Monday 5 September 2011

ໂຄງການກໍ່ສ້າງວັດ ວິຈິດທັມມາຣາມບ້ານວຽງຈະເຣິນ ສົກປີ ໒໐໑໑-໑໒

- ວັດວິຈິດທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ, ສຳລັບສົກປີ ໒໐໑໑ ນັ້ນມີດັ່ງນີ້
ກ. ໂຄງການເກົ່າ.
໑. ສືບຕໍ່ສ້າງສາລາໃຫ້ທັນສະຫຼອງ ໃນເດືອນ ໓ ປີ ໒໐໑໒
໒. ສືບຕໍ່ສ້າງຫໍກອງ ທີ່ຕັ້ງຖານມາແຕ່ເດືອນ ໖ ປີ ໒໐໑໐ ໃຫ້ສຳເລັດພາຍໃນອອກພັນສາ.
໓. ສືບຕໍ່ສ້າງທາດອ້ອມວັດ ແລະຕ້າຍວັດ ທີ່ສ້າງມາແຕ່ເດືອນ ສິງຫາ ປີ ໒໐໑໐ ດ້ານໜ້າໃຫ້ແລ້ວພາຍໃນອອກພັນສາ, ອ້ອມວັດສືບຕໍ່ໄປຕິບັດໄປເລື້ອຍໆ.
ຂ. ໂຄງການໃໝ່.
໑. ສ້າງກຸດຕິສົງ ໒ ຊັ້ນ, ກໍ່ໂບກປູນແລະມຸງດິນຂໍ ຊີແຟັກມູນຄ່າ ໕໑໕.໐໐໐.໐໐໐ ກີບໃຫ້ແລ້ວພາຍໃນເດືອນ ມິນາປີິ ໒໐໑໒.
໒. ຕໍ່ຫ້ອງຮັບແຂກ ທີ່ສາລາໂຮງທັມດ້ານຕາເວັນຕົກໃຫ້ແລ້ວກ່ອນອອກພັນສາປີນີ້ ມູນຄ່າ ໑໒໐.໐໐໐.໐໐໐ ກີບ.
- ໂຄງການທັງໝົດ ຍັງຕ້ອງການກຳລັງສັດທາຈາກຍາດໂຍມຢ່າງຫຼວງຫຼາຍ ບັນດາສັດທາຍາດໂຍມທ່ານໃດ ຢາກຮ່ວມສ້າງວັດໃໝ່ຄັ້ງນີ້ ຂໍຈົ່ງຕິດຕໍ່ມາຍັງເຈົາອະທິການວັດໂດຍກົງ ໄດ້ທຸກວັນເວລາ.
ຄ. ໂຄງການອະນາຄົດ.
໑. ປູເດີນວັດໃຫ້ແລ້ວທາງດ້ານຫຼັງ ຄາດວ່າຈະລົງມື ເດືອນມັງກອນປີ ໒໐໑໒.
໒. ປະຕູໂຂງດ້ານຫຼັງມູນຄ່າ ໓໐.໐໐໐.໐໐໐ ກີບ (ທ່ານໃດເປັນເຈົ້າພາບຄົນດຽວໄດ້ເລີຍ)
໓. ປະຕູໂຂງດ້ານໜ້າ ມູນຄ່າ ໔໕໐.໐໐໐.໐໐໐ ກີບ.
- ໂຄງການດັ່ງກ່າວຫາກມີສັດທາພໍ ຈະເລີມພາຍໃນກາງປີ ໒໐໑໒.