Monday 26 September 2011

ກໍາເນີດ ນະໂມ

ໂດຍ: ພອຈ.ເນືອງພິລັກ ໂຊຕິທອນ
------
- ໃນຈາຮີດ ແລະປະເພນີທາງພຸດທະສາສະໜາ ຕັ້ງແຕ່ອະດີດ ປັດຈຸບັນ ແລະໃນອະນາຄົດກໍດີ ການຈະທໍາກິດກຳໃດໆ ໃນ ວຽກງານພຸດທະສາສະໜາ ມັກຈະກ່າວນະໂມ ກ່ອນທຸກຄັ້ງສະເໝີໄປ ຈະເປັນປັດເຈກບຸກຄົນ ຫຼືພະຫຸບຸດຄົນ ຈະຫຼາຍ ຫຼືນ້ອຍ ກໍອິງຕາມເລື່ອງ ແລະວິທີກຳ.

- ການຕັ້ງນະໂມ ມີຄວາມສໍາຄັນຫຼາຍ ຄືຕັ້ງໄວ້, ດໍາລົງໄວ້ມາຈາກມູນຮາກສັບ ຖາ(ຖ.ຫົວອອກ)ໃນຄວາມຕັ້ງ, ສະນັ້ນ ຈຶ່ງມີຄວາມໝາຍວ່າ ການຕັ້ງນະໂມ ເພື່ອໃຫ້ເກີດຄວາມໝັ້ນຄົງ ດໍາລົງໄວ້ເຊິ່ງຄວາມດີງາມ ແຫ່ງພິທີ ຫຼືກິດການນັ້ນໆ.

- ຄໍາອ່ານ ແລະຄໍາແປ ນະໂມ.
- ນໂມ ຕັສສ ພຄວໂຕ ອຣຫໂຕ ສມມາສມພຸທທັສສ : 
ແປວ່າ ນະໂມ ຕັສສ ພະຄະວະໂຕ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າພຣະອົງນັ້ນ ອະຣະຫະໂຕ ເຊິ່ງໄກຈາກິເລດ ສຳມາສຳພຸດທັດສະ ຕັດສະຮູ້ຊອບໄດ້ໂດຍພຣະອົງເອງ.

- ໃນຄຳພີ ສະມຸຕຖະສະມຸຈຈັຍ ອັຕຖະກະຖາ ພານະວາຣ ພຣະອັດຖະກະຖາຈານ ໄດ້ສະແດງໄວ້ເປັນຕໍານານ ເລົ່າຂານສືບມາວ່າ ກາລະຄັ້ງໜຶ່ງ ເທວະດາ ແລະອາສຸລະຫ້າຕົນລວມກັນ ໄດ້ພາກັນເຂົ້າເຝົ້າຖວາຍນະມັດສະການ ແດ່ພຣະຜູ້ມີພຣະພາກເຈົ້ານະທີ່ປະທັບ ແລ້ວໄດ້ເປັ່ງວາຈາຂອງຕົນ ຖວາຍອະພິວາດພຣະພຸດທະອົງ ຕົນລະວາລະ ຖວາຍຄວາມເຄົາລົບດັ່ງນີ້.

1. ສາຕາຄິຣາຍັກ ວ່າ ນະໂມ
2. ອະສຸຣິນທະຣາຫູ ວ່າ ຕັດສະ
3. ທ້າວເວດສຸວັນມະຫາຣາດ ວ່າ ພະຄະວະໂຕ
4. ທ້າວສັກກະ(ພຣະອິນ) ອະຣະຫະໂຕ
5. ທ້າວພຣະມະຫາພຣົມ ວ່າ ສຳມາສຳພຸດທັດສະ

- ແຕ່ລະຕົນເປັ່ງວາຈາອອກມາ ລ້ວນແຕ່ເປັນຄໍານອບນ້ອມ ເມື່ອລວມກັນເຂົ້າຕາມລໍາດັບ ຈຶ່ງໄດ້ ນະໂມ ຕັດສະ ພະຄະວະໂຕ ອະຣະຫະໂຕ ສຳມາສຳພຸດທັດສະ : ແປວ່າ ຂໍນອບນ້ອມແດ່ພຣະຜູ້ມີພຣະພາກເຈົ້າ ຜູ້ເປັນພຣະອໍຣະຫັນ ດັ່ງນີ້ ຄືທີ່ມາຂອງນະໂມ.

- ຄໍາວ່າ ນະໂມ ແປວ່າ ຄວາມນອບນ້ອມ ໝາຍເຖິງ ຈະລິຍາ ຄວາມປະພຶດ ຄືກາຍສະແດງອອກທາງກາຍ, ວາຈາ ແລະໃຈ.

- ນະ ໝາຍເຖິງນໍ້າ ເປັນເຄື່ອງໝາຍຄຸນຂອງແມ່ ໂມ ໝາຍເຖິງດິນ ເປັນເຄື່ອງໝາຍຄຸນຂອງພໍ່, ຄົນລາວເຮົາຈຶ່ງສອນ ສະເໝີວ່າ ບວດເປັນເນນ(ຈົວ)ແທນຄຸນແມ່, ບວດເປັນພຣະແທນຄຸນພໍ່ ຫຼືບວແເປັນເນນຈູງແມ່ຂຶ້ນສະຫວັນ, ບວດເປັນ ພຣະ ຈູງພໍ່ຂຶ້ນສະຫວັນ, ບຸກຄົນໃດກໍຕາມ ຫາກມີຈະລິຍາ ຄວາມປະພຶດດີງາມທາງກາຍ, ວາຈາ ແລະໃຈ ຈຶ່ງຊື່ວ່າ ຄົນ ມີນະໂມ ຄືມີຄວາມນອບນ້ອມ.

- ຄົນທີ່ມີຄວາມນອບນ້ອມ ທາງກາຍ, ວາຈາ ແລະໃຈຕໍ່ຕົນ, ຄົນອື່ນ ແລະສິ່ງອື່ນແລ້ວ ແມ່ນຈະທໍາການໃດໆ ທີ່ຍາກໆ ກໍຈະງ່າຍ, ມີຄວາມສໍາເລັດໃນໜ້າທີ່ ແລະຊີວິດ ຫຼືມີການຕົກທຸກໄດ້ຍາກເຖິງພຽງໃດ ກໍຍ່ອມໄດ້ຮັບຄວາມເມດຕາ, ກາລຸນາ, ມຸທິຕາ ແລະອຸເປກຂາທຳ ຍ່ອມໄດ້ຮັບການຊ່ວຍເຫຼືອ ໃຫ້ພົ້ນທຸກ ພົ້ນຍາກ ພົ້ນລໍາບາກທໍລະມານນັ້ນໆໆແລ.

- ນະໂມຕັດສະ ຈຶ່ງມີແຕ່ພຽງ ໕ ບົດເທົ່ານັ້ນ, ຫາກມີເພີ່ມເກີນໄປກວ່ານີ້ ນັບວ່າເປັນການຕໍ່ເຕີມພຣະທຳ ຄຳພີທາງພຣະພຸດທະສາສະໜາ ຜູ້ໃດຕັດ ແລະຕໍ່ເຕີມພຣະທຳຄຳສອນຂອງພຸດທະສາສະໜາ ຈັດເປັນອະທິກຳ ຄືບາບໜັກ ເປັນຜູ້ທຳລາຍພຣະພຸດທະສາສະໜາໂດຍທາງກົງ ແລະທາງອ້ອມ.

ນາກ

- ວັນນີ້ວັນ 8 ຄໍ່າ ວັນນີ້ ປະຊາຊົນມາປະມານການໄດ້ 90-100 ຄົນນີ້ແລ້ວ, ເຂົາໂສກັນເລື່ອງນາກໆ ກະຊຸບປະຊິບພໍຮູ້ເນື້ອຄວາມແນ່ບໍ່ແນ່, ເມື່ອໄຫວ້ພຣະ ຮັບສິນ ຖວາຍທານແລ້ວ ສາຣະວັດອາຣາດທະນາເທດ ກໍຕັ້ງຫົວຂໍ້ເທດເລື່ອງນາກສາເລີຍ ເນື້ອໃນເທດນັ້ນ ອັນສຽງໄວ້ໃນເຄື່ອງບັນທຶກ ຈຶ່ງນໍາມາຂຽນໄວ້ທີ່ນີ້:
---------------------------
- ຈະເລີນພອນສາທຸຊົນ ວັນນີ້ຍາດໂຍມມາຮ່ວມສັນນິບາດທໍາບຸນ ໃນວັນສິນ 8 ດັ່ງທີ່ເຄີຍມາບໍ່ຂາດ, ເວລາຟັງທັມອາຕະມາຈະເທດເລື່ອງນາກ, ຊິເທດຈັກໜ່ອຍ ພຽງ 10 ນາທີ ເພື່ອໃຫ້ເກີດຄວາມເຂົ້າໃຈ ຈຶ່ງຮັບພອນ ແລະຕັກບາດກັນ.

- ຄົນລາວເຮົານີ້ ຕິດພັນກັບນາກມາເຫິງນານ ຫຼາຍຄົນເຊື່ອວ່ານາກເປັນສັດພິເສດ ບາງຄົນກໍວ່າເປັນເທບ ເປັນສັດທີ່ປະເສີດສຸດ, ໃນຕໍານານຫຼາຍຕໍານານ ກໍກ່າວເຖິງ ນາກມາຊ່ວຍສ້າງນະຄອນຈັນທະບຸຣີ ແຖວໆ ບໍຣິເວນຮ່ອງແກ ຮ່ອງແຊງ ວັດເຮົານີ້ກໍແມ່ນສ່ວນໜຶ່ງຂອງໜອງຄັນແທເຊື້ອນ້ຳ ເຊິ່ງເປັນທີ່ຢູ່ຂອງນາກ, ຕອນປີ 2001 ກັບໄປປູປານານໍ້າແຖວນີ້ ຫຼວງຫຼາຍເຕັມທົ່ງນາແຖວນນີ້ໃຜໆກໍຄົງຊິຮູ້ນໍາກັນແລ້ວ ຊາວຽງຈັນແຄມບຶງ ລົງບຶງແຖວນີ້ກໍບໍ່ຈໍາເປັນຕ້ອງອອກຕລາດ ຕອນມາສ້າງວັດໃໝ່ ປູປານານໍ້າແຖວນີ້ມີຫຼາຍທັງຍາມແລ້ງ ແລະຍາມຝົນ ຫອຍເຊີຣີ ຫຼວງຫຼາຍພາຍມາກ, ຂຶ້ນໄຂ່ຮອດເສົາກຸຕິ ຫຼັກຮົ້ວຮາວຮົ້ວ, ປູປານາກົບຂຽດຫຼາຍ ມັນກໍມີງູຫຼວງຫຼາຍ ເພາະສັດສອງປະເພດນີ້ຕ້ອງອາໄສກັນ ປາມີຫຼາຍເທົ່າໃດ, ງູກໍຫຼາຍເທົ່ານັ້ນ, ສັດອື່ນທີ່ເປັນສັດຕູຂອງປາ ກໍບໍ່ກ້າມາຮາວີປາ ເພາະພວກເຂົາຢ້ານງູ, ງູເອງກໍໄດ້ປາເປັນອາຫານ ດຽວນີ້ ປູປາ ນົກໜູໜີໝົດ ງູກໍໜີໄປພ້ອມ ເຖິງມີກໍມີຈັກໜ່ອຍ ນໍ້າບຶ່ງທາດຫຼວງຕອນເໜືອເຫືອດແຫ້ງ ເພາະເພິ່ນແປງຮ່ອງແຊງໃຫ້ເລີກ ປະຊາຊົນຖົມນາສ້າງບ້ານເຮືອນ, ໂຮງງານ ແລະອື່ນໆ ເຮົາມາສັງເກດວ່າບຶງທາດຫຼວງໄລຍະ 10 ຄືນຫຼັງເປັນທີ່ຢູ່ຂອງງູຫຼວງຫຼາຍ ເມື່ອ 2000 ປີທີ່ແລ້ວ ສົງໃສວ່າແມ່ນງູນີ້ແລ້ວ ເປັນພວກນາກ.

- ບາດນີ້ມາເວົ້າເລື່ອງນາກ ທີ່ເຂົາຊ່າກັນນັ້ນ ບາງຄົນກໍໄປເບິ່ງມາແລ້ວ ບາງຄົນຍັງບໍ່ທັນໄດ້ໄປ (ແຕ່ທ່ານບໍ່ໄປກໍເບິ່ງກະໄດ້ ຍິນມາວ່າທາງການນໍາເອົາໄປປ່ອຍ ທີ່ມັນຄວນຢູ່ແລ້ວ) ສໍາລັບອາຕະມາຍັງບໍ່ທັນໄດ້ໄປເບິ່ງ ເຫດທີ່ບໍ່ໄປເບິ່ງເພາະຍິນຜູ້ມາຊວນນັ້ນບອກວ່າ ມີນາງທຽມມາລອຍນໍ້າຢູ່ອ່າງນ້ອຍຢູ່ທີ່ນັ້ນດ້ວຍ ຈຶ່ງບໍ່ ໄປຢ້ານນາງທຽມນາກລະອາຍ.

- ເອົາ......ມາເວົ້າເລື່ອງນາກທີ່ເຂົາຊ່າກັນນັ້ນ ໂຕມັນຄືອ່ຽນ ແຕ່ມັນຈະຕ່າງຈາກອ່ຽນທົ່ວໄປ ຕາມເບິ່ງໃນຮູບ ເພາະມັນລາຍໆ (ເຂົາວ່າແມ່ນເກັດມັນ ເມື່ອເບິ່ງລະອຽດແລ້ວບໍ່ແມ່ນເກັດ ຫາກແມ່ນຜິວໜັງຂອງມັນລາຍໆ ໃຫຍ່ຜິດປົກກະຕິ) ເຂົາບອກວ່າ ມີຄົນໃສ່ໄຊໄດ້ທີ່ບຶງທາດຫຼວງ (ສົງໄສຊິແມ່ນບຶ່ງທາດຫຼວງ ທົ່ງນາບຶງໂນນຄໍ້-ໄອເຕັກນັ້ນລົງໄປໃຕ້) ແລ້ວເອົາມາເຄນວັດແລ້ວຄົນຈຶ່ງແຕກໄປເບິ່ງແໜ້ນວັດ.

- ເມື່ອສັງເກດຕີຣາຄາແລ້ວ ເຫັນວ່າອ່ຽນພວກນີ້ ເປັນພວກສັດປະເພດກາຍພັນ, ສັດທີ່ຈະກາຍພັນໄດ້ນັ້ນ ຄື 1, ເປັນສັດສອງປະເພດໃນວົງດຽວກັນຜະສົມພັນກັນຕາມທັມ ມະຊາດ, 2. ຄົນມີວິທະຍາການຫຼາຍກໍເຮັດສານເຄມີໄດ້ ກໍເອົາຢິນຂອງສັດສອງປະເພດໃນວົງດຽວກັນໄປປະສົມພັນກັນ ກໍອອກມາເປັນສັດອີກປະເພດນໜຶ່ງ(ອັນນີ້ນັກວິຊາການກະເສດຮູ້ຈັກດີ) 3. ສັດທີ່ຖືກສານເຄມີເອງໂດຍທັມມະຊາດ ແລ້ວຮ່າງກາຍຕ້ານທານກັບສານເຄມີ ແຕ່ບໍ່ຕາຍ ຢູ່ຕາມທັມມະຊາດໄດ້ ແຕ່ໃນໂຕມັນມີສານເຄມີແລ້ວກໍໄປປະສົມພັນກັນເອງ ສານເຄມີນັ້ນກໍໄປປ່ຽນແປງຢີນຂອງສັດນັ້ນ ອອກລູກມາຜິດປົກກະຕິ ເປັນສັດສອງຫົວ ສາມຂາ ຫ້າຫູອື່ນໆ (ອັນນີ້ບໍ່ວ່າແຕ່ສັດ ຄົນເຮົາກໍເຫັນວ່າມີແລ້ວ ເຊັ່ນແຜດສອງຫົວ ຫຼືຄົນມີເກັດ) ອັນນີ້ລ້ວນແຕ່ເກີດຈາກຜູ້ເປັນແມ່ ຫຼື້ພໍ່ໄດ້ຮັບສານເຄມີ.

- ນັບແຕ່ປີ 1995 ເປັນຕົ້ນມານໍ້າເສັຍ ຈາກຕົວເມືອງໄດ້ໃຫຼມາທ້ອນໂຮມຢູ່ບຶງທາດຫຼວງ ທີ່ຮ່ອງແກ ເຮັດໃຫ້ສານສະສົມຫຼາຍປີ ກໍກາຍເປັນນໍ້າເສັຍ, ສັດສາວາສິ່ງດັບສູນໝົດ, ໂຕທີ່ໜີໄປໄດ້ກໍໜີໄປ ໃນປີ 2000 ເປັນຕົ້ນມາ ຊາວບ້ານໂນນຄໍ້າ(ແຖວວັດໃໝ່ບ້ານໂນນຄໍ້ ຫຼືບ້ານໂນຄໍ້າທົ່ງ) ພົບການອົບພະຍົບຂອງປາຝາອອງທັງໂຕນ້ອຍ ໂຕໃຫຍ່ຂຶ້ນມາໃນໝູ່ບ້ານໄປທາງທິດຕາເວັນອອກ (ສົງໄສໄປບຶງນາຄວາຍ) ມີຫຼາຍຄົນພົບ ພວກເຂົາເຊື່ອວ່າເປັນອຸບາດ ກໍນິມົນພຣະໄປສູດ ໃນປີ 2004 ມີຄອບຄົວໜຶ່ງພົບປາຝາອອງຂະໜາດໃຫຍ່ປະມານ 1 ແມັດ ນິມົນພຣະໄປສູດ ແລ້ວກໍເອົາປາຝາອອງນັ້ນໄປໄວ້ວັດໜອງຄຳແສນ ຄົນກໍແຫ່ໄປເບິ່ງ, ບັງເອີນຜູ້ຂຽນຮູ້ຈັກຄົນທີ່ໄດ້ປາຝາອອງໃຫຍ່ ທັງໄດ້ຮູບພ້ອມ ມັນເປັນສີເຫຼືອງຄືຄໍາທັງໂຕ, ຄົນທີ່ຮູ້ຈັກກັນນັ້ນ ໄດ້ເວົ້າເລື່ອງລາວໃຫ້ຟັງໝົດ ຈຶ່ງຕາມໄປເບິ່ງຢູ່ໜອງຄໍາແສນ ໄປຮອດວັດໜອງຄໍາແສນແລ້ວ ຄົນທີ່ເຝົ້າປາຝາອອງທີ່ນັ້ນບອກວ່າເປັນເຈົ້າໜອງຄໍາແສນ, ທີ່ຂຶ້ນມາສ້າງວັດ ປ່ຽນເລື່ອງຈາກຄວາມຈິງໄປເລີຍ ອັນນີ້ກໍງຶດ.

- ທ່ານທັງຫຼາຍ ທີ່ນັ່ງຟັງເທດທີ່ນີ້ ເຄີຍຢູ່ທີ່ນີ້ມາກ່ອນ ດຽວນີ້ຍິນສຽງນົກຮ້ອງແນ່ບໍ ? ເຫັນຄົນລົງມາກ້ານກົບເໝືອນເກົ່າບໍ ? ເຫັນຄົນເອົາລົງບຶງເອົາປາບໍ ? ງູເຄີຍຫຼາຍມັນໄປໃສໝົດ ຈະຕອບໃຫ້ກໍໄດ້ບໍ່ແມ່ນຄົນລ່າມັນດອກ ມັນໜີໄປເອງ, ມັນຕາຍເພາະສານພິດ, ຢາຂ້າແມງ, ຝຸຍເຄມີ ແລະນໍ້າປົນເປື້ອນ ຈາກສັບພະປິສານເຄມີ ທີ່ບໍ່ໄດ້ຖືກບໍາບັດຈາກຕົວເມືອງລົງມາຕາມຮ່ອງນັ້ນ ກັກຂັງໄວ້ທີ່ບຶງທາດຫຼວງສິບກວ່າປີແລ້ວ, ບັນດາທ່ານຄົງຈະຍິນ ຫຼືຄົງຈະເຫັນຂ່າວຫອຍເຊີຣີ ໃນຊຸມປີ 1980-1995 ແຕ່ກີ້ທາງການປະກາດວ່າໃຜຈັບໄດ້ຫຼາຍໃຫ້ຣາງວັນ ດຽວນີ້ມັນໄປໃສໝົດ.

- ຜົນກະທົບນີ້ ບໍ່ສະເພາະແຕ່ສັດສາວາສິ່ງ ແລະສະພາບແວດລ້ອມໃນບຶງທາດຫຼວງ ຊາວນະຄອນຫຼວງວຽງຈັນເຮົາທຸກທ່ານໄດ້ຜົນກະທົບທັງໝົດ ບໍ່ວ່າຄົນທຸກ, ຄົນຮັ່ງ, ກັມມະກອນ, ຊາວນາ, ພໍ່ຄ້າ, ຊາວຂາຍ ແລະທ່ານຜູ້ມີເງິນ ມີຄໍາ ເຈົ້າຄົນນາຍຄົນ ລວມທັງພຣະສົງອົງຄະເຈົ້າດ້ວຍ ກໍໄດ້ຮັບອານິສົງນີ້ ໄດ້ທັງນັ້ນ.

- ປູປານານໍ້າ ສັດສາວາສິ່ງໃນບຶງທາດຫຼວງ ຕົວທີ່ມັນບໍ່ຕາຍ ໃນຮ່າງກາຍມັນກໍເຕັມໄປດ້ວຍສານພິດ ມັນສະສົມສານພິດໄວ້ ຊາວປະໂມງ ເຂົາກໍໄປຈັບເອົາສັດນັ້ນ ມາຂາຍໃນທ້ອງຕລາດ ຜູ້ຊື້ແມ່ນຜູ້ມີເງິນ ພວກເຮົາບໍ່ຮູ້ແຫຼ່ງທີ່ມາຂອງອາຫານເລົ່ານັ້ນ ເມື່ອເຮົາກິນມັນລົງໄປ ສານພິດເລົ່ານັ້ນ ກໍກາຍສະສົມໃນຮ່າງກາຍເຮົາ ຫຼາຍເກີນຂະໜາດ ກໍກາຍເກີດເປັນໂຣກ, ທ່ານຄົງຈະຍິນສະເໝີວ່າ ຄົນນັ້ນຕາຍຍ້ອນໂຣກຕັບ, ຄົນນີ້ຕາຍເພາະໂຣກຕັບໆໆໆໆ ແລະໂຣກມະເຮັງ ຜູ້ໃຫຍ່ກໍເປັນມະເຮັງ ຜູ້ນ້ອຍ ຜູ້ສາວ ຜູ້ໜຸ່ມ ເປັນໄດ້ໝົດໂຣກມະເຮັງ ເທົ່າທີ່ສັງເກດເບິ່ງການປ່ຽນແປງຂອງບ້ານເມືອງເຮົາ ປາກົດວ່າໂຣກຕັບ ແລະໂຣກມະເຮັງ ເປັນໂຣກສຸດຮີດຍອດນິຍົມທີ່ສຸດໃນວຽງຈັນ, ທີ່ເຂົາຮຽກວ່າໂຣກຜູ້ກ່ຽວເອງນັ້ນ ສິ່ງເລົ່ານີ້ເກີດຂຶ້ນຈາກອາຫານເປັນພິດທັງນັ້ນ.

- ບາດນີ້ມາເວົ້າເລື່ອງນາກ ໂຕທີ່ຊ່າກັນ, ເທົ່າທີ່ເຂົາຖ່າຍຮູບມາໃຫ້ເບິ່ງນັ້ນ ເບິ່ງຄັກໆແມ່ອ່ຽນ, ແຕ່ວ່າອ່ຽນສອງໂຕນີ້ ມັນເປັນອ່ຽນພິເສດ ກົງທີ່ມັນມີລາຍໃຫຍ່ໆ ເບິ່ງແລ້ວ ເໝືອນເກັດ ຫາກເຮົາເບິ່ງບໍ່ພິຈາຣະນາແມ່ນເກັດມັນແທ້ໆ ແຕ່ຜູ້ຂຽນເບິ່ງໃນຮູບລະອຽດແລ້ວ ມັນເປັນໜັງອ່ຽນແທ້ໆ ເປັນຫຍັງມັນຈຶ່ງເປັນອ່ຽນ ທີ່ຕ່າງຈາກອ່ຽນທົ່ວໄປ ຕອບໄດ້ຢ່າງບໍ່ຕ້ອງລັ່ງເລ ເປັນອ່ຽນກາຍພັນ ທີ່ເກີດຈາກອາຫານ ແລະອາກາດເປັນພິດນັ້ນເອງ.

- ປະຊາຊົນຄົນລາວ ດຽວນີ້ຫັນໄປນັບຖືນາກເປັນທີ່ຫຼວງຫຼາຍທັງໆ ທີ່ບໍ່ເຄີຍເຫັນນາກມາກ່ອນຈັກເທື່ອ ເຫັນງູກະເຂົ້າໃຈວ່ານາກ ເຫັນອີສັງແປກໆ ກໍເຂົ້າໃຈວ່ານາກ ເຊັ່ນ ຮອຍ ຫຼືຕົ້ນພ້າວ ຕົ້ນກ້ວຍວິປະລາດ ກາວ່ານາກໄປໝົດທີບ (ຄົນລາວບູຮານວ່າຂອງເລົ່ານີ້ເປັນອຸບາດ) ເຊັ່ນ ໄກ່ສີ່ຂາ, ໝາອອກລູກເທິງເຮືອນ, ຕົ້ນກ້ວຍອອກປີກາງຕົ້ນ ແລະອື່ນ ຂອງແບບນີ້ເຂົາຕ້ອງນິມົນພຣະມາສູດອຸບາດ ແຕ່ຄົນດຽວນີ້ຖືວ່າຂອງເລົ່ານີ້ເປັນມຸງຄຸນ ພາກັນໄປຂາບໄປໄຫວ້ ດີບໍ່ດີມີຮອດຄົນເຂົ້າຊົງພຣະຍານາກ ມາໃບ້ຫວຍໃຫ້ຮຽບຮ້ອຍ ນັບວ່າໝໍຊົງສວຍກາລະໄດ້ເໝາະໂອກາດ ສ້າງປະໂຫຍດເຂົ້າກັບຍຸກກັບສະໄໝ ທັບກັບຍຸກ ໄດ້ດີຢ່າງໜ້າງຶດງໍ້ອັດສະຈັນໃຈ.

- ນາກດຽວນີ້ຕ່າງກັບນາກບູຮານ, ຄົນບູຮານຖືວ່ານາກ ເປັນເຄົ້າຕະກູນຂອງຕົນ ນາຄະ ແປວ່າຜູ້ມີລິດສາມາດປົກປ້ອງຄຸ້ມຄອງຄົນໄດ້ ໃຜກໍຕາມທີ່ມີຄວາມມາດ ສາມາດປົກຄອງຄົນໄດ້ ຍົກໃຫ້ເປັນເຈົ້າຄົນ ນາຍຄົນ ບຸກຄົນນັ້ນບົກຖານັນດອນສັກວ່າ ນາຄະ (ເຈົ້າຂອງຄົນ ທຽບໄດ້ກັບເຈົ້ຊີວິດ ຫຼືຣາຊາ) ແຕ່ຄົນດຽວນີ້ຖືສັດເດັຍຣະສານເປັນນາກ, ແລະໄຫວ້ວອນສັດເດັຍຣະສານໄປທົ່ວສັງຄົມ ສັງຄົມກໍກາຍເປັນສັງຄົມສັດໄປ.

- ຂຶ້ນຊື່ວ່າສັດ ບໍ່ປະເສີດເທົ່າກັບຄົນ, ພວກເຂົາຈະມີຣິດທານຸພາບຫຼາຍພຽງໃດກໍຕາມ ທາງພຸດທະສາສນາເຮົາ ຖືວ່າພວກນີ້ນອກຮີດ ແມ່ນຈະທໍາຄວາມດີໄດ້ ກໍບໍ່ສາມາດ ບັນລຸມັກ ຜົນ ນິພານໄດ້ ດັ່ງທີ່ເຮົາໄດ້ຍິນໃນເລື່ອງພຸດທະປະວັດ ຫຼືພຣະໄຕປີດົກທີ່ພຣະສົງມັກເອົາມາເທດສະເໝີ ທີ່ກ່າວເຖິງນາກສັດທາໃນສາສນາປອມຕົວມາບວດ ພຣະພຸດທະເຈົ້າຮູ້ແລ້ວ ແຕ່ບວດໃຫ້ (ເພື່ອຈະເປັນຕົ້ນເຫດບັນຍັດສິກຂາບົດ) ໃນທີ່ສຸດນາກປອມໂຕນັ້ນ ກໍຄືນສະພາບເປັນນາກເໝືອນເດີມ ສົງນໍາເລື່ອງຂາບທຸນພຣະພຸດທະເຈົ້າໆກໍໃຫ້ສິກ ເພາະວ່າສັດເດັຍຣະສານບວດໃນສາສນາບໍ່ໄດ້.

- ເຮົາເຫັນແລ້ວວ່າ ນາກ ມີຣິດຂະໜາດໃດ ແປງກາຍເປັນຄົນໄດ້ ພຣະພຸດທະເຈົາຍັງຫ້າມບໍ່ໃຫ້ບວດໃນສາສນາ, ການທີ່ຈະສ້າງຕົນໃຫ້ບັນລຸມັກຜົນນັ້ນ ມີແຕ່ມະນຸດເທົ່ານັ້ນ ແມ່ນແຕ່ມະນຸດເອງ ຫາກມີຄວາມເຫັນຜິດ ເປັນເດັຍຣັດຖີ ກໍຍັງຫ້າມບວດ ຫ້າມສະຫວັນຫ້າມນິພານ, ທ່ານທັງຫຼາຍຄົງເຫັນນໍາກັນແລ້ວວ່າ ນັບແຕ່ໂລກເກີດຂຶ້ນມານີ້ ເທົ່າທີ່ປະວັດສາດບັນທຶກໄວ້ ມີແຕ່ມະນຸດເທົ່ານັ້ນສ້າງໂລກ ມະນຸດປະເສີດກວ່າສັດທັງປວງ ເອົາແຕ່ໄລຍະຊີວິດເຮົານີ້ ທ່ານທັງຫຼາຍພໍມີປະສົບການແລ້ວເຊັ່ນກັນ ຄື ທ່ານທັງຫຼາຍຄົງຈະໄດ້ລ້ຽງແມວ, ໝາ, ເປັດ, ໄກ່່, ງົວ, ຄວາຍ, ທ່ານເຄີຍເຫັນສັດເລົ່ານີ້ ພັດທະນາການກ້າວໜ້າໄປຮອດໃສລະ ມັນເຄີຍຮ້ອງຈັ່ງໃດ ກໍຮ້ອງຈັ່ງຊັ້ນ ບໍ່ແມ່ນຮ້ອງດັ່ງນັ້ນ ສະເພາະແຕ່ໃນຍຸກຂອງເຮົານີ້ ມັນຮ້ອງຕັ້ງແຕ່ເກີດມີສັດເລົ່ານີ້ ນັ້ນກໍສະແດງວ່າສັດບໍ່ພັດທະນາເໝືອນກັບມະນຸດ, ທ່ານເຄີຍສັງເກດທ່ານເອງບໍວ່າ ແຕ່ກ່ອນທ່ານ ອ່ານໜັງສືບໍ່ເປັນ ດຽວນີ້ອ່ານເປັນແລ້ວ, ເວົ້າຝຣັ່ງ, ອັງກີດບໍ່ເປັນ ດຽວນີ້ເວົ້າໄດ້, ແຕ່ກ່ອນຂັບລົດບໍ່ເປັນດຽວນີ້ ເກ່ງປານຫຍັງ ? ນະຄອນຫຼວງວຽງຈັນເຮົາ ແຕ່ກ່ອນນ້ອຍໆ ດຽວນີ້ກວ້າງຂວາງ ແລະຈະເລີນກ້ໜ້າໄປຫຼາຍດ້ານ ໃຜເປັນຜູ້ສ້າງມັນ ສັດຫຼືມະນຸດລະ, ດຽວນີ້ສິ່ງທັນສະໄໝຫຼວງຫຼາຍພາຍມາກ ເຄື່ອງຄອມພິວເຕີ ໂທຣະທັດ ອິນເຕີເນັດ ແລະອື່ນໆ ທັງໝົດນີ້ລ້ວນແຕ່ເກີດຈາກມັນສະໝອງ ແລະນໍ້າມືມະນຸດທີ່ພັດທະນາ ແລ້ວທ່ານຍັງຈະໄປໄຫວ້ສັດຢູ່ຫຼື.

- ຄົນທີ່ໄຫວ້ມະນຸດດ້ວຍ ຊື່ວ່າເປັນມະນຸດ ຄົນທີ່ເຄົາຣົບຕົນ ຄົນນັ້ນເປັນມະນຸດທີ່ສົມບູນ ຄົນທີ່ໄຫວ້ພຣະຢ່າງນ້ອຍ ເປັນຄົນມີທັມ ກົງກັນຂ້າມຄົນທີ່ໄຫວ້ສັດ ຫຼືເຜດຜີ ຄົນນັ້ນກໍຕໍ່າກວ່າຜີ ເຖິງຈະເປັນເຈົ້າຄົນ ນາຍຄົນ ຮັ່ງມີ, ຮ່າງກາຍສົມບູນ ສວຍງາມກໍຕາມ ຈິດໃຈບໍ່ສູງກວ່າສັດແລະຜີ ກໍຕໍ່າກວ່າເຜດ ແລະຜີນັ້ນເອງ.

- ໃນທາງພຸດທະສາສນາກ່າວວ່າ ອະບາຍະພູມ ທີ່ຢູ່ຊັ້ນຕໍ່າກວ່າມະນຸດ ແລະທໍາບາບກໍໄປສູ່ອະບາຍະພູມ 4 ຄື ສັດໜຶ່ງ, ເຜດໜຶ່ງ, ອະສຸຣະກາຍໜຶ່ງ ແລະນະຣົກໜຶ່ງ, ພວກນີ້ທໍາບາບ ແລະມີສັກກະຍະພາບຕໍ່າກວ່າມະນຸດ ຫາກມະນຸດຍັງໄຫວ້ ຍັງບູຊາ ກໍມີສັກກະຍະພາບທາງຈິດຕໍ່າກວ່າອະບາຍ 4 ນັ້ນແລ.

- ເທສະນາ ປະຣິໂຍສາເນ ໃນອາວະສານແຫ່ງເທດໜານີ້ ຂໍໃຫ້ທ່ານທັງຫຼາຍຈົ່ງມີສະຕິ ມີປັນຍາ ມີສັດທາໝັ້ນຄົງ ພັດທະນາຕົນ ພັດທນາຄົນ ແລະພັດທະນຊີວິດຈິດໃຈ ໃຫ້ສູງ ມີອາຍຸ ວັນນະ ສຸຂະ ຜະລະເທີ້ນ.