Saturday 23 April 2016

ຂຶ້ນເຮືອນໃໝ່ເອົາພະເກົ່າ ຫຼືພະໃໝ່

ຫຼັກຖານໃນສີລານີ້ ຍົກມາອ້າງອີງໃຫ້ເຫັນວ່າ ການຖວາຍທີ່ດິນສ້າງວັດ ຫຼືພະພຸດທະຮູບໄວ້ໃນພຸດທະສາສນານັ້ນ ຄົນບູຮານມັກຈະຕັ້ງຄຳມັກຄຳປາຖະໜາເຖິງສົມບັດ 3 ປະການຄື ມະນຸດສົມບັດ ສະຫວັນສົມບັດ ແລະພະນິບພານສົມບັດ ຫຼືມັກຈະປາຖະໜາໃຫ້ພົ້ນຈາກທຸກ ເຖິງສຸກທັງໃນໂລກນີ້ແລະໂລກໜ້າ ໃຫ້ໄດ້ພົບພໍ້ພະສີອະລິຍະເມດໄຕ ແລະໃນທີ່ສຸດມັກຖວາຍສິ່ງນັ້ນໄວ້ໃຫ້ຄູ່ດັບສາສນາເທົ່າ 5000 ພະວັດສາ, ຕອນທ້າຍມັກຈະໃຊ້ຄຳສາບແຊ່ງວ່າ "ໃຜຢ່າໄດ້ເອົາໄປໄວ້ເປັນສົມບັດຂອງຕົນ ຫາກໃຜເອົາໄປໄວ້ໃຫ້ມັນໄປໄໝ້ໃນມະຫາອະເວຈີນະຣົກ ຫຼືອະບາຍະພູມດັ່ງນີ້" ແລ້ວທ່ານຜູ້ຫວັງຄອບຄອງພະເກົ່າ ຂອງເກົ່າໃນສາສນາຍັງຢາກໄດ້ຢູ່ບໍ ?
------

ຂຶ້ນເຮືອນໃໝ່ເອົາພະໃໝ່ ຫຼືພະເກົ່າມາບູຊາ ຂ້ານ້ອຍ.
-----------------
- ວັນນີ້ ມີຍາດໂຍມມາປືກສາ ເລື່ອງຢາກໄດ້ພະໄປບູຊາໃນວັນຂຶ້ນເຮືອນໃໝ່ທີ່ຈະເຖິງນີ້ ຍາດໂຍມກໍຖາມວ່າ.
- ຍາດໂຍມ: ຂ້ານ້ອຍ ຢາກໄດ້ພະໄປໄວ້ຮ້ານພະ ໃນເຮືອນໃໝ່ ພໍເປັນມຸງຄຸນ ຈະເອົາພະແບບໃດ ຂ້ານ້ອຍ.
- ພອຈ: ເທົ່າທີ່ໄດ້ສຶກສາມາ ເຫັນເພິ່ນເອົາ 2 ປາງ ຄື
1. ພະປາງຊະນະມານ ເອົາເປັນພະປະທານໃນເຮືອນ ຈະເປັນອົງນ້ອຍ ອົງໃຫຍ່ກະໄດ້ ເຮົາຈະເຫັນວ່າ ພະປາງນີ້ມັກຈະເປັນພະປະທານໃນສິມ ແລະວັດຕ່າງໆ ຫຼັກຖານວັດເກົ່າໆໃນວຽງຈັນ ເມືອງຫຼວງພະບາງ ຈຳປາສັກ ປາກເຊ ແລະວັດອື່ນທັງທີ່ລາວ ແລະຕ່າງປະເທດ.
2. ພະປາງທີສອງ ແມ່ນປາງບັນທົມ ຫຼືປາງນອນ ພະປາງນີ້ມັກຈະເອົາມາ ແຫ່ຂຶ້ນເຮືອນໃໝ່ ຈະເວົ້າຫຍໍ້ໆໃຫ້ຟັງ ສະໄໝໜຶ່ງພະພຸດທະະຈົ້າສະເດັດໄປຍັງເມືອງກຸສີນາລາ ເມື່ອສະເດັດຮອດເມືອງເວສາລີ ຂອງເຈົ້າລິສວີ ທີ່ປົກຄອງໂດຍສະມະຄີທຳ ເມື່ອພະພຸດທະເຈົ້າ ສະເດັດມາຮອດເມືອງ ກໍພ້ອມກັນມາໄຫວ້ພະພຸດທະເຈົ້າ ໃນຂະນະນັ້ນເອງ ເຈົ້າລິສວີທັງຫຼາຍ ໄດ້ປຸກພະລາດຊະວັງໃໝ່ສຳເລັດແລ້ວ ຈະທຳການຂຶ້ນພະລາຊະວັງໃນວັນໜ້າ ຈຶ່ງນິມົນພະພຸດທະອົງ ແລະເຫຼົ່າພິກຂຸສົງໄປ ປະທັບແຮມເພື່ອເອົາລືກເອົາໄຊໃຫ້ແກ່ພວກເຂົາ ດ້ວຍເຫດນັ້ນ ການຂຶ້ນເຮືອນໃໝ່ ຈຶ່ງເປັນທີ່ມາຂອງພະປາງບັນທົມ(ນອນ)
- ຍາດໂຍມ: ໂດຍຂ້ານ້ອຍ ແລ້ວຈະເອົາພະໃໝ່ ຫຼືພະເກົ່າດີ ຂ້ານ້ອຍ ?
- ພອຈ: ຄັນມີພະເກົ່າແລ້ວ ເອົາພະເກົ່າຫັ້ນກະໄດ້.
- ຍາດໂຍມ: ບໍ່ທັນມີ ຂ້ານ້ອຍ.
- ພອຈ: ຈັ່ງໃດ ຈຶ່ງຖາມວ່າເອົາ ພະໃໝ່ພະເກົ່າຈຶ່ງດີລະ.
- ຍາດໂຍມ: ຄືວ່າ ຂ້ານ້ອຍຊິໄປບູຊາ ພະທີ່ເຂົາຂາຍໃນຕະຫຼາດມາ ບໍ່ຮູ້ວ່າຊິເອົາພະເກົ່າ ຫຼືພະໃໝ່ຈຶ່ງຊິດີຊັ້ນດອກ ຂ້ານ້ອຍ.
- ພອຈ: ໂອ...ຄັນຊັ້ນໃຫ້ເອົາພະໃໝ່ເດີ ຈຶ່ງດີຢ່າເອົາພະເກົ່າແກ່ແບບບູຮານ ເດັດຂາດ.
- ຍາດໂຍມ: ຈັ່ງໃດພະອາຈານຈຶ່ງວ່າຈັ່ງຊັ້ນ ເຂົາວ່າເອົາພະເກົ່າຍິ່ງດີ.
- ພອຈ: ອາຕະມາຊິເວົ້າໃຫ້ແມ່ອອກຟັງເດີ, ພະເກົ່ານັ້ນ ເປັນພະທີ່ຄົນບູຮານສ້າງຖວາຍວັດ, ຫຼືຖວາຍໄວ້ແກ່ສາສະໜາ ຄວາມປາຖະໜາຂອງເຂົາ ເພື່ອບັນລຸມັກຜົນນິບພານ ແລະມັກຈະອະທິຖານໃຫ້ຢູ່ເທົ້າຫ້າພັນພະວັດສາ ແລະຕອນທ້າຍໆ ມັກຈະກ່າວໄວ້ວ່າ ຫາກຜູ້ໃດເອົາໄປເປັນສົມບັດສ່ວນຕົວຂໍໃຫ້ໄປໃໝ້ໃນອະເວຈີ ອັນນີ້້ແລ້ວ ຄືບັນຫາ ທີ່ເຮົາຈະຄອບຄອງພະເກົ່າ ຫຼືພະໃໝ່ລະ ? ພະເກົ່າທີ່ເຮົາໄດ້ມາສ່ວນຫຼາຍຈະມາຈາກວັດ ທີ່ເຂົາຂະໂມຍມາຂາຍ ເຮົາເອົາມາຄອບຄອງ ກໍຈະສົ່ບຜົນບໍ່ດີໃຫ້ແກ່ເຮົາ ແໜງສູ້ເຮົາເອົາພະໃໝ່ໂລດດີກວ່າ ແລ້ວເຮົາໄຫວ້ ບູຊາທຸກວັນກໍສັກສີດເອງດອກ ພະເກົ່າ ພະໃໝ່ ຄັນໄດ້ມາບໍ່ໄຫວ້ ກໍບໍ່ສັກສິດດອກ ພໍອອກແມ່ອອກເລີຍ.
- ຍາດໂຍມ: ໂດຍ

ຝັນເຫັນພໍ່ທ່ານໃຫຍ່ວິຈິດ ສິງຫາຣາດອະດີດປະທານ ສູນກາງ ອພສ

(ສິ່ງຈະເລົ່າຕໍ່ໄປນີ້ ແມ່ນເປັນແຕ່ຄວາມຝັນ, ທ່ານຜູ້ອ່ານໂຜດພິຈາລະນາຖີ່ຖ້ວນກ່ອນຈະເຊື່ອ)

- ຕໍ່ໄປນີ້ແມ່ນຈະເລົ່າເລື່ອງຝັນພໍ່ຈານໃຫຍ່ວິຈິດ ສິງຫາຣາດ ອະດີດປະທານສູນກາງ ອພສ ຮ່າງແລະຕົນຕົວເພິ່ນເປັນສີຄຳ, ກ່ອນຈະເລົ່າຄວາມຝັນ ຈະເລົ່າຊີວິດຂອງຜູ້ຂຽນ ກ່ຽວກັບພໍ່ທ່ານໃຫຍ່ປະທານໃຫ້ຟັງດັ່ງນີ້.(ຕໍ່ໄປນີ້ຈະຮຽກຊື່ເພິ່ນວ່າພໍ່ທ່ານໃຫຍ່ທານ)

- ກ່ອນປີ 1990 ພໍ່ທ່ານໃຫຍ່ປະທານ ພຳນັກຢູ່ວັດທາດຝຸ່ນ ດຳລົງຕຳແໜ່ງຮອງປະທານສູນກາງອົງການພຸດທະສາສນາສຳພັນລາວ ສະໄໝພຣະອາຈານທອງຄູນ ອະນັນຕະສຸນທອນ ເປັນປະທານ, ສຳລັບອາຕະມາຜູ້ເລົ່າເລື່ອງ ພຳນັກຢູ່ວັດໂພນຄຳ ເມືອງສີໂຄດຕະບອງ ກຳລັງຮຽນຈົບອຸດົມ ປີ 1989 (ມັດທະຍົມສົງມໍປາຍ ທາດຫຼວງ) ແລະຖືກສັບຊ້ອນມາຮັບໃຊ້ວຽກງານຢູ່ ສູນກາງ ອພສ.

- ໃນປີ 1990 ນັ້ນພໍ່ທ່ານປະທານໄດ້ຖືກແຕ່ງຕັ້ງ ໃຫ້ເປັນປະທານສູນກາງອົງການພຸດທະສາສນາສຳພັນລາວອົງທີ 4 ສືບຕໍ່ຈາກພຣະອາຈານໃຫຍ່ທອງຄູນ ອະນັນຕະສຸນທອນ ທີ່ມໍລະນະພາບໄປ ແລະພໍ່ທ່ານກໍໄດ້ຍ້າຍມາພຳນົກທີ່ວັດພະທາດຫຼວງ.

- ວັນໜຶ່ງ ພໍ່ທ່ານປະທານໄດ້ເດີນມາຍັງຫ້ອງການ ຖາມສາລະທຸກສຸກດີບ ພະນັກງານທຸກອົງ/ຄົນ ໜຶ່ງໃນນັ້ນມີອາຕະດ້ວຍ ເພິ່ນຖາມເຖິງທີ່ຢູ່ ວັດສະພາບ ການທຽວມາການອື່ນໆ ໃນທີ່ສຸດເພິ່ນຄົງຈະເຫັນຄວາມຈຳເປັນໃນການເດີນທາງມາການ ເພິ່ນກໍບອກໃຫ້ອາຕະມາມາຢູ່ວັດທາດຫຼວງເໜືອ ແລະບອກຄະນະວັດທາດຫຼວງດຳເນີນການໃຫ້ທຸກຢ່າງ ນັບແຕ່ນັ້ນມາກໍໄດ້ມາຢູ່ວັດທາດຫຼວງເໜືອ ທັງເຮັດວຽກຫ້ອງການ ແລະເລຂາຮັບໃຊ້ເພິ່ນນຳ ແລະສອນໜັງສືອຸດົມສົງດ້ວຍທຈົນຮອດປີ 1995 ໄປຮຽນຕໍ່ຕ່າງປະເທດ ປີ 1999 ກັບມາຮັບໃຊ້ເພິ່ນຢູ່ວັດທາດຫຼວງເໜືອ ປີ 2001 ເພິ່ນກໍໃຫ້ຍ້າຍມາສ້າງວັດວຽງຈະເລີນ(ການເລົ່າມາຂ້າງເທີງນີ້ ເພື່ອໃຫ້ເຫັນວ່າຜູ້ຂຽນເຄີຍຮັບໃຊ້ໃກ້ຊິດເພິ່ນມາກ່ອນ).

- ປີ 2010  ພໍ່ທ່ານໃຫຍ່ປະທານໄດ້ມໍລະພາບ ແລະຄະນະລັດຖະບານ ອົງການ ອພສ ແນວລາວສ້າງຊາດ ແລະປະຊາຊົນຕົກລົງເຫັນດີເອົາສາຣີຣະຂອງເພິ່ນບຳເພັງ ກຸສົນທຸກໆວັນເປັນເວລາ 1 ເດືອນກວ່າ ຢູ່ທີ່ພັດທະສີມາວັດພະທາດຫຼວງເໜືອ.

- ປະຊາຊົນອົງການຈັດຕັ້ງພຸດທັງນອກ ແລະໃນປະເທດ ໄດ້ບຳເພັງກຸສົນຖວາຍສາຣີຣະເພິ່ນທຸກວັນ ເຊົ້າ ເພນ ແລງ ຜູ້ທີ່ນຳເອົາປັດໄຈ 4 ມາຖວາຍທານກໍຄັບຄາໜາແໜ້ນ.

- ວັນໜຶ່ງໃກ້ຈະຮອດວັນທຳຊານະປາກິດເພິ່ນນັ້ນ ຜູ້ຂຽນຝັນກ່ຽວກັບພໍ່ທ່ານປະທານນັ້ນດັງນີ້.

- ໃນຄວາມຝັນ ຮູ້ສຶກວ່າຜູ້ຂຽນໄດ້ໄປປາກົດຕົວຢູ່ຜາສາດແຫ່ງໜຶ່ງ ທາງໃນມີສີຄຳເຫຼືອງເຮືອງເຮື່ອ ບໍ່ມີຮູບແຕ້ມໃດໆທັງສິ້ນ, ໃນຂະນະນັ້ນ ທີ່ຫ້ອງສີເຫຼືອງນັ້ນປາກົດເຫັນມວນຊົນທີ່ມີລັດສະໝີເຮືອງເຮື່ອປາກົດຂຶ້ນເຕັມຫ້ອງ ທັງຍິງ ແລະຊາຍສາວຍງາມຢ່າງຍິ່ງ ທັນໃດກໍມີສຽງຜູ້ຊາຍຮຽກອອກມາວ່າ ພໍ່ທ່ານມີຄົນມາຂາບຄາລະວະ, ໃນຄວາມຮູ້ສຶກຂອງຜູ້ຂຽນນັ້ນ ເຫັນພໍ່ທ່ານປະທານຢູ່ໃນຫ້ອງໜຶ່ງອີກຕ່າງໆຫາກ ຄ້າຍໆກັບວ່າ ເພິ່ນຈັດແຈງມ້ຽນມັດສິ່ງຂອງ ແລະສະຖານທີ່ທີ່ເຂົ້າໄປຢຸ່ໃໝ່ຈັງຊັ້ນລະ ?

- ເມື່ອສິ້ນສຽງເອີ້ນພໍ່ທ່ານໃຫຍ່ ກໍອອກມາຈາກຫ້ອງໜຶ່ງ ສາຣີຣະຮ່າງກາຍຂອງເພິ່ນສູງພຽວ ສົມບູນ ແລະມີຜີວເປັນສີຄຳ ຄຸມຜ້າສີເຫຼືອງ ເປັນສີດຽວກັບສີຜິວ ແລະສີຫ້ອງນັ້ນ, (ຕົວຈິງພໍ່ທ່ານປະທານສູງພຽງ 1.66 ແມັດ ແລະອ້ວນ ກ້າວກຶງລຳສັນຕົວຕົວທຸກສ່ວນແຂງບໍ່ອ່ອນນຸ້ມ ຄ້າຍກັບຮ່າງກາຍນັກມວຍ) ແຕ່ໃນຄວາມຝັນນັ່ນພໍ່ທ່ານປະທານສູງ ງາມ ໃສ ມີລັດສະໝີເປັ່ງປະກາຍອອກມາຈາກຫ້ອງ ຜູ້ຂຽນໃນຄວາມຝັນນັ້ນນັ່ງຄຸເຂົ່າຢູ່ ຄ້າຍກັບວ່າເງີຍແຫງນເບິ່ງໜ້າໜ້າເພິ່ນ.

- ເມື່ອພໍ່ທ່ານປະທານອອກມາຈາກຫ້ອງແລ້ວ ກໍທຳທ່າຈະນັ່ງລົງ ປາກົດວ່າມີວັດຖຸສີຄືຄຳທີ່ອ່ອນນຸ່ມນັ້ນປາກົດຕົວອອກມາຮັບການນັ່ງຂອງເພີ່ນ, ເພິ່ນນັ່ງລົງແລ້ວຄົນທີ່ມີລັດສະໝີນັ້ນກໍຂາບຄາລະວະ ພໍ່ທ່ານກໍກ່າວປະຕິສັນຖານ ຕາມສົມຄວນ ຄົນເຫຼົ່າກັນກໍຫາຍຕົວໄປ ແລ້ວໝູ່ໃໝ່ກໍເຂົ້າມາ ແລ້ວກໍຫາຍໄປ ຜູ້ຂຽນກໍສັງເກດວ່າ ຄົນທີ່ເຂົ້າມາແລະຫາຍໄປນັ້ນ ເຂົາເຂົ້າ ແລະຫາຍອອກໄປທາງໃດກັນແທ້ ແຕ່ກໍ່ຮູ້ວ່າເຂົາໄປມາທາງໃດ.

- ຫຼັງຈາກຄົນທີ່ມີແສງເຮືອງຮຸ່ງໜີໝົດແລ້ວ ກໍປາກົດເຫັນ ມວນຊົນທັງພະ ທັງຍາດໂຍມໄດ້ສົ່ງຍື່ນສິ່ງຂອງຕ່າງໆ ມາຖວາຍພໍ່ທ່ານໃຫຍ່ ໂດຍຍື່ນເຂົ້າມາຈາກນອກຫ້ອງ ຄ້າຍທະລຸຝາຜະໜັງຫ້ອງເຂົ້າມາ ຝາຜະໜັງຫ້ອງນັ້ນກະແປກ ເມື່ອຄົນຍື່ນຂອງຜ່ານກໍອ່ອນໜຸ່ມ ແລະຂອງກໍຜ່ານເຂົ້າມາ ແລ້ວກັບເປັນຝາຜະໜັງດັ່ງເດີມ ຜູ້ຂຽນໃນຄວາມຝັນນັ້ນ ບໍ່ໄດ້ເປັນຜູ້ຮັບ ມີຄົນຈຳນວນໜຶ່ງປາກົດຕົວມາຮັບຂອງນັ້ນ ແລ້ວຍື່ນຕໍ່ກັນໄປໄວ້ໃນຫ້ອງໜຶ່ງອີກຕ່າງຫາກ.

- ສິ່ງທີຜູ້ຂຽນໃນຄວາມຝັນເຫັນ ຂອງເຫຼົ່ານັ້ນກໍລ້ວນແຕ່ເປັນສີເຫຼືອງ ເຊັ່ນຜ້າໄຕ ແລະເຄື່ອງໃຊ້ຕ່າງໆ ກໍເປັນສີເຫຼືອງໝົດ ບາງຢ່າງກໍເປັນແທ່ງຄືຄຳ.

- ໃນຂະນະນັ້ນ ໄດ້ຍິນສຽງອຶກກະທຶກຄືກໂຄມ ຢູ່ນອກຫ້ອງຈຶ່ງລຸກໄປສ່ອງເບິ່ງ ກໍເຫັນຄົນເປັນຈຳນວນຫຼວງຫຼາຍ ແຍ້ກັນເຂົ້າມາສົ່ງຍື່ນຂອງຝາກຂອງຕ້ອນພໍ່ທ່ານ ຂອງທີ່ນຳມາ ມີທູບ ທຽນ ດອກໄມ້ ທະນະບັດ ກອງບຸນ ຜ້າໄກ ແລະເຄື່ອງສັງຄະທານອື່ນໆ ທັງທີ່ເປັນຫໍ່ ແລະເປັນຄຸ.

- ຂອງທີ່ເຮົາເຫັນຄົນຢື່ນມາຖວາຍພໍ່ທ່ານປະທານນັ້ນ ລ້ວນແຕ່ເປັນຂອງທີ່ເຮົານຳມາຕ້ອນພໍ່ທ່ານປະທານນັ້ນ ລ້ວນແຕ່ຂອງທີ່ພວກເຮົາເຄີຍ
ຈັດຫາມາຖວາຍແກ່ພະສົງ ສະມະເນນທັງໝົດ ຫຼືທຳບຸນທຸກວັນນີ້ລະ ແຕ່ກໍແປກອີກຢ່າງໜຶ່ງ(ຄຳວ່າແປກ ບໍ່ແມ່ນໃນຄວາມຝັນ ໃນຄວາມຝັນມີແຕ່ຊາບຊຶ້ງໃຈ ທີ່ວ່າແປກແມ່ນຜູ້ຂຽນພັນລະນາໃຫ້ເຫັນພາບ) ຄືສິ່ງຂອງເຫຼົ່ານັ້ນເມື່ອຢືນຜ່ານຝາຜະໜັງເຂົ້າມາ ຈະປ່ຽນເປັນສີເຫຼືອງເຮືອງເຮື່ອຄືຄຳໝົດ ບໍ່ວ່າຈະເປັນດອກໄມ້ ແລະທະນະບັດ ມີບາງອັນປ່ຽນຮູບໄປເປັນແນວອື່ນທີ່ມີສີເຫຼືອງຄືຄຳ.

- ໃນນັ້ນຜູ້ຂຽນສັງເກດເຫັນວ່າ ຂອງທີ່ຄົນຍື່ນສົ່ງຕໍ່ກັນມານັ້ນ ຜ່ານຝາຜະໜັງກໍມີ ບໍ່ຜ່ານຝາຜະໜັງກໍມີ ສິ່ງທີ່ບໍ່ຜ່ານ ຄືຄຸສັງຄະທານ(ສີເຫຼືອງຫັ້ນ) ຍື່ນເຂົ້າມາເທົ່າໃດກໍບໍ່ຜ່ານຝາຜະໜັງ ແຖມຍັງຕົກລົງໄປຈາກຫີອງນັ້ນ ຄ້າຍໆກັບຕົກລົງຈາກຜາສາດ ຄຸເຫຼືອງຕົກລົງໄປແລ້ວກໍມະຫັບມະຫາຍ ຂອງສັງທານທີ່ໃສ່ກະຕ່າໄມ້ ຖົງຢາງສວຍງາມຈະຜ່ານ ແລະປ່ຽນເປັນວັດຖຸອື່ນຢ່າງໄວ ໃນຂະນະນັ້ນຜູ້ຂຽນມອງເຫັນສາຍອັນໜຶ່ງຈ່ອງມາແຕ່ໄກ ທ່າມກາງມວນຊົນນັ້ນ ກໍມາທະລຸຝາຜະໜັງ ແລ້ວກໍຢັ່ງໄປອີກຫ້ອງໜຶ່ງ ສາຍນັ້ນເປັນສີຄຳອ່ອນນຸ່ມ ແຕ່ບໍ່ແມ່ນຝ້າຍ ເສັ້ນບໍ່ໃຫຍ່ປານໃດ ເທົ່າກັບຝ້າຍມຸງຄຸນນັ້ນເອງ.

- ໃນຄວາມຝັນຜູ້ຂຽນກໍຕາມຝ້າຍເຂົ້າໄປ ກໍເຫັນຝ້າຍນັ້ນຢ່ອງທຸລຸຝາ ໄປຜູກທີ່ຫົວຕຽງນອນອັນໃຫຍ່ ແລະເປັນສີຄຳທັງຕຽງ ຜ້າປູຕຽງ ແລະໝອນ ຂ້າພະເຈົ້ານັ່ງລົງໃກ້ຕຽງ ແລ້ວກໍເອົາມືຄຳເບິ່ງອ່ອນນຸ່ມດີ ຂ້າພະເຈົ້າຈັບເບິ່ງຝ້າຍກໍ່ອ່ອນນຸ່ມ ໃນໃຈຢາກຈະເດັດຖິ້ມ ເພາະມັນເກະກະເຮັດໃຫ້ຫ້ອງບໍ່ງາມ ຈຶ່ງຮ້ອງອອກໄປວ່າ:

" ພໍ່ທ່ານ ແມ່ນສາຍຫຍັງນີ້ ?"
 ໃນຂະນະນັ້ນ ພໍ່ທ່ານປະທານກໍເຂົ້າມາໃນຫ້ອງ ຕົນຕົວສູງ ມີລັດສະໜີຮຸ່ງເຮືອງ ງາມກວ່າຕົວຈິງຂອງເພິ່ນ ໃບໜ້າຍິ້ມແຍ້ມ ຂ້າພະເຈົ້ານັ່ງຢູ່ທີ່ຕໍ່າ ກໍຈົນໄດ້ເງີຍແຫງນເບິ່ງ ເພິ່ນຖາມວ່າ:

- "ແມ່ນຫຍັງ ?"
- ຜຸ້ຂຽນຕອບເພິ່ນວ່າ ບໍ່ຮູ້ວ່າສາຍຫຍັງຢັງເຂົ້າມາ.
- ເພິ່ນບໍ່ຕອບຫຍັງ ມີແຕ່ຍິ້ມ, ໃນຂະນະນັ້ນເອງ ຜູ້ຂຽນກໍຄວາມືໄປຈັບຝ້າຍແລ້ວບອກວ່າ "ຂ້ານ້ອຍຈະເດັດຖິ້ມ" ພໍ່ທ່ານບອກວ່າ "ບໍ່ຕ້ອງເດັດ ບໍ່ເຫິງມັນກະຂາດໄປເອງດອກ"

- ພຽງແຕ່ເທົ່ານັ້ນ ຜູ້ຂຽນກໍຕື່ນ ປະມານ 4 ໂມງເຊົ້າ.
(ອັນນີ້ກະເປັນພຽງຄວາມຝັນ ທ່ານທີ່ອ່ານໂຜດພິຈາລະນາເອງ)

*ອະທິບາຍ* ສາຍຢັ່ງຈາກຝາ ໄປມນຫ້ອງນອນພໍ່ທ່ານໃຫຍ່ປະທານນັ້ນ, ຜູ້ຂຽນມາຄິດຕອນຕື່ນຈາກຝັນແລ້ວນັ້ນວ່າ ແມ່ນສາຍຫຍັງ ? ໃນຄວາມຝັນວ່າຈະເດັດ ພໍ່ທ່ານໃຫຍ່ປະທານບອກວ່າ "ບໍ່ຕ້ອງເດັດ ບໍ່ເຫິງມັນຈະຂາດໄປເອງ".

- ອະທິບາຍໄດ້ 2 ຢ້າງ ຄື 
1. ຝ້າຍສາຍສິນໂຍ່ງຕອນບຳເພັງຊາປະນະກິດສົບ ຄອນສູດອະພິທຳນັ້ນ(ເພາະຕອນຝັນສົບພໍ່ທ່ານຍັງບໍ່ທັນປົງ ຫາກປົງແລ້ວສາຍນັ້ນອາດຫາຍໄປ)
2. ສາຍນັ້ນ ອາດໝາຍເຖິງບ້ວງ ຫຼືກິເລດປຽບເໝືອນສາຍຈ່ອງດຶງຄົນໄວ້ບໍ່ໃຫ້ຫຼຸດພົ້ນ ຫາກບຳເພັງຕະບະ ແລະຕັ້ງຕົນໃນການສ້າງບຸນກະສົນມີ ທານ ສິນພາວະນາ ຫຼືບຳເພັງຊີວິດແບບພໍ່ທ່ານປະທານ ບໍ່ນານກໍຫຼຸດພົ້ນຈາກກິເລດ.
3. ທີ່ຢູ່ສີຄຳ ເຊື່ອວ່າເປັນຜາສາດຄຳຂອງພໍ່ທ່ານຢູ່ບົນສະຫວັນ, ສ່ວນຂອງທານຕ່າງໆ ຜູ້ຂຽນເຊື່ອວ່າການທຳບຸນຫາຜູ້ຕາຍຈະໄດ້ຜົນໄວ ແລະເຕັມສົມປາດຖະໜາ ແລະປະສົງຂອງຜູ້ທານແມ່ນຕອນຕົນຕາຍລົງໃໝ່ໆ ອະນິສົງຈະໄດ້.
3. ສ່ວນຄຸເຫຼືອງເປັນຫຍັງຈຶ່ງຕົກລົງໄປ ແລະບໍ່ເຂົ້າມາຍັງຫ້ອງນັ້ນ ໃຫ້ພິຈາລະນາເອົາເອງ.