Tuesday, 20 September 2011

ການເຂົ້າພັນສາ

- ການເຂົ້າພັນສາເປັນກິດຂອງສົງໂດຍກົງ, ການເຂົ້າພັນສາ ແປວ່າການເຂົ້າຢູ່ລະດູຝົນ (ຄືພຣະພິກຂຸ ຈະຈໍາຢູ່ອາວາດໃດໜຶ່ງ ໂດຍບໍ່ຕ້ອງໄປໃສ ມາໃສ ເປັນເວລາ 3 ເດືອນ, ພັນສາ ເປັນພາສາສັງສະກິດ ວັສສະ ເປັນພາສາປາລີ.
- ກາເຂົ້າພັນສາ ມີ 2 ແບບ.
1. ປຸຣິມິກາວັສສຸປະນະຍິກາວັສສະ : ພັນສາແຮກ ເຣີ່ມແຕ່ ແຮມ 1 ຄໍ່າ ເດືອນ 8 ເຖິງ ເພັງ 15 ເດືອນ 12.
2. ປັຈສິມມິກາວັສສຸຍິກາວັສສະ : ພັນສາຫຼັງ ເຣີ່ມແຕ່ ແຮມ 1 ຄໍ່າ ເດືອນຮອດ ເພັງ 15 ຄໍ່າ ເດືອນ 12.
(ພຣະພິກຂຸອົງໃດ ຫາທີ່ຈໍາພັນສາແຮກບໍ່ໄດ້ ຫຼືມີເຫດອັນຄວນ ອະນຸຍາດໃຫ້ຈໍາພັນສາຫຼັງ ຄະນະສົງລາວ ຫຼືຄະນະສົງລາວຢູ່ພາຍໃນປະເທດ ແມ່ນເຂົ້າພັນສາແຮກສະເໝີກັນ ເພາະບໍ່ມີເຫດອັນຄວນ ເວັ້ນເສັຍແຕ່ອາພາດ, ປັດຈຸບັນມີການອະນຸຍາດພຣະສົງຜູ້ທີ່ຈະໄປຈໍາພັນສາຕ່າງປະເທດ ມີການຊັກຊ້າ ເພາະການເດີນທາງ ເມື່ອໄປຮອດຈຸດໝາຍນັ້ນກ່ອນແຮມ 1 ຄໍ່າ ເດືອນ 9 ອະນຸດຍາດໃຫ້ຈໍາພັນສາຫຼັງໄດ້, ຫາກບໍ່ຈໍາພັນສາເລີຍ ກໍຖືວ່າຂາດພັນສາ ແລະບໍ່ໄດ້ນັບພັນສານັ້ນ)
2. ເມື່ອຈໍາພັນສາແລ້ວ ມີເຫດອັນຄວນ ຈະຍ້າຍທີ່ອື່ນ ຫາກຊອບດ້ວຍພຣະວິໄນ ທີ່ພຣະພຸດທະອົງຊົງອະນຸຍາດ ກໍໄປໄດ້ພຽງ 7 ວັນ, ວິທີນີ້ເຂົາຮຽກວ້າ ສັຕຕາຫະກາຣະນີຍະກິຈຈາ ຄື ໄປເພາະມີກິຈະອະນຸຍາດໄດ້ 7 ວັນ ເກີນກວ່າ 7 ວັນ, ຂາດພັນສາ ແລະປັບອາບັດດ້ວຍ.
- ເຫດທີ່ຊົງ ອະນຸຍາດ ມີ 4 ຢ່າງຄື:
2.1. ສະຫະທະມິກ ຫຼືບິດາ-ມານດາເຈັບໄຂ້ ໄປຮັກສາພາຍາບານ.
2.2. ສະຫະທະມິກກະສັນຍາກສິດ ຮູ້ແລ້ວໄປຫ້າມປາມ.
2.3. ມີກິຈສົງເກີດຂຶ້ນ ເຊັ່ນວິຫານອື່ນຊຸດໂຊມ ເປເພ ໄປປະຕິສັງຂອນ.
2.4. ມີກິດນິມົນເກີດຂຶ້ນ ຍາດໂຍມທ້ອງຖິ່ນອ່ນຢາກທໍາບຸນ ມານິມົນກໍໄປໄດ້.
- ແມ່ນກິດອື່ນ ເກີດຂຶ້ນນອກຈາກ 4 ຢ່າງນີ້ ເປັນກິຈອະນຸໂລມ ກໍໄປໄດ້ ເຊັ່ນ ໃນເວລາຈໍາພັນສາຢູ່ນັ້ນ ມີກິຈເກີດຂຶ້ນຂຶ້ນຢູ່ບໍ່ໄດ້ ກໍໜີຈາກທີ່ນັ້ນໄດ້ ຕົ່ວຢ່າງ
ກ. ສັດຮ້າຍ ໂຈນ ຜີສາດ ບຽດບຽນ.
ຂ. ເສນາສະນະຖືກໄຟໄໝ້ ຖືກນໍ້າທ້ວມ.
ຄ. ໄຟອັນເກີດຈາກໂຄຈາຣະຄາມ ເຂົ້າຢາກໝາກແພງບິນທະບາດບໍ່ໄດ້, ຫາກຊາວບ້ານອົບພະຍົບກໍໄປຕາມເຂົາໄດ້(ຫາກທົນໄດ້ກໍໃຫ້ຢູ່)
ງ. ມີຍິງມາເກັ້ຍກ່ອມ ຫຼືມີຄົນເອົາຊັບມາລໍ້ ເພື່ອໜີໄພນີ້ກໍໄປໄດ້.
ຈ. ສະຫະທະມິກະໃນອາວາດອື່ນຂັດແຍ້ງກັນຈວນຈະແຕກສາມັກ ຄືໄປເພື່ອໃຫ້ເກີດສາມັກຄື (ຂໍ້ນີ້ຫາກໄປເລີຍ ກໍຂາດພັນສາ ຫາກກັບມາທັນສັຕຕາຫະ 7 ວັນບໍ່ປັບອາບັດ, ພັນສາບໍ່ຂາດ)
3. ສະຖານທີ່ຈໍາພັນສາ ຊົງອະນຸຍາດ.
- ພຣະພຸດທະອົງອະນຸຍາດໃຫ້ພຣະພິກຂຸຈໍາພັນສາໃນວັດວາອາຮາມ, ນອກຈາກນັ້ນ ພຣະອົງຍັງອະນຸຍາດໃຫ້ພຣະພິກຂຸສົງຈໍາພັນສາໃນສະຖານທີ່ເຫຼົ່ານີ້ອີກ ເຊັ່ນ:
3.1. ຄອກສັດ(ຢູ່ໃນສະຖານທີ່ຄົນລ້ຽງສັດ)
3.2. ເມື່ອຄອກສັດຍ້າຍໄປ ອະນຸຍາດໃຫ້ຍ້າຍຕາມໄປໄດ້.
3.3. ໃນໝູ່ກວຽນ ແລະຝູງຂະບວນຂອງພໍ່ຄ້າ.
3.4. ໃນເຮືອ.
4. ສະຖານທີ່ຊົງຫ້າມຈໍາພັນສາ:
- ພຣະພຸດທະອົງຊົງຫ້າມຈໍາພັນສາໃນສະຖານທີ່ອັນບໍ່ຄວນ ເຫຼົ່ານີ້ຄື:
4.1. ໂກນໄມ້.
4.2. ເທິງງ່າໄມ້.
4.3. ໃນທີ່ກາງແຈ້ງ.
4.4. ສະຖານທີ່ບໍ່ມີເສນາສະນະ ຄືບໍ່ມີທີ່ນອນທີ່ນັ່ງ.
4.5. ໃນໂຮງຜີ.
4.6. ໃນກົດ ຫຼທສັບປະທົນ (ການກັ້ງສັບປະທົນຢູ່)
4.7. ໃນໃຫ້ຕຸ້ມ.
5. ການຫ້າມໃນການຕັ້ງກະຕິກາ ຫຼືຄວາມປາຖະໜາຫຼັງກ່າວຄໍາອະທິຖານເຂົ້າພັນສາແລ້ວ.
- ນອກຈາກຂໍ້ຫ້າມນັ້ນແລ້ວ ພຣະອົງຊົງຫ້າມເພິ່ມຕື່ມອີກ 2 ຢ່າງຄື:
5.1. ຫ້າມບໍ່ໃຫ້ຕັ້ງກະຕິກາອັນບໍ່ຄວນ ເຊັ່ນວ່າ ການຫ້າມບໍ່ໃຫ້ມີການບວດໃນພັນສາ (ສະແດງວ່າຊົງອະນຸຍາດບວດໃນພັນສາໄດ້)
5.2. ຫ້າມຮັບປາກວ່າຢູ່ຈໍາພັນສາແລ້ວ ຈະບໍ່ຈໍາພັນສາໃນທີ່ນັ້ນ.
- ອັນໜຶ່ງ, ວັນເຂົ້າພັນສານີ້ ຖືເປັນກິດພິເສດສໍາລັບພຣະພິກຂຸສົງ ຄວນປັດກວດເສນາສະນະທີ່ຢູ່ໃນດີ, ໃນວັນພັນສາ ປະຊຸມສົງໃນສີມ ຫຼືສາລາໂຮງທັມ, ຫຼືວິຫານ, ຫຼືສະຖານທີ່ໃດໆໃນອາວາດ ທີ່ຊົງຖືກຕ້ອງຕາມພຣະວິໄນ ແລ້ວໄຫວ້ພຣະສູດມົນ ຮຽບຮ້ອຍ ເປັນພຣະສົງປົງອາບັດ, ພຣະເຖຣະໃນວັດ ນໍາພາຄາຣະວະພຣະຣັຕນະໄຕຣ໌, ພຣະອະນຸເຖຣະນໍາພາພຣະສົງ, ສາມະເນນ ຄາຣະວະພຣະເຖຣະ ແລະພຣະສົງອົງອື່ນໆ ຄາຣະວະກັນແລະກັນ, ຫຼັງຈາກນັ້ນ ກໍປະກອບພິທີເຂົ້າພັນສາ ພຣະພິກຂຸອະທິຖານຈິດຕໍ່ໜ້າພຣະປະທານໄວ້ວ່າ ຈະຈໍາພັນສາຢູ່ທີ່ນີ້ບໍ່ໄປໃສຕະຫຼອດ 3 ເດືອນ ດ້ວຍການກ່າວເປັນພາສາປາລີວ່າ ດັ່ງນີ້:
- ອິມັສສມິງ ອາວາເສ ອະມັງເຕ ມາສັງ ວັສສັງ ອຸເປມິ (ແປວ່າ) ຂ້ານ້ອຍຈະຈໍາພັນສາຢູ່ອາວາສນີ້ຕລອດ 3 ເດືອນ.
- ຫຼັງຈາກນັ້ນ ກໍນໍາດອກໄມ້ທູບທຽນໄປບູຊາພຣະພຸດທະຮູບ ທີ່ໜ້າຄອງພຣະໃນວັດທີ່ຕ່າງໆ, ວັນຕໍ່ມານໍາດອກໄມ້, ທູບທຽນ ໄປທ່ຽວຄາຣະວະບູຊາ ພຣະອຸປັດຊາ ແລະພຣະເຖຣະທີ່ຕົນເຄົາຣົບນັບຖື.
6. ສິ່ງທີ່ຄວນຈໍາເປັນຕ້ອງທໍາ ໃນເວລາທໍາພິທີອະທິຖານເຂົ້າພັນສາ ຄື
6.1. ໃຫ້ປິດປະຕູວັດໄວ້ໝົດ ຫ້າມບໍ່ໃຫ້ຄົນນອກ ຫຼືຍາດໂຍມເຂົ້າມາໃນວັດຂະນະນັ້ນ.
6.2. ບາງກໍຣະນີ ມີພຣະສົງບາງອົງ ບໍ່ມີຈຸດປະສົງຈະເຂົ້າພັນສາ ເພາະດ້ວຍເຫດການທີ່ຄວນອະນຸມັດ ເວລາອະທິຖານຈໍາພັນສານັ້ນ ບໍ່ໃຫ້ມາຮ່ວມສັງຄະກັມ ຢູ່ໃນສົງນັ້ນ (ບາງອາຈານ ຫຼືບາງວັດໃຫ້ອອກໄປຢູ່ນອກວັດກ່ອນ ທໍາການອະທິດຖານເຂົ້າພັນສາແລ້ວຈຶ່ງໃຫ້ເຂົ້າວັດ)
7. ອານິສົງແຫ່ງການຈໍາພັນສາ.
- ເມື່ອພຣະສົງຢູ່ຈໍາພັນສາຄົບ 3 ເດືອນບໍຣິບູນຈົນຮອດປະວໍຣະນາອອກພັນສາ ຈະໄດ້ອານິສົງ 5 ຢ່າງຕະຫຼອດ 1 ເດືອນນັບແຕ່ອອກພັນສາເປັນຕົ້ນໄປ ຄືຮອດ ເດືອນ 12 ເພັງ ອານິສົງ 5 ມີດັ່ງນີ້:
1. ທ່ຽວຈອນໄປໂດຍບໍ່ຄອບລາ ຕາມສິກຂາບົດທີ 6 ຕາມເຈຣະກະວັກ ປາຈິຕຕີຍ໌ກັນ.
2. ທ່ຽວຈາຣີກໄປໂດຍບໍ່ຕ້ອງຖືຈີວອນຄົບໄຕຣ(ໄກ) ຄືບໍ່ຕ້ອງຖືຜ້າສັງຄາກໍໄດ້.
3. ສັນຄະນະໂພຊະນາ ແລະປະຣັມປະຣະໂພຊະນາໄດ້.
4. ເກັບ(ສະສົມ) ອະຕິເຣກຈີວອນໄດ້ຕາມໃຈປາຖະໜາ.
5. ຈີວອນອັນເກີດໃນທີ່ນັ້ນເປັນຂອງພວກທ່ານ.
- ອານິສົງຂອງການຈໍາພັນສານີ້ ຍັງໄດ້ອານິສົງຮັບຜ້າກະຖີນ ແລະການກະຖີນອີກດ້ວຍ, ເມື່ອໄດ້ຮັບກະຖິນແລ້ວ ອະນິສົງກະຖິນກໍຈະຢືດອານິສົງ 5 ນັ້ນອອກໄປອີກ 4 ເດືອນ ຄືນັບຕັ້ງແຕ່ ແຮມ 1 ຄໍ່າເດືອນ 12 ຈົນຮອດເພັງເດືອນ 4 ທ່ານກ່າວວ່າໝົດເຂດອານິສົງກະຖິນ.
7. ການປະຕິບັດປະເພນີເຂົ້າພັນສາໃນລາວເຮົາ.
- ການເຂົ້າພັນສາ ເປັນກິດຂອງສົງ ປະເພດສັງຄະກັມ ແລະມີສະເພາະພຸດທະສາສນາເທົ່ານັ້ນ, ໃນລາວຖືເປັນປະເພຮີຂອງຊາດ, ການເຂົ້າພັນສາໃນລາວນັ້ນ ປະຕິບັດກັນມາຕັ້ງແຕ່ມີພຣະສົງເຂົ້າມາຢູ່ໃນດິນແດນລາວກ່ອນແລ້ວ ຫຼັກຖານນີ້ພົບໄດ້ຈາກຫຼັກຖານທາງວັດຖຸ ເຊັ່ນ ວັດບູຮານ ທີ່ມີຮອຍພຣະບາດ ໃນລ່ອງແມ່ນໍ້າຂອງ ຢູ່ໃນວຽງຈັນພົບຮອຍພຣະບາດຫຼວງຫຼາຍໃນບໍຣິເວນລ່ອງງື່ມ ພູເຂົາຄວາຍ ຈົນຮອດແຂວງສະຫວັນນະເຂດນັ້ນ ຄືວັດໃນສະໄໝບູຣານ.

ແກ້ກັມ

- ມີຫຼາຍຄົນຢ້ານກັມ (ເກືອບທຸກຄົນ ຢ້ານກັມ)
- ມີຫຼາຍຄົນບໍ່ເຊື່ອເລື່ອງກັມ (ມີຄົນຈຳນວນໜຶ່ງ ວ່າກັມບໍ່ໄດ້ເຮັດໃຫ້ເຂົາດີ ແລະຊົ່ວ), ຄົນເລົ່ານີ້ ພະຍາຍາມບອກເຂົາເອງ ແລະຄົນອື່ນວ່າ ເຂົາດີເພາະເຂົາຊົ່ວໄດ້ ເພາະເຂົາເອງ.
- ໃນຄໍາວ່າ ເຂົາດີ ຫຼືຊົ່ວ ເພາະເຂົາເອງນັ້ນ ເຂົາກໍາລັງເວົ້າເລື່ອງກັມ ໂດຍທີ່ບໍ່ໄດ້ກ່າວເຖິງຕົວກັມເລີຍ ແລ້ວເຂົາກໍາລັງ ແລະພະຍາມປະຕິເສດມັນ ແຕ່ມັນກໍເຮັດໃຫ້ ເຂົາດີ ແລະຊົ່ວຢູ່ນັ້ນແລ.
- ເມື່ອມະນຸດ ມີດີ ມີຊົ່ວ ມີສຸກ ມີທຸກ ກິນ ກາມ ກຽດ ເກີດ ແກ່ ເຈັບ ຕາຍ ອຸກ ອັ່ງ ທັ່ງ ທວງ ເສົ້າ ໂສກ ເສັຍໃຈ ຢາກຮັ່ງ ຢາກມີ ຢາກດີ ຢາກໄດ້ ໃນເງິນ ຄໍາ ກໍາ ແກ້ວ ເສື້ອ ຜ້າ ອາພອນ ເຮືອນ ລົດລານ ພາຫານະ ອື່ນໆ ແມ່ນກະທັງບໍ່ຢາກໄດ້, ບໍ່ຢາກເປັນ ຫຼືຢາກຂຶ້ນໄປເກີດທີ່ສະຫວັນມະຫານິພພານ ກໍແມ່ນກິເລສ ອັນເປັນຜົນ ທີ່ເກີດຈາກກັມ.

ກັມມຸນາ ວັດຕາຕິ ໂລໂກ = ສັດໂລກ ຍ່ອມເປັນໄປຕາມກັມ.

- ກັມ ແມ່ນຫຍັງລະ ກັມແມ່ນໜ້າທີ່ ການງານ ແລະພັນທະກິດຂອງມະນຸດ ທີ່ຕ້ອງເຮັດຕ້ອງທໍາ.
- ມະນຸດ ເປັນໄປຕາມກັມ
- ມະນຸດ ເກີດມາໃນໂລກ ທຸກຄົນຕ້ອງມີກັມ.
- ສະນັ້ນ ກັມຈຶ່ງເປັນຂອງມະນຸດທີ່ເກີດມາໃນໂລກ.

- ຕັດກັມ : ຫາກມະນຸດຈະຕັດກັມ ມະນຸດຕ້ອງບໍ່ເກີດ ຄືຕັດຮາຂອງຄວາມບໍ່ເກີດໃຫ້ສິ້ນ ຈຶ່ງບໍ່ມີກັມ ຫາກມະນຸດຍັງຕ້ອງເກີດຢູ່ ມະນຸດຕ້ອງມີກັມ
- ຕັດກັມ : ກໍຄືຕັດກິເລສ
- ວິທີຕັດກິເລສ : ກໍຄືຕັດວິບາກ.

- ວິທິຕັດວິບາກກັມ : ກໍຄື ຫຼັກຂອງການທານ, ສີນ ແລະພາວະນະ ສະມະຖະແລະວິປັດສະນາ ເພື່ອຕັດກິເລສ.
- ຫາກມະນຸດ ຈະຕັດກັມ ຕັດບໍ່ຂາດ.
- ທໍາໄດ້ແຕ່ພຽງແກ້ກັມ ຄື:
1. ເກີດຂື້ນມາ ເມື່ອເຮົາຮູ້ວ່າເຮົາທໍາຊົ່ວຫຼາຍ ເຮົາເປັນທຸກ ໄປແກ້ເຫດ ທີ່ກໍ່ໃຫ້ເກີດທຸກ ກໍຈະກາຍເປັນການແກ້ກັມ.
2. ຫາກເກິດມາ ທໍາດີແລ້ວເປັນສຸກ ກໍສົ່ງເສິມ ກັມນັ້ນ ດ້ວຍການເຮັດທາງຖືກ ແລ້ວກໍຈະເກີດເປັນຄວາມຈະເລີນ ງອກງາມກັມຊົ່ວກໍຈະນ້ອຍລົງ ກັມດີຈະເພິ່ມຂຶ້ນ.

ຄວາມເຊື່ອ ແລະສິດທິຂອງຄວາມເຊື່ອ

- ຄວາມເຊື່ອ ເປັນສິດຂອງແຕ່ລະບຸກຄົນ ໃນຣັຖທັມມະນູນຂອງ ສປປ.ລາວ ລັດໄດ້ໃຫ້ສິດທິແກ່ປະຊາຊົນວ່າ ເຊື່ອ ຫຼືບໍ່ເຊື່ອໃນສາສນາ.
- ໝາຍຄວາມວ່າ ທຸກຄົນມີສິດທິຈະເຊື່ອບໍ່ເຊື່ອໃນເລື່ອງຂອງສາສນາ.
- ກ່ຽວກັບຄວາມເຊື່ອນີ້ ຈະອະທິບາຍເປັນເລື່ອງໆໆໆ ໄປມີ 3 ເລື່ອງ

1. ເລື່ອງທີ 1 - ໝໍມໍຄົນໜຶ່ງ ອາໄສດູມໍເປັນການລ້ຽງຊີບ ເຂົາໄດ້ຮູ້ແລ້ວວ່າເຂົາຈະຕາຍໃນບໍ່ຊ້າ ເຂົາມີລູກຊາຍ 2 ຄົນ ແລະເຂົາກໍມອງເຫັນວ່າລູກຊາຍເຂົາທັງສອງຄົນນັ້ນ ເມື່ອເຂົາໝົດບຸນໄປ ລູກຂອງເຂົາຈະເປັນເຊັ່ນໃດ.
- ດ້ວຍເຫດນັ້ນ ເຂົາຈຶ່ງຮຽກລູກຂອງເຂົາທັງສອງມາພ້ອມໜ້າກັນແລ້ວບອກວ່າ ເມື່ອພໍ່ຈາກໄປແລ້ວໃຫ້ລູກທັງສອງຮັກກັນ ອ້າຍໃຫ້ເບິ່ງແຍງນ້ອງ ນ້ອງໃຫ້ເບິ່ງແຍງອ້າຍ ຢ່າຜິດຂ້ອງຕ້ອງຖຽງກັນ ລະອາຍຊາວບ້ານເຂົາ, ພໍ່ເອງບໍ່ນານກໍຈາກພວກລູກໄປແລ້ວ, ພໍ່ບໍ່ມີອັນໃດຈະໃຫ້ພວກລູກໆໆ ມີແຕ່ຄໍາທີ່ພໍ່ຝັງໄວ້ໃນພື້ນດິນນີ້ ເມື່ອພໍ່ຈາກໄປແລ້ວ ໃຫ້ລູກທັງສອງແບ່ງດິນເຄິ່ງກັນ ແລະໃຫ້ພວກລູກຂຸດເອົາຄໍາທີ່ພໍ່ຝັງດິນໄວ້ນັ້ນຂຶ້ນມາໃຊ້ລ້ຽງຊີວິດເດີ, ອີກອັນໜຶ່ງ ພໍ່ຊິທວາຍລູກທັງສອງໄວ້ ອ້າຍຈະທຸກ ສ່ວນນ້ອງຫຼ້າຈະສະບາຍ ໃຜເປັນຈັ່ງໃດໃຫ້ເບິ່ງແຍງກັນ.
- ເປັນເວລາບໍ່ເຫິງ ໝໍມໍຄົນນັ້ນ ກໍຕາຍຈາກລູກເຂົາທັງສອງ, ເມື່ອພໍ່ຈາກໄປແລ້ວສອງອ້າຍນ້ອງຈຶ່ງມາຕົກລົງປັນມູນກັນ ນ້ອງຊາຍຈໍາຄໍາຂອງພໍ່ໄວ້ວ່າພໍ່ຝັງຄໍາໄວ້ໃນຟື້ນດິນ ຈຶ່ງຂໍເອົາດິນຕອນທີ່ປຸກເຮືອນເພາະເຂົາເຂົ້າໃຈວ່າ ພໍ່ຂອງເຂົາຕ້ອງຝັງດິນໄວ້ກະລ່າງເຮືອນແນ່ນອນ, ອ້າຍຂອງເຂົາຈຶ່ງໄດ້ມອບດິນສ່ວນທີ່ປຸກເຮືອນໃຫ້ນ້ອງຊາຍ ສ່ວນເຂົາໄດ້ພາປຸກເຮືອນຂຶ້ນໃໝ່ ໃສ່ດິນທີ່ເປັນສົມບັດຂອງຕົນ.
- ທາງອ້າຍ ເຊື່ອວ່າພໍ່ຂອງຕົນນັ້ນ ບໍ່ມີຄໍາຈິງດອກ ຄັນເພີ່ນມີແທ້ໆ ເພິ່ນຕ້ອງໄປຂຸດເອົາມາລ້ຽງລູກແຕ່ຍັງມີຊີວິດພຸ້ນແລ້ວ ເພິ່ນບໍ່ປະໃຫ້ຕົນເອງ ແລະລູກໆທຸກແນ່ນອນ, ຄໍາໃນຄວາມໝາຍຂອງພໍ່ຄົງຈະແມ່ນມີຄວາມໝາຍວ່າ ດິນກໍຄືຄໍາທີ່ມີຣາຄາ ໃຜໝັ່ນສ້າງໝັ່ນສາ ກໍມີເງິນມີຄໍາ ແລະທາງອ້າຍຍັງເຊື່ອຄໍາພໍທວາຍວ່າ ເຂົາຈະທຸກ ຈຶ່ງທົນລໍາບາກ ຂຸດດິນປູກຕົ້ນໄມ້ ໝາກໄມ້ໄວ້ອ້ອມເຮືອນ, ບໍ່ເຖິງປີກໍອອກດອກແຕກຜົນ ເກັບໄປຂາຍລ້ຽງຊີວິດ.
- ສ່ວນທາງນ້ອງຊາຍ ເມື່ອໄດ້ດິນເປັນກັມມະສິດຂອງຕົນແລ້ວ ທຸກວັນບໍ່ເຮັດຫຍັງໄດ້ແຕ່ຂຸດດິນເລີກເປັນແມັດ ເພື່ອຊອກຫາຄໍາທີ່ພໍ່ບອກວ່າຝັງໄວ້ໃນດິນ, ຂຸດຈົນທົ່ວດິນຂອງຕົນ ຈົນບໍ່ມີບ່ອນວ່າງກະບໍ່ເຫັນຄໍາ ທີ່ພໍ່ສັ່ງໄວ້, ຈຶ່ງຂໍປ່ຽນກັບດິນຂອງອ້າຍ ພ້ອມທັງບອກວ່າ ສົງໄສພໍ່ຝັງຄໍາໄວ້ດິນອ້າຍ, ອ້າຍກໍພະຍາມຫ້າມປາມ ແລະໃຫ້ເຫດຜົນ ແຕ່ເຂົາກະບໍ່ເຊື່ອ ເຂົາຈຶ່ງບອກວ່າ ຕ້ອງມີຄໍາແນ່ນອນ ພໍໍ່ຍັງທວາຍເຂົາອີກວ່າເຂົາຊິສະບາຍ, ຍ້ອນບໍ່ຊາຄວາມຍາກ ແລະດ້ວຍຄວາມຮັກນ້ອງຊາຍຈຶ່ງຕາມໃຈ, ອ້າຍຈຶ່ງຕົກລົງປ່ຽນດິນກັບນ້ອງ ເມື່ອປ່ຽນດິນແລ້ວ ອ້າຍກໍຫາແນວພັນຕົ້ນໄມ້ທີ່ໃຫ້ຜົນມາປູກໄວ້ດິນທີ່ຂຸດແລ້ວນັ້ນ ຕົ້ນໄມ້ຈັ່ງແມ່ນງາມ ບໍ່ເຖິງປູກຫຍັງລົງໄປກໍໃຫ້ຜົນ ແລະງາມໂດຍທີ່ບໍ່ຕ້ອງຂຸດດິນໃຫ້ເໝື່ອຍ.
- ສ່ວນຝ່າຍນ້ອງເມື່ອໄດ້ປ່ຽນດິນກັບອ້າຍແລ້ວ ກໍບໍ່ເຮັດຫຍັງເກີດເປັນມື້ມາ ມີແຕ່ແບກຈົກແບກສຽງລົງໄປຂຸດດິນເພື່ອຫາໄຫຄໍາທີ່ພໍ່ຝັງໄວ້ ຂຸດຈົນທົ່ວດິນກໍບໍ່ເຫັນໄຫຄໍາ ເຂົາຈຶ່ງມາສະ ເດືອກວ່າສົງໄສພໍ່ຕົວະເຂົາ, ເຂົາຈຶ່ງຄິດວ່າ ມີທາງດຽວຈະໄດ້ເງິນມາລ້ຽງຊີບ ຄືຂາຍດິນນີ້ແລ້ວເອົາເງິນໄປລົງທຶນ.
- ເຂົາໄດ້ມາປຶກສາກັບອ້າຍຂອງເຂົາ ອ້າຍກໍຫ້າມປາມ ແຕ່ເຂົາບໍ່ຟັງ ເຂົາຍັງເຊື່ອວ່າເຂົາຈະສະບາຍ ຕາມຄວາມພໍ່ສັ່ງ ອ້າຍຂອງເຂົາກໍບໍ່ຊາຄວາ ຈຶ່ງຕົກລົງຊື້ດິນຂອງນ້ອງໄວ້ ດ້ວຍລາຄາທີ່ແພງກວ່າ ທີ່ດິນ ເພາະເຂົາໄດ້ເງິນຈາກການປູກພືດໃນດິນຂອງນ້ອງຊາຍນັ້ນ, ຈຶ່ງມີກິນມີໃຊ້ມາ, ຝ່າຍນ້ອງຊາຍໄດ້ເງິນແລ້ວ ກໍລາອ້າຍເຂົ້າໄປໃນເມືອງ ເພື່ອທໍາການ ຄ້າຂາຍ, ສ່ວນອ້າຍເມື່ອໄດ້ດິນ ທີ່ນ້ອງຊາຍຂຸດຖິ່ມໄວ້ແລ້ວ ກໍຫາໝາກທຖົ່ວ ໝາກພິກ ໝາກແຕງ ແລະຜັກອື່ນໆ ຕລອດທັງຕົ້ນໄມ້ໃຫ້ໝາກຍາວນານມາປູກ ຜົນຜລິດແຕກດອກ ອອກຜົນດີ ເພາະດິນຖືກຂຸດດີແລ້ວ.
- ເປັນເວລາ 3 ປີຝ່າຍອ້າຍໄດ້ທໍາການກະເສດ ປູກຜັກຫັກຫຍ້າໃນດິນບ້ານຂອງຕົນ ກໍມີເງິນມີຄໍາດ້ວຍການຂາຍພືດຜັກ ຈຶ່ງໄດ້ປຸກເຮືອນຫຼັງບັກໃຫຍ່ ລ້ຽງລູກລ້ຽງເມັຍ ຍັງບໍ່ພເທົ່ານັ້ນ ຊາວບ້ານຂັດສົນເລື່ອງເງິນໆຄໍາໆ ເຂົາກໍມີໃຫ້ກູ້ໃຫ້ຢືມ ແລະສັບຊ່າວແລກປ່ຽນ ໄຖ່ຖອນ ຊວດຈໍາເອົາວັດຖຸ ດິນດອນຕອນຫຍ້າ ເລີຍກາຍເປັນຄົນມີຖານະ ມີເງິນມີຄໍາ ລື່ນບ້ານລື່ນເມືອງໃນເຂດນັ້ນ ໃຜໆກໍນັບໜ້າຖືຕາ.
- ຝ່າຍນ້ອງຊາຍຫາຍໜ້າໄປໃນເມືອງ 3 ປີ ກໍກັບມາຫາອ້າຍດ້ວຍໃບໜ້າເສົ້າສ້ອຍ ໄປຄ້າຂາຍຫງາຍມືກໍຫຼຸບຈົມ ຍັງແຕ່ເສື້ອຄາຄິງ ອ້າຍຈຶ່ງຮັບລ້ຽງໄວ້ ແລະມອບດິນສ່ວນໜຶ່ງໃຫ້ນ້ອງ ແລະແຕ່ງເມັຍໃຫ້ ທັງສອງອ້າຍນ້ອງກໍຢູ້ນໍາກັນຢ່າງມີຄວາມສຸກ ໃນຖານະເປັນຜູ້ຊ່ວຍອ້າຍທໍາການຄ້າຂາຍ ເບິ່ງແຍງທຸຣະກິດຂອງອ້່າຍ.

ນິທານເລື່ອງນີ້ສອນໃຫ້ຮູ້ວ່າ ຄວາມເຊື່ອນັ້ນ ຖ້າໄຮ້ເຫດຜົນກໍນໍາຄວາມຫຍຸ້ງຍາກສັບສົນ ແລະເຮັດໃຫ້ຄົນເສັຍເວລາໄປເຫິງນານ ກວ່າຈະຟື້ນສະຕິໄດ້ທຸກຢ່າງກໍໝົດໄປແລ້ວ.

2, ເລື່ອງທີ 2 (ເປັນນິທານສະໄໝໃໝ່ ແລະພົບເຫັນເອງ)
- ທ້າວມີ(ນາມສົມມຸດ) ເປັນຄົນພື້ນຖານບ້ານບໍ່ໂອ ຄອບຄົວເຂົາຈຶ່ງສົມບູນພູນສຸກ ເຂົາເອງເຮັດການທີ່ກະຊວງກໍ່ສ້າງ, ໄລຍະໜຶ່ງລັດຖະບານເປີດນະໂຍບາຍ ເສດຖະກິດຄອບຄົວ ເຂົາຈຶ່ງລາການອອກມາເຮັດທຸຣະກິດ. ຍ້ອນເຂົາມີຄວາມຮູ້ດ້ານການກໍ່ສ້າງເຂົາ ເຂົາາຈຶ່ງຕັ້ງບໍຣິສັດກໍ່ສ້າງຈໍາກັດ, ຮັບເໝົາກໍສ້າງທົ່ວໄປ ຍ້ອນເປັນຄົນພື້ນຖານ ແລະມີສັບສິນຫຼາຍຢູ່ແລ້ວ ເຂົາຈຶ່ງສ້າງບໍລິສັດຂອງເຂົາຈະເລີນໄວ ມີເຮືອນຊານ ລົດລານ ພາຫະນະຫຼວງຫຼາຍ ໃນສະໄໝ ປີ 1987-1995 ເຂົາກໍກາຍເປັນຜູ້ຮັ່ງມີດີໄດ້ຄົນນັບໜ້າຖືຕາເຂົາ.
- ຜູ້ຂຽນພົບເຂົາ ຫຼາຍຄັ້ງ ເພາະຮູ້ຈັກກັບພຣະອາຈານແຖວບໍໂອ ເຄີຍໄປມາຫາສູ່ພຣະອາຈານແຖວນັ້ນ ເຂົາກໍມັກມາຫຼິ້ນນໍາພຣະເນນແຖວນັ້ນ ກໍເລີຍໃຫ້ຮູ້ຈັກ ເຂົາໄປດ້ວຍ, ເຂົາມີແນວຄວາມເຊື່ອເລື່ອງໜຶ່ງ ຄື ເປັນຜູ້ສະແຫວງຫາຂອງດີ ເຊັ່ນ ພຣະງ້າງ, ຂອງແຄ້ວຂອງຄົງ, ເຫຼັກປຽກ, ເຫຼັກໃຫຼ, ທອງດໍາ, ຫວ້ານ ແລະອື່ນໆ ເລົ່ານີ້ ເຂົາຈະຫາມາເພື່ອເອົາໄປຂາຍ ເຂົາບອກວ່າມີເຖົ້າແກ່ຈາກຝັ່ງໄທຍ໌ຊື້ ໃນລາຄາແພງ, ຄວາມເຊື່ອຂອງເຂົາ ກໍ່ໃຫ້ເກີດການປະຕິບັດ ວ່າແຕ່ຍິນຂ່າວທີ່ໃດ ເຂົາຈະທີີ່ ໄກປານໃດເຂົາກໍໄປ ບາງຄັ້ງຖນົນໄປຍາກ ລົດບໍ່ສາມາດໄປໄດ້ ເຂົາຈະຈ້າງຍົນເຮເລຄ໊ອປເຕີໄປໂລດ, ດ້ວຍເຫດນັ້ນ ເຂົາຈຶ່ງຕ້ອງຂາຍດິນ, ຂາຍຄໍາ, ຂາຍທຸກສິ່ງທຸກຢ່າງ, ເຄີຍບອກເຕືອນເຂົາໃນລັກສະນະແບບປິດສະໜາໃຫ້ເຂົາຄິດແລ້ວຫຼາຍຄັ້ງ ວ່າຂອງຄົງຫັ້ນມີຈິງ ແລະຄົນຊື້ມີບໍ ? ສ່ວນໃຫຍ່ມີຂອງບໍ່ມີຄົນຊື້, ບາງຄັ້ງມີຄົນຊື້ ແຕ່ບໍ່ມີຂອງ ບາງຄັ້ງຂອງດີໆໆ ບາດເອົາມາລອງອາດບໍ່ຜ່ານກະມີ, ຕາມໄດ້ຂ່າວວ່າເຂົາຍັງເຊື່ອວ່າເຂົາຈະໄດ້ສິ່ງນັ້ນຢູ່ ປີ 1999 ຜູ້ຂຽນກັບມາແຕ່ຮຽນຕ່າງປະເທດ ກໍໄປຢາມພຣະອາຈານໃຫຍ່ແຖວບໍ່ໂອ ແລ້ວກໍໄດ້ຖາມເຖິງເຂົາ, ໄດ້ຄວາມວ່າ ເຂົາລົ້ມລະລາຍຈົນບໍ່ມີເຮືອນຊິຢູ່, ເຂົ້າຊິກິນເຂົາໜີ ຈາກບ້ານນີ້ ບໍ່ຮູ້ວ່າໄປທີ່ໃດ ?

- ອັນນີ້ກໍຄວາມເຊື່ອ ພາໃຫ້ເປັນເຫດ ໃຫ້ຊິວິດດັບລົງຢ່າງຟື້ນຄືນບໍ່ໄດ້.

3. ເລື່ອງທີ 3(ເປັນເລື່ອງເລົ່າ)
- ຢູ່ບ້ານເມືອງແສນ ມີພໍ່ເຖົ້າຄົນໜຶ່ງ ຊື (ພໍ່ເຖົ້າສີ) ເກິດທີ່ບ້ານດອນນາງຄວັດ ມາເອົາເມັຍທີ່ບ້ານຫົວແສນ ເຂົາເອີ້ນລາວວ້າພໍ່ເຖົ້າສີຫຼັງແຫ້ງ(ເຫດທີ່ຮຽກວ່າ ພໍ່ເຖົ້າສີຫຼັງແຫ້ງ ເພາະລາວບໍ່ມັກນຸ່ງເສື້ອ, ຕອນ ປີ 1981 ເຄີຍເຫັນລາວຢູ່ ລາວເຖົາແລ້ວ ອາຍຸລາວຕອນນັ້ນປະມານ 70 ປີ ແຕ່ເຮັດວຽກໄດ້)
- ມີເລື່ອງກ່ຽວກັບລາວ ຈັ່ງຊີ້ ຕອນລາວມາເອົາເມັຍຢູ່ບ້ານຫົວເມືອງແສນໃໝ່ໆນັ້ນ ບ່ອນນາລາວດຽວນີ້ ມັນເປັນໂພນ ແລະນາງຄຸ່ມເປັນໜອງ ນາອັນນີ້ມັນເຂັດ ຂວາງໃຜໄປເຮັດ ຕ້ອງມີອັນເປັນໄປ ໃນນານັ້ນປູປານານໍ້າ ນົກໜູ ອຸດົມສົມບູນ ເພາະວ່າບໍ່ມີໃຜກ້າລົງ, ດິນນັ້ນມີເຈົ້າຂອງ ແຕ່ເຈົ້າຂອງເຂົາປະຖິ້ມ ເພາະມັນເຂັດຂວາງຄືວ່າ.
- ພໍ່ເຖົ້າສີຮູ້ເລື່ອງລາວ ກິດຕິສັບສະຖານທີ່ນີ້ດີທີ່ສຸດເພາະມັນໃກ້ນາລາວ ລາວຄິດຢາກໄດ້ ແຕ່ພໍ່ເຖົ້າ ແມ່ເຖົາ ພີ່ນ້ອງໃຜໆກໍຫ້າມ, ລາວກໍໄປຫາເຈົ້າຂອງດິນຕອນນັ້ນ ເຈົ້າຂອງດິນກະຫ້າມອີກ, ລາວຈຶ່ງເວົ້າກັບເຈົ້າຂອງດິນວ່າ ຄັນແມ່ນລາວເຮັດໄດ້ ຊິໃຫ້ດິນຕອນນັ້ນແກ່ລາວບໍ ?
- ເຈົ້າຂອງດິນກໍວ່າ ຄັນເຮັດໄດ້ກໍເຮັດ ແລະຢ່າໃຫ້ມີເລື່ອງ ຄັນມີເລື່ອງຊິເອົາໂທດ, ລາວໃຫ້ຄໍາໝັ້ນສັນຍາກັບເຈົ້າຂອງດິນ, ພໍກ່ຽວເຂົ້າປີຕໍ່ມາ ໄປຂໍເຮັດຮຸງຮໍາ ເພື່ອມ້ຽນເຟືອງໃສ່ໂພນ ໃກ້ໆກັບຫໍຜີ ທີ່ເຂັດໆ ນັ້ນ ລາວຈົ່ມສົບຈົ່ມປາກວ່າ ພໍ່ເຖົ້າເອີຍມາຂໍຝາກເຂົ້າຝາກນໍ້າ ຝາກເຟືອງ ໄວ້ ຄັນພໍ່ເຖົາຢາກໄດ້ ຢາກໃຊ້ກໍໃຊ້ໄດ້ ບາດຕີເຂົ້າແລ້ວລາວກໍເອົາເຟືອງໄປກອງໄວ້ ໃນຮູງຮໍານັ້ນ, ຈົນຮອດເດືອນ 5 ງົວຄວາຍກະມາກິນເຟືອງນັ້ນ ຕູ້ສີກໍບໍ່ສົນໃຈຈະມາໄລ່ງົວຄວາຍ ເຮັດໃຫ້ເຟືອງແຕກຊະນະໂມ ຢັງຢາຍໄປໄກໆ ວັນນັ້ນແດດກ້າລາວອອກໄປທົ່ງ ທໍາທ່າໄປໄລ່ຄວາຍ ກິນເຟືອງ ພ້ອມທັງສູບຢາຊອງໄປດ້ວຍ ໄປໃກ້ຮຸງຮໍາ ກໍຖິ່ມສົ້ນກອກຢາລົງໃສ່ໃນນາ ແລ້ວກໍໄລ່ຄວາຍໄປພ້ອມ ເຟືອງຖືກໄຟ ເຮັດໃຫ້ໄຟໄໝ້ເຟືອງ ລາວຕິຈອບເບິ່ງ ເຫັນວ່າເຟືອງຕິດໄຟດີແລ້ວ ລາມໄປຍັງຮຸງຮໍາບ່ອນຕາຫໍ ເຊື່ອແນ່ວ່າໄຟໃໝ່ເຟືອງຄັກ ລາວກໍຕິລົງໄປອາບນໍ້າ ພໍຂຶ້ນມາຈາກອາບນໍ້າ ກໍເຫັນໄຟລາມໄປຮອດຮຸງຮໍາບ່ອນຕາຫໍແລ້ວ ກໍທໍາທ່າຖືຟັດໄມ້ໃບຫຍ້າຮ້ອງ ບອກໃຫ້ຄົນຊ່ວຍ ທັງບອກພໍໍເຖົ້າປູ່ຕາໄປພ້ອມວ່າ ພໍ່ເຖົ້າເອີຍໄຟໃໝ້ໄຟໃໝ້ ໃຫ້ຮູບຂົນລູກ ຂົນເມັຍ ຂົນສິ່ງຂົນຂອງອອກຈາກບ້ານຈາກເຮືອນ ລາວເອງ ກໍທໍາທ່າໄປມອດໄຟ ທີ່ກໍາລັງໃໝ່ຫໍປຸຕາຢູ່ນັ້ນ ເອົາຟັດໄມ້ໄປຕິ ກໍຊ້າໄປແລ້ວ ໄປໄໜ້ຕາຫໍ ຮຸງຮໍາຈົນໝົດກ້ຽງ ພໍ່ເຖົ້າສີກໍທໍາທ່າ ເສັຍອົກເສັຍໃຈ ຮ້ອງຫົ່ມຮ້ອງໃຫ້ ມາບໍ່ທັນເຂົ້າໄປບ້ານ ຄາວດຽວ ໄຟກໍມາໄໝ້ເຮືອນປູ່ຕາຈິບຫາຍວາຍວອດ, ຊາວບ້ານມາເຫັນ (ທ້າວສີ-ຂະນະນັ້ນຍັງໜຸ່ມ) ເຂົາກໍວ່າທ້າວສຮຜີບ້າ.
- ຕົກກາງຄືນມາ ພໍ່ເຖົາສີຝັນເຫັນຜີປູ່ຕານັ້ນມາຂອບອົກຂອບໃຈລາວ ຂັນບໍ່ມີທ້າວສີ ລູກເມັຍຂອງປູ່ຕາຄົງຕາຍຄາກອງໄຟ ຈຶ່ງຂອບອົກຂອບໃຈ ທັງບອກໃຫ້ທ້າວສີ(ພໍ່ເຖົາສີ) ໄປເອົາສົມບັດ ໃນໂພນນັ້ນ ຊິໃຫ້ພໍລ້ຽງຊິວິດອິນຊີໄດ້, ອີກອັນໜຶ່ງ ດິນຕອນນັ້ນ ຜີປູຕາກໍມອບໃຫ້ເປັນສົມບັດຂອງທ້າວສີໄປສັຍຊ່າວເອົາ, ພໍ່ເຖົາສີຕື່ນຂຶ້ນມາກໍອອກໄປທົ່ງ ເຫັນສາຍສ້ອຍ ແລະເຄື່ອງປະດັບ ພາກຢູ່ຕົ້ນສົ້ມພໍ່ລາວກໍເອົາມາ, ພໍເດືອນ 6 ປີນັ້ນລາວກໍໄດ້ເຮັດນາຮ້າງ ແລະດິນສວນນັ້ນຢ່າງສະບາຍ, ຊາວບ້ານງຶດແທ້ ງຶດວ່າ.

- ອັນນີ້ ກະແມ່ນຄວາມເຊື່ອໃຜ ເຊື່ອມັນ ແຕ່ຄວາມເຊື່ອຂອງທ້າວສີ ປະກອບໄປດ້ວຍປັນຍາ.