Tuesday 21 June 2011

ພຸດທະທຳນວາຍ ຄວາມຝັນ 16 ຂ້ໍຂອງພຣະເຈົ້າປັດເສນທິໂກສົນ (ຕົ້ນເລື່ອງ)

ພຣະເຈົ້າປັດເສນທິໂກສົນຊົງນິມິດ
- ຈັກໄດ້ກ່າວຕົ້ນເລື່ອງ ສະໄໝກ່ອນພຸດທະການ ພຸ້ນແລ້ວ
ຄາວພຣະອົງຊົງພຣະຊົນ ຢູ່ໂຜດຄົນຄາວນັ້ນ
ທັງໝູ່ເທວັນດ້ວຍ ສັຕຕະນິກອນໃຫ້ແຈ້ງສ່ອງ
ເຫັນຫ່ອມທາງຮຸ່ງຮູ້ ກົງເຂົ້າພຣະນິບພານ

- ພຣະອົງຊົງທຳສ້າງ ທາງຝ່າຍພຸດທະກິດ
ຊີ້ສ່ອງທຳນໍາຊີວິດ ໃຫ້ໂລກເຮົາຫາຍຮ້ອນ
ດ້ວຍພຣະປັນຍາຄຸນລົ້ນ ເມຕຕາຄຸນອັນລໍ້າເລີດ
ພຣະບໍຣິສຸດທິຄຸນສະອາດແຈ້ງ ສັດໂລກໄດ້ເພິ່ງບຸນ

- ຄາວນັ້ນ ພຸດອົງສະຖິດຢູ່ຢັ້ງ ວັດໃຫຍ່ເຊຕະວັນ
ເມືອງໂກສົນນະຄອນຄາມ ດອມພິກຂຸສົງລົ້ນ
ເປັນທີ່ສຸກສໍາລານແທ້ ຈະເຣີນທຳຊີ້ສ່ອງ
ສອນສັດໂລກໃຫ້ຮຸ່ງຮູ້ ເຫັນແຈ້ງຍອດພຣະທັມ

- ຍັງມີຣາຊາເຈົ້າ ເອກະຣາດປັດເສນ
ເນົານະຄອນໂກສົນ ຢູ່ສຸກຂະເສີມລົ້ນ
ືທຳບຸນປາຣະມີສ້າງ ອຸປະຖັມພຸດທະບາດ
ປະຊາຣາດທົ່ວແຄວ້ນ ທຸກແດນດ້າວຊື່ນມະໂນ

- ວັນໜຶ່ງ ໃນຄືນນັ້ນ ຍາມນິດທະເນັ່ງບັນທົມ
ພຣະປັດເສນຣາຊາ ນິມິດຝັນຫຼາຍເຮື້ອງ
ຕື່ນບັນທົມຣະງົມເພີ້ ຊົງຈຳໝົດທຸກຢ່າງ
ຈຶ່ງໄດ້ສະເດັດດ່ວນເຂົ້າ ອາຣາມກວ້າງກ່າວຖາມ

- ພຣະຣາຊາຕັດສັ່ງໃຫ້ ຂ້າມະຫາດມົນຕີ
ສະເດັດຍັງອາຣາມຫຼວງ ທີ່ພຣະອົງປະທັບນັ້ນ
ປັດທັກຂີນສາມຄັ້ງ ວຽນຂວາຄົບຮອບ
ສະເດັດປະທັບຢັ້ງ ທີ່ຄວນແລ້ວຂາບບັງຄົມ

- ວ່າຂ້າພຣະອົງນິດທະເນັ່ງມ້ອຍ ຫຼັບມ່ວນຍິນສະໝຸກ
ບໍ່ເຄີຍເຄືອງຄຳສັງ ຢູ່ສະບາຍຫາຍຮ້ອນ
ແຕ່ມາຝັນເຫັນເຣື່ອງ ນິມິດການຫຼາຍຢ່າງ
ສິບຫົກຂໍ້ທຽງແທ້ ຂໍໃຫ້ພຣະກ່າວແກ້ ພໍໃຫ້ສວ່າງພຣະໄທ ແດ່ທ້ອນ

(ສຳນວນກອນນີ້ ພຣະອາຈານເນືອງພິລັກ ໂຊຕິທອນ ແຕ່ງໃໝ່ໝົດ ໂດຍອີງຕາມເຄົ້າເລື່ອງ ພຸດທະນິມິດຄວາມຝັນ ຂອງພຣະເຈົ້າປັດເສນທິໂກສົນ ແຕ່ເມື່ອ ວັນທີ 21 ເດືອນມິຖຸນາ ປີ ພ.ສ 2554 ຄ.ສ 2011 ເລີ່ມແຕ່ເວລາ 08:70 ໂມງ ສຳເລັດ 08:25 ໂມງ) ເນື່ອໃນຂອງບົດກອນນີ້ ຍັງບໍ່ທັນສົມບູນ ຈະຕ້ອງໄດ້ດັດແກ້ໃໝ່ອີກໃນອະນາຄົດ.

ເຄົ້າເລື່ອງພຸດທະທຳນາຍ.
- ຄັ້ງນັ້ນ, ພຣະເຈົ້າປັດເສນທີ່ໂກສົນ ພຣະອົງຊົງນິມິດຄວາມຝັນແປກໃຈ ເປັນຢ່າງຍິ່ງ ບໍ່ຊາບວ່າຈະເກີດເຫດດີຮ້າຍຢ່າງໃດ ຈຶ່ງໄດ້ນໍາເລື່ອງນີ້ໄປນະມັດສະການຂາບທູນພຣະພຸດທະເຈົ້າ ເມື່ອພຣະເຈົ້າປັດເສນທີໂກສົນ ໄດ້ສະເດັດເຖິງພຣະເຊຕະວັນ ທີ່ປະທັບຂອງ ພຣະພຸດທະເຈົ້າແລ້ວ ກໍປັກທັກຂີນສາມຮອບ ນັ່ງຢູ່ທີ່ຄວນ ຈຶ່ງແກ້ນິມິດຄວາມຝັນ ທັງ 16 ຂໍ້ຕໍ່ພຣະພຸດທະເຈົ້າ ແລ້ວພຣະອົງກໍ ແກ້ຄວາມຝັນໃຫ້ພຣະເຈົ້າປັດເສນ ທິໂກສົນທັງທັງ 16 ຂໍ້ ດັ່ງຕໍ່ໄປນີ້

(ຕິດຕາມຄວາມຝັນ ຂໍ້ທີ 1 ຕໍ່ໄປ)

No comments:

Post a Comment