Sunday 15 May 2011

ກົງກັມກົງກວຽນ

ວິສາຂາລໍາລຶກ

- ສິບນິ້ວຍົກໃສ່ເກົ້າ ເນົາແນບເໜືອສຽນ
ລຽນລໍານຳຊູຖວາຍ ອົງຊຸລີພຣະກອນນ້ອມ
ປັນຈາງກາຍກຽມພ້ອມ ອະພິວັນທະນາການແນບເນັ່ງ
ເປັ່ງວາຈາກ່າວໄຫວ້ ວັນທາໄທ້ໜໍ່ພຸດໂທ

- ສຸຄະໂຕເລີດລໍ້າ ພຣະອົງຍິ່ງເໜືອໂລກັນ
ພຸດທະວັນລີລາຜາຍ ເປັນຍອດຄົນອະນັນລໍ້າ
ຍິ່ງກວ່າຄົນໃນກໍ້າ ໂລກາໄກເກີນເຂດ
ທວາຍເທດເໜືອນ່ານຟ້າ ວັນທານ້ອມຍົກຍໍ

- ພຣະອົງເປັນໜໍ່ໄທ້ ອົງເອກສັບພັນຍູ
ເປັນຍອດຄູຂອງມະນຸດ ໝູ່ເທວະດາດ້ວຍ
ພຣະອົງສອນໃຜແທ້ ບໍ່ເຄີຍມີຕົກຕໍ່າ
ນໍາເອົາຕົນລອດພົ້ນ ຈະເຣີນກ້າວຮຸ່ງເຮືອງ

- ພຣະອົງເປັນບາດເບື້ອງ ເໝືອນດັ່ງນາວາຫຼວງ
ນໍາປວງຊົນນະຄອນຄາມ ໄຕ່ຕາມພຣະອົງພົ້ນ
ບໍ່ວ່າຄົນສູງຊັ້ນ ບັນດິດນັກປາດ
ຂ້າທາດສັກຕໍ່າຕ້ອຍ ກໍນໍາຂ້າມບໍ່ໃຫ້ຫຼໍ

- ຈຶ່ງວ່າ ພຣະອົງເປັນໜໍ່ເນື້ອ ນາມໜຶ່ງພຣະສັດຖາ
ສາດສະດາອົງດຽວ ຜູ່ອັ່ງນອງພຣະທັມແທ້
ນັບວ່າມີຄຸນລໍ້າ ຫາໃຜທຽມທັນທ່ານ
ຈັກກະວານກ່າວຍ້ອງ ນໍາພົນຂ້າມພຣະນິບພານ

- ຄຸນພຣະອົງເກີນກວ່າລ້ານ ລົ້ນລື່ນເກີນຊິນັບ ແທ້ດາຍ
ຈັບເອົາພຽງພໍຈາ ກໍຍິ່ງສູງສະເໝີຟ້າ
ພຣະປັນຍາທິຄຸນກ້າ ພຣະສັດທັມສັດຈະເຈດ
ພຣະອົງເທເທດໄວ້ ຫຼາຍລົ້ນລື່ນໄຕຣ

- ພຣະບໍຣິສຸດທິຄຸນໄດ້ ໝົດຈົດຍອດບໍ່ມີໝອງ
ກິເລດມານຕາຍກອງ ມຸ່ນກະຈວນກະຈາຍຟົ້ງ
ບໍ່ມີຫຼົງເຫຼືອໄວ້ ຄົງຄາຈັກສະໜ່ອຍ
ພຣະອົງກົງຈ່ອຍໆ ສະເດັດເຂົ້າສູ່ນິບພານ

- ພຣະມະຫາທິຄຸນຍິ່ງສະທ້ານ ກວາມເມກເຮືອງຣິດ
ພຣະອົງມີເຫຼືອຫຼາຍ ຍາກຊິພັນລະນາສ້ຽງ
ຜະດຽງນໍາພົນຂ້າມ ໂອຄະຫຼວງອັນກວ້າງໃຫຍ່
ເໜືອແຜ່ນໄຕຣພົບພື້ນ ຕາມເບື້ອງບາດພຣະອົງ

- ນັບຕັ້ງແຕ່ພຣະອົງໄດ້ ຕັດສະຮູ້ສ່ອງເປັນພຸດທະ
ໜໍ່ພຣະໂຄຕະມະ ແຜ່ໂພທິຍານກວ້າງ
ແກ່ປວງຊົນທັງຫຼາຍລ້ວນ ບໍ່ຜັນແຜແບ່ງແຍກ
ຍົກຍໍຊົດຊ່ວຍໃຫ້ ສະເໝີດ້າມດັ່ງກັນ

- ພຣະອົງນັບແຕ່ໄດ້ ຕັດສ່ອງສໍຣະຍານ
45 ວັດສາການ ບໍ່ເນັ່ງເນົານອນລ້າ
ຫວັງເພື່ອພາພົນຂ້າມ ມະຫາສະໝຸດໃຫ້ພົ້ນເຂດ
ພຸດທະກິດທີ່ພຣະອົງສ້າງ ຄວນອ້າງກ່າວເຖິງ

- ປຸບພັນເຫ ຕື່ນແຕ່ເຊົ້າ ພຣະອົງທ່ຽວໂຜດສັດ
ບິນທະບາດໄປຕາມທາງ ໂຜດຄົນທັງຄ້າຍ
ໝາຍເພື່ອໄປປົດເປື້ອງ ໃຫ້ບຸກຄົນໄດ້ພົ້ນຜ່ານ
ຫຼຸດອອກຈາກຄວາມໂງ່ຈ້າ ຫັນໜ້າສູ່ກະເສີມ

- ສາຍັນເຫ ຕາເວັນບ່າຍຄ້ອຍ ໂຄ້ງອ່ວຍລົງແລງ
ພຣະອົງເທສະໜາສອນ ໂຜດຄົນທີ່ມານ້ອມ
ທັງໝູ່ຣາຊາເຈົ້າ ຄອງເມືອງນະຄອນຣາດ
ທັງອາມາດຮັບໃຊ້ ປະຊາເຊື້ອທຸກເຜົ່າຊົນ

- ປາໂທເສ ມືດອໍ່າຄໍ້າ ມິດມີ່ຕາເວັນຕົກ
ພຣະອົງເທສນາສອນ ໝູ່ສົງພິກຂຸເຈົ້າ
ຜູ້ທີ່ຫວັງມາເຝົ້າ ຖາມບັນຫາທູນເຫດ
ພຣະອົງເທເທດໃຫ້ ໄຂແຈ້ງຍົກພຣະທັມ

- ອັຕຖະຣະເຕ ກໍ້າ ເດິກດື່ນທ່ຽງຄືນ
ຝູງໝູ່ຄົນທັມມະດານອນ ແຕ່ພຣະອົງຍັງສອນເຊື້ອ
ເທວະດາມາເຝົ້າ ພຣະພຣົມມາຖາມເຫດ
ພຣະອົງເທເທດໃຫ້ ໄຂແຈ້ງບໍ່ເສື່ອງອໍາ

- ປັດຈຸດເສ ແສງທອງອ້ຳ ໃກ້ຊິຮຸ່ງນະພາໃສ
ພຣະອົງຊົງຍານຫຼິງ ກວດດູຂະຫຍາຍກວ້າງ
ຈ້ອງສ່ອງແຍງທິບພະຈັກຂຸຂ້າມ ກວາມໄຕຣໂລກດ່ານ
ເຫັນສ່ອງຍານຢັ່ງຮູ້ ຄົນທີ່ຕ້ອງໄປຊ່ວຍປອງ

- ສິ່ງທີ່ພຣະອົງທໍານັ້ນຖືກຕ້ອງ ເປັນແບບຢ່າງຕາມຄວາມຈິງ
ພຸດໂທ ເມ ນາໂຖ ເປັນທີ່ເພິ່ງພິງຄົນແທ້
ຂໍແກ່ວັນທານ້ອມ ຍໍພຣະກອນນົບນ້ອມ
ເໜືອຫວ່າງສຽນເກດເກົ້າ ຄະນິງເບື້ອງຫ່ອມພຣະທັມ

- ຊາວໂລກເບື້ອງຝ່າຍກໍ້າ ທະວີບອື່ນໂລກາໄກ
ຍົກເອົາວັນວິສາຂະມາ ປະກາດໄກກຽງລໍ້າ
ຍົກເປັນວັນສໍາຄັນຄໍ້າ ໃຫ້ປວງຊົນໄດ້ສືບຕໍ່
ສຶກສາແບບບາດເບື້ອງ ພຣະອົງໄວ້ແລ້ວໄຕ່ຕາມ

- ຊາວພຸດລາວບໍ່ໄດ້ຂວ້າມ ກ້າວກ່າຍແລະລືມຫຼົງ
ເຖິງວັນເພັງເດືອນຫົກ ໄດ້ຮ່ວມກັນຖວາຍນ້ອມ
ນັບແຕ່ລາວຈະເຣີນຂຶ້ນ ພັດທະນາເອກະຣາດ
ຫຼາຍຮ້ອຍປີລ່ວງຂວ້າມ ລາວກໍນ້ອມບໍ່ເສື່ອມຄາຍ ຊອບແລ້ວ.

- ວັນນີ້ ເປັນວັນຄ້າຍ ເຫດການໃຫຍ່ໃນຊີວິດ ພຣະອົງແລ້ວ
ເປັນທີ່ອັດສະຈັນໃຈ ຍາກຄົນຊິທຳໄດ້
ຫາໃຜໃນຈັກກະວານກວ້າງ ຈະທຳການເໝືອນພຣະອົງທ່ານ
ສາມເຫດການທີ່ກ່າວອ້າງ ຄວນນ້ອມໃສ່ໃຈ

- ເຫດການໜຶ່ງນັ້ນບອກໄວ້ ເປັນວັນເກີດມະຫາບູຣຸດ
ໜໍ່ພຣະພຸດທາງກຸໂລ ປະເສີດສີແສນລ້ານ
ເປັນກຸມານພຣະອົງນ້ອຍ ກາງໄພປ່າໄມ້ໃຫຍ່
ສີສຸດໂທທະນະ-ມະຫາມາຍາມອບໃຫ້ ສາກົນໄດ້ເພິ່ງບຸນ

- ເຫດການສອງໄຕຣໂລກໄດ້ ເປັນວັນໃຫຍ່ມະຫາໄຊ
ຕັດສະຮູ້ພຣະແຂໄຂ ແຈ້ງສ່ອງຍານເຍືອງຮູ້
ອົງພຣະສັບພັນຍູເຈົ້າ ເຫັນປັນຍາທັມດວງປະເສີດ
ພຣະອົງເລີດລື່ນແທ້ ຫາໃຜໄດ້ໄປ່ສະເໝີ

- ເຫດການສາມໂລກອ່າວເພີ້ ພຣະອົງຈາກມວນມະນຸດ
ຫຼຸດຈາກໂອຄະຫຼວງ ສູ່ນິບພານອັນນັນລ້ຳ
ວາງແຕ່ພຣະທັມໄວ້ ໃຫ້ຊາວຊົນໄດ້ຕາມໄຕ່
ໂລກວິໄລກ້່າວໜ້າ ມາເທົ້າທຸກວັນ

- ດ້ວຍສາມເຫດການໃຫຍ່ນັ້ນ ຊາວພຸດຈຶ່ງທຳບຸນ
ເນື່ອງໃນວັນເດືອນຫົກເພັງ ວິຂາບູຊານ້ອມ
ຂໍແກ່ຊົນຊາວເຊື້ອ ເຄືອລາວນ້ອຍໜຸ່ມ
ຈົ່ງເຊີດຊູປຸ້ມລຸມສະຫຼອງວັນປະເສີດນີ້ ໃຫ້ຍືນໝັ້ນຢູ່ຄູ່ລາວ ທ່ານເອີຍ.