Thursday 14 February 2008

ປວັດວັດການກໍ່ສ້າງວັດ

ຊື່ວັດ: ວັດວິຈິຕທັມມາຣາມ
ຊື່ທີ່ຕັ້ງ: ບ້ານວຽງຈະເຣີນ
ເມືອງໄຊເຊດຖາ
ນະຄອນຫຼວງວຽງຈັນ.

ຊື່ເປັນພາສາອັງກິດ
Name Temple : Vichitdhammaram Temple.
address Villege: Viengchareone Villege.
Xayshettha District
Vientiane, Laos PDR

ວັນກຳເນີດ ແລະວັດກໍ່ຕັ້ງ: ວັນອາທິຕ ວັນທີ ໑໘ ເດືອນມິນາ ປີ ພ.ສ ໒໕໔໔ ຄ.ສ ໒໐໐໑ ກົງກັບແຮມ ໑໐ ຄ່ຳ ເດືອນ ໓ ປີມະໂຣງ.

ຜູ້ກໍ່ຕັ້ງ : ພຣະອາຈາຣຍ໌ເນືອງພິລັກ ໂຊຕິທອນ(ພຣະຄຣູເນືອງພິລັກ ໂຊຕິທອນ)  ປຣິນຍາພຸດທະສາດບັນດິດ (ສາຂາເສດຖະສາດ)

ນັບແຕ່ມື້ເຣີ່ມຕົ້ນສ້າງວັດມາຮອດ ປີ ໒໐໑໑ ນັບເປັນເວລາເວລາ ໑໑ ປີ.

ປັດຈຸບັນ ມີພຣະສົງ-ສາມະເນນ ແລະສັງກະລີພຳນັກຢູ່ວັດ
໑. ມີພຣະພິກຂຸຈຳນວນ ໑໕ ອົງ
໒. ມີສາມະເນນຈຳນວນ ໑໙ ອົງ
ຈຳນວນຣວມທັງໝົດ ໓໔ ອົງ.
໓. ສັງຄະລີ ຈຳນວນ ໔ ຄົນ

- ພຣະສົງທີ່ເປັນອາຈານສອນ ໃນວິທະຍາໄລສົງ ແລະມັດທະຍົມສົງ ໒ ອົງ
- ພຣະແລະສາມາເນນທີ່ກຳລັງຮຽນວິທະຍາໄລສົງ ແລະວິທະຍາໄລດົງໂດກ ຈຳນວນ ໑໕ ອົງ.
- ພຣະແລະສາມະເນນ ທີ່ຮຽນມັດທະຍົມສົງ ໂສກປ່າຫຼວງ ແລະມັດທະຍົມສົງດົງໂດກ ຈຳນວນ ໑໕ ອົງ
- ພຣະຜູ້ເຖົ້າທີ່ຈຳນວນ ໑ ອົງ.

- ສັງຄະລີແມ່ນກຳລັງຮຽນທີ່ມະຫາວິທະຍາໄລທັງຂອງຣັດ ແລະເອກະຊົນ ຈົບແລ້ວກໍຈະກັບບ້ານ ຫຼືປະກອບສ່ວນເຮັດວຽກໃນນະຄອນວຽງຈັນຕາມຄວາມອາດສາມາດ, ຂອງຜູ້ກ່ຽວຈະສະໝັກງານໄດ້ ເທົ່າທີ່ຜ່ານມາໃນ ໄລຍະ ໑໑ ປີກວ່າ ທາງວັດໄດ້ຜລິດບຸກຄະລາກອນປະກອບສ່ວນຊ່ວຍຊາດໄປແລ້ວຫຼາຍຊຸດ ສະເພາະສັງຄະລີນັ້ນ ມີຈຳນວນ ໑໒ ຄົນໄດ້ປະກອບສ່ວນວຽກງານໃນອົງການຈັດຕັ້ງຂອງລັດ ແລະສັງຄົມ.

- ສຳລັບພຣະພິກຂຸສົງ ໃນໄຣຍະ ໑໑ ປີຜ່ານມາ, ໄດ້ອອກໄປເຜີຍແຜ່ສາສນາກິດທີ່ນອກປະເທດ ໗ ອົງ, ໄປສຶກສາຢູ່ນອກປະເທດ ໕ ອົງ(ຈົບປະຣິນຍາໂທແລ້ວ ໑ ອົງ, ໄປເປັນເຈົ້າອາວາດວັດອື່ນ ໓ ອົງ, ສຶກໄປປະກອບສ່ວນໃນວຽກງານທາງໂລກ ໔໒ ອົງ, ຍັງບໍ່ທັນສິກ ແຕ່ໄປຢູ່ວັດອື່ນ ໖໑ ອົງແລ້ວ.

- ສຳລັບເຈົາອະທິການວັດ
ປັດຈຸບັນເປັນອາຈາຣຍ໌ສອນວິທະຍາໄລສົງ, ເປັນໜ້າຫ້ອງການວິຊາການວິທະຍາໄລສົງ, ວິ​ຊາການຂອງຄະນະກັມມະການສິ່ງແວດລ້ອມ ອົງການພຸດທະສາສນາສຳພັນລາວ, ຂຽນວາຣະສານລົງໜັງສືພິມ ແລະວາຣະສານ, ເທດທາງວິທະຍຸກະຈ່າຍສຽງແຫ່ງຊາດ ແລະໂທຣະທັດຊ່ອງລາວ ຕາມວາຣະ, ຮັບເຊີນຕາມຄຳເຊີນຂອງໂຮງຮຽນ ແລະໜ່ວຍງານຕ່າງໆ ໄປປາຖະກະຖາ ຕາມຄຳນິມົນ,

ສາສນາວັດຖຸຂອງວັດ
ເນື່ອງຈາກວັດເປັນວັດໃໝ່ ສ້າງຢູ່ເນື້ອທີ່ບຶງພຣະທາດຫຼວງ (ທົ່ງນາຄຸ້ມປ່າມ່ວງ ຊ້າຍສວຍໄປທາງຮ່ອງແຊງ) ເປັນເນືື້ອທີ່ນາເຮືອເກົ່າທີ່ເລິກຕ້ອງໄດ້ຖົມທຸກດິນຫຼາຍຮ້ອຍລົດ ແລະມີເນື້ອທີ່ທັງໝົດ ກວ້າງດ້ານໜ້າວັດ ໕໔ ແມັດ, ກວ້າງດ້ານຫຼັງວັດ ແລະທາງຍາວດ້ານລະ ໘໔ ແລະ ໘໗ ແມັດ.

ປັດຈຸບັນສາສນາວັດຖຸຂອງວັດນັ້ນ ມີກຸຕິສົງ ໒ ຫຼັງ(ກຳລັງສ້າງຢູ່ ໑ ຫຼັງ, ສາງ ໑ ຫຼັງ ຫ້ອງນໍ້າຂະໜາດ ໑໐×໗ ໜຶ່ງຫຼັງ, ສາລາຊົ່ວຄາວ ໑ ຫຼັງ, ຫໍພຣະນ້ອຍ ໒ ຫຼັງ, ສາລາຖາວອນ ໑ ຫຼັງ, ຫໍກອງ ໑ ຫຼັງສ້າງບໍ່ທັນສຳເຣັດ, ປູເດີ່ນວັດວັດສຳເລັດໄປແລ້ວ ໖໐ ສ່ວນຮ້ອຍ, ເຮັດຕ້າຍໜ້າວັດ ແລະຫຼັງວັດສຳເຣັດທັງສອງດ້ານ.

ປັດຈຸບັນກຳລັງສ້າງສາລາໂຮງທັມຫຼັງໃໝ່ (ດັ່ງທີ່ເຫັນ) ໃກ້ຈະສໍາເລັດ ກວ້າງ ໑໙ ແມັດ ຍາວ ໒໓ ແມັດ ເຣີ່ມກໍ່ສ້າງມາແຕ່ປີ ວັນທີ ໑໓ ເດືອນມັງກອນ ປີ ໒໐໐໓, ສິ້ນເງິນໃນການກໍ່ສ້າງໄປແລ້ວ ໓.໐໐໐.໐໐໐.໐໐໐ ກວ່າກີບ, ປັດຈຸບັນການກໍ່ສ້າງຍັງດຳເນີນໄປ ໃນລັກສະນະຊ້າໆເນື່ອງຈາກ ຂາດທຶນປັດໄຈ.
ປັດຈຸບັນສ້າງຕ້າຍ ແລະທາດ ໒໐ ໜ່ວຍໆລະ , ສ້າງກຸຕິ ໑ ຫຼັງ ລາຄາປະເມີນ ໕໐໐.໐໐໐.໐໐໐ ກີບຖ້ວນ, ປູເດີ່ນ ສິ້ນເງິນໄປແລ້ວ ໒໘.໗໐໐.໐໐໐ ກີບ, ກຳລັງສ້າງຫໍກອງຢູ່ ຍັງບໍ່ທັນສໍາເລັດ ຕ້ອງການປັດໃຈເພີ່ມຢູ່.

- ນອກຈາກນີ້ ກ່ອນທີ່ຈະມາສ້າງວັດວິຈິຕທັມມລາວນີ້ ອາຕະມາ ໄດ້ຊ່ວຍການສ້າງວັດທີ່ບ້ານເກີດ ສຳເຣັດກຸຕິຫຼັງໜຶ່ງ ເມື່ອກຸຕິສຳເຣັດແລ້ວ ກໍເຣີ່ມທຳການວາງຜັງສ້າງພັດທະສີມາ ດ້ວຍເຫດນັ້ນ ຈຶ່ງຈຳເປັນຕ້ອງສ້າງພັດທະສີມາ ທີ່ບ້ານຫາງດອນຂະເໝົາ ເມືອງມຸນລະປະໂມກ ແຂວງຈຳປາສັກດ້ວຍ ໂດຍເປັນເຈົ້າການຂົນຂວາຍປັດໄຈຈາກ ຍາດພີ່ນ້ອງ ທັງຍາຕິທັມຜູ້ໃຈບຸນທັງໃນ ແລະນອກປະເທດ ໂດຍສະເພາະໃນໄລຍະຜ່ານມາ.

ໄດ້ນຳເອົາຜ້າປ່າລົງໄປສົບທົບ ໒ ຄັ້ງ ຄື
ຄັ້ງທີ ໑ ເມື່ອປີ ໒໐໐໓ ໄດ້ປັດໄຈ ໒໘.໐໐໐.໐໐໐ ກີບ.
ຄັ້ງທີ ໒ ເມື່ອປີ ໒໐໐໔. ໄດປັດໄຈ ໓໔.໐໐໐.໐໐໐ ກີບ
ຄັ້​ງທີ ໓ ເມື່ອປີ ໒໐໐໗. ໄດ້ແຜ່ເງິນຈາກຍາດໂຍມທົ່ວໄປ ແລະທ່ານຫຳນ້ອຍ ວົງສຸເທບ, USA ທ່ານອິນສະຖຽນ ໂຕພາວິໄລ, USA ທ່ານນາງຜູ້ຫວັງດີ JAPAN ແລະທ່ານແມ່ບຸນເຫຼືອ ລໍວັນໄຊ ທາດຫຼວງກາງ, ພຣະຄຳເວີນ ອຸ່ນຄຳທິບ USA ລວມເປັນເງິນ ໑໐.໐໐໐.໐໐໐ ກີບຖ້ວນ.
ແລະເຮັດກະຖິນສາມັກຄື ປີ ໒໐໑໐ ໄດ້ເງິນ ໘໓.໐໐໐.໐໐໐ ກ່ວາກີບ ສ້າງສິມທີ່ບ້ານຫາງດອນຂະເໝົາ ໃກ້ຈະສຳເລັດແລ້ວ ຄາດວ່າຈະຂອດສິມ ໃນເດືອນມັງກອນ ປີ ໒໐໑໒.

- ສ່ວນສັດທາທາງບ້ານ ແລະວັດທີ່ໄດ້ຈາກທາງອື່ນອີກສົບທົບທາງບ້ານຈຳນວນໜຶ່ງ ແຕ່ການກໍ່ສ້າງຍັງ ບໍ່ທັນສຳເຮັດເທື່ອ ຍ້ອນຂາດວັດຖຸປັດໄຈ.

- ຖ້າທ່ານໃດ ໄດ້ອ່ານພົບ ແລະມີສັດທາອັນແຮງກ້າຢາກສົມທົບໃນການກໍ່ສ້າງຄັ້ງນີ້ ຂໍເຊີນທາງຕິດຕໍ່ບໍຣິຈາກໄດ້ທີ ເບີ ໂທ 9880-8089 ນຳອາຕະມາໄດ້.
- ຂໍອ່ວຍພອນແດ່ທ່ານ ທັງຫຼທາຍທີ່ໄດ້ອ່ານ ແລະທີ່ໄດ້ອະນຸໂມທະນາສ້າງສີມາ ແລະສາລາຮ່ວມກັນ.
(ຂໍຈະເຣີນພອນ)