Monday, 1 August 2011

ลักษของจิตและ การทำงานของจิต ລັກສະນະຂອງຈິດ ແລະການທຳງານຂອງຈິດ

- ຈິດມີລັກສະນະສາມັນຕາມທັມມະຊາດ (ສາມັນຍະລັກສະນະ)ມີຢູ່ 3 ປະການ ຄື.
1. ອະນິຈຈະລັກຂະນະ ຄື ມີລັກສະນະທີ່ບໍ່ທ່ຽງ ບໍ່ຄົງທີ່ ຕ້ອງປ່ຽນແປງ(ເກີດ-ດັບ) ຢູ່ຕລອດເວລາ;
2. ທຸກຂະລັກສະນະ ຄື ມີລັກສະນະທີ່ທົນຢູ່ໃນສະພາບເດີມບໍ່ໄດ້ (ເກີດຂຶ້ນແລ້ວ ຕ້ອງດັບໄປ)
3. ອະນັນຕະລັກສະນະ ຄື ມີລັກສະນະທີ່ບໍ່ແມ່ນຕົວຕົນ, ບໍ່ແມ່ນຕົນ ບໍ່ຢູ່ໃນອຳນາດບັງຄັບບັນຊາຂອງຜູ້ໃດ ຈະບັງຄັບໃຫ້ມັນຫຍຸດການເກີດດັບ ບໍ່ໄດ້.

- ສາມັນຍະລັກສະນະທັງ 3 ນີ້ ເປັນສິ່ງຈິງແທ້ແນ່ນອນ ເປັນກົດທັມມະຊາດ ທີ່ຮຽກວ່າ ໄຕລັກ ຮູບທັມ ແລະນາມທັມທັງຫຼາຍອັນໄດ້ແກ່ ຮູບ ຈິດ ແລະເຈຕະສິກ ຍ່ອມຈະຕ້ອງມີລັກສະນະເຊັ່ນນີ້ ເໝືອນກັນທັງໝົດ.

- ນອກຈາກຈິດ ຈະມີລັກສະນະສາມັກ ຕາມທີ່ກ່າວມາແລ້ວ.
- ຈິດຍັງມີລັກສະນະພິເສດສະເພາະຕົວ(ວິເສສະລັກສະນະ)ອີກ 4 ປະການຄື :
1. ມີການຮູ້ອາຣົມ ເປັນລັກສະນະ.
2. ເປັນປະທານໃນທັມທັງປວງ ເປັນກິດ.
3. ມີການເກີດດັບສືບຕໍ່ກັນຢ່າງບໍ່ຂາດສາຍ ເປັນຜົນ.
4. ມີອະດີດກັມ ທວານ ອາຣົມແລະເຈຕະສິກ ເປັນເຫດໃຫ້ຈິດເກີດຂຶ້ນ.

- ການທຳງານຂອງຈິດ ຈະເກີດ ດັບ ສືບຕໍ່ກັນໄປຢ່າງບໍ່ຂາດສາຍ ໃນພຣະສູດຕອນໜຶ່ງ ພຣະພຸດທະອົງຊົງສະແດງໄວ້ມີໃຈຄວາມວ່າ ຍາກທີ່ທະຈະນຳສິ່ງອື່ນໆ ທັງຫຼາຍໃນໂລກ ມາປຽບທຽບກັບຄວາມເກິດອັນໄວວາ ຣວດເຣວຂອງຈິດ ເພາະຈິດເກີດດັບໆ ໄວວາກວ່າສິ່ງໃດໆ ໃນໂລກພຽງຊົ່ວນິ້ວດຽວ ຈິດຈະເກີດດັບເຖິງແສນໂກດຂະນະ ຫຼື 1.000.000.000.000 (ໜຶ່ງລ້ານໆດວງ)
- ທີ່ວ່າ ຈິດມີການເກີດດັລສືບຕໍ່ຢ່າງບໍ່ຂາດສາຍ ເພາະຈິດດວງທີ 1 ເກີດຂຶ້ນແລ້ວດັບໄປ ຕໍ່ຈາກນັ້ນ ຈິຕດວງທີ 2 ກໍຈະເກີດຂຶ້ນຕິດຕໍ່ກັນແລ້ວ ກໍດັບໄປອີກ ເປັນເຊັ່ນນີ້ຕໍ່ເນື່ອງກັນໄປເລື້ອຍໆ.
- ເກີດຂຶ້ນ ຕັ້ງ ຢູ່ ແລ້ວກໍດັບໄປ >>> ເກີດຂຶ້ນ-ຕັ້ງຢູ່-ແລ້ວກໍດັບໄປ.
(ຄວາມຈິງຈິດ ເປັນນາມທັມ ບໍ່ມີຮູບຮູບຮ່າງສັນຖານ ທີ່ຂຽນເປັນວົງມົນໆນັ້ນ ເປັນການສົມມຸດ ເພື່ອໃຫ້ເຂົ້າໃຈງ່າຍເທົ່ານັ້ນ)
- ພາວະທີ່ຈິດເກີດດັບສືບຕໍ່ກັຍເປັນກະແສນີ້ ທ່ານຮຽກວ່າສັນຕະຕິ ເຊິ່ງສາມາປຽບທຽບໄດ້ກັບກະແສນ້ຳ ທີ່ປກະກອບໄປດ້ວຍອະນູຊອງນໍ້າ ນ້ອຍໆຮຽງກັບຕິດຕໍ່ກັນເປັນສາຍ ຂະນະທີ່ກະແສຈິດບໍ່ອອກມາຮັບຮູ່ເຣື່ອງຣາວ(ອາຣົມ) ທາງຕາ, ຫູ, ດັງ, ລິ້ນ, ກາຍ ແລະໃຈ ຈິດໃນຂະນະ ນັ້ນມີຊື່ຮຽກວ່າ ພະວັງຄະຈິຕ ເຊິ່ງເປັນຈິດທີ່ທຳໜ້າທີ່ຮັກສາຮູບນາມ ໃນພົບປັດຈຸບັນໄວ້ບໍ່ໃຫ້ແຕກທຳລາຍໄປ ຈົນກວ່າຈະສິ້ນອາຍຸຈາກພົບນີ້ ແມ່ນຂະນະຫຼັບສະໜິດ (ບໍ່ມີການຝັນ) ຫຼືສະຫຼົບໄປ ກໍມີພະວັງຄະຈິດ ເກີດດັບສືບເນືອ່ງກັນຕລອດເວລາ ອາຣົມຂອງພະວັງຄະຈິດ ເປັນອາຣົມທີ່ສືບເນື່ອງຈາກເຫດ ປັດໄຈໃນອະດີດພົບ.
- ເມື່ອໃດກໍຕາມທີ່ຈິດອອກມາຮັບຮູ້ເຣື່ອງຣາວທາງປະຕູ(ທວາຣ) ທັງ 6 ຄື ຕາ, ຫູ, ດັງ, ລິ້ນ, ການ ແລະໃຈ ເມື່ອນັ້ນຈິຕຈະຂຶ້ນສູ່ວິຖີເຊິ່ງຮຽກວ່າ ວິຖີຈິດ ແລະເມື່ອສິ້ນສຸດແຕ່ລະວິຖີ ກໍຈະມີພະວັງຄະຈິດຄອຍຮັກສາສະພາບທັມມະຊາດເກີດຂັ້ນຢູ່ທຸກຄັ້ງ ແຕ່ເຮົາຈະບໍ່ຮູ້ສຶກຕົວ ເພາະການປ່ຽນແປງກັບໄປກັບມານັ້ນ ເກີດຂຶ້ນໄວວາຫຼາຍ ແມ່ນແຕ່ແສງໄຟຈາກຫຼອດໄຟຟ້າ ທີ່ເຮົາໃຊ້ກັນຢູ່ທຸກວັນນີ້ມີການ ກະພິບໆ(ເກີດ-ດັບ) ຕາມຄວາມຖີ່ຂອງໄຟຟ້າ ກະແສສະຫຼັບດ້ວຍຄວາມໄວພຽງ 50 ຄັ້ງ ຕໍ່ວິນາທີເທົ່ານັ້ນ ເຮົາຍັງບໍ່ສາມາດສັງເກດເຫັນ, ການກະພິບຂອງແສງໄປໄດ້ເລີຍ ດັ່ງນັນ ຈິດເຊິ່ງມີການເກີດດັບຢ່າງໄວວາໄວປະມານ 1 ລ້ານໆຄັ້ງຕໍ່ວິນາທີ ຈຶ່ງບໍ່ໜ້າສົງໄສວ່າເປັນຫຍັງ ເຮົາບໍ່ສາມາດຮູ້ສຶກໄດ້.
- ອະນຸມານວ່າການງໍນີ້ (ການງໍນີ້ວມື້ເຂົ້າມາຫາມື) ໃຊ້ເວລາປະມານ 1 ວິນາທີ.