Tuesday, 31 May 2011

ເລື່ອງການໃຫ້ທານຕາມຖະໜົນ ຄວນຄໍານຶ່ງກ່ອນທີ່ຈະໃຫ້

- ປະເທດລາວ ນັບວ່າເປັນປະເທດທຸກຍາກ ຕາມການປະເມີນຂອງອົງການສາກົນຕ່າງໆ ໄດ້ຈັດປະເທດລາວເຮົາຢູ່ໃນປະເທດທຸກຍາກທີ່ສຸດປະເທດໜຶ່ງ(ເຂົາວ່າຈັ່ງຊັ້ນ) ແຕ່ຜູ້ຂຽນຍັງບໍ່ທັນໄດ້ອ່ານກ່ຽວກັບຣາຍງານຕົວເລກເຣື່ອງນີ້ດອກ ໄດ້ຟັງແຕ່ຂ່າວ.

- ເຖິງຢ່າງໃດເຂົາຈັດປະເທດລາວ ຢູ່ໃນປະເທດທຸກຍາກ ເຮົາກໍວ່າຕາມເຂົາໄປອາດເປັນ ເຣື່ອງດີສໍາລັບການພັດທະນາປະເທດເຮົາໃນຫຼາຍດ້ານ ຈະເປັນດ້ານໃດກໍຕາມ, ເມື່ອປະເທດເຮົາຍັງທຸກ ເຮົາກໍຊ່ວຍກັນພັດທະນາ ໃຫ້ປະເທດລາວກ້າວຂຶ້ນເລື້ອຍໆ ພ້ອມກັນປົດປ່ອຍຄວາມທຸກຍາກເທື່ອລະກ້າວ ບໍ່ວ່າຈະເປັນດ້ານເສດຖະກິດ ສັງຄົມ ວັດທະນະທັມແລະອື່ນໆ ແຕ່ສິ່ງໜຶ່ງທີ່ລາວເຮົາພາກພູມໃຈນັ້ນ ແມ່ນວ່າປະເທດເຮົາຫາຄົນຂໍທານຍາກສົມຄວນ, ຈະວ່າບໍ່ມີກະບໍ່ແມ່ນ ແຕ່ມັນມີນ້ອຍຫາກທຽບໃສ່ປະເທດອື່ນ.

- ການທີ່ເວົ້າໄດ້ຈັ່ງຊີ້ ກໍເພາະວ່າຜູ້ຂຽນເຄີຍໄປທ່ຽວໃນປະເທດຕ່າງໆໃນອາຊີນັ້ນ ເຫັນວ່າຈະພົບເຫັນຄົນຂໍທານຫຼວງຫຼາຍ ບໍ່ວ່າຈະເປັນໃນຖນົນໃນເມືອງ, ແຫຼ່ງທ່ອງທ່ຽວ ແລະທາງເຂົ້າຫ້າງສັບພະສິນຄ້າ ແລະອື່ນໆ.

- ເວົ້າເລື່ອງຄົນຂໍທານໃນປະເທດລາວນັ້ນ ບໍ່ໄດ້ປະຕິເສດວ່າລາວເຮົາບໍ່ມີ ແຕ່ມັຮມີນ້ອຍ, ຈະບໍ່ໃຫ້ມີກໍອາດບໍ່ໄດ້ ເພາະວ່າປະເທດລາວເຮົາຍັງ ທຸກຍາກຂັ້ນຕິດອັນດັບນໍາເພິ່ນ ການເບິ່ງແຍງບໍຣິການບັນດາຄົນດ້ອຍໂອກາດອາດຊິບໍ່ທົ່ວເຖິງ, ສັງຄົມທີ່ເຂົາຢູ່ອາດຊ່ວຍເຫຼືອບໍ່ເຕັມເມັດເຕັມໜ່ວຍ ມັນກໍຍ່ອມເຮັດໃຫ້ມີບັນດາຜູ້ດ້ອຍໂອກາດເລົ່ານັ້ນຕ້ອງຊອກສະແຫວງຫາວັດຖຸປັດໄຈ ມາຈູນເຈືອຊີວິດຕົນດ້ວຍຄວາມອາດສາມາດ, ຫາກເປັນຄົນຕາບອດ, ແຂນກຸດ, ຂາຂາດ, ສະໝອງພິກົນພິການ, ເສັຍອົງຄະສະສາງ ພວກເຂົາບໍ່ມີວິຊາອາຊີບອື່ນໃດທີ່ດີກວ່າ ພວກເຂົາກໍຈໍາເປັນຫາລ້ຽງຊີບດ້ວຍການ ເປັນຂໍທານ, ອັນນັ້ນສັງຄົມກໍຄວນໃຫ້ໂອກາດ ແລະຊ່ວຍເຫຼືອເກື້ອກູນເຂົາບໍ່ວ່າທາງກົງ ຫຼືທາງອ້ອມ, ການຊ່ວຍເຫຼືອບັນດາບຸກຄົນເຫຼົ່ານີ້ ຂອງພວກເຮົາເຈົ້າຂ້ອຍທີ່ມີກຳລັງວັງຊາ ສະຕິປັນຍາ ຫຼືໂອກາດເໜືອກວ່ານັ້ນ ນັບວ່າເປັນພາລະໜ້າທີ່ກໍໄດ້ເຊັ່ນກັນ ເພາະເຫດວ່າ ຄົນດ້ອຍໂອກາດເລົ່ານັ້ນ ອາດເສັຍໂອກາດດ້ວຍການສ້າງອຸປາກາລະຄຸນຕໍ່ປະເທດຊາດຂອງເຮົາກໍເປັນໄດ້ ເຊັ່ນ: ຜູ້ດ້ອຍໂອກາດ ທີ່ເປັນຄົນເສັຍອົງຄະສະສາງ ບາງທ່ານອາດເກີດຈາກການສົງຄາມ, (ອັນນີ້ຄົງມີນ້ອຍ ເພາະສົງຄາມບ້ານເຮົາເລີກໄປຫຼາຍສິບປີແລ້ວ) ເກີດຈາກການທໍາພາລະໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຫຼືຈາກລູກລະເບີດ ທີ່ບໍ່ທັນແຕກເຫຼືອຈາກປາງສົງຄາມ ອັນນັ້ນຫາກມີ ແລະຖືວ່າເປັນພັນທະຂອງສັງຄົມເຊັ່ນກັນ, ຫຼືບາງຄົນເສັຍອົງຄະສະສາງ ຈາກເຫດອື່ນໆ ຫຼືເສັຍອົງຄະມາແຕ່ເກີດ ອັນນີ້ກໍອາດມີ.

- ຄົນເສັຍອົງຄະ ເຊັ່ນນີ້ ຖືວ່າເປັນຜູ້ດ້ອຍໂອກາດອັນດັບໜຶ່ງ, ທີ່ສັງຄົມຕ້ອງຮັບຜິດຊອບໂດຍກົງ ແລະແຍກປະເພດສໍາຄັນນ້ອຍສໍາຄັນຫຼາຍຕາມ ເຫດການ ແຕ່ຢ່າງໃດກໍຕາມຄົນເສັຍອົງຄະນັ້ນ ນັບເປັນຜູ້ດ້ອຍໂອກາດອັນດັບສໍາຄັນ ທີ່ສັງຄົມໃຫ້ການເອົາໃຈໃສ່.

- ຜູ້ດ້ອຍໂອກາດອັນດັບສອງ ກໍຄືຜູ້ທີ່ມີອາຍຸສູງ, ສຸຂະພາບໍ່ສົມບູນ, ຂາດທີ່ເພິ່ງພາອາໄສ ແລະຂາດຜູ້ອຸປະຖັມເບິ່ງແຍງ ອັນນີ້ສັງຄົມກໍຄວນເອົາໃຈໃສ່ ? ແຕ່ເມືອງລາວເຮົານັ້ນ ຍ້ອນເປັນລະບົບຄອບຄົວໃຫຍ່ ແລະລະບົບເຄົາຣົບຜູ້ອາວຸໂສ ແລະສອນໃຫ້ມີຄວາມກະຕັນຍູກະຕະເວທີ ຕາມຫຼັກຄໍາສອນຂອງ ສາສນາ ການທີ່ລູກໆຫຼານຈະປ່ອຍປະຄົນສູງອາຍຸບໍ່ລ້ຽງບໍ່ເກືອນັ້ນເກີອບກ່າວໄດ້ອີກວ່າບໍ່ມີ ອີກອັນໜຶ່ງ ລາວເຮົາມີສະຖາບັນວັດ ເປັນສະຖາບັນຂອງຊຸມຊົນ ທີ່ເຂັ້ມແຂງ ຍາກທີ່ຜູ້ເຖົ້າຈະຖືກປ່ອຍປະລະຖິ້ມເໝືອນຢູ່ຕ່າງປະເທດໄດ້.

- ຜູ້ດ້ອຍໂອກາດອັນດັບທີສາມ ຄືຜູ້ບໍ່ມີທີ່ຢູ່ທີ່ອາໄສ ທີ່ທໍາມາຫາກິນ ແລະຜູ້ທີ່ບໍ່ມີຄວາມຮູ້ສ້າງອາຊີບ.
- ໃນຜູ້ດ້ອຍໂອກາດທີ່ຍົກມານີ້ ຜູ້ດ້ອຍໂອກາດທີ່ສັງຄົມຄວນໃຫ້ໂອກາດ ແລະໃຫ້ການອຸປະຖັມທີ່ສຸດ ຄື ຜູ້ດ້ອຍໂອກາດອັນດັບທີໜຶ່ງ ແລະອັນດັບທີສອງ ໂດຍຈັດສັນໃຫ້ສະເໝີພາບຖາມເຫດແລະຜົນ.
- ໃນຜູ້ດ້ອຍໂອກາດທັງສາມນັ້ນ ຍັງມີຜູ້ເສັຍໂອກາດອີກພວກໜຶ່ງ ຄື ພວກທີ່ລົ້ມລະລາຍທາງທຸຣະກິດ, ຄົນຜູ້ບໍ່ມີໂອກາດໃນກາດໃນການສຶກສາ ຫາຄວາມຮູ້ ຍ້ອນສະພາບພູມີປະເທດ ການບໍຣິການຄວາມຮູ້ ຂອງລັດໄປບໍ່ທົ່ວເຖິງ ແລະສຸດທ້າຍຄື ຜູ້ທໍາລາຍໂອກາດຕົນເອງ ຄື ສະພາບຮ່າງກາຍ, ຄອບຄົວ, ສັງຄົມ ແລະສະຖານະພາບພ້ອມທຸກຢ່າງອຳນວຍໝົດ ແຕ່ຕົວເຂົາເອງບໍ່ສ້າງໂອກາດຕົນເອງ ຄືຕອນຍັງນ້ອຍບໍ່ຮໍ່າບໍ່ຮຽນ, ຕິດເບັ້ຍເຈັ້ຍໃພ້, ສູບຝິ່ນກິນກັນຊາ ເປັນຄົນເສເພຕັ້ງແຕ່ນ້ອຍ ບາດໃຫຍ່ຂຶ້ນມາພໍ່ແມ່ລົ້ມເສັຍຫາຍຕາຍເສັຍຈາກ ບໍ່ມີທີ່ເພິ່ງພາອາໃສ ກໍກາຍເປັນຜູ້ດ້ອຍໂອກາດ ໃນສັງຄົມໄດ້.

- ໃນບັນດາຄົນດ້ອຍໂອກາດ ແລະຄົນເສັຍເອົາກາດ ແລະຄົນທໍາລາຍໂອກາດທັງໝົດນີ້ ທຸກໆຄົນມີໂອກາດທີ່ຈະກ້າວເຂົ້າມາເປັນຜູ້ຂໍທານໄດ້ທັງນັ້ນ ຫາກໜ່ວຍງານລັດ ແລະສັງຄົມບໍ່ເອົາໃຈໃສ່ເປັນພິເສດ ກໍອາດຈະກາຍເປັນບັນຫາສັງຄົມລາວໄດ້ທັງໃນອະນາຄົດ.

ປະກົດການຍໍ້ທໍ້ນີ້ ໂດຍສະເພາະບັນຫາຂໍທານໃນເມືອງລາວເຮົານັ້ນ ເຮົາອາດເຫັນມີແນ່ແລ້ວ ເຖິງວ່າບໍ່ຫຼາຍ ແຕ່ກໍມີແນ່ໃນສັງຄົມໃນເມືອງ ໂດຍສະເພາະໃນສັງຄົມນະຄອນຫຼວງວຽງຈັນ(ບາງແຂວງອາດບໍ່ມີ).

- ບັນຫາການຂໍທານໃນວຽງຈັນເທົ່າທີ່ເຫັນອາດມີ 2 ປະເພດ ຄື ປະເພດເສັຍອົງຄະ ແລະຄົນເຖົ້າແກ່ຊະຣາການ.
- ສຳລັບຜູ້ຂຽນເຄີຍພົບ ແລະເຄີຍໃຫ້ທານນັ້ນ ຄືພວກເສັຍອົງຄະ, ບໍ່ວ່າຢູ່ເມືອງລາວ ແລະຢູ່ຕ່າງປະເທດມັກຈະໃຫ້ທານແກ່ຜູ້ເສັຍອົງຄະຫຼາຍກວ່າ ສ່ວນຜູ້ທີ່ບໍ່ເສັຍອົງຄະ ກໍຕ້ອງໄດ້ພິຈາຣະນາເບິ່ງສະພາບ ຫາກເຖົ້າອີຫຼີ ຜູ້ຂຽນຈຶ່ງຈະໃຫ້ຫາກບໍເຖົ້າ ຫຼືຍັງໜຸ່ມຢູ່ບໍ່ມັກຈະໃຫ້ ເພາະເຂົາມີມືມີຕີນ ພໍດີຈະຫາວຽກເຮັດງານທໍາໄດ້, ເຫດຜົນທີ່ບໍ່ໃຫ້ບໍ່ແມ່ນຂີ້ຖີ່ ເພາະວ່າການໃຫ້ຖືເປັນຄວາມເມດຕາຂອງເຮົາ ແຕ່ຄວາມເມດຕາຂອງເຮົາ ອາດກໍ່ໃຫ້ກາຍເກີດເປັນສະຕິສັງຄົມໃນທາງບໍ່ດີໄດ້ ຫາກການຂໍທານໄດ້ຮັບຄວາມນິຍົມຍິ່ງຂໍຍິ່ງໃຫ້ ອາດຈະເຮັດໃຫ້ພວກດ້ອຍໂອກາດ ບາງກຸ່ມທີ່ຍັງມີສັກສີຢູ່ມອງວ່າການໄປຂໍທານໄດ້ດີ ກວ່າການເຮັດວຽກເຮັດງານທໍາ ບາດນັ້ນສັງຄົມເຮົາອາດຈະເຕັມໄປດ້ວຍຜູ້ຂໍທານ ແລະການຂໍທານອາດ ຈະກາຍເປັນອາຊີບທີ່ສຸດຈະຣິດອີກອາຊີບໜຶ່ງໄປໄດ້.

- ດ້ວຍເຫດຜົນຂ້າງຕົ້ນນັ້ນ ຄົນຂໍທານອີກພວກໜຶ່ງທີ່ຜູ້ຂຽນບໍ່ເຄີຍໃຫ້ ຄື ຄົນຕາບອດທີ່ມີຄົນຕາດີຈູງນໍາທາງພາຂໍທານ, ອັນນັ້ນຜູ້ຂຽນຖືວ່າ ການຂໍທານປະເພດນີ້ ເປັນການອາໄສຄວາມພິການມາຫາກິນ ຈະກໍ່ໃຫ້ສັງຄົມເຫັນວ່າການຂໍທານເປັນສິ່ງທີ່ດີ, ຈິງຢູ່ຄົນທີ່ຂໍທານເປັນຄົນຕາບອດ ຖືວ່າເປັນຜູ້ດ້ອຍໂອກາດ ແຕ່ຄົນຕາດີນັ້ນ ເປັນຜູ້ມີໂອກາດເໝືອນກັບເຮົາ ຄວນຈະຫາວິທີຊ່ວຍເຫຼືອປົກປ້ອງຄົນຕາບອດ ທີ່ເສັຍໂອກາດຊ່ວຍພວກເຮົາໄດ້ ເຊັ່ນກັນ.
- ແຕ່ສິ່ງສໍາຄັນອີກອັນໜຶ່ງຕໍ່ບັນຫາຜູ້ຂໍທານ ຫຼືຜູ້ເສັຍໂອກາດທັງໝົດທີ່ກ່າວມານັ້ນ ຍັງມີຄົນພວກໜຶ່ງອີກ ທີ່ສັງຄົມຄວນຈ້ອງຕາມມອງດ້ວຍສະ ຕິສັມມະປະຊັນຍະ ຄຶພວກສວຍໂອກາດ, ພວກສວຍໂອກາດພວກນີ້ອາດຈະແຝງມານໍາພວກດ້ອຍໂອກາດນັ້ນ ດ້ວຍຮູບການຕ່າງໆ ຜູ້ທີ່ໃຫ້ທານ ຄືຄົນຜູ້ມີໂອກາດຄວນທີ່ສອດສ່ອງດູແລ ຮັບຜິດຊອບສັງຄົມນີ້ຊ່ວຍກັນໃຫ້ໄດ້ບໍ່ດັ່ງນັ້ນຄວາມເມດຕາຂອງທ່ານອາດກາຍເປັນສິ່ງ ຫຼໍ່ຫຼອມສັງຄົມ ໃຫ້ພິການໄປໄດ້ ພວກເຮົາຄວນຈະແຍກແຍະໃນການໃຫ້ທານໃຫ້ໄດ້ ການໃກ້ທານເປັນການ ເຮັດບຸນຫາກທານບໍ່ຖືກບ່ອນ ບຸນໄດ້ກໍນ້ອຍແລ.

- ເວົ້າຈັ່ງຊີ້ ບໍ່ແມ່ນວ່າຜູ້ຂຽນ ບໍ່ຢາກໃຫ້ທານ ຜູ້ຂຽນເຄີຍໃຫ້ບໍ່ວ່າທາງກົງທາງອ້ອມ ທານໃນສາສນາ ກໍທານມາແຕ່ນ້ອຍເທົ່າບັດນີ້, ທານໃຫ້ຄົນເຖົ້າ ຄົນແກ່ເພື່ອສົງເຄາະອະນຸເຄາະເຂົາກໍໃຫ້ມາຕລອດ(ການໃຫ້ພວກນີ້ ຜູ້ຂຽນໄປໃນບ້ານນອກຂອກນາ ກໍໃຫ້ເຂົາດ້ວຍຄວາມເມດຕາ ກໍໃຫ້ມາຕລອດ ແລະທີ່ສໍາຄັນຜູ້ຂຽນມັກຈະຈົ່ງເງິນ(ສ່ວນຕົວ) ຈາກການເຫຼືອໃຊ້ໃນເດືອນໆນັ້ນ ເຂົ້າຕູ້ໄວ້ຫາກມີເຫດການໃນສັງຄົມທົ່ວປະເທດ ເຊັ່ນໄຟໃໝ້, ນໍ້າຖ້ວມ, ລົມພັດ, ໄພໜາວ ກໍຈະເອົາເງິນສ່ວນນີ້ໄປຊ່ວຍເຂົາ ປັດຈຸບັນເງິນສ່ວນນີ້ ຍັງເຫຼືອຢູ່ປະມານ ໒.໒໐໐.໐໐໐ ກີບ (ເງິນສ່ວຍນີ້ ບໍ່ແມ່ນເງິນກອງທຶນກອງຫຍັງ ດອກ ມັນເປັນເງິນແຮໄວ້ ເພື່ອມີໂອກາດໄດ້ໃຫ້ທານເທົ່ານັ້ນເອງ)