Saturday 23 July 2011

ເຫດທີ່ທຳໃຫ້ໂລກວິປະຣິດ

- ພະສູດຕັນຕະປິດົກ ເຫຼັ້ມທີ 13 ອັງຄຸຕະຣະນິກາຍ ຈະຕຸກກະນິບາດ (ໜ້າທິ 74-75).
[70] ດູກ່ອນພິກຂຸທັງຫຼາຍ ສະໄໝໃດພະຣາຊາເປັນຜູ້ບໍ່ຕັ້ງຢູ່ໃນທັມ ສະໄໝນັ້ນ ແມ່ນພວກ ຣາຊະການ ກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ, ເມື່ອພວກຣາຊະການບໍ່ຕັ້ງຢູ່ໃນທັມສະໄໝນັ້ນ ແມ່ນພຣາມ ແລະຄະຫະບໍດີ ກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ, ເມື່ອພຣາມ ແລະຄະຫະບໍດີບໍ່ຕັ້ງຢູ່ໃນທັມສະໄໝນັ້ນ ແມ່ນຊາວນິຄົມ ແລະຊາວຊົນນະບົດ ກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ, ພຣະຈັນ ແລະພຣະອາທິດ ຍ່ອມໝູນວຽນບໍ່ສະໝໍ່າສະເໝີ, ເມື່ອພຣະຈັນ ແລະພຣະອາທິດໝູນວຽນບໍ່ສະໝໍ່າສະເໝີ ໝູ່ດາວນັກສັດກໍຍ່ອມໝູນວຽນບໍ່ສະໝໍ່າສະເໝີ, ເມື່ອຄືນແລະວັນໝູນວຽນບໍ່ສະໝໍ່າສະເໝີ ເດືອນໜຶ່ງ ເຄິ່ງເດືອນກໍໝູນວຽນບໍ່ສະໝໍ່າສະເໝີ, ເມື່ອເດືອນໜຶ່ງ ແລະເຄິ່ງ ເດືອນໝູນວຽນ ບໍ່ສະໝໍ່າສະເໝີ ຣະດູແລະປີຍ່ອມໝູນວຽນບໍ່ສະໝໍ່າສະເໝີ, ເມື່ອຣະດູປີໝູນວຽນບໍ່ສະໝໍ່າສະ ເໝີ ລົມຍ່ອມພັດບໍ່ສະໝໍ່າສະເໝີ, ເມື່ອລົມພັດບໍ່ສະໝໍ່າສະເໝີ ລົມກໍເດີນຜິດທາງບໍ່ສະໝໍ່າ ສະເໝີຍ່ອມ ພັດວຽນໄປຜິດທາງ, ເມື່ອລົມເດີຜິດທາງບໍ່ສະໝໍ່າສະເໝີ ພັດວຽນໄປ ເທວະ ດາຍ່ອມກຳເຣີບ, ເມື່ອເທວະດາກຳເຣີບ ຝົນຍ່ອມບໍ່ຖືກຕົກຕ້ອງຕາມຣະດູການ, ເມື່ອຝົນບໍ່ຕົກຖືກຕ້ອງຕາມຣະດູການ ເຂົ້າກ້າທັງຫຼາຍກໍສຸກບໍ່ສະເໝີກັນ.
- ດູກ່ອນພິກຂຸທັງຫຼາຍ ! ມະນຸດຜູ້ບໍຣິໂພກເຂົ້າທີ່ສຸກບໍ່ສະເໝີກັນ ຍ່ອມເປັນຜູ້ມີອາຍຸນ້ອຍ, ມີຜິວພັນເສົ້າໝອງ, ມີກຳລັງນ້ອຍ, ມີອາພາດຫຼາຍ.
- ດູກ່ອນພິກຂຸທັງຫຼາຍ ! ຜູ້ທີ່ບໍຣິໂພກເຂົ້າທີ່ສຸກບໍ່ສະເໝີກັນ ຍ່ອມເປັນຜູ້ມີອາຍຸນ້ອຍ, ຜິວພັນເສົ້າໝອງ, ມີກຳລັງນ້ອຍ, ມີອາພາດຫຼາຍ.
- ດູກ່ອນພິກຂຸທັງຫຼາຍ ສະໄໝໃດພະຣາຊາເປັນຜູ້ຕັ້ງຢູ່ໃນທັມສະໄໝນັ້ນ ແມ່ນພວກຣາຊະການ ກໍເປັນຜູ້ຕັ້ງຢູ່ໃນທັມ, ເມື່ອພວກຣາຊະການບຕັ້ງຢູ່ໃນທັມສະໄໝນັ້ນ ແມ່ນພຣາມແລະຄະຫະ ບໍດີກໍເປັນຜູ້ຕັ້ງຢູ່ໃນທັມ, ເມື່ອພຣາມ ແລະຄະຫະບໍດີຕັ້ງຢູ່ໃນທັມ ສະໄໝນັ້ນ ແມ່ນຊາວນິຄົມ ແລະຊາວຊົນນະບົດ ກໍເປັນຜູ້ຕັ້ງຢູ່ໃນທັມ, ພຣະຈັນ ແລະພຣະອາທິດ ຍ່ອມໝູນວຽນສະໝໍ່າ ສະເໝີ, ເມື່ອພຣະຈັນ ແລະພຣະອາທິດໝູນວຽນສະໝໍ່າສະເໝີ ໝູ່ດາວນັກສັດກໍຍ່ອມໝູນ ວຽນສະໝໍ່າສະເໝີ, ເມື່ອຄືນແລະວັນໝູນວຽນສະໝໍ່າສະເໝີ ເດືອນໜຶ່ງ ເຄິ່ງເດືອນກໍໝູນ ວຽນສະໝໍ່າສະເໝີ, ເມື່ອເດືອນໜຶ່ງ ແລະເຄິ່ງເດືອນໝູນວຽນສະໝໍ່າສະເໝີ ຣະດູ ແລະປີ ຍ່ອມໝູນວຽນສະໝໍ່າສະເໝີ, ເມື່ອຣະດູປີໝູນວຽນສະໝໍ່າສະເໝີ ລົມຍ່ອມພັດສະໝໍ່າສະ ເໝີ, ເມື່ອລົມພັດສະໝໍ່າສະເໝີ ລົມກໍເດີນຖືກທາງສະໝໍ່າສະເໝີຍ່ອມ ພັດວຽນໄປຖືກທາງ, ເມື່ອລົມບໍ່ເດີນຖືກທາງສະໝໍ່າສະເໝີ ພັດວຽນໄປເທວະດາຍ່ອມບໍ່ກຳເຣີບ, ເມື່ອເທວະດາບໍ່ ກຳເຣີບ ຝົນຍ່ອມຍຕົກຖືກຕ້ອງຕາມຣະດູການ, ເມື່ອຝົນຕົກຖືກຕ້ອງຕາມຣະດູການ ເຂົ້າກ້າທັງ ຫຼາຍກໍສຸກສະເໝີກັນ.
- ດູກ່ອນພິກຂຸທັງຫຼາຍ ! ມະນຸດຜູ້ບໍຣິໂພກເຂົ້າທີ່ສຸກສະເໝີກັນ ຍ່ອມເປັນຜູ້ມີອາຍຸຫຼາຍ, ມີຜິວ ພັນບໍ່ເສົ້າໝອງ, ມີກຳລັງຫຼາຍ, ມີອາພາດນ້ອຍ.
- ດູກ່ອນພິກຂຸທັງຫຼາຍ ! ຜູ້ທີ່ບໍຣິໂພກເຂົ້າທີ່ສຸກສະເໝີກັນ ຍ່ອມເປັນຜູ້ມີອາຍຸຫຼາຍ, ຜິວພັນ ບໍ່ເສົ້າໝອງ, ມີກຳລັງຫຼາຍ, ມີອາພາດນ້ອຍ.
- ເມື່ອຝູງງົວຂ້າມໄປຢູ່ ຖ້າງົວນຳຜູ້ນຳທາງໄປຄົດ, ງົວເຫຼົ່ານັ້ນຍ່ອມໄປຄົດທັງໝົດ, ໃນເມື່ອງົວ ຜູ້ນໍາທາງໄປຄົດ ໃນມະນຸດກໍເໝືອນ, ຜູ້ໃດຮັບໃຫ້ສົມມຸດເປັນຜູ້ນຳ ຖ້າຜູ້ນັ້ນປະພຶດອະທັມ ປະຊາຊົນນອກນີ້ກໍຈະປະພຶດອະທັມເໝືອນກັນ ແວ້ນແຄວ້ນທັງໝົດຈະໄດ້ໄດ້ປະສົບຄວາມ ທຸກ ຖ້າພຣະຣາຊາເປັນຜູ້ບໍ່ຕັ້ງຢູ່ໃນທັມ.
- ເມື່ອງຝູງງົວຂ້າມໄປຢູ່ ຖ້າຝູງງົວເປັນຜູ້ນໍາໄປກົງ ງົວເຫຼົ່ານັ້ນຍ່ອມໄປກົງທັງໝົດ ໃນເມື່ອງົວ ຜູ້ນໍາທາງໄປກົງ ໃນໝູ່ມະນຸດກໍເໝືອນກັນ ຜູ້ໃດໄດ້ຮັບສົມມຸດໃຫ້ເປັນຜູ້ນຳ ຖ້າປະພຶດທັມ ປະຊາຊົນນອກນັ້ນປະພຶດທັມເໝືອນກັນ ແວ້ນແຄວ້ນທັງໝົດຍ່ອມໄດ້ປະສົບຄວາມສຸກ ຖ້າພຣະຣາຊາເປັນຜູ້ຕັ້ງຢູ່ໃນທັມ.
(ຈົບສູດທີ 10)