Saturday 30 July 2011

ອະຣິຍະສັຈຈະ 4

ອະຣິຍະສັຈຈະ 4 (ໂດຍຫຍໍ້)
- ບັນຫາ : ອະຣິຍະສັຈຈ໌ 4 ໄດ້ແກ່ອັນໃດ ?
- ແກ້ : ອະຣິຍະສັຈຈ໌ 4 ໂດຍຫຍໍ້ໄດ້ແກ່:-

- ພຸດທະດຳຣັສຕອບ : “ດູດ່ອນພິກຂຸທັງຫຼາຍ ທຸກຂະອະຣິຍະສັຈຈະ ກໍຄື ຄວາມເກີດເປັນທຸກ, ຄວາມແກ່ເປັນທຸກ, ຄວາມເຈັບ, ຄວາມຕາຍ, ຄວາມປະຈວບກັບບຸກຄົຮ ແລະສິ່ງຂອງອັນບໍ່ໜ້າຮັດ, ຄວາມພັດພາກຈາກບຸກຄົນ ຫຼືສິ່ງອັນເປັນທີ່ຮັກ, ປາສະຈາກສິ່ງໃດແລ້ວບໍ່ໄດ້ເປັນທຸກ ເມື່ອສະຫຼຸບແລ້ວ ຂັນ 5 ທີ່ຕົນເຂົ້າໄປຢືດຖື ເປັນທຸກ.“

- ອະຣິຍະສັຈຈ໌ ຄື ເຫດເກີດແຫ່ງທຸດ ຄື ຄວາມຍາກອັນເປັນເຫດໃຫ້ເກີດພົບໃໝ່, ປະກອບດ້ວຍຄວາມກຳນັດຍິນດີ ຄວາມເພີດເພີນໃນພາບນັ້ນໆ ໄດ້ແກ້ ຄວາມຍາກໃນກາມ (ກາມຕັນຫາ) ຄວາມຍາກໃນພົບ (ພະວະຕັນຫາ) ຄວາມຍາກໃນຄວາມສູນ (ວິພາວະຕັນຫາ).“

- ອະຣິຍິສັຈຈ໌ ຄື ຄວາມດັບທຸກ ໄດ້ແກ່ຄວາມດັບເພາະຄວາມກຳນົດຢ່າງຍສິ່ນ້ເຊີງ ຄວາມສະຫຼະ ຄວາມສະຫຼັດອອກ ຄວາມຫຼຸດພົ້ນ ຄວາມບໍ່ມີເຍື້ອ
ໃຍໃນຕັນຫານັ້ນແລ.

- ອະຣິຍະສັຈຈ໌ ຄື ທາງໄປສູ່ຄວາມດັບທຸກ ກໍຄືອະຣິຍະມັກອັນປະກອບດ້ວຍ ອົງ 8 ປະການ....“

ຕະຖາຄະຕະສູຕ ທີ 1 ມະຫາ. ສັງ. (1665)
ຕບ. 19 : 528-529 ຕທ. 19. 477-478
ຕອ. K.S 5 : 357-358

ທາງສຸດໂຕ່ງສອງຢ່າງ

ທາງສຸດໂຕ່ງສອງຢ່າງ
- ທາງປະຕິບັດສຸດໂຕ່ງ 2 ຢ່າງ
- ບັນຫາ
ທາງປະຕິບັດແບບປາຍສຸດສອງຢ່າງທີ່ນັກບວດໃນອິນເດັຍສະໄໝພຸດທະການນິຍົມ ປະຕິບັດກັນຢູ່ຄືອັນໃດ ?

- ພຸດທະດຳຣັສຕອບ:
“ດູກ່ອນພິກຂຸທັງຫຼາຍ ທາງສຸດໂຕ່ງສອງຢ່າງນີ້ ບັນພະຊິດບໍ່ຄວນເຂົ້າໃກ້ ທາງສຸດໂຕ່ງສອງຢ່າງນັ້ນ ຄືອັນໃດ ? ຄື
- ການປະກອບມົວເມົາໃນ ກາມສຸຂ ໃນສິ່ງທີ່ໜ້າໃຄ່ທັງຫຼາຍອັນຕໍ່າຊາມ ເປັນຂອງຊາວບ້ານ ເປັນຂອງປຸຖຸຊົນ ບໍ່ປະເສີດ ບໍ່ປະກອບປະໂຫຍດ 1.
- ການປະກອບມົວເມົາໃນການທໍຣະມານຕົນໃກ້ລຳບາກ ເປັນທຸກ ບໍ່ປະເສີດ ບໍ່ປະກອບດ້ວຍປະໂຫຍດ ັ1.
- ຂໍ້ປະຕິບັດໃນທາງກາງ ບໍ່ເຂົ້າໄປໃກ້ ບໍ່ເຂົ້າໄປໃຫ້ທາງສຸດໂຕ່ງທັງສອງນັ້ນ ຕະຖະຄົຕໄດ້ຕັສຮູ້ແລ້ວທີ່ສ້າງດວງຕາ ສ້າງຍານ ເປັນໄປເພື່ອຄວາມ ສະຫງົບ ເພື່ອຄວາມສະຫງົບຍິ່ງ ເພື່ອການຕັສຮູ້ຍິ່ງ ເພື່ອການຕັສຮູ້ ເພື່ອນພພານ ຂໍ່ປະຕິບັເອັນເປັນທາງສາຍກາງນັ້ນ...ຄື ອະຣິຍະມັຄຄະອັນ ປະກອບດ້ວຍອົງ 8 ປະການນີ້ແລ...“

ຕະຖາຄະຕະສູຕ ທີ 1 ມະຫາ. ສັງ. (1664)
ຕບ. 19 :528 ຕທ.19 : 475
ຕອ. K.S. 5: 356-357