Thursday 12 May 2011

ວິທີຖວາຍພາເຂົ້າທິບ

ວິທິຖວາຍພາເຂົ້າທິບ

- ຄົນລາວເຮົາ ເຂົ້າໃຈເຮັດບຸນດ້ວຍການທານຫຼາຍແບບ ຫຼາຍວິທິ ແຕ່ວິທີທີ່ເຮັດໄດ້ທຸກເວລາ ທຸກໂອກາດນັ້ນ(ສະເພາະແຕ່ຍາມເຊົ້າກັບເພນ) ໝາຍຄວາມວ່າ ບໍ່ເລືອກລະດູ ແລະສະຖານທີ່ ໃດໆນັ້ນແມ່ນເຮັດພາເຂົ້າທິບ, ການເຮັດພາເຂົ້າທິບເຮັດໄດ້ທຸກວັນ ບໍ່ເລືອກສະຖານທີ່ ບໍ່ເລືອກບຸກຄົນ ເລືອກແຕ່ເວລາເທົ່ານັ້ນ (ຄືເຊົ້າກັບເພນ ເວລາແລງເຮັດ ພາເຂົ້າທິບບໍ່ໄດ້ ວິທີເຮັດ ດັ່ງນີ້:

- ຫ້າງຫາຂອງທານຕ່າງໆ ທີ່ທ່ານຢາກທານນັ້ນແນວໃດກໍໄດ້ ເມື່ອສົງເຄາະແລ້ວລວມລົງໃນປັດໄຈ ໔ ອັນເປັນປັດໄຈສຳຄັນຂອງສົງ(ເວັ້ນແຕ່ອາວຸດ ແລະຢາເບື້ອ) ແຕ່ສິ່ງສຳຄັນ ຄຳວ່າ "ພາເຂົ້າທິບ" ນັ້ນໝາຍເອົາພາເຂົ້າທີ່ມີອາຫານຄົບເຍື່ອງ (ບໍ່ກຳນົດວ່າຈັກເຍື່ອງ) ພຽງແຕ່ວ່າ ສິ່ງທີ່ມທຳເປັນພາເຂົ້າທິບນັ້ນ ຕ້ອງສາມາດໃຫ້ພຣະສົງສັນຂອງເຮົາໄດ້ ຖືວ່າໃຊ້ໄດ້ແລ້ວ.

- ຕາມຄະຕິບູຮານ ພາເຂົ້າທິບນັ້ນຕ້ອງແຕ່ງດັ່ງນີ້ ຄື:
໑. ພາເຂົ້າ ໑ ພາ(ໃໝ່)
໒. ຖ້ວຍໃສ່ອາຫານຫວານ ຄາວຄົບ.
໓. ບ່ວງ, ສ້ອມກ
໌໔. ເຕົ້າ ຫຼືກະຕິກນຳ້.
໕. ຈອກ.
໖. ທຽນ ໒ ເຫຼັ້ມ.
໗. ຄຳໝາກ ກອກຢາ.
໘. ຜ້າເຊັດສົບ ເຊັດມື.
໙. ດອກໄມ້ ໑ ຄູ່
໑໐. ທະນະປັດປັດໄຈ(ເງິນ) ຕາມສົມຄວນ.

- ເຄື່ອງໄຫວ້ພຣະ
໑. ທຽໜຂັນ ໕ (ມີດອກໄມ້ ໕ ຄູ່, ທຽນ ໕ ຄູ່) ຫາກມີຜູ້ນຳພາເຮັດແຕ່ງໃຫ້ຜູ້ນຳພາເຮັດດ້ວຍ.

- ເຄື່ອງທານເສີມພາເຂົ້າທິບ
໑. ຊິເປັນຫຍັງກໍໄດ້ ບໍ່ມີຫຍັງກໍໄດ້ອັນນີ້ເປັນເລື່ອງຂອງສັດທາຢາກຈະເຮັດ ບໍ່ເຮັດກະໄດ້ ເພາະເປົ້າໝາຍແມ່ນເຮັດພາເຂົ້າທິບ ແຕ່ຍາດໂຍມຜູ້ມີສັດທາ ແລະປັນຍາແລ້ວ ເພີ່ນຄຳນຶງເຖິງກາລະເວລາ ເຊັ່ນ ຍາມເຂົ້າພັນສາ ເພີ່ນມັກເຮັດຜ້າອາບນ້ຳຝົນນຳ ຍາມກາງພັນສາ ມັກເຮັດຜ້ານຸ່ງ ຫຼືຜ້າໄກນຳ, ໄປທານບາງວັດທີ່ມີການກໍ່ສ້າງ ຍາດໂຍມພັດເຮັດຕົ້ນກາຣະພຶກນຳ ອັນນີ້ແມ່ນເລື່ອງສັດທາ ແລະເປັນຍາຂອງຍາດໂຍມວ່າຊິເຮັດແນວໃດ ?

- ຂຽນຊື່ ຜູ້ເຮັດ ແລະຜູ້ຮັບ
ຂ້າພະເຈົ້າທ້າວ ..............ນາງ................ພ້ອມດ້ວຍຄອບຄົວ ໄດ້ເຮັດພາເຂົ້າທິບ ແລະ..................... ເພື່ອອຸທິດຫາດວງວິນຍານຂອງ..................................... ທີ່ລ່ວງລັບໄປແລ້ວ
(ຫາກບໍ່ອຸທິດໃຫ້ໃຜເລີຍ ກໍບໍ່ຕ້ອງບອກຊື່ ແຕ່ຕ້ອງກ່າວແກ່ສັບພະສັດທຸກຖ້ວນໜ້າ ແລະເຈົ້າກຳນາຍເວນ......)

ວິທີເຮັດ
ກ. ໜ້າທີ່ຍາດໂຍມ
໑. ໄຕ້ທູບທຽນ ບູຊາພຣະພຸດທະຮູບ ຫຼືຕໍ່ໜ້າພຣະປະທານ(ຫາກເຮັດທີ່ວັດ)
໒. ໄຕ້ທຽນ ໒ ເຫຼັ້ມໃນຂັນ ໕ (ໃຕ້ທຽນຕິດໃນຂັນ ຢ່າຕິດນອກຂັນ)
໓. ກ່າວໄຫວ້ພຣະ-ວັນທາຈົບ
໔. ກ່າວຄຳອັງເຊີນເທວະດາ (ສັກເຄເທວະດາ) ຈະແປກໍໄດ້ ບໍ່ແປກໍໄດ້.
໕. ກ່າວຄໍາຂໍສະມະທານສິນ (ພຣະໃຫ້ສິນ)
໖. ກ່າວຖວາຍພາເຂົ້າທິບ ແລະຂອງທານອື່ນໆ
໗. ເຄນພາເຂົ້າທິບ,

ຂ. ໜ້າທີ່ພຣະສົງ:
໑. ຮັບພາເຂົ້າທິບ ແລະອະທິຖານພິຈາຣະນາເຄື່ອງທານ
໒. ຕັ້ງນະໂມ, ສູດກຸສະລານ້ອຍ, ສູດເຫຕຸ, ຊັກອະນິດຈາ, (ໃຫ້ຈູດເຈັ້ຍລາຍຊື່ ຫຼືຫຸ່ນຕອນນີ້) ສັບເພສັດຕາ (ຈົບ)

ຫຼັງຈາກນັ້ນ ຍາດໂຍມ ຄາຣະວະ ແລ້ວພຣະສົງໃຫ້ພອນ ເປັນອັນຈົບພິທີ,

- ໝາຍເຫດ: ນິມົນພຣະສົງບໍ່ຄວນຕ່ຳກວ່າ ໔ ອົງ (ເນນກໍໄດ້) ຖ້າບໍ່ມີພຣະຫຼືເນນຫຼາຍ ນິມົນອົງດຽວກໍໄດ້.

- ຄຳກ່າວຖວາຍພາເຂົາທິບໃຫ້ວ່າ ດັ່ງນີ້:
ຄຳປະກາດທານ
ສຸທິນນັງ ວະຕະເມທານັງ ທານັງເມ ປະຣິສຸດທັງ ອາສາວະ ຄະຍາວະຫັງ ນິບພານັງ ສັງຄະຕັງ ໂກຕຸ ອະນາຄະເຕ ກາເລ.
ແປວ່າ
ຂອງທ່ານອັນບໍຣິສຸດຂອງຂ້ານ້ອຍນີ້ ຈົ່ງເປັນພາລະວະປັດໃຈ ກຳຈັດປັດເສັຍ ເຊິ່ງ ກອງທຸກສັນດານ ຂໍໃຫ້ຂ້ານ້ອຍ ເຖິງເຊິ່ງພຣະນິບພານ ໃນອະນາຄົດຕະການ ນັ້ນເທີ້ນ.
ໝາຍເຫດ : ໃນພາສາປາລີນັ້ນ ບາງທີ່ຈະເພີ່ມຄຳວ່າ “ທຸຕິ ຍັມປິ, ຕະຕິຍັມປີ” ຄັນ ຈະວ່າ ກໍໄດ້ ບໍ່ວ່າກໍໄດ້, ຄັນຈະວ່າ ກໍໃຫ້ວ່າ “ທຸຕິ ຍັມປິ” ແລ້ວຈຶ່ງຕໍ່ໃສ່ “ສຸທິນ…..” ຈົນສຸດ ແລ້ວ ຈຶ່ງວ່າ “ຕະຕິ ຍັມປິ” ແລ້ວຈຶ່ງເວົ້າ “ສຸທິນ” ເວລາແປ ກໍໃຫ້ແປວ່າ “
“ທຸຕິ ຍັມປິ = ຄັ້ງທີສອງນີ້ ຂອງທານ……
“ຕະຕິ ຍັມປີ = ຄັ້ງທີສາມນີ້ ຂອງທານ…...

ຄຳຖວາຍພາເຂົ້າທິບ
ອິມານິ ມະຍັງພັນເຕ, ພັດຕານິ ທິບພະໂພຊະນາອາຫາຣານິ (ທະນະ ປັດຕະປັດຈະຍານິ ກັບປະຣຸກຂານິ ອຸທະກັງວະເຣນີ) ສະປະຣິວະຣານິ ພິກຂຸສັງຄັດສະ ໂອໂນຊະຍາມະ, ອິມານິ ພັດຕານິ ທິບພະໂຊຊະນາອາຫາຣານິ (ທະນະ ປັດຈະຍານິ ກັບປະຣຸກຂານິ ອຸທະກັງວະເຣນີ) ສະປະຣິວະຣານິ ພິກຂຸສັງຄັດສະ ໂອໂນ ຊະຍາມະ ປະຕິຄັນຫະຕຸ ອັມຫາກັນ ເຈວະ ມາຕາປິຕຸ ອະທິນັນຈະ ຍາຕະການັນຈະ ປະຍະຊະນານັງ ອັມຫາກັງ ທີຄະຣັດຕັງ ຫິຕາຍະ ສຸຂາຍະ ຍາວະນິບພານັງ ໂຫຕຸ.
ແປວ່າ:
ຂ້າແຕ່ພຣະສົງຜູ້ຈະເຣີນ ຂ້ານ້ອຍຂໍນ້ອມຖວາຍ ພັດຕາຫານ ພາເຂົ້າທິບ (ທະ ນະບັດປັດໄຈ “ເງິນ” ຕົ້ນກາຣະພືກ ນຳ້ດື່ມອັນສະອາດ) ພ້ອມດ້ວຍບໍ່ຣິວານທັງຫຼາຍ ເຫຼົ່າ ແກ່ພຣະສົງ ຂໍພຣະສົງຈົ່ງຮັບ ເຊິ່ງພັດຕາຫານ ພາເຂົ້າທິບ (ທະ ນະບັດປັດໄຈ “ເງິນ” ຕົ້ນກາຣະພືກ ນຳ້ດື່ມອັນສະອາດ) ແລະບໍຣິວານທັງຫຼາຍເຫຼົ່າຂອງ(ພວກ)ຂ້າ ນ້ອຍ ເພື່ອປະໂຫຍດ ເພື່ອຄວາມສຸກຂອງຂ້ານ້ອຍ ແລະຄອບຄົວ (ໝາຍມີ…….) ເປັນ ຕົ້ນ.
ເພື່ອອຸທິດຫາ ດວງວິນຍານຂອງເຈົ້າກັມ, ນາຍເວນ, ພໍ່ເກົ່າ ແມ່ຫຼັງ ແລະສັບພະ ສັດທຸກຖ້ວນໜ້າ ປິຍະຊົນ ຄົນຜູ້ມີພຣະຄຸນແກ່ຂ້າພະເຈົ້າທັງຫຼາຍ ໝາຍມີ ບິດາ ມານ ແລະ ຄຣູ, ອຸປັດຊາອາຈານເປັນເຄົ້າ ແລະອຸທິດຫາດວງວິນຍານຂອງ…………ທີ່ລ່ວງ ລັບໄປແລ້ວ ຂໍຈົ່ງໄດ້ຮັບຜົນທານນີ້ ຖ້າຮັບແລ້ວ ຂໍຈົ່ງໄປເກີດດີເຖິງສຸກ ຖ້າຕົກທຸກ ຂໍໃຫ້ ພົ້ນຈາກທຸກ ຖ້າເຖິງສຸກແລ້ວ ຂໍໃຫ້ສຸກຍິ່ງໆຂຶ້ນໄປຕາບຕໍ່ເທົ້າ ເຂົ້າສູ່ພະນິບພານ ໃນອະ ນາຄົດຕະການນັ້ນດ້ວຍເທິ້ນ.
ອີກປະການໜຶ່ງ ຫາກສັບພະສັດເຫຼົ່າໄດ້ຮັບແລ້ວ ຂໍຈົ່ງໂອຍພອນມາໃຫ້(ພວກ) ຂ້ານ້ອຍ ຈົ່ງມີແຕ່ຄວາມສຸກ ຫາຍເຄາະ ຫາຍເຂັນ ຫາຍທຸກ ຫາຍໂສກ ຫາຍໂລກ ຫາຍໄພ ຫາຍອຸປັດທະວະກັງວົນ ອົນຕາຍທັງຫຼາຍທັງປວງເທີ້ນ ໃຫ້ມີແຕ່ສຸຂະສະຫວັດ ດີ ມີສີຣິໂພຄະຊັບ ສົມບູນພູນສຸກ ຮັ່ງມີເຂັ້ມແຂງ ຊື້ໄດ້ຂາຍໝານ ຕະຫຼອດການທຸກເມື່ອ ທຸກຍາມເທີ້ນ.
(ຈົບການຖວາຍພາເຂົ້າທິບພຽງເທົ່ານີ້ແລ)

No comments:

Post a Comment