Thursday 22 September 2016

ປະຫວັດ ນາງວິສາຂາມະຫາອຸປາສິກາ

ຮຽບຮຽງໂດຍ
ພອຄ.ເນືອງພິລັກ ໂຊຕິທອນ
-----

     ນາງວິສາຂາ ເກີດໃນສະກຸນເສດຖີ ບິດາຊື່ທະນັນໄຊຍະເສດຖີ ມານດາຊື່ສຸມະນາເທວີ ປູ່ຂອງນາງຊື່ເມນທະກະເສດຖີ ທີ່ເມືອງພັດທິຍະ ແຄວ້ນອັງຄະ ຕໍ່ມາໄດ້ຍ້າຍຕາມບິດາມາຢູ່ເມືອງສາເກດ ເຊິ່ງຢູ່ລະຫວ່າງເມືອງຣາຊຄືຫະກັບເມືອງພາລານະສີ.

    ເມື່ອນາງວິສາຂາມີອາຍູໄດ້ 7 ປີ, ໄດ້ຟັງທຳຈາກພະພຸດທະເຈົ້າ ກໍໄດ້ບັນລຸພະໂສດາບັນ ເມື່ອອາຍຸໄດ້ 16 ປີ ນາງໄດ້ແຕ່ງງານກັບຊາຍໜຸ່ມຊື່ ປຸນນະວັດທະນະ ເຊິ່ງເປັນລູກເສດຖີ ໃນເມືອງສາວັດຖີ.

    ນາງວິສາຂາ ມີຄຸນສົມບັດພັ່ງພ້ອມໄປດ້ວຍປັນຈະກັນລະຍານີໝາຍເຖິງລັກສະນະງົດງາມພ້ອມ 5 ປະການ ອັນໄດ້ແກ່:
     1. ຜົມງາມ ຄື ຜົມດຳສວຍເປັນເງົາງາມ.
     2. ຊີ້ນງາມ ຄື ສົບງາມແດງບະໄມ່.
     3. ກະດູກງາມ ຄື ແຂ້ວຂາວງາມ ເປັນລະບຽບ.
     4. ຜິວງາມ ຄື ຄືຜິດກ້ຽງເກົາງາມບໍ່ມີໄຝ່ຝ້າກະກ້ຽນ.
     5. ໄວງາມ ຄື ຄວາມງາມເໝາະສົມຕາມໄວຂອງຕົນ.
     ເຊິ່ງເປັນຄວາມງາມຄົບ 5 ປະການຂອງຍິງຜູ້ສະສົມບຸນພ້ອມ ຣິບູນມ ຖືເປັນຍອດປາດຖະໜາຂອງຍິງທຸກຄົນບົນໜ້າໂລກນີ້.

     ວັນໜຶ່ງ ນາງວິສາຂາໄດ້ຈັດງານທຳບຸນ ຖວາຍພັດຕາຫານ ທີ່ຄະລືຫາດຂອງຕົນ ໄດ້ນິມົນພະພຸດທະເຈົ້າ ແລະເຫຼົ່າພະສົງສາວົກ ມາສັນພັດຕາຫານ ນາງວິສາຂາໄດ້ສົ່ງຄຳເຊີນໄປຍັງມິຄາຣະເສດຖີພໍ່ປູ່ ເຊິ່ງຍັງບໍ່ທັນໄດ້ນັບຖືພະພຸດທະສາສນາມາກ່ອນໃຫ້ທາຮ່ວມທຳບຸນ ເມື່ອມິຄາຣະເສດຖີໄດ້ເຝົ້າພະພຸດທະເຈົ້າ ໄດ້ຟັງທຳ ເຊິ່ງບໍ່ເຄີຍຟັງມາກ່ອນຕະຫຼອດຊີວິດ ເມື່ອຟັງຈົບກໍສຳເລັດອະຣິຍະບຸກຄົນຊັ້ນໂສດາບັນ.

   ນາງວິສາຂາເປັນຜູ້ຣິເລີ່ມຖວາຍຜ້າອາບນໍ້າຝົນ ແກ່ພິກຂຸຜູ້ເຂົ້າພັນສາ ເພາະນາງຊາບວ່າພິກຂຸເປືອຍກາຍອາບນໍ້າຝົນບໍ່ເໝາະສົມ ຄ້າຍກັບພວກຊີເປືອຍ ຈຶ່ງຂໍອະນຸຍາດພະພຸດທະເຈົ້າຖວາຍຜ້າອາບນໍ້າຝົນແຕ່ນັ້ນມາ ຈົນກາຍເປັນປະເພນີຖວາຍຜ້າອາບນ້ຳຝົນຈົນຕາບເທົ້າທຸກວັນນີ້.

   ນາງວິສາຂາໄດ້ຮັບການຍົກຍ້ອງຈາກພະພຸດທະເຈົ້າວ່າເປັນ ເອຕຕະທັຄຄະ(ເລີດກວ່າຜູ້ອື່ນ) ໃນດ້ານການຖວາຍທານ ມີອາຍຸຍືນຍາວນານເຖິງ 120 ປີ ມີບຸດຊາຍ 10 ຄົນ ມີບຸດສາວ 10 ຄົນ ເປັນສາວິກາທີ່ອຸປະຖັມພະພຸດທະສາສນາ ທີ່ສຳຄັນຄົນໜຶ່ງ ຄູ່ກັບບິນດິກະມະຫາເສດຖີ; ພະພຸດທະເຈົ້າຊົງຍົກຍ້ອງໄວ້ໃນຖານະ ມະຫາອຸປາສິກາ.

ຄຸນນະທຳທີ່ຄວນຖືເປັນແບບຢ່າງ                      
   1. ເປັນຜູ້ມີສັດທາໃນພະພຸດທະສາສນາຢ່າງແຮງກ້າ, ເປັນຜູ່ສະຫຼາດໃນການທຳບຸນໃຫ້ທານ.
   2. ເປັນຜູ້ເຊື່ອຟັງບິດາ ມານດາ ແລະມີຄວາມຊື່ສັດ ແລະໝັ້ນຄົງຕໍ່ສາມີ.
   3. ເປັນຜູ້ມີສະຕິປັນຍາສະຫຼຽວສະຫຼາດ ໃຊ້ຫຼັກສິນທຳແກ້ໄຂບັນຫາໃນຄອບຄົວ ສັງຄົມໄດ້.
   4. ເປັນຜູ້ສາມາດປ່ຽນຄວາມເຊື່ອຖືຂອງພໍ່ປູ່(ບິດາສາມີ) ໃຫ້ຫັນມານັບຖືພະພຸດທະສາສນາໄດ້(ເປັນມັກຄະທາຍິກາ ຜູ້ນຳທາງສະຫວັນ ນິບພານຜ).
   5. ເປັນເດັກນ້ອຍອາຍຸນ້ອຍທີ່ສຸດທີ່ໄດ້ອະຣິຍະບຸກຄົນຊັ້ນໂສດາ ຍິນດີໃນທານແຕ່ອາຍຸ 7 ປີ.