Wednesday, 21 September 2011

ມູນເຫດທີ່ພຣະສົງໃນສາສນາຕ້ອງແຖຜົມ

- ຖ້າມີຄົນຖາມວ່າ "ເປັນຫຍັງນັກບວດຈຶ່ງຕ້ອງເຖຜົມ ຫຼືໂກນຜົມ" ຖ້າຈະຕອບຕາມລັກສະນະແຫ່ງວິນັຍນັ້ນ ຕ້ອງຕອບວ່າ "ເພື່ອບໍ່ໃຫ້ເໝືອນຄະຣາວາດຊາວບ້ານເຂົາ" ຫຼືຈະຕອບວ່າ "ເພື່ອຄວາມສະເໝີພາກແຫ່ງຄະນະ" ຕອບສອງຢ່າງນີ້ແມ່ນບໍ່ຜິດ.

- ຄວາມເປັນມາຂອງການແຖຜົມ ທີ່ມາຈາກພຣະວິໄນ ດັ່ງນີ້ ຄື:
" ສະໄໝໜຶ່ງ ມີລູກຊາຍຂອງນາຍຊ່າງຄຳຫົວໂລ້ນຜູ້ໜຶ່ງ ຜິດກັບມານດາບິດາແລ້ວອອກໄປບວດໃນສຳນັກ ຂອງພຣະພິກຂຸ ຝ່າຍບິດາມານດາສືບທາວຫາເຂົາຢູ່ຫຼາຍທີ່ ໄດ້ເຂົ້າໄປຍັງສຳນັກພຣະພິກຂຸສົງ ແລ້ວຖາມ ພິກຂຸທັງຫຼາຍວ່າ ທ່ານຜູ້ຈະເຣີນ ທ່ານທັງຫຼາຍໄດ້ເຫັນເດັກຊາຍຜູ້ມີຮູບຮ່າງລັກສະນະເຊັ່ນນີ້ມາທາງນີ້ບໍ ? ພວກທີ່ບໍ່ຮູ້ກໍຕອບວ່າ ອາຕະມາບໍ່ຮູ້, ພວກທີ່ບໍ່ເຫັນກໍຕອບວ່າ ອາຕະມາບໍ່ເຫັນ.

- ຄັນຕໍ່ມາ ມານດາບິດາເຂົາສືບທາວຈົນເຫັນວ່າ ເຂົາບວດແລ້ວໃນສຳນັກຂອງພຣະພິກຂຸທັງຫຼາຍ ບິດາມານດາ ຂອງ ເດັກຊາຍນັ້ນຈຶ່ງກ່າວໂທດ ຕິຕຽນໂພນທະນາຈົ່ມວ່າ ພຣະສາມະນະເສື້ອສາຍສາກະຍະບຸຕເຫຼົ່ານີ້ ຈັ່ງ ແມ່ນບໍ່ອາຍ ເປັນຄົນທຸສີລເວົ້າຕົວະ ຮູ້ຢູ່ແທ້ໆກໍວ່າບໍ່ຮູ້ ເຫັນຢູ່ແທ້ໆກໍວ່າບໍ່ເຫັນ ເດັກນັ້ນບວດແລ້ວໃນສຳ ນັກຂອງພຣະພິກຂຸເຫຼົ່ານັ້ນ, ພິກຂຸທັງຫຼາຍໄດ້ຍິນມາດາ ບິດາຂອງບຸດຊ່າງຄຳຫົວໂລ້ນນັ້ນ ທີ່ກ່າວໂທດຕິຕຽນ ແລະໂພນທະນາຈົ່ມວ່າໃຫ້ພິກຂຸ ຈຶ່ງຂາບທູນແດ່ພຣະຜູ້ມີ ພຣະພາກເຈົ້າ.

- ພຣະພຸດທະອົງ ຈຶ່ງຮັບສັ່ງກັບພວກພິກຂຸທັງຫຼາຍວ່າ ດູກອນ ພິກຂຸທັງຫຼາຍ ວ່າເຮົາອະນຸຍາດໃຫ້ອະນຸໂລມ ຕໍ່ສົງ ເພື່ອການປົງຜົມ(ແຖຜົມ)ນັບຈາກນັ້ນເປັນຕົ້ນມາພຣະສົງໃນສາສນາພຸດ ຈຶ່ງແຖຜົມນັນເອງ.
 
ຫາກມີຜູ້ຖາມ ກໍຕ້ອງຕອບດັ່ງທີ່ກ່າວໃນເບບື້ອງຕົ້ນແລ.

- ເຮົາພົບວ່າພຣະສົງໃນສາສນາພຸດລ້ວນແຕ່ແຖຜົມເປັນສ່ວນໃຫຍ່ ຜູ້ທີ່ອະທິຖານຕົນເປັນອຸປາສົກ ອຸປາສິການັ້ນ ບາງທີບໍ່ແຖຜົມກໍມີ ແຕ່ນຸ່ງຫົ່ມຄ້າຍພຣະສົງ-ສາມະເນນ ເຮົາຈະພົບໄດ້ໃນສາສນາພຸດຝ່າຍມະຫາຍານ.

- ແຕ່ເຮົາພົບສະເໝີວ່າ ພຣະໃນສາສນາພຸດຝ່າຍເຖຣະວາດນັ້ນ ຈະນຸ່ງຫົ່ມຜ້າຄ້າຍກັນ ແລະແຖຜົມເໝືອນ ກັນທັງໝົດ, ແຕ່ວ່າມີຄວາມແຕກຕ່າງກັນຢູ່ທີ່ວ່າ ພຣະສົງບາງປະເທດແຖຄິ້ວ ບາງປະເທດບໍ່ແຖຄິ້ວ

- ພຣະສົງທີ່ບໍ່ແຖຄິ້ວ ໃນສາສນາພຸດຝ່າຍທິນະຫາຍານ ຄື ພຣະສົງໃນລັງກາ, ພຣະສົງໃນອິນເດັຍ, ພຣະສົງໃນບັງຄລາເທດ ແລະພຣະສົງໃນພະມ້າ, ພຣະສົງໃນຈີນ(ຕອນຕາວເວັນຕົກສ່ຽງໃຕ້ ຄືໃນຊຽງຮຸ່ງ).

- ພຣະສົງທີ່ແຖຄິ້ວ ໃນສາສນາພຖດຝ່າຍທິນະຫາຍານ ຄື ພຣະສົງໃນປະເທດລາວ, ພຣະສົງໃນໄທຍ໌, ພຣະສົງໃນກັມປູເຈັຍ. ສ່ວນພຣະສົງໃນຫວຽດນາມໃຕ້ນັ້ນແຖຄິ້ວກໍມີ ບໍ່ແຖຄິ້ວກໍມີ.

- ແຕ່ຂໍ້ນີ້ ບໍ່ແມ່ນປະເດັນຫຼັກ ຄວາມເປັນພຣະ-ສົງສາມະເນນທີ່ແທ້ຈິງ ບໍ່ໄດ້ຢູ່ທີ່ແຖຄິ້ວ ຫຼືແຖຄິ້ວ ໃນພຣະ ວິໄນນັ້ນບອກໄວ້ວ່າ ແຖຜົມ, ແຖໜວດ, ໜຸ່ງຫົ່ມຜ້າກາສາວະພັດ ຖືເພດເປັນພິກຂຸ, ດັ່ງເຮົາຈະພົບວ່າກ່ອນບວດ ພຣະອຸປະຊາຈະໃຫ້ ຕະຈະກະປັນຈະກະກັມມະຖານ 5 ຄື ເກສາ, ໂລມາ, ນະຂາ, ທັນຕາ, ຕະໂຈ, ຄິ້ວເປັນເປັນຈຳພວກຂົນ ສະນັ້ນຈຶ່ງເຊື່ອວ່າມີການແຖຖິ້ມມາແຕ່ສະໄໝພຸດທະການແລ້ວ.

- ໃນສະໄໝພຣະພຸດທະອົງຊົງພຣະຊົນຢູ່ ສະໄໝແຮກໆພຣະອົງກໍບໍ່ໄດ້ໃຫ້ແຖຜົມ ແຖຄິ້ວ ແຕ່ມາຫຼັງໆ ເມື່ອມີ ຄົນທ້ວງຕິ (ເບິ່ງຕົວຢ່າງຕົ້ນໆ) ພຣະອົງກໍອະນຸຍາດໃຫ້ພຣະສົງ ແຖຜົມ ແຖຄິ້ວ ແຕ່ບໍ່ໄດ້ກ່າວໄວ້ວ່າແຖເຄົາ ແລະຄິ້ວ, ແຕ່ມາວ່າມາເບິ່ງຄວາມເປັນຈິງແລ້ວ ຫາກແຖຜົມ, ແຖໜວດແລ້ວ ຫາກຄົນມີເຄົາ ບໍ່ແຖເຄົາດ້ວຍ ກໍເບິ່ງບໍ່ງາມ ຍິ່ງບໍ່ແຖຄິ້ວພ້ອມກໍບໍ່ງາມ ເຊັ່ນກັນ ສະນັ້ນຈຶ່ງເຂົ້າໃຈວ່າສະໄໝແຮກໆໆໆ ນັບແຕ່ພຣະພຸດ ທະອົງຊົງອະນຸຍາດໃຫ້ພຣະສົງແຖຜົມ ແຖໜວດແລ້ວ ຄົງມີການແຖຄິ້ວ ແລະແຖເຄົາມາຕັ້ງພຸດທະການ ແລະຫຼັງພຸດທະການຫຼາຍສະຕະວັດ.

- ມາໃນໄລຍະຫຼັງໆນັ້ນ ຈະເຫັນວ່າ ພຣະສົງໃນສາສນາພຸດຝ່າຍເຖຣະວາດມີຝ່າຍແຖຄິ້ວ ແລະບໍ່ແຖຄິ້ວ ຈຶ່ງມີຂໍ້ ສົງໃສວ່າເປັນຫຍັງຈຶ່ງເປັນຈັ່ງຊັ້ນ, ອັນນີ້ ໄດ້ຟັງຈາກພຣະເຖຣະອົງສໍາຄັນ ໃນເມືອງໂຂງ ທີ່ຈົບການສຶກສາສູງ ຈາກຂະເໝນ ຈາກວຽງຈັນ ຈາກສຍາມ ບາງອົງເປັນພຣະເຖຣະຊົງຄຸນນະວຸດທິ ບາງອົງເປັນເຈົ້າຄະນະແຂວງ ແລະເຈົ້າຄະນະເມືອງ ໃນ ປີ 1974-1984 ເຊັ່ນ ພຣະອາຈານໃຫຍ່ຄຣູລ້ວນ ວັດຂະເໝົາໂພນຈຳປາ, ພຣະອາຈານຫຼັກຄຳແກ້ວ ສັບປຸນໂຍ ເຈົ້າຄະນະແຂວງສີທັນດອນ ວັດກາງໂຂງ, ພຣະອາຈານຫຼັກຄຳທອງ ເຈົ້າຄະນະເມືອງໂຂງ ວັດຈອມທອງ, ພຣະອາຈານຄຣູພຸມມາ ອະດີດເຈົ້ານະນະເມືອງ ວັດຫົວຮີ, ພຣະອາ ຈານພໍ່ເຖົ້າອ້ວນ ເວລາເພິ່ນມາບຸນວັດຂະເໝົາໂພນຈຳປາ ມັກຈະມີບັນດິດ ອາຈານັກປາດ ທີ່ເປັນຄະຣາວາດ ຖາມສະເໝີ ຜູ້ຂຽນມັກຟັງພຣະເຖຣະສົນທະນາກັນ ຈື່ໄດ້ຄວາມວ່າ ການທີ່ພຣະສົງລາວແຖຜົມ, ແຖຄິ້ວ, ແຖໜວດ, ແຖເຄົາ, ຕັດເລັບ, ສີຟັນ ເຮັດອະນາໄມຕ່າງໆນັ້ນ ເພາະສິ່ງເຫຼົ່ານີ້ເປັນຮັງຂອງໂຣກ ເປັນຂອງໜ້າ ກຽດໜ້າຊັງ, ພຣະພຸດທະອົງມີພຸດທານຸຍາດ ເປັນການເນັ້ນເຖິງຄວາມສະອາດ, ການແຖຜົມ, ແຖຄິ້ວ, ແຖໜວດ, ແຖເຄົາ, ຕັດເລັບ, ສີຟັນ ຕ່າງໆນັ້ນ ເປັນປະເພນີທີ່ປະຕິບັດມາແຕ່ພຸດທະການແລ້ວ.

- ມີການຖາມອີກວ່າ ເປັນຫຍັງພຣະສົງບາງປະເທດຈຶ່ງແຖຜົມ ບໍ່ແຖຄິ້ວ ? ທາງພຣະເຖຣະເລົ່ານັ້ນກໍຕອບ ທາງດຽວກັນວ່າ ພຣະສົງໃນບາງປະເທດບໍ່ແຖຄິ້ວນັ້ນ ມີເຫດທີ່ມາຫຼາຍປະການ ແລະມັກຈະເປັນພຣະສົງໃນ ສາສນາພຸດຝ່າຍມະຫາຍານ, ສ່ວນພຣະສົງຝ່າຍເຖຣະວາດເໝືອນເຮົາກໍມີຫຼາຍປະເທດ ເຊັ່ນ ພະມ້າ, ອິນເດັຍ ແລະສີລັງກາ ອັນນີ້ ພຣະເຖຣະເຫຼົ່ານັ້ນເວົ້າວ່າ ເພາະປະເທດເລົ່ານັ້ນ ມີການທຳສົງຄາມກັນລະຫວ່າງສາສນາອື່ນ ທີ່ປາບປາມພຣະສົງໃນສາສນາພຸດ ເຊັ່ນໃນອິນເດັຍນັ້ນ ບາງຍຸກຂອງກະສັດທີ່ສັດທາໃນ ສາສນາພຸດກໍອຸປະ ຖັມບໍາຣຸງສາສນາພຸດຢ່າງເຕັມທີ່ ແຕ່ໃນສະໄໝ ພຸດທະສະຕະວັດທີ 100-218 ນັ້ນ ໃນສະໄໝຂອງພຣະເຈົ້າ ອະໂສກນັ້ນ ພຣະອົງມີສັດທາໃນພຸດທະສາສນາ ແຕ່ວ່າໃນສະໄໝນັ້ນ ພວກເດັຍຣະຖີເຂົ້າປອມບວດໃນສາສນາ ຫຼາຍ ພຣະອົງມີພຣະໄທ ຈະຊຳຮະພຣະພຸດທະສາສນາ ຈຶ່ງທຳການປາບປາມພຣະພິກຂຸອາລັດຊີ ທີ່ພວກເດັຍ ຣະຖີປອມບວດນັ້ນ ແຕ່ພິກຂຸທັງຫຼາຍນັ້ນໃຜໆກໍອ້າງຕົນວ່າບໍຣິສຸດ ແລະເປັນອໍຣະຫັນ ສະນັ້ນພຣະເຈົ້າອະໂສກ ພ້ອມດ້ວຍປະທານສົງຈຶ່ງຕັດສິນໃນນິມົນໃຫ້ພຣະສົງເຫຼົ່ານັ້ນ ລົງເຮືອແພໄປໃນກາງທະເລ ແລ້ວທຳໃຫ້ແພແຕກ ປະກົດວ່າພຣະສົງທີ່ອ້າງຕົນວ່າເປັນອໍຣະຫັນເລົ່ານັ້ນ ອົງທີ່ເປັນອໍຣະຫັນແທ້ກໍທຳອະພິນິຫານເຂົ້າຊານ ແລະ ເຫາະກັບມາຍັງສະຖານທີ່ເດີມໄດ້, ສ່ວນທີ່ເປັນພວກເດັຍຣັດຖີປອມບວດ ພຣະສົງອາລັດຊີ ກໍລອຍຄໍໃນທະເລ ຫຼວງ ເຮັດໃຫ້ເຈົ້າອະໂສກ ເຂົ້າພຣະໄທວ່າພຣະສົງໝູ່ໃດເປັນພຣະສົງແທ້ ພຣະສົງເຫຼົ່າໃດເປັນອາລັດຊີປອມບວດ ເມື່ອເປັນເຊັ່ນນັ້ນພຣະສົງທີ່ເປັນຝ່າຍອາລັດຊີ ກໍກົວຢ້ານການປາບປາມຂອງພຣະເຈົ້າອະໂສກ ບາງຄົນກໍສິກ, ບາງຄົນບໍ່ສິກ ກໍແຕ່ງຕົວເໝືອນປະຊາຊົນແຕກໜີຂຶ້ນເໜືອ ລົງໃຕ້ໄປລີ້ຊ່ອນຢູ່ໃນຕະກູນຂອງເຂົາກໍມີ ເພື່ອ ຢາກໃຫ້ເໝືອນກັບປະຊາຊົນຄົນທັມມະດາ ຈື່ງນຸ່ງເຄື່ອງແບບ ປະຊາຊົນ ແລະແຖຜົມບໍ່ແຖຄິ້ວ ບໍ່ແຖໜວດ ແລ້ວພວກເຂົາກໍເຜີຍແຜ່ລັດທິຂອງເຂົາໄປ ຈຶ່ງເຫັນວ່າມີພຣະສົງບາງກຸ່ມໜຸ່ງເຄື່ອງແບບປະຊາຊົນ ບໍ່ແຖຄິ້ວ ກາຍເປັນພວກສາສນາຝ່າຍ ມະຫາຍານເທົ້າບັດນີ້, ສ່ວນບາງພວກທີ່ບໍ່ແຖຄິ້ວ ແຕ່ນຸ່ງຫົ່ມເໝືອນພຣະສົງ ກໍສືບຕໍ່ກັນມາຮອດປັດຈຸບັນນີ້ ອັນນີ້ເປັນການບອກເລົ່າຂອງພຣະເຖຣະຜູ້ຊົງຄຸນນະວຸດ ທີ່ຜູ້ຂຽນເຄີຍໄດ້ຍິນ ສະໄໝເປັນສັງກະລີແຕ່ ທ້າຍປີ 1973-1976.

- ມັນກະສອດຄ່ອງກັບ ທັມມະເທດສາສນາ ຂອງພຣະອາຈານພໍ່ເຖົ້າລ້ວນ ປະທານທີ່ປຶກສາວັດແສນເໝືອ ເມືອງໂຂງ ແຂວງຈຳປາສັກ ເຊິ່ງເປັນພຣະອາຈານສອນທັມມະ, ສອນໜັງ ສືທັມ ໃຫ້ແກ່ຂ້າພະເຈົ້າ ເພິ່ນ ມັກຈະເທດໃຫ້ພຣະເນນຟັງຟັງສະເໝີຫຼັງຈາກສູດມົນແລງ ບາງຄັ້ງກໍເທດທັມມະ ບາງຄັ້ງກໍເທດປະຫວັດພຸດທະ ສາສນາວ່າ ພຣະສົງບາງປະເທດກໍແຖຄິ້ວ ບາງປະເທດກໍບໍ່ແຖຄິ້ວ, ມີທີ່ມາສອດຄ່ອງກັບທີ່ໄດ້ຟັງຈາກພຣະເຖຣະ ທີ່ກ່າວແລ້ວ ແລະຍັງໄດ້ຍິນອີກວ່າ ໃນສະໄໝຕ່າງໆ ໃນປະເທດເລົ່ານັ້ນ ເຊັ່ນອິນເດັຍນັ້ນ ສາສນາມຸດສະລິມ ເຮືອງອຳນາດ ກະສັດບາງພຣະອົງຂອງອິນເດັຍ ນັບຖືສາສນາມຸດສະລິມ ກໍທຳການປາບປາມພຣະສົງດ້ວຍ ການເຜົາວັດ ຂ້າພຣະສົງ ເຮັດໃຫ້ພຣະສົງຢູ່ບໍ່ໄດ້ ກໍຫຼົບຊ່ອນລີ້ໂຕເຂົ້າໄປຢູ່ປ່າ ຫຼືຢູ່ໃນສຳຄອບຄົວ ວົງຕະກູນ ທຳຕົວເໝືອນຊາວບ້ານໃນຍາມປົກກະຕິ ເຖິງເວລາກໍປະຕິບັດທັມ ຫາກຍາມໃດປັກກະຕິກໍທຳໜ້າທີ່ທາງພຣະສົງ ແຕ່ຈົ່ງຄິ້ວໄວ້ເພື່ອປ້ອງກັນ ເວລາທາງຣາຊະສຳນັກປາບປາມກໍປ່ຽນເຄື່ອງໄປຖືຊົງແບບຊາວບ້ານ ເພື່ອຢາກໃຫ້ ເໝືອນຊາວບ້ານກໍຕ້ອງຈົ່ງຄິ້ວ ຫາກສງົບກໍກັບມານຸ່ງເຄື່ອງແບບພຣະສົງ ຈົນເວລາຜ່ານໄປຫຼາຍຊົ່ວອາຍຸຄົນ ກໍຖືກັນຈົນເປັນຮີດ ເປັນປະເພນີສືບຕໍ່ກັນມາຮອດບັດນີ້.

- ໃນບັນດາປະເທດເລົ່ານັ້ນ ຕາມປະຫວັດສາດຂອງສາສນາຂອງປະເທດເຂົາ ລ້ວນແຕ່ມີບັນຫາສົ່ງຄາມທຳ ລາຍພຣະສົງ ໂດຍສະເພາະໃນອິນເດັຍ, ບັງກລາເທດ, ສີລັງກາກໍເຫັນປາກົດມີ ເຖິງປານນັ້ນພຸດທະສາສນາ ໃນລັງກາຖືວ່າເປັນພຸດທະສາສນາທີ່ບໍຣິສຸດສົມຄວນ ກະສັດຫຼາຍພຣະອົງໃຫ້ຄວາມສັດທາໃນພຸດທະສາສນາ ແລະບຳລຸງພຸດທະສາສນາຕາມລຳດັບ ດັ່ງເຮົາຈະເຫັນໄດ້ວ່າ ໃນໄລຍະຫຼັງຊ່ວງ ພຸດທະສະຕະວັດທີ 1000-1500 ນັ້ນບັນດາປະເທດທີ່ນັບຖືສາສນາ ໃນອາຊີ ບໍ່ວ່າຈະເປັນປະເທດພະມ້າ, ໄທຍ໌, ຂະເໝນ ມັກຈະໄປສືບທອດພຸດທະສາສານໃນປະເທດສີລັງກາ, ແຕ່ລາວເຮົານັ້ນ ພຸດທະສາສາສນາໄດ້ສຶບທອດມາ ແຕ່ຍຸກແຮກໆ ຄື ນັບແຕ່ສະຕະວັດທີ ປີທີ 8 - 236 ຈະເຫັນວ່າຄະນະສົງມາຈາກອິນເດັຍໂດຍກົງ ຖືວ່າເປັນພຸດທະສາສນາດັ້ງເດີມເລື້ອຍໆ ຈົນມາຮອດປີ 1357 ພຣະເຈົ້າຟ້າມງຸ່ມກໍໄປນໍາ ເອົາພຸດທະສາສນາ ລັດທິລັງກາວົງ ທີ່ສືບທອດໃນຂະເໝນ ອຸປະຖັມໃນລ້ານຊ້າງຊຽງທອງ, ຈະເຫັນວ່າພຸດທະສາສນາໃນລາວ ເປັນສາສນາບໍຣິສຸດ ແລະດັ້ງເດີມ.

- ບໍ່ປາກົດວ່າພຣະສົງລາວໃນອະດີດ ແຖຄິ້ວ ຫຼືຈົ່ງຄິ້ວ ຫຼັກຖານນີ້ບໍ່ມີ ກໍເພາະວ່າການຈົ່ງຄິ້ວ ຫຼືແຖຄິ້ວບໍ່ແມ່ນ ເລື່ອງສຳຄັນໃນຄວາມເປັນພຣະ ຈຶ່ງບໍ່ມີຫຼັກຖານ ແຕ່ວ່າເຮົາໄດ້ສືບທອດພຸດທະສາສນາມາ 2 ທາງຄື:

1. ໃນສະໄໝສີໂຄດ-ຈັນທະບູຣີ ເຮົາຮັບພຸດທະສາສນາ ຈາກອິນເດັຍໂດຍກົງ ເປັນສາສນາຝ່າຍເຖຣະວາດທີ່ບໍຣິສຸດ ເພາະຜູ້ມາເຜີຍແຜ່ເປັນພຣະອໍຣະຫັນລ້ວນ ເຊັ່ນ ພຣະມະຫາພຸດທະວົງ,ພຣະມະຫາສັດສະດີ, ຕໍ່ມາ ກໍມີພຣະພຸດທະລິກຂິດ, ທັມມະລິກຂິດ, ສັງຄະລິຂິດ ເມື່ອສາສນາເຜີຍແຜ່ຢ່າງກວ້າງຂວາງແລ້ວ ເຮົາກໍໄດ້ ພຣະອໍຣະຫັນຊາວທ້ອງຖິ່ນ ຫຼືຊາວລາວລ້ວນໆ 5 ອົງ ເຊັ່ນພຣະມະຫາສຸວັນນະປາສາທະເປັນຕົ້ນ.

2. ເຮົາໄດ້ສືບທອດພຣະພຸດສາສນາຈາກຂະເໝນ (ແຕ່ເຊື່ອວ່າບໍ່ແມ່ນໄດ້ຈາກອັງກໍ ຄົງຈະໄດ້ຈາກຈຳປາສັກ ເຊັ່ນ ພຣະມະຫາປາສາມັນ) ສ່ວນຄຳພີສາສນາອາດມາຈາກ ອັງກໍ(ພຣະນະຄອນ), ໃນປີ 1357.

1. ເຮົາມາສຶກສານໍາກັນວ່າ ພຣະໄຕປິດົກຄັມພີທີ່ຄົງໄວ້ເຊິ່ງພຸດທະວະຈະນະ ສະນັ້ນ, ພຣະໄຕປີດົກນັ້ນ ກ່າວໄວ້ແຕ່ໃຫ້ພຣະສົງແຖຜົມ, ແຖຄິ້ວ, ແຕ່ວ່າໃນທາງປະຕິບັດ ຄັນແຖຜົມ ແຖໜວດແລ້ວ ບໍ່ແຖຄິ້ວ ແຖເຄົາ ແຖຂົນ ຄົງຈະເປັນສິິ່ງທີ່ບໍ່ງາມ ສະນັ້ນ ຈຶ່ງເຂົ້າໃຈວ່າພຣະມະຫາປາສາມັນໜ້າຊິແຖຄິ້ວມາກ່ອນ ຈຶ່ງເຮັດໃຫ້ພຣະສົງຊາວລ້ານຊ້າງ ແຖຄິ້ວມາເທົ້າບັດນີ້.
2. ດັ່ງທີ່ເຮົາເຂົ້າໃຈແລ້ວ ໃນປະວັດສາສນາໃນລາວນັ້ນ ກ່ອນທີ່ພຣະເຈົ້າຟ້າມງຸ່ມໄປນິມົນພຣະມະຫາປາມັນ ແລະນຳເອົາພຣະໄຕປິດົກຈາກຂະເໝນມານັ້ນ ສາສນາພຸດໃນ ດິນແດນລ້ານຊ້າງສ່ວນໜຶ່ງ ມີພຸດທະສາສນາສຶບທອດມາແຕ່ບູຮານ ຄືສະໄໝສີໂຄດ-ຈັນທະບູຣີແລ້ວ, ຈຶ່ງເຂົ້າໃຈວ່າ ພຣະສົງຍຸກກ່ອນ ທີ່ມີ່ແຕ່ ປີທີ 8 ຮອດ 236 ນັ້ນ ເປັນພຣະສົງເດີມໆທີ່ມາຈາກອິນເດັຍ ແລະເປັນພຣະສົງທີ່ສືບທອດມາຈາກພຣະເຖຣະອັນເປັນສາວົກຂອງພຣະພຸດທະເຈົ້າລ້ວນໆ ພຣະສົງເດີມເລົ່ານີ້ຕ້ອງແຖຄິ້ວມາກ່ອນ ຈຶ່ງເຮັດໃຫ້ ພຣະສົງຊາວລ້ານຊ້າງແຖຄິ້ວມາຮອດບັດນີ້.
3. ຖືເປັນຫົວໃຈຫຼັກຂອງພຸດທະສາສນາໃນລາວເລີຍກໍວ່າໄດ້ ວ່າພຸດທະສາສນາຕິກພັນກັບຊາດ ແລະປະຊາຊົນລາວໂດຍບໍແຍກກັນ ເຮົາສຶກສາປະຫວັດສາດລາວກໍດີ ປະຫວັດພຸດທະສາສນາໃນລາວກໍດີ ນັບແຕ່ໃນສະໄໝຈສີໂຄຕ-ຈັນທະບູຣີ ເຖົ້າຮອດລ້ານຊ້າງຊຽງທອງ ແລະລ້າານຊ້າງວຽງຈັນ ຈົນມາຮອດສະໄໝລາວຕົກເປັນຫົວເມືອງ ຂຶ້ນ ແລະກາຍມາເປັນ ສປປ.ລາວ ບັດນີ້ ບໍ່ມີຍຸກໃດເລີຍ ທີ່ພຣະມະຫາກະສັດລາວ-ແລະລັດຖະບານລາວ ທຳຮ້າຍພຸດທະສາສນາຈົນເຖິງຂັ້ນປະຫັດປະຫານກັນ ເໝືອນກັບບັນດາປະເທດທາງຝ່າຍເໜືອ ຍິ່ງໄປກວ່ານັ້ນ ຣາຊະສຳນັກລ້ານຊ້າງຍັງໃຫ້ອຸປະຖັມພຣະພຸດທະສາສນ ແລະຍົກສູງພຣະສົງເປັນບຸກຄົນພິເສດ ເໜືອກວ່າຊີວິດ ດ້ວຍເຫດນັ້ນ ສາຣະຖະສຳຄັນ ໃນທາງຮູບແບບສາສນາພຸດໃນລາວ ຈຶ່ງຄົງໄວ້ແບບເດີມໆໆໆໆສາເປັນສ່ວນໃຫຍ່.

- ຂໍ້ທີ່ວ່າ ການແຖຄິ້ວ ບໍ່ແຖຄິ້ວບໍ່ເປັນປະເດັນຂອງທາດແທ້ແຫ່ງສາສນາ ທາດແທ້ຂອງສາສນາ ຄື ພຣະທັມ-ວິໄນ ການແຖຜົມແລ້ວບໍ່ແຖຄິ້ວ ຄືວ່າເປັນປະເດັນຮອງ ທີ່ບົງບອກເພດ ຂອງບຸກຄົນໃນສາສນາວ່າ ແຖຜົມຫ່ົມເຫຼືອງຕ້ອງແມ່ນພຣະໃນສາສນາ ແຕ່ຫາກແຖຜົມແລ້ວບໍ່ແຖໜວດ ແຖຄິ້ວ ແຖເຄົານັ້ນ ມັນເປັນພຽງແຕ່ເຮັດໃຫ້ເບິ່ງ ໜ້າກຽດໜ້າອາຍເທົ່ານັ້ນ, ແລະຖ້າແຖຜົມ ແຖຄິ້ວ ແຖໜວດ ແຖເຄົາ ໃນອະດີດນັ້ນມັນເປັນສັນຍະລັກຂອງພຣະສົງລາວ ທີ່ມີຄວາມບໍຣິສຸດມາຕລອດໄລຍະປະຫວັດສາດເທົ່ານັ້ນເອງ.

- ແຕ່ປັດຈຸບັນນີ້ ການແຖຜົມ, ແຖຄິ້ວ, ແຖໜວດ,ແຖເຄົາ ແລະຫົ່ມເຫຼືອງ ມີຄວາມສຳຄັນທີ່ສຸດຕໍ່ພຸດທະສາສນາໃນລາວ ເພາະເຫດວ່າ
1. ມີຄວາມເປັນເອກພາບກັນຂອງຄະນະສົງ.
2. ຫຼິ້ກເວັ້ນການປອມຕົວຂອງບຸກຄົນ ທີ່ສະແຫວງປະໂຫຍດໃນເພດຄວາມເປັນສະມະນະ.
3. ຫຼິ້ກເວັ້ນການຕິຕຽນຂອງຊາວບ້ານ.
4. ອັນນີ້ຖືວ່າສຳຄັນ ຫຼິກເວັ້ນການສົງໃສຂອງອອກຕົນຍາດໂຍມທີ່ຈະເຂົ້າໃຈຜິດວ່າ ທ່ານເປັນພຣະປອມນັ້ນເອງ.

- ປີ 1980 ຜູ້ຂຽນໄດ້ຮັບຟັງການສັ່ງສອນຈາກພຣະອາຈານພໍ່ເຖົ້າອ້ວນ ທີ່ປຶກສາເຈົ້າອະທິການວັດແສນເໜືອ ແລະພຣະອາຈານສຸຄົນ ມະນີວົງເຈົ້າອະທິການວັດສະເໝີວ່າ ຕົກໝູ່ແຮ້ງໃຫ້ເປັນແຮ້ງ ຕົກໝູ່ກາໃຫ້່ເປັນກາ ແຕ່ເຮົາຕ້ອງຮູ້ວ່າເຮົາເປັນໃຜ ? ປີ 1985 ທີ່ຜູ້ຂຽນຈະອອກເດີນທາງໄປຮຽນ ພຣະອາຈານພໍ່ເຖົ້າ ອ້ວນກໍບໍ່ໄດ້ສັ່ງຫຍັງຫຼາຍ ມີແຕ່ສັ່ງຄຳດຽວເທົ່ານັ້ນ ຄື : ຕົກໝູ່ແຮ້ງໃຫ້ເປັນແຮ້ງ ຕົກໝູ່ກາໃຫ້່ເປັນກາ ແຕ່ເຮົາຕ້ອງຮູ້ວ່າເຮົາເປັນໃຜ ? ກໍຄື ຄວາມສັ່ງຄວາມສອນນີ້ມາຕລອດ.

ຕາທິບ(ທິພພະຈັກຂຸ)ມີຈິງ

ຕາທິບມີຈິງ(ທິພະຈັກຂຸ)
ຕາມພຸດທະປະວັດກ່າວວ່າ “ພຣະປັນຈະວັກຄີທັງ ໕” ໄດ້ທອດຖິ້ມພຣະສະມະນະສາກະຍະມຸນີ ໜີໄປກ່ອນທີ່ພຣະອົງຈະໄດ້ຕັດສະຮູ້ແລ້ວ, ເມື່ອພຣະອົງຕັດສະຮູ້ແລ້ວກໍສະເດັດໄປໂຜດພຣະປັນຈະວັກ ຄີ ເຊິ່ງຢູ່ທີ່ປ່າອິສິປະຕະນະມະຣິກຄະທາຍະວັນ ເມື່ອງພາຣານະສີ ເຊິ່ງເປັນໄຣຍະທາງທີ່ໃກຈາກທີ່ປະ ທັບພຣະອົງທີ່ສຸດ ພຣະອົງຊົງຮູ້ໄດ້ຢ່າງໃດວ່າ ພຣະປັນຈະວັກຄີຢູ່ທີ່ປ່າອິສິປະຕະນະມະຣິກຄະທາຍະ ວັນນັ້ນ ແລະພຣະອົງກໍສະເດັດໄປໂຜດປັນຈະວັກຄີທີ່ນັ້ນໄດ້ຢ່າງຖືກທີ່ ?.

ມີພຸດທະດຳຣັດຕອບວ່າ “ດູກອນ ພິກຂຸທັງຫຼາຍ…ເຮົາຈຶ່ງຄິດວ່າ ເຮົາຈັກສະແດງທັມເປັນຄັ້ງ ແຮກແກ່ໃຜນໍ ? ໃຜຈັກຮູ້ແຈ້ງໃນທັມນີ້ໄດ້ໂດຍໄວ ເຮົາຈຶ່ງຄິດວ່າປັນຈັກວະຄີຍະທີ່ໄດ້ອຸປັດຖາກເຮົາຜູ້ກຳ ລັງພໍ່າເພັງພຽນຢູ່ ເປັນຜູ້ມີອຸປະກາລະແກ່ເຮົາຫຼາຍ໌ ຖ້າຢ່າງນັ້ນ ເຮົາເພິ່ງສະແດງທັມແກ່ພວກເຂົາ ເຮົາກໍ ຮູ້ໄດ້ວ່າ ພິກຂຸປັນຈະວັກຄີຍະ ຢູ່ທີ່ປ່າອິສິປະຕະນະມະຣິກຄະທາຍະວັນ ເຂດນະຄອນພາຣານະສີ ດ້ວຍ ທິພພະຈັກຂຸທີ່ບໍຣິສຸດ ລ່ວງຈັກຂຸຂອງມະນຸດ ຄັນເຮົາຢູ່ທີ່ຕາແສງອຸຣຸເວລາພໍສົມຄວນແລ້ວ ຈຶ່ງໄດ້ອອກ ຈາຣີກໄປເມືອງພາຣານະສີ”.


ຈາກພຸດທະພົດນີ້ ໄດ້ຢັ້ງຢືນໄດ້ຈະແຈ້ງວ່າ “ທິພະຈັກຂຸ ຫຼືຕາມທິບນັ້ນມີຈິງ” ເນື່ອງຈາກໄລຍະ ທາງຈາກຕາແສງອຸຣຸເວລານິຄົມ ໄປຫາປ່າອິສິປະຕະນະມະຣິກຄະທາຍະວັນ ເຂດນະຄອນພາຣານະສີ ນັ້ນ ມີໄລຍະທາງຍາວໄກເຫຼືອເກີນ, ຫາກມາທຽບໃສ່ສະໄໝປັດຈຸບັນອາດຊິມີຄວາມງ່າຍຂຶ້ນໃນການ ຊອກຫາ ບໍ່ວ່າຈະເປັນການສື່ສານທາງການຄົມມະນາຄົມ, ການສື່ສານສາຣະສົນເທດອື່ນໆ, ແຕ່ໃນສະ ໄໝນັ້ນ ເປັນເຣື່ອງສຸດວິໄສສຳລັບຄົນທຳມະດາສາມັນ, ແມ່ນແຕ່ຄົນໃນຍຸກນີ້ການສືສານກວ້າງຂວາງ ແລະຫຼວງຫຼາຍໃຫ້ເລືອກໃຊ້ ກໍຍັງຮູ້ໄດ້ໂດຍຍາກແລ້ວ ດັ່ງທີ່ເຮົາຮູ້ນຳກັນ, ແຕ່ພຣະພຸດທະເຈົ້າກໍຮູ້ໄດ້ ໂດຍທິພະຈັກຂຸຍານ ດ່ັງທີ່ພຣະອົງໄດ້ມີພຸດທະດຳຣັດໄວ້.


ປາຣາສິສູຕຣ໌ ມູ. ມ. (໓໒໔)
ຕບ. ໑໒ : ໓໒໘ ຕທ.໑໒ : ໒໖໙

ຄວາມໝາຍຂອງກະຖິນ:

ຄວາມໝາຍ: ພິທີເຮັດບຸນທອດກະຖິນ ເປັນງານບຸນທີ່ນິຍົມເຮັດກັນຂຶ້ນປີລະຄັ້ງ ທ່ານຈຶ່ງຈັດຂຶ້ນເປັນ ກາລະທານແປວ່າຖວາຍທານນີ້ຕາມກາລສມັຍຄືກຳນົດກາລ ທີ່ ພຸດທະບັນຍັຕໄວ້ພຽງ ເດືອນທ້າຍຣະດູຝົນ.

ຄຳວ່າ ກະຖິນມີຄວາມໝາຍກ່ຽວຂ້ອງກັນຢູ່ຫຼາຍ ເຊິ່ງຄວາມໝາຍນັ້ນ ປາກົຕມີ ມາດ່ັງນີ້:
໑. ກະຖິນທີ່ເປັນຊື່ຂອງຂອບໄມ້: ຂອບໄມ້ແມ່ແບບສຳລັບເຮັດຈີວອນ ເຊິ່ງມີກາຣ ຮຽກກັນວ່າໄມ້ ສະດຶງກໍມີ, ເນື່ອງຈາກໃນສມັຍພຸດທະກາລ, ກາຣກະທຳຈີ ວອນໃຫ້ມີຮູບລັກສະນະຕາມພຸດທະກຳນົດ ກະທຳໄດ້ໂດຍຢາກ ຈຶ່ງຕ້ອງໄດ້ຕີແບບ ຫຼືເຮັດຂອບໄວ້ກ່ອນ, ຄືເອົາມາເຮັດຂອບໄວ້ກ່ອນ ເພື່ອເປັນອຸປະກອນສຳ ຄັນ ໃນກາຣເຮັດຜ້ານຸ່ງ ຫຼື ຜ້າຫົ່ມຊ້ອນ ທັງສາມຢ່າງ ຮຽກຣວມກັນວ່າຈີວະຣັງ ໃນພາສາປາລີ ຫຼືຜ້າຈີວວອນ ໃນພາສາລາວ”, ແຕ່ຖ້າຈະຮຽກເປັນແຕ່ລະປະເພດແຍກອອກເປັນ 3 ຜືນ ຕາມພາສາລາວຮຽກວ່າ
- ຜ້າຄຸມ: ເປັນຜ້າສຳລັບຫົ່ມ ຫຼືຄຸມໂຕ ຈຶ່ງຮຽກວ່າຜ້າຄຸມ.
- ຜ້າສັງຄາຕິ ຫຼືຮຽກວ່າ ສັງຄາຕເປັນຜ້າຫົ່ມຊ້ອນເວລາໜາວ ຫຼືຜ້າປູນອນ ຫຼືໝູນຫົວ ແຕ່ປັຈຈຸບັນນີ້ ເຮົາຈະປາກົດເຫັນພຣະສົງນຳມາພາດບ່າ ຢ່າງດຽວ ບາງສຳນັກຖືກັນໜັກຖືກັນໜາວ່າເປັນຜ້າພິເສດ.
- ຜ້າສະບົງ: ຄືຜ້ານຸ່ງ ມີຄວາມໝາຍດຽວກັບຄຳວ່າ ຜ້າສະໂລ້ງຂອງພໍ່ອອກ ນຸ່ງ.
ການກຳນົດເຮັດຜ້າກະຖິນນີ້ ທ່ານໃຫ້ກຳນົດເອົາຜ້າຜືນໃດຜືນໜຶ່ງ ໃນຈຳນວນ 3 ຜືນນີ້ ໃຫ້ເປັນຜ້າກະຖິນ, ຄືການເປັນຜ້າສຳລັບຜ້າກະຖິນ, ບໍ່ແມ່ນໝາຍເອົາຜ້າທັງຜືນ, ແຕ່ບາງສຳນັກຈະການເອົາທັງ 3 ຜືນກໍອາດຈະໄດ້ , ສຳຄັນວ່າ ເວລາຄອງຜ້າ ຫຼືຮັກສາຜ້າ ບໍ່ໃຫ້ຂາດ, ບໍ່ໃຫ້ເສັຍໄປຈົນຮອດເດືອນ 4 ນັ້ນຈະສາມາດຮັກສາຄົບທຸກຜືນບໍ່ນັ້ນເປັນເຣື່ອງ ຢາກ, ສະນັ້ນປະເພນີນິຍົມຈຶ່ງກົດນົດຜ້າສັງຄາຕິ ການເປັນຜ້າກະຖິນ.

ການທຳຜ້າໂດຍອາໄສແມ່ແບບເຊັ່ນນີ້ນັ້ນ, ວິທີການເຮັດກໍຄືເມື່ອໄດ້ແບບ ຫຼືໄມ້ສະດຶງ ທີ່ຈະມາຂຶງຜ້າແລ້ວ, ຜູ້ເຮັດ ຫຼືຄະນະສົງ ກໍຕ້ອງໄດ້ນຳເອົາຜ້ານັ້ນລົງໄປທາບກັບແມ່ແບບ ຫຼືໄມ້ຂຶງນັ້ນ ແລະ ຕັດ, ຫຍິບ, ຍ້ອມ ການເຮັດຜ້າມີຂໍ້ກຳນົດຄືໃຫ້ແລ້ວໃນວັນນັ້ນ, ດ້ວຍຄວາມສາມັກຄີຂອງສົງ ຖືເປັນກາຣຮ່ວມໃຈກັນກະທຳໃນກິດທີ່ເກີດຂຶ້ນ ຈຶ່ງຊື່ວ່າສັງຄະສາ ມັຄຄີ, ແລະ ເມື່ອທຳສຳເຣັດແລ້ວ ຫຼືເມື່ອພົ້ນກຳນົດກາຣແລ້ວ ແມ່ແບບຫຼືກະຖິນນັ້ນ ກໍຈະຮື້ເກັບຮັກສາໄວ້ໃນກາຣເຮັດຜ້າເຊັ່ນນັ້ນໃນປີຕໍ່ໆໄປ, ກາຣຮືແບບໄມ້ນີ້ຮຽກວ່າ ເດາະ ສະ ນັ້ນຄຳວ່າ ກະຖິນເດາະ ຫຼື ເດາະກະຖິນ ຈຶ່ງໝາຍເຖິງກາຣຮື້ໄມ້ແບບເພື່ອເກັບໄວ້ໃຊ້ໃນໂອ ກາສໜ້າ ນັ້ນເອງ.

໒. ກະຖິນເປັນຊື່ຂອງພັນໄມ້: ຕາມຄວາມໝາຍຂອງອາຈາຣຍ໌ທາງສາສນາບາງທ່ານວ່າ ຄຳວ່າ ກິນຖິນເປັນຊື່ຂອງພັນໄມ້ ທີ່ຈະນຳມາໃຊ້ເປັນໄມ້ສະດຶງ ເປັນແບບຂຶງຜ້າ ທີ່ຈະຕັດເປັນຜ້າຈີວອນນັ້ນ, ໃນສມັຍພຸດທະການ ໄມ້ຖະຖິນຄົງຈະເປັນໄມ້ຫາງ່າຍ ແລະ ເປັນເປັນໄມ້ທີ່ຕ້ອງຫ້າມຂອງທາງການສມັຍນັ້ນ, ພຣະສົງຈຶ່ງເອົາໄມ້ປະເພສນີ້ມາເຮັດໄມ້ສະດຶງ ເພື່ອຂຶງຜ້າຈີຈອນ ຄຳວ່າຜ້າກະຖິນ ກໍໄດ້ຊື່ຕາມໄມ້ທີ່ມາເຮັດນີ້.

໓. ກະຖິນເປັນຊື່ຂອງຜ້າ: ໝາຍເຖິງຜ້າທີ່ຖວາຍເປັນກະຖິນພາຍໃນກຳນົດກາຣ 1 ເດືອນ, ໂດຍເຣີ່ມຈາກແຮມ 1 ຄ່ຳ, ເດືອນ 11 ໄປົຈນເຖິງຂຶ້ນ 15 ຄ່ຳ ເດືອນ 12 ຜ້າທີ່ຈະຖວາຍນັ້ນຈະເປັນຜ້າໃໝ່ ຫຼືຜ້າທຽມໃໝ່(ຄຳວ່າຜ້າທຽມໃໝ່ ໝາຍວ່າຜ້າທີ່ເກັບຮັກສາໄວ້ມາຫຼາຍປີແລ້ວ, ຫຼືຜ້າເກ່ົາທີ່ເອົາມາຊັກຟອກໃຫ້ສະອາດແລ້ວ ນຳເອົາມາຍ້ອມໃຫ້ເປັນສີໃໝ່) ຜ້າເກົ່າ ຫຼືຜ້າບັງສະກຸນ(ຄືຜ້າທີ່ເຂົາຖີິ້ມແລ້ວ ແລະ ເປັນຜ້າທີ່ເປື້ນດ້ວຍຝຸ່ນ) ຫຼືຜ້າທີ່ຕົກ ຕາມຮ້ານ(ຄືຜ້າທີ່ເຂົາຂາຍໃນທ້ອງຕລາດ)ກໍໄດ້, ສ່ວນຜູ້ຖວາຍຈະເປັນຣືຫັດກໍໄດ້, ເປັນ ພຣະພິກຂຸ-ສາມະເນນກໍໄດ້ ແລ້ວນຳເອົາມາຖວາຍແກ່ສົງ ກໍເປັນອັນວ່າໃຊ້ໄດ້, ສິ່ງສຳຄັນການຖວາຍຜ້າມະຫາກະຖິນນີ້ ບໍ່ໄດ້ກົດນົດອາຍຸ ແລະ ຖານະຂອງຜູ້ຖວາຍກະຖິນ.

໔. ກະຖິນເປັນຊື່ຂອງທານປະເພດສັງຄະທານ: ກະຖິນ ຕາມພຸດທະບັນຍັຕແລ້ວ ຈັດເປັນສັງຄະທານປະເພສໜຶ່ງທີ່ສຳຄັນ, ເນື່ອງຈາກວ່າ ການທານກະຖິນນັ້ນ ຕ້ອງຖວາຍໃຫ້ແກ່ພຣະພິກຂຸສົງ ທີ່ສາມາດຮ່ວມສັງຄະກັມກັນໄດ້ ຄື:
ກ. ຈຳພັນສາຢູ່ວັດນັ້ນໆ ຄົບໄຕຣມາສ 3 ເດືອນ.
ຂ. ບໍ່ຕ້ອງສັງຄາທິເສດ.
ຄ. ພຣະພິກຂຸຈຳພັນສາຄົບ 3 ເດືອນ, ບໍ່ໃຫ້ຕ່ຳກວ່າ 5 ອົງ, ຕ່ຳກວ່າ 5 ພຣະວິນັຍບໍ່ອະນຸຍາຕ.
ງ. ເວລາຖວາຍຕ້ອງໃຫ້ພຣະສົງທີ່ຈຳພັນສາຢູ່ວັດນັ້ນ ຕ້ອງມີໜ້າໃນກາຣຖວາຍກະຖິນທຸກອົງ, ເວັ້ນເສັຍແຕ່ວ່າພຣະພິກຂຸສົງອົງໃດອອກມີທຸຣະອອກຈາກວັດໄປ ແລະ ປະຣະນາແກ່າຄະນະສົງ ໄວ້ວ່າຈະບໍ່ມາຮັບກະຖິນອີກ, ຄືອອກໄປເລີຍຈົນພົ້ນເຂດກະຖິນ, ຈຶ່ງກັບມາໄດ້.

໕. ກະຖິນເປັນຊື່ຂອງບຸນກິຣິຍາວັຕຖຸ ຄືກາຣທຳບຸນປະເພດໜຶ່ງ ທີ່ກຳນົດເອົາ ວັຕຖຸເປັນຊືຮຽກ.
ການຖວາຜ້າກະຖິນເປັນທານແກ່ຄະນະສົງ ຜູ້ຈຳພັນສາຢູ່ໃນວັດໃນວັດໜຶ່ງ, ຫຼືສຳນັກໃດສຳນັກໜຶ່ງ ຈຸດສົງ ແລະ ເປົ້າໝາຍຂອງຜູ້ຖວາຍນອກຈາກຄຳນຶ່ງເຖິງມະຫາກຸສົນອັກຈັກເກີດແກ່ຜູ້ເຮັດແລ້ວ, ຍັງເພື່ອສົງເຄາະ ອະນຸເຄາະແກ້ທ່ານຜູ້ປະພຶດດີປະຕິບັດຊອບ ໃຫ້ມີຜ້ານຸ່ງ ຫຼືຜ້າຫົ່ມໃໝ່, ຈະໄດໃຫ່ຜັດປ່ຽນຂອງເກົ່າທີ່ຈະຂາດ ຫຼືຊຳຣຸດຊຸດໂຊມ.

ການທຳບຸນຜ້າຖະຖິນ ຫຼືຮຽກວ່າບຸນທອດກະຖິນ ຄື ທອດເພື່ອວາງຜ້າລົງໄປແລ້ວກ່າວຄຳຖວາຍໃນທ່າມກາງສົງ ຮຽກໄດ້ວ່າ ເປັນສັງຄະທານຢ່າງໜຶ່ງ, ເປັນກາຣຖວາຍໃຫ້ແກ່ຄະນະສົງເປັນໃຫຍ່ໃນການຕັດສິນວ່າ ເມື່ອອະຕິເລກະລາບເກີດຂຶ້ນແລ້ວ ຄະນະສົງ ຈະແຕ່ງຕັ້ງ ພຣະສົງອົງໜຶ່ງແຈກພັຕ ຕາມພຣະທັມມະວິໄນ, ເຊິ່ງຮຽກວ່າ ອະປະໂລກະນາກັມ ຫຼືອຸປະໂລກກະຖິນນັ້ນເອງ ວິທີນີ້ຈະຮຽກວ່າເປັນຫຼັກປະຊາທິປະໄຕຣ ໃນທາງພຣະພຸທທະສາສນາໄດ້ວາງຮາກຖານໄວ້ ເພື່ອກຳຈັດຂໍຂັດແຍ້ງທາງພຣະທັມວິນັຍທີ່ອາດ ຈະເກີດຂຶ້ນຕໍ່ຄະນະສົງ(ໝູ່ຄະນະ)ໃນພາຍພາກໜ້າ ຫຼືຫຼັກວິທີກາຣຢູ່ຮ່ວມກັນໂດສັຍຕິ ຂອງ ຄົນຈຳນວນຫຼາຍນັ້ນເອງ.

ທີ່ຮຽກວ່າ ການທອດກະຖິນ ກໍເພາະວ່າບໍ່ໄດ້ປະເຄນເລີຍ ເພາະເມື່ອເຈົ້າພາບຫຼັງຈາກກ່າວຄຳຖວາຍແລ້ວ ຕ້ອງນຳເອົາຜ້າອົງກະຖິນນັ້ນລົງທ່າມກາງສົງ, ຫຼັງຈາກນັ້ນ ກໍປ່ອຍໃຫ້ຄະນະສົງຈັດກາຣກັນເອງຕາມພຣະທັມມະວິນັຍທີ່ກຳນົດ, ວິທີນີ້ໝາຍວ່າ ຍາກໂຍມ ຜູ້ເປັນເຈົ້າສັດທາກໍຕາມ, ພຣະພິກຂຸອົງໃດອົງໜຶ່ງກໍຕາມ ບໍ່ມີສິດທີຈັດກາຣ ອະຕິເລກ ກະລາບທີ່ເກີດຂຶ້ນນັ້ນໂດຍລຳພັງຕົນຜູ້ດຽວ, ຫາກເປັນໄປຕາມມະຕິຂອງຄະນະສົງ, ການທີ່ ຮຽກວ່າກາລະທານັ້ນ ກໍເພາະວ່າໃນປີໜຶ່ງທານໄດ້ຄັ້ງດຽວ ແລະ ວັດດຽວກໍມີສິດທີ່ຈະຮັບກະ ຖິນໄດ້ພຽງກອງດຽວເທົ່ານັ້ນ, ຄຳວ່າທານໄດ້ທານໄດ້ຄັ້ງດຽວ ເນື່ອງຈາກວ່າ ກຳນົດໃຫ້ທຽນ ພຽງເດືອນໜຶ່ງເທົ່ານັ້ນ ຕາມທີ່ກຳນົດແລ້ວ, ຫາກມີກາຣທານຂຶ້ນກ່ອນໜ້ານີ້ພຽງ 1 ວັນ ຫຼືທານກາຍວັນກຳນົດໄປແລ້ວພຽງໜຶ່ງວັນ ບໍ່ນັບວ່າເປັນຜ້າກະຖິນ, ຈະຮຽກຊື່ໄປຕ່າງໆກັນດ່ັງນີ້, ຖ້າຖວາຍກ່ອນພັນສາ ຫຼືກາລພັນສາ ມັກຈະຮຽກວ່າຜ້າຈຳນຳພັນສາ, ຫາກຖວາຍໃນ ຂຶ້ນ 8 ຄ່ຳ, ຈົນເຖິງ ຂຶ້ນ 15 ຄ່ຳເດືອນ 11 ໃຫ້ຮຽກວ່າຜ້າຈີວອນ, ຖ້າຖວາຍກາຍກຳນົດການຖະຖິນໄປໃຫ້ຮຽກວ່າ ຜ້າປ່າ, ຫຼືຖວານອັຕຖະ ເຫຼົ່ານີ້ເປັນຕົ້ນ.

໖. ກະຖິນ ເປັນຊື່ຂອງສັງຄະກັມ: ຄືກິດຈະກັມຂອງຂອງສົງກໍຈະມີກາຣສູຕ ປະ ກາດຂໍຮັບຄວາມເຫັນຊອບຈາກທີ່ປະຊຸມສົງ ໃນການມແບກະຖິນໃຫ້ແກ່ພຮະພິກຂຸສົງອົງໃດອົງໜຶ່ງ ເມື່ອກະທຳກະຖິນສະເຣັດແລ້ວດ້ວຍຄວາມຮ່ວມມື ຂອງພຮະພິກຂຸທັງຫຼາຍກໍຈະໄດ້ເປັນໂອກາດ ໃຫ້ໄດ້ຊ່ວຍກັນກະທຳຈີວອນ ໄດ້ອີກ 4 ເດືອນ, ທັງນີ້ເພາະໃນສມັຍພຸດ ທະກາລກາຣຫາຜ້າ ມາກະທຳເປັນຈີວອນຫາໄດ້ໂດຍຢາກ ສະນັ້ນພຣະພຸດທະອົງຈຶ່ງບໍ່ຊົງໃຫ້ສະສົມ(ເກັບມ້ຽນ)ໄວ້ເກີນ 10 ວັນ, ແຕ່ເມື່ອໄດ້ຊ່ວຍກັນໄດ້ທຳສັງຄະກັມເຣື່ອງຄະຖິນແລ້ວອະນຸຍາຕໃຫ້ສະແຫວງຫາຜ້າ ແລະ ເກັບມ້ຽນໄວ້ເພື່ອກະທຳເປັນຈີວອນ ໄດ້ຈົນຕລອດ ຣະດູໜາວ ຄືຈົນເຖິງວັນ 15 ຄ່ຳເດືອນ 4.

ຈາກຄວາມໝາຍຂ້າງຕົ້ນຈະເຫັນວ່າ ມີຄວາມກ່ຽວຂ້ອງກັນ 4 ປະກາຣ ເມື່ອສົງກະທຳສັງຄະກັມເຣື່ອງກະຖິນສຳເຣັດແລ້ວ ແລະ ປະຊຸມກັນອະນຸໂມທະນາກະຖິນ ຄືສະແດງຄວາມພໍໃຈ ວ່າໄດ້ກຣານກະຖິນສຳເຣັດແລ້ວ ກໍເປັນອັນສຳເຣັດພິທີ ຄຳວ່າກະຖິນຄືການປູຜ້າລົງທັບໄປກັບຂອບໄມ້ແມ່ແບບເພື່ອຕັດຫຍິບ ຍ້ອມ ແລະ ເຮັດໃຫ້ເປັນຜ້າຈີວອນຜືນໃດຜືນໜຶ່ງ ຍັງມີຄຳອີກຄຳໜຶ່ງເຮົາໄດ້ຍິນກັນກ່ອນຈະມີກາຣເຮັດບຸນກະຖິນ ຄື ການຈ່ອງກະຖິນ ໝາຍເຖິງກາຣສະແດງ ຄວາມຈຳນົງ ຫຼືເຈຕຈຳນົງທີ່ເປັນລາຍລັກອັກສອນ ຫຼືດ້ວຍວາຈາຕໍ່ທາງວັດວ່າ ຈະນຳກະຖິນມາທອດຖວາຍໃນອາວາດນີ້ ສະນັ້ນ, ກ່ອນຈະຖອດກະຖິນນັ້ນ ຈຶ່ງມີປະເພນີກາຣຈ່ອງກະຖິນ, ການຈ່ອງກະຖິນຕ້ອງຂຽນໃບຈ່ອງກະຖິນມາຕິດ ບາງຄັ້ງເພີ່ນກໍຮຽກວ່າປັກຖະຖິນ (ມີຄຳປັກກະຖິນຈະຮ່າງເປັນແບບໄວ້ໃນທ້າຍໜັງສືນີ້).

ການຈ່ອງກະຖິນ ຫຼືປັກກະຖິນຕ້ອງເຮັດເປັນເຈັ້ຍຫຼືວັດສະດຸທີ່ໃຊ້ແທນເຈັ້ຍ ແລະ ຂຽນຄຳປັກກະຖິນລົງໄປ ແລ້ວນຳໄປຕິດປະກາດໄປໄວ້ໃນສິມ, ຫໍແຈກ, ຫຼືກຸດຕິເຈົ້າອະທິ ກາຣວັດ ຫຼືທີ່ໃດກໍໄດ້, ແຕ່ຕ້ອງໃຫ້ພຣະສົງ-ສາມະເນນໃນວັດນັ້ນ ຫຼືຍາຕໂຍມທີ່ມາໃນວັດເຫັນ ຈຸດປະສົງກໍມີ 2 ປະການດ່ັງນີ້ ຄື
໑. ເພື່ອເຕືອນໃຫ້ພຣະພິກຂຸສົງໃນວັດນັ້ນຮູ້ວ່າມີກະຖິນຈະມາທອດຖວາຍໃນວັດນີ້ ຈະໄດ້ກຽມຕົວຕ້ອນຮັບ.
໒. ເພື່ອປ້ອງກັນບໍ່ໃຫ່ຍາດໂຍມຄົນອື່ນມາປັກກະຖິນທັບຊ້ອນກັນ, ເພາະມີຂໍ້ບັນຍັດວ່າວັດໜຶ່ງໆ ທອດ ແລະ ຮັບກະຖິນໄດ້ພຽງກອງດຽວເທົ່ານັ້ນ.

ເມື່ອໃກ້ອອກພັນສາ ຫຼືອອກພັນສາແລ້ວ ເຈົ້າພາຍຈຶ່ງໄດ້ເຂົ້າມາຍັງວັດ ເພື່ອຕົກລົງ ກຳນົດວັນທອດຜ້າມະຫາກະຖິນ ໃຫ້ເລືອກເອົາວັນໃດກໍໄດ້ ແຕ່ຕ້ອງໃຫ້ຢູ່ໃນເຂຕກະຖິນຄື ແຮມ 1 ຄ່ຳ ຫາ ຂຶ້ນ(ເພັງ) 15 ຄ່ຳ, (ທີ່ເຮົາໃຫ້ສັງເກຕງ່າຍໆກໍຄື ວັນຊ່ວງເຮືອປາກເຊ ຫຼືວຽງຈັນເປັນຕົ້ນໄປຈົນຈົນຮອດ ວັນຕັກບາຕງານບຸນນະມັດສະການພຣະທາຕຫຼວງ ແມ່ນ ສິ້ນສຸດ ກຳນົດທອດກະຖິນ).
ໃນປັຈຈຸບັນ ມີສັດທາຍາຕໂຍມທັງພຣະສົງ ແລະ ຄະຣືຫັດຖວາຍຜ້າມະຫາກະຖິນຫຼາຍຂຶ້ນ ບໍ່ວ່າແຕ່ອາຍຸຫຼາຍອາຍຸນ້ອຍ, ລ້ວນແຕ່ມີສັດທາຫຼວງຫຼາຍ, ເພາະກາຣເຮັດກະ ຖິນໃນສມັຍປັຈຈຸບັນ ມີຄວາມສະດວກສະບາຍຂຶ້ນ ເພາະປັຈຈັບຄືເງິນ ຍາຕໂຍມຫາໄດ້ຫຼາຍຂຶ້ນ, ຍາຕໂຍມມີສັດທາແກ່ກ້າຂຶ້ນ, ຜ້າທີ່ຈະນຳມາເຮັດຜ້າກະຖິນນັ້ນ ກໍຫາງ່າຍຂຶ້ນ, ກາຣທີ່ຈະເຮັດຜ້າກະຖິນດ້ວຍກາຣທີ່ເອົາໄມ້ມາເຮັດເປັນແບບ ໄມ້ສະດຶງຂຶງຜ້າແລ້ວຕັດ ຫຍິບຍ້ອມໃນມື້ໜຶ່ງວັນດຽວນັ້ນບໍ່ມີແລ້ວ, ວິທີກາຣແບບນັ້ນໄດ້ຍົກເລີກໄປຕັ້ງນານແລ້ວ ກາຣເຮັດບຸນກະຖິນຂອງຊາວພຸດທົ່ວໄປ ບໍ່ສະເພາະແຕ່ລາວ ຊາວພຸດຕ່າງປະເທດກໍຍົກເລີກແລ້ວ, ກາຣເຮັດບຸນກະຖິນໃນປັຈຈຸບັນນີ້ຍັງຄົງໄວ້ແຕ່ຊື່, ປະເພນີ, ວິທີກັມອັນສຳຄັນໄວ້ ບໍ່ຕ້ອງໃສ່ຂອບໄມ້ສະດຶງ, ເພາະດຽວນີ້ຄົນເຮົາເກັ່ງຂຶ້ນ ການຫັດຖະກັມເກັ່ງຂຶ້ນ ທີ່ສຳຄັນເຂົາມີຂາຍຕາມທ້ອງຕລາດ.

ບໍ່ເໝືອນສະໄໝພໍ່ແມ່ເຮົາ ກາຣທີ່ວ່າເຮັດກະຖິນຍາກນັ້ນ, ແມ່ນວ່າເພີ່ນຕ້ອງໄດ້ຮີບ ໂຮມເງິນ, ຄຳ, ຜ້າ, ແລະ ບໍຣິວານອື່ນໆເປັນປີ ບາງຄົນກຽມເຮັດບຸນກະຖິນຕັ້ງແຕ່ອາຍຸ

ກະຖິນໝາຍເຖິງ

ກະ໗ິນະທານ : ການທອດກະຖິນ, ການຖວາຍຜ້າກະ໗ິນ ຄືການທີ່ຄະຣືຫັດຜູ້ມີສັດທາ ຫຼືແມ່ນແຕ່ພິກຂຸສາມະເນນ ນຳຜ້າກະ໗ິນໄປຖວາຍແກ່ພຣະພິກຂຸສົງຜູ້ຈຳພັນສາແລ້ວ ໃນວັດໃດວັດໜຶ່ງ ເພື່ອທຳເປັນຜ້າກະຖິນ ຮຽກ ສາມັນວ່າ ທອດກະ໗ິນ.

- ເຫດທີ່ຮຽກວ່າ "ການທອດກະ໗ິນ" ເນື່ອງຈາກຜູ້ຖວາຍກະ໗ິນນັ້ນ ເມື່ອກ່າວຄຳຖວາຍຜ້າກະ໗ິນເສັດແລ້ວ ຕ້ອງໄດ້ເອົາຜ້າກະ໗ິນ ນັ້ນ ໄປວາງໄວ້ທ່າມກາງສົງບໍ່ໄດ້ປະເຄນ ຈຶ່ງຮຽກວ່າ "ທອດ" ແທນຄຳວ່າ "ຖວາຍ" ບາງຄັ້ງກໍວ່າ "ທອດຖວາຍ" ກໍມີ ກໍເນື່ອງ ດ້ວຍປັດຈຸບັນ ມີການນິຍົມຖວາຍປັດໄຈ ອື່ນໆອີ່ນເປັນຕົ້ນແມ່ນ ຜ້າໄກຈີວອນວອນສຳລັບ ພຣະພິກຂຸສົງ-ສາມະເນນ ເຄື່ອງຂອງຕ່າງຮຽກວ່າ ກອງກະ໗ິນ ປັດໄຈທັງໝົດທີ່ຮ່ວມລົງໃນການທອດກະ໗ິນຮຽກວ່າ ບໍຣິຂານກະຖິນ

- ນອກຈາກຜ້າກະ໗ິນແລ້ວ "ຜ້າປ່າ, ຜ້າຈີວອນ" ກໍຮຽກວ່າທອດຖວາຍເຊັ່ນກັນ.

ຄວາມເປັນມາຂອງບຸນທອດຜ້າກະຖິນ

    
 

ການທອດກະຖິນທອດໄດ້ພຽງແຕ່ປີລະ ໑ ຄັ້ງເທົ່ານັ້ນ ທ່ານຈຶ່ງຈັດໃຫ້ເປັນກາລະທານ ໝາຍຄວາມວ່າ ການຖວາຍທານຕາມກາລະສະໄໝ

ຄຳວ່າ ພິທີການທອດກະຖິນໝາຍຄວາມວ່າ ທຳວິທີການຂອງຜູ້ທີ່ມີສັດທາ ເຮັດຜ້າກະຖິນນັ້ນນຳໄປທອດໄວ້ ຫຼືວາງໄວ້ຖ່າມກາງສົງເຈົ້າພາບບໍ່ໄດ້ຍົກຜ້າກະຖິນນັ້ນປະເຄນໃຫ້ພຣະພິກຂຸ.

ຄຳວ່າ ກະຖິນເປັນຊື່ຂອງຂອບໄມ້ທີ່ຈະເອົາມາຂຶງເພື່ອເຮັດຈີວອນໃຫ້ໄດ້ຂະໜາດ ຮຽກຕາມຄວາມເດີມວ່າໄມ້ສະດຶງເນື່ອງຈາກການເຮັດຜ້າຈີວອນໃນສະໄໝພຸດທະການພຣະສົງໄດ້ເຮັດກັນເອງ ເພື່ອໃຫ້ງ່າຍຕໍ່ສະພາບຄວາມເປັນຢູ່ຂອງພຣະສົງທີ່ຢູ່ໂດຍປາສະຈາກພັນທະນາການຢູ່ແລ້ວ ແຕ່ຕ້ອງໃຫ້ຖືກຕ້ອງຕາມພຣະວິໄນດ້ວຍ ພຣະສົງກໍຕ້ອງກະຂະໜາດຂອງຜ້າຈີວອນ ທີ່ຕ້ອງການກ່ອນດ້ວຍການເອົາໄມ້ ກະຖິນເຊິ່ງເປັນໄມ້ທີ່ບໍ່ຕ້ອງຫ້າມມາຕັດກະໄວ້ດີແລ້ວ ຈຶ່ງເອົາຜ້າທີ່ຫາມາໄດ້ຈາກທີ່ຕ່າງໆ ມາແປະ ແລະຫຍິບຕໍ່ກັນໄປຈົນ ໄດ້ຕາມຖະໜາດນັ້ນ ວິທີຕັດກະແລະຫຍິບທັງໝົດ ທ່ານຮຽກວ່າການທຳຜ້າກະຖິນການທຳຜ້າກະຖິນນັ້ນ ຈຶ່ງຕ້ອງການພຣະສົງຕັ້ງແຕ່ ໕ ອົງຂຶ້ນໄປຕຳກວ່ານັ້ນບໍ່ໄດ້, ດ້ວຍເຫດວ່າມີພິທີການເຮັດຜ້າກະຖິນນັ້ນ ເປັນດັ່ງ ນີ້ ຄືວ່າ ພຣະພິກຂຸ ໔ ອົງ ທຳໜ້າທີ່ຂຶງຜ້າຢູ່ ໔ ແຈຂອງໄມ້ສະດຶງອົງລະແຈ ອີກອົງໜຶ່ງທີໜ້າທີ່ຫຍິບຜ້າ.

ຄຳວ່າ ການເຮັດຜ້າກະຖິນ ກໍຄືກຳນົດເອົາຜ້າຈີວອນຜືນໃດຝືນໜຶ່ງ ຜ້າຈີວອນແມ່ນຫຍັງ ?” ຜ້າຈີ ວອນນັ້ນເຮົາຮຽກເອົາຜ້າ ທັງໝົດທີ່ເປັນປັດໄຈສຳຄັນຂອງພຣະພິກຂຸຈີວອນໃນຄວາມໝາຍຂອງຜ້າ ກໍຄືໃນ ຮຽກຜ້ານຸ່ງຫົ່ມຂອງພຣະພິກຂຸທັງໝົດ ເຊິ່ງຮຽກຕາມພາສາປາລີວ່າ ຜ້າໄຕຣຫາກຮຽກຕາມຜາສາລາວວ່າ ຜາໄກຼຄຳວ່າ ຜ້າໄກຼ ຫຼືຜ້າໄຕຣກໍຕາມລ້ວນແຕ່ແປວ່າ ຜ້າ ໓ ຜືນໃນຜ້າສາມຜືນນັ້ນມີຄື ສັງຄາຕິ, ອຸຕຕະຣະສັງຄັງ, ອັນຕະຣະວະສັງສະກັງເມື່ອຮຽກຕາມພາສາລາວຮຽກວ່າ ຜ້າສັງຄາ, ຜ້າຄຸມ ແລະຜ້າສະບົງການເຮັດກະຖິນນັ້ນທ່ານໃຫ້ເຮັດຜືນໃດຜືນໜຶ່ງໃນ ໓ ຜືນກໍໄດ້ ຫຼືເຮັດທັງສາມຜືນກໍໄດ້ ທັງນີ້ແມ່ນອີງອາໄສ ເວລາ ແລະວັດຖຸພໍ, ແຕ່ເວລາອະທິຖານ ການ ແລະຄອງກະຖິນນັ້ນ ໃຫ້ກຳນົດເອົາສະເພາະຜ້າຜືນໃດ ຜືນໜຶ່ງໃນ ໓ ຜືນ ທັງນີ້ແມ່ນເພື່ອປະໂຫຍດໃນການຖືຄອງກະຖິນ ແລະນອກຈາກນັ້ນເປັນພຽງແຕ່ຜ້າປະກອບ ຮຽກວ່າ ປະຣິຂະຣະໂຈຣັນຈະຄືຜ້າບໍຣິຂານ ທີ່ໃຊ້ປະກອບໃນຜ້າໄກຼ, ຫາກມີຜ້ານອກຈາກໄກຼທີ່ເປັນອົງກະ ຖິນແລ້ວ ໃຫ້ຮຽກວ່າຜ້າບໍຣິວານກະຖິນວັດຖຸເຄື່ອງທານໃນກອງກະ ຖິນ ຈະເປັນຫຍັງກໍຕາມນັບແຕ່ຕຽງ ເສື່ອ ສາດ ໝອນ ມຸ່ງໃຫ້ຮຽກວ່າ ບໍຣິວານກະຖິນ ຫຼືເຄື່ອງກອງກະຖິນ, ຄວາມສຳຄັນກໍເດັ່ນໄປໃນການໃຊ້ສອຍ ຕາມໜ້າທີ່ຂອງສິ່ງຂອງນັ້ນໆໄປ, ຄຳວ່າ ຜ້າຈີວອນໃນຄວາມໝາຍຂອງພິທີກັມນັ້ນຄື ຊື່ຂອງພິທີເຮັດບຸນປະ ເພດໜຶ່ງ ເຊິ່ງມີພຣະບໍຣົມມະພຸດທານຸຍາດ ໃຫ້ທາຍົກທາຍິກາຜູ້ປັກກະຖິນໄວ້ແລ້ວ ຫຼືຜູ້ມີສັດທາຈະຖອດຜ້າ ກະຖິນ ແຕ່ມີຄວາມຈຳເປັນຢ້ານຢູ່ບໍ່ທັນຈົນຮອດການກະຖິນໄດ້ທອດຖວາຍກ່ອນອອກພັນສາ ໗ ວັນ, ນັບແຕ່ ອອກໃໝ່ ໘ ຄ່ຳ, ຈົນຮອດເພັງ ໑໕ ຄ່ຳ ແຕ່ໃຫ້ຮຽກວ່າ ທອດຖວາຍຜ້າຈີວອນວິທີທຳກໍຕ້ອງທຳແບບກະຖິນ ຄືມີການອຸປະໂຫລກຜ້ານັ້ນ ການອະນຸຍາດນັ້ນຊົງອະນຸຍາດໃຫ້ບຸກຄົນເຫຼົ່ານີ້ຄື:
໑. ຄົນປ່ວຍໄຂ້ ຄົນຊະຣາການ ມີຄວາມວິຕົກກັງວົນຕົນວ່າ ຈະຢູ່ບໍ່ຮອດວັນທອດກະຖິນຈຶ່ງຂໍທອດ ກ່ອນກໍຊົງອະນຸຍາດ.
໒. ຂ້າຣັດຖະການ ທະຫານ ຕຳຫຼວດ ຊຶ່ງມີໜ້າທີ່ປົກປ້ອງປະເທດຊາດບ້ານເມືອງ ຫາກຖືກໃຫ້ຍ້າຍ ໄປຈຳການ ຫຼືໄປສູ້ຮົບຈັບເສີກ ຢ້ານວ່າກັບມາບໍ່ທັນວັນທອດກະຖິນ ກໍຊົງອະນຸຍາດໃຫ້ຖວາຍກ່ອນ.

ການຖວາຍຜ້າຈີວອນ ທ່ານຮຽກວ່າຜ້າກ່ອນກະຖິນ ປັດຈຸບັນຍັງມີການເຮັດຢູ່ເຂດສີພັນດອນ.
(
ແກ້ຂໍ້ສົງໄສ ວິນິດໄສຕາມຂໍ້ຊົງອະນຸຍາດທັງສອງປະການຂ້າງຕົ້ນນີ້ບໍ່ຮູ້ ຈຶ່ງມີຄວາມເຊື່ອຈົນເຂົ້າກະ ດູກດຳຂອງຄົນບາງກຸ່ມວ່າ ຍັງບໍ່ທັນເຖົ້າຫ້າມເຮັດກະຖິນຖາມເຂົາວ່າ ເປັນຫຍັງຈຶ່ງບໍ່ໃຫ້ເຮັດ ກໍໄດ້ຄຳ ຕອບແບບໜ້າສົງສານວ່າ ຢ້ານຕາຍໄປຮັບກອງບຸນການເຊື່ອແບບນີ້ ຖືວ່າເປັນການຕັດຮອນກຳລັງສັດທາ ໃນຜູ້ມີສັດທາ, ການຕັດກຳລັງທາງສາສະໜາ, ເປັນການປະໝາດໃນຊີວິດ ແລະເປັນການຊີ້ທາງບາບ ຜູ້ແນະນຳ ແລະຜູ້ເຊື່ອຕາມຍ່ອມໄດ້ອະທິກັມທັງນັ້ນ).

ການເຮັດຜ້າກະຖິນ ໃນລັກສະນະນະເຊັ່ນນີ້ ຄືນັບແຕ່ຕັດ, ຫຍິບ, ຍ້ອມ ໃຫ້ສຳເຣັດລົງໃນວັນດຽວນັ້ນ ແມ່ນມີເປົ້າໝາຍໃຫ້ສົງພ້ອມພຽງກັນດ້ວຍຄວາມສາມັກຄີ ຮ່ວມໃຈກັນໃຫ້ເກີດຂຶ້ນແລ້ວໃນວັນນັ້ນ ແລະໃຫ້ສຳ ເລັດລົງໃນວັນນັ້ນ ຜ້າກະຖິນທ່ານຈຶ່ງຈັດເປັນ ມະຫາສາມັກຄີອີກທາງໜຶ່ງຮຽກວ່າສັງຄະສາມັກຄີການ ທອດຖວາຍຜ້າກະຖິນຈຶ່ງຈັດເຂົ້າໃນປະເພດ ສັງຄະທານ”, ສຳລັບໄມ້ສະດຶງ ທີ່ເປັນແມ່ແບບຂອງການຕັດຜ້າ ຈີວອນນັ້ນ ໃຫ້ເກັບມ້ຽນໄວ້ໃຊ້ໃນປີຕໍ່ໄປ ແຕ່ການເກັບຮຽກສາຈົນໃຫ້ເປັນຮູບຮ່າງໄວ້ນັ້ນແມ່ນໃຫ້ເກັບໄວ້ຈົນຮອດ ເດືອນ ໔ ເພັງແລ້ວຈຶ່ງທຳການຮື້ຖອນ ວິທີນີ້ຈຶ່ງຮຽກວ່າ ເດາະສະນັ້ນຄຳວ່າ ກະຖິນເດາະ ຫຼືເດາະກະຖິນໝາຍເຖິງການຮື້ໄມ້ແບບ ເພື່ອເກັບໄວ້ໃຊ້ໃນໂອກາດໜ້າ.
ກະຖິນນັ້ນເປັນຊື່ຂອງຜ້າ ແລະຕ້ອງເຮັດໃນເຂດທີ່ຊົງກຳນົດເວລາ ເຮັດກ່ອນຫຼືຫຼັງເຂດກຳນົດ ບໍ່ຖືວ່າ ຜ້າກະຖິນການທອດຖວາຍຜ້າກະຖິນກຳນົດໃຫ້ເຮັດພຽງ ໑ ເດືອນເທົ່ານັ້ນ ຄື ແຮມ ໑ ຄ່ຳເດືອນ ໑໑ ຈົນຮອດຂຶ້ນ ໑໒ ຄ່ຳ ເດືອນ ໑໒ ທີ່ເມືອງລາວໃນຈຳກັນງ່າຍໆ ຄື ນັບແຕ່ມືຊ່ວງເຮືອປາກເຊ ຫຼືຊ່ວງເຮືອວຽງຈັນ ໄປຈົນຮອດວັນບຸນທາດຫຼວງວັນສຸດທ້າຍ ນອກນັ້ນເລີຍເຂດກະຖິນ, ຜ້າທີ່ນຳເອົາເຮັດຜ້າກະຖິນໄດ້ຊົງມີອະນຸຍາດດັ່ງນີ້:
໑. ຜ້າໃໝ່ (ຄືຜ້າໃໝ່ໆຍັງບໍ່ທັນໄດ້ຕັດ, ຍ້ອມ ແລະຫາມາໃໝ່ໆ).
໒. ຜ້າທຽມໃໝ່ (ຄືຜ້າທີ່ທີ່ຮັກສາໄວ້ນານແລ້ວທີ່ຍັງບໍ່ທັນໃຊ້, ຜ້າໃຊ້ແລ້ວທັງເກົ່າດ້ວຍ ແຕ່ນຳມາຊັກ ຟອກຍ້ອມໃໝ່).
໓. ຜ້າບັງສະກຸນ (ຄືຜ້າທີ່ເຂົາຖິ້ມແລ້ວ, ຜ້າເປື້ອນດ້ວຍຝຸ່ນ, ຜ້າຫໍ່ສົບ ໄດ້ມາແລ້ວເອົາມາຊັກຟອກ ແລະ ຍ້ອມ).
໔. ຜ້າຕົກຕາມຮ້ານ (ໝາຍເອົາຜ້າທີ່ເຂົາຂາຍໃນຕລາດ ມີລັກສະນະ ໒ ແບບ ຄື ຜ້າທີ່ຕັດຫຍິບສຳເຣັດ ຮູບແລ້ວ, ແລະຜ້າທີ່ຍັງບໍ່ທັນຕັດສຳເຣັດຮູບ). 
ຜູ້ທີ່ຈະຖວາຍຜ້າກະຖິນ ຫຼືຜູ້ທີ່ເຮົາຮຽກວ່າເຈົ້າພາບກະຖິນນັ້ນບໍ່ມີກຳນົດວ່າເປັນໃຜ ? ບໍ່ກຳນົດອາ ຍຸ ໄດ້ແກ່ນັບຕັ້ງແຕ່ຜູ້ໃຫຍ່ຮອດເດັກນ້ອຍທີ່ຮູ້ຄວາມແລ້ວ, ບໍ່ກຳນົດຖານະທາງຊົນຊັ້ນ ນັບຕັ້ງແຕ່ຄົນທຸກ, ເສັຍອົງຄະສາງ ຄົນຮັ່ງມີສີສຸກ ເສດຖີມີຮັ່ງ ຈົນຮອດຜູ້ນຳຂັ້ນສູງ ສະໄໝບູຮານຄືຮອດພະຍາຣາຊາ ແລະພຣະພິຂຸສົງ ແລະສາມະເນນເອງກໍເປັນເຈົ້າສັດທາຖວາຍໄດ້.


ກະຖິນເປັນບຸນກິຣິຍາວັດຖຸ ໝາຍຄວາມວ່າການຖວາຍຜ້າກະຖິນະທານ ແກ່ພຣະພິກຂຸຜູ້ຈຳພັນສາ ການຖ້ວນໄຕຣມາດຄົບ ໓ ເດືອນ ເພື່ອສົງເຄາະ, ອະນຸເຄາະ ຜູ້ປະພຶດດີ ປະຕິບັດຊອບໃຫ້ມີຜ້ານຸ່ງຫົ່ມໃໝ່ ຈະໄດ້ຜັດປ່ຽນຂອງເກົ່າທີ່ຂາດເສັຍ, ການທຳບຸນດ້ວຍຜ້າກະຖິນ ຫຼືຮຽກວ່າ ທອດກະຖິນຄື ເຈົ້າພາບຖືຜ້າໄວ້ກ່າວຄຳຖວາຍຜ້າໃຫ້ເປັນຜ້າກະຖິນ ແລ້ວນຳເອົາຜ້າໄປວາງລົງທ່າມກາງພິກຂຸສົງ ພຣະພິກຂຸທີ່ລົງມະຕິກັນເອງຕາມພຣະວິໄນແລ້ວ ກ່າວຄຳອຸປະໂລກະນະກັມ(ອຸປະໂລກຜ້າກະຖິນ) ໝາຍຄວາມວ່າທຳໃຫ້ຜ້ານັ້ນ ເປັນຜ້າກະຖິນຕາມພຣະທັມມະວິໄນ ເຊິ່ງເປັນໜ້າທີ່ຂອງພຣະພິກຂຸໂດຍສ່ວນດຽວ ຕໍ່ແຕ່ນີ້ໄປຍາດໂຍມບໍ່ໄດ້ມີສ່ວນກ່ຽວຂອງແລ້ວ ຖືເປັນວຽກຂອງສົງ, ລັກສະນະເຊັ່ນນີ້ ຮຽກວ່າສັງຄະກັມ, ເປັນອັນວ່າແລ້ວວຽກການທອດກະ ຖິນສຳລັບສຳລັບຍາດໂຍມແລ້ວ.


ສຳລັບຍາດໂຍມ ນຶກວ່າການເຮັດຜ້າກະຖິນເປັນເລື່ອງຍາກ ກໍບໍ່ຍາກປານໃດສຳລັບປັດຈຸບັນ ເພາະມີ ສັງຄາມະຕິ ແລະຊົງອະນຸຍາດໃຫ້ເຮັດໄດ້ຫຼາຍວີທິເຊັ່ນ ການເລືອກຜ້າ, ການຫາຜ້າ, ກຳນົດອາຍຸ ແລະຊົນຊັ້ນ ຕະຫຼອດວິທິເຮັດນັ້ນກໍມີດັ່ງນີ້:
໑. ເຮັດເປັນຜ້າມະຫາກະຖິນ(ຕັ້ງກອງມະຫາທານອັນໃຫຍ່ມີບໍຣິຂານ ແລະບໍຣິວານອັນຫຼາຍ ແລະຊັກ ຊວນອວນຮຽກພີ່ນ້ອງລູກຫຼານທັງຢູ່ໃກ້ຢູ່ໃກມາຮ່ວມເປັນເຈົ້າພາບ ຮ່ວມອະນຸໂມທະນາ ຫ້າງຫາກະກຽມຫຼາຍວັນ).
໒. ຈຸລະກະຖິນ ຫຼືກະຖິນ (ຄືກະຖິນທີ່ບໍ່ໄດ້ກະກຽມຟ້າວເຮັດຟ້າວທຳໃຫ້ແລ້ວໃນມື້ໜຶ່ງວັນດຽວ ຈະມີບໍລິ ວານ ຫຼືບໍລິຂານຫຼາຍນ້ອຍພຽງໃດກໍໄດ້ ຂໍພຽງແຕ່ໃຫ້ມີຜ້າຈີວອນ ໑ ຜືນຂຶ້ນໄປເປັນອັນໃຊ້ໄດ້ ພ້ອມທັງບໍລິວານ ທີ່ຫາໄດ້).
໓. ກະຖິນສາມັກຄື (ຄືກັບຜ້າມະຫາກະຖິນທຸກຢ່າງຕ່າງແຕ່່ວ່າມີເຈົ້າພາບຫຼາຍຄົນ ຈະເປັນບຸກຄົນ ຫຼືອົງກອນຍ່ອມໄດ້ທັງນັ້ນ)
໔. ກະຖິນຕົກຄ້າງ (ຈະເຮັດແບບໃດກໍໄດ້ໃນ ໓ ແບບທີ່ວ່າມາ ພຽງແຕ່ວ່າວັດທີ່ໄປທອດນັ້ນບໍ່ມີໃຜປັກກະ ຖິນໄວ້ກ່ອນ ຫຼືວ່າປີນີ້ບໍ່ມີເຈົ້າພາບໃດມາທອດແນ່ນອນ ກໍໄປທອດຖວາຍວັດນັ້ນ ແມ່ນວິທີການແກ້ໄຂກະຖິນ ຕົກຄ້າງ).
ກະຖິນເປັນຊື່ຂອງສັງຄະກັມ ຄືກິດຈະກັມຂອງສົງ(ສົງໝາຍເຖິງໝູ່ ເຖິງຄະນະ) ຕ້ອງມີການສູດ ການ ປະກາດ ຄວາມເຫັນຊອບຈາກທີ່ປະຊຸມສົງ ໃນການທີ່ຈະມອບຜ້າກະຖິນໃຫ້ແກ່ພຣະພິກຂຸອົງໃດອົງໜຶ່ງ ເມື່ອທຳຈີວອນສຳເຣັດແລ້ວດ້ວຍຄວາມຮ່ວມມືຂອງພິກຂຸສົງທັງຫຼາຍ(ດຽວນີ້ພຣະສົງບໍ່ໄດ້ຕັດຜ້າຈີວອນເອງ) ເພື່ອ ຈະໄດ້ເປີດໂອກາດຂະຫຍາຍເວລາໃຫ້ພຣະພິກຂຸອົງອື່ນເຮັດ ຫຼືຮັບຈີວອນໄດ້ອີກ ຈຶ່ງມີພຸດທານຸຍາດໃຫ້ຂະ ຫຍາຍເວລາໄປຮອດເດືອນ ໔ ເພັງ, ທັງນີ້ກໍເພາະສະໄໝພຸດທະການນັ້ນການຫາຜ້າມາເຮັດຈີວອນ ແມ່ນຫາ ກັນໄດ້ໂດຍຍາກ ແລະກໍບໍ່ຊົງອະນຸຍາດໃຫ້ພິກຂຸສະສົມຜ້າໄວ້ເກີນ ໑໐ ວັນ ແຕ່ເມື່ອພຣະພິກຂຸອົງໃດ ໄດ້ຊ່ວຍ ກັນທຳຈີວອນ ຄືຮ່ວມສັງຄະກັມ ຫຼືຮ່ວມອະນຸໂມທະນາກະຖິນ ຊົງອະນຸຍາດໃຫ້ສະແຫວງຫາຜ້າ ແລະເກັບ ສະສົມຈີວອນໄດ້ຕົຈົນຕະຫຼອດລະດຸໜາວ ຈົນເຖິງ ໑໕ ຄ່ຳ ເດືອນ ໔ ວິທີເກັບຜ້ານີ້ຊົງຮຽກວ່າ ວິກັບເລີຍ ຈາກເດືອນ ໔ ເພັງໄປໃຫ້ສະຫຼະຜ້າ ດ້ວຍການຖອນຜ້າ, ຈາກຄວາມໝາຍຂ້າງເທິງນີ້ ມີຄວາມກ່ຽວຂ້ອງກັນ ຄື ເມື່ອສົງທຳສັງຄະກັມເຣື່ອງຜ້າກະຖິນແລ້ວ ສົງທຳການອະນຸໂມທະນາ ຄືສະແດງຄວາມຍິນດີ ວ່າໄດ້ການກະ ຖິນແລ້ວ, ຄຳວ່າການກະຖິນນັ້ນ ຄືການຄາດຜ້າ ກະຜ້າ ແລະທາບຜ້າລົງກັບໄມ້ ເພື່ອຕັດຫຍິບ ຍ້ອມເຮັດເປັນ ຜືນ ແລ້ວກຳນົດເອົາຜືນໃດຜືນໜຶ່ງໃນ ໓ ຜືນນັ້ນເຮັດເປັນກະຖິນ.


ຍັງມີຄຳອີກຄຳໜຶ່ງ ທີ່ເຮົາໄດ້ຍິນສະເໝີສຳລັບຜູ້ທີ່ຈະທອດກະຖິນ ຄື ການປັກກະຖິນ ຄືການ ຈ່ອງກະ ຖິນ ໝາຍເຖິງການສະແດງເຈດຈຳນົງວ່າຈະທອດກະຖິນໃນວັດນີ້ ຈະເປັນດ້ວຍວາຈາ ຫຼືດ້ວຍລາຍລັກອັກ ສອນ ແຕ່ເທົ່າທີ່ນິຍົມກັນນັ້ນແມ່ນດ້ວຍລາຍລັກອັກສອນ ຄືຂຽນເຈດຈຳນົງລົງໄປ ແລ້ວເອົາໄປຜິດປະກາດໄວ້ ໃນວັດບ່ອນທີ່ຄົນເຫັນງ່າຍ ຈະເປັນສາລາໂຮງທັມ, ສິມ ກຸຕິເຈົ້າອາວາດ ເມື່ອຈ່ອງແລ້ວກໍຕ້ອງນຳຜ້າກະຖິນ ໄປທອດຖວາຍພາຍໃນກຳນົດເວລາ ໑ ເດືອນ ຕາມກຳນົດທາງທັມວິໄນດັ່ງທີ່ກ່າວແລ້ວ.


ອີກຄຳໜຶ່ງ ທີ່ມັກໄດ້ຍິນໃນຂະນະທີ່ທອດກະຖິນນັ້ນ ຄືຄຳວ່າ ອະປະໂລກກະຖິນໝາຍເຖິງພຣະພິກ ຂຸອົງໃດອົງໜຶ່ງກ່າວຂຶ້ນໃນທີ່ປະຊຸມ ຖາມຄວາມເຫັນຊອບວ່າຄວນມີການການກະຖິນບໍຫຼືບໍ່ ? ເມື່ອເຫັນຊອບ ຮ່ວມກັນແລ້ວ ຄວນຖວາຍແກ່ພຣະພິກຂຸອົງໃດ ? ການປຶກສາຫາລືການຖາມຄວາມເຫັນເຊັ່ນນີ້ຮຽກວ່າອະປະ ໂລກ(ອ່ານວ່າ ອະ-ປະ-ໂຫຼກ) ເມື່ອອະປະໂລກແລ້ວ ກໍຕ້ອງສູດປະກາດເປັນການສົງ ຈຶ່ງຖືວ່າເປັນສັງຄະກັມ ຫຼືກະຖີນັຕຖາກິດ ດັ່ງທີ່ກ່າວໄວ້ແລ້ວ.

ມີຂໍສົງໄສອີກຢ່າງໜຶ່ງວ່າ ວັດທີ່ບໍ່ມີສິມທອດຖວາຍຜ້າກະຖິນໄດ້ບໍ ? ຄວາມຈິງແລ້ວການທອດກະຖິນ ນັ້ນຈະທອດທີ່ໃດກໍໄດ້ ທອດທີ່ວັດບ້ານ, ວັດປ່າ, ສຳນັກສົງທີ່ບໍ່ແມ່ນວັດ ແຕ່ພຣະສົງໄປຈຳພັນສາຢູ່ ກໍຍ່ອມໄດ້ ທັ້ງ ແຕ່ເວລາທຳສັງຄະກັມນັ້ນພຣະສົງກໍຕ້ອງໄປທຳກັນຢູ່ສິມ ຫຼືເຂດທີ່ສົງກຳນົດແລ້ວ, ເຊັ່ນໄປສູດຢູ່ສິມໃນວັດ ທີ່ມີສິມ ຫຼືກຳນົດສະຖານທີ່ຕ່າງໆຕາມພຣະວິໄນກຳນົດ (ໃຫ້ເບິ່ງໃນພຣະວິໄນວ່າດ້ວຍສິມ), ທັງນີ້ກໍມີຄຳ ຖາມທີ່ວ່າວັດວັດບໍ່ມີພຣະມີແຕ່ສາມະເນນເດ ຖອດກະຖິນໄດ້ບໍ ?” ຕ້ອງຕອບວ່າ ບໍ່ໄດ້ເພາະວ່າຄຳວ່າ ພິກຂຸສົງຈຶ່ງໝາຍເຖິງພຣະພິກຂຸແຕ່ ໔ ອົງຂຶ້ນໄປ, ແລ້ວວັດມີພຣະແຕ່ ໓ ອົງເດຖອດກະຖິນໄດ້ບໍ ? ກໍຕອບ ໃນທຳນອງດຽວກັນວ່າ ເພາະກະຖິນເປັນສັງຄະກັມ ຕ້ອງມີພຣະພິກຂຸສົງແຕ່ ໔ ອົງຂຶ້ນໄປ ແມ່ນແຕ່ມີພຣະ ເກີນ ໕ ອົງ ແຕ່ວ່າພຣະສົງທີ່ອະທິຖານເຂົ້າພັນສາພຽງແຕ່ ໓ ອົງ ຫຼືພຣະສົງບາງອົງຂາດພັນສາກໍຖວາຍຜ້າ ກະຖິນບໍ່ໄດ້ ແຕ່ກໍມີການອະນຸໂລມເຮັດກັນມາ ເນື່ອງຈາກວ່າວັດບາງວັດດຽວນີ້ ຫາພຣະເກີນຫ້າອົງຈຳພັນສາ ຍາກແລ້ວ.

ໃນປັດຈຸບັນນີ້ ມີຜູ້ຖວາຍຜ້າກະຖິນກັນຢ່າງແຜ່ຫຼາຍ ດ້ວຍປັດໄຈຫຼາຍປະການ ເຊັ່ນ ຄົນຮັ່ງມີຫຼາຍຂຶ້ນ, ການຫາຜ້າໄດ້ງ່າຍຂຶ້ນ, ດັ່ງທີ່ກ່າວໄວ້ແລ້ວໃນຕອນຕົ້ນວ່າການຫານຜ້າມາເຮັດກະຖິນນັ້ນມີລັກສະນະເຊັ່ນ ໃດ, ໂດຍສະເພາະແລ້ວແມ່ນການທີ່ຫາຜ້າມາເຮັດກະຖິນນັ້ນ ແມ່ນວ່າຫາຊື້ເອົາຕາມຮ້ານແມ່ນມີຫຼາຍ ການ ເຮັດຜ້າກະຖິນໃນເມື່ອກ່ອນຕ້ອງໄມ້ສະດຶງ ຈຶ່ງເລີກໃຊ້ກັນໄປໂດຍປະຣິຍາຍ ແລະອີກຢ່າງໜຶ່ງການນິຍົມກັນ ເຮັດບຸນກະຖິນຢ່າງແຜ່ຫຼາຍໃນທົ່ວປະເທດນັ້ນ ຖືເປັນປະເພນີນິຍົມທີ່ກໍ່ໃຫ້ເກີດມະຫາກຸສົນຫຼາຍຢ່າງ ໂດຍສະ ເພາະແລ້ວຖືເປັນການປົກປັກຮັກສາ ແລະສືບທອດຳພຣະພຸດທະສາສນາໃຫ້ຍືນຍົງສະຖາພອນໄປທົ່ວກາລະ ອາວະສານ ແລະການທອດກະຖິນຍັງເປັນການສ້າງສາທາລະນະປະໂຫຍດໃຫ້ແກ່ສາສນາ ກໍຄືຊາດ ໂດຍທີ່ ປັດໃຈເງິນຄຳທີ່ໄດ້ຈາກການອະນຸໂມທະ ນາບຸນຂອງຍາດພີ່ນ້ອງນັ້ນ ຍັງໄດ້ເອົາໄປປະຕິສັງສອນວັດ, ໂຮງຮຽນ ຂອງວັດ ຫຼືຂອງບ້ານໄດ້ ນັບວ່າພັດທະນາຊາດສາສນາໄປພ້ອມໆກັນ.
ສະນັ້ນ, ຍາດໂຍມຜູ້ຫວັງຄວາມສຸກຄວາມຈະເລີນໃນໂລກນີ້ ຈົ່ງຂ້ຽວເຮັດຂ້ຽວທຳ ຄັນເຮົາໄປລໍເວລາ ກໍກາຍເປັນການປະໝາດໃນຊີວິດ ແລະຊັບສິນ ເພາະທຸກຢ່າງບໍ່ແນ່ນອນນັ້ນເອງ.