- ເຊົ້າວັນນີ້(ວັນທີ 22 ມິຖຸນາ 2011) ເວລາ 08:20 ໂມງ, ຫຼັງຈາກຍາດໂຍມຄູ່ຜົວເມັຍ ຈາກແຂວງເຊກອງມາຢ້ຽມຢາມແລ້ວກັບລົງໄປແລ້ວ, ກໍມີຄູ່ຜົວເມັຍຈາກບ້ານທາດຫຼວງກາງ ເຂົ້າມາຫາແລ້ວຂາບລົງສາມຫົນ ຖວາຍຊອງທີ່ເຂົາຖືມານັ້ນແລ້ວ ກໍເວົ້າວ່າ.
- ແມ່ອອກຜູ້ເປັນເມັຍ: ຂ້ານ້ອຍ ເປັນຄົນບ້ານທາດຫຼວງກາງ ບໍ່ເຄີຍມາວັດອາຈານຈັກເທື່ອ.
- ພຣະອາຈານ: ໂອ...ຄືບໍ່ມາລະໃກ້ໆກັນບໍ່ຢອກ ອາຈານຕັ້ງວັດນີ້ກະສິບປີແລ້ວເດ.
- ແມ່ອອກເວົ້າວ່າ : ຂ້ານ້ອຍບໍ່ເຄີຍ ເຂົ້າວັດທໍາບຸນຕັ້ງແຕ່ເກີດ.
- ພຣະອາຈານ: ເອົາວ໌...ເປັນຫຍັງ ຈຶ່ງບໍ່ເຂົ້າລະ ຢູ່ໃກ້ວັດໃກ້ວາປານນັ້ນ.
- ພໍ່ອອກຜູ້ເປັນຜົວ: ຂໍປະທານໂທດຂ້ານ້ອຍ, ເພິ່ນ(ໝາຍເຖິງເມັຍ) ເປັນຄົນຫວຽດນາມ.
- ພຣະອາຈານ: ໂອ...ຄົນຫວຽດນາມກະເຂົ້າວັດຄືກັນ ເປັນຊາວພຸດ ຄືກັນກັບລາວນີ້ຕວາ ?
- ແມ່ອອກຜູ້ເປັນເມັຍ: ໂດຍ ຂ້ານ້ອຍເປັນຄົນໄທແດງ, ຢູ່ຫວຽດນາມ ໃກ້ໆກັບຊາຍແດນ ຊຽງຂວາງ.
- ພຣະອາຈານ: ໂອ...ໄທແດງ ຖືສາສນາຜີ ຫຼືສາສນາແຖນລະ.
- ແມ່ອອກຜູ້ເປັນເມັຍ: ໂດຍ...ຖືແຖນ ເວົ້າພ້ອມກັບເອົາມືຊີ້ຂຶ້ນເມືອຟ້າ.
- ພຣະອາຈານ: ອືມ໌...ບໍ່ແມ່ນຜີບໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ...ແຖນ ຕ້ອງໄຫວ້ເມື່ອຮອດຍາມໄຫວ້.
- ພຣະອາຈານ: ໄຫວ້ຍາມໃດລະ ?
- ແມ່ອອກຜູ້ເປັນເມັຍ: ໄຫວ້ຍາມກຸດຈີນ ກຸດຫວຽດ.
- ພຣະອາຈານ: ອືມດີໆໆໆໆ ພໍ່ອອກເດລະ ?
- ພໍ່ອອກຜູ້ເປັນຜົວ: ປະທານໂທດ ຂ້ານ້ອຍເປັນຄົນຊົນເຜົ່າ ເກີດຢູ່ແຂວງຜົ້ງສາລີ.
- ພຣະອາຈານ: ເປັນຄົນຜົ້ງສາລີ ບໍ່ໄດ້ຖືສາສນາພຸດກ່ອນບໍລະ ?
- ພໍ່ອອກຜູ້ເປັນຜົວ: ພໍ່ແມ່ພາຖື ຂ້ານ້ອຍ.
- ພຣະອາຈານ: ມີວັດບໍລະ ຜົ້ງສາລີນັ້ນ.
- ພໍ່ອອກຜູ້ເປັນຜົວ: ມີຂ້ານ້ອຍ ແຕ່ຂ້ານ້ອຍໜີຈາກຜົ້ງສາລີເຫິງແລ້ວ ໄປຢູ່ຫຼາຍບ່ອນ ຍ້ອນຄວາມທຸກຄວາມຍາກ ບໍ່ເຄີຍເຂົ້າວັດຈັກເທື່ອ.
- ພຣະອາຈານ: ດຽວນີ້ ອາຍຸຈັກປີແລ້ວ ?
- ພໍ່ອອກຜູ້ເປັນຜົວ: ປະທານໂທດຂ້ານ້ອຍ ອາຍຸ 53 ປີ, ເພິ່ນ (ງວາກໜ້າໄປຫາເມັຍ) 48-49 ແມ່ນບໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ 48-49 ນີ້ແລ້ວ.
- ພຣະອາຈານ: ມາຢູ່ວຽງຈັນຈັກປີແລ້ວນີ້ ?
- ພໍ່ອອກຜູ້ເປັນຜົວ: ຂ້ານ້ອຍມາແຕ່ 1980.
- ແມ່ອອກຜູ້ເປັນເມັຍ: ມາກ່ອນປົດປ່ອຍ ຂ້ານ້ອຍບໍ່ຈື່ປີ ມາແຕ່ຍັງນ້ອຍໆ ບໍ່ຮູ້ຄວາມ ພໍ່ແມ່ພີ່ນ້ອງມາໝົດ.
- ພຣະອາຈານ: ຕົກລົງເປັນຄົນຫວຽດ ຫຼືເປັນໄທແດງລະ ?
- ພໍ່ອອກຕອບແທນ: ພໍ່ເພິ່ນເປັນຫວຽດ ແຕ່ແມ່ເພິ່ນເປັນໄທແດງ.
- ພຣະອາຈານ: ຄົນຢູ່ບ້ານເກີດ ເປັນເວົ້າໄທແດງໝົດບໍ ?
- ແມ່ອອກ: ແຕ່ຍັງນ້ອຍເວົ້າໄທແດງໝົດ, ແຕ່ດຽວນີ້ບໍ່ຮູ້ ບໍ່ໄດ້ເມືອຈັກເທື່ອ.
- ພຣະອາຈານ: ເອົາລະ ເຂົ້າໃຈແລ້ວ ຢາກຖາມວ່າມາຫາພຣະອາຈານມີເລື່ອງຫຍັງໃຫ້ຊ່ວຍບໍ ?
- ແມ່ອອກ: ຂ້ານ້ອຍ ຢາກມາເຮັດພາເຂົ້າທິບ ຊິເຮັດມືໃດດີ ? ເວລາໃດ ?
- ພຣະອາຈານ: ເລືອກເອົາ ວັນສຸກ 8 ຄໍ່າ ເອົາເຊົ້າຫຼືເພນລະ ?
- ແມ່ອອກ: ສຸດແລ້ວແຕ່ອາຈານ ຊິໃຫ້ເຮັດຕອນໃດ ?
- ພຣະອາຈານ: ເອົາ...ຕອນເຊົ້າເດີ...ມາຮອດນີ້ 7 ໂມງເຊົ້າ.
- ແມ່ອອກ: ແຕ່ງຫຍັງມາແນ່ ຂ້ານ້ອຍ.
- ພຣະອາຈານ: ກະແຕ່ງພາເຂົ້າທິບຫັ້ນແລ້ວ ມື້ນັ້ນມີຍາກໂຍມມາຕັກບາດ ກໍແຕ່ງເຄື່ອງໃສ່ບາດມາພ້ອມກະໄດ້.
- ແມ່ອອກ: ຂອງກິນເດ ຂ້ານ້ອຍ ເອົາຫຍັງແນ່ ?
- ພຣະອາຈານ: ອັນນັ້ນສຸດແລ້ວແຕ່ແມ່ອອກເດີ ຢາກເອົາຫຍັງກະໄດ້ ກໍຄືຂອງທີ່ພຣະສັນໄດ້ຫັ້ນແລ້ວ (ຄວາມຈິງ ພຣະເຮົາກໍານົດປະເພດ ອາຫານບໍ່ໄດ້ດອກແມ່ອອກ ເຮົາຢາກເຮັດຫຍັງກະສຸດແລ້ວ ຖາມພຣະບໍ່ໄດ້) ພຣະອາຈານຫົວ 5555 ຢ່າໄປຖາມພຣະໃດເດີ.
- ພໍ່ອອກ ແມ່ອອກພາກັນຕອບຮັບ: ໂດຍ, ພວກຂ້ານ້ອຍບໍ່ຈັກເຮັດອີຫຼື ບໍ່ເຄີຍແທ໊ໆ ຂ້ານ້ອຍ.
- ພຣະອາຈານ: ດີໆໆໆໆ ບໍ່ເຄີຍ ແຕ່ກໍຢາກເຮັດນໍ ?
- ແມ່ອອກຜູ້ເປັນເມັຍ: ໂດຍ...ມີຄົນມາບອກໃຫ້ເຮັດ.
- ພຣະອາຈານ: ແນ໊ະ...ໃຜມາບອກໃຫ້ເຮັດອີກລະ ?
- ແມ່ອອກ: ໂດຍຂ້ານ້ອຍ ມີຜູ້ເຖົ້າສັກໄມ້ເຖົ້າຫຼັງກົ່ງໆໆ ຈູງຫຼານນ້ອຍ ເຂົ້າມາໃນຮ້ານ ບອກຂ້ານ້ອຍໆ ວ່າໃຫ້ໄປເຮັດບຸນ, ເຮັດພາເຂົ້າທິບ, ເຮັດພາເວນ ຢູ່ວັດເບື້ອງຕາເວັນອອກ ຂ້ອງພຣະທາດຫຼວງ ເປັນວັດສອກຫຼິ້ກ ໄປຫາອາຈານພາເຮັດ ຊີ້ມືມາແຖວວັດອາຈານພຸ້ນ.
- ພຣະອາຈານ: ເອົາອີກແລ້ວນໍ ພໍ່ອອກນັ້ນມາແຕ່ໃສ, ຮຸ້ເຂົາບໍ ?
- ແມ່ອອກ: ຂ້ານ້ອຍຖາມເພີ່ນວ່າ ເພິ່ນມາຈາກອັດຕະປື.
- ພຣະອາຈານ: ໂຮ...ມາໃກ ເຂົາມວ່າຈັກໃດ ?
- ແມ່ອອກ: ຂ້ານ້ອຍຂາຍເຄື່ອງຢູ່ຮ້ານ, ມີລູກຄ້າຫຼາຍຄົນເຂົ້າມຊື້ຂອງ ເຫັນຜູ້ເຖົ້າໜັງຫ່ຽວໆ ມືໜຶ່ງຖືຄ້ອນເທົ້່າ ມືໜຶ່ງຈຸງຫຼານ ມາທ້ວງຂ້ານ້ອຍວ່າ ອີນາງມຶງຊວຍແທ້ ນໍປີນີ້ ໃຫ້ມຶງໄປເຮັບບຸນເດີ ເຮັດພາເຂົ້າທິບ, ສູດລົດນໍ້າ, ໄປວັດເບື້ອງຕາເວັນອອກພຸ້ນ ເປັນວັດທີ່ຢູ່ຊອກຫຼິ້ກ ຊີ້ມືມາທາງວັດພຣະອາຈານພີ້ ຂ້ານ້ອຍເຂົ້າໃຈໂລດວ່າແມ່ນວັດອາຈານ.
- ພຣະອາຈານ: ແລ້ວເຂົາວ່າ ຈັ່ງໃດຕໍ່.
- ແມ່ອອກ: ຂ້ານ້ອຍໄດ້ແຕ່ຕົກໃຈ, ພໍ່ເຖົ້າຄືຊິຮູ້ວ່າຂ້ານ້ອຍຕົກໃຈ ເຂົາກໍຢ່າງເຂົ້າມາເອົາມືລູບຫຼັງຂ້ານ້ອຍ ແລ້ວເວົ້າວ່າຢ່າຕົກໃຈ, ອີ່ພໍ່ມາບອກໃຫ້ລູກເຮັດບຸນຊື່ໆ ອີນາງບໍ່ເຄີຍເຮັດບຸນຈັກເທື່ອໃນຊີວິດນີ້, ອີນາງປຸກເຮືອນໃໝ່ແມ່ນບໍ ? ຂ້ານ້ອຍກໍງົງເລີຍ ວ່າຈັ່ງໃດ ເຂົາຈຶ່ງຮູ້ວ່າຂ້ານ້ອຍປູກເຮືອນໃໝ່, ແລ້ວເຂົາກໍບອກວ່າ ໃຫ້ພາລູກພາຜົວໄປເຮັດບຸນ ຈະດີເອງ.
- ພຣະອາຈານ: ໂອ...ມີຄືກັນເນາະແບບນີ້, ແມ່ອອກປຸກເຮືອນໃໝ່ແທ້ບໍລະ ?
- ພໍ່ອອກຜູ້ເປັນຜົວ: ໂດຍ ຂ້ານ້ອຍ ແມ່ນແທ້.
- ພຣະອາຈານ: ແລ້ວພໍ່ເຖົ້ານັ້ນ ວ່າຈັງໃດຕໍ່ ?
- ແມ່ອອກ: ມີຄົນເຂົ້າມາໃນຮ້ານຫຼາຍ ໃຜໆກໍມາໃຫ້ເພິ່ນເບິ່ງໃຫ້ ແຕ່ເພິ່ນບໍ່ເບິ່ງ ຮີບຈູງມືເດັກນ້ອຍຢ່າງໜີ ຂ້ານ້ອຍເອົາເງິນ 100.000 ໃຫ້ເພິ່ນ, ເພິ່ນກະບໍ່ເອົາ ມີແຕ່ບອກຂ້ານ້ອຍວ່າ ໃຫ້ອີນາງຟ້າວໄປເຮັດບຸນເດີ ແລ້ວກະຢ່າງໜີໄປທາງໃນເມືອງໄປໄວໆແທ້ໄວວ່າ ບໍ່ໜ້າເຊື່ອວ່າ ຜູ້ເຖົ້າປະມານ 70 ປີຈະຢ່າງໄວຂະໜາດນັ້ນ, ຂ້ານ້ອຍແລ່ນນໍາ ໄກເຕີບຈຶ່ງທັນ ຈົກເງິນໃຫ້ເພິ່ນ ຊິໂຕນເພິ່ນ ຂ້ານ້ອຍຈົກໃຫ້ 200.000 ກະບໍ່ເອົາ ມີແຕ່ເວົ້າວ່າ ໃຫ້ໄປເຮັດບຸນ ຂ້ານ້ອຍເລີຍຊື້ ໝາກພ້າວຫອມທີ່ຂາຍຢູ່ແຄມທາງ ໃຫ້ເພິ່ນ 2 ໜ່ວຍ ເພິ່ນຈຶ່ງເອົາ.
- ພຣະອາຈານ: ໂອ...ຈັ່ງຊີ້ກະມີເນາະ...ເອົາຈັ່ງຊີ້ 8 ຄໍ່າ ຈຶ່ງມາເດີ.
- ທັງຜົວ ແລະເມັຍ ກໍວ່າ: ໂດຍ ແລະຖາມອາຈານວ່າ ຢາກໄດ້ຄວາມຢາດນໍ້າ ແລະຄວາມໄຫວ້ພຣະ, ອາຕະມາ ກໍເອົາຄວາມໄຫວ້ ພຣະຫຍໍ້ໆໃຫ້ ແລະອາທິບາຍວິທີຢາດນໍ້າ ແລະຄໍາຫຍາດນໍ້າໃຫ້ຜົວເມັຍທັງສອງຟັງ ຢ່າງລະອຽດ ແລ້ວກໍບອກເຂົາຮັບພອນ, ທັງສອງກໍພາກັນ ຂາບລົງແລ້ວກໍລາອາຈານຈະກັບ ລຸກຂຶ້ນແລ້ວຢ່າງໄຂປະຕູແກ້ວ ແລ້ວອາຕະມາກໍຈະລຸກຕາມເຂົາໄປສົ່ງເຂົາ, ທັນໃດນັ້ນ ແມ່ອອກຜູ້ເປັນເມັຍກໍກັບ ເຂົ້າມາຄືນແລ້ວເວົ້າວ່າ ຫຼົງຄາວໄປ ຂ້ານ້ອຍເກືອບລືມ ທັງຜົວທັງເມັຍ ກໍກັບເຂົ້າມານັ່ງທີ່ເດີມ ແລ້ວເວົ້າວ່າ.
- ແມ່ອອກ: ຜູ້ເຖົ້າຫັ້ນມາບອກຂ້ານ້ອຍມື້ຊືນ ແຕ່ວານີ້ຄາວຽກ ຈຶ່ງບໍ່ໄດ້ມາຕົກກາງຄືນເມື່ອຄືນນີ້ ຂ້ານ້ອຍກໍຝັນເຫັນຜູ້ເຖົ້ານັ້ນອີກ.
- ພຣະອາຈານ: ຝັນວ່າຈັ່ງໃດ ?
- ແມ່ອອກ: ຝັນວ່າ ເຂົາມາທີ່ເຮືອນຂ້ານ້ອຍ ແລ້ວມາບອກໃຫ້ຂ້ານ້ອຍ ມາສູດນໍ້າມົນ ແລະເຮັດພາເຂົ້າທິບເໝືອນເດີມ.
- ພຣະອາຈານ: ຫະ...ຝັນ ຫຼືເປັນເລື່ອງຈຶງ.
- ແມ່ອອກ: ມື້ຊືນຫັ້ນເລື່ອງຈິງ ແຕ່ມື້ຄືນນີ້ແມ່ນຝັນ.
- ພຣະອາຈານ: ເຂົາມາເຮືອນແມ່ອອກຢູ່ໃສ ?
- ແມ່ອອກ: ຕອນເຂົາໄປຫາແມ່ນຢູ່ຮ້ານ ແຕ່ຕອນຝັນແມ່ນຢູ່ເຮືອນ ເຂົາເຂົ້າມາເຮືອນແລ້ວ ກໍທ້ວງເຮືອນຂ້ານ້ອຍວ່າ ເຮືອນນີ້ເປື້ອນແທ້, ທັງໆທຮາເປັນເຮືຶອນໃໝ່ ແລະສະອາດຢູ່ ໃຫ້ຜົວມຶງພາໄຫວ້ພຣະສູດມົນແນ່, ຜົວມຶງບໍ່ລໍ້າລິລໍ່າໄລ ນໍາເຮືອນນໍາຊານ ປະຮີດປະຄອງ ແລະບໍ່ໄຫວ້ພຣະສູດມົນ, ໃຫ້ຜົວມືງໄປຂໍຄໍາໄຫວ້ພຣະ ກັບອາຈານຢູ່ວັດນັ້ນ ແລ້ວພາກັນເຮັດ ເຂົາເວົ້າແລ້ວກໍຊີ້ມີ ມາທາງຕາເວັນອອກ ກໍປາກວ່າ ວັດນັ້ນໆໆໆໆ ມືຂອງຜູ້ເຖົ້າຍາວອອກ ຈົນເຖິງຍອດວັດອາຈານ ຂ້ານ້ອຍຢ້ານກະຮ້ອງເຫຼີໃຫຼ ຈົນຜົວຂ້ານ້ອຍຕື່ນ ແລະເລົ່າໃຫ້ຜົວຂ້ານ້ອຍຟັງ ຈຶ່ງພາກັນມາແຕ່ເຊົ້າ, ບາດຂ້ານ້ອຍມາເຫັນ ຍອດວັດອາຈານແລ້ວ ເໝືອນໃນຄວາມຝັນນັ້ນເລີຍ.
- ພຣະອາຈານ: (ນຶກໃນໃຈ-ເອ..ແປກໆໆ) ເຂົາມານໍາໃຜ ?
- ແມ່ອອກ: ໃນຝັນເຂົາສັກຄ້ອນເທົ້າ ຈູງຫຼານເໝືອນເດີມ, ໃນຄວາມຝັນ ຂ້ານ້ອຍຖາມວ່າ ພໍ່ເຖົ້າມາຈາກໃສ ? ເຂົາຕອບວ່າມາຈາກອັດຕະປື.
- ພຣະອາຈານ: ອືມ໌....ເມື່ອມີຄົນມາບອກເຮັດ ກະເຮັດຫັ້ນຕິ ດີແລ້ວເດ ເຂົາມາບອກໃຫ້ເຮັດບຸນ..ເອົາເຮັດໆໆ ວັນແປດຄໍ້າມາໂລດ 7 ໂມງໃດລະ ຈຶ່ງທັນໝູ່.
-------------------------
- ທັງໝົດນີ້ ແມ່ນຄໍາສົນທະນາລະຫວ່າງຜູ້ຂຽນ ກັບສອງຜົວເມັຍ ມືເຊົ້ານີ້, ຈິງບໍ່ຈິງໃຫ້ໃຊ້ພິຈາຣະນາຍານຂອງທ່ານຕັດສິນເອງ, ຜູ້ຂຽນ ຄັດສັນແຕ່ບົດສົນທະນາອັນຈໍາເປັນມາເລົ່າໃຫຟັງ, ເພື່ອເປັນທັມມະທານຊື່ໆ ແລະສະຫຼຸບວ່າ ຄົນເຖົ້າຄົນນັ້ນແມ່ນໃຜກັນແທ້ ? ຖ້າວ່າ ພໍ່ອອກສອງຄົນນີ້ເວົ້າມາເປັນຄວາມຈິງ ກໍຖືວ່າເປັນເລື່ອງແປກ ແຕ່ຖ້າແມ່ອອກນີ້ບໍ່ໄດ້ວ່າຄວາມຈິງ ເປັນຫຍັງຈຶ່ງມາຫາອາຈານທີ່ວັດ ຖາມຂໍໜັງສືໄຫວ້ພຣະ ແລະເປັນຫຍັງເຂົາ ຈຶ່ງກະສັນຢາກທຳບຸນທັງໆ ທີ່ບອກວ່າບໍ່ເຄີຍທໍາບຸນ ເພາະຖືສາສນາແຖນ ມີແຕ່ເສັ້ນໄຫວ້ ? ແລ້ວກັບມາຖາມວ່າ ຄົນເຖົ້ານັ້ນເປັນຜີບໍ ? ເປັນຄົນບໍ ? ເປັນຄົນ ເປັນຫຍັງ ຈຶ່ງໄປເຂົ້າຄວາມຝັນຍິງຄົນນັ້ນໄດ້ ໃນວັນທີສອງຈາກເຫດການຈິງເກີດຂຶ້ນແລ້ວ, ທັງໃນຄວາມຝັນ ແລະຄວາມຈິງ ຜູ້ເຖົ້າຄົນນັ້ນ ໄດ້ບອກແມ່ອອກວ່າເຂົາມາຈາກອັດຕະປື, ຫຼືວ່າເຖົ້າຄົນນີ້ເປັນຜີ ອາຕາມາວ່າ ຄັນເປັນຜີ ພໍ່ເຖົ້າຄົນນັ້ນ ຄົງຊິບໍ່ບອກໃຫ້ແມ່ຍິງ ຄົນນັ້ນໄປທໍາບຸນດອກ ຄົງຈະໃຫ້ໄປໄຫວ້ ແລະບູຊາຜີແນ່ນອນ ເພາະແມ່ຍິງຄົນນີ້ກໍຖືແຖນ ແລະຜີຢູ່ແລ້ວ ຫາກພໍ່ເຖົ້າຄົນນີ້ ບໍ່ແມ່ນຄົນ ກໍຄົງເປັນເທວະດາເທົ່ານັ້ນ.
-------------------------------------------
- ຂໍ້ມູນເພິ່ມຕື່ມ: ຜົວຊື່ສີມ້າວ, ເມັຍຊື່ວັນນາ
- ວັນສຸກ 8 ຄໍ່າ ເຂົາຈະມາເຮັດບຸນ
Wednesday, 22 June 2011
ສືບທອດປະເພນີບຸນອອກພັນສາ ປະວາຣະໃຫ້ທົ່ວປວງຊົນ
ສືບທອດປະເພນີບຸນອອກພັນສາ ປະວາຣະໃຫ້ທົ່ວປວງຊົນພຣະ
ຄຣູເນືອງພິລັກ ໂຊຕິທອນ
-ວັນສຸກ ວັນທີ 26 ເດືອຕຸລາ ປີ 2007 ທີ່ຈະມາເຖິງນີ້ ກົງກັບຂຶ້ນ 15 ຄ່ຳ, ເດືອນ 11 ປີ ພສ. 2550 ປີຈໍ(ປະຕິທິນທາງຈັນທະຣະຄະຕິ, ພຣະພິກຂຸສົງໃນພຣະພຸດທະສາສນາທົ່ວໂລກ, ຈະໄດ້ທຳພິທີກັມອອກພັນສາ, ປະວາຣະນາກັມ, ໂດຍສະ ເພາະພຣະສົງລາວທົ່ວປະເທດກໍໄດ້ສືບຕໍ່ປະຕິບັດຮີດຄອງທາງພຣະພຸດທະສາສນາ, ເຊິ່ງເປັນພຸດທານຸຍາດນີ້ຢ່າງຖ້ວນໜ້າ ໂດຍບໍ່ມີຂໍຍົກເວັ້ນ ເຖິງແມ່ນວ່າບ້ານເມືອງຈະຢູ່ໃນພາວະໃດກໍຕາມ, ພຣະພິກຂຸສົງລາວບໍ່ເຄີຍຖິ້ມປະລະເລີຍ ກິດຈະວັດຂອງຕົນ ຍິ່ງບ້ານເມືອງກຳລັງພັດທະນາສ້າງສາຍິ່ງໃນປັດຈຸບັນນີ້ ພຣະພິກຂຸສົງ ກໍຄືຍາດໂຍມລາວ ຍິ່ງຕັ້ງໜ້າປະຕິບັດ ຄຸນງາມຄາມດີ ແລະສ້າງບຸນກຸສົນຢ່າງຈູບຈ້າວຫ້າວຫັນ, ໃນປີນີ້ ການເຮັດບຸນປະເພນີອອກພັນສາ ປະວາຣະນາ ກໍໄດ້ເຮັດ ຄືປີກ່ອນໆຜ່ານມາ ສິ່ງທີ່ແຕກຕ່າງແນ່ ກໍຄືສິ່ງຂອງທີ່ນຳມາເຮັດອາດປ່ຽນໄປ.ບຸນໃນທາງພຣະພຸດທະສາສນາທັງຫຼາຍແມ່ນຖືກປະຕິບັດຂຶ້ນຕາມພຸດທະປະສົງ ທີ່ມາຈາກພຸດທະບັນຍັດແນ່, ພຸດທະດຳຣັດແນ່, ເຊິ່ງພຣະພຸດທະອົງຊົງມີພຸດທານຸຍາດໄວ້, ແລ້ວສືບຕໍ່ປະຕິບັດມາບໍ່ໄດ້ຂາດ ແລ້ວປະສົມປະສານກັບຈາຮີດ, ປະເພນີ, ຂະໜົບທຳນຽມ ສືບຕໍ່ປະຕິບັດຢ່າງບໍ່ລົດລະ ຈົນກໍ່ເກີດກາຍເປັນວັດທະນະທັມທີ່ມີເອກະລັກ, ສັນຍາລັກຂອງຊາສັງຄົມທີ່ມີເອກລາດ, ສຳລັບຊາວລາວເຮົາແລ້ວ ເປັນປະເທດພຣະພຸດທະສາສນາແມ່ແຕ່ກຳເນີດຊາດ, ວັດທະ ນະທັມສ່ວນໃຫຍ່ຂອງລາວ ຈຶ່ງໄດ້ພັດທະນາມາຈາກແນວທາງຄຳສອນຂອງພຣະພຸດທະສາສນາ, ຈະເວົ້າວ່າພຣະພຸດທະ ສາສນາ ເປັນພື້ນຖານຂອງວັດທະນະທັມລາວກໍຍ່ອມເວົ້າໄດ້ຢ່າງທະນົງອົງອາດ.ບຸນອອດພັນສາ ປະວາຣະນາ ຖືວ່າເປັນວັດທະນະທັມຂອງຊາວພຸດລາວ, ການອອກພັນສາປີນີ້ ກໍເໝືອນກັບປີກ່ອນໆຜ່ານມາ ການປະຕິບັດຍ່ອມເປັນໄປຕາມພຣະທັມມະວິໄນແນ່ ທາງພຣະພຸດທະສາສນາເປັນຫຼັກ ແລະເປັນໄປຕາມ ປະເພນີວັດທະນະທັມດ້ວຍ, ບຸນອອກພັນສານັ້ນ ເປັນທັງບຸນພິທີ ແລະກັມພິທີ ຄຳວ່າບຸນພິທີ ກໍຄືພຣະສົງ ແລະອອກຕົນຍາດໂຍມ ໄດ້ປະຕິບັດດ້ວຍການໃຫ້ທານ, ຮັກສາສິນ ແລະຈະເຣີນເມຕຕາພາວະນາ, (ທານ, ສິນ, ພາວະນາ) ສ່ວນທີ່ວ່າກັມພິທີນັ້ນ, ແມ່ນວ່າພຣະສົງ ຈະຕ້ອງໄດ້ເຮັດເປັນສັງຄະກັມ ທີ່ມີມາໃນພຣະວິນັຍ ທີ່ພຣະພຸດທະອົງບັນຍັຕແລ້ວ, ເຮັດບຸນອອກພັນສາຈຶ່ງເປັນພິທີກັມຂອງຄະນະສົງ ທີ່ຖືກປະຕິບັດໃນດິນລາວມາແລ້ວຫຼາຍກວ່າສອງພັນປີ ນັບແຕ່ພຣະພຸດທະ ສາສນາເຂົ້າມາສູ່ດິນແດນຕອນນີ້ໃນສະໄໝອານາຈັກສີໂຄດຕະບອງ, ແລະເມື່ອພຣະເຈົ້າຟ້າງຸ່ມມະຫາຣາຊໄດ້ສ້າງຕັ້ງອາ ນາຈັກລ້ານຊ້າງສຳເຣັດລົງແລ້ວ ພຣະອົງກໍໄດ້ນິມົນພຣະສັງຄະທູດມາສືບທອດພຣະພຸດທະສາສນາໃນອານາຈັກລ້ານຊ້າງ ກໍນັບແຕ່ປີນັ້ນມາເລີຍ ທີ່ໄດ້ມີການເຮັດບຸນເຂົ້າພັນສາຢ່າງເປັນທາງການໃນອານາຈັກລ້ານຊ້າງ ເພາະຄຳວ່າເຂົ້າພັນສາ ແລະອອກພັນສານີ້ ຫາກແມ່ນມີພຣະສົງຢູ່ທີ່ໃດ ກໍຍ່ອມຖືກປະຕິບັດຢູ່ທີ່ນັ້ນ, ບໍ່ໄດ້ຍົກເວັ້ນ ຫຼືເລື່ອນມື້ວັນທັນຍາມ ຫຼືວ່ປີນີ້ເຂົ້າຢາກໝາກແພງບ້ານເມືອງບໍ່ສະຫງົບສຸກແລ້ວຍົກເລີກບຸນເຂົ້າພັນສາ ອອກພັນສາປະວ່າຣະນາ ຫຼືຍົກເວັ້ນພຣະສົງອົງເຈົ້າຜູ້ໜຸ່ມ ຜູ້ເຖົ້າຕອ້ງຍົກເວັນ ດ່ັງນີ້, ໝາຍຄວາມວ່າພຣະສົງທຸກອົງຕ້ອງປະຕິບັດກິດຂອງສົງນີ້ສະເໝີກັນ, ແລະບຸນອອກພັນສາປະວາຣະນານີ້ ຍັງໄດ້ປາກົດເຫັນໃນຮີດ 12 ຄອງສິບສີ່ ທີ່ບັນພຣະບູຣຸດລາວໄດ້ວາງໄວ້ເປັນບັນທັດຖານ ໃຫ້ລູກຫຼານລາວສືບຕໍ່ປະຕິບັດຈົນກາຍເປັນປະເພນີສຳຄັນຂອງສັງຄົມລາວ.ຄຳວ່າອອະພັນສາ ໝາຍເອົາວັນສິ້ນສຸດການຈຳພັນສາຕລອດໄຕຣມາດ ຂອງພຣະສົງ, ຄືໃນວັນຂຶ້ນ 15 ຄ່ຳ ເດືອນ 11 ຂອງທຸກໆປີ, ສ່ວນວັນດຽວກັນນັ້ນ ຍັງມີພຸດທະບັນຍັດໄວ້ອີກວ່າ ໃຫ້ເປັນວັນປະວາຣະນາ ຫຼືຮຽກກັນຢ່າງໜຶ່ງວ່າວັນມະຫາສັງຄະປະວາຣະນາ ອີກພິທີຫັມໜຶ່ງ ຖືວ່າວັນດຽວມີ 2 ພິທີກັມ.ປະຫວັດຄວາມເປັນມາ ຂອງວັນອອກພັນສາ ຖືວ່າເປັນວັນສິ້ນສຸດຂອງການຈຳພັນສາ ຂອງພຣະພິກຂຸສົງ ທີ່ອະທິຖານເຂົ້າພັນສາຮ່ວມກັນ ຢູ່ໃນອາວາດ, ວັດ ແລະສະຖານທີ່ໃດໜຶ່ງທີ່ພຣະພິກຂຸສົງອະທິຖານຈຳພັນສາຄົບ 3 ເດືອນ ຕາມພຸດທານຸຍາດກໍອອກ, ໄປຕາມຣະດູການ, ຄຳວ່າພັນສາ ໝາຍເຖິງຣະດູຝົນດ ບາງຄັ້ງກໍຮຽກວ່າວັສສະ, ໃນວັນນີ້ ພຣະສົງໄດ້ຮ່ວມກັນເປັນໝູ່ເປັນຄະນະປະກອບສັງຄະນກັມ ໂດຍການກ່າວອະນຸຍາດ ຫຼືກ່າວກ່າວອະນຸຍາດ ຫຼືສະແດງຄວາມໄວ້ວາງໃຈແກ່ກັນແລະກັນ ໃຫ້ວ່າກ່າວຕັກເຕືອນກັນໄດ້ ໃນເຣື່ອງລາວກ່ຽວກັນຄວາມປະພຶດ ຈະຣິຍະວັດຕ່າງໆ ນັບແຕ່ພຣະສັງຄະເຖຣະ(ພຣະຜູ້ໃຫຍ່ ຜູ້ອາວຸໂສສູງລົງມາ) ຈົນຮອດພຣະນະວະກະ(ພຣະຜູ້ພັນສາອ່ອນ) ຈະສາມາວ່າກ່າວຕັກເຕືອນກັນໄດ້, ຫຼືມີຂໍສົ່ງໄສເຊັ່ນໃດ ກໍສາມາດຊັກສ້ອມຂໍ້ສົງໄສກັນແລະກັນໄດ້ ໂດຍບໍ່ຕ້ອງເກງອົກເກງໃຈ , ການທຳປະວາຣະນາ ຖືເປັນສັງຄະກັມຊະນິດໜຶ່ງ ເໝືອນກັນກັບການບວດ, ການລົງອຸໂປສົດ ແລະສາມາດປະຕິບັດແທນການສູດອຸໂປສົດໄດ້ (ການລຳດັບທົບທວນພຣະວິໄນ ຫຼືສີນ 227) ເຊິ່ງໄດ້ກະທຳທຸກໆວັນ 14-15 ຄ່ຳຂອງທຸກໆເດືອນຜ່ານມາ ໃນຮອບປີ.ການທຳສັງຄະປະວາຣະນານີ້ ມີຄວາມມຸ້ງໝາຍຢ່າງຈະແຈ້ງ ເຊິ່ງປາກົດໃນຄຳທີ່ສົງໃຊ້ປະວາຣະນາເຊິ່ງກັນ ແລະກັນ ດ່ັງນີ້.1. ເປັນກັມພິທີລົດຢ່ອນຜ່ອນຄາຍຄວາມຂຸ້ນເຄືອງຈິດໃຈ ທີ່ເກີດຈາກການຣະແວງສົງໃສກັນແລະກັນໃຫ້ໝົດສິນ ໄປ.2. ເປັນການປະສານຮອຍແຕກແຫງ ທີ່ເກີດຈາກການເວົ້າຈາປະຕິບັດ ມນຂະນະຢູ່ຮ່ວມກັນ ໃຫ້ມີໂອກາດປັບຕົວ ແລະຄືນດີກັນໄດ້ ໂດຍໃຫ້ຄະນະສົງປະກາດຄວາມເຂົ້າໃຈເຊິ່ງກັນແລະກັນດ້ວນຄວາມຈິງໃຈ.3. ເປັນທາງສ້າງເສີມຄວາມສາມັກຄີ ໃນໝູ່ຄະນະຢ່າງກົມກຽວໜຽວແໜ້ນ ຢູ່ຮ່ວມກັນຢ່າງສະໜິດອົກສະໜິດໃຈ.4. ເປັນແນວປະຕິບັດກໍ່ໃຫ້ເກີດຄວາມສະເໝີພາກກັນໃນການສະແດງອອກທາງຄວາມຄິດ ວ່າກ່າວຕັກເຕືອນກັນ ໄດ້ໂດຍບໍ່ໄດຈຳກັດຍົດ, ຊັ້ນ, ຕຳແໜ່ງ, ອາຍຸພັນສາ.5. ກໍໃຫ້ເກີດ “ພາລາດອນພາບ” ຮູ້ສຶກເປັນມິດຊິດເຊື້ອປາຖະໜາດີຕໍ່ກັນ ເອື້ອເຟື້ອອາທອນເຊິງກັນແລະກັນເປັນ ພື້ນຖານນຳໄປສູ່ພຶດຕິກັມອັນເພິ່ງປາຖະໜາ ທີ່ດີງາມເໝືອນກັນ.6. ຄະນະສົງ ຍ່ອມມີຄວາມສະເໝີກັນ 2 ຢ່າງຄື, ສີລະສະມັນຍະຕາ(ມີຄວາມສະເໝືພາບກັນໂດຍສິນ) ທິດຖີສະ ມັນຍະຕາ(ຄວາມເໝີພາບກັນໂດຍຄວາມຄິດເຫັນ) ອັນເປັນພຶດຕິກັມ ແລະຫຼັກປະຊາທິປະໄຕທາງຄະນະສົງ ຖດຍມີອົງສົມເດັດພຣະສັມມາສັມພຸດທະເຈົ້າໄດ້ວາງຮາກຖານໄວ້ແລ້ວ ໃຫ້ຈະເລີນງອກງາມສືບຕໍ່ໄປ.ອານິສົງຂອງການອອກພັນສານັ້ນ ສຳລັບພຣະພິກຂຸ ກໍເນື່ອງມາດ້ວຍອານິສົງຂອງການຈຳພັນສານັ້ນເອງ, ຄື ພຣະພິກຂຸສົງຈຳພັນສາ 3 ເດືອນອະທິດຖານບໍ່ໄປນອນທີ່ອື່ນ ຈົນຄົບໄຕມາດ ຕາມພຸດທະບັນຍັດ ທ່ານມີສິດທີ່ຈະຈາຣີກໄປ ພັກນອນແຮມຄືນໃນທີ່ໃດໆໄດ້ ບໍ່ຜິດພຸດທະບັນຍັຕ ແລະຍັງໄດ້ຮັບອານິສົມ(ຜົນດີ)ອີກຄື:1. ໄປໃສບໍ່ຕ້ອງບອກລາ. 2. ໄປໃສບໍ່ຕ້ອງຖືຜ້າໄປໃຫ້ຄົບໄຕຣໄດ້. 3. ລາບທີ່ອາຈະເກີຂຶ້ນທ່ານຈະມີສິດຮັບເທົ່າທຽບກັບພຣະພິຂຸອື່ນ, 4. ມີສິດທິທ່ີຈະໄດ້ຮັບອະນຸໂມທະນາກະຖິນ ແລະໄດ້ຮັບອານິສົງ ຄືໄດ້ຮັບການຂະຫຍາຍເວລາຂອງອານິສົງນັ້ນອອກໄປອີກ 4 ເດືອນ.ຂ້ໍທີ່ວ່າໄປໃສບໍ່ຕ້ອງບອກລາ ໝາຍຄວາມວ່າພຣະສົງຢູ່ກັນເປັນຄະນະ ຕ້ອງຢູ່ໃນຄວາມປົກຄອງຂອງສົງ, ເມື່ອໄປໃສມາໃສ ໃນເວລາຈຳເປັນປະຈຸບັນທັນດ່ວນບໍ່ຈຳເປັນຕ້ອງຄອບລາຄະນະສົງກໍໄດ້.ຂໍ້ທີ່ວ່າໄປໃສບໍ່ຕ້ອງຖືຜ້າຄົບໄຕຣ(ຄື ຜ້າ3 ຜືນ) ປົກກະຕິຜ້າທີ່ພຣະພິກສົງສາມາດເປັນເຈົ້າຂອງໄດ້(ຄືຄອງ) ມີ 3 ຜືນ ຮຽກວ່າຜ້າໄຕຣ(ໄກ) ອັນໄດ້ແກ່ຜ້າສະບົງ, ຜ້າຄຸມ ແລະຜ້າສັງຄາ, ພຣະພິກຂຸອົງໃດຫາກໄດ້ອານິສົງພັນສາແລ້ວ ໄປນອນວັນຊັນຂາທີ່ໃດ ບໍ່ຕ້ອງຖືຜ້າຜືນທີ 3 ໄປດ້ວຍກໍໄດ້ ຄືຜ້າສັງຄານັ້ນເອງ, ໝາຍຄວາມວ່າຄຸມປົກປ່າ ຫຼືຄຸມບ່ຽງບ່າໄປໃສມາໃສ ໄດ້ເລີຍ, ບໍ່ຕ້ອງຄຸມມັດເອີກກໍໄດ້, ຖືວ່າບໍ່ຜິດຕາມພຣະວິນັຍບັນຍັດອັນນີ້ສຳຄັນ ສຳລັບພຣະພິກຂຸຜູ້ຖືຜ້າຄອງ ບໍ່ແມ່ນຊິຜູກຕິດແອວໄວ້ ເໝືອນເຂົາໃຈກັນ.ຂໍ້ທີ່ວ່າລາບທີ່ຈະເກີດຂຶ້ນມີສິດໄດ້ຮັບ ໝາຍວຄວາມວ່າ ລາບອັນໃດທີ່ເກີດແກ່ຄະນະສົງນັ້ນ ພຣະພິກຂຸອົງທີ່ມີອານິສົງພັນສາແລ້ວ ຍ່ອມມີສິດທິໄດ້ຮັບ ແມ່ນແຕ່ພຣະພິກອົງນັ້ນ ບໍ່ໄດ້ຢູ່ຮ່ວມຮັບ ກໍຍ່ອມໄດ້ແບ່ງລາບໄວ້ໃຫ້.ຂໍ້ທີ່ວ່າ ມີສິດທິທ່ີຈະໄດ້ຮັບອະນຸໂມທະນາກະຖິນ ແລະໄດ້ຮັບອານິສົງ ຄືໄດ້ຮັບການຂະຫຍາຍເວລາຂອງອານິສົງນັ້ນອອກໄປອີກ 4 ເດືອນ, ໝາຍຄວາມວ່າ ພຣະພິກຂຸອົງນັ້ນມີສິດທີທີ່ຈະຕ້ອງໄດ້ຢູ່ອະນຸໂມທະນາກະຖິນ ໃນເມື່ອກະຖິນເກີດຂຶ້ນແລ້ວໃນຄະນະສົງນັ້ນ ແລະຍ່ອມໄ້ດຮັບອານິສົງກະຖິນນັ້ນຕາມພຣະວິໄນບັນຍັດ ນອກຈາກນັ້ນ ຍັງໄດ້ຂະຫຍາຍເວລາທີ່ຈະຮັບອະນິສົງກະຖິນນັ້ນໄປຮອດເດືອນ 4 ເພັງ, ກໍໝາຍຄວາມວ່າ ອະນິສົງ 5 ມຕິກາ 8 ປະຣິໂພດ 2 ນັ້ນ ພຣະພິກຂຸນັ້ນກໍຈະໄດ້ຮັບເໝືອນກັນ ຖືເປັນຫຼັກປະຊາທິປະໄຕ ເຣື່ອງສັງຄະບໍຣິໂພກ, ຂໍ້ນີ້ສຳຄັນ ມີຄົນເຂົ້າໃຈວ່າ ພຣະສົງ ອົງທີ່ຮັບກະຖິນແລ້ວ ບໍ່ສາມາດໄປນອນວັນຊັນຂາທີອື່ນໄດ້ນັ້ນແມ່ຖືວ່າເຂົ້າໃຈຜິດ ເພາະວ່າຄຳວ່າ ອານິສົງ(ໝາຍເຖິງຜົນດີ ຫຼືສິ່ງທີ່ເກື້ອກູລຕໍ່ຊີວິດ ບໍ່ແມ່ນຂໍ້ຫ້າມ ຫຼືສິ່ງທີ່ກີດຂວາງຂໍ້ປະຕິບັດ) ດ້ວຍເຫດນັ້ນຈຶ່ງຖືວ່າການໄດ້ຮັບກະຖິນແລ້ວ ຄືໄດ້ຮັບສິດທີພິເສດ ດັ່ງທີ່ກ່າວແລ່້ວໃນເບື້ອງຕົ້ນ.ກິດຈະກັມທີ່ປະຕິບັດກັນຂອງຄະນະສົງ ແລະຄະລາວາດຍາດໂຍມ ທີ່ປະຕິກັນໃນວັນອອກພັນສາ ຄື:ໃນວັນຂຶ້ນ 15 ເດືອນ 111. ຕອນເຊົ້າທຳບຸນຕັກບາດ, ຖວາຍພັດຕາຫານ ອຸທິດສ່ວນບຸນສວ່ນກຸສົນໄປຫາຍາຕິ ພີ່ນ້ອງຜູ້ທີ່ລ່ວງລັບໄປ ແລະສ້າງບຸນສ້າງກຸສົນເພື່ອສ້າງປາຣາະມີໃຫ້ແກ່ຕົນ., ຕອນສວຍຮອດຕອນແລງຖວາຍຜ້າຈຳນຳພັນສາ.2. ໄປວັດຟັງທັມມະເທສນາ ເພື່ອສະຫຼອງສະຕິປັນຍາຫາຄວາມຮູ້ເພື່ອພັດທະນາຊົນວິດຕົນ, ປະຕິບັດທັມ ເພື່ອ ຊຳຮະໃຈໃຫ້ສະອາດປາສະຈາກິເລດ.3. ໄປແກ່ດອກໄມ້ວຽນທຽນ ເພື່ອນ້ອມລະນຶກ ຫຼືບູຊາຄຸນ ພຣະພຸດ, ພຣະທັມ, ພຣະສົງ, ຄຸນພໍ່, ຄຸນແມ່ ແລະຄຸນບັນພຣະບູຣຸດຂອງຊາດ.4. ໄປໄຫຼເຮືອໄຟ ເພື່ອບູຊາຄຸນນ້ຳ ແລະເທພະດາຜູ້ຮັກສາບ້ານເມືອງ.ວັນແຮມ 1 ຄ່ຳເດືອນ 111. ທີ່ວຽງຈັນ ແລະປາກເຊແມ່ນເຮັດບຸນຊ່ວງເຮືອ.2. ບາງທ້ອງຖິ່ນຕັກບາດເທໂວ ແລະຕັກບາດດອກໄມ້ ການທຳບຸນຕັກບາດເທໂວນີ້ ແມ່ນຖືວ່າເປັນກາລະທານ ເພາະເຮັດກັນພຽງຄັ້ງດຽວຂອງໜຶ່ງປີດ ການເຮັດບຸນນີ້ ຖືວ່າບູຊາໃນວັນທີ່ພຣະພຸດທະອົງສະເດັດມາຈາກ ເທວະໂລກ “ຮຽກວ່າວັນເທໂວໂລຫະນະ” ເຊິ່ງພຣະພຸດທະອົງໄດ້ສະເດັດຂຶ້ນໄປຈຳພັນສາໂຜດພຸດທະມານດາ ທີ່ສະໄປເກີດເປັນເທວະບຸດ ຢູ່ຊັ້ນດຸສິຕາສະຫວັນ, ພຣະອົງສະເດັດໄປຈຳພັນສາທີ່ ຕາວະຕິງສາສະຫວັນເທດພຣະອະພິທັມຄັມພີ ທີ່ເຄົ້າໄມ້ປະຣິກະຊາຕທີ່ຕາວະຕິງສາວະຫວັນ ເມື່ອອອກພັນສາແລ້ວ ພຣະອົງກໍສະເດັດລົງມາຍັງມະນຸດໂລກດ້ວຍຂັ້ນໃດແກ້ວທິພ ເຊິ່ງມີຂັ້ນໃດຄຳຢູ່ເບື້ອງຂວາ ແລະຂັ້ນໃດຄຳທີ່ເບື້ອງຊ້າຍ ເວດລອ້ມດ້ວຍເຫຼົ່າເທບ ພຣະອິນ ພຣະພຣົມ. ວັນນັ້ນບາງຄັ້ງກໍຮຽດວ່າ “ວັນເປີດໂລກ” ເພາະທັງ 3 ໂລກມອງເຫັນກັນໝົດ ຄື ມະນຸດສາໂລກ, ເທວະໂລກ ແລະນະຣົກພູມ, ການທີ່ພຣະພຸດທະອົງສະເດັດລົງມາຈາກເທວະ ໂລກຄັ້ງນີ້ ພຣະສົງສາວົກ ແລະຍາດໂຍມໄປຕ້ອນຮັບພຣະອົງຢ່າງຫຼວງຫຼາຍ ຈຶ່ງມີການທຳບຸນຕັກບາດໃນວັນ ແຮມ 1 ຄ່ຳນັ້ນອີກ. ສະນັ້ນ, ຫາກມີການຟັງເທດໃນວັນນີ້ ຈຶ່ງມັກຈະເທດອະພິທັມ 7 ຄຳພີ ແລະໜັງສືເທນນ້ຳ ນົມແມ່.3. ບາງທ້ອງຖິ່ນເຮັດບຸນເຂົ້າສັງຂະຫຍາ, ບາງທ້ອງຖິ່ນກໍເຮັດບຸນກວນເຂົ້າປາດຈະເຮັດງ່າຍກວ່າ.ຜົນໄດ້ຈາກການເຮັດບຸນອອກພັນສາສຳລັບຊາວພຸດ ກໍຄື:1. ວັນອອກພັນສາຖືເປັນການເຕືອນໃຈຊາວພຸດວ່າ ເວລາທີ່ຜ່ານໄປ ຊີວິດໃກ້ຈະຕາຍເຂົ້າໄປທຸກຂະນະແລ້ວ ຄວນຮີບສ້າງກຸສົນ ແລະຍັງເຮັດໃຫ້ເຖິງຄວາມປິຕິ ທີ່ໄດ້ບຳເພັງກິດຂອງຕົນຕລອດພັນສາ ແລະເປັນການເຕືອນສະຕິຢ່າງໃຫ້ຈິດຫຼົງໄປໃນອະກຸສົນ ແລະບໍ່ໃຫ້ຈິດໃຈເລີກຈາກການທຳກຸສົນ ເຖິງວ່າບໍ່ຢູ່ໃນພັນສາກໍຕາມ, ເພາະ ເປັນທາງພົ້ນອອກຈາກອະບາຍໄດ້.2. ປະໂຫຍດທີ່ໂດດເດັ່ນ ກໍຄືປະໂຫຍດຈາກການປະວາຣະນາ ທີ່ສົງກະທຳກັນໃນວັນອອກພັນສາ ເພື່ອໃຫ້ພຣະສົງ ດຳລົງໄວ້ຢ່າງເປັນປຶກແຜ່ນແໜ້ນໜຽວ ຢາກແກ່ການທຳລາຍຂອງສັດຕູໄດ້, ບັນດາຄາຣະວາດ ເຮົາມອງເຫັນຜົນດີເຊັ່ນນີ້ ຄົນໃນຊາດເຮົາທຸກຝ່າຍຫັນໜ້າເຂົ້າມາຫາກັນ ປຶກສາຫາຣືກັນ ດ້ວຍຈິດທີ່ກໍ່ໃຫ້ເກີດຄວາມສາມັກຄີ ຈະເປັນພະລັງໜຶ່ງ ທີ່ຈະພັດທະນາຊາດໃຫ້ກ້າວເຂົ້າສູ່ຄວາມຈະເຣີນຮຸ່ງເຮືອງ ໝັ້ນຄົງ ແລະສະຖານພອນໄດ້.3. ເຕືອນສະຕິຕົນ ເຕືອນສະຕິສັງຄົມ ບໍ່ໃຫ້ມີຄວາມປາໝາດ ສະພາວະທຸກຢ່າງມີການປ່ຽນແປງ ບໍ່ມີສິ່ງໃດຄົງທົນໄດ້ ເຊັ່ນດຽວກັບການເຂົ້າພັນສາເມື່ອເຂົ້າແລ້ວກໍຕ້ອງອອກໝູນວຽນປ່ຽນກັນໄປດ່ັງນັ້ນ, ສິ່ງທີ່ຍັງຢູ່ ແລະສ້າງເສີມບຸກຄົນ ບຸນກຸສົນ ທີ່ເກີດຈາກທານ, ສິນ, ພະວະນານັ້ນ.4. ການອອກພັນສາເປີດໂອກາດໃຫ້ຜູ້ອື່ນຊຳຮະຄວາມຜິດ ຂອງຕົນໄດ້ ຄືຫຼັກຂອງການທຳປະວາຣະນາ ປົກກະຕິ ຄົນເຮົາຄົບການເຫິງນານແລ້ວ ກໍຈະເຜີຍ “ສັນດານ” ທີ່ແທ້ຂອງຕົນອອກມາ ອາດຈະບໍ່ດີແນ່ແຕ່ຕົນເອງບໍ່ຮູ້ ບໍ່ເຫັນ ເໝືອນກັບ “ເສັ້ນຜົມບັງພູເຂົາ” ແຕ່ຄົນອື່ນພັດມອງເຫັນຈຸດບົກຜ່ອງເຫຼົ່ານັ້ນ ແຕ່ບໍ່ກ້າຕັກເຕືອນ ດັ່ງນັ້ນ ຕົນເອງຕ້ອງປະຣາວະນາກັບໝູ່ວ່າ ຫາກເຫັນສິ່ງຜິດພາດຂອງເຮົາ ຂໍໃຫ້ໝູ່ບອກເຕືອນດ້ວນຈິດເປັນກຸສົນ ຄວາມສັມພັນກໍຈະພອກພູນງອກງາມ ແລະໝັ້ນຄົງຍິ່ງຂຶ້ນ.5. ໄດ້ຂໍ້ຄິດທີ່ວ່າ ຄົນເຮົາສ່ວນຫຼາຍມັກຈະລຳອຽງ ເຫັນວ່າຕົນເອງເປັນຝ່າຍຖືກສະເໝີ ຄວາມຜິດຂອງຕົນບໍ່ເຫັນ ຄວາມຜິດຂອງຄົນອື່ນເຫັນງ່າຍກວ່າ ເຊິ່ງເປັນສັນຊາຕະຍານຂອງເຮົາ ດັ່ງກອນທີ່ວ່າ “ໂທດຄົນອື່ນເຫັນເຫັນຊ່ຳພູເຂົາ ໂທດຂອງເຮົາມອງບໍ່ເຫັນເທົ່າເສັ້ນຂົນ, ຕົດຄົນອື່ນເໝັນຈົນເບື່ອເຫຼືອຈັກທົນ ຕົນຂອງຕົນເຖິງເໝັ້ນ ບໍ່ເປັນສັງ” ເມື່ອຮູ້ວ່າ ຄົນເຮົາຍ່ອມລຳອຽງເຂົ້າຂ້າງຕົນ ຫຼືຝ່າຍຕົນສະເໝີ ດ້ວຍກາມະກິເລດ ແລະທິດຖີມາຄອບງໍາ ເມື່ອຮູ້ວ່າທາງທີ່ຈະພັດທະນາຕົນ ສັງຄົມ ໃຫ້ເຖິງເຊິ່ງຄວາມຈະເຣີນຈະເຣີນ ກໍຄືຫຼັກທັມວ່າດ້ວຍຄວາມເປັນກາງ ແລະຄວາມສາມັກຄີ ມະນຸດຈົ່ງສະແດງການຍອມຮັບໃນສິ່ງນັ້ນ ແລະອະນຸຍາດໃຫ້ຄົນອື່ນ ເຕືອນເຮົາ ແລະເຮົາເອງ ກໍເອົາການທີ່ວ່າ “ຊົ່ວຄົນອື່ນກະຊ່າງເຖີດເຮົາບໍ່ເຫັນ ເຮົາຈະພັດທະນາຕົວດັ່ງທີ່ເຂົາ ເປັນ ດີທີ່ເຫັນຂອງເຂົາເຮົາເອົາມາ.6. ເປັນການສ້າງຄວາມມີມະນຸດສຳພັນ ສ້າງຄວາມສະໝານສາມັກຄີ ດ້ວຍການເປີດໃຈເຊິ່ງກັນແລະກັນ ຢູ່ດ້ວຍກັນໂດຍບໍ່ມີເລ້ຫລຽມ ເຮັດໃຫ້ສັງຄົມຕົນມີສັນຕິສຸກ, ສັນຕິພາບ ແລະພາຣາດອນພາບ ຢ່າງໝັ້ນຄົງຕາມແນວທາງ ພຣະພຸດທະສາສນາແລ

ທຸຣະ 2 ຢ່າງໃນທາງພຸດທະສາສນາ
ທຸຣະທາງພຣະສາສນາ
- ທຸຣະທາງພຣະສາສນາ ມີ 2 ຢ່າງ ຄື
1. ຄັນຖະທຸຣະ
2. ວິປັສນາທຸຣະ
- ຄັນຖະທຸຣະ: ໄດ້ການສຶກສາຮໍ່າຮຽນ ໃຫ້ຮູ້ເລື່ອງສາສນາ ແລະຫຼັກສິນທັມ.
- ວິປັດສະນາທຸຣະ : ໄດ້ແກ່ທຸຣະ ຫຼືວຽກງານການບຳເພັງສະມັດຖະ ແລະວິປັດສະນາກັມມັດຖານ.
- ທຸຣະທັງສອງນີ້ເປັນໜ້າທີ່ ຫຼືພັນທະກິດທີ່ເປັນທຸຣະ 2 ຢ່າງ ທີ່ພຸດທະບໍຣິສັດຕ້ອງບຳເພັງໃນທາງພຸດທະສາສນາ ໃຫ້ໄດ້ ຄື.
- ຄັນຖະທຸຣະ : ການສຶກສາຮໍ່າຮຽນພຣະທັມ-ວິໄນ, ພຣະໄຕປິດົກ ອັນເປັນຄຳສອນຂອງ ພຸດທະສາສນາໃຫ້ເຂົ້າໃຈແລ້ວນໍາໄປສອນ ດ້ວຍການບອກກ່າວ, ເທດສະນາ, ສັ່ງສອນ, ການສອນໜັງສືໃນໂຮງຮຽນ, ເຜີຍແຜ່ທັມດ້ວຍຮູບການໃດໆກໍໄດ້ ທີ່ສາມາດນຳເອົາທັມມະເຂົ້າສູ່ປວງຊົນ ໂດຍການບໍ່ແຕະຕ້ອງຕໍ່ພຣະວິໄນ, ການສ້າງວັດວາອາຮາມ, ກຸຕິ, ວິຫານ, ສາລາໂຮງທັມ, ສິມ, ລວມເຖິງການປົກປັກຮັກສາ ສາສນາສະຖານ ແລະການອະນາໄມສາສນາສະຖານໃຫ້ສວຍສົດງົດງາມດ້ວຍ, ນອກຈາກນັ້ນ ຍັງສົງເຄາະເອົາການປົກຄອງຄະນະສົງເຂົ້າດ້ວຍ.
- ວິປັດສະນາທຸຣະ: ໄດ້ແກ່ວຽກງານກັມມັດຖານ ຫຼືການບໍາເພັງກັມມັຕຖານ 2 ຢ່າງ ຫຼືຢ່າງໃດ ຢ່າງໜຶ່ງໃນ 2 ຢ່າງ ຄື:
ກ. ສະມັດຖະກັມມັດຖານ
ຂ. ວິປັດສະຖານກັມມັດຖານ.
- ກັມມັດຖານທັງ 2 ຢ່າງເປັນທຸຣະສຳຄັນຂອງພຣະພິກຂຸສາມະເນນ ຈະຕ້ອງບໍາເພັງໃຫ້ເກີດ ແກ່ຕົນ ເຊິ່ງມີເນື້ອຫາໃນດ້ານຄວາມສຳຄັນແກ່ພຣະພິກຂຸສາມະເນນເອງ ແລະຖືເປັນງານຫຼັກ ເພື່ອໃຫ້ຕົນ ໄດ້ຮູ້ຈັກທາງດັບທຸກ, ຫຼືປົດເປື້ອງທຸກ ອອກຈາກຕົນຫຼາຍນ້ອຍຕາມສົມຄວນແກ່ການປະຕິບັດ, ທາງດຽວ ກັນນັ້ນ ເປັນວຽກງານທີ່ຈະຊ່ວຍໃຫ້ຜູ້ນັບຖືພຸດທະສາສນາ ໄດ້ປະຕິບັດຈາມເພື່ອໃຫ້ຄົນເຫຼົ່ານັ້ນພົ້ນທຸກ ຕັ້ງແຕ່ທຸກເລັກໆນ້ອຍໆ ຈົນເຖິງທຸກໃຫຍ່ໆ ເຊັ່ນການເກີດ, ແກ່, ເຈັບ, ຕາຍ ເປັນທາງສາຍດຽວ ທີ່ຈະ ທຳໃຫ້ຜູ້ປະຕິບັດພົ້ນອອກຈາກໂອຄະສົງສານ ແລະກັມມັດຖານນີ້ ມີສະເພາະແຕ່ໃນສາສນາຂອງພຣະພຸດ ທະເຈົ້າເທົ່ານັ້ນ, ກັມມັດຖານນັ້ນ ມີ 2 ປະເພດຄື:
1. ສະມະຖະກັມມັດຖານ: ກັມມັດຖານຊະນິດນີ້ ເປັນອຸບາຍໃຫ້ໃຈສະງົບ ຄືໃຈທີ່ອົບຮົມໃນທາງ ສະມະຖະກັມມັດຖານແລ້ວ ຈະເກີດສະຫງົບນິ້ງ ແລະເກາະຢູ່ໃນອາຣົມໜຶ່ງ ພຽງຢ່າງດຽວ ອາຣົມຂອງສະມະຖະກັມມັດຖານນັ້ນ ແບ່ງອອກເປັນ 40 ກອງ ຄື ກະສິນ 10, ອະສຸພະ 10, ອະນຸສະຕິ 10 ພົມມະວິຫານ 4 ອາຫາເຣປະຕິກູລະສັນຍາ 1 ຈະຕຸທາຕະວັດຖານ 1 ອະຮູບ 4.
2. ວິປັສສະນາກັມມະຖານ : ເປັນອຸບາຍໃຫ້ເກີດ ຫຼືອຸບາຍໃຫ້ເຮືອງປັນຍາ ໝາຍເຖິງການມຸ້ງອົບຮົມປັນຍາ, ໂດຍການປ່ອຍວາງພາຣະທັງປວງ, ທຳກາຍໃຈໃຫ້ເບົາ ຍິນດີໃນເສນາສະນະທີ່ສະຫງົບ ພິຈາຣະນາເຖິງຄວາມເສື່ອມໄປ ສິ້ນໄປຂອງສັງຂານຮ່າງກາຍ ຈົນເຫັນສະມັນຍະລັກສະນະ ຄື ອະນິຈຈັງ, ທຸກຂັງ, ອະນັດຕ່ ໄດ້ແຈ່ມແຈ້ງ ຈະວິປັນສະນາຢ່າງຕໍ່ເນື່ອງ ບໍ່ຂາດສາຍກໍຈະເຖິງຫຼັກໄຊ ຄືເຫັນແຈ້ງ, ເຫັນປັດຈຸບັນ, ເຫັນຮູບນາມ,ເຫັນພຣະໄຕຣລັກ ແລະເຫັນມັກ ຜົນ ໄດ້ອໍຣະຫັນ ເປັນຜູ້ມຸ້ງສູ່ພຣະນິພພານຝ່າຍດຽວ.
- ວິປັສສະນາທຸຣະ ເປັນງານທີ່ພຣະພຸດທະເຈົ້າ ກຳນົດໃຫ້ພິກຂຸປະຕິບັດຢ່າງໜຶ່ງ ໃນສອງຢ່າງ ຄືຄັນຖະທຸຣະ ແລະວິປັສສະນາທຸຣະ, ໝາຍຄວາມວ່າພິກຂຸທຸກໆອົງ ຈະທຳງານດ້ານຄັນຖະທຸຣະກໍ ຕາມ ຕ້ອງໄດ້ທຳງານດ້ານວິປັສສະນາທຸຣະດ້ວຍ, ຫາກພິກຂຸຈະມຸ້ງເນັ້ນວຽກງານວິປັສສະນາທຸຣະຢ່າງດຽວ ກໍເປັນທາງເລືອກໄດ້ ຄືຕ້ອງຍິນດີໃນເສນາສະນະທີ່ສະຫງົບຕ້ອງຜີກອອກຈາກໝູ່ຄະນະ ໄປສະແຫວງຫາ ທີ່ສະຫງົບ ເພື່ອສະດວກຕໍ່ການທຳວິປັສສະນາທຸຣະ, ແຕ່ຫາກພິກຂຸຕ້ອງການຈະທຳທຸຣະທັງສອງ ຄືທັງ ຄັນຖະ ແລະວິປັສສະນາທຸຣະພ້ອມ ກໍຖືວ່າເປັນງານທີ່ຄວນແກ່ການຍົກຍ້ອງ ເພາະພຣະພຸດທະສາສນາ ຈະໝັ້ນຄົງສະຖາພອນໄດ້ນັ້ນ ພຣະພິກຂຸຕ້ອງທຳທຸຣະທັງສອງຕາມໜ້າທີ່ຂອງສະມະນະ.
- ໃນອານາຈັກລ້ານຊ້າງກ່ອນ ປີ 1357 ນັ້ນ ຄືກ່ອນພຣະບາດສົມເດັດພຣະເຈົ້າຟ້າງຸ່ມມະຫາ ຣາດຈະສະຖາປານາມະຫາອານາຈັກລ້ານຊ້າງ(ລາວ) ໃຫ້ກວ້າງໄກແຜ່ໄພສານນັ້ນ ນັກປະຫວັດສາດ ໄດ້ໃຫ້ຄວາມສຳຄັນວ່າ ພຣະອົງນິຍົມທັງຄັນຖະທຸຣະ ແລະວິປັດສະນາທຸຣະ ຄື ພຣະອົງເຫັນວ່າມະຫາ ອານາຈັກລ້ານຊ້າງຈະຈະເຣີນ ແລະໝັ້ນຄົງ ແລະເປັນເອກະພາບກັນຍືນຍາວນານໄດ້ ມີແຕ່ສົ່ງເສີມ ໃຫ້ພຣະສົງ(ທີ່ມີມາກ່ອນໜ້ານັ້ນ) ເຜີຍແຜ່ພຣະພຸດທະສາສນາ ສູ່ປວງຊົນຊາວລ້ານຊ້າງໃຫ້ທົ່ວເຖິງ ແລະທາງດຽວກັນນັ້ນ ພຸດທະສາສນາຈະໝັ້ນຄົງຢູ່ໄດ້ນານເທົ່າ 5000 ພຣະວັດສາ ພຣະສົງຕ້ອງທໍາງານ ຫຼືທຳທຸຣະທັງສອງມໃຫ້ບໍຣິບູນ, ມີນັກການສາສນາຂອງລາວບາງທ່ານກ່າວໄວ້ວ່າ ພຸດທະສາສນາເຂົ້າສູ່ ລາວເຫິງນານແລ້ວ ຫາກອີງຕາມໜັງສືອຸຣັງຄະນິທານ ກໍນັບແຕ່ ພ.ສ 8 ແຕ່ຫາກອີງຕາມປະຫວັດສາດ ຂອງຊົນຊາດລາວ ກໍປະມານ ພ.ສ 600 ປາຍສະໄໝລາວຢູ່ອານາຈັກໜອງແສ ເປັນຕົ້ນມາ ແລະໃນບັນດາ ຫົວເມືອງຕ່າງ ໃນອານາຈັກລ້ານຊ້າງກ່ອນພຣະອົງ ບາງເມືອງກໍນັບຖືພຸດທະສາສນາແລ້ວ ເຊັ່ນຍສີໂຄດຕະບອງ ແລະຈັນທະບູຣີ ແຕ່ບາງເມືອງກໍຍັງບໍ່ທັນນັບຖື ພຣະອົງຈຶ່ງມີຄວາມມຸ້ງຫວັງໃຫ້ ພຣະສົງທີ່ມີຢູ່ກ່ອນໜ້ານັ້ນ ທີ່ມຸ້ງເນັ້ນການທຳໜ້າທີ່ວິປັດສະນາທຸຣະຫຼາຍກວ່າຄັນຖະທຸຣະ ແລະມັກຢູ່ວັດປ່າໄກເມືອງ ຍາກທີ່ຈະເອົາຄຳສອນເຂົາເຖິງປະຊາຊົນໄດ້ ພຣະອົງຈຶ່ງນິມົນເອົາພຣະສົງ ເລົ່ານັ້ນເຂົ້າມາຕັ້ງວັດຢູ່ໃກ້ບ້ານ ແລະໃຫ້ພຣະສົງທໍາໜ້າທີ່ສອນປະຊາຊົນ ພຣະສົງທີ່ບໍ່ມາ ກໍໃຫ້ຢູ່ປ່າ ໃນສະໄໝພຣະອົງ ຈຶ່ງມີຄະນະສົງ ຂຶ້ນ 2 ຄະນະຄື ພຣະທີ່ຢູ່ໃກ້ບ້ານທໍາໜ້າທີ່ທັງຄັນຖະແລະວິປັສສະນາ ຮຽກວ່າ ຄາມະວາສີ, ພຣະທີ່ຍັງຢູ່ປ່າທໍາວິປັສສະນາທຸຣະຢ່າງດຽວ ຮຽກວ່າ ອາຣັນຍະວາສີ ແລະແລ້ວພຣະອົງ ຈຶ່ງໄດ້ໄປນໍາເອົາພຣະໄຕປິດົກຈາກຂະເໝນຂຶ້ນມາຍັງລ້ານຊ້າງ ໂດຍມີພຣະມະຫາປາ ສາມັນເປັນຫົວໜ້າ ມາຍັງນະຄອນຊຽງທອງ ແລະມອບໃຫ້ຄະນະສົງທໍາທຸຣະຂອງຕົນ ສືບເນື່ອງຈົນເປັນ ປະເພນີ ທີ່ໝັ້ນຄົງຢູ່ຄູ່ບ້ານເມືອງລາວ ແລະເມືອງບໍຣິວານເທົ້່າບັດນີ້.
ສະຣຸບແລ້ວ ພຸດທະສາສນາຂອງເຮົາມີທຸຣະສຳຄັນ 2 ຢ່າງ ເຊິ່ງຂາດເສັຍບໍ່ໄດ້ ຫາກຂາດເສັຍທຸຣະໃດ ທຸຣະໜຶ່ງສາສນາຈະໝັ້ນຄົງຢູ່ຄູ່ຊາດ ໄດ້ຍາກແລ.

Subscribe to:
Posts (Atom)