Wednesday 4 June 2008

ຖະແຫລງຂ່າວການນຳໃຊ້ທະນາບັດໃໝ່ 50.000 ກີບ

ຖະແຫລງຂ່າວການນຳໃຊ້ທະນາບັດໃໝ່ 50.000 ກີບ

ຕອນເຊົ້າວັນທີ 12 ມັງກອນ 2006 ທີ່ສະຖານີໂທລະພາບແຫ່ງຊາດ ທ່ານ ພູເພັດ ຄຳພູນວົງ, ຜູ້ຮັກສາການຜູ້ວ່າການທະນາຄານແຫ່ງ ສປປ ລາວ ໄດ້ຖະແຫລງຂ່າວກ່ຽວກັບການ ນຳໃຊ້ທະນາບັດໃໝ່ປະເພດໃບ 50 000 ກີບຊຶ່ງທ່ານໄດ້ກ່າວວ່າ: ທະນາຄານແຫ່ງສປປ ລາວ ຂໍຖືເປັນກຽດຢ່າງສູງແຈ້ງມາຍັງພໍ່ແມ່ປະຊາຊົນ,ພໍ່ຂ້າຊາວຂາຍ,ນັກຮຽນ,ນັກສືກ,ພະນັກງານ ລັດ ຖະກອນ, ທະຫານ,ຕຳຫລວດຊາບທົ່ວເຖິງກັນວ່າ: ໂດຍໄດ້ຮັບອະນຸມັດຈາກທ່ານນາຍົກລັດຖະ ມົນຕີຕາມຂໍ້ຕົກລົງເລກທີ 03/ນຍ ລົງວັນທີ11/1/2005 ທະນະຄານແຫ່ງ ສປປ ລາວ ໄດ້ພີມຈຳ ໜ່າຍທະນະບັດໃໝ່ປະເພດໃບ 50.000 ກີບອອກສູ່ຂອດຈໍລະຈອນນັບແຕ່ມື້ອອກແຈ້ງການສະ ບັບນີ້ເປັນຕົ້ນໄປ.

ທ່ານ ພູເພັດ ຄຳພູວົງໃຫ້ຮູ້ວ່າ:ຈຸດປະສົງຂອງການພີມທັນທະນະບັດດັ່ງກ່າວແມ່ນເພື່ອຮັບ ຕ້ອນວັນປະຫວັດສາດສຳຄັນຂອງຊາພັກ ແລະ ຂອງຊາດ: ວັນຄົບຮອດ 30 ປີແຫ່ງການ ສະຖາ ປະນາ ສປປ ລາວ, ວັນຄ້າຍວັນເກີດຂອງທ່ານ ໄກສອນ ພົມວິຫານ ຄົບຮອບ 85 ປີ. ພ້ອມກັນ ນັ້ນການນຳໃຊ້ທະນະບັດປະເພດໃໝ່ໃບ 50.000 ກີບຍັງເປັນການຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງພື້ນຖານເສດຖະກິດແຫ່ງຊາດທີ່ເຕີບໃຫ່ຍຂະຫຍາຍຕົວ, ທັງເປັນການສ້າງໂຄງ ປະກອບປະເພດໃບເງີນກີບໃຫ້ສົມເຫດສົມຜົນ,ອຳນວຍຄວາມສະດວກແກ່ການຊຳລະ,ການພົກຖື ແລະ ການສ້າງຄ່ານິຍົມເງີນກີບໃຫ້ສູງຂື້ນ. ການນຳໃຊ້ທະນາບັດໃໝ່ປະເພດໃບ 50.000 ກີບນີ້ ຈະບໍ່ມີຜົນກະທົບເຮັດໃຫ້ເກີດມີໄພເງີນເຟີ້ເພາະການຈຳໜ່າຍທະນາບັດດັ່ງກ່າວບໍ່ເຮັດໃຫ້ມີການ ປ່ຽນແປງບັນດາປະເພດໃບເງີນທີ່ກຳລັງນຳໃຊ້ໃນປະຈຸບັນ. ເພື່ອເຮັດໃຫ້ການນຳໃຊ້ທະນາບັດ ໃໝ່ປະເພດໃບ 50.000 ກີບ ມີປະສິດຕິພາບ,ຫລີ້ກເວັນການປອມແປງທີ່ອາດເກີດຂື້ນ ໃນອະ ນາຄົດ,ພວກເຮົາຄວນສືກສາລະອຽດຄຸນລັກສະນະຂອງໃບເງີນດັ່ງກ່າວ. ປະເພດໃບ 50.000 ກີບມີຄຸນລັກສະນະ ແລະ ຈຸພິເສດດັ່ງນີ້: ຂະໜາດຂອງໃບເງິນ 156ມມx70ມມ. ເຈັ້ຍພິມ: ທະ ນາບັດພິມດ້ວຍເຈັ້ຍພິເສດ, ມີຄຸນະພາບສູງ ມີລະບົບປ້ອງກັນການປອມແປງແຈກຢາຍຢູ່ທົ່ວໃບ ເງິນ. ສີຂອງໃບເງີນ: ສີດ້ານ ໜ້າທະນາບັດສ່ວນໃຫ່ຍເປັນສີໝາກກ້ຽງ, ສີນ້ຳຕານ ແລະ ແດງ. ສ່ວນສີດ້ານຫຼັງທະນາບັດສ່ວນໃຫ່ຍອອກສີນ້ຳຕານ. ຮູບພາບດ້ານໜ້າທະນາບັດ: ມີຮູບປະທ່ານ ໄກສອນ ພົມວິຫານ, ເຄື່ອງໝາຍກາຊາດ, ຮູບທາດຫຼວງ, ມີຕົວອັກສອນຂຽນວ່າ: ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ, ຈຳນວນເງິນເປັນຕົວເລກລາວ ແລະ ຕົວໜັງສື ຫ້າສິບພັນ ກີບ. ຮູບພາບທາງດ້ານຫຼັງທະນາບັດ: ມີຮູບພາບສຳນັກງານປະທານປະເທດ, ຕົວໜັງສືຂຽນວ່າ: ທະນາຄານແຫ່ງ ສປປ ລາວ ,ຈຳນວນເງິນເປັນຕົວເລກ 50.000 ກີບ ແລະ ຕົວໜັງສື ຫ້າສິບ ພັນກີບ ແລະ ມີຮູບລາຍລາວສວຍງາມຢູ່ເບຶ້ອງຂວາມື.

ທ່ານ ພູເພັດ ຄຳພູນວົງ ຍັງໄດ້ແນະນຳຕື່ມວ່າ: ທະນາບັດປະເພດໃບ 50.000 ກີບ ຖືກພິມດ້ວຍເຈັ້ຍພິເສດ, ມີຄຸນນະພາບສູງ ແຕ່ການປົກປັກຮັກສາ ແລະ ການນຳໃຊ້ທີ່ຖືກຕ້ອງ ເປັນປັດໃຈສຳຄັນຂອງການເຮັດໃຫ້ອາຍຸການນຳໃຊ້ທະນາບັດໄດ້ຍາວນານ ແລະ ມີຄຸນຄ່າສົມ ກັບຄຸນນະພາບທີ່ຜະລິດອອກມາ. ການປົກປັກຮັກສາໃບເງິນມີຄວາມສຳຄັນຍິ່ງຄື: ບໍ່ໃຫ້ມີຄວາມ ເປິເປື້ອນ, ບໍ່ໃຫ້ຂີດຂຽນດ້ວຍບິກຫລືນ້ຳມຶກ, ຄວນຮັກສາໃບເງິນໄວ້ໃນສະພາບທີ່ດີ, ຫ້າມພັບ, ຫ້າມມ້ວນ ຫຼື ຫຸບຫໍ່ເກີນຂອບເຂດ ຊື່ງຈະເຮັດໃຫ້ໃບເງິນປ່ຽນຮູບໂສມທີ່ດີງາມ, ຄວນເກັບຮັກສາ ໃບເງິນໄວ້ໃຫ້ເປັນລະບຽບ. ທະນາບັດໃບ 50.000 ກີບ ຈະຖືກນຳໃຊ້ຄວບຄູ່ປະເພດທະນາບັດ ອື່ນໆທີ່ມີແລ້ວໃນໄລຍະຜ່ານມາ ແລະ ປະຈຸບັນ ແຕ່ຈະເພິ່ມຄວາມສະດວກໃນການຝາກ - ຖອນ ເງິນໃນທະນາຄານ, ສະດວກສະບາຍໃນການຊຳລະ, ເໝາະສົມກັບການໃຫ້ບໍລິການຖອນເງິນ ດ່ວນດ້ວຍຕູ້ ATM ແລະ ອື່ນໆອີກ.

ອ້າງອີງຈາກ

http://www.moic.gov.la/lao/main.asp?detail=ndetail&id=391&kind=1