Thursday 4 October 2012

ພຸດທະຊະຍັນຕີ ຄວາມເປັນມາ ແລະຄວາມໝາຍຂອງຊາວພຸດ

 
ປີນີ້ ພ.ສ. 2555 ນັບວ່າເປັນປິສຳຄັນອີກວັນໜຶ່ງຂອງຊາວພຸດລາວ ແລະຊາວພຸດທົ່ວໂລກ, ທີ່ຈະໄດ້ສະຫຼອງພຸດທະສາສະໜາເກີດຂຶ້ນມາໃນໂລກຄົບ 2600 ປີ ແລະບັນດາພຸດທະສາສນິກະຊົນ ພຸດທະສາສະໜາຝ່າຍເຖຣະວາດ ຈະໄດ້ຮ່ວມກັນສະຫຼອງຣຳລຶກ ພຸດທະຊະຍັນຕີ, ປີນີ້ຈະໄດ້ຈັດຂຶ້ນ ໃນວັນ ເພັງ 15 ຄໍ່າ ເດືອນກົງກັບວັນຈັນ ວັນທີ 4 ມິຖຸນາ ພຸດທະສັງກາດ 2555.
- ວັນພຸດທະຊະຍັນຕີນີ້ ເປັນວັນທີ່ພຣະບາດສົມເດັດພຣະສັມມາສັມພຸດທະເຈົ້າ ອັນເປັນເຈົ້າຂອງພຸດທະສາສະໜາຂອງເຮົານີ້ປະສູດ, ຕັສຮູ້ ແລະປະຣິນິພພານ ກ່ອນພຸດທະສັງກາດ 45 ປີ (ຫຼືກ່ອນພຣະພຸດທະເຈົ້າປະຣິນິພພານ 45 ປີນັ້ນເອງ).
(ພາບກ່ຽວກັບການຕັດສະຮູ້ຂອງພຣະພຸດທະເຈົ້າ) 
ກ່ອນພຸດທະເຈົ້າປະຣິນິບພານນັ້ນ 45 ປີ ພຣະພຸດທະເຈົ້າຊົງຊະນະມານ ນະທີ່ຕາແສງອຸຣຸເວລາ ເສນານິຄົມແຫ່ງນີ້ ຈາກວັນປະຣິນິພພານມາຮອດວັນນີ້ ພ.ສ 2555 ຈະຄົບຮອບໃນເດືອນ ວັນທີ 4 ມິຖຸນາ ປີ 2555 ພໍດີ ຄົບ 2600 ປີທີ່ພຣະພຸດທະອົງຕັດສະຮູ້.









ກ່ອນພຸດທະເຈົ້າປະຣິນິບພານນັ້ນ 45 ປີ ພຣະພຸດທະເຈົ້າຊົງຊະນະມານ ນະທີ່ຕາແສງອຸຣຸເວລາ ເສນານິຄົມແຫ່ງນີ້ ຈາກວັນປະຣິນິພານມາຮອດວັນນີ້ ພ.ສ 2555 ຈະຄົບຮອບໃນເດືອນ ວັນທີ 4 ມິຖຸນາ ປີ 2555 ພໍດີ ຄົບ 2600 ປີທີ່ພຣະພຸດທະອົງຕັດສະຮູ້.
- ພຸດທະຊະຍັນຕີ ຫຼືສັມພຸດທະຊະຍັນຕີ (Sambuddha jayanthi) ເປັນເທດສະການສຳຄັນທາງພຸດທະສາສນາຝ່າຍເຖຣະວາດ ອັນກ່ຽວກັບວັນວິສາຂາບູຊາ.
- ຄຳວ່າ ພຸທະຊະຍັນຕີມາຈາກສັບ "ພຸທທະ+ຊຍັນຕີ" (ສັນສະກິດ जयंती) ແປວ່າ "ວັນຄົບຮອບ" (Anniversary) ໃນພາສາສັນສະກິດ ພຸດທະຊະຍັນຕີ ຈຶ່ງແປວ່າ "ການຄົບຮອບວັນຕັສຮູ້" ຫຼືວ່າ "ວັນຄົບຮອບໄຊຊະນະຂອງພຣະພຸດທະເຈົ້າກໍໄດ້".
- "ພຸດທະຊະຍັນຕີ" ໃຊ້ຮຽກການຈັດກິດຈະກັມໃນປີທີ່ຄົບຮອບວາຣະສຳຄັນຂອງພຣະພຸດທະເຈົ້າ ເຊັ່ນວັນຄົບຮອບ 2500 ປີແຫ່ງການປະຣິນິພານຂອງພຣະພຸດທະເຈົ້າ, ທາງລາວເຮົາຮຽກວ່າ "ສະຫຼອງເຄິ່ງພຸດທະການ" ແລະປີນີ້ ປີ ພສ. 2555 ເປັນການສະຫຼອງຄົບຮອບ 2600 ປີແຫ່ງການຕັຮູ້ຂອງພຣະພຸດທະເຈົ້າ, ແຕ່ໃນແຕ່ລະປະເທດອາດເອີ້ນຊື່ຕ່າງກັນ ເຊັ່ນ ສຣີສັມພຸດທະຊັນຕີ, ສັມພຸດທະຊະຍັນຕີ ແຕ່ທັງໝົດເພື່ອເປັນການພຸດທະບູຊາດ ເພື່ອຖວາຍແກ່ອົງສົມເດັດພຣະສັມມາສັມພຸດທະເຈົ້າ ໃນວາຣະສັມຄັນຂອງພຣະພຸດທະອົງນັ້ນເອງ.
- ການສະຫຼອງພຸດທະຊະຍັນຕີ ໃນປະເທດລາວຂອງພວກເຮົານັ້ນໃນອະດີດນັ້ນ ເຄີຍຈັດຕັ້ງໜຶ່ງ ຄື ສະຫຼອງໃນປີ ພ.ສ 2500 ທາງການລາວເຮົາຮຽກວ່າ  "ສະຫຼອງເຄິ່ງພຸດທະການ"  ການສະຫຼອງຄັ້ງນັ້ນ ແມ່ນໄດ້ທຳການສະ ຫຼອງທີ່ຫໍທັມມະສະພາ(ສາລາພັນຫ້ອງ) ທີ່ເດີ່ນພຣະທາດຫຼວງ ເຊິ່ງມີພຣະບາດສົມ ເດັດພຣະເຈົ້າມະຫາຊີວິດສີສະຫວ່າງວັດທະນາເປັນອົງປະມຸກ ຮ່ວມກັບອົງສົມເດັດພຣະສັງຄະຣາດ ແລະອົງສົມເດັດພຣະສັງຄະນາຍົກ ນາຍົກສົງ (ອົງສົມເດັດອັກຄະມະຫາບັນດິດລູກແກ້ວ "ຄູນ ມະນີວົງ") ເປັນອົງດຳເນີນການຮ່ວມກັບນາຍົກລັດຖະມົນຕີ(ສຸວັນນະພູມມາ), ແລະມີການຈັດຕັ້ງສະຫຼອງກັນທົ່ວທຸກແຂວງ ທີ່ວຽງຈັນທາງລັດຖະບານໄດ້ຈັດສ້າງສາລາພັນຫ້ອງ 1 ຫຼັງ ແລະມະຫາກຸດີ 1 ຫຼັງຖວາຍເປັນພຸດທະບູຊາ ພ້ອມທັງຈັດພິມພຣະໄຕປິດົກສະພາສາປລີ ດ້ວຍອັກສອນທັມຖວາຍໄປທົ່ວທຸກວັດທຸກແຂວງໃນຂອບເຂດທົ່ວປະເທດ ສ່ວນໃນບັນດາແຂວງ ທາງການແຂວງໃນແຂວງໃຫຍ່ໆ ກໍມີການສ້າງຖາ ວອນວັດຖຖວາຍເປັນພຸດທະບູຊາດ້ວຍ. 
ສ່ວນໃນປີ ພ.ສ 2555 ນີ້ ທາງອົງການພຸດທະສາສະໜາສຳພັນແຫ່ງປະເທດລາວ ຈະມີການສະຫຼອງພຸດທະຊະຍັນຕີ ຂຶ້ນເຊັ່ນກັນ ແຕ່ວັນເວລາໃດນັ້ນ ຍັງບໍ່ທັນມີການແຈ້ງການຢ່າງເປັນທາງການເທື່ອ ຫາກມີແຈ້ງການແລ້ວຈະນຳມາສະເໜີນະທີ່ນີ້.

- ປີນີ້ ທາງວັດວິຈິດທັມມາຣາມເຮົາ ມີໂຄງການທຳບຸນສະຫຼອງຮ່ວມພຸດທະຊະຍັນຕີນີ້ຫຼາຍໂຄງການ ຄື
1. ໂຄງການທຳອິດ "ບຸນກະຖິນສະມັກຄີຮ່ວມສະຫຼອງພຸດທະຊະຍັນຕີ" 
2. ສະຫຼອງກຸຕິ ສ້າງໃໝ່ (ລໍຕິດຕາມຂ່າວ)
3. ສະຫຼອງການສ້າງວັດຄົບ 12 ປີ (ລໍຕິດຕາມຂ່າວ)
4. ສະຫຼອງຫໍກອງຫຼັງໃໝ່ (ລໍຕິດຕາມຂ່າວ)

5. ສະຫຼອງສາລາຫຼັງໃໝ່ (ລໍຕິດຕາມຂ່າວ)

- ໂຄງການຈະກໍ່ສ້າງປີນີ້ມີ(ຫຼັງຈາກອອກພັນສາໄປ)
1. ຈະເຣີ່ມກໍ່ສ້າງປະຕູໂຂງ ທາງເຂົ້າວັດໜ້າ ຫຼັງ 2 ແຫ່ງ.
2. ຈະເຣີ່ມສ້າງພັດທະສີມາ.