Tuesday 14 August 2012

ອັດຕະລັກລາວ

- ອັດຕະລັກ ຄື ສິ່ງສະແດງເຖິງຕົວຕົນອັນແທ້ຈິງຂອງສິ່ງນັ້ນໆ, ຄົນນັ້ນໆ, ສັງຄົມ, ຊຸມຊົນ ແລະຊາດນັ້ນໆ ອັດຕະລັກລາວ ຄື ສິ່ງສະແດງເຖິງຕົວຕົນອັນແທ້ຈິງຂອງລາວ ມີຫຼວງຫຼາຍພາຍມາກ ແຕກຕ່າງກັນໄປແຕ່ລະຊຸມຊົນ, ທ້ອງຖິ່ນ, ພູມີພາກ, ສັງຄົມ, ຊົນຊາດ ແລະອື່ນໆ.
- ອັດຕະລັກລາວ ເປັນທີ່ເອກະອ້າງທະນົງໃຈລວມຂອງຊົນຊາດລາວ ທີ່ເປັນໝວດໃຫຍ່ໆໄດ້ແກ່.

໑. ພາສາລາວ ເປັນພາສາຄຳໂດດໆ ແລະເປັນຄຳທີ່ຜັນສຽງໄປຕາມວັນນະຍຸດເໝືອນສຽງດົນຕຣີ ພາສາລາວກຳເນີດມາຈາຄົນລາວ ຄົນລາວທົ່ວປະເທດມີສຳນຽງແຕກຕ່າງກັນ ແຕ່ວ່າໂຄງສ້າງປະ ໂຫຍກຂອງພາສາ ແລະການສື່ພາສານັ້ນ ແມ່ນເໝືອນກັນ ສະນັ້ນເຖິງວ່າສຳນຽງສຽງເວົ້າຂອງຄົນ ລາວຈະຕ່າງກັນ ແຕ່ກໍຟັງກັນຮູ້ເລື່ອງ ອັນໜຶ່ງພາສາລາວນັ້ນສຽງກັບຮູບແມ່ນກົງກັນທຸກໆຕົວ ເຖິງວ່າພາສາລາວສ່ວນຫຼາຍໄດ້ຮັບອິດພົນມາຈາກພາສາປາລີ, ສັນສະກິດ ແລະພາສາອື່ນໆກໍຕາມ ສຽງເວົ້າກັບອັກສອນແມ່ນກົງກັນສະເໝີ.

໒. ອັກສອນ ຊົນຊາດລາວ ເປັນອະຣະຍະຊາດ ສະນັ້ນຄົນລາວຈຶ່ງມີອັກສອນເປັນຂອງຕົນເອງເຖິງ ສອງແບບ ຄື ອັກສອນລາວບູຮານ ແລະອັກສອນລາວເດີມ(ອັກສອນທຳ) ແຕ່ກ່ອນອັກສອນລາວ ມີຮູບອັກສອນຫຼວງຫຼາຍເກືອບເຖິງຮ້ອຍຮູບ ແຕ່ໜ້າເສັຍດາຍາມາເຖິງປັດຈຸບັນນີ້ ອັກສອນລາວ ຍັງເຫຼືອແຕ່ ໒໘ ອັກສອນລວມແລ້ວ ຮູບອັກສອນລາວປັດຈຸບັນຍັງບໍ່ເກີນ ໔໐ ຮູບ, ສ່ວນອັກສອນທຳ ຖືວ່າເກືອບສູນສິ້ນຈາກຄົນລາວໄປແລ້ວ (ເພາະອັກສອນນີ້ໄດ້ຮຽນແຕ່ໃນວັດ ບາງວັດເທົ່ານັ້ນ).

໓. ອາຫານລາວ ມີຫຼວງຫຼາຍພາຍມາກ ນັບແຕ່ລາບ, ກ້ອຍ, ຊອຍ, ແຊ່, ໝັກ, ດອງ, ຂົ້ວ, ຈືນ, ຕົ້ມ, ອ່ອມ, ເອາະ, ໝົກ, ຫຼາມ, ປິ້ງ, ຢ້າງ, ຈີ່, ແຈ່ວ, ຕົ້ມ, ແກງ, ແລະອີກຫຼວງຫຼາຍພາຍມາກ, ພາເຂົ້າລາວພາໜຶ່ງໃນຄາບໜຶ່ງ ຈະມີອາຫານລວມກັນບໍ່ຕໍ່າກວ່າ ໖ ເຍື່ຶອງ, ທີ່ສຳຄັນໃນພາເຂົ້າຂອງລາວ ມັກຈະຂາດບໍ່ໄດ້ ຄື ແຈ່ວກັບຜັກ, ຄົນລາວເປັນຄອບຄົວໃຫຍ່ຢູ່ນຳກັນ ດ້ວຍຄວາມສາມັກຄີ ສະນັ້ນ ການກິນເຂົ້າທຸກໆຄັ້ງມັກຈະມີກະໂຕກ, ພາເຂົ້າ ເປັນຫຼັກ ອາຫານຖືເປັນອັດຕະລັກສຳຄັນຂອງລາວ ທັງເປັນມວນລວມຂອງຊາດ ແລະປະຈຳທ້ອງອີກ ເພາະວ່າເຮົາເຫັນວ່າ ຫາກເຮົາເຫັນອາຫານເຮົາກໍຮູ້ໄດ້ໂລດວ່າ ມາຈາກທ້ອງຖິ່ນໃດ ເຊັ່ນ ເອາະຫຼາມ ຮູ້ໂລດວ່າມາຈາກເມືອງຫຼວງ, ປາກະເຕົາ ແລະປາເຄັມປາສ້ອຍ ກ້ອຍພັນ ຮູ້ໂລດວ່າມາຈາກເມືອງໂຂງ(ສີທັນດອນ) ນົກແອ່ນຮູ້ໄດ້ໂລດວ່າມາກຈາກຊຽງຂວາງ ເຫຼົ່ານີ້ເປັນຕົ້ນ.

໔. ເຄື່ອງແຕ່ງກາຍ ເຖິງວ່າດຽວນີ້ປະເທດຊາດພັດທະນາ ຄົນລາວກໍເປັນຊາດໜຶ່ງໃນໂລກທີ່ພັດທະນາ ແຕ່ຄົນລາວຍັງນຸ່ງເຄື່ອງທີ່ເປັນເອກະລັກຂອງຊາດຢູ່ ໂດຍສະເພາະຍິງລາວ.

໕. ຮີດຄອງລາວ ຄົນລາວເປັນອະຣະຍະຊາດ ຈຶ່ງມີຮີດຄອງທີ່ເປັນເອກະລັກຂອງຕົນ ເຊິ່ງປາກົດ ເປັນລາຍລັກອັກສອນໃນຮີດສິບສອງ ຄອງສິບສີ່ ຮີດເຫຼົ່ານີ້ ຍັງຄົງໝັ້ນໃນສັດທາແຫ່ງຄົນລາວບໍ່ມີວັນຈະເລືອນຫາຍ.

ໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ
(ບົດຄວາມຂຽນເພື່ອເປັນສົມບັດສາທາລະນະ ຫາກທ່ານນຳໄປໃຊ້ເພື່ອການຄ້າ ຄ້າຕ້ອງປຶກສາເຈົ້າຂອງບົດກ່ອນ)