Thursday 11 August 2011

ເຮັດບຸນໃຫ້ຄົນຕາຍຄົນຕາຍຈະໄດ້ບໍ ?

- ວັນນີ້ ມີຄົນສົນໃຈພຸດທະສາສນາມາສົນທະນາກັນ 3 ຄົນ ແມ່ອອກ 2 ຄົນ, ພໍ່ອອກ 1 ຄົນ, ສົນທະນາເລື່ອງບຸນເລື່ອງບາບ ແມ່ອອກ 1 ໃນນັ້ນຖາມອາຈານວ່າ :
ພຣະອາຈານສົມມຸດວ່າ ຂ້ານ້ອຍເຮັດບຸນຫາຍາດພີ່ນ້ອງທີ່ຕາຍໄປ ພີ່ນ້ອງຈະໄດ້ບໍ ຂ້ານ້ອຍ ?

- ຂະນະນັ້ນ ພໍດີໄດ້ໂອກາດ ເຊິ່ງຊ່າງກຳລັງຕໍ່ເຕີມຫ້ອງຢູ່ ເຂົາຈອດເຫຼັກຢູ່ຈຶ່ງຂໍທູບຈອດເຂົາມາ 1 ດອກ, ແລ້ວກໍເອົາທູບຈິງອັນມາ 2 ດອກ ແລ້ວມາວາງໄວ້ຕໍ່ໜ້າໃຫ້ຄົນທັງສາມຈັບເອົາທູບນັ້ນ.
- ເອົາມາເຮັດຈັ່ງໃດ ຂ້ານ້ອຍ ພໍ່ອອກຖາມ.
- ອືມ໌ ຖືໄວ້ກ່ອນ ກະແລ້ວກັນ.
- ອາຈານຖາມແຕ່ລະຄົນວ່າ ໃນມືຂອງພໍ່ອອກແມ່ອອກແມ່ຫຍັງລະ ?
- ແມ່ອອກຄົນໜຶ່ງຕອບວ່າ ຂ້ານ້ອຍໄດ້ທູບຫອມ.
- ພໍ່ອອກກະບອກວ່າໄດ້ທູບຈິງ.
- ແມ່ອອກຄົນທີ່ຖາມອາຈານວ່າ ຂ້ານ້ອຍໄດ້ທູບຈອດ ຂ້ານ້ອຍ ເຂົາຈັບເອົາທູບຫຼັງໝູ່ເລີຍໄດ້ທູນຈອດ.
- ພວກເຂົາຖືໄວ້ໃນມືຜູ້ລະອັນແລ້ວກໍຖາມວ່າ ຊິໃຫ້ເຮັດຈັ່ງໃດ ?
- ອາຈານກໍເອົາທຽນເຫຼັ້ມບາດມາໃຕ້ໄຟຕິດໄວ້ໃນຈານ ແລ້ວກໍໃຫ້ເຂົາເອົາທູບນັ້ນມາໃຕ້ໄຟ.
- ພໍ່ອອກແມ່ອອກທີ່ໄດ້ທູບຈິງກໍເອົາທູບໃຕ້ໄຟຕິດງ່າຍສະບາຍທາດ.
- ສ່ວນແມ່ອອກຜູ້ໄດ້ທູບຈອດເຫຼັກກໍຖາມວ່າ ຂ້ານ້ອຍເດເຮັດຈັ່ງໃດ ?
- ກະບອກເຂົາໄປວ່າ ໃຫ້ເອົາມາຕໍ່ໄຟຕິ.
- ເຂົາວ່າຈູດບໍ່ໄດ້ ຂ້ານ້ອຍ.
- ເອົາເປັນຫຍັງບໍ່ໄດ້ ບໍ່ລອງເບິ່ງບາງທີໄດ້ກະມີໃດ.
- ເຂົາວ່າບໍ່ໄດ້ດອກ ຂ້ານ້ອຍ.
- ບໍ່ໄດ້ກະລອງຈູດ ເຂົາກໍບໍ່ຊາຄວາມ ກໍເອົາທູບເຫຼັກມາຈຸທີ່ແປວໄຟເຮັດຈັ່ງໃດກະບໍ່ໃໝ້.
- ນີ້ແລ້ວ ຄືຄຳຕອບ ທີ່ທ່ານຖາມເມື່ອກີ້ນີ້.
- ທັງສາມຄົນກໍຫົວຂຶ້ນຢ່າງໃຫຍ່ ທັງພາກັນເວົ້າກັນວ່າ ນຶກວ່າຊິໃຫ້ເຮັດຫຍັງຊັ້ນດອກ, ພໍ່ອອກຖາມຕໍ່ວ່າ ຂ້ານ້ອຍບໍ່ເຂົ້າໃຈ.
- ເອົາວ໌.....ບໍ່ເຂົ້າໃຈກະຊິອະທິບາຍອາຈານຈັບເອົາທຽນ ຂອງອາຈານຂຶ້ນມາ ແລ້ວຖາມພວກເຂົາວ່າ ໃນມືຂອງອາຈານແມ່ນແມ່ນທຽນມີໄຟແມ່ນບໍ ?
- ພວກເຂົາຕອບວ່າໂດຍ ຂ້ານ້ອຍ.
- ທຽນທີ່ໄຕ້ໄຟນີ້ ຢູ່ໃນມືຂອງອາຈານ ມັນຕ້ອງເປັນຂອງອາຈານແມ່ນບໍ ?
- ໂດຍ ຂ້ານ້ອຍ.
- ອາຈານສົມມຸດໃຫ້ວ່າ ທຽນເປັນບຸກຄົນທີ່ທຳບຸນ ແລະໄຟນັ້ນເປັນຂອງທານ ທີ່ຜູ້ເຮັດບຸນທານໄປໂດຍມີຈຸດປະສົງອຸທິດໃຫ້ເຜດ ຫຼືວິນຍານ ຂອງຍາດພີ່ນ້ອງເຮົາ.
- ບາດນີ້ ໃນມືຂອງທ່ານທັງສາມຄົນ ລ້ວນແຕ່ແມ່ນທູບທັງນັ້ນ ແຕ່ວ່າ 2 ດອກເປັນທູບຈິງ, 1 ດອກເປັນທູບເຫຼັກ ເມື່ອເອົາທູບຈິງມາໃຕ້ໄຟ ທູບສອງດອກກໍໄດ້ໄປທັງສອງຄົນ ແຕ່ເມື່ອເອົາທູບເຫຼັກມາຈູດໄຟ ໄປກັບບໍ່ໃໝ້ທູບເຫຼັກນັ້ນເລີຍ ໄດ້ແຕ່ຄວາມຮ້ອນລ້າໆ.
- ສ່ວນອາຈານເອງ ເຖິງທ່ານຈະມາຕໍ່ໄຟນຳອາຈານກໍຕາມ ໄຟໃນມືຂອງອາຈານກໍບໍ່ໝົດ ຍັງຄົງມືໄຟເໝືອນເດີມ, ແຕ່ທ່ານທັງສອງກັບໄດ້ໄຟໄປ ສະເໝີກັນ.
- ເພື່ອຢາກໃຫ້ທ່ານທັງສາມເຂົ້າໃຈຈະແຈ້ງ ກໍເອົາເຫຼັກອັນໜຶ່ງມາໃຫ້ພໍ່ອອກ ແລະເອົາທຽນສອງເຫຼັ້ມມາໃຫ້ຜູ້ຍິງສອງຄົນແລ້ວໃຫ້ເຂົາໃຕ້ໄຟ ເໝືອນເດີມ ທຽນສອງເຫຼັ້ມກໍໄດ້ໄຟໄປທັງສອງ ສ່ວນເຫຼັກໃຕ້ໄຟຈັ່ງໃດກໍບໍ່ໄດ້.
- ສະຫຼຸບໃຫ້ເຂົາຟັງວ່າ ເຖິງທ່ານເອົາທຽນມາໃຕ່ເອົາໄຟນຳອາຈານ ໄຟຂອງອາຈານກໍຍັງເໝືອນເດີມ, ສ່ວນເຫຼັກນັ້ນ ກໍໃຕ້ໄຟບໍ່ໄດ້ລົນເທົ່າເທົ່າໃດ ກໍໄດ້ແຕ່ຮ້ອນໆໆ.
1. ການເຮັດບຸນກໍເປັນເຊັ່ນນັ້ນ ອາຈານເປັນຜູ້ເຮັດບຸນ ຄືເປັນຜູ້ແຈກໄຟໃຫ້ທ່ານ ທັງທຽນ ແລະໄຟກໍຍັງເໝືອນເດີມ ໝາຍຄວາມວ່າຜົນບຸນຈາກ ການທານຂອງອາຈານນອກຈາກໄດ້ຜົນ ຄືເປັນຜູ້ແຈກແຈງໄຟໃຫ້ທ່ານທ່ານໄດ້ຄຸນຈາກອາຈານ ກໍຊາບຊຶ່ງໃນຄຸນນັ້ນທີ່ອາຈານໃຫ້ໄຟ ເໝືອນກັບ ໄດ້ບຸນຈາກອາຈານ.
2. ສ່ວນຜູ້ທີ່ມີທຽນແທ້ໆ ກໍເໝືອນກັບຄົນທີ່ເຄີຍທຳບຸນມາກ່ອນ ສົມຄວນທີ່ໄດ້ຜົນບຸນຈາກອາຈານ ເໝືອນກັບທຽນເຊິ່ງເໝາະສົມທີ່ຈະຈູດໄຟ ໄດ້ ເຖິງທຽນນັ້ນຈະເກົ່າ ຫຼືຈະໃໝ່ ຫຼືໄປຈຸ່ມນໍ້າມາມັນກໍຕ້ອງຈູດໄຟໄດ້ສັນໃດ ຄົນເຄີຍສ້າງບຸນເທົ່ານັ້ນຈະໄດ້ບຸນຈາກຍາດອຸທິດໃຫ້.
3. ສ່ວນທູບເຫຼັກ ຫຼືເຫຼັກທີ່ທ່ານນຳມາຈູດໄຟ ມັນກໍໄດ້ເພາະມັນບໍ່ເໝາະສົມກັນ ເໝືອນກັນຄົນທີ່ເຄີບທຳບຸນໄວ້ແລ້ວ ແຕ່ບັງເອີນໄປເກີດໃນພົບ ພູມທີ່ເໝາະສົມທີ່ຈະໄດ້ຮັບຜົນບຸນທີ່ຍາດພີ່ນ້ອງຍາດມິດສົ່ງຜົນອຸທິດໄປໃຫ້ນັ້ນເອງ.
- ທັງສາມຄົນກໍບອກພ້ອມກັນວ່າ ເຂົ້າໃຈແລ້ວ.