Sunday 4 January 2009

ໃບຂ່າວບຸນສົມໂພດພຣະພຸດທະຮູບ ວັດວິຈິຕທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ລະຫວ່າງວັນທີ 9-11/01/2009


ໃບຂ່າວບຸນສົມໂພດພຣະພຸດທະຮູບ

ວັດວິຈິຕທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ

ລະຫວ່າງວັນທີ 9-11/01/2009

------------------

ຄະນະສົງວັດວິຈິຕທັມມາຣາມເປັນເຄົ້າ, ອຳນາດການປົກຄອງບ້ານ ຕະຫຼອດທັງແນວໂຮມ, ສາຣະວັດ, ສະຫະ ພັນແມ່ຍິງ ຜູ້ຊົງຄຸນນະວຸດທິ ຮ່ວມກັບຍາແມ່ໜູໝັ້ນ ຈັນທະວົງ, ພ້ອມດ້ວຍລູກຫຼານທັງຫຼາຍ, ຍາແມ່ບຸນມີ ສີບຸນມີ ພ້ອມຄອບຄົວ, ທ່ານຈັນທະສອນ ສິດທິມາດ ພ້ອມຄອບຄົວ, ເຮັດບຸນສົມໂພດພຣະພຸດທະຮູບອົງປະທານ ຂຶ້ນທີ່ວັດວິຈິຕທັມມາຣາມ ບ້ານວຽງຈະເລີນ ເຊິ່ງມີກຳນົດການ ດັ່ງນີ້.

ວັນສຸກ ວັນທີ 9 ເດືອນມັງກອນ 2009 ກົງກັບຂຶ້ນ 14 ຄ່ຳ ເດືອນຍີ່ ປີ 2551, ເປັນມື້ຕັ້ງ ແລະຫ້າງຫາກະກຽມ ສະຖານທີ່ຍາດໂຍມທີ່ຢູ່ໃກ້ ແລະໄກມາປິດທອງພຣະ.

ວັນເສົາ ວັນທີ 10 ເດືອນມັງກອນ 2009 ກົງກັບຂຶ້ນ 15 ຄ່ຳ ເດືອນຍີ່ ປີ 2551, ເປັນມື້ເທດສະໜາ ຕອນເຊົ້າ ເທດສະໜາທັມ ເຣື່ອງລ້ຽງລູກດີມີສີແກ່ຊາດ ລ້ຽງລູກສະຫຼາດພາຊາດຈະເລີນ ໂດຍ ພຣະອາຈານດາວເຮືອງ ຄະນະ ເຜີຍແຜ່ທັມມະ .. ນະຄອນຫຼວງ ແລະສາຍສຳພັນແຫ່ງຮັກໃນຊີວິດຄອບຄົວໂດຍພຣະອາຈານ ອະທິປະໄຕ ໄມຕຣີຈິດ ຈາກທິມງານທັມມະສັນຈອນ, ຕອນເພນ 11.00 ໂມງ ຖວາຍເພນພຣະສົງ ສາມະເນນ ຫຼັງຈາກເພນແລ້ວ ສືບຕໍ່ຟັງເທດແຫ່ຼ 2 ທຳມາດໂດຍ ພຣະອາຈານສີຈັນ ສຸກຈະເຣີນ ພ້ອມຄະນະ, ສ່ວນຍາດໂຍມປິດແຜ່ນຄຳພຣະ ແລະປ່ອນເຄື່ອງມຸງ ຄຸນພຣະທອງສຳລິດ ຈຳນວນ ອົງ ຕອນແລງເວລາ 17:00 ໂມງ ສູດປະ ຣິດຕະມຸງ ຄຸນ ເວລາ 20:59 ໂມງເລີ່ມສົມໂພດໄປຕະຫຼອດແຈ້ງ.

ວັນທີ 11 ເດືອນມັງກອນ 2009 ກົງກັບ ຂຶ້ນ ແຮມ 1 ຄ່ຳ ເດືອນຍີ່ ປີ 2551, ຕອນເຊົ້າ ເວລາ 07:00 ໂມງ ຕັກບາດຖວາຍສັງຄະທານ ແລະຟັງທັມມະເທດສະໜາ ສະຫຼອງການສົມໂພດພຣະພຸດທະຮູບ 1 ກັນ ເປັນອັນໝົດພິ ທີ.

ສະນັ້ນ, ຈຶ່ງຂໍອ່ວຍພອນມາຍັງທ່ານສາທຸຊົນ ພຸດທະບໍຣິສັດທີ່ໃຈບຸນທັງຫຼາຍ ຈົ່ງໄດ້ສະຫຼະເວລາອັນມີຄຸນຄ່າ ມາຮ່ວມບຳເພັງບຸນ ບຳເພັງກຸສົນນຳພວກເຮົາດ້ວຍ ຈຶ່ງຂໍອະນຸໂມທະນາ ແລະອ່ວຍພອນໃຫ້ທ່ານຈົ່ງປະສົບແຕ່ ຄວາມ ສຸກຄວາມຈະເຣີນ ມີອາຍຸ ວັນນະ ສຸຂະ ພະລະ ປະຕິພານ ທະນະສານສົມບັດ ຮັ່ງມີເຂັ້ມແຂງ ຫາເງິນຄຳ ເຮັດການງານ ໃຫ້ຂຶ້ນເກີນຈະເຣີນຮຸ່ງເຮືອງເທີ້ນ.

ໝາຍບອກ: ການສົມໂພດຄັ້ງນີ້ ນອກຈາກຈະໄດ້ປະດິດສະຖານພຣະພຸດທະຮູບໄວ້ສາລາໂຮງທັມແລ້ວ ຍັງ ໄດ້ ຊອກແຫຼ່ງທຶນເພື່ອສົມທົບທຶນໃນການກໍ່ສ້າງສາລາໂຮງທັມໃຫ້ສຳເລັດຕໍ່ໄປ ຍາດໂຍມມີສັດທາສ້າງສາລາໂຮງ ທັມ ກໍຕິດ ຕໍ່ຍັງເຈົ້າອະທິການວັດກໍໄດ້.

ໂທຣະສັບ 020-2241861

ຫຼືຕິດຕໍ່ໄປຍັງກັມມະການປົກຄອງບ້ານວຽງຈະເຣີນກໍໄດ້

ໂທຣ 021-452 559.

ສຳລັບຊາວບ້ານວຽງຈະເລີນ ແລະບ້ານໃກ້ຄຽງ ຂໍແຜ່ພາເຂົ້າ ແລະຕິບເຂົ້າລ້ຽງພຣະເຊົ້າ-ເພນຕາມ ກຳລັງ ສັດທາ ແລະນຳ້ດື່ມ ແລະນຳ້ປານະທຸກສະນິດໂດຍບໍ່ຈຳກັດ.

ຄະນະກັມມະການຈັດງານບຸນ

ຄະນະປະທານດຳເນີນງານ

1. ທ່ານຄຳເພັດ ກຸສົນສະຫວັດ ນາຍບ້ານ.

2. ທ່ານມະຫາຈັນທາ ກິດຕິພັນ ປະທານແນວໂຮມ.

3. ທ່ານນາງທອງຈັນ ຂັນທະວົງ ຮອງນາຍບ້ານ.

4. ນາງບຸນພັກ ຄະນະບ້ານ.

5. ທ່ານມະຫາສີນວນ ຄຳມະນີເພັດ ຜູ້ຊົງຄຸນນະວຸດທິ.

6. ທ່ານມະຫາສະຫວັດ ທອງປະເສີດ.

7. ທ່ານມະຫາຈັນທາ ພົມມະບຸດ ສາຣະວັດ.

8. ທ່ານຈັນທາ ກັນຫາພາສິດ ຜູ້ຊົງຄຸນວຸດທິ.

9. ຜູ້ຊົງຄຸນນະວຸດທິ ອົງການຈັດຕັ້ງບ້ານແມ່ຍິງ, ຊາວໜຸ່ມ ແລະຊາວບ້ານວຽງຈະເລີນທັງໝົດ

ຄະນະເຈົ້າພາບ.

ເຈົ້າພາບ ອົງ (ບ້ານທາດຫຼວງເໜືອ)

1. ຍາແມ່ໜູໝັ້ນ (ຈັນທະວົງ) ວົງພະຈັນ.

2. ທ່ານຈິດຕະວົງ ຍານາງຈັນທະວົງ ອຳມະລາທິທາດາ.

3. ທ່ານຄຳພັນ ນາງວົງເດືອນ ຂັນນາລາ.

4. ທ່ານເຕືອນໃຈ ນາງວຽງແກ້ວ(ຝົ໊ງ) ວົງພະຈັນ.

5. ທ່ານໄຕພະສະຫວັນ ນາງວິໄລ ແຝງທອງ.

6. ທ່ານສົມພະມິດ ຍານາງສຳລີ ອຸດົມວິໄລ.

7. ຍານາງສະຫວີ ໄຊສິດທິເດດ.

8. ທ່ານພູແກ້ວ ຍາແມ່ບົວພັນ ໄຕສະຫວ່າງ.

9. ທ່ານຫ່ວງ ຍານາງລັດຕະນາ (ແກ໋ງ-CRAN).

ເຈົົ້າພາບ ອົງ (ບ້ານວຽງຈະເລີນ)

10. ຍາແມ່ບຸນມີ ສີບຸນມີ

11. ທ່ານສີນອານົງ ອິນທະວົງ.

ເຈົ້າພາບ ອົງ (ບ້ານວຽງຈະເລີນ)

12. ທ່ານຈັນທະສອນ-ນາງໄພບູນ ສິດທິມາດ.

13. ທ່ານຄຳເຝືອ-ນາງອ່ອນແກ້ວ ຄຳວິໄລ

ເຈົ້າພາບ ອົງ (ບ້ານຮ່ອງແກ)

14. ພໍ່ຕູ້ມັງ ຈັນທະວົງ-ແມ່ຕູ້ສົມສີ ຄຳພັນ

15. ນາງບັງອອນ ຈັນທະວົງ

ປະທານທີ່ປຶກສາ

1. ຍາທ່ານໃຫຍ່ ດຣ.ວິຈິດ ສິງຫາຣາດ ເປັນປະທານ.

2. ຍາທ່ານໃຫຍ່ບຸນທອງ ວິປະໄຊຍ໌(ຍາທ່ານຊາໂງນ) ຄະນະປະທານ

3. ຍາທ່ານໃຫຍ່ຄຳຂຽນ ແກ້ວສັງວານ ຄະນະປະທານ.

4. ພຣະອາຈານວັນຄຳ ຈັນທະວົງ ປະທານ ເຈົ້າເມືອງ ໄຊເຊດຖາ ຄະນະ.

5. ພຣະອາຈານບຸນທັນ ຂັນຕິສັກ ຄະນະປະຈຳ ຄະນະ.

6. ພຣະອາຈານພູສະຫວັນ ພັນທະບົວລີ ຄະນະ.

7. ພຣະອາຈານວັດທະນາ ດາຣາສົມບັດ ຄະນະ.

8. ພຣະອາຈານບຸນປັນ ພິລາວັນ ວັດທາດຫຼວງໃຕ້ ຄະນະ

9. ພຣະອາຈານສົມຊາຍ ປຸນຍະປາສິດ ວັດໂຊກຄຳ ຄະນະ.

10. ພຣະອາຈານເສີມ ວັດບ້ານໂຊກໃຫຍ່ ຄະນະ.

11. ພຣະອາຈານຈັນທາ ນາກະວົງສີ ວັດໂພນເຄັງ.

12. ພຣະອາຈານບຸກຊະນະ ເຮືອງສະຫວັດ.

ຄະນະດຳເນີນງານ

1. ພຣະອາຈາຣຍ໌ເນືອງພິລັກ ໂຊຕິທອນ ເຈົ້າອະທິການວັດ

2. ພຣະອາຈາຣຍ໌ສີຈັນ ສຸກຈະເລີນ ຮອງ.

3. ພຣະອາຈາຣຍ໌ຄຳໄພ ແສງດີ ຄະນະ

4. ພຣະອາຈາຣຍ໌ສີໜູນ ກັດຕິຍະ ຄະນະ.

5. ພຣະອາຈາຣຍ໌ສຸພາສິດ ແກ້ວຄ່າດີ ຄະນະການເງິນວັດ.

ແລະພຣະສົງສາມະເນນພາຍໃນວັດທຸກອົງ