Tuesday 6 December 2011

ອາຊີວົກ ຜູ້ປຶກໜາປັນຍາບອດ

Picture@Bailane.com
- ພຣະບໍຣົມມະໂພທິສັດສີທັດຖະຂະນະນັ້ນ, ເມື່ອພຣະອົງຕັດສະຮູ້ອະນຸຕຣະສັມມາສັມໂພທິຍານ ເມື່ອໃກ້ໃກ້ສະຫວ່າງເດືອນວິຂາແລ້ວ ນັບແຕ່ນັ້ນມາ ພຣະອົງກໍໄດ້ ພຣະນາມວ່າ ພຣະອໍຣະຫັນຕະສັມມາສັມພຸດທະເຈົ້າ ຫຼືພຣະອໍຣະຫັນຕະສັມມາສັມໂພທິຍານ ຫຼືຮຽກສັ້ນໆວ່າພຣະພຸດທະເຈົ້ານັ້ນເອງ.
Picture@Bailane.com
- ພຣະພຸດທະອົງຕັດສຮູ້ແລ້ວ ມອງເຫັນວ່າມະນຸດທັງຫຼາຍ ຍ່ອມຕົກຢູ່ໃນບ້ວງແຫ່ງກິເລສ ຕັນຫາ, ກິເລສຕັນຫານັ້ນ ຍ່ອມເປັນເພີງເຜົາ ເຂົາຢ່າງເປັນວັດຕະຈັກ : ພຣະອົງເຫັນສະພາບຂອງສັຕວະໂລກແລ້ວ ພຣະອົງຊົງດໍາຣິເປັນສອງ ທາງວ່າ 1. ຈະເຂົ້າສູ່ພຣະນິພານເລີຍບໍ ? 2. ຫຼືຈະຢູ່ໂຜດສັຕວ໌ເລົ່ານີ້:
Picture@Bailane.com
- ໃນຂະນະ ຄືນນັ້ນເອງ, ພຣະສະຫັມປັຕຕິພຣົມກໍລົງມາອາຣາທະນາໃຫ້ພຣະອົງຢູ່ໂຜດສັຕວ໌ຕໍ່ໄປ
- ພຣົມມາ ຈະ ໂລກາ ........
Picture@Bailane.com
- ຂະນະນັ້ນເອງ ພຣະພຸດທະອົງປະທັບທີ່ສະໂບກຂະຣະນີ ຊົງພິຈາຣະນາດອກບົວ 4 ເລົ່າ ທຽບກັບມະນຸດ ກໍມີ 4 ພວກ ຕາມພື້ນພູມແຫ່ງການຮັບຮູ້.
1. ອຸຄຕິຕັນຍູ : ພວກສລາດຫຼາຍທີ່ສຸດ ເໝືອນດອກບົວທີ່ພົ້ນນໍ້າແລ້ວ ພຽງໄດ້ຟັງທີ່ຍົກຂຶ້ນກໍຈະຮູ້ໄດ້ທັນທີ.
2. ວິປຈິຕັນຍູ : ຄືພວກສະຫຼາດພໍສົມຄວນ ເໝືອນດອກບົວຢູ່ສະເໝີນໍ້າ ພຽງແຕ່ໄດ້ຟັງອະທິບາຍເລັກນ້ອຍກໍຮູ້ໂລດ.
3. ເນຍະ : ຄືພວກສລາດປານກາງ ຫຼືເວນະຍະສັຕວ໌ ເໝືອນດອກບົວທີ່ຢູ່ໃຕ້ນໍ້າ ມີໂອກາດທີ່ຈະພົ້ນນໍ້າໄດ້ໃນ ໂອກາດຕໍ່ໄປ ຫຼືວັນໜ້າ, ເມື່ອໄດ້ອົບຮົບບົ່ມສະຕິພໍຄວນ ແລະພໍ່າເພັງປາຣະມີ ພໍສົມຄວນກໍເຂົ້າໃຈທໍາໄດ້.
4. ປະທະປະຣະມະ : ຄືຜູ້ໂງ່ເຂົາເບົາປັນຍາ ເໝືອນບົວທີ່ຢູ່ໃນເຫງົ້າ ແລະຕົມ ຍາກທີ່ຈະສອນໃຫ້ເຂົ້າໃຈໄດ້ ບໍ່ມີ ໂອກາດພົບທັມ ຍ່ອມເປັນອາຫານຂອງເຕົ່າ ແລະປາໄດ້ທຸກເມື່ອ.
- ເມື່ອພຣະພຸດທະອົງ ເຫັນຄວາມເປັນຈິງຂອງມະນຸດແລ້ວ ກໍມີພຣະມະຫາກະຣຸນາທິຄຸນຕໍ່ຊາວໂລກ ພຣະອົງກໍເພັ່ງ ທິພຈັກຂຸຍານ ກວດເບິ່ງໂລກ ມອງຫາວ່າໃຜຈະຮັບຮູ້ທັມ ຂອງພຣະອົງໄດ້ໂດຍໄວ ກໍມອງເຫັນແຕ່ປັນຈະວັດຄີທັງ 5 ຈຶ່ງສະເດັດໄປຍັງອິສິປະຕະນະມະຣິຄຄະທານວັນ (ປ່າທີ່ມີກວາງຫຼາຍ) ເຊິ່ງປັນຈະວັຄຄີຢູ່ທີ່ນັ້ນ.
Picture@Bailane.com
ໃຜເປັນສາສດາຂອງທ່ານ ?
- ໃນລະຫວ່າງທາງ ພຣະພຸດທະອົງ ໄດ້ພົບກັບອາຊີວົກຄົນໜຶ່ງ ທີ່ສວນທາງພຣະອົງມາ, ຊື່ອຸປະກະ ໄດ້ເຂົ້າມາຖາມ ພຣະພຸດທະອົງວ່າ ໃຜເປັນສາສດາຂອງທ່ານ ? ໃຜເປັນຜູ້ອົບທັມໃຫ້ກັບທ່ານມາ ? ທ່ານຈົ່ງຊ່ວຍສະແດງທັມໂຜດເຮົາດ້ວຍ ພຣະອົງໄດ້ຕັດວ່າ ເຮົາເປັນສະຍັມພູ ເປັນຜູ້ຕັດສະຮູ້ໄດ້ດ້ວຍຕົນເອງ, ພຽງເທົ່ານັ້ນເອງ ອາຊີວົກຜູ້ນັ້ນ ທໍາຕົວແບບຕະລຶງ ແລະກ່າວຄໍາບໍ່ສັດທາອອກມາ ເຊີນທ່ານຮູ້ໄປຄົນດຽວເຖີດ ເປັນ ໄປບໍ່ໄດ້.....ຄົນບໍ່ມີຄຣູບາອາຈານຈະມີທີ່ໃດ,

- ໃນທີ່ສຸດກໍສະແດງການແກວ່ງສີສະ, ຖົ່ມນໍ້າລາຍ ແລບລີ້ນ, ແລ້ວກໍເດີນຫຼີ້ນພຣະພຸດທະອົງໜີໄປ.

ວິຈານ:
- ຄົນປຶກໜາ ປັນາຍາບອດນັ້ນມີຈິງ ບໍ່ວ່າແຕ່ໃນຍຸກນີ້ ຍຸກພຣະພຸດທະອົງ ຍັງຊົງພຣະຊົນຢູ່ກໍຍັງມີ ຄົນບາບໜັກ ປັນຍາຊາມ ແມ່ນແຕ່ພົບກັບພຣະພຸດທະເຈົ້າເອງ ຍັງບໍ່ສາມາດທີ່ຈະສຶກສາທັມ ໃຫ້ພົບທັມ, ຈາກວັນນັ້ນ ຮອດວັນນີ້ ກໍໄດ້ 2595 ປີແລ້ວ ຫ່າງຈາກພຣະພຸດທະອົງມາຫຼາຍປີ ຄົນທີ່ປຶກສາປັນຍາບອດ ຍ່ອມມີຢູ່ເປັນທັມມະດາ ສະນັ້ນ, ນັກການເຜີຍແຜ່ສາສນາ ຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງໄດ້ພະຍາຍາມ ເວົ້າທັມນັ້ນໆສະເໝີ ເວົ້າເລື້ອຍໆ ອະທິບາຍສະເໝີ ຢ່າລົດລະເດັດຂາດ.

Wednesday 30 November 2011

ພຣະສົງກັບວຽກງານສັງຄົມ(ວຽກບ້ານ ການເມືອງ)

- ເປັນພຣະສົງ ບໍ່ຄວນຫຍຸ້ງກັບເລື່ອງຊາວບ້ານ, ບໍ່ຄວນຫຍຸ້ງກັບວຽກບ້ານການເມືອງ ແລະອື່ນໆ ລ້ວນແຕ່ເປັນຄໍາຖາມ ຂອງຊາວບ້ານໃນຍຸກປັດຈຸບັນ ເປັນຢ່າງຍິ່ງ ?
- ຕໍ່ບັນຫານີ້ ພຣະສົງຈະຕອບບັນຫາຊາວບ້ານໄດ້ຖືກຕ້ອງ ແລະເປັນທີ່ເຂົ້າອົກເຂົ້າໃຈຂອງຊາວບ້ານໄດ້ບໍ ຫຼືຊາວບ້ານເອງ ຈະເຂົ້າໃຈບັນຫາກິດຂອງສົງ ແລະໜ້າທີ່ຂອງສົງໄດ້ຢ່າງຖືກຕ້ອງສອດຄ່ອງບໍນັ້ນ ຈໍາເປັນຢ່າງຍິ່ງທີ່ເຮົາຈະມາສຶກສາຄົ້ນຄວ້າບັນຫາດັງກ່າວນໍາກັນ.
- ຄວາມຈິງ ພຣະພຸດທະສາສນານັ້ນ ເປັນສາສນາຂອງສັງຄົມ, ເກີດມາເພື່ອສັງຄົມຢ່າງແທ້ຈິງ ເພາະເຮົາຈະເຫັນການເກີດຂຶ້ນຂອງພຸດທະສາສນານັ້ນ ແມ່ນມີປັດໄຈຂອງບັນຫາສັງຄົມ ໂດຍສະເພາະໃນສະໄໝກ່ອນພຸດທະສາສນາຈະເກີດ ຫຼືນັ້ນສັງຄົມຊາວຊຸມພູທະວີບນັ້ນ ມີການນັບຖືສາສນາພຣາມ ແລະໃນສາສນາພຣາມໄດ້ ຈັດແບ່ງສັງຄົມອອກເປັນວັນນະ(ຊົນຊັ້ນ) ອອກເປັນ 4 ຄື:
1. ວັນນະກະສັດ (ຊົນຊັ້ນປົກຄອງ)
2. ວັນນະພຣາມ (ພວກຄູ-ອາຈານ ແລະນັກບວດ)
3. ວັນນະແພທະຍະ(ແພດ-ຊົນຊັ້ນ ພໍ່ຄ້າວານິດ)
4. ວັນນະສຸທະ(ສູດ-ຊົນຊັ້ນກັມມະກອນ-ຊາວນາ-ທາສ)
- ໃນສີ່ຊົນຊັ້ນນີ້ ແມ່ນວ່າບໍ່ໄດ້ຮ່ວມຊີວິດສັງຄົມກັນໄດ້ເລີຍ ພວກເຂົາແຍກກັນຢູ່ຢ່າງຂາດຕົວ ນັບແຕ່ການຢູ່, ການກິນ, ການຄົບຄ້າສາມາຄົມກັນ ພວກໃດສົມຄົບ ຫຼືພົວພັນກັນຈະຖືເປັນກາລະກີນີ ຫາກຄົນໃດ ໃນຊົນຊັ້ນໃດໆ ເຊິງເປັນຊົນຕ່າງຊົນຊັ້ນຄົນທັງສອງຈະຕ້ອງຂັບອອກໄປຈາກສັງຄົມ ນັ້ນໆ ໂດຍສິ້ນເຊີງຫາກລູກຂອງຄົນຕ່າງວັນນະທີ່ແຕ່ງງານກັນນັ້ນ ຈະຕ້ອງຈັດເປັນອີກຊົນຊັ້ນໜຶ່ງ ທີ່ຮຽກວ່າ ຈັນທານ(ຈັນດານ) ຊົນຊັ້ນຈັນທານ, ຊົນຊັ້ນຈັນທານ ເປັນຊົນຊັ້ນພິເສດ ບໍ່ມີສິດທິຕໍາສຸດໃນສັງຄົມອິນເດັຍ, ພວກເຂົາບໍ່ມີສິດທິໃດໆໃນຄວາມເປັນມະນຸດ, ພວກເຂົາບໍມີສຸດໃນການຄືຄອງ ທີ່ດິນ ແລະອື່ນໆໃນສັງຄົມ ພວກເຂົາມີສິດທິເປັນພຽງຄົນຂໍທານເທົ່ານັ້ນ.
- ເຈົ້າຊາຍສິດທັດຖະ ເປັນຣາຊະມຸງກຸດ ແຫ່ງກະສັດເມືອງກະບິນລະພັດ ເຫັນບັນຫາສັງຄົມເຊັ່ນນັ້ນ ກໍຫາທາງແກ້ໄຂບັນຫານັ້ນ ດ້ວຍຫຼາຍວິທີ ແຕ່ວ່າພຣະອົງ ກັບຖືກລ້ຽງດູໃຫ້ຢູ່ແຕ່ໃນວັງ ລ້ຽງດູຍິ່ງກວ່າລູກກະສັດ(ເພາະສະໄໝນັ້ນ ສັງຄົມອິນເດັຍນັ້ນ ນິຍົມກັນອອກສຶກສາທັມ ແລະບວດເປັນລືສືເປັນສ່ວນຫຼາຍ ພຣະເຈົ້າສຸດໂທທະນະ ໄດ້ຮັບຄໍາທໍານາຍຈາກພຣາມວ່າ ເຈົ້າຊາຍສຶດທັດຖະຫາກຄອງຄະຣາວາດຈັກໄດ້ເປັນ ພຣະເຈົ້າຈັກກະພັດ (ມະຫາກະສັດໃຫຍ່ກວ່າກະສັດທັງມວນ) ຫາກບວດຈັກໄດ້ເປັນພຣະພຸດທະເຈົ້າ ພຣະເຈົ້າສຸດໂທທະນະມີຄວາມມຸ້ງຫວັງ ຢາກໃຫ້ຣາຊະໂອຣົດເປັນກະສັດ ຫຼາຍກວ່າເປັນພຣະພຸດທະເຈົ້າ ຈຶ່ງບໍາລຸງບໍາເຣີພຣະຣາຊະໂອຣົດ ດ້ວຍກາມະຄຸນ ແລະລ້ຽງແບບພິເສດ ບໍ່ໃຫ້ເຫັນແມ່ນແຕ່ຄວາມທຸກ ຄວາມບໍ່ດີບໍ່ງາມທັງໃນ ແລະນອກວັງ, ເຈົ້າຊາຍຈຶ່ງຢູ່ແຕ່ໃນວັງ 3 ຣະດູບໍ່ຮູ້ສັງຄົມພາຍນອກໃດໆ ຈົນມາວັນໜຶ່ງເຈົ້າ ຊາຍເຖິງຈະເກີດຢູ່ໃນກອງສຸກດ້ວຍກາມະຄຸນຕ່າງໆກໍຕາມ ແຕ່ຄວາມທຸກກໍເກີດຂຶ້ນຈາກພາຍໃນຂອງເຈົ້າຊາຍ ຄືຄວາມທຸກໃຈ ຈຶ່ງປອມຕົວເປັນສາມັນຊົນ ໄປນອກວັງ ທີ່ນີ້ເອງພຣະອົງ ຈຶ່ງໄດ້ເຫັນຄວາມເປັນຈິງ 2 ຢ່າງເກີດຂຶ້ນ ຄື ບັນຫາພາຍໃນຕົວ ແລະບັນຫາພາຍນອກຕົວຄື (ອັຕຕະວິໄສ ແລະພາວະວິໄສ) ຂອງສັງຄົມມະນຸດວ່າມັນມີຈຶງ ທີ່ສໍາຄັນ ຄືບັນຫາທີ່ທຳໃຫ້ມະນຸດມີບັນຫາ, ເຈົ້າຊາຍຈຶ່ງນໍາມາຄົ້ນຄິດຈຶ່ງເຫັນ ເທວະທູດ 4 ຄື, ຄືເຫັນສະພາບຄວາມເປັນຈິງຂອງມະນຸດ ກໍຄືສັງຄົມ ຄື ເກີດ ແກ່ ເຈັບ ຕາຍ ເມື່ອເຫັນບັນຫາສັງຄົມເຊັ່ນນັ້ນ ພຣະອົງຈຶ່ງເກີດກການສົມທຽບ ເຫັນໄດ້ວ່າ ສັງຄົມມີຄວາມເປັນຈິງທີ່ແຕກຕ່າງກັນ ຍິ່ງເຮັດໃຫ້ເຈົ້າຊາຍຕ້ອງຄົ້ນຄິດ ຫາທາງທີ່ຈະຊ່ວຍສັງຄົມ ມີທາງດຽວ ທີ່ຈະທໍາໄດ້ ກໍຄືສະເດັດ ອອກສະແຫວງຫາໂມກຂະທັມ, ດ້ວຍການສະແຫວງຫາເປັນເວລາ 6 ປີ ຈຶ່ງຄົ້ນພົບອະຣິຍະສັດ 4 ຄືຮູ້ບັນຫາ, ຮູ້ແຫຼ່ງເກີດບັນຫາ, ຮູ້ຄວາມດັບຂອງບັນຫາ ແລະທາງແກ້ໄຂບັນຫາ ຄື ທຸກ, ສະມຸໄທ, ນິໂຣດ ແລະມັກ.
- ຕໍ່ບັນຫາ ຊີວິດສ່ວນຕົວພຣະອົງກໍດີ, ຕໍ່ບັນຫານະ ແລະຕໍາແໜ່ງກໍດີ ເຈົ້າຊາຍສິດທັດຖະ ເຖິງວ່າພຣະອົງເປັນພຽງເຈົ້າຊາຍ ທີ່ບໍ່ເຄີຍພົບເຄີຍເຫັນບັນຫາສຸກທຸກຂອງສັງຄົມ ເພາະຊີວິດພຣະອົງຖືກລ້ຽງແຕ່ຢູ່ໃນວັງ ທັງສາມຣະດູເຫຼົ່ານັ້ນ, ຂຶ້ນຊື່ວ່າຄວາມທຸກໃດໆ ໃນໂລກນີ້ພຣະອົງເອງບໍ່ເຄີຍບັນຈົບ ກໍບໍ່ເຄີຍພົບເຄີຍເຫັນ ແລະບໍ່ເຄີຍຮູ້ເລີຍແມ່ນແຕ່ໜ້ອຍດຽວວ່າການເກີດ ແກ່ ເຈັບຕາຍ ຫຼືບັນຫາຕ່າງໆ ໃນສັງຄົມຊາວຊຸມພູທະວີບ ແລະມະນຸດຈະມີ ແຕ່ເມື່ອຄວາມທຸກບົນຄວາມສຸກທີ່ພຣະພຸດທະອົງ ໄດ້ບັນຈົບພົບພໍ້ ຄືມັນເກີດຂຶ້ນພາຍໃຕຕົວຂອງພຣະອົງເອງ ຮຽກວ່າ ກາຍິກະທຸກ ແລ້ວທຳໃຫ້ພຣະອົງຕ້ອງລັກລອບອອກຈາກວັງ ເພື່ອໄປເບິ່ງສັງຄົມນອກວັງ ກໍຍິ່ງເຮັດໃຫ້ພຣະອົງເຫັນ ຄວາມທຸກຂອງສັງຄົມ ຍິ່ງເພີ່ມຄວາມທຸກຂຶ້ນແກ່ພຣະອົງອີກ ຮຽກວ່າ ສາພາວະທຸກ, ທຸກທັງສອງນີ້ ເຮັດໃຫ້ເຈົ້າຊາຍຕ້ອງຄົ້ນຄິດ ແລະສະແຫວງຫາທາງແກ້ໄຂ ທໍາອິດພຣະອົງຄິດຫາທາງແກ້ໄຂຄວາມ ທຸກໃຫ້ແກ່ພຣະອົງເອງ ແຕ່ເມື່ອພຣະອົງເຫັນສະພາວະທຸກຂອງສັງຄົມ ພຣະອົງກັບຕ້ອງຄິດສະແຫວງຫາທາງແກ້ໄຂບັນຫາຄວາມທຸກຂອງສັງຄົມ, ແນວຄວາມຄິດນີ້ ໄດ້ເປັນແຮງຜັກດັນໃຫ້ເຈົ້າຊາຍສິດທັດຖະ ຕ້ອງອອກສະແຫວງຫາໂມກຂະທັມ (ຄືທັມມະສຳລັບແກ້ໄຂຄວາມທຸກ)
- ເຮົາເຫັນວ່າ ແນວຄິດມະຫາບູຮຸດນັ້ນ ເປັນແນວຄິດຍິ່ງໃຫຍ່ ຍາກຫວ່າທີ່ມະນຸດໃນໂລກຈະມີ ເພາະເປັນແນວຄວາມຄິດ ເພື່ອແກ້ໄຂບັນຫາສັງຄົມ ຄືວຽກບ້ານການເມືອງ ທັງໆ ທີ່ບໍ່ແມ່ນໜ້າທີ່ ແລະບໍ່ແມ່ນພັນທະ ແຕ່ພຣະອົງຕ້ອງທໍາ ນີ້ຄືການຊໍ່ແນວທາງໃຫ້ ເຫັນມະຫາກະຣຸນາທິຄຸນຂອງອົງສົມເດັດສັມມາສັມພຸດທະເຈົ້າໃນເວລາຕໍ່ມາ.

Picture@Bailane.com
(ປອມຕົວ ອອກໄປເບິ່ງສັງຄົມນອກວັງ ໂດຍມີນາຍສັນນະເປັນເພື່ອຮ່ວມທາງ)
- ເມື່ອເວລາ ພຣະພຸດທະອົງ ໄດ້ສະເດັດອອກຊົງຜະໜວດ ແລະແຫວງຫາໂມກຂະທັມ ໃນຂະນະເວລາອາຍຸ ພຽງ 29 ພັນສານັ້ນ, ຕລອດໄລຍະ 6 ປີ ທີີທ່ອງທ່ຽວສະແຫວງກາຄວາມຮູ້ໃນທີ່ຕ່າງໆ ເບື້ອງຕົ້ນພຣະອົງສະແຫວງຫາຄູອາຈານ ໃນທີ່ຂະນະເດີນທາງຕລອດນັ້ນ ພຣະອົງໄດ້ພົບພໍ້ກັບມາບັນຫາຂອງສັງຄົມຫຼວງຫຼາຍ ເປັນສັງຄົມທີ່ຈິງແຈ້ງ ທີ່ມະນຸດມີທັງທີ່ເກີດຈາກຮ່າງກາຍຊີວິດຂອງພຣະອົງເອງ ແລະຄົນທີ່ພຣະອົງໄດ້ ພົບພໍ້ດ້ວຍແຕ່ເປັນປະສົບການ ແລະບົດຮຽນຮາຄາແພງ, ເຖິງວ່າພຣະອົງຈະຫຼີກອອກຈາກຄວາມວຸ້ນວາຍຂອງສັງຄົມໃນເມືອງໄປສູ່ປ່າເຂົາລໍາເນົາໄຟກໍຕາມ ພຣະອົງຍັງຕ້ອງໄດ້ພົບພໍ້ກັບສັງຄົມຊົນນະບົດ ແລະຕ່າງເມືອງ ເຫັນຄວາມແຕກຕ່າງຂອງບັນຫາສັງຄົມ ຫຼວງຫຼາຍໃນະຂະນະທີ່ພຣະອົງກໍາລັງຊອກສະແຫວງຫາໂມກຂະທັມຢູ່ນັ້ນ ພຣະອົງກໍໄດ້ຊ່ວຍເຫຼືອ ແລະແກ້ໄຂບັນກາສັງຄົມຢູ່ຫຼາຍເຣື່ອງເຊັ່ນ:
1. ເຈົ້າຊາຍສິດທັດຖະ ບໍ່ໄດ້ອອກບວດເພາະລັງກຽດຊາວໂລກ ແຕ່ການອອກບວດຂອງພຣະອົງນັ້ນ ເປັນການອອກບວດເພາະເປັນຫ່ວງຊາວໂລກ ທີ່ຈະຕ້ອງມາທົນທຸກທໍຣະມານເພາະກິເລດບີບຄັ້ນ, ສະນັ້ນພຣະອົງຕ້ອງສະແຫວງຫາໂພທິຍານ ເມື່ອພົບກັບບັນຫາຫຍັງໃນຂະນະທີ່ບວດ ກໍແກ້ບັນຫາຕ່າງໆ ແກ່ສັງຄົມ ກໍຄືບຸກຄົນຄົນນັ້ນໄປເລື້ອຍໆ ເຖິງວ່າພຣະອົງຍັງບໍ່ທັນພົບກັບສັມມາສັມໂພທິຍານກໍຕາມ ຫາກພຣະອົງພົບບັນຫາແລ້ວ ກໍຈະຊ່ວຍເຂົາໃນທັນທີ ດ້ວຍຄວາມເມດຕາ ແລະພຣະອົງຕ້ອງແກ້ໄຂ ແນະນໍາ ແລະສອນເຂົາໄປເລື້ອຍໆ ເຊັ່ນວັນນໜຶ່ງພຣະອົງພົບກັບຍິງຄົນໜຶ່ງ ທີ່ອຸ້ມລູກຂອງຕົນທີ່ສິ້ນຊີວິດແລ້ວ ເຂົ້າມຫາພຣະມະຫາບູຣຸດ ເຊິ່ງນາງວ່ານັກບວດອົງນີ້ຈະຕ້ອງໄດ້ຊຸບຊີວິດຂອງນາງໃຫ້ຟື້ນຄືນມາໄດ້ ດ້ວຍຄວາມຮໍ່າໄຮ ລໍາພັນ ວິປະໂຍກໂສກສັນ ຂໍໃຫ້ພຣະມະຫາບູຣຸດຊ່ວຍ, ພຣະອົງຮູ້ດີວ່າຄົນທີ່ຕາຍໄປແລ້ວ ຍ່ອມຫາທາງຟື້ນຄືນໄດ້ຢາກ ແຕ່ດ້ວຍຄວາມເມດຕາທັມອັນສູງ ຈຶ່ງຕ້ອງຫາທາງພົ້ນທຸກ ນາງຄົນນີ້ໃຫ້ພົ້ນຈາກກຄວາມທຸກຈາກລູກຕາຍຈາກ ລົງໄດ້ດ້ວຍປັນຍາທັມ ຈຶ່ງໄດ້ບອກແກ່ນາງດ້ວຍອຸບາຍວ່າ ໃຫ້ນາງໄປຫາແກ່ນຜັກກາດ ໃນເຮືອນທີ່ບໍ່ມີຄົນຕາຍຈັກຄົນເລີຍມາຈັກ 2-3 ເມັດ ເພື່ອຈະມາປະກອບເປັນຢາ ເພື່ອໃຫ້ລູກຂອງນາງຟື້ນຄືນໄດ້, ນາງກໍອຸ້ມສົບລູກໃສ່ໜ້າເອີກແລ່ນໄປຫາເມັດຜັກກາດ ໄປທົ່ວໝົດບ້ານກໍບໍ່ມີເຮືອນຫຼັງໃດເລີຍທີ່ບໍ່ມີຄົນຕາຍແມ່ນແຕ່ ຫຼັງຄາດຽວ, ດ້ວຍຄວາມຮັກລູກນາງກໍແລ່ນເຮາະຮ່ອນຫາເມັດຜັກກາດສືບຕໍ່ໄປຈາກບ້ານໜຶ່ງຕໍ່ໄປບ້ານໃໝ່ ກໍຫາເມັດຜັກກາດ ທີ່ເຮືອນບໍ່ມີຄົນຕາຍໄດ້ ເລີຍໃນຂະນະທີ່ນາງຊອກຫາເມັດຜັກກາດຢູ່ນັ້ນ ນາງກໍເຫັນຄວາມຈິງທີ່ວ່າ ຄວາມຕາຍ ນີ້ບໍ່ແມ່ນມີສະເພາະເຮົາຄົນດຽວເທົ່ານັ້ນເລີຍ ໃຜໆກໍຕາຍ ໃຜໆກໍມີຄວາມພັດພາກດ້ວຍການຕາຍທັງນັ້ນ ນາງຢ່າງໄປ ຄໍານຶ່ງໄປ ໃນທີ່ສຸດນາງກໍປົງຕົກ ໝົດຈາກຄວາມທຸກລົງໄປໄດ້ ໃນທີ່ສຸດເມື່ອມະຫາບູຣຸດ ໄດ້ສໍາເຣັດເປັນພຣະພຸດທະເຈົ້າແລ້ວ ນາງຄົນນັ້ນກໍໄດ້ບວດເປັນພຣະພິກຂຸນີ ແລະເປັນອໍຣະຫັນອົງໜຶ່ງໃນສາສນາ.
2. ວັນໜຶ່ງພຣະອົງເດີນຜ່ານໄປເຫັນຝູງແກະ ແລະແບ້, ທີ່ເຂົາໄລ່ຕ້ອນໄປຍັງເມືອງຂອງພຣະເຈົ້າພິມພິສານ ເມື່ອເຫັນແກະແລະແບ້ ໂຕໃດຂາຫັກ ໄດ້ຮັບການບາດເຈັບ ເດີນໄປບໍ່ທັນໝູ່ ພຣະອົງກໍເຂົ້າໄປອຸ້ມເອົາ ສົ່ງເຂົາໄປເຖິງຈຸດໝາຍປາຍທາງ.
- ອັນນີ້ ເຖິງວ່າເປັນເລື່ອງເລັກໆນ້ອຍໆ ແລະເປັນເລື່ອງຂອງສັດ ພຣະອົງກໍເອົາໃຈໃສ່ ສະແດງຄວາມເມດຕາຕໍ່ສັງຄົມໂລກ ບໍ່ສະເພາະແຕ່ຄົນ ແມ່ນກະທັງສັດ ພຣະອົງຍັງເອົາໃຈໃສ່.
3. ເມື່ອພຣະມະຫາບູຣຸດສະເດັດມາເຖິງ ພຣະອົງເຫັນພຣະເຈົ້າພິມກໍາລັງເຜົາແກະ ແລະແບ້ ເພື່ອບູຊາຍັນ, ພຣະອົງກໍເຂົ້າໄປຖາມວັດຖຸປະສົງ, ພຣະເຈົ້າພິມພິສານກໍບອກວ່າ ທໍາການບູຊາຍັນນີ້ ແມ່ນເພື່ອເຮັດພຣະອົງມີອາຍຸຍືນຍາວນານ, ພຣະມະຫາບູຣຸດກໍບອກແກ່ພຣະເຈົ້າພິມພິສານວ່າ ພຣະອົງຕ້ອງການອາຍຸຍືນຍາວນານ ແຕ່ພຣະອົງກັບທໍາປະຫານຊີວິດເຂົາ ແລະເຮັດໃຫ້ຊີວິດເຂົາສັ້ນລົງ ແລ້ວເຮົາຈະມີຊີວິດຍືນຍາວນານ ແລະມີຄວາມສຸກສົມບູນໄດ້ຢ່າງໃດ ? ເມື່ອເຮົາໃຫ້ທຸກແກ່ທ່ານ ທຸກນັ້ນຕ້ອງມາເຖິງເຮົາແນ່ນອນ, ພຣະເຈົ້າພິມພິສານ ຟັງແລ້ວກໍໄດ້ສະຕິ ແລະເລີກບູຊາຍັນ.
- ຈາກຕົວຢ່າງ 3 ເລື່ອງທີ່ຍົກມານັ້ນ ເຫັນວ່າພຣະພຸດທະອົງອອກຈາກພຣະຣາຊະວັງ ໄປຜະໜວດນັ້ນ ບໍ່ແມ່ນໜີຄວາມທຸກ, ບໍ່ແມ່ນໜີເພາະການຣັງ ກຽດ ແຕ່ໜີເພື່ອມີຄວາມເມດຕາ ແລະຮັກຕໍ່ສັງຄົມ ເຫັນໄດ້ວ່າແມ່ນແຕ່ພຣະອົງອອກຈາກວັງໄປ ຍັງບໍ່ທັນໄດ້ພົບກັບສັມໂພທິຍານດ້ວຍຊໍ້າ ພຣະອົງກໍໄດ້ ແກ່ໄຂບັນຫາສັງຄົມໄປຫຼາຍເລື່ອງ ພຣະສົງກໍເຊັ່ນດຽວກັນ ເມື່ອອອກຈາກສັງຄົມໄປສູ່ສັງຄົມຂອງນັກບວດ ກໍບໍແມ່ນວ່າຈະຕັດຂາດອອກຈາກສັງຄົມສ່ວນໃຫຍ່ ພຣະສົງກໍຕ້ອງໄດ້ກັບມາຊ່ວຍສັງຄັມນັ້ນ ດ້ວຍກໍາລັງແຮງ ກໍາລັງປັນຍາ ແລະຄວາມຮູ້ຂອງຕົນ ນີ້ຄືພັນທະກິດຂອງພຣະສົງຕັ້ງແຕ່ອະດີດ ແມ່ນກະທັງປັດຈຸບັນຈະຕ້ອງທໍາ. 

Wednesday 16 November 2011

ສູດສຳເລັດຂອງບູຮານລາວ

ໃນກຸ່ມຊົນຊາດລາວທັງມວນແມ່ນຢຶກຖືຫຼັກສາມັກຄີເປັນບັນຫາສຳຄັນ, ຄົນລາວນັບຖືສາສນາມາຫຼາຍກວ່າພັນປີ ຍ້ອນວ່າມີແນວທາງພຣະພຸດທະສາສນານີ້ ຄົນລາວຈຶ່ງເອື້ອເຝື້ອເກືອກູນກັນ
ໃນພາວະຄັບຂັນ ຄົນລາວເຮົາສາມັກຄີກັນຢູ່ແລ້ວ ແຕ່ວ່າຄົນລາວເຮົານັ້ນຍ່ອມແຍກມິດແຍກສັດຕູໄດ້
ມີຄຳສອນຫຼາຍຢ່າງທີ່ກ່ຽວຂ້ອງກັບກິທູ້ເບື້ອງຕົ້ນສຳລັບວັດທະນະທັມລາວ ເຊັ່ນ
໑. ເພີ່ນບໍ່ເອີ້ນຢ່າຂານ ເພີ່ນບໍ່ວານຢ່າຊ່ອຍ
໒. ເຫັນຫົວລ້ານ ຢ່າເວົ້າເຣື່ອງນົກກະຊຸມ
໓. ໜັກຊ່ວຍກັນຫາບ ຫຍາບຊ່ວຍກັນດຶງ
໔. ບໍ່ມີແຂ້ວ ຢ່າຫາກິນໜັງ
໕. ຢ່າຂ້າມຫຼັງເຕົ່າ ຢ່າເຫົ່າແທນໝາ
໖. ມີເຂົ້າໃຫ້ສົ່ງເຮືອນເໜືອ ມີເກືອໃຫ້ສົ່ງເຮືອນໃຕ້
໗. ຟັນເຮືອໄວ້ຫຼາຍລຳແຮທ່າ ມ່າເຂົ້າໄວ້ຫຼາຍບ້ານເພື່ອເມືອງ
໘, ຢາມຝົນຕົກຢ່າໄດ້ແຍງແວ່ນ ຢາມຮີບແລ່ນຢ່າຖືຂອງໜັກ
໙. ທີ່ສູງຄວນໄຫວ້ ທີ່ໃກ້ຄວນບູຊາ
໑໐. ເພີ່ນບໍ່ຖາມຢ່າເວົ້າ ຢາມກິນເຂົ້າຢ່າໂສກັນ
໑໑. ກິນເຂົ້າໂຕ ຢ່າໂສຄວາມເພິ່ນ
ແລະ ມີຄຳສອນອີກຫຼວງຫຼາຍທີສອນປະເພດດຽວກັນໄວ້ ແຕ່ຄົນລາວເຮົາກໍຍັງຮັກກັນສາມັກຄີກັນ ເພາະຄົນລາວທົ່ວໄປຍ່ອມຮູ້ໄດ້ວ່າ ອັນໃດຄວນອັນໃດບໍ່ຄວນ
ໃນອະດີດ ຈົນຮອດປັດຈຸບັນ ຍ້ອນຄຳສອນບູຮານ ຈຶ່ງເຮັດໃຫ້ຄົນລາວໄປໄສ ມາໄສບໍ່ຖືຫໍ່ເຂົ້າ ບໍ່ຫ່ວງເຣື່ອງນອນ ເພາະຄົນລາວຊ່ວຍກັນສາມັກຄີກັນ
ໃນຄຳສອນຍິງ ກໍມີມາວ່າ
ການເປັນຍິງນີ້ ໃຫ້ຮູ້ຈັກການເຮືອນການຊານ ຢ່າຂຶ້ນເຮືອນສູງລົງເຮືອນຕ່ຳ ມັນຄຳລຳ (ຄຳວ່າຂຶ້ນເຮືອນສູງລົງເຮືອນຕ່ຳ ໃນຄວາມໝາຍນີ້ບໍ່ແມ່ນວ່າບໍ່ໃຫ້ໄປຢ້ຽມຢາມຖາມຂ່າວພີ່ນ້ອງປ້າລູງ ແຕ່ຢ່າໄປໂສເຣື່ອງຄົນອື່ນຈົນລືມແລງລືມງາຍ
ໃນຄຳສອນທາງພຣະພຸດທະສາສນາ ກໍສອນໄວ້ໃນທິດ ໖ ຢ່າງຈະແຈ້ງກ່ຽວກັບການຊ່ວຍເຫຼືອກັນ ສຳລັບບຸກຄົນທີ່ມີສ່ວນພົວພັນກັນ
ແຕ່ທ່ານຫ້າມໄວ້ນັ້ນ ເຊັ່ນ
໑. ຄົນບໍ່ຮູ້ຈັກໜ້າ
໒. ຍາມເວລາທີ່ມີວຽກ
໓. ສຳລັບເຣື່ອງບາງເຣື່ອງ ກໍບໍ່ຄວນທີ່ຈພເວົ້າ ເຊັ່ນ ເຣື່ອງຄຸນຄວາມດີຂອງຕົນ ຢ່າເວົ້າໃຫ້ຄົນອື່ນຟັງ ຈະເປັນອັນຕຣາາຍແກ່ຕົນເອງ ດັ່ງນີ້ເປັນເຄົ້າ ແຕ່ສຳລັບຄົນໃຫນອານັດຂອງຕົນ ເຊັ່ນໃນທິດຫົກກັບນົດໄວ້ ເຊັ່ນ
໑. ພໍ່ແມ່ກັບລູກ
໒. ຜົວກັບເມັຍ
໓. ໝູ່ກັບເພື່ອນ
໔. ເຈົ້ານາຍ
໕. ສະມະນະຊີພຣາມ
໕. ຊາດສາສນາ
ເຫຼົ່ານີ້ເປັນຕົ້ນ ຫາກເຮົາມີເວລາ ແລະ ສັດທາ ຫຼືບໍ່ມີສັດທາກໍຄວນເຮັດໃຫ້ສຸດກົກສຸດປາຍ
ສ່ວນສັດຕູໝູ່ອາຄາດ ຫຼືຄົນບໍ່ຮູ້ຈັກກໍຄວນລະວັງໃນການກະທຳທັງສາມປະການທີ່ກ່າວມາຂ້ງຕົ້ນ
ສຳລັບ ການເວົ້າກໍເຊັ່ນກັນຄວນລະວັງແມ່ນກະທັງຍາດຕິພີ່ນ້ອງ ເວົ້າຫຼາຍບໍ່ມີເຂົ້າຈອກໝໍ້ ວ່າຊັ້ນນາ
ຂອບໃຈ

Thursday 3 November 2011

ຄຳບູຮານວ່າ "ຫາບບໍ່ໜັກ, ຕັກບໍ່ເຕັມ, ເຄັມບໍ່ຈືດ, ມືດບໍ່ແຈ້ງ" ໝາຍຄວາມວ່າແນວໃດ ?

ຄຳບູຮານວ່າ "ຫາບບໍ່ໜັກ, ຕັກບໍ່ເຕັມ, ເຄັມບໍ່ຈືດ, ມືດບໍ່ແຈ້ງ" ໝາຍຄວາມວ່າແນວໃດ ?
ຫາບບໍ່ໜັກ = ຄືບຸນ ແລະວິຊາຄວາມຮູ້
ຕັກບໍ່ເຕັມ = ຄວາມໂລບ ຢາກໄດ້ບໍ່ມີເຕັມຈັກເທື່ອ ໄດ້ແລ້ວກໍໄດ້ອີກ
ເຄັມບໍ່ຈີດ = ຄຸນງາມຄວາມດີ ທີ່ທຳແລ້ວ.
ມືດບໍ່ແຈ້ງ = ໄດ້ແກ່ຄວາມບໍ່ຮູ້ແຈ້ງ ຫຼືອະວິຊຊາ ແລະຄວາມຫຼົງໄຫຼມົວເມົາ ແລະຄວາມອວດໂຕໂອຫັງ .

ເຊິ່ງອະທິບາຍໃຫ້ໄດ້ເນື້ອຄວາມ ດັ່ງລຸ່ມນີ້

໑. ຫາບບໍ່ໜັກ: ໄດ້ແກ່ບຸນ ຫຼືວິຊາຄວາມຮູ້ຕ່າງໆ ທີ່ມີຢູ່ຢ່າງບໍ່ຈັກໝົດສິ້ນ ຄົນຜູ້ສະແຫວງຫາເອງ ກໍບໍ່ຈຳເປັນຕ້ອງແບບຫາບ ເມື່ອໄດ້ມາແລ້ວກໍບໍ່ໄດ້ແບກ ຫາບຫຼືຖືໄວ້ກະບໍ່ໜັກ ມີແຕ່ອຸດົມສົມບູນເພີ່ມພູນຂຶ້ນໃນໃນຊີວິດ ແນວຄິດແລະການກະທພຂອງເຂົາຄົນນັ້ນ, ກາຍເປັນຜູ້ມີມັນສະໝອງ ແລະອຸດົມສົມບູນພອກພູນປັນ ຍາຂຶ້ນຕື່ມຊັກໃຊ້ ເມື່ອເຖິງຄາວເອົາອອກມາໃຊ້ກໍໃຊ້ໄດ້ເລີຍ ບໍ່ມີອັນຍາກອັນຊາ ຫຼືຜູ້ມີບຸນບຸນນັ້ນມັນກະຢູ່ຄູຕົວເຮົາບໍ່ໜັກບໍ່ໜາ ຜູ້ມີບຸນກໍເບົາກາຍເບົາໃຈ ເມື່ອໄພມາເຖິງບຸນນັ້ນກໍປົກປ້ອງຄຸ້ມຄອງໄດ້ ສະນັ້ນຄວາມຮູ້ວິຊາການ ແລະບຸນຍະສົມພານນີ້ຫາກບໍ່ໜັກ.

໒. ຕັກບໍ່ເຕັມ: ໄດ້ແກ່ຄວາມໂລບ ອັນເປັນຄວາມຕ້ອງຢາກໄດ້ໂດຍບໍ່ມີທີ່ສິ້ນສຸດ ມະນຸດເຮົາຍິ່ງມີ ຍິ່ງຢາກໄດ້ໂດຍບໍ່ມີເມືອງພໍ ອັນນີ້ເຮົາບໍ່ຈຳເປັນຕ້ອງອະທິ ບາຍໃຫ້ຫຼາຍ ເພາະປະສົບການທີ່ພວກເຮົາເຈົ້າທ່ານປະສົບພົບພໍ້ກັນທຸກວັນນີ້ ກໍຫຼາຍເກີນທີ່ຈະບັນຍາຍແລ້ວ.

໓. ເຄັມບໍ່ຈືດ: ໄດ້ແກ່ຄຸນງາມຄວາມດີ ທີ່ບຸກຄົນໄດ້ທຳໄວ້ດີແລ້ວ ຍ່ອມສາມາດຄົງທົນຢູ່ຢ່າງນັ້ນເໝືອນດັ່ງເກືອຮັກສາຄວາມເຄັມສັນໃດ, ເຄັມໃນທີ່ນີ້ ໝາຍເຖິງ ຄົນທີ່ດີ ແລະຄົນທີ່ທຳບຸນໄວ້ແລ້ວ ແມ່ນສະພາວະການຈະປ່ຽນແປງໄປເຊັ່ນໃດ ຄົນຜູ້ນັ້ນຈະບໍ່ອັນຕະຣະທານໄປກັບສະພາບການ ປ່ຽນແປງ ດັ່ງກັບເກືອ ທີ່ຢູ່ໃນຖົງ ກັບເກືອທີ່ແທລົງຈອກນຳ້ແລ້ວ ມັນກໍຍັງມີຄວາມເຄັມຢູ່ ຫຼາຍຫຼືນ້ອຍ ກໍຢູ່ທີ່ປະຣິມານຂອງເກືອ ແລະນຳ້.

໔. ມືດບໍ່ແຈ້ງ: ໄດ້ແກ່ຄວາມບໍ່ຮູ້ແຈ້ງ ຫຼືອະວິຊຊາ ແລະຄວາມຫຼົງໄຫຼມົວເມົາ ແລະຄວາມອວດໂຕໂອຫັງ ນອກຈາກບໍ່ສາມາດທີ່ຈະໃຫ້ຜູ້ນັ້ນ ເຫັນແຈ້ງໃນທັມ ໃນຊີວິດແລ້ວ ຍັງຕ້ອງທຳລາຍໃຫ້ຄົນຜູ້ນັ້ນຕ້ອງເສື່ອມຊາມ ແລະອັນຕະຣະທານໄປໃນທີ່ສຸດໄດ້, ບໍ່ສະເພາະແຕ່ຕົວເຂົາ ຄອບຄົວ ສັງຄົມ ແລະປະເທດຊາດບ້ານເມືອງ ກໍຈັກຕ້ອງຕົກຕ່ຳລຳພອຍໄປກັບຄວາມມືດບອຂອງເຂົາດ້ວຍ.

- ທັງໝົດນີ້ ຈຶ່ງເປັນອະມະຕະວາຈາ ທີ່ຄົນລາວບູຮານໄດ້ຝາກໄວ້ຢ່າງປິດສະໜາ ສອນລູກສອນຫຼານລາວໃຫ້ການເປັນຄົນມີຄວາມຮູ້ປົກປ້ອງຕົນ ຄົນ ແລະຊາດມາໄດ້ເຫິງນານ ຫາກຄົນປັດຈຸບັນຍັງບໍ່ທັນມອງເຫັນຄຳບູຮານເລັກໆນ້ອຍນີ້ວ່າເປັນຂອງດີແລ້ວ ລາວເຮົາກໍຈະກາຍເປັນພຽງແຕ່ຊື່ປະດັບໂລກ ໂດຍປາສະຈາກຄຸນນະໂຫຍດໃດໆ ຫາກຄົນລາວຍັງເຫັນວ່າຄົນບູຮານ ແລະຄະຕິບູຮານເປັນຂອງລ້າສະໄໝແລ້ວ ບໍ່ນຳເອົາສິ່ງເລົ່ານີ້ມາວິໄຈ ວິຈານ ເພື່ອພັດທະນາຕົນ ຄົນ ແລະຊາດແລ້ວ ມີແຕ່ປ່ອຍໃຫ້ອະວິຊາ ຕັນຫາ ແລະຄວາມມືດບອດເຂົ້າຄອບງຳ ຊາດລາວເຮົາຄົງຈະເປັນສິ່ງທີ່ຊາດອື່ນດູຖູກເອົາໄວ້ ແລ້ວມີແຕ່ຄຽດແຕ່ບໍ່ຈັກຄິດ ຊີວິດກໍເສົ້າໝອງ ແລ້ວລະນານວນນາ.

Monday 31 October 2011

ຜັກ 7 ສີ ​ເພື່ອ​ສຸຂະພາບ​ທ່ີ​ດີ


* ຜັກ ​ແລະ ຫມາກ​ໄມ້ ເປັນ​ອາຫານ​ສຸຂະພາບທີ່​ມີຄຸນ​ປະ​ໂຫຍດ ສູງຕໍ່​ຮ່າງກາຍ ​ເພາະ​ນອກຈາກ​ວິ ຕາມິນ​ຕ່າງໆ​ແລ້ວ ຮ່າງ ກາຍ ​ຍັງ​ຕ້ອງການ​ແຮ່​ທາດ​ຕ່າງໆ ເພື່ອ ​ປົວ​ແປງ​ສ່ວນ​ທີ່​ເປ່​ເພ ຄຽງ​ຄູ່​ກັນ​ນັ້ນ ກໍ​ສ້າງ​ພູມ​ຕ້ານທານ​ໃຫ້​ກັບ​ຮ່າງກາຍ ​ແລະ ຍັງ​ມີ​ກາກ​ ໃຍ​ອາຫານ ​ເພື່ອ​ຊ່ວຍ​ລະບົບ​ການ​ຍ່ອຍ​ ​ແລະ ຂັບ​ຖ່າຍ​ໄດ້​ດີ​ ອີກ​ດ້ວຍ. ຢູ່​ໃນ​ຜັກ ​ແລະ ຫມາກ ​ໄມ້​ແຕ່​ລະ​ຊະນິດ​ກໍ​ມີ​ວິຕາມິນ ​ແລະ ​ແຮ່​ທາດ​ທີ່​ແຕກ​ຕ່າງ​ກັນ​ໄປ ​ໂດຍ​ສາມາດ​ແບ່ງ​ ແຍກ​ສີ ສັນ ​ຂອງ​ພວກ​ເຂົາ​ເປັນ 7 ສີ ແລະ ຄຸນ​ປະ​ໂຫຍ​ດຕໍ່​ຮ່າງກາຍ​ໄດ້​ດັ່ງ​ນີ້:
ສີ​ແດງ: ຜັກ ​ແລະ ຫມາກ​ໄມ້ທີ່​ມີ​ສີສັນ​ແຈດຕານີ້ ໄດ້​ແກ່ ຫມາກ​ເລັ່ນ, ຫມາກ​ໂມ, ຫມາກກ້ຽງ​ ໃຫຍ່​ສີ​ບົວ (ຫມາກພຸ​ກ) ​ຊ່ວຍ​ໃນ ການ ​ບຳລຸງ​ປອດ ​ແລະ ຍັງ​ຊ່ວຍ​ປ້ອງ​ກັນ​ ພະຍາດ​ມະ​ ເຮັງ​ທີ່​ ຫົວ​ໃຈ.
ສີ​ສົ້ມ-ສີ​ເຫລືອງ: ​ໄດ້​ແກ່ ຫມາກ​ກ້ຽງ, ຫມາກ​ຫຸ່ງ​ ​ເຊິ່ງມີ​ເນກທາຣີນ ທີ່​ມີ​ຄຸນປະ​ໂຫຍ​ດ​ໃນ​ການ ​ບຳລຸງ​ຫົວ​ໃຈ ​ແລະ ກະ​ເພາະ​ອາຫານ, ສຳລັບ​ຜູ້​ທີ່​ມີ​ບັນຫາ​ ໃນ​ເລື່ອງ​ການ​ຂັບ​ຖ່າຍ ຫລື ຍື່ງທ້ອງ ຜັກ ​ແລະ ຫມາກ​ໄມ້​ສີ​ເຫລືອງ ​ແລະ ສົ້ມ​ນີ້ ສາມາດ​ຊ່ວຍ​ໄດ້ ແລະ ຍັງ​ມີ​ວິ ຕາມິນ​​ເຊ ຊ່ວຍ​ບຳລຸງ​ ລະບົບ​ແຊນ​ອີກ​ດ້ວຍ.
ສີ​ແດງ-ມ້ວງ: ​ເຊັ່ນ: ລະ​ແຊັງ ສີມ່ວງ, ສະ​ຕໍ​ເບີຣີ, ​ແອັບ​ເປິ​ນ​ແດງ ພວກ​ນີ້​ຈະ​​ເຂົ້າ​ໄປ​ຊ່ວຍ​ບຳລຸງ​ການ​ເຮັດ​ວຽກ​ຂອງ​ແຊນ​ສະຫມອງ, ​ໃຜ​ຢາກ​ເປັນ​ອັດ​ສະລີ​ຍະ ກໍ​ຕ້ອງ​ຮັບ​ປະທານ​ຜັກ ​ແລະ ​ຫມາກ​ໄມ້​ຫມວດ​ນີ້​ຫລາຍໆ.
ສີ​ເຫລືອງ-ຂຽວ: ​ໄດ້​ແກ່​ຜັກ​ຫົມ, ຫມາກອະ​ໂວ​ຄາ​ໂດ, ຜັກກາດ, ສາລີ, ຖົ່ວດິນ ກຸ່ມ​ນີ້ ຈະ​ຊ່ວຍ​ບຳລຸງ​ຕັບ​ຂອງ​ເຮົາ ​ແລະ ຍັງ​ຊ່ວຍ ​ກະ ​ຕຸ້ນ​ລະບົບ​ການ​ ຟອກ​ ຂອງ ​ເສດ​ເຫລືອ​ຕ່າງໆ​ໃນ​ຮ່າງກາຍ​.
ສີຂາວ-ສີຂຽວ: ກະທຽມ ​ໃບ​ກະທຽມ ຫົວ​ຫອມ​ບົ່ວ ຕັ່ງ​ສາຍ ຫມາກກຽງ ກຸ່ມ​ນີ້​ຊ່ວຍ​ໃນ​ການ​ເຮັດ​ວຽກ​ຂອງ​ລະບົບ​ ຫມູນວຽນ​ ຕ່າງໆ​ ພາຍ​ໃນ​ຮ່າງກາຍ ​ໂດຍ​ ສະ​ເພາະ​ຫົວ​ໃຈ.
ສີ​ສົ້ມ: ສີສັນ​ສົດ​ໃສ ​ເປັນ​ຕາ​ແຊບ​ໄດ້​ແກ່: ກາ​ລົດ, ຫມາກມ່ວງ​ສຸກ, ຫມາກອຶ ... ເຫມາະ​ສຳລັບ​ແມ່ຍິງ​ສຸຂະ ພາບ​ດີ​ທີ່​ຢາກ​ມີ​ຜິວ​ພັນ ​ນວນ​ນຽນ ຜ່ອງ​ໃສ ​ແລະ ຍັງ​ຊ່ວຍ​ບຳລຸງ​ສາຍຕາ​ອີກ​ດ້ວຍ.
ສີຂຽວ: ຜັກ ຫມາກ​ໄມ້ ປະ​ເພດ​ນີ້ ໄດ້​ແກ່ ດອກ​ຜັກ​ສີຂຽວ , ​ກະຫລ່ຳ, ຜັກ​ກວາງ​ຕຸງ, ຜັກ​ບົ້ງ ​ເຊິ່ງມີ​ວິຕາມິນ​ຫລາຍ ຊ່ວຍ​ໃນ​ການ​ບຳລຸງ ​ສາຍຕາ​ໃຫ້​ ມີ​ສຸຂະ ພາບ​ດີ ແລະ ​ເພີ່​ມ​ກາກ​ໃຍຊ່ວຍ​ໃນ​ການ​ຂັບ​ຖ່າຍ​ໄດ້​ດີ./.

Monday 10 October 2011

ຄອບຄົວຕົວແບບ (ຄຳສິງ ສີຫາເທບ) ບ້ານວຽງຈະເລີນ

ທ່ານ ຄຳ​ສິງ ສີ​ຫາ​ເທບ ນັກ­ທຸ­ລະ­ກິດ​ຢູ່​ບ້ານ​ວຽງ​ຈະ­ເລີນ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ຄອບ­ຄົວ​ຕົວ​ແບບ ໃນ​ການ​ຜະ­ລິດ​ທຸ­ລະ​ກິດ​ດ້ານ​ຜະ­ລິດ​ຕະ​ພັນ​ລາວ​ປອດ​ສານ­ພິດ.
ທ່ານ ຄຳ​ສິງ ໄດ້​ໃຫ້​ສຳ­ພາດ​ວ່າ: ສິ່ງ​ທີ່​ດົນ​ບັນ­ດານ​ໃຫ້​ຂ້າ­ພະ­ເຈົ້າ ເຮັດ​ການ​ຜະ­ລິດ​ຕະ​ພັນ​ປອດ​ສານ­ພິດ ມີ​ຢູ່ 4 ປັດ​ໄຈ ຄື: 1. ຈາກ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ທີ່​ວ່າ: ເຮົາ​ຕ້ອງ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ຫັນ​ການ​ຜະ­ລິດ​ແບບ​ທຳ​ມະ​ຊາດ ໃຫ້​ກາຍ­ເປັນ​ສິນ­ຄ້າ ນີ້​ກໍ​ເປັນ​ອັນ​ໜຶ່ງ ທີ່​ຊຸກ​ດັນ​ໃຫ້​ຂ້າ­ພະ­ເຈົ້າ​ຫັນ​ມາ​ຜະ­ລິດ ອັນ​ທີ​ສອງ ແມ່ນ​ຢາກ​ປົກ​ປັກ​ຮັກ­ສາ​ມູນ­ເຊື້ອ ຫົວ­ຄິດ​ປະ­ດິດ​ສ້າງ​ຂອງ​ບັນ​ພະ​ບູ​ລຸດ​ຂອງ​ລາວ​ເຮົາ ແຕ່​ດຶກ​ດຳ​ບັນ​ມາ​ແລ້ວ ທີ່​ໄດ້​ເຮັດ​ການ​ຜະ­ລິດ​ເຄື່ອງ­ໃຊ້​ໃນ​ຄົວ​ເຮືອນ ຫວ້ານ​ຢາ​ຕ່າງໆ ເປັນ­ຕົ້ນ ສະ​ໝຸນ​ໄພ ຢາ​ປົວ​ພະ­ຍາດ ຖ້າ​ພວກ​ເຮົາ​ບໍ່​ປົກ​ປັກ​ຮັກ­ສາ ມັນ​ກໍ​ຈະ​ສູນ­ຫາຍ​ໄປ ບັນ­ດາ​ລູກ​ຫຼານ​ໜຸ່ມ​ນ້ອຍ ຈະ​ບໍ່​ຮູ້​ຊ້ຳ​ວ່າ ຄົນ​ລາວ​ແຕ່​ກ່ອນ ກໍ​ມີ​ຜະ­ລິດ​ຕະ​ພັນ​ສິນ­ຄ້າ​ທີ່​ເປັນ​ຂອງ​ຕົນ​ເອງ ອັນ​ທີ​ສາມ ທີ່​ຊຸກ​ດັນ​ໃຫ້​ຂ້າ­ພະ­ເຈົ້າ​ແມ່ນ​ເພື່ອ​ຢາກ​ໃຫ້​ສຸ­ຂະ­ພາບ​ຂອງ​ຄົນ​ລາວ​ ເຮົາ ມີ​ສຸ­ຂະ­ພາບ​ເຂັ້ມ­ແຂງ ບໍ່​ມີ​ສານ​ເຄ​ມີ​ຕົກ​ຄ້າງ ຖ້າ​ເຮົາ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ຂອງ​ຄົນ​ລາວ​ທີ່​ປອດ​ສານ­ພິດ ກໍ​ຈະ​ເປັນ​ຜົນ​ດີ​ຕໍ່​ສຸ­ຂະ­ພາບ ແລະ ສິ່ງ­ແວ­ດລ້ອມ ແລະ ສີ່ ເພື່ອ​ປະ­ຕິ­ບັດ​ຄວາມ​ດູ​ໝິ່ນ​ຂອງ​ຕ່າງ­ປະ­ເທດ ທີ່​ວ່າ ຄົນ​ລາວ​ເຮົາ​ເຮັດ​ຫຍັງ​ກໍ​ບໍ່​ເປັນ ເຂັມ​ກໍ​ເຮັດ​ບໍ່​ເປັນ ໄມ້​ຈີ້ມ​ແຂ້ວ​ກໍ​ຊື້​ຂອງ​ເຂົາ ສ່ວນ​ຫຼາຍ​ແມ່ນ​ຂອງ​ຕ່າງ­ປະ­ເທດ ດັ່ງ­ນັ້ນ ເຮົາ​ຕ້ອງ​ຜະ­ລິດ​ໃຫ້​ເປັນ​ສິນ­ຄ້າ ເພາະ​ຄົນ​ລາວ​ເຮົາ ກໍ​ສາ­ມາດ​ເຮັດ​ໄດ້​ສ້າງ​ຊື່​ສຽງ​ໃຫ້​ປະ­ເທດ​ຊາດ​ໄດ້ ເພາະ​ປະ­ເທດ​ລາວ​ເຮົາ​ມີ​ວັດ­ຖຸ​ດິບ ຊັບ­ພະ­ຍາ­ກອນ​ອຸ­ດົມ­ສົມ­ບູນ ມີ​ຫົວ­ຄິດ​ປະ­ດິດ​ສ້າງ ຄົນ​ລາວ​ເຮົາ​ບໍ່​ແມ່ນ​ບໍ່​ມີ​ສະ­ຕິ​ປັນ­ຍາ ແຕ່​ເນື່ອງ​ຈາກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ຈິງ​ຈັງ.
ການ​ຜະ­ລິດ​ຂອງ​ຂ້າ­ພະ­ເຈົ້າ​ມີ​ຢູ່ 5 ຂະ­ແໜງ­ການ ຄື: 1. ຜະ­ລິດ​ຕະ​ພັນ​ຮັບ​ໃຊ້​ຄົວ​ເຮືອນ ເປັນ­ຕົ້ນ: ສະ­ບູ​ສະ​ປາ ເຮັດ​ຈາກ​ນ້ຳ­ມັນ​ໝາກ­ພ້າວ ນ້ຳ­ມັນ​ງາ ຢາ­ສະ­ຜົມ​ໝາກ​ຂີ້­ຫູດ ຢາ­ຖູ­ແຂ້ວ​ສະ​ໝຸນ​ໄພ ເຮັດ​ໃຫ້​ແຂ້ວ​ບໍ່​ຫຼ່ອນ ບໍ່​ມີ​ກິ່ນ​ປາກ ປະ­ເພດ​ນ້ຳ​ຢາ​ລ້າງ​ຖ້ວຍ ນ້ຳ​ຢາ​ຊັກ​ຜ້າ ເຊິ່ງ​ລ້ວນ​ແຕ່​ເອົາ​ວັດ­ຖຸ​ຈາກ​ບ້ານ​ເຮົາ​ມາ​ຜະ­ລິດ.
2. ປະ­ເພດ​ອາ­ຫານ​ກໍ​ມີ​ປາ­ແດກ​ຜົງ​ສຳ­ເລັດ​ຮູບ ຫັນ​ຈາກ​ປາ­ແດກ​ມາ​ເຮັດ​ເປັນ​ຜົງ ເພື່ອ​ໃຫ້​ມັນ​ສະ­ດວກ​ສະ­ບາຍ​ໃນ​ການ​ປຸງ​ແຕ່ງ ແລະ ຖືກ​ສຸ​ຂະ​ອະ­ນາ­ໄມ​ດີ.
3. ຜະ­ລິດ​ຕະ​ພັນ​ເພື່ອ​ສຸ­ຂະ­ພາບ ເຊັ່ນ: ຢາ­ພື້ນ­ເມືອງ​ທີ່​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ສູງ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຄື: ເຫັດ​ໝື່ນ​ປີ ເຫັດ​ລິ້ນ​ຈື່ ໃນ​ປີ 2009ໄດ້​ຮັບ​ລາ­ງວັນ​ຜະ­ລິດ​ຕະ​ພັນ​ດີ​ທີ່​ສຸດ​ຂອງ​ອາ​ຊຽນ ຢູ່​ບຣູ​ໄນ ດາ​ລູ​ຊາ​ລຳ ແລະ ເປັນ​ຜະ­ລິດ​ຕະ​ພັນ​ຈາກ​ທຳ​ມະ​ຊາດ​ມາ​ປູກ​ເອງ ນອກ­ຈາກ​ນີ້ ຍັງ​ມີ​ຊາ​ມ້ອນ​ຫຼຸດ​ສານ​ຜິດ ຫຼຸດ​ຄວາມ­ດັນ ຊາ​ໝາກ​ຂາມ­ປ້ອມ ສຳ­ລັບ​ດີ​ຫວັດ ດີ​ໄອ ຊາ​ໝາກ­ຍໍ ສຳ­ລັບ​ຜູ້​ເປັນ​ເບົາ­ຫວານ ເຈັບ​ເສັ້ນ­ປະ­ສາດ ຊາ​ພັນ​ປີ​ທີ່​ອິດ­ເມື່ອຍ​ອ່ອນ­ເພຍ ຊາ​ເຂົ້າ­ເໝົ້າ ສຳ­ລັບ​ເປັນ​ມຶນ​ຕີນ ມຶນ​ມື​ຕ່າງໆ ນອກ­ຈາກ​ນັ້ນ ກໍ​ມີ​ຜະ­ລິດ​ຕະ​ພັນ​ບຳ­ລຸງ​ສາຍ­ຕາ ແລະ ມີ​ຜະ­ລິດ​ຕະ​ພັນ​ທຳ​ມະ​ຊາດ ຫວ້ານ​ລື​ສີ​ດີ​ກະ­ເພາະ ດີ​ປະ­ດົງ ດີ​ເບົາ­ຫວານ ມີ​ນ້ຳ­ໝາກ​ຍໍ ແລະ ຜະ­ລິດ​ຕະ​ພັນ​ອື່ນໆ​ອີກ ເຊັ່ນ: ຜັກ​ອີ່­ຮຸມ ເປັນ​ແຄບ​ຊຸນ ເປັນ​ຜັກ​ທີ່​ມີ​ແຄນ​ຊຽມ​ສູງ ເຮັດ​ໃຫ້​ກະ­ດູກ​ແຂງ­ແຮງ ມີ​ວິ​ຕາມ​ມິນ​ເອ ບຳ­ລຸງ​ສາຍ­ຕາ ມີ​ວິ­ຕາ­ມິນ​ເຊ ມີ​ທາດ​ໂປ​ຕິນ​ສູງ ແລະ ອື່ນໆ​ທີ່​ຕ່າງ­ປະ­ເທດ​ແມ່ນ​ຕ້ອງ­ການ​ຫຼາຍ.
4. ຜະ­ລິດ​ຕະ​ພັນ​ເຄື່ອງ­ໃຊ້​ສະ​ປາ ມີ: ຄີມ​ນວດ​ນ້ຳ­ມັນ ໝາກ­ງາ ນ້ຳ­ມັນ​ໝາກ­ພ້າວ ແລະ ອື່ນໆ.
5. ຜະ­ລິດ​ຕະ​ພັນ​ຮັບ​ໃຊ້​ກະ­ສິ­ກຳ​ມີ​ປຸ໋ຍ​ອິນ​ຊີ​ອັດ​ເມັດ ນ້ຳ​ອີ​ເອັມ ນ້ຳ​ຮໍ​ໂມນ​ພືດ ຢາ​ສະ​ໝຸນ​ໄພ​ປ້ອງ​ກັນ​ສັດ­ຕູ​ພືດ ນ້ຳ­ມັນ​ຊີ­ວະ​ພາບ​ຜະ­ລິດ​ຈາກ​ໝາກ​ເຍົາ (ນ້ຳ­ມັນ​ໄບ​ໂອ​ດີ​ເຊວ) ໃຊ້​ກັບ​ລົດ​ທຸກ​ຊະ­ນິດ ແລະ ປັດ­ຈຸ­ບັນ ຍັງ​ຜະ­ລິດ​ເຕົາ​ຄົວ­ກິນ​ດ້ວຍ​ແສງ​ອາ­ທິດ.
ທ່ານ ຄຳ​ສິງ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ທຸກ​ຜະ­ລິດ​ຕະ​ພັນ​ຂອງ​ຂ້າ­ພະ­ເຈົ້າ ແມ່ນ​ພ້ອມ​ທີ່​ຈະ​ເຜີຍ­ແຜ່​ເຝິກ­ອົບ­ຮົມ ຫຼື ວ່າ​ໃຫ້​ເປັນ​ວິ­ທະ­ຍາ­ກອນ ທີ່​ມາ​ຖອດ​ຖອນ​ບົດ­ຮຽນ ພວກ​ເຮົາ​ພ້ອມ​ທີ່​ຈະ​ສະ­ໜອງ​ໃຫ້ ບໍ່​ສະ­ຫງວນ​ລິ​ຂະ​ສິດ ເນື່ອງ​ຈາ​ກວ່າ ຢາກ​ໃຫ້​ຄົນ​ລາວ​ຄິດ​ເຖິງ​ການ​ຜະ­ລິດ ຢາກ​ໃຫ້​ຄົນ​ລາວ​ເຮົາ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ບໍ່​ມີ​ສານ­ພິດ ໃນ​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ ເພື່ອ​ສຸ­ຂະ­ພາບ​ແຂງ­ແຮງ ເພື່ອ​ຕົນ​ເອງ​ມີ​ອາ­ຍຸ​ໝັ້ນ­ຍືນ.
ຜະ­ລິດ​ຕະ​ພັນ​ຂອງ​ຂ້າ­ພະ­ເຈົ້າ ມີ​ຈຳ­ໜ່າຍ​ຢູ່​ປະ­ເທດ​ເຮົາ ແມ່ນ​ຢູ່​ຕະ­ຫຼາດ ຮ້ານ​ຂາຍ­ເຄື່ອງ​ທົ່ວ​ໄປ ແລະ ໄດ້​ຂາຍ​ຢູ່​ຕະ­ຫຼາດ​ປອດ​ສານ­ພິດ​ໃນ​ວັນ​ເສົາ​ທີ່​ທາດ­ຫຼວງ ສ່ວນ​ລາຍ​ຮັບ​ສະ­ເລ່ຍ​ແລ້ວ ປີ​ໜຶ່ງ​ໄດ້​ປະ­ມານ 240 ລ້ານ​ກີບ.

Saturday 8 October 2011

ຂອງຄວນບໍ່ຄວນແກ່ກັນ

- ເວົ້າເຖິງສັບພະສິ່ງໃນໂລກນີ້ ມີສິ່ງຄວນບໍ່ຄວນແກ່ກັນຫຼາຍ ຂອງບາງຢ່າງບໍ່ມາມາດເອົາມາເຂົ້າກັນ ຫຼືເກື້ອກູນກັນ ໄດ້ ເຖິງເອົາເຂົ້າກັນກໍບໍ່ເກີດປະໂຫຍດ ບາງຢ່າງໃຫ້ໂທດ ບາງຢ່າງບໍ່ໃຫ້ໂທດ ແຕ່ບໍ່ເກີດປະໂຫຍດ ຜົວເມັຍກໍເຊັ່ນກັນ ຫາກເປັນຄູ່ແຕ່ແຖນ ເປັນແນນແຕ່ຟ້າ ເມື່ອມາຢູ່ນຳກັນແລ້ວ ກໍຄ້ຳຄູນນຳກັນ ບາງຄັ້ງເອົາກັນໄດ້ແຕ່ ທຸກບໍ່ຈະເຣີນ ງອກງາມນຳກັນ.
- ສະນັ້ນ. ຈຶ່ງວ່າຂອງຄູ່ກັນ ມັນຈຶ່ງສອດຄ່ອງກັນ ຫາກຂອງບໍ່ຄູ່ກັນ ກໍບໍ່ສອດຄ່ອງກັນ ເຊັ່ນຕົວຢ່າງວ່າ ການເອົາ ຜົວເອົາເມັຍທີ່ຕ້ອງຫ້າມຄື:
໑. ຄົນສາຍເລືອດດຽວກັນ ບໍ່ຄວນແຕ່ງງານ.
໒. ຫ້າມແຕ່ງງານກັບບຸບພະກາລີ ເຊັ່ນ ລູກແຕ່ງງານກັບພໍ່ແມ່ອ້າຍເອື້ອຍນ້ອງ.
໓. ເຊື້ອສາຍດຽວກັນ ແຕ່ງງານນຳກັນໄດ້ ແຕ່ຫ້າມກົງທີ່ວ່າ ເຊື້ອນ້ອງຜູ້ຍິງ ຫ້າມແຕ່ງງານກັບ ເຊື້ອອ້າຍ, ເອື້ອຍ ແຕ່ເຊື້ອອ້າຍ, ເອື້ອຍ ຝ່າຍຊາຍ ແຕ່ງງານກັບເຊື້ອນ້ອງຜູ້ຍິງໄດ້ ດັ່ງນີ້.
- ວັດຖຸສິ່ງຂອງເອົາມາໃຊ້ ໃຫ້ຖືກສິ່ງ ເຊັ່ນຫ້າມເອົາເຮືອນຄົວ ໄປປຸກເຮືອນໃຫຍ່, ຫ້າເອົາໄມ້ທີ່ເຄີຍເຮັດເສົາ ນຳມາເຮືອ ຂາງເຮັດຂື່, ຫ້າມເອົາໄມ້ເກົ່າ ມາປຸກເຮືອນໃໝ່.

- ຕົວຢ່າງນີ້ ເຄີຍປະສົບເຫັນ ຄື:
໑. ຄັ້ງໜຶ່ງສະໄໝປົດປ່ອຍໃໝ່ ບ້ານເມືອງຫຍຸ້ງຍາກ

Friday 30 September 2011

ບຸນຫຼາຍບຸນນ້ອຍ


ກິດຈະກຳທອດຜ້າມະຫາກະຖິນປິ ໒໐໑໐ ທີ່ບ້ານດອນຂະເໝົາ ເມືອງໂຂງ



- ການໄປທອດຜ້າມະຫາກະຖິນຄັ້ງນີ້ ນຳໂດຍພຣະອາຈານຄຣູເນືອງພິລັກ ໂຊຕິທອນ ເຈົ້າອະທິການ(ຜູ້ກໍ່ຕັ້ງ)ວັດວິຈິດທັມມາຣາມ ບ້ານວຽງຈະເລີນ ເມືອງໄຊເສດຖາຄັ້ງນີ້.
- ຕັ້ງທີ່ວັດວິຈິດທັມມາຣາມ ບ້ານວຽງຈະເລີນ ເມື່ອວັນທີ 5 ພະຈິກ 2010 ທີ່ວັດວິຈິດທັມມາຣາມ ແລະອອກເດີນທາງຈາກວັດວິຈິດທັມມາຣາມ ບ້ານວຽງຈະເລີນ ເວລາ 17:00 ໂມງ ດ້ວຍຂະບວຍລົດເມ 45 ທີ່ນັ່ງ 2 ຄັນ, ລົດຕູ້ຄອມມູເຕີໄຮເອັຊ 2 ຄັນ 16 ທີ່ນັ່ງ, ລົດຕູ້ຮຸນໄດ 9 ທີ່ນັ່ງ 1 ຄັນ, ລົດກະບະຮຸນໄດ 1 ຄັນ, ລົດຈີບຈີບປຣາໂດ 5 ທີ່ນັ່ງ 1 ຄັນ, ລົດຈີບຟໍຈູນເນີ 5 ທີ່ນັ່ງ 1 ຄັນ, ລົດກະບະຮຸນໄດ ມີຄົນນັ່ງ 18 ຄົນ ແລະລົດກະບະນ້ອຍໄດຮັດຊຶ 1 ມີຄົນນັ່ງ 6 ຄົນ,
- ລວມລົດ 9 ຄັນ.
- ລວມຄົນ 165 ຄົນ.
- ໃນຂະບວນຜ້າມະຫາກະຖິນຄັ້ງນີ້ ມີການທອດຖວາຍຜ້າປ່ານ້ອຍນໍາ 2 ວັດ ແລະທອດວັດຕ່າງໆດັ່ງນີ້.
- ທອດຜ້າມະຫາກະຖິນ ທີ່ວັດໂພນຕູມຄໍາ ບ້ານຫາງດອນຂະເໝົາ ເມືອງໂຂງ ແຂວງຈໍາປາສັກ 1 ກອງ
ຖວາຍເງິນກີບ 75,560,000 ກີບ(ຂໍ້ມູນນີ້ ຕ້ອງລໍຖ້າທາງຄະນະກຳມະການສ້າງວັດ ສະຫຼຸບມາອີກຄັ້ງໜຶ່ງ ອາດເພິ່ມຂຶ້ນ ຫຼືຫຼຸດລົງກະໄດ້ ເພາະມີຊອງຈຳນວນໜຶ່ງບໍ່ໄດ້ນັບຖວາຍສົງເລີຍ)

(ສຳລັບຂໍ້ມູນລຸ່ມນີ້ແມ່ນຖືກຕ້ອງ ແລ້ວເພາະເປັນຈຳນວນໜ້ອຍ)
- ທອດຜ້າປ່ານ້ອຍໆ ທີ່ວັດທ່າເປືອຍ ເມືອງແສບ (ແຂວງ)ເຂດພະວິຫານ 1 ກອງ. ຖວາຍເງິນສ້າງສາລາໂຮງທັມ ຄື
ກ. ພຣະອາຈານເນືອງພິລັກ ໂຊຕິທອນມອບ 3,000,000 ກີບ
ຂ. ຄະນະຍາດໂຍມສົມທົບເງິນກີບ 2,823,000 ກີບ
ຄ, ເງິນບາດ 1,750 ບາດ
ງ. ເງິນຫຼຽນ 145,000 ຫຼຽນ
ຈ. ເງິນໂດລາ 23 ໂດລາ
ສ, ເງິນດົ້ງ 58,000 ດົ້ງ
- ທອດຜ້າປ່ານ້ອຍທີ່ວັດ ແສນເໜືອ ບ້ານເມືອງແສນ ເມືອງໂຂງ ແຂວງຈໍາສັກ 1 ກອງ
ກ. ພຣະອາຈານເນືອງພິລັກ ໂຊຕິທອນມອບ 2,000,000 ກີບ
ຂ. ຄະນະຜ້າກະຖິນ ແລະຜ້າປ່າສົມທົບ 1,742,000 ກີບ ລວມເງິນບາດ 700 ບາດ
- ຖວາຍວັດຂະເໝົາໂພນຈຳປາ(ວັດໃຫຍ່) 2,000,000 ກີບ.(ຖວາຍທີ່ວັດເລີຍ).
- ຝາກຖວາຍທີ່ວັດດອນກະເດັນ 1,000,000 ກີບ
ເປັນອັນວ່າ ສໍາເລັດພິທີ ງານນີ້ ມີພຣະອາຈານຄຣູບຸນຈອນ ແກ້ວສັນຕິໄຊ ວັດຂະເໝົາໂພນຈຳປາເປັນປະທານ.
- ນອກຈາກນັ້ນ ໃນຂະນະຜ້າມະຫາກະຖິນຄັ້ງນີ້ ທາງນັກສຶກສາລາວ ແລະເພື່ອນນັກສຶກສາລາວ ຝາກເຄື່ອງຜ່ານພຣະຄຣູເນືອງ ພິລັກ ໂຊຕິທອນ ໄປມອບໃຫ້ຜູ້ປະສົບໄພ ແລະດ້ອຍໂອກາດ ໃນ 3 ບ້ານ ໃນເຂດ ດອນຂະເໝົາ ມອບເຄືອງໄດ້ 345 ຊຸດ.
ຍັງອີກຈຳນວນ 155 ຊຸດ ທີ່ມອບມາ 500 ຊຸດ ຈະມອບໃຫ້ອີກໃນໂອກາດຕໍ່ໄປ.

ບຸນກຸສົນເລົ່ານີ້ຂໍມອບໃຫ້ເຈົ້າມູນລະສັດທາສ້າງຜ້າມະຫາກະຖິນທັງໝົດ, ຄະນະຈັດງານຜ້າມະຫາກະຖິນ, ນັກສຶກສາລາວ ແລະເພື່ອນປະເທດຍີ່ປຸ່ນ ແລະຊາວອິນລາວທຸກໆທ່ານ ສາທຸ ອະນຸໂມທະນາ.

ກຽມງານສົມໂພດພຣະ


Monday 26 September 2011

ກໍາເນີດ ນະໂມ

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
------
- ໃນຈາຮີດ ແລະປະເພນີທາງພຸດທະສາສະໜາ ຕັ້ງແຕ່ອະດີດ ປັດຈຸບັນ ແລະໃນອະນາຄົດກໍດີ ການຈະທໍາກິດກຳໃດໆ ໃນ ວຽກງານພຸດທະສາສະໜາ ມັກຈະກ່າວນະໂມ ກ່ອນທຸກຄັ້ງສະເໝີໄປ ຈະເປັນປັດເຈກບຸກຄົນ ຫຼືພະຫຸບຸດຄົນ ຈະຫຼາຍ ຫຼືນ້ອຍ ກໍອິງຕາມເລື່ອງ ແລະວິທີກຳ.

- ການຕັ້ງນະໂມ ມີຄວາມສໍາຄັນຫຼາຍ ຄືຕັ້ງໄວ້, ດໍາລົງໄວ້ມາຈາກມູນຮາກສັບ ຖາ(ຖ.ຫົວອອກ)ໃນຄວາມຕັ້ງ, ສະນັ້ນ ຈຶ່ງມີຄວາມໝາຍວ່າ ການຕັ້ງນະໂມ ເພື່ອໃຫ້ເກີດຄວາມໝັ້ນຄົງ ດໍາລົງໄວ້ເຊິ່ງຄວາມດີງາມ ແຫ່ງພິທີ ຫຼືກິດການນັ້ນໆ.

- ຄໍາອ່ານ ແລະຄໍາແປ ນະໂມ.
- ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : 
ແປວ່າ ນະໂມ ຕັສສ ພະຄະວະໂຕ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ອະຣະຫະໂຕ ເຊິ່ງໄກຈາກິເລດ ສຳມາສຳພຸດທັດສະ ຕັດສະຮູ້ຊອບໄດ້ໂດຍພຣະອົງເອງ.

- ໃນຄຳພີ ສະມຸຕຖະສະມຸຈຈັຍ ອັຕຖະກະຖາ ພານະວາຣ ພຣະອັດຖະກະຖາຈານ ໄດ້ສະແດງໄວ້ເປັນຕໍານານ ເລົ່າຂານສືບມາວ່າ ກາລະຄັ້ງໜຶ່ງ ເທວະດາ ແລະອາສຸລະຫ້າຕົນລວມກັນ ໄດ້ພາກັນເຂົ້າເຝົ້າຖວາຍນະມັດສະການ ແດ່ພຣະຜູ້ມີພຣະພາກເຈົ້ານະທີ່ປະທັບ ແລ້ວໄດ້ເປັ່ງວາຈາຂອງຕົນ ຖວາຍອະພິວາດພຣະພຸດທະອົງ ຕົນລະວາລະ ຖວາຍຄວາມເຄົາລົບດັ່ງນີ້.

1. ສາຕາຄິຣາຍັກ ວ່າ ນະໂມ
2. ອະສຸຣິນທະຣາຫູ ວ່າ ຕັດສະ
3. ທ້າວເວດສຸວັນມະຫາຣາດ ວ່າ ພະຄະວະໂຕ
4. ທ້າວສັກກະ(ພຣະອິນ) ອະຣະຫະໂຕ
5. ທ້າວພຣະມະຫາພຣົມ ວ່າ ສຳມາສຳພຸດທັດສະ

- ແຕ່ລະຕົນເປັ່ງວາຈາອອກມາ ລ້ວນແຕ່ເປັນຄໍານອບນ້ອມ ເມື່ອລວມກັນເຂົ້າຕາມລໍາດັບ ຈຶ່ງໄດ້ ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ : ແປວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າ ຜູ້ເປັນພຣະອໍຣະຫັນ ດັ່ງນີ້ ຄືທີ່ມາຂອງນະໂມ.

- ຄໍາວ່າ ນະໂມ ແປວ່າ ຄວາມນອບນ້ອມ ໝາຍເຖິງ ຈະລິຍາ ຄວາມປະພຶດ ຄືກາຍສະແດງອອກທາງກາຍ, ວາຈາ ແລະໃຈ.

- ນະ ໝາຍເຖິງນໍ້າ ເປັນເຄື່ອງໝາຍຄຸນຂອງແມ່ ໂມ ໝາຍເຖິງດິນ ເປັນເຄື່ອງໝາຍຄຸນຂອງພໍ່, ຄົນລາວເຮົາຈຶ່ງສອນ ສະເໝີວ່າ ບວດເປັນເນນ(ຈົວ)ແທນຄຸນແມ່, ບວດເປັນພຣະແທນຄຸນພໍ່ ຫຼືບວແເປັນເນນຈູງແມ່ຂຶ້ນສະຫວັນ, ບວດເປັນ ພຣະ ຈູງພໍ່ຂຶ້ນສະຫວັນ, ບຸກຄົນໃດກໍຕາມ ຫາກມີຈະລິຍາ ຄວາມປະພຶດດີງາມທາງກາຍ, ວາຈາ ແລະໃຈ ຈຶ່ງຊື່ວ່າ ຄົນ ມີນະໂມ ຄືມີຄວາມນອບນ້ອມ.

- ຄົນທີ່ມີຄວາມນອບນ້ອມ ທາງກາຍ, ວາຈາ ແລະໃຈຕໍ່ຕົນ, ຄົນອື່ນ ແລະສິ່ງອື່ນແລ້ວ ແມ່ນຈະທໍາການໃດໆ ທີ່ຍາກໆ ກໍຈະງ່າຍ, ມີຄວາມສໍາເລັດໃນໜ້າທີ່ ແລະຊີວິດ ຫຼືມີການຕົກທຸກໄດ້ຍາກເຖິງພຽງໃດ ກໍຍ່ອມໄດ້ຮັບຄວາມເມດຕາ, ກາລຸນາ, ມຸທິຕາ ແລະອຸເປກຂາທຳ ຍ່ອມໄດ້ຮັບການຊ່ວຍເຫຼືອ ໃຫ້ພົ້ນທຸກ ພົ້ນຍາກ ພົ້ນລໍາບາກທໍລະມານນັ້ນໆໆແລ.

- ນະໂມຕັດສະ ຈຶ່ງມີແຕ່ພຽງ ໕ ບົດເທົ່ານັ້ນ, ຫາກມີເພີ່ມເກີນໄປກວ່ານີ້ ນັບວ່າເປັນການຕໍ່ເຕີມພຣະທຳ ຄຳພີທາງພຣະພຸດທະສາສະໜາ ຜູ້ໃດຕັດ ແລະຕໍ່ເຕີມພຣະທຳຄຳສອນຂອງພຸດທະສາສະໜາ ຈັດເປັນອະທິກຳ ຄືບາບໜັກ ເປັນຜູ້ທຳລາຍພຣະພຸດທະສາສະໜາໂດຍທາງກົງ ແລະທາງອ້ອມ.

ນາກ

- ວັນນີ້ວັນ 8 ຄໍ່າ ວັນນີ້ ປະຊາຊົນມາປະມານການໄດ້ 90-100 ຄົນນີ້ແລ້ວ, ເຂົາໂສກັນເລື່ອງນາກໆ ກະຊຸບປະຊິບພໍຮູ້ເນື້ອຄວາມແນ່ບໍ່ແນ່, ເມື່ອໄຫວ້ພຣະ ຮັບສິນ ຖວາຍທານແລ້ວ ສາຣະວັດອາຣາດທະນາເທດ ກໍຕັ້ງຫົວຂໍ້ເທດເລື່ອງນາກສາເລີຍ ເນື້ອໃນເທດນັ້ນ ອັນສຽງໄວ້ໃນເຄື່ອງບັນທຶກ ຈຶ່ງນໍາມາຂຽນໄວ້ທີ່ນີ້:
---------------------------
- ຈະເລີນພອນສາທຸຊົນ ວັນນີ້ຍາດໂຍມມາຮ່ວມສັນນິບາດທໍາບຸນ ໃນວັນສິນ 8 ດັ່ງທີ່ເຄີຍມາບໍ່ຂາດ, ເວລາຟັງທັມອາຕະມາຈະເທດເລື່ອງນາກ, ຊິເທດຈັກໜ່ອຍ ພຽງ 10 ນາທີ ເພື່ອໃຫ້ເກີດຄວາມເຂົ້າໃຈ ຈຶ່ງຮັບພອນ ແລະຕັກບາດກັນ.

- ຄົນລາວເຮົານີ້ ຕິດພັນກັບນາກມາເຫິງນານ ຫຼາຍຄົນເຊື່ອວ່ານາກເປັນສັດພິເສດ ບາງຄົນກໍວ່າເປັນເທບ ເປັນສັດທີ່ປະເສີດສຸດ, ໃນຕໍານານຫຼາຍຕໍານານ ກໍກ່າວເຖິງ ນາກມາຊ່ວຍສ້າງນະຄອນຈັນທະບຸຣີ ແຖວໆ ບໍຣິເວນຮ່ອງແກ ຮ່ອງແຊງ ວັດເຮົານີ້ກໍແມ່ນສ່ວນໜຶ່ງຂອງໜອງຄັນແທເຊື້ອນ້ຳ ເຊິ່ງເປັນທີ່ຢູ່ຂອງນາກ, ຕອນປີ 2001 ກັບໄປປູປານານໍ້າແຖວນີ້ ຫຼວງຫຼາຍເຕັມທົ່ງນາແຖວນນີ້ໃຜໆກໍຄົງຊິຮູ້ນໍາກັນແລ້ວ ຊາວຽງຈັນແຄມບຶງ ລົງບຶງແຖວນີ້ກໍບໍ່ຈໍາເປັນຕ້ອງອອກຕລາດ ຕອນມາສ້າງວັດໃໝ່ ປູປານານໍ້າແຖວນີ້ມີຫຼາຍທັງຍາມແລ້ງ ແລະຍາມຝົນ ຫອຍເຊີຣີ ຫຼວງຫຼາຍພາຍມາກ, ຂຶ້ນໄຂ່ຮອດເສົາກຸຕິ ຫຼັກຮົ້ວຮາວຮົ້ວ, ປູປານາກົບຂຽດຫຼາຍ ມັນກໍມີງູຫຼວງຫຼາຍ ເພາະສັດສອງປະເພດນີ້ຕ້ອງອາໄສກັນ ປາມີຫຼາຍເທົ່າໃດ, ງູກໍຫຼາຍເທົ່ານັ້ນ, ສັດອື່ນທີ່ເປັນສັດຕູຂອງປາ ກໍບໍ່ກ້າມາຮາວີປາ ເພາະພວກເຂົາຢ້ານງູ, ງູເອງກໍໄດ້ປາເປັນອາຫານ ດຽວນີ້ ປູປາ ນົກໜູໜີໝົດ ງູກໍໜີໄປພ້ອມ ເຖິງມີກໍມີຈັກໜ່ອຍ ນໍ້າບຶ່ງທາດຫຼວງຕອນເໜືອເຫືອດແຫ້ງ ເພາະເພິ່ນແປງຮ່ອງແຊງໃຫ້ເລີກ ປະຊາຊົນຖົມນາສ້າງບ້ານເຮືອນ, ໂຮງງານ ແລະອື່ນໆ ເຮົາມາສັງເກດວ່າບຶງທາດຫຼວງໄລຍະ 10 ຄືນຫຼັງເປັນທີ່ຢູ່ຂອງງູຫຼວງຫຼາຍ ເມື່ອ 2000 ປີທີ່ແລ້ວ ສົງໃສວ່າແມ່ນງູນີ້ແລ້ວ ເປັນພວກນາກ.

- ບາດນີ້ມາເວົ້າເລື່ອງນາກ ທີ່ເຂົາຊ່າກັນນັ້ນ ບາງຄົນກໍໄປເບິ່ງມາແລ້ວ ບາງຄົນຍັງບໍ່ທັນໄດ້ໄປ (ແຕ່ທ່ານບໍ່ໄປກໍເບິ່ງກະໄດ້ ຍິນມາວ່າທາງການນໍາເອົາໄປປ່ອຍ ທີ່ມັນຄວນຢູ່ແລ້ວ) ສໍາລັບອາຕະມາຍັງບໍ່ທັນໄດ້ໄປເບິ່ງ ເຫດທີ່ບໍ່ໄປເບິ່ງເພາະຍິນຜູ້ມາຊວນນັ້ນບອກວ່າ ມີນາງທຽມມາລອຍນໍ້າຢູ່ອ່າງນ້ອຍຢູ່ທີ່ນັ້ນດ້ວຍ ຈຶ່ງບໍ່ ໄປຢ້ານນາງທຽມນາກລະອາຍ.

- ເອົາ......ມາເວົ້າເລື່ອງນາກທີ່ເຂົາຊ່າກັນນັ້ນ ໂຕມັນຄືອ່ຽນ ແຕ່ມັນຈະຕ່າງຈາກອ່ຽນທົ່ວໄປ ຕາມເບິ່ງໃນຮູບ ເພາະມັນລາຍໆ (ເຂົາວ່າແມ່ນເກັດມັນ ເມື່ອເບິ່ງລະອຽດແລ້ວບໍ່ແມ່ນເກັດ ຫາກແມ່ນຜິວໜັງຂອງມັນລາຍໆ ໃຫຍ່ຜິດປົກກະຕິ) ເຂົາບອກວ່າ ມີຄົນໃສ່ໄຊໄດ້ທີ່ບຶງທາດຫຼວງ (ສົງໄສຊິແມ່ນບຶ່ງທາດຫຼວງ ທົ່ງນາບຶງໂນນຄໍ້-ໄອເຕັກນັ້ນລົງໄປໃຕ້) ແລ້ວເອົາມາເຄນວັດແລ້ວຄົນຈຶ່ງແຕກໄປເບິ່ງແໜ້ນວັດ.

- ເມື່ອສັງເກດຕີຣາຄາແລ້ວ ເຫັນວ່າອ່ຽນພວກນີ້ ເປັນພວກສັດປະເພດກາຍພັນ, ສັດທີ່ຈະກາຍພັນໄດ້ນັ້ນ ຄື 1, ເປັນສັດສອງປະເພດໃນວົງດຽວກັນຜະສົມພັນກັນຕາມທັມ ມະຊາດ, 2. ຄົນມີວິທະຍາການຫຼາຍກໍເຮັດສານເຄມີໄດ້ ກໍເອົາຢິນຂອງສັດສອງປະເພດໃນວົງດຽວກັນໄປປະສົມພັນກັນ ກໍອອກມາເປັນສັດອີກປະເພດນໜຶ່ງ(ອັນນີ້ນັກວິຊາການກະເສດຮູ້ຈັກດີ) 3. ສັດທີ່ຖືກສານເຄມີເອງໂດຍທັມມະຊາດ ແລ້ວຮ່າງກາຍຕ້ານທານກັບສານເຄມີ ແຕ່ບໍ່ຕາຍ ຢູ່ຕາມທັມມະຊາດໄດ້ ແຕ່ໃນໂຕມັນມີສານເຄມີແລ້ວກໍໄປປະສົມພັນກັນເອງ ສານເຄມີນັ້ນກໍໄປປ່ຽນແປງຢີນຂອງສັດນັ້ນ ອອກລູກມາຜິດປົກກະຕິ ເປັນສັດສອງຫົວ ສາມຂາ ຫ້າຫູອື່ນໆ (ອັນນີ້ບໍ່ວ່າແຕ່ສັດ ຄົນເຮົາກໍເຫັນວ່າມີແລ້ວ ເຊັ່ນແຜດສອງຫົວ ຫຼືຄົນມີເກັດ) ອັນນີ້ລ້ວນແຕ່ເກີດຈາກຜູ້ເປັນແມ່ ຫຼື້ພໍ່ໄດ້ຮັບສານເຄມີ.

- ນັບແຕ່ປີ 1995 ເປັນຕົ້ນມານໍ້າເສັຍ ຈາກຕົວເມືອງໄດ້ໃຫຼມາທ້ອນໂຮມຢູ່ບຶງທາດຫຼວງ ທີ່ຮ່ອງແກ ເຮັດໃຫ້ສານສະສົມຫຼາຍປີ ກໍກາຍເປັນນໍ້າເສັຍ, ສັດສາວາສິ່ງດັບສູນໝົດ, ໂຕທີ່ໜີໄປໄດ້ກໍໜີໄປ ໃນປີ 2000 ເປັນຕົ້ນມາ ຊາວບ້ານໂນນຄໍ້າ(ແຖວວັດໃໝ່ບ້ານໂນນຄໍ້ ຫຼືບ້ານໂນຄໍ້າທົ່ງ) ພົບການອົບພະຍົບຂອງປາຝາອອງທັງໂຕນ້ອຍ ໂຕໃຫຍ່ຂຶ້ນມາໃນໝູ່ບ້ານໄປທາງທິດຕາເວັນອອກ (ສົງໄສໄປບຶງນາຄວາຍ) ມີຫຼາຍຄົນພົບ ພວກເຂົາເຊື່ອວ່າເປັນອຸບາດ ກໍນິມົນພຣະໄປສູດ ໃນປີ 2004 ມີຄອບຄົວໜຶ່ງພົບປາຝາອອງຂະໜາດໃຫຍ່ປະມານ 1 ແມັດ ນິມົນພຣະໄປສູດ ແລ້ວກໍເອົາປາຝາອອງນັ້ນໄປໄວ້ວັດໜອງຄຳແສນ ຄົນກໍແຫ່ໄປເບິ່ງ, ບັງເອີນຜູ້ຂຽນຮູ້ຈັກຄົນທີ່ໄດ້ປາຝາອອງໃຫຍ່ ທັງໄດ້ຮູບພ້ອມ ມັນເປັນສີເຫຼືອງຄືຄໍາທັງໂຕ, ຄົນທີ່ຮູ້ຈັກກັນນັ້ນ ໄດ້ເວົ້າເລື່ອງລາວໃຫ້ຟັງໝົດ ຈຶ່ງຕາມໄປເບິ່ງຢູ່ໜອງຄໍາແສນ ໄປຮອດວັດໜອງຄໍາແສນແລ້ວ ຄົນທີ່ເຝົ້າປາຝາອອງທີ່ນັ້ນບອກວ່າເປັນເຈົ້າໜອງຄໍາແສນ, ທີ່ຂຶ້ນມາສ້າງວັດ ປ່ຽນເລື່ອງຈາກຄວາມຈິງໄປເລີຍ ອັນນີ້ກໍງຶດ.

- ທ່ານທັງຫຼາຍ ທີ່ນັ່ງຟັງເທດທີ່ນີ້ ເຄີຍຢູ່ທີ່ນີ້ມາກ່ອນ ດຽວນີ້ຍິນສຽງນົກຮ້ອງແນ່ບໍ ? ເຫັນຄົນລົງມາກ້ານກົບເໝືອນເກົ່າບໍ ? ເຫັນຄົນເອົາລົງບຶງເອົາປາບໍ ? ງູເຄີຍຫຼາຍມັນໄປໃສໝົດ ຈະຕອບໃຫ້ກໍໄດ້ບໍ່ແມ່ນຄົນລ່າມັນດອກ ມັນໜີໄປເອງ, ມັນຕາຍເພາະສານພິດ, ຢາຂ້າແມງ, ຝຸຍເຄມີ ແລະນໍ້າປົນເປື້ອນ ຈາກສັບພະປິສານເຄມີ ທີ່ບໍ່ໄດ້ຖືກບໍາບັດຈາກຕົວເມືອງລົງມາຕາມຮ່ອງນັ້ນ ກັກຂັງໄວ້ທີ່ບຶງທາດຫຼວງສິບກວ່າປີແລ້ວ, ບັນດາທ່ານຄົງຈະຍິນ ຫຼືຄົງຈະເຫັນຂ່າວຫອຍເຊີຣີ ໃນຊຸມປີ 1980-1995 ແຕ່ກີ້ທາງການປະກາດວ່າໃຜຈັບໄດ້ຫຼາຍໃຫ້ຣາງວັນ ດຽວນີ້ມັນໄປໃສໝົດ.

- ຜົນກະທົບນີ້ ບໍ່ສະເພາະແຕ່ສັດສາວາສິ່ງ ແລະສະພາບແວດລ້ອມໃນບຶງທາດຫຼວງ ຊາວນະຄອນຫຼວງວຽງຈັນເຮົາທຸກທ່ານໄດ້ຜົນກະທົບທັງໝົດ ບໍ່ວ່າຄົນທຸກ, ຄົນຮັ່ງ, ກັມມະກອນ, ຊາວນາ, ພໍ່ຄ້າ, ຊາວຂາຍ ແລະທ່ານຜູ້ມີເງິນ ມີຄໍາ ເຈົ້າຄົນນາຍຄົນ ລວມທັງພຣະສົງອົງຄະເຈົ້າດ້ວຍ ກໍໄດ້ຮັບອານິສົງນີ້ ໄດ້ທັງນັ້ນ.

- ປູປານານໍ້າ ສັດສາວາສິ່ງໃນບຶງທາດຫຼວງ ຕົວທີ່ມັນບໍ່ຕາຍ ໃນຮ່າງກາຍມັນກໍເຕັມໄປດ້ວຍສານພິດ ມັນສະສົມສານພິດໄວ້ ຊາວປະໂມງ ເຂົາກໍໄປຈັບເອົາສັດນັ້ນ ມາຂາຍໃນທ້ອງຕລາດ ຜູ້ຊື້ແມ່ນຜູ້ມີເງິນ ພວກເຮົາບໍ່ຮູ້ແຫຼ່ງທີ່ມາຂອງອາຫານເລົ່ານັ້ນ ເມື່ອເຮົາກິນມັນລົງໄປ ສານພິດເລົ່ານັ້ນ ກໍກາຍສະສົມໃນຮ່າງກາຍເຮົາ ຫຼາຍເກີນຂະໜາດ ກໍກາຍເກີດເປັນໂຣກ, ທ່ານຄົງຈະຍິນສະເໝີວ່າ ຄົນນັ້ນຕາຍຍ້ອນໂຣກຕັບ, ຄົນນີ້ຕາຍເພາະໂຣກຕັບໆໆໆໆ ແລະໂຣກມະເຮັງ ຜູ້ໃຫຍ່ກໍເປັນມະເຮັງ ຜູ້ນ້ອຍ ຜູ້ສາວ ຜູ້ໜຸ່ມ ເປັນໄດ້ໝົດໂຣກມະເຮັງ ເທົ່າທີ່ສັງເກດເບິ່ງການປ່ຽນແປງຂອງບ້ານເມືອງເຮົາ ປາກົດວ່າໂຣກຕັບ ແລະໂຣກມະເຮັງ ເປັນໂຣກສຸດຮີດຍອດນິຍົມທີ່ສຸດໃນວຽງຈັນ, ທີ່ເຂົາຮຽກວ່າໂຣກຜູ້ກ່ຽວເອງນັ້ນ ສິ່ງເລົ່ານີ້ເກີດຂຶ້ນຈາກອາຫານເປັນພິດທັງນັ້ນ.

- ບາດນີ້ມາເວົ້າເລື່ອງນາກ ໂຕທີ່ຊ່າກັນ, ເທົ່າທີ່ເຂົາຖ່າຍຮູບມາໃຫ້ເບິ່ງນັ້ນ ເບິ່ງຄັກໆແມ່ອ່ຽນ, ແຕ່ວ່າອ່ຽນສອງໂຕນີ້ ມັນເປັນອ່ຽນພິເສດ ກົງທີ່ມັນມີລາຍໃຫຍ່ໆ ເບິ່ງແລ້ວ ເໝືອນເກັດ ຫາກເຮົາເບິ່ງບໍ່ພິຈາຣະນາແມ່ນເກັດມັນແທ້ໆ ແຕ່ຜູ້ຂຽນເບິ່ງໃນຮູບລະອຽດແລ້ວ ມັນເປັນໜັງອ່ຽນແທ້ໆ ເປັນຫຍັງມັນຈຶ່ງເປັນອ່ຽນ ທີ່ຕ່າງຈາກອ່ຽນທົ່ວໄປ ຕອບໄດ້ຢ່າງບໍ່ຕ້ອງລັ່ງເລ ເປັນອ່ຽນກາຍພັນ ທີ່ເກີດຈາກອາຫານ ແລະອາກາດເປັນພິດນັ້ນເອງ.

- ປະຊາຊົນຄົນລາວ ດຽວນີ້ຫັນໄປນັບຖືນາກເປັນທີ່ຫຼວງຫຼາຍທັງໆ ທີ່ບໍ່ເຄີຍເຫັນນາກມາກ່ອນຈັກເທື່ອ ເຫັນງູກະເຂົ້າໃຈວ່ານາກ ເຫັນອີສັງແປກໆ ກໍເຂົ້າໃຈວ່ານາກ ເຊັ່ນ ຮອຍ ຫຼືຕົ້ນພ້າວ ຕົ້ນກ້ວຍວິປະລາດ ກາວ່ານາກໄປໝົດທີບ (ຄົນລາວບູຮານວ່າຂອງເລົ່ານີ້ເປັນອຸບາດ) ເຊັ່ນ ໄກ່ສີ່ຂາ, ໝາອອກລູກເທິງເຮືອນ, ຕົ້ນກ້ວຍອອກປີກາງຕົ້ນ ແລະອື່ນ ຂອງແບບນີ້ເຂົາຕ້ອງນິມົນພຣະມາສູດອຸບາດ ແຕ່ຄົນດຽວນີ້ຖືວ່າຂອງເລົ່ານີ້ເປັນມຸງຄຸນ ພາກັນໄປຂາບໄປໄຫວ້ ດີບໍ່ດີມີຮອດຄົນເຂົ້າຊົງພຣະຍານາກ ມາໃບ້ຫວຍໃຫ້ຮຽບຮ້ອຍ ນັບວ່າໝໍຊົງສວຍກາລະໄດ້ເໝາະໂອກາດ ສ້າງປະໂຫຍດເຂົ້າກັບຍຸກກັບສະໄໝ ທັບກັບຍຸກ ໄດ້ດີຢ່າງໜ້າງຶດງໍ້ອັດສະຈັນໃຈ.

- ນາກດຽວນີ້ຕ່າງກັບນາກບູຮານ, ຄົນບູຮານຖືວ່ານາກ ເປັນເຄົ້າຕະກູນຂອງຕົນ ນາຄະ ແປວ່າຜູ້ມີລິດສາມາດປົກປ້ອງຄຸ້ມຄອງຄົນໄດ້ ໃຜກໍຕາມທີ່ມີຄວາມມາດ ສາມາດປົກຄອງຄົນໄດ້ ຍົກໃຫ້ເປັນເຈົ້າຄົນ ນາຍຄົນ ບຸກຄົນນັ້ນບົກຖານັນດອນສັກວ່າ ນາຄະ (ເຈົ້າຂອງຄົນ ທຽບໄດ້ກັບເຈົ້ຊີວິດ ຫຼືຣາຊາ) ແຕ່ຄົນດຽວນີ້ຖືສັດເດັຍຣະສານເປັນນາກ, ແລະໄຫວ້ວອນສັດເດັຍຣະສານໄປທົ່ວສັງຄົມ ສັງຄົມກໍກາຍເປັນສັງຄົມສັດໄປ.

- ຂຶ້ນຊື່ວ່າສັດ ບໍ່ປະເສີດເທົ່າກັບຄົນ, ພວກເຂົາຈະມີຣິດທານຸພາບຫຼາຍພຽງໃດກໍຕາມ ທາງພຸດທະສາສນາເຮົາ ຖືວ່າພວກນີ້ນອກຮີດ ແມ່ນຈະທໍາຄວາມດີໄດ້ ກໍບໍ່ສາມາດ ບັນລຸມັກ ຜົນ ນິພານໄດ້ ດັ່ງທີ່ເຮົາໄດ້ຍິນໃນເລື່ອງພຸດທະປະວັດ ຫຼືພຣະໄຕປີດົກທີ່ພຣະສົງມັກເອົາມາເທດສະເໝີ ທີ່ກ່າວເຖິງນາກສັດທາໃນສາສນາປອມຕົວມາບວດ ພຣະພຸດທະເຈົ້າຮູ້ແລ້ວ ແຕ່ບວດໃຫ້ (ເພື່ອຈະເປັນຕົ້ນເຫດບັນຍັດສິກຂາບົດ) ໃນທີ່ສຸດນາກປອມໂຕນັ້ນ ກໍຄືນສະພາບເປັນນາກເໝືອນເດີມ ສົງນໍາເລື່ອງຂາບທຸນພຣະພຸດທະເຈົ້າໆກໍໃຫ້ສິກ ເພາະວ່າສັດເດັຍຣະສານບວດໃນສາສນາບໍ່ໄດ້.

- ເຮົາເຫັນແລ້ວວ່າ ນາກ ມີຣິດຂະໜາດໃດ ແປງກາຍເປັນຄົນໄດ້ ພຣະພຸດທະເຈົາຍັງຫ້າມບໍ່ໃຫ້ບວດໃນສາສນາ, ການທີ່ຈະສ້າງຕົນໃຫ້ບັນລຸມັກຜົນນັ້ນ ມີແຕ່ມະນຸດເທົ່ານັ້ນ ແມ່ນແຕ່ມະນຸດເອງ ຫາກມີຄວາມເຫັນຜິດ ເປັນເດັຍຣັດຖີ ກໍຍັງຫ້າມບວດ ຫ້າມສະຫວັນຫ້າມນິພານ, ທ່ານທັງຫຼາຍຄົງເຫັນນໍາກັນແລ້ວວ່າ ນັບແຕ່ໂລກເກີດຂຶ້ນມານີ້ ເທົ່າທີ່ປະວັດສາດບັນທຶກໄວ້ ມີແຕ່ມະນຸດເທົ່ານັ້ນສ້າງໂລກ ມະນຸດປະເສີດກວ່າສັດທັງປວງ ເອົາແຕ່ໄລຍະຊີວິດເຮົານີ້ ທ່ານທັງຫຼາຍພໍມີປະສົບການແລ້ວເຊັ່ນກັນ ຄື ທ່ານທັງຫຼາຍຄົງຈະໄດ້ລ້ຽງແມວ, ໝາ, ເປັດ, ໄກ່່, ງົວ, ຄວາຍ, ທ່ານເຄີຍເຫັນສັດເລົ່ານີ້ ພັດທະນາການກ້າວໜ້າໄປຮອດໃສລະ ມັນເຄີຍຮ້ອງຈັ່ງໃດ ກໍຮ້ອງຈັ່ງຊັ້ນ ບໍ່ແມ່ນຮ້ອງດັ່ງນັ້ນ ສະເພາະແຕ່ໃນຍຸກຂອງເຮົານີ້ ມັນຮ້ອງຕັ້ງແຕ່ເກີດມີສັດເລົ່ານີ້ ນັ້ນກໍສະແດງວ່າສັດບໍ່ພັດທະນາເໝືອນກັບມະນຸດ, ທ່ານເຄີຍສັງເກດທ່ານເອງບໍວ່າ ແຕ່ກ່ອນທ່ານ ອ່ານໜັງສືບໍ່ເປັນ ດຽວນີ້ອ່ານເປັນແລ້ວ, ເວົ້າຝຣັ່ງ, ອັງກີດບໍ່ເປັນ ດຽວນີ້ເວົ້າໄດ້, ແຕ່ກ່ອນຂັບລົດບໍ່ເປັນດຽວນີ້ ເກ່ງປານຫຍັງ ? ນະຄອນຫຼວງວຽງຈັນເຮົາ ແຕ່ກ່ອນນ້ອຍໆ ດຽວນີ້ກວ້າງຂວາງ ແລະຈະເລີນກ້ໜ້າໄປຫຼາຍດ້ານ ໃຜເປັນຜູ້ສ້າງມັນ ສັດຫຼືມະນຸດລະ, ດຽວນີ້ສິ່ງທັນສະໄໝຫຼວງຫຼາຍພາຍມາກ ເຄື່ອງຄອມພິວເຕີ ໂທຣະທັດ ອິນເຕີເນັດ ແລະອື່ນໆ ທັງໝົດນີ້ລ້ວນແຕ່ເກີດຈາກມັນສະໝອງ ແລະນໍ້າມືມະນຸດທີ່ພັດທະນາ ແລ້ວທ່ານຍັງຈະໄປໄຫວ້ສັດຢູ່ຫຼື.

- ຄົນທີ່ໄຫວ້ມະນຸດດ້ວຍ ຊື່ວ່າເປັນມະນຸດ ຄົນທີ່ເຄົາຣົບຕົນ ຄົນນັ້ນເປັນມະນຸດທີ່ສົມບູນ ຄົນທີ່ໄຫວ້ພຣະຢ່າງນ້ອຍ ເປັນຄົນມີທັມ ກົງກັນຂ້າມຄົນທີ່ໄຫວ້ສັດ ຫຼືເຜດຜີ ຄົນນັ້ນກໍຕໍ່າກວ່າຜີ ເຖິງຈະເປັນເຈົ້າຄົນ ນາຍຄົນ ຮັ່ງມີ, ຮ່າງກາຍສົມບູນ ສວຍງາມກໍຕາມ ຈິດໃຈບໍ່ສູງກວ່າສັດແລະຜີ ກໍຕໍ່າກວ່າເຜດ ແລະຜີນັ້ນເອງ.

- ໃນທາງພຸດທະສາສນາກ່າວວ່າ ອະບາຍະພູມ ທີ່ຢູ່ຊັ້ນຕໍ່າກວ່າມະນຸດ ແລະທໍາບາບກໍໄປສູ່ອະບາຍະພູມ 4 ຄື ສັດໜຶ່ງ, ເຜດໜຶ່ງ, ອະສຸຣະກາຍໜຶ່ງ ແລະນະຣົກໜຶ່ງ, ພວກນີ້ທໍາບາບ ແລະມີສັກກະຍະພາບຕໍ່າກວ່າມະນຸດ ຫາກມະນຸດຍັງໄຫວ້ ຍັງບູຊາ ກໍມີສັກກະຍະພາບທາງຈິດຕໍ່າກວ່າອະບາຍ 4 ນັ້ນແລ.

- ເທສະນາ ປະຣິໂຍສາເນ ໃນອາວະສານແຫ່ງເທດໜານີ້ ຂໍໃຫ້ທ່ານທັງຫຼາຍຈົ່ງມີສະຕິ ມີປັນຍາ ມີສັດທາໝັ້ນຄົງ ພັດທະນາຕົນ ພັດທນາຄົນ ແລະພັດທະນຊີວິດຈິດໃຈ ໃຫ້ສູງ ມີອາຍຸ ວັນນະ ສຸຂະ ຜະລະເທີ້ນ.

Friday 23 September 2011

ສຸວັນນະນາຄະຣາຊ


ພຣະອົງດຳ ປະທັບຄົດຊະຣາຊ (ພຣະບູຮານ)

(ພຣະອົງດຳ ປະທັຍຊ້າງ)
ປະຈຳວັດໃໝ່ວຽງຈະເຣີນ
ກ. ປະວັດພຣະອົງດຳ:
-ລັກສະນະຂອງພຣະອົງດຳ.
ກ. ເຫດທີ່ຊື່ວ່າ "ພຣະອົງດຳ" ເພາະທັງອົງຂອງພຣະ ເປັນທອງສຳຣິດລ້ວນ ແຕ່ມີສີດຳ ພະຍາຍາມຂັດໃຫ້ເປັນສີທອງ ບໍ່ເຫິງກໍຕ້ອງດຳຄືນ.
ຂ. ພຣະອົງດຳ ສູງຈາກຖານຮອດສຽງພຣະ ໘໗ ຊັງຕີແມັດ.
ຄ. ລັກສະນະສີລະປະ "ສີລະປະລ້ານຊ້າງຕອນຕົ້ນ"
ງ. ອົງພຣະ ກັບບັນລັງແຍກຈາກກັນໄດ້.
- ຄວາມເປັນມາຂອງພຣະອົງດຳ:
ກ. ພຣະອົງດຳ ມາປະດິດສະຖານທີ່ວັດວິຈິຕທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນວຽງຈັນ ເມື່ອວັນທີ ໒໓ ມັງກອນ ໒໐໑໑.
ຂ. ເຈົ້າສັດທານຳມາຖວາຍ "ນາງວັນນາຣີ ຈຸລະມຸນຕຣີ" ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ແຕ່ພຳນັກທີ່ ເມືອງທ່າແຂກ ແຂວງຄຳມ່ວນ ເພາະເປັນເຈົ້າຂອງໂຮງງານ ​ປູນຂາວ ແຂວງຄຳມ່ວນ.
- ຄວາມເປັນມາໂດຍລະອຽດ, ນາງວັນນາຣີ ຈຸລະມຸນຕຣີ ເປັນຊາວແຂວງຄຳມ່ວນ ມາຕັ້ງຫຼັກປັກຖານທີ່ບ້ານ ວຽງຈະເຣີນ, ຈົນເມື່ອປີ ໑໙໙໕ ໄດ້ທຳທຸຣະກິດກໍ່ສ້າງຕໍ່ມາປີ ໒໐໐໔ ໄດ້ເຮັດໂຮງງານປູນຂາວທີ່ແຂວງຄຳມ່ວນ ຈຶ່ງຕ້ອງໄດ້ກັບໄປຢູ່ແຂວງຄຳມ່ວນ ແຕ່ລະເດືອນ ຫາກມີວຽກທາງວຽງຈັນ ຈຶ່ງໄດ້ຂຶ້ນມາຍັງວຽງຈັນ. 
- ປີ ໒໐໐໙ ເຂົາເລີ່ມລົງທຶນຕໍ່ຍອດໂຮງງານຂອງເຂົາໃຫ້ເປັນມາດຕາຖານ ລົງທຶນຢ່າງໃຫຍ່ຫຼວງ, ຂະນະນັ້ນເອງ ເຂົາກໍໄດ້ພົບພຣະພຸດທະຮູບອົງນີ້ ຢູ່ຮ້ານຂາຍພຣະໃນວຽງຈັນ ເຂົາເຫັນແລ້ວຄິດມັກຢາກໄດ້ ແຕ່ຂະນະນັ້ນເງິນ ຂາດລົງເພາະວ່າຕ້ອງລົງທຶນໃສ່ໂຮງງານ ແລະກິດຈະການອື່ນ ເຂົາຮຽກລາຄາໃນຂະນະນັ້ນ ໕໐.໐໐໐ ບາດ ເຂົາໄປຈັບໄປບາຍຢູ່ຫຼາຍເຕີບ ເຂົາກໍຄິດຂຶ້ນໄດ້ວ່າ "ຈະຊື້ຕອນນີ້ກະພໍໄດ້ ເຂົາສ່ຽງວ່າ ຫາກພຣະພຸດທະຮູບອົງນີ້ ຄາດຈະເປັນຂອງຂ້ານ້ອຍ ຂໍບໍ່ໃຫ້ໃຜມາຊີ້" ເຂົາເຄີຍສ່ຽງແບບນີ້ມາແລ້ວຄັ້ງໜຶ່ງ ເປັນເວລາ ໕ ເດືອນ ກໍບໍ່ມີໃຜ ມາຊື້ ຈຶ່ງໄດ້ບູຊາເອົາພຣະອົງນັ້ນໄປຖວາຍທີ່ວັດຂະເໝົາໂພນຈຳປາ, ເຂົາຍັງເຊື່ອໝັ້ນວ່າ ພຣະອົງດຳນີ້ຕ້ອງເປັນ ຂອງເຂົາ ເພາະຮູ້ສຶກມັກ.
- ຈາກປີ ໒໐໐໙ ຈົນມາຮອດ ໒໐໑໑ ເຂົາກໍໄດ້ໄປທ່ຽວຕລາດນັ້ນອີກ ກະເລີຍໄປເຫັນພຣະອົງດັ່ງກ່າວຍັງຕັ້ງຢູ່ທີ່ ເດີມຖາມເຈົ້າຂອງພຣະກໍບອກວ່າເປັນພຣະອົງເກົ່າ ແຕ່ຮຽກລາຄາ ໑໐໐.໐໐໐ ບາດ, ເຂົາເລີຍຕໍ່ລົງເຈົ້າຂອງກໍ ບອກຢາກລົງ ເພາະມີຄົນໃຫ້ລາຄາສູງກວ່ານີ້ກໍຫຼາຍຢູ່ ໃນທີ່ສຸດກໍຕົກລົງກັນໄດ້ໃນລາຄາ ໕໐.໐໐໐ ບາດເໝືອນເດີມ ຕາມທີ່ຕັ້ງໃຈໄວ້ ເມື່ອເຂົາໄດ້ພຣະແລ້ວກໍເອົາພຣະໃສ່ເກັດໄວ້ທີ່ທ້າຍລົດຟໍຈູນເນີຂອງເຂົາ ເຂົາຕັ້ງໃຈໄວ້ວ່າຈະຖວາຍໃຫ້ແກ່ວັດ ຫາກບໍ່ຮູ້ວ່າວັດໃດ, ເຂົາໄດ້ພຣະແລ້ວກໍກັບໄປຍັງທ່າແຂກ ແລະປາກເຊ ເພາະກິດຈະການເຂົາຢູ່ທີ່ວຽງຈັນ, ທ່າແຂກ, ປາກເຊ ຫາກຍາມວັນສິນຄັນແມ່ນເຂົາຢູ່ປາກເຊ ເຂົາຈະໄປຄາຣະວະ ຫຼືໄປທຳບຸນທີ່ວັດຂະເໝົາໂພນຈຳປາ ກັບອາຈານບຸນຈອນແກ້ວຂັນຕິໄຊ ສະເໝີ, ຕາມເຂົາບອກວ່າ ແຕ່ເດືອນທີ ໑ ມາເຂົາໄປວັດຂະເໝົາ ຫຼາຍຄັ້ງ ແລະວັດໃດໆກໍໄປ ນຶກຍາກທຳບຸນແມ່ນໄປໂລດ ໃນໄລຍະນັ້ນເຂົາທຽວ ໄປມາລະຫວ່າງວຽງຈັນ ທ່າແຂກ ປາກເຊ ເມືອງໂຂງ ຂະເໝົາ ຫຼາຍຄັ້ງ ທີ່ບ້ານຂະເໝົາເຂົາໄດ້ປຸກສາລາພັກເຊົາ ຂອງເຂົາໄວ້ ແຄມທ່າ ເຄື່ອງອຳນວຍຄວາມສະດວກຄົບ ເວລາຫວ່າງຂະເຂົາຈິຂີ່ລົດໄປນອນທີ່ນັ້ນສະເໝີ.
- ວັນທີ ໒ ມັງກອນ ໒໐໑໑ ແມ່ອອກວັນທອງ ໄຊຄຳເພັງ, ໄດ້ບູຊາພຣະແກ້ວສີມໍຣະກົດມາຈາກແມ່ຊີວັດງິ້ວໂງະ ແລ້ວກໍເອົາມາໄວ້ທີ່ເຮືອນ, ຈົນຮອດວັນທີ ໒໓ ມັງກອນ ກໍຕິດຕໍ່ກັບພຣະອາຈານຄູເນືອງພິລັກ ໂຊຕິທອນ ເຈົ້າອະທິການວັດວ່າ ມີສັດທາຈະສົມໂພດພຣະໄວ້ວັດວິຈິດທັມມາຣາມ ບ້ານວຽງຈະເຣີນ ເມື່ອເມື່ອເຈົ້າອະທິການ ວັດອະນຸມັດແລ້ວ ຈຶ່ງຕົກລົງວ່າ "ວັນທີ ໒໓ ມັງກອນ ປີ ໒໐໑໑" ຈຶ່ງເອົາພຣະມາໄວ້ວັດ.
- ເວລາ ໐໙ ໂມງເຊົ້າຂອງວັນທີ ໒໓ ມັງກອນ ໒໐໑໑ ເຈົ້າພາບພ້ອມດ້ວຍຍາດພີ່ນ້ອງໄດ້ພາກັນແຫ່ພຣະຈາກບ້ານ ຂອງແມ່ອອກວັນທອງ ໄຊຄຳເພັງ ຈາກຮ້ານສະໄກລາຍຄຣັບ, ຂະນະນັ້ນເອງ ອາຕະມາ ພຣະອາຈານເນືອງພິລັກ ໂຊຕິທອນໄດ້ໃຫ້ຂະບວນອອກໜ້າໄປກ່ອນ ໄດ້ຢ່າງມາຕາມຫຼັງ ລົດຂະບວນແຫ່ອອກເດີນທາງໄປກ່ອນແລ້ວ ເພາະຄາຢືນລົມກັບພໍ່ອອກຄົນໜຶ່ງ, ທັນໃດໃນຂະນະທີ່ຍ່າງມານັ້ນ ເຫັນສຽງແກດັງຂຶ້ນຢູ່ທາງກຳ້ນັ້ນ ພ້ອມທັງມີສຽງແມ່ຍິງຮ້ອງອອກມາວ່າ "ອາຈານມາແຕ່ໃສ" ເຂົາກໍກັບລົດມາຮັບ ອາຈານແລ້ວກໍໃຫ້ຂຶ້ນລົດໄປສົ່ງທີ່ວັດ.
- ເມື່ອກັບມາເຖິງວັດ ອາຕະມາກໍລົງຈາກລົດ ແມ່ອອກກໍເຫັນພຣະເນນ ແລະພໍ່ອອກຍົກພຣະແກ້ວຂຶ້ນສາລາ ເຂົາຖາມວ່າ ພຣະເອົາມາແຕ່ໃສ ກໍບອກວ່າແມ່ອອກວັນທອງຈະເອົາມາຖວາຍ ແລະສົມໂພດທີ່ວັດເຮົາ.
- ເມື່ອອາຕະມາຂຶ້ນມາເທິງຫ້ອງກໍເຂົ້າຫ້ອງນຳ້ ຄົນທັງບໍ່ທັນເມືອ ກັບອອກໄປເຫັນພຣະແກ້ວກັບພຣະອົງດຳ ປະດິດສະຖານຮຽງກັນງາມປານຫຍັງ ຈຶ່ງຖາມເຂົາວ່າ "ເອົາວ໌ ພຣະອົງດຳເອົາມາຈາກໃສ ? "ແມ່ອອກວັນນາລີ ຍັງບໍ່ທັນກັບ ນັ່ງແຕ່ງທຽນຂັນຫ້າ ແລະເຄື່ອງຂອງບູຊາພ້ອມກັບໝູ່ວ່າ "ຂອງຂ້ານ້ອຍ ບູຊາມາຈາກຮ້ານຂາຍພຣະແຕ່ເຫິງແລ້ວ ກັບໄປປາກເຊ ບໍ່ຮູ້ກີ່ທ້ຽວກໍບໍ່ໄດ້ເອົາລົງລົດ ພໍດີເຫັນເຂົາເອົາພຣະແກ້ວ ມາຄິດວ່າມີທຽນຢູ່ທ້າຍລົດ ຈະເອົາທຽນມາຮ່ວມບຸນນຳເພິ່ນ ກໍເລີຍນຶກເຫັນພຣະວ່າຢູ່ໃນລົດ ຂ້ານ້ອຍກໍມາຂໍຖວາຍທີ່ວັດບ້ານເຮົາເລີຍ, ເປັນພຣະເກົ່າ ຊິສົມໂພດອີກກະໄດ້, ສົມໂພດແລ້ວ ກໍຖວາຍໄວ້ວັດ ບ້ານເຮົາເລີຍ".
- ອັນນີ້ ກໍຖືເປັນນິມິດໝາຍອັນດີ, ອີກອັນໜຶ່ງ ການທີ່ຮຽກວ່າພຣະອົງດຳ ເຈົ້າຂອງຖືຕາມຣືກທີ່ອາຕະມາ ອຸທານວ່າ "ເອົາວ໌...ພຣະອົງດຳນັ້ນ ເອົາມາຈາກໃສ ?"
- ທ່ານໃດ ຮູ້ເລື່ອງພຣະ ແລະຮູ້ທີ່ມາພຣະອົງນີ້ ກະຣຸນາໃຫ້ຄວາມເຫັນມາແນ່.