Thursday 7 July 2011

ສະຫວັນ ຊັ້ນດາວະດິງສ໌

ດາວະດິງ(ພາສາປາລີ: ຕາວຕິງສ ໂລກາ) ຫຼື ຕຣັຍຕຣິງ ຫຼືຕຣັຍຕຶງສ໌(ສັນສະກິດ: त्रायस्त्रिंश लोक ຕຣາຍສຕຣິງສະ ເປັນຄໍາຄຸນສັບຂອງຄໍາວ່າ ຕຣາຍສຕຣິງ ສຕ, ເປັນຈຳນວນ 33 ອາດແປຄວາມໝາຍໄດ້ວ່າ "ທີ່ຢູ່ຂອງເທບ 33 ອົງ"

- ສະຫວັນດາວະດິງ ເປັນສະຫວັນຊັ້ນທີ 2 ຈາກສະຫວັນຊັນກາມາພະຈອນທັງ 6 ຊັ້ນ(ຈັດຢູ່ໃນກາມະຮູບ) ໂດຍຢູ່ສູງຂຶ້ນໄປຈາກຊັ້ນ ຈາຕູມມະຫາຣາຊິກາຂຶ້ນໄປ 336,000,000 ວາ ຫຼື 168,000 ກິໂລແມັດ, ຕັ້ງຢູ່ເທິງຍອດເຂົາພຣະສຸເມຣຸອັນສູງໄດ້ 80,000 ໂຍດ ເຊິ່ງເປັນຈຸດ ສູງສຸດທີ່ຍັງເຊື່ອຢູ່ກັບມະນຸດພູມ ຫຼືໂລກມະນຸດ, (ອາດທຽບໄດ້ກັບຍອດພູເຂົາໂອລິມປັສໃນຕໍານານເທພປະກອນນັມກຣີກ) ອານາບໍຣິເວນໂດຍຮອບ 80.000 ຕາລາງໂຍດ ມີທ້າວສັກກະ ຫຼືພຣະຍາອິນເປັນຜູ້ປົກຄອງ.

- ເມືອງບົນສະຫວັນຊັ້ນດາວະດິງ ເປັນເມືອງໃຫຍ່ທີ່ສ້າງຢ່າງງົດງາມດ້ວຍຄໍາ ແລະແກ້ວ 7 ປະການ ມີສຽງດົນຕຣີບັນເລັງຢູ່ຢ່າງອອນຊອນ ກາງເມືອງດາວະດິງມີຜາສາດໃຫຍ່ທີ່ງົດງາມເປັນທີ່ປະທັບຂອງພຣະຍາອິນ.

ບົນສະຫວັນຊັ້ນນີ້ມີອຸທະຍານທີ່ງົດງາມຫຼາຍຢູ່ 4 ແຫ່ງ ຄື:

1, ນັນທະວະນຸທິຍານ ຫຼືສວນນັນທະວັນ (ສວນທີ່ລື່ນລົມ) ຕັ້ງຢູ່ທາງທິດຕາເວັນອອກຂອງສະຫວັນັ້ນດາສະດິງ ໃນສວນທີ່ໃກ້ກັບຕົວເມືອງ ມີສະໃຫຍ່ 2 ສະ, ສະໜຶ່ງມີຊື່ວ່າ ສະນັນທາໂບກຂະຣະນີ ອີກສະໜຶ່ງຊື່ວ່າຈຸລະນັນທາໂບກຂະຣະນີ ມີແຜ່ນສີລາ 2 ແຜ່ນ ແຜ່ນໜຶ່ງມີຊື່ວ່າ ນັນທາປະຣິຖິປາສານ ອີກແຜ່ນໜຶ່ງມີຊື່ວ່າ ຈຸລະນັນທາປະຣິຖິປະສານ ເປັນສີລາທີ່ມີຣັສມີເຮືອງຮອງ ເມື່ອຈັບເບິ່ງຈະຮູ້ສຶກວ່ານິ້ມໆອ່ອນໆເໝືອນຂົນສັດ.

2, ຜະຣຸກະວັນ ຫຼືປາຣຸສະກະວັນ (ປ່າລິ້ນຈີ່) ຕັ້ງຢູ້ທາງທິດໃຕ້ຂອງສະຫວັນຊັ້ນດາວະດິງ ໃນອຸທະຍານນີ້ດ້ານໃກ້ຕົວເມືອງ ມີສະໃຫຍ່ 2 ສະ ສະໜຶ່ງຊື່ວ່າ ພັດທຣາໂບກຂະຣະນີ ອີກສະໜຶ່ງຊື່ວ່າ ສຸພັທຣາໂບກຂະຣະນີ ອັນມີກ້ອນແກ້ວໃສ 2 ກ້ອນ, ກ້ອນໜຶ່ງມີຊື່ວ່າ ພັທຣາປະຣິຖິປາສານ ອີກກ້ອນໜຶ່ງຊື່ວ່າ ສຸພັທຣາປະຣິຖິປາສານ ເປັນແກ້ວກ້ຽງອ່ອນນຸ້ມ.

3, ຈິຕຣລະດາວັນ (ປ່າເຄືອເຂົາວັນຫຼາກສີສວຍງາມ) ຕັ້ງຢູ່ທາງທິດຕາເວັນຕົກຂອງສະຫວັນຊັ້ນດາວະດິງ ສະໃນອຸທະຍານນີ້ມີຊື່ວ່າ ຈິຕຣະໂບກຂະຣະນີ ແລະຈຸລະຈິຕຣະໂບກຂະຣະນີ ສ່ວນແຜ່ນຫີນລາໃນອຸທະຍານນີ້ມີ 2 ແຜ່ນ, ແຜ່ນໜຶ່ງຊື່ວ້າ ຈິຕຣະປາສານ ແລະອີກແຜ່ນ ໜຶ່ງຊື່ວ່າ ຈຸລະຈິຕຣະປາສານ.

- ສັກກະວັນ ຫຼືມິສະກະວັນ (ປ່າໄມ້ຣະຄົນ) ຕັ້ງຢູ່ທາງທິດເໜືອຂອງສະຫວັນຊັ້ນດາວະດິງ ມີສະໃຫຍ່ 2 ສະ, ຊື່ວ່າທັມມາໂບກຂະຣະນີ ແລະສຸທັມມາໂບກຂະຣະນີ ສ່ວນແຜ່ນສີລາເປັນແຜ່ນແກ້ວມີຊື່ວ່າ ທັມມາປະຣິຖິປາສານ ແລະແຜ່ນສອງວ່າ ສຸທັມມາປະຣິຖິປາສານ.