Friday, 10 June 2011

ວິທີສົມມາພໍ່ແມ່

ວິທີສົມມາພໍ່ແມ່
(ເຮັດໃນວັນເກີດຂອງຕົນເອງ, ວັນປີໃໝ່, ວັນເຂົ້າພັນສາ, ວັນອອກພັນສາ,
ຖືຂັນຫ້າ ຂາບລົງ 3 ຫົນ ແລ້ວກ່າວເປັນພາສາປາລີຈັ່ງຊີ້


ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.
ທຸຕິ ຍັມປິ ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.
ຕະຕິ ຍັມປິ ມາຕາປິຕຸ ອຸປາຖານັງ ປະມາເທນະ ທວາລະຕະເຍ ນະກະກັງ ອະຕິຕັງ ເມ ໂທສັງ ອະນາຄະຕັງ ເມ ໂທສັງ ຍັງຍັງໂທສັງ ສັບພັງໂທສັງ ຂະມະຕຸໂນ ພັນເຕ.

ແລ້ວກ່າວເປັນພາສາລາວຕໍ່
ກາຍຍະ ກັມສາມ ວາຈີກັມສີ່ ມະໂນກັມສາມ ບາບເພາະໂລໂພ ບາບເພາະໂທໂສ ບາບເພາະບູຣານະກັມ ບາບເພາະເວລານະກັມ ບາບເພາະປັຈຈຸບັນນະກັມ ບາບເພາະໄດ້ສະລັ້ງພັ້ງພາດຫຼົງຜິດ ດ້ວຍກາຍກໍດີ ດ້ວຍວາຈາກໍດີ ດ້ວຍໃຈກໍດີ ທັງຕໍ່ໜ້າ ແລະລັບຫຼັງກໍດີ ທີ່ລູກໄດ້ກະທຳຕໍ່ພໍ່ແມ່ ຂໍພໍໃຫ້ລະງັບດັບຫາຍ ຈາກທາດ ຈາກຂັນ ຈາກອົງຄະ ອະໄວຍະວະ ຂອງຂ້ານ້ອຍດ້ວຍເທີ້ນ.

ຕໍ່ໄປພໍ່ແມ່ຮັບຄຳຄາຣະວະ
“ອະຫັງ ຂະມາມິ ຕະຍາປິ ເມ ຂະມິຕັບພັງ”
ພໍ່ ຫຼືແມ່ໃຫ້ພອນລູກດ້ວຍພາສາລາວ ເຊິ່ງເວົ້າເຖິງການອະໄພໂທດ ບໍ່ໃຫ້ບາບກັມ ແລະເວົ້າໃນລັກສະນະໃຫ້ບຸນ ແລະຈະເຣີນຣຸງເຮືອງ
“ແລ້ວກຈົບພິທີກໍເລີກ”

ນິທານແກ້ງຂົດຄູ້ (ຕອນທີ່ ໔)

ຄຶດເຖິງເມຍລູກເຕົ້າ ຫຼາຍວັນໄດ້ພັດພາກ
ປານນີ້ເມຍລູກນັ້ນ ຊິເນົາຢັ້ງຢູ່ຈັງໃດ ເດນໍ
* ແລ້ວເລົ່າເລີຍລ່ວງເຂົ້າ ເຂດຖິ່ນເມືອງຕົນ
ລາວນັ້ນດີໃຈຫຼາຍ ໄດ້ຕ່າວຫວນຄືນບ້ານ
ນາຍພານເຈົ້າ ເຊົາແຮງພັກຜ່ອນ
ຍາມເມື່ອຄາຍເມື່ອຍຮ້ອນ ຄາວນ້ອຍກໍດຸ່ງໄປ
* ບໍ່ໄດ້ດົນນານຊໍ້າ ເຖິງຖິ່ນເຮືອນຕົນ
ທັງພີ່ນ້ອງລູກເມຍ ແລ່ນມາຊູຊ້ວນ
ລາວກໍປົງຫາບຊີ້ນ ປົດທະນູລົງບ່າ
ກັບທັງພ້າອີ່ໂຕ້ ວາງໄວ້ບ່ອນເດີມ ຫັ້ນນາ
* ອັນວ່າຊາວພີ່ນ້ອງ ກໍຊົມຊື່ນແຊວໆ
ພາກັນມາເປັນແຖວ ທາບທາມພານເຈົ້າ
ລາວກໍຍິນດີດ້ວຍ ຢາຍປັນຊີ້ນຕ່ອນ
ຜູ້ລະຕ່ອນສອງຕ່ອນໃຫ້ລ້າ ບໍ່ມີເວົ້າວ່າຂາຍ ວ່ານາ
* ສ່ວນວ່າຊາວພີ່ນ້ອງ ກໍ້າຝ່າຍຫຼວງພະບາງ
ຊີ້ນໜັງປັນໃຫ້ພໍ ຫໍ່ສົ້ມຢາຍໄປພ້ອມ
ກໍຫາກບໍລະບວນແລ້ວ ນາຍພານເດີນປ່າ
ຄັນເມື່ອມາຮອດບ້ານ ຕົນແລ້ວສວ່າງມະໂນ ເຈົ້າເອີຍ
* ກ່າວຊໍ້າອີກພີ່ນ້ອງ ກຸງເກົ່າຫຼວງພະບາງ
ເຂືອຫາກດີໃຈຫຼາຍ ຟ້າວຄືນເມືອບ້ານ
ພາກັນໄຂຫໍ່ສົ້ມ ຊີມລອງສົ້ມພັດໂອ່
ສົ້ມຄວາຍໂອ່ແທ້ໆ ຊິເຈັບທ້ອງບໍ່ກິນ ແມ້ນາ
("ໂອ່" ໝາຍເຖິງ "ສຸ" ຈົນນ້ອຍ ຈົນກິນບໍ່ໄດ້. ຈັ່ງຊັ້ນໃນການປາກເວົ້າຂອງຊາວຫຼວງພະບາງລົງທ້າຍຈຶ່ງວ່າໂອ່ ຕົວຢ່າງ: ໄປແທ້ໂອ່, ຂອງຂ້ອຍແທ້ໂອ່. ມາແຕ່ປາງນັ້ນ ປັດຈຸບັນກໍຍັງມີສໍານຽງລົງລົງທ້າຍວ່າ "ໂອ່" ສືບຕໍ່ມາທຸກວັນນີ້)
* ຂໍຢຸດເຊົາພັກໄວ້ ຄວາຍເງິນເທົ່ານີ້ກ່ອນ
ໃນບັ້ນຕອນຕໍ່ໜ້າ ຊິຈົງເວົ້າແຕ່ເລື່ອງພານ ທ່ານເອີຍ
ຫຼັງຈາກນາຍພານຈື່ງຂື່ງດັງແດງສໍາເລັດໃນການໄປເຊີດເນື້ອຊອກຍິງໄດ້ຄວາຍເງິນຕາມຈຸດປະສົງ ຂອງລາວ ແລະ ໄດ້ຕ່າວກັບຄືນມາເຖິງບ້ານເຮືອນແລ້ວ:
* ພານຍັງຄຶດບໍ່ແລ້ວ ຫງໍາເງືອດຢູ່ໃນໃຈ
ວ່າຊິໄປຂົນຫີນ ອັດປ່ອງທາງເຮືອຄ້າ
ເມື່ອຕົກລົງໃຈໄດ້ ກໍລາເມຍເອີ້ນສັ່ງ
ລາລູກເຕົ້າພີ່ນ້ອງ ວັນໜ້າຊິດຸ່ງໄປ
* ລູກເມຍໄດ້ວ່າຫ້າມ ລາວຄຽດບໍ່ມີຟັງ
ວ່າຈະບໍ່ຖອຍຫຼັງ ມີແຕ່ທາງເດີນໜ້າ
ເມື່ອໄດ້ຍາມດີແລ້ວ ກໍລົງເຮືອນຟ້າວຝັ່ງ
ບໍ່ໄດ້ລໍເລົ່າລັ້ງ ເຖິງເທົ້າບ່ອນໝາຍ ຫັ້ນນາ
* ພານກໍຮີບເຮັ່ງຮ້ອນ ຫາບຫີນໃຫຍ່ເທລົງ
ຫຼຸຫຼັ່ງຕັນບ່ອນຮອມ ປອງທຽວເຮືອຄ້າ
ຖອກລົງຫຍັບໄປໃກ້ ຊິຈອດໄທເຖິງຝັ່ງ
ໜາມກ່າມໄດ້ທັ່ງຟື້ນ ປັກເທົ້າສຽບແທງ ເຈົ້າແລ້ວ
* ລາວກໍຄຶດໄຄ່ໄດ້ ເຂັມບົ່ງອອກຍັງໜາມ
ເຂັມກໍເລີຍເລົ່າເສຍ ຫຼູດມືລົງນໍ້າ
ລາວກໍຄວາເຄຍຄົ້ນ ງັດໂງນຫີນໂງ່ນ
ບໍ່ມີທາງຊິພໍ້ ຈົມປິ້ງບໍ່ຟູ ແທ້ນາ
(ຈຶ່ງໃສ່ຊື່ບ່ອນນັ້ນວ່າ: "ຕົກເຂັມ ຫຼື ຄອນເຂັມ" ກໍວ່າສືບຕໍ່ມາທຸກວັນນີ້, ບ່ອນບົ່ງໜາມເຂັມຕົກນໍ້າຢູ່ຕິດໂນນພູນ້ອຍຝັ່ງເບື້ອງລາວ)
* ອັນວ່າຈື່ງຂື່ງເຈົ້າ ພານໃຫຍ່ດັງແດງ
ມີພະລັງແຂງແຮງ ຫາບແບກຫີນຕັນແກ້ງ
ທັງໄລ່ຍິງນໍາຂ້າ ຄວາຍເງິນປົບແລ່ນ
ຍິງຕາຍດັບຊີບແລ້ວ ພານເຈົ້າຈິ່ງຄ່ອຍເຊົາ
* ເລີຍເລົ່າຮ້ອນຮອດໄທ້ ເທວະດາອິນທາ
ຫີນສີລາເລີຍແຂງ ໝອກບໍ່ລົງລົມຄ້າງ
ແດນສະຫວັນເມືອງຟ້າ ສຸກສໍາລານເລີດຍິ່ງ
ເມືອງມະນຸດເກີດເດືອດຮ້ອນ ພະອິນເຈົ້າແຕ່ງລົງ
(ພະຍາອິນຫຼິງເຫັນກໍຮໍ່າຮອນວ່າ: ຫາກຈະປ່ອຍໃຫ້ຈື່ງຂື່ງດັງແດງອັດຕັນແກ້ງຈົນສໍາເລັດກໍຈະເກີດ ນໍ້າຖ້ວມບ້ານຖ້ວມເມືອງ, ເຮືອແພນາວາຈະທຽວຂຶ້ນ-ລ່ອງໄປມາບໍ່ໄດ້, ປະຊາກອນຈະເກີດເດືອດຮ້ອນຈຶ່ງຕັດສັ່ງໃຫ້ເທພະບຸດຕົນໜຶ່ງລົງມາເພື່ອແກ້ໄຂບັນຫາ, ວ່າແລ້ວເທພະບຸດຕົນນັ້ນກໍໄດ້ລົງມາແປງເພດເປັນຈົວນ້ອຍເຂົ້າໄປຫາຈື່ງຂື່ງດັງແດງທີ່ນັ່ງພັກຜ່ອນຢູ່ໂງ່ນຫີນ ຫຼັງຈາກລາວໄດ້ບົ່ງໜາມປັກອອກແລ້ວ.
ຈົວນ້ອຍໄດ້ຖາມເຖິງເລື່ອງລາວຕ່າງໆທີ່ພາໃຫ້ອັດຕັນແກ້ງ, ຈື່ງຂື່ງດັງແດງກໍເລົ່າຄວາມຈິງສູ່ຈົວ
ນ້ອຍຟັງທຸກຢ່າງ ເມື່ອໄດ້ຊາບລາຍລະອຽດແລ້ວຈົວນ້ອຍກໍເອີ່ຍສຽງຂຶ້ນເປັນສໍານຽງອັນອ່ອນນວນຊວນຟັງວ່າ: ພໍ່ອອກແບກຫີນເທື່ອລະກ້ອນ ແລະ ໃຊ້ໄມ້ຍຸງໄມ້ຍາງເປັນໄມ້ຄານຫາບເອົາມັນກໍຕື່ມໜັກ ບໍ່ໄດ້ຫີນຫຼາຍ ຖ້າຢາກໃຫ້ແລ້ວໄວຄວນເອົາໄມ້ເຮ້ຍຫຼາຍໆລໍາມາມັດຕິດຕໍ່ກັນເຮັດເປັນກ້ວນເປັນໄມ້ຄານຫາບເອົາມັນຈຶ່ງບໍ່ໜັກທັງໄດ້ຫີນຫຼາຍຕັນແກ້ງຈິ່ງຈະແລ້ວໄວ ເມື່ອໄດ້ຍິນຈົວນ້ອຍກ່າວເຊັ່ນນັ້ນຈື່ງຂື່ງດັງແດງບໍ່ພິຈາລະນາຖ້ວນຖີ່ຫຼົງເຊື່ອຄໍາຈົວນ້ອຍກໍຕົກລົງໃຈທັນທີເຮັດຕາມທີ່ຈົວນ້ອຍໄດ້ແນະນໍາທຸກຢ່າງ.
* ຈາກນັ້ນ ລາວກໍກັບຕ່າວບ້ານ ຟ້າວຝັ່ງເມືອເຮືອນ
ເມື່ອໄດ້ເຖິງເຮືອນຫໍ ບໍ່ໄດ້ດົນນານຊ້າ
ລາວກໍກຽມເອົາໄດ້ ອຸປະກອນຂວານສີ່ວ
ແລ້ວກໍລີວອອກບ້ານ ອຸປະກອນຂວານສີ່ວ
(ລາວບ່ອງຜາສໍາເລັດໜ່ວຍໜຶ່ງ ຢູ່ມໍ່ບ້ານຂອງລາວຍັງອີກໜ່ວຍທີສອງເພື່ອເປັນຄູ່ຫາບຊາກັນແຕ່ບໍ່ທັນໄດ້ບ່ອງຍ້ອນຟ້າວຢາກໃຫ້ແລ້ວໄວໆ ລາວກໍໄປຕັດເອົາໄມ້ເຮ້ຍຢ່າງຫຼວງຫຼາຍມາມັດຕິດຕໍ່ກັນເຮັດເປັນກ້ວນໃຫຍ່ຍາວ ແລ້ວຍົກສອດໃສ່ຜາໜ່ວຍທີ່ລາວບ່ອງໄວ້ນັ້ນ ອີກສົ້ນໜຶ່ງກໍເອົາມັດຕິດໃສ່ຜາໜ່ວຍທີສອງທີ່ບໍ່ທັນໄດ້ບ່ອງມັດຮັດແໜ້ນໆຈົນຄັກແນ່ໃນໃຈ ພັກເມື່ອຍເຊົາແຮງຢູ່ຄາວໜຶ່ງລາວກໍໂຍບນັ່ງລົງເອົາໄມ້ຄານແປະໃສ່ບ່າຮຶດຂຶ້ນຢ່າງແຮງດ້ວຍນໍ້າໜັກຂອງຫີນຜາອັນມະຫາສານນັ້ນ)
* ເຮັດໃຫ້ຄານໄມ້ເຮ້ຍ ຫັກທົບບາດຄໍຕາຍ
ພານກໍດັບຊີວາຍ ຢູ່ຫວ່າງຜາຕາຄ້າງ
ຈື່ງຂື່ງມໍລະນາມ້ຽນ ບໍ່ວຽນຄືນກັບຕ່າວ
ຕາຍນັ່ງຂົດຂີ້ຄູ້ ຍ້ອນກໍາຕ້ອງແລ່ນທັນ ຫັ້ນແລ້ວ
* ຈື່ງຂື່ງຕາຍຂົດຄູ້ ຍ້ອນເຂື່ອນແກ້ງຄູນຫີນ
ພະຍາອິນຫຼິງເຫັນ ໃສ່ກໍາພານເຈົ້າ
ເລີຍເລົ່າມີນາມແຈ້ງ ຄົນໂບຮານໄດ້ລືຊື່
ແກ້ງຂົດຄູ້ວ່າໄວ້ ປາງນັ້ນກ່າວມາ ທ່ານເອີຍ
(ຜາໜ່ວຍທີໜຶ່ງ ທີ່ນາຍພານຈື່ງຂື່ງໄດ້ບ່ອງນັ້ນເອີ້ນວ່າ: "ຜາບ່ອງ" ຍັງມີຮ່ອງຮອຍເຈາະບ່ອງ
ຊອດເປັນຮູ, ຜາໜ່ວຍທີສອງ ທີ່ລາວເອົາຄານກ້ວນໄມ້ເຮ້ຍມັດຕິດນັ້ນເອີ້ນວ່າ: "ຜາເຫຼື້ອງ" ກໍຍັງມີຮ່ອງຮອຍເປັນລັກສະນະຜານັ້ນເຫຼື້ອງ (ງ່ຽງໜ້ອຍໜຶ່ງ) ຕໍ່ມາເອີ້ນວ່າ: "ຜາເລືອງ" ຜາທັງສອງໜ່ວຍນີ້ຢູ່ດິນແດນເມືອງເຟືອງ + ຫີນເຫີບ ແຂວງວຽງຈັນ) ອັນວ່າຄາເມບ້ານປະຊາກອນຕັ້ງຢູ່ນັ້ນກໍຍັງເອີນວ່າ: "ບ້ານຜາບ່ອງ + ຜາເລືອງ" ມາເຖິງເທົ້າທຸກວັນນີ້.
* ຈື່ງຂື່ງຕາຍຂົດຄູ້ ໄມ້ເຮ້ຍບາດເຕັງຄໍ
ກໍເພາະເວນລາວທໍາ ບາບກໍາມີໄວ້
ກໍາຈຶ່ງມານໍາຕ້ອງ ສະໜອງທັນຮ່ວມຊາດ
ບໍ່ລໍໄວ້ຊາດໜ້າ ບໍ່ຄອຍຖ້າຊາດຊິມາ
* ກໍາໜຶ່ງ ລາວເຂັ່ນຂ້າ ຕິດຕາມໄລ່ຄວາຍເງິນ
ແມ່ນຊິເດີນໄປໃສ ກໍໄຕ່ຕາມຈົນໄດ້
ຄວາຍຜ່ານຕາຍວຽນຂຶ້ນ ພູຊັນກໍນໍາໄລ່
ຍິງຕາຍດັບຊີບແລ້ວ ກໍາຕ້ອງແລ່ນທັນ ເຈົ້າເອີຍ
* ກໍາສອງ ອັດຕັນແກ້ງ ຫວັງບໍ່ໃຫ້ເຮືອທຽວ
ເສຍປະໂຫຍດໜ້ອຍດຽວ ບໍ່ຄວນທໍາລົງໄດ້
ກໍາໄດ້ມາຕາມຕ້ອງ ເວນທັນຈູງຈ່ອງ
ອິດສາພວກພີ່ນ້ອງ ພະອິນເຈົ້າໃສ່ກໍາ ວ່ານາ
* ອັນວ່າກໍາເວນນັ້ນ ມັນບໍ່ໄດ້ທໍາລາຍ
ບໍ່ສ້າງຄວາມຈິບຫາຍ ແກ່ຜູ້ໃດທັງນັ້ນ
ຕັ້ງຫາກແມ່ນຄົນສ້າງ ເຮັດເອົາຫາໃສ່
ຜູ້ທີ່ໃຈຄົດລ້ຽວ ຄົນນັ້ນໄດ້ເຮັດເອົາ
* ຄືດັ່ງໂຄດົມເຈົ້າ ສອນສັ່ງທໍາມະທານ
ຜູ້ທໍາບຸນໄດ້ບຸນ ຜູ້ທໍາບາບໄດ້ບາບ
ຜູ້ທໍາບຸນໆສົ່ງຍູ້ ຜູ້ທໍາບາບກໍາຈ່ອງໄວ້
ບຸນບາບມີແທ້ໆ ບໍ່ແປປີ້ນປ່ຽນໄປ ແທ້ເນີ

* ແກ້ງຂົດຄູ້: ເມື່ອເຖິງລະດູແລ້ງຫີນແກ້ງພົ້ນຂຶ້ນ, ຊາວເມືອງຊະນະຄາມສ່ວນຫຼາຍແມ່ນຊາວບ້ານ ປາກມີ້ ແລະ ບ້ານໃກ້ຄຽງທັງສອງຟາກຝັ່ງແມ່ນໍ້າຂອງໄດ້ພາກັນລົງຫາປາ: ຄວ່າງແຫ, ຕັກກະຕ໋ອງ, ກາງໂຕ່ງ, ໄຫຼມອງ ແລະ ອື່ນໆ ຢູ່ແກ້ງເປັນໝູ່ເປັນຝູງແຕ່ລະມື້ບໍ່ມີຂາດ, ຄືນັບແຕ່ເດືອນ 3 ເຖິງເດືອນ 6 ລາວທຸກໆປີ ເຊິ່ງເປັນອາຊີບເສີມອີກຢ່າງໜຶ່ງຂອງຊາວບ້ານໃນແຖບນັ້ນ ຖ້າຢາກກິນປາສົດຕອນບ່າຍແລງແສງອ່ອນກໍຂີ່ເຮືອນ້ອຍໄປທີ່ແກ້ງກໍຈະສົມປະສົງຂອງທ່ານ.
ເມື່ອເຖິງເດືອນເມສາປີໃໝ່ກຸດສົງການ ຊາວເມືອງຊະນະຄາມ ອໍາເພີຊຽງຄານ, ຍິງຊາຍ ບ່າວສາວທັງສອງຟາກຝັ່ງກໍພາກັນຫຼັ່ງໄຫຼລົງຫຼິ້ນນໍ້າທ່ຽວຊົມແກ້ງຢ່າງເປັນຂະບວນຟົດຟື້ນ, ມີມະໂຫລະສົບຄົບ ງັນດັງກຶກກ້ອງຄຶກຄື້ນໃນຍາມກາງເວັນ ແລະ ສ່ວນຫຼາຍການຄົບງັນນີ້ມີຢູ່ເບື້ອງຝັ່ງປະເທດໄທ ແລະ ຍັງມີປະຊາຊົນມາຈາກຖິ່ນອື່ນ ຕ່າງເມືອງ, ຕ່າງແຂວງ ທັງລາວ ແລະ ໄທ, ທັງຊາວຕ່າງປະເທດກໍພາກັນມາທ່ຽວຊົມເປັນຈໍານວນຫຼວງຫຼາຍ. ນອກຈາກລົງຫຼິ້ນນໍ້າແລ້ວ ບ່າວສາວເປັນໝູ່ຄຽງຄູ່ກັນຍ່າງລຽງຕາມຫາດຊາຍທີ່ຍາວຢຽດໄປຕາມຝັ່ງຂອງເບື້ອງລາວຈົນເຖິງຄັນຄູແກ້ງ (ຫ່າງຈາກຕົວເມືອງເຖິງແກ້ງມີຄວາມຍາວປະມານ 5 ກິໂລແມັດ), ມີບາງຜ່ອງຂີ່ເຮືອນ້ອຍຂຶ້ນລ່ອງ, ບາງຜ່ອງຍ່າງໄຕ່ຕາມຄັນຄູແກ້ງຍາມແລງເປັນໝູ່, ນັ່ງໂງ່ນຫີນເປັນຄູ່ ເປັນຄອບຄົວ ຖ່າຍຮູບ ແລ່ນຢອກໄຍກັນ ແລ້ວຊົມນໍ້າຟາດຟົ້ງໄຫຼລິ້ວລ່ວງຄອນ ກໍສຸດແສນອອນຊອນໃຈຢູ່ບໍ່ໜ້ອຍ.
ທີ່ບໍລິເວນກ້ອງແກ້ງ ແມ່ນຫາດຊາຍຫີນສົ້ມເປັນບໍ່ຫີນຊາຍ, ໄດ້ຂຸດຄົ້ນຂຶ້ນມາພັດທະນາບ້ານເມືອງປະຊາຊົນໄດ້ຊົມໃຊ້ຫີນ-ຊາຍຫາດແຫ່ງນີ້ກໍ່ສ້າງເຮືອນຊານບ້ານຊ່ອງ ແລະ ອື່ນໆ. ພຽງພໍກັບຄວາມຕ້ອງການ, ຢູ່ຫາດນັ້ນໃນລະດູແລ້ງມີຫີນໂງ່ນໜຶ່ງໃຫຍ່ພໍສົມຄວນພົ້ນໜ້ານໍ້າຂຶ້ນມາ ໃນຕົວຫີນມີຝຸ່ນສີມຸ່ນເປັນຂວາຍເຈາະເບາະແຈະແບະ, ຝຸ່ນນັ້ນມີລົດສົ້ມຄືກັບຫີນສົ້ມ, ປະຊາຊົນເອົາຝຸ່ນນັ້ນຮຸກຖູແຂ້ວ, ທາຮີມສົບ ແລະ ເອົາໃສ່ເທົ້າ ເພື່ອປ້ອງກັນນໍ້າກັດຊຶມໃນເວລາເຂົາເຈົ້າລົງຫາປາ, ປັ່ນບ້າງຮ່ອນຄໍາ ແລະ ອື່ນໆ. ຈຶ່ງເອີ້ນຫາດນັ້ນວ່າ: "ຫາດຫີນສົ້ມ ຫຼື ຫາດຊາຍຫີນສົ້ມ" ມາເຖິງເທົ້າທຸກວັນນີ້.
* ຄົກເຂັມ: ດັ່ງທີ່ໄດ້ກ່າວມາແລ້ວເປັນຄົກວັງນໍ້າໃຫຍ່ເລິກມີຄວາມກວ້າງປະມານ 1-2 ເຮັກຕາ ເປັນ
ບໍ່ນໍ້າປະປາຂອງເມືອງ, ຕາມການກ່າວຂານຂອງຄົນເຖົ້າແກ່ໂບຮານເລົ່າສູ່ຟັງວ່າ: ໂນນພູນ້ອຍຕິດກັບຄົກເຂັມນັ້ນ ໃນເມື່ອກ່ອນມີຮູຈາກຈອມພູລົງໃຕ້ດິນຊອດໃສ່ພື້ນຄົກເຂັມ, ເອົາໄມ້ຊາງ ຫຼື ສິ່ງທີ່ຟູນໍ້າຖິ້ມລົງໄປໃນຮູກໍຈະຟູຂຶ້ນໜ້ານໍ້າຄົກເຂັມ, ຮູນັ້ັ້ນແມ່ນທາງທຽວຂຶ້ນ-ລົງຂອງກວາງຄໍາໃນເມື່ອປາງກ່ອນ, ປັດຈຸ ບັນຮູນັ້ນອັດຕັນແລ້ວ (ທໍາມະຊາດໄດ້ອັນຕັນເອງ) ແຕ່ຍັງເຫັນເປັນຮ່ອງຮອຍຢູ່ປາກຮູເບື້ອງເທິງເປັນຫຼຸບໆມີຫີນໂງ່ນໜຶ່ງຕັນຢູ່ປາກຮູນັ້ນ.
ໃນແຕ່ລະປີຜ່ານມານັບແຕ່ເດືອນ 10 ເຖິງເດືອນ 3 ລາວທີ່ພູນ້ອຍແຫ່ງນີ້ໄດ້ມີຝູງນົກປ່າເປັນໝູ່ເປັນຝູງ ຫຼາຍຮ້ອຍ ຫຼາຍພັນໂຕພາກັນບິນຫຼັ່ງໄຫຼມາເຕົ້າໂຮມຫຼິ້ນທີ່ຕົ້ນໄມ້ເທິງພູແຕ່ເຊົ້າຈົນຄໍ່າທຸກມື້ພາ ກັນມາຮ້ອງແຊວໆດັງກ້ອງສະນັ່ນຈັບງ່າໄມ້ເຕັ້ນໄຕ່ໄປມາ ອໍແອສຽງຢອກໄຍກັນຫຼິ້ນແລ້ວກໍບິນເຈີດກ້ຽວໄປມາເປັນໝູ່ບິນເຈີດຂຶ້ນຄືນໂຄ້ງຕ່າວມາຢ່າງສະໜຸກສະໜານພໍໃກ້ຄໍ່າກໍແຕກໜີ ບາງຜ່ອງກໍນອນຢູ່ກັບທີ່ເປັນເວລາ 5-6 ເດືອນຈຶ່ງເລີກລາເປັນແນວນີ້ຕະຫຼອດມາເຖິງປີ 2009 ກໍເປັນອັດສະຈັນຢູ່ບໍ່ໜ້ອຍເໝືອນ
ດັ່ງເທບພະເຈົ້າດົນບັນດານໃຫ້ເກີດຂຶ້ນມາ. ໃນປີ 2010 ໝົດທັງໂນນພູນ້ອຍດັ່ງກ່າວເປັນສະຖານທີ່ຜະ
ລິດນໍ້າປະປາຂອງເມືອງຊະນະຄາມແລ້ວ.
* ແກ້ງຂົດຄູ້ແຫ່ງນີ້ ພານຈື່ງຂື່ງດັງແດງ
ມີພະລັງແຂງແຮງ ລື່ນພາຍສານຊ້າງ
ລາວນັ້ນເປັນຜູ້ສ້າງ ອັດຕັນຄັນຄູແກ້ງ
ແຕ່ວ່າແປງບໍ່ແລ້ວ ແປວເດືອນຫ້າຫຼັ່ງໄຫຼ
* ຍາມເມື່ອເລີຍລ່ວງເຂົ້າ ປີໃໝ່ເດືອນເມສາ
ປວງປະຊາລາວ-ໄທ ຫຼັ່ງໄຫຼເຫຼືອລົ້ນ
ພາກັນລົງຫຼິ້ນນໍ້າ ນະທີຂອງສອງຝັ່ງ
ຟັງສຽງດັງລັ່ນກ້ອງ ສອງເບື້ອງແມ່ນະທີ ມ່ວນເດ
* ສຸດແສນມີຄ່າລົ້ນ ເມື່ອໄດ້ທ່ຽວມາຊົມ
ແມ່ນບຸນວາດສະໜາ ທີ່ໄດ້ມາຕາມຕ້ອງ
ມອງເຫັນແປວເດືອນຫ້າ ຄອນງາມໄຫຼຫຼັ່ງ
ສຽງປີ່ຟອງຟາດຟົ້ງ ຊົມແລ້ວບໍ່ຢາກໄລ ແທ້ນາ.
ນິທານ ແກ້ງຂົດຄູ້ ຈື່ງຂື່ງດັງແດງ ແລະ ຄວາຍເງິນ ເປັນນິທານຊາວບ້ານ ສືບຕໍ່ເລົ່າກັນມາເປັນເວລາດົນນານແສນນານ (ເປັນເລື່ອງປິດສະໜາ) ຂໍໃຫ້ທ່ານຜູ້ອ່ານຈົ່ງໄດ້ຄຶດໄຕ່ຕອງເອົາເອງວ່າຈະເປັນແນວໃດກັນແທ້ ແຕ່ເຖິງຢ່າງໃດກໍດີຜູ້ຂຽນຄຶດວ່າ: ຈະເປັນຄະຕິເຕືອນໃຈ ແລະ ເປັນປະໂຫຍດບໍ່ຫຼາຍກໍໜ້ອຍ ແກ່ທ່ານຜູ້ທີ່ສົນໃຈ ໄດ້ອ່ານ ໄດ້ຍິນ ໄດ້ຮູ້ເຫັນ.
* ຮຽມຂໍໂຈະບົດບັ້ນ ໄວ້ກ່ອນນິທານເດີມ
ບໍ່ໄດ້ເຕີມຫາເອົາ ເພິ່ນເລົ່າມາແນວນີ້
ມີບ່ອນໃດຜິດຂ້າມ ຄໍາບໍ່ງາມບໍ່ຄ່ອງ
ຂໍພີ່ນ້ອງຈົ່ງໄດ້ ອະໄພຂ້ອຍຜູ້ຂຽນ ແດ່ເນີ.

ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑

ນິທານແກ້ງຂົດຄູ້ (ຕອນທີ່ ໓)

ການທີ່ນາຍພານຈື່ງຂື່ງດັງແດງ ບໍ່ທັນໄດ້ຍິງຄວາຍເງິນລາວກໍຄິດຄຽດແຄ້ນໃນໃຈໃຫ້ແກ່ຊາວເຮືອທີ່ເຮັດໃຫ້ຜິດຫວັງໃນຄັ້ງນັ້ນ, ທະນູທີ່ໄດ້ຫ້າງຂຶ້ນແລ້ວຕາມທີ່ນາຍພານໄດ້ຖືເປັນຮີດຄອງສືບຕໍ່ມາຕ້ອງໄດ້ຍິງອອກໄປ ແລະ ທັງເປັນການລະບາຍອາລົມ ລາວກໍລັ່ນທະນູໄປໃສ່ຜາໜ່ວຍໜຶ່ງຢູ່ຟາກຝັ່ງຂອງຫ່າງຈາກບ້ານນາແບ່ນໄປທິດຕາເວັນອອກປະມານ 4-5 ກິໂລແມັດ ລູກທະນູໄປຕໍາໃສ່ໜ່ວຍຜາດັງສະໜັ່ນຫວັ່ນໄຫວກ້ອງໄປທົ່ວຂົງເຂດປານສຽງຟ້າຮ້ອງ ດ້ວຍລິດເດດຂອງທະນູເຮັດໃຫ້ຜານັ້ນພັງທະລາຍລົງແຕກກະຈັດກະຈາຍເປັນກ້ອນນ້ອຍກ້ອນໃຫຍ່ຢູ່ໃນບໍລິເວນນັ້ນ ຈຶ່ງຮຽກຜານັ້ນວ່າ: "ຜາແບ່ນ" ແລະ ເອີ້ນບ້ານຢູ່ໃກ້ນັ້ນວ່າ: "ບ້ານຜາແບ່ນ" ສືບຕໍ່ມາ, "ແບ່ນ" ໝາຍຄວາມວ່າ: "ເປົ້າ" ຍິງໃສ່ເປົ້າ,ຫາກໃຜ
ໄດ້ຂີ່ເຮືອຂຶ້ນ-ລ່ອງໄປເຖິງສະຖານທີ່ດັ່ງກ່າວກໍຈະເຫັນຜາຫ້ອຍແຫຼ້ງ ແລະ ຜາແບ່ນຕັ້ງຢູ່ຊ້າຍສວຍກັນລະຫວ່າງສອງຟາກຝັ່ງແມ່ນໍ້າຂອງ. ຫຼັງຈາກລັ່ນທະນູໄປແລ້ວຈື່ງຂື່ງດັງແດງກໍເກີດອອກຮ້ອນອອກລົນໃນ
ກາຍໃຈ, ລາວກໍແກ້ເຄື່ອງເປືອຍກາຍລົງອາບນໍ້າທີ່ວັງ (ຄົກ) ເຄິ່ງຜາຫ້ອຍແຫຼ້ງ ຈຶ່ງເອີ້ນວ່າ: "ຄົກເປືອຍ" ຍ້ອນປະເປືອຍອາບນໍ້າ, ປັດຈຸບັນກໍຍັງເອີ້ນວ່າ: "ຄົກເປືອຍ"
* ພໍເມື່ອນາຍພານເຈົ້າ ພັກຜ່ອນຫີບຢາພັນ
ນັ່ງຢູ່ຕີນຜາຊັນ ຄຶດຮໍ່າຮອນໃຈເຈົ້າ
ລາວກໍຈັບເອົາໄດ້ ແຜນຍາມອອກມາເບິ່ງ
ວ່າບັກເຖິກໃຫຍ່ນັ້ນ ຊິໄປແທ້ທີ່ໃດ ນັ້ນນໍ
* ແລ້ວຈຶ່ງໄດ້ຮູ້ແຈ້ງ ບວກລົບຄູນຫານ
ວ່າຄວາຍຫັນກັບໄປ ທິດຕາເວັນຕົກພຸ້ນ
ແລ້ວມັນຈະຕ່າວໂຄ້ງ ກັບຄືນເຖື່ອນເກົ່າ
ພານເຂົ້າໃຈຄັກແລ້ວ ແນວນັ້ນກໍຂຶ້ນແຜນ
* ບັດນີ້ ຊິບໍ່ໄປໄຕ່ກົ້ນ ຄືດ່ັງເກົ່ານໍາຮອຍ
ແຜນເກົ່າຊິໄດ້ຖອຍ ບໍ່ໄດ້ກິນແນວນັ້ນ
ຄວນໄປລັດຢູ່ໜ້າ ທາງຄວາຍເດີນດຸ່ງ
ນັ່ງຊຸ່ງຜົກຢູ່ຖ້າ ຕາຈ້ອງສ່ອງແນມ ວ່ານາ
* ຍາມເມື່ອຄວາຍຍ່າງຍ້າຍ ລັດກ່ອນບ່ອນຄວາຍໄປ
ລາວຮໍ່າຮອນໃນໃຈ ບໍ່ໄດ້ລໍນານຊ້າ
ພານກໍຈັບເອົາໄດ້ ຄັນທະນູຂຶ້ນໃສ່ບ່າ
ກັບທັງຖົງບັ້ງແຫຼ້ງ ຄຽນຂຶ້ນຮັດແອວ
* ວ່າແລ້ວ ລາວກໍໄດ້ມຸ່ງໜ້າ ຍ່າງລຽບແຄມຂອງ
ຕາແນມມອງ ລັດຄວາຍພະລັນຟ້າວ
ນາຍພານຈ້າວ ທັງປົບທັງແລ່ນ
ຄືດັ່ງບໍ່ຢຽບພື້ນ ຢັນກ້າວໂຍ່ງໄປ ໂຍ່ງໄປ
* ນາຍພານຟ້າວ ພະລາດໝື່ນຢັນຫີນ
ຟຸບລົງດິນ ຫົວເຂົ່າເຖືອລົງພື້ນ
ລາວກໍໂງເງຂຶ້ນ ລຸກມາປັດເປົ່າ
ຕົນຕົວຫົວເຂົ່າກ້ຽງ ບໍ່ມີແປ້ວບ່ອນຮອຍ ແທ້ນາ
* ອັນວ່າ ດິນດ່ານດ້າວ ບ່ອນພະລາດພານຢັນ
ກໍມີນາມລືຊາ ຜາລາດມາເປັນບ້ານ
ຂໍໃຫ້ຊຸມຊາວເຊື້ອ ພິຈາລະນາຖ້ວນຖີ່ ເອົາເນີ
ດຽວນີ້ໄດ້ຈະເລີນຮຸ່ງແຈ້ງ ກວ່າເດີມເຄົ້າເລົ່າຫຼັງ ແທ້ໃດ
* ຈາກນັ້ນ ຈື່ງຂື່ງໄດ້ ສືບຕໍ່ຕາມແຜນ
ຫຼາຍວັນຄືນ ຮອດບ່ອນລາວໝາຍໝັ້ນ
ອັນວ່າດິນແດນນັ້ນ ໄກເກີນເຫຼືອຂະໜາດ
ນໍ້າປາດເປັນຖິ່ນຕັ້ງ ທາງກໍ້າປະເທດໄທ ນັ້ນນາ
* ພານກໍປົງເຄື່ອງໄວ້ ພັກຜ່ອນເຊົາແຮງ
ຫີບຢາປຸກ ນັ່ງອີງສຸມໄມ້
ລາວກໍຄຶດອອກໄດ້ ເດົາດາຕົກແຕ່ງ
ແປງຊຸ້ມໄວ້ ລໍຖ້ານັ່ງຄອຍ
* ພໍເມື່ອຕື່ນຮຸ່ງເຊົ້າ ໃກ້ທ່ຽງວັນຕໍ່ມາ
ສຽງຄວາຍບຸດົງໜາ ມໍ່ມາຫຍັບເຂົ້າ
ພານກໍຈັບເອົາໄດ້ ທະນູມານ້າວກົ່ງ
ມືດຶງຄືງຫ້າງໄວ້ ກໍາຍັ້ນຢ່າງລະວັງ ຫັ້ນແລ້ວ
* ສອງຕານາຍພານຈ້ອງ ຄວາຍຍ່າງແນມເຫັນ
ກໍຈຶ່ງມາເຖິງຈຸດ ບ່ອນລາວໝາຍໝັ້ນ
ບັດນັ້ນ ນາຍພານເຈົ້າ ເລັງສູນແນບແນ່
ກັ້ນໃຈແນໃສ່ເປົ້າ ມືນ້າວລັ່ນໄປ ວ່ານາ
* ສຽງທະນູດັງກ້ອງ ຟົດສະນັ່ນໃນດົງ
ຝູງໝູ່ໂອງຟານລີງ ຜ່າຍໜີໂຕນເຕັ້ນ
ພານກໍເຫັນຍັງເຈົ້າ ຄວາຍເງິນລົ້ມທ່າວ
ໝູບຈູ້ຄູ້ ຢູ່ແຄມຫ້ວຍດັ່ນຕາຍ ເຈົ້າເອີຍ
* ນາຍພານເຈົ້າ ຊົມຊື່ນດີໃຈ
ຄືດັ່ງໄດ້ເງິນເຕັມ ໃສ່ກະເປົາເອົາໄວ້
ຈື່ງຂື່ງຫຍັບຍ່າງເຂົ້າ ທໍາພິທີປັດເປົ່າ
ກົດຜີຄວາຍຜີປ່າໄມ້ ດຽວນີ້ໃຫ້ຜ່າຍໜີ
* ພໍເມື່ອເສັດພິທີແລ້ວ ກໍເລີ່ມປາດທັນທີ
ດ້ວຍພ້າດີຄົມບາງ ອີ່ໂຕ້ງາມດວງນັ້ນ
ສົມດັ່ງໃຈປະສົງແລ້ວ ນາຍພານຈື່ງຂື່ງ
ຫົວຜູ້ດຽວຍຸ້ມໆ ສຸດຊຶ້ງຊື່ນມະໂນ ແທ້ນາ
(ຫ້ວຍນໍ້ານັ້ນຈຶ່ງເອີ້ນວ່າ: "ຫ້ວຍນໍ້າປາດ + ບ້ານນໍ້າປາດ" ຕໍ່ມາເປັນອໍາເພີຕາປາຈັງຫວັດອຸຕະຣະດິດ ປະເທດໄທ)
* ພໍເມື່ອປາດຄວາຍແລ້ວ ກໍແຕ່ງຫາບພໍດີ
ຄວາຍທັງໂຕບໍ່ມີ ສິ່ງໃດຊິເຫຼືອຄ້າງ
ຊິເອົາໄປລົງລ້າງ ບ່ອນນໍ້າໄຫຼໃສສະອາດ
ຫ້ວຍນໍ້າປາດແຫ່ງນີ້ ນໍ້າມີໜ້ອຍບໍ່ພໍ ເຈົ້າເອີຍ
* ຍາມນັ້ນເປັນລະດູແລ້ງ ນໍ້າແຫ້ງເຂີນວັງ
ຊີ້ນຈໍານວນເຫຼືອຫຼາຍ ບໍ່ພໍລົງລ້າງ
ມັນເຕັມທີພານເຈົ້າ ຊິຫາບໜັກເຕັງບ່າ
ບຸດົງໜາປ່າໄມ້ ພານເຈົ້າຊິໄດ້ທົນ ວ່ານາ
* ວ່າແລ້ວຍົກຫາບຂຶ້ນ ຮຶດໃສ່ບ່າເຕັມແຮງ
ພານຈື່ງຂື່ງດັງແດງ ດຸ່ງເດີນໄວຟ້າວ
ໄປເຖິງລໍາຂອງກ້ວາງ ເອົາໃສ້ພຸງລ້າງກ່ອນ
ໃນກາງດອນແມ່ນໍ້າ ໄຫຼເລື້ອຍລ່ວງລົງ ຫັ້ນນາ
(ຈຶ່ງເອີ້ນດອນນັ້ນວ່າ: "ດອນພຸງ" ເປັນບ້ານດອນພຸງສືບຕໍ່ມາທຸກວັນນີ້ຢູ່ເຂດຄົກເຂົ້າດໍ ເມືອງຊະນະຄາມ ແຂວງວຽງຈັນ), ຂີ້ໂພ່ນຄວາຍໄຫຼຜ່ານກາຍດອນໜຶ່ງລົງໄປຊາວບ້ານເຫັນຂີ້ໂພ່ນຄວາຍໄຫຼຮິດອນສົ່ງກິ່ນເໝັນເທົ້າໃສ່ດັງ ເລີຍຮ້ອງດອນນັ້ນວ່າ: "ດອນເໝັນ + ບ້ານດອນເໝັນ" ຕໍ່ມາເອີ້ນວ່າ: "ດອນເມນ + ບ້ານດອນເມນ" ມາເຖິງເທົ້າທຸກວັນນີ້, ຂີ້ໂພ່ນຄວາຍໄຫຼລົງໄປຄ້າງຢູ່ຫາງດອນໂຊກກໍເກີດເປັນດອນຂຶ້ນເອີ້ນວ່າ: "ດອນຂີ້ຄວາຍ" ດຽວນີ້ກໍຍັງເອີ້ນວ່າ: "ດອນຂີ້ຄວາຍ". ເມື່ອລ້າງທຸກຢ່າງສໍາເລັດແລ້ວກໍເອົາໃສ່ຫາບຂຶ້ນໄປຊັ່ງຢູ່ດອນເໜືອໝູ່ດອນເລົ່ານັ້ນຈຶ່ງເອີ້ນວ່າ: "ດອນຊັ່ງ + ບ້ານດອນຊັ່ງ" ຕໍ່ມາໄດ້ປ່ຽນເປັນ "ດອນສັງ + ບ້ານດອນສັງ" ມາເຖິງເທົ້າທຸກວັນນີ້ (ຢູ່ເຂດເມືອງແກ່ນທ້າວ + ປາກລາຍ ແຂວງໄຊຍະບູລີ) ນາຍພານຈື່ງຂື່ງດັງແດງໄດ້ນອນຄ້າງຄືນຢູ່ດອນນັ້ນ ແຕ່ລາວຍັງບໍ່ທັນຕົກລົງໃຈເທື່ອວ່າຊິເອົາໄປຕາກຢ້າງຢູ່ໃສແທ້.
ໃນຄືນນັ້ນວິນຍານຂອງຄວາຍໄດ້ມາເຂົ້າຄວາມຝັນນາຍພານຈື່ງຂື່ງດັງແດງວ່າ:
* ພານເອີຍໃຫ້ເອົາໄປຕາກຢ້າງ ກໍ້າຝ່າຍເມືອງຝາງ
ເພາະໄປທົ່ງພຽງງາມ ອາດຕາເຫຼືອລົ້ນ
ຂໍໜ່ຽວວອນພານເຈົ້າ ເຫັນໃຈຄວາຍແດ່
ຂໍແຕ່ພຽງເທົ່ານີ້ ພານເຈົ້າຈົ່ງຮໍ່າຮອນ ແດ່ທ້ອນ
* ພໍເມື່ອຕື່ນຮຸ່ງເຊົ້າ ປັ້ນເຂົ້າກິນງາຍ
ນາຍພານບາຍທະນູຍົກ ຫາບກວຍເດີນໜ້າ
ບໍ່ໄດ້ລໍນານຊ້າ ພະລັນໄປຟ້າວຝັ່ງ
ພານລາວຄຶດບໍ່ແລ້ວ ນໍາຄວາຍໄດ້ໜ່ຽວວອນ ຫັ້ນນາ
* ຖິ່ນນັ້ນ ກໍຫາກໄກຍາວເຍີ້ນ ປາງກ່ອນແມ່ນດິນລາວ
ເປັນດິນແດນເມືອງຝາງ ແຕ່ປາງປະຖົມພຸ້ນ
ຈື່ງຂື່ງຫວນຄືນໂຄ້ງ ພົງໄພປ່າໄມ້ໃຫຍ່
ບໍ່ໄດ້ຢຸດພັກຍັ້ງ ເດີນໄປເບື້ອງບ່ອນໝາຍ ພຸ້ນນາ
* ກໍຈຶ່ງໄປຮອດກໍ້າ ເຂດທົ່ງເມືອງຝາງ
ເປັນທົ່ງພຽງງາມຕາ ຄືດັ່ງລາງຝັນນັ້ນ
ພານກໍຈັດການຢ້າງ ຊີ້ນເຄື່ອງໃນໄສ້ອ່ອນ
ທັງເຮັດຫໍ່ສົ້ມໄວ້ ເມືອຕ້ອນລູກເມຍ ແທ້ແລ
* ນາຍພານເຈົ້າ ເອົາໃຈໃສ່ໄຟຟືນ
ທັງກາງວັນກາງຄືນ ນັ່ງຄອຍແປງເຝົ້າ
ຊີ້ນກໍເລີຍເລົ່າແຫ້ງ ສາມຄືນຫອມກິ່ນ
ຈັດແຕ່ງແປງຫາບໄວ້ ຊິກັບບ້ານແຫ່ງຕົນ ວ່ານາ
(ທົ່ງບ່ອນນາຍພານຢ້າງຊີ້ນນັ້ນເອີ້ນວ່າ: "ທົ່ງຢ້າງ" ແຕ່ກ່ອນເອີ້ນວ່າ: "ທົ່ງເມືອງຝາງ" ຫຼັງຈາກຢ້າງຊີ້ນນັ້ນແລ້ວ ໄດ້ເອີ້ນວ່າ: "ທົ່ງຢ້າງເມືອງຝາງ" ສືບຕໍ່ມາທຸກວັນນີ້ "ທົ່ງຢ້າງ" ຢູ່ອໍາເພີຝາງຈັງ ຫວັດອຸຕະຣະດິດ ປະເທດໄທ. ຕໍ່ມາໄດ້ປ່ຽນເອີ້ນເປັນອໍາເພີຕາປາ)
* ພໍເມື່ອຕື່ນຮຸ່ງເຊົ້າ ພານຕ່າວຄືນກັບ
ທັງເປ້ຫາບທັງພາຍ ດຸ່ງເດີນຄືນບ້ານ
ລາວບໍ່ໄດ້ເຍົາຍັ້ງ ຕັ້ງໃຈຈົດຈໍ່
ຍາກໜັກບໍ່ໄດ້ທໍ້ ຫວນຄືນບ້ານແຫ່ງຕົນ ນັ້ນນາ
* ພານກໍລັດປ່າໄມ້ ດັ້ນດຸ່ງຄົນດຽວ
ບໍ່ມີຫົນທາງທຽວ ລັດດົງລົງຫ້ວຍ
ເຫັນໝູ່ກວາງຟານເຕັ້ນ ຄ່າງລີງເຍືອງມັງ
ພານບໍ່ຫວັງອີກແລ້ວ ເລີຍລໍ້າລວ່ງກາຍ
* ອອກຈາກດົງປ່ານັ້ນ ເຖິງເຂດພູເຍີຍ
ລົມໂບກໂບຍໂຊຍພັດ ນໍ້າໝອກໜາວລົງຄ້າງ

ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑

ນິທານແກ້ງຂົດຄູ້ (ຕອນທີ່ ໒)

(ຈຶ່ງເອີ້ນວ່າ: "ນາໃໝ່ + ບ້ານນາໃໝ່" ດົນນານຕໍ່ມາໄດ້ແບ່ງອອກເປັນສອງບ້ານເອີ້ນວ່າ: "ບ້ານໂພນສະອາດ ແລະ ບ້ານໂພນງາມ") ນາຍພານໄດ້ນໍາຮອຍມາຮອດອີກຫ້ວຍໜຶ່ງເຫັນຮ່ອງຮອຍ
ຄວາຍເອົາເຂົາຮຸກສີຕົ້ນກຸ່ມຫັກລົງແຊ່ນໍ້າເລີຍຮ້ອງວ່າ: "ຫ້ວຍນໍ້າກຸ່ມ + ບ້ານນໍ້າກຸ່ມ" ຫຼັງຈາກປະເທດ
ຊາດໄດ້ຮັບການປົດປ່ອຍໄດ້ປ່ຽນຊື່ເປັນ "ບ້ານແສນຈະເລີນ"
* ຈື່ງຂື່ງເຈົ້າ ຍັງສືບຕໍ່ນໍາຮອຍ
ບໍ່ມີວ່າຊິຖອຍ ດຸ່ງເດີນໄປເລື້ອຍ
ລາວກໍແລເຫັນແລ້ວ ຄວາຍເງິນກິນຫຍ້າອ່ອນ
ຍາມນັ້ນແດດບໍ່ຮ້ອນ ຕາເວັນຄ້າຍອ່ອນລົງ ແລ້ວນາ
* ລາວປົດຖົງວາງໄວ້ ແຄມປ່າແຈນາ
ຕາລາວແນມສັກໄປ ໃສ່ຄວາຍຈົງຈ້ອງ
ຄ່ອຍຈອບມອຍໆເຂົ້າ ທາງທວນຫາງລົມສົ່ງ
ຄາວໜຶ່ງລົມຕ່າວປິ້ນ ເຫັນເບື້ອງປ່ຽນທາງ ອີກແລ້ວ
* ຜິດຫວັງເຈົ້າ ຈື່ງຂື່ງດັງແດງ
ເທວະດາແນມເຫັນ ຊ່ວຍຄວາຍໄວຟ້າວ
ລົມພັດມາເຖິງເທົ້າ ຄວາຍເງິນຖືກກິ່ນ
ຄືຊິບິນຝັ່ງຟ້າວ ຄວາຍມັນຈ້າວຫອບໄປ ແລ້ວເນີ
(ຈຶ່ງເອີ້ນນາທົ່ງນັ້ນວ່າ "ນາມອຍ" ຍ້ອນມອຍໃສ່ຄວາຍ, ອັນວ່າຄາເມບ້ານປະຊາກອນຕັ້ງຢູ່ກໍຈຶ່ງເອີ້ນວ່າ: "ບ້ານນາມອຍ" ຈົນເຖິງປັດຈຸບັນກໍຍັງເອີ້ນວ່າ: "ບ້ານນາມອຍ")
* ນາຍພານເຈົ້າ ເດີນຕໍ່ຕາມໄປ
ລາວໄດ້ນໍາໄປເຖິງ ທ່າລົງວັງນໍ້າ
ໄປຢືນເກີ້ ຫຼຽວໄປມາຢ້ຽມສ່ອງ
ບໍ່ເຫັນຄວາຍບັກເຖົ້າ ຕົວນັ້ນແວ່ລົງ ຫັ້ນນາ
(ຈຶ່ງເອີ້ນບ່ອນນັ້ນວ່າ: "ທ່າຢ້ຽມ" ແຕ່ບໍ່ໄດ້ຕັ້ງເປັນບ້ານ)
* ນາຍພານບໍ່ໄດ້ລັ້ງ ສືບຕໍ່ຕິດຕາມ
ນໍາຮອຍຄວາຍ ຕໍ່ໄປບໍ່ມີຊ້າ
ພໍໄປເຖິງອີກຫ້ວຍ ເຫັນຮອຍຄວາຍລົງທ່າ
ໄປເກືອກກວນຫ້ວຍນ້ອຍ ຕົມຍັງເປື້ອນແປດໃບ ນັ້ນເດ
(ຈຶ່ງເອີ້ນຫ້ວຍນັ້ນວ່າ: "ຫ້ວຍນໍ້າກວນ + ບ້ານນໍ້າກວນ" ຫຼັງຈາກປະເທດຊາດໄດ້ຮັບການປົດປ່ອຍໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ໃສ່ຊື່ວ່າ: "ບ້ານຫ້ວຍຂອນແກ່ນ" ຕໍ່ມາໄດ້ປ່ຽນຄືນເປັນບ້ານນໍ້າກວນດັ່ງເດີມ) ເມື່ອຄວາຍຂຶ້ນຈາກຫ້ວຍມັນອວ່າຍຄືນຂ້າມສັກເຂົ້າໄມ້ໄປໃນປ່າດົງເດີນໜ້າໄປເລື້ອຍຈຶ່ງ
ເອີ້ນບ່ອນນັ້ນວ່າ: "ຂ້າມສັກ + ບ້ານຂ້າມສັກ" ຕໍ່ມາໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ໃສ່ຊື່ວ່າ: "ບ້ານ
ຫ້ວຍຕາວ" ເທົ້າເຖິງທຸກວັນນີ້.
* ພານກໍໄວວາຟ້າວ ສືບຕໍ່ຕາມໄປ
ລາວໄດ້ແວ່ພັກເຊົາ ຢູ່ແຄມນານ້ອຍ
ລາວຈົກເອົາແຜ່ນຜ້າ ແຜນຍາມມາດູເບິ່ງ
ຊິມີໂຊກລາບແທ້ ພານເຈົ້າຊື່ນຊົມ ແທ້ນາ
(ຈຶ່ງເອີ້ນວ່າ: "ນາດູ + ບ້ານນາດູ" ຕໍ່ມາເອີ້ນວ່າ: "ນາດູ່ + ບ້ານນາດູ່" ແລະ ໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ກໍຍັງເອີ້ນວ່າ: "ບ້ານນາດູ່" ດັ່ງເດີມ).
* ຄວາຍມັນໄດ້ມຸ່ງໜ້າ ລົງໄປຊໍ່ານາຕົມ
ຮອຍມັນສົມຫຼາຍໂຕ ຍໍ່າສັກຕົມຂຸ້ນ
ແລ້ວກໍຫັນອວ່າຍໜ້າ ອອກຈາກນາເດີນຕໍ່
ເດີນຕໍ່ໄປເລື້ອຍໆ ລົງໃຕ້ບໍ່ແວ່ເຊົາ ເຈົ້າເອີຍ
(ນາທົ່ງນັ້ນເອີ້ນວ່າ: "ນາສັກ + ບ້ານນາສັກ" ມາເຖິງທຸກວັນນີ້)
* ອັນວ່ານາຍພານເຈົ້າ ຈື່ງຂື່ງດັງແດງ
ຕິດຕາມຮອຍ ບໍ່ທໍ້ຖອຍເດີນເລື້ອຍ
ໄປເຖິງແຄມນານັ້ນ ມີເຕັມແຕ່ກໍຂ່າ
ຫຼາຍຍິ່ງລົ້ນ ໂພນນານັ້ນກໍຫຼາກຫຼາຍ
(ຈຶ່ງເອີ້ນວ່າ: "ນາຂ່າ + ບ້ານນາຂ່າ" ຕໍ່ມາໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ໃສ່ຊື່ວ່າ: "ບ້ານນາອຸດົມໄຊ") ຫຼັງຈາກນາຍພານໄດ້ຜ່ານນາ ຜ່ານປ່າຂ່າເຂົ້າໄປໃນດົງຊໍ້າຍິ່ງມີກໍຂ່າຫຼາຍມີທັງຂ່ານ້ອຍຂ່າໃຫຍ່ເຕັມປ່າດົງ ຈຶ່ງເອີ້ນວ່າ: "ດົງຂ່າ + ບ້ານດົງຂ່າ" ຕໍ່ມາໄດ້ຍ້າຍບ້ານຂຶ້ນໃສ່ແຄມທາງໃຫຍ່ກໍຍັງໃສ່ຊື່ເດີມ.
* ນາຍພານເຈົ້າ ປົງເຄື່ອງເຊົາແຮງ
ກິນເຂົ້າເຢັນຍາມແລງ ຂ່າອ່ອນກິນກັບພ້ອມ
ລາວໄດ້ນອນຄືນຄ້າງ ກາງໄພປ່າໄມ້ໃຫຍ່
ສຽງໄກ່ປ່າຈັ້ນໆ ຂັນເລີຍແລ້ວຕື່ນນອນ
* ລາວກໍເຮາະເຄື່ອງໄດ້ ທຸກຢ່າງຈັດເອົາ
ກິນເຂົ້າງາຍຫາຍຫິວ ດຸ່ງເດີນໄປເລື້ອຍ
ພໍເມື່ອແລງລົງຄ້ອຍ ເຊົາໃນດົງພັກຜ່ອນ
ພານໄດ້ນອນແວ່ຄ້າງ ຄືນນັ້ນຢູ່ດົງ ນັ້ນນາ
* ຕອນນັ້ນ ຄວາຍມຸ່ງໜ້າ ດັ້ນປ່າເດີນໄພ
ບໍ່ໄດ້ເຊົາຢຸດພັກ ລ່ວງເລີຍໄວຟ້າວ
ກໍຈຶ່ງໄປເຖິງເທົ້າ ນາແປນທົ່ງໃຫຍ່
ມີໜອງນໍ້າໃຫຍ່ກວ້າງ ຄວາຍນັ້ນແວ່ລົງ ຫັ້ນນາ
* ຖິ່ນນັ້ນເປັນເມືອງເຈົ້າ ພະຍາໃຫຍ່ກໍາມະທາ
ບ່ອນຍາດນາງສະອິ່ນຄໍາກອງ ຄູ່ຄອງທ້າວກໍ່າພ້າ
ນາທົ່ງແປນແດນກວ້າງ ເປັນສະໜາມຊີງຍາດ
ທະຫານກໍາມະທາເຄື່ອນຍ້າຍ ຫຼາຍລົ້ນຫຼັ່ງມາ
* ຫຼຽວເບິ່ງຍາບໆຍ້າຍ ເຕັມທົ່ງນາແປນ
ທະຫານຫຼາຍໝື່ນແສນ ກື່ນກອງນອງລົ້ນ
ກໍ່າພ້າປາແດກຄົນດຽວສູ້ ຊີງນາງນົງນາດ
ໃຈອາດຫານເກັ່ງກ້າ ຕີສູ້ຊະນະມານ ເຈົ້າເອີຍ
* ຄົນບຸນທ້າວກໍ່າພ້າ ໄດ້ຂຶ້ນນັ່ງແທນເມືອງ
ພະຍາກໍາມະທາ ຜູ້ບາບໜາຕາຍຈ້ອຍ
ແມ່ນຊິບະບົນຟ້າ ເທວະດາເພິ່ນບໍ່ຊ່ອຍ
ຄົນຖ່ອຍຂີ້ກະບົດຄົດລ້ຽວ ຊິລົງໝໍ້ແຜ່ນແດງ ແທ້ນາ
* ທົ່ງນາມີແຫຼ່ງນໍ້າ ບໍ່ເຄີຍແຫ້ງເຂີນດິນ
ຄວາຍເງິນລົງໄປກິນ ແມບຟູມໜອງນໍ້າ
ໃນໜອງນໍ້າ ມີເຕັມແຕ່ຜັກຈອກ
ມີແຕ່ຈອກອ້ອຍຕ້ອຍ ແໜນັ້ນບໍ່ປົນ
(ຈຶ່ງເອີ້ນໜອງນັ້ນວ່າ: "ໜອງຈອກ" ມາເຖິງເທົ້າທຸກວັນນີ້, ເປັນສະວັງນໍ້າຂອງພະຍາກໍາມະທາ) ອັນວ່າຄາເມບ້ານປະຊາກອນຕັ້ງຢູ່ນັ້ນ ຫຼັງຈາກເປັນເມືອງຮ້າງກໍກາຍເປັນບ້ານເອີ້ນວ່າ: "ບ້ານນາແປນ + ບ້ານໜອງຈອກ + ບ້ານາພຽງ" ຕາມລໍາດັບເຖິງປັດຈຸບັນ.
* ຄວາຍເງິນໄດ້ເຄື່ອນຍ້າຍ ຈາກທົ່ງນາແປນ
ກາຍນາແປນໄປເຖິງ ປົ່ງຊໍາສັດຫຸ້ມ
ຄວາຍມັນລົງໄປແຫ້ນ ດິນເຄັມກິນປົ່ງ
ຢູ່ໃນດົງເຂດນັ້ນ ມີແທ້ແຕ່ປົ່ງຊໍາ ນັ້ນນາ
("ປົ່ງ" ແມ່ນບ່ອນດິນເຄັມຈຶ່ງໃສ່ຊື່ວ່າ: "ບ້ານປົ່ງ" ຕໍ່ມາໄດ້ຍ້າຍບ້ານຂຶ້ນໃສ່ບ່ອນໂນນ (ເຂດບ້ານທ້າວກໍ່າພ້າປາແດກ) ກໍຍັງເອີ້ນວ່າ: "ບ້ານປົ່ງ" ຕາມເດີມ).
* ຈາກນັ້ນ ຄວາຍມຸ່ງໜ້າ ບໍ່ຢຸດແວ່ທາງໃດ
ຈົນໄປເຖິງລໍາຂອງ ແມ່ນະທີຍາວກ້ວາງ
ຄວາຍກໍລົງລູຍນໍ້າ ເຊົາມີແຮງຄາວໜຶ່ງ
ແລ້ວຈຶ່ງລອຍລັດຂ້າມ ໄປຟູມນໍ້າຢູ່ຄົກເວີນ ພຸ້ນເດ
(ບ່ອນຄວາຍເງິນລອຍຂ້າມ ຢູ່ໃຕ້ແກ້ງຂົດຄູ້ ບ້ານປາກມີ້, "ຄົກ" ບ່ອນຄວາຍໄປຟູມແມບຢູ່ຝັ່ງຂອງເບື້ອງປະເທດໄທໃກ້ໆກັບບ້ານຜາແບ່ນ ທາງທິດຕາເວັນອອກ).
* ສ່ວນວ່ານາຍພານເຈົ້າ ເອົາໃຈໃສ່ນໍາຮອຍ
ບໍ່ມີວັນຊິຖອຍ ຮອດບ່ອນຄວາຍລອຍຂ້າມ
ລາວໄດ້ແນມເຫັນແລ້ວ ຄວາຍເງິນຟູມແມບ
ຢູ່ຄົກຝັ່ງເບື້ອງນັ້ນ ຕາຈ້ອງສ່ອງເຫັນ ຫັ້ນເດ
ລາວໄດ້ແນມເຫັນແລ້ວ ຢູ່ຄົກຝັ່ງເບື້ອງນັ້ນ
* ລາວເຫັນຕາຄວາຍຊໍ້າ ຕາຈ້ອງສ່ອງເຫັນ ຫັ້ນເດ
ທັງສອງຕາ ບໍ່ມີບ່ອນດໍາຂາວ
ອັນວ່າຄວາຍເຖິກເຖົ້າ ຄືດັ່ງຝາງແດງເຂັ້ມ
ນາຍພານເປັນປ່ວງບ້າ ເຫງົາໃຈບໍ່ມີສວ່າງ
ຄວາຍເງິນຟູມແມບ ນໍາຂ້າຢູ່ບໍ່ເຊົາ ເຈົ້າເອີຍ
("ຄົກ" ບ່ອນຄວາຍຟູມແມບນັ້ນເອີ້ນວ່າ: "ຄົກຕາແດງ" ຍ້ອນເຫັນຕາຄວາຍແດງ ມາເຖິງທຸກວັນນີ້).
* ຈື່ງຂື່ງໃຈຫອດຫິ້ວ ຟ້າວຝັ່ງກະກຽມ
ຫວັງຊິຍິງຄວາຍເງິນ ແນ່ນອນຄາວນີ້
ລາວປົດຖົງບັ້ງແຫຼ້ງ ໄວວາອອກຈາກບ່າ
ເອົາພາດແຂນຫ້ອຍໄວ້ ຜານັ້ນຄ່ອຍວາງ ວ່ານາ
(ຜານັ້ນຫ່າງຈາກແກ້ງຂົດຄູ້ລົງໄປປະມານ 2-3 ກິໂລແມັດ ຈຶ່ງເອີ້ນວ່າ: "ຜາຫ້ອຍແຫຼ້ງ" ມາເຖິງທຸກວັນນີ້).
* ຄັນແລ້ວລາວກໍໄດ້ ຊອກຫາທີ່ກໍາບັງ
ແນທະນູຍໍຍົກ ໃສ່ຄວາຍເລັງເປົ້າ
ໃຈໝາຍໝັ້ນ ພັນເປີເຊັນຄັກແນ່
ຄາດຊິໄດ້ແທ້ໆ ຄາວນີ້ແນ່ນອນ ແລ້ວນໍ
* ຍາມນັ້ນ ມີເຮືອແຜນພໍ່ຄ້າ ແລ່ນຂຶ້ນຕ່າງໜັງມາ
ຄວາຍພະຫວາຕົກໃຈ ໂພ່ຈາກວັງເວີນກວ້າງ
ມັນກໍວອຍໆຂຶ້ນ ເທິງພູເຂົາໃຫຍ່
ແລ່ນຂຶ້ນໄປເລື້ອຍໆ ໄປນອນແມບຢູ່ຈອມ ພຸ້ນນາ
("ເຮືອແຜນ" ແມ່ນ "ເຮືອທໍ່" ພູທີ່ຄວາຍເງິນແລ່ນຂຶ້ນໄປຢູ່ເບື້ອງທິດຕາເວັນອອກສ່ຽງໃຕ້ໃກ້ກັບ
ບ້ານນາແບ່ນ, ຄວາຍໄປນອນເກືອກຢູ່ເທິງພູກໍເກີດເປັນບວກເປັນໜອງ ຈຶ່ງເອີ້ນວ່າ: "ພູຄວາຍເງິນ"
ສືບຕໍ່ມາທຸກວັນນີ້).

ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑

ນິທານແກ້ງຂົດຄູ້ (ຕອນທີ່ ໑)

ຕາມຕໍານານກ່າວຂານກ່າວຂານ ຂອງຄົນເຖົ້າແກ່ ເລົ່າສູ່ຟັງວ່າ: ສະໄໝດຶກດໍາບັນ ບໍ່ຮູ້ວ່າດົນນານເທົ່າໃດ ມີຄວາຍເງິນເຖິກໃຫຍ່ໂຕໜຶ່ງ (ອາດເວົ້າໄດ້ວ່າເປັນພະຍາຄວາຍ) ອຸບັດຂຶ້ນຢູ່ທ້ອງຖິ່ນນໍ້າລີກ, ເຂດຜາເຈົ້າເກົ້າຫຼວງ, ດິນແດນສາມຫຼ່ຽມລະຫວ່າງແຂວງຊຽງຂວາງ, ແຂວງຫຼວງພະບາງ ແລະ ແຂວງວຽງຈັນ (ນໍ້າລີກແຕ່ກ່ອນເອີ້ນວ່າ: "ນໍ້າຫຼີກ" ຍ້ອນວ່າຄວາຍເງິນໄດ້ຫຼີກໄປສ້າງເຖື່ອນຢູ່ບ່ອນໃໝ່ ແລະ ເມືອງກາສີໃນເມື່ອກ່ອນເອີ້ນວ່າ: "ເມືອງເຂົາສີ" ເພາະຄວາຍເງິນ ໄດ້ເອົາເຂົາຮຸກສີຕົ້ນໄມ້ຢູ່ໃນປ່າດົງແຫ່ງນັ້ນຈົນເປີກຈົນເລີກ) ໃນໄລຍະຄວາຍເງິນສ້າງເຖື່ອນຢູ່ຜາເຈົ້າເກົ້າຫຼວງ, ໄດ້ມີນາຍພານປ່າຜູ້ໜຶ່ງຊື່ວ່າ: "ຈື່ງຂື່ງດັງແດງ" ລາວກໍຮູ້ແລ້ວວ່າມີຄວາຍເງິນຢູ່ຖິ່ນນັ້ນ (ຄວາຍເງິນມີຂີ້ເປັນສີນໍ້າເງິນ, ຈຶ່ງຮຽກວ່າ: ຄວາຍເງິນ ແລະ ນາຍພານຈື່ງຂື່ງດັງແດງມີຮູບຮ່າງສູງໃຫຍ່ຫຼາຍຕ່າງກັບມະນຸດທໍາມະດາ) ຄໍາວ່າ: "ຈື່ງຂື່ງ" ໝາຍເຖິງສິ່ງຂອງຂະໜາດໃຫຍ່ມີສີແດງສົດໄສ ຫລື ແດງເຂັ້ມ "ດັງແດງ" ໝາຍເຖິງດັງນັ້ນແດງໃຫຍ່ເປັນພິເສດ, ຈຶ່ງໄດ້ຊື່ເຊັ່ນນັ້ນ. ນາຍພານຈື່ງຂື່ງດັງແດງຄົນນີ້ຄົນໂບຮານກ່າວວ່າ "ຮູບຮ່າງຂອງລາວສູງໃຫຍ່ຫຼາຍ, ຂະໜາດນອນສະແຄງເກືອບຈຸຟ້າ, ເດັກນ້ອຍເຂົ້າໄປຫຼິ້ນໝາກບ້າຢູ່ໃນຮູດັງ" ເມຍຂອງລາວຊື່ວ່າ "ນາງແກ້ວຫີຫຼວງ" (ຂໍອະໄພທີ່ໄດ້ກ່າວຕາມຄໍາເລົ່າລືສັບນີ້)
ຄັ້ງໜຶ່ງທັງວອງຜົວເມຍໄດ້ໄປຫາປາໃນລໍາແມ່ນໍ້າຂອງ, ນາງແກ້ວຫີຫຼວງຜູ້ເປັນເມຍໄດ້ນັ່ງຢູ່ຫີນໂງ່ນໜຶ່ງກາງນໍ້າໃຕ້ຄົກອ້າຂາປະມານ 40 ກວ່າແມັດເອີ້ນວ່າ: "ກ້ອນນັ່ງ" ຫຼື "ກ້ອນຕັ່ງ" ໂງ່ນຫີນນີ້ໃນລະດູແລ້ງຈະພົ້ນນໍ້າຂຶ້ນມາມີລັກສະນະຮາບພຽງເປັນຕານັ່ງນອນຫຼິ້ນ, ຫົວເຂົ່າຂອງລາວທັງສອງເບື້ອງ
ຈໍ້າສອງຝັ່ງແມ່ນໍ້າຂອງ, ປິ່ນໜ້າຂຶ້ນທາງເໜືອຮື້ສິ້ນຂຶ້ນໂຕ່ງເອົາປາ, ສ່ວນຈື່ງຂື່ງດັງແດງຜູ້ເປັນຜົວກໍໃຊ້ອະໄວຍະວະເພດຂອງຕົນໄລ່ປາ ຕີນໍ້າ ຍອກທັ່ງລົງມາແຕ່ທາງເໜືອ ແກ້ງສະຍອກ ແກ້ງຫຼວງ ລົງມາຮອດບ່ອນໂຕ່ງເອົາປາ, ນາງແກ້ວຫີຫຼວງກໍຫຸບສິ້ນຂຶ້ນເອົາປາໄປຖອກໃສ່ກາງນາໄດ້ເຕັມ 3 ໄຮ່ນາ ແລະ
ວ່າເທື່ອນີ້ບໍ່ໄດ້ຫຼາຍ, ສ້ຽນປັກອະໄວຍະເພດຈື່ງຂື່ງດັງແດງເປັນໄມ້ແກ່ນ ລາວກໍຂຶ້ນໄປຖອດອອກໄວ້ກາງທົ່ງນາ, ໄມ້ສ້ຽນນັ້ນເອົາຟັນເຮັດເຮືອໄດ້ໜຶ່ງລໍາຍາວ 20 ວາ ນາທົ່ງນັ້ນເອີ້ນວ່າ: "ນາຂອນແກ່ນ" ມາເຖິງເທົ້າທຸກວັນນີ້ (ຢູ່ເຂດບ້ານຄົກອ້າຂາເມືອງ ແລະ ແຂວງໄຊຍະບູລີ).
ກ່າວເຖິງບັ້ນໜຶ່ງ ໃນນິທານ 3 ສ່ຽວໄປຄ້ານໍາກັນ ຊຶ່ງມັນກ່ຽວກັບນິທານຈື່ງຂື່ງດັງແດງນີ້ວ່າ: ໄດ້ມີອ້າຍມືໂປ້, ອ້າຍແຂນສັ້ນຍາວ ແລະ ອ້າຍຕາເລິກ, ທັງສາມເປັນສ່ຽວຮັກສ່ຽວແພງກັນ, ຄຶດໄດ້ກໍຊວນກັນໄປຄ້າ ເມື່ອຕົກລົງກັນໄດ້ແລ້ວກໍຫ້າງຫາກະກຽມເອົາເຄື່ອງຂອງອອກເດີນທາງເປັນເວລາ 3 ມື້ກໍໄປຮອດຄົກອ້າຂານັ້ນເປັນເວລາແລງໃກ້ຄໍ່າ, ກໍພັກຜ່ອນ ແລະ ໄດ້ແຕ່ງໃຫ້ອ້າຍມືໂປ້ໄປຂໍປາດັ່ງທີ່ໄດ້ກ່າວມານັ້ນ, ເມື່ອເຫັນອ້າຍມືໂປ້ຂໍປາໄປແຕ່ງກິນແລງ ຈື່ງຂື່ງດັງແດງ ແລະ ນາງແກ້ວຫີຫຼວງກໍບອກໃຫ້ເອົາ ອ້າຍມືໂປ້ໄດ້ຢິບເອົາປາພໍດີໝົດທັງ 3 ໄຮ່ນາ, ກໍເອົາເມືອໃຫ້ສ່ຽວແຕ່ງກິນ ຊໍ້າພັດບໍ່ມີບ່ວງມີຈອງຮັບໃຊ້ ອ້າຍແຂນສັ້ນຍາວ ກໍຢື້ມືຄືນເມືອເອົາຢູ່ບ້ານ ເມື່ອກິນເຂົ້າແລງແລ້ວກໍພາກັນນອນພັກຄ້າງຄືນຢູ່ທີ່ນັ້ນ. ຕື່ນຮຸ່ງເຊົ້າຂຶ້ນມາມື້ໃໝ່ກໍອອກເດີນທາງຕໍ່ໄປ ຍາມຕາເວັນຄ້າຍລົງແລງທັງສາມສະຫາຍກໍພັກຜ່ອນລົງອາບນໍ້າໄດ້ມີກໍໄຜ່ໄຫລນໍ້າມາເຂົ້າຕາອ້າຍຕາເລິກ ອ້າຍແຂນສັ້ນຍາວຢື້ຈົກອອ ຊໍ້າພັດບໍ່ເຖິງ (ຄໍາທີ່ວ່າ: "ມືໂປ້, ແຂນສັ້ນຍາວ ແລະ ຕາເລິກ" ເປັນຄໍາປິດສະໜາ, ສຸດແທ້ແຕ່ທ່ານຜູ້ອ່ານຈະຕີຄວາມໝາຍໄປແນວໃດ) ຂໍໂຈະນິທານ 3 ສ່ຽວໄວ້ພຽງເທົ່ານີ້.
ກ່າວເຖິງຄວາຍເງິນ ແລະ ນາຍພານຈື່ງຂື່ງດັງແດງ: ຢູ່ຕໍ່ມາຄວາຍເງິນກໍຫຼີກໄປສ້າງເຖື່ອນໃໝ່ຢູ່ພູເຫຼັກ (ເຂດກາສີ + ເມືອງແມດ) ນາຍພານຈື່ງຂື່ງລາວກໍກໍາສະພາບໄດ້ດີທັງເອົາໃຈໃສ່ຕິດຕາມ ແລະ ຄຶດຫງໍາຢູ່ໃນໃຈວ່າ: ມີມື້ໃດມື້ໜຶ່ງຈະຕ້ອງໄປນໍາຍິງເອົາມາໃຫ້ໄດ້ (ນາຍພານປ່າສະໄໝນັ້ນຖືສັດຈະທໍາຢ່ງເຄັ່ງຄັດ ຄຶດວ່າແນວໃດອອກໄປ ຕ້ອງເຮັດໃຫ້ໄດ້ແນວນັ້ນ) ເມື່ອໄດ້ໂອກາດລາວກໍຫ້າງຫາກະກຽມອາວຸດລ່າເນື້ອ (ທະນູ, ພ້າອີ່ໂຕ້ ແລະ ອຸປະກອນຕ່າງໆ) ພ້ອມທຸກຢ່າງຍັດໃສ່ຖົງບັ້ງແຫຼ້ງ, ມີເຂົ້າສານ ແລະ ອາຫານການກິນຄົບຖ້ວນ.
* ພໍເມື່ອຕື່ນຮຸ່ງເຊົ້າ ມື້ໃໝ່ຍາມດີ
ຈື່ງຂື່ງລາລູກເມຍ ຊິດຸ່ງເດີນວັນນີ້
ວ່າຊິໄປທາງກໍ້າ ພູເຫຼັກບ່ອນຄວາຍຢູ່
ໃຫ້ພາກັນຢູ່ເຝົ້າ ເຮືອນຢ້າວເບິ່ງແຍງ ກ່ອນເນີ
* ວ່າແລ້ວ ລາວກໍຈັບເອົາໄດ້ ຖົງເຄື່ອງມາພາຍ
ບາຍເອົາຄັນທະນູ ເຄື່ອງກິນພາຍເປ້
ລົງຈາກເຄຫັງຫ້ອງ ລີລາຍົກຍ່າງ
ເດີນໄປທາງຝ່າຍກໍ້າ ແຖວຖໍ້າເຖື່ອນຄວາຍ ນັ້ນນາ
* ພານໄດ້ເດີນມຸ່ງໜ້າ ດັ້ນປ່າຄົນດຽວ
ຍ່າງຫຼຽວນໍາແນມໄປ ບ່ອນທີ່ລາວໝາຍ
ເລາະລຽບລົງເລີຍຄ້ອຍ ເຫັນຮອຍຄວາຍຫັກໜໍ່
ແລ້ວກໍໄປພົບພໍ້ ເຫັນມຸ້ງຊຸ່ງຄວາຍ ນັ້ນແລ້ວ
* ພານລາວໄດ້ໄຂວ່ຄົ້ນ ຊອກບ່ອນຄວາຍໄປ
ກໍຈຶ່ງເຫັນຮອຍສັກ ຊື່ລົງໄປຫ້ວຍ
ຄວາຍກໍາລັງກິນນໍ້າ ໂຕດຽວບໍ່ມີຄູ່
ຄວາຍມັນບໍ່ໄດ້ຮູ້ ວ່າພານນັ້ນໄຕ່ຕາມ
* ນາຍພານຈອບໝອບເຂົ້າ ຊອກຫາທີ່ກໍາບັງ
ຕົ້ນໄມ້ຮັງເຮືອງສູງ ແມ່ນບໍ່ມີພໍຕົ້ນ
ໂຕລາວນັ້ນ ພັດທັງສູງທັງໃຫຍ່
ປ່າໄມ້ດົງດ່ານນັ້ນ ບໍ່ມີແທ້ບ່ອນບັງ ແທ້ນາ
* ພໍເມື່ຶອຕວາຍອີ່ມນໍ້າ ຫຼຽວລໍ່າເງີຍຄໍ
ງວກໄປມາ ເບິ່ງຕາພານເຈົ້າ
ຄວາຍທະຍານເຕັ້ນ ປົບໄປຟ້າວຝັ່ງ
ຟັງສຽງດັງລັ່ນກ້ອງ ພານຈ້ອງສ່ອງແນມ ຫັ້ນແລ້ວ
(ຫ້ວຍບ່ອນຄວາຍລົງກິນນໍ້ານັ້ນ ເປັນປ່າແຜນ "ແຜນ" ໝາຍຄວາມວ່າ "ແປນ" ຈັ່ງຊັ້ນຈຶ່ງຮ້ອງ
ວ່າ: "ຫ້ວຍນໍ້າແຜນ ເປັນບ້ານນໍ້າແຜນ" ສືບຕໍ່ມາທຸກວັນນີ້, ຢູ່ເຂດເມືອງແມດ ແຂວງວຽງຈັນ).
* ນາຍພານເຈົ້າ ສືບຕໍ່ຕິດຕາມ
ນໍາຮອຍຄວາຍ ແລ່ນໄປພະລັນຟ້າວ
ກາຍນານ້ອຍ ເຫັນຮອຍສັກເຂົ້າປ່າ
ໜາມໂກນທາມືດອື້ຕື້ ໜາແໜ້ນແມ່ນແຕ່ໜາມ
(ນາຍພານລາວຄຶດວ່າ ຄວາຍຕ້ອງຊຸ່ງ (ດັກ) ຢູ່ໃນດອນນັ້ນແຕ່ເຮັດແນວໃດກໍເຂົ້າໄປຫາບໍ່ໄດ້ເພາະ
ປ່າຕຶບມີແຕ່ໜາມ)
* ລາວກໍຄວາຈັບໄດ້ ໄມ້ຄ້ອນໃຫຍ່ຄວ່າງໄປ
ຄວາຍເງິນຕື່ນຕົກໃຈ ແລ່ນໄປບໍ່ລໍຊ້າ
ສັກເຂົ້າດົງເດີນໜ້າ ກາຍນາໄປໄວ່ໆ
ໄປທາງທິດຕໍ່າໃຕ້ ພານເຈົ້າລັດບໍ່ທັນ
(ອັນວ່າທົ່ງນາປ່າຕຶບ ມີແຕ່ໜາມຂ່ອຍ, ໜາມໂກນທາ ແລະ ນາຍພານໄດ້ຄວ່າງຄ້ອນໃສ່ນັ້ນໃສ່ຊື່ວ່າ: "ນາຄວ່າງ + ບ້ານນາຄວ່າງ" ຕໍ່ມາໄດ້ຍ້າຍບ້ານໄປຕັ້ງໃສ່ແຄມທາງໃຫຍ່ເອີ້ນວ່າ: "ບ້ານໂພນແຍງ"ເຂດເມືອງແມດ)
* ຈາກນັ້ນ ພານມຸ່ງໜ້າ ສືບຕໍ່ຕາມໄປ
ເຂົ້າໃນດົງພົງໄພ ໄຕ່ຕາມນໍາກົ້ນ
ກໍຈຶ່ງເຖິງວັງນໍ້າ ໄຫຼລົງລິນຫຼັ່ງ
ຄວາຍມັນປະກ້ອນຂີ້ ຢອງໄວ້ແຜ່ນຫີນ ຫັ້ນນາ
(ກອງຂີ້ຄວາຍນັ້ນກໍເກີດເປັນຜາສູງຊັນຮຽກວ່າ: "ຜາຂີ້ + ຫ້ວຍນໍ້າຂີ້ + ເມືອງຂີ້" ຕໍ່ມາໄດ້ປ່ຽນເອີ້ນ
ວ່າ: "ຜາຂີ່ + ຫ້ວຍນໍ້າຂີ່ + ເມືອງຂີ່ " ຫຼັງຈາກເມືອງນັ້ນຮ້າງກໍເອີ້ນວ່າ: "ບ້ານເມືອງຂີ່" ມາເຖິງທຸກວັນ
ນີ້. ແຕ່ກ່ອນຂຶ້ນກັບເມືອງຊະນະຄາມໃນວັນທີ 15/11/1996 ໄດ້ມອບໂອນໄປຂຶ້ນກັບເມືອງແມດ)
* ພານໄດ້ເດີນດຸ່ງດ້າວ ສືບຕໍ່ນໍາຮອຍ
ວອຍໆໄປ ເບິ່ງແນມຂວາຊ້າຍ
ພໍຄາວໄດ້ ກໍໄປເຖິງແຄມທົ່ງ
ຄວາຍຢືນຊົງຢູ່ເບື້ອງນັ້ນ ເຄືອເຂົາຫຸ້ມຫໍ່ບັງ ຫັ້ນເດ
* ຈື່ງຂື່ງແນມສ່ອງເຂົ້າ ຢ້ານບໍ່ແມ່ນເຫັນໄກ
ຄາວໜຶ່ງລົມມານຕ້ອງ ຄວາຍເງິນຖືກກິ່ນ
ປານຊິບິນຝັ່ງຟ້າວ ຄວາຍເຕັ້ນແລ່ນໄປ ນັ້ນນາ
(ນາບ່ອນນັ້ນໃສ່ຊື່ວ່າ: "ນາຊົງ")
* ຈາກນັ້ນ ຄວາຍປີ່ນເປື້ອງ ປົບຂຶ້ນເທິງພູ
ບຸປ່າດົງຕຶບໜາ ແລ່ນຊໍາໄປເລື້ອຍ
ນາຍພານເຈົ້າ ລັດຄວາຍຊິກັບຖິ່ນ
ຄວາຍຊໍ້າພັດຕ່າງປິ້ນ ໂງໂຄ້ງອວ່າຍມາ ເຈົ້າເອີຍ
* ຈື່ງຂື່ງຈ້າວ ບໍ່ໄດ້ຢ໋ອງປົບໄປ
ໄວແສນໄວ ກ່ອງເຂົ້າຖົງຫຼຸດຟົ້ງ
ຜ້າຂາດສ້ອຍ ຂອງກິນກໍຕົກເຮ່ຍ
ເກັບຫາຊອກໄດ້ແລ້ວ ເລີຍຟ້າວດຸ່ງເດີນ
(ບ່ອນເຄື່ອງຕົກເຮ່ຍ, ກ່ອງເຂົ້ານ້ອຍຫຼຸດຟົ້ງຈາກຖົງເອີ້ນວ່າ: "ພູກ່ອງເຂົ້າ" ມາເຖິງທຸກວັນນີ້ຢູ່ເຂດເມືອງແມດ + ກາສີ)
* ຄວາຍກໍໄວ່ໆຂ້າມ ແກ່ວກ່ອງຄືນກັບ
ມັນແລ່ນໄປເຖິງໜອງ ແມບຟູມລອຍຫຼິ້ນ
ນາຍພານເຈົ້າ ນໍາເຖິງໜອງໃຫຍ່
ເຫັນບັກເຖິກແມບນໍ້າ ຟູມຫຼິ້ນຊົ່ວຄາວ ຫັ້ນນາ
* ສອງຕາຄວາມແສດຊໍ້າ ບໍ່ມີບ່ອນດໍາຂາວ
ລາວກໍພະຍາຍາມ ຢ໋ອງໄປສະດຸດລົ້ມ
ຄວາຍໄດ້ຍິນໂດດເຕັ້ນ ເຫັນນາຍພານປົບໃຫຍ່
ບໍ່ໄດ້ລໍຢູ່ຢັ້ງ ຂະໂຍງເຕັ້ນໂດ່ງໄປ ພຸ້ນເດ
* ສຽງເນືອງນັນລັ່ນກ້ອງ ບັກເຖິກໃຫຍ່ບຸດົງ
ສ່ວນນາຍພານຢືນງົງ ສ່ອງແນມນໍາກົ້ນ
ມັນຫາກເຫຼືອແຮງເຈົ້າ ນາຍພານຈື່ງຂື່ງ
ດຶງສາຍຮັດແໜ້ນໆ ດີແລ້ວກໍດຸ່ງຕາມ
(ໜອງນໍ້ານັ້ນໃສ່ຊື່ວ່າ: "ໜອງແດງ" ຍ້ອນເຫັນຕາທັງສອງຂອງຄວາຍນັ້ນແດງ ແມ່ນຍ້ອນນໍ້າມີ້ໄຫຼລົງສູ່ແມ່ນໍ້າຂອງປຽບດັ່ງສາຍໂລຫິດຂອງຊາວເມືອງຊະນະຄາມທີ່ນໍ້າສາຍນີ້ໄຫຼລໍ່ລ້ຽງ ປັດຈຸບັນຊາວເມືອງໄດ້ສ້າງຊົນລະປະທານມີເຖິງ 13 ແຫ່ງທົດນໍ້າຂຶ້ນໃສ່ທົ່ງນາເຂົ້າພັນຫຼາຍພັນເຮັກຕາ ຈຶ່ງຂະໜານນາມເມືອງວ່າ: "ເມືອງອູ່ເຂົ້າອູ່ປາ" ຍ້ອນມີຄວາມອຸດົມສົມບູນເຂົ້າປາ ໜໍ່ນາງ ຜັກອື່ນໆມີບໍ່ອຶດບໍ່ຢາກ ຈຶ່ງໄດ້ຊື່ວ່າ: " ນໍ້າມີ " ຕໍ່ມາປ່ຽນເອີ້ນວ່າ: " ນໍ້າມີ້ ").
* ນາຍພານເຈົ້າ ຕາມໄຕ່ເຫັນຮອຍ
ຢຽບຢູ່ແຄມທົ່ງນາ ປ່າດົງດອນແຕ້
ລາວກໍແກະເບິ່ງແລ້ວ ເຫັນຮອຍໃໝ່ໆ
ຊຸມໃບໄມ້ຂ່າແຫ້ງ ປົກຫຸ້ມຮ່ອງຮອຍ ຫັ້ນເດ

ພິມ ໂດຍ ຄຣູບາ ຄຳໃສ ອານົນທ໌
ພຶດສະພາ ຄ.ສ.໒໐໑໑

ບຸນພຣະເຫວດ ເປັນບຸນປະຈໍາຊາດລາວ

- ບຸນພຣະເວສ ມີຊື່ຮຽກຂານກັນໄປຫຼາຍຢ່າງ ຄື
໑. ບຸນພຣເຫວດ
໒. ບຸນມະຫາເຫວດ
໓. ບຸນມະຫາຊາດ
໔. ບຸນປະຈຳປີ
໕. ບຸນເດືອນສີ່
໖. ບຸນຟັງທັມລໍາມະຫາຊາດ.
໗. ບຸນຟັງທັມລໍາມະຫາເຫວດສັນຕະຣະຊາດົກ ແລະອື່ນໆ ອີງຕາມທ້ອງຖິ່ນ.

- ບຸນພຣະເວດ ເປັນບຸນປະເພນີການຟັງທັມ ຫຼືຟັງເລື່ອງຍາວກັນແບບຍາວໆ ຟັງໃຫ້ແລ້ວພາຍໃນມື້ໜຶ່ງວັນດຽວ.
- ໜັງສື ທີ່ນໍາມາເທດ ຊື່ວ່າໜັງສືເລື່ອງພຣະເຫວດ ມີຊື່ຮຽກກັນໄປຕ່າງໆນານາ
໑. ລໍາມະຫາຊາດ
໒. ລໍາມະຫາເຫວດ
໓. ລໍາພຣະສັນຕະຣະຊາດົກ
໔. ລຳພຣະເຫວດສັນດອນ.

- ບຸນພຣະເຫວດນິຍົມກັນເຮັດກັນໃດເດືອນ ໔ ອອກໃໝ່ ເພາະປາກົດໃນຮີດສິບສອງ ສະນັ້ນຈຶ່ງຮຽກບຸນພຣະເຫວດວ່າບຸນປະຈໍາປີ ເນື່ອງຈາກວ່າ ບຸນນີ້ນິຍົມກັນເຮັດກັນທົ່ວປະເທດ ສະນັ້ນບຸນນີ້ ຈຶ່ງເປັນບຸນປະຈໍາຊາດລາວ ກໍວ່າໄດ້.

- ໃນຮີດສິບສອງນັ້ນ ກໍານົດໃຫ້ເຮັດບຸນພຣະເວດໃນ ເດືອນສີ່ ແຕ່ວ່າໃນທົ່ວປະເທດນັ້ນ ບໍ່ໄດ້ເຮັດເດືອນສີ່ກະມີໂດຍສະເພາະທີ່ວຽງຈັນ ມີຫຼາຍວັດເຮັດເດືອນຈຽງ ເດືອນຍີ່ ເດືອນສາມ ແລະເດືອນສີ່ ເດືອນຫ້າ ແລະເດືອນຫົກ(ເວົ້າເດືອນລາວ)  ວັດທີ່ເຮັດບຸນຫຼ້າສຸດຂອງປີ ຄືເຮັດເດືອນ ໑໑ ໃນວຽງຈັນ ແມ່ນວັດຊຽງຍືນ ຄືຟັງທັມລໍາພຣະເຫວດ ແຮມ ໑ ຄໍ່າ ຂອງເດືອນ ໑໑ ກົງກັບບຸນຊ່ວງເຣືອວຽງຈັນ, ເຮັດມາເຫິງປານໃດແລ້ວບໍ່ຊາບ ຊາບແຕ່ວ່ານັບແຕ່ຂຶ້ນມາຢູ່ວຽງຈັນ ປີ ໑໙໘໖ ເປັນຕົ້ນມາເຫັນເພິ່ນເຮັດແລ້ວ ແລະກໍເຄີຍໄດ້ໄປເທດທີ່ນັ້ນຫຼາຍຄັ້ງ, ເທົ່າທີ່ເຫັນແຕ່ເກີດມາ ເທົ່າທີ່ເຫັນແມ່ນວັດຂະເໝົາໂພນຈຳປາ ບ້ານເກີດຜູ້ຂຽນແມ່ນເຮັດເດືອນຫົກຂອງທຸກໆປີນັບ ຄົງຈະເຮັດກັນມານານຈົນເປັນປະເພນີ ພຣະອາຈານຊາໂງນ ບຸນທອງ ວິປະໄຊ ເວົ້າໃຫ້ຟັງວ່າ ອາຈານໃຫຍ່(ໝາຍເຖິງ ອາຈານພໍ່ເຖົ້າລ້ວນ ເຈົ້າອະທິການວັດໂພນຈຳປາ ເພິ່ນເຮັດບຸນພຣະເຫວດເດືອນ 6) ອາຈານໃຫຍ່ເປັນເຈົ້າອະທິການວັດ ໂພນຈຳປາໃນລະຫວ່າງປີ ຄສ. 1905-1973)

- ສໍາລັບ ວັດວຽງຈະເລີນ ສ້າງມີ ແຕ່ວັນທີ 18 ເດືອນມັງກອນ ປີ 2001 ມາຮອດປີນີ້(2014) ເຮັດບຸນພະເຫວດມາແລ້ວ  ຄັ້ງ ຄືເຮັດທຸກໆປີບໍ່ໄດ້ຂາດ ແລະເຮັດ ເດືອນ 1 ລາວ 1 ຄັ້ງ, ເຮັດເດືອນ 7 ເພັງ ໑ ຄັ້ງ  ໑໒ ຄໍ່າເດືອນ ໗ (ເນື່ອງຈາກວ່າໃນເດືອນມິນາຜ່ານມາໄດ້ເຮັດບຸນສົມໂພດພຣະ ຈຶ່ງຕ້ອງເລື່ອນເວລາອອກໄປ)

- ປີນີ້ ເຮັດ
1. ວັນເສົາ, ວັນທີ 29 ມິນາ 2014 ເປັນມື້ຕັ້ງ ຕອນແລງ 16:00 ໂມງ. ສູດມຸງຄຸນ, ເທດມະໄລໝື່ນ ມະໄລແສນ.
2. ວັນອາທິດ, ວັນທີ 30 ມິນາ 2014 ເປັນມື້ເທດ ພະເຫວດ.
(ເບິ່ງລາຍລະອຽດຂ່າວໃນນີ້)

- ບຸນພຣະເຫວດນັ້ນ ເປັນການສ້າງປາຣະມີ ຄື
໑. ທານະປາຣະມີ ເວົ້າເລື່ອງການໃຫ້ທານ (ທຸກຄົນໄດ້ທານຕົ້ນ ທານກັນຫຼອນ ທານກັນເທດ)
໒. ເວົ້າເລື່ອງສີລະປາຣະມີ (ປະຊາຊົນທຸກຄົນທີ່ເຂົ້າໄປຟັງເທດ ຕ້ອງຮັບສິນກ່ອນ)
໓. ເວົ້າເລື່ອງປັນຍາປາຣະມີ (ການຟັງກໍ່ໃຫ້ເກີດປັນຍາ)
໔. ວິຣິຍະປາຣະມີ (ເປັນການອົບຮົມຄວາມພຽນ ຄືພະຍາຍາມ ຕະຫຼອດວັນເພື່ອປະກອບການທຳບຸນ ຟັງທຳ)
໕. ຂັນຕິປາຣະມີ (ອົດທົນຟັງເທດ)

- ເວົ້າລວມແລ້ວ ແມ່ນການສ້າງປະຣະມີ ໑໐ ທັດ ສົມບູນໃນຕົວ, ແຕ່ວ່າໃນເລື່ອງພຣະເຫວດແທ້ໆນັ້ນ ເນັ້ນເຖິງການໃຫ້ທານ ຄື ພະເຫວດຍິ່ງດ້ວຍການໃຫ້ທານ ຫຼືທານະປາຣະມີ ຫາກເຮົາມັກຟັງເທດພຣະເຫວດ ຈະເຫັນ ຂັ້ນຕອນຂອງຊີວິດພຣະເຫວກສັນດອນ ເຕັມໄປດ້ວຍການໃຫ້ທານ ເພາະທານຈຶ່ງເຮັດໃຫ້ປະຊາຊົນຊັບໄລ່ນີ້ຈາກເມືອງ ແລະກໍເພາະທານນັ້ນເອງ ທີ່ເຮັດໃຫ້ຊາວເມືອງໄປເຊີນກັບມາຄອງເມືອງດັ່ງເກົ່າ ເປັນທ້າວເລົ່າສອງທີ ແລະ ເປັນຍ້ອນທານນັ້ນເອງ ທີ່ເຮັດໃຫ້ຝົນຫ່າແກ້ວຕົກລົງມາເຕັມ ບ້ານເຕັມເມືອງ ໃຫ້ຊາວເມືອງໃຜໆ ກໍໄດ້ຮັບ ອານິສົງໂດຍຖ້ວນທົ່ວກັນ.

- ເຣື່ອງພຣະເຫວດເປັນໜັງສືປະເພດຊາດົກ ທີ່ໂພທິສັດບໍາເພັງປາຣະມີ ຈຶ່ງຮຽກວ່າ ພຣະເຫວດສັນຕຣະຊາດົກ ຫຼືພຣະເຫວດສັນດອນ, ເຣື່ອງພຣະເຫວດສັນດອນ ເປັນຊາດົດທີ່ມີມາໃຫ້ພຣະໄຕປິດົກ ທີ່ພຣະອົງປາຣົບເຖິງຝົນຫ່າແກ້ວ ຫຼືຝົນໂບກຂະຣະພັດ ເປັນຊາດສຸດທ້າຍໃນ ໑໐ ຊາດ ທີ່ພຣະໂພທິສັດ ຮັບໃຊ້ຊາດ ຫຼັງຈາກຊາດທີ່ເປັນພຣະເຫວດແລ້ວ ກໍໄດ້ມາເກີດເປັນພຣະສິດທັດຖະ ແລະກໍຕັດເປັນພຣະພຸດທະເຈົ້າ ໃນຊາດສຸດທ້າຍ ແລ້ວສະເດັດເຂົ້າສູ່ພຣະນິພາານ ຈໍາເດີມແຕ່ພຣະອົງໄດ້ຮັບພຣະຍາກອນເປັນຕົ້ນມາ.

- ເຣື່ອງພະເຫວດສັນດອນ ເປັນເຣື່ອງທີ່ປາກົດໃນພຣະໄຕຍປີດົກ ແລະພຣະອົງເທດໄວ້ສຽງສັ້ນໆ ແຕ່ເມື່ອເອົາມາແຕ່ງ ເປັນພາສາລາວແລ້ວ ເທດໄດ້ໝົດມື້ຈຶ່ງສຸດ ບາງລໍາສັ້ນເທດແຕ່ ຕີ 3 ໂມງເດີກ ກໍໄປສຸດທີ່ 4 ໂມງແລງຈົບ, ບາງລໍາເທດແຕ່ ຕີ 2 ເດີກ ຈົນຮອດ 20 ໂມງກໍຍັງມີ) ອັນນີ້ ກໍຢັ້ງຢືນເຖິງຫົວຄິດປະດິດສ້າງຂອງຄົນລາວບູຮານ ວ່າມີຄວາມເກັ່ງກ້າສາມາດ ຂະໜາດໃດ ທີ່ສາມາດແຕ່ງໜັງສືພຣະເຫວດໄດ້ຍາວຂະໜາດນັ້ນ (ຫາກທຽບກັບດຽວນີ້ ອີສັງອີສັງກໍຄົ້ນພົບໄປໝົດ ແຕ່ ສະໄໝນັ້ນ ຫາຂໍ້ມູນໄດ້ຍາກ ແຕ່ວິໄສທັດຂອງເຂົາມອງເຫັນຊອດກະຈ່າງມາຮອດຍຸກເຮົາ).

- ໃນໜັງສືພຣະເຫວດ ເປັນມໍລະດົກອັນລໍ້າຄ່າຂອງຄົນລາວ ມີຄວາມຮູ້ທຸກສາຂາວິຊາ ດ້ານພາສາ, ອັກສອນ, ປະເພນີ, ວັດທະນະທຳ, ການປົກຄອງ, ແລະອື່ນໆນັບບໍ່ໄຂວ່.

- ໜັງສືເລື່ອງພຣະເຫວດ ເມື່ອມາແຕ່ງເປັນພາສາລາວແລ້ວຍາວໆ ນັບວ່າຄົນລາວບູຮັກນັ້ນ ເປັນສັງຄົມນັກປຣາຊ ນັກຮຽນຮູ້ປັນຍາຊົນ, ໜັງສືພຮະເວດ ທີ່ປາກົດໃນທົ່ວປະເທດລາວ ເປັນໜັງສືທີ່ແຕ່ງດ້ວຍພາສາລາວ ລາວທີ່ເຕັມໄປດ້ວຍ ສັນທະລັກສະນະ ແຕ່ງເປັນກອນປະເພດຮ້ອຍກອງ ຜະສົມຮ້ອຍແກ້ວ ມິທັງພາສາປາລີ (ທີ່ຮຽກວ່າຄາຖາພັນ) ຄືເປັນວັນນະຄະດີຊັ້ນເລີດຂອງລາວອີກສະບັບໜຶ່ງ ແລະເປັນວັນນະຄະດີອັມມະຕະ ແລະມີຄວາມນິຍົມສຸດ ຂີດໃນເມືອງລາວ.

- ວັນນະກຳພະເຫວດ ເປັນວັນນະກັມທີ່ອຳມະຕະໄດ້ ເພາະເປັນວັນນະກຳທີ່ມີຣົດທາງວັນນະກຳ ຄົບທຸກຣົດ ເຊິ່ງຮຽກວ່າ ອັດຖະຣົສ ຄືໂຫຍດ ໙ ຢ່າງຈາກວັນນະຄະດີ ຄື:

໑. ຣົສຮັກ
໒. ຣົສໂສກ
໓. ຣົສກ້າຫານ
໔. ຣົສອັສຈັຣຍ໌.
໕. ຣົສຕລົກ.
໖. ຣົສໜ້າຢ້ານກົວ.
໗. ຣົສຣະຫ້ອຍອ່ອນຊອນ.
໘. ຣົສກຽດຊັງ
໙. ຣົສຄຽດແຄ້ນ.


- ໜັງສືພຣະເຫວດ ເປັນໜັງສືທີ່ຈານດ້ວຍອັກສອນລາວບູຮານ (ອັກສອນທຳ) ເວລາເຮັດບຸນພຣະເຫວດປະຈຳປີ ຂອງແຕ່ລະວັດ ທາງວັດຈະຈັດແບ່ງໜັງສືນັ້ນອອກເປັນຕອນໆ ໃສ່ໄປໃນແຕ່ລະຫົວວັດ ໃຫ້ມາເທດໃຫ້ຍາດໂຍມຟັງ, ບໍ່ປາກົດເຫັນມີການຈານ ຫຼືຂຽນລົງໃນໃບລານ ເປັນອັກສອນລາວເດີມເລີຍ ແຕ່ຈະເຫັນພິມເປັນອັກສອນລາວໃນປື້ມ ເປັນອັກສອນລາວແບບສະພາຈັນທະບູຣີ ແລະອັກສອນກະຊວງສຶກສາກ່ອນປີ ໑໙໗໕ ເຫັນມີການພິມ 2 ເຫຼັ້ມ ຄືເຫຼັ້ມທີ່ 1 ໂດຍ ພຣະອາຈານໃຫຍ່ຄໍາຈັນ ວັດແສນຫຼວງພຣະບາງ ແລະເຫຼັ້ມ ທີ່ສອງແມ່ນ ສະພາຈັນທະບູຣີພິມ ຂອງທ່ານມະ ຫາສີລາ ວິຣະວົງສ໌.