນເປັນຜີບໍ ? ເປັນຄົນບໍ ? ເປັນຄົນ ເປັນຫຍັງ ຈຶ່ງໄປເຂົ້າຄວາມຝັນຍິງຄົນນັ້ນໄດ້ ໃນວັນທີສອງຈາກເຫດການຈິງເກີດຂຶ້ນແລ້ວ, ທັງໃນຄວາມຝັນ ແລະຄວາມຈິງ ຜູ້ເຖົ້າຄົນນັ້ນ ໄດ້ບອກແມ່ອອກວ່າເຂົາມາຈາກອັດຕະປື, ຫຼືວ່າເຖົ້າຄົນນີ້ເປັນຜີ ອາຕາມາວ່າ ຄັນເປັນຜີ ພໍ່ເຖົ້າຄົນນັ້ນ ຄົງຊິບໍ່ບອກໃຫ້ແມ່ຍິງ ຄົນນັ້ນໄປທໍາບຸນດອກ ຄົງຈະໃຫ້ໄປໄຫວ້ ແລະບູຊາຜີແນ່ນອນ ເພາະແມ່ຍິງຄົນນີ້ກໍຖືແຖນ ແລະຜີຢູ່ແລ້ວ ຫາກພໍ່ເຖົ້າຄົນນີ້ ບໍ່ແມ່ນຄົນ ກໍຄົງເປັນເທວະດາເທົ່ານັ້ນ.
-------------------------------------------
- ຂໍ້ມູນເພິ່ມຕື່ມ: ຜົວຊື່ສີມ້າວ, ເມັຍຊື່ວັນນາ
- ວັນສຸກ 8 ຄໍ່າ ເຂົາຈະມາເຮັດບຸນ

ສືບ​ທອດ​​ປະ​ເພນີ​ບຸນ​ອອກພັນ​ສາ​ ປະວາ​ຣະ​ໃຫ້ທົ່ວ​ປວງ​ຊົນ

ສືບ​ທອດ​​ປະ​ເພນີ​ບຸນ​ອອກພັນ​ສາ​ ປະວາ​ຣະ​ໃຫ້ທົ່ວ​ປວງ​ຊົນພຣະ
ຄຣູ​ເນືອງ​ພິລັກ ​ໂຊຕິ​ທອນ

-ວັນສຸກ ວັນທີ 26 ເດືອຕຸລາ ປີ 2007 ທີ່​ຈະ​ມາ​ເຖິງ​ນີ້ ກົງ​ກັບ​ຂຶ້ນ 15 ຄ່ຳ, ​ເດືອນ 11 ປີ ພສ. 2550 ປີ​ຈໍ(ປະຕິທິນ​ທາງ​ຈັນທະ​ຣະຄະຕິ, ພຣະພິກ​ຂຸ​ສົງ​ໃນ​ພຣະພຸດທະສາສນາ​ທົ່ວ​ໂລກ, ຈະ​ໄດ້​ທຳ​ພິທີ​ກັມ​ອອກ​ພັນ​ສາ, ປະວາຣະນາ​ກັມ, ​ໂດຍ​ສະ ເພາະ​ພຣະສົງ​ລາວ​ທົ່ວ​ປະ​ເທດກໍ​ໄດ້​ສືບ​ຕໍ່​ປະຕິບັດ​ຮີດຄອງ​ທາງ​ພຣະພຸດທະສາສນາ, ​ເຊິ່ງ​ເປັນ​ພຸດ​ທາ​ນຸຍາດ​ນີ້​ຢ່າງ​ຖ້ວນ​ໜ້າ ​ໂດ​ຍບໍ່​ມີ​ຂໍ​ຍົກ​ເວັ້ນ ​ເຖິງ​ແມ່ນ​ວ່າ​ບ​້ານ​ເມືອງ​ຈະ​ຢູ່​ໃນ​ພາວະ​ໃດ​ກໍ​ຕາມ, ພຣະພິກຂຸ​ສົງ​ລາວ​ບໍ່​ເຄີຍ​ຖິ້ມ​ປະລະ​ເລີຍ ກິ​ດຈະ​ວັດ​ຂອງ​ຕົນ ຍິ່ງ​ບ້ານ​ເມືອງ​ກຳລັງ​ພັດທະນາ​ສ້າງສາຍິ່ງ​ໃນປັດຈຸບັນ​ນີ້ ພຣະພິກຂຸສົງ ກໍຄື​ຍາດ​ໂຍມ​ລາວ ຍິ່ງ​ຕັ້ງໜ້າ​ປະຕິບັດ ຄຸນງາມ​ຄາມ​ດີ ​ແລະ​ສ້າງ​ບຸນ​ກຸສົນ​ຢ່າງ​ຈູບ​ຈ້າວ​ຫ້າວຫັນ, ​ໃນ​ປີ​ນີ້ ການ​ເຮັດບຸນ​ປະ​ເພນີ​ອອກ​ພັນ​ສາ ປະວາຣະນາ ກໍ​​ໄດ້​ເຮັດ ຄື​ປີ​ກ່ອນໆ​ຜ່ານ​ມາ ສິ່ງ​ທີ່​ແຕກ​ຕ່າງ​ແນ່ ກໍ​ຄື​ສິ່ງ​ຂ​ອງທີ່​ນຳ​ມາ​ເຮັດ​ອາດ​ປ່ຽນ​ໄປ.ບຸນ​ໃນ​ທາງ​ພຣະພຸດທະສາສນາທັງ​ຫຼາຍ​ແມ່ນ​ຖືກ​ປະຕິບັດ​ຂຶ້ນ​ຕາມ​ພຸດທະ​ປະສົງ ທີ່​ມາ​ຈາກ​ພຸດ​ທະ​ບັນຍັດ​ແນ່, ພຸດທະ​ດຳ​ຣັດ​ແນ່, ​ເຊິ່ງພຣະ​ພຸດທະອົງ​ຊົງ​ມີ​ພຸດ​ທານຸຍາດ​ໄວ້, ​ແລ້ວ​ສືບ​ຕໍ່​ປະຕິບັດ​ມາ​ບໍ່​ໄດ້​ຂາດ ​ແລ້ວ​ປະສົມ​ປະສານ​ກັບຈາຮີດ, ປະ​ເພນີ​, ຂະໜົບທຳນຽມ ສືບ​ຕໍ່​ປະຕິ​ບັດ​ຢ່າງ​ບໍ່​ລົດ​ລະ ຈົນ​ກໍ່​ເກີ​ດກາຍ​ເປັນ​ວັດທະນະ​ທັມ​ທີ່​ມີ​ເອກະລັກ, ສັນຍາ​ລັກ​ຂອງ​ຊາ​ສັງຄົມທີ່​ມີ​ເອກລາດ, ສຳລັບ​ຊາວ​ລາວ​ເຮົາ​​ແລ້ວ ​ເປັນ​ປະ​ເທດ​ພຣະພຸດທະສາສນາ​ແມ່​ແຕ່​ກຳ​ເນີ​ດຊາດ, ວັດທະ ນະ​ທັມ​ສ່ວນ​ໃຫຍ່ຂອງ​ລາວ ຈຶ່ງ​ໄດ້​ພັດທະນາ​ມາ​ຈາກ​ແນວທາງ​ຄຳ​ສອນ​ຂອງ​ພຣະພຸດທະສາສນາ, ຈະ​ເວົ້າວ່າພຣະພຸດທະ ສາສນາ ​ເປັນ​ພື້ນຖານ​ຂອງ​ວັດທະນະ​ທັມ​ລາວ​ກໍ​ຍ່ອມ​​ເວົ້າ​ໄດ້​ຢ່າງ​ທະ​ນົງ​ອົງອາດ.ບຸນ​ອອດ​ພັນ​ສາ ປະວາຣະນາ ​ຖື​ວ່າ​ເປັນ​ວັດທະນະ​ທັມ​ຂອງ​ຊາວ​ພຸດ​ລາວ, ການ​ອອກ​ພັນ​ສາ​ປີ​ນີ້ ກໍ​ເໝືອນ​ກັບ​ປີ​ກ່ອນໆ​ຜ່ານມາ ການ​ປະຕິບັດ​ຍ່ອມ​ເປັນ​ໄປ​ຕາມ​ພຣະທັມມະ​ວິ​ໄນ​ແນ່ ທາງ​ພຣະພຸດທະສາສນາ​ເປັນ​ຫຼັກ​ ​ແລະ​ເປັນ​ໄປ​ຕາມ ປະ​ເພນີ​ວັດທະນະ​ທັມ​ດ້ວຍ, ບຸນ​ອອກ​ພັນ​ສານັ້ນ ​ເປັນ​ທັງ​ບຸນ​ພິທີ ​ແລະ​ກັມ​ພິທີ ຄຳ​ວ່າ​ບຸນ​ພິທີ ກໍ​ຄື​ພຣະສົງ ​ແລະ​ອອກ​ຕົນ​ຍາດ​ໂຍມ ​ໄດ້​ປະຕິບັດ​ດ້ວຍ​ການ​ໃຫ້​ທານ, ຮັກສາ​ສິນ ​ແລະ​ຈະ​ເຣີນ​ເມ​ຕຕາ​ພາວະນາ, (ທານ​, ສິນ, ພາວະນາ) ສ່ວນ​ທີ່​ວ່າ​ກັມ​ພິທີ​ນັ້ນ, ​ແມ່ນ​ວ່າ​ພຣະສົງ ຈະ​ຕ້ອງ​ໄດ້​ເຮັດ​ເປັນ​ສັງຄະກັມ ທີ່​ມີ​ມາ​ໃນ​ພຣະວິນັຍ ທີ່​ພຣະພຸດທະອົງ​ບັນ​ຍັຕ​ແລ້ວ, ​ເຮັດບຸນ​ອອກ​ພັນ​ສາ​ຈຶ່ງ​ເປັນ​ພິທີກັມ​ຂອງ​ຄະນະ​ສົງ ​ທີ່​ຖືກ​ປະຕິບັດ​ໃນ​ດິນ​ລາວ​ມາ​ແລ້ວ​ຫຼາຍ​ກວ່າ​ສອງ​ພັນ​ປີ ນັບ​ແຕ່​ພຣະພຸດທະ ສາສນາ​ເຂົ້າມາ​ສູ່ດິນ​ແດນ​ຕອນ​ນີ້​ໃນ​ສະ​ໄໝ​ອານາຈັກ​ສີ​ໂຄດ​ຕະບອງ, ​ແລະ​ເມື່ອ​ພຣະ​ເຈົ້າຟ້າ​ງຸ່ມ​ມະຫາຣາຊ​ໄດ້​ສ້າງຕັ້ງອາ ນາຈັກ​ລ້ານ​ຊ້າງ​ສຳ​ເຣັດລົງ​ແລ້ວ ພຣະອົງ​ກໍ​ໄດ້​ນິມົນ​ພຣະສັງ​ຄະ​ທູດ​ມາ​ສືບ​ທອດ​ພຣະພຸດທະສາ​ສນາ​ໃນ​ອານາຈັກ​ລ້ານ​ຊ້າງ ກໍ​ນັບ​ແຕ່​ປີນັ້ນມາ​ເລີຍ ທີ່​ໄດ້​ມີ​ການ​ເຮັດບຸນ​ເຂົ້າພັນ​ສາ​ຢ່າງ​ເປັນ​ທາງ​ການ​ໃນ​ອານາ​ຈັກ​ລ້ານ​ຊ້າງ ​ເພາະ​ຄຳ​ວ່າ​ເຂົ້າພັນ​ສາ ​ແລະ​ອອກ​ພັນ​ສາ​ນີ້ ​ຫາກ​ແມ່ນ​ມີ​ພຣະສົງ​ຢູ່​ທີ່​ໃດ ກໍ​ຍ່ອມ​ຖືກ​ປະຕິບັດ​ຢູ່​ທີ່​ນັ້ນ, ບໍ່​ໄດ້​ຍົກ​ເວັ້ນ ຫຼື​ເລື່ອນ​ມື້​ວັນ​ທັນ​ຍາມ ຫຼື​ວ່ປີ​ນີ້​ເຂົ້າຢາກ​ໝາກ​​ແພງ​ບ້ານ​ເມືອງ​ບໍ່​ສະຫງົບ​ສຸກ​ແລ້ວ​ຍົກ​ເລີກ​ບຸນ​​ເຂົ້າພັນ​ສາ ອອກ​ພັນ​ສາ​ປະ​ວ່າຣະນາ​ ​ຫຼື​ຍົກ​​ເວັ້ນພຣະສົງ​ອົງ​ເຈົ້າຜູ້​ໜຸ່ມ ຜູ້​ເຖົ້າຕອ້ງຍົກ​ເວັນ ດ່ັງ​ນີ້, ໝາຍ​ຄວາມ​ວ່າ​ພຣະສົງ​ທຸກ​ອົງ​ຕ້ອງ​ປະຕິບັດ​ກິດຂອງ​ສົງນີ້ສະ​ເໝີ​ກັນ, ​​ແລະ​ບຸນ​ອອກ​ພັນ​ສາ​ປະວາຣະນາ​ນີ້ ​ຍັງ​ໄດ້​ປາກົດ​ເຫັນ​ໃນ​ຮີດ 12 ຄອງ​ສິບ​ສີ່​ ທີ່​ບັນພຣະບູຣຸດລາວ​ໄດ້​ວາງ​ໄວ້​ເປັນ​ບັນທັດຖານ ​ໃຫ້​ລູກ​ຫຼານ​ລາວ​ສືບ​ຕໍ່​ປະຕິບັດ​ຈົນ​ກາຍ​ເປັນ​ປະ​ເພນີ​ສຳຄັນ​ຂອງ​ສັງຄົມ​ລາວ.ຄຳ​ວ່າ​ອອະ​ພັນ​ສາ ໝາຍ​ເອົາ​ວັນ​ສິ້ນສຸ​ດການ​ຈຳ​ພັນ​ສາ​ຕລອດ​ໄຕຣມາດ ຂອງ​ພຣະສົງ​, ຄື​ໃນ​ວັນ​ຂຶ້ນ 15 ຄ່ຳ ​ເດືອນ 11 ຂອງ​ທຸກໆ​ປີ, ສ່ວນ​ວັນ​ດຽວ​ກັນນັ້ນ ຍັງ​ມີ​ພຸດ​ທະ​ບັນຍັດ​ໄວ້​ອີກ​ວ່າ ​ໃຫ້​ເປັນ​ວັນ​ປະວາຣະນາ ຫຼື​ຮຽກກັນ​ຢ່າງ​ໜຶ່ງ​ວ່າ​ວັນ​ມະຫາ​ສັງຄະປະວາຣະນາ ອີກ​ພິທີ​ຫັມໜຶ່ງ ຖື​ວ່າ​ວັນ​ດຽວ​ມີ 2 ພິທີກັມ.ປະຫວັດ​ຄວາມ​ເປັນ​ມາ ຂອງ​ວັນ​ອອກ​ພັນ​ສາ ຖື​ວ່າ​ເປັນ​ວັນ​ສິ້ນ​ສຸດ​ຂອງ​ການ​ຈຳ​ພັນ​ສາ ຂອງ​ພຣະພິກຂຸ​ສົງ ທີ່​ອະທິຖານ​ເຂົ້າພັນ​ສາ​ຮ່ວມ​ກັນ ​ຢູ່​ໃນ​ອາວາດ, ວັດ ​ແລະ​ສະຖານ​ທີ່​ໃດ​ໜຶ່ງ​ທີ່​ພຣະພິກຂຸ​ສົງ​ອະທິຖານ​ຈຳ​ພັນ​ສາຄົບ 3 ​ເດືອນ ​ຕາມ​ພຸດ​ທາ​ນຸຍາດ​ກໍ​ອອກ, ​ໄປ​ຕາມ​ຣະດູ​ການ, ຄຳ​ວ່າ​ພັນ​ສາ ໝາຍ​ເຖິງຣະດູ​ຝົນ​ດ ບາງ​ຄັ້ງກໍ​ຮຽກ​ວ່າ​ວັສສະ, ​ໃນ​ວັນ​ນີ້ ພຣະສົງ​ໄດ້ຮ່ວມກັນ​ເ​ປັນ​ໝູ່​ເປັນ​ຄະນະປະກອບ​ສັງຄະ​ນກັມ ​ໂດຍ​ການ​ກ່າວ​ອະນຸຍາດ ຫຼື​ກ່າວ​ກ່າວ​ອະນຸຍາດ ຫຼື​ສະ​ແດງ​ຄວາມ​ໄວ້​ວາງ​ໃຈ​ແກ່​ກັນ​ແລະ​ກັນ ​ໃຫ້​ວ່າ​ກ່າວ​ຕັກ​ເຕືອນ​ກັນ​ໄດ້ ​ໃນ​ເຣື່ອງລາວ​ກ່ຽວ​ກັນ​ຄວາມ​ປະພຶດ ຈະຣິຍະ​ວັດ​ຕ່າງໆ ນັບ​ແຕ່​ພຣະສັງຄະ​ເຖຣະ(ພຣະຜູ້​ໃຫຍ່ ຜູ້​ອາວຸ​ໂສ​ສູງ​ລົງ​ມາ) ຈົນ​ຮອດ​ພຣະນະ​ວະ​ກະ(ພຣະຜູ້​ພັນ​ສາ​ອ່ອນ) ຈະ​ສາ​ມາ​ວ່າ​ກ່າວ​ຕັກ​ເຕືອນ​ກັນ​ໄດ້, ຫຼື​ມີ​ຂໍ​ສົ່ງ​ໄສ​ເຊັ່ນ​ໃດ ກໍ​ສາມາດ​ຊັກ​ສ້ອມ​ຂໍ້​ສົງ​ໄສ​ກັນ​​ແລະ​ກັນໄດ້ ໂດຍ​ບໍ່​ຕ້ອງ​ເກງ​ອົກ​ເກງ​ໃຈ , ການ​ທຳ​ປະວາຣະນາ ຖື​ເປັນ​ສັງຄະ​ກັມ​ຊະ​ນິດ​ໜຶ່ງ ​ເໝືອນ​ກັນ​ກັບ​ການ​ບວດ, ການ​ລົງ​ອຸ​ໂປ​ສົດ ​ແລະ​ສາມາດ​ປະຕິບັດ​ແທນການ​ສູດ​ອຸ​ໂປ​ສົດ​ໄດ້ (ການ​ລຳດັບ​ທົບ​ທວນ​ພຣະວິ​ໄນ ຫຼື​ສີນ 227) ເຊິ່ງໄດ້ກະທຳທຸກໆວັນ 14-15 ຄ່ຳຂອງທຸກໆເດືອນຜ່ານມາ ໃນຮອບປີ.ການທຳສັງຄະປະວາຣະນານີ້ ມີຄວາມມຸ້ງໝາຍຢ່າງຈະແຈ້ງ ເຊິ່ງປາກົດໃນຄຳທີ່ສົງໃຊ້ປະວາຣະນາເຊິ່ງກັນ ແລະກັນ ດ່ັງນີ້.1. ເປັນກັມພິທີລົດຢ່ອນຜ່ອນຄາຍຄວາມຂຸ້ນເຄືອງຈິດໃຈ ທີ່ເກີດຈາກການຣະແວງສົງໃສກັນແລະກັນໃຫ້ໝົດສິນ ໄປ.2. ເປັນການປະສານຮອຍແຕກແຫງ ທີ່ເກີດຈາກການເວົ້າຈາປະຕິບັດ ມນຂະນະຢູ່ຮ່ວມກັນ ໃຫ້ມີໂອກາດປັບຕົວ ແລະຄືນດີກັນໄດ້ ໂດຍໃຫ້ຄະນະສົງປະກາດຄວາມເຂົ້າໃຈເຊິ່ງກັນແລະກັນດ້ວນຄວາມຈິງໃຈ.3. ເປັນທາງສ້າງເສີມຄວາມສາມັກຄີ ໃນໝູ່ຄະນະຢ່າງກົມກຽວໜຽວແໜ້ນ ຢູ່ຮ່ວມກັນຢ່າງສະໜິດອົກສະໜິດໃຈ.4. ເປັນແນວປະຕິບັດກໍ່ໃຫ້ເກີດຄວາມສະເໝີພາກກັນໃນການສະແດງອອກທາງຄວາມຄິດ ວ່າກ່າວຕັກເຕືອນກັນ ໄດ້ໂດຍບໍ່ໄດຈຳກັດຍົດ, ຊັ້ນ, ຕຳແໜ່ງ, ອາຍຸພັນສາ.5. ກໍໃຫ້ເກີດ “ພາລາດອນພາບ” ຮູ້ສຶກເປັນມິດຊິດເຊື້ອປາຖະໜາດີຕໍ່ກັນ ເອື້ອເຟື້ອອາທອນເຊິງກັນແລະກັນເປັນ ພື້ນຖານນຳໄປສູ່ພຶດຕິກັມອັນເພິ່ງປາຖະໜາ ທີ່ດີງາມເໝືອນກັນ.6. ຄະນະສົງ ຍ່ອມມີຄວາມສະເໝີກັນ 2 ຢ່າງຄື, ສີລະສະມັນຍະຕາ(ມີຄວາມສະເໝືພາບກັນໂດຍສິນ) ທິດຖີສະ ມັນຍະຕາ(ຄວາມເໝີພາບກັນໂດຍຄວາມຄິດເຫັນ) ອັນເປັນພຶດຕິກັມ ແລະຫຼັກປະຊາທິປະໄຕທາງຄະນະສົງ ຖດຍມີອົງສົມເດັດພຣະສັມມາສັມພຸດທະເຈົ້າໄດ້ວາງຮາກຖານໄວ້ແລ້ວ ໃຫ້ຈະເລີນງອກງາມສືບຕໍ່ໄປ.ອານິສົງຂອງການອອກພັນສານັ້ນ ສຳລັບ​ພຣະພິກຂຸ ກໍເນື່ອງມາດ້ວຍອານິສົງຂອງການຈຳພັນສານັ້ນເອງ, ຄື ພຣະພິກຂຸສົງຈຳພັນສາ 3 ເດືອນອະທິດຖານບໍ່ໄປນອນ​ທີ່​ອື່ນ ​ຈົນຄົບ​ໄຕ​ມາດ ຕາມ​ພຸດ​ທະ​ບັນຍັດ ທ່ານ​ມີ​ສິດ​ທີ່​ຈະ​ຈາຣີກ​ໄປ ​ພັກ​ນອນ​ແຮມ​ຄືນໃນ​ທີ່​ໃດໆ​ໄດ້ ບໍ່​ຜິດ​ພຸດ​ທະ​ບັນຍັຕ ​ແລະ​ຍັງ​​ໄດ້​ຮັບ​ອານິສົມ(ຜົນ​ດີ)ອີກ​ຄື​:1. ​ໄປ​​ໃສ​ບໍ່​ຕ້ອງ​ບອກ​ລາ. 2. ​ໄປ​​ໃສ​ບໍ່​ຕ້ອງ​ຖື​ຜ້າ​ໄປ​ໃຫ້​ຄົບ​ໄຕຣ​ໄດ້. 3. ລາບ​ທີ​່ອາ​ຈະ​ເກີ​ຂຶ້ນ​ທ່ານ​ຈະ​ມີ​ສິດ​ຮັບ​ເທົ່າ​ທຽບ​ກັບ​ພຣະພິຂຸ​ອື່ນ, 4. ມີ​ສິດທິ​ທ່ີ​ຈະ​ໄດ້​ຮັບ​ອະນຸ​ໂມທະນາ​ກະຖິນ ​ແລະ​ໄດ້​ຮັບ​ອານິສົງ ຄື​ໄດ້​ຮັບ​ການ​ຂະຫຍາຍ​ເວລາ​ຂອງ​ອານິສົງ​ນັ້ນອອກ​ໄປ​ອີກ 4 ​ເດືອນ.ຂ້ໍ​ທີ່​ວ່າ​ໄປ​ໃສ​ບໍ່​ຕ້ອງ​ບ​ອກລາ ໝາຍ​ຄວາມ​ວ່າ​ພຣະສົງ​ຢູ່​ກັນ​ເປັນ​ຄະນະ ຕ້ອງ​ຢູ່​ໃນ​ຄວາມ​ປົກຄອງ​ຂອງ​ສົງ, ​ເມື່ອ​ໄປ​ໃສ​ມາ​ໃສ ​ໃນ​ເວລາ​ຈຳ​ເປັນ​ປະຈຸ​ບັນ​ທັນ​ດ່ວນ​ບໍ່​ຈຳ​ເປັນ​ຕ້ອງ​ຄອບ​ລາຄະ​ນະ​ສົງ​ກໍ​ໄດ້.ຂໍ້​ທີ່​ວ່າ​ໄປ​ໃສ​ບໍ່​ຕ້ອງ​ຖື​ຜ້າ​ຄົບ​ໄຕຣ(ຄື ຜ້າ3 ຜືນ) ປົກກະຕິ​ຜ້າ​ທີ່​ພຣະພິກ​ສົງ​ສາມາດ​ເປັນ​ເຈົ້າຂອງ​ໄດ້(ຄື​ຄອງ) ມີ 3 ຜືນ ຮຽກ​ວ່າ​ຜ້າ​​ໄຕຣ(​ໄກ) ອັນ​ໄດ້​ແກ່​ຜ້າສະບົງ, ຜ້າຄຸມ ​ແລະ​ຜ້າສັງຄາ, ພຣະພິກຂຸ​ອົງ​​ໃດ​ຫາກ​ໄດ້​ອານິສົງ​ພັນ​ສາ​ແລ້ວ ​ໄປ​ນອນ​ວັນ​ຊັນ​ຂາ​ທີ່​ໃດ ບໍ່​ຕ້ອງ​ຖື​ຜ້າ​ຜືນ​ທີ 3 ​ໄປ​ດ້ວຍ​ກໍ​ໄດ້ ຄື​ຜ້າສັງຄາ​ນັ້ນ​ເອງ, ໝາຍ​ຄວາມ​ວ່າ​ຄຸມ​ປົກ​ປ່າ ຫຼື​ຄຸມ​ບ່ຽງ​ບ່າ​​ໄປ​ໃສ​ມາ​ໃສ ໄດ້​ເລີຍ, ບໍ່​ຕ້ອງ​ຄຸມ​ມັດ​ເອີກກໍ​ໄດ້, ຖື​ວ່າ​ບໍ່​ຜິດ​ຕາມ​ພຣະວິນັຍ​ບັນຍັດອັນ​ນີ້​ສຳຄັນ ສຳລັບ​ພຣະພິກຂຸ​ຜູ້​ຖື​ຜ້າຄອງ ບໍ່​ແມ່ນ​ຊິ​ຜູກ​ຕິດ​ແອວ​​ໄວ້ ​ເໝືອນ​ເຂົາ​ໃຈ​ກັນ.ຂໍ້​ທີ່​ວ່າ​ລາບ​ທີ່​ຈະ​ເກີດ​ຂຶ້ນ​ມີ​ສິດ​ໄດ້​ຮັບ ໝາຍວຄວາ​ມວ່າ ລາບ​ອັນ​ໃດ​ທີ່​ເກີດ​ແກ່​ຄະນະ​ສົງ​ນັ້ນ ພຣະພິກຂຸ​ອົງ​ທີ່​ມີ​ອານິສົງ​ພັນ​ສາ​ແລ້ວ ຍ່ອມ​ມີ​ສິດທິ​ໄດ້​ຮັບ ​ແມ່ນ​ແຕ່ພຣະພິກ​ອົງ​ນັ້ນ ບໍ່ໄດ້ຢູ່​ຮ່ວມ​ຮັບ ກໍຍ່ອມ​ໄດ້​ແບ່ງ​ລາບ​ໄວ້​ໃຫ້.ຂໍ້ທີ່​ວ່າ ມີ​ສິດທິ​ທ່ີ​ຈະ​ໄດ້​ຮັບ​ອະນຸ​ໂມທະນາ​ກະຖິນ ​ແລະ​ໄດ້​ຮັບ​ອານິສົງ ຄື​ໄດ້​ຮັບ​ການ​ຂະຫຍາຍ​ເວລາ​ຂອງ​ອານິສົງ​ນັ້ນອອກ​ໄປ​ອີກ 4 ​ເດືອນ, ໝາຍ​ຄວາມ​ວ່າ ພຣະພິກຂຸ​​ອົງ​ນັ້ນມີ​ສິດ​ທີ​ທີ່​ຈະ​ຕ້ອງ​ໄດ້ຢູ່​ອະນຸ​ໂມທະນາ​ກະຖິນ ​ໃນ​ເມື່ອ​ກະຖິນ​ເກີດ​ຂຶ້ນ​ແລ້ວ​ໃນ​ຄະນະ​ສົງ​ນັ້ນ ​ແລະ​ຍ່ອມ​ໄ້ດຮັບ​ອານິສົງ​ກະຖິນ​ນັ້ນຕາມ​ພຣະວິ​ໄນ​ບັນຍັດ ​ນອກຈາກ​ນັ້ນ ຍັງ​ໄດ້​ຂະຫຍາຍ​ເວລາ​ທີ່​ຈະ​ຮັບ​ອະ​ນິສົງ​ກະຖິນ​ນັ້ນ​ໄປ​ຮອດ​ເດືອນ 4 ​ເພັງ, ກໍໝາຍ​ຄວາມ​ວ່າ ອະ​ນິສົງ 5 ມຕິ​ກາ 8 ປະຣິ​ໂພດ 2 ນັ້ນ ພຣະພິກຂຸນັ້ນກໍ​ຈະ​ໄດ້​ຮັບ​ເໝືອນ​ກັນ ຖື​ເປັນຫຼັກ​ປະຊາທິປະ​ໄຕ ​ເຣື່ອງສັງຄະ​ບໍຣິ​ໂພ​ກ, ຂໍ້​ນີ້​ສຳຄັນ ມີ​ຄົນ​ເຂົ້າ​ໃຈ​ວ່າ ພຣະສົງ ອົງ​ທີ່​ຮັບ​ກະຖິນ​ແລ້ວ ບໍ່​ສາມາດ​ໄປ​ນອນ​ວັນ​ຊັນ​ຂາ​ທີ​ອື່ນ​ໄດ້​ນັ້ນ​ແມ່​ຖື​ວ່າ​ເຂົ້າ​ໃຈ​ຜິດ ​ເພາະວ່າ​ຄຳ​ວ່າ ອາ​ນິສົງ(ໝາຍ​ເຖິງ​ຜົນ​ດີ ຫຼື​ສິ່ງ​ທີ່​ເກື້ອ​ກູລຕໍ່​ຊີວິດ ບໍ່​ແມ່ນ​ຂໍ້​ຫ້າ​ມ ຫຼື​ສິ່ງ​ທີ່​ກີດ​ຂວາ​ງຂໍ້​ປະຕິບັດ) ດ້ວຍ​ເຫ​ດນັ້ນຈຶ່ງ​ຖື​ວ່າການ​ໄດ້​ຮັບ​ກະຖິນ​ແລ້ວ ຄື​ໄດ້​ຮັບ​ສິດ​ທີ​ພິ​ເສດ ດັ່ງ​ທີ່​ກ່າວ​ແລ່້ວ​ໃນ​ເບື້ອງ​ຕົ້ນ.ກິດຈະກັມທີ່ປະຕິບັດກັນ​ຂອງ​ຄະນະ​ສົງ ​ແລະ​ຄະລາວາດຍາດ​ໂຍມ ທີ່​ປະຕິ​ກັນ​ໃນ​ວັນ​ອອກ​ພັນ​ສາ ຄື:ໃນ​ວັນ​ຂຶ້ນ 15 ​ເດືອນ 111. ຕອນ​ເຊົ້າທຳບຸນ​ຕັກບາດ, ຖວາຍ​ພັດ​ຕາ​ຫານ ອຸທິດ​ສ່ວນ​ບຸນ​ສວ່ນກຸສົນ​ໄປ​ຫາ​ຍາຕິ ພີ່ນ້ອງ​ຜູ້​ທີ່​ລ່ວງ​ລັບ​ໄປ ​ແລະ​ສ້າງ​ບຸນ​ສ້າງ​ກຸສົນ​ເພື່ອ​ສ້າງ​ປາຣາະມີ​ໃຫ້​ແກ່​ຕົນ., ຕ​ອນສວຍ​ຮອດ​ຕອນ​ແລງ​ຖວາຍ​ຜ້າ​ຈຳນຳ​ພັນ​ສາ.2. ​ໄປວັດ​ຟັງ​ທັມມະ​ເທສນາ ​ເພ​ື່ອສະຫຼອງ​ສະຕິ​ປັນຍາ​ຫາ​ຄວາມ​ຮູ້​ເພື່ອ​ພັດທະນາ​ຊົນ​ວິດ​ຕົນ, ປະຕິບັດ​ທັມ ​ເພ​ື່ອ ຊຳຮະ​ໃຈ​ໃຫ້​ສະອາດ​ປາສະຈາ​ກິ​ເລດ.3. ​ໄປ​ແກ່​ດອກ​ໄມ້​ວຽນທຽນ ​ເພື່ອ​ນ້ອມ​ລະ​ນຶກ ຫຼື​ບູຊາ​ຄຸນ ພຣະພຸດ, ພຣະທັມ, ພຣະສົງ, ຄຸນ​ພໍ່, ​ຄຸນ​ແມ່ ​ແລະ​ຄຸນ​ບັນພຣະບູຣຸດຂອງ​ຊາດ.4. ​ໄປ​ໄຫຼເຮືອ​​ໄຟ ​ເພື່ອ​ບູຊາ​ຄຸນ​ນ້ຳ ​ແລະ​ເທ​ພະ​ດາ​ຜູ້​ຮັກສາ​ບ້ານ​ເມືອງ.ວັນ​ແຮມ 1 ຄ່ຳ​ເດືອນ 111. ທີ່​ວຽງ​ຈັນ ​ແລະ​ປາກ​ເຊ​ແມ່ນ​ເຮັດບຸນ​ຊ່ວງ​ເຮືອ.2. ບາງ​ທ້ອງ​ຖິ່ນ​ຕັກບາດ​ເທ​ໂວ ​ແລະ​ຕັກບາດ​ດອກ​ໄມ້ ການ​ທຳບຸນ​ຕັກບາດ​ເທ​ໂວ​ນີ້ ​ແມ່ນ​ຖື​ວ່າ​ເປັນ​ກາລະ​ທານ ​ເພາະ​ເຮັດ​ກັນ​ພຽງ​ຄັ້ງດຽວ​ຂອງ​ໜຶ່ງ​ປີດ ການ​ເຮັດບຸນ​ນີ້ ຖື​ວ່າ​ບູຊາ​ໃນ​ວັນ​ທີ່​ພຣະພຸດທະອົງ​ສະ​ເດັດ​ມາ​ຈາກ ​ເທວະ​ໂລກ ​“ຮຽກວ່າ​ວັນ​ເທ​ໂວ​ໂລຫະ​ນະ” ​ເຊິ​່ງພຣະພຸດທະອົງ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ຈຳ​ພັນ​ສາ​ໂຜດ​ພຸດທະ​ມານ​ດາ ທີ່​ສະ​ໄປ​ເກີດ​ເປັນ​ເທວະ​ບຸດ ​ຢູ່​ຊັ້ນດຸສິຕາ​ສະ​ຫວັນ, ​ພຣະອົງ​ສະ​ເດັດ​ໄປ​ຈຳ​ພັນ​ສາ​ທີ່ ຕາ​ວະ​ຕິງ​ສາ​ສະຫວັນ​​ເທດພຣະອະພິທັມ​​ຄັມພີ ​ທີ່​ເຄົ້າ​ໄມ້​ປະຣິກະ​ຊາຕທີ່​ຕາ​ວະ​ຕິງ​ສາວະ​ຫວັນ ເມື່ອ​ອອກ​ພັນ​ສາ​ແລ້ວ ພຣະອົງ​ກໍ​ສະ​ເດັດ​ລົງ​ມາ​ຍັງ​ມະນຸດ​ໂລກ​ດ້ວຍ​ຂັ້ນ​ໃດ​ແກ້ວທິພ ​ເຊິ່ງມີ​ຂັ້ນ​ໃດ​ຄຳ​ຢູ່​ເບື້​ອງຂວາ ​ແລ​ະຂັ້ນ​ໃດ​ຄຳ​ທີ່​ເບື້ອງ​ຊ້າຍ ​ເວດ​ລອ້ມດ້ວຍ​ເຫຼົ່າ​ເທບ ພຣະອິນ ພຣະພຣົມ. ວັນນັ້ນບາງ​ຄັ້ງກໍ​ຮຽດວ່າ “ວັນ​ເປີດ​ໂລກ” ​ເພາະ​ທັງ 3 ​ໂລກ​ມອງ​ເຫັນກັນ​ໝົດ ຄື ມະນຸດ​ສາ​ໂລກ, ​ເທວະ​ໂລກ ​ແລະ​​​ນະຣົກພູມ, ການ​ທີ່​ພຣະພຸດທະອົງ​ສະ​ເດັດ​ລົງ​ມາ​ຈາກ​ເທວະ ​ໂລກ​ຄັ້ງນີ້ ພຣະສົງ​ສາວົກ ​ແລະ​ຍາດ​ໂຍມ​ໄປ​ຕ້ອນຮັບ​ພຣະອົງ​ຢ່າງ​ຫຼວງ​ຫຼາຍ ຈຶ່ງ​ມີ​ການ​ທຳບຸນ​ຕັກບາດ​ໃນ​ວັນ ​ແຮມ 1 ຄ່ຳ​ນັ້ນອີກ. ສະນັ້ນ, ຫາກ​ມີ​ການ​ຟັງ​ເທດ​ໃນ​ວັນ​ນີ້ ຈຶ່ງ​ມັກ​ຈະ​ເທດ​ອະພິທັມ 7 ຄຳ​ພີ ​ແລະ​ໜັງສື​ເທ​ນນ້ຳ ນົມ​ແມ່.3. ບາງ​ທ້ອງ​ຖິ່ນ​ເຮັດບຸນ​ເຂົ້າສັງ​ຂະຫຍາ, ບາງ​ທ້ອງ​ຖິ່ນ​ກໍ​ເຮັດບຸນ​ກວນ​ເຂົ້າປາດ​ຈະ​ເຮັດ​ງ່າຍ​ກວ່າ.ຜົນ​​ໄດ້​ຈາກ​ການ​ເຮັດບຸນ​ອອກ​ພັນ​ສາສຳລັບ​ຊາວ​ພຸດ ກໍ​ຄື:1. ວັນ​ອອກ​ພັນ​ສາ​ຖື​ເປັນ​ການ​ເຕືອນ​ໃຈ​ຊາວ​ພຸດວ່າ ​ເວລາ​ທີ່​ຜ່ານ​ໄປ ຊີວິດ​ໃກ້​ຈະ​ຕາຍ​ເຂົ້າ​ໄປ​ທຸກ​ຂະນະ​ແລ້ວ ຄວນ​ຮີບ​ສ້າງ​ກຸສົນ ​ແລະ​ຍັງ​ເຮັດ​ໃຫ້​ເຖິງ​ຄວາມ​ປິ​ຕິ ທີ່​ໄດ້​ບຳ​ເພັງກິດ​ຂອງ​ຕົນ​ຕລອດ​ພັນ​ສາ ​ແລະ​ເປັນ​ການ​ເຕືອນ​ສະຕິ​ຢ່າງ​ໃຫ້​ຈິດ​ຫຼົງ​ໄປ​ໃນ​ອະ​ກຸສົນ ​ແລະ​ບໍ່​ໃຫ້​ຈິດ​ໃຈ​ເລີກ​ຈາກ​ການ​ທຳ​ກຸສົນ ​ເຖິງ​ວ່າ​ບໍ່​ຢູ່​ໃນ​ພັນ​ສາ​ກໍ​ຕາມ, ເພາະ ​ເປັນ​ທາງ​ພົ້ນອອກ​ຈາກ​ອະບາຍ​​ໄດ້.2. ປະ​ໂຫຍ​ດທີ່​ໂດດ​ເດັ່ນ ກໍ​ຄື​ປະ​ໂຫຍ​ດຈາກ​ການ​ປະ​ວາຣະນາ ທີ່​ສົງ​ກະທຳ​ກັນ​ໃນ​ວັນ​ອອກ​ພັນ​ສາ ​ເພື່ອ​ໃຫ້​ພຣະສົງ ດຳລົງ​ໄວ້​ຢ່າງ​ເປັນ​ປຶກ​ແຜ່ນ​​ແໜ້ນ​ໜຽວ ຢາກ​ແກ່​ການ​ທຳລາຍ​ຂອງ​ສັດຕູ​ໄດ້, ບັນດາ​ຄາຣະວາດ ​ເຮົາ​ມອງ​ເຫັນ​ຜົນ​ດີ​ເຊັ່ນ​ນີ້ ​ຄົນ​ໃນ​ຊາດ​​ເຮົາ​ທຸກ​ຝ່າຍ​ຫັນ​ໜ້າ​ເຂົ້າມາ​ຫາ​ກັນ ປຶກສາ​ຫາຣືກັນ ດ້ວຍ​ຈິດ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ສາມັກຄີ ຈະ​ເປັນ​ພະລັງ​ໜຶ່ງ ທີ່​ຈະ​ພັດທະນາ​ຊາດ​ໃຫ້​ກ້າວ​ເຂົ້າສູ່​ຄວາມ​ຈະ​ເຣີນຮຸ່ງ​ເຮືອງ​ ໝັ້ນຄົງ ​ແລະ​ສະຖານ​ພອນໄດ້.3. ​ເຕືອນສະຕິ​ຕົນ ​ເຕືອນ​ສະຕິ​ສັງຄົມ ບໍ່​ໃຫ້​ມີ​ຄວາມ​ປາ​ໝາດ ສະພາວະ​ທຸກ​ຢ່າງ​ມີ​ການ​ປ່ຽນ​​ແປງ ບໍ່​ມີ​ສິ່ງ​ໃດ​ຄົງ​ທົນ​ໄດ້ ​ເຊັ່ນ​ດຽວກັບ​ການ​ເຂົ້າພັນ​ສາ​ເມື່ອ​ເຂົ້າ​ແລ້ວ​ກໍ​ຕ້ອງ​ອອກ​ໝູນ​ວຽນ​ປ່ຽນ​ກັນ​ໄປດ່ັງນັ້ນ, ສິ່ງ​ທີ່​ຍັງ​ຢູ່ ​ແລະ​ສ​້າງ​ເສີມບຸກຄົນ ບຸນ​ກຸສົນ ທີ່​ເກີດ​ຈາກ​ທານ​, ສິນ, ພະວະ​ນານັ້ນ.4. ການ​ອອກ​ພັນ​ສາ​ເປີດ​ໂອກາດ​ໃຫ້​ຜູ້​ອື່ນ​ຊຳ​ຮະ​ຄວາມ​ຜິດ ຂອງ​ຕົນ​ໄດ້ ຄື​ຫຼັກຂອງ​ການ​ທຳ​ປະວາຣະນາ ປົກກະຕິ ຄົນ​ເຮົາ​ຄົບ​ການ​ເຫິງ​ນານ​​ແລ້ວ ກໍ​ຈະ​ເຜີຍ “​ສັນດານ” ທີ່​ແທ້​ຂອງ​ຕົນ​ອອກ​ມາ ອາດ​ຈະ​ບໍ່​ດີ​ແນ່​ແຕ່​ຕົນ​ເອງ​ບໍ່​ຮູ້ ບໍ່​ເຫັນ ​ເໝືອນ​ກັບ “​ເສັ້ນຜົມ​ບັງ​ພູ​ເຂົາ” ​ແຕ່​ຄົນ​ອື່ນ​ພັດ​ມອງ​ເຫັນ​ຈຸດບົກ​ຜ່ອງ​ເຫຼົ່ານັ້ນ ​ແຕ່​ບໍ່​ກ້າ​ຕັກ​ເຕືອນ ດັ່ງນັ້ນ ຕົນ​ເອງ​ຕ້ອງ​ປະຣາວະ​ນາ​ກັບ​ໝູ່​ວ່າ ຫາກ​ເຫັນ​ສິ່ງ​ຜິດພາດ​ຂອງ​ເຮົາ ຂໍ​ໃຫ້​ໝູ່​ບອກ​​ເຕືອນດ້ວນ​ຈິດ​ເປັນ​ກຸສົນ ຄວາມ​ສັມພັນ​ກໍ​ຈະ​ພອກ​ພູນ​ງອກ​ງາມ ​ແລະ​ໝັ້ນຄົງ​ຍິ່ງ​ຂຶ້ນ.5. ​ໄດ້​ຂໍ້​ຄິດ​ທີ່​ວ່າ ຄົນ​ເຮົາ​ສ່ວນ​ຫຼາຍ​ມັກ​ຈະ​ລຳ​ອຽງ ​​ເຫັນ​ວ່າ​ຕົນ​ເອງ​ເປັນ​ຝ່າຍ​ຖືກ​ສະ​ເໝີ ຄວາມ​ຜິດ​ຂອງ​ຕົນ​ບໍ່​ເຫັນ ຄວາມ​ຜິ​ດຂອງ​ຄົນ​ອື່ນ​ເຫັນ​ງ່າຍ​ກວ່າ ​ເຊິ່ງ​ເປັນ​ສັນ​ຊາຕະ​ຍານ​ຂອງ​ເຮົາ ດັ່ງ​ກອນ​ທີ່​ວ່າ “​ໂທດ​ຄົນ​ອື່ນ​ເຫັນ​ເຫັນ​ຊ່ຳພູ​ເຂົາ ​ໂທດ​ຂອງ​ເຮົາ​ມອງ​ບໍ່​ເຫັນ​ເທົ່າ​ເສັ້ນຂົນ, ຕົດ​ຄົນ​ອື່ນ​ເໝັນ​ຈົນເບື່ອ​​ເຫຼືອຈັກ​ທົນ ຕົນ​ຂອງ​ຕົນ​ເຖິງ​ເໝັ້ນ ບໍ່​ເປັນ​ສັງ” ​ເມື່ອ​ຮູ​້ວ່າ ຄົນ​ເຮົາ​ຍ່ອມ​ລຳອຽງ​ເຂົ້າຂ້າງ​ຕົນ ຫຼືຝ່າຍ​ຕົນສະ​ເໝີ ດ້ວຍ​ກາມະ​ກິ​ເລດ ​ແລະ​ທິດ​ຖີມາ​ຄອບ​ງໍາ ​ເມື່ອ​ຮູ້​ວ່າ​ທາງ​ທີ່​ຈະ​ພັດທະນາ​ຕົນ ​ສັງຄົມ ໃຫ້​ເຖິງ​​ເຊິ່​ງຄວາມ​ຈະ​ເຣີນຈະ​ເຣີນ ກໍ​ຄື​ຫຼັກ​ທັມ​ວ່າ​ດ້ວຍ​ຄວາມ​ເປັນ​ກາງ ​ແລະ​ຄວາມ​ສາມັກຄີ ມະນຸດ​ຈົ່ງ​ສະ​ແດງ​ການ​ຍອມຮັບ​​ໃນ​ສິ່ງ​ນັ້ນ ​ແລະ​ອະນຸຍາດ​ໃຫ້​ຄົນ​ອື່ນ ​ເຕືອນ​ເຮົາ ​ແລະ​ເຮົາ​ເອງ ກໍ​ເອົາ​ການ​ທີ່​ວ່າ “ຊົ່ວ​ຄົນ​ອື່ນ​ກະ​ຊ່າງ​ເຖີດ​ເຮົາ​ບໍ່​ເຫັນ ​ເຮົາ​ຈະ​ພັດທະນາ​ຕົວ​ດັ່ງທີ່ເຂົາ ​ເປັນ ດີ​ທີ່​ເຫັນ​ຂອງ​ເຂົາ​ເຮົາ​​ເອົາ​ມາ.6. ​ເປັນ​ການ​ສ້າງ​ຄວາມ​ມີ​ມະນຸດ​ສຳພັນ ສ້າງ​ຄວາມ​ສະໝານ​ສາມັກຄີ ດ້ວຍ​ການ​ເປີດ​ໃຈ​ເຊິ່ງກັນ​ແລະ​ກັນ ຢູ່​ດ້ວຍ​ກັນ​ໂດຍ​ບໍ່​ມີ​ເລ້​ຫລຽມ ​ເຮັດ​ໃຫ້​ສັງຄົມ​ຕົນ​ມີ​ສັນຕິ​ສຸກ, ສັນ​ຕິ​ພາບ ​ແລະ​ພາຣາດອນ​ພາບ ຢ່າງ​ໝັ້ນຄົງ​ຕາມ​ແນວທາງ ພຣະພຸດທະສາສນາ​ແລ

ທຸຣະ 2 ຢ່າງໃນທາງພຸດທະສາສນາ

ທຸຣະທາງພຣະສາສນາ

- ທຸຣະທາງພຣະສາສນາ ມີ 2 ຢ່າງ ຄື
1. ຄັນຖະທຸຣະ
2. ວິປັສນາທຸຣະ

- ຄັນຖະທຸຣະ: ໄດ້ການສຶກສາຮໍ່າຮຽນ ໃຫ້ຮູ້ເລື່ອງສາສນາ ແລະຫຼັກສິນທັມ.
- ວິປັດສະນາທຸຣະ : ໄດ້ແກ່ທຸຣະ ຫຼືວຽກງານການບຳເພັງສະມັດຖະ ແລະວິປັດສະນາກັມມັດຖານ.

- ທຸຣະທັງສອງນີ້ເປັນໜ້າທີ່ ຫຼືພັນທະກິດທີ່ເປັນທຸຣະ 2 ຢ່າງ ທີ່ພຸດທະບໍຣິສັດຕ້ອງບຳເພັງໃນທາງພຸດທະສາສນາ ໃຫ້ໄດ້ ຄື.
- ຄັນຖະທຸຣະ : ການສຶກສາຮໍ່າຮຽນພຣະທັມ-ວິໄນ, ພຣະໄຕປິດົກ ອັນເປັນຄຳສອນຂອງ ພຸດທະສາສນາໃຫ້ເຂົ້າໃຈແລ້ວນໍາໄປສອນ ດ້ວຍການບອກກ່າວ, ເທດສະນາ, ສັ່ງສອນ, ການສອນໜັງສືໃນໂຮງຮຽນ, ເຜີຍແຜ່ທັມດ້ວຍຮູບການໃດໆກໍໄດ້ ທີ່ສາມາດນຳເອົາທັມມະເຂົ້າສູ່ປວງຊົນ ໂດຍການບໍ່ແຕະຕ້ອງຕໍ່ພຣະວິໄນ, ການສ້າງວັດວາອາຮາມ, ກຸຕິ, ວິຫານ, ສາລາໂຮງທັມ, ສິມ, ລວມເຖິງການປົກປັກຮັກສາ ສາສນາສະຖານ ແລະການອະນາໄມສາສນາສະຖານໃຫ້ສວຍສົດງົດງາມດ້ວຍ, ນອກຈາກນັ້ນ ຍັງສົງເຄາະເອົາການປົກຄອງຄະນະສົງເຂົ້າດ້ວຍ.

- ວິປັດສະນາທຸຣະ: ໄດ້ແກ່ວຽກງານກັມມັດຖານ ຫຼືການບໍາເພັງກັມມັຕຖານ 2 ຢ່າງ ຫຼືຢ່າງໃດ ຢ່າງໜຶ່ງໃນ 2 ຢ່າງ ຄື:
ກ. ສະມັດຖະກັມມັດຖານ
ຂ. ວິປັດສະຖານກັມມັດຖານ.

- ກັມມັດຖານທັງ 2 ຢ່າງເປັນທຸຣະສຳຄັນຂອງພຣະພິກຂຸສາມະເນນ ຈະຕ້ອງບໍາເພັງໃຫ້ເກີດ ແກ່ຕົນ ເຊິ່ງມີເນື້ອຫາໃນດ້ານຄວາມສຳຄັນແກ່ພຣະພິກຂຸສາມະເນນເອງ ແລະຖືເປັນງານຫຼັກ ເພື່ອໃຫ້ຕົນ ໄດ້ຮູ້ຈັກທາງດັບທຸກ, ຫຼືປົດເປື້ອງທຸກ ອອກຈາກຕົນຫຼາຍນ້ອຍຕາມສົມຄວນແກ່ການປະຕິບັດ, ທາງດຽວ ກັນນັ້ນ ເປັນວຽກງານທີ່ຈະຊ່ວຍໃຫ້ຜູ້ນັບຖືພຸດທະສາສນາ ໄດ້ປະຕິບັດຈາມເພື່ອໃຫ້ຄົນເຫຼົ່ານັ້ນພົ້ນທຸກ ຕັ້ງແຕ່ທຸກເລັກໆນ້ອຍໆ ຈົນເຖິງທຸກໃຫຍ່ໆ ເຊັ່ນການເກີດ, ແກ່, ເຈັບ, ຕາຍ ເປັນທາງສາຍດຽວ ທີ່ຈະ ທຳໃຫ້ຜູ້ປະຕິບັດພົ້ນອອກຈາກໂອຄະສົງສານ ແລະກັມມັດຖານນີ້ ມີສະເພາະແຕ່ໃນສາສນາຂອງພຣະພຸດ ທະເຈົ້າເທົ່ານັ້ນ, ກັມມັດຖານນັ້ນ ມີ 2 ປະເພດຄື:

1. ສະມະຖະກັມມັດຖານ: ກັມມັດຖານຊະນິດນີ້ ເປັນອຸບາຍໃຫ້ໃຈສະງົບ ຄືໃຈທີ່ອົບຮົມໃນທາງ ສະມະຖະກັມມັດຖານແລ້ວ ຈະເກີດສະຫງົບນິ້ງ ແລະເກາະຢູ່ໃນອາຣົມໜຶ່ງ ພຽງຢ່າງດຽວ ອາຣົມຂອງສະມະຖະກັມມັດຖານນັ້ນ ແບ່ງອອກເປັນ 40 ກອງ ຄື ກະສິນ 10, ອະສຸພະ 10, ອະນຸສະຕິ 10 ພົມມະວິຫານ 4 ອາຫາເຣປະຕິກູລະສັນຍາ 1 ຈະຕຸທາຕະວັດຖານ 1 ອະຮູບ 4.

2. ວິປັສສະນາກັມມະຖານ : ເປັນອຸບາຍໃຫ້ເກີດ ຫຼືອຸບາຍໃຫ້ເຮືອງປັນຍາ ໝາຍເຖິງການມຸ້ງອົບຮົມປັນຍາ, ໂດຍການປ່ອຍວາງພາຣະທັງປວງ, ທຳກາຍໃຈໃຫ້ເບົາ ຍິນດີໃນເສນາສະນະທີ່ສະຫງົບ ພິຈາຣະນາເຖິງຄວາມເສື່ອມໄປ ສິ້ນໄປຂອງສັງຂານຮ່າງກາຍ ຈົນເຫັນສະມັນຍະລັກສະນະ ຄື ອະນິຈຈັງ, ທຸກຂັງ, ອະນັດຕ່ ໄດ້ແຈ່ມແຈ້ງ ຈະວິປັນສະນາຢ່າງຕໍ່ເນື່ອງ ບໍ່ຂາດສາຍກໍຈະເຖິງຫຼັກໄຊ ຄືເຫັນແຈ້ງ, ເຫັນປັດຈຸບັນ, ເຫັນຮູບນາມ,ເຫັນພຣະໄຕຣລັກ ແລະເຫັນມັກ ຜົນ ໄດ້ອໍຣະຫັນ ເປັນຜູ້ມຸ້ງສູ່ພຣະນິພພານຝ່າຍດຽວ.

- ວິປັສສະນາທຸຣະ ເປັນງານທີ່ພຣະພຸດທະເຈົ້າ ກຳນົດໃຫ້ພິກຂຸປະຕິບັດຢ່າງໜຶ່ງ ໃນສອງຢ່າງ ຄືຄັນຖະທຸຣະ ແລະວິປັສສະນາທຸຣະ, ໝາຍຄວາມວ່າພິກຂຸທຸກໆອົງ ຈະທຳງານດ້ານຄັນຖະທຸຣະກໍ ຕາມ ຕ້ອງໄດ້ທຳງານດ້ານວິປັສສະນາທຸຣະດ້ວຍ, ຫາກພິກຂຸຈະມຸ້ງເນັ້ນວຽກງານວິປັສສະນາທຸຣະຢ່າງດຽວ ກໍເປັນທາງເລືອກໄດ້ ຄືຕ້ອງຍິນດີໃນເສນາສະນະທີ່ສະຫງົບຕ້ອງຜີກອອກຈາກໝູ່ຄະນະ ໄປສະແຫວງຫາ ທີ່ສະຫງົບ ເພື່ອສະດວກຕໍ່ການທຳວິປັສສະນາທຸຣະ, ແຕ່ຫາກພິກຂຸຕ້ອງການຈະທຳທຸຣະທັງສອງ ຄືທັງ ຄັນຖະ ແລະວິປັສສະນາທຸຣະພ້ອມ ກໍຖືວ່າເປັນງານທີ່ຄວນແກ່ການຍົກຍ້ອງ ເພາະພຣະພຸດທະສາສນາ ຈະໝັ້ນຄົງສະຖາພອນໄດ້ນັ້ນ ພຣະພິກຂຸຕ້ອງທຳທຸຣະທັງສອງຕາມໜ້າທີ່ຂອງສະມະນະ.

- ໃນອານາຈັກລ້ານຊ້າງກ່ອນ ປີ 1357 ນັ້ນ ຄືກ່ອນພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາ ຣາດຈະສະຖາປານາມະຫາອານາຈັກລ້ານຊ້າງ(ລາວ) ໃຫ້ກວ້າງໄກແຜ່ໄພສານນັ້ນ ນັກປະຫວັດສາດ ໄດ້ໃຫ້ຄວາມສຳຄັນວ່າ ພຣະອົງນິຍົມທັງຄັນຖະທຸຣະ ແລະວິປັດສະນາທຸຣະ ຄື ພຣະອົງເຫັນວ່າມະຫາ ອານາຈັກລ້ານຊ້າງຈະຈະເຣີນ ແລະໝັ້ນຄົງ ແລະເປັນເອກະພາບກັນຍືນຍາວນານໄດ້ ມີແຕ່ສົ່ງເສີມ ໃຫ້ພຣະສົງ(ທີ່ມີມາກ່ອນໜ້ານັ້ນ) ເຜີຍແຜ່ພຣະພຸດທະສາສນາ ສູ່ປວງຊົນຊາວລ້ານຊ້າງໃຫ້ທົ່ວເຖິງ ແລະທາງດຽວກັນນັ້ນ ພຸດທະສາສນາຈະໝັ້ນຄົງຢູ່ໄດ້ນານເທົ່າ 5000 ພຣະວັດສາ ພຣະສົງຕ້ອງທໍາງານ ຫຼືທຳທຸຣະທັງສອງມໃຫ້ບໍຣິບູນ, ມີນັກການສາສນາຂອງລາວບາງທ່ານກ່າວໄວ້ວ່າ ພຸດທະສາສນາເຂົ້າສູ່ ລາວເຫິງນານແລ້ວ ຫາກອີງຕາມໜັງສືອຸຣັງຄະນິທານ ກໍນັບແຕ່ ພ.ສ 8 ແຕ່ຫາກອີງຕາມປະຫວັດສາດ ຂອງຊົນຊາດລາວ ກໍປະມານ ພ.ສ 600 ປາຍສະໄໝລາວຢູ່ອານາຈັກໜອງແສ ເປັນຕົ້ນມາ ແລະໃນບັນດາ ຫົວເມືອງຕ່າງ ໃນອານາຈັກລ້ານຊ້າງກ່ອນພຣະອົງ ບາງເມືອງກໍນັບຖືພຸດທະສາສນາແລ້ວ ເຊັ່ນຍສີໂຄດຕະບອງ ແລະຈັນທະບູຣີ ແຕ່ບາງເມືອງກໍຍັງບໍ່ທັນນັບຖື ພຣະອົງຈຶ່ງມີຄວາມມຸ້ງຫວັງໃຫ້ ພຣະສົງທີ່ມີຢູ່ກ່ອນໜ້ານັ້ນ ທີ່ມຸ້ງເນັ້ນການທຳໜ້າທີ່ວິປັດສະນາທຸຣະຫຼາຍກວ່າຄັນຖະທຸຣະ ແລະມັກຢູ່ວັດປ່າໄກເມືອງ ຍາກທີ່ຈະເອົາຄຳສອນເຂົາເຖິງປະຊາຊົນໄດ້ ພຣະອົງຈຶ່ງນິມົນເອົາພຣະສົງ ເລົ່ານັ້ນເຂົ້າມາຕັ້ງວັດຢູ່ໃກ້ບ້ານ ແລະໃຫ້ພຣະສົງທໍາໜ້າທີ່ສອນປະຊາຊົນ ພຣະສົງທີ່ບໍ່ມາ ກໍໃຫ້ຢູ່ປ່າ ໃນສະໄໝພຣະອົງ ຈຶ່ງມີຄະນະສົງ ຂຶ້ນ 2 ຄະນະຄື ພຣະທີ່ຢູ່ໃກ້ບ້ານທໍາໜ້າທີ່ທັງຄັນຖະແລະວິປັສສະນາ ຮຽກວ່າ ຄາມະວາສີ, ພຣະທີ່ຍັງຢູ່ປ່າທໍາວິປັສສະນາທຸຣະຢ່າງດຽວ ຮຽກວ່າ ອາຣັນຍະວາສີ ແລະແລ້ວພຣະອົງ ຈຶ່ງໄດ້ໄປນໍາເອົາພຣະໄຕປິດົກຈາກຂະເໝນຂຶ້ນມາຍັງລ້ານຊ້າງ ໂດຍມີພຣະມະຫາປາ ສາມັນເປັນຫົວໜ້າ ມາຍັງນະຄອນຊຽງທອງ ແລະມອບໃຫ້ຄະນະສົງທໍາທຸຣະຂອງຕົນ ສືບເນື່ອງຈົນເປັນ ປະເພນີ ທີ່ໝັ້ນຄົງຢູ່ຄູ່ບ້ານເມືອງລາວ ແລະເມືອງບໍຣິວານເທົ້່າບັດນີ້.

ສະຣຸບແລ້ວ ພຸດທະສາສນາຂອງເຮົາມີທຸຣະສຳຄັນ 2 ຢ່າງ ເຊິ່ງຂາດເສັຍບໍ່ໄດ້ ຫາກຂາດເສັຍທຸຣະໃດ ທຸຣະໜຶ່ງສາສນາຈະໝັ້ນຄົງຢູ່ຄູ່ຊາດ ໄດ້ຍາກແລ.

Tuesday, 21 June 2011

ພຸດທະທຳນວາຍ ຄວາມຝັນ 16 ຂ້ໍຂອງພຣະເຈົ້າປັດເສນທິໂກສົນ (ຄວາມຝັນຂໍ້ທີ 1)

ຄວາມຝັນຂໍ້ທີ 1 (ແຕ່ງເວລາ 09:19) 21/6/2011)
(ຝັນວ່າເຫັນງົວໃຫຍ່ ຕົວດຳປຶກ 4 ໂຕ ແລ່ນມາຈາກທິດທັງສີ່ເໝືອນຈະຊົນກັນ ແຕ່ກໍຖອຍໜີໄປ)

- ຂ້າພຣະອົງຂາບໄຫວ້ ໄຂນິມິດທູນຖວາຍ
ເປັນນິມິດຫົວທີ ແປກດີບໍ່ເຄີຍຮູ້
ຂໍແກ່ອົງພຸດໂທເຈົ້າ ສໍຣະຍານຕັດສ່ອງແດ່ທ້ອນ
ບໍ່ໃຫ້ຫາຍອັນຂ້ອງ ຫູຕາແຈ້ງສະຫວ່າງໃຈ

- ຝັນວ່າອຸສຸພະຣາດຜູ້ ງົວໃຫຍ່ດຳປຶກ
ສະຖິດໃນຈະຕຸຣະທິດ ຢູ່ກັນໂຕລະເບື້ອງ
ເໝືອນວ່າເຄືອງຄຳແຄ້ນ ຈະຊົນກັນໃຫ້ວາຍວອດ
ແລ່ນເຂົ້າມາມໍ່ໃກ້ ແລ້ວຖອຍຮ້າງຫ່າງຈາກກັນ

- ຄວາມຝັນຂໍ້ນີ້ນັ້ນ ຈະເປັນສິ່ງສັນໃດ ?
ຂໍແກ່ອົງສັບພັນຍູ ໂຜດຜູ້ເຍົາປັນຍານ້ອຍ
ໃຫ້ຮຸ່ງຫວນເຫັນເລື່ອງ ນິນິດຄວາມໃຫ້ແຈ້ງທົ່ວ
ຂໍແກ່ພຣະຍາດໄທ້ ໄຂຄວາມແຈ້ງເຫດການ ແດ່ທ້ອນ

- ຄາວນັ້ນ ອົງພຣະບາດໄທ້ ຕັດສ່ອງສໍຣະຍານ
ມອງເຫັນອະນາຄົດ ຊິເກີດມາໃນພື້ນ
ກັບໂລກຄົນເຮົານີ້ ຈະເປັນໄປແປກຕ່າງ
ທັມມະຊາດຊິໂຫດຮ້າຍ ທໍາລາຍລ້າງມະນຸດຄົນ

- ຄືວ່າກ້ອນແມ້ກົ້ວ ກວາມໂລກບັງບົດ
ມີລົດພັດລັດລະພາ

ພຸດທະທຳນວາຍ ຄວາມຝັນ 16 ຂ້ໍຂອງພຣະເຈົ້າປັດເສນທິໂກສົນ (ຕົ້ນເລື່ອງ)

ພຣະເຈົ້າປັດເສນທິໂກສົນຊົງນິມິດ
- ຈັກໄດ້ກ່າວຕົ້ນເລື່ອງ ສະໄໝກ່ອນພຸດທະການ ພຸ້ນແລ້ວ
ຄາວພຣະອົງຊົງພຣະຊົນ ຢູ່ໂຜດຄົນຄາວນັ້ນ
ທັງໝູ່ເທວັນດ້ວຍ ສັຕຕະນິກອນໃຫ້ແຈ້ງສ່ອງ
ເຫັນຫ່ອມທາງຮຸ່ງຮູ້ ກົງເຂົ້າພຣະນິບພານ

- ພຣະອົງຊົງທຳສ້າງ ທາງຝ່າຍພຸດທະກິດ
ຊີ້ສ່ອງທຳນໍາຊີວິດ ໃຫ້ໂລກເຮົາຫາຍຮ້ອນ
ດ້ວຍພຣະປັນຍາຄຸນລົ້ນ ເມຕຕາຄຸນອັນລໍ້າເລີດ
ພຣະບໍຣິສຸດທິຄຸນສະອາດແຈ້ງ ສັດໂລກໄດ້ເພິ່ງບຸນ

- ຄາວນັ້ນ ພຸດອົງສະຖິດຢູ່ຢັ້ງ ວັດໃຫຍ່ເຊຕະວັນ
ເມືອງໂກສົນນະຄອນຄາມ ດອມພິກຂຸສົງລົ້ນ
ເປັນທີ່ສຸກສໍາລານແທ້ ຈະເຣີນທຳຊີ້ສ່ອງ
ສອນສັດໂລກໃຫ້ຮຸ່ງຮູ້ ເຫັນແຈ້ງຍອດພຣະທັມ

- ຍັງມີຣາຊາເຈົ້າ ເອກະຣາດປັດເສນ
ເນົານະຄອນໂກສົນ ຢູ່ສຸກຂະເສີມລົ້ນ
ືທຳບຸນປາຣະມີສ້າງ ອຸປະຖັມພຸດທະບາດ
ປະຊາຣາດທົ່ວແຄວ້ນ ທຸກແດນດ້າວຊື່ນມະໂນ

- ວັນໜຶ່ງ ໃນຄືນນັ້ນ ຍາມນິດທະເນັ່ງບັນທົມ
ພຣະປັດເສນຣາຊາ ນິມິດຝັນຫຼາຍເຮື້ອງ
ຕື່ນບັນທົມຣະງົມເພີ້ ຊົງຈຳໝົດທຸກຢ່າງ
ຈຶ່ງໄດ້ສະເດັດດ່ວນເຂົ້າ ອາຣາມກວ້າງກ່າວຖາມ

- ພຣະຣາຊາຕັດສັ່ງໃຫ້ ຂ້າມະຫາດມົນຕີ
ສະເດັດຍັງອາຣາມຫຼວງ ທີ່ພຣະອົງປະທັບນັ້ນ
ປັດທັກຂີນສາມຄັ້ງ ວຽນຂວາຄົບຮອບ
ສະເດັດປະທັບຢັ້ງ ທີ່ຄວນແລ້ວຂາບບັງຄົມ

- ວ່າຂ້າພຣະອົງນິດທະເນັ່ງມ້ອຍ ຫຼັບມ່ວນຍິນສະໝຸກ
ບໍ່ເຄີຍເຄືອງຄຳສັງ ຢູ່ສະບາຍຫາຍຮ້ອນ
ແຕ່ມາຝັນເຫັນເຣື່ອງ ນິມິດການຫຼາຍຢ່າງ
ສິບຫົກຂໍ້ທຽງແທ້ ຂໍໃຫ້ພຣະກ່າວແກ້ ພໍໃຫ້ສວ່າງພຣະໄທ ແດ່ທ້ອນ

(ສຳນວນກອນນີ້ ພຣະອາຈານເນືອງພິລັກ ໂຊຕິທອນ ແຕ່ງໃໝ່ໝົດ ໂດຍອີງຕາມເຄົ້າເລື່ອງ ພຸດທະນິມິດຄວາມຝັນ ຂອງພຣະເຈົ້າປັດເສນທິໂກສົນ ແຕ່ເມື່ອ ວັນທີ 21 ເດືອນມິຖຸນາ ປີ ພ.ສ 2554 ຄ.ສ 2011 ເລີ່ມແຕ່ເວລາ 08:70 ໂມງ ສຳເລັດ 08:25 ໂມງ) ເນື່ອໃນຂອງບົດກອນນີ້ ຍັງບໍ່ທັນສົມບູນ ຈະຕ້ອງໄດ້ດັດແກ້ໃໝ່ອີກໃນອະນາຄົດ.

ເຄົ້າເລື່ອງພຸດທະທຳນາຍ.
- ຄັ້ງນັ້ນ, ພຣະເຈົ້າປັດເສນທີ່ໂກສົນ ພຣະອົງຊົງນິມິດຄວາມຝັນແປກໃຈ ເປັນຢ່າງຍິ່ງ ບໍ່ຊາບວ່າຈະເກີດເຫດດີຮ້າຍຢ່າງໃດ ຈຶ່ງໄດ້ນໍາເລື່ອງນີ້ໄປນະມັດສະການຂາບທູນພຣະພຸດທະເຈົ້າ ເມື່ອພຣະເຈົ້າປັດເສນທີໂກສົນ ໄດ້ສະເດັດເຖິງພຣະເຊຕະວັນ ທີ່ປະທັບຂອງ ພຣະພຸດທະເຈົ້າແລ້ວ ກໍປັກທັກຂີນສາມຮອບ ນັ່ງຢູ່ທີ່ຄວນ ຈຶ່ງແກ້ນິມິດຄວາມຝັນ ທັງ 16 ຂໍ້ຕໍ່ພຣະພຸດທະເຈົ້າ ແລ້ວພຣະອົງກໍ ແກ້ຄວາມຝັນໃຫ້ພຣະເຈົ້າປັດເສນ ທິໂກສົນທັງທັງ 16 ຂໍ້ ດັ່ງຕໍ່ໄປນີ້

(ຕິດຕາມຄວາມຝັນ ຂໍ້ທີ 1 ຕໍ່ໄປ)

Monday, 20 June 2011

ພຣະທາດຫຼວງ

ນະຄອນຫຼວງວຽງຈັນ ເປັນຣາຊະທານີແຫ່ງພຣະຣາຊະອານາຈັກລ້ານຊ້າງ ສະຖາປານາຂຶ້ນ ເປັນ ໓ ໄລຍະແຫ່ງການປາກົດຕົວຂອງປະຫັວດສາດລາວ ຄື ໃນປີ ພ.ສ ໒໓໖ ໂດຍ ໂດຍມີພຣະຍາຈັນ ທະບູຣີປາສິດທິສັກ ເປັນປະຖົມມະກະສັດ, ສະຖາປານາຄັ້ງທີສອງ ໂດຍພຣະບາດສົມເດັດອະໄພພູ ທອນບໍວອນທິຣາດໄຊຍະເສດຖາ ໃນປີ ໑໕໕໑, ສະຖາປານາຄັ້ງທີສາມ ກໍຄື ຄ.ສ ໑໘໑໘ ໃນສະໄໝພຣະ ບາດສົມເດັດພຣະບໍຣົມມະຂັດຕິຍະໄຊຍະເສດຖາທິຣາດທີສາມ(ພຣະເຈົ້າອະນຸວົງ), ແລະການສະ ຖາປານາຂຶ້ນທັງ ໓ ຄັ້ງຂອງນະຄອນວຽງຈັນນັ້ນ ລ້ວນແຕ່ກ່ຽວຂອງກັບການປະດິດສະຖານພຣະພຸດ ທະສາສນາທັງນັ້ນ ດ້ວຍເຫດນັ້ນນະຄອນວຽງຈັນຈຶ່ງເຕັມໄປດ້ວຍປຸຊະນີຍະສະຖານທາງພຣະພຸດທະ ສາສນາ ທີ່ສຳຄັນສຸດແມ່ນພຣະທາດ ແລະທາດ, ແຕ່ໜ້າເສັຍດາຍຍ້ອນເສີກສົງຄາມສອງຄັ້ງ ນະ ຄອນຫຼວງວຽງຈັນຖືກສົງຄາມທຳລາຍ ເຮັດໃຫ້ນະຄອນຫຼວງວຽງຈັນສິ້ນສຸດຄວາມເປັນນະຄອນຫຼວງລົງແຫ່ງພຣະຣາຊະອານາຈັກລົງ ແລະທັງປ່ອຍປະລະເລີຍໃຫ້ຮ້າງຢູ່ ໖໐ ກວ່າປີ.
ພຣະທາດຫຼວງ ເປັນນາມສາມັນ ແຕ່ຊື່ທີ່ຖືກຕັ້ງຂຶ້ນໃນສະໄໝການກໍ່ສ້າງນັ້ນວ່າ “ພຣະທາດ ໂລກະຈຸລາມະນີ” ຄືສ້າງຈຳລອງແບບພຣະທາດເກດແກ້ວລຸລາມະນີ ທີ່ບັນຈຸພຣະເກສາທາດຂອງອົງ ສົມເດັດພຣະສັມມາສັມພຸດທະເຈົ້າ ຢູ່ຊັ້ນຕາວະຕິງສາສະຫວັນຕາມຄວາມເຊື່ອທາງພຣະພຸດທະສະ ສາສະໜາ, ຕັ້ງຢູ່ນະຄອນຫຼວງວຽງຈັນໄປທາງດ້ານທິດຕາເວັນອອກ ໃນສະໄໝບູຮານພຣະທາດອົງນີ້ ຕັ້ງຢູ່ໃກ້ກຳແພງວຽງຮອບນອກຫ່າງຈາກກຳແພງວຽງເດີມປະມານ ໘໐໐ ແມັດ, (ປັດຈຸບັນ່າງຈາກຖະ ນົນຮອບເມືອງປະມານ ໘໐໐ ແມັດ.
[IMGCENTER=http://files.myopera.com/neuang/blog/lao%20old%20map.jpg]
ພຣະທາດຫຼວງປັດຈຸບັນ ຕັ້ງຢູ່ລະຫວ່າງກາງວັດ ໒ ວັດ ຄືວັດທາດຫຼວງໃຕ້ ຕັ້ງຢູ່ທາງທິດໃຕ້ ຂອງອົງ ພຣະທາດ ແລະວັດພຣະທາດຫຼວງເໜືອ ເຊິ່ງຕັ້ງຢູ່ທິດເໜືອຂອງອົງພຣະທາດ, ເມື່ອກ່ອນ ມີບ້ານຂຶ້ນກັບ ໓ ບ້ານ ຄື ບ້ານທາດຫຼວງເໜືອ, ບ້ານທາດຫຼວງກາງ ແລະບ້ານວຽງຈະເລີນ ເຊິ່ງເປັນ ບ້ານໃໝ່ ສ້າງຂຶ້ນໃນປີ ໑໙໘໔ ໂດຍໂຮມເອົາສ່ວນໜຶ່ງຂອງບ້ານປ່າມ່ວງ, ບ້ານທາດຫຼວງກາງ, ບ້ານໂພນເຄັງ, ລວມເປັນບ້ານວຽງ ຈະເລີນ ນັບແຕ່ປີ ໒໐໐໑ ເປັນຕົ້ນມາທາງບ້ານວຽງຈະເລີນໄດ້ສ້າງວັດ ໃໝ່ຂຶ້ນອີກວັດໜຶ່ງ ຍັງບໍ່ທັນສຳເລັດ, ວັດພຣະທາດຫຼວງເໜືອ ຈຶ່ງມີບ້ານຂຶ້ນກັບພຽງ ໒ ບ້ານ ຄືບ້ານ ທາດຫຼວງກາງ ແລະບ້ານ ທາດຫຼວງໃຕ້.

ພຣະທາດຫຼວງນັ້ນເປັນພຣະທາດທີ່ເກົ່າແກ່ຄູ່ນະຄອນຫຼວງວຽງຈັນ ແລະສ້າງພ້ອມໆກັບວຽງຈັນທັງ ສອງຄັ້ງ ຄື ຄັ້ງທີ ໑ ສ້າງໃນປີ ພ.ສ ໒໓໖ ພ້ອມໆກັບການສ້າງເມືອງຈັນທະບູຣີ ເຊິ່ງມີພຣະຍາ ຈັນທະບູຣີປະ ສິດທີສັກເປັນກະສັດນຳພາ, ສ້າງຄັງທີ ໒ ແມ່ນສ້າງຂຶ້ນໃນປີ ໑໕໕໑ ໂດຍພຣະເຈົ້າໄຊຍະ ເສດຖາທິຣາດ ເຊິ່ງມີປະ ຫວັດການກໍ່ສ້າງພໍສັງເຂບດັ່ງນີ້.
[IMGCENTER=http://files.myopera.com/neuang/blog/laomapc.jpg]
[COLOR=red][ALIGN=center]ແຜນທີ່ນີ້ໄດ້ຈາກເວັບຂອງຄົນໄທຍ໌ ເຊິ່ງເຂົາບອກວ່າ ໄດ້ມາຈາກປື້ມ Misson Pavis ເຊິ່ງເປັນການບັນທຶກການເດີນທາງຂອງ ຂອງປາວີຈາກບາງກອກ ເຖິງເມືອງແຖນ ລະຫວ່າງ ຄ.ສ ໑໘໘໖-໑໘໘໙
ມີສິ່ງທີ່ເປັນໜ້າສັງເກດ ຢູ່ຄືໃນແຜນທີ່ລາວນັ້ນ ໄດ້ປາກົດຄຳວ່າ laos occidental ຄືໝາຍເລກທິ(໑) ໃນນັ້ນເຫັນຈະແຈ້ງແມ່ນຄຳວ່າ Xieng Mai ແລະໄດ້ປະກົດອີກຄຳວ່າ laos oriental ເບິ່ງໝາບເລກ(໒) ແມ່ນເລີ່ມຈາກພາກເໜືອຂອງລາວ ລຽບຕາມສາຍນຳ້ຂອງທັງສອງຟາກຝັ່ງໄປສິ້ນສຸດຢູ່ທີ່ພາກໃຕ້ຂອງລາວ ເບິ່ງໝາຍເລກ(໓) ສ່ວນຄຳວ່າສຍາມນັ້ນ ແມ່ນໝາຍໄດ້ປາກົດຢູ່ດຽວ ຄືລະຫວ່າງນຳ້ເຈົ້າພຣະຍາຕອນລ່າງ ເບິ່ງໝາຍເລກ(໔)"[/ALIGN][/COLOR]

- ສະໄໝການກໍ່ສ້າງຄັ້ງທີ ໑
ພຣະທາດຫຼວງ ຫຼືພຣະເຈດີໂລກະຈຸລາມະນີ ອັນເປັນປູຊະນີຍະສະຖານ ສຳຄັນ ຍິ່ງ ແຫ່ງນະຄອນຫຼວງວຽງຈັນທນ໌ນີ້ ກໍຄືປູຊະນີຍະສະຖານທາງພຣະພຸດທະສາສະ ໜາຂອງລາວທັງມວນນີ້ ມີປະຫວັດກ່າວໄວ້ໃນໜັງສືອຸຣັງຄະນິທານ ຫຼືອຸ ຣັງຄະທາດວ່າ “ໄດ້ສ້າງຂຶ້ນໃນສະໄໝດຽວກັນກັບການ ຕັ້ງເມືອງວຽງຈັນທນ໌ຄັ້ງ ແຮກ ລຸນຫຼັງ ຈາກການສ້າງພຣະທາດພຣະນົມແລ້ວ” ຜູ້ສ້າງຄັ້ງທໍາອິດແມ່ນພຣະເຈົ້າຈັນ ທະ ບູຣີປະສິດທິສັກ ເຈົ້ານະຄອນວຽງຈັນອົງແຮກ ພ້ອມກັບພຣະອໍຣະຫັນ ໕ ອົງ ດັ່ງມີຂໍ້ຄວາມກ່າວໄວ້ໃນໜັງສືອຸຣົງຄະນິທານ ເຊິ່ງຂໍຄັດເອົາແຕ່ໃຈຄວາມສຳຄັນມາ ກ່າວໄວ້ໃຫ້ຟັງດັ່ງນີ້:-
[IMGCENTER=http://files.myopera.com/neuang/blog/200px-Mekongmap1715.jpg]
ເມື່ອພຣະໂຄດົມສັມມາສັມພຸດທະເຈົ້າ ປະຣິນິພານແລ້ວໄດ້ ໘ ປີປາຍ ພຣະມະ ຫາກັດສະປະເຖຣະ ໄດ້ນຳເອົາອຸຣັງຄະທາດ ຄືດູກຫົວອົກຂອງພຣະພຸດ ທະເຈົ້າ ມາປະດິດສະຖານໄວ້ທີ່ພູກຳພ້າ ເຊິ່ງຮຽກວ່າດອຍກະປະນະຄີຣີ (ຄືທາດພນົມທຸກ ວັນນີ້) ໃນເວລາກໍ່ພຣະທາດຄັ້ງແຣກທີ່ພູກຳພ້ານັ້ນ ໄດ້ພຣະກະສັດ ທັງ ໕ ນະຄອນມາຮ່ວມຊຸມນຸມກັນຄື :-

໑. ພຣະຍາສຸວັນນະພິງຄານ ເຈົ້າເມືອງໜອງຫານຫຼວງ.
໒. ພຣະຍາຄຳແດງ ເຈົ້າເມືອງໜອງຫານນ້ອຍ.
໓. ພຣະຍານັນທະເສນ ເຈົ້າເມືອງມະຣຸກຂະນະຄອນ ຄືເມືອງ ທ່າແຂກເກົ່າ.
໔. ພຣະຍາອິນທະປັດຖະນະຄອນ ເມືອງອິນທະປັດຖະ ປະເທດຂະເໝນ
໕. ພຣະຍາຈຸລນີພົມທັດ ເມືອງປາການ (ຄືແຂວງຊຽງຂວາງ).
ຄຳວ່າ “ປາການ” ໝາຍເຖິງເມືອງດ່ານ ຫຼືເມືອງຂອບຂັນ, ເປັ່ນຄຳວ່າປ້ອມປາການ ເຫຼົ່ານີ້ເປັນຕົ້ນ, ບາງທ່ານກໍວ່າເມືອງແກວປະກັນ (ມະຫາສີລາ ວິລະວົງ).

ຕໍ່ມາເມື່ອພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ແລະພຣະ ຍາຄຳແດງ ເມືອງໜອງຫານນ້ອຍສຸຣະຄົຕ(ຕາຍ) ໄປແລ້ວ ເລີຍເກີດນ້ຳຖ້ວມ ເມືອງທັງສອງໄຫຼລ່ວງເຖິງກັນ ຊາວເມືອງທັງສອງ ຈຶ່ງອົບພະຍົກ ໜີຂຶ້ນມາຕັ້ງ ຢູ່ແຄມນ້ຳຂອງ ໃນພວກອົບພະຍົກນີ້ ມີຜູ້ໜຶ່ງຊື່ ທ້າວຄຳບາງເປັນນ້າບ່າວຂອງ ພຣະຍາສຸວັນນະພິງຄານ ເມືອງໜອງຫານຫຼວງ ໄດ້ພາບ່າວໄພ່ບໍຣິວານຂຶ້ນມາ ຕັ້ງເມືອງໃໝ່ ຢູ່ແຄມຫ້ວຍເກົ້າລ້ຽວໃກ້ແມ່ນ້ຳຂອງ ໃສ່ຊື່ເມືອງໃໝ່ນີ້ວ່າເມືອງ ສຸວັນນະພູມ ສ່ວນບ່າວໄພ່ບໍຣິວານ ກໍ່ພາກັນແຍກຍ້າຍໄປຕັ້ງບ້ານຢູ່ອ້ອມແອ້ມ ເມືອງນັ້ນ, ໃນເວລານັ້ນ ມີຊາຍຄົນໜຶ່ງຊື່ວ່າບຸຣີຈັນ ໄດ້ພາຍາດພີ່ນ້ອງມາຕັ້ງ ບ້ານຢູ່ປາກໜອງຄັນແທເສື້ອນ້ຳ, ເຊິ່ງຮຽກວ່າບ້ານໜອງຄັນແທເສື້ອນ້ຳ ໃນ ຕອນນັ້ນມີພຣະອໍຣະຫັນ ໒ ອົງ ໄດ້ມາໂຜດ ຊາວບ້ານໜອງຄັນແທອົງໜຶ່ງຊື່ວ່າ ມະຫາພຸດທະວົງສາ ທ່ານຜູ້ນີ້ພັກເຊົາຢູ່ແຄມນຳ້ຂອງ, ອີກອົງໜຶ່ງຊື່ວ່າມະຫາ ສັສດີ ທ່ານພັກເຊົາຢູ່ບ້ານປ່າໂພນເໜືອນ້ຳບຶງ (ອາດຈະແມ່ນບໍຣິເວນທາດຝຸ່ນ ທຸກວັນນີ້) ບຸຣີຈັນເປັນຫົວໜ້າບ້ານໜອງຄັນແທ ໄດ້ເປັນຜູ້ອຸປະຖາກພຣະອໍຣະ ຫັນສອງອົງນີ້.

ໃນສະໄໝດຽວກັນນີ້ ທາງເມືອງສະເກດນະຄອນ(ຄືເມືອງຮ້ອຍເອັດ) ກໍ່ ເກີດຄວາມວຸ້ນວາຍ ເນື່ອງດ້ວຍມີຂ້າເສິກຊາວເມືອງກະຣຸນທະນະຄອນ ຄື ທະວາ ຣາວະດີອະຍຸທິຍາ ຍົກທັບມາຮົບກວນຊາວເມືອງສະເກດນະຄອນ ຈຶ່ງແຕກໜີມາ ເພິ່ງທ້າວຄຳບາງ ມີໝື່ນຫຼວງກາງໂຮງກັບ ໝື່ນນັນທະອາຣາມ ໄດ້ພາເອົາເຈົ້າ ສັງຂະວິຊາກຸມມານ ກັບຄົວບ່າວໄພ່ສອງແສນຄົນ ໜີຂຶ້ນມາຕັ້ງບ້ານເຮືອນໃນລ້ອງ ແມ່ນຳ້ຂອງ ໃນເວລານັ້ນເຈົ້າ ສັງຂະວິຊາ ໄດ້ພາບ່າວໄພ່ແສນຄົນມາຕັ້ງຢູ່ບ້ານ ໜອງຄາຍ ແລະຢາຍມາຕາມລ້ອງແມ່ນຳ້ຂອງຮອດຫ້ວຍບັງພວນ, ໝື່ນຫຼວງ ກາງໂຮງ ພາຄົວ ໕໐,໐໐໐ ຄົນ ມາຕັ້ງຢູ່ຫ້ວຍຄຸຄຳ, ໝື່ນນັນທະອາຣາມພາຄົວ ໕໐,໐໐໐ ຄົນມາຕັ້ງຢູ່ຕາມຫ້ວຍນົກຍູງ ຫຼືຫ້ວຍນຳ້ໂມ່ງ ບໍຣິເວນນີ້ຈຶ່ງມີ ຄົນໜາແໜ້ນຕໍ່ມາ.

ຢູ່ຕໍ່ມາບຸຣີຈັນ ຫົວໜ້າບ້ານໜອງຄັນແທ ມາໄດ້ກັບນາງອິນສະຫວ່າງທິ ດາຂອງທ້າວບາງ ເຈົ້າເມືອງສຸວັນນະພູມ ແລະບຸຣີຈັນຈຶ່ງຕັ້ງບ້ານໜອງຄັນແທ ຂຶ້ນເປັນເມືອງຮຽກວ່າເມືອງຈັນທະບູຣີ ຕາມນາມຂອງຕົນເມື່ອບູຣີຈັນຕັ້ງເມືອງ ຂຶ້ນແລ້ວ ຈຶ່ງຈັດແຈ່ງແຕ່ງເຄື່ອງຣາຊະບັນນາການໄກ ຖວາຍພຣະເຈົ້າສຸມິດຕະ ທັມມະວົງສາ ພຣະເຈົ້າແຜ່ນດິນແຫ່ງເມືອງມະຣຸກຂະນະຄອນ(ຄືເມືອງ ທ່າ ແຂກ ຫຼືເມືອງໂຄດຕະບູນ) ອົງເປັນເຈົ້າແຜ່ນດິນເອກະຣາດ ພຣະເຈົ້າສຸມິດຕະ ທັມມະວົງສາ ຈຶ່ງແຕ່ງໃຫ້ພຣາມ ໕ ຄົນ ຂຶ້ນມາອະພິເສກບຸຣີຈັນ ໃຫ້ເປັນເຈົ້ານະ ຄອນຈັນທະບູຣີ ມີພຣະນະຄອນວ່າ ພຣະເຈົ້າຈັນທະບູຣີປະສິດທິສັກ ພ້ອມກັນນີ້ ຍັງໄດ້ພຣະຣາຊທານນາງກັນລະຍານີ ທີ່ເປັນຄົນເມືອງທ່າແຂກມາໃຫ້ ສອງນາງ ແລ້ວພຣະເຈົ້າສຸມິດຕະທັມມະວົງສາ ຈຶ່ງກຳນົດເຂດແດນເມືອງຈັນ ທະບູຣີມອບ ໃຫ້ຄືທາງໃຕ້ນັບແຕ່ນ້ຳກະດິງຂຶ້ນມາ ແລະທາງຟາກນ້ຳຂອງນັບ ແຕ່ຫ້ວຍບາງ ບາດຂຶ້ນມາ.

ບຸຣີຈັນເມື່ອໄດ້ເປັນເຈົ້ານະຄອນວຽງຈັນທນ໌ແລ້ວ ຈຶ່ງສ້າງຂົວຂ້າມນຳ້ບຶງ ອອກໄປຫາບ້ານເກົ່າ ແລະສ້າງວັດຂຶ້ນໃນບ້ານເກົ່ານັ້ນ ຮຽກວ່າວັດສວນອ່ວຍລ່ວຍ ແຫ່ງໜຶ່ງ, ສ້າງວິຫານຂຶ້ນສອງຫຼັງທີ່ປ່າໃຕ້ ແລະປ່າເໜືອ ສຳລັບໃຫ້ພຣະອໍຣະ ຫັນສອງອົງນັ້ນຢູ່ ຕໍ່ມາພຣະມະຫາພຸດທະວົງສ໌ ຈຶ່ງນຳທາດພຣະອໍຣະຫັນມາ ບັນຈຸໄວ້ໃນວັດປ່າມະຫາພຸດທະວົງ ໄດ້ກົ່ນດິນລົງເລິກ ໕ ວາ ກ້ວາງ ໓ ວາ ກໍ່ດ້ວຍ ດິນຈີ່ ເປັນຮູບຜາສາດເອົາແຜ່ນເງິນລຽນປູຮອງໄວ້ ຈຶ່ງເອົາທາດລົງບັນຈຸແລ້ວ ເອົາຫີນໝາກຄອມຖົມໃຫ້ແໜ້ນ ແລະຝັງສີລາໝາຍໄວ້ ສີລານັ້ນ ສູງ ໓ ວາ ກ້ວາງ ໑ ວາ.

ໃນການຕໍ່ມາຈຶ່ງມີພຣະອໍຣະຫັນ ໕ ອົງໄດ້ນຳເອົາພຣະບໍຣົມ ມະທາດຂອງ ພຣະພຸດທະເຈົ້າ ມາຈາກເມືອງຣາຊຄຶປະເທດອິນເດັຽ ພຣະທາດທີ່ນຳມານັ້ນ ຄື ທາດຫົວເນົ່າ ໒໔ ອົງ ມານັ້ນໄດ້ຜ່ານກາຍມາທາງເມືອງຣະໂວ້(ລົບບູຣີ) ແລະ ເມືອງໂຄຣາດ ແລ້ວເພິ່ນໄດ້ເອົາ ພຣະບໍຣົມມະທາດ ໄປບັນຈຸໄວ້ໃນ ທີ່ຕ່າງໆດັ່ງນີ້.

ພຣະທາດຫົວເນົ່າບັນຈຸໄວ້ທີ່ພູເຂົາຫຼວງ ຫຼື ພູເຂົາລວງ (ເຂົ້າໃຈວ່າແມ່ນ ທາດຫຼວງນີ້ເອງ ເພາະວ່າໃນສີລາຈາຣຶກທາດຫລວງ ຮຽກວ່າ ຄຸຸຍຫະທຸ ປາໂຍ ແປວ່າ: ທາດທີ່ລັບຄື ດູກຫົວເນົ່າ ແຕ່ໜັງສືຳຳນານພຣະທາດບັງພວນ ຢູ່ ບ້ານຫ້ວຍບັງພວນ ຈັງຫວັດ ໜອງຄາຍ ທີ່ຂຽນເປັນອັກສອນທັມ ຮຽກ ວ່າພູເຂົາ ຫຼວງ ຄຳວ່າ ລວງແປວ່າ ນາກ ດັ່ງນັ້ນຄຳວ່າພູເຂົາຫລວງ ອາດຈະ ແປວ່າໂພນ ນາກ).

ທາດຝ່າຕິນຂວາ ບັນຈຸໄວ້ທີ່ເມືອງຫຼ້າ ໜອງຄາຍ (ທາດໜອງຄາຍ ພັງ ລົງນ້ຳໝົດແລ້ວ ປັດຈຸບັນຢູ່ກາງນຳ້ຕໍ່ໜ້າວັດສັງກະຈາຍ ແລະປີ ໒໐໐໖ ທາງ ການເມືອງໜອງຄາຍໄດ້ສ້າງທາດອົງໃໝ່ຂຶ້ນແທນ ດັ່ງທີ່ເຫັນໃນປັດຈຸບັນນີ້).

ທາດແຂ້ວຝາງ ບັນຈຸໄວ້ທີ່ວຽງງົວ ແລະທ່າຫໍແພ (ເຂົ້າໃຈ ວ່າແມ່ນບ້ານພະໂຄວຽງຄຸກ ຄື ທາດບັງພວນທຸກວັນນີ້)

ໃນການບັນຈຸພຣະທາດຫົວເນົ່າ ໒໗ ອົງ ໄວ້ທີ່ພູເຂົາຫລວງນັ້ນ ພຣະ ເຈົ້າຈັນທະບູຣີປະສິດທິສັກ ເຈົ້ານະຄອນວຽງຈັນທນ໌ ໄດ້ເປັນປະທານພຣະອົງໄດ້ ໃຫ້ກໍ່ອຸໂມງຫີນກວມໄວ້ ເຕົ້າຝາອຸໂມງທັງ ໔ ດ້ານນັ້ນ ກ້ວາງດ້ານລະ ໕ ວາ ແລະ ໜາ ໒ ວາ ລວງສູງໄດ້ ໔ ວາ ໓ ສອກ ເມື່ອໄດ້ທຳການບັນຈຸພຣະບໍ ຣົມມະທາດ ແລ້ວພຣະເຈົ້າຈັນທະບູຣີ ຈຶ່ງໄດ້ມີພຣະຣາຊອາດຍາໃຫ້ເສນາອາ ມາດສ້າງວິຫານ ຂຶ້ນໃນວຽງຈັນທນ໌ ໕ ຫຼັງ ເພື່ອໃຫ້ເປັນທີ່ຢູ່ຈຳວັດສາ ຂອງພຣະອໍຣະຫັນ ໕ ອົງນັ້ນ.

ຄັນຕໍ່ມາພຣະອໍຣະຫັນ ໒ ອົງທີ່ຢູ່ກ່ອນນັ້ນຄື ພຣະມະຫາພຸດທະວົງສາ ແລະພຣະມະຫາສັສດີ ກໍເຖິງແກ່ການນິພພານໄປ ພຣະເຈົ້າຈັນທະບູຣີ ໄດ້ກະ ທຳການຊາປະນະກິດສຳເລັດແລ້ວ ຈຶ່ງໄດ້ເອົາອັດຖິທາດຂອງພຣະອໍຣະຫັນ ໒ ອົງ ນັ້ນມາບັນຈຸໄວ້ໃນວັດສວນອ່ວຍລ່ວຍ ທີ່ພຣະອົງໄດ້ສ້າງໄວ້ແຕ່ກ່ອນ.

ປະຫວັດສ້າງພຣະທາດຫຼວງຄັ້ງແຣກ ຕາມທີ່ກ່າວໄວ້ໃນໜັງສືອຸຣັງຄະນິ ທານ ຫຼືອຸຣັງຄະທາດ ມີຂໍ້ຄວາມພຽງເທົ່ານີ້ ແລະຕາມປະຫວັດນີ້ ພຣະທາດ ຫຼວງອົງເດີມ ຫຼື ອົງທຳອິດ ທີ່ພຣະຍາຈັນທະບູຣີສ້າງນີ້ ຈຶ່ງສູງແຕ່ພຽງ ໔ ວາ ໓ ສອກ ກ້ວາງດ້ານລະ ໔ ເທົ່ານັ້ນ ແລະພຣະທາດລູກນີ້ ສ້າງບັນ ຈຸທາດຫົວເນົ່າຄື ດູກໂມມຂອງພຣະພຸດທະເຈົ້າ ເຊີ່ງພຣະອໍຣະຫັນ ທັງ ໕ ອົງໄດ້ນຳມາ ແຕ່ເມືອງ ຣາຊຄຶ ປະເທດອິນເດັຍ.
[COLOR=deeppink]ໂຜດຕິດຕາມຕໍ່ ແລະຫາກທ່ານສະມາຊິກທ່ານໃດມີຂໍ້ມູນເພີ່ມຕື່ມ ກະຣຸນາປະກອບຄວາມເຫັນເຂົ້າໃສ່ບົດຄວາມນີ້ດ້ວຍຈະເປັນພຣະຄຸນຍິ່ງ[/COLOR]

Sunday, 19 June 2011

ນິທານນາງຕັນໄຕ (ຫຍໍ້ຄວາມ) ມູນເຫດເລື່ອງ

ມຸນເຫດຕົ້ນເຣື່ອງ

- ອະດີຕຕະການຜ່ານມາເຫິງນານແລ້ວ ມີນະຄອນໜຶ່ງຊື່ ອຸໄທຍະມະຫານະຄອນ ເປັນເປັນລາຊະທານີໃຫຍ່ກວ່ານະຄອນບໍລິວານທັງຫຼາຍ ເປັນເມືອງທີ່ບໍລິບູນກວ່ານະອຄອນທັງຫຼາຍ ມີສົມບັດພັດສະຖານອຸດົມສົມບູນບູນປຽບດັ່ງທິບພະສົມບັດ ແຫ່ງຟາກຟ້າເມືອງສະຫວັນ.

- ພຣະມະຫາກະສັດ ຜູ້ເປັນອະທິກະມະຫາຣາຊານັ້ນ ຊົງພະນາມວ່າ ວິມະລະຈັກກະພັດຕິລາດ ພຣະອົງມີເຕຊານຸພາບແຜ່ໄພສານເກືອບທົ່ວ ຊຸມພູທະວິບ ມີຫົວເມືອງນ້ອຍໃຫຍ່ມາຂຶ້ນກັບ ນ້ອມສົງລາຊະບັນນາການຢ່າງບໍ່ຂາດ, ບ້ານເມືອງຂອງພຣະອົງຈະເລີນຮຸ່ງເຮືອງ ປະຊາລາດຊະດອນຢູ່ເຢັນເປັນສຸກ, ປາສະຈາກຂ້າເສີກສັດຕູມາຮາວີ.

- ພຣະເຈົ້າວິມະລະຈັກກະພັດຕິລາດນັ້ນ ພຣະອົງມີອານຸຊາ ຢູ່ອົງໜຶ່ງ ນາມວ່າ ວິລະເສນ ເປັນທີ່ຮັກສະເໜຫາຂອງພຣະອົງເປັນອັນຍິ່ງ, ພຣະອົງຈຶ່ງຊົງແຕ່ງຕັ້ງໃຫ້ໄປສະເຫວີຍລາດຊະສົມບັດ ຢູ່ພຣະນະຄອນໜຶ່ງທີ່ຢູ່ໃກພຣະນະຄອນອຸໄທຍະມະຫານະຄອນ ເຫິງນານຫຼາຍປີແລ້ວ.

- ເນື່ອງຈາກເຫີນຫ່າງກັນຫຼາຍປີ ພຣະເຈົ້າວິມະລະຈັກກະພັດຕິລາດ ຊົງຄິດຮອດພຣະອະນຸຊາຫຼາຍ ຈຶ່ງແຕ່ງຣາຊະທູນໄປອັງເຊີນໃຫ້ມາ ຢ້ຽມຢາມ.

- ເມື່ອຣາຊະທູດ ໄດ້ໄປຍັງເມືອງແຫ່ງພຣະຍາວິລະເສນແລ້ວ ກໍຕັ້ງທີ່ພັກຢູ່ນອກເມືອງ ແລ້ວຈຶ່ງແຕ່ງທູດຄົນໜຶ່ງເອົາສານເຂົ້າໄປທູນ ພຣະຍາວິຣະເສນຣາຊາ, ພຣະອົງຊາບແລ້ວກໍຊື່ນພຣະໄທຍິ່ງໜັກ ຈຶງຕົກແຕ່ງທັບອອກໄປພັກເຊົາຢູ່ນອກວັງ ເພື່ອຖາມທຳການຕ້ອນຮັບແລະຖາມຂ່າວຄາວເຖິງພຣະເຊດຖາ, ເມື່ອຕົກເວລາເດີກສົມຄວນ ງານຕ້ອນຮັບພຣະຣາຊະທູດໄດ້ສໍາເລັດ ລົງແລ້ວ ພຣະອົງກໍກັບພຣະຣາຊະວັງດ້ວຍພຣະໄທທີ່ຊົມຊື່ນບິນດີເປັນທີ່ສຸດ.

- ເມື່ອພຣະອົງໄປເຖິງພຣະຣາຊະວັງ ເວລາເດີກສົມຄວນ ພຣະອົງກໍສະເດັດເຂົ້າໄປຍັງທີ່ບັນທົມຂອງພຣະຊາຍາທີ່ຮັກດັ່ງແກ້ວຕາດວງໃຈ ເພື່ອບອກຂ່າວອັນເປັນທີ່ປິຕິຍິນດີນີ້ແກ່ພຣະນາງຟັງ ພ້ອມທັງຊວນພຣະຊາຍາກັບພ້ອມ, ແຕ່ເມື່ອສະເດັດເຖິງທີ່ບັນທົມຂອງພຣະຊາຍາ ແລ້ວ ພຣະອົງໄດ້ພົບກັບພາບບາດຕາ ບາດໃຈ ເໝືອນກັບສາຍຟ້າຜ່າລົງກາງພຣະໄທ, ພຣະຊາຍາເປັນທີ່ຮັກສະເໜຫາຂອງພຣະອົງ ໄດ້ບັນທົມຢູ່ໃນວົງແຂນຂອງມະຫາດເລັກ ທີ່ມີຮ່າງກາຍດຳກໍ່າ ກຳລັງກອດຈູບປະໂລມຊົມເນື້ອກາຍແຫ່ງພຣະຊາຍາ ຂອງພຣະອົງຢູ່ເຖິງຕຽງຄໍາອັນພິຈິດ, ພຣະຍາວິຣະເສນຕົກພຣະໄທ ພະພັກມືດມົນ ຈົນຫຼົງສະຕິ ເກີດບັນດາໂທສະເໝືອນໄຟມະໄລກັນ ກຳລັງລຸກສຸມຊວງອົກ ພ້ອມທັງອຸທານອອກມາວ່າ ອືມ໌ ພຣະຊາຍາຍອດດວງໃຈທີ່ຮັກທີ່ສະເໜຫາ ກູໜີໄປບໍ່ມົ້ມຄືນ ກໍເອົາຊາຍຊູ້ມານອນ ແນບເສບກາມະຄຸນ ເປັນທີ່ອາຍແກ່ໄພ່ຟ້າຣາສະດອນ ແລະວົງສະກຸນຍິງໜັກ, ຄິດໄດ້ທໍ່ໜີກໍຖອດພຣະຂັນມາຟັນຄໍທັງສອງຕາຍຢູ່ກັບ ທີ່ ແລ້ວກໍຍົກໄພ່ພົນໂຍທາໄປກັບໄປຍັງພຣະນະຄອນອຸໄທຍະຣາຊະທານີ້ໃນຄືນນັ້ນ.

Saturday, 18 June 2011

ພຣະຜູ້ບໍ່ເຄີຍຖືກດ່າ

- ອັກໂກສະ ເມື່ອມີຍາດມິດມາສູ່ເຮືອນຂອງທ່ານ ທ່ານຍົກອາຫານມາຮອງຮັບ ຖ້າຍາດມິດເຫຼົ່ານັ້ນບໍ່ບໍຣິໂພກອາຫານຂອງທ່ານ ທ່ານຈະເອົາອາ ຫານເຫຼົ່ານັ້ນໄປໃຫ້ໃຜ ?
- ຂ້າພະເຈົ້າ ກໍບໍຣິໂພກເອງຫັ້ນແລ້ວ.
- ສັນໃດກໍດີ ອັກໂກສະ ! ຄໍາດ່າອັນຫຍາບຊ້າ ທີ່ທ່ານດ່າເຮົາຢ່າງເຜັດຮ້ອນຮ້າຍແຮງ ຄຳດ່າເຫຼົ່ານັ້ນ ຈະໄປໃສ ?
- ເຣື່ອງໂດຍຫຍໍ້ມີຢູ່ວ່າ...ພຣາມອັກໂກສະໂກດແຄ້ນ ພຣະພຸດທະເຈົ້າມາກ ທີ່ສາມາດເທສະໜາຈົນເພື່ອນພຣາມທີ່ຮັກໃຄ່ພໍໃຈຂອງເຂົາຄົນໜຶ່ງ ຊື່ພາຣະທະວາຊະໂຄດ ເຫຼື້ອມໃສຈົນອອກບວດ ເຂົາຈຶ່ງຜູກໃຈເຈັບແຕ່ນັ້ນມາ.
- ຈົນມາວັນໜຶ່ງ ເຂົາອົດກັ້ນຄວາມໂກດບໍ່ໄຫວ ຈຶ່ງຕາມມາດ່າພຣະພຸດທະເຈົ້າເຖິງພຸດທະສຳນັກ ເຂົາດ່າຢ່າງຫຍາບຄາຍຕ່າງໆນານາສາຣະພັດ ພຣະພຸດທະເຈົ້າ ກໍນັ່ງຟັງຊື່ໆ ບໍ່ຊົງໂຕ້ຕອບແມ່ນແຕ່ຄຳດຽວ ເຂົາດ່າຈົນເໝື່ອຍຫອບໝົດແຮງ ຈຶ່ງໄດ້ຫຍຸດ ພຣະພຸດທະເຈົ້າຊງຖາມເຂົາວ່າ:
- ອັກໂກສະ ? ເຄີຍມີມິດ ອຳມາດ ຍາຕິສາໂຣຫິດ ເປັນແຂກມາເຮືອນຂອງທ່ານແນ່ບໍ ?
- ເຄີຍມີ (ຕອບແບບກວນໆໆ)
- ທ່ານເຄີຍຈັດອາຫານຫວານຄາວ ຮັບຮອງລ້ຽງແຂກທີ່ມາເຮືອນຂອງທ່ານຢູ່ບໍ ?
- ເຄີຍຈັດ (ເຂົາແບບຫ້າວໆຢູ່)
- ຖ້າແຂກເຫຼົ່ານັ້ນບໍ່ບໍຣິໂພກອາຫານຂອງທ່ານ ທ່ານຈະເອົາອາ ຫານເຫຼົ່ານັ້ນໄປໃຫ້ໃຜ ?
- ຂ້າພະເຈົ້າ ກໍບໍຣິໂພກເອງຫັ້ນຕິ ! ຈະເອົາໄປໃຫ້ໃຜອີກ.
- ເຣື່ອງນີ້ກໍເຊັ່ນກັນອັກໂກສະ ! ທ່ານດ່າເຮົາ ຜູ້ບໍ່ດ່າຕອບ ທ່ານໂກດເຮົາ ຜູ້ບໍ່ໂກດຕອບ ເຮົາບໍ່ຮັບຄໍາດ່າ ແລະຄວາມໂກດຂອງທ່ານ ທີ່ທ່ານໃຫ້ ເຮົາ ແລະຄຳດ່່າ ແລະຄຳໂກດນັ້ນກໍເປັນຂອງທ່ານແຕ່ພຽງຜູ້ດຽວ.
- ອັກໂກສະ ! ຜູ້ໃດດ່າຕອບ ບຸກຄົນຜູ້ກພຳລັງດ່າຢູ່ ໂກດຕອບບຸກຄົນຜູ້ກຳລັງໂກດຢູ່ ຜູ້ນັ້ນຊື່ວ່າບໍຣິໂພກອາຫານຂອງຄວາມໂກດຮ່ວມກັນ ສ່ວນເຮົານັ້ນບໍ່ຂໍບໍຣິໂພກຮ່ວມດ້ວຍ.
- ສຸດທ້າຍ ພຣາມອັກໂກດ ກໍຫາຍໂກດປານປິດຖິ້ມ ເຂົາເກີດຄວາມຊາບເຊິ່ງໃນທັມຈົນສໍາເຣັດ ເປັນພຣະອໍຣະຫັນອົງໜຶ່ງໃນໂລກ.
(ອັກໂກສກະສູຕຣະ 15/24)
- ພຣະສູດນີ້ ສະແດງວ່າຄົນທີ່ດ່າຕອບບຸກຄົນຜູ້ກຳລັງດ່າຢູ່ ໂກດຕອບບຸກຄົນຜູ້ກຳລັງໂກດຢູ່ ຍ່ອມຊົ່ວຊ້າເທົ່າກັນ ແລະເລື່ອງຈະລົງເອີ່ຍ ດ້ວຍຄວາມພະນາດຈິບຫາຍທັງສອງຝ່າຍ ທີ່ໝາຍຂອງບຸກຄົນຜູ້ດ່າຕອບ ຫຼືໂກດຕອບກໍຄືຄຸກຕະຣາງ ຫຼືຍົມມະໂລກ.
- ໃນທີ່ບາງແຫ່ງ ທ່ານຈຶ່ງສະແດວງວ່າ ຄົນຜູ້ດ່າຕອບ ຫຼືໂກດຕອບບຸກຄົນກຳລັງດ່າ ຫຼືໂກດຢູ່ນັ້ນ ຊົ່ວກວ່າຄົນດ່າ ຫຼືຄົນໂກດ, ທັງນີ້ ເພາະຄົນ ທີ່ດ່າເຮົາ ຫຼືໂກດເຮົາ ເໝືອນເຂົາຈູດໂຟໃນອົກຈົນຮ້ອນແຮງ ແລ້ວລະເບີດອອກມາພາຍນອກແລ້ວ ແທນທີ່ເຮົາຈະໄປຊ່ວຍເຂົາດັບໄຟ ເຮົາກັບເອົາເຊື້ອໄຟໃສ່ເພີິ່າເຂົ້າໄປອີກ ແລ້ວມັນຈະດັບໄດ້ຢ່າງໃດ ເດີມໄຟຄືຄວາມຮ້ອນຈາກຄົນໂກດຢູ່ດວງໜຶ່ງ ເຮົາກໍຮ້ອນເພີ່ມອີກດວງໜຶ່ງ ທັງສອງກໍຮ້ອນເທົ່າກັນ ຈຸດໝາຍກໍອະເວຈີທັງສອງ.

ປະຕູນະຮົກ-ປະຕູສະຫວັນ(ຜັກຕູ-ປັກຕູ)

- ກາລະຄັ້ງໜຶ່ງ ນານມາແລ້ວ ມີທະຫາລູກພຣະອາທິດນາຍໜຶ່ງ ແຕ່ງເຄື່ອງແບບຄົບເຄື່ອງພ້ອມທັງດາບສະມູໄຣ ປິນປາຍຂື້ນໄປຫາອາຈານຮາກອິນ ຕ້ອງການໄປໂລມກັບພຣະໃຫ້ຊ່ວຍແກ້ຂໍ້ສົງໄສ ທີ່ຕົນເອງຈະບໍ່ເຊື່ອ ມັນເປັນຄວາມສົງໄສທີ່ເກັບງຳມາຕັ້ງ ນານແລ້ວ ຈະເອີ່ຍປາກສົນທະນາກັບຜູ້ໃດ ກໍຢ້ານເຂົາກ່າວຫາວ່າເປັນຄົນບໍ່ມີສາສນາ ຈຶ່ງອຸດສາຫອບຮ່າງກາຍມາໄກ ເພື່ອມາຫາພຣະອາຈານ ອົງທີ່ທຸກຄົນໃນຍີ່ປຸ່ນ ເລົ່າລືວ່າທ່ານເກ່ງ ທະຫານຄົນນັ້ນເອີຍປາກຖາມພຣະອາຈານວ່າ "ທ່ານອາຈານຂ້ານ້ອຍ ຖ້າຈະມາວ່າໃຫ້ກົງຕາມຄວາມເປັນຈິງແລ້ວ ນະຣົກສະຫວັນເປັນຂອງມີຈິງຫຼືບໍ່ ຂ້ານ້ອຍ"

- ທ່ານພຣະອາຈາຫັນຄວັບມາຈ້ອງໜ້າເຈົ້າຂອງຄຳຖາມທັນທີ ແທນທີ່ຈະເຣີ່ມແກ້ຂໍ້ສົງໄສ ຫຼືອະທິບາຍ ທ່ານກັບຍ້ອນຖາມທະຫານຄົນນັ້ນວ່າ "ທ່ານນະ ເປັນໃຜ" ທະຫານຄົນນັ້ນຕອບທັນທີ "ຂ້ານ້ອຍ ເປັນສະມຸໄຣ ຂ້ານ້ອຍ" ທະຫານຄົນນັ້ນແຈ້ງຖານະຄວາມເປັນນັກຮົບ ຂອງຕົນໂດຍຊື່ ທ່ານພຣະອາຈານກໍຂຶ້ນສຽງແຮງຂຶ້ນອີກວ່າ "ອີຫຍັງ ? ທະຫານທະຫີນອີຫຍັງນິ" ເຈົ້ານາຍຄົນໃດ ຊ່າງໄປເອົາຄົນຢ່າງເຈົ້າມາ ລິ້ວລໍ້ ຮົ້ວຮາວໄພ່ພົນ ເໝືອນກັບຂໍທານ.

- ທານຫານນ້ອຍຄົນນັ້ນ ໄດ້ຖືກການລົບລູ່ກຽດເຊັ່ນນັ້ນ ກໍເກີດຄວາມໂມໂຫ ໂກທາໂກດຂຶ້ນຢ່າງແຮງ ລຸກຂຶ້ນຢ່າງໄວວາ ມືຂວາມກຸມດ້າມດາບ, ຍັງບໍ່ພໍເທົ່ານັ້ນ ທ່ານອາຈານຮາກູອິນ ຍັງຊ້ຳຕື່ມເຂົ້າໄປອີກວ່າ "ຮືມ໌ ມີດາບດ້ວຍຊັ້ນບໍ ? ຄົມຫຼືບໍລະ ຕັດຫົວຄໍເຮົາໄດ້ບໍລະ" ຄໍາເວົ້າອາຈານເໝືອນກັບເອົານໍ້າສາດໃສ່ໄຟທີ່ຍັງເຣີ່ມລຸກແຮງ ທະຫານຜູ້ນັ້ນປ່ຽມລົ້ນໄປດ້ວຍສັກສີ ຄວາມໂກດຮ້າຍ ກໍາລຸກເຕັມກໍາລັງ ມືຕີນມັນເປັນໄປຂອງມັນເອງ ບໍ່ຟັງຟ້າຟັງໄຟອີຫຍັງຕໍ່ໄປອີກແລ້ວ ຊັກດາບອອກຈາກຝັກຕອນໃດກໍບໍ່ຮູ້ເມື່ອຄິງ...ກໍພໍດີໄດ້ຍິນອາຈານປ່ຽນລະດັບສຽງ ດ້ວຍນໍ້າໃຈກະຣຸນາປານີຢ່າງພຣະມາໂຜດສັດວ່າ:
"ນີ້ແລ້ວລູກເອີຍ !! ນີ້ແລ້ວລູກເຫັນປະຕູນະຮົກແລ້ວແຫຼະ ທີ່ລູກກຳລັງເປັນຜູ້ນີ້ ທັງຕນທັງມື ທັງຫົວໃຈ ນີ້ແລ້ວກໍລັງຢຽບປະຕູນະຮົກຢູ່ ຫ້າມີປະຕູນະຮົກແລ້ວ ນະຮົກຈະມີຫຼືບໍ່ລະ ?"

- ໃນທັນໃດນັ້ນ ນັກດາບຊະມູໄຣຂອງເຮົາກໍສໍານຶກຕົວ ສໍານຶກບາບທັນທີ ຕີນມືແຂ່ງຂາອ່ອນລົງ ລົດຕົວລົງຂາບ ໄຫວ້ແລ້ວໄຫວ້ອີກ ຂໍອະໄພ ແລະຂໍຍອມຕົວ ເປັນສິດ ທ່ານອາຈາຮາກຸ, ທ່ານອາຈານຮາກຸເລີຍຖືໂອກາດຊີ້ແຈງອີກວາຣະໜຶ່ງວ່າ "ນີ້ແລ້ວ ລູກເອີຍ ປະຕູສະຫວັນແລ້ວ ທີ່ທ່ານກຳລັງເປັນຢູ່ ທັງເນື້ອທັງຕົວນີ້ ລູກກໍາຢຽບປະຕູສະຫວັນແລ້ວແລ ສະຫວັນແທ້ໆ ຈະມີຫຼືບໍລະ ?"

ປະຖົມມະສົມໂພດຄຳກອນ (ບັ້ນປະຖົມມະບົດ)

- ບັດນີ້ ຂ້າຈັກນົບນອບນິ້ວ ດວງຍອດນາໂຖ
ມະໂນເນົາໃນ ຊື່ນໂມທະນານ້ອມ
ຍໍປະທຽນນິ້ວ ຊູລີກອນນົບນອບ
ປະຫັດເນັ່ງນ້ອມ ປະນົບໄຫວ້ຫວ່າງສຽນ

- ຈິດກ່ຽວແກ້ວ ໃຈມຸ່ງເໝືອນປະສົງ
ຄະນິງທາງທັມ ບໍ່ລືມຍາມນ້ອຍ
ກາຍຖະຫວິນໄຫວ້ ມະໂນໃນພ້ອມພໍ່າ
ຈິດກ່ຽວກໍ້າ ຄະນິງຕັ້ງຕໍ່ທັມ ເຈົ້າເອີຍ

- ກໍເພື່ອຄິດຮຸ່ງຮູ້ ຄຸນຍອດອົງພຸດໂທ
ມະໂນວັນທາ ກ່າວກອນຖະຫວິນໄຫວ້
ບໍ່ໄດ້ກາຍເປັນເຊົ້າ ເອົາໃຈຕັ້ງຕໍ່
ລໍແຕ່ສາມ່ວຍແກ້ວ ກວາມເກົ້າເພິ່ງພາ

- ບໍ່ໄດ້ລະຫວ່າງເວັ້ນ ເປັນຄໍ່າວັນຄືນ
ເຖິງວ່າຢືນເດີນເຫິງ ບໍ່ຫ່າງເມີງວາງໄວ້
ພຣະໄທທວງແມ້ງ ມະໂນໃນຊ້ອຍຊື່ນ
ຫຼັບຕື່ນໃຫ້ ຄະນິງຄຸ້ມຄວ່າງທັມ ເຈົ້າເອີຍ

- ຂ້າຈັກຕົກແຕ່ງຕັ້ງ ແປງກາບກອນປະຈິດ
ພໍໃຫ້ຍູແຍງຝູງ ລໍ່າເລີງພາຍຊ້ອຍ
ຕາມກະບິນເບື້ອງ ໂຄດົມພຸດທະໂຄດ
ປະຖົມມະສົມໂພດເປັນແມ່ຕັ້ງ ປະທວນຊີ້ປ່ອງໄປ

- ບໍ່ໄດ້ລະເລື່ອງເຄົ້າ ຫາໃໝ່ປຸນແຖມ
ພໍແຕ່ຍໍແຍງທັມ ໃຫ້ຄ່ອງຄຳເຮົາຕ້ານ
ຄິດເພື່ອຫຼານເຫຼັນຫຼ້ອນ ປັດສິມມານ້ອຍອ່ອນ
ລາງເທື່ແຈິດສ່ອງແຈ້ງ ມະໂນຊ້ອຍຊື່ນບານ

- ຈິ່ງໄດ້ຄິດອ່ານແກ້ ຖະແຫຼງວາດເປັນກອນ
ທ້ອນເປັນຄຳບູຮານ ດັ່ງເດີມປະສົງຕັ້ງ
ຟັງເອົາທ້ອນ ປະສົງຍານໃຍຫໍ່
ມີແຕ່ຄໍາໝໍ່ຕື້ນ ບູຮານເວົ້າແຕ່ປະຖົມ ແທ້ແລ້ວ

- ຄຳທີ່ຍາກ
* ນາໂຖ : (ປ) :
* ມະໂນ :(ປ) ດວງຈິຕ (ໃຈ)
* ເນົາ (ຂ-ລາວເດີມ) ຢູ່
* ປະທຽນ : (ລາວ) ຍົກໄວ້
* ຊູລີກອນ : ຍົກມີໄຫວ້
* ປະຫັດເນັ່ງ : ປະຫັດ(ພະຫັດ) ແຂນ (ເນັ່ງ) ຕັ້ງຊື່

ມະນຸດ 5 ພວກ

- ໃນທາງພຸດທະສາສນາ ໄດ້ຈັດຣະດັບຄວາມເປັນມະນຸດໄວ້ 5 ກຸ່ມ ໂດຍເອົາພຶກຕິກັມມະນຸດເອງ ເປັນເຄື່ອງວັດ ຄື
1. ມະນຸສສະ ເນຣຍະນິໂກ : ມະນຸດນະຣົກ
2. ມະນຸສສະ ເປໂຕ : ມະນຸດເຜດ (ເປຣດ)
3. ມະນຸສສະ ຕິຣັຈສໂນ : ມະນຸດສັດເດັຍຣະສານ.
4 ມະນຸສສະ ພໂຕ : ມະນຸດໆແທ້ໆ
5. ມະນຸສສະ ເທໂວ : ມະນຸດເທວະດາ.

- ມະນຸດເຫຼົ່ານີ້ ບໍ່ໄດ້ຢູ່ໂລກອື່ນ ຫາກຢູ່ສັບປົນກັນຢູ່ໃນໂລກມະນຸດເຮົານີ້ເອງ ພວກເຂົາອາດເປັນຍາດພີ່ນ້ອງເພື່ອນຝູງ ແລະຄົນໃນຄອບຄົວ ເຮົານີ້ເອງ ເຄື່ອງມືທີ່ຈະເບິ່ງວ່າໃຜເປັນມະນຸດປະເພດໃດ ໃຫ້ເບິ່ງພຶດຕິກັມຂອງເຂົາ ດັ່ງນີ້.

1. ມະນຸສສະ ເນຣຍະນິໂກ : ມະນຸດນະຣົກ, ໄດ້ແກ່ມະນຸດມີຄວາມໂຫດຮ້າຍ, ຫຍາບຄາຍ, ຂ້າສັດຕັດຊີວິດ ປຸ້ນ ຈີ້ ລັກຊັບ ຂະໂມຍຂອງ ໂກງສົມບັດຂອງຜູ້ອື່ນມາຄອບຄອງ, ມີການຂ້າ ຕີ ບີ ໂບຍ ຂົ່ມຂືນ ສໍາເລົາ ຂ້າ ບຽດບຽນຄົນອື່ນ ສັດອື່ນ ເປັນຄົນໄຮ້ສິນທັມ ບໍ່ມີສິນທັມ ຂາດສິນ 5 ປະຈຳຕົວ ຖືກຈອງຈຳ ເຂົ້າຄຸກເຂົ້າຕະຣາງ.

2. ມະນຸສສະ ເປໂຕ : ມະນຸດເຜດ (ເປຣດ)
- ມະນຸດຜູ້ມາກມາຍໄປດ້ວຍຄວາມໂລບ ມາກໄປດ້ວຍຕັນຫາ ມັກລັກເລັກຂະໂມຍນ້ອຍຂອງຂອງຜູ້ອື່ນມາເປັນຂອງຕົນ ດຳຣົງຊີວິດ ດ້ວຍການໂລກ ລັກ ສໍ້ ໂກງ ຕົວະ ຍົວະ ຫຼອກລວງ ກູ້ໜີ ຢືມສິນ ຍາດແຍ່ງເຂົາກິນ ຂໍທານເຂົາກິນ.

3. ມະນຸສສະ ຕິຣັຈສໂນ : ມະນຸດສັດເດັຍຣະສານ.
- ໄດ້ແກ່ມະນຸດທີ່ຂວາງທາງສິນທັມ ມີໂມຫະຄືຄວາມຫຼົງຫຼາຍ ບໍ່ຮູ້ຈັກບາບ ບໍ່ຮູ້ຈັກບຸນ ບໍ່ຮູ້ຈັກຄຸນ ບໍ່ຮູ້ຈັກໂທດ ບໍ່ຮູ້ຈັກປະໂຫຍດ ແລະບໍ່ເປັນ ປະໂຫຍດ ບໍ່ຮູ້ຈັກຄຸນຂອງທ່ານຜູ້ຊົງຄຸນ ຫຼືຜູ້ມີຄຸນ ເຊັ່ນ ບິດາ ມານດາ ຄຣູ ອຸປັດຊາ ອາຈານ ເປັນຕົ້ນ.
- ມະນຸດໄຮ້ສີນທັມ ່ດື່ມສຸຣາ ເມໄຣ ເສບຢາບ້າ ເຮັດໃຫ້ຫຍັງທໍາຫຍັງທາງກາຍ ທາງວາຈາກໍຂວາງໆ ຜິດທໍານອງຄອງທັມ ນາມວ່າ ມະນຸດສາ ຕິຣັຈສາໂນ ແປວ່າມະນຸດເດັຍຣະສານ ເດັຍຣັຈສານ ແປວ່າຜູ້ຂວາງໄປ, ຄືເດີນທອດຕົວໄປບໍ່ໄດ້ເດິນເໝືອນຄົນ ທໍາຫຍັງ ເຮັດຫຍັງກໍກວາງທັມ ຂວາງວິໄນ ຂວາງສິນສະເໝີ ພວກນີ້ມັກຈະບໍ່ຮູ້ຄຸນຄ່າຂອງຊີວິດ.

4 ມະນຸສສະ ພໂຕ : ມະນຸດໆແທ້ໆ
- ມະນຸດແທ້ ຄືເປັນຄົນເຕັມໂຕ ໄດ້ແກ່ຄົນມີສີນ 5 ໝັ້ນຄົງເປັນນິດ ຍືດຖືບໍ່ຂາດ ບໍ່ປະໝາດຕໍ່ສີນ ເພາະສີນເປັນມະນຸດສະທັມ ຄື ທັມປະຈຳຂອງ ມະນຸດ ທຫມທີ່ທຳໃຫ້ຄົນເປັນມະນຸດ ມະນຸສສະ ພູໂຕ ແປວ່າມະນຸດແທ້ໆ ເພາະມີຄຸນນະທັມຄືສີນ, ສີລ ທ່ານແປວ່າ ສຽນ ຄື ຫົວ ຖ້າຄົນສີນກໍຄືຂາດຫົວນັ້ນເອງ ເພາະຂາດຈາກຄຸນນະທັມ ຫົວອາດໝາຍເຖິງມັນສະໝອງທີ່ເຕັມໄປດ້ວຍທັມມະ ຈະຣິຍະທັມ.

5. ມະນຸສສະ ເທໂວ : ມະນຸດເທວະດາ.
- ໄດ້ແກ່ມະນຸດຜູ້ມີສິນ 5 ໝັ້ນຄົງເປັນນິດ ແລ້ວຍັງໄດ້ພະຍາຍາມບຳເພັງກຸສົນເພີ່ມພຸນປາຣະມີເລື່ອຍໆ ເຊັ່ນໃຫ້ທານ ຮັກສາສີລ ຮຽນທັມ ປະຕິບັດທັມ ໄຫວ້ພຣະ ສູດມົນ ມີຫິຣິ ຄວາມລະອາຍຕໍ່ບາບ ໂອຕັປປະ ຄທຄວາມສະດຸ້ງກົວຕື່ນຕົວຕໍ່ຜົນແຫ່ງບາບອະກຸສົນສະເໝີ ຮຽກວ້າເປັນຜູ້ມີໃຈສູງ ຜູ້ມີມີໃຈສູງ ຍົກຣະດັບຈາກຄວາມເປັນມະນຸດທັມມະດາ ຈຶ່ງກາຍເປັນທັມມະດາໄດ້ ເພາະປະກອບໄປດ້ວຍເທວະທັມ 7 ປະການ ຄື:

5.1. ບຳຣຸງລ້ຽງບິດາ-ມານດາ.
5.2. ປະພຶດອ່ອນນ້ອມຖ່ອມຕົນຕໍ່ບຸຄຄົນຜູ້ຈະເຣີນ.
5.3. ເວົ້່າຈາເປັນສຸພາສິດ ອ່ອນຫວານ ນຸ້ມນວນ.
5.4. ບໍ່ເວົ້າສໍ່ສຽດຜູ້ອື່ນ.
5.5. ລະຄວາມຂີ້ຖີ່ໜຽວແໜ້ນ.
5.6. ຮັກຄຳສັດ
5.7. ບໍ່ມັກຮ້າຍ.
- ມະນຸດ ມີຄຸນສົມບັດເຊັ່ນນີ້ ທ່ານຂະໜານນາມວ່າ ມະນຸສສະ ເທໂວ ມະນຸດເທວະດາ

- ສັງຄົມມະນຸດ ປະກອບໄປດ້ວຍ ມະນຸດ 5 ປະເພດນີ້ ໃຜຢາກຮູ້ວ່າຕົນ ແລະຄົນທີ່ເຮົາຄົບຢູ່ເປັນມະນຸດປະເພດໃດ ກໍເອົາຫຼັກການນີ້ໄປພິຈາຣະນາ.

Thursday, 16 June 2011

ພຣະສັກສິດປະຈຳວັດວຽງຈະເຣີນ

- ວັດວິຈິດທັມມາຣາມ ເປັນວັດໃໝ່ກໍຈິງ ແຕ່ວ່າມີພຣະພຸດທະຮູບ ທີ່ເກົ່າ ແລະສັກສິດຢູ່ຫຼາຍສິ່ງ ສິ່ງໜຶ່ງທີຢາກສະເໜີ ຄືພຣະພຸດທະຮູບ
- ພຣະທະຮູບອົງນີ້ ມີການຮຽກຊື່ວ່າ "ຈັນວິຈິຕຕາທິຣາຊ" (ຊື່ນີ້ໄດ້ຈາກນິມິດ ຂອງຜູ້ນອນເຝົ້າ-ຈະເລົ່າໃນຂັ້ນຕໍ່ໄປ)

- ນັບແຕ່ສ້າງວັດມາໄດ້ 3 ປີ, (ຄືນັບແຕ່ອາຕະມາ ໄດ້ມາຢູ່ສະຖານ ທີ່ຈະສ້າງວັດວຽງຈະເລີນເປັນ ຕົ້ນມາ) ວັນທີ 18 ມິນາ 2011 ເປັນຕົ້ນມາ, ຈົນຮອດ ວັນທີ 20 ມັງກອນ ປີ 2004 ໄດ້ພຣະອົງນີ້ມາປະດິດສະຖານທີ່ວັດວຽງຈະເຣີນ.

- ເລື່ອງເປັນຈັ່ງຊີ້ ຄືເດືອນ 8(ລາວ) ວັນນັ້ນຢູ່ທີ່ວັດ ທ່ານເພັດສະໝອນ ຄົນບ້ານວຽງຈະເລີນ ໄດ້ມານັ່ຫຼິ້ນນໍາທີ່ຫ້ອງຮັບແຂກກຸຕິເກົ່າ, ໄດ້ລົມກັນຫຼາຍເລື່ອງ ໃນຫຼາຍໆເລື່ອງນັ້ນ ໄດ້ເວົ້າເຖິງ

Tuesday, 14 June 2011

ປາກົດ ເຫັນໂຕ ນ(ເນນ) ໃນສີລາຈາລືກວັດວຽງຄຳ ບ້ານເກີນ ອາຍຸ ໓໘໘ ປີ(໒໐໑໑)



- ໃນສີລາຈາຣືກ ວັດສຸວັນ ຊື່ບ້ານເກິນ ວຽງຄໍາ ໃນການຂຽນ "ສຸວັນ" ເປັນພາສາປາລີ ແປລາວວ່າ "ຄຳ" ສະແດງວ່າວັດນີ້ ສອດຄ່ອງກັບ ຊື່ເມືອງວຽງຄໍາ, (ເປັນທີ່ແນ່ນແນ່ນອນແລ້ວວ່າວັດນີ້ວັດຫຼວງຂອງເມືອງວຽງຄໍາ) ພຣະມະຫາກະສັດ ຈຶ່ງເອົາໃຈໃສ່ພິເສດ ຄຳວ່າພິເສດນັ້ນ ເພາະວ່າພຣະເຈົ້າໄຊຍະເຊດຖາ ເຈົ້າຄອງນະຄອນຈັນທະບູຣີ ຣາຊະທານີ(ອານາຈັກລ້ານຊ້າງ ເປັນຜູ້ປະທານໃຫ້), ຫາກເຮົາຈະມອງລັກສະນະອຳນາດທາງການປົກຄອງແລ້ວ ການປົກຄອງລາວ ສະໄໝນັ້ນ ຈະເປັນວ່າອຳນາດເຈົ້າເມືອງຫຼວງນັ້ນ ມີອຳນາດສິດຂາດໄປຮອດກິດຈະການຂອງເມືອງນ້ອຍ ລັກສະນະນະເຊັ່ນນີ້ ເຮົາຈະວ່າການປົກຄອງລາວ ໃນລ້ານຊ້າງ ກ່ອນປີ ໑໗໗໙ ເປັນແບບກະແຈກກະຈາຍເປັນໄປບໍ່ໄດ້ແລ້ວ ເພາະອຳນາດເມືອງຫຼວງຄວບຄຸມ ຮອດຕາດິນ (ສີລາຈາຣືກຫຼັກນີ້ ຄືໃບຕາດິນສະໄໝບູຮານ)

- ໃນທີ່ນີ້, ເຮົາເຫັນວ່າ ໃນການຂຽນຊື່ "ສຸວັນ" ເປັນຊື່ວັດດ້ວຍພາສາປາລີ ແປວ່າ "ຄຳ" ໃນດ້ານອັກສອນ ການຂຽນສຸວັນໃນອັກສອນທັມລາວ ໃຊ້ໂຕ ນ(ເນນ) ຫຼັງຂວ້ຳ ເໝືອນອັກສອນທັມ(ເບິ່ງໃນຮູບເທິງ) ອັກສອນແບບນີ້ ປາກົດໃນອັກສອນທັມລາວທັງມວນ(ລ້ານນາ, ລື້, ເຂີນ ຯລຯ) ໃນອັກສອນຂອງມຽນມ້າ(ພະມ້າ), ມອນ ກໍໃຊ້, ຈົນມາຮອດອັກສອນລາວ ໔໑ ຂອງຣາຊະບັນດິດສະພາຈັນທະບູຣີ(ບັນດິດສະພາລາວ) ກໍກຳນົດໃຊ້ໃນອັກສອນລາວ ເປັນໂຕ ນ(ເນນ) ແບບອັກສອນ ທັມທັງມວນ.

- ແຕ່ເຫດໃດ ? ໃນສີລາຈາລືກຫຼັກນີ້ ມີອາຍຸຕັ້ງ ໓໘໘ ປີ (ຄືກ່ອນທີ່ໄທສຍາມ) ຈະເຂົ້າມາອິດທີພົນບົດບາດໃນລາວ ຕັ້ງ ໑໐໐ ກວ່າາປີ, ມັນຈຶ່ງເກີດຄຳສົງໃສວ່າ ໂຕ ນ(ແບບນີ້-ປັດຈຸບັນໄທຍ໌ກຳນົດໃຊ້ເປັນອັກສອນໄທຍ໌) "(ເບິ່ງໃນສີລາຈາລືກ) ຫຼືວ່າລາວໃຊ້ມາກ່ອນແລ້ວ ເມື່ອມີປະເທດໄທຍ໌-ລາວ ຂຶ້ນມາ ໄທຍ໌ຈຶ່ງບັນຍັດເອົາ ໂຕ ນ ແບບນັ້ນ ເປັນອັກສອນໄທຍ໌ແລ້ວ ລາວຈຶ່ງບັນຍັດເອົາອັກສອນ ນ(ຫຼັງຂວໍ້າ ໂດຍເອົາແບບຢ່າງຈາກອັກສອນທັມລາວ ມາເປັນ ໂຕ ນ ລາວ).

- ເມື່ອເປັນເຊັ່ນ ນີ້ ມັນກໍເກີດເປັນຄໍາຖາມຂຶ້ນມາວ່າ :
໑. ໂຕ ນ ແບບນີ້ ລາວເຄີຍໃຊ້ມາກ່ອນໄທຍ໌ສຍາມ (ເພາະໄທຍ໌ໃນສະໄໝອາຍຸທະຍານັ້ນ ໃຊ້ອັກສອນຂອມເປັນອັກສອນທາງການ)
໒. ແລ້ວ ໄທຍ໌ສຍາມ ໄດ້ຮັບອິດທິພົນ ທາງດ້ານອັກສອນຈາກລາວ ບໍ່ແມ່ນຈາກຂະເໝນ ?
໓. ຫຼືລາວ ໄດ້ຮັບອິດທິພົນຈາກໄທຍ໌ສຍາມບໍ່ ? ແລະມີເຫດຜົນໃດ ທີ່ວ່າລາວໄດ້ຮັບອິດທິພົນດ້ານອັກສອນຈາກສຍາມ.
(ຄຳຕອບນີ້ ຕ້ອງຊອກຫາເຫດຜົນໃຫ້ໄດ້ ສຳລັບນັກອັກສອນສາດ ແລະປະຫວັດສາດລາວ)

- ສະນັ້ນ, ຄົນລາວຈົ່ງເຂົ້າໃຈວ່າ ສິ່ງທີ່ເຮົາບໍ່ໃຊ້ ຢ່ານຶກວ່າຂອງເຮົາບໍ່ມີ, ຫຼືວ່າບໍ່ແມ່ນຂອງເຮົາ, ບັນພະບູຣຸດຂອງເຣົາ ເຄີຍສ້າງປະດິດ ຄິດມໃຊ້ມາກ່ອນໜ້ານັ້ນແລ້ວ ແຕ່ເຮົາເລີກໃຊ້ເສັຍເອງ ແຖມຍັງປະຕິເສດວ່າເປັນຂອງເຂົາ ແລ້ວທັງຍັງບອກວ່າ ເຮົາເໝືອນເຂົາອີກ ອັນນີ້ມັນເປັນຕາໜ້າອັບອາຍທີ່ສຸດ.

Monday, 13 June 2011

ຜົນສໍາເຣັດຂອງງານບຸນພຣະເຫວດ ວັດວຽງຈະເລີນ

ວັນທີ ໑໒ ເດືອນພິດສະພາ ໒໐໑໑ ກົງກັບຂຶ້ນ ໑໒ ຄໍ່າ ເດືອນ ໗ ພ.ສ ໒໕໕໔ ວັນອາທິດເປັນມື້ເທດ

ພຣະໂພທິ ວໍຣະວົງສາ ເປັນກະສັດອົງໃດຂອງລ້ານຊ້າງ ຫຼືເປັນກະສັດຂອງເມືອງວຽງຄຳ


- ມີຫຼັກສີລາຈາຣືກຫຼາຍຫຼັກ ທີ່ເຮົາສາມາດນໍາມາອ້າງອີງໄດ້ ກ່ຽວກັບການຂຽນອັກສອນລາວຕາມເຄົ້າ ເຮົາອ້າງອີງໃນໜັງສືທີ່ປະກົດໃນສີລາຈາຣືກ ທີ່ເປັນອັກສອນລາວແທ້ໆ ທີ່ເຮົາພົບເຫັນໃນລາວ ທີ່ມີອາຍຸ ໗໐໐ ປີລົງມາ ທີ່ລາວເຮົາໄດ້ຮັບເອກະຣາດ ແລະປົກຄອງດິນດອນຕອນທີ່ເປັນອານາຈັກ ລ້ານຊ້າງນີ້ ເປັນຕົ້ນມາ, ແຕ່ເຮົາສາມາດອ​​​ອ່ານພົບສີລາຈາຣືກອັກສອນລາວ ຢ່າງຫຼວງຫຼາຍຈະຢູ່ໃນປະມານ ໔ ຫາ ໕ ຮ້ອຍປີຜ່ານມາ
- ດັ່ງສີລາຈາຣືກ ວັດສຸວັນ ບ້ານເກິນ ວຽງຄໍາຫຼັກນີ້ ເປັນສີລາຈາຣືກໝາຍຂອບເຂດວັດສຸວັນ ບ້ານເກິນ ວຽງຄຳ ເປັນຫຼັກທີ່ສົມບູນທີ່ສຸດ ເທົ່າທີ່ພົບ ມາ ທີ່ໄດ້ຂຽນດ້ວຍອັກສອນລາວ ໃນສ່ວນທີ່ເປັນການລົງຣືກ ດ້ານເທິງ ເຂົາຂຽນດ້ວຍອັກສອນທັມ ແຕ່ຂຽນທີ່ເປັນຈາຣຶກນັ້ນ ແມ່ນຂຽນດ້ວຍອັກສອນລາວ ເຖິງວ່າອັກສອນທີ່ເຫັນຈະແປກຕາບັນດາທ່່ານກໍຕາມ ແຕ່ນັ້ນ ຄືອັກສອນລາວຂອງເຮົາແທ້ ໆ ເມື່ອ ໓໘໘ ປີຜ່ານມາ.

- ອາຍຸຂອງສີລາຈາຣືກ
- ເທົ່າທີ່ປາກົດໃນສ່ວນຫົວຈະແຈ້ງ ຂຽນໄວ້ດ້ານຊ້າຍ ຂອງວົງຣືກວ່າ ໙໘໕ (ເປັນຈຸລະສັກກາຊ) ກໍເອົາຈຸລະສັງກຣາຊປີນີ້ມາຕັ້ງ ແລ້ວລົບດ້ວຍປີສັງກາດ ທີ່ປາກົດໃນສີລາຈາຣືກ ຈະໄດ້ອາຍຸປີບັນທຶກສີລາລືກ ຄື:

- ປີນີ້ ປີຈຸລະສັງກາດ ໑໓໗໓ - ໙໘໕ = ໓໘໘ ປີ (ຂະນະຂຽນ ວັນທີ ໑໓ ເດືອນມິຖຸນາ ໒໐໑໑)
- ແລ້ວກໍາອາຍຸສີລາຈາຣືກໄດ້ລົບຫາປີຈາຣືກສີລາຈາຣືກນີ້:
- ເອົາ ພ.ສ ປັດຈຸບັນຕັ້ງ ໒໕໕໔ - ໓໘໘ = ປີສະຫຼັກສີລາຈາຣືກນີ້ ກໍຄື ປີ ພ.ສ ໒໑໖໖
- ແລ້ວ ຄ.ສ ປັດຈຸບັນຕັ້ງ ໒໐໑໑ - ໓໘໘ = ປີສະຫຼັກສີລາຈາຣືກນີ້ ກໍຄື ປີ ຄ.ສ ໑໖໒໓

- ສີລາຈາຣືກນີ້ ມີອາຍຸ ໓໘໘ ປີໂດຍປະມານ ຈະຫຼຸດຈະລີື່ນ ເສດໄປກໍແມ່ນ ເດືອນເລັກໆນ້ອຍ ຈະປັດຖິ້ມໄປ, ແຕ່ເຮົາມາເບິ່ງ ເລື່ອງຂອງປະຫວັດສາດຂອງເມືອງບ້ານເກິນ ວຽງຄຳ ແລະຫຼັກຖານ ໃນອັກສອນລາວບູຮານໃນເມື່ອ ໓໘໘ ກວ່າປີຜ່ານເຫັນວ່າມີຄວາມອຸດົມສົມບູນ ທີ່ສຸດ.

- ໃນສີລາຈາຣືກ ນີ້ໄດ້ປາກົດສະຖານທີ່ຈະແຈ້ງວ່າ ເປັນວັດສຸວັນ ບ້ານເກີນ ວຽງຄໍາ ແລະບັນທຶກນີ້ ເປັນການບອກໄວ້ຈະແຈ້ງວ່າ ເປັນຊາຕາວັດ ຈຶ່ງບໍ່ເປັນການສົງໄສແລ້ວວ່າສີລາຈາຣືກນີ້ ເວົ້າເຖິງຫຍັງ ພຽງແຕ່ວ່າເຮົາຢາກຮູ້ວ່າວັດສຸວັນ ບ້ານເກິນ ວຽງຄຳນັ້ນຢູ່ໃສລະຫວ່າງ ທີ່ບ້ານເກິນປັດຈຸບັນ ກັບບ້ານວຽງຄຳ ທີ່ຢູ່ແຖວໆປາກຄະຍູງ ໃນເມືອງວຽງຄຳປັດຈຸບັນ, ທັງສອງຂໍ້ສົງໄສນີ້ ເປັນໄປໄດ້ທັງສອງ ຄື

໑. ຫາກເປັນວັດທີ່ຕັ້ງຢູ່ບ້ານເກິນ ເມືອງທຸຣະຄົມ ເຮົາແທ້ສະແດງວ່າ ບ້ານເກິນນີ້ ເປັນເມືອງວຽງຄໍາ ມາແຕ່ອະດີດແລ້ວ. ໒. ຫາກແມ່່ນວັດສຸວັນນະຕັ້ງ ຢູ່ໃນຝັ່ງເມືອງວຽງຄຳ ປັດຈຸບັນ ໃນຈາຣືກວ່າ ບ້ານເກິນວຽງຄຳ ກໍສະແດງ ໃຫ້ເຫັນວ່າ ບ້ານເກິນ ເປັນສ່ວນໜຶ່ງຂອງເມືອງວຽງຄໍາ ຫຼືໃນເມື່ອ ໓໘໘ ປີຜ່ານມານີ້ ບ້ານເກີນປາກົດຊື່ແລ້ວໃນປະຫວັດສາດ. (ເນື່ອງຈາກຫຼັກຖານເຮົາບໍ່ທັນພຽງພໍ ເນື່ອງຈາກເຮົາບໍ່ມີປະຫວັດສາດ ອື່ນໆມາອ້າງອີງ ເພາະປະຫວັດສາດທີ່ເຮົາມີທຸກໆສະບັບ ເປັນປະຫວັດ ສາດລວມເທົ່ານັ້ນ ຫຼືເຮົາຈະຮຽກວ່າແມ່ແບບປະຫວັດສາດ(ປະຫວັດສາດແຫ່ງຊາດ), ສ່ວນປະຫວັດສາດໃນລາຍລະອຽດ ຍັງບໍ່ມີໃຜຂຽນເລີຍ ຫຼືບັນທຶກໄວ່້ເລີຍ, ເຮົາຍັງຂາດປະຫວັດສາດທ້ອງຖິ່ນ ຈຶ່ງບໍ່ສາມາດທີ່ຈະສືບຄົ້ນ ຄວາມຣະອຽດຂອງເມືອງວຽງຄໍາໄດ້ຈະແຈ້ງ ເມື່ອທ້າຍເດືອນພຶດສະພາ ໄດ້ໄປທ່ຽວແຖວນັ້ນ ກໍເລີຍມາທາງເມືອງວຽງຄໍາ ກໍໄປທ່ຽວວັດວຽງຄໍາ ແລ້ວກໍອອກມາທາງບ້ານເກີນ ຈາກວັດວຽງຄໍສ ມາທ່າບັກບ້ານເກິນ ປະມານ ໕ ກິໂລແມັດ, ຫຼັກຖານນີ້ ເປັນໄປໄດ້ບ້ານເກິນ ເປັນສູນກາງຂອງເມືອງວຽງຄໍາ) ແຕ່ຢ່າງໃດກໍຕາມ ໃນສີລາຈາຣືກນີ້ ເຮົາກໍຮູ້ໄດ້ຈະແຈ້ງແລ້ວວ່າ ເມືອງວຽງຄໍາ ທີ່ປະກົດຕົວກ່ອນປີ ໑໓໕໓ (ສະໄໝພຣະເຈົ້າຟ້າງຸ່ມ) ປະກົດຕົວວ່າວຽງໄຜ່ໜາມ ເມື່ອ ພຣະເຈົ້າຢ້າງຸ່ມເອົາຊະນະພຣະຍາເພົາແລ້ວ ກໍປ່ຽນນາມເມືອງເປັນວຽງຄໍາ ແລະມາຮອດປີ ຄ.ສ ໑໖໒໕ ນັ້ນ, ຄືຫຼັງຈາກຕັ້ງວຽງຈັນເປັນຣາຊະທານີ ໃນປີ ໑໕໖໐ ນັ້ນພຽງ ໖໓ ປີ ແລະໃນນັ້ນ ກໍປະກົດພຣະນາມພຣະເຈົ້າໄຊຍະເຊດຖາຢ່າງຈະແຈ້ງ ແລ້ວປາກົດພຣະນາມພຣະໂພທິວໍຣະວົງສາ ມະຫາກະສັຕຣາທິຣາຊະເຈົ້ານີ້​ແມ່ນໃຜ ? ເປັນກະສັດອົງໃດ ອານາຈັກລ້ານຊ້າງຈັນທະບູຣີ ຫຼືເປັນກະສັດອົງໃດ ຂອງເມືອງວຽງຄໍາລະ ? (ຕ້ອງສືບຄົ້ນໃຫ້ໄດ້ໃນໂອກາດຕໍ່ໄປ)

Sunday, 12 June 2011

໑ ກັປ ມີຈັກປີໃນເມືອງມະນຸດ

- ເລື່ອງຂອງກັບ(ກັປ) ຈາກພຣະໄຕປິດົກນັ້ນ, ກ່າວດັ່ງນີ້ "ມີຂຸມເລິກ ກວ້າງທັງ ໔ ດ້ານລະ ໑ ໂຍດ ໑໐໐ ປີໃດ ເທວະດາເອົາເມັດຜັກາດມາຖິ້ມລົງ ໑ ເມັດຈົນເຕັມຈຶ່ງໄດ້ ໑ ກັບ.
- ແລ້ວ ເຮົາມາຕັ້ງສູດເລກຄະນິດ ເພື່ອຈະຫາວ່າ ໑ ກັບມີຈັກປີ ?
------------------------------------------
ການຄໍານວນ:
ກ. ສົມມຸດ:
- ຂຸມເລີກຈະຕຸຣັດ ກວ້າງ ຍາວ ແລະສູງ ໑ ໂຍດ, ໃນເວລາ ໑໐໐ ປີເອົາເມັດຜັກກາດ ໑ ເມັດຖິ້ມລົງໄປໃນຂຸມນັ້ນ ທໍາຈົນວ່າເມັດຜັກກາດ ເຕັມຂຸມນັ້ນ ຈຶ່ງເທົ່າກັບ ໑ ກັບ.

ຂ. ວິເຄາະການຄຳນວນ
- ໑ ໂຍດ ເທົ່າກັບ ໑໖ ກິໂລແມັດ.
- ດັ່ງນັ້ນຂຸມນີ້ມິປະຣິມາດ ເທົ່າກັບ ໑໖×໑໖×໑໖ = ໔໐໙໖ ກິໂລແມັດກີບ
- ສົມມຸດຖານປະມານວ່າ "ຜັກກາດ ໑ ແມັດ ເທົ່າກັບ ໐.໕ ມິນລີແມັດ.
- ໑ ກິໂລເມັດແຈກເປັນມິນລີແມັດ ໄດ້ ຄື ໑໐×໑໐໐×໑໐໐໐ = ໑.໐໐໐.໐໐໐ ມີນລີເມັດ.
- ກິໂລແມັດໜຶ່ງ ຈະໄດ້ໃຊ້ເມັດຜັກກາດຮຽງກັນຢ່າງແໜ້ນຂະໝັດ (໑.໐໐໐.໐໐໐)/໐.໕ = ໒.໐໐໐.໐໐໐ ເມັດ.
- ດັ່ງນັ້ນ, ໑໖ ກິໂລເມັດ ຈະໄດ້ໃຊ້ເມັດຜັກການຮຽງກັນ ໑໖×໒.໐໐໐.໐໐໐ = ໓໒.໐໐໐.໐໐໐ ເມັດ.
- ຖ້າປະລິມມາດຄື ກວ້າງ × ຍາວ × ສູງ ຕ້ອງໃຊ້ເມັດຜັກກາດທັງໝົດ ຄື
- ໓໒.໐໐໐.໐໐໐ × ໓໒.໐໐໐.໐໐໐ × ໓໒.໐໐໐.໐໐໐ = ໓໒.໗໖໘.໐໐໐.໐໐໐.໐໐໐.໐໐໐.໐໐໐.໐໐໐ ປີ ຈຶ່ງໄດ້ ໑ ກັບ,
(ສາມລ້ານສອງແສນເຈັດໝື່ນຫົກພັນແປດຮ້ອຍລ້ານລ້ານຕື້ປີ) ຈຶ່ງນັບໄດ້ ໑ ກັບ
- ປະມານ ໓.໓ X ໑໐^໒໔ ປີ (ສາມຈຸດສາມຄູນສິບຍົກກຳລັງຊາວສີ່)

ອາຍຸສະຫວັນ ໖ ຊັ້ນ

໑. ຊັ້ນຈາຕູມມະຫາຣາຊິກາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໕໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໕໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙ ລ້ານປີເມືອງມະນຸດແລ.

໒. ຊັ້ນຕາວະດິງສາ(ຕາວະຕິງສ໌) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໓໙ ລ້ານປີເມືອງມະນຸດແລ.


໓. ຊັ້ນຍາມາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໒.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໒໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໑໔໔ ລ້ານປີເມືອງມະນຸດແລ.

໔. ຊັ້ນດຸດສິດ(ຕຸສິຕາ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໔.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໔໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໕໗໖ ລ້ານປີເມືອງມະນຸດແລ.


໕. ຊັ້ນນິມມານະຣະດີ(ຕີ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໘.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໘໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໒.໓໐໔ ລ້ານປີເມືອງມະນຸດແລ.

໖. ປະຣະນິມມິຕວະສວັສດີ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑໖.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑,໖໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙.໒໑໖ ລ້ານປີເມືອງມະນຸດແລ.

- ທ່ານທັງຫຼາຍ ສັງເກດເບິ່ງ ເທວະດາພຽງຫົກຊັ້ນ ແລ້ວກໍເຫັນຄວາມຕ່າງຂອງອາຍຸຂອງເທວະດາຊັ້ນຕ່າງໆໄດ້ຈະແຈ້ງ ແລະແຕກຕ່າງປານນິ້, ນອກຈາກນັ້ນ ເຮົາຍັງເຫັນຄວາມຕ່າງລະຫວ່າງ ໑ ມື້ ໑ ຄືນຂອງພວກເຂົາ ເມື່ອທຽບອາຍຸໃນໂລກເຮົາມັນໂລດຕ່າງກັນແສນໂຍດ ອັນນັ້ນມັນກໍເຮັດໃຫ້ເຮົາຮູ້ແລ້ວວ່າ ເທວະດາເລົ່ານັ້ນ ຢູ່ໄກຈາກໂລກຫຼາຍປານໃດ ນັກດາຣາສາດອາດຄິດໄດ້ແລ.

ນັບສະຫວັນ

໑.ພູມມານັງ
໒.ຈາຕູມມະຫາຣາຊິກາ
໓.ຕາວະຕິງສາ
໔.ຍາມາ
໕.ຕຸສິຕາ(ດຸສິດ)
໖.ນິມມານະຣະຕິ
໗.ປະຣະນິມມິຕສະວັດຕີ(ສະວັດດີ)
໘.ພຣົມມາປະຣິສັດຊາ
໙.ພຣົມມາປະໂຣຫິຕາ
໑໐.ມະຫາພຣົມມາ
໑໑.ປະຣິຕຕະພາ
໑໒.ອັປປະມານາພາ
໑໓.ອາພັດສະຣາ
໑໔.ປະຣິຕຕະສຸພາ
໑໕.ອັບປະມານາສຸພາ
໑໖.ວຸພະກິນຫະກາ
໑໗.ເວຫັພພະລາ
໑໘.ອະວິຫາ
໑໙.ອະຕັບປາ
໒໐.ສຸທັດສະ
໒໑.ສຸທັດສີ
໒໒.ອະການິຕຖາ

ບຸນພຣະເຫວດຄັ້ງທີ ໑໐ ປະຈຳປີ ໒໕໕໔ ວັດວຽງຈະເຣີນ


- ວານີ້ ວັນທີ ໑໑ ມິຖຸນາ ໒໐໑໑, ທີ່ວັດວິຈິດທັມມາຣາມ ບ້ານວຽງຈະເລີນ ມີການຕັ້ງບຸນພຣະເຫວດ ຕອນເຊົ້າ, ບ່າຍ ໑໔ ໂມງມີການບວດພຣະ ເວລາ ໑໖:໐໐ ໂມງ, ສູດປະຣິຕະມຸງຄຸນ ເທດອິຕິປິໂສ ວັດຕະໂສ ແລະເທດມະໄລໝື່ນ ມະໄລແສນ.


(ແຫ່ນາກບວດພຣະ)





- ວັນນີ້ ວັນທີ ໑໒ ມິຖຸນາ ໒໐໑໑ ເວລາ ໐໒:໐໐ ແກ່ເຂົ້າພັນກ້ອນ, ອ່ານສັງກາດ ແລ້ວສືບຕໍ່ເທດ ພະເຫວດ ເລິ່ມແຕ່ກັນທັດສະພອນ ຫິມມະພານ ທານະຂັນ ເວລາ ໐໗:໐໐ ໂມງວັນນີ້ ຢຸດຕັກບາດຖວາຍສັງຄະທານ.
- ເຊີນທ່ານ ມາຮ່ວມບຸນ ຟັງທັມຈົນຮອດເວລາ ໑໗:ໂມງຂອງວັນນີ້.

Saturday, 11 June 2011

ເຫດທີ່ຊົງບັນຍັດ ມັງສັງ ໑໐ ປະການ

໑. ພຣະພຸດທະບັນຍັດຫ້າມສັນຊຶ້ນມະນຸດ.
- ດູກອນ ພິກຂຸທັງຫຼາຍ ບັນດາຄົນທີ່ມີສັດທາເຫຼື້ອມໃສມີຢູ່ ເຂົາສລະເນື້ອຂອງເຂົາຖວາຍກໍໄດ້, ດູກ່ອນພິກຂຸທັງຫຼາຍ ພິກຂຸບໍ່ເພິ່ງສັນຊິ້ນມະນຸດອົງໃດສັນ ຕ້ອງອາບັດຖຸລລັຈຈັຍ, ອັນໜຶ່ງພິກຂຸຍັງບໍ່ມິໄດ້ພິຈາຣະນາ ບໍ່ເພິ່ງສັນເນື້ອ ອົງໃດສັນຕ້ອງອາບັຕທຸກກົຕ.

໒. ພຣະພຸດທະບັນຍັດຫ້າມສັນຊຶ້ນຊ້າງ.
- (໖໐) ກໍໂດຍສະມັຍນັ້ນແລ ຊ້າງຫຼວງລົ້ມລົງຫຼາຍເຊືອກ, ສະໄໝອັຕຕະຄັດອາຫານ, ປະຊາຊົນພາກັນບໍຣິໂພກຊິ້ນຊ້າງ ແລະຖວາຍແກ່ພວກພິກຂຸທີ່ໄປບິນທະບາຕ ພິກຂຸທັງຫຼາຍສັນຊິ້ນຊ້າງ, ປະຊາຊົນຈຶ່ງເພັ່ງໂທດຕິຕຽນ ໂພນທະນາວ່າ ເຫດສັນໃດສະມະນະເຊື້ອ ສາຍສາກະຍະບຸຕ ຈຶ່ງໄດ້ສັນເນື້ອຊ້າງລະ, ເພາະຊ້າງເປັນຣາຊະພາຫານະ ຖ້າພຣະເຈົ້າມະຫາຊີວິຕຊົງຊາບ ຄົງບໍ່ເຫຼືອມໃສສະມະນະເລົ່ານັ້ນແນ່ນອນ ພິກຂຸທັງຫຼາຍຂາບທຸນເຣື່ອງນັ້ນແກ່ພຣະຜູ້ມີພຣະພາກ ພຣະຜູ້ມີພຣະພາກຊົງບັນຍັດຫ້າມພິກຂຸທັງຫຼາຍວ່າ ດູກອນພິກຂຸທັງຫຼາຍ ພິກຂຸບໍ່ເພິ່ງສັນຊິ້ນຊ້າງ ອົງໃດສັນຕ້ອງອາບັຕທຸກກົຕ.

໓. ພຣະພຸດທະບັນຍັດຫ້າມສັນຊຶ້ນມ້າ
- ສະໄໝຕໍ່ມາ ມ້າຫຼວງຕາຍມາກມາຍ ສະໄໝອັຕຄັດອາຫານ ປະຊາຊົນພາກັນບໍຣິໂພກເນຶ້ອມ້າ ແລະຖວາຍແກ່ພຣະພິກຂຸທີ່ທ່ອງທ່ຽວບິນທະບາດ ພຣະພິກຂຸທັງຫຼາຍສັນຊິ້ນມາ ປະຊາຊົນຈຶ່ງເພັ່ງໂທດ ຕິຕຽນໂພນທະນາວ່າ ເຫດໃດສະມະນະ ເຊຶ້ອສາຍສາກະຍະບຸຕ ຈຶ່ງໄດ້ສັນຊິ້ນມ້າລະ ເພາະມ້າເປັນຣາຊະພາຫານະ ຖ້າພຣະເຈົ້າຊີວິດຊົງຊາບ ຄົງບໍ່ເຫຼື້ອມໃສຕໍ່ສະມະນະເລົ່ານັ້ນແນ່ນອນ ພິກຂຸທັງຫຼາຍຂາຍທູນເຣື່ອງນັ້ນແກ່ພຣະຜູ້ມີພຣະພາກເຈົ້າ ພຣະຜູ້ມີພຣະພາກຊົງບັນຍັດຫ້າມພຣະພິກຂຸທັງຫຼາຍວ່າ ດູກອນພິກຂຸທັງຫຼາຍ ພິກຂຸ ບໍ່ເພິ່ງສັນຊຶ້ນມ້າ ອົງໃດສັນຕ້ອງອາບັຕທຸກກົຕ.

໔. ພຣະພຸດທະບັນຍັດຫ້າມສັນຊຶ້ນສຸນັ້ກ(ໝາ).
- ສະໄໝຕໍ່ມາເຖິງຄາວອັດຕະຄັດອາຫານ ປະຊາຊົນພາກັນບໍຣິໂພກຊິ້ນສຸນັກ ແລ້ວຖວາຍແກ່ພວກພິກຂຸຜູ້ທ່ອງທ່ຽວບິນທະບາດ ພິກຂຸທັງຫຼາຍ ສັນຊິ້ນສຸນັກ ປະຊາຊົນຈຶ່ງເພັ່ງໂທດ ຄິຕຽນ ໂພນທະນາວ່າ ເຫດໃດສະມະນະເຊື້ອສາຍສາກະຍະບຸຕ ຈຶ່ງສັນຊິ້ນສຸນັກລະ ເພາະສຸນັກເປັນສັຕໜ້າກຽດ ໜ້າຊັງ ພິກຂຸທັງຫຼາຍຂາບທູນເຣື່ອງນັ້ນ ແກ່ພຣະຜູ້ມີພຣະພາກ ພຣະຜູ້ມີພຣະພາກຊົງບັນຍັຕຫ້າມພິກຂຸທັງຫຼາຍວ່າ ດູກ່ອນພິກຂຸທັງຫຼາຍ ພິກຂຸບໍ່ເພິ່ງສັນເນື້ອສຸນັກ ອົງໃດສັນ ຕ້ອງອາບັດທຸກກົຕ.

໕. ພຣະພຸດທະບັນຍັດຫ້າມສັນຊຶ້ນງູ.
- ສະໄໝຕໍ່ມາ ເຖິງຄາວອັຕຕະຄັດອາຫານ ປະຊາຊົນພາກັນບໍຣິໂພກຊີ້ນງູ ແລະຖວາຍໃຫ້ພຣະພິກຂຸຜູ້ທ່ອງທ່ຽວບິນທະບາຕ ພິກຂຸທັງຫຼາຍສັນຊີ້ນງູ ປະຊາຊົນຈຶ່ງເພັ່ງໂທດ ຕິຕຽນໂພທະນາວ່າ ເຫດໃດພຣະສະມະນະເຊື້ອສາຍສາກະຍະບຸຕ ຈຶ່ງໄດ້ສັນເນື້ອງູລະ ເພາະງູເປັນ ສັດໜ້າກຽດໜ້າຊັງ ແມ່ນພຣະຍານາຄຊື່ສຸປັສສະກໍເຂົ້າໄປໃນພຸດທະສຳນັກ ຖວາຍບັງຄົມພຣະຜູ້ມີພຣະພາກເຈົ້າແລ້ວ ຢືນຢູ່ນະທີ່ຂ້າງໜຶ່ງ ໄດ້ຂາບທູນຄໍານີ້ແກ່ພຣະຜູ້ມີພຣະພາກເຈົ້າວ່າ ຂ້າແດ່ພຣະຜູ້ມີພຣະພາກເຈົ້່າ ບັນດາທີ່ບໍ່ມີສັດທາ ບໍ່ເຫຼື້ອມໃສມີຢູ່ ວັນຄົງບຽດບຽນພວກພິກຂຸ ຈຳນວນນ້ອຍບ້າງ ຂໍປະທານວະໂຣກາສ ຂ້າແຕ່ພຣະພຸດທະເຈົ້າ ຂໍພຣະຄຸນເຈົ້າທັງຫຼາຍຢ່າສັນເນື້ອງູ ລຳດັບນັ້ນພຣະຜູ້ມີພຣະພາກໄດ້ຊົງຊີ້ແຈງ ໃຫ້ສຸປັສສະເຫັນແຈ້ງ ສະມະທານອາດຫານ ລ້າເລີງດ້ວຍທັມມິກະຖາ ແລ້ວຖວາຍບັງຄົມພຣະຜູ້ມີພຣະພາກເຈົ້າປະທັກຂິນກັບໄປ.
- ລໍາດັບນັ້ນ ພຣະຜູ້ມີພຣະພາກຊົງທັມມິກະຖາ ໃນສະເພາະເຫຕເປັນເຄົ້າມູນນັ້ນ ແລ້ວຮັບສັ່ງະພິກຂຸທັງຫຼາຍວ່າ ດູກ່ອນພິກຂຸທັງຫຼາຍ ພິກຂຸທັງຫຼາຍບໍ່ສັນເນື້ອງູ ອົງໃດສັນເນື້ອງູຕ້ອງອາບັຕທຸກກົຕ.

6. ພຣະພຸດທະບັນຍັດຫ້າມສັນຊີ້ນຣາຊະສີຫ໌
ສະໄໝຕໍ່ມາ ພວກພານຂ້າຣາຊະສີຫ໌ ແລ້ວບໍຣິໂພກຣາຊະສີ ແລ້ວຖວາຍແກ່ພຣະພິກຂຸທີ່ທ່ຽວບິນທະບາດ ພວກພິກຂຸສັນຊິ້ນຣາຊະສີຫ໌ ແລ້ວຢູ່ໃນປ່າ ຝູງຣາຊະສີຫ໌ໄດ້ຂ້າພວກພິກຂຸທີ່ສັນຊີ້ນຣາຊະສີຫ໌ນັ້ນເສັຍ ເພາະໄດ້ກິ່ນຊິ້ນຣາຊະສີຫ໌ ພິກຂຸທັງຫຼາຍໄດ້ນໍາເຣື່ອງຂາບທູນພຣະ ພຸດທະເຈົ້າ, ພຣະຜູ້ມີພຣະພາກຊົງບັນຍັດຫ້າມພິກຂຸທັງຫຼາຍວ່າ ດູກ່ອນພິກຂຸທັງຫຼາຍ ພິກຂຸບໍ່ເພິ່ງສັນຊີ້ນລາຊະສີຫ໌ ອົງໃດສັນຕ້ອງອາບັດທຸກກົດ.

7. ພຣະພຸດທະບັນຍັດຫ້າມສັນຊີ້ນເສືອໂຄ່ງ.
- ສະໄໝຕໍ່ມາ ພວກພານຂ້າເສືອໂຄ່ງແລ້ວບໍຣິໂພກເສືອໂຄ່ງ ແລະຖວາຍແກ່ພວກພິກຂຸທີ່ໄປບິນທະບາດ, ພຣະພິກຂຸວັນຊີ້ນເສືອໂຄ່ງຢູ່ໃນປ່າ ເຫຼົ່າເສືອໂຄ່ງຂ້າພຣະພິກຂຸເສັຍ ເພາະໄດ້ກິ່ນຊີ້ນເສືອໂຄ່ງ ພຣະພິກຂຸທັງຫຼາຍທູນເລື່ອງແດ່ພຣະຜູ້ມີພຣະພາກ, ພຣະຜູ້ມີພຣະພາກຊົງບັນຍັດຫ້າມພິກຂຸທັງຫຼາຍວ່າ ດູກ່ອນພິກຂຸທັງຫຼາຍ ພິກຂຸບໍ່ເພິ່ງສັນຊີ້ນເສືອໂຄ່ງ ອົງໃດສັນຕ້ອງອາບັດທຸກກົດ.

8. ພຣະພຸດທະບັນຍັດຫ້າມສັນຊີ້ນເສືອເຫຼືອງ.
- ສະໄໝຕໍ່ມາ ພວກພານຂ້າເສືອເຫຼຶອງແລ້ວບໍຣິໂພກເສືອເຫຼືອງ ແລະຖວາຍແກ່ພວກພິກຂຸທີ່ໄປບິນທະບາດ, ພຣະພິກຂຸວັນຊີ້ນເສືອເຫຼືອງຢູ່ໃນປ່າ ເຫຼົ່າເສືອເຫຼືອງຂ້າພຣະພິກຂຸເສັຍ ເພາະໄດ້ກິ່ນຊີ້ນເສືອໂຄ່ງ ພຣະພິກຂຸທັງຫຼາຍທູນເລື່ອງແດ່ພຣະຜູ້ມີພຣະພາກ, ພຣະຜູ້ມີພຣະພາກຊົງບັນຍັດຫ້າມພິກຂຸທັງຫຼາຍວ່າ ດູກ່ອນພິກຂຸທັງຫຼາຍ ພິກຂຸບໍ່ເພິ່ງສັນຊີ້ນເສືອເຫຼືອ ອົງໃດສັນຕ້ອງອາບັດທຸກກົດ.

9. ພຣະພຸດທະບັນຍັດຫ້າມສັນໝີ.
- ສະໄໝຕໍ່ມາ ພວກພານຂ້າໝີເຫຼຶອງແລ້ວບໍຣິໂພກໝີ ແລະຖວາຍແກ່ພວກພິກຂຸທີ່ໄປບິນທະບາດ, ພຣະພິກຂຸວັນຊີ້ນໝີຢູ່ໃນປ່າ ເຫຼົ່າໝີຂ້າພຣະພິກຂຸເສັຍ ເພາະໄດ້ກິ່ນຊີ້ນໜີ ພຣະພິກຂຸທັງຫຼາຍທູນເລື່ອງແດ່ພຣະຜູ້ມີພຣະພາກ, ພຣະຜູ້ມີພຣະພາກຊົງບັນຍັດຫ້າມພິກຂຸທັງຫຼາຍວ່າ ດູກ່ອນພິກຂຸທັງຫຼາຍ ພິກຂຸບໍ່ເພິ່ງສັນຊີ້ນໜີ ອົງໃດສັນຕ້ອງອາບັດທຸກກົດ.

10. ພຣະພຸດທະບັນຍັດຫ້າມສັນຊີ້ນເສືອດາວ.
- ສະໄໝຕໍ່ມາ ພວກພານຂ້າເສືອດາວແລ້ວບໍຣິໂພກເສືອດາວ ແລະຖວາຍແກ່ພວກພິກຂຸທີ່ໄປບິນທະບາດ, ພຣະພິກຂຸວັນຊີ້ນເສືອດາວຢູ່ໃນປ່າ ເຫຼົ່າເສືອດາວຂ້າພຣະພິກຂຸເສັຍ ເພາະໄດ້ກິ່ນຊີ້ນເສືອດາວ ພຣະພິກຂຸທັງຫຼາຍທູນເລື່ອງແດ່ພຣະຜູ້ມີພຣະພາກ, ພຣະຜູ້ມີພຣະພາກຊົງບັນຍັດຫ້າມພິກຂຸທັງຫຼາຍວ່າ ດູກ່ອນພິກຂຸທັງຫຼາຍ ພິກຂຸບໍ່ເພິ່ງສັນຊີ້ນເສືອດາວ ອົງໃດສັນຕ້ອງອາບັດທຸກກົດ.

- ເນື້ອຄວາມໃນພຣະໄຕຣປິດົກ ເຫຼັ້ມ 5 ບັນທັດທີ 1385-1508, ໜ້າທີ 56-61

ຣະບຽບການໃຫ່້ສາຍາພິກຂຸບວດໃໝ່ ແລະຍົກສາມະນະສັກດິ໌

- ພິກຂຸບວດໃໝ່ ຕ້ອງໃຫ້ນາມສາຍາກ່ອນບວຊ ຫຼືບວດແລ້ວຈຶ່ງໃຫ້ (ອິງຕາມວ່າບວດແບບໃດ ? ແຕ່ໃນລາວສ່ວນຫຼາຍ ຕາມຣະບຽບທາງອົງການປົກຄອງສົງລາວປັດຈຸບັນ ແມ່ນບວຊແບບນາຄະຕິດສະ) ຄືໃຫ້ສາຍາຜູ້ບວດວ່າ "ນາຄະ" ແລະຜູ້ເປັນອຸປັດຊາວ່າ "ພຣະຕິສສະມະຫາເຖຣະ" ສະນັ້ນ, ການໃຫ້ສາຍາຜູ້ບວດ ແມ່ນມັກຈະໃຫ້ຫຼັງບວດ ຫຼືຕອນຂຽນໃບສຸດທິພີ້.
- ຢ່າງໃດ ກໍຕາມ, ອີງຕາມປະເພນີມາແຕ່ບູຮານນັ້ນ ການໃຫ້ນາມສາຍານັ້ນ ຜູ້ໃຫ້ມັກຈະຫາຣືກນາມສາຍາຕາມວັນເກີດ ໃນສັປະດາ ຄື
໑. ວັນ ໑ ອາທິດ: ຈະແຕ່ງສາຍາໃຫ້ ມີຄວາມໝາຍເປັນ "ອຣຸນະວະນາ....."
໒. ວັນ ໒ ຈັນທຣ໌: ຈະແຕ່ງສາຍາໃຫ້ມີຄວາມໝາຍເປັນ "ກະຕະປຸນຍາ...."
໓. ວັນ ໓ ອັງຄ່ານ: ຈະແຕ່ງສາຍາໃຫ້ມີຄວາມໝາຍເປັນ "ຈັນທະວັງສາ..."
໔. ວັນ ໔ ພຸດ: ຈະແຕ່ງສາຍາໃຫ້ມີຄວາມໝາຍເປັນ "ຕຸດຖະທັມມາ...."
໕. ວັນ ໕ ພະຫັດ: ຈະແຕ່ງສາຍາໃຫ້ມີຄວາມໝາຍເປັນ "ຖິຕະທັມມາ..."
໖. ວັນ ໖ ສຸກ: ຈະແຕ່ງສາຍາໃຫ້ມີຄວາມໝາຍເປັນ "ສຸວາຈາ....."
໗. ວັນ ໗ ເສົາ: ຈະແຕ່ງສາຍາໃຫ້ມີຄວາມໝາຍເປັນ "ສຸທັມມາ...."

- ຈະຂຶ້ນຕົ້ນດ້ວຍ ຄໍາໃດກໍໄດ້ແຕ່ເວລາແປອອກມາແລ້ວ ໃຫ້ມີຄວາມໝາຍດັ່ງທີ່ກໍານົດໄວ້ ເຊັ່ນວັນອາທິດ ເວົ້າເຖິງຄວາມຮຸ່ງເຮືອງເໝືອນແສງອຣຸໂນທັຍ "ອຣຸນາ ຫຼືອຣຸໂນ" ເຊັ່ນຜູ້ຂຽນ ເກີດວັນອາທິດ ນາມສາຍາ ເປັນ "ໂຊຕິທັມໂມ ພິກຂຸ" ແປວ່າ "ພິກຂຸ ຜູ້ມີທັມອັນຮຸ່ງເຮືອງເປັ່ງປະກາຍ" ເມື່ອຫົດຄັ້ງ ທີ່ໜຶ່ງ ເປັນສົມເດັດໂຊຕິທັມມາຈາຣິຍາ, ຫົດຄັ້ງທີສອງເປັນພຣະຊາໂຊຕິທັມມາອາພາຈາຣິຍາ" ຫົດຄັ້ງທີ ໓ ເປັນພຣະຄຣູໂຊຕິທັມມາອາພາອາຣິຍາຈາຣຍ໌ ເມື່ອອາຍຸພັນສາເກີນສິບໄປແລ້ວ ຖືວ່າ ເປັນມະຫາເຖຣະ ຈຶ່ງຕືມທ້າຍນາມສາຍາເຂົ້າໄປອີກວ່າ "ພຣະຄຣູໂຊຕິທັມມາອາພາອາຣິຍາຈາຣຍ໌ ເຖຣະ"
- ກໍຣະນີ ຫາກມີການຫົດເລື້ອຍໆ ໃຫ້ຕໍ່ທ້າຍດ້ວຍຄໍາມຸງຄຸນໄປອີກ ຕາມການຫົດ ຫາກພຣະອົງນັ້ນ ອາຍຸພັນສາເກີນ ໒໐-໓໐ ຂຶ້ນໄປ ໃນເມືອງນັ້ນໆ ມີພຣະອາຍຸພັນສາແກ່ ບໍ່ຫຼາຍອົງໃຫ້ ຕື່ມຖ່າຍຄໍາວ່າ "ເຖຣະ ເປັນມະຫາເຖຣະ".

- ຣະບຽບວິທີນີ້ ໄດ້ປະຕິບັດມາແຕ່ບູຮານະການ ແຕ່ປັດຈຸບັນເລີກໃຊ້ແລ້ວ.
- ໜັງສືນີ້ ໄດ້ຈາກໜັງສືການບັນທຶກປະຈໍາວັນຂອງ ພຣະອາຈານໃຫຍ່ທອງຄູນ ອະນັນຕະສຸນທອນ ປະທານອົງການພຸດທະສາສນາສັມພັນລາວ ໑໙໗໖-໑໙໙໐.

ຣະບຽບສາມະນະສັກຫົດສົງ ຕາມແບບບູຮານລາວ

- ເມື່ອພຣະພິກຂຸບວດໃໝ່ ຕ້ອງໃສ່ນາມສາຍາທາງພິກຂຸຕາມ ປະເພນີທາງພຣະພຸດທະສາສນາ ຫຼືພຣະເຖຣະອົງໃດຫາກຖືກຍົກ ຫຼືສະຖາປານາຍົກຖານັນ ດອນສັກ ຫຼືຍົກສະມະນະສັກດິ໌ນັ້ນ ເຂົາຮຽກເຖຣາພິເສກ.
- ການເຖຣາພິເສກ ໃນພາສາລາວຮຽກວ່າ ຫົດສົງ, ການຫົດສົງນັ້ນ ຕາມປະເພນີລາວ ມີຢູ່ ໖ ຊັ້ນ ຄື
ກ. ສາຍການສຶກສາ:
໑. ຫົດຄັ້ງທີ ໑ ຮຽກວ່າ ຈານສັມເຣັດ.
໒. ຫົດຄັ້ງທີ ໒ ຮຽກວ່າ ຈານຊາ
໓. ຫົດຄັ້ງທີ ໓ ຮຽກວ່າ ຈານຄຣູ.
(໓ ຕຳແໜ່ງນີ້ ຫາກພຣະສົງບໍ່ມີຕໍາແໜ່ງ ຫຼືມີຕໍາແໜ່ງແລ້ວ ຫາກຫົດເທົ່າໃດຄັ້ງກໍຕາມ ໃຫ້ຄົງສະມະນະສັກໄວ້ພຽງ ພຣະຄຣູ ແຕ່ສາຍາອາດປ່ຽນໄປ)
ຂ.ສາຍຣາຊະການ:
໑. ຍົກຈາກພຣະຄຣູເປັນ ພຣະຫຼັກຄຳ(ມີຫຼາຍອົງ ແຕ່ຈະມອບໃຫ້ຄະນະແຂວງ, ເຈົ້າຄະນະປົກຄອງແຂວງ-ຫາກມີຫົດຄັ້ງຕໍ່ໄປກໍເປັນພຽງແຖມສົມພານ ພຣະຫຼັກຄຳ ເພີ່ມແຕ່ສາຍາ)
໒. ຍົກຈາກພຣະຫຼັກຄໍາ ເປັນພຣະລູກແກ້ວ (ມີຫຼາຍອົງ ໃນຄະນະສັງຄະມົນຕຣີ ແລະພຣະສັງຄະນາຍົກ-ຫາກມີການຫົດສົງຕໍ່ໄປ ກໍເປັນພຽງແຖມສົມພານພຣະລູກແກ້ວ-ເພີ່ມແຕ່ສາຍາ)
໓. ຍົກຈາກພຣະຍອດແກ້ວ ເປັນພຣະຍອດແກ້ວ (ມີ ອົງດຽວທ່ຽວປະເທດ ມອບໃຫ້ແກ່ພຣະສັງຄະຣາຊ - ຫາກມີການຫົດຄັ້ງຕໍ່ໄປ ກໍເປັນພຽງແຖມສົມພານພຣະຍອດແກ້ວ-ເພິ່ມແຕ່ສາຍາ)

ໝາຍເຫດ:
- ການເພີ່ມຕື່ມ ແລະປ່ຽນແປງສາຍານັ້ນ ຫາກຣະດັບການສຶກສາ ໃຫ້ຂຽນໄວ້ໃນແຜ່ນສຸວັນນະປັຕຕາ (ໃບປາກນາມ), ຫາຕໍາແໜ່ງທາງຣາຊະການສົງນັ້ນ ກະຊວງທັມມະການ ຮ່ວມກັບກະຊວງສຶກສາ ແລະສໍານັກສັງຄະມົນຕີ ແລະສໍານັກພຣະສັງຄະຣາຊ ໄດ້ບັນທຶກ ຕົກລົງໄວ້ໃນໃບຕາຕັ້ງ ແລະບັນຍັດໄວ້ໃນຣາຊະກິຈຈານຸແປກສາ ມີການອອກໃບຕາຕັ້ງ ຈາກສໍານັກພຣະສັງຄະຣາຊ ແລະສໍານັກພຣະຣາຊະວັງ ຕາມລຳດັບຊັ້ນຂອງຜູ້ຖືກແຕ່ງຕັ້ງ.

Friday, 10 June 2011

ວິທີສົມມາພໍ່ແມ່

ວິທີສົມມາພໍ່ແມ່
(ເຮັດໃນວັນເກີດຂອງຕົນເອງ, ວັນປີໃໝ່, ວັນເຂົ້າພັນສາ, ວັນອອກພັນສາ,
ຖືຂັນຫ້າ ຂາບລົງ 3 ຫົນ ແລ້ວກ່າວເປັນພາສາປາລີຈັ່ງຊີ້


ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.
ທຸຕິ ຍັມປິ ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.
ຕະຕິ ຍັມປິ ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.

ແລ້ວກ່າວເປັນພາສາລາວຕໍ່
ກາຍຍະ ກັມສາມ ວາຈີກັມສີ່ ມະໂນກັມສາມ ບາບເພາະໂລໂພ ບາບເພາະໂທໂສ ບາບເພາະບູຣານະກັມ ບາບເພາະເວລານະກັມ ບາບເພາະປັຈຈຸບັນນະກັມ ບາບເພາະໄດ້ສະລັ້ງພັ້ງພາດຫຼົງຜິດ ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ ທັງຕໍ່ໜ້າ ແລະລັບຫຼັງກໍດີ ທີ່ລູກໄດ້ກະທຳຕໍ່ພໍ່ແມ່ ຂໍພໍໃຫ້ລະງັບດັບຫາຍ ຈາກທາດ ຈາກຂັນ ຈາກອົງຄະ ອະໄວຍະວະ ຂອງຂ້ານ້ອຍດ້ວຍເທີ້ນ.

ຕໍ່ໄປພໍ່ແມ່ຮັບຄຳຄາຣະວະ
“ອະຫັງ ຂະມາມິ ຕະຍາປິ ເມ ຂະມິຕັບພັງ”
ພໍ່ ຫຼືແມ່ໃຫ້ພອນລູກດ້ວຍພາສາລາວ ເຊິ່ງເວົ້າເຖິງການອະໄພໂທດ ບໍ່ໃຫ້ບາບກັມ ແລະເວົ້າໃນລັກສະນະໃຫ້ບຸນ ແລະຈະເຣີນຣຸງເຮືອງ
“ແລ້ວກຈົບພິທີກໍເລີກ”

ນິທານແກ້ງຂົດຄູ້ (ຕອນທີ່ ໔)

ຄຶດເຖິງເມຍລູກເຕົ້າ ຫຼາຍວັນໄດ້ພັດພາກ
ປານນີ້ເມຍລູກນັ້ນ ຊິເນົາຢັ້ງຢູ່ຈັງໃດ ເດນໍ
* ແລ້ວເລົ່າເລີຍລ່ວງເຂົ້າ ເຂດຖິ່ນເມືອງຕົນ
ລາວນັ້ນດີໃຈຫຼາຍ ໄດ້ຕ່າວຫວນຄືນບ້ານ
ນາຍພານເຈົ້າ ເຊົາແຮງພັກຜ່ອນ
ຍາມເມື່ອຄາຍເມື່ອຍຮ້ອນ ຄາວນ້ອຍກໍດຸ່ງໄປ
* ບໍ່ໄດ້ດົນນານຊໍ້າ ເຖິງຖິ່ນເຮືອນຕົນ
ທັງພີ່ນ້ອງລູກເມຍ ແລ່ນມາຊູຊ້ວນ
ລາວກໍປົງຫາບຊີ້ນ ປົດທະນູລົງບ່າ
ກັບທັງພ້າອີ່ໂຕ້ ວາງໄວ້ບ່ອນເດີມ ຫັ້ນນາ
* ອັນວ່າຊາວພີ່ນ້ອງ ກໍຊົມຊື່ນແຊວໆ
ພາກັນມາເປັນແຖວ ທາບທາມພານເຈົ້າ
ລາວກໍຍິນດີດ້ວຍ ຢາຍປັນຊີ້ນຕ່ອນ
ຜູ້ລະຕ່ອນສອງຕ່ອນໃຫ້ລ້າ ບໍ່ມີເວົ້າວ່າຂາຍ ວ່ານາ
* ສ່ວນວ່າຊາວພີ່ນ້ອງ ກໍ້າຝ່າຍຫຼວງພະບາງ
ຊີ້ນໜັງປັນໃຫ້ພໍ ຫໍ່ສົ້ມຢາຍໄປພ້ອມ
ກໍຫາກບໍລະບວນແລ້ວ ນາຍພານເດີນປ່າ
ຄັນເມື່ອມາຮອດບ້ານ ຕົນແລ້ວສວ່າງມະໂນ ເຈົ້າເອີຍ
* ກ່າວຊໍ້າອີກພີ່ນ້ອງ ກຸງເກົ່າຫຼວງພະບາງ
ເຂືອຫາກດີໃຈຫຼາຍ ຟ້າວຄືນເມືອບ້ານ
ພາກັນໄຂຫໍ່ສົ້ມ ຊີມລອງສົ້ມພັດໂອ່
ສົ້ມຄວາຍໂອ່ແທ້ໆ ຊິເຈັບທ້ອງບໍ່ກິນ ແມ້ນາ
("ໂອ່" ໝາຍເຖິງ "ສຸ" ຈົນນ້ອຍ ຈົນກິນບໍ່ໄດ້. ຈັ່ງຊັ້ນໃນການປາກເວົ້າຂອງຊາວຫຼວງພະບາງລົງທ້າຍຈຶ່ງວ່າໂອ່ ຕົວຢ່າງ: ໄປແທ້ໂອ່, ຂອງຂ້ອຍແທ້ໂອ່. ມາແຕ່ປາງນັ້ນ ປັດຈຸບັນກໍຍັງມີສໍານຽງລົງລົງທ້າຍວ່າ "ໂອ່" ສືບຕໍ່ມາທຸກວັນນີ້)
* ຂໍຢຸດເຊົາພັກໄວ້ ຄວາຍເງິນເທົ່ານີ້ກ່ອນ
ໃນບັ້ນຕອນຕໍ່ໜ້າ ຊິຈົງເວົ້າແຕ່ເລື່ອງພານ ທ່ານເອີຍ
ຫຼັງຈາກນາຍພານຈື່ງຂື່ງດັງແດງສໍາເລັດໃນການໄປເຊີດເນື້ອຊອກຍິງໄດ້ຄວາຍເງິນຕາມຈຸດປະສົງ ຂອງລາວ ແລະ ໄດ້ຕ່າວກັບຄືນມາເຖິງບ້ານເຮືອນແລ້ວ:
* ພານຍັງຄຶດບໍ່ແລ້ວ ຫງໍາເງືອດຢູ່ໃນໃຈ
ວ່າຊິໄປຂົນຫີນ ອັດປ່ອງທາງເຮືອຄ້າ
ເມື່ອຕົກລົງໃຈໄດ້ ກໍລາເມຍເອີ້ນສັ່ງ
ລາລູກເຕົ້າພີ່ນ້ອງ ວັນໜ້າຊິດຸ່ງໄປ
* ລູກເມຍໄດ້ວ່າຫ້າມ ລາວຄຽດບໍ່ມີຟັງ
ວ່າຈະບໍ່ຖອຍຫຼັງ ມີແຕ່ທາງເດີນໜ້າ
ເມື່ອໄດ້ຍາມດີແລ້ວ ກໍລົງເຮືອນຟ້າວຝັ່ງ
ບໍ່ໄດ້ລໍເລົ່າລັ້ງ ເຖິງເທົ້າບ່ອນໝາຍ ຫັ້ນນາ
* ພານກໍຮີບເຮັ່ງຮ້ອນ ຫາບຫີນໃຫຍ່ເທລົງ
ຫຼຸຫຼັ່ງຕັນບ່ອນຮອມ ປອງທຽວເຮືອຄ້າ
ຖອກລົງຫຍັບໄປໃກ້ ຊິຈອດໄທເຖິງຝັ່ງ
ໜາມກ່າມໄດ້ທັ່ງຟື້ນ ປັກເທົ້າສຽບແທງ ເຈົ້າແລ້ວ
* ລາວກໍຄຶດໄຄ່ໄດ້ ເຂັມບົ່ງອອກຍັງໜາມ
ເຂັມກໍເລີຍເລົ່າເສຍ ຫຼູດມືລົງນໍ້າ
ລາວກໍຄວາເຄຍຄົ້ນ ງັດໂງນຫີນໂງ່ນ
ບໍ່ມີທາງຊິພໍ້ ຈົມປິ້ງບໍ່ຟູ ແທ້ນາ
(ຈຶ່ງໃສ່ຊື່ບ່ອນນັ້ນວ່າ: "ຕົກເຂັມ ຫຼື ຄອນເຂັມ" ກໍວ່າສືບຕໍ່ມາທຸກວັນນີ້, ບ່ອນບົ່ງໜາມເຂັມຕົກນໍ້າຢູ່ຕິດໂນນພູນ້ອຍຝັ່ງເບື້ອງລາວ)
* ອັນວ່າຈື່ງຂື່ງເຈົ້າ ພານໃຫຍ່ດັງແດງ
ມີພະລັງແຂງແຮງ ຫາບແບກຫີນຕັນແກ້ງ
ທັງໄລ່ຍິງນໍາຂ້າ ຄວາຍເງິນປົບແລ່ນ
ຍິງຕາຍດັບຊີບແລ້ວ ພານເຈົ້າຈິ່ງຄ່ອຍເຊົາ
* ເລີຍເລົ່າຮ້ອນຮອດໄທ້ ເທວະດາອິນທາ
ຫີນສີລາເລີຍແຂງ ໝອກບໍ່ລົງລົມຄ້າງ
ແດນສະຫວັນເມືອງຟ້າ ສຸກສໍາລານເລີດຍິ່ງ
ເມືອງມະນຸດເກີດເດືອດຮ້ອນ ພະອິນເຈົ້າແຕ່ງລົງ
(ພະຍາອິນຫຼິງເຫັນກໍຮໍ່າຮອນວ່າ: ຫາກຈະປ່ອຍໃຫ້ຈື່ງຂື່ງດັງແດງອັດຕັນແກ້ງຈົນສໍາເລັດກໍຈະເກີດ ນໍ້າຖ້ວມບ້ານຖ້ວມເມືອງ, ເຮືອແພນາວາຈະທຽວຂຶ້ນ-ລ່ອງໄປມາບໍ່ໄດ້, ປະຊາກອນຈະເກີດເດືອດຮ້ອນຈຶ່ງຕັດສັ່ງໃຫ້ເທພະບຸດຕົນໜຶ່ງລົງມາເພື່ອແກ້ໄຂບັນຫາ, ວ່າແລ້ວເທພະບຸດຕົນນັ້ນກໍໄດ້ລົງມາແປງເພດເປັນຈົວນ້ອຍເຂົ້າໄປຫາຈື່ງຂື່ງດັງແດງທີ່ນັ່ງພັກຜ່ອນຢູ່ໂງ່ນຫີນ ຫຼັງຈາກລາວໄດ້ບົ່ງໜາມປັກອອກແລ້ວ.
ຈົວນ້ອຍໄດ້ຖາມເຖິງເລື່ອງລາວຕ່າງໆທີ່ພາໃຫ້ອັດຕັນແກ້ງ, ຈື່ງຂື່ງດັງແດງກໍເລົ່າຄວາມຈິງສູ່ຈົວ
ນ້ອຍຟັງທຸກຢ່າງ ເມື່ອໄດ້ຊາບລາຍລະອຽດແລ້ວຈົວນ້ອຍກໍເອີ່ຍສຽງຂຶ້ນເປັນສໍານຽງອັນອ່ອນນວນຊວນຟັງວ່າ: ພໍ່ອອກແບກຫີນເທື່ອລະກ້ອນ ແລະ ໃຊ້ໄມ້ຍຸງໄມ້ຍາງເປັນໄມ້ຄານຫາບເອົາມັນກໍຕື່ມໜັກ ບໍ່ໄດ້ຫີນຫຼາຍ ຖ້າຢາກໃຫ້ແລ້ວໄວຄວນເອົາໄມ້ເຮ້ຍຫຼາຍໆລໍາມາມັດຕິດຕໍ່ກັນເຮັດເປັນກ້ວນເປັນໄມ້ຄານຫາບເອົາມັນຈຶ່ງບໍ່ໜັກທັງໄດ້ຫີນຫຼາຍຕັນແກ້ງຈິ່ງຈະແລ້ວໄວ ເມື່ອໄດ້ຍິນຈົວນ້ອຍກ່າວເຊັ່ນນັ້ນຈື່ງຂື່ງດັງແດງບໍ່ພິຈາລະນາຖ້ວນຖີ່ຫຼົງເຊື່ອຄໍາຈົວນ້ອຍກໍຕົກລົງໃຈທັນທີເຮັດຕາມທີ່ຈົວນ້ອຍໄດ້ແນະນໍາທຸກຢ່າງ.
* ຈາກນັ້ນ ລາວກໍກັບຕ່າວບ້ານ ຟ້າວຝັ່ງເມືອເຮືອນ
ເມື່ອໄດ້ເຖິງເຮືອນຫໍ ບໍ່ໄດ້ດົນນານຊ້າ
ລາວກໍກຽມເອົາໄດ້ ອຸປະກອນຂວານສີ່ວ
ແລ້ວກໍລີວອອກບ້ານ ອຸປະກອນຂວານສີ່ວ
(ລາວບ່ອງຜາສໍາເລັດໜ່ວຍໜຶ່ງ ຢູ່ມໍ່ບ້ານຂອງລາວຍັງອີກໜ່ວຍທີສອງເພື່ອເປັນຄູ່ຫາບຊາກັນແຕ່ບໍ່ທັນໄດ້ບ່ອງຍ້ອນຟ້າວຢາກໃຫ້ແລ້ວໄວໆ ລາວກໍໄປຕັດເອົາໄມ້ເຮ້ຍຢ່າງຫຼວງຫຼາຍມາມັດຕິດຕໍ່ກັນເຮັດເປັນກ້ວນໃຫຍ່ຍາວ ແລ້ວຍົກສອດໃສ່ຜາໜ່ວຍທີ່ລາວບ່ອງໄວ້ນັ້ນ ອີກສົ້ນໜຶ່ງກໍເອົາມັດຕິດໃສ່ຜາໜ່ວຍທີສອງທີ່ບໍ່ທັນໄດ້ບ່ອງມັດຮັດແໜ້ນໆຈົນຄັກແນ່ໃນໃຈ ພັກເມື່ອຍເຊົາແຮງຢູ່ຄາວໜຶ່ງລາວກໍໂຍບນັ່ງລົງເອົາໄມ້ຄານແປະໃສ່ບ່າຮຶດຂຶ້ນຢ່າງແຮງດ້ວຍນໍ້າໜັກຂອງຫີນຜາອັນມະຫາສານນັ້ນ)
* ເຮັດໃຫ້ຄານໄມ້ເຮ້ຍ ຫັກທົບບາດຄໍຕາຍ
ພານກໍດັບຊີວາຍ ຢູ່ຫວ່າງຜາຕາຄ້າງ
ຈື່ງຂື່ງມໍລະນາມ້ຽນ ບໍ່ວຽນຄືນກັບຕ່າວ
ຕາຍນັ່ງຂົດຂີ້ຄູ້ ຍ້ອນກໍາຕ້ອງແລ່ນທັນ ຫັ້ນແລ້ວ
* ຈື່ງຂື່ງຕາຍຂົດຄູ້ ຍ້ອນເຂື່ອນແກ້ງຄູນຫີນ
ພະຍາອິນຫຼິງເຫັນ ໃສ່ກໍາພານເຈົ້າ
ເລີຍເລົ່າມີນາມແຈ້ງ ຄົນໂບຮານໄດ້ລືຊື່
ແກ້ງຂົດຄູ້ວ່າໄວ້ ປາງນັ້ນກ່າວມາ ທ່ານເອີຍ
(ຜາໜ່ວຍທີໜຶ່ງ ທີ່ນາຍພານຈື່ງຂື່ງໄດ້ບ່ອງນັ້ນເອີ້ນວ່າ: "ຜາບ່ອງ" ຍັງມີຮ່ອງຮອຍເຈາະບ່ອງ
ຊອດເປັນຮູ, ຜາໜ່ວຍທີສອງ ທີ່ລາວເອົາຄານກ້ວນໄມ້ເຮ້ຍມັດຕິດນັ້ນເອີ້ນວ່າ: "ຜາເຫຼື້ອງ" ກໍຍັງມີຮ່ອງຮອຍເປັນລັກສະນະຜານັ້ນເຫຼື້ອງ (ງ່ຽງໜ້ອຍໜຶ່ງ) ຕໍ່ມາເອີ້ນວ່າ: "ຜາເລືອງ" ຜາທັງສອງໜ່ວຍນີ້ຢູ່ດິນແດນເມືອງເຟືອງ + ຫີນເຫີບ ແຂວງວຽງຈັນ) ອັນວ່າຄາເມບ້ານປະຊາກອນຕັ້ງຢູ່ນັ້ນກໍຍັງເອີນວ່າ: "ບ້ານຜາບ່ອງ + ຜາເລືອງ" ມາເຖິງເທົ້າທຸກວັນນີ້.
* ຈື່ງຂື່ງຕາຍຂົດຄູ້ ໄມ້ເຮ້ຍບາດເຕັງຄໍ
ກໍເພາະເວນລາວທໍາ ບາບກໍາມີໄວ້
ກໍາຈຶ່ງມານໍາຕ້ອງ ສະໜອງທັນຮ່ວມຊາດ
ບໍ່ລໍໄວ້ຊາດໜ້າ ບໍ່ຄອຍຖ້າຊາດຊິມາ
* ກໍາໜຶ່ງ ລາວເຂັ່ນຂ້າ ຕິດຕາມໄລ່ຄວາຍເງິນ
ແມ່ນຊິເດີນໄປໃສ ກໍໄຕ່ຕາມຈົນໄດ້
ຄວາຍຜ່ານຕາຍວຽນຂຶ້ນ ພູຊັນກໍນໍາໄລ່
ຍິງຕາຍດັບຊີບແລ້ວ ກໍາຕ້ອງແລ່ນທັນ ເຈົ້າເອີຍ
* ກໍາສອງ ອັດຕັນແກ້ງ ຫວັງບໍ່ໃຫ້ເຮືອທຽວ
ເສຍປະໂຫຍດໜ້ອຍດຽວ ບໍ່ຄວນທໍາລົງໄດ້
ກໍາໄດ້ມາຕາມຕ້ອງ ເວນທັນຈູງຈ່ອງ
ອິດສາພວກພີ່ນ້ອງ ພະອິນເຈົ້າໃສ່ກໍາ ວ່ານາ
* ອັນວ່າກໍາເວນນັ້ນ ມັນບໍ່ໄດ້ທໍາລາຍ
ບໍ່ສ້າງຄວາມຈິບຫາຍ ແກ່ຜູ້ໃດທັງນັ້ນ
ຕັ້ງຫາກແມ່ນຄົນສ້າງ ເຮັດເອົາຫາໃສ່
ຜູ້ທີ່ໃຈຄົດລ້ຽວ ຄົນນັ້ນໄດ້ເຮັດເອົາ
* ຄືດັ່ງໂຄດົມເຈົ້າ ສອນສັ່ງທໍາມະທານ
ຜູ້ທໍາບຸນໄດ້ບຸນ ຜູ້ທໍາບາບໄດ້ບາບ
ຜູ້ທໍາບຸນໆສົ່ງຍູ້ ຜູ້ທໍາບາບກໍາຈ່ອງໄວ້
ບຸນບາບມີແທ້ໆ ບໍ່ແປປີ້ນປ່ຽນໄປ ແທ້ເນີ

* ແກ້ງຂົດຄູ້: ເມື່ອເຖິງລະດູແລ້ງຫີນແກ້ງພົ້ນຂຶ້ນ, ຊາວເມືອງຊະນະຄາມສ່ວນຫຼາຍແມ່ນຊາວບ້ານ ປາກມີ້ ແລະ ບ້ານໃກ້ຄຽງທັງສອງຟາກຝັ່ງແມ່ນໍ້າຂອງໄດ້ພາກັນລົງຫາປາ: ຄວ່າງແຫ, ຕັກກະຕ໋ອງ, ກາງໂຕ່ງ, ໄຫຼມອງ ແລະ ອື່ນໆ ຢູ່ແກ້ງເປັນໝູ່ເປັນຝູງແຕ່ລະມື້ບໍ່ມີຂາດ, ຄືນັບແຕ່ເດືອນ 3 ເຖິງເດືອນ 6 ລາວທຸກໆປີ ເຊິ່ງເປັນອາຊີບເສີມອີກຢ່າງໜຶ່ງຂອງຊາວບ້ານໃນແຖບນັ້ນ ຖ້າຢາກກິນປາສົດຕອນບ່າຍແລງແສງອ່ອນກໍຂີ່ເຮືອນ້ອຍໄປທີ່ແກ້ງກໍຈະສົມປະສົງຂອງທ່ານ.
ເມື່ອເຖິງເດືອນເມສາປີໃໝ່ກຸດສົງການ ຊາວເມືອງຊະນະຄາມ ອໍາເພີຊຽງຄານ, ຍິງຊາຍ ບ່າວສາວທັງສອງຟາກຝັ່ງກໍພາກັນຫຼັ່ງໄຫຼລົງຫຼິ້ນນໍ້າທ່ຽວຊົມແກ້ງຢ່າງເປັນຂະບວນຟົດຟື້ນ, ມີມະໂຫລະສົບຄົບ ງັນດັງກຶກກ້ອງຄຶກຄື້ນໃນຍາມກາງເວັນ ແລະ ສ່ວນຫຼາຍການຄົບງັນນີ້ມີຢູ່ເບື້ອງຝັ່ງປະເທດໄທ ແລະ ຍັງມີປະຊາຊົນມາຈາກຖິ່ນອື່ນ ຕ່າງເມືອງ, ຕ່າງແຂວງ ທັງລາວ ແລະ ໄທ, ທັງຊາວຕ່າງປະເທດກໍພາກັນມາທ່ຽວຊົມເປັນຈໍານວນຫຼວງຫຼາຍ. ນອກຈາກລົງຫຼິ້ນນໍ້າແລ້ວ ບ່າວສາວເປັນໝູ່ຄຽງຄູ່ກັນຍ່າງລຽງຕາມຫາດຊາຍທີ່ຍາວຢຽດໄປຕາມຝັ່ງຂອງເບື້ອງລາວຈົນເຖິງຄັນຄູແກ້ງ (ຫ່າງຈາກຕົວເມືອງເຖິງແກ້ງມີຄວາມຍາວປະມານ 5 ກິໂລແມັດ), ມີບາງຜ່ອງຂີ່ເຮືອນ້ອຍຂຶ້ນລ່ອງ, ບາງຜ່ອງຍ່າງໄຕ່ຕາມຄັນຄູແກ້ງຍາມແລງເປັນໝູ່, ນັ່ງໂງ່ນຫີນເປັນຄູ່ ເປັນຄອບຄົວ ຖ່າຍຮູບ ແລ່ນຢອກໄຍກັນ ແລ້ວຊົມນໍ້າຟາດຟົ້ງໄຫຼລິ້ວລ່ວງຄອນ ກໍສຸດແສນອອນຊອນໃຈຢູ່ບໍ່ໜ້ອຍ.
ທີ່ບໍລິເວນກ້ອງແກ້ງ ແມ່ນຫາດຊາຍຫີນສົ້ມເປັນບໍ່ຫີນຊາຍ, ໄດ້ຂຸດຄົ້ນຂຶ້ນມາພັດທະນາບ້ານເມືອງປະຊາຊົນໄດ້ຊົມໃຊ້ຫີນ-ຊາຍຫາດແຫ່ງນີ້ກໍ່ສ້າງເຮືອນຊານບ້ານຊ່ອງ ແລະ ອື່ນໆ. ພຽງພໍກັບຄວາມຕ້ອງການ, ຢູ່ຫາດນັ້ນໃນລະດູແລ້ງມີຫີນໂງ່ນໜຶ່ງໃຫຍ່ພໍສົມຄວນພົ້ນໜ້ານໍ້າຂຶ້ນມາ ໃນຕົວຫີນມີຝຸ່ນສີມຸ່ນເປັນຂວາຍເຈາະເບາະແຈະແບະ, ຝຸ່ນນັ້ນມີລົດສົ້ມຄືກັບຫີນສົ້ມ, ປະຊາຊົນເອົາຝຸ່ນນັ້ນຮຸກຖູແຂ້ວ, ທາຮີມສົບ ແລະ ເອົາໃສ່ເທົ້າ ເພື່ອປ້ອງກັນນໍ້າກັດຊຶມໃນເວລາເຂົາເຈົ້າລົງຫາປາ, ປັ່ນບ້າງຮ່ອນຄໍາ ແລະ ອື່ນໆ. ຈຶ່ງເອີ້ນຫາດນັ້ນວ່າ: "ຫາດຫີນສົ້ມ ຫຼື ຫາດຊາຍຫີນສົ້ມ" ມາເຖິງເທົ້າທຸກວັນນີ້.
* ຄົກເຂັມ: ດັ່ງທີ່ໄດ້ກ່າວມາແລ້ວເປັນຄົກວັງນໍ້າໃຫຍ່ເລິກມີຄວາມກວ້າງປະມານ 1-2 ເຮັກຕາ ເປັນ
ບໍ່ນໍ້າປະປາຂອງເມືອງ, ຕາມການກ່າວຂານຂອງຄົນເຖົ້າແກ່ໂບຮານເລົ່າສູ່ຟັງວ່າ: ໂນນພູນ້ອຍຕິດກັບຄົກເຂັມນັ້ນ ໃນເມື່ອກ່ອນມີຮູຈາກຈອມພູລົງໃຕ້ດິນຊອດໃສ່ພື້ນຄົກເຂັມ, ເອົາໄມ້ຊາງ ຫຼື ສິ່ງທີ່ຟູນໍ້າຖິ້ມລົງໄປໃນຮູກໍຈະຟູຂຶ້ນໜ້ານໍ້າຄົກເຂັມ, ຮູນັ້ັ້ນແມ່ນທາງທຽວຂຶ້ນ-ລົງຂອງກວາງຄໍາໃນເມື່ອປາງກ່ອນ, ປັດຈຸ ບັນຮູນັ້ນອັດຕັນແລ້ວ (ທໍາມະຊາດໄດ້ອັນຕັນເອງ) ແຕ່ຍັງເຫັນເປັນຮ່ອງຮອຍຢູ່ປາກຮູເບື້ອງເທິງເປັນຫຼຸບໆມີຫີນໂງ່ນໜຶ່ງຕັນຢູ່ປາກຮູນັ້ນ.
ໃນແຕ່ລະປີຜ່ານມານັບແຕ່ເດືອນ 10 ເຖິງເດືອນ 3 ລາວທີ່ພູນ້ອຍແຫ່ງນີ້ໄດ້ມີຝູງນົກປ່າເປັນໝູ່ເປັນຝູງ ຫຼາຍຮ້ອຍ ຫຼາຍພັນໂຕພາກັນບິນຫຼັ່ງໄຫຼມາເຕົ້າໂຮມຫຼິ້ນທີ່ຕົ້ນໄມ້ເທິງພູແຕ່ເຊົ້າຈົນຄໍ່າທຸກມື້ພາ ກັນມາຮ້ອງແຊວໆດັງກ້ອງສະນັ່ນຈັບງ່າໄມ້ເຕັ້ນໄຕ່ໄປມາ ອໍແອສຽງຢອກໄຍກັນຫຼິ້ນແລ້ວກໍບິນເຈີດກ້ຽວໄປມາເປັນໝູ່ບິນເຈີດຂຶ້ນຄືນໂຄ້ງຕ່າວມາຢ່າງສະໜຸກສະໜານພໍໃກ້ຄໍ່າກໍແຕກໜີ ບາງຜ່ອງກໍນອນຢູ່ກັບທີ່ເປັນເວລາ 5-6 ເດືອນຈຶ່ງເລີກລາເປັນແນວນີ້ຕະຫຼອດມາເຖິງປີ 2009 ກໍເປັນອັດສະຈັນຢູ່ບໍ່ໜ້ອຍເໝືອນ
ດັ່ງເທບພະເຈົ້າດົນບັນດານໃຫ້ເກີດຂຶ້ນມາ. ໃນປີ 2010 ໝົດທັງໂນນພູນ້ອຍດັ່ງກ່າວເປັນສະຖານທີ່ຜະ
ລິດນໍ້າປະປາຂອງເມືອງຊະນະຄາມແລ້ວ.
* ແກ້ງຂົດຄູ້ແຫ່ງນີ້ ພານຈື່ງຂື່ງດັງແດງ
ມີພະລັງແຂງແຮງ ລື່ນພາຍສານຊ້າງ
ລາວນັ້ນເປັນຜູ້ສ້າງ ອັດຕັນຄັນຄູແກ້ງ
ແຕ່ວ່າແປງບໍ່ແລ້ວ ແປວເດືອນຫ້າຫຼັ່ງໄຫຼ
* ຍາມເມື່ອເລີຍລ່ວງເຂົ້າ ປີໃໝ່ເດືອນເມສາ
ປວງປະຊາລາວ-ໄທ ຫຼັ່ງໄຫຼເຫຼືອລົ້ນ
ພາກັນລົງຫຼິ້ນນໍ້າ ນະທີຂອງສອງຝັ່ງ
ຟັງສຽງດັງລັ່ນກ້ອງ ສອງເບື້ອງແມ່ນະທີ ມ່ວນເດ
* ສຸດແສນມີຄ່າລົ້ນ ເມື່ອໄດ້ທ່ຽວມາຊົມ
ແມ່ນບຸນວາດສະໜາ ທີ່ໄດ້ມາຕາມຕ້ອງ
ມອງເຫັນແປວເດືອນຫ້າ ຄອນງາມໄຫຼຫຼັ່ງ
ສຽງປີ່ຟອງຟາດຟົ້ງ ຊົມແລ້ວບໍ່ຢາກໄລ ແທ້ນາ.
ນິທານ ແກ້ງຂົດຄູ້ ຈື່ງຂື່ງດັງແດງ ແລະ ຄວາຍເງິນ ເປັນນິທານຊາວບ້ານ ສືບຕໍ່ເລົ່າກັນມາເປັນເວລາດົນນານແສນນານ (ເປັນເລື່ອງປິດສະໜາ) ຂໍໃຫ້ທ່ານຜູ້ອ່ານຈົ່ງໄດ້ຄຶດໄຕ່ຕອງເອົາເອງວ່າຈະເປັນແນວໃດກັນແທ້ ແຕ່ເຖິງຢ່າງໃດກໍດີຜູ້ຂຽນຄຶດວ່າ: ຈະເປັນຄະຕິເຕືອນໃຈ ແລະ ເປັນປະໂຫຍດບໍ່ຫຼາຍກໍໜ້ອຍ ແກ່ທ່ານຜູ້ທີ່ສົນໃຈ ໄດ້ອ່ານ ໄດ້ຍິນ ໄດ້ຮູ້ເຫັນ.
* ຮຽມຂໍໂຈະບົດບັ້ນ ໄວ້ກ່ອນນິທານເດີມ
ບໍ່ໄດ້ເຕີມຫາເອົາ ເພິ່ນເລົ່າມາແນວນີ້
ມີບ່ອນໃດຜິດຂ້າມ ຄໍາບໍ່ງາມບໍ່ຄ່ອງ
ຂໍພີ່ນ້ອງຈົ່ງໄດ້ ອະໄພຂ້ອຍຜູ້ຂຽນ ແດ່ເນີ.

ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑