Tuesday 4 February 2014

ການບວຊ ໃນພຸດທະສາສນາ

- ການບວຊ ໃນພຸດທະສາສນາ ຮຽກວ່າ ອຸປະສົມບົດ(ອຸປສົມບົທ) ປາລີວ່າ "ອຸປະສມປະທາ" ໃນສະໄໝພຸດທະການມີ 8 ຢ່າງ ຄື:
1. ເອຫິພິກຂຸອປະສັມປະທາ: ເປັນການບວຊທີ່ພຣະສັມມາສັມພຸດທະເຈົ້າ ຊົງພຣະທານບວຊໃຫ້ພຣະສາວົກເອງ,  ໂດຍຕັດວ່າ "ເອຫິ ພິກຂຸ" ແປວ່າ "ທ່ານຈົ່ງມາເປັນພີກຂຸເຖີດ" ການບວຊແບບນີ້ ແມ່ນພຣະອັນຍາໂກນທັນຍະ(ໂກນທັນຍະ) ເປັນຜູ້ບວຊເປັນອົງແຮກ ແລະສຸພັດທະພິກຂຸ ເປັນອົງສຸດທ້າຍ ກ່ອນຈະປະຣິນິພພານ.

2. ຕິສະຣະນະຄະນູສັມປະທາ: ເປັນການບວຊ ໂດຍໃຫ້ຜູ້ຂໍບວຊເປັ່ງວາຈາ ຕໍ່ໜ້າພຣະສາວົກວ່າ ຂໍພຣະຣັດຕະນະໄຕຣ ເປັນທີ່ເພິ່ງ 3 ຄັ້ງ; ວິທີນີ້ເປັນວິທີໃຊ້ບວຊໃຫ້ສາມະເນນ.

3. ຍັຕຕິຈະຕຸຕຖະກັມມະອຸປະສັມປະທາ: ເປັນການບວຊໂດຍໃຫ້ຄະນະສົງປະຊຸມກັນໃນອຸໂປສົດ ໂດຍມີພຣະພິກຂຸອົງໜຶ່ງເປັນຜູ້ແຈ້ງວ່າ ເມື່ອປະກາດຄົບ 4 ຄັ້ງໂດຍບໍ່ມີພຣະອົງໃດຄັດຄ້ານ ຖືວ່າຜູ້ຂໍບວຊໄດ້ຮັບອະນຸຍາດໃຫ້ບວຊ ເປັນພິກຂຸ.

4. ຄຣຸທັມມະປະຕິກຄຄະຫະນູປະສັມປະທາ: ເປັນການບວຊໂດຍພຣະພຸດທະເຈົ່າເປັນຜູ້ປະທານຄຣຸທັມ 8 ປະການ ແກ່ພຣະນາງມະຫາປະຊາບໍດີໂຄຕະມີ ພ້ອມດ້ວຍສະຕຣີສາວົກສາກະຍະ 500 ນາງ, ເມື່ອນາງຮັບຄຣຸທັມ 8 ປະການ ກໍໄດ້ຮັບສະຖາປານາເປັນພິກຂຸນີ.

5. ອັຕຖະວາຈິກາອຸປະສັມປະທາ: ເປັນການບວຊໂດຍໃຫ້ຜູ້ບວຊຮັບ ຍັຕຕິຈະຕຸຕຖະກັມມະອຸປະສັມປະທາຈາກພິກຂຸນີສົງກ່ອນຄັ້ງໜຶ່ງ ແລ້ວຈຶ່ງຮັບຍັຕຕິຈະຕຸຕຖະກັມມະອຸປະສັມປະທາ ຈາກພີກຂຸສົງອີກຄັ້ງໜຶ່ງ ເມື່ອຜ່ານການອຸປະສົມບົດທັງສອງຄັ້ງແລ້ວ ຈຶ່ງໄດ້ເປັນພິກຂຸນີ.

6. ໂອວາທະປະຕິຄຄະຫະອຸປະສັມປາທາ: ເປັນການບວຊ ໂດຍພຣະສັມມາສັມພຸດທະເຈົ້າປະທານພຣະໂອວາດ, ເມື່ອປະທານພຣະໂອວາດແລ້ວ ກໍເປັນພຣະພິກຂຸ ພຣະມະຫາກັສສະປະເປັນອົງແຮກທີ່ໄດ້ບວຊແບບນີ້.

7. ປັນຫາພະຍາກະຣະນູສັມປະທາ: ເປັນການບວຊທີ່ພຣະພຸດທະເຈົ້າບົງຕອບບັນຫາ ກ່ອນ້ວຈຶ່ງອຸປະສົມບົດ ຜູ້ບວຊແບບນີ້ແມ່ນ ສາມະເນນໂສປາກະ.

8. ທູເຕນະອຸປະສັມປະທາ: ເປັນການບວຊໂດຍທີ່ພຣະສັມມາສັມພຸດທະເຈົ້າຊົງສົ່ງທູດຂອງພຣະອົງໄປບວຊ ວິທີນີ້ ພຣະອົງໄດ້ສົ່ງທູຕາຂອງພຣະອົງໃຫ້ໄປບວຊແກ່ຍິງໂສເພນີອັຖທະກາສີ.