Wednesday, 6 July 2011

ເທວະດາ ຊັ້ນຈາຕູມມະຫາຣາຊິກາ

- ຈາຕູມມະຫາຣາຊິກາ ເປັນສະຫວັນຊັ້ນທີ 1 ໃນສະກາມາພະຈອນສະຫວັນ 6 ຊັ້ນ ຮຽກສັ້ນໆວ່າ ຊັ້ນຈາຕູມ ກໍວ່າ.
- ຈາຕູມມະຫາຣາຊິກາ ແປວ່າແດນເປັນທີ່ຢູ່ຂຶງທ້າວມະຫາຣາດທັງ 4, ອານາຈັກຂອງພວກທ້າວມະຫາຣາດທັງ 4 ອົງຄື ດິນແດນທີ່ຈອມເທບ 4 ອົງ ຮັກສາ ຄຸ້ມຄອງໂລກໃນ 4 ທິດ ເຊິ່ງຮຽກວ່າ ທ້າວໂລກະບານ ຫຼຶທ້າວຈະຕຸໂລກະບານ ຫຼືທ້າວຈະຕຸມະຫາຣາດ ປົກຄອງຢູ່ອົງລະທິດ, ຈະຕຸໂລກະບານ ຫຼືຈະຕຸມະຫາຣາດທັງ 4 ສີລະປະພະມ້າ (ຈາກຊ້າຍ) ທ້າວທະຕະຣະຖະ, ທ້າວວິຣຸລຫະກະ, ທ້າວວິຣຸປັກຂະ, ທ້າວກຸເວຣຸ.
ທ້າວຈະຕຸໂລກະບານ ທັງ 4 ຄື.
- ທ້າວທະຕະຣະຖະ ຮັກສາໂລກທາງດ້ານທິດຕາເວັນອອກ ທຳໜ້າທີ່ປົກຄອງເທວະດາ 3 ຈຳພວກົດໄດ້ແກ່ ກຸມພັນ, ວິທະຍາທອນ, ຄັນທັບ.
- ທ້າວວິຣຸລະຫະກະ(ວິຣຸລຫົກ) ຮັກສາທິດໃຕ້ ທຳໜ້າທີ່ປົກຄອງຄຸດ.
- ທ້າວວິຣູປັກຂະ ຮັກສາໂລກດ້ານທິດຕາເວັນຕົກ ທຳໜ້າທີ່ປົກຄອງນາກ.(ນາຄາ).
- ທ້າວກຸເວຣະ ຮັກສາໂລກດ້ານທິດເໜືອ ທຳໜ້າທີ່ປົກຄອງ ຍັກຂ໌ ທ້າວກຸເວນມີຊື່ຮຽກອີກຊື່ໜຶ່ງວ່າ ທ້າວເວສວັນ ຫຼືທ້າວເວສສຸວັນ.
(ທ້າວຈະຕຸໂລກະບານທັງ 4 ຕາມຄະຕິຄວາມເຊື່ອພຸດແບບຈີນ)
ເທວະດາຊັ້ນຈາຕູມມະກາຣາຊິການ ມີອາຍຸ 500 ປີທິບ(30 ວັນເປັນ 1 ເດືອນ 12 ເດືອນ 1 ປີ) ໂດຍ 1 ວັນແລະ 1 ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ 50 ປີຂອງໂລກມະນຸດ.

ເທວະດາຕາມຄະຕິຄວາມເຊື່ອຂອງພຸດທະສາສນາ

- ຕາມຄະຕິຄວາມເຊື່ອຂອງຊາວພຸດ ການໃຊ້ຄຳວ່າ "ເທພ ຫຼື ເທວະດາ" ຄອບຄຸມເຖິງພົມທັງຫຼາຍໃນພຣົມມະໂລກດ້ວຍ ໂດຍແບ່ງເປັນ ເທວະຊັ້ນກາມາວະຈອນ(ຜູ້ທີ່ຍັງກ່ຽວຂ້ອງກັບກາມ) ຢູ່ບົນສະຫວັນຊັ້ນກາມາວະຈອນ ຫຼືສະຫວັນທີ່ຍັງກ່ຽວຂ້ອງກັບກາມ ເຊິ່ງມີ 6 ຊັ້ນ ຄື
ຈາຕຸມະຫາຣາຊິກາ,ຕາວະຕິງສາ, ຍາມາ, ດຸສິຕາ, ນິມມານະດີ ແລະປະຣະນິມມິຕະວາວັຕຕີ,
- ເທວະດາຊັ້ນ ຣູປະວະຈອນ ຫຼືຮູບພຣົມ 16 ຊັ້ນ ເປັນເທວະດາ ທີ່ຍັງມີກາຍທິບຢູ່.
- ເທວະດາຊັ້ນ ອະຣູປະວະຈອນ ຫຼືອະຣູປະພຣົມ ເປັນເທວະດວາບໍ່ມີກາຍທິບ.

ການເກີດເປັນເທວະດາ
- ການເກີດເປັນເທວະດາບໍ່ຕ້ອງຜ່ານຄັບມານດາ ແຕ່ຈະເກີດກາຍເປັນເທວະດາເລີຍ ຮຽກວ່າໂອປປາຕິກະ ມະນຸດຈະເກີດເປັນເທວະດາ ໄດ້ມີຈິດກ່ອນຕາຍລະນຶກເຖິງຄວາມດີເລັກນ້ອຍ ທີ່ເຄີຍທຳໄວ້ໃນມະນຸດສາໂລກ ເກີດເປັນມະຫາກຸສົນ 8 ດວງ, ອັນປະກອບດ້ວຍ ຫິຣິ ແລະໂອຕັປປະ ການບໍຣິຈາກທານ ການຟັງທັມ ຫຼືການສ້າງສິ່ງທີ່ເປັນສາທາຣະນະປະໂຫຍດ ເປັນຕົ້ນ.

ອາຍຸຂອງເທວະດາ
- ອາຍຸຂອງເທວະດາ ມີໜ່ວຍປີທິບ ປະມານອາຍຸຂອງເທວະດາຊັ້ນຕ່າງໆນັ້ນບໍ່ເທົ່າກັນກ່າວຄື:

໑. ຊັ້ນຈາຕູມມະຫາຣາຊິກາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໕໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໕໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙ ລ້ານປີເມືອງມະນຸດແລ.

໒. ຊັ້ນຕາວະດິງສາ(ຕາວະຕິງສ໌) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໓໙ ລ້ານປີເມືອງມະນຸດແລ.

໓. ຊັ້ນຍາມາ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໒.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໒໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໑໔໔ ລ້ານປີເມືອງມະນຸດແລ.

໔. ຊັ້ນດຸດສິດ(ຕຸສິຕາ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໔.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໔໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໕໗໖ ລ້ານປີເມືອງມະນຸດແລ.

໕. ຊັ້ນນິມມານະຣະດີ(ຕີ) ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໘.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໘໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໒.໓໐໔ ລ້ານປີເມືອງມະນຸດແລ.

໖. ປະຣະນິມມິຕວະສວັສດີ ເທວະດາຊັ້ນນີ້ ມີອາຍຸໂດຍສະເໝີພາກກັນ ເທວະດາຢູ່ຊັ້ນນີ້ ມີອາຍຸໄຂ ໑໖.໐໐໐ ປິທິບ, ຄວາມຕ່າງຂອງອາຍຸ ຄື ໑ ວັນ ໑ ຄືນ ຂອງສະຫວັນຊັ້ນນີ້ ເທົ່າກັບ ໑,໖໐໐ ປີເມືອງມະນຸດ ທຽບໄດ້ ຄື ນັບອາຍຸໃນໂລກມະນຸດເທົ່າກັບ ໙.໒໑໖ ລ້ານປີເມືອງມະນຸດແລ.

ເຄື່ອງແຕ່ງກາຍຂອງເທວະດາ.
- ຊາວລາວທີ່ັບຖືພຣະພຸດທະສາສນາ ເຊື່ອວ່າເທວະດາແຕ່ງຕົວດ້ວຍເຄື່ອງຊົງ ໃນຄະຕິຄວາມເຊື່ອແບບລາວ ເຊື່ອວ່າເທວະດາຊົງເຄື່ອງດ້ວຍ ເຄື່ອງຊົງປະເພດຕ່າງໆ ມີໝວກຈອມແຫຼມທີ່ຮຽກວ່າເທວະດາ ເໝືອນພຣະຍາ ແລະຂຸນນາງໃນຣາຊະສຳນັກເມື່ອ 300 ປິໃນອານາຈັກລ້ານຊ້າງ (ສັງເກດໃນເຄື່ອງແຕ່ງກາຍຂອງລະຄອນ ແລະລໍາເລື່ອງສະໄໝກ່ອນ ຫຼືສັງເກດໃນຮູບແຕ້ມຕ່າງໆ) ແລະປະດັບປະ ດາງເຄື່ອງຊົງໄປດ້ວຍເຄື່ອງເພັດນິນຈິນດາ ສ້ອຍສັງວານ ອື່ນໆ.

ຄວາມເປັນທິບຂອງເທວະດາ
- ເທວະດາບໍ່ມີກາຍເນື້ອ ຈຶ່ງບໍ່ເຈັບບໍ່ໄຂ້ ມີຮູບໂສມພະໂນມພັນງົດງາມຈົນເບິ່ງງົດງາມເໝືອນກັນໄປໝົດ ສາມາດຄົງຄວາມໜຸ່ມສາມຢູ່ເຊັ່ນນັ້ນຕລອດອາຍຸໄຂ ຢາກໄດ້ອັນໃດກໍພຽງແຕ່ນຶກເອົາເທົ່ານັ້ນເອງ ເຊັ່ນວ່າຢາກໃຫ້ອິ່ມກໍບໍ່ຕ້ອງຮັບປະທານອາຫານ ພຽງແຕ່ນຶກເອົາກໍອື່ມແລ້ວ ຮຽກວ່າອິ່ມທິບ.

ການທຳຄວາມດີຂອງເທວະດາ
- ຊາວພຸດຖືວ່າ ເທວະດາບັນສວາງສະຫວັນເປັນພົບພູມ ທີ່ສະເຫວີຍສຸກຢ່າງດຽວ ບໍ່ສາມາດທຳຄວາມດີໄດ້ຫຼາຍ ເນື່ອຈາກບໍ່ມີກາຍເນື້ອ ແຕ່ສາມາດຕຶດຕາມຜູ້ກະທຳຄວາມດີຢ່າງສະໜໍ່າສະເໝີໄດ້ ເພື່ອອະນຸໂມທະນາບຸນ ສາມາດສູດມົນ ແລະຟັງທັມໄດ້ ເມື່ອເທວະດາໝົດບູນແລ້ວກໍກໍຈຸຕິໄປເກີດໃນພົບພູມອື່ນໆຕໍ່ໄປ ຜູ້ທີ່ເປັນເທວະດາຖືວ່າການເກີດໃນໂລກມະນຸດເປັນສຸຄະຕິພູມຂອງຕົນ ເພາະມະນຸດມີກາຍເນື້ອ ສາມາດທຳຄວາມດີໄວ້ຫຼາຍ.

ສະຫວັນ ໃນຄວາມເຊື່ອພຸດທະສາສນາ

- ສະຫວັນ ໃນຄວາມເຊື່ອທາງພຸດທະສາສນາ ແປວ່າ ພູມ ຫຼື້ດິນແດນທີ່ມີອາຣົມເລີດດ້ວຍດີ, ຈຳແນກອອກໄດ້ເປັນ 6 ຊັ້ນ, ຄື ຈາຕຸມະຫາຣາຊິກາ, ຍາມາ, ຕາວະຕິງສາ, ດຸສິຕາ, ນິມມານະດີ ແລະປະຣະນິມມິຕະວາວັຕຕີ.

- ສະຫວັນ ຂຽນຕາມເຄົ້າໃນດ້ວຍອັກສອນລາວ ສວັນຄ໌ ຄື ພູມອັນເປັນທີ່ຢູ່ຂອງເທວະດາ ເປັນໂລກທີ່ຢູ່ອາໄສຂອງກາຍລະອຽດອັນເປັນທິບ ທີ່ມີຣັສມີສະຫວ່າງສະໄຫວຮອບກາຍຕລອດເວລາ ເຫດທີ່ທຳໃຫ້ເກີດເປັນເທວະດາ ເພາະໄດ້ສ້າງບຸນກຸສົນໄວ້ເມື່ອຄັ້ງຍັງເປັນມະນຸດ ເມື່ອສິ້ນສະພາບຄວາມເປັນມະນຸດ(ຕາຍ) ກໍອຸບັດຂຶ້ນຕັ້ງຢູ່ໃນຄວາມເປັນໜຸ່ມເປັນສາວທັນທີ ແລະງົດງາມຢູ່ຢ່າງນັ້ນຕລອດເວລາ ຈົນກວ່າະເຖິງເວລາຈຸຕິ ບໍ່ມີຄວາມແກ່ ຄວາມເຈັບເກີດຂຶ້ນເໝືອນໃນເມືອງມະນຸດ, ວິມານຜາສາດເປັນທີ່ຢູ່ອາໄສຂອງເທວະດາ ລ້ວນແຕ່ມີຄວາມວິຈິດງົດງາມ ມະຂະໜາດແຕກຕ່າງກັນ ມີຄວາມເປັນຢູ່ສະດວກສະບາຍ ມີອາຫານເປັນທິບບັງເກີດຂຶ້ນຕາມໃຈປະສົງ ມີບໍຣິວານຮັບໃຊ້ໃກ້ຊິດ ເສ້ອຜ້າສະໃບຊົງລ້ວນເປັນທິບ ວິຈິດຫຼາຍ ເກີດຕາມບຸນຍະສົມພານ ທີ່ຕົນໄດ້ສ້າງໄວ້ໃນຄາວເປັນມະນຸດທັງນັ້ນ, ສ່ວນຈະອຸບັດຂຶ້ນ ນະ ສະຫວັນຊັ້ນໃດ ເປັນເທວະດາປະເພດໃດ ແລະຢູ່ໃນສະຖານະອັນໃດນັ້ນ ກໍຂຶ້ນກັບບຸນທີ່ຕົນເອງສ້າງສະສົມມາເມື່ອ ຄັ້ງຍັງເປັນມະນຸດ ເຊິ່ງໄດ້ມີກ່າວໄວ້ໃນພຣະໄຕຣປິດົກ ເຫຼັ້ມທີ 7 ເຮື່ອງ ທານະສູດ ສະຫຼຸບຫຍໍ້ໆ ດັ່ງນີ້:

1. ສະຫວັນຊັ້ນຈາຕຸມາຫາຣາຊິກາ ມີຈາກຫຼາຍສາເຫດ ຄື ເມື່ອຄັ້ງຍັງເປັນມະນຸດ ທໍາບຸນບໍ່ຄ່ອຍເປັນ ບໍ່ຮູ້ຫຼັກຂອງການທໍາບຸນ ແລະບໍ່ຄ່ອຍໄດ້ ສ້າງສະສົມບຸນເຫິງໆ ທໍາບຸນຄັ້ງໜຶ່ງ ເມື່ອທໍາກໍນ້ອຍ ຫຼືທໍາບຸນເອົາຄຸນ ບຸນທີ່ໄດ້ກໍບໍ່ບໍຣິສຸດ ບໍ່ສົມບູນ ບາບໃນຕົວກໍມີຢູ່ ແຕ່ວ່າບຸນຫຼາຍກວ່າ ເມື່ອລະໂລກໃຈນຶກເຖິງບຸນກ້ອນກໍໄປສະຫວັນຊັ້ນນີ້, ເຊິງຕັ້ງຢູ່ ນະຊາຍພູເຂົາສິເນຣຸ ສະຫວັນຊັ້ນນີ້ຈະມີຄວາມຫຼາກຫຼາຍທີ່ສຸດ ເພາະຢູ່ໃກ້ຊິດກັບພື້ນມະນຸດຫຼາຍກວ່າສະຫວັນຊັ້ນອື່ນໆ ແລະມີບາງສ່ວນທີ່ມີຢູ່ຊ້ອນກັບພູມມະນຸດ ທີ່ໄດ້ຊື່ສະຫວັນຊັ້ນຈ່ຕູມະຫາຣາຊິກາ ເພາະມີເທບຜູ້ເປັນໃຫຍ່ຄອງສະຫວັນຊັ້ນນີ້ຢູ່ 4 ທ່ານ ຄື ທະຕະຣະຖະ ປົກຄອງເທວະດາ 3 ພວກໄດ້ແກ່ ຄັນທັບພະ, ວິທະຍາກອນ(ພິດ ທະຍາທອນ) ກຸມພັນ, ທ້າວວິຣຸລຫົກ ປົກຄອງພວກຄຸດ, ທ້າວວິຣູປັກ ປົກຄອງນາກ, ທ້າວເວສສຸວັນ ປົກຄອງພວກຍັກ.

2. ສະຫວັນຊັ້ນຕາວະດິງ ຂຽນແບບບູຮານວ່າ ຕາວະດິງສ໌ ບາງຄັ້ງກໍວ່າ ຕາວະຕິງສ໌ ຄືເທວະດາຄັ້ງນີ້ ເມື່ອຄັ້ງເປັນມະນຸດ ທຳບຸນເພາະເຫັນວ່າ ເປັນສິ່ງທີ່ດີງາມ ເປັນສິ່ງທີ່ຄວນທໍາ ການກະທໍາແລ້ວກໍສັ່ງສົມບຸນ ສັ່ງສົມເທວະທັມ ມີຫີຣິ ໂອຕຕັບປະດ້ວຍ, ເມື່ອລະໂລກ ກໍຈະໄປເກີດໃນສະຫວັນຊັ້ນນີ້ ເຊິ່ງຕັ້ງຢູ່ໃນທີ່ໜ້າຕັດຂອງເຂົາພຣະສິເນຣຸ ທີ່ຊື່ວ່າດາວະດິງ ເພາະເປັນທີ່ຢູ່ຂອງເທພຜູ້ປົກຄອງພົບເຖິງ 33 ອົງ ໂດຍມີສົມເດັດຈອມອະມະຣິນທຣາທິຣາດ ຫຼືພຣະອິນ ເປັນປະທານ ແລະທີ່ສຳຄັນມີພຣະທາດຈຸລະມະນີ ເຊິ່ງທຸກວັນສີຍ ເທວະດາຈະມາປະ ຊຸມກັນທີ່ສຸທັມມາເທວະສະະພາ ເພື່ອຮັບຟັງໂອວາດຈາກທ້າວສັກກະ(ຊື່ພຣະອິນອີກຊື່ໜຶ່ງ).

3. ສະຫວັນຊັ້ນຍາມາ ເທວະດາທີ່ເກີດສະຫວັນຊັນຍາມາ ຄື ເມື່ອຄັ້ງເປັນມະນຸດ ທໍາເພາະຢາກສືບທອດ ແລະຮັກສາປະເພນີແຫ່ງຄວາມດີງາມ ນັ້ນໄວ້ ທໍານອງວ່າ ວົງຕະກູນສ້າງສົມຄວາມດີຢ່າງໃດ ກໍຢາກຈະຮັກສາປະເພນີນີ້ໄວ້ ຫຼືຜູ້ຫຼັກຜູ້ໃຫຍ່ສອນຢ່າງໃດ ບັນພະບູຣຸດທຳມາ ຢ່າງໃດກໍທຳຢ່າງນັ້ນ ທຳກັນໄປຕາມທຳນຽມ ເຊັ່ນ ເຫັນປູ່ ເຫັນຍ່າສ້າງສິມ ບໍາຣຸງວັນ ສ້່ງພຣະພຸດທະຮູບ ກໍທຳຕາມນັ້ນດ້ວຍ ຫຼືພຣະພິກຂຸ ທີ່ຮັກສາພຸດທະສາສນາເອົາໄວ້ ຕາມທຳນຽມປະຕິບັດ ທີ່ພຣະຕ້ອງມີໜ້າທີ່ຮັກສາພຣະພຸດທະສາສນາ ເມື່ອລະໂລກແລ້ວ ສ່ວນໃຫຍ່ຈະໄປ ບັງເກີດບົນສະຫວັນັ້ນນີ້ ເຊິ່ງຕັ້ງຢູ່ສູງຈາກຊັ້ນດາວະດິງ ຫຼືຕາວະຕິງຂຶ້ນໄປ.

4. ສະຫວັນຊັ້ນດຸສິດ ຫຼືເວົ້າ ແລະຂຽນວ່າ ຕາວະຕິງ ເທວະດາຊັ້ນນີ້ ເມື່ອຄັ້ງເປັນມະນຸດ ທຳບຸນເພື່ອປາຖະໜາສົງເຄາະໂລກ ປາຖະໜາໃຫ້ຊາວໂລກມີຄວາມສຸກ ມີຄວາມຄິດທີ່ຍິ່ງໃຫຍ່ບໍ່ແມ່ນເພື່ອຕົນເອງຢ່າງດຽວ ແຕ່ເປັນການເພື່ອສົງເຄາະໂລກ ເພື່ອມະນຸດ ແລະສັບ ພະສັດທັງຫຼາຍດ້ວຍ ເມື່ອລະໂລກແລ້ວ ກໍຈະໄປເກີດທີ່ສະຫວັນຊັ້ນນີ້ ເຊິ່ງຕັ້ງຢູ່ສູງຖັດໄປຈາກສະຫວັນຊັ້ນຍາມາຂຶ້ນໄປ.

5. ສະຫວັນຊັ້ນນິມມານະຣະດີ ຫຼືຣະຕີ ເທວະດາຊັ້ນນີ້ ເມື່ອຄັ້ງເປັນມະນຸດ ເຫັນຜູ້ອື່ນທໍາບຸນແລ້ວໄດ້ຮັບ ການຍົກຍ້ອງ ສົ່ງເສີມ ຈຶ່ງຢາກເຮັດບຸນນັ້ນດ້ວຍ ແລະເມື່ອລະໂລກໄປແລ້ວ ຈະໄປບັງເກີດບົນສະຫວັນຊັ້ນນີ້ ເຊິ່ງຕັ້ງຢູ່ສູງຈາກສະຫວັນຊັ້ນດຸສິດຂຶ້ນໄປ.

6. ສະຫວັນຊັ້ນປະຣະນິມມິຕະສະວັຕດີ ຫຼືສະວັຕຕີ ຄື ເມື່ອຄັ້ງເປັນມະນຸດ ທໍາບຸນດ້ວຍຄວາມເຫຼື້ອມໃາ ເຄົາຣົບໃນທານ ທໍາແລ້ວມີຄາມຮູ້ສຶກ ປາບປື້ມ ລື່ນເລີງບັນເທີງໃຈໃນການທໍາບຸນນັ້ນ ເມື່ອລະໂລກແລ້ວຈະບັງເກີດບົນສະຫວັນຊັ້ນນີ້ ເຊິ່ງຕັ້ງຢູ່ສູງຈາກສະຫວັນຊັ້ນນິມມານະຣະດີ ຂຶ້ນໄປ.

ໂມທະນາສ້າງສິມ ວັດຫາງດອນຂະເໝົາ

- ທ້າວຄັດທະຈັນ - ນາງບົວແກ້ວ ຫຼອມນຈັທະລາ ບ້ານສີສັງວອນ ເມືອງໄຊເສດຖາ ນະຄອນຫຼວງວຽງຂຈັນ 2.500.000 ກີບ(04|06|2011)

ພຣະພຸດທະອົງ ພາພຣະນັນທະ ໄປຢ້ຽມຊົມ ເມືອງສະຫວັນ

- ຫຼັງຈາກພຣະພຸດທະອົງສັນພັດຕາກິດ ທີ່ພຣະຣາຊະວັງຂອງພຣະຣາຊະວັງ ໃນງາມອະພິເສກສົມຣົດຂອງເຈົ້າຊາຍນັນທະ ພຣະອະນຸຊາ(ນ້ອງຊາຍ)ເສັດພຣະອົງກໍລຸກຈາກທີ່ສັນກັບຍັງທີ່ພໍານັກ ໃນຊາຍປ່າເມືອງຣາຊະຄືຫະນະຄອນ ເຈົ້າຊາຍນັນທະຮັບບາດ ຈາກພຣະອົງສະເດັດຕາມໄປສົ່ງພຣະພຸດທະອົງ ເຈົ້າຍິງຄູ່ສົມຣົກຮ້ອງສັ່ງວ່າ ເມື່ອໄປສົ່ງພຣະອົງແລ້ວໃຫ້ຮີບກັບ, ເມື່ອພຣະພຸດທະອົງ ອອກຈາກວັງແລ້ວ ພຣະອົງກໍບໍ່ໄດ້ຮັບບາດຈາກເຈົ້າຊາຍນັນທະເລີຍ ດ້ວຍຄວາມເກງພຣະໄທ ເຈົ້າຊາຍນັນທະກໍ່ໄດ້ເຕືອນພຣະພຸດທະອົງ ນຶກວ່າຫວິດປະຕູວຽງແລ້ວ ພຣະອົງຈະຮັບບາດ ເຈົ້າຊາຍນັນທະກໍຫອບບາດຕາມພຣະອົງໄປສົ່ງພຣະພຸດທະອົງຈົນເຖິງວັດ.
- ພໍເຖິງວັດ ພຣະພຸດທະເຈົ້າກໍປະທັບນັ່ງເຈົ້າຊາຍນັນທະ ກໍນໍາບາດໄປປະເຄນໃຫ້ພຣະພຸດທະອົງ ຂະນະທີ່ເຈົ້າຊາຍນັນທະປະເຄນບາດນັ້ນ ພຣະພຸດທະເຈົ້າກໍຕັດແກ່ເຈົ້າຊາຍນັນທະວ່າ ນັນທະທ່ານຈະບວດບໍ ? ເຈົ້າຊາຍນັນທະເມື່ອໄດ້ຟັງພຣະດໍາຣັດແລ້ວ ກໍເກງພຣະໄທພຣະ ພຸດທະອົງ ກໍຕອບພຣະອົງວ່າວ່າ "ບວດ" ພຣະພຸດທະອົງກໍຈັດການບວດໃຫ້ເຈົ້າຊາຍນັນທະດ້ວຍເອຫິພິກຂຸອຸປະສັມປະທາ ໃນວັນທີ 5 ນັບແຕ່ວັນທີ່ພຣະພຸດທະເຈົ້າສະເດັດເຖິງເມືອງກະວິລະພັດເປັນຄັ້ງແຮກ, ແລະວັນນັ້ນ ພຣະອົງກໍໄປໃນງານອະພິເສກສົມຣົດເຈົ້າສາຍສະກຸນ ສາກະຍະ ທີ່ຊື່ວ່າ "ນັນທະ" ກັບເຈົ້າຍິງສາວສວຍ ທີ່ມີຊື່ວ່່າ "ຊະນະບົດກັລຍານີ".
- ເຈົ້າຊາຍນັນທະນັ້ນ ເປັນພຣະອະນຸຊາຂອງພຣະອົງເອງ ແຕ່ເປັນພຣະອະນຸຊາຕ່າງມານດາ ຄື ມີພຣະບິດາດຽວກັນ ຄືພຣະເຈົ້າສຸດໂທທະນະ, ກ່າວຄື ພາຍຫຼັງທີ່ພຣະພຣະມານດາຂອງພຣະພຸດທເຈົ້າ ຄື ພຣະນາງສີຣິມະຫາມາຍາ ສິ້່ນພຣະຊົນ ຕັ້ງແຕ່ພຣະອົງ ມີພຣະຊົນໄດ້ 7 ວັນແລ້ວນັ້ນ, ພຣະເຈົ້າສຸດໂທທະນະຊົງໄດ້ຂໍພຣະນາງປະຊາບໍດີໂຄຕະມີ ຜູ້ເປັນນ້ອງສາວຂອງພຣະນາງ ສີຣິມະຫາມາຍາມາເປັນພຣະຊາຍາດ ເຈົ້າຊາຍນັນທະຈຶ່ງເກີດຈາກພຣະນາງປະຊາບໍດີຜູ້ເປັນພຣະແມ່ນ້າຂອງພຣະພຸດທະເຈົ້າ.
- ເມື່ອພຣະພຸດທະເຈົ້າອອກບວດແລ້ວ ຣັຊະທາຍາດຂອງພຣະເຈົ້າສຸດໂທທະນະ ຜູ້ທີ່ຈະສືບຕໍ່ຄອງພຣະຣາຊະບັນລັງຈຶ່ງຕົກເປັນພາລະຂອງ ເຈົ້າຊາຍນັນທະ ພຣະເຈົ້າສຸດໂທທະນະຊົງໝັ້ນໝາຍພຣະໄທໄວ້ວ່າ ເມື່ອເຈົ້າຊາຍນັນທະໄດ້ອະພິເສກສົມລົດແລ້ວ ຈະໄດ້ອະພິເສກໃຫ້ຂຶ້ນຄອງ ຣາດແທນພຣະອົງ.
- ໃນວັນວິວາຫະມຸງຄຸນນັ້ນ ພຣະພຸດທະເຈົ້າຊົງໄດ້ຮັບສະເດັດຕາມຄໍາທູນອາຣາດທະນາຂອງພຣະຣາຊະບິດາ, ເມື່ອຊົງສັນພັດຕາກິດສໍາເຣັດ ແລ້ວ ພຣະອົງໄດ້ຊົງມອບບສດຂອງພຣະອົງແກ່ເຈົ້າຊາຍນັນທະ ເຈົ້າຊາຍນັນທະໄດ້ຊົງຖືບາດສະເດັດຕາມພຣະອົງ ແລະຊົງດໍາຣະວ່າ ເມື່ອເຖິງປະຕູພຣະຣາຊະນິເວດ ພຣະພຸດທະເຈົ້າຄົງຈະຮັບບາດຄືນຈາກຕົນ ແຕ່ເມື່ອໄປເຖິງທີ່ນັ້ນພຣະອົງກໍບໍ່ໄດ້ຮັບບາດຈາກຕົນເລີຍ, ຄັນຈະມອບາດກໍບໍ່ກ້າ ເພາະເກງພຣະໄທເພາະເປັນພຣະເຊດຖາ ເຈົ້າຊາຍນັນທະກໍອຸ້ມບາດໄປສົ່ງພຣະພຸດທະເຈົ້າຈົນເຖິງພຣະອາຣາມ ທີ່ປະທັບ ພຣະຸດທະເຈົ້າຊົງຫັນມາຖາມເຈົາຊາຍນັນທະອະນຸຊາວ່າ "ບວດບໍ ?"
- ເຈົ້າຊາຍນັນທະ ຈະປະຕິເສດກໍເກັງພຣະໄທພຣະເຊດຖາ "ບວດຂ້ານ້ອຍ".
- ເຈົ້າຊາຍນັນທະ ບໍ່ໄດ້ໄດ້ຍອມບວດດ້ວຍນໍ້າໃນໃຈຈິງ ເພາະກໍາລັງຈະແຕ່ງງານ, ແຕ່ການຮັບບວດ ກໍເພາະເກງພຣະໄທ, ທັງໆທີ່ຕອນຈະນໍາ ບາດມາສົ່ງພຣະພຸດທະເຈົ້ານັ້ນ, ເຈົ້າຍິງຊະນະບົດກັນລະຍານີ ຜູ້ເປັນເຈົ້າຍິງຄູ່ສົມຣົດ ຍັງຮ້ອງຮຽກສັ່ງຕາມມາວ່າ "ເຈົ້າພີ່ໄປແລ້ວຈົ່ງຮີບສະ ເດັດຫັບ" ແຕ່ທີ່ຕ້ອງລັ່ນພຣະວາຈາບວດ ກໍເພາະເກງພຣະໄທພຣະພຸດທະເຈົ້າຕາມທີ່ກ່າວແລ້ວ.
(ພາບຈິນຕະນາການ ຈາກຊ່າງແຕ້ມ)
ພຣະນັນທະໄປທ່ຽວຊົມນາງຟ້າ ເທິງສະຫວັນ.
- ພຣະນັນທະເມື່ອບວດແລ້ວ ຈຶ່ງມີຄວາມໂສກເສົ້າຫງ່ວມເຫງົາ, ດ້ວຍເຫດນີ້ ພຣະສົງອື່ນໆຈຶ່ງນໍາເລື່ອງຂຶ້ນທູນຖວາຍພຣະພຸດທະເຈົ້າ ແລະພຣະພຸດທະເຈົ້າຄິດຈະພາ ພຣະນັນທະໄປທ່ຽວຊົມເມືອງສະຫວັນ ເພື່ອໃຫ້ຫາຍໂສກ ພຣະນັນທະບໍ່ມີເວລາປະຕິບັດກິດສົງ ມີແຕ່ຈະລາ ສິກຂາພຽງຢ່າງດຽວ ເພາະຄິດເຖິງເຈົ້າສາວ ພຣະພຸດທະເຈົ້າຈຶ່ງໄດ້ພາພຣະນັນທະໄປທ່ຽວສະຫວັນ, ໃນລະຫວ່າງທາງພຣະພຸດທະເຈົ້າຊີ້ໃຫ້
ພຣະນັນທະເບິ່ງນາງລິງໂຕໜຶ່ງ ຫູຂາດ ແລະໂຕດຳມິດໝີ່ ນັ່ງຢູ່ທີ່ຕໍໄມ້ທີ່ໃໝ້ໄຟດຳ ແລ້ວຈຶ່ງໄປເຖິງສະຫວັນ, ພຣະພຸດທະເຈົ້າຊີ້ໃຫ້ພຣະນັນທະເບິ່ງນາງສະຫວັນ ທີ່ມີແຕ່ຜູ້ຍິງງາມໆ ຫາຍິງໃດໃນເມືອງມະນຸດປຽບບໍ່ໄດ້ ພຣະພຸດທະເຈົ້າໄດ້ຖາມພຣະນັນທະວ່າ ນາງຟ້າເຫຼົ່ານັ້ນກັບເຈົ້າສາວຜູ້ທີ່ຈະແຕ່ງານດ້ວຍນັ້ນ ເປັນເຊັ່ນໃດ ພຣະນັນທະກໍຕອບວ່າທຽບກັນບໍ່ໄດ້ເລີຍ, ເຈົ້າສາວທີ່ຈະແຕ່ງນັ້ນກໍປຽບກັບລິງໂຕທີ່ເຫັນມາກ່ອນນັ້ນ.