Saturday 18 June 2011

ມະນຸດ 5 ພວກ

- ໃນທາງພຸດທະສາສນາ ໄດ້ຈັດຣະດັບຄວາມເປັນມະນຸດໄວ້ 5 ກຸ່ມ ໂດຍເອົາພຶກຕິກັມມະນຸດເອງ ເປັນເຄື່ອງວັດ ຄື
1. ມະນຸສສະ ເນຣຍະນິໂກ : ມະນຸດນະຣົກ
2. ມະນຸສສະ ເປໂຕ : ມະນຸດເຜດ (ເປຣດ)
3. ມະນຸສສະ ຕິຣັຈສໂນ : ມະນຸດສັດເດັຍຣະສານ.
4 ມະນຸສສະ ພໂຕ : ມະນຸດໆແທ້ໆ
5. ມະນຸສສະ ເທໂວ : ມະນຸດເທວະດາ.

- ມະນຸດເຫຼົ່ານີ້ ບໍ່ໄດ້ຢູ່ໂລກອື່ນ ຫາກຢູ່ສັບປົນກັນຢູ່ໃນໂລກມະນຸດເຮົານີ້ເອງ ພວກເຂົາອາດເປັນຍາດພີ່ນ້ອງເພື່ອນຝູງ ແລະຄົນໃນຄອບຄົວ ເຮົານີ້ເອງ ເຄື່ອງມືທີ່ຈະເບິ່ງວ່າໃຜເປັນມະນຸດປະເພດໃດ ໃຫ້ເບິ່ງພຶດຕິກັມຂອງເຂົາ ດັ່ງນີ້.

1. ມະນຸສສະ ເນຣຍະນິໂກ : ມະນຸດນະຣົກ, ໄດ້ແກ່ມະນຸດມີຄວາມໂຫດຮ້າຍ, ຫຍາບຄາຍ, ຂ້າສັດຕັດຊີວິດ ປຸ້ນ ຈີ້ ລັກຊັບ ຂະໂມຍຂອງ ໂກງສົມບັດຂອງຜູ້ອື່ນມາຄອບຄອງ, ມີການຂ້າ ຕີ ບີ ໂບຍ ຂົ່ມຂືນ ສໍາເລົາ ຂ້າ ບຽດບຽນຄົນອື່ນ ສັດອື່ນ ເປັນຄົນໄຮ້ສິນທັມ ບໍ່ມີສິນທັມ ຂາດສິນ 5 ປະຈຳຕົວ ຖືກຈອງຈຳ ເຂົ້າຄຸກເຂົ້າຕະຣາງ.

2. ມະນຸສສະ ເປໂຕ : ມະນຸດເຜດ (ເປຣດ)
- ມະນຸດຜູ້ມາກມາຍໄປດ້ວຍຄວາມໂລບ ມາກໄປດ້ວຍຕັນຫາ ມັກລັກເລັກຂະໂມຍນ້ອຍຂອງຂອງຜູ້ອື່ນມາເປັນຂອງຕົນ ດຳຣົງຊີວິດ ດ້ວຍການໂລກ ລັກ ສໍ້ ໂກງ ຕົວະ ຍົວະ ຫຼອກລວງ ກູ້ໜີ ຢືມສິນ ຍາດແຍ່ງເຂົາກິນ ຂໍທານເຂົາກິນ.

3. ມະນຸສສະ ຕິຣັຈສໂນ : ມະນຸດສັດເດັຍຣະສານ.
- ໄດ້ແກ່ມະນຸດທີ່ຂວາງທາງສິນທັມ ມີໂມຫະຄືຄວາມຫຼົງຫຼາຍ ບໍ່ຮູ້ຈັກບາບ ບໍ່ຮູ້ຈັກບຸນ ບໍ່ຮູ້ຈັກຄຸນ ບໍ່ຮູ້ຈັກໂທດ ບໍ່ຮູ້ຈັກປະໂຫຍດ ແລະບໍ່ເປັນ ປະໂຫຍດ ບໍ່ຮູ້ຈັກຄຸນຂອງທ່ານຜູ້ຊົງຄຸນ ຫຼືຜູ້ມີຄຸນ ເຊັ່ນ ບິດາ ມານດາ ຄຣູ ອຸປັດຊາ ອາຈານ ເປັນຕົ້ນ.
- ມະນຸດໄຮ້ສີນທັມ ່ດື່ມສຸຣາ ເມໄຣ ເສບຢາບ້າ ເຮັດໃຫ້ຫຍັງທໍາຫຍັງທາງກາຍ ທາງວາຈາກໍຂວາງໆ ຜິດທໍານອງຄອງທັມ ນາມວ່າ ມະນຸດສາ ຕິຣັຈສາໂນ ແປວ່າມະນຸດເດັຍຣະສານ ເດັຍຣັຈສານ ແປວ່າຜູ້ຂວາງໄປ, ຄືເດີນທອດຕົວໄປບໍ່ໄດ້ເດິນເໝືອນຄົນ ທໍາຫຍັງ ເຮັດຫຍັງກໍກວາງທັມ ຂວາງວິໄນ ຂວາງສິນສະເໝີ ພວກນີ້ມັກຈະບໍ່ຮູ້ຄຸນຄ່າຂອງຊີວິດ.

4 ມະນຸສສະ ພໂຕ : ມະນຸດໆແທ້ໆ
- ມະນຸດແທ້ ຄືເປັນຄົນເຕັມໂຕ ໄດ້ແກ່ຄົນມີສີນ 5 ໝັ້ນຄົງເປັນນິດ ຍືດຖືບໍ່ຂາດ ບໍ່ປະໝາດຕໍ່ສີນ ເພາະສີນເປັນມະນຸດສະທັມ ຄື ທັມປະຈຳຂອງ ມະນຸດ ທຫມທີ່ທຳໃຫ້ຄົນເປັນມະນຸດ ມະນຸສສະ ພູໂຕ ແປວ່າມະນຸດແທ້ໆ ເພາະມີຄຸນນະທັມຄືສີນ, ສີລ ທ່ານແປວ່າ ສຽນ ຄື ຫົວ ຖ້າຄົນສີນກໍຄືຂາດຫົວນັ້ນເອງ ເພາະຂາດຈາກຄຸນນະທັມ ຫົວອາດໝາຍເຖິງມັນສະໝອງທີ່ເຕັມໄປດ້ວຍທັມມະ ຈະຣິຍະທັມ.

5. ມະນຸສສະ ເທໂວ : ມະນຸດເທວະດາ.
- ໄດ້ແກ່ມະນຸດຜູ້ມີສິນ 5 ໝັ້ນຄົງເປັນນິດ ແລ້ວຍັງໄດ້ພະຍາຍາມບຳເພັງກຸສົນເພີ່ມພຸນປາຣະມີເລື່ອຍໆ ເຊັ່ນໃຫ້ທານ ຮັກສາສີລ ຮຽນທັມ ປະຕິບັດທັມ ໄຫວ້ພຣະ ສູດມົນ ມີຫິຣິ ຄວາມລະອາຍຕໍ່ບາບ ໂອຕັປປະ ຄທຄວາມສະດຸ້ງກົວຕື່ນຕົວຕໍ່ຜົນແຫ່ງບາບອະກຸສົນສະເໝີ ຮຽກວ້າເປັນຜູ້ມີໃຈສູງ ຜູ້ມີມີໃຈສູງ ຍົກຣະດັບຈາກຄວາມເປັນມະນຸດທັມມະດາ ຈຶ່ງກາຍເປັນທັມມະດາໄດ້ ເພາະປະກອບໄປດ້ວຍເທວະທັມ 7 ປະການ ຄື:

5.1. ບຳຣຸງລ້ຽງບິດາ-ມານດາ.
5.2. ປະພຶດອ່ອນນ້ອມຖ່ອມຕົນຕໍ່ບຸຄຄົນຜູ້ຈະເຣີນ.
5.3. ເວົ້່າຈາເປັນສຸພາສິດ ອ່ອນຫວານ ນຸ້ມນວນ.
5.4. ບໍ່ເວົ້າສໍ່ສຽດຜູ້ອື່ນ.
5.5. ລະຄວາມຂີ້ຖີ່ໜຽວແໜ້ນ.
5.6. ຮັກຄຳສັດ
5.7. ບໍ່ມັກຮ້າຍ.
- ມະນຸດ ມີຄຸນສົມບັດເຊັ່ນນີ້ ທ່ານຂະໜານນາມວ່າ ມະນຸສສະ ເທໂວ ມະນຸດເທວະດາ

- ສັງຄົມມະນຸດ ປະກອບໄປດ້ວຍ ມະນຸດ 5 ປະເພດນີ້ ໃຜຢາກຮູ້ວ່າຕົນ ແລະຄົນທີ່ເຮົາຄົບຢູ່ເປັນມະນຸດປະເພດໃດ ກໍເອົາຫຼັກການນີ້ໄປພິຈາຣະນາ.

No comments:

Post a Comment