Monday 22 December 2014

ປີໃໝ່ຂໍໃຫ້ໄດ້ໂຊກໃຫຍ່


ພອນຍິ່ງໃຫຍ່ ໄຊຊະ­ນະ­ອັນໃໝ່ ໃຫຍ່­ຫຼວງ­ກວ່າເກົ່າ

ຂໍໃຫ້ໂຊກມີໂຊກໃຫຍ່ ໄຊຊະ­ນະ­ອັນໃໝ່ ໃຫຍ່­ຫຼວງ­ກວ່າເກົ່າ

ຫາເງິນຫຍວນໃຫ້ໄດ້ເຕັມ­ຫີບ
ຫາເງິນ­ກີບໃຫ້ໄດ້ເຕັມ­ຂັນ
ຫາເງິນ­ໝັນໃຫ້ໄດ້ເຕັມ­ພາ
ຫາເງິນໂດລ໌­ລາ­ຣ໌­ໃຫ້ໄດ້ໂອ
ຫາເງິນ­ຢູໂຣໃຫ້ໄດ້ເຕັມເຮືອນເຕັມ­ຊານ

ຢ່າ­ລືມ­ຫາໄດ້­ຫຼາຍແລ້ວ ໃຫ້ເອົາໄປຝາກທະ­ນາ­ຄານເດີ


ອະ­ທິບາຍ­ພອນ ສໍາ­ລັບ­ຜູ້­ທີ່­ຢາກໄດ້ພອນ ແຕ່­ຮັບ­ພອນ­ບໍເປັນ


ຄໍາວ່າ ຫາເງິນຫຍວນໃຫ້ໄດ້ເຕັມ­ຫີບ  ໝາຍ­ຄວາມວ່າ ຕະ­ລອດໄລຍະ­ອັນເຫິງ­ນານ­ນັ້ນ ເງິນຫຍວນ­ຄົງ­ຄຸນຄ່າໄວ້­ດົນ ເງິນຫຍວນແຂງ ໑ ດອນ­ຕໍ່ ໘ ຫຍວນ ສະ­ນັ້ນ ເງິນ­ທີ່ທ່ານ­ຫາໄດ້­ກໍໃຫ້­ມັນ­ຄົງ­ຄຸນຄ່າເຊັ່ນ­ນັ້ນ ເໝືອນ­ກັບເງິນເອົາໄວ້ໃນ­ຫີບ ບໍ່ເສັຍງ່າຍ ອີກຢ່າງໜຶ່ງ ຄຳວ່າຫີບໝາຍເຖິງໄມ້ຫີບ ທີ່ປີ້ງຊີ້ນປີ້ງປາ ຫາກໃສ່ຫີບແລ້ວ ຍ່ອມບໍ່ຕົກບໍ່ລົ່ນ ແມ່ນກະທັງປາທີ່ຍັງເປັນຢູ່ ຫາກໃສ່ໄມ້ຫີບແລ້ວຍ່ອມຫຼຸດອອກຍາກ.

ຫາເງິນ­ກີບໃຫ້ໄດ້ເຕັມ­ຂັນ ໝາຍ­ຄວາມວ່າ ຂັນ­ມັນໄວ້­ບໍ່ໃຫ້­ມັນໄປໃສ ເຖິງແມ່ນໃຊ້­ມັນໄປ ກໍຂັນ­ມັນໄວ້ຢ່າໃຫ້­ມັນ­ໜີນານ ຄຳວ່າຂັນ ໝາຍເຖິງເອົາເຊືອກຜູກວັດຖຸສິ່ງໃດໜື່ງໄວ້ແລ້ວ ກໍກ້ຽວໄວ້ໃນກົງ ແລ້ວໃຊ້ແຮງຂັນກົງນັ້ນເຂົ້າມາ.

ຫາເງິນ­ໝັນໃຫ້ໄດ້ເຕັມ­ພາ ໝາຍ­ຄວາມວ່າ ຢ່າໃຫ້­ມັນເປັນ­ໝັນໃຫ້­ມັນ­ພາເຮັດ­ພາ­ສ້າງ ອອກແມ່ແຜ່­ລູກ ສືບຕໍ່ໄປ ຄຳວ່າໝັນ ມີສອງຄວາມໝາຍ ແມ່ຍິງທີ່ມີລູກຍາກ ຫຼືສັດທີ່ບໍ່ມີລູກຈັກເທື່ອ ຮຽກວ່າເປັນໝັນ ອີກຄວາມໝາຍໜຶ່ງ ເງິນຊະນິດໜຶ່ງຮຽກວ່າເງິນໝັກ(ເປັນຄຳຈຳເພາະຖິ່ນທາງພາກເໜືອ ຄືໝາຍເຖິງເງິນກີບຫົວໜາມ ສະໄໝອິນດູຈີນ ຝຣັ່ງເສດ) ຄຳວ່າຄຳວ່າໝັນ ຍັງເອົາໄປໃຊ້ໃນຄວາມໝາຍແຝງອື່ນໆ ອີກເຊັ່ນ ຮັກເປັນໝັນ ໝາຍເຖິງຮັກທີ່ບໍ່ສຳເລັດຜົນ, ຄວາມຮູ້ເປັນໝັນ ໝາຍເຖິງຄວາມຮູ້ໃຊ້ການບໍ່ໄດ້ ດັ່ງນີ້ເປັນຕົ້ນ.

ຫາເງິນໂດລ໌­ລາ­ຣ໌­ໃຫ້ໄດ້ໂອ(ເງິນດອລລາຣ໌) ໝາຍ­ຄວາມວ່າ ຫາເງິນຫຍັງ­ກໍຕາມ ຈະໄດ້ຫຼາຍ­ ຫຼືໄດ້ນ້ອຍກໍຕາມ ຈົ່ງພໍໃຈໃນສິ່ງທີ່ຫາໄດ້ ໃຫ້ໃນສິ່ງທີ່ມີ ໂອລະ­ນໍ ດ້ວຍ­ຄວາມພໍອົກພໍໃຈ ເຕັມ­ອົກເຕັມໃຈ ໃນພາສາອັງກິດວ່າ Okey ຄືຄວາມຕົກລົງປົງໃຈ ກໍຄືພໍໃຈນັ້ນເອງ.

ຫາເງິນ­ຢູໂຣໃຫ້ໄດ້ເຕັມເຮືອນເຕັມ­ຊານ ໝາຍ­ຄວາມວ່າ ໃຫ້ເງິນ­ອັນ­ນີ້­ມັນ­ສາມາດ­ຊີ້­ຂາຍໄດ້ ກວ້າງ­ຂວາງ ເພື່ອແຜ່ເຈືອຈານ ລ້ຽງ­ຄົນໃນເຮືອນໃຫ້ເປັນ­ສຸກ ລ້ຽງ­ຄົນ­ນອກເຮືອນໃຫ້ເປັນ­ສຸກ ລ້ບງຕົນເອງໃຫ້ເປັນສຸກ ບໍ່ໃຫ້ເງິນພາເຮັດຊົ່ວ ທຳຊົ່ວ ຄືຕ້ອງໃຫ້ເກີດຄຸນ ໄດ້ເງິນແລ້ວໃຊ້ເງິນເປັນ ຢ່າໃຫ້ເງິນໃຊ້.

ຢ່າ­ລືມ­ຫາໄດ້­ຫຼາຍເອົາໄປຝາກທະ­ນາ­ຄານເດີ ໝາຍ­ຄວາມວ່າ ເມື່ອຮັ່ງ­ມີດີໄດ້ແລ້ວ ຕ້ອງສ້າງ­ບຸນ­ນິທິ ຄືທະ­ນາ­ຄານ ທັງທະ­ນາ­ຄານ­ຊາດ­ນີ້ ແລະ­ທະ­ນາ­ຄາ­ຊາດໜ້າ.

ທະ­ນາ­ຄານ­ຊາດ­ນີ້
໑. ລ້ຽງ­ຕົນໃຫ້ເປັນ­ສຸກ
໒. ລ້ຽງ­ຄົນໃນ­ຄວາມ­ຄຸ້ມ­ຄອງ ແລະ­ມີຄຸນໃຫ້ເປັນ­ສຸກ
໓. ລົງ­ທຶນ­ທຸຣະ­ກິດ­ການຄ້າ

ທະ­ນາ­ຄານ­ຊາດໜ້າ
໔. ທໍາບຸນໄວ້ໃນ­ສາ­ສນໜາ ແລະ­ກໍ່ສ້າງ­ສາ­ທະ­ຣະ­ນະ­ປະ­ໂຫຍ­ດ­ອື່ນໆ­.
ພອນ­ອັນ­ນີ້ ຜູ້ສະ­ຫຼາດຍ່ອມໄດ້ ຜູ້ໃບ້ ບໍ່ເຫັນ­ຄຸນເດີ

Tuesday 16 December 2014

ເງິນສາມນາງ ໃຊ້ແທນເງິນຫຼຽນຫົວໜາມ ແລະເງິນຝັກເງິນຮາງແຕ່ກີ້.

ເງິນສາມນາງ ໃຊ້ແທນເງິນຫຼຽນຫົວໜາມ ແລະເງິນຝັກເງິນຮາງແຕ່ກີ້.
-====------====-

- ເງິນເຈັ້ຍ ທີ່ເຫັນນີ້ລາວ ຮຽກວ່າເງິນ 3 ນາງ, ແຕ່ເກີດມາເຄີຍເຫັນໃບແທ້ 2-3 ຄັ້ງນີ້ລະ ແຕ່ ລະຄັ້ງກໍຂອງເຂົາທັງນັ້ນ, ແຕ່ກ່ອນມີຄົນຊອກຫາຊື້ ບໍ່ຮູ້ວ່າເຂົາຈະເອົາໄປ ເຮັດຫຍັງ, ປີ 1986 ເປັນຕົ້ນມາ ມາຢູ່ວຽງຈັນ ກະເຫັນເຂົາຊອກຫາ ຊື້ອີກ, ຮູ້ສືກວ່າມີຄົນຊອກຊື້ ຊອກຫາຫຼາຍ ສົມຄວນ ກະສອບຖາມເຂົາໄດ້ຄວາມ ວ່າ "ເອົາໄປລົງເລກ" ຟັງປຸບ ແນວຄິດຢຸດປັບ ເຂົາພັນລະນາສັບພະຄຸນຂອງເງິນ ແລະອາຈານລົງເລກ ອະພິນິຫານຄັກ, ຍິ່ງພັນລະນາ ຍິ່ງເຮັດໃຫ້ຜູ້ຂຽນບໍ່ ເຊື່ອຂຶ້ນຊັກໃຊ້ ເພາະບໍ່ມັກເລກແນ່ ແລະຕອນນັ້ນຄົງຈະປະຕິບັດກຳມັດຖານ ຈຶ່ງບໍ່ໄດ້ຕົກຢູ່ໃນວົງຈອນນັ້ນ, ຫຼັງປີ 1990 ພັດມີການຊອກຫາ ຂອງດີໆຕ່າງໆ ນານາໆ ກະແສເອົາໄປລົງເລກກໍຍັງຢູ່ ທັງງ້າງ, ທັງຄຸດ, ທັງເຫຼັກໄຫຼ ແລະອື່ນໆລວມທັງເງິນສາມນາງ ນີ້ດ້ວຍ ແຕ່ວ່າຄັ້ງນີ້ມາເພິ່ມວ່າ ມີການສັ່ງຊື້ຈາກ ຕ່າງປະເທດດ້ວຍ.

- ການທີ່ມີຄວາມເຊື່ອວ່າ ເອົາຂອງດີໄປລົງເລກ, ກັບການສັ່ງຊື້ຈາກຕ່າງປະເທດ ມັນເຮັດໃຫ້ຜູ້ຂຽນຄິດຕ່າງ ນອກເໜືອຈາກລົງເລກ ສະໄໝນັ້ນກໍອາຍຸປະມມານ 21-22 ປີນີ້ລະ ພວກຫາຊື້ຂອງກະມາຫາເລື້ອຍ ມາຊວນເລື້ອຍ ໃຫ້ຊອກຫາໃຫ້ ຮັບຟັງເຂົາໄດ້ ແຕ່ບໍ່ສົນໃຈຫາໃຫ້ເຂົາຈັກເທື່ອ ເພາະຫຍັງ ເພາະບໍ່ເຊື່ອວ່າ ອາຈານລົງເລກຈະເກ່ງ ຄັນເກ່ງແທ້ ບໍ່ຕ້ອງຫາວັດຖຸມາລົງດອກ ນັ່ງສະທິເອົາກໍໄດ້ຄັນໃຈສະຫວ່າງ, ຍິ່ງມາຍິນການສັ່ງຊື້ຈາກຕ່າງປະດ້ວຍ ຊື້ທຸກຢ່າງທີ່ເປັນຂອງເກົ່າ ຂອງດີ ມີເຫຼັກໄຫຼ, ງ້າງ ເປັນຕົ້ນ ແຕ່ຕ້ອງຍິງຜ່ານຈຶ່ງຊື້ ແຕ່ເທົ່າທີ່ຮູ້ມາ ນ້ອຍຄົນທີ່ຈະຜ່ານການທົດ ລອງນີ້ ຍິ່ງເຮັດໃຫ້ຄິດຕ່າງ ວ່າມັນຕ້ອງ ມີອັນຕ່າງ ຈາກການລົງເລກແນ່ນອນ.

- ຄວາມຄິດຂອງຜູ້ຂຽນຕອນຄິດຕ່າງໝູ່ ຄື 1. ນັກສະສົມຂອງເກົ່າ, 2. ເອົາເຂົ້າພິທະພັນ 3. ເປັນຕົ້ນແບບໃນການລອກລຽນແບບຕົ້ນສະບັບ ເພື່ອປຳ້ຂາຍ.

- ທັງສາມຄວາມຄິດນີ້ ເກີດຂຶ້ນແຕ່ປີ 1990 ເປັນຕົ້ນມາ ເພາະມີແນວຄິດແບບນີ້ ຈຶ່ງບໍ່ກະຕືລືລົ້ນຈະຊອກຫາ ເພາະການຊອກ ຫາບໍ່ແມ່ນຈະຊອກງ່າຍໆ ເລີ່ມຕົ້ນຈາກການລົງ ທືນກ່ອນ ຄິດວ່າເສັຍເງິນ ແລະເວລາຍ້ອນ.

- ປີ1990 ຮູ້ຈັກກັບຄົນທີ່ຊອກຫາຂອງ ດີໄປລົງເລກນີ້ ແລະຂາຍນີ້ຄົນໜຶ່ງ ຮູ້ຈັກກັນພໍປະມານ ວ່າເຂົາມັກໃນທາງນີ້ ເຂົາເອງສະໄໝນັ້ນເຝີຖ້ວຍ 20-30 ກີບນີ້ເຂົາມີ ຮອດບໍລິສັດ, ມີເຮືອນກໍ່ ມີລົດຂີ່ ແລະມີລົດ ຫາເງິນຫຼາຍຄັນ ແລະບໍລິສັດກໍ່ສ້າງນີ້ ນັບວ່າຮັ່ງບໍ່ຢອກ, ເຂົາໃຈປໍ້າໃນການຊອກຫາ ຂອງດີ ວ່າແຕ່ຍິນຂ່າວແມ່ນໄປໂລດໄກປານໃດ ຍິນເຂົາເວົ້າໃຫ້ຟັງ ເໝົາຍົນໄປກໍຍັງເຄີຍມີ ຫາກແມ່ນຂອງນັ້ນຢູ່ບ່ອນກັນດານ ເຄີຍເວົ້າເປັນໄນໆໃຫ້ເຂົາຟັງກ່ຽວກັບຄວາມເຂົ້າໃຈ ຂອງຜູ້ຂຽນ ທີ່ກ່າວໄວ້ 3
ຂໍ້ ບໍ່ຮູ້ວ່າເຂົາເຊື່ອ ຫຼືບໍ່ເຊື່ອ ແຕ່ຈາກປີ 1990-1994 ບໍ່ເຄີຍຍິນວ່າເຂົາສົມຫວັງກ່ຽວກັບເລື່ອງນີ້ ປີ 1994 ຜູ້ຂຽນ ໄປຮຽນຕ່າງປະເທດກັບມາຢາມວຽງຈັນ ປີ 1996 ຫາໂອກາດໄປຢາມເຂົາ ປາກົດວ່າເຂົາອົບພະຍົບໄປຢູ່ອະເມລິກາ ເຫດຜົນບໍລິສັດລົ້ມລະລາຍ ເປັນໜີ້ສິນ.

- ເມື່ອໄດ້ໄປທ່ອງທ່ຽວຕ່າງປະເທດ ໂດຍສະເພາະໄທຍ ເຫັນເຂົາວາງຂາຍຂອງ ທີ່ຄົນລາວຊອກຫານີ້ເກື່ອນກາດເປັນຕະຫຼາດສະເພາະທີ່ທ່າພຣະຈັນ ກທມ ເປັນຕົວຢ່າງ, ໄປປະເທດອື່ນໆ ກໍເຫັນມີຂອງເຫຼົ່ານີ້ປາກົດຕົວໃນທີ່ທ່ອງທ່ຽວ ເມື່ອເຂົ້າພິພິທະພັນຕ່າງປະເທດ ໝວດເງິນໂລກ ກໍມັກຈະເຫັນເງິນລາວ ສະໄໝຕ່າງໆລວມເງິນສາມນາງນີ້.

- ປີ 1999 ຮຽນຈົບໄປເມືອງຫຼວງພະບາງຄັ້ງທຳ ອິດ ຕາມທີ່ທ່ອງທ່ຽວ ມີການຂາຍຂອງເກົ່າຢ່າງ ເປີດແປນມີທຸກຢ່າງເງິນເກົ່າ ຂອງເກົ່າ ຫີນຂວັນຟ້າສຽມຕຸ່ນ ແລະອື່ນໆ ລ້ວນແຕ່ຂອງແທ້ລາຄາບໍ່ແພງ 40.000 ກີບຂຶ້ນເມືອ ບໍ່ເກີນ 100.000 ກີບ.

- ສິ່ງທີ່ບໍ່ເຄີຍມີ ໃນແນວຄວາມຄິດທາງວັດທະນະທຳລາວ ຄື ເອົາພະພຸດທະຮູບແທ້ໆ ມາວາງຂາຍປົນກັບ ຂອງທີ່ລະນຶກ ແລະຂອງເກົ່າແທ້ໆເຫຼົ່ານັ້ນ ອັນນີ້ຖືວ່າເປັນຈຸດປ່ຽນທາງຄວາມຄິດຂອງຄົນ ລາວກ່ຽວກັບຂອງດີ ຂອງມຸງຄຸນ ມີການໄດ້ມາໂດຍການຊື້ຂາຍ ບໍ່ແມ່ນສັດທາ.

- ນັບແຕ່ປີ 2004 ເປັນຕົ້ນມາ ປາກົດວ່າໃນທີ່ທ່ອງ ທ່ຽວຂອງລາວ ຂອງທີ່ລະນຶກ ລວມທັງພຣະຕ່າງໆ ລ້ວນມີແຕ່ຂອງປອມຂອງລຽນແບບ ໄປທີ່ໃດກໍເຫັນ ບໍ່ສະເພາະແຕ່ໃນທີ່ທ່ອງທ່ຽວລາວ ທີ່ປະເທດອື່ນໃນອາຊີ ກໍຍັງມີຂອງແບບດຽວຂາຍ ເງິນສາມນາງນີ້ ຂອງປອມກະຍັງເຄີຍເຫັນຄືກັນ.