Thursday, 21 April 2016

Off and On ສະທ້ອນຊີວິດ

ຂຽນໂດຍ
ພອຈ.ເນືອງພິລັກ ໂຊຕິທອນ
21 ເມສາ 2016
     - ຕາມທຳມະດາແລ້ວ ຊະວິກເປີດປິດເຊິ່ງພາສາອັງອິດເຂົາໃຊ້ວ່າ Off ແລະ On ນັ້ນແມ່ນຢູ່ໃນທີ່ດຽວກັນໝົດທຸກສິ່ງຜລິດພັນທາງວິທະຍາສາດສະເໝີໄປ, ບໍ່ວ່າແຕ່ເຄື່ອງວິທະຍາສາດສະໄໝໃໝ່ ທີ່ເປັນເຄື່ອງຍົນກົນໄກ ແມ່ນແຕ່ເຄື່ອງເປີດປິດໄລອນເຮືອນຊານວິທະສາດຂັ້ນພື້ນຖານຕ່າງໆ ກໍມັກຢູ່ທີ່ດຽວກັນທັງນັ້ນ.
     - ນັກພືດວິທະຍາ ຫຼືໝໍຢາທີ່ຮູ້ເລື່ອງຢາພືດທຳມະຊາດ ຈະເຂົ້າໃຈດີທີ່ສຸດ ລະຫວ່າງພືດທີ່ມີພຶດ ກັບພືດທີ່ແກ້ພິດແມ່ນຈະເກີດຢູ່ທີ່ແຫ່ວດຽວກັນບໍ່ຢູ່ໄກກັນເລີຍ.
     - ຄົນບູຮານສອນສະເໝີວ່າ "ສະຫວັນຢູ່ໃນຫົວອົກ ນະໝໍ້ນະຮົກຢູ່ໃນໃຈ" ອັນນນີ້ສະແດງໃຫ້ເຫັນວ່າ ສະຫວັນກັບນະຮົກ ແມ່ນຢູ່ບໍ່ໄກກັນເລີຍ ຄືຢູ່ໃນຫົວອົກ ຫົວໃຈເຮົານີ້ເອງ ຄົນຈະສຸກ ຄົນຈະສຸກ ຫຼືຈະທຸກກໍທຸກຢູ່ທີ່ໃຈ ຄົນຈະດີຫຼືຊົ່ວກໍຢູ່ທີ່ໃຈ ຄົນຈະໄປສະຫວັນ ຫຼືນະຮົກ ກໍຢູ່ກ່ນອົບຮົມໃຈ ຫຼືສ້າງໃຈໃຫ້ເປັນສຸກ ຫຼືທຸກ ການທຳບຸນຈະທຳຢູ່ທີ່ໃດ ຫາກບໍ່ປະກອບດ້ວຍໃຈທີ່ເປັນມະຫາກຸສົນແລ້ວ ບຸນໄດ້ບໍາເຕັມເມັດເຕັມໜ່ວຍ ຫາກເຮັດໄປດ້ວຍຄວາມປາໝາດຂາດສະຕິ ການກະທຳນັ້ນນອກຈາກບໍ່ເປັນບຸນເປັນກຸສົນແລ້ວຍັງເປັນປາປະກຳອະກຸສົນດ້ວຍ.

     - ບຸນກັບບາບ ຢູ່ບໍ່ໄກກັນ ຊົວກັບດີຢູ່ບໍ່ໄກກັນ ສຸກກັບທຸກຢູ່ບໍ່ໄກກັນ, ຢ່າລືມວ່າທຸກສິ່ງທຸກຢ່າງໃນໂລກນີ້ ມີທັງດ້ານມືດກັບດ້ານແຈ້ງ ສຸກທຸກ ດຳຂາວ ຢູ່ຄູ່ກັນສະເໝີ ແລະມັກຈະບໍ່ໄກກັນເລີຍ.
     - ມີຫຼາຍຄົນມອງໄກເກີນຂອບເຂດຊີວິດ ເມື່ອເກີດວິກິດບໍ່ຈັກທາງແກ້ໄຂ, ບາງຄົນຢາກເປັນດີ ແຕ່ບໍ່ມອງເຫັນຄວາມດີຂອງຕົນທີ່ມີ, ບາງຄົນຊອກຫາທຳຢູ່ທົ່ວໄປ ໄປຫາກຫຼາຍປະເທດ ໄປຮອດບ່ອນທີ່ພະພຸດທະເຈົ້າເກີດ ຕັດສະຮູ້ ປະຣິນິບພານ ພາຍທ້າຍຍັງບໍ່ເກັນຮອດທຳ ບໍ່ມອງເຫັນໂຕເອງ ຫຼືບໍ່ມອງເຂົ້າມາໃນໂຕເອງ.
     ມີຫຼາຍຄົນບໍ່ວ່າ ແຕ່ຄົນຊົນນະບົດ ກໍຄົນໃນເມືອງ ເຂົ້າໄປນັ່ງໃນຣົດ ເວລາຈອດຣົດແລ້ວອອກບໍ່ໄດ້ ຍາມໂຟເຟີລືມປົດໄລກອນໃຫ້ ຫຼືປົດກອນໃຫ້ ເພາະເຂົາມຸ້ງແຕ່ໄຂ ຫຼືເປີດປະຕູລົດ ເຂົາບໍ່ຄິດທີ່ຈະປົດລ໊ອກກອນກ່ອນ ອັນນີ້ເຂົາລືມມອງສິ່ງກ່າວມານັ້ນທັງໝົດວ່າ ທຸກສິ່ງຢ່າງໃນໂລກນີ້ ມີສິ່ງແກ້ໄຂກັນສະເໝີ ບໍ່ມີສິ່ງໃດໂລກຈະແກ້ໄຂບໍ່ໄດ້ ຫາກຮູ້ຈັກແກ້ໄຂ ຫຼືແກ້ໄຂຖືກຈຸດ ກໍຈະໄປຮັບຜົນນັ້ນໄວ.
    ໃນໂລກນີ້ ຢ່າລືມວ່າສັບພະສິ່ງມີຢູ່ຄູ່ກັນ ມີທຸກກໍມີສຸກ, ຮູ້ທຸກຈຶ່ງຮູ້ຈຶ່ງຮູ້ສຸກ, ເຫັນທຸກຈຶ່ງເຫັນສຸກ ຄົນຜູ້ມີປັນຍາແລ້ວ ບໍ່ຄອງໃຫ້ພົບກັບຄວາມທູກກ່ອນຈຶ່ງສະແຫວງຫາຄວາມສູກ ຫຼືສ້າງຄວາມສູກ, ຄົນຜູ້ຢາກມີສູກໂດຍບໍ່ຜ່ານຄວາມທຸກ ຄົນສ້າງສູກໄວ້ລ່ວງໜ້າ ເໝືອນກັບຄົນຫາຊັບໄວ້ກ່ອນເພື່ອປ້ອງກັນຄວາມທຸກ ສະແຫວງຫາຄວາມຮູ້ກ່ອນເພື່ອປ້ອງກັບອະວິຊາ ແລະຫາສັບສິນແລະຄວາມສຸກໃນອະນາຄົດ ຄົນຜູ້ມີປັນຍາຈຶ່ງສ້າງບຸນໄວ້ເພື່ອປ້ອງກັນຄວາມທູກທີ່ຈະເກີດ ເພາະເຂົາຮູ້ວ່າທຸກ ແລະສຸກຈະຕ້ອງມີມາແກ່ເຂົາ.
    ບູຮານສອນວ່າ ໄຟໄໝ້ທີ່ໃດ ໃຫ້ເອົານໍ້າທີ່ນັ້ນດັບມອດ, ເກີດເຫດ ຫຼືເກີດບັນຫາທີ່ໃດ ກໍແກ້ໄຂທີ່ນັ້ນ ຄືໃຫ້ຮູ້ວ່າບັນຫາເກີດຈາກໃສ ອັນໃດພາເກີດແກ້ຈຸດທີ່ມັນເກີດ.
     ຄອບຄົວຜົວເມັຍ ໝູ່ກອງພັກພວກ ຜິດໃຈກັນມີບັນຫາຕໍ່ກັນ ກໍພ້ອມໃຈກັນຕົກລົງແກ້ບັນຫາທີ່ຈຸດມັນເກີດ ຈະປະສົບຜົນສຳເລັດເກືອບທູກລາຍ ມີຫຼາຍຄົນເກີດບັນຫາດັ່ງກ່າວແກ້ບັນຫາທີ່ອື່ນ ຫຼືຫາຄົນອື່ນແກ້ຕ່າງ ມັກຈະພັງທິລາຍບໍ່ເປັນທ່າ.
    ມີຜົວເມັຍຫຼາຍຄູ່ ຜົວຫຼິ້ນສາວ ແທນທີ່ຈະແກ້ໄຂທີ່ຕົນ ຫຼືຜົວຕົນ ແຕ່ກັບໄຜແກ້ໄຂ ຫຼືສ້າງບັນຫາກັບຄູ່ກໍລະນີ ໃນທີ່ສຸດທັງຄູ່ກໍລະນີ ແລະຜົວຕົນເຮັດໃສ່ຊໍ້າສຸດທ້າຍແຕກລະແຫງ.
    ບັນຫາເກີດຂຶ້ນຍ່ອມມີຈຸດຈົບ ແຕ່ຈະຈົບດີ ຫຼືຈົບຮ້າຍນັ້ນ ແກ່ເກີດຈາກການຮູ້ຈັກແກ້ກຈຸດ ທີ່ສຸດຄັນຄວນເລີ່ມແກ້ບັນຫາທີ່ມັນເກີດກ່ອນ ຫຼືແກ້ຈູດທີ່ມັນໃກ້ຕົວກ່ອນ ເປັນຂັ້ນຕອນໄປ.
    ພຸດທະເຈົ້າຂອງເຮົາເນັ້ນເລື່ອງການອົບຮົມເລື່ອງສະຕິກັບປັນຍານີ້ຫຼາຍກວ່າສິ່ງທັງປວງ ໃນພະໄຕປິດົກທັງສາມຄຳພີລ້ວນແຕ່ສອນເລື່ອງປັນຍາ.
    ການມອງບັນຫາດ້ວຍປັນຍາ ມັກຈະສຳເລັດໄດ້ສະເໝີ ການມອງບັນຫາຈາກຈຸດໃກ້ຕົວມັກຈະພົບວິທາງແກ້ໄຂ ເອົາຕົວລອດຢ່າງປອດໄຟ.
   ທ່ານທັງຫຼາຍ ໃຊ້ໂທລະສັບເຄື່ອນທີ່ທຸກຄົນ ທ່ານເຄີຍເປີດ ແລະປິດໂທລະສັບຂອງທ່ານແນ່ນອນ ເມື່ອທ່ານຮູ້ຈັກບັນຫາທ່ານກໍຈະເຂົ້າໃຈວ່າບັນຫາຕ່າງໆ ຄ້າຍກັບທີ່ເປີດປິດໂທລະສັບຂອງທ່ານນັ້ນລະ ຄືບັນຫາດີຮ້າຍຢູ່ທີ່ຕົວທ່ານແລ.