Thursday 27 February 2014

ກ້າວສູ່ນີຣະພານ

ກ້າວສູ່ນີຣະພານ
———
ອາໄລອາວອນແດ່ດວງວິນຍານອັນບໍລິສຸດ
ຂອງ
ພຣະພຸດທະໂຄສານຈາຣຍ໌(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)
———

ດວງດາວເດັ່ນດັບລົ່ນພື້ນ ພິພົບໂລກມົວແສງ
ເມທີຈານຜູ້ຊົງທຳວາຍຊົນ ມືດກະມົນສາທຸຊົນເສົ້າ
ເໝືອນກັບດາວປະດັບຟ້າ ເວຫາເຄີຍແສງຮຸ່ງ
ມືດດັບອັບແສງສູນສ້ຽງສິ້ນ ໂລກາເສົ້າໝົ່ນໝອງ

ພຸດທະສາສິນິກະຊົນລາວທົ່ວຫ້ອງ ສາທາຖິ່ນດິນລາວ
ທຸກໝູ່ຊຸມແຊງສິດ ຢູ່ໄກທັງໃກ້
ໃຜກໍໂສກາເສົ້າ ອຸໄທເຫງົາຫງວມໂສກ
ວິໂຍກຈິດສະອື້ນ ສະເນືອນແໜ້ນອັ່ງມະໂນ

ສຸດທີ່ອ່າວອັ່ງໂອ້ ອຸກອຸ່ມດວງຈິດ
ແສນເສັຍດາຍຊີວິດ ຜູ້ທີ່ທຳຄຸນອະນັນລົ້ນ
ສະຫຼະຕົນບູຊາໄທ້ ອົງພຸດທາຕະຫຼອດຊີບ
ທຳປະໂຫຍດເພື່ອຊາດສ້ຽງ ສາສະໜາພ້ອມຊົ່ວຊີບວາຍ

ພຣະເຖຣະອົງປຣາຊນັ້ນ ໄດ້ວາງລະສັງຂານ
ປະແຕ່ຄຸນງາມທັງຄວາມດີ ໄວ້ແກ່ຊຸມແຊງເຊື້ອ
ກັບປັນຍາຄວາມຮູ້ ວິຊາການທຸກຢ່າງ







Wednesday 26 February 2014

ປະຫວັດຫຍໍ້ ພຣະທຳມະໂຄສາຈານ ອັກຄະມະຫາບັນດິດທຳມະໂຊຕິກະທະຊະ(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)

- ພຣະທຳມະໂຄສາຈານ ອັກຄະມະຫາບັນດິດ ທຳມະໂຊຕິກະທະຊະ(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)

- ນາມເດີມ ກ້າວ ພຸດທະວົງສ໌
- ກຳເນີດ(ເກີດ) ເມື່ອວັນທີ 16 ເມສາ(4) ປິ 1920 ກົງກັບ ວັນສຸກ ແຮມ 13 ຄໍ່າ ເດືອນ 5 ລາວ ປີວອກ ພສ. 2463, ທີ່ບ້ານທ່ານາ ຕາແສງບໍ່ໂອ ເມືອງວຽງຈັນ (ປັດຈຸບັນ ເມືອງຫາດຊາຍຟອງ) ນະຄອນຫຼວງວຽງຈັນ.
- ມີຍາດພີ່ນ້ອງຮ່ວມອຸທອນດຽວກັນ 4 ຄົນ.
1. ນາງດົກ (ຕາຍ)
2. ຈານຊານາກ (ຕາຍ)
3. ນາງຄຳແຫວນ (ຕາຍ)
4. ຍາທ່ານກ້າວ ພຸດທະວົງສ໌ ເປັນນ້ອງຊາຍຫຼ້າ.
- ເມຶ່ອອາຍຸ 7 ປີໄດ້ເຂົ້າຮຽນໂຮງຮຽນປະຖົມສົມບູນ ບ້ານບໍ່ໂອ ຈົນຈົບປະຖົມ;
- ອາຍຸໄດ້ 13 ປີ ໄດ້ເຂົ້າອຸປະສົມບົດເປັນສາມະເນນ ໄດ້ຮຽນຕໍ່ທີ່ໂຮງຮຽນວັດທະນາ ຮຽນໜັງສືສູດ, ເທດ, ວິໄນ, ອັກສອນທຳ, ອັນສອນລາວ, ອັກສອນຂອມ, ອັກສອນໄທ ຈົນອ່ານອອກຂຽນໄດ້.
- ອາຍຸ 16 ປີໄດ້ຍ້າຍຈາກວັດເດີມທ່ານາ ໄປພຳນັກທີ່ວັດເພັຍວັດ ຕາແສງວັດຈັນ ນະຄອນວຽງຈັນ(ປັດຈຸບັນ ເມືອງສີສັດຕະນາກ) ໄດ້ເຂົ້າຮຽນຕໍ່ທີ່ໂຮງຮຽນປະຣິຍັດຕິທຳວັດສີສະເກດ, ເປັນເວລາ 3 ປີ ສອບໄລ່ນັກທຳຕີ ໂທ ເອກ ຕາມລຳດັບ.

1. ດ້ານການສຶກສາ ແລະສາສະໜາ
- ອາຍຸ 18 ປີ ໄດ້ສຶບຕໍ່ຮຽນປະຣິຍັດໃນຊັ້ນມັດທະຍົມ 1, 2, 3 ຕາມລຳດັບ ທຽບມະຫາປະໂຫຍກ 6.
- ອາຍຸ 21 ປີ ໄດ້ອຸປະສົມບົດ ເປັນພຣະພິກຂຸ ທີ່ພັດທະສີມາວັດທະນາ ຕາແສງບໍ່ໂອ ໂດຍມີ ພຣະຫຼັກຄຳແກ້ວ ອຸເທນສັກດາ ເປັນພຣະອຸປັດຊາຈານ, ພຣະຊາປັນ ເປັນກຳມະວາຈາ ແລະພຣະຄຣູສຸຄົດ ເປັນອະນຸສາວະນາຈານ.
- ປີ 1941 ເຂົ້າໂຮງຮຽນປະຣິຍັດຕິທຳ ມັດທະຍົມປາຍ ສອບໄລ່ ໄດ້ມະຫາປະໂຫຍກ 7, 8, 9. ເມຶ່ອຈົບແລ້ວ 1944 ໄດ້ຖືກແຕ່ງຕັ້ງເປັນຄູສອນໂຮງຮຽນປະຣິຍັດຕິທຳ ທີ່ໂຮງຮຽນປະຣິຍັດຕິທຳວັດກາງທ່າ ຕາແສງບໍໂອ ແລະຖຶກແຕ່ງຕັ້ງ ເປັນເຈົ້າອະທິການວັດດັ່ງກ່າວ.
- ປີ 1957 ໄດ້ເປັນອະນຸກຳມະການ ສະຫຼອງເຄິ່ງພຸດທະການທີ່ຈັດຂຶ້ນ ທີ່ຫໍທຳມະສະພາ(ສາລາພັນຫ້ອງ) ພຣະທາດຫຼວງ ທີ່ອົງການປົກຄອງສົງ ແລະລັດຖະບານແຫ່ງພຣະຣາຊະອານາຈັກລາວຈັດຂຶ້ນ ສະຫຼອງພ້ອມກັນທົ່ວປະເທດ ແລະທົ່ວໂລກ, ເຊິ່ງມີຊາວພຸດທົ່ວໂລກເຂົ້າຮ່ວມ.
- ປີ 1958 ໄດ້ໄປສຶກສາຕໍ່ທີ່ມະຫາວິທະຍາໄລນາລັນທາ ປະເທດອິນເດັຍ, ເປັນເວລາ 6 ປີ ໄດ້ຮັບປະຣິນຍາບັດ ໃນລະດັບປະຣິນຍາໂທ (M.A) ໄດ້ໄປທັດສະນະສຶກສາທີ່ປະເທດສີລັງກາ ແລະຈຳພັນສາຢູ່ທິ່ນັ້ນເປັນເວລາ 3 ເດືອນ.
- ປີ 1963 ໄດ້ຖືກແຕ່ງຕັ້ງເປັນຜູ້ອຳນວຍການກອງຕຳລາ ສະຖາບັນການສຶກສາພຣະພຸດທະສາສະໜາ ແລະເປັນອາຈານສອນໃນສະຖາບັນການສຶກພຸດທະສາສະໜາ ເຊິ່ງເປັນໂຮງຮຽນປະຣິຍັດຕິທຳທຽບກັບມະຫາວິທະຍາ ໄລສົງ ເປິດສອນທາງວິຊາສາສະໜາ ແລະວິຊາການທົ່ວໄປ ໃນລະດັບປະຣິນນາຕີ ແລະມະຫາປະໂຫຍກ 9 ສາຍປະຣິຍັດ (ວັດອົງຕຶ້ມະຫາວິຫານຈົນຮອດ ປີ 1975)
-  ຫຼັງ 1976 ສະຖາບັນການສຶກສາພຣະພຸດທະສາສະໜາ ໄດ້ຖືກປ່ຽນມາເປັນໂຮງຮຽນສ້າງຄູສົງຊັ້ນກາງ ເພິ່ນກໍໄດ້ເປັນ ອາຈານປະຈຳໂຮງຮຽນສ້າງຄູສົງ ແລະເປັນຄະນະປົກຄອງສົງ ໃນລະດັບ ອພສ ສູນກາງ ແລະທັງຍັງໄດ້ເປັນຜູ້ອຳນວຍ ຮອງຜູ້ອຳນວຍການໂຮງຮຽນສ້າງຄູສົງ ແລະເປັນຜູ້ອຳນວຍການ ຈົນເຖິງປິ 1993 ໄດ້ເປັນຫົວໜ້າສຶກສາສົງສູນກາງ ຈົນຮອດປີ 1997.(ນັບແຕ່ປີ 1975 ເປັນຕົ້ນມາ ຂໍ້ມູນລະອຽດຈະໄດ້ເພີ່ມຕື່ມຕາມທີຫຼັງ)

2. ດ້ານການຕ່າງປະເທດ.
- ປີ 1970 ໄດ້ຖຶກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດອິນເດັຍ 1 ອາທິດ.
- ປີ 1972 ໄດ້ຖືກແຕ່ງຕັ້ງໄປຢ້ຽມຢາມປະເທດຣັດເຊັຍ 1 ອາທິດ.
- ປີ 1974 ໄດ້ຖືກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດມົງໂກລີ 1 ອາທິດ.
- ປີ 1979 ໄດ້ຖືກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດອິນເດັຍ 2 ອາທິດ.
- ປີ 1999 ໄດ້ໄປຢ້ຽມຍາມ ຄະນະສົງ ແລະຍາດໂຍມລາວ ທີ່ປະເທດສະຫະຣັດອາເມຣິກາ (ຣັດເທັກຊັດ) ເປັນເວລາ 11 ເດືອນ.
- ປີ 2001 ໄດ້ໄປທັດສະນະສຶກສາ ທີ່ປະເທດສິງກະໂປ ຕາມການນິມົນຂອງພຣະອາຈານເລືອງສັກ ເປັນເວລາ 1 ເດືອນ.
- ວັນທີ 3 ມິນາ(3) ປີ 2004 ກົງກັບຂຶ້ນ 13 ຄໍ່າເດືອນ 3 ໄດ້ໄປຮັບອັກຄະມະຫາບັນດິດ ທຳມະໂຊຕິກະທະຊະ ທີ່ຣັດຖະບານ ແລະຄະນະສົງປະເທດສະຫາພາບມຽນມາ ນ້ອມຖວາຍ ທີ່ຖໍ້າກາບາເອ ເປັນເວລາ 6 ວັນ.
(ຍັງມີຕໍ່ລໍອ່ານວັນໜ້າ)

- ວັນທີ 26 ກຸມພາ 2014 ກົງກັບ ພະຫັດ ແຮມ 12  ຄໍ່າເດືອນ 3 ລາວ,  ປີມະສິງ ພສ 2556 ເວລາ 12 ໂມງ 30 ນາທີ ໄດ້ລະສັງຂານ,  ທີ່ໂຮງໝໍມະໂຫສົດ ລວມສີລິອາຍຸໄດ້ 93 ປີ 10 ເດືອນ 10 ວັນ.

ປະຫວັດຫຍໍ້ຂອງຍາທ່ານ ຍັງບໍ່ທັນຈົບ(ເພາະຍັງໄດ້ຄົ້ນຄວ້າເພິ່ມຕື່ມຈາກຫຼາຍຝ່າຍໂດຍສະເພາະ ທາງອົງການ ອພສ ທີ່ຈະສະຫຼຸບ ການເຄື່ອນໄຫວ້ວຽກງານຂອງທ່ານທັງກ່ອນແລະຫຼັງລະບອບໃໝ່ໂດຍລະອຽດອີກຄັ້ງ.
(ໂຜດຕິດຕາມທິຫຼັງ)

Tuesday 4 February 2014

ການບວຊ ໃນພຸດທະສາສນາ

- ການບວຊ ໃນພຸດທະສາສນາ ຮຽກວ່າ ອຸປະສົມບົດ(ອຸປສົມບົທ) ປາລີວ່າ "ອຸປະສມປະທາ" ໃນສະໄໝພຸດທະການມີ 8 ຢ່າງ ຄື:
1. ເອຫິພິກຂຸອປະສັມປະທາ: ເປັນການບວຊທີ່ພຣະສັມມາສັມພຸດທະເຈົ້າ ຊົງພຣະທານບວຊໃຫ້ພຣະສາວົກເອງ,  ໂດຍຕັດວ່າ "ເອຫິ ພິກຂຸ" ແປວ່າ "ທ່ານຈົ່ງມາເປັນພີກຂຸເຖີດ" ການບວຊແບບນີ້ ແມ່ນພຣະອັນຍາໂກນທັນຍະ(ໂກນທັນຍະ) ເປັນຜູ້ບວຊເປັນອົງແຮກ ແລະສຸພັດທະພິກຂຸ ເປັນອົງສຸດທ້າຍ ກ່ອນຈະປະຣິນິພພານ.

2. ຕິສະຣະນະຄະນູສັມປະທາ: ເປັນການບວຊ ໂດຍໃຫ້ຜູ້ຂໍບວຊເປັ່ງວາຈາ ຕໍ່ໜ້າພຣະສາວົກວ່າ ຂໍພຣະຣັດຕະນະໄຕຣ ເປັນທີ່ເພິ່ງ 3 ຄັ້ງ; ວິທີນີ້ເປັນວິທີໃຊ້ບວຊໃຫ້ສາມະເນນ.

3. ຍັຕຕິຈະຕຸຕຖະກັມມະອຸປະສັມປະທາ: ເປັນການບວຊໂດຍໃຫ້ຄະນະສົງປະຊຸມກັນໃນອຸໂປສົດ ໂດຍມີພຣະພິກຂຸອົງໜຶ່ງເປັນຜູ້ແຈ້ງວ່າ ເມື່ອປະກາດຄົບ 4 ຄັ້ງໂດຍບໍ່ມີພຣະອົງໃດຄັດຄ້ານ ຖືວ່າຜູ້ຂໍບວຊໄດ້ຮັບອະນຸຍາດໃຫ້ບວຊ ເປັນພິກຂຸ.

4. ຄຣຸທັມມະປະຕິກຄຄະຫະນູປະສັມປະທາ: ເປັນການບວຊໂດຍພຣະພຸດທະເຈົ່າເປັນຜູ້ປະທານຄຣຸທັມ 8 ປະການ ແກ່ພຣະນາງມະຫາປະຊາບໍດີໂຄຕະມີ ພ້ອມດ້ວຍສະຕຣີສາວົກສາກະຍະ 500 ນາງ, ເມື່ອນາງຮັບຄຣຸທັມ 8 ປະການ ກໍໄດ້ຮັບສະຖາປານາເປັນພິກຂຸນີ.

5. ອັຕຖະວາຈິກາອຸປະສັມປະທາ: ເປັນການບວຊໂດຍໃຫ້ຜູ້ບວຊຮັບ ຍັຕຕິຈະຕຸຕຖະກັມມະອຸປະສັມປະທາຈາກພິກຂຸນີສົງກ່ອນຄັ້ງໜຶ່ງ ແລ້ວຈຶ່ງຮັບຍັຕຕິຈະຕຸຕຖະກັມມະອຸປະສັມປະທາ ຈາກພີກຂຸສົງອີກຄັ້ງໜຶ່ງ ເມື່ອຜ່ານການອຸປະສົມບົດທັງສອງຄັ້ງແລ້ວ ຈຶ່ງໄດ້ເປັນພິກຂຸນີ.

6. ໂອວາທະປະຕິຄຄະຫະອຸປະສັມປາທາ: ເປັນການບວຊ ໂດຍພຣະສັມມາສັມພຸດທະເຈົ້າປະທານພຣະໂອວາດ, ເມື່ອປະທານພຣະໂອວາດແລ້ວ ກໍເປັນພຣະພິກຂຸ ພຣະມະຫາກັສສະປະເປັນອົງແຮກທີ່ໄດ້ບວຊແບບນີ້.

7. ປັນຫາພະຍາກະຣະນູສັມປະທາ: ເປັນການບວຊທີ່ພຣະພຸດທະເຈົ້າບົງຕອບບັນຫາ ກ່ອນ້ວຈຶ່ງອຸປະສົມບົດ ຜູ້ບວຊແບບນີ້ແມ່ນ ສາມະເນນໂສປາກະ.

8. ທູເຕນະອຸປະສັມປະທາ: ເປັນການບວຊໂດຍທີ່ພຣະສັມມາສັມພຸດທະເຈົ້າຊົງສົ່ງທູດຂອງພຣະອົງໄປບວຊ ວິທີນີ້ ພຣະອົງໄດ້ສົ່ງທູຕາຂອງພຣະອົງໃຫ້ໄປບວຊແກ່ຍິງໂສເພນີອັຖທະກາສີ.