Sunday 20 October 2013

ສະຖານທີ່ສັກສິດ ໕ ທີ່ຢູ່ບໍລິເວນເດີ່ນພະທາດຫຼວງ ແລະສະໜາມຫຼວງ



ສະຖານທີ່ສັກສິດ ໕ ທີ່ຢູ່ບໍລິເວນເດີ່ນພະທາດຫຼວງ
ແລະສະໜາມຫຼວງ
ໃນນະຄອນຫຼວງຂອງພະຣາຊະອານາຈັກ ຫຼືນະຄອນຫຼວງຂອງບັນດາປະເທດຕ່າງໆໃນໂລກຕັ້ງແຕ່ອະດີດເທົ້າປັດຈຸ ບັນ ນອກຈາກມີສະຖານທີ່ສຳຄັນອື່ນໆແລ້ວ, ຈະມີສະໜາມທີ່ໃຫຍ່ຂອງພະນະຄອນ ເຊິ່ງເປັນສະໜາມເພື່ອຈັດທຳກິດຈະ ກຳຕ່າງໆຂອງພະຣາຊະວັງ ຫຼືນະຄອນຫຼວງນັ້ນໆ.
ນະຄອນຫຼວງວຽງຈັນ ເປັນນະຄອນຫຼວງຂອງລາວ ແລະໃນອະດີດເປັນມະຫາຣາຊະທານີຂອງພະຣາຊະອານາ ຈັກລາວຊ້າງຂອງລາວ ແລະໄດ້ຜ່ານຂະບວນວິວັດແຫ່ງປະຫວັດສາດມາຫຼາຍຍຸກຫຼາຍສະໄໝ, ສະນັ້ນໃນອະດີດ ກໍຄືປັດຈຸ ບັນນະ ຄອນຫຼວງວຽງຈັນ ກໍມີສະໜາມຫຼວງ ເຊິ່ງສະຖານທີ່ທຳພິທີກັມຕ່າງຂອງລັດຖະການງານຫຼວງ.
ສະໜາມຫຼວງຂອງນະຄອນຫຼວງວຽງຈັນ ເປັນສະໜາມທີ່ກວ້າງໃຫຍ່ ແລະເກົ່າແກ່ມີອາຍຸຫຼາຍຮ້ອຍປີຜ່ານຍຸກ ສະໄໝ ແຫ່ງປະຫວັດສາດຊາດລາວມາຍາວນານ.
ສະໜາມຫຼວງຂອງນະຄອນ ແລະມະຫານະຄອນຂອງອະນາຈັກຕ່າງໆໃນພູມີພາກອາຊີ ມັກຈະຕັ້ງຢູ່ທິດຕາເວັນອອກ ຫຼືຕາເວັນອອກຂງພະຣາຊະວັງສະເໝີ, ສະໜາມຫຼວງຂອງນະຄອນຫຼວງວຽງຈັນໃນອະດີດ ກໍຕັ້ງຢູ່ທິດຕາເວັນອອກ ແລະຕາ ເວັນອອກສ່ຽງເໜືອຂອງພະຣາຊະວັງ, ປັດຈຸບັນສະໜາມຫຼວງຂອງນະຄອນຫຼວງວຽງຈັນກໍຕັ້ງຢູ່ດ້ານທິດຕາເວັນ ອອກສ່ຽງ ເໜືອ ຂອງສະຖານທີ່ລັດຖະການອັນມີສຳນັກງານປະທານປະເທດ ແລະສຳນັກງານລັດຖະບານເປັນຈຸດໃຈກາງ.
ສະໜາມຫຼວງຂອງນະຄອນຫຼວງວຽງຈັນນັ້ນ ຕັ້ງຢູ່ຫ່າງຈາກຫໍຳຄຳ(ສຳນັກງານປະທານປະເທດ) ປະມານ ໒ ກິໂລແມັດກວ່າ ແລະຫ່າງຈາກສຳນັກງານລັດຖະບານປະມານ ໑ ກິໂລແມັດກວ່າເທົ່ານັ້ນ.
ສະໜາມຫຼວງດັ່ງກ່າວນັ້ນເກີດຂຶ້ນພ້ອມກັບການສ້າງຕັ້ງນະຄອນຫຼວງວຽງຈັນມາຕັ້ງເຫິງນານ, ດັ່ງປະຫວັດສາດ ກ່າວ ໄວ້ ຄືນະຄອນຫຼວງວຽງຈັນສ້າງຕັ້ງຄັ້ງທຳອິດ ຄືປະມານປີ ພສ. ໒໑໘-໒໓໖ ຄືກ່ອນ ຄສ. ປະມານ ໓໒໕-໓໐໗ ປີ, “ດັ່ງປະຫວັດ ສາດກ່າວເຖິງການສ້າງພະທາດຫຼວງໃນສະໄໝພະຍາບູລີຈັນ(ພະຍາຈັນທະຣາຊ ຫຼືຈັນທະບູລີປະສິດທິສັກ) ກ່າວເຖິງພະອົງຊົງ ອະນຸຍາດໃຫ້ຊ້າງອຸມຸງບັນຈຸພຣະບໍລົມມະສາລີລິກະທາດໄວ້ພູເຂົາຫຼວງ ທີ່ເປັນສວນອຸທິຍານດ້ານທິດ ຕາເວັນອອກ”, ການສະຖາ ປານານະຄອນຈັນທະບູລີ ເປັນລາຊະທານີຂອງມະຫາອານາຈັກລ້ານຊ້າງ ໃນປີ ຄສ. ໑໕໖໐ ໃນສະໄໝພະເຈົ້າໄຊຍະເຊດຖາ ທິຣາດນັ້ນ ກໍກ່າເຖິງການສ້າງພະທາດໂລກະຈຸລະມານີ ກວາມພະທາດນ້ອຍທີ່ບັນຈຸຊິນະຄຸຍຫະທາຕຸຍາ ຂອງພະພຸດທະເຈົ້າ ໄວ້ທີ່ ສວນອຸທະຍານດ້ານທິດຕາເວັນອອກຂອງພະບໍລົມມະຫາຣາຊະວັງ.
ຫຼັກຖານທັງສອງຢ່າງນີ້ ສະແດງໃຫ້ເປັນວ່າສະໜາມຫຼວງ ອັນເປັນສະໜາມສຳຄັນຂອງນະຄອນຫຼວງວຽງຈັນ ນັ້ນມີປະ ຫວັດສາດຍາວນານພ້ອມການກັບການສ້າງນະຄອນຫຼວງວຽງຈັນທັງສອງຄັ້ງ.
ສະໜາມຫຼວງວຽງຈັນ ເປັນສະຖານທີ່ສຳຄັນຂອງຣາຊະການໃນອະດີດແລ້ວ ຍັງມີຄວາມສຳຄັນຕໍ່ການປະກອບ ພິທີສຳຄັນຂອງລັດຖະການໃນປັດຈຸບັນ, ສະໜາມຫຼວງວຽງຈັນມີຄວາມສຳຄັນໃນການປະກອບພິທີຕ່າງໆໃນອະດີດນັ້ນ ຈະເປັນ ການອອກວ່າຣາຊະການຂອງພະເຈົ້າມະຫາຊີວິດ ຊິເປັນການອອກຕ້ອນຮັບແຂກຕ່າງປະເທດ ຫຼືວຽກງານບຸນປະເພນີ ແລະສະ ຖານທີ່ທຳຊາປານະກິດສົບຂອງບຸກຄົນສຳຄັນກໍແມ່ນປະກອບທີ່ສະໜາມຫຼວງນີ້.
ເຮົາເຫັນຫຼັກຖານໜຶ່ງ ທີ່ກ່ຽວຂ້ອງກັບລາຊະສຳນັກໃນມະຫາອານາຈັກລ້ານຊ້າງຄື ໃນສະໄໝພະເຈົ້າສຸຣິຍະວົງສາທຳ ມິກະຣາດນັ້ນ ມີຊາວຕາເວັນຕົກມາຢ້ຽມຢາມຫຼາຍຄະນະ ແຕ່ຄະນະໜຶ່ງຄື ຄະນະທູດຊາວຮໍລັນດາ ຄື ວັນວຸດສະຕົບ ໄດ້ມາຢາມ ນະຄອນຈັນທະບູລີ(ວຽງຈັນ) ກໍໄດ້ມີການບັນທຶກວ່າພະມະຫາກະສັດໄດ້ທຳພິທີການຕ້ອນຮັບທີ່ພາມໄຊສະໜາມຫຼວງນີ້ ກ່ອນຈະ ທຳພິທີຕ້ອນຮັບທີ່ພະມະຫາບໍລົມມະຣາຊະວັງ.
(ຕິດຕາມອ່ານເລື່ອງນີ້ຈົນຈົບໄດ້ນະທີ່ນີ້ ແລະໜ້າໜັງສືພິມ ຈະແຈ້ງໃນໂອກາດຕໍ່ໄປ)