Sunday 18 September 2011

ເປັນຫຍັງພຣະສົງ-ສາມະເນນ ຈຶ່ງບສັນອາຫານແລງ

- ພຣະພິກຂຸ-ສາມະເນນ ໃນພຸດທະສາສນາສັນອາຫານສອງເວລາ ຄື ສັນອາຫານເຊົ້າ ແລະອາຫານເພນ ເທົ່ານັ້ນ, ຕອນແລງຫ້າມສັນ ແລະສັນໄດ້ແຕ່ພຽງນຳ້ປານະເທົ່ານັ້ນ.
- ອັນນີ້ ພຣະສົງສາມະເນນເອງ ກໍຄືອອກຕົນຍາດໂຍມຫຼາຍ ຄົງຈະສົງໄສ ແລະໃຫ້ຄວາມສົນໃຈບໍ່ແມ່ນຂອງ ນ້ອຍ, ຈຶ່ງຄົ້ນຫາມາເລົ່າໃຫ້ທ່ານທັງຫຼາຍໄດ້ຊາຍ.
- ຕໍ່ໄປນີ້ ຈະໄດ້ເລົ່າເລື່ອງອັນເປັນຕົ້ນເຫດສຳຄັນ ທີ່ພຣະພຸດທະເຈົ້າຊົງປາຣົບເປັນປະຖະມະເຫດ ຫ້າມພຣະພິກ ຂຸສັນອາຫານໃນເວລາວິການເດັດຂາດ.

- ວັນໜຶ່ງ ເວລາຄ່ຳແລ້ວພຣະສົງກໍອອກບິນທະບາດຕາມປົກກະຕິ ຕາມທີ່ເຄີຍກະທຳມາເພື່ອສະແຫວງຫາພັດຕາ ຫານແລງມາສັນ, ການບິນທະບາດນັ້ນ ຄືການບິນທະບາດເດີນທາງໄປເລື້ອຍໆ ບໍ່ຈຳເພາະເຈາະຈົງວ່າໃຜຈະ ໃສ່ບາດ ຫຼືບໍ່ຈຳເພາະເຈາະຈົງວ່າຈະໄປຮັບອາຫານທີ່ເຮືອນຜູ້ໃດ, ໃຜມີສັດທາກໍໃສ່ບ່ດຕາມມີຕາມເກີດ, ບໍ່ມີກຳນົດວ່າ ຈະຕ້ອງມີອາຫານເທົ່າໃດ, ຢ່າງໃດ, ມີຈັກຢ່າງ.
- ຍາດໂຍມຜູ້ໃສ່ບາດ ມີສິ່ງໃດທີ່ຕົນຈະແບ່ງປັນໃຫ້ທານແກ່ພຣະສົງຜູ້ບໍ່ມີບ້ານເຮືອນ ກໍທຳໄປດ້ວຍຄວາມເຕັມໃຈ ແລະເພື່ອຄວາມສະບາຍໃຈ.
- ພຣະສົງອອກບິນທະບາດຍາມເຊົ້າ, ຍາມເພນ ຫຼືຍາມແລງກໍຕາມ ຈະອອກເດີນທາງໄປເລື້ອຍໆ ຈາກທີ່ຢູ່ໄປ ເຖິງເຮືອນໜຶ່ງຕໍ່ໄປເຖິງເຮືອນໜຶ່ງ, ວັນໜຶ່ງພຣະສົງໄປເຖິງເຮືອນທີ່ມີລັກສະນະຍົກພຶ້ນສູງ ມີປະຕູສອງດ້ານ ສ່ອງ ເຫັນຄົນເດີນຈອນໄປມາໄດ້ຢ່າງຊັດເຈນ ວັນນັ້ນລູກສາວຂອງເຮືອນຫຼັງນັ້ນ ກຳລັງປຸງອາຫານແລງ ທີ່ເຮືອນຄົວ, ບໍຣິເວນພາຍນອກມືດມິດແລ້ວ ເວລາຈະມອງໄປໃສມາໃສຕ້ອງໃຊ້ໄຟສ່ອງ ຫຼືຮຽກວ່າໃຕ້ໂຄມໄຟແບບສະໄໝ ບູຮານນັ້ນເອງ.
- ພຣະພິກຂຸໄປເຖິງເຮືອນຫຼັງນັ້ນ ຈຶ່ງເລືອກຢືນ ທີ່ບໍລະເວນກາງເດີ່ນບ້ານໄກ້ເຮືອນຄົວດ້ານໜຶ່ງ ຂະນະທີ່ຢືນຢູ່ ໃນທີ່ມືດນັ້ນ ພໍດີຟ້າມແມບເຫຼື້ອມຂຶ້ນ ລູກສາວເຈົ້າຂອງເຮືອນຫັນມອງໄປທາງແສງຟ້າແມບ ພໍດີເຫັນພຣະສົງ ຢືນຢູ່ຕົກໃຈສຸດຂີດ ຄິດວ່າຜີຫຼອກຈຶ່ງສາດນັ້ນລ້າງຖ້ວຍໃສຈົນປຽກເປື້ອນ ແລ້ວກໍຮ້ອງສຽງໃຫຼຂຶ້ນ ພ້ອມຮ້ອງ ຂຶ້ນວ່າ ຜີຫຼອກ.
- ພໍ່ແມ່ ແລະຍາດພີ່ນ້ອງກໍນຳກະບອງໃຕ້ຂຶ້ນ ອອກໄປເບິ່ງວ່າແມ່ນອັນໃດກໍເຫັນພຣະສົງຢືນປຽກດ້ວຍນຳ້ລ້າງ ຖ້ວຍຊຸ່ມໄປທັງຕົວ, ແຖມຍັງມີກິ່ນອາຫານຕິດຕົວຢູ່ດ້ວຍ, ພໍ່ແມ່ພີ່ນ້ອງເຫັນແລ້ວກໍຕົກໃຈນຳສິ່ງທີ່ເກີດດັ່ງກ່າວ ຂໍໂທດຂໍໂພຍະພຣະພິກຂຸເປັນການໃຫຍ່ ພຣະພິກຂຸກໍອະໄພໃຫ້ບໍ່ວ່າຫຍັງ ເຕັມໃຈໃຫ້ອະໄພເຊັ່ນກັນ.
- ຂ່າວພຣະສົງຖືກຊາບ້ານສາດນຳ້ລ້າງຖວາຍໃສ່ໃນເວລາວິການ ກໍແພ່ໄປຢ່າງໄວວາ ຈົນກະທັງຄວາມຊາບເຖິງ ອົງສົມເດັດຣພຣະສັມມາສັມພຸດທະເຈົ້າ ພຣະອົງຊົງຮຽກປະຊຸມສົງ ຈຳນວນຫ້າຮ້ອຍອົງໃນທັມມະສະພາ ແລ້ວຊົງເປີດໂອກາດໃຫ້ພຣະສົງສະແດງຄວາມເຫນ ກັນຢ່າງກວ້າງຂວາງໃນເລື່ອງນີ້.
- ສຸດທ້າຍກໍມີບົດສະຫຼູບວ່າ ພຣະສົງບໍ່ເພິ່ງສັນອາຫານໃນເວລາວິການ ຄືຕັ້ງແຕ່ທ໋ຍໄປຈົນເຖິງຮຸ່ງ ອະຣຸນຂຶ້ນເຊົ້າວັນໃໝ່.
- ພຣະພຸດທະເຈົ້າຊົງຕັດບັນຍັດວ່າ ພຣະພິກຂຸສາມະເນນບໍ່ເພິງສັນອາຫານໃນເວລາວິການ ແລະໄດ້ ຖືກປະຕິບັດນັບແຕ່ນັ້ນມາ.
- ການທີ່ພຣະພຸດທະອົງຊົງບັນຍັດ ບໍ່ໃຫ້ພຣະພິກຂຸສົງສັນອາຫານໃນເວລາວິການນັ້ນ ພຣະອົງຊົງດຳຣິເຫັນ ວ່າບໍ່ຢາກໃຫ້ພຣະພິກຂຸສົງ ລົບກວນພຸດທະສາສະນິກະຊົນຫຼາຍເກີນໄປ ພຣະພຸດທະອົງຊົງຢໍ້າເຕືອນສະເໝີ ວ່າ ພຣະສົງເພິ່ງທຳຕົນໃຫ້ເປັນຄົນລ້ຽງງ່າຍ ບໍ່ບຽດບຽນຜູ້ໃດໃຫ້ລຳບາກ.
- ນີ້ຄືຄວາມເປັນມາຂອງບົດບັນຍັດທີ່ວ່າ ເປັນຫຍັງພຣະສົງຈຶ່ງບໍ່ສັນອາຫານໃນເວລາວິການ , ຫຼືເວົ້າພາສາຊາວບ້ານວ່າ ພຣະບໍ່ກິນເຂົາຍາມແລງ ທີ່ຈິງແລ້ວແມ່ນແຕ່ເວລາບ່າຍໄປແລ້ວ ກໍສັນບໍ່ໄດ້ຕາມພຸດທະບັນຍັດນີ້.