ການທອດກະຖິນທອດໄດ້ພຽງແຕ່ປີລະ ໑ ຄັ້ງເທົ່ານັ້ນ ທ່ານຈຶ່ງຈັດໃຫ້ເປັນກາລະທານ ໝາຍຄວາມວ່າ “ການຖວາຍທານຕາມກາລະສະໄໝ” ຄຳວ່າພິທີການທອດກະຖິນໝາຍຄວາມວ່າ “ທຳພິທີເອົາຜູ້ທີ່ຕ້ອງການ ເຮັດເປັນກຜ້າກະຖິນນັ້ນນຳໄປທອດໄວ້ ວາງໄວ້ຖ່າມກາງສົງ” ເຈົ້າພາບບໍ່ໄດ້ຍົກຜ້າກະຖິນນັ້ນປະເຄນໃຫ້ ພຣະພິກຂຸ.
ຄຳວ່າ “ກະຖິນ” ເປັນຊື່ຂອງຂອບໄມ້ທີ່ຈະເອົາມາຂຶງເພື່ອເຮັດຈີວອນໃຫ້ໄດ້ຂະໜາດ ຮຽກຕາມຄວາມ ເດີມວ່າ “ໄມ້ສະດຶງ” ເນື່ອງຈາກການເຮັດຜ້າຈີວອນໃນສະໄໝພຸດທະການພຣະສົງໄດ້ເຮັດກັນເອງ ເພື່ອໃຫ້ ງ່າຍຕໍ່ສະພາບຄວາມເປັນຢູ່ຂອງພຣະສົງທີ່ຢູ່ໂດຍປາສະຈາກພັນທະນາການຢູ່ແລ້ວ ແຕ່ຕ້ອງຖືກຕ້ອງຕາມ ພຣະວິໄນດ້ວຍ ພຣະສົງກໍຕ້ອງກະຂະໜາດຂອງຜ້າຈີວອນທີ່ຕ້ອງການກ່ອນດ້ວຍການເອົາໄມ້ “ກະຖິນ” ເຊິ່ງ ເປັນໄມ້ທີ່ບໍ່ຕ້ອງຫ້າມມາຕັດກະໄວ້ດີແລ້ວ ຈຶ່ງເອົາຜ້າທີ່ຫາມາໄດ້ຈາກທີ່ຕ່າງໆ ມາແປະແລະຫຍິບຕໍ່ກັນໄປຈົນ ໄດ້ຕາມຖະໜາດນັ້ນ ວິທີຕັດກະແລະຫຍິບທັງໝົດ ທ່ານຮຽກວ່າ “ການທຳຜ້າກະຖິນ” ການທຳຜ້າກະຖິນນັ້ນ ຈຶ່ງຕ້ອງການພຣະສົງຕັ້ງແຕ່ ໕ ອົງຂຶ້ນໄປຕຳກວ່ານັ້ນບໍ່ໄດ້, ດ້ວຍເຫດວ່າມີພິທີການເຮັດຜ້າກະຖິນນັ້ນ ເປັນດັ່ງ ນີ້ ຄືວ່າ “ພຣະພິກຂຸ ໔ ອົງ ທຳໜ້າທີ່ຂຶງຜ້າຢູ່ ໔ ແຈຂອງໄມ້ສະດຶງອົງລະແຈ ອີກອົງໜຶ່ງທີໜ້າທີ່ຫຍິບຜ້າ.
ຄຳວ່າ ການເຮັດຜ້າກະຖິນ ກໍຄືກຳນົດເອົາຜ້າຈີວອນຜືນໃດຝືນໜຶ່ງ “ຜ້າຈີວອນແມ່ນຫຍັງ ?” ຜ້າຈີ ວອນນັ້ນເຮົາຮຽກເອົາຜ້າ “ທັງໝົດທີ່ເປັນປັດໄຈສຳຄັນຂອງພຣະພິກຂຸ” ຈີວອນໃນຄວາມໝາຍຂອງຜ້າ ກໍຄືໃນ ຮຽກຜ້ານຸ່ງຫົ່ມຂອງພຣະພິກຂຸທັງໝົດ ເຊິ່ງຮຽກຕາມພາສາປາລີວ່າ “ຜ້າໄຕຣ” ຫາກຮຽກຕາມຜາສາລາວວ່າ “ຜາໄກຼ” ຄຳວ່າ “ຜ້າໄກຼ ຫຼືຜ້າໄຕຣ” ກໍຕາມລ້ວນແຕ່ແປວ່າ “ຜ້າ ໓ ຜືນ” ໃນຜ້າສາມຜືນນັ້ນມີຄື “ສັງຄາຕິ, ອຸຕຕະຣະສັງຄັງ, ອັນຕະຣະວະສັງສະກັງ” ເມື່ອຮຽກຕາມພາສາລາວຮຽກວ່າ “ຜ້າສັງຄາ, ຜ້າຄຸມ ແລະຜ້າສະບົງ” ການເຮັດກະຖິນນັ້ນທ່ານໃຫ້ເຮັດຜືນໃດຜືນໜຶ່ງໃນ ໓ ຜືນກໍໄດ້ ຫຼືເຮັດທັງສາມຜືນກໍໄດ້ ທັງນີ້ແມ່ນອີງອາໄສ ເວລາ ແລະວັດຖຸພໍ, ແຕ່ເວລາອະທິຖານ ການ ແລະຄອງກະຖິນນັ້ນ ໃຫ້ກຳນົດເອົາສະເພາະຜ້າຜືນໃດ ຜືນໜຶ່ງໃນ ໓ ຜືນ ທັງນີ້ແມ່ນເພື່ອປະໂຫຍດໃນການຖືຄອງກະຖິນ ແລະນອກຈາກນັ້ນເປັນພຽງແຕ່ຜ້າປະກອບ ຮຽກວ່າ “ປະຣິຂະຣະໂຈຣັນຈະ” ຄືຜ້າບໍຣິຂານ ທີ່ໃຊ້ປະກອບໃນຜ້າໄກຼ, ຫາກມີຜ້ານອກຈາກໄກຼທີ່ເປັນອົງກະ ຖິນແລ້ວ ໃຫ້ຮຽກວ່າ “ຜ້າບໍຣິວານກະຖິນ” ວັດຖຸເຄື່ອງທານໃນກອງກະ ຖິນ ຈະເປັນຫຍັງກໍຕາມນັບແຕ່ຕຽງ ເສື່ອ ສາດ ໝອນ ມຸ່ງໃຫ້ຮຽກວ່າ ບໍຣິວານກະຖິນ ຫຼືເຄື່ອງກອງກະຖິນ, ຄວາມສຳຄັນກໍເດັ່ນໄປໃນການໃຊ້ສອຍ ຕາມໜ້າທີ່ຂອງສິ່ງຂອງນັ້ນໆໄປ, ຄຳວ່າ “ຜ້າຈີວອນ” ໃນຄວາມໝາຍຂອງພິທີກັມນັ້ນຄື ຊື່ຂອງພິທີເຮັດບຸນປະ ເພດໜຶ່ງ ເຊິ່ງມີພຣະບໍຣົມມະພຸດທານຸຍາດ ໃຫ້ທາຍົກທາຍິກາຜູ້ປັກກະຖິນໄວ້ແລ້ວ ຫຼືຜູ້ມີສັດທາຈະຖອດຜ້າ ກະຖິນ ແຕ່ມີຄວາມຈຳເປັນຢ້ານຢູ່ບໍ່ທັນຈົນຮອດການກະຖິນໄດ້ທອດຖວາຍກ່ອນອອກພັນສາ ໗ ວັນ, ນັບແຕ່ ອອກໃໝ່ ໘ ຄ່ຳ, ຈົນຮອດເພັງ ໑໕ ຄ່ຳ ແຕ່ໃຫ້ຮຽກວ່າ “ທອດຖວາຍຜ້າຈີວອນ” ວິທີທຳກໍຕ້ອງທຳແບບກະຖິນ ຄືມີການອຸປະໂຫລກຜ້ານັ້ນ ການອະນຸຍາດນັ້ນຊົງອະນຸຍາດໃຫ້ບຸກຄົນເຫຼົ່ານີ້ຄື:
໑. ຄົນປ່ວຍໄຂ້ ຄົນຊະຣາການ ມີຄວາມວິຕົກກັງວົນຕົນວ່າ ຈະຢູ່ບໍ່ຮອດວັນທອດກະຖິນຈຶ່ງຂໍທອດ ກ່ອນກໍຊົງອະນຸຍາດ.
໒. ຂ້າຣັດຖະການ ທະຫານ ຕຳຫຼວດ ຊຶ່ງມີໜ້າທີ່ປົກປ້ອງປະເທດຊາດບ້ານເມືອງ ຫາກຖືກໃຫ້ຍ້າຍ ໄປຈຳການ ຫຼືໄປສູ້ຮົບຈັບເສີກ ຢ້ານວ່າກັບມາບໍ່ທັນວັນທອດກະຖິນ ກໍຊົງອະນຸຍາດໃຫ້ຖວາຍກ່ອນ.
ການຖວາຍຜ້າຈີວອນ ທ່ານຮຽກວ່າຜ້າກ່ອນກະຖິນ ປັດຈຸບັນຍັງມີການເຮັດຢູ່ເຂດສີພັນດອນ.
(ແກ້ຂໍ້ສົງໄສ ວິນິດໄສຕາມຂໍ້ຊົງອະນຸຍາດທັງສອງປະການຂ້າງຕົ້ນນີ້ບໍ່ຮູ້ ຈຶ່ງມີຄວາມເຊື່ອຈົນເຂົ້າກະ ດູກດຳຂອງຄົນບາງກຸ່ມວ່າ “ຍັງບໍ່ທັນເຖົ້າຫ້າມເຮັດກະຖິນ” ຖາມເຂົາວ່າ ເປັນຫຍັງຈຶ່ງບໍ່ໃຫ້ເຮັດ “ກໍໄດ້ຄຳ ຕອບແບບໜ້າສົງສານວ່າ “ຢ້ານຕາຍໄປຮັບກອງບຸນ” ການເຊື່ອແບບນີ້ ຖືວ່າເປັນການຕັດຮອນກຳລັງສັດທາ ໃນຜູ້ມີສັດທາ, ການຕັດກຳລັງທາງສາສະໜາ, ເປັນການປະໝາດໃນຊີວິດ ແລະເປັນການຊີ້ທາງບາບ ຜູ້ແນະ ນຳ ແລະຜູ້ເຊື່ອຕາມຍ່ອມໄດ້ອະທິກັມທັງນັ້ນ).
ການເຮັດຜ້າກະຖິນ ໃນລັກສະນະນະເຊັ່ນນີ້ ຄືນັບແຕ່ຕັດ, ຫຍິບ, ຍ້ອມ ໃຫ້ສຳເຣັດລົງໃນວັນດຽວນັ້ນ ແມ່ນມີເປົ້າໝາຍໃຫ້ສົງພ້ອມພຽງກັນດ້ວຍຄວາມສາມັກຄີ ຮ່ວມໃຈກັນໃຫ້ເກີດຂຶ້ນແລ້ວໃນວັນນັ້ນ ແລະໃຫ້ສຳ ເລັດລົງໃນວັນນັ້ນ ຜ້າກະຖິນທ່ານຈຶ່ງຈັດເປັນ “ມະຫາສາມັກຄີອີກທາງໜຶ່ງ” ຮຽກວ່າ “ສັງຄະສາມັກຄີ” ການ ທອດຖວາຍຜ້າກະຖິນຈຶ່ງຈັດເຂົ້າໃນປະເພດ “ສັງຄະທານ”, ສຳລັບໄມ້ສະດຶງ ທີ່ເປັນແມ່ແບບຂອງການຕັດຜ້າ ຈີວອນນັ້ນ ໃຫ້ເກັບມ້ຽນໄວ້ໃຊ້ໃນປີຕໍ່ໄປ ແຕ່ການເກັບຮຽກສາຈົນໃຫ້ເປັນຮູບຮ່າງໄວ້ນັ້ນແມ່ນໃຫ້ເກັບໄວ້ຈົນຮອດ ເດືອນ ໔ ເພັງແລ້ວຈຶ່ງທຳການຮື້ຖອນ ວິທີນີ້ຈຶ່ງຮຽກວ່າ “ເດາະ” ສະນັ້ນຄຳວ່າ “ກະຖິນເດາະ ຫຼືເດາະກະຖິນ” ໝາຍເຖິງການຮື້ໄມ້ແບບ ເພື່ອເກັບໄວ້ໃຊ້ໃນໂອກາດໜ້າ.
ກະຖິນນັ້ນເປັນຊື່ຂອງຜ້າ ແລະຕ້ອງເຮັດໃນເຂດທີ່ຊົງກຳນົດເວລາ ເຮັດກ່ອນຫຼືຫຼັງເຂດກຳນົດ ບໍ່ຖືວ່າ “ຜ້າກະຖິນ” ການທອດຖວາຍຜ້າກະຖິນກຳນົດໃຫ້ເຮັດພຽງ ໑ ເດືອນເທົ່ານັ້ນ ຄື ແຮມ ໑ ຄ່ຳເດືອນ ໑໑ ຈົນຮອດຂຶ້ນ ໑໒ ຄ່ຳ ເດືອນ ໑໒ ທີ່ເມືອງລາວໃນຈຳກັນງ່າຍໆ ຄື ນັບແຕ່ມືຊ່ວງເຮືອປາກເຊ ຫຼືຊ່ວງເຮືອວຽງຈັນ ໄປຈົນຮອດວັນບຸນທາດຫຼວງວັນສຸດທ້າຍ ນອກນັ້ນເລີຍເຂດກະຖິນ, ຜ້າທີ່ນຳເອົາເຮັດຜ້າກະຖິນໄດ້ຊົງມີອະນຸຍາດດັ່ງນີ້:
໑. ຜ້າໃໝ່ (ຄືຜ້າໃໝ່ໆຍັງບໍ່ທັນໄດ້ຕັດ, ຍ້ອມ ແລະຫາມາໃໝ່ໆ).
໒. ຜ້າທຽມໃໝ່ (ຄືຜ້າທີ່ທີ່ຮັກສາໄວ້ນານແລ້ວທີ່ຍັງບໍ່ທັນໃຊ້, ຜ້າໃຊ້ແລ້ວທັງເກົ່າດ້ວຍ ແຕ່ນຳມາຊັກ ຟອກຍ້ອມໃໝ່)
໓. ຜ້າບັງສະກຸນ (ຄືຜ້າທີ່ເຂົາຖິ້ມແລ້ວ, ຜ້າເປື້ອນດ້ວຍຝຸ່ນ, ຜ້າຫໍ່ສົບ ໄດ້ມາແລ້ວເອົາມາຊັກຟອກ ແລະ ຍ້ອມ).
໔. ຜ້າຕົກຕາມຮ້ານ (ໝາຍເອົາຜ້າທີ່ເຂົາຂາຍໃນຕລາດ ມີລັກສະນະ ໒ ແບບ ຄື ຜ້າທີ່ຕັດຫຍິບສຳເຣັດ ຮູບແລ້ວ, ແລະຜ້າທີ່ຍັງບໍ່ທັນຕັດສຳເຣັດຮູບ).
ຜູ້ທີ່ຈະຖວາຍຜ້າກະຖິນ ຫຼືຜູ້ທີ່ເຮົາຮຽກວ່າ “ເຈົ້າພາບກະຖິນນັ້ນ” ບໍ່ມີກຳນົດວ່າເປັນໃຜ ? ບໍ່ກຳນົດອາ ຍຸ ໄດ້ແກ່ນັບຕັ້ງແຕ່ຜູ້ໃຫຍ່ຮອດເດັກນ້ອຍທີ່ຮູ້ຄວາມແລ້ວ, ບໍ່ກຳນົດຖານະທາງຊົນຊັ້ນ ນັບຕັ້ງແຕ່ຄົນທຸກ, ເສັຍອົງຄະສາງ ຄົນຮັ່ງມີສີສຸກ ເສດຖີມີຮັ່ງ ຈົນຮອດຜູ້ນຳຂັ້ນສູງ ສະໄໝບູຮານຄືຮອດພະຍາຣາຊາ ແລະພຣະພິຂຸສົງ ແລະສາມະເນນເອງກໍເປັນເຈົ້າສັດທາຖວາຍໄດ້.
ກະຖິນເປັນບຸນກິຣິຍາວັດຖຸ ໝາຍຄວາມວ່າການຖວາຍຜ້າກະຖິນະທານ ແກ່ພຣະພິກຂຸຜູ້ຈຳພັນສາ ການຖ້ວນໄຕຣມາດຄົບ ໓ ເດືອນ ເພື່ອສົງເຄາະ, ອະນຸເຄາະ ຜູ້ປະພຶດດີ ປະຕິບັດຊອບໃຫ້ມີຜ້ານຸ່ງຫົ່ມໃໝ່ ຈະໄດ້ຜັດປ່ຽນຂອງເກົ່າທີ່ຂາດເສັຍ, ການທຳບຸນດ້ວຍຜ້າກະຖິນ ຫຼືຮຽກວ່າ “ທອດກະຖິນ” ຄື ເຈົ້າພາບຖືຜ້າໄວ້ກ່າວຄຳຖວາຍຜ້າໃຫ້ເປັນຜ້າກະຖິນ ແລ້ວນຳເອົາຜ້າໄປວາງລົງທ່າມກາງພິກຂຸສົງ ພຣະພິກຂຸທີ່ລົງມະຕິກັນເອງຕາມພຣະວິໄນແລ້ວ ກ່າວຄຳອຸປະໂລກະນະກັມ(ອຸປະໂລກຜ້າກະຖິນ) ໝາຍຄວາມວ່າທຳໃຫ້ຜ້ານັ້ນ ເປັນຜ້າກະຖິນຕາມພຣະທັມມະວິໄນ ເຊິ່ງເປັນໜ້າທີ່ຂອງພຣະພິກຂຸໂດຍສ່ວນດຽວ ຕໍ່ແຕ່ນີ້ໄປຍາດໂຍມບໍ່ໄດ້ມີສ່ວນກ່ຽວຂອງແລ້ວ ຖືເປັນວຽກຂອງສົງ, ລັກສະນະເຊັ່ນນີ້ ຮຽກວ່າສັງຄະກັມ, ເປັນອັນວ່າແລ້ວວຽກການທອດກະ ຖິນສຳລັບສຳລັບຍາດໂຍມແລ້ວ.
ສຳລັບຍາດໂຍມ ນຶກວ່າການເຮັດຜ້າກະຖິນເປັນເລື່ອງຍາກ ກໍບໍ່ຍາກປານໃດສຳລັບປັດຈຸບັນ ເພາະມີ ສັງຄາມະຕິ ແລະຊົງອະນຸຍາດໃຫ້ເຮັດໄດ້ຫຼາຍວີທິເຊັ່ນ ການເລືອກຜ້າ, ການຫາຜ້າ, ກຳນົດອາຍຸ ແລະຊົນຊັ້ນ ຕະຫຼອດວິທິເຮັດນັ້ນກໍມີດັ່ງນີ້:
໑. ເຮັດເປັນຜ້າມະຫາກະຖິນ(ຕັ້ງກອງມະຫາທານອັນໃຫຍ່ມີບໍຣິຂານ ແລະບໍຣິວານອັນຫຼາຍ ແລະຊັກ ຊວນອວນຮຽກພີ່ນ້ອງລູກຫຼານທັງຢູ່ໃກ້ຢູ່ໃກມາຮ່ວມເປັນເຈົ້າພາບ ຮ່ວມອະນຸໂມທະນາ ຫ້າງຫາກະກຽມຫຼາຍວັນ)
໒. ຈຸລະກະຖິນ ຫຼືກະຖິນ (ຄືກະຖິນທີ່ບໍ່ໄດ້ກະກຽມຟ້າວເຮັດຟ້າວທຳໃຫ້ແລ້ວໃນມື້ໜຶ່ງວັນດຽວ ຈະມີບໍລິ ວານ ຫຼືບໍລິຂານຫຼາຍນ້ອຍພຽງໃດກໍໄດ້ ຂໍພຽງແຕ່ໃຫ້ມີຜ້າຈີວອນ ໑ ຜືນຂຶ້ນໄປເປັນອັນໃຊ້ໄດ້ ພ້ອມທັງບໍລິວານ ທີ່ຫາໄດ້).
໓. ກະຖິນສາມັກຄື (ຄືກັບຜ້າມະຫາກະຖິນທຸກຢ່າງຕ່າງແຕ່່ວ່າມີເຈົ້າພາບຫຼາຍຄົນ ຈະເປັນບຸກຄົນ ຫຼືອົງກອນຍ່ອມໄດ້ທັງນັ້ນ)
໔. ກະຖິນຕົກຄ້າງ (ຈະເຮັດແບບໃດກໍໄດ້ໃນ ໓ ແບບທີ່ວ່າມາ ພຽງແຕ່ວ່າວັດທີ່ໄປທອດນັ້ນບໍ່ມີໃຜປັກກະ ຖິນໄວ້ກ່ອນ ຫຼືວ່າປີນີ້ບໍ່ມີເຈົ້າພາບໃດມາທອດແນ່ນອນ ກໍໄປທອດຖວາຍວັດນັ້ນ ແມ່ນວິທີການແກ້ໄຂກະຖິນ ຕົກຄ້າງ).
ກະຖິນເປັນຊື່ຂອງສັງຄະກັມ ຄືກິດຈະກັມຂອງສົງ(ສົງໝາຍເຖິງໝູ່ ເຖິງຄະນະ) ຕ້ອງມີການສູດ ການ ປະກາດ ຄວາມເຫັນຊອບຈາກທີ່ປະຊຸມສົງ ໃນການທີ່ຈະມອບຜ້າກະຖິນໃຫ້ແກ່ພຣະພິກຂຸອົງໃດອົງໜຶ່ງ ເມື່ອ ທຳຈີວອນສຳເຣັດແລ້ວດ້ວຍຄວາມຮ່ວມມືຂອງພິກຂຸສົງທັງຫຼາຍ (ດຽວນີ້ພຣະສົງບໍ່ໄດ້ຕັດຜ້າຈີວອນເອງ) ເພື່ອ ຈະໄດ້ເປີດໂອກາດຂະຫຍາຍເວລາໃຫ້ພຣະພິກຂຸອົງອື່ນເຮັດ ຫຼືຮັບຈີວອນໄດ້ອີກ ຈຶ່ງມີພຸດທານຸຍາດໃຫ້ຂະ ຫຍາຍເວລາໄປຮອດເດືອນ ໔ ເພັງ, ທັງນີ້ກໍເພາະສະໄໝພຸດທະການນັ້ນການຫາຜ້າມາເຮັດຈີວອນ ແມ່ນຫາ ກັນໄດ້ໂດຍຍາກ ແລະກໍບໍ່ຊົງອະນຸຍາດໃຫ້ພິກຂຸສະສົມຜ້າໄວ້ເກີນ ໑໐ ວັນ ແຕ່ເມື່ອພຣະພິກຂຸອົງໃດ ໄດ້ຊ່ວຍ ກັນທຳຈີວອນ ຄືຮ່ວມສັງຄະກັມ ຫຼືຮ່ວມອະນຸໂມທະນາກະຖິນ ຊົງອະນຸຍາດໃຫ້ສະແຫວງຫາຜ້າ ແລະເກັບ ສະສົມຈີວອນໄດ້ຕົຈົນຕະຫຼອດລະດຸໜາວ ຈົນເຖິງ ໑໕ ຄ່ຳ ເດືອນ ໔ ວິທີເກັບຜ້ານີ້ຊົງຮຽກວ່າ “ວິກັບ” ເລີຍ ຈາກເດືອນ ໔ ເພັງໄປໃຫ້ສະຫຼະຜ້າ ດ້ວຍການຖອນຜ້າ, ຈາກຄວາມໝາຍຂ້າງເທິງນີ້ ມີຄວາມກ່ຽວຂ້ອງກັນ ຄື ເມື່ອສົງທຳສັງຄະກັມເຣື່ອງຜ້າກະຖິນແລ້ວ ສົງທຳການອະນຸໂມທະນາ ຄືສະແດງຄວາມຍິນດີ ວ່າໄດ້ການກະ ຖິນແລ້ວ, ຄຳວ່າການກະຖິນນັ້ນ ຄືການຄາດຜ້າ ກະຜ້າ ແລະທາບຜ້າລົງກັບໄມ້ ເພື່ອຕັດຫຍິບ ຍ້ອມເຮັດເປັນ ຜືນ ແລ້ວກຳນົດເອົາຜືນໃດຜືນໜຶ່ງໃນ ໓ ຜືນນັ້ນເຮັດເປັນກະຖິນ.
ຍັງມີຄຳອີກຄຳໜຶ່ງ ທີ່ເຮົາໄດ້ຍິນສະເໝີສຳລັບຜູ້ທີ່ຈະທອດກະຖິນ ຄື ການປັກກະຖິນ ຄືການ ຈ່ອງກະ ຖິນ ໝາຍເຖິງການສະແດງເຈດຈຳນົງວ່າຈະທອດກະຖິນໃນວັດນີ້ ຈະເປັນດ້ວຍວາຈາ ຫຼືດ້ວຍລາຍລັກອັກ ສອນ ແຕ່ເທົ່າທີ່ນິຍົມກັນນັ້ນແມ່ນດ້ວຍລາຍລັກອັກສອນ ຄືຂຽນເຈດຈຳນົງລົງໄປ ແລ້ວເອົາໄປຜິດປະກາດໄວ້ ໃນວັດບ່ອນທີ່ຄົນເຫັນງ່າຍ ຈະເປັນສາລາໂຮງທັມ, ສິມ ກຸຕິເຈົ້າອາວາດ ເມື່ອຈ່ອງແລ້ວກໍຕ້ອງນຳຜ້າກະຖິນ ໄປທອດຖວາຍພາຍໃນກຳນົດເວລາ ໑ ເດືອນ ຕາມກຳນົດທາງທັມວິໄນດັ່ງທີ່ກ່າວແລ້ວ.
ອີກຄຳໜຶ່ງ ທີ່ມັກໄດ້ຍິນໃນຂະນະທີ່ທອດກະຖິນນັ້ນ ຄືຄຳວ່າ “ອະປະໂລກກະຖິນ” ໝາຍເຖິງພຣະພິກ ຂຸອົງໃດອົງໜຶ່ງກ່າວຂຶ້ນໃນທີ່ປະຊຸມ ຖາມຄວາມເຫັນຊອບວ່າຄວນມີການການກະຖິນບໍຫຼືບໍ່ ? ເມື່ອເຫັນຊອບ ຮ່ວມກັນແລ້ວ ຄວນຖວາຍແກ່ພຣະພິກຂຸອົງໃດ ? ການປຶກສາຫາລືການຖາມຄວາມເຫັນເຊັ່ນນີ້ຮຽກວ່າອະປະ ໂລກ(ອ່ານວ່າ ອະ-ປະ-ໂຫຼກ) ເມື່ອອະປະໂລກແລ້ວ ກໍຕ້ອງສູດປະກາດເປັນການສົງ ຈຶ່ງຖືວ່າເປັນສັງຄະກັມ ຫຼືກະຖີນັຕຖາກິດ ດັ່ງທີ່ກ່າວໄວ້ແລ້ວ.
ມີຂໍສົງໄສອີກຢ່າງໜຶ່ງວ່າ ວັດທີ່ບໍ່ມີສິມທອດຖວາຍຜ້າກະຖິນໄດ້ບໍ ? ຄວາມຈິງແລ້ວການທອດກະຖິນ ນັ້ນຈະທອດທີ່ໃດກໍໄດ້ ທອດທີ່ວັດບ້ານ, ວັດປ່າ, ສຳນັກສົງທີ່ບໍ່ແມ່ນວັດ ແຕ່ພຣະສົງໄປຈຳພັນສາຢູ່ ກໍຍ່ອມໄດ້ ທັ້ງ ແຕ່ເວລາທຳສັງຄະກັມນັ້ນພຣະສົງກໍຕ້ອງໄປທຳກັນຢູ່ສິມ ຫຼືເຂດທີ່ສົງກຳນົດແລ້ວ, ເຊັ່ນໄປສູດຢູ່ສິມໃນວັດ ທີ່ມີສິມ ຫຼືກຳນົດສະຖານທີ່ຕ່າງໆຕາມພຣະວິໄນກຳນົດ (ໃຫ້ເບິ່ງໃນພຣະວິໄນວ່າດ້ວຍສິມ), ທັງນີ້ກໍມີຄຳ ຖາມທີ່ວ່າ “ວັດວັດບໍ່ມີພຣະມີແຕ່ສາມະເນນເດ ຖອດກະຖິນໄດ້ບໍ ?” ຕ້ອງຕອບວ່າ “ບໍ່ໄດ້” ເພາະວ່າ “ຄຳວ່າ ພິກຂຸສົງ” ຈຶ່ງໝາຍເຖິງພຣະພິກຂຸແຕ່ ໔ ອົງຂຶ້ນໄປ, ແລ້ວວັດມີພຣະແຕ່ ໓ ອົງເດຖອດກະຖິນໄດ້ບໍ ? ກໍຕອບ ໃນທຳນອງດຽວກັນວ່າ “ເພາະກະຖິນເປັນສັງຄະກັມ ຕ້ອງມີພຣະພິກຂຸສົງແຕ່ ໔ ອົງຂຶ້ນໄປ ແມ່ນແຕ່ມີພຣະ ເກີນ ໕ ອົງ ແຕ່ວ່າພຣະສົງທີ່ອະທິຖານເຂົ້າພັນສາພຽງແຕ່ ໓ ອົງ ຫຼືພຣະສົງບາງອົງຂາດພັນສາກໍຖວາຍຜ້າ ກະຖິນບໍ່ໄດ້ ແຕ່ກໍມີການອະນຸໂລມເຮັດກັນມາ ເນື່ອງຈາກວ່າວັດບາງວັດດຽວນີ້ ຫາພຣະເກີນຫ້າອົງຈຳພັນສາ ຍາກແລ້ວ.
ໃນປັດຈຸບັນນີ້ ມີຜູ້ຖວາຍຜ້າກະຖິນກັນຢ່າງແຜ່ຫຼາຍ ດ້ວຍປັດໄຈຫຼາຍປະການ ເຊັ່ນ ຄົນຮັ່ງມີຫຼາຍຂຶ້ນ, ການຫາຜ້າໄດ້ງ່າຍຂຶ້ນ, ດັ່ງທີ່ກ່າວໄວ້ແລ້ວໃນຕອນຕົ້ນວ່າການຫານຜ້າມາເຮັດກະຖິນນັ້ນມີລັກສະນະເຊັ່ນ ໃດ, ໂດຍສະເພາະແລ້ວແມ່ນການທີ່ຫາຜ້າມາເຮັດກະຖິນນັ້ນ ແມ່ນວ່າຫາຊື້ເອົາຕາມຮ້ານແມ່ນມີຫຼາຍ ການ ເຮັດຜ້າກະຖິນໃນເມື່ອກ່ອນຕ້ອງໄມ້ສະດຶງ ຈຶ່ງເລີກໃຊ້ກັນໄປໂດຍປະຣິຍາຍ ແລະອີກຢ່າງໜຶ່ງການນິຍົມກັນ ເຮັດບຸນກະຖິນຢ່າງແຜ່ຫຼາຍໃນທົ່ວປະເທດນັ້ນ ຖືເປັນປະເພນີນິຍົມທີ່ກໍ່ໃຫ້ເກີດມະຫາກຸສົນຫຼາຍຢ່າງ ໂດຍສະ ເພາະແລ້ວຖືເປັນການປົກປັກຮັກສາ ແລະສືບທອດຳພຣະພຸດທະສາສນາໃຫ້ຍືນຍົງສະຖາພອນໄປທົ່ວກາລະ ອາວະສານ ແລະການທອດກະຖິນຍັງເປັນການສ້າງສາທາລະນະປະໂຫຍດໃຫ້ແກ່ສາສນາ ກໍຄືຊາດ ໂດຍທີ່ ປັດໃຈເງິນຄຳທີ່ໄດ້ຈາກການອະນຸໂມທະນາບຸນຂອງຍາດພີ່ນ້ອງນັ້ນ ຍັງໄດ້ເອົາໄປປະຕິສັງສອນວັດ, ໂຮງຮຽນ ຂອງວັດ ຫຼືຂອງບ້ານໄດ້ ນັບວ່າພັດທະນາຊາດສາສນາໄປພ້ອມໆກັນ.
ສະນັ້ນ, ຍາດໂຍມຜູ້ຫວັງຄວາມສຸກຄວາມຈະເລີນໃນໂລກນີ້ ຈົ່ງຂ້ຽວເຮັດຂ້ຽວທຳ ຄັນເຮົາໄປລໍເວລາ ກໍກາຍເປັນການປະໝາດໃນຊີວິດ ແລະຊັບສິນ ເພາະທຸກຢ່າງບໍ່ແນ່ນອນນັ້ນເອງ.
Monday, 16 May 2011
ຂ່າວບຸນຜ້າປ່າສາມັກຄີ ທອດຖວາຍທີ່ວັດບ້ານຫາດຍືນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ
ຂ່າວບຸນຜ້າປ່າສາມັກຄີ
ທອດຖວາຍທີ່ວັດບ້ານຫາດຍືນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ
---
ຄະນະສົງວັດວິຈິດທັມມາຣາມ ແລະຄະນະອົງການຈັດຕັ້ງບ້ານວຽງຈະເລີນ ເມືອງໄຊເຊດຖາ ນະຄອນ ຫຼວງວຽງຈັນ, ໄດ້ພ້ອມກັນຈັດຕັ້ງກອງຜ້າປ່າສາມັກຄີ ເພື່ອຈະໄປທອດຖວາຍທີ່ວັດບ້ານຫາດຍືນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.
ວັດຖຸປະສົງ ແລະເປົ້າໝາຍ:
1. ຮີບໂຮມປັດໄຈຈາກສາທຸຊົນໄປສົມທົບການສ້າງວັດບ້ານຫາດຢືນ.
2. ໄປສ້າງສາຍສໍາພັນສາມັກຄືລະຫວ່າງວັດ, ບ້ານ ແລະປະຊາຊົນ.
3. ໄປຢ້ຽມຢາມບ້ານເກີດຂອງທ່ານຄໍາຈັນ ຄູນປະເສີດ ເຊິ່ງເຄີຍເປັນຜູ້ມີຄຸນຕໍ່ປະເທດຊາດ, ກໍຄືລູກຫຼານ ຊາວບໍລິຄຳໄຊ ແລະບ້ານວຽງຈະເລີນ.
ວັນເວລາການເດີນທາງ ແລະຈັດງານບຸນ.
- ວັນສຸກ ທີ 20/05/11 ຫຼັງຈາກຮິບໂຮມປັດໄຈໄດ້ແລ້ວ ກຽມອອກເດີນທາງ ເວລາ 08:00 ໂມງ, ຮອດແລ້ວ ຕອນແລງສູດປະຣິດຕະມຸງຄຸນ.
- ວັນເສົາ ທີ 21/05/11 ຕອນເຊົ້າຕັກບາດຖວາຍສັງຄະທານ ແລະທອດຜ້າປ່າ, ຫຼັງຈາກນັ້ນອອກເດີນທາງ ໄປລົງຫາດຍືນ ທ່ອງທ່ຽວທໍາມະຊາດ ຊາວບ້ານກຽມອາຫານ ແລະລ້ຽງ ແລະຮັບປະທານອາຫານທໍາມະ ຊາດ ທີ່ຊາວບ້ານຊອກຫາ ກຽມໄວ້ແລ້ວ ຈົນຮອດແລງ.
- ວັນອາທິດ ທີ 22/05/11 ຫຼັງຈາກຮັບປະທານອາຫານເຊົ້າແລ້ວ ເວລາ 08:00 ໂມງ, ອອກເດີນທາງກັນ ວຽງຈັນ ໂດຍສະຫວັດດີພາບ.
ໝາຍເຫດ:
- ຂໍແຜ່ສາດຍາວ, ຖ້ວຍ, ຖາດ, ພາເຂົ້າ ແລະຜ້າສະບົງຈີວອນນໍາຍາດໂຍມ ຕາມກໍາລັງສັດທາ.
- ທ່ານມີຈຸດປະສົງຢາກຮ່ວມເດີນທາງ ກະຣຸນາຕິດຕໍ່ກັບນາງຄຳສອນ ສຸພັນທອນ ເລຂາພັກບ້ານ ທີ່ຫ້ອງ ການບ້ານ ໂທ: 7750-9389 ຫຼືກຳມະການທີ່ທ່ານຮູ້ຈັກ ຄ່າລົດ 150.000 ກີບ.
ກໍາມະການຈັດງານບຸນປະກອບດ້ວຍ
ພຣະອາຈານເນືອງພິລັກ ໂຊຕິທອນ ເຈົ້າອະທິການວັດ
ທ່ານນາງຄຳສອນ ສຸພັນທອນ ເລຂາພັກບ້ານ
ທ່ານບຸນຖັນ ສຸວັນນະສິດ ນາຍບ້ານໆວຽງຈະເລີນ
ທ່ານຄຳເພົ້າ ກັດຕະຍະວົງ ຮອງປະທານແນວໂຮມບ້ານ
ທ່ານທອງສະຫວັດ ທອງປະເສີດ ຄະນະແນວໂຮມ
ນາງບົວຈັນ ເຫມມະວັນ ປະທານສະຫະພັນແມ່ຍິງບ້ານ
ທ່ານພູວານ ເກດຕະວົງ ຮອງແນວໂຮມບ້ານ
ນາງຈັນທອນ ບຸດຕະວົງ ຄະນະແນວໂຮມບ້ານ
ທ່ານເພັດສາຄອນ ຫົວໜ້າ ປ.ກ.ສ ບ້ານ
ທ່ານປ້າຈັນດີ ຄະນະແນວໂຮມບ້ານ
ທ່ານແມ່ຕູ້ອ່ອນສີ ພຣົມມະໄກສອນ ຄະນະແນວໂຮມບ້ານ
ທ່ານຍາແມ່ອ່ອນຈັນ ຈະເລີນສຸກ ຄະນະແນວໂຮມ
ທ່ານບຸນທັນ ວົງດາຣາ ຄະນະແນວໂຮມ
ທ່ານແມ່ບຸນທັນ ອຸດົມ ຄະນະແນວໂຮມ
ທ່ານປ້າຮັ່ງ ຄະນະແນວໂຮມ
ທ່ານປ້າຈັນດອນ ຄະນະແນວໂຮມ
ທ່ານນາງລຽນ ຄະນະແມ່ຍິງ
ທ່ານນາງສີມອນ ພ້ອມຄອບຄົວ
ທ່ານນາງບົວຄຳ ພ້ອມຄອບຄົວ
ທ່ານທອງເສີມ ພ້ອມຄອບຄົວ
ທ່ານນາງມາລີສີສະໝອນ ບຸນຊ່ວຍ ພ້ອມຄອບຄົວ
ທ່ານນາງແສງວິໄລ ພ້ອມຄອບຄົວ
ທ່ານບຸນຮຽງ ພ້ອມຄອບຄົວ

ອັກສອນລາວບູຮານ
ອັກສອນລາວບູຮານ ຫຼືອັກສອນທັມ ເປັນອັກສອນລາວອີກປະເພດໜຶ່ງ ຄົນລາວບັນດາເຜົ່າໃຊ້ອັກ ສອນນີ້ຄຽງຄູ່ກັນກັບອັກສອນລາວເດີມມາຕະຫຼອດໄລຍະປະຫວັດສາດ ຕາມການປ່ຽນແປງຂອງຍຸກສະໄໝ ຊາດລາວເປັນຊາດໜຶ່ງທີ່ເກົ່າແກ່ມີອາຣະຍະທຳເປັນຂອງຕົນຢ່າງມີເອກະລັກ ເຫັນໄດ້ຈາກບັນດາຊົນຊາດລາວເຮົາມີອາຣະຍະທຳຂອງຕົນຫຼາຍດ້ານ ສິ່ງທີ່ເອກະອ້າງອີກຢ່າງໜຶ່ງຄືອັກສອນ ຊາດລາວມີອັກ ສອນໃຊ້ ໒ ແບບ ຄື ອັກສອນລາວບູຮານ ແລະອັກສອນລາວເດີມ ອັກສອນລາວບູຮານ ເປັນອັກສອນຂອງຊົນຊາດລາວບັນດາເຜົ່າໃຊ້ກັນມາຄູ່ກັບຊົນຊາດລາວ ເມື່ອປີ ໑໙໑໐ ສະພາ ຈັນທະບູຣີໄດ້ເກີດຂຶ້ນ ແລະ ກຳນົດໃຫ້ອັກສອນລາວບູຮານໃຫ້ຂຽນອັກທາງພຸດທະຈັກ ແລະເອົາອັກສອນລາວເດີມ ພັດທະນາມາເປັນ ອັກສອນລາວ ໃຊ້ໃນຣາຊະອານາຈັກ ຮຽກວ່າອັກສອນທາງການລາວ ແຕ່ນັ້ນມາອັກສອນລາວບູຮານເຫຼົ່ານີ້ ຈຶ່ງຮູ້ຈັກໃນນາມອັກສອນທຳ.
ອັກສອນທຳ ສາມາດຂຽນໄດ້ ທັງພາສາປາລີ ແລະພາສາລາວ ອັກສອນທັມທີ່ຂຽນພາສາປາລີມີຈຳນວນ 32 ຕົວ ທັງທັງຕົວເຕັມ ແລະຕົວເຟື້ອງບາງຕົວດ້ວຍ, ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ 32 ຕົວ ແບ່ງອອກເປັນ 5 ວັກ ວັກລະ 5 ໂຕ ລວມ ມີ 25 ໂຕ ແລະ "ອະວັກ ຫຼືເສດວັກອີກ 7 ໂຕ", ແຕ່ເມື່ອອັກສອນເລົ່ານີ້ເອົາໄປຂຽນເອົາໄປຂຽນພາສາລາວ ເຂົາຮຽກວ່າຄຳນິໄສ, ອັກສອນທັມຈະເພີ່ມຮູບ ຂຶ້ນ ຄືອັກສອນ ປ, ຟ, ຝ, ຮ ແລະອັກສອນຄວບອີກ 6 ຮູບ, ຣວມເປັນ 42 ຮູບ.
ອັກສອນລາວບູຮານ ເໝືອນກັບອັກສອນລາວເດີມຄືຕັ້ງຢູ່ທົ່ວທຸກທິດຂອງຕົວເຄົ້າ ແລະພິເສດກວ່າ ອັກສອນລາວເດີມ ກໍຄືອັກສອນບາງຕົວເມື່ອມາຜະສົມອັກສອນແລ້ວ ຕົວສະກົດມັກຈະປ່ຽນຮູບ, ປ່ຽນທີ່ໄປ ຕາມຮູບຂອງຄຳ. ສະຫຼະລາວບູຮານໃຊ້ປະສົມ ເວລາຂຽນພາສາປາລີມີ ໘ ສຽງ ແລະ ໗ ຮູບ (ຄືໃນພາສາປາລີ ບໍ່ມີຮູບອະ ມີແຕ່ສຽງ), ໃນອັກສອນລາວບູຮານນັ້ນ ສະນັ້ນຈະມີສະຫຼະຈົມ ແລະສະຫຼະຟູ. ໝາຍເຫດ: ສະຫຼະຈົມ ແລະສະຫຼະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະເໝາະສົມ ເອົາຮູບສະຫຼະໃດໄປຂຽນ. ຕົວຢ່າງການຂຽນອັກສອນລາວບູຮານ(ອັກສອນທຳ)ໃນພາສາລາວ ການຂຽນນີ້ໄດ້ຂຽນແບບປະຍຸກ ຄືຂຽນໃຫ້ມີວັນນະຍຸດ ຄວາມຈິງແລ້ວ ແຕ່ເດີມອັກສອນລາວບູຮານ ຫຼືອັກສອນທຳນີ້ ບໍ່ປາກົດມີຮູບວັນນະຍູດແຕ່ມີສຽງວັນນະຍຸດ, ເຖິງປານນັ້ນໃນໜັງສືໃບລານບາງສະບັບ ກໍປາກົດມີຮູບວັນນະຍຸດ ທີ່ຈານໃນໃບລານດ້ວຍ ສ່ວນຫຼາຍວັນນະຍຸດ ຈະມີ ໒ ຮູບ ຄື ເອກ ແລະ ໂທ ໒. ວິທີຂຽນອັກສອນລາວບູຮານ(ອັກສອນທຳ) ເປັນພາສາປາລີ ແລະຖ່າຍຖອດຮູບອັກສອນລາວບູຮານ ມາເປັນອັກສອນລາວເດີມ, ເພື່ອໃຫ້ເຫັນຮູບອັກສອນລາວບູຮານ ທີ່ຂຽນພາສາປາລີນັ້ນ ໃຊ້ອັກ ສອນ. ໝາຍເຫດ: ອັກສອນລາວບູຮານແຕ່ລະຮູບ ເມື່ອຂຽນພາສາປາລີນັ້ນ ໄດ້ຖອດຮູບເປັນອັກສອນລາວເດີມແລ້ວ ຈະເປັນຮູບອັກສອນເຫຼົ່ານີ້ (ວິທີນີ້ບໍ່ແມ່ນແປພາສາ ແຕ່ປະຣິວັດຮູບອັກສອນ ຈາກອັກສອນແບບໜຶ່ງ ມາເປັນອັກສອນແບບໜຶ່ງ ແຕ່ຄົງເຄົ້າພາສາເດີມໄວ້ທຸກຢ່າງຮຽກວ່າ ປະຣິວັດຮູບອັກສອນ ຫຼືປະຣິວັດ).
ຄົ້ນຄວ້າໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ

ອັກສອນລາວເດີມ
ອັກສອນລາວເດີມ ເປັນອັກສອນລາວ ທີ່ພັດທະນາມາພ້ອມອັກສອນລາວບູຮານ ການກຳເນີດເກີດຂຶ້ນນັ້ນ ແມ່ນເກີດມາພ້ອມໆກັບອັກສອນທົ່ວຂອງບັນດາຊົນຊາດຕ່າງໃນໂລກ ການສັນນິຖານການເກີດຂຶ້ນອັກສອນຂອງອັກສອນເຫຼົ່ານີ້ ອາດຊິບໍ່ໄດ້ພັດທະນາມາຈາກອັກສອນປັນລະວະ ຫຼືອັກສອນເວທະວະນາຄິນ ຫຼືອັກສອນພຣາມີ ດັ່ງທີ່ນັກປາດໄທຍ໌ ແລະນັກປາດຕ່າງປະເທດຮຸ່ນກ່ອນກໍອາດເປັນໄດ້ ເພາະວິວັດທະ ນາການຂອງສັງຄົມມະນຸດນັ້ນ ແມ່ນວ່າວິວັດທະນາການບາງຢ່າງຕ້ອງໄດ້ຖ່າຍທອດມາຈາກວັດທະທຳໜຶ່ງ ຫຼືສັງຄົມໜຶ່ງ ແຕ່ກະບໍ່ເປັນດັ່ງນັ້ນສະເໝີໄປ ເພາະເຫັນໄດ້ຈາກຫຼັກຖານທາງປະຫວັດສາດຂອງລາວ ໄດ້ວິວັດທະນາການມາ 5000 ປີ, ກໍໝາຍວ່າມະນຸດຕົ້ນຕະກູນຂອງລາວນັ້ນ ໄດ້ພັດທະນາການມາພ້ອມໆພ້ອມສັງຄົມຄົນປ່າມາເປັນສັງຄົມຄອບຄົວ ສັງຄົມຊຸມຊົນໝູ່ບ້ານ ເຈົ້າກົກເຈົ້ເຫຼົ່າ ແລະສັງຄົມຄົນເມືອງຕາມລຳດັບ ຈົນກ້າວເຂົາສູ່ຍຸກປະຫວັດສາດ ຫຼືຍຸກແຫ່ງຣາຊະອານາຈັກ ແລະຍຸກແຫ່ງວິທະຍາສາດ ໃນທ້າຍສະຕະວັດ ທີ 18, ການທີ່ມະນຸດໜຶ່ງ ກໍາເນີດມາຈາກສັງຄົມ ທີ່ສັງຄົມມະນຸດທົ່ວໂລກ ຍັງຕົກຢູ່ພາຍໃຕ້ອຳນາດຂອງທຳມະຊາດ ແລະຍຸກສ້າງສາປະຫວັດສາດ ມະນຸດຕົ້ນຕະກູນລາວ ກໍເຄີຍເປັນຊາດອາຣະຍະມາກ່ອນ ມັນກໍເປັນໄປໄດ້ທີ່ຊາດລາວ ຕ້ອງໄດ້ສືບທອດມູນມໍຣະດົກແຫ່ງວັດທະນະທັມຂອງເຜົ່າພັນຕົນທີ່ສ້າງ ແລະສະສົມມາ, ການສືບທອດທາງວັດທະນະຈາກສັງຄົມໜຶ່ງສູ່ສັງຄົມໜຶ່ງໃນອະດີດ ເປັນໄປໄດ້ ໂດຍຍາກ ແລະຊ້າໆເນື່ອງຈາກເງື່ອນໄຂທາງການສື່ສານ ແລະຄົມມະນາຄົມ, ເຖິງວ່າເຮົາຈະພົບອັກ ສອນສະໄໝປັນລະວະ ທີ່ພັດທະນາມາຈາກອັກສອນພຣາມໝີຢູ່ໃນດິນແດນລາວ ດ້ວຍເງື່ອນໄຂຂອງ ສາສະໜາພຣາມ-ຮິນດູທີ່ມີອິດພົນໃນພາກກາງ ແລະພາກໃຕ້ຂອງລາວກໍຕາມ, ແຕ່ອັກສອນເຫຼົ່ານັ້ນ ອາດບໍ່ມີສ່ວນສົ່ງອິດທິພົນຕໍ່ອັກສອນລາວໄດ້ ເນື່ອງຈາກມີເຫດຜົນ ຢູ່ຢ່າງນ້ອຍ 3 ປະການໄດ້ແກ້:
1. ຄົນລາວເປັນຊົນຊາດເກົ່າແກ່ ຍ່ອມມີອາຣະຍະທັມເປັນຂອງຕົນ ການກໍາເນີດຊາດ ແລະ ຄວາມຍາວນານຂອງປະຫວັດສາດສັງຄົມ ແລະມານຸດວິທະຍາເປັນຫຼັກຖານທີ່ຢັ້ງຢືນຮອງຮອຍທາງອາຣະທັມເປັນຂອງຕົນເອງ.
2. ຄົນລາວນັບຖືສາສະໜາຜີບັນພະບູຣຸດ ແລສາສະໜາແຖນຟ້າມາແຕ່ເດີມ ແຕ່ຊົນອີກກຸ່ມໜຶ່ງ ເຄື່ອນຍ້າຍສາສະໜາພຣາມຮີນດູ ສອງສາສະໜາເຖິງເປັນສາສະໜາປະເພດເທວະນິຍົມ ເໝືອນກັນແຕ່ອາດມີການຕໍ່ຕ້ານກັນດ້ວຍເຫດນັ້ນ ການສືບທອດວັດທະນະທັມທາງອັກສອນ ຄົງເປັນໄປໄດ້ໂດຍຍາກ.
3. ເຮົາພົບອັກສອນລາວ ເດີມທີ່ມີອາຍຸເດີນ 800 ກວ່າປີໃນສີລາຈາຣືກເກົ່າແກ່ມາຫຼາຍທີ່ ແລະ ເຮົາຍອມຮັບກັນ 2 ແຫ່ງອັນໄດ້ແກ່ ສີລາຈາຣືກວັດວິຊຸນ ຈ.ສ 532 ແລະອັກສອນລາວເດີມທີ່ ພຣະທາດບ້ານຮ້າງບ້ານນາແຮ່ ແຂວງສາກົນນະະຄອນ ຕາມການອ່ານໄດ້ຂອງທາງ ການໄທຍ໌ພົບວ່າຂຽນຂຶ້ນຫຼັງພຣະເຈົ້າຟ້າງຸ່ມຂຶ້ນຄອງຣາດທີ່ຊຽງທອງພຽງ 3 ປີ.
ດັ່ງເຮົາຈະເຫັນໄດ້ວ່າອັກ ສອນລາວວັດວິຊຸນ ເປັນອັກສອນທີ່ມີອາຍຸເກົ່າກວ່າອັກສອນຕະກູນດຽວ ກັນໃນພູມີພາກອຸສາຄະເນ ໂດຍສະເພາະອັກສອນລາວຫຼັກດັ່ງກ່າວ ເທົ່າທີ່ຕົ້ນພົບວ່າມີອາຍຸເຖິງ 838 ກວ່າປີ ເປັນທີ່ຢືນຍັນທາງວິທະຍາສາດແລ້ວວ່າ" ມິອາຍຸເກົ່າກວ່າສີລາຈາຣືກຂອງຂຸນຣາມຄຳແຫງແຫ່ງສຸໂຂໄທ" ເມື່ອເປັນເຊັ່ນນັ້ນໜັງສືຂອງຂຸນຣາມຄຳແຫງ ຕ້ອງມີວິວັດທະນາການມາຈາກສອງແຫ່ງ ເມືອງຊວາ(ຫຼວງພຣະບາງ) ເມື່ອເປັນເຊັ່ນນັ້ນອັກສອນນີ້ຈຶ່ງໄດ້ຊື່ວ່າ "ອັກສອນລາວເດີມ", ຄຳວ່າອັກສອນລາວເດີມນີ້ແມ່ນຕັງຂຶ້ນໃຫ້ຄຽງຄູ່ກັບ "ອັກສອນລາວບູຮານ" ທີ່ຊາວລາວເຮົາ ຫຼືນັກປະຫວັດສາດ, ອັກສອນສາດ ຂອງບັນດາປະເທດໃກ້ຄຽງເຮົາ ພະຍາຍາມບັນຍັດໃຫ້ເປັນອັກສອນທັມ ເລີຍເຮັດໃຫ້ອັກສອນເຫຼົ່ານີ້ກາຍ ເປັນ ອັກສອນພຣະພຸດທະເຈົ້າ ໃນຄວາມເຊື່ອຄົນໃນປັດຈຸບັນ, ເປັນອັກສອນຂອງຊັ້ນສູງບໍ່ມີໃຜກ້າເອົາລົງ ມາອ່ານໃນທີ່ສຸດໜັງສືເຫຼົ່ານີ້ກໍ ຖືກລືມໂດຍປະຊາຊົນທົ່ວໄປ ອີກທາງໜຶ່ງເນື້ອໃນ ແລະຄວາມໝາຍອັນເປັນທິດສະດີດັ້ງເດີມຂອງລາວກໍຖືກປິດຂັງໄວ້ໃນຕູ້ໂດຍທີ່ບໍ່ນຳອອກມາໃຊ້ ກາຍເປັນຄວາມຮູ້ເປັນໝັນ ໃຊ້ການບໍ່ໄດ້ໂດຍຄວາມເຄົາລົບສັດທາ.
ສີລາຈາຣືກວັດວິຊຸນ (ປັດຈຸບັນຖືກຍ້າຍໄປປະດິດສະຖານທີ່ພຣະຣາຊະວັງຫຼວງພຣະບາງແລ້ວ) ເປັນສີລາຈາຣືກວັດວິຊຸນ ທີ່ບັນທຶກດ້ວຍອັກສອນລາວເດີມ ມີ 11 ແຖວ, ຈຳນວນອັກສອນ 93 ອັກສອນ(ລວມສະຫຼະດ້ວຍ) ເຊິ່ງອ່ານພົບໂດຍ ທ່ານບຸນມີ ເທບສີເມືອງ, ຕາມຈາຣືກມີອາຍຸ 835 ປີ(2005) ເປັນອັກສອນທີ່ເກົ່າແກ່ກວ່າອັກສອນຂນຣາມຄຳແຫງ ສຸໂຂໄທ 113 ປີ.
ວິທີທຽບການຄິດໄລ່ ຄື 1. ສີລາຈາຣຶກ ວັດວິຊຸນ: ປີທີ່ປະກົດໃນສີລາຈາຣືກ ທີ່ປາກົດປີຈຸນລະສັງກຣາດ 532 ກົງກັບ ພ.ສ 1713.
ຈາຣືກຂຸນຣາມຄຳແຫງ: ທີ່ປາກົດໃນສີລາຈາຣືກ ປີ ມ.ສ 1205 ກົງກັບ ຈ.ສ 645 ກົງກັບ ພ.ສ 1826 ກົງກັບ ຄ.ສ 1283 ແລ້ວເອົາ ຄ.ສ ທີ່ປາກົດມາລົບ 1283-1170 = 113.(ສີລາຈາຣືກວັດວິຊຸນເກົ່າກວ່າສີລາຈາຣືກຂຸນຣາມຄຳແຫງ) ອັກສອນລາວເດີມ ທີ່ບັນທຶກຄັງຄວາມຮູ້ຂອງຄົນລາວບູຮານໄວ້ ແຕ່ອັກສອນເຫຼົ່ານີ້ ມີຄົນຈຳນວນໜ້ອຍອ່ານໄດ້ສິ່ງທີ່ໜ້າວິຕົກ ກໍຄືອັກສອນເຫຼົ່າຖືກກາໜ້າຈາກຜູ້ສືບທອດມໍ ລະດົກລາວຣຸ່ນໃໝ່(ຜູ້ທີ່ບໍ່ຮູ້ບາງຄົນ)ວ່າອັກສອນທັມ, ບາງຄົນກໍວ່າອັກສອນປາລີ, ບາງຄົນກໍວ່າພາສາ ພຣະພຸດທະເຈົ້າ ບາງຄົນກໍເວົ້າຄວບກັນໄປເລີຍ ໂດຍຂາດຫຼັກຖານວ່າ "ພາສາປາລີ-ສັນສະກິດ" ນອກ ຈາກນີ້ແລ້ວໄພອັນຕະລາຍອັນໜຶ່ງຂອງໜັງສືລາວບູຮານ ໃນຮູບແບບໃບລານກໍຕາມ, ຮູບແບບເຈັ້ຍສາກໍຕາມ ຫຼືໃນຮູບແບບປື້ມກໍຕາມອັກສອນເຫຼົ່ານີ້ ຍັງໄດ້ຂາຍໃນທ້ອງຕລາດໃນລາຄາທີ່ແພງ ແຕ່ບໍ່ເໝາະສົມກັບຄຸນຄ່າຂອງໜັງສືດ້ວຍ ທັງນີ້ທັງນັ້ນເກີດຈາກປັດໄຈຫຼາຍດ້ານຄື
1. ຕ້ອງການເງິນ,
2. ເຫັນເປັນສິ່ງທີ່ບໍ່ມີຄາ ເພາະອ່ານບໍ່ໄດ້.
ຢ່າງໃດກໍຕາມ ເຖິງວ່າໜັງສືເຫຼົ່ານີ້ບາງສ່ວນຈະຖືກທຳລາຍ ຫຼືຂາຍໄປກໍຕາມ ແຕ່ມັນຄືຫຼັກຖານໜຶ່ງ ທີ່ສະແດງເຖິງຄວາມອຸດົມສົມບູນຂອງ "ອັກຂະຫຼະພາສາ ແລະວັດຈະນະພາສາຂອງຊາດລາວ ທີ່ຄວນຫັນມາສົນໃຈສຶກສາ".
ອັກສອນລາວເດີມ ປາກົດໃຊ້ໃນກຸ່ມຊົນຊາດລາວທັງໃນ ແລະນອກປະເທດລາວປັດຈຸບັນ ຄຽງຄູ່ກັບອັກສອນລາວບູຮານ(ອັກສອນທັມ), ໂດຍສະເພາະແມ່ນຊົນຊາດລາວໃນອານາຈັກລ້ານຊ້າງ ແລະບັນດາຫົວເມືອງລ້ານຊ້າງ ທັງກ່ອນ ແລະຫຼັງລ້ານຊ້າງດ້ວຍ, ທີ່ວ່າກ່ອນລ້ານຊ້າງ ໝາຍເອົາບັນດາອານນາຈັກກ່ອນລ້ານຊ້າງ(ເອກະພາບ) ເຊິ່ງມີຫຼັກຖານສີລາຈາລຶກຂຸນຣາມຄຳແຫງ ເປັນຕົວແທນແຫ່ງອານາຈັກເກົ່າ ແກ່ກອນລ້ານຊ້າງເອກະພາບ ທີ່ເປັນຕົວແທນແຫ່ງອາຈັກຂອງຊົນ ຊາດຕະກູນໄຕ ທີ່ໃຊ້ອັກສອນລາວເດີມ ທີ່ຕັ້ງຢູ່ດິນແດນແມ່ນຳ້ຂອງກ້ຳຕາເວັນຕົກ ແລະຫຼັກສີລາຈາລຶກວັດວິຊຸນ ເປັນຕົວແທນແຫ່ງອານາ ຈັກຊຂອງຊຸມຊົນຊາດຕະກູນໄຕ ທີ່ໃຊ້ອັກສອນລາວເດີມ ຢູ່ຝັ່ງຂອງດ້ານຕາເວັນອອກ, ນອກຈາກນີ້ເຮົາຍັງ ພົບຫຼັກຖານອັກສອນລາວ ທີ່ສະໜັບສະໜູນສີຄາຈາຣືກວັດວິຊຸນໃຫ້ພົ້ນເດັ່ນ ຄື ສີລາຈາຣືກອັກສອນພຣະ ທາດບ້ານຮ້າງບ້ານນາແຮ່ ເມືອງສາກົນນະຄອນ, ເຊິ່ງບໍ່ພຽງແຕ່ຢັ້ງຢືນດ້ານຄວາມເກົ່າແກ່ຂອງອັກສອນ ລາວເທົ່ານັ້ນ ຍັງຢັ້ງຢືນເຖິງອາຣະຍະທັມຊຸມຊົນລາວດ້ວຍ.
ສີລາຈາລຶກ 3 ຫຼັກນີ້ເປັນຫຼັກຖານພຽງພໍແລ້ວ ທີ່ໃຫ້ເຮົາສຶກສາເຖິງຄວາມເປັນມາຂອງອັກສອນລາວເດີມໄດ້ຢ່າງລະອຽດຖີ່ຖ້ວນ, ທີ່ສາມາດສືບທາວຫາຕົ້ນປາຍສາຍເຫດຂອງຄວາມເປັນ ມາຂອງອັກ ສອນລາວຊະນິດນີ້ ເທິງສອງຝາກຝັ່ງແມ່ນຳ້ຂອງໃນອຸສາຄະເນ ໂດຍສະເພາະດິນແດນອະດີດອານາຈັກລ້ານຊ້າງ ເຊິ່ງອັກສອນເຫຼົ່ານີ້ ໄດ້ຖືກກາໜ້າໃຫ້ສົມຍານາມວ່າ "ໄທນ້ອຍ" ເພາະເຫດໃດ? ຈິງບໍທີ່ວ່າໜັງສືລາວເດີມ ມີຊື່ວ່າໜັງສືໄທນ້ອຍມາແລ້ວ ເມື່ອ ໘໐໐ ກວ່າປີ ຫຼືວ່າ ຄຳວ່າ "ໜັງສືໄທນ້ອຍ" ໄດ້ກຳເນີດຈາກອຳນາດທາງການເມືອງ ທີ່ສະຫຍາມຕັ້ງຊື່ໃຫ້ ເມື່ອລາວຂາດອິດສະຫຼະພາບ ຫຼັງປີ ຄ.ສ ໑໘໒໘ ນີ້ເປັນຕົ້ນມາ.
ຮູບຂອງອັກສອນລາວເດີມລາວເດີມນັ້ນ ໂດຍລວມແລ້ວ ຄື ຮູບອັກສອນລາວເດີມ ທີ່ພັດທະນາເປັນໜັງສືມາດຕະຖານແລ້ວ ເປັນດັ່ງນີ້ຮູບອັກສອນລາວເດີມ ທີ່ຂຽນຂຶ້ນເປັນໄວຍາກອນມາດຕະຖານ ໂດຍມີພຣະຣາຊະບັນດິດສະພາຈັນທະບູຣີ ເຊິ່ງມີເຈົ້າເພັດຊະຣາດ ຣັດຕະນະວົງສາ ເປັນປະມຸກ ແລະມີມະຫາສີລາ ວິຣະວົງສ໌ ເປັນປະທານຮຽບຮຽງແຕ່ງຂຶ້ນ ໂດຍບັນຍັດອັກສອນໃຫ້ຄົບ 33 ຕົວ ແລະ ສາມາຂຽນໄດ້ທັງຄຳລາວ ແລະຄຳປາລີໄດ້ອັກສອນລາວບູຮານໃຊ້ຂຽນພາສາປາລີ ມີ 32 ຕົວ ແບ່ງອອກເປັນ 5 ວັກ ວັກລະ 5 ໂຕ ລວມ ມີ 25 ໂຕ ແລະ "ອະວັຄ ຫຼືເສດວັຄອີກ 7 ໂຕ
- ສະຫຼະລາວບູຮານໃຊ້ຜະສົມ ເວລາຂຽນພາສາປາລີມີ 8 ສຽງ ແລະ 8 ຮູບ ຫາກຂຽນໃນພາສາປາລີ ມີ 8 ສຽງ 7 ຮູບ, (ຄືໃນພາສາປາລີ ບໍ່ມີຮູບອະມີແຕ່ສຽງ).
- ໝາຍເຫດ: ສຣະຈົມແລະສຣະຟູນີ້ ເວລາເອົາໄປໃຊ້ນັ້ນ ໃຫ້ເບິ່ງຮູບການຂຽນ ວ່າຈະເໝາະ ສົມ ເອົາຮູບສຣະໃດໄປຂຽນ.
ຕົວຢ່າງການຂຽນອັກສອນລາວບູຮານ(ອັກສອນທັມ)ໃນພາສາລາວ ການຂຽນນີ້ໄດ້ຂຽນແບບປະຍຸກ ຄືຂຽນໃຫ້ມີວັນນະຍຸດ ຄວາມຈິງແລ້ວ ແຕ່ເດີມອັກສອນລາວ ບູຮານ ຫຼືອັກສອນທັມນີ້ ບໍ່ປາກົດມີຮູບວັນນະຍູດແຕ່ມີສຽງ, ເຖິງປານນັ້ນ ໃນໜັງສືໃບລານບາງສະບັບກໍປາກົດມີຮູບວັນນະຍຸດທີ່ຈານໃນໃບລານດ້ວຍ ສ່ວນຫຼາຍວັນນະຍຸດ ຈະມີ 2 ຮູບ ຄື ເອກ ແລະ ໂທ.

ລາວ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຫລື ສປປ ລາວ ຕັ້ງຢູ່ທິດຕາເວັນອອກສຽງໃຕ້ຂອງທະວີບອາຊີ, ຢູ່ໃຈກາງຂອງແຫຼມອິນດູຈີນລະຫວ່າງເສັ້ນຂະໜານທີ່ 14 - 23 ອົງສາເໜືອ ແລະ ເສັ້ນແວງທີ 100-108 ອົງສາ ສປປ ລາວເປັນປະເທດທີ່ບໍ່ມີທາງອອກສູ່ທະເລ, ມີຊາຍແດນຕິດກັບ ສາທາລະນະລັດປະຊາຊົນຈີນ (505 ກິໂລແມັດ), ທິດໄຕ້ຕິດກັບລາຊະອານາຈັກກຳປູເຈຍ (435 ກິໂລແມັດ), ທິດຕາເວັນອອກຕິດກັບ ສາທາລະນະລັດສັງຄົມນິຍົມຫວຽດນາມ ( 2.069 ກິໂລແມັດ ), ທິດຕາເວັນຕົກຕິດກັບລາຊະອານາຈັກໄທ ( 1.385 ກິໂລແມັດ ), ແລະ ທິດຕາເວັນຕົກສຽງເໜືອຕິດກັບ ສາທາລະນະລັດແຫ່ງສະຫະພາບມຽນມາ ( 236 ກິໂລແມັດ ).
ໃນພາສາອັງກິດ ຄຳວ່າລາວ ທີ່ໝາຍເຖິງປະເທດລາວ ສະກົດວ່າ "Laos" ແລະ ລາວທີ່ໝາຍເຖິງຄົນລາວ ໃຊ້ "Lao" ແລະ ບາງເທື່ອຈະມີການໃຊ້ຄຳວ່າ "Laotian" ເນື່ອງຈາກປ້ອງບໍ່ໃຫ້ສັບສົນກັບຄຳວ່າ "Lao ethnic group"
ລັກສະນະພູມສັນຖານ
ສປປ ລາວມີລວງຍາວແຕ່ເໜືອຮອດໃຕ້ 1.700 ກວ່າກິໂລແມັດ, ບ່ອນກວ້າງທີ່ສຸດ 500 ກິໂລແມັດ ແລະ ບ່ອນແຄບທີ່ສຸດ 140 ກິໂລແມັດ, ເນື້ອທີ່ທັງໝົດ 236.800 ກິໂລແມັດມົນທົນ, ມີທັງເຂດພູດອຍແລະທົ່ງພຽງ, ໃນນັ້ນມີເຂດພູພຽງ ແລະ ພູດອຍກວມເນື້ອທີ່ 3/4 ຂອງເນື້ອທີ່ທັງໝົດ ແລະ ໄດ້ແບ່ງອອກເປັນ 3 ເຂດຄື:
ເຂດພາກເໜືອ ເປັນເຂດພູສູງ, ສູງກວ່າທະເລ ສະເລ່ຍ 1.500 ແມັດ.
ເຂດສາຍພູຫວຼງນັບຕັ້ງແຕ່ທິດຕາເວັນອອກສຽງໃຕ້ຂອງພູພຽງເມືອງພວນ ຈົນຮອດຊາຍແດນກຳປູເຈຍ ໂດຍມີພູພຽງໃຫຍ່ຢູ່ 3 ແຫ່ງຄື: ພູພຽງເມືອງພວນ (ຊຽງຂວາງ), ພູພຽງນາກາຍ (ຄຳມ່ວນ) ແລະ ພູພຽງບໍລິເວນ (ພາກໃຕ້) ຊຶ່ງສູງກວ່າລະດັບນ້ຳທະເລ ສະເລ່ຍ 1.000 ແມັດ;
ເຂດທົ່ງພຽງວຽງຈັນ(ຢູ່ຕອນໃຕ້ຂອງນ້ຳງື່ມ), ທົ່ງພຽງສະຫວັນນະເຂດ (ຢູ່ຕອນໃຕ້ເຊບັ້ງໄຟ ແລະ ເຊບັ້ງຫຽງ), ທົ່ງພຽງຈຳປາສັກ ເຊິ່ງຢຽດຍາວຕາມແຄມຝັ່ງນ້ຳຂອງໄປຮອດຊາຍແດນໄທ ແລະ ກຳປູເຈຍ, ທົ່ງພຽງ ຊື່ງກວມເອົາເນື້ອທີ່ 1/4 ຂອງປະເທດນີ້, ເປັນດິນປູກຝັງທີ່ອຸດົມສົມບູນ, ງອກງາມ, ເປັນອູ່ເຂົ້າອູ່ປາຂອງປະເທດ.
ສປປ ລາວ ເປັນປະເທດໜື່ງທື່ອຸດົມສົມບູນໄປດ້ວຍຫ້ວຍນ້ຳລຳເຊ ຊຶ່ງຢາຍຢູ່ແຕ່ເໜືອຮອດໃຕ້; ແມ່ນ້ຳຂອງໄຫລຜ່ານຍາວ 1.835 ກິໂລແມັດ ເຊິ່ງມີຄວາມສາມາດບົ່ມຊ້ອນຂອງພະລັງໄຟຟ້ານ້ຳຕົກຢູ່ໃນອ່າງນ້ຳຂອງຕອນລຸ່ມກວມ 51% . ນອກຈາກແມ່ນ້ຳຂອງແລ້ວ ຍັງມີບັນດາສາຍນ້ຳທີ່ສຳຄັນຕ່າງໆ ເຊັ່ນ: ນ້ຳອູ (ຜົ້ງສາລີ - ຫລວງພະບາງ) ຍາວ 448 ກິໂລແມັດ, ນ້ຳງື່ມ (ຊຽງຂວາງ-ວຽງຈັນ) ຍາວ 354 ກິໂລແມັດ, ນ້ຳເຊບັ້ງຫຽງ (ສະຫວັນນະເຂດ) ຍາວ 338 ກິໂລແມັດ, ນ້ຳທາ (ຫຼວງນ້ຳທາ-ບໍ່ແກ້ວ) ຍາວ 325 ກິໂລແມັດ, ນ້ຳເຊກອງ (ສາລະວັນ-ເຊກອງ-ອັດຕະປື) ຍາວ 320 ກິໂລແມັດ, ນ້ຳເຊບັ້ງໄຟ (ຄຳມ່ວນ-ສະຫວັນນະເຂດ) ຍາວ 239 ກິໂລແມັດ, ນ້ຳແບ່ງ (ອຸດົມໄຊ) ຍາວ 215 ກິໂລແມັດ, ນ້ຳເຊໂດນ (ສາລະວັນ-ຈຳປາສັກ) ຍາວ 192 ກິໂລແມັດ, ນ້ຳເຊລະນອງ (ສະຫວັນນະເຂດ) ຍາວ 115 ກິໂລແມັດ, ນ້ຳກະດິງ (ບໍລິຄຳໄຊ) ຍາວ 103 ກິໂລແມັດ, ນ້ຳຄານ (ຫົວພັນ-ຫລວງພະບາງ) ຍາວ 90 ກິໂລແມັດ.
[ດັດແກ້] ລັກສະນະພູມອາກາດ
ສປປ ລາວ ຢູ່ໃນພູມອາກາດຂອງເຂດຮ້ອນ, ມີລົມມໍລະສຸມ ແຕ່ບໍ່ມີພາຍຸ, ສຳລັບເຂດພູດອຍພາກເໜືອ ແລະ ເຂດສາຍພູຫລວງອາກາດ ມີລັກສະນະເຄິ່ງຮ້ອນເຄິ່ງໜາວ ອຸນຫະພູມສະສົມ ສະເລ່ຍປະຈຳປີສູງເຖິງ 15 - 30 ອົງສາເຊ, ການຜິດດ່ຽງອຸນຫະພູມລະຫວ່າງກາງເວັນ ແລະ ກາງຄືນມີປະມານ 10 ອົງສາເຊ. ຈຳນວນຊົ່ວໂມງ ທີ່ມີແສງແດດຕໍ່ປີປະມານ 2.300-2.400 ຊົ່ວໂມງ (ປະມານ 6,3-6,5 ຊົ່ວໂມງຕ່ໍມື້), ຄວາມຊຸ່ມຊື່ນ ສຳຜັດຂອງອາກາດ ມີປະມານ 70 - 85%, ປະລິມານ ນ້ຳຝົນນັບແຕ່ 75-90% ໃນລະດູຝົນ (ແຕ່ເດືອນ ພຶດສະພາ ຫາ ເດືອນຕຸລາ). ສ່ວນໃນລະດູແລ້ງ (ເດືອນພະຈິກ ຫາເດືອນເມສາ) ປະລິມານນ້ຳຝົນມີພຽງ 10-25% ແລະ ປະລິມານສະເລ່ຍຕໍ່ປີ ຂອງແຕ່ລະເຂດກໍ່ຜິດໂຕນກັນຢ່າງຫລວງຫຼາຍ ເຊັ່ນວ່າ: ສາຍພູຫຼວງ ຍ່ານເຂດໃຕ້ໄດ້ຮັບນ້ຳຝົນ ສະເລ່ຍປີລະ 300 ຊັງຕີແມັດ ຂະນະທີ່ເຂດແຂວງ ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ ໄດ້ຮັບພຽງແຕ່ 100-150 ຊັງຕີແມັດ, ສ່ວນວຽງຈັນ ແລະ ສະຫວັນນະເຂດ ໄດ້ຮັບລະຫວ່າງ 150-200 ຊັງຕີແມັດ ເຊັ່ນດຽວກັບ ຜົ້ງສາລີ, ຫລວງນ້ຳທາ ແລະ ບໍ່ແກ້ວ.
[ດັດແກ້] ຊັບພະຍາກອນທຳມະຊາດ ແລະ ປ່າໄມ້
ດ້ວຍພູມີປະເທດ ແລະ ພູມອາກາດທີ່ເປັນເຂດຮ້ອນຊຸ່ມ ມັນໄດ້ສ້າງເງື່ອນໄຂໃຫ້ ສປປ ລາວ ອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດນາໆຊະນິດ, ໃນພື້ນດິນກໍ່ມີບໍ່ແຮ່ທາດຕ່າງໆ ເຊັ່ນ: ກົ່ວ, ເຫຼັກ, ຖ່ານຫີນ, ຊືນ, ທອງ, ຄຳ, ເງິນ,ມາດ, ອັງຕີມອນ ແລະ ໆລໆ, ຢູ່ເທິງໜ້າດິນກໍມີປ່າໄມ້ກວມເນື້ອທີ່ 47 %, ໃນນັ້ນມີທັງໄມ້ຄ່າສູງທາງດ້ານເສດຖະກິດ ເຊັ່ນ ໄມ້ຄະຍູງ, ໄມ້ດູ່, ໄມ້ເກດສະໜາ, ໄມ້ໂລ່ງເລ່ງ ຢູ່ໃນປ່າກໍມີເຄື່ອງປ່າຂອງດົງປະເພດຕ່າງໆ ທີ່ໂລກຕ້ອງການຫລາຍເຊັ່ນ: ຄັ່ງ, ຍານ, ໝາກແໜ່ງ, ຢາງແປກ, ຫວາຍ, ຕົ້ນໄມ້ເປັນຢາ ແລະ ຍັງມີສັດປ່າທ່ີຫາຍາກ ແລະ ໃກ້ຈະສູນພັນເຊັ່ນ: ຊ້າງ, ເສືອ, ໝີ, ເມີຍ, ກະທິງ, ກວາງ, ເຍືອງ, ເສົາຫລາ ໆລໆ.
ປະເພດປ່າ
ປ່າໄມ້ທີ່ອຸດົມສົມບູນຂອງປະເທດລາວແບ່ງອອກເປັນ 5 ປະເພດດັ່ງນີ້:
ປ່າດົງດິບ
ປ່າສົງ
ໂຄກ
ປ່າໄມ້ໃບເຂັມ
ຄັງ ແລະ ປ່າເລົ່າ
[ດັດແກ້] ທໍ່ສ່ົງນ້ຳມັນ
ປະເທດລາວມີທໍ່ສົ່ງນ້ຳມັນປິໂຕຣລຽມ ຍາວທັງໝົດ 136 ກິໂລແມັດ.

ຊື່ເດືອນ ລະດູ
ມັງກອນ ແລ້ງ
ກຸມພາ ແລ້ງ
ມີນາ ແລ້ງ
ເມສາ ແລ້ງ
ພຶດສະພາ ຝົນ
ມິຖຸນາ ຝົນ
ກໍລະກົດ ຝົນ
ສິງຫາ ຝົນ
ກັນຍາ ຝົນ
ຕຸລາ ຝົນ
ພະຈິກ ແລ້ງ
ທັນວາ ແລ້ງ
ສະໄໝສັກດີນາ
[ດັດແກ້] ຣາຊະການເຈົ້າສຸລິຍະວົງສາ
ສະໄໝຣາຊະການຂອງເຈົ້າສຸລິຍະວົງສາ, ປີ ພ.ສ 2183 (ຄ.ສ 1631) ເຈົ້າສຸລິຍະວົງສາ ໄດ້ຂຶ້ນຄອງລາດ, ໃນໄລຍະ 57 ປີ ຂອງການປົກຄອງອານາຈັກລ້ານຊ້າງ ແມ່ນມີຄວາມສະຫງົບຮົ່ມເຢັນ, ຄວາມຂັດແຍ່ງພາຍໃນຖືກຊຳລະສະສາງ, ອິດທິກຳລັງພາຍນອກມີຄວາມເກງຂາມ ບໍ່ກ້າເຂົ້າມາລ່ວງລ້ຳ ແລະ ແຊກແຊງ, ປະຊາຊົນໄດ້ຮັບການແບ່ງດິນເພື່ອທຳມາຫາກິນຢ່າງເປັນທຳ ແລະ ຫ້າວຫັນໃນການຜະລິດ, ເຂົ້າ, ປາອຸດົມສົມບູນ.
ເຈົ້າສຸລິຍະວົງສາທຳມິກະລາດ ໄດ້ສັ່ງໃຫ້ເສນາອາມາດຜູ້ໃຫຍ່ພ້ອມນັກປາດອາຈານແກ້ໄຂປ່ຽນແປງ ແລະ ສ້າງກົດໝາຍເພື່ອເປັນຫລັກ ໃນການປົກຄອງບ້ານເມືອງ ໃຫ້ມີລະບຽບແບບແຜນ, ບ່າວໄພ່ຣາຊະດອນໄດ້ຮັບຄວາມເປັນທຳ ຜູ້ລ່ວງລະເມີດກໍ່ຖືກລົງໂທດໂດຍບໍ່ເລືອກໜ້ານັບທັງລູກຊາຍຂອງເພິ່ນເອງ ກໍ່ຖືກສັ່ງປະຫານຊີວິດ ຖານໂທດຂົ່ມຂືນ ເມຍທະຫານອົງຄະລັກ ຂອງເພິ່ນ. ໄດ້ເອົາໃຈໃສ່ສ້າງວັດວາອາຮາມ, ສົ່ງເສີມການສຶກສາຂະຫຍາຍໂຮງຮຽນ (ເວລານັ້ນແມ່ນໂຮງຮຽນວັດ) ສ້າງນັກປາດບັນດິດ, ປະດິດຄິດແຕ່ງວັນນະຄະດີ, ນິທານພື້ນເມືອງ, ສ້າງຮີດ 12 ຄອງ 14, ແປເທບ ນິຍາຍຈາກພາສາອິນເດຍ ມາເປັນພາສາລາວ.
ໄດ້ອອກກົດໝາຍວ່າດ້ວຍທີ່ດິນ ຊຶ່ງໄດ້ກຳນົດແຈ້ງວ່າ : ດິນທີ່ມອບໃຫ້ເຖິງ 3 ປີ ແລ້ວ ຫາກບໍ່ມີການນຳໃຊ້ແມ່ນໃຫ້ຜູ້ອື່ນສາມາດ ມາເອົາໄປນຳໃຊ້ໄດ້ ໂດຍເຈົ້າຂອງເກົ່າບໍ່ມີສິດທວງຖາມເອົາຄືນອີກ. ດ້ວຍເຫດນັ້ນຈິ່ງເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນ ແລະ ດຸໝັ່ນໃນການຜະລິດ, ປູກຄັ່ງ, ປູກ ຍານເປັນສິນຄ້າ.
ໄດ້ຜູກມິດໄມຕີກັບປະເທດໃກ້ຄຽງ, ຕິດຕໍ່ຄ້າຂາຍກັບຕ່າງປະເທດ, ວຽງຈັນເວລານັ້ນໄດ້ກາຍເປັນສູນກາງການຄ້າ ຄັ່ງ ແລະ ຍານ ຈົນມີພໍ່ຄ້າ ຊາວ ໂຮນລັງ(Holland) ຊື່ ວັນວຸດສະຕົບ ເຊິ່ງເປັນຊາວຕາເວັນຕົກຄະນະທຳອິດທີ່ເຂົ້າມາວຽງຈັນໃນປີ 1641 ເພື່ອຊື້ ຄັ່ງ ແລະ ຍານ. ໃນປີ 1642-1647 ມີຄະນະ ຂອງ ຄຸນພໍ່ ເລີເລຍ ແລະ ມາລີນີ ເຊິ່ງເປັນຊາວອີຕາລີ ໄດ້ເຂົ້າມາເຖິງວຽງຈັນ, ພວກເພິ່ນໄດ້ຍ້ອງຍໍວ່າເມືອງວຽງຈັນງົດງາມ, ຫໍຜາສາດຣາຊະວັງ ສະຫງ່າ ກວ້າງຂວາງ, ປະຊາຊົນລາວເປັນຄົນດີ ບໍ່ເອົາປຽບເອົາລັດກັນ, ຮັກແພງຄົນຕ່າງປະເທດ, ເປັນຄົນຊື່ສັດ ເກັບຂອງ ຕົກເຮ່ຍ ໄດ້ກໍ່ຄືນເຈົ້າຂອງ ໂດຍບໍ່ຮຽກຮ້ອງຄ່າຮັກສາແຕ່ຢ່າງໃດ. ພວກເພີ່ນຍັງເວົ້າວ່າ ບໍ່ເຫັນຄົນລາວຜິດຖຽງກັນ ຄົນລາວມີກົດໝາຍພື້ນເມືອງດີ ແລະ ປະຕິບັດເຄັ່ງຄັດ ຜູ້ໃດທີ່ກະທຳຜິດຜູ້ໃດໝິ່ນປະໝາດຄົນອື່ນກໍ່ລ້ວນແຕ່ຖືກປັບໃໝ.
ສັງລວມແລ້ວຕະຫລອດໄລຍະ 57 ປີ ທີ່ເຈົ້າສຸລະຍິວົງສາຂຶ້ນຄອງລາດ ອານາຈັກລ້ານຊ້າງ ຢູ່ໃນຄວາມສະຫງົບປາສະຈາກເສິກ ທາງເໜືອເສືອທາງໃຕ້, ປະຊາຊົນມີຄວາມຮົ່ມເຢັນ, ການສຶກສາໄດ້ຮັບການພັດທະນາ, ນັກປາດບັນດິດ, ຄຳພີດີກາ, ນິທານພື້ນເມືອງ, ເທບນິຍາຍ, ຮີດຄອງປະເພນີອັນດີງາມ ທີ່ສືບທອດມາເຖິງປະຈຸບັນກໍ່ເກີດຂຶ້ນໃນ ສະໄໝເຈົ້າສຸລິຍະວົງສາຄອງເມືອງ; ເຮັດໃຫ້ຊາດລາວມີມູນເຊື້ອອັນຈົບງາມທາງ ດ້ານຮີດຄອງ,ປະເພນີ,ວັດທະນະທຳ, ເປັນໄລຍະຮຸ່ງເຮືອງເຫລືອງເຫລື້ອມດ້ານວັດທະນະທຳທີ່ໂດດເດັ່ນທີ່ສຸດ.
ເຈົ້າສຸລິຍະວົງສາ ໄດ້ສິ້ນພະຊົນໃນປີ 1695 ພາຍຫລັງຄອງເມືອງມາໄດ້ 57 ປີ ລວມ ອາຍຸໄດ້ 82 ປີ. ພາຍຫລັງເຈົ້າສຸລິຍະວົງສາສິ້ນພະຊົນ, ອານາຈັກລ້ານຊ້າງໄດ້ຕົກເຂົ້າສູ່ວິກິດການອັນຮ້າຍແຮງອີກເທື່ອໜຶ່ງ ເຊິ່ງສາຍເຫດ ແມ່ນຍ້ອນຜູ້ຂຶ້ນປົກຄອງເມືອງບໍ່ແມ່ນເຊື້ອກະສັດ, ພຽງແຕ່ໄລຍະ 36 ປີ (1698 - 1734) ມີການອະພິເສກສາມັນຊົນຂຶ້ນເປັນເຈົ້າຊີວິດເຖິງ 4 ອົງ ໝາຍຄວາມວ່າ 9 ປີໃດ ປ່ຽນຖ່າຍເຈົ້າຊີວິດເທື່ອໜຶ່ງ ເຊິ່ງຜິດກັບກົດມົນທຽນ ຂອງສັກດີນາ ສຳລັບການປົກຄອງໃນສະໄໝບູຮານເພາະວ່າຕາມກົດມົນທຽນຂອງສັກດີນາ ນັ້ນແມ່ນປະຕິບັດ ຕາມລະບອບລາຊະທາຍາດ (ພໍ່ ຕາຍລູກຂຶ້ນແທນ) ແຕ່ອານາຈັກລ້ານຊ້າງມີໄລຍະໜຶ່ງຂາດຜູ້ສືບແທນເຮັດໃຫ້ ພວກຂຸນນາງທີ່ບໍ່ແມ່ນເຊື້ອກະສັດ ຈິ່ງຍາດກັນຂຶ້ນເປັນເຈົ້າແຜ່ນດິນ. ສະນັ້ນຈິ່ງເກີດການໂຄ່ນລົ້ມກັນ ຫລື ກໍ່ການກະບົດ ຫລື ແຍກຕົວເປັນອິດສະຫລະ ອັນເປັນເຫດໃຫ້ອານາຈັກລ້າງ ຊ້າງ ຖືກແບ່ງອອກເປັນສາມ ອາ ນາຈັກ ຄື : ອານາຈັກລ້ານຊ້າງວຽງຈັນ, ອານາຈັກຫລວງພະບາງ ແລະ ອານາຈັກຈຳປາສັກ.
[ດັດແກ້] ຣາຊະການເຈົ້າອານຸວົງ
ເມື່ອບ້ານເມືອງສູນເສຍເອກະລາດ ປະຊາຊົນຕົກເປັນຂ້ອຍຂ້າມ້າໃຊ້ຂອງຕ່າງຊາດ (ສະຫຍາມ) ເຮັດໃຫ້ເຈົ້າອະນຸວົງ ເກີດຄວາມຮູ້ສຶກຢາກກູ້ຊາດ ກູ້ເອົາອິດສະຫລະພາບຂອງຊາວລ້ານຊ້າງວຽງຈັນກັບຄືນມາ. ເພື່ອກະກຽມໃຫ້ແກ່ການລຸກຂຶ້ນກູ້ຊາດຍາດແຜ່ນດິນຄືນມາ, ພາຍຫລັງໄດ້ຖືກແຕ່ງຕັ້ງ ຈາກສະຫຍາມໃຫ້ເປັນກະສັດລ້ານຊ້າງວຽງຈັນ, ເຈົ້າອານຸວົງ ກໍໄດ້ດຳເນີນພາລະກິດອັນສຳຄັນຫລາຍປະການ ເຊັ່ນ :
ດ້ານການເມືອງ : - ໄດ້ຕິດຕາມຂະບວນການຕໍ່ສູ້ຂອງປະຊາຊົນຢູ່ໃນແຕ່ລະທ້ອງຖິ່ນ ຄື : ຢູ່ຈຳປາສັກ ພາຍໃຕ້ການນຳພາຂອງອ້າຍຊຽງແກ້ວ ຢູ່ເມືອງໂຂງ; ການຕໍ່ສູ້ ຂອງເຈົ້າໂອ, ເຈົ້າອິນ ຢູ່ອັດຕະປື; ສ່ວນຢູ່ພາກເໜືອ ພາກກາງ ກໍ່ມີຂະບວນຂອງປະຊາຊົນທີ່ບໍ່ພໍໃຈກັບສັກດີນາທ້ອງຖິ່ນ ໄດ້ລຸກຂຶ້ນແບບກະແຈກກະຈາຍ; ຢູ່ນະຄອນພະນົມກໍ່ປະກາດແຍກຕົວບໍ່ຂຶ້ນກັບບາງກອກ; ໄດ້ປັບປຸງການປົກຄອງໃນ 79 ຫົວເມືອງ ທີ່ຂຶ້ນກັບ, ໄດ້ໄປພົບກັບເຈົ້າເມືອງທີ່ເຂົ້າໃຈກັນດີຢູ່ນະຄອນພະນົມ, ມຸກດາຫານ, ໄດ້ແຕ່ງໃຫ້ເຈົ້າຣາຊະບຸດໂຍ້ ໄປເປັນຜູ້ປົກຄອງຈຳປາສັກ, ໄດ້ນຳເອົາເຮືອຄຳ, ນຳເອົາຊ້າງ 7 ສອກ ແລະ ຂອງຂວັນອື່ນໆ ໄປມອບຖວາຍ ແດ່ເຈົ້າມັນທາຕຸລາດ ອານາຈັກລ້ານຊ້າງຫລວງພະບາງ ເພື່ອໃຫ້ຫລົງລືມຄວາມເກົ່າຄວາມຫລັງເພື່ອພ້ອມກັນຕໍ່ສູ້ ຍາດເອົາແຜ່ນດິນຄືນມາ.
ດ້ານການສ້າງສາ : ເຈົ້າອານຸວົງ ໄດ້ນຳພາປະຊາຊົນສ້າງຣາຊະວັງ, ສ້າງແລະປະຕິສັງຂອນວັດວາອາຮາມຂຶ້ນຫລາຍແຫ່ງຄື: ວັດສີສະເກດ, ປັບປຸງເມືອງໜອງຄາຍ, ສ້າງຫໍພະແກ້ວຂຶ້ນຢູ່ວັດຊ້າງເຜືອກ ສີຊຽງໃໝ່, ລົງໄປສະຫລອງຂົວ ແລະ ເຂົ້າຮ່ວມງານນະມັດສະການທາດພະນົມ, ສ້າງຂົວຂ້າມແມ່ນ້ຳຂອງມາສູ່ວັດອຸບມຸງ.
ດ້ານການທະຫານ : ໄດ້ປັບປຸງກອງທັບບັນດາຫົວເມືອງໃຫ້ເຂັ້ມແຂງ.
ດ້ານການຕ່າງປະເທດ : ເຈົ້າອານຸວົງ ພະຍາຍາມໃກ້ຊິດ ກັບກະສັດສະຫຍາມ ແລະ ໄດ້ຊ່ວຍສະຫຍາມຍົກທັບໄປຕີພະມ້າ ຈົນໄດ້ຮັບໄຊຊະນະ ໃນຂະນະທີ່ກອງທັບສະຫຍາມ ໄດ້ກັບມາດ້ວຍມືເປົ່າ ແລະ ເສຍໄຊແກ່ພະມ້າ ເຊິ່ງໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈກັບສະຫຍາມ. ເຈົ້າອານຸວົງ ມີນະໂຍບາຍພາຍໃນ ແລະ ພາຍນອກຢ່າງຈະແຈ້ງ; ໃນນັ້ນ ມີການພົວພັນກັບອານາມ ( ດ້າຍຫວຽດ ຫລື ຫວຽດາມໃນປະຈຸບັນ ).
ເມື່ອກະກຽມກຳລັງພຽງພໍແລ້ວກໍ່ໄດ້ ໂອກາດລົງໄປປົງສົບພະພຸດທະເລີດຫຼ້ານະພາໄລ ( ລາຊະການ ທີ 2 ) ຂອງສະຫຍາມ. ໃນໂອກາດນີ້ ເຈົ້າອານຸວົງໄດ້ຂໍເອົາຄົນລາວທີ່ຖືກກວາດຕ້ອນ ໄປໃນເມື່ອກ່ອນກັບຄືນ, ຂໍເອົານາງສະໜົມລາວ, ຂໍເອົາເຈົ້າຍິງດວງຄຳ ນ້ອງສາວອອກຈາກວັງຄືນມາ. ແຕ່ບໍ່ເປັນຈັ່ງບຸນ ເພາະຜູ້ຂຶ້ນຄອງລາດແທນ ພະພຸດທະເລີດຫຼ້ານະພາໄລ ນັ້ນ ບໍ່ແມ່ນຜູ້ສືບທອດຕາມແຜນ ເພາະຖືກໄປບວດຍ້ອນ ການຊ່ວງຊິງອຳນາດກັນໃນວັງ. ຜູ້ທີ່ກຳອຳນາດພັດແມ່ນຜູ້ທີ່ຂັດໃຈກັບເຈົ້າອານຸວົງມາຕະຫລອດ ສະນັ້ນ ຈຶ່ງບໍ່ຍອມໃຫ້ເຈົ້າອານຸວົງໄດ້ຈັກຢ່າງ. ຄວາມຄຽດແຄ້ນຂອງເຈົ້າອານຸວົງ ທີ່ມີຕໍ່ສະຫຍາມນັບມື້ເພີ່ມທະວີຂຶ້ນ. ດັ່ງນັ້ນ ເຈົ້າອານຸວົງ ຈຶ່ງໄດ້ຕັດສິນໃຈລຸກຂຶ້ນຕໍ່ສູ້ເພື່ອອິດສະຫລະພາບ ແຕ່ຍ້ອນການກະກຽມ ແລະ ການສ້າງກຳລັງບໍ່ທັນດີ, ພາຍໃນບໍ່ທັນເຂັ້ມແຂງ, ການຊັ່ງຊາກຳລັງກໍ່ຜິດໂຕນກັນຫລາຍ, ຝ່າຍລາວມີທະຫານພຽງແຕ່ 7 ໝື່ນຄົນ ພາຫະນະສົງຄາມກໍຫລ້າສະໄໝ ມີແຕ່ຫອກແຕ່ດາບ, ໃຊ້ຊ້າງ, ໃຊ້ມ້າ ແລະ ງົວກວຽນ. ກົງກັນ ຂ້າມຝ່າຍສະຫຍາມມີທະຫານ 1 ແສນ 7 ໝື່ນຄົນ, ມີອາວຸດທັນສະໄໝ: ( ປືນໃຫຍ່, ປືນ ເຫລັກຍາວ ) ມີລົດລາກແກ່ຈຳນວນໜຶ່ງ. ສະນັ້ນ, ຈຶ່ງພາໃຫ້ການຕໍ່ສູ້ຂອງເຈົ້າອານຸວົງ ບໍ່ເປັນຜົນສຳເລັດ, ນະຄອນວຽງຈັນ ກໍ່ຖືກກອງທະຫານສະຫຍາມມາຍຶດເອົາ ແລະ ທຳລາຍທຸກສິ່ງທຸກຢ່າງບໍ່ໃຫ້ເຫລືອຫຍັງ, ເຈົ້າອານຸວົງກໍ່ຖືກຈັບໃສ່ກົງເຫຼັກໄປທໍລະມານຢ່າງປ່າເຖື່ອນຢູ່ບາງກອກ ແລະ ເສຍຊີວິດຢູ່ທີ່ນັ້ນ. ສຳລັບຜູ້ທີ່ເປັນ ເຊື້ອເຈົ້າວຽງຈັນ ທັງໝົດກໍ່ຖືກດັບສູນ ດ້ວຍຮູບການທໍລະມານຮ່າງກາຍ ຫຼື ຂ້າຖິ້ມ. ສ່ວນບຸກຄົນທີ່ຮອງລົງມາກໍ່ຖືກເຮັດໃຫ້ເສຍກຽດເສຍສັກສີ, ສຳລັບປະຊາຊົນກໍ່ຖືກກວາດຕ້ອນລົງໄປບາງກອກ ແລະ ຖືກໃຊ້ງານຢ່າງໜັກ ໃນຖານະເປັນສະເລີຍເສິກ, ເປັນຂ້ອຍຂ້າມ້າໃຊ້ໃຫ້ ພວກຂຸນນາງສັກດີນາສະຫຍາມ.
ສຳລັບໂຕເມືອງວຽງຈັນກໍ່ຖືກຂຸນເສິກສະຫຍາມ ສັ່ງໃຫ້ກອງທະຫານ ຕັດກົກໄມ້ທັງໝົດ ແລະ ຈູດເຜົາທຳລາຍ, ປຸ້ນເອົາຊັບສົມບັດຂອງປະຊາຊົນແບບໂຈນ 500 ໂດຍເຈຕະນາເຮັດໃຫ້ວຽງຈັນ ເປັນເມືອງຮ້າງບໍ່ສາມາດຢູ່ໄດ້ ບໍ່ໃຫ້ຟື້ນຟູເປັນຕົວເມືອງໄດ້ອີກ. ອານາຈັກລ້ານຊ້າງວຽງຈັນ ໄດ້ຖືກຫຼຸດຖານະຈາກເປັນ ອານາຈັກໜຶ່ງລົງມາເປັນແຄ້ວນໜຶ່ງຂອງສະຫຍາມໂດຍມີສຳນັກງານ ຕັ້ງຢູ່ໜອງຄາຍ ຕໍ່ມາກໍ່ໄປຕັ້ງຢູ່ ອຸດອນທານີ, ວຽງຈັນທີ່ງົດງາມກໍກາຍເປັນເມືອງຮ້າງ 60 ກວ່າປີ.
ເຖິງວ່າການຕໍ່ສູ້ກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງ ບໍ່ເປັນຜົນສຳເລັດກໍ່ຕາມ ແຕ່ມັນກໍ່ມີຄວາມໝາຍປະຫວັດສາດ ອັນເລິກເຊິ່ງຊຶ່ງສະແດງໃຫ້ເຫັນເຖິງມູນເຊື້ອຕໍ່ສູ້ອັນ ເດັດດ່ຽວກ້າຫານ ບໍ່ຍອມຈຳນົນຂອງຄົນລາວ ໃຕ້ການນຳພາຂອງເຈົ້າອານຸວົງ, ມູນເຊື້ອ ດັ່ງກ່າວ ຖືກຝັງເລິກຢູ່ໃນຈິດໃຈຂອງຄົນລາວທຸກຄົນ ບໍ່ວ່າຈະເປັນຄົນເຊື້ອຊາດລາວຢູ່ຝັ່ງຊ້າຍ, ກໍຄືຝັ່ງຂວາຂອງແມ່ນ້ຳຂອງຕ່າງກໍ່ຈົດຈຳມູນເຊື້ອດັ່ງກ່າວໄວ້ຕະຫລອດມາ ແລະ ໄດ້ສືບຕໍ່ການຕໍ່ສູ້ໃນຮູບການໃໝ່ເປັນຕົ້ນ ແມ່ນຊາວອີສານຂອງໄທ ໄດ້ພາກັນແຕ່ງກາບກອນ, ວັນນະຄະດີ, ສ້າງເປັນໜັງສືອິນຕົກ ເພື່ອຄັດຄ້ານຕ້ານຢັນການສັກລາຍ ເອົາຄົນລາວອີສານເປັນສັນຊາດໄທ; ເປັນຄຳປິດສະໜາ ແລະ ມີຄຳເວົ້າທີ່ວ່າ: “ ໝາກຟັກ, ໝາກອຶ ຢູ່ດີໆຈະກາຍເປັນຊ້າງເປັນມ້າໄດ້ແນວໃດ, ຄວາຍເຖິກຄວາຍດ່ອນ ແລະ ໝູດ່ອນ ຢູ່ດີໆຈະກາຍເປັນຍັກກິນຄົນໄດ້ແນວໃດ, ຄົນລາວ ຢູ່ດີໆຈະກາຍເປັນໄທໄດ້ແນວໃດ ”, ນອກນັ້ນ ກໍມີຈົດໝາຍ “ ສານລືບພະສູນ ” ແລະ ອື່ນໆ... ຂະບວນການຕໍ່ສູ້ຕ້ານສະຫຍາມ ເພື່ອກູ້ແຜ່ນດິນຄືນຂອງ ເຈົ້າອານຸວົງ ໄດ້ເຮັດໃຫ້ລັດທິຮັກຊາດອັນດູດດື່ມເຂັ້ມຂຸ້ນຂຶ້ນ, ຊື່ສຽງຂອງນັກຮົບວິລະຊົນທີ່ເຂົ້າຮ່ວມການຕໍ່ສູ້ຄັ້ງນັ້ນເຊັ່ນ: ເຈົ້າສຸກະສານ, ເຈົ້າລາຊະວົງ, ເຈົ້າລາຊະບຸດ, ພະຍານາລິ, ພະຍາໄກສົງຄາມ ແລະ ຜູ້ອື່ນໆ ໄດ້ຖືກຈົດບັນທຶກໄວ້ໃນປຶ້ມຄຳປະຫວັດສາດ ເຊິ່ງຄົນລາວ ບໍ່ຫຼົງລືມໄດ້. ສັງລວມແລ້ວ ໄລຍະລາວ ຕົກເປັນເມືອງສ່ວຍ ແລະ ເມືອງຂຶ້ນຂອງສະຫຍາມຮ້ອຍກວ່າປີ, ເປັນໄລຍະທີ່ນະຄອນວຽງຈັນ ຫງ່ວມເຫງົາ, ເສົ້າໝອງ ແລະ ສູນເສຍນ້ຳຕາ ບ້ານເມືອງອັນງົດງາມທີ່ບັນພະບູລຸດເຮົາສ້າງໄວ້ເກືອບ 500 ປີກ່ອນນັ້ນ ເກືອບຈະບໍ່ຍັງເຫລືອແມ່ນແຕ່ຮ່ອງຮອຍ. ຄວາມໂຫດຮ້າຍ ປ່າເຖື່ອນໃນການທຳລາຍລ້າງຜານຂອງສະຫຍາມທີ່ມີຕໍ່ລາວເວລາໃດກໍ່ຍັງຝັງເລິກຢູູ່່ໃນ ດວງໃຈຂອງຄົນລາວຕະຫລອດມາ.
ພາຍຫລັງ ເຈົ້າອະນຸວົງ ຖືກປະຫານຊີວິດດ້ວຍການທໍລະມານຮ່າງກາຍອັນປ່າເຖື່ອນແລ້ວ ກໍ່ຍັງເກີດມີຂະບວນການຕ້ານສະຫຍາມເຊັ່ນ: “ເສິກສາມໂບກ(ນ້ຳພອງ ຈັງຫວັດຂອນແກ່ນ) 1893”, ຂະບວນການຕໍ່ສູ້ຂອງເຈົ້າຟ້າຂາວ ຍາດພີ່ນ້ອງຂອງ ເຈົ້າລາຊະດາ ໃນເຈົ້າເມືອງຈຳປາສັກ, ພະຍາອຸທຸມພອນ ເຈົ້າເມືອງອຸທຸມພອນ, ພະຍາສ້າງດີ ເຈົ້າເມືອງອັດຕະປື ແລະ ຂະບວນການ ຕໍ່ສູ້ອື່ນໆ ທີ່ໄດ້ປະຮ່ອງຮອຍແຫ່ງການຕໍ່ສູ້ໄວ້ ເຊິ່ງມູນເຊື້ອຕໍ່ສູ້ນັ້ນ ໄດ້ລຸກເປັນໄຟໃນສະໄໝຝຣັ່ງມາປົກຄອງ.
[ດັດແກ້] ສະໄໝຕົກເປັນຫົວເມືອງຂື້ນ ປະກາດເອກະລາດ ແລະ ສົງຄາມກາງເມືອງ
ໄລຍະ 60 ປີ ທີ່ລາວເປັນເມືອງຂຶ້ນຝຣັ່ງ
ພາຍຫລັງໄດ້ຍຶດເອົາ 12 ຈຸໄທ, ອານາມ, ໂກແຊງຊິນ ແລະ ກຳປູເຈຍ ໄດ້ແລ້ວ ຝຣັ່ງກໍ່ໄດ້ມາຍຶດເອົາລາວ ໃນປີ 1893 ໂດຍໄລ່ສະຫຍາມອອກຈາກລາວ, ເຊັນສັນຍາແບ່ງເຂດປົກຄອງ ລະຫວ່າງ ຝຣັ່ງ ແລະ ສະຫຍາມ ໂດຍໃຫ້ດິນແດນຝັ່ງຊ້າຍ ຂອງແມ່ນ້ຳຂອງ ເປັນຂອງຝຣັ່ງ ແລະ ຝັງຂວາ ເປັນຂອງສະຫຍາມ ໃນວັນທີ 3/10/1893, ເຮັດໃຫ້ດິນແດນຂອງລາວຫລາຍກວ່າເຄິ່ງໜຶ່ງຖືກສູນເສຍ ແລະ ຕົກເປັນຂອງສະຫຍາມ ອັນສ້າງຄວາມເຈັບປວດ ໃຫ້ກັບປະຊາຊົນລາວຢ່າງບໍ່ມີວັນລືມ.
ພາຍຫລັງໄດ້ ເຊັນສັນຍາ ແບ່ງເຂດແດນກັບສະຫຍາມແລ້ວ ຝຣັ່ງກໍ່ຈັດລະບຽບການປົກຄອງຂຶ້ນຢູ່ລາວ ຕາມແບບສະບັບຂອງສະຫຍາມໂດຍ ແບ່ງເປັນ 10 ແຂວງ ແລະ ຖືເອົາວຽງຈັນ ເປັນທີ່ຕັ້ງຂອງສຳນັກງານ ສຳລັບຂ້າຫລວງໃຫຍ່ປະຈຳລາວ, ເອົາຄົນຝຣັ່ງເປັນເຈົ້າແຂວງ ສ່ວນເຈົ້າເມືອງ ຕາແສງ ແລະ ນາຍບ້ານນັ້ນປະໃຫ້ຄົນລາວ ເປັນເອງເພື່ອເກັບສ່ວຍຈາກປະຊາຊົນ, ເກນເອົາຄົນໄປອອກແຮງງານ ໂດຍວາງລະບຽບການອອກຄື: ຜູ້ຊາຍອາຍຸ 18 ປີ ຂຶ້ນໄປຕ້ອງໄດ້ເສຍສ່ວຍໄຖ່ການໄປເຮັດວຽກ 15 ວັນ ໃນ 1 ປີ ໂດຍບໍ່ມີຄ່າຕອບແທນແຮງງານແຕ່ຢ່າງໃດ, ພວກເຂົາໄດ້ຕັດເອົາໄມ້ເນື້ອດີ, ຂຸດເອົາແຮ່ທາດ ຈຳນວນໜຶ່ງກັບຄືນເມືອສ້າງຄວາມຮັ່ງມີໃຫ້ປະເທດແມ່, ສ້າງໂຮງຮຽນຈຳນວນໜຶ່ງເພື່ອລູກຫລານຂອງເຂົາ ແລະ ລູກຫລານຂອງຄົນລາວທີ່ເຮັດການນຳຝຣັ່ງ, ສ້າງໂຮງໝໍ ໃນເມືອງຈຳນວນໜຶ່ງ ເພື່ອປິ່ນປົວເຂົາເອງ ແລະ ສ້າງຖະໜົນ ຫົນທາງຈຳນວນໜຶ່ງ ໂດຍເກນເອົາແຮງງານຂອງປະຊາຊົນ ໄປເຮັດເພື່ອຂົນສົ່ງສິນຄ້າສຳລັບພວກເຂົາ. ຢູ່ໃຕ້ແອກປົກຄອງຂອງຝຣັ່ງ ໄດ້ເກີດມີໄພພິບັດໃຫຍ່ 4 ປະການທີ່ຂົ່ມຂູ່ຊີວິດຂອງຄົນລາວເຊັ່ນ: ໄພແຫ່ງຄວາມອຶດຫິວ, ໄພແຫ່ງຄວາມກືກໜັງສື, ໄພແຫ່ງໂລກລະບາດບໍ່ມີຢຸກຢາປິ່ນປົວ ແລະ ໄພແຫ່ງຄວາມໂງ່ຈ້າຫລ້າຫລັງ ແລະ ຄວາມຕ່ຳຕ້ອຍສູນເສຍອິດສະຫຼະພາບ ແຫ່ງຄວາມເປັນຄົນຍ້ອນປະເທດຊາດສູນເສຍເອກະລາດ.
ຕໍ່ໜ້າສະພາບການດັ່ງກ່າວ ໂດຍເສີມຂະຫຍາຍມູນເຊື້ອແຫ່ງ ການຕໍ່ສູ້ໃນການສ້າງຊາດ ແລະ ປົກປັກຮັກສາຊາດ ຂອງບັນດາ ບັນພະບູລຸດຕົນເປັນຕົ້ນ ແມ່ນການນຳພາຕໍ່ສູ້ບໍ່ຍອມຈຳນົນຂອງເຈົ້າອານຸວົງ ແລະ ເຈົ້າລາຊະວົງ ທີ່ໄດ້ຕໍ່ສູ້ ກັບສັດຕູຈົນເຖິງຢາດເລືອດ ຢາດສຸດທ້າຍນັ້ນ ປະຊາຊົນລາວ ບັນດາເຜົ່າໄດ້ຕໍ່ສູ້ ກັບລັດທິລ່າເມືອງຂຶ້ນແບບເກົ່າ ດ້ວຍຫລາຍຮູບການ ນັບແຕ່ຫຼົບຫຼີກ ບໍ່ໄປເຮັດການ 15 ວັນ, ຫລົບຫລີກບໍ່ເສຍສ່ວຍໄຖ່ການ ຫລື ໄປເຮັດການ ກໍເຮັດແບບແປະໆບາງໆ ຫລື ມ້າງເຄື່ອງຈັກເຄື່ອງລານ. ຈາກຮູບການຕໍ່ສູ້ເຫຼົ່ານີ້ກໍ່ເກີດມີ ການຕໍ່ສູ້ເປັນກຸ່ມ ກ້ອນຈົນເກີດມີຂະບວນການໃຫຍ່ເຊັ່ນ: ການຕໍ່ສູ້ຂອງປະຊາຊົນຊາວສະຫວັນນະເຂດ ພາຍໃຕ້ການຳພາຂອງ ພໍ່ກະດວດ, ຂະບວນການຕໍ່ສູ້ຂອງເຜົ່າມົ້ງ ຢູ່ແຂວງຫົວພັນ ແລະ ແຂວງຊຽງຂວາງ ນຳໂດຍ ເຈົ້າຟ້າປັດໄຈ, ຂະບວນການຕໍ່ສູ້ຂອງເຜົ່າລື້ ນຳໂດຍ ເຈົ້າຟ້າເມືອງສິງ ແລະ ຂະບວນການຕໍ່ສູ້ຂອງຊົນເຜົ່າລາວເທິງ ຢູ່ພາກໃຕ້ ນຳໂດຍ ອົງແກ້ວ-ອົງກົມມະດຳ.
ພາຍຫລັງມີພັກກອມມູນິດອິນດູຈີນນຳພາ (1930) ເຮັດໃຫ້ການຕໍ່ສູ້ທີ່ໄຮ້ທິດທາງໃນເມື່ອກ່ອນນັ້ນ ໄດ້ຫັນມາສູ່ການຕໍ່ສູ້ທີ່ມີທິດທາງ, ມີຈຸດໝາຍປາຍທາງ, ມີການຈຳແນກມິດ-ສັດຕູຢ່າງຈະແຈ້ງ ອັນໄດ້ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າເຕີບໃຫຍ່ຂຶ້ນເປັນລຳດັບ ແລະ ຍາດເອົາໄຊຊະນະມາໄດ້ຢ່າງຕໍ່ເນື່ອງ.
ປີ 1934 ໄດ້ມີກອງປະຊຸມຄັ້ງທຳອິດ ເພື່ອຈັດຕັ້ງ ຄະນະພັກແຄວ້ນລາວຂຶ້ນ ຢູ່ດອນຊິງຊູ້ນະຄອນຫລວງວຽງຈັນ ເຮັດໃຫ້ການນຳພາ ການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າ ນັບມືຂະຫຍາຍຕົວ. ບັນດາເຫດການ ທີ່ເປັນຂີດໝາຍ ທາງປະຫວັດສາດ ໃນພາລະກິດຕໍ່ຕ້ານກັບ ລັດທິລ່າເມືອງຂຶ້ນແບບເກົ່າ ອັນໄດ້ແກ່ການລຸກຮື້ຂຶ້ນ ຢຶດເອົາອຳນາດການປົກຄອງຢູ່ວຽງຈັນ ໃນວັນທີ 23 ສິງຫາ 1945 ໄດ້ນຳໄປສູ່ ການປະກາດເອກະລາດ 12 ຕຸລາ ໃນປີດຽວກັນ, ສ້າງຕັ້ງລັດຖະບານລາວອິດສະຫຼະຊົ່ວຄາວ. ຫລັງຈາກນັ້ນ ກໍ່ໄດ້ຫັນທິດອອກສູ່ຊົນນະບົດ ເພື່ອຕ້ານກັບການມາຍຶດຄອງລາວ ຄັ້ງທີ II ຂອງຝຣັ່ງ, ໄດ້ສ້າງຕັ້ງແນວລາວອິດສະຫລະ ແລະ ລັດຖະບານຕໍ່ຕ້ານ ເພື່ອເຕົ້າໂຮມປະຊາຊົນ ດຳເນີນການຕໍ່ຕ້ານ ໂດຍສົມທົບກັບກອງທັບ ແລະ ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ກັບລັດທິລ່າເມືອງຂຶ້ນແບບເກົ່ານານເຖິງ 9 ປີ ຈົນໄດ້ຮັບໄຊຊະນະຢູ່ສະໜາມຮົບດຽນບຽນຟູ, ອັນນຳໄປສູ່ກອງປະຊຸມເຊີແນວ ປີ 1954 ກ່ຽວກັບອິນດູຈີນ; ໂລກໄດ້ຮັບຮູ້ເອກະລາດ, ອຳນາດອະທິປະໄຕ ຂອງສາມຊາດອິນດູຈີນ ແລະ ນຳເອົາ ປະເທດລາວເຂົ້າສູ່ໄລຍະສັນຕິພາບ ແລະ ຄວາມປອງດອງຂອງຊາດ ເປັນເວລາສັ້ນ, ຈາກນັ້ນບ້ານເມືອງ ກໍ່ກັບຄືສູ່ສົງຄາມເທື່ອໃໝ່.
[ດັດແກ້] ສະໄໝເປັນສາທາລະນະລັດ ປະຊາທະປະໄຕປະຊາຊົນລາວ
ໃນວັນທີ 1 ທັນວາ ຄ.ສ 1975 ກອງປະຊຸມຜູ້ແທນທົ່ວປະເທດໄດ້ໄຂຂື້ນທີ່ນະຄອນຫລວງວຽງຈັນ ເຊິ່ງມີຜູ້ແທນເຂົ້າຮ່ວມ 264 ທ່ານ ເພື່ອຄົ້ນຄວ້າຕີລາຄາສະຖານະການຮ່ວມກັນ ແລະ ພິຈາລະນາອະນາຄົດຂອງປະເທດຊາດ. ຜ່ານການຄົ້ນຄວ້າພິຈາລະນາ, ຮັບຮອງເອົາການປະກາດຍຸບຕົວຂອງລັດຖະບານປະສົມຊົ່ວຄາວແຫ່ງຊາດ. ກອງປະຊຸມຍັງໄດ້ຕົກລົງມະຕິຮັບຮອງເອົາທຸງສາມສີວົງເດືອນເປັນທຸງຊາດລາວ, ຮັບຮອງເອົາເນື້ອຮອງເພງຊາດໃໝ່, ຮັບຮອງເອົາພາສາລາວ ເປັນພາສາທາງການ ແລະ ປະກາດປະເທດລາວເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະກາດແຕ່ງຕັ້ງ ທ່ານ ສຸພານຸວົງ ເປັນປະທານປະເທດ, ແຕ່ງຕັ້ງທ່ານ ໄກສອນ ພົມວິຫານ ເປັນນາຍົກລັດຖະມົນຕີ, ແຕ່ງຕັ້ງ ເຈົ້າສີສະຫວ່າງວັດທະນາ ເປັນທີ່ປຶກສາສູງສູດຂອງປະທານປະເທດ, ແຕ່ງຕັ້ງ ເຈົ້າສຸວັນນະພູມມາ ເປັນທີ່ປຶກສາສູງສູດຂອງລັດຖະບານ ແລະ ຜ່ານມະຕິອື່ນໆ. ໃນວັນທີ 2 ທັນວາ ຄ.ສ 1975 ກອງປະຊຸມໄດ້ປິດລົງດ້ວຍຜົນສຳເລັດອັນສະຫງ່າງາມ.
ພາສາ
ພາສາລາວ ແມ່ນພາສາທາງການຂອງປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນພາສາແມ່ຂອງຊົນຊາດລາວ ແລະ ຊົນເຊື້ອສາຍອື່ນໃນປະເທດລາວ ພາສາລາວມີວັນນະຍຸດ ມີຄວາມສຳພັນຄ້າຍຄຽງກັບພາສາພາກຕາເວັນອອກສຽງເໜືອ( ອີສານ ) ຂອງປະເທດໄທ ລະບົບການຂຽນຈະໃຊ້ ຕົວອັກສອນລາວຊື່ງເປັນລະບົບອັກສອນສະຫຼະປະກອບ (ລະບົບການນຂຽນ ທີ່ປະກອບດ້ວຍສັນຍາລັກແທນພະຍັນຊະນະ ແລະ ຕິດຕາມດ້ວຍສະຫຼະທີ່ຈະຢູ່ທາງໜ້າ ທາງຫຼຼັງ ທາງເທິງ ທາງລຸ່ມ ຂອງພະຍັນຊະນະ) ແລະ ມີຄວາມສຳພັນໃກ້ຊິດກັບພາສາໄທ. ພາສາລາວແມ່ນ ພາສາໃນກຸ່ມພາສາລາວ-ໄຕ ອັນເປັນກຸ່ມຍ່ອຍຂອງຕະກູນພາສາໄທ-ກະໄດ
[ດັດແກ້] ຄວາມເປັນມາຂອງພາສາລາວ
ພາສາລາວສືບຖອດມາຈາກ ພາສາໄຕ ຢູ່ພາກໃຕ້ຂອງປະເທດຈີນຊື່ງເປັນຈຸດດັ່ງເດີມຂອງຫລາຍພາສາຕ່າງໆ ທີ່ຍັງໃຊ້ແລະເວົ້າຢູ່ໂດຍຫລາຍຊົນເຜົ່າ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວ ຂອງອານາຈັກຈີນ, ການບຸກລຸກຂອງຊາວມົງໂກນ ແລະ ການປູກຝັງທຳມາຫາກີນ, ຄົນໄຕໃດ້ຍົກຍ້າຍລົງມາພາກໃຕ້ ຕາມຮີມຝັ່ງແມ່ນ້ຳຂອງ. ການອົບພະຍົກຂອງຊາວໄຕກໍ່ໄດ້ມີກ່າວໄວ້ໃນຕຳນານຂອງເຈົ້າພະຍາ ຂຸນບູຣົມຣາຊາທິຣາດ.
ພາສາລາວ
ອັກສອນລາວເດີມ
ອັກສອນລາວບູຮານ
[ດັດແກ້] ສາດສະໜາ
ຄົນລາວສ່ວນຫຼາຍນັບຖື ສາດສະໜາພຸດ ນິກາຍຫິນະຍານ ເຊິ່ງເປັນສາດສະໜາປະຈຳຊາດ (60% ຂອງປະຊາກອນທັງໝົດ) ຄວບຄູ່ກັບລັດທິນັບຖືຜີບັນພະບູລຸດຂອງຊົນເຜົ່າສ່ວນໜ້ອຍໃນເຂດຫ່າງໄກສອກຫຼີກ ສ່ວນຄົນລາວທີ່ນັບຖືສາດສະໜາຄຣິດ ແລະ ອິດສະລາມມີຈຳນວນໜ້ອຍຫຼາຍ ໂດຍສາດສະໜາຄຣິດ ສ່ວນຫຼາຍຈະມີຜູ້ນັບຖືເປັນກຸ່ມຄົນຫວຽດນາມທີ່ອົບພະຍົບເຂົ້າຢູ່ລາວ ແຕ່ສະໄໝສົງຄາມ, ສ່ວນສາດສະໜາອິດ ສະລາມ ພົບວ່າມີການນັບຖືໃນໝູ່ຊົນເຜົ່າສ່ວນໜ້ອຍ(ຊົນເຜົ່າຫ້ໍ) ທີ່ອາໄສຕາມຊາຍແດນດ້ານຕິດກັບປະເທດມຽນມາ ແລະ ຊຸມຊົນມຸດສະລິມທີ່ມີເສື້ອສາຍ ອາຊີໃຕ້ ແລະ ຈາມໃນນະຄອນຫຼວງວຽງຈັນ ສາດສະໜາ: ສາດສະໜາພຸດ ນິກາຍເຖຣະວາດ 60%
[ດັດແກ້] ວັດທະນະທຳ
ພຸດທະສາດສະໜານິກາຍເຖຣວາດ ນັບເປັນແບບແຜນຫຼັກຂອງວັດທະນະທຳລາວ ຊື່ງປາກົດໃຫ້ເຫັນທົ່ວປະເທດ ທັງໃນດ້ານພາສາ ແລະ ສິລະປະ, ວັນນະຄະດີ, ສິລະປະການສະແດງ ຯລຯ ສຳຫຼັບດົນຕີລາວນັ້ນ ຍັງຄົງມີອິດທິພົນຂອງແຄນ ຊຶ່ງເປ້ນເຄື່ອງດົນຕີປະຈຳຊາດ ວົງດົນຕີຂອງລາວແມ່ນວົງໝໍລຳ ມີ ໝໍລຳ ແລະ ໝໍແຄນ ທຳນອງການຂັບຈະແຕກຕ່າງກັນໄປຕາມທ້ອງຖິ່ນ ທາງພາກເໜືອເອິ້ນວ່າ ຂັບ ພາກໃຕ້ຈາກ ບໍລິຄຳໄຊລົງໄປເອິ້ນວ່າ ລຳ ເຊ່ັນ: ຂັບງຶ່ມວຽງຈັນ, ຂັບພວນຊຽງຂວາງ, ລຳສາລະວັນຂອງແຂວງສະລະວັນ, ລຳພູໄທ, ລຳຕັງຫວາຍ, ລຳຄອນສະຫວັນ, ລຳບ້ານຊອກຂອງແຂວງສະຫວັນນະເຂດ, ລໍາໂສມ, ລຳສີພັນດອນຂອງແຂວງຈຳປາສັກ, ລຳມະຫາໄຊຂອງແຂວງຄຳມ່ວນ, ຂັບທຸ້ມຂອງແຂວງຫຼວງພະບາງ, ຂັບລື້ຂອງຊາວລື້ ເປັນຕົ້ນ ການແຕ່ງກາຍທີ່ເປັນເອກະລັກຢ່າງໜຶ່ງຂອງຄົນລາວແມ່ນ ຜູ້ຍິງຈະນຸ່ງສິ້ນ,ເກົ້າຜົມ,ບ່ຽງແພ. ອາຫານຂອງຄົນລາວຈະກິນເຂົ້າໜຽວເປັນຫຼັກ ອາຫານທີ່ເປັນເອກະລັກແມ່ນ: ແຈ່ວ, ຕຳໝາກຮຸ່ງ, ປິ້ງໄກ່, ສົ້ມປາ ເປ້ນຕົ້ນ.
ອະລິຍະທຳເກົ່າແກ່ຂອງລາວນັ້ນ ມີປາກົດຈາກຫຼັກຖານດ້ານບູຮານຄະດີຍຸກຫີນ ຢູ່ ທົ່ງໄຫຫິນ ແຂວງຊຽງຂວາງ

Subscribe to:
Posts (Atom)