Sunday 29 May 2011

ບາປ

1. ທີ່ມາຂອງຄໍາວ່າ ບາປ
- ບາປ: ເປັນພາສາລາວ ໄດ້ຈາກພາສາປາລີ ປາປະ(ບາປ), ປາປະກັງ(ບາປໃຫຍ່)
2. ບາປແມ່ນຫຍັງ ?
- ບາປ ປຽບເໝືອນຂອງເສັຍຄຸນ ຫຼືຂອງຊໍາຣຸດຊຸດໂຊມ ຫຼືຂອງເພພັງ, ເສື່ອມ ມີຊືຮຽກຕ່າງໆນານາ ເຊັ່ນ ເຮືອນຊໍາຣຸດຊຸດໂຊມ, ເຮືອນເພ, ອາາຫານເສັຍຄຸນ ຮຽກອາຫານບູດ, ຄຳທີ່ວ່າບູດ, ຊໍາຣຸດ, ເພພັງ, ແຕກຫັກ, ເນົ່າ, ຂາດ, ແຕກ, ຫັກ, ຜຸ, ເພ, ພັງ ແລະອື່ນໆ.
- ຖ້າເຮົາເວົ້າລວມໆ ຮຽກວ່າ "ເສັຍ" ໝາຍຄວາມວ່າມັນບໍ່ດີ, ເຊັ່ນອາການເສັຍຈິດ ສາມາດຮຽກໄດ້ຫຼາຍຢ່າງ, ຈິດເສົ້າໝອງ, ຈິດຫວັ່ນໄຫວ, ໃຈຮ້າຍ, ໃຈດໍາ, ໃຈຂຸ່ນມົວ ແລະອື່ນໆ ແລ້ວແຕ່ຈະສື່ສານທາງໃດ ຄໍາວ່າເສົ້າໝອງ, ຕໍ່າຊາມ, ຊົ່ວຊ້າ, ຮ້າຍກາດ, ເປັນຄໍາບອກວ່າຈິດເສັຍ ເຊິ່ງຄວາມໝາຍທາງສາສນາ ເພິ່ນໃຊ້ຄໍາວ່າ "ບາປ" ຄໍາວ່າບາປ ຈຶ່ງໝາຍເຖິງຄວາມເສັຍຂອງຈິດນັ້ນເອງ ຄືການທີ່ໃຈມີຄຸນະພາບຕໍ່າລົງ ບໍ່ວ່າເສື່ອມເສັຍໃນແງ່ໃດກໍຮຽກວ່າບາປໄດ້.
ອະທິບາຍ:
- ບາປໝາຍເຖິງ ສິ່ງທີ່ທໍາໃຫ້ຈິດໃຈເສັຍ ຄືມີຄຸນະພາບຕໍ່າລົງ ບໍ່ວ່າເສັຍໃນແງ່ໃດກໍຮຽກວ່າບາປທັງສິ້ນ ສິ່ງທີ່ທໍາແລ້ວເປັນບາປ ຄື ອະກຸສົນກັມມະບົທ 10 ໄດ້ແກ່.
1. ຂ້າສັດ.
2. ລັກຊັບ,
3. ປະພຶດຜິດໃນກາມ.
4. ເວົ້າເທດ.
5. ເວົ້າສໍ່ສຽດ.
6. ເວົ້າຄໍາຫຍາບ.
7. ເວົ້າເລື່ອນລອຍ.
8. ຄິດໂລບມາກ.
9. ຄິດພະຍາບາທ.
10. ມີຄວາມເຫັນຜິດ.
- ບາປ ເປັນກັມຊົ່ວ, ກັມບໍ່ດີ(ການກະທໍາຊົ່ວ, ການກະທໍາບໍ່ດີ) ເກີດຈາກ 3 ທາງ ຄື
1. ທາງກາຍ (ທໍາຊົ່ວ, ທໍາບໍ່ດີທາງກາຍ ເຊັ່ນຕົບຕີບີໂບຍ ຂ້າຟັນລັນແທງ)
2. ທາງວາຈາ. (ເວົ້າຊົ່ວ, ເວົ້າບໍ່ດີ ເຊັ່ນ ເວົ້າສໍ່ສຽດ, ກ່າວຮ້າຍ, ດ່າວ່າ)
3. ທາງໃຈ. (ຄິດຊົ່ວ, ຄິດບໍ່ດີ ເຊັ່ນ ຄິດບຽດບຽນ, ຄິດອິດສາ, ຄິດຢາກໃຫ້ເຂົາເສື່ອມເສັຍ)
- ມາດຕາຖານ ຂອງອາການທັງສາມ ທີ່ຮຽກວ່າເປັນບາປ ພໍອະທິບາຍໄດ້ ດັ່ງນີ້ ຄື.
1. ບຸາປ ຄືສິ່ງທີ່ລະເມີດສີນ 5 ທັງຫຼາຍ (ປັນຈະສີລາ)
- ສິນຫ້າ 5 ເຮົາພໍຮູ້ຈັກແລ້ວວ່າຄືຫຍັງ ? ການທີ່ເຮົາຈະຄິດ(ໃຈ) ການທີ່ເຮົາຈະເວົ້າ(ວາຈາ) ການທີ່ເຮົາຈະເຮັດ(ກາຍ) ຫາກການກະທໍາທັງສາມມັນໄປທາງຊົ່ວກໍລະເມີດສິນຫ້າ, ຄວາມຄິດ ຄໍາເວົາ ແລະການກະທໍານັ້ນກໍເປັນບາປຢ່າງບໍ່ຕ້ອງສົງໃສ ເຊັ່ນ :
ກ. ການຄິດຜິດສິນ 5 ຄື ການຄິດຈະຂ້າເຂົາ(1. ປານາ) ຄິດຈະລັກ(2.ອະທິນນາ), ຄິດຈະປະພຶດຜິດໃນກາມ(3.ກາເມ), ຄິດຈະຕົວະເຂົາ(ມຸສາ)ຄິດມົວເມົາຫຼົງໃຫຼໃນຍົດຖາບັນດາສັກ ຕໍາແໜ່ງ ແລະອື່ນ(5.ສຸຣາແລະເມຣັຍ), ແມ່ນຈະຄິດແນວໃດກໍຕາມ ຊື່ວ່າບາປທາງໃຈແລ້ວ, ສ່ວນບາບທາງວາຈາກໍເຊັ່ດດຽວກັນ ຄື.
ຂ. ການເວົ້າຜິດສິນ 5 ບອກວ່າຈະຂ້າເຂົາ(1. ປານາ) ບອກເຂົາໃຫ້ໄລລັກ(2.ອະທິນນາ), ການແນະນໍາ ຫຼືເວົ້າເລື່ອງກາມ(3.ກາເມ), ເວົ້າຕົວະເຂົາ(ມຸສາ)ເວົ້າມົວເມົາຫຼົງໃຫຼໃນຍົດຖາບັນດາ ສັກ ຕໍາແໜ່ງ ແລະອື່ນ(5.ສຸຣາແລະເມຣັຍ), ແມ່ນຈະເວົ້າແນວໃດກໍຕາມ ຊື່ວ່າບາປທາງວາແລ້ວ, ແມ່ນທາງການກະທໍາ ຖືເປັນຜົນສໍາເຣັດຂອງບາປທັງສາມ ເພາະຄົນຈະທໍາໃນສິ່ງທີ່ເປັນບາປໄດ້ ຕ້ອງພ້ອມທັງ ວາຈາ ແລະໃຈແລ້ວ ການທໍາບາປ ທີ່ຜິດສິນ ເປັນດັ່ງນີ້.
ຄ. ການຂ້າຕີບີໂບຍເຂົາ(1. ປານາ) ຖືເອົາຂອງເຂົາທັງເຈຕະນາບໍ່ເຈຕນາ(2.ອະທິນນາ), ຫຼິ້ນຊູ້ສູ່ລູກຜົວເມັຍເຂົາ(3.ກາເມ), ຕົວະຫຼອກລວງເຂົາ(ມຸສາ) ກິນເຫຼົ້າ ແລະຫຼົງໃຫຼມົວເມົາໃນຄວາມຮັ່ງ ຄວາມມີ(5.ສຸຣາແລະເມຣັຍ).
1. ບາປຄືສິ່ງບໍ່ສະບາຍກາຍ ສະບາຍໃຈທັງຫຼາຍ.
- ນອກຈາກລ່ວງລະເມີດສີນທັງ ຄ ແລ້ວແບບ ຄືຄວາມບໍ່ສະບາຍກາຍ ບໍ່ສະບາຍໃຈທັງຫຼາຍ ຫາກ ຄິດ ເວົ້າ ທໍາ ໃດໆ ເມື່ອຄິດ ເວົ້າ ທໍາແລ້ວ ກໍ່ໃຫ້ເກີດຄວາມຂຸ່ນມົວ ເສັຍຫາຍ ບໍ່ສະບາຍ ເປັນທຸກ ທໍາໃຫ້ເກີດອາຣົມດ້ານລົບ ເຊັ່ນ: ບໍ່ຊອບໃຈ, ບໍ່ພໍໃຈ, ໝຸດໝັດ, ຂຸ່ນມົວ, ໄປຈົນເຖິງໂກດມີໂທສະຮຸນ ແຮງ, ອາການຮຸນແຮງຕ່າງໆ ເກີດຈາກໃຈບໍ່ນິ້ງ ບໍ່ເປັນສຸຂ ຮ້ອນກະວົນກະວາຍ ເສົ້າໝອງ ບໍ່ຊອບໃຈຄົນນັ້ນ ຊັງຄົນນີ້ ອິດສາ ບຽດບຽນ ທໍາຮ້າຍ ກ່າວຮ້າຍ ສະຣຸບ ເມື່ອໃດໃຈບໍ່ນິ້ງ ໃຈບໍ່ສຸຂຸມ ເກີດຄວາມ ຄໍາເວົ້າບໍ່ດີ ກໍກາຍເປັນການກະທໍາບໍດີ ກໍມີອາຣົມໄປທາງລົບ, ກາຍເປັນຄວາມທຸກ ແມ່ຈະພຽງສ້ຽວໜຶ່ງຂອງໃຈ ກໍຊື່ວ່າບາປ ດ້ວຍປະການສະນີ້ແລ.
ວິທີເບິ່ງຕົວເອງ ຫຼືວ່າເບິ່ງຄົນອື່ນວ່າບາປ ໄດ້ຈັ່ງໃດ ?
- ເບິ່ງຕົນເອງ ແມ່ນເບິ່ງວ່າໃຈຕົນເປັນທຸກ ຂົ້ວມົວ ເວົ້າ ທໍາ ເປັນໄປໃນລັກສະນະ ທີ່ກ່າວຂ້າງເທິງນັ້ນບໍ ?
- ເບິ່ງຄົນອື່ນ: ກໍເບິ່ງໄດ້ 2 ຢ່າງ ຄື ເບິ່ງການເວົ້າ ແລະການກະທໍາ ບໍ່ວ່າຈະການຄິດ ການກະທໍາ ຫາກອອກມາດັ່ງທີ່ກ່າວແລ້ວຂ້າງຕົ້ນຊື່ວ່າບາປ ຫາກເຮົາບໍ່ເຫັນໜ້າກັນ ກໍເບິ່ງການຂຽນ ຂອງເຂົາກໍພໍຮູ້ໄດ້ວ່າເປັນຄົນບາປ ຫາກສະແດງອອກມາໜ້ອຍ ກໍບາປນ້ອຍ ສະແດງອອກມາຫຼາຍ ກໍບາປຫຼາຍແລ.
- ເປັນມິດກັບຄົນບາປຍ່ອມໄດ້ບາປດ້ວຍ:
1. ຮ່ວມຄິດ ໃຫ້ການປຶກສາຫາຣື ໃຫ້ການສະໜັບສະໜູນ ສະແດງຄວາມຍິນດີ ຫຼືຮ່ວມອຸດົມການ
2. ຮ່ວມເວົ້າ ເວົ້າຈາປາໃສ, ແນະນໍາສັ່ງສອນ, ຍົກຍໍສໍຣະເສີນ.
3. ຮ່ວມທໍາ(ເຮັດ) ເຮັດຕາມ ປະຕິບັດຕາມ ລົມມື ຊ່ວຍແຮງ
- ຈະດ້ວຍເຈຕະນາ ບໍ່ເຈຕະນາ ດ້ວຍບໍ່ຮູ້ ດ້ວຍບໍ່ເຂົ້າໃຈ ດ້ວຍປັນຍາເຍົາ ຫຼົງໃຫຼ ຄັ່ງໃຄ້ ດ້ວຍບັງຄັບຄູ່ເຂັນ ດ້ວຍເພາະເຂົ້າເປັນຍາດພີ່ນ້ອງ ໝູ່ກອງເຮົາ ທັງໝົດລ້ວນແຕ່ ໄດ້ຮັບບາປສະເໝີກັນແລ.