Monday 10 October 2011

ຄອບຄົວຕົວແບບ (ຄຳສິງ ສີຫາເທບ) ບ້ານວຽງຈະເລີນ

ທ່ານ ຄຳ​ສິງ ສີ​ຫາ​ເທບ ນັກ­ທຸ­ລະ­ກິດ​ຢູ່​ບ້ານ​ວຽງ​ຈະ­ເລີນ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຖືກ​ຄັດ​ເລືອກ​ໃຫ້​ເປັນ​ຄອບ­ຄົວ​ຕົວ​ແບບ ໃນ​ການ​ຜະ­ລິດ​ທຸ­ລະ​ກິດ​ດ້ານ​ຜະ­ລິດ​ຕະ​ພັນ​ລາວ​ປອດ​ສານ­ພິດ.
ທ່ານ ຄຳ​ສິງ ໄດ້​ໃຫ້​ສຳ­ພາດ​ວ່າ: ສິ່ງ​ທີ່​ດົນ​ບັນ­ດານ​ໃຫ້​ຂ້າ­ພະ­ເຈົ້າ ເຮັດ​ການ​ຜະ­ລິດ​ຕະ​ພັນ​ປອດ​ສານ­ພິດ ມີ​ຢູ່ 4 ປັດ​ໄຈ ຄື: 1. ຈາກ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດ ທີ່​ວ່າ: ເຮົາ​ຕ້ອງ​ເພິ່ງ​ຕົນ​ເອງ ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ດ້ວຍ​ຕົນ​ເອງ ຫັນ​ການ​ຜະ­ລິດ​ແບບ​ທຳ​ມະ​ຊາດ ໃຫ້​ກາຍ­ເປັນ​ສິນ­ຄ້າ ນີ້​ກໍ​ເປັນ​ອັນ​ໜຶ່ງ ທີ່​ຊຸກ​ດັນ​ໃຫ້​ຂ້າ­ພະ­ເຈົ້າ​ຫັນ​ມາ​ຜະ­ລິດ ອັນ​ທີ​ສອງ ແມ່ນ​ຢາກ​ປົກ​ປັກ​ຮັກ­ສາ​ມູນ­ເຊື້ອ ຫົວ­ຄິດ​ປະ­ດິດ​ສ້າງ​ຂອງ​ບັນ​ພະ​ບູ​ລຸດ​ຂອງ​ລາວ​ເຮົາ ແຕ່​ດຶກ​ດຳ​ບັນ​ມາ​ແລ້ວ ທີ່​ໄດ້​ເຮັດ​ການ​ຜະ­ລິດ​ເຄື່ອງ­ໃຊ້​ໃນ​ຄົວ​ເຮືອນ ຫວ້ານ​ຢາ​ຕ່າງໆ ເປັນ­ຕົ້ນ ສະ​ໝຸນ​ໄພ ຢາ​ປົວ​ພະ­ຍາດ ຖ້າ​ພວກ​ເຮົາ​ບໍ່​ປົກ​ປັກ​ຮັກ­ສາ ມັນ​ກໍ​ຈະ​ສູນ­ຫາຍ​ໄປ ບັນ­ດາ​ລູກ​ຫຼານ​ໜຸ່ມ​ນ້ອຍ ຈະ​ບໍ່​ຮູ້​ຊ້ຳ​ວ່າ ຄົນ​ລາວ​ແຕ່​ກ່ອນ ກໍ​ມີ​ຜະ­ລິດ​ຕະ​ພັນ​ສິນ­ຄ້າ​ທີ່​ເປັນ​ຂອງ​ຕົນ​ເອງ ອັນ​ທີ​ສາມ ທີ່​ຊຸກ​ດັນ​ໃຫ້​ຂ້າ­ພະ­ເຈົ້າ​ແມ່ນ​ເພື່ອ​ຢາກ​ໃຫ້​ສຸ­ຂະ­ພາບ​ຂອງ​ຄົນ​ລາວ​ ເຮົາ ມີ​ສຸ­ຂະ­ພາບ​ເຂັ້ມ­ແຂງ ບໍ່​ມີ​ສານ​ເຄ​ມີ​ຕົກ​ຄ້າງ ຖ້າ​ເຮົາ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ຂອງ​ຄົນ​ລາວ​ທີ່​ປອດ​ສານ­ພິດ ກໍ​ຈະ​ເປັນ​ຜົນ​ດີ​ຕໍ່​ສຸ­ຂະ­ພາບ ແລະ ສິ່ງ­ແວ­ດລ້ອມ ແລະ ສີ່ ເພື່ອ​ປະ­ຕິ­ບັດ​ຄວາມ​ດູ​ໝິ່ນ​ຂອງ​ຕ່າງ­ປະ­ເທດ ທີ່​ວ່າ ຄົນ​ລາວ​ເຮົາ​ເຮັດ​ຫຍັງ​ກໍ​ບໍ່​ເປັນ ເຂັມ​ກໍ​ເຮັດ​ບໍ່​ເປັນ ໄມ້​ຈີ້ມ​ແຂ້ວ​ກໍ​ຊື້​ຂອງ​ເຂົາ ສ່ວນ​ຫຼາຍ​ແມ່ນ​ຂອງ​ຕ່າງ­ປະ­ເທດ ດັ່ງ­ນັ້ນ ເຮົາ​ຕ້ອງ​ຜະ­ລິດ​ໃຫ້​ເປັນ​ສິນ­ຄ້າ ເພາະ​ຄົນ​ລາວ​ເຮົາ ກໍ​ສາ­ມາດ​ເຮັດ​ໄດ້​ສ້າງ​ຊື່​ສຽງ​ໃຫ້​ປະ­ເທດ​ຊາດ​ໄດ້ ເພາະ​ປະ­ເທດ​ລາວ​ເຮົາ​ມີ​ວັດ­ຖຸ​ດິບ ຊັບ­ພະ­ຍາ­ກອນ​ອຸ­ດົມ­ສົມ­ບູນ ມີ​ຫົວ­ຄິດ​ປະ­ດິດ​ສ້າງ ຄົນ​ລາວ​ເຮົາ​ບໍ່​ແມ່ນ​ບໍ່​ມີ​ສະ­ຕິ​ປັນ­ຍາ ແຕ່​ເນື່ອງ​ຈາກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢ່າງ​ຈິງ​ຈັງ.
ການ​ຜະ­ລິດ​ຂອງ​ຂ້າ­ພະ­ເຈົ້າ​ມີ​ຢູ່ 5 ຂະ­ແໜງ­ການ ຄື: 1. ຜະ­ລິດ​ຕະ​ພັນ​ຮັບ​ໃຊ້​ຄົວ​ເຮືອນ ເປັນ­ຕົ້ນ: ສະ­ບູ​ສະ​ປາ ເຮັດ​ຈາກ​ນ້ຳ­ມັນ​ໝາກ­ພ້າວ ນ້ຳ­ມັນ​ງາ ຢາ­ສະ­ຜົມ​ໝາກ​ຂີ້­ຫູດ ຢາ­ຖູ­ແຂ້ວ​ສະ​ໝຸນ​ໄພ ເຮັດ​ໃຫ້​ແຂ້ວ​ບໍ່​ຫຼ່ອນ ບໍ່​ມີ​ກິ່ນ​ປາກ ປະ­ເພດ​ນ້ຳ​ຢາ​ລ້າງ​ຖ້ວຍ ນ້ຳ​ຢາ​ຊັກ​ຜ້າ ເຊິ່ງ​ລ້ວນ​ແຕ່​ເອົາ​ວັດ­ຖຸ​ຈາກ​ບ້ານ​ເຮົາ​ມາ​ຜະ­ລິດ.
2. ປະ­ເພດ​ອາ­ຫານ​ກໍ​ມີ​ປາ­ແດກ​ຜົງ​ສຳ­ເລັດ​ຮູບ ຫັນ​ຈາກ​ປາ­ແດກ​ມາ​ເຮັດ​ເປັນ​ຜົງ ເພື່ອ​ໃຫ້​ມັນ​ສະ­ດວກ​ສະ­ບາຍ​ໃນ​ການ​ປຸງ​ແຕ່ງ ແລະ ຖືກ​ສຸ​ຂະ​ອະ­ນາ­ໄມ​ດີ.
3. ຜະ­ລິດ​ຕະ​ພັນ​ເພື່ອ​ສຸ­ຂະ­ພາບ ເຊັ່ນ: ຢາ­ພື້ນ­ເມືອງ​ທີ່​ໄດ້​ຮັບ​ການ​ຕອບ​ຮັບ​ຢ່າງ​ສູງ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ຄື: ເຫັດ​ໝື່ນ​ປີ ເຫັດ​ລິ້ນ​ຈື່ ໃນ​ປີ 2009ໄດ້​ຮັບ​ລາ­ງວັນ​ຜະ­ລິດ​ຕະ​ພັນ​ດີ​ທີ່​ສຸດ​ຂອງ​ອາ​ຊຽນ ຢູ່​ບຣູ​ໄນ ດາ​ລູ​ຊາ​ລຳ ແລະ ເປັນ​ຜະ­ລິດ​ຕະ​ພັນ​ຈາກ​ທຳ​ມະ​ຊາດ​ມາ​ປູກ​ເອງ ນອກ­ຈາກ​ນີ້ ຍັງ​ມີ​ຊາ​ມ້ອນ​ຫຼຸດ​ສານ​ຜິດ ຫຼຸດ​ຄວາມ­ດັນ ຊາ​ໝາກ​ຂາມ­ປ້ອມ ສຳ­ລັບ​ດີ​ຫວັດ ດີ​ໄອ ຊາ​ໝາກ­ຍໍ ສຳ­ລັບ​ຜູ້​ເປັນ​ເບົາ­ຫວານ ເຈັບ​ເສັ້ນ­ປະ­ສາດ ຊາ​ພັນ​ປີ​ທີ່​ອິດ­ເມື່ອຍ​ອ່ອນ­ເພຍ ຊາ​ເຂົ້າ­ເໝົ້າ ສຳ­ລັບ​ເປັນ​ມຶນ​ຕີນ ມຶນ​ມື​ຕ່າງໆ ນອກ­ຈາກ​ນັ້ນ ກໍ​ມີ​ຜະ­ລິດ​ຕະ​ພັນ​ບຳ­ລຸງ​ສາຍ­ຕາ ແລະ ມີ​ຜະ­ລິດ​ຕະ​ພັນ​ທຳ​ມະ​ຊາດ ຫວ້ານ​ລື​ສີ​ດີ​ກະ­ເພາະ ດີ​ປະ­ດົງ ດີ​ເບົາ­ຫວານ ມີ​ນ້ຳ­ໝາກ​ຍໍ ແລະ ຜະ­ລິດ​ຕະ​ພັນ​ອື່ນໆ​ອີກ ເຊັ່ນ: ຜັກ​ອີ່­ຮຸມ ເປັນ​ແຄບ​ຊຸນ ເປັນ​ຜັກ​ທີ່​ມີ​ແຄນ​ຊຽມ​ສູງ ເຮັດ​ໃຫ້​ກະ­ດູກ​ແຂງ­ແຮງ ມີ​ວິ​ຕາມ​ມິນ​ເອ ບຳ­ລຸງ​ສາຍ­ຕາ ມີ​ວິ­ຕາ­ມິນ​ເຊ ມີ​ທາດ​ໂປ​ຕິນ​ສູງ ແລະ ອື່ນໆ​ທີ່​ຕ່າງ­ປະ­ເທດ​ແມ່ນ​ຕ້ອງ­ການ​ຫຼາຍ.
4. ຜະ­ລິດ​ຕະ​ພັນ​ເຄື່ອງ­ໃຊ້​ສະ​ປາ ມີ: ຄີມ​ນວດ​ນ້ຳ­ມັນ ໝາກ­ງາ ນ້ຳ­ມັນ​ໝາກ­ພ້າວ ແລະ ອື່ນໆ.
5. ຜະ­ລິດ​ຕະ​ພັນ​ຮັບ​ໃຊ້​ກະ­ສິ­ກຳ​ມີ​ປຸ໋ຍ​ອິນ​ຊີ​ອັດ​ເມັດ ນ້ຳ​ອີ​ເອັມ ນ້ຳ​ຮໍ​ໂມນ​ພືດ ຢາ​ສະ​ໝຸນ​ໄພ​ປ້ອງ​ກັນ​ສັດ­ຕູ​ພືດ ນ້ຳ­ມັນ​ຊີ­ວະ​ພາບ​ຜະ­ລິດ​ຈາກ​ໝາກ​ເຍົາ (ນ້ຳ­ມັນ​ໄບ​ໂອ​ດີ​ເຊວ) ໃຊ້​ກັບ​ລົດ​ທຸກ​ຊະ­ນິດ ແລະ ປັດ­ຈຸ­ບັນ ຍັງ​ຜະ­ລິດ​ເຕົາ​ຄົວ­ກິນ​ດ້ວຍ​ແສງ​ອາ­ທິດ.
ທ່ານ ຄຳ​ສິງ ຍັງ​ໃຫ້​ຮູ້​ຕື່ມ​ອີ​ກວ່າ: ທຸກ​ຜະ­ລິດ​ຕະ​ພັນ​ຂອງ​ຂ້າ­ພະ­ເຈົ້າ ແມ່ນ​ພ້ອມ​ທີ່​ຈະ​ເຜີຍ­ແຜ່​ເຝິກ­ອົບ­ຮົມ ຫຼື ວ່າ​ໃຫ້​ເປັນ​ວິ­ທະ­ຍາ­ກອນ ທີ່​ມາ​ຖອດ​ຖອນ​ບົດ­ຮຽນ ພວກ​ເຮົາ​ພ້ອມ​ທີ່​ຈະ​ສະ­ໜອງ​ໃຫ້ ບໍ່​ສະ­ຫງວນ​ລິ​ຂະ​ສິດ ເນື່ອງ​ຈາ​ກວ່າ ຢາກ​ໃຫ້​ຄົນ​ລາວ​ຄິດ​ເຖິງ​ການ​ຜະ­ລິດ ຢາກ​ໃຫ້​ຄົນ​ລາວ​ເຮົາ​ນຳ​ໃຊ້​ຜະ­ລິດ​ຕະ​ພັນ​ທີ່​ບໍ່​ມີ​ສານ­ພິດ ໃນ​ການ​ດຳ­ລົງ​ຊີ­ວິດ​ປະ­ຈຳ​ວັນ ເພື່ອ​ສຸ­ຂະ­ພາບ​ແຂງ­ແຮງ ເພື່ອ​ຕົນ​ເອງ​ມີ​ອາ­ຍຸ​ໝັ້ນ­ຍືນ.
ຜະ­ລິດ​ຕະ​ພັນ​ຂອງ​ຂ້າ­ພະ­ເຈົ້າ ມີ​ຈຳ­ໜ່າຍ​ຢູ່​ປະ­ເທດ​ເຮົາ ແມ່ນ​ຢູ່​ຕະ­ຫຼາດ ຮ້ານ​ຂາຍ­ເຄື່ອງ​ທົ່ວ​ໄປ ແລະ ໄດ້​ຂາຍ​ຢູ່​ຕະ­ຫຼາດ​ປອດ​ສານ­ພິດ​ໃນ​ວັນ​ເສົາ​ທີ່​ທາດ­ຫຼວງ ສ່ວນ​ລາຍ​ຮັບ​ສະ­ເລ່ຍ​ແລ້ວ ປີ​ໜຶ່ງ​ໄດ້​ປະ­ມານ 240 ລ້ານ​ກີບ.