Saturday, 18 June 2011

ພຣະຜູ້ບໍ່ເຄີຍຖືກດ່າ

- ອັກໂກສະ ເມື່ອມີຍາດມິດມາສູ່ເຮືອນຂອງທ່ານ ທ່ານຍົກອາຫານມາຮອງຮັບ ຖ້າຍາດມິດເຫຼົ່ານັ້ນບໍ່ບໍຣິໂພກອາຫານຂອງທ່ານ ທ່ານຈະເອົາອາ ຫານເຫຼົ່ານັ້ນໄປໃຫ້ໃຜ ?
- ຂ້າພະເຈົ້າ ກໍບໍຣິໂພກເອງຫັ້ນແລ້ວ.
- ສັນໃດກໍດີ ອັກໂກສະ ! ຄໍາດ່າອັນຫຍາບຊ້າ ທີ່ທ່ານດ່າເຮົາຢ່າງເຜັດຮ້ອນຮ້າຍແຮງ ຄຳດ່າເຫຼົ່ານັ້ນ ຈະໄປໃສ ?
- ເຣື່ອງໂດຍຫຍໍ້ມີຢູ່ວ່າ...ພຣາມອັກໂກສະໂກດແຄ້ນ ພຣະພຸດທະເຈົ້າມາກ ທີ່ສາມາດເທສະໜາຈົນເພື່ອນພຣາມທີ່ຮັກໃຄ່ພໍໃຈຂອງເຂົາຄົນໜຶ່ງ ຊື່ພາຣະທະວາຊະໂຄດ ເຫຼື້ອມໃສຈົນອອກບວດ ເຂົາຈຶ່ງຜູກໃຈເຈັບແຕ່ນັ້ນມາ.
- ຈົນມາວັນໜຶ່ງ ເຂົາອົດກັ້ນຄວາມໂກດບໍ່ໄຫວ ຈຶ່ງຕາມມາດ່າພຣະພຸດທະເຈົ້າເຖິງພຸດທະສຳນັກ ເຂົາດ່າຢ່າງຫຍາບຄາຍຕ່າງໆນານາສາຣະພັດ ພຣະພຸດທະເຈົ້າ ກໍນັ່ງຟັງຊື່ໆ ບໍ່ຊົງໂຕ້ຕອບແມ່ນແຕ່ຄຳດຽວ ເຂົາດ່າຈົນເໝື່ອຍຫອບໝົດແຮງ ຈຶ່ງໄດ້ຫຍຸດ ພຣະພຸດທະເຈົ້າຊງຖາມເຂົາວ່າ:
- ອັກໂກສະ ? ເຄີຍມີມິດ ອຳມາດ ຍາຕິສາໂຣຫິດ ເປັນແຂກມາເຮືອນຂອງທ່ານແນ່ບໍ ?
- ເຄີຍມີ (ຕອບແບບກວນໆໆ)
- ທ່ານເຄີຍຈັດອາຫານຫວານຄາວ ຮັບຮອງລ້ຽງແຂກທີ່ມາເຮືອນຂອງທ່ານຢູ່ບໍ ?
- ເຄີຍຈັດ (ເຂົາແບບຫ້າວໆຢູ່)
- ຖ້າແຂກເຫຼົ່ານັ້ນບໍ່ບໍຣິໂພກອາຫານຂອງທ່ານ ທ່ານຈະເອົາອາ ຫານເຫຼົ່ານັ້ນໄປໃຫ້ໃຜ ?
- ຂ້າພະເຈົ້າ ກໍບໍຣິໂພກເອງຫັ້ນຕິ ! ຈະເອົາໄປໃຫ້ໃຜອີກ.
- ເຣື່ອງນີ້ກໍເຊັ່ນກັນອັກໂກສະ ! ທ່ານດ່າເຮົາ ຜູ້ບໍ່ດ່າຕອບ ທ່ານໂກດເຮົາ ຜູ້ບໍ່ໂກດຕອບ ເຮົາບໍ່ຮັບຄໍາດ່າ ແລະຄວາມໂກດຂອງທ່ານ ທີ່ທ່ານໃຫ້ ເຮົາ ແລະຄຳດ່່າ ແລະຄຳໂກດນັ້ນກໍເປັນຂອງທ່ານແຕ່ພຽງຜູ້ດຽວ.
- ອັກໂກສະ ! ຜູ້ໃດດ່າຕອບ ບຸກຄົນຜູ້ກພຳລັງດ່າຢູ່ ໂກດຕອບບຸກຄົນຜູ້ກຳລັງໂກດຢູ່ ຜູ້ນັ້ນຊື່ວ່າບໍຣິໂພກອາຫານຂອງຄວາມໂກດຮ່ວມກັນ ສ່ວນເຮົານັ້ນບໍ່ຂໍບໍຣິໂພກຮ່ວມດ້ວຍ.
- ສຸດທ້າຍ ພຣາມອັກໂກດ ກໍຫາຍໂກດປານປິດຖິ້ມ ເຂົາເກີດຄວາມຊາບເຊິ່ງໃນທັມຈົນສໍາເຣັດ ເປັນພຣະອໍຣະຫັນອົງໜຶ່ງໃນໂລກ.
(ອັກໂກສກະສູຕຣະ 15/24)
- ພຣະສູດນີ້ ສະແດງວ່າຄົນທີ່ດ່າຕອບບຸກຄົນຜູ້ກຳລັງດ່າຢູ່ ໂກດຕອບບຸກຄົນຜູ້ກຳລັງໂກດຢູ່ ຍ່ອມຊົ່ວຊ້າເທົ່າກັນ ແລະເລື່ອງຈະລົງເອີ່ຍ ດ້ວຍຄວາມພະນາດຈິບຫາຍທັງສອງຝ່າຍ ທີ່ໝາຍຂອງບຸກຄົນຜູ້ດ່າຕອບ ຫຼືໂກດຕອບກໍຄືຄຸກຕະຣາງ ຫຼືຍົມມະໂລກ.
- ໃນທີ່ບາງແຫ່ງ ທ່ານຈຶ່ງສະແດວງວ່າ ຄົນຜູ້ດ່າຕອບ ຫຼືໂກດຕອບບຸກຄົນກຳລັງດ່າ ຫຼືໂກດຢູ່ນັ້ນ ຊົ່ວກວ່າຄົນດ່າ ຫຼືຄົນໂກດ, ທັງນີ້ ເພາະຄົນ ທີ່ດ່າເຮົາ ຫຼືໂກດເຮົາ ເໝືອນເຂົາຈູດໂຟໃນອົກຈົນຮ້ອນແຮງ ແລ້ວລະເບີດອອກມາພາຍນອກແລ້ວ ແທນທີ່ເຮົາຈະໄປຊ່ວຍເຂົາດັບໄຟ ເຮົາກັບເອົາເຊື້ອໄຟໃສ່ເພີິ່າເຂົ້າໄປອີກ ແລ້ວມັນຈະດັບໄດ້ຢ່າງໃດ ເດີມໄຟຄືຄວາມຮ້ອນຈາກຄົນໂກດຢູ່ດວງໜຶ່ງ ເຮົາກໍຮ້ອນເພີ່ມອີກດວງໜຶ່ງ ທັງສອງກໍຮ້ອນເທົ່າກັນ ຈຸດໝາຍກໍອະເວຈີທັງສອງ.

ປະຕູນະຮົກ-ປະຕູສະຫວັນ(ຜັກຕູ-ປັກຕູ)

- ກາລະຄັ້ງໜຶ່ງ ນານມາແລ້ວ ມີທະຫາລູກພຣະອາທິດນາຍໜຶ່ງ ແຕ່ງເຄື່ອງແບບຄົບເຄື່ອງພ້ອມທັງດາບສະມູໄຣ ປິນປາຍຂື້ນໄປຫາອາຈານຮາກອິນ ຕ້ອງການໄປໂລມກັບພຣະໃຫ້ຊ່ວຍແກ້ຂໍ້ສົງໄສ ທີ່ຕົນເອງຈະບໍ່ເຊື່ອ ມັນເປັນຄວາມສົງໄສທີ່ເກັບງຳມາຕັ້ງ ນານແລ້ວ ຈະເອີ່ຍປາກສົນທະນາກັບຜູ້ໃດ ກໍຢ້ານເຂົາກ່າວຫາວ່າເປັນຄົນບໍ່ມີສາສນາ ຈຶ່ງອຸດສາຫອບຮ່າງກາຍມາໄກ ເພື່ອມາຫາພຣະອາຈານ ອົງທີ່ທຸກຄົນໃນຍີ່ປຸ່ນ ເລົ່າລືວ່າທ່ານເກ່ງ ທະຫານຄົນນັ້ນເອີຍປາກຖາມພຣະອາຈານວ່າ "ທ່ານອາຈານຂ້ານ້ອຍ ຖ້າຈະມາວ່າໃຫ້ກົງຕາມຄວາມເປັນຈິງແລ້ວ ນະຣົກສະຫວັນເປັນຂອງມີຈິງຫຼືບໍ່ ຂ້ານ້ອຍ"

- ທ່ານພຣະອາຈາຫັນຄວັບມາຈ້ອງໜ້າເຈົ້າຂອງຄຳຖາມທັນທີ ແທນທີ່ຈະເຣີ່ມແກ້ຂໍ້ສົງໄສ ຫຼືອະທິບາຍ ທ່ານກັບຍ້ອນຖາມທະຫານຄົນນັ້ນວ່າ "ທ່ານນະ ເປັນໃຜ" ທະຫານຄົນນັ້ນຕອບທັນທີ "ຂ້ານ້ອຍ ເປັນສະມຸໄຣ ຂ້ານ້ອຍ" ທະຫານຄົນນັ້ນແຈ້ງຖານະຄວາມເປັນນັກຮົບ ຂອງຕົນໂດຍຊື່ ທ່ານພຣະອາຈານກໍຂຶ້ນສຽງແຮງຂຶ້ນອີກວ່າ "ອີຫຍັງ ? ທະຫານທະຫີນອີຫຍັງນິ" ເຈົ້ານາຍຄົນໃດ ຊ່າງໄປເອົາຄົນຢ່າງເຈົ້າມາ ລິ້ວລໍ້ ຮົ້ວຮາວໄພ່ພົນ ເໝືອນກັບຂໍທານ.

- ທານຫານນ້ອຍຄົນນັ້ນ ໄດ້ຖືກການລົບລູ່ກຽດເຊັ່ນນັ້ນ ກໍເກີດຄວາມໂມໂຫ ໂກທາໂກດຂຶ້ນຢ່າງແຮງ ລຸກຂຶ້ນຢ່າງໄວວາ ມືຂວາມກຸມດ້າມດາບ, ຍັງບໍ່ພໍເທົ່ານັ້ນ ທ່ານອາຈານຮາກູອິນ ຍັງຊ້ຳຕື່ມເຂົ້າໄປອີກວ່າ "ຮືມ໌ ມີດາບດ້ວຍຊັ້ນບໍ ? ຄົມຫຼືບໍລະ ຕັດຫົວຄໍເຮົາໄດ້ບໍລະ" ຄໍາເວົ້າອາຈານເໝືອນກັບເອົານໍ້າສາດໃສ່ໄຟທີ່ຍັງເຣີ່ມລຸກແຮງ ທະຫານຜູ້ນັ້ນປ່ຽມລົ້ນໄປດ້ວຍສັກສີ ຄວາມໂກດຮ້າຍ ກໍາລຸກເຕັມກໍາລັງ ມືຕີນມັນເປັນໄປຂອງມັນເອງ ບໍ່ຟັງຟ້າຟັງໄຟອີຫຍັງຕໍ່ໄປອີກແລ້ວ ຊັກດາບອອກຈາກຝັກຕອນໃດກໍບໍ່ຮູ້ເມື່ອຄິງ...ກໍພໍດີໄດ້ຍິນອາຈານປ່ຽນລະດັບສຽງ ດ້ວຍນໍ້າໃຈກະຣຸນາປານີຢ່າງພຣະມາໂຜດສັດວ່າ:
"ນີ້ແລ້ວລູກເອີຍ !! ນີ້ແລ້ວລູກເຫັນປະຕູນະຮົກແລ້ວແຫຼະ ທີ່ລູກກຳລັງເປັນຜູ້ນີ້ ທັງຕນທັງມື ທັງຫົວໃຈ ນີ້ແລ້ວກໍລັງຢຽບປະຕູນະຮົກຢູ່ ຫ້າມີປະຕູນະຮົກແລ້ວ ນະຮົກຈະມີຫຼືບໍ່ລະ ?"

- ໃນທັນໃດນັ້ນ ນັກດາບຊະມູໄຣຂອງເຮົາກໍສໍານຶກຕົວ ສໍານຶກບາບທັນທີ ຕີນມືແຂ່ງຂາອ່ອນລົງ ລົດຕົວລົງຂາບ ໄຫວ້ແລ້ວໄຫວ້ອີກ ຂໍອະໄພ ແລະຂໍຍອມຕົວ ເປັນສິດ ທ່ານອາຈາຮາກຸ, ທ່ານອາຈານຮາກຸເລີຍຖືໂອກາດຊີ້ແຈງອີກວາຣະໜຶ່ງວ່າ "ນີ້ແລ້ວ ລູກເອີຍ ປະຕູສະຫວັນແລ້ວ ທີ່ທ່ານກຳລັງເປັນຢູ່ ທັງເນື້ອທັງຕົວນີ້ ລູກກໍາຢຽບປະຕູສະຫວັນແລ້ວແລ ສະຫວັນແທ້ໆ ຈະມີຫຼືບໍລະ ?"

ປະຖົມມະສົມໂພດຄຳກອນ (ບັ້ນປະຖົມມະບົດ)

- ບັດນີ້ ຂ້າຈັກນົບນອບນິ້ວ ດວງຍອດນາໂຖ
ມະໂນເນົາໃນ ຊື່ນໂມທະນານ້ອມ
ຍໍປະທຽນນິ້ວ ຊູລີກອນນົບນອບ
ປະຫັດເນັ່ງນ້ອມ ປະນົບໄຫວ້ຫວ່າງສຽນ

- ຈິດກ່ຽວແກ້ວ ໃຈມຸ່ງເໝືອນປະສົງ
ຄະນິງທາງທັມ ບໍ່ລືມຍາມນ້ອຍ
ກາຍຖະຫວິນໄຫວ້ ມະໂນໃນພ້ອມພໍ່າ
ຈິດກ່ຽວກໍ້າ ຄະນິງຕັ້ງຕໍ່ທັມ ເຈົ້າເອີຍ

- ກໍເພື່ອຄິດຮຸ່ງຮູ້ ຄຸນຍອດອົງພຸດໂທ
ມະໂນວັນທາ ກ່າວກອນຖະຫວິນໄຫວ້
ບໍ່ໄດ້ກາຍເປັນເຊົ້າ ເອົາໃຈຕັ້ງຕໍ່
ລໍແຕ່ສາມ່ວຍແກ້ວ ກວາມເກົ້າເພິ່ງພາ

- ບໍ່ໄດ້ລະຫວ່າງເວັ້ນ ເປັນຄໍ່າວັນຄືນ
ເຖິງວ່າຢືນເດີນເຫິງ ບໍ່ຫ່າງເມີງວາງໄວ້
ພຣະໄທທວງແມ້ງ ມະໂນໃນຊ້ອຍຊື່ນ
ຫຼັບຕື່ນໃຫ້ ຄະນິງຄຸ້ມຄວ່າງທັມ ເຈົ້າເອີຍ

- ຂ້າຈັກຕົກແຕ່ງຕັ້ງ ແປງກາບກອນປະຈິດ
ພໍໃຫ້ຍູແຍງຝູງ ລໍ່າເລີງພາຍຊ້ອຍ
ຕາມກະບິນເບື້ອງ ໂຄດົມພຸດທະໂຄດ
ປະຖົມມະສົມໂພດເປັນແມ່ຕັ້ງ ປະທວນຊີ້ປ່ອງໄປ

- ບໍ່ໄດ້ລະເລື່ອງເຄົ້າ ຫາໃໝ່ປຸນແຖມ
ພໍແຕ່ຍໍແຍງທັມ ໃຫ້ຄ່ອງຄຳເຮົາຕ້ານ
ຄິດເພື່ອຫຼານເຫຼັນຫຼ້ອນ ປັດສິມມານ້ອຍອ່ອນ
ລາງເທື່ແຈິດສ່ອງແຈ້ງ ມະໂນຊ້ອຍຊື່ນບານ

- ຈິ່ງໄດ້ຄິດອ່ານແກ້ ຖະແຫຼງວາດເປັນກອນ
ທ້ອນເປັນຄຳບູຮານ ດັ່ງເດີມປະສົງຕັ້ງ
ຟັງເອົາທ້ອນ ປະສົງຍານໃຍຫໍ່
ມີແຕ່ຄໍາໝໍ່ຕື້ນ ບູຮານເວົ້າແຕ່ປະຖົມ ແທ້ແລ້ວ

- ຄຳທີ່ຍາກ
* ນາໂຖ : (ປ) :
* ມະໂນ :(ປ) ດວງຈິຕ (ໃຈ)
* ເນົາ (ຂ-ລາວເດີມ) ຢູ່
* ປະທຽນ : (ລາວ) ຍົກໄວ້
* ຊູລີກອນ : ຍົກມີໄຫວ້
* ປະຫັດເນັ່ງ : ປະຫັດ(ພະຫັດ) ແຂນ (ເນັ່ງ) ຕັ້ງຊື່

ມະນຸດ 5 ພວກ

- ໃນທາງພຸດທະສາສນາ ໄດ້ຈັດຣະດັບຄວາມເປັນມະນຸດໄວ້ 5 ກຸ່ມ ໂດຍເອົາພຶກຕິກັມມະນຸດເອງ ເປັນເຄື່ອງວັດ ຄື
1. ມະນຸສສະ ເນຣຍະນິໂກ : ມະນຸດນະຣົກ
2. ມະນຸສສະ ເປໂຕ : ມະນຸດເຜດ (ເປຣດ)
3. ມະນຸສສະ ຕິຣັຈສໂນ : ມະນຸດສັດເດັຍຣະສານ.
4 ມະນຸສສະ ພໂຕ : ມະນຸດໆແທ້ໆ
5. ມະນຸສສະ ເທໂວ : ມະນຸດເທວະດາ.

- ມະນຸດເຫຼົ່ານີ້ ບໍ່ໄດ້ຢູ່ໂລກອື່ນ ຫາກຢູ່ສັບປົນກັນຢູ່ໃນໂລກມະນຸດເຮົານີ້ເອງ ພວກເຂົາອາດເປັນຍາດພີ່ນ້ອງເພື່ອນຝູງ ແລະຄົນໃນຄອບຄົວ ເຮົານີ້ເອງ ເຄື່ອງມືທີ່ຈະເບິ່ງວ່າໃຜເປັນມະນຸດປະເພດໃດ ໃຫ້ເບິ່ງພຶດຕິກັມຂອງເຂົາ ດັ່ງນີ້.

1. ມະນຸສສະ ເນຣຍະນິໂກ : ມະນຸດນະຣົກ, ໄດ້ແກ່ມະນຸດມີຄວາມໂຫດຮ້າຍ, ຫຍາບຄາຍ, ຂ້າສັດຕັດຊີວິດ ປຸ້ນ ຈີ້ ລັກຊັບ ຂະໂມຍຂອງ ໂກງສົມບັດຂອງຜູ້ອື່ນມາຄອບຄອງ, ມີການຂ້າ ຕີ ບີ ໂບຍ ຂົ່ມຂືນ ສໍາເລົາ ຂ້າ ບຽດບຽນຄົນອື່ນ ສັດອື່ນ ເປັນຄົນໄຮ້ສິນທັມ ບໍ່ມີສິນທັມ ຂາດສິນ 5 ປະຈຳຕົວ ຖືກຈອງຈຳ ເຂົ້າຄຸກເຂົ້າຕະຣາງ.

2. ມະນຸສສະ ເປໂຕ : ມະນຸດເຜດ (ເປຣດ)
- ມະນຸດຜູ້ມາກມາຍໄປດ້ວຍຄວາມໂລບ ມາກໄປດ້ວຍຕັນຫາ ມັກລັກເລັກຂະໂມຍນ້ອຍຂອງຂອງຜູ້ອື່ນມາເປັນຂອງຕົນ ດຳຣົງຊີວິດ ດ້ວຍການໂລກ ລັກ ສໍ້ ໂກງ ຕົວະ ຍົວະ ຫຼອກລວງ ກູ້ໜີ ຢືມສິນ ຍາດແຍ່ງເຂົາກິນ ຂໍທານເຂົາກິນ.

3. ມະນຸສສະ ຕິຣັຈສໂນ : ມະນຸດສັດເດັຍຣະສານ.
- ໄດ້ແກ່ມະນຸດທີ່ຂວາງທາງສິນທັມ ມີໂມຫະຄືຄວາມຫຼົງຫຼາຍ ບໍ່ຮູ້ຈັກບາບ ບໍ່ຮູ້ຈັກບຸນ ບໍ່ຮູ້ຈັກຄຸນ ບໍ່ຮູ້ຈັກໂທດ ບໍ່ຮູ້ຈັກປະໂຫຍດ ແລະບໍ່ເປັນ ປະໂຫຍດ ບໍ່ຮູ້ຈັກຄຸນຂອງທ່ານຜູ້ຊົງຄຸນ ຫຼືຜູ້ມີຄຸນ ເຊັ່ນ ບິດາ ມານດາ ຄຣູ ອຸປັດຊາ ອາຈານ ເປັນຕົ້ນ.
- ມະນຸດໄຮ້ສີນທັມ ່ດື່ມສຸຣາ ເມໄຣ ເສບຢາບ້າ ເຮັດໃຫ້ຫຍັງທໍາຫຍັງທາງກາຍ ທາງວາຈາກໍຂວາງໆ ຜິດທໍານອງຄອງທັມ ນາມວ່າ ມະນຸດສາ ຕິຣັຈສາໂນ ແປວ່າມະນຸດເດັຍຣະສານ ເດັຍຣັຈສານ ແປວ່າຜູ້ຂວາງໄປ, ຄືເດີນທອດຕົວໄປບໍ່ໄດ້ເດິນເໝືອນຄົນ ທໍາຫຍັງ ເຮັດຫຍັງກໍກວາງທັມ ຂວາງວິໄນ ຂວາງສິນສະເໝີ ພວກນີ້ມັກຈະບໍ່ຮູ້ຄຸນຄ່າຂອງຊີວິດ.

4 ມະນຸສສະ ພໂຕ : ມະນຸດໆແທ້ໆ
- ມະນຸດແທ້ ຄືເປັນຄົນເຕັມໂຕ ໄດ້ແກ່ຄົນມີສີນ 5 ໝັ້ນຄົງເປັນນິດ ຍືດຖືບໍ່ຂາດ ບໍ່ປະໝາດຕໍ່ສີນ ເພາະສີນເປັນມະນຸດສະທັມ ຄື ທັມປະຈຳຂອງ ມະນຸດ ທຫມທີ່ທຳໃຫ້ຄົນເປັນມະນຸດ ມະນຸສສະ ພູໂຕ ແປວ່າມະນຸດແທ້ໆ ເພາະມີຄຸນນະທັມຄືສີນ, ສີລ ທ່ານແປວ່າ ສຽນ ຄື ຫົວ ຖ້າຄົນສີນກໍຄືຂາດຫົວນັ້ນເອງ ເພາະຂາດຈາກຄຸນນະທັມ ຫົວອາດໝາຍເຖິງມັນສະໝອງທີ່ເຕັມໄປດ້ວຍທັມມະ ຈະຣິຍະທັມ.

5. ມະນຸສສະ ເທໂວ : ມະນຸດເທວະດາ.
- ໄດ້ແກ່ມະນຸດຜູ້ມີສິນ 5 ໝັ້ນຄົງເປັນນິດ ແລ້ວຍັງໄດ້ພະຍາຍາມບຳເພັງກຸສົນເພີ່ມພຸນປາຣະມີເລື່ອຍໆ ເຊັ່ນໃຫ້ທານ ຮັກສາສີລ ຮຽນທັມ ປະຕິບັດທັມ ໄຫວ້ພຣະ ສູດມົນ ມີຫິຣິ ຄວາມລະອາຍຕໍ່ບາບ ໂອຕັປປະ ຄທຄວາມສະດຸ້ງກົວຕື່ນຕົວຕໍ່ຜົນແຫ່ງບາບອະກຸສົນສະເໝີ ຮຽກວ້າເປັນຜູ້ມີໃຈສູງ ຜູ້ມີມີໃຈສູງ ຍົກຣະດັບຈາກຄວາມເປັນມະນຸດທັມມະດາ ຈຶ່ງກາຍເປັນທັມມະດາໄດ້ ເພາະປະກອບໄປດ້ວຍເທວະທັມ 7 ປະການ ຄື:

5.1. ບຳຣຸງລ້ຽງບິດາ-ມານດາ.
5.2. ປະພຶດອ່ອນນ້ອມຖ່ອມຕົນຕໍ່ບຸຄຄົນຜູ້ຈະເຣີນ.
5.3. ເວົ້່າຈາເປັນສຸພາສິດ ອ່ອນຫວານ ນຸ້ມນວນ.
5.4. ບໍ່ເວົ້າສໍ່ສຽດຜູ້ອື່ນ.
5.5. ລະຄວາມຂີ້ຖີ່ໜຽວແໜ້ນ.
5.6. ຮັກຄຳສັດ
5.7. ບໍ່ມັກຮ້າຍ.
- ມະນຸດ ມີຄຸນສົມບັດເຊັ່ນນີ້ ທ່ານຂະໜານນາມວ່າ ມະນຸສສະ ເທໂວ ມະນຸດເທວະດາ

- ສັງຄົມມະນຸດ ປະກອບໄປດ້ວຍ ມະນຸດ 5 ປະເພດນີ້ ໃຜຢາກຮູ້ວ່າຕົນ ແລະຄົນທີ່ເຮົາຄົບຢູ່ເປັນມະນຸດປະເພດໃດ ກໍເອົາຫຼັກການນີ້ໄປພິຈາຣະນາ.