Friday 13 February 2015

ຄຣູ ຄວາມໝາຍແລະທີ່ມາ

ຄຣູ ຄວາມໝາຍແລະທີ່ມາ
----=====----

- ຄຣູ ເປັນພາສາລາວ ທີ່ມີເຄົ້າມາຈາກພາສາປາລີ, ໃນອັກຂະຫຼະວິທີລາວບູຮານທັງແບບອັກສອນລາວ ເດີມ ແລະອັກສອນບູຮານລາວ(ໜັງສືທຳ) ລ້ວນແຕ່ຂຽນ "ຄຣູ".

- ຄຣູ ເປັນພາສາລາວ, ເຊິ່ງມາເຄົ້າເດີມມາຈາກພາສາ ປາລີ "ຄະຣຸ"(ປ) ກໍວ່າ ມາຈາກ, "ຄຸຣຸ"(ສ) ກໍວ່າ, ທັງ ຄະຣຸ, ທັງ "ຄຸຣຸ" ລ້ວນແຕ່ແປວ່າໜັກ, "ຄະຣຸ"(ໜັກ) ໃຊ້ຄູ່ກັບ "ລະຫຸ"(ເບົາ) ຄົນລາວບູຮານ ແລະນັກພາສາດລາວ ໄດ້ແປງສະຫຼະສຽງສັ້ນ ໃຫ້ເປັນສະຫຼະສຽງຍາວ ຄື ແປງ ອຸ ໃຫ້ເປັນ ອູ ຄົງ ຄຣ ໄວ້ເປັນ ຄຣູ.

- ຄຣູ ນັກປາດອາຈານນິຍາມຄວາມໝາຍໄວ້ຫຼາຍຢ່າງ ເຊັ່ນ ຜູ້ເຮັດວຽກໜັກ, ຜູ້ມີໜ້າທີ່ອັນຍິ່ງໃຫຍ່ ແລະອື່ນໆ ວັດຈະນານຸກົມລາວ ຂອງກະຊວງສຶກສາ ກິລາ ແລະທຳມະການ ພິມປີ ພສ 2505 ນິຍາມໄວ້ວ່າ, ຄຣູ (ນາມ) ຜູ້ມີໃຈໜັກ, ຜູ້ຄວນເຄົາລົບ, ຜູ້ສອນຄວາມຮູ້, (ວິເສດ) ໜັກ (ປາລີ).

- ໃນອະດີດ ຄຣູ ຖືກຂຽນຄວບດ້ວຍຕົວ ຣ ເພາະມີເຄົ້າ ມາຈາກ ຄຣຸ ແລະເພື່ອໃຫ້ຕ່າງຈາກ ຄູ ເຊິ່ງໃຫ້ຕ່າງຈາກຄຳລາວອື່ນໆ ເຊັ່ນ ຄູຄັນນາ, ຄູຫາ ເມື່ອເຫັນເຄົ້າແລ້ວ ຈະຮູ້ວ່າ ຄຣູ ແປວ່າຈັງໃດ ມີທີ່ມາຈາກໃສ, ຫຼັງນັ້ນຕໍ່ມາອາໃສອຳນາດໃນ ພະຣາຊະດຳຣັດເລກທີ 10 ໄດ້ກຳນົດໄວ້ວ່າ "ພາສາລາວຂຽນຕາມສຽງ" ຄືໝາຍເຖິງວ່າ ມີເຄົ້າຈັງ
ໃດກໍຂຽນຕາມສຽງ ຈຶ່ງເຮັດໃຫ້ອັກຂະຫຼະວິທີລາວ ຂຽນ ຄູ ກໍມີ, ຂຽນ ຄຣູ ກໍມີ ຖືວ່າບໍ່ຜິດພະຣາຊະບັນຍັດນັ້ນ ເພາະໃຜອອກສຽງຈັງໃດ ກໍຂຽນຕາມສຽງຂອງຕົນ, ຈົນມາຮອດປີ 1976 ປະເທດຊາດໄດ້ຮັບການປົດປ່ອຍ ການຂຽນອັກສອນລາວ ທົ່ວປະເທດ ໄດ້ດັດແປງໃຊ້ຕາມແບບໄວຍາກອນ ຂອງຄະນະສຶກສາແນວລາວຮັກຊາດ ແລະປັບປຸງເລື້ອຍມາ ຄຣູ ຈຶ່ງໄດ້ຂຽນ ຄູ ເປັນແບບດຽວກັນທົ່ວປະເທດ. ອີກຢ່າງໜຶ່ງ ໄວຍາກອນຂອງຄະນະສຶກສາແນວລາວຮັກຊາດ ໄດ້ຕັດໂຕ ຣ ຖິ້ມ ໃນໄວຍາກອນສະບັບນັ້ນ ຈຶ່ງບໍ່ມີໂຕ ຣ ໃຊ້, ຈົນມາຮອດ ປີ 2000 ກະຊວງສຶກສາ ແລະກີລາ ໄດ້ຕື່ມໂຕ ຣ ເຂົ້າເປັນໜຶ່ງໃນໝວດອັກສອນລາວ ແຕ່ກຳນົດໄວ້ວ່າ "ໂຕ ຣ ໃຊ້ຂຽນພາສາມາຈາກຕ່າງປະເທດ ແລະພາສາຊົນເຜົ່າເທົ່ານັ້ນ, ສ່ວນພາສາປາລີ ຖືວ່າເປັນພາສາລາວ" ດ້ວຍເຫດນັ້ນໃນພາສາລາວ ຄຳໃດ ທີ່ມາຈາກພາສາປາລີ ແລະໃຊ້ໂຕ ຣ ຈຶ່ງໃຊ້ໂຕ ລ ແທນ ເທົ່າບັດນີ້.

- ຄຣູ ໄດ້ຖືກນຳໄປໃຊ້ຫຼາຍຄວາມໝາຍ ເດີມ ໝາຍເຖິງ "ຄຣູບາ" ຄືວ່າ ພະສົງຜູ້ສອນຄວາມຮູ້ໃຫ້ແກ້ກຸລະບຸດ, ຜູ້ສອນເດັກນ້ອຍນັກຮຽນ ລູກຂອງຊາວບ້ານ ຄືໃນອະດີດອານາຈັກລ້ານຊ້າງນັບ ແຕ່ສະໄໝພະເຈົ້າຟ້າງຸ່ມ ໂຮງຮຽນ ແມ່ນຕັ້ງຢູ່ວັດ ການສຶກສາແມ່ນພະສົງໃນພຸດທະສາສະໜາ ເປັນຜູ້ຮັບຜີດຊອບ ເລື້ອຍມາຈົນຮອດ  ປະເທດລາວໄດ້ຮັບເອກະລາດຈາກຝຣັ່ງ ລັດຖະບານໄດ້ ຈັດຕັ້ງກະຊວງສຶກສາຂຶ້ນ ໂຮງຮຽນຈຶ່ງເປັນໜ້າທີ່ ຂອງກະຊວງສຶກສາ ເຖິງປານນັ້ນ ກ່ອນປົດປ່ອຍ ທັງຢູ່ໃນເຂດປົດປ່ອຍ ເອງ ແລະເຂດລັດຖະບານຄວບຄຸມ ພະສົງຍັງທຳໜ້າທີ່ສອນ ນັກຮຽນໃນເຂດຊົນນະບົດ.

- ນອກຈາກນັ້ນ ຍັງພົບການໃຊ້ ຄຣູ ໃນຄຳຖານັນ ດອນສັກຂອງພະພິກຂຸ ແລະຄະຫຼືຫັດອີກ ເຊັ່ນ ພະຜູ້ຖືກເຖຣາພິເສກ ຄັ້ງທີ 3 ຮຽກວ່າ ພະອາຈາຣຍ໌ຄຣູ, ທ່ານຜູ້ສິກອອກໄປຄອງຄະລາວາດຮຽກວ່າ ຈາຣຍ໌ຄຣູ ເຫຼົ່ານີ້ເປັນຕົ້ນ.

ໂດຍ
- ພອຈ.ເນືອງພິລັກ ໂຊຕິທອນ
30 ມັງກອນ 2015