Thursday, 21 July 2011

ສາມັນຍະຜົລ

- ພຣະເຈົ້າອະຊາຕະສັຕຕູທູລຖາມພຣະພຸດທະເຈົ້າວ່າ:
ບຸຄຄົລໃດໃນໂລກນີ້ ເຂົາມີອາຊີພແຕກຕ່າງກັນ ເປັນທະຫາຮ ເປັນຂ້າຣາຊະກາຣ ເປັນຄະຫະບໍດີ ມີອາຊີພເປັນຊ່າງຕ່າງໆ ເປັນຊາວນາ ເປັນຊ່າວໄຮ່ ຊາວສວນ ຫຼືອາຊີພຊ່າງໄມ້ຕ່າງໆ ບຸຄຄົລທີ່ປະກອບອາຊີພເຫຼົ່ານີ້ ເມື່ອປະກອບອາຊີພແລ້ວກໍຈະສ້າງຕົວໄດ້ ລ້ຽງຕົວໄດ້ໃນປັຈຈຸບັນ ແລ້ວກໍມີເງິນຄຳລຽງດູເບິ່ງ ແຍງບຸຕ ພັລຍາຂອງຕົນ ແລະກໍທຳບຸນທຳທານ ກໍມີໂອກາສໄປເດີນບົນສວັນຄ໌ ຢາກຖາມວ່າ ໃນພຸດທະສາສນານີ້ ພຣະອົງຕັສຄວາມ ເປັນສາມັນຍະຜົລ ຄືຜົລທີ່ຈະໄດ້ຈາກກາຮບວຊຂອງບຸຕໃນສາສນານີ້ໄວ້ຢ່າງໃດແນ່
- ພຣະພຸດທະເຈົ້າຈຶ່ງໄດ້ຕັສວ່າ :
"ຜູ້ບວຊເຂົ້າມາໃນສາສນານີ້ ຍ່ອມໄດ້ອານິສົງສ໌ 14 ປະກາຣ"
ສາມັນຍະ ຜົລ 3 ໝວດ, ສາມັນຍະຜົລ ຫຼືຜົລຂອງຄວາມເປັນສະມະນະ ທີ່ພຣະພຸດທະເຈົ້າຊົງສະແດງໄວ້ນີ້ ສາມາຖຈັດອອກໄດ້ເປັນ 3 ໝວດຄື:

ໝວດທີ 1. ທຳໃຫ້ພົ້ນຈາກຖານະເດີມ ຄື ພົ້ນຈາກຄວາມເປັນທາສ, ເປັນກັມມະກຣ ເປັນຊາວນາ ໄດ້ຮັບກາຣປະຕິບັຕິດີ ແມ່ນຈາກພຣະມະຫາກະສັຕຍ໌ ນີ້ຄືຜົລຂໍ້ທີ 1 ແລະຂໍ້ທີ 2.
ໝວດທີ 2. ເມື່ອອົບຮົມຈິຕໃຈເປັນສະມາທິ ເປັນເຫຕຸໃຫ້ໄດ້ຊານທີ 1 ເຖິງທີ 4 ອັນທຳໃຫ້ກິເລສຢ່າງກາງສງົບລົງໄດ້ ຄື ຜົນຂໍ້ທີ 3 ທີ 4 ທີ 5 ແລະທີ 6.
ໝວດທີ 3 ທຳໃຫ້ໄດ້ວິຊຊາ 8 ເຣີ່ມຕັ້ງແຕ່ຂໍ້ທີ 7 ຄືໄດ້ ວິປັສສະນາຍານ ຈົນເຖິງຂໍ້ທີ 14 ຄື ອາສາວັກຂະຍານ.

- ໃນຂໍ້ແຮກພຣະພຸດທະອົງຊົງຕັສຖາມພຣະເຈົ້າອະຊາຕະສັຕຕູວ່າ:
ກໍຄົນທີ່ເປັນທາສກັມມະກຣ ຂອງພຣະອົງຄ໌ ເຄີຍຮັບໃຊ້ພຣະອົງຄ໌ຢູ່ ຕື່ນກ່ອນນອນທີຫຼັງ ທາສກັມມະກຣເຫຼົ່ານັ້ນມາພິຈາຣະນາວ່າ ພຣະມະຫາກະສັຕຍ໌ເຈົານາຍຂອງເຮົານີ້ ຊົງມີບຸນ ຍາທິກາຣ ມີບຸຄຄົລແວດລ້ອມ ມີສັພຍ໌ສິນນານາປະກາຣ ມີອຳນາຈຍິ່ງໃຫຍ່ ພຣະອົງຄ໌ກໍເປັນມະນຸສຍ໌ ເຮົາກໍເປັນມະນຸສຍ໌ ເພາະສະນັ້ນ ເຮົາຈະຕ້ອງອອກບວຊສາດີກວ່າ ເມື່ອອອກບວຊແລ້ວ ປະພືດພຣົມະຈັນຍ໌ ຕໍ່ມາພຣະອົງຄ໌ໄດ້ພົບທາສກັມມະກຣຂອງພຣະອົງຄ໌ນັ້ນ ພຣະອົງຄ໌ຈະຮຽກບຸຄຄົລນັ້ນໃຫ້ມາທຳນາ ທຳງານຮັບໃຊ້ພຣະອົງຄ໌ ໃຫ້ຕື່ນກ່ອນນອນທີຫຼັງອີກຫຼືບໍ ?
- ພຣະເຈົ້າອະຊາຕະສັຕຕູທູລຕອບວ່າ:
ບໍ່ເລີຍ ແຕ່ຂ້າພຣະອົງຄ໌ຈະເຄົາຣົບຂາບໄຫວ້ຜູ້ນັ້ນ ໃຫ້ຄວາມຄຸ້ມຄອງຕາມທັມ
- ພຣະພຸດທະອົງຄ໌ຕັສວ່າ:
ນີ້ແລ້ວ ຄືອະນິສົງຄ໌ຂໍ້ທີ 1 ທີ່ເຫັນໄດ້ແຈ້ງຊັດໃນປັຈຈຸບັນ
- ຕໍ່ຈາກນັ້ນພຣະພຸດທະອົງຕັສວ່າ
"ມີຄົນທີ່ທຳນາຂອງພຣະອົງ ມາພິຈາຣະນາວ່າ ພຣະເຈົາແຜ່ນດິນຂອງເຮົາມີອຳນາຈວາສນາ ມີບຸນໃຫຍ່ ພຣະອົງຄ໌ເປັນມະນຸສຍ໌ ເຮົາກໍເປັນມະນຸສຍ໌ ຈັ່ງໃດໜໍ ເຮົາຈຶ່ງໄດ້ອອກບວຊ ປະພຶຕພຣົມະຈັນຍ໌ ແລະໃນທີສຸດ ທ່ານຜູ້ນັ້ນກໍໄດ້ອອກບວຊ ປະພຶດພຣົມະຈັນຍ໌ ເມື່ອພຣະອົງຄ໌ພົບຊົງພົບ ພຣະພິກຂຸຜູ້ທີ່ເຄີຍເປັນຊາວນານັ້ນອີກ ຈະຕັສຣຽກທ່ານຜູ້ນັ້ນໃຫ້ມາທຳນາໃຫ້ແກ່ພຣະອົງອີກຫຼື ?"
- ພຣະເຈົ້າອະຊາຕະສັຕຕູທູລຕອບວ່າ
"ບໍ່ດອກຂ້ານ້ອຍ ແຕ່ຂ້າພຣະອົງຄ໌ຈະເຄົາຣົບຂາບໄຫວ້ ໃຫ້ຄວາມຄຸ້ມຄອງ ຖວາຍປັຈຈັຍ 4 ໃຫ້ກາຣຄຸ້ມຄອງດ້ວຍຄວາມເປັນທັມແກ່ຜູ້ນັ້ນ"
- ພຣະພຸດທະອົງຈຶ່ງຕັສຕໍ່ໄປວ່າ: ຄະຫະບໍດີ ຫຼືກຸລບຸຕໃນແວ້ນແຄວ້ນຂອງພຣະອົງຄ໌ນີ້ ມາພິຈາຣະນາວ່າ ພຣະເຈົ້າແຜ່ນດິນຂອງເຮົານັ້ນ ພຽບພ້ອມໄປດ້ວຍຄວາມສຸຂ ມີຄວາມຮຸ່ງເຮືອງ ກໍເຮົານີ້ເຫັນວ້າກາຣຄອງເຮືອນເຕັມໄປດ້ວຍຄວາມທຸກຂ໌ ເປັນທີ່ຄັບແຄບ ສ່ວນບັນພະຊາ ເປັນຊ່ອງວ່າງ ກາຣທີ່ຢູ່ຄອງເຮືອນຈະປະພຶຕພຣົມະຈັນຍ໌ໃຫ້ບໍຣິສຸທ ສະອາດດຸຈດັ່ງສັງຂ໌ຂັດນັ້ນທຳໄດ້ຍາກ ເພາະສະນັ້ນ ເຂົາຈຶ່ງອອກບວຊ ປະພຶດພຣົມະຈັນຍ໌ ສົມບູນຍ໌ໄປດ້ວຍສີລ ຄື ຈຸລສີລ ມັຊຊິມະສີລ ແລະມະຫາສີລ (ຄື ສີລຂນາດນ້ອຍ, ຂນາດກາງ ແລະສີລຫຼາຍ) ຕໍ່ຈາກ ນັ້ນສຳຣວມອິນຊີຍ໌ ຄື ຕາ, ຫູ, ດັງ, ລິ້ນ, ກາຍ, ໃຈ ມີສະຕິສັມປະຊັນຍະ ລະບາປອະກຸສົລ ມີສັນໂດສ ຍິນດີດ້ວຍປັຈຈັຍ 4 ອອກປ່າບໍາເພັງ ສະມາທິ ລະນິວຣນ໌ 5 ໄດ້, ໃນທີສຸດກໍໄດ້ບັລລຸຊານທີ 1 ໄດ້ປະສົບຄວາມສຸຂ ອັນເກີດຈາກຊານນີ້ ຄື ອານິສົງສ໌ຂອງກາຣບວຊ ຫຼືສະມັນຍະ ຜົລ ຂໍ້ທີ 3 ຕໍ່ຈາກນັ້ນ ທ່ານຜູ້ນັ້ນກໍບຳເພັງສະມາທິຈົນບັລລຸຊານທີ 2 ກໍເປັນອານິສົງສ໌ຂໍ້ທີ 4 ບັລລຸຊານທີ 3 ກໍເປັນອານິສົງສ໌ຂໍ້ທີ 5 ບັລລຸ ຊານທີ 4 ກໍເປັນອານິສົງສ໌ ຂໍ້ທີ 6, ຕໍ່ຈາກນັ້ນ ທ່ານກໍນ້ອມຈິຕໄປເພື່ອຈະເຣີນວິປັສນາ.

- ໂດຍພິຈາຣະນາພຣະໄຕຣລັກສນ໌ ຈົນຈິຕຂອງຕົນເຂົ້າເຖິງວິປັສນາຍາຍ ແຍກຮູບແຍກນາມ ພິຈາຣະນານາມຮູປ ເຫັນຕາມຄວາມເປັນຈິງ ກໍເປັນເຫຕຸໃຫ້ທ່ານຜູ້ນັ້ນ ສາມາຖບັລລຸຍານະທັສສນະ ອັນເປັນວິປັສສນາຍາຍ ພຣະພຸດທະອົງຕັສວ່າ: ນີ້ ຄືອານິສົງສ໌ຂອງກາຣບວຊຂໍ້ທີ 7 ຕໍ່ຈາກນັ້ນກໍສະມາຖບັລລຸ ມະໂນຍິທທິ ຄື ຣິທທາງໃຈ: ນິຣະມິຕກາຍອື່ນຈາກກາຍນີ້ໄດ້ເປັນອານິສົງສ໌ ຂໍ້ທີ 8, ຕໍ່ຈາກນັ້ນກໍໄດ້ບັລລຸ ອິທທິ ວິທີ ຄື ສແດງຣິທ ເຊັ່ນ ນ້ອຍຄົນທຳໃຫ້ເປັນຄົນຫຼາຍຄົນ, ດຳໄປໃນດິນ, ດຳໄປໃນນ້ຳໄດ້ດໍເປັນອານິສົງສ໌ຂໍ້ທີ 9, ເມື່ອປະຕິບັຕິຕໍ່ໄປ ກໍສາມາຖ ໄດ້ທິພໂສຕ ຄື ຫູທິພຍ໌ ໄດ້ຍິນສຽງຈາກທີ່ໄກເກີນວິສັຍຂອງຫູມະນຸສຍ໌ທັມມະດາ ເປັນອານິສົງສ໌ຂໍ້ທີ 10, ເມື່ອປະຕິບັຕິຕໍ່ໄປ ກໍສາມາຖໄດ້ ເຈໂຕປະຣິຍາຍາຍ ຄື ຮູ້ໃຈຄົນອື່ນ ຄື ສາມາຖທາຍໃຈຄົນອື່ນໄດ້ (ແມ່ນໃຈປັຈຈຸບັນກໍມີພຣະບາງອົງທີ່ສາມາຖຮູ້ໃຈຄົນອື່ນໄດ້ ຮຽກວ່າ ເຈໂຕ ປຣິຍາຍານ) ກາຣໄດ້ເຈໂຕປະຣິຍາຍານເປັນອານິສົງສ໌ ຂໍ້ທີ 11, ບາງທ່ານກໍຣະລືກຊາຕໄດ້ ຮຽກບຸພເພນິວາສານຸສສະຕິຍານ ຄື ຣະນຶກຊາຕິ ຫຼັງໄດ້ເປັນຈຳນວນມາກມາຍ ອາຈາຈະເປັນຈຳນວນຫຼາຍໆຊາຕິ ຫຼືຊາຕິຈພນວນມາກມານທີ່ຜ່ານມາໃນອະດີຕ, ກາຣຣະລຶກຊາຕຫຼັງໄດ້ນີ້ ເປັນອານິສົງສ໌ຂໍ້ທີ 12, ບາງທ່ານກໍໄດ້ທິພຈັກຂຸ, ຫຼືຈຸຕູປປະຕະຍານ ຄື ຍານຮູ້ຈຸຕິກຳເນີດຂອງສັຕວ໌ທັງຫຼາຍ ຄື ສາມາຖຮູ້ເຫັນສັຕວ໌ທັງ ຫຼາຍທີ່ເກີດ ແລະຕາຍດ້ວຍຕາທິພຍ໌ ກາຣໄດ້ທິພຈັກຂຸນີ້ ເປັນອານະສົງສ໌ຂອງກາຣບວຊຂໍ້ທີ 13 ໃນທີ່ສຸດກໍໄດ້ບັລລຸອາສະວັກຂະຍານ ຄື ທຳກິເລສໃຫ້ສິ້ນໄປ ກໍເປັນອານິສົງສ໌ຂໍ້ທີ 14.
- ພຣະພຸດທະອົງຊົງສຣຸປ ໃນທີ່ສຸດແຫ່ງທຸກຂ໌ວ່າ ເປັນຜົລແຫ່ງຄວາມເປັນສະມະນະ ທີ່ເຫັນໄດ້ໃນປັຈຈຸບັນວ່າສູງກວ່າກັນໄປຕາມລຳດັບ ຄືຕັ້ງແຕ່ຂັ້ນແຮກແລ້ວບັລລຸສູງຂຶ້ນໆໄປຕາມລຳດັບ ເຊິ່ງເປັນອານິສົງສ໌ຂອງກາຣບວຊ ທີ່ເຫັນໄດ້ຈະແຈ້ງເຊັ່ນ ຜູ້ໄດ້ບັນລຸຊານທີ 2 ກໍປະເສີຖ ກວ່າຊານທີ 1, ໄດ້ບັລລຸຊານທີ 3 ກໍປະເສີຖກວ່າຊານທີ 2, ໄດ້ບັລລຸຊານທີ 4 ກໍປະເສີຖກວ່າຊານທີ 3 ບັລລຸຕໍ່ໄປ ກໍສູງຂຶ້ນໄປຕາມລຳດັບ.
ວິຊຊາ 8 ຄືອັນໃດ ? ວິຊຊາ 8 ນັ້ນ ຄື:
1) ວິປັສສນາຍານ: ຍານອັນນັບເຂົ້າເປັນວິປັສສນາ
2) ມະໂນຍິທິ : ຣິທທາງໃຈ.
3) ອິທທິວິທີ : ສແດງຣິທ.
4) ທິພໂສຕ : ຫູທິພຍ໌.
5. ເຈໂຕປະຣິຍະຍານ : ຮູ້ໃຈຄົນອື່ນ.
6. ປຸພເພນິວາສານຸສສະຕິຍານ : ຣະລຶກຊາດໄດ້.
7) ທິພຈັກຂຸ : ຕາທິພຍ໌.
8) ອາສາວັກຂະຍານ : ສິ້ນອາສາວະ ຄື ກິເລສສິ້ນໄປໄດ້.
(ສະມັນຍະຜົລ ຄືຜົລທີ່ໄດ້ຈາກການບວຊ)

ອານິສົງສ໌ຂອງກາຣບວຊ

1. ອານິສົງສ໌ຂອງກາຣບວຊ.
- ອານິສົງສ໌ຂອງກາຮບວຊ ແບ່ງອອກເປັນ 3 ຢ່າງ.
1.1. ປະໂຍຊນ໌ອານິສົງສ໌ທີ່ຕົວຜູ້ຂໍບັນພະຊາຈະໄດ້ຮັບຢ່າງໜຶ່ງ.
1.2. ປະໂຍຊນ໌ອານິສົງສ໌ທີ່ຍາຕິມິຕທັງຫຼາຍໝາຍມີບິດາ, ມາຣດາ ເປັນຕົ້ນຈະໄດ້ຮັບຢ່າງໜຶ່ງ.
1.3. ປະໂຍຊນ໌ທີ່ເພື່ອນມະນຸດ ສັຕວະໂລກທັງຫຼາຍ ເພິ່ງໄດ້ຮັບ ຕລອດຕົນສາສນາຈະເພິ່ງໄດ້ຮັບຮ່ວມກັນນີ້ ອີກຢ່າງໜຶ່ງ.

- ອານິສົງທີ 1. ທີ່ວ່າໃນສ່ວນຕົວເຂົານັ້ນ ຕ້ອງໄດ້ຮັບອັນໃດໃໝ່ໆ ເປັນຂອງໃໝ່ໆ ແລະດີທີ່ສຸດທີ່ເຂົາຈະໄດ້ຮັບ ຄື ໃຫ້ໄດ້ມີການບັນພະຊາ ຈິງນັ້ນແຫຼ້ວ, ຮຽກວ່າບວຊຈິງ ໃຫ້ຮຽນຈິງ ໃຫ້ປະຕິບັດຈິງ ໃຫ້ໄດ້ຜົນຈິງໆ ນີ້ຮຽກວ່າບັນພະຊາຈິງໆ ໄດ້ຜົນຈິງໆ ໃນຣະຫວ່າງທີ່ເຂົາບັນ ພະຊາຢູ່ໄດ້ສິ່ງດີທີ່ສຸດ ທີ່ເຂົາຄວນຈະຳດ້ ຄືເລື່ອງຂອງພຣະທັມທີ່ທຳໃຫ້ບຸຄຄົນຫຼຸດພົ້ນອອກຈາກຄວາມທຸກຂ໌ ນີ້ປໂຍຊນ໌ສ່ວຮຕົວຂອງເຂົາ
ກໍມີຢູ່ຢ່າງນີ້ແລ້ວ ຂໍໃຫ້ເຂົາໄດ້ຮັບ.

- ອານິສົງສ໌ 2. ຍາຕິທັງຫຼາຍມີບິດາ ມາຣດາເປັນຕົນ ຈະເພິ່ງໄດ້ອານິສົງສ໌ນີ້ກໍເພາະລູກຂອງເຮົາບວຊຈິງ ຮຽນຈິງ ປະຕິບັຕິຈິງ ໄດ້ຜົລຈິງ ຫຼືວ່າສອນຜູ້ອື່ນໄດ້ຈິງດ້ວຍກໍດີ ຖ້າລຸກຫຼານຂອງເຮົາບວຊຈິງຢ່າງໜີແລ້ວ ບິດາ ມາຣດາ ກໍມີຄວາມປີດາປໂມທຍ໌ ພໍໃຈໃນທັມ ໃນສາສນານີ້ ຫຼາຍຂຶ້ນ ກາຣບວຊຊອງລູດຈະທຳໃຫ້ມີອັນໃດໆ ເກີດຂຶ້ນຫຼາຍປະກາຣ ເຊັ່ນ ທີ່ວ່າບິດາ ມາຣດາຈະໄດ້ມີສັດທາຫຼາຍຂຶ້ນ ມີຄວາມໝັນຄົງ ໃນພຣະສາສນາຫຼາຍຂຶ້ນ ຮຽກວ່າເປັນຍາຕິໃຫ້ສາສນາຫຼາຍຂຶ້ນນັ້ນເອງ ເຂົາໃຊ້ຄຳຢ່າງນີ້ນັ້ນມາແຕ່ບູຣານະກາລແລ້ວ ທີ່ວ້າພໍລູກບວຊແລ້ວ ພໍ່ແມ່ເປັນຍາຕໃນພຣະສາສນາຫຼາຍຂຶ້ນ ເພາະສະນັ້ນອານິສົງສ໌ຂໍ້ນີ້ໄດ້ແກ່ ຍາຕິທັງຫຼາຍມີບິດາ ມາຣດາເປັນຕົ້ນດ້ວຍ.

- ອານິສົງສ໌ທີ 3 ກໍໄດ້ແກ່ສັຕວ໌ັທງຫຼາຍທັງປວງ ທັງມະນຸດ ທັງເທວະດາ ກະທັງສາກົລຈັກຣະວາລ ແລະໄດ້ແກ່ສາສນາດ້ວຍ ຂໍ້ນີ້ມັນສັມ ພັນທ໌ກັນທີ່ວ່າສັຕວ໌ ທັງຫຼາຍທັງປວງກັບສາສນານັນສັມພັນທ໌ກັນຢູ່ ຖ້າສາສນາຍັງຢູ່ໃນໂລກ ສັຕວຼທັງຫຼາຍທັງປວງກໍປອດພັຍ ສັຕວ໌ທັງຫຼາຍ ທັງປວງຈະປອດພັຍ ກໍເພາະມີສາສນາຢູ່ຄູ່ໂລກ ສະນັ້ນເຮົາທຳສາສນາໃຫ້ມີຢູ່ຄູ່ໂລກ ກໍທໍາປໂຍຊນ໌ໃຫ້ເກີດແກ່ສັຕວ໌ທັງຫຼາຍທັງປວງ ສາສນາ ນີ້ຈະມີອາຍຸໄດ້ບໍ່ສູນຫາຍໄປເສັຍ ກໍເພາະວ່າ.
1. ມີຄົນບວຊຄົນຮຽນ.
2. ມີຄົນປະຕິບັດຖືກຕ້ອງ.
3. ມີຄົນໄດ້ຜົລຂອງກາຣປະຕິບັຕິ.
- ທັງໝົດນີ້ທີ່ເຂົາຮຽກວ່າ ປະຣິຍັຕິ, ປະຕິບັຕິ ປະຕິເວທະ ເປັນພາສາປາລີ ເຮົາຄວຣຈະຂອບໃຈຄົນທີ່ລ່ວງລັບໄປແລ້ວ ທີ່ເຂົາສືບອາຍຸພຣະ ສາສນາາໄວ້ຈົນມາເຖິງເຮົາ ເຮົາຕ້ອງຊ່ວຍກັນສືບຕໍ່ໄປ ດ້ວຍກາຣບວຊ, ກາຣບວຊະຈະເປັນກາຣຊົ່ວຄາວ ຫຼືບວຊຍາວນານ, ກາຣບວຊ ທີ່ໄດ້ຜົລແທ້ໆ ບໍ່ຄວຣຕໍ່າກວ່າ 2 ເດືອນ, 3 ເດືອນ ຫາກບວຊຍາວນານບໍ່ມີກຳນົດ ແຕ່ 1 ປີໄປຈົນຮອດຕລອດຊີວິຕ, ຢ່າງໃດກໍຕາມກາຣ ບວຊໄລຍະສັ້ນ ຫຼືຍາວຍ່ອມໄດ້ອານິສົງສ໌ເທົ່າກັນ ຕ່າງແຕ່ຄວາມຮູ້ໃນທາງພຸດທະສາສນາຕ່າງກັນທໍ່ນັ້ນເອງ, ເມື່ອເຮົາສິກໄປແລ້ວ ເຮົາກໍມອບ ມັນທະກິດນີ້ໃຫ້ຄົນອື່ນສືບຕໍ່ໄປ ສ່ວນເຮົາສິກອອກໄປແລ້ວ ກໍບໍ່ແມ່ນວ່າເຮົາຈະເລີກຈາກສາສນາ ເຮົາກໍຍັງຈະໄດ້ສືບສາສນາອີກ ດ້ວຍກາຣ ເອົາຄວາມຮູ້ທີ່ໄດ້ຈາກກາຣບວຊ ໄປປະຕິບັຕິດີປະຕິບັຕິຊອບ ອົບຮົມບົ່ມສອນຕົນແລະຄົນອື່ນ, ປະຕິບັຕິທານ, ສີລ, ພາວະນາ, ອຸປະຖັມສາສນາໄຫວ້ພຣະສູຕມົນຕ໌ ແລະປະຕິບັຕິທັມ ໃນຢ້າວໃນເຮືອນ.

- ກ່າວໂດຍຫຍໍ້ອານິສົງສ໌ຂອງກາຣບວຊແບ່ງອອກເປັນ 2 ປະກາຣ ຄື:
ປະກາຣທີ 1 ອານິສົງສ໌ຫຼັກ ໄດ້ແກ່.
1. ກໍຣະນີຂອງຜູ້ທີ່ໝົດກິເລສ ສຳເຣັຈພຣະອໍຣະຫັນຕ໌ ຍ່ອມໄດ້ອານິສົງສ໌ ຄື.
ກ. ທຸກຂ໌ເກົ່າໝົດໄປ.
ຂ. ທຸກຂ໌ໃໝ່ບໍ່ເກີດຂຶ້ນ ຄື ໝົດກິເລສ ກໍໝົດທຸກຂ໌.
ຄ. ເປັນເນື້ອນາບຸນອັນປະເສີດຂອງມະນຸດທັງຫຼາຍ ທີ່ໄດ້ທຳບຸນໃຫ້ທານ ແລະຖວາຍສັກກາຣະແກ່ທານ.
2. ມອງໃນດ້ານຄຸນນະທັມໃນຕົວຂອງຜູ້ບວຊ.
ກ. ທຳໃຫ້ຕົນເອງເປັນຜູ້ມີຄວາມບໍຣິສຸທ.
ຂ. ຈະໄດ້ນໍ້າໃຈອັນງາມ ຮຽກວ່າເປັນຄົນມີນ້ຳໃຈ.
ຄ. ເປັນຜູ້ມີປັນຍາ.

ປະກາຣທີ 2 ອານະສົງສ໌ທີ່ພອຍໄດ້ ໄດ້ແກ່.
1. ອານິສົງສ໌ທີ່ເກີດແກ່ຜູ້ອື່ນ.
ກ. ຊ່ວຍໃຫ້ມາຣດາບິດາໄດ້ໃກ້ຊິດພຣະພຸດທະສາສນາ ເຊັ່ນ ໄດ້ໃຫ້ທານເນື່ອງໆ ເປັນຕົ້ນ, ເພາະຕ້ອງໄປຢ້ຽມຢາມຜູ້ບວຊຢູ່ສະເໝີ, ເຫີງໆເຂົ້າກໍຮັກສາສີລ ແລະໄດ້ຟັງທັມ,
ຂ. ແມ່ນສິກອອກໄປແລ້ວ ລູກເມັຍກໍເປັນສຸຂ ເພາະໄດ້ຄົນນິສັຍດີໆຈາກກາຣໄດ້ຂັດເກົາຄວາມຈັງໄຮຕິດຕົວອອກໄປແນ່ແລ້ວ ເຊັ່ນ ແຕ່ກ່ອນ ເຄີຍກິນເຫຼົ້າ ເມົາມາກໍອາຣະວາດ ບາດນີ້ຫຼັງຈາກບວຊກັບໄປແລ້ວ ເຫຼົ້າບໍ່ຫົວຊາກາຍເປັນຄົນນິສັຍເສັຍ.
ຄ. ປະເທສຊາຕິໄດ້ພົລເມືອງດີໆເພີ່ມຂຶ້ນ.
2. ອານິສົງສ໌ທາງທັມ ເປັນຜູ້ສືບທອດອາຍຸພຸດທະສາສນາ.

ອານິສົງສ໌ກາຣບວຊຊົ່ວຄາວ.
- ສຳລັບນິສິຕ ນັກສຶກສາ ທີ່ໄດ້ບວຊໃນໄຣຍະສັ້ນໆ ເປັນຄັ້ງໆ ຄາວໆ ກໍຖືວ່າເປັນການບວຊຊົ່ວຄາວ ຫາກຕັ້ງໃຈປະພຶດປະຕິບັຕິຂະນະ ບວຊນັ້ນຢ່າງເຄັ່ງຄັດແລ້ວ ຍ່ອມໄດ້ອານິສົງສ໌ ດັ່ງນີ້:

1) ເປັນຜູ້ຮູ້ຈັກບໍຣິຫາຣເວລາ ຄື ຮູ້ຈັກໃຊ້ເວລາໃຫ້ປໂຍຊນ໌ ພາສາສາສນາຮຽກວ່າ ກາລັນຍຸຕາ ເປັນຜູ້ຮູ້ຈັກກາລອັນເປັນຄຸນທັມຂໍ້ໜຶ່ງຂອງ ສັປປຸຣິສະ, ຂະນະເປັນນິສິຕນັກສຶກສາ ພາຣະຮັບຜິດຊອບຍັງບໍ່ມີຫຼາຍ ຄວາມຫັງວົນທາງບ້ານເຮືອນຍັງບໍ່ມີ ຫາກຮີບມາບວຊກ່ອຍຍ່ອມບັລ ລຸທັມໄດ້ໂດຍງ່າຍ.
2) ແມ່ນໄຣຍະເວລາຈະສັ້ນ ແຕ່ຖ້່ລົງມືປະຕະບັຕິຢ່າງຈິງໆຈັງໆ ກໍຈະໄດ້ຊີມຣົສແຫ່ງຄວາາມສຸຂອັນເກີດຈາກຄວາມສງົບຕັ້ງແຕ່ເຍົາວ໌ໄວ ເພາະຕອນເປັນນິສິຕນັກສຶກສາ ກິເລສຍັງບໍ່ແກ່ ຈັດເປັນໄມ້ອ່ອນພໍດັດໄດ້ງ່າຍ ຄັນບວຊແລ້ວໄດ້ຣົສແຫ່ງຄວາມສຸຂພາຍໃນ ກໍຈະຮູ້ວ່າບາປ ບຸນ ນັ້ນມີຈິງ ຄວາມສຸຂພາຍໃນດີກວ່າ ກໍຈະບໍ່ຕິດໃນອາມິສສຸຂ ອັນເປັນສຸຂທາງໂລກ.
3) ມີໂອກາສໄດ້ສຶກສາຫຼັກທັມໄວ້ ກຳກັບຄວາມຮູ້ ຈະໄດ້ໃຊ້ຄວາມຮູ້ໄປໃນທາງທີ່ຖືກທີ່ຄວຣ ດັ່ງພຸທພົຈນ໌ວ່າ (ຄວາມຮູ້ທາງດ້ານວິຊາກາຣ ທີ່ຊາວໂລກຮຽນ ຫາກເກີດແກ່ຄົນພາລ ບໍ່ມີສີລທັມ ຍ່ອມມີແຕ່ຈະນຳຄວາມຈິບຫາຍມາໃຫ້ ເພາະເຂົາຈະນຳຄວາມຮູ້ໄປໃຊ້ໃນທາງທີ່ຜິດ ເນື່ອງຈາກບໍ່ມີຄຸນທັມກຳກັບ).
4) ທຳໃຫ້ໄດ້ຝຶກວິນັບ ແລະເຂົ້າໃຈວັດທະນະທັມໃນກາຣຢູ່ຮ່ວມກັນກັບໝູ່ຄະນະ, ຖ້າບວຊແລ້ວ ຕັ້ງໃຈຝຶກຝົນອົບຮົມຕົນຢ່າງຈິງຈັງ ສິກອອກໄປແລ້ວ ຈະເປັນຄົນມີວິນັຍ ຄົນສ່ວນຫຼາຍມັກຈະສັງເກຕທັງໆທີ່ມີພຣະເປັນຕົວຢ່າງທາງດ້ານວິນັຍໃຫ້ເບິ່ງ ເຊົ້າຂຶ້ນ ກໍອອກໄປ ບິນທະບາຕກັນເປັນແຖວ, ສູຕມົນ ໄຫວ້ພຣະ ຟັງທັມ ເທສນາ ຮຽນໜັງສືຕ່າງໆກໍນັ່ງເປັນແຖວ ເພາະສະນັ້ນຄົນທີ່ເຄີຍບວຊແລ້ວ ຄວາມີວິນັຍກໍຈະຕິດຕົວໄປເປັນນະສັຍໄປດ້ວຍ.
5) ທຳໃຫ້ໄດ້ຝຶືກສາມາທິ ທຳຈິຕໃຈໃຫ້ສງົບ ເຊິ່ງເປັນຜົລດີຕໍ່ກາຣສຶກສາຕໍ່ໄປພາຍໜ້າ.
6) ເກີດຄວາມປຶ້ມປະຕິຍິນດີ ທີ່ໄດ້ກະທຳຄວາມດີໄວ້ແລ້ວຕັ້ງແຕ່ຍັງໜຸ່ມນ້ອຍ, ປິຕິຈະເປັນເຄື່ອງຫຼໍ່ລ້ຽງໃຈຢູ່ສເມີ ເຖິງຄາວຕາຍກໍບໍ່ຕ້ອງຫ່ວງ ນ້າພະວົງຫຼັງ ຄົນໜຸ່ມໆສາວໆ ມັກຈະມອງໂລກໄປທາງໜ້າສເມີ ຄິດສ້າງສາອະນາຄົຕຢ່າງນັ້ນ ຢ່າງໜີ ສ່ວນຄົນເຖົ້າແກ່ ຈະຫຼຽວມອງຂ້າງຫຼັງ ມອງໄປດູໄປຫາດີບໍ່ໄດ້ ກໍຈະແຫ່ງຫ່ຽວໃຈ ເປັນເຄື່ອງຕອບແທນ ຕອນໃກ້ຕາຍ ກໍຈະຕາຍແບບຫ່ຽວ, ກົງກັນຂ້າມກັບ ບວຊ ຫຼືໄດ້ທໍາຄວາມດີມາກ່ອນກໍຈະປຶ້ມປິຕິທີ່ໄດ້ທຳຄວາມດໄວ້ ແມ່ນຕາຍກໍຕາຍດີ ຕາຍຢ່າງຄົນມີຊີວິຕທີ່ກຸ້ມຄ່າມາແລ້ວ. (ເລື່ອງນີ້ຍັງກວາມ ຣວມໄປເຖິງແມ່ຍິງທີ່ບໍ່ມີໂອກາດບວຊ ແຕ່ກໍໄດ້ອຸປະຖັມວັດວາສາສນາ ສົ່ງລູກຫຼານຂອງຕົນມາບວຊ ກໍມີຄວາມປິດາເຊັ່ນຫັນ)
7) ທຳໃຫ້ໃຫ້ຮູ້ຈັກເປົ້າໝາຍຂອງຊິວິຕຢ່າງຈິງຈັງແທ້ວ່າ ເກີດມາເພື່ອຫຍັງ ເພາະຝືກຮູ້ແລ້ວວ່າ ທຳໃຫ້ກິເລສໝົດໄປໄດ້ ເກີດເປັນຄວາມສຸຂ ພາຍໃນຂຶ້ນມາ ຈະໄດ້ແກ້ໄຂປັບປຸງຕົວເອງໄດ້ຢ່າງຖືກຕ້ອງ.
8) ທຳໃຫ້ມີຄວາມອົດທົນ ບໍ່ຫວັນໄຫວ້ໃນອຸປະສັກ....
9) ທຳໃຫ້ຮູ້ຈັກຕົນເອງ ຄື ຮູ້ວ່າຄົນເອງມີຄວາມຮູ້ ຄວາມສາມາດ ມີຄຸນທັມພຽງໃດ ຂະໜາດໃດ.....
10) ທຳໃຫ້ເປັນຄົນມີເຫຕຸ-ຜົລ.
11) ໄດ້ຊື່ວ່າຊຳຮະໂທດທາງກາຍ ວາຈາ ໃຈ ໃຫ້ສີ້ນໄປເພາະສີລ ເປັນເຄື່ອງຊຳຮະໂທສທາງກາຍ ວາຈາ ສະມາທິ ເປັນເຄື່ອງຊຳຮະໂທສທາງ ໃຈ ປັນຍາຊຳຮະໂທສທາງສັນດານ ເປັນເປັນຄົນມີສັມມາທິຕຖີ.
12) ໄດ້ຊື່ວ່າ ປະຕິບັຕິບູຊາ ເຊິ່ງເປັນການບູຊາອັນສູງສູດ ແມ່ນຈະເປັນໄຣຍະສັ້ນໆກໍຕາມ. (ບວຊສັ້ນໆ ໝາຍເອົາ ແຕ່ 2-3 ເດືອນຂຶ້ນໄປ ທີ່ໄດ້ຮຽນ ໄດ້ສຶດສາທາງທັມແນ່ແລ້ວ).
13) ທຳໃຫ້ມີໂອກາສເອົາຊະນະກິເລສ ໄດ້ໄຣຍະໜຶ່ງ ຈຶ່ງມີເຊື້ອສາຍແຫ່ງຄວາມເປັນຜູ້ຊະນະ.
14) ທຳໃຫ້ສະແຫວງຫາຄວາມສຸຂໄດ້ຫຼາຍທີ່ສຸດ ເທົ່າທີ່ມະນຸດຈະເພິ່ງໄດ້ເພິ່ງມີ.
15) ໄດ້ຊື່ວ່າ ເປັນຜູ້ມີກຳໄຣຊີວິຕແລ້ວ ເພາະໄດ້ກະທຳກັມທີ່ບໍຣິສຸດທັງກາຍ ວາຈາ ແລະໃຈ.
16) ໄດ້ຊື່ວ່າເປັນຜູ້ເຣີ່ມຖາງທາງໄປພຣະນິພພານແລ້ວ.
- ອານິສົງສ໌ທີ່ກ່າວມາທັງໝົດນີ້ ບໍ່ຕ້ອງຫ່ວງວ່າຈະມາປະມານການເທົ່າໃດ ເພາະເມື່ອໄດ້ເຣີ່ມຕົ້ນ ໜຶ່ງ,ຕ້ອງມີສອງ, ສາມ, ສີ່ ຫ້າ....ກໍຈະຕາມາ ເອງດີກວ່າຍັງບໍ່ທັນໄດ້ເຣີ່ມລົ້ມສາແລ້ວນັ້ນເອງ.
- ນອກຈາກອານິສົງສ໌ ທັງໝົດທີ່ກ່າວໄວ້ແລ້ວນັ້ນ ກາຣບວຊ ແລ້ວໄດ້ບຳເພັງສະມາທິພາວະນາ ຕາມໜ້າທີ່ຂອງບັນພະຊິຕແລ້ວ ຍ່ອມໄດ້ອານິສົງສ໌ ຈາກກາຣບວຊນັ້ນ ເຊິ່ງຮຽກວ່າສາມັນຍະຜົລ ຄືຜົລທີ່ໄດ້ຈາກກາຣບວຊນັ້ນອີກ 14 ຢ່າງ.