Wednesday 25 April 2012

ສະຫຼອງບຸນປີໃໝ່ລາວທີ່ປະເທດມາເລເຊັຍ

- ເມື່ອວັນທີ 14-19 ເມສາ 2012 ຜ່ານມາອາຕະມາຖືກນິມົນໂດຍ ທ່ານຄຳພັນ ອັ່ນລາວັນ ເອກະອັກຄະລັດຖະ ທູດຜູ້ມີອຳນາດເຕັມແຫ່ງ ສປປລາວ ປະຈຳປະເທດມາເລເຊັຍ ທ່ານໄດ້ໄປຮັບໜ້າທີ່ໃໝ່ ປະມານ 6 ເດືອນ ເຫັນວ່າ ຄົນລາວທີ່ຢູ່ໃນປະເທດ ມາເລເຊັຍທັງທີ່ເປັນພະນັກງານສະຖານທູດ, ເປັນນັກສືຶກສາ ແລະຄົນທີ່ໄປແຕ່ງ ງານ ແລະທຳງານຢູ່ມາເລເຊັຍ ທີ່ຮູ້ແລ້ວກໍຈຳນວນຫຼວງຫຼາຍ ຄວນທີ່ຈະຈັດຕັ້ງໃຫ້ມີການທຳບຸນຂຶ້ນທີ່ສະຖານເອກ ອັກຄະລັດຖະທູດ ເປົ້າໝາຍຫຼັກແມ່ນເຕົ້າລວມຄວາມສາມັກຄິກັນລະຫວ່າງປະຊາຊົນລາວທັງມວນ ໂດຍເອົາ ພຣະພຸດທະສາສນາເປັນຈຸດໃຈກາງ ທາງໜຶ່ງກໍເປັນການປະສານຄວາມສາມັກຄີລະຫວ່າງປະຊາົຊລາວ ກັບປະຊາຊົນມາເລເຊັຍໃຫ້ແໜ້ນແຟ້ນຂຶ້ນ ຈຶ່ງນິມົນອາຕະມາໃນນາມສ່ວນຕົວໄປບຸກເບີກ ແລະຈັດຕັ້ງການທຳ ບຸນໃນ ສະຖານເອກອັກຄະລັດຖະທູດ ທາງໜຶ່ງກໍເປັນການສະຫຼອງປີໃໝ່ລາວ ຈ.ສ 1374 ດ້ວຍ.
- ບຸນສະຫຼອງປີໃໝ່ລາວ ທີ່ປະເທດມາເລເຊັຍ ເຊິ່ງສະຖານເອກະອັກຄະລັດຖະທູດລາວເປັນເຈົ້າພາບ ໄດ້ຈັດຂຶ້ນ ໃນວັນທີ 15 ເດືອນເມສາ 2012, ເຊິ່ງທ່ານຄຳພັນ ອັ່ນລາວັນ ພ້ອມດ້ວຍພັນລະຍາ, ພະນັກງານປະຈຳສະຖານເອກອັກຄະລັດຖະທູດ, ນັກຮຽນນັກສຶກສາທີ່ທຳການສຶກສາໃນມາເລເຊັຍ, ຊາວລາວທີ່ດຳລົງຊີວິດໃນມາເລເຊັຍ ແລະຊາວມາເລເຊັຍ ແລະຊາວໄທອີສານທີ່ດຳລົງຊີວິດໃນມາເລເຊັຍ ຈຳນວນໜຶ່ງ ພິເສດໄປກວ່ານັ້ນ ທ່ານເຈົ້າເມືອງກົວລາລຳເປີ ພ້ອມດ້ວຍຄອບຄົວ ລູກ ກໍໄດ້ມາຮ່ວມທັງຊ່ວຍ ເປັນເຈົ້າພາບປະກອບສ່ວນໃນການທຳບຸນຄັ້ງນີ້ດ້ວຍ.
- ການທຳບຸນປີໃໝ່ນັ້ນ ໄດ້ເລີ່ມຂຶ້ນຕອນເຊົ້າ ເວລາ 9:00 ໂມງ ຂອງວັນທີ 15 ເມສາ 2012 ເມື່ອຍາດໂຍມ ມາລວມເປັນເປັນສ່ວນຫຼາຍ ກໍມີການໄຫວ້ພຣະ ນຳໂດຍນັກສຶກສາວິຊາການສ້ອມແປງເຄື່ອງບິນເປັນຜູ້ນຳພາ ເພາະເຂົາເຄີຍບວດເປັນຈົວມກ່ອນ ທີ່ແຂວງສະຫວັນນະເຂດ ໄຫວ້ພຣະແລ້ວ ກໍມີການສະມາທານສີນ ສູດປະຣິດຕະມຸງຄຸນ ແລະຕັກບາດ ຖວາຍທານ ພຣະສົງໃນຮ່ວມງານມີອົງດຽວ ຄື ອາຕະມາ ພຣະອາຈານເນືອງພິລັກ ໂຊຕິທອນ ຫຼັງຈາກຈາກສັນພັດຕາຫານສຳເລັດແລ້ວ ກໍມີການຟັງທັມ ເຊິງບັນຍາຍ ທັມໂດຍພຣະຄູເນືອງພິລັກ ໂຊຕິທອນ ເລື່ອງບຸນປິໃໝ່ ແລະກະຕັນຍູກະຕະເວທີ ໃຫ້ພອນ ຍາດນໍ້າ ແລ້ວເປັນອັນຈົບພິທີທາງສາສະໜາ ຕໍ່ຈາກນັ້ນກໍມີການບາສີສູ່ຂວັນ ຫົດສົງນໍ້າ ແລະມ່ວນຊື່ນກັນຕາມປະເພນີ ລາວຈັດອຫານລ້ຽງ ຈົນຮອດເວລາ 19:00 ໂມງ ຈຶ່ງເລີກລາກັນໄປ.

ປາຖະກະຖາປະຫວັດພຸດທະສາສະໜາໃນລາວໂດຍຫຍໍ້

ພຣະຄຣູເນືອງ ພິລັກໂຊຕິທອນ,ເຈົ້າອາວາດວັດວຽງຈະເລີນ ທັງເປັນຫົວໜ້າຫ້ອງການວິຊາການວິທະຍາໄລສົງ(ອົງຕື້) ໄດ້ປາຖະກະຖາກ່ຽວກັບປະຫວັດພຸດທະສາສະໜາໃນລາວໂດຍຫຍໍ້ ຕໍ່ນັກສຶກສາລະດັບປະລິນເອກຈາກມະຫາວິທະຍາໄລມະຫາມະກຸດ ເນື່ອງໃນວັນທີ່ພວກເຂົາເຈົ້າມາສະເໜີຜົນງານວິໄຈ ຕໍ່ສະພາວິທະຍາໄລສົງ. ເຊີນຮັບຟັງໄດ້ລຸ່ມນີ້