Wednesday 22 June 2011

ເທວະດາດີ ຊີ້ທາງຖືກ

- ເຊົ້າວັນນີ້(ວັນທີ 22 ມິຖຸນາ 2011) ເວລາ 08:20 ໂມງ, ຫຼັງຈາກຍາດໂຍມຄູ່ຜົວເມັຍ ຈາກແຂວງເຊກອງມາຢ້ຽມຢາມແລ້ວກັບລົງໄປແລ້ວ, ກໍມີຄູ່ຜົວເມັຍຈາກບ້ານທາດຫຼວງກາງ ເຂົ້າມາຫາແລ້ວຂາບລົງສາມຫົນ ຖວາຍຊອງທີ່ເຂົາຖືມານັ້ນແລ້ວ ກໍເວົ້າວ່າ.
- ແມ່ອອກຜູ້ເປັນເມັຍ: ຂ້ານ້ອຍ ເປັນຄົນບ້ານທາດຫຼວງກາງ ບໍ່ເຄີຍມາວັດອາຈານຈັກເທື່ອ.
- ພຣະອາຈານ: ໂອ...ຄືບໍ່ມາລະໃກ້ໆກັນບໍ່ຢອກ ອາຈານຕັ້ງວັດນີ້ກະສິບປີແລ້ວເດ.
- ແມ່ອອກເວົ້າວ່າ : ຂ້ານ້ອຍບໍ່ເຄີຍ ເຂົ້າວັດທໍາບຸນຕັ້ງແຕ່ເກີດ.
- ພຣະອາຈານ: ເອົາວ໌...ເປັນຫຍັງ ຈຶ່ງບໍ່ເຂົ້າລະ ຢູ່ໃກ້ວັດໃກ້ວາປານນັ້ນ.
- ພໍ່ອອກຜູ້ເປັນຜົວ: ຂໍປະທານໂທດຂ້ານ້ອຍ, ເພິ່ນ(ໝາຍເຖິງເມັຍ) ເປັນຄົນຫວຽດນາມ.
- ພຣະອາຈານ: ໂອ...ຄົນຫວຽດນາມກະເຂົ້າວັດຄືກັນ ເປັນຊາວພຸດ ຄືກັນກັບລາວນີ້ຕວາ ?
- ແມ່ອອກຜູ້ເປັນເມັຍ: ໂດຍ ຂ້ານ້ອຍເປັນຄົນໄທແດງ, ຢູ່ຫວຽດນາມ ໃກ້ໆກັບຊາຍແດນ ຊຽງຂວາງ.
- ພຣະອາຈານ: ໂອ...ໄທແດງ ຖືສາສນາຜີ ຫຼືສາສນາແຖນລະ.
- ແມ່ອອກຜູ້ເປັນເມັຍ: ໂດຍ...ຖືແຖນ ເວົ້າພ້ອມກັບເອົາມືຊີ້ຂຶ້ນເມືອຟ້າ.
- ພຣະອາຈານ: ອືມ໌...ບໍ່ແມ່ນຜີບໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ...ແຖນ ຕ້ອງໄຫວ້ເມື່ອຮອດຍາມໄຫວ້.
- ພຣະອາຈານ: ໄຫວ້ຍາມໃດລະ ?
- ແມ່ອອກຜູ້ເປັນເມັຍ: ໄຫວ້ຍາມກຸດຈີນ ກຸດຫວຽດ.
- ພຣະອາຈານ: ອືມດີໆໆໆໆ ພໍ່ອອກເດລະ ?
- ພໍ່ອອກຜູ້ເປັນຜົວ: ປະທານໂທດ ຂ້ານ້ອຍເປັນຄົນຊົນເຜົ່າ ເກີດຢູ່ແຂວງຜົ້ງສາລີ.
- ພຣະອາຈານ: ເປັນຄົນຜົ້ງສາລີ ບໍ່ໄດ້ຖືສາສນາພຸດກ່ອນບໍລະ ?
- ພໍ່ອອກຜູ້ເປັນຜົວ: ພໍ່ແມ່ພາຖື ຂ້ານ້ອຍ.
- ພຣະອາຈານ: ມີວັດບໍລະ ຜົ້ງສາລີນັ້ນ.
- ພໍ່ອອກຜູ້ເປັນຜົວ: ມີຂ້ານ້ອຍ ແຕ່ຂ້ານ້ອຍໜີຈາກຜົ້ງສາລີເຫິງແລ້ວ ໄປຢູ່ຫຼາຍບ່ອນ ຍ້ອນຄວາມທຸກຄວາມຍາກ ບໍ່ເຄີຍເຂົ້າວັດຈັກເທື່ອ.
- ພຣະອາຈານ: ດຽວນີ້ ອາຍຸຈັກປີແລ້ວ ?
- ພໍ່ອອກຜູ້ເປັນຜົວ: ປະທານໂທດຂ້ານ້ອຍ ອາຍຸ 53 ປີ, ເພິ່ນ (ງວາກໜ້າໄປຫາເມັຍ) 48-49 ແມ່ນບໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ 48-49 ນີ້ແລ້ວ.
- ພຣະອາຈານ: ມາຢູ່ວຽງຈັນຈັກປີແລ້ວນີ້ ?
- ພໍ່ອອກຜູ້ເປັນຜົວ: ຂ້ານ້ອຍມາແຕ່ 1980.
- ແມ່ອອກຜູ້ເປັນເມັຍ: ມາກ່ອນປົດປ່ອຍ ຂ້ານ້ອຍບໍ່ຈື່ປີ ມາແຕ່ຍັງນ້ອຍໆ ບໍ່ຮູ້ຄວາມ ພໍ່ແມ່ພີ່ນ້ອງມາໝົດ.
- ພຣະອາຈານ: ຕົກລົງເປັນຄົນຫວຽດ ຫຼືເປັນໄທແດງລະ ?
- ພໍ່ອອກຕອບແທນ: ພໍ່ເພິ່ນເປັນຫວຽດ ແຕ່ແມ່ເພິ່ນເປັນໄທແດງ.
- ພຣະອາຈານ: ຄົນຢູ່ບ້ານເກີດ ເປັນເວົ້າໄທແດງໝົດບໍ ?
- ແມ່ອອກ: ແຕ່ຍັງນ້ອຍເວົ້າໄທແດງໝົດ, ແຕ່ດຽວນີ້ບໍ່ຮູ້ ບໍ່ໄດ້ເມືອຈັກເທື່ອ.
- ພຣະອາຈານ: ເອົາລະ ເຂົ້າໃຈແລ້ວ ຢາກຖາມວ່າມາຫາພຣະອາຈານມີເລື່ອງຫຍັງໃຫ້ຊ່ວຍບໍ ?
- ແມ່ອອກ: ຂ້ານ້ອຍ ຢາກມາເຮັດພາເຂົ້າທິບ ຊິເຮັດມືໃດດີ ? ເວລາໃດ ?
- ພຣະອາຈານ: ເລືອກເອົາ ວັນສຸກ 8 ຄໍ່າ ເອົາເຊົ້າຫຼືເພນລະ ?
- ແມ່ອອກ: ສຸດແລ້ວແຕ່ອາຈານ ຊິໃຫ້ເຮັດຕອນໃດ ?
- ພຣະອາຈານ: ເອົາ...ຕອນເຊົ້າເດີ...ມາຮອດນີ້ 7 ໂມງເຊົ້າ.
- ແມ່ອອກ: ແຕ່ງຫຍັງມາແນ່ ຂ້ານ້ອຍ.
- ພຣະອາຈານ: ກະແຕ່ງພາເຂົ້າທິບຫັ້ນແລ້ວ ມື້ນັ້ນມີຍາກໂຍມມາຕັກບາດ ກໍແຕ່ງເຄື່ອງໃສ່ບາດມາພ້ອມກະໄດ້.
- ແມ່ອອກ: ຂອງກິນເດ ຂ້ານ້ອຍ ເອົາຫຍັງແນ່ ?
- ພຣະອາຈານ: ອັນນັ້ນສຸດແລ້ວແຕ່ແມ່ອອກເດີ ຢາກເອົາຫຍັງກະໄດ້ ກໍຄືຂອງທີ່ພຣະສັນໄດ້ຫັ້ນແລ້ວ (ຄວາມຈິງ ພຣະເຮົາກໍານົດປະເພດ ອາຫານບໍ່ໄດ້ດອກແມ່ອອກ ເຮົາຢາກເຮັດຫຍັງກະສຸດແລ້ວ ຖາມພຣະບໍ່ໄດ້) ພຣະອາຈານຫົວ 5555 ຢ່າໄປຖາມພຣະໃດເດີ.
- ພໍ່ອອກ ແມ່ອອກພາກັນຕອບຮັບ: ໂດຍ, ພວກຂ້ານ້ອຍບໍ່ຈັກເຮັດອີຫຼື ບໍ່ເຄີຍແທ໊ໆ ຂ້ານ້ອຍ.
- ພຣະອາຈານ: ດີໆໆໆໆ ບໍ່ເຄີຍ ແຕ່ກໍຢາກເຮັດນໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ...ມີຄົນມາບອກໃຫ້ເຮັດ.
- ພຣະອາຈານ: ແນ໊ະ...ໃຜມາບອກໃຫ້ເຮັດອີກລະ ?
- ແມ່ອອກ: ໂດຍຂ້ານ້ອຍ ມີຜູ້ເຖົ້າສັກໄມ້ເຖົ້າຫຼັງກົ່ງໆໆ ຈູງຫຼານນ້ອຍ ເຂົ້າມາໃນຮ້ານ ບອກຂ້ານ້ອຍໆ ວ່າໃຫ້ໄປເຮັດບຸນ, ເຮັດພາເຂົ້າທິບ, ເຮັດພາເວນ ຢູ່ວັດເບື້ອງຕາເວັນອອກ ຂ້ອງພຣະທາດຫຼວງ ເປັນວັດສອກຫຼິ້ກ ໄປຫາອາຈານພາເຮັດ ຊີ້ມືມາແຖວວັດອາຈານພຸ້ນ.
- ພຣະອາຈານ: ເອົາອີກແລ້ວນໍ ພໍ່ອອກນັ້ນມາແຕ່ໃສ, ຮຸ້ເຂົາບໍ ?
- ແມ່ອອກ: ຂ້ານ້ອຍຖາມເພີ່ນວ່າ ເພິ່ນມາຈາກອັດຕະປື.
- ພຣະອາຈານ: ໂຮ...ມາໃກ ເຂົາມວ່າຈັກໃດ ?
- ແມ່ອອກ: ຂ້ານ້ອຍຂາຍເຄື່ອງຢູ່ຮ້ານ, ມີລູກຄ້າຫຼາຍຄົນເຂົ້າມຊື້ຂອງ ເຫັນຜູ້ເຖົ້າໜັງຫ່ຽວໆ ມືໜຶ່ງຖືຄ້ອນເທົ້່າ ມືໜຶ່ງຈຸງຫຼານ ມາທ້ວງຂ້ານ້ອຍວ່າ ອີນາງມຶງຊວຍແທ້ ນໍປີນີ້ ໃຫ້ມຶງໄປເຮັບບຸນເດີ ເຮັດພາເຂົ້າທິບ, ສູດລົດນໍ້າ, ໄປວັດເບື້ອງຕາເວັນອອກພຸ້ນ ເປັນວັດທີ່ຢູ່ຊອກຫຼິ້ກ ຊີ້ມືມາທາງວັດພຣະອາຈານພີ້ ຂ້ານ້ອຍເຂົ້າໃຈໂລດວ່າແມ່ນວັດອາຈານ.
- ພຣະອາຈານ: ແລ້ວເຂົາວ່າ ຈັ່ງໃດຕໍ່.
- ແມ່ອອກ: ຂ້ານ້ອຍໄດ້ແຕ່ຕົກໃຈ, ພໍ່ເຖົ້າຄືຊິຮູ້ວ່າຂ້ານ້ອຍຕົກໃຈ ເຂົາກໍຢ່າງເຂົ້າມາເອົາມືລູບຫຼັງຂ້ານ້ອຍ ແລ້ວເວົ້າວ່າຢ່າຕົກໃຈ, ອີ່ພໍ່ມາບອກໃຫ້ລູກເຮັດບຸນຊື່ໆ ອີນາງບໍ່ເຄີຍເຮັດບຸນຈັກເທື່ອໃນຊີວິດນີ້, ອີນາງປຸກເຮືອນໃໝ່ແມ່ນບໍ ? ຂ້ານ້ອຍກໍງົງເລີຍ ວ່າຈັ່ງໃດ ເຂົາຈຶ່ງຮູ້ວ່າຂ້ານ້ອຍປູກເຮືອນໃໝ່, ແລ້ວເຂົາກໍບອກວ່າ ໃຫ້ພາລູກພາຜົວໄປເຮັດບຸນ ຈະດີເອງ.
- ພຣະອາຈານ: ໂອ...ມີຄືກັນເນາະແບບນີ້, ແມ່ອອກປຸກເຮືອນໃໝ່ແທ້ບໍລະ ?
- ພໍ່ອອກຜູ້ເປັນຜົວ: ໂດຍ ຂ້ານ້ອຍ ແມ່ນແທ້.
- ພຣະອາຈານ: ແລ້ວພໍ່ເຖົ້ານັ້ນ ວ່າຈັງໃດຕໍ່ ?
- ແມ່ອອກ: ມີຄົນເຂົ້າມາໃນຮ້ານຫຼາຍ ໃຜໆກໍມາໃຫ້ເພິ່ນເບິ່ງໃຫ້ ແຕ່ເພິ່ນບໍ່ເບິ່ງ ຮີບຈູງມືເດັກນ້ອຍຢ່າງໜີ ຂ້ານ້ອຍເອົາເງິນ 100.000 ໃຫ້ເພິ່ນ, ເພິ່ນກະບໍ່ເອົາ ມີແຕ່ບອກຂ້ານ້ອຍວ່າ ໃຫ້ອີນາງຟ້າວໄປເຮັດບຸນເດີ ແລ້ວກະຢ່າງໜີໄປທາງໃນເມືອງໄປໄວໆແທ້ໄວວ່າ ບໍ່ໜ້າເຊື່ອວ່າ ຜູ້ເຖົ້າປະມານ 70 ປີຈະຢ່າງໄວຂະໜາດນັ້ນ, ຂ້ານ້ອຍແລ່ນນໍາ ໄກເຕີບຈຶ່ງທັນ ຈົກເງິນໃຫ້ເພິ່ນ ຊິໂຕນເພິ່ນ ຂ້ານ້ອຍຈົກໃຫ້ 200.000 ກະບໍ່ເອົາ ມີແຕ່ເວົ້າວ່າ ໃຫ້ໄປເຮັດບຸນ ຂ້ານ້ອຍເລີຍຊື້ ໝາກພ້າວຫອມທີ່ຂາຍຢູ່ແຄມທາງ ໃຫ້ເພິ່ນ 2 ໜ່ວຍ ເພິ່ນຈຶ່ງເອົາ.
- ພຣະອາຈານ: ໂອ...ຈັ່ງຊີ້ກະມີເນາະ...ເອົາຈັ່ງຊີ້ 8 ຄໍ່າ ຈຶ່ງມາເດີ.
- ທັງຜົວ ແລະເມັຍ ກໍວ່າ: ໂດຍ ແລະຖາມອາຈານວ່າ ຢາກໄດ້ຄວາມຢາດນໍ້າ ແລະຄວາມໄຫວ້ພຣະ, ອາຕະມາ ກໍເອົາຄວາມໄຫວ້ ພຣະຫຍໍ້ໆໃຫ້ ແລະອາທິບາຍວິທີຢາດນໍ້າ ແລະຄໍາຫຍາດນໍ້າໃຫ້ຜົວເມັຍທັງສອງຟັງ ຢ່າງລະອຽດ ແລ້ວກໍບອກເຂົາຮັບພອນ, ທັງສອງກໍພາກັນ ຂາບລົງແລ້ວກໍລາອາຈານຈະກັບ ລຸກຂຶ້ນແລ້ວຢ່າງໄຂປະຕູແກ້ວ ແລ້ວອາຕະມາກໍຈະລຸກຕາມເຂົາໄປສົ່ງເຂົາ, ທັນໃດນັ້ນ ແມ່ອອກຜູ້ເປັນເມັຍກໍກັບ ເຂົ້າມາຄືນແລ້ວເວົ້າວ່າ ຫຼົງຄາວໄປ ຂ້ານ້ອຍເກືອບລືມ ທັງຜົວທັງເມັຍ ກໍກັບເຂົ້າມານັ່ງທີ່ເດີມ ແລ້ວເວົ້າວ່າ.
- ແມ່ອອກ: ຜູ້ເຖົ້າຫັ້ນມາບອກຂ້ານ້ອຍມື້ຊືນ ແຕ່ວານີ້ຄາວຽກ ຈຶ່ງບໍ່ໄດ້ມາຕົກກາງຄືນເມື່ອຄືນນີ້ ຂ້ານ້ອຍກໍຝັນເຫັນຜູ້ເຖົ້ານັ້ນອີກ.
- ພຣະອາຈານ: ຝັນວ່າຈັ່ງໃດ ?
- ແມ່ອອກ: ຝັນວ່າ ເຂົາມາທີ່ເຮືອນຂ້ານ້ອຍ ແລ້ວມາບອກໃຫ້ຂ້ານ້ອຍ ມາສູດນໍ້າມົນ ແລະເຮັດພາເຂົ້າທິບເໝືອນເດີມ.
- ພຣະອາຈານ: ຫະ...ຝັນ ຫຼືເປັນເລື່ອງຈຶງ.
- ແມ່ອອກ: ມື້ຊືນຫັ້ນເລື່ອງຈິງ ແຕ່ມື້ຄືນນີ້ແມ່ນຝັນ.
- ພຣະອາຈານ: ເຂົາມາເຮືອນແມ່ອອກຢູ່ໃສ ?
- ແມ່ອອກ: ຕອນເຂົາໄປຫາແມ່ນຢູ່ຮ້ານ ແຕ່ຕອນຝັນແມ່ນຢູ່ເຮືອນ ເຂົາເຂົ້າມາເຮືອນແລ້ວ ກໍທ້ວງເຮືອນຂ້ານ້ອຍວ່າ ເຮືອນນີ້ເປື້ອນແທ້, ທັງໆທຮາເປັນເຮືຶອນໃໝ່ ແລະສະອາດຢູ່ ໃຫ້ຜົວມຶງພາໄຫວ້ພຣະສູດມົນແນ່, ຜົວມຶງບໍ່ລໍ້າລິລໍ່າໄລ ນໍາເຮືອນນໍາຊານ ປະຮີດປະຄອງ ແລະບໍ່ໄຫວ້ພຣະສູດມົນ, ໃຫ້ຜົວມືງໄປຂໍຄໍາໄຫວ້ພຣະ ກັບອາຈານຢູ່ວັດນັ້ນ ແລ້ວພາກັນເຮັດ ເຂົາເວົ້າແລ້ວກໍຊີ້ມີ ມາທາງຕາເວັນອອກ ກໍປາກວ່າ ວັດນັ້ນໆໆໆໆ ມືຂອງຜູ້ເຖົ້າຍາວອອກ ຈົນເຖິງຍອດວັດອາຈານ ຂ້ານ້ອຍຢ້ານກະຮ້ອງເຫຼີໃຫຼ ຈົນຜົວຂ້ານ້ອຍຕື່ນ ແລະເລົ່າໃຫ້ຜົວຂ້ານ້ອຍຟັງ ຈຶ່ງພາກັນມາແຕ່ເຊົ້າ, ບາດຂ້ານ້ອຍມາເຫັນ ຍອດວັດອາຈານແລ້ວ ເໝືອນໃນຄວາມຝັນນັ້ນເລີຍ.
- ພຣະອາຈານ: (ນຶກໃນໃຈ-ເອ..ແປກໆໆ) ເຂົາມານໍາໃຜ ?
- ແມ່ອອກ: ໃນຝັນເຂົາສັກຄ້ອນເທົ້າ ຈູງຫຼານເໝືອນເດີມ, ໃນຄວາມຝັນ ຂ້ານ້ອຍຖາມວ່າ ພໍ່ເຖົ້າມາຈາກໃສ ? ເຂົາຕອບວ່າມາຈາກອັດຕະປື.
- ພຣະອາຈານ: ອືມ໌....ເມື່ອມີຄົນມາບອກເຮັດ ກະເຮັດຫັ້ນຕິ ດີແລ້ວເດ ເຂົາມາບອກໃຫ້ເຮັດບຸນ..ເອົາເຮັດໆໆ ວັນແປດຄໍ້າມາໂລດ 7 ໂມງໃດລະ ຈຶ່ງທັນໝູ່.
-------------------------
- ທັງໝົດນີ້ ແມ່ນຄໍາສົນທະນາລະຫວ່າງຜູ້ຂຽນ ກັບສອງຜົວເມັຍ ມືເຊົ້ານີ້, ຈິງບໍ່ຈິງໃຫ້ໃຊ້ພິຈາຣະນາຍານຂອງທ່ານຕັດສິນເອງ, ຜູ້ຂຽນ ຄັດສັນແຕ່ບົດສົນທະນາອັນຈໍາເປັນມາເລົ່າໃຫຟັງ, ເພື່ອເປັນທັມມະທານຊື່ໆ ແລະສະຫຼຸບວ່າ ຄົນເຖົ້າຄົນນັ້ນແມ່ນໃຜກັນແທ້ ? ຖ້າວ່າ ພໍ່ອອກສອງຄົນນີ້ເວົ້າມາເປັນຄວາມຈິງ ກໍຖືວ່າເປັນເລື່ອງແປກ ແຕ່ຖ້າແມ່ອອກນີ້ບໍ່ໄດ້ວ່າຄວາມຈິງ ເປັນຫຍັງຈຶ່ງມາຫາອາຈານທີ່ວັດ ຖາມຂໍໜັງສືໄຫວ້ພຣະ ແລະເປັນຫຍັງເຂົາ ຈຶ່ງກະສັນຢາກທຳບຸນທັງໆ ທີ່ບອກວ່າບໍ່ເຄີຍທໍາບຸນ ເພາະຖືສາສນາແຖນ ມີແຕ່ເສັ້ນໄຫວ້ ? ແລ້ວກັບມາຖາມວ່າ ຄົນເຖົ້ານັ້ນເປັນຜີບໍ ? ເປັນຄົນບໍ ? ເປັນຄົນ ເປັນຫຍັງ ຈຶ່ງໄປເຂົ້າຄວາມຝັນຍິງຄົນນັ້ນໄດ້ ໃນວັນທີສອງຈາກເຫດການຈິງເກີດຂຶ້ນແລ້ວ, ທັງໃນຄວາມຝັນ ແລະຄວາມຈິງ ຜູ້ເຖົ້າຄົນນັ້ນ ໄດ້ບອກແມ່ອອກວ່າເຂົາມາຈາກອັດຕະປື, ຫຼືວ່າເຖົ້າຄົນນີ້ເປັນຜີ ອາຕາມາວ່າ ຄັນເປັນຜີ ພໍ່ເຖົ້າຄົນນັ້ນ ຄົງຊິບໍ່ບອກໃຫ້ແມ່ຍິງ ຄົນນັ້ນໄປທໍາບຸນດອກ ຄົງຈະໃຫ້ໄປໄຫວ້ ແລະບູຊາຜີແນ່ນອນ ເພາະແມ່ຍິງຄົນນີ້ກໍຖືແຖນ ແລະຜີຢູ່ແລ້ວ ຫາກພໍ່ເຖົ້າຄົນນີ້ ບໍ່ແມ່ນຄົນ ກໍຄົງເປັນເທວະດາເທົ່ານັ້ນ.
-------------------------------------------
- ຂໍ້ມູນເພິ່ມຕື່ມ: ຜົວຊື່ສີມ້າວ, ເມັຍຊື່ວັນນາ
- ວັນສຸກ 8 ຄໍ່າ ເຂົາຈະມາເຮັດບຸນ

No comments:

Post a Comment