Friday, 15 July 2011

ງານບຸນເຂົ້າພັນສາທີ່ວັດວຽງຈະເຣີນ ປີ 2554

ການເຂົ້າພັນສາ

1. ການເຂົ້າພັນສາເປັນກິດຂອງສົງໂດຍກົງ, ການເຂົ້າພັນສາ ແປວ່າການເຂົ້າຢູ່ລະດູຝົນ (ຄືພຣະພິກຂຸ ຈະຈໍາຢູ່ອາວາດໃດໜຶ່ງ ໂດຍບໍ່ຕ້ອງໄປໃສ ມາໃສ ເປັນເວລາ 3 ເດືອນ, ພັນສາ ເປັນພາສາສັງສະກິດ ວັສສະ ເປັນພາສາປາລີ.
- ກາເຂົ້າພັນສາ ມີ 2 ແບບ.
1. ປຸຣິມິກາວັສສຸປະນະຍິກາວັສສະ : ພັນສາແຮກ ເຣີ່ມແຕ່ ແຮມ 1 ຄໍ່າ ເດືອນ 8 ເຖິງ ເພັງ 15 ເດືອນ 12.
2. ປັຈສິມມິກາວັສສຸຍິກາວັສສະ : ພັນສາຫຼັງ ເຣີ່ມແຕ່ ແຮມ 1 ຄໍ່າ ເດືອນຮອດ ເພັງ 15 ຄໍ່າ ເດືອນ 12.
(ພຣະພິກຂຸອົງໃດ ຫາທີ່ຈໍາພັນສາແຮກບໍ່ໄດ້ ຫຼືມີເຫດອັນຄວນ ອະນຸຍາດໃຫ້ຈໍາພັນສາຫຼັງ ຄະນະສົງລາວ ຫຼືຄະນະສົງລາວຢູ່ພາຍໃນປະເທດ ແມ່ນເຂົ້າພັນສາແຮກສະເໝີກັນ ເພາະບໍ່ມີເຫດອັນຄວນ ເວັ້ນເສັຍແຕ່ອາພາດ, ປັດຈຸບັນມີການອະນຸຍາດພຣະສົງຜູ້ທີ່ຈະໄປຈໍາພັນສາຕ່າງປະເທດ ມີການຊັກຊ້າ ເພາະການເດີນທາງ ເມື່ອໄປຮອດຈຸດໝາຍນັ້ນກ່ອນແຮມ 1 ຄໍ່າ ເດືອນ 9 ອະນຸດຍາດໃຫ້ຈໍາພັນສາຫຼັງໄດ້, ຫາກບໍ່ຈໍາພັນສາເລີຍ ກໍຖືວ່າຂາດພັນສາ ແລະບໍ່ໄດ້ນັບພັນສານັ້ນ)

2. ເມື່ອຈໍາພັນສາແລ້ວ ມີເຫດອັນຄວນ ຈະຍ້າຍທີ່ອື່ນ ຫາກຊອບດ້ວຍພຣະວິໄນ ທີ່ພຣະພຸດທະອົງຊົງອະນຸຍາດ ກໍໄປໄດ້ພຽງ 7 ວັນ, ວິທີນີ້ເຂົາຮຽກວ້າ ສັຕຕາຫະກາຣະນີຍະກິຈຈາ ຄື ໄປເພາະມີກິຈະອະນຸຍາດໄດ້ 7 ວັນ ເກີນກວ່າ 7 ວັນ, ຂາດພັນສາ ແລະປັບອາບັດດ້ວຍ.
- ເຫດທີ່ຊົງ ອະນຸຍາດ ມີ 4 ຢ່າງຄື:
2.1. ສະຫະທະມິກ ຫຼືບິດາ-ມານດາເຈັບໄຂ້ ໄປຮັກສາພາຍາບານ.
2.2. ສະຫະທະມິກກະສັນຍາກສິດ ຮູ້ແລ້ວໄປຫ້າມປາມ.
2.3. ມີກິຈສົງເກີດຂຶ້ນ ເຊັ່ນວິຫານອື່ນຊຸດໂຊມ ເປເພ ໄປປະຕິສັງຂອນ.
2.4. ມີກິດນິມົນເກີດຂຶ້ນ ຍາດໂຍມທ້ອງຖິ່ນອ່ນຢາກທໍາບຸນ ມານິມົນກໍໄປໄດ້.
- ແມ່ນກິດອື່ນ ເກີດຂຶ້ນນອກຈາກ 4 ຢ່າງນີ້ ເປັນກິຈອະນຸໂລມ ກໍໄປໄດ້ ເຊັ່ນ ໃນເວລາຈໍາພັນສາຢູ່ນັ້ນ ມີກິຈເກີດຂຶ້ນຂຶ້ນຢູ່ບໍ່ໄດ້ ກໍໜີຈາກທີ່ນັ້ນໄດ້ ຕົ່ວຢ່າງ
ກ. ສັດຮ້າຍ ໂຈນ ຜີສາດ ບຽດບຽນ.
ຂ. ເສນາສະນະຖືກໄຟໄໝ້ ຖືກນໍ້າທ້ວມ.
ຄ. ໄຟອັນເກີດຈາກໂຄຈາຣະຄາມ ເຂົ້າຢາກໝາກແພງບິນທະບາດບໍ່ໄດ້, ຫາກຊາວບ້ານອົບພະຍົບກໍໄປຕາມເຂົາໄດ້(ຫາກທົນໄດ້ກໍໃຫ້ຢູ່)
ງ. ມີຍິງມາເກັ້ຍກ່ອມ ຫຼືມີຄົນເອົາຊັບມາລໍ້ ເພື່ອໜີໄພນີ້ກໍໄປໄດ້.
ຈ. ສະຫະທະມິກະໃນອາວາດອື່ນຂັດແຍ້ງກັນຈວນຈະແຕກສາມັກ ຄືໄປເພື່ອໃຫ້ເກີດສາມັກຄື (ຂໍ້ນີ້ຫາກໄປເລີຍ ກໍຂາດພັນສາ ຫາກກັບມາທັນສັຕຕາຫະ 7 ວັນບໍ່ປັບອາບັດ, ພັນສາບໍ່ຂາດ)

3. ສະຖານທີ່ຈໍາພັນສາ ຊົງອະນຸຍາດ.
- ພຣະພຸດທະອົງອະນຸຍາດໃຫ້ພຣະພິກຂຸຈໍາພັນສາໃນວັດວາອາຮາມ, ນອກຈາກນັ້ນ ພຣະອົງຍັງອະນຸຍາດໃຫ້ພຣະພິກຂຸສົງຈໍາພັນສາໃນສະຖານທີ່ເຫຼົ່ານີ້ອີກ ເຊັ່ນ:
3.1. ຄອກສັດ(ຢູ່ໃນສະຖານທີ່ຄົນລ້ຽງສັດ)
3.2. ເມື່ອຄອກສັດຍ້າຍໄປ ອະນຸຍາດໃຫ້ຍ້າຍຕາມໄປໄດ້.
3.3. ໃນໝູ່ກວຽນ ແລະຝູງຂະບວນຂອງພໍ່ຄ້າ.
3.4. ໃນເຮືອ.

4. ສະຖານທີ່ຊົງຫ້າມຈໍາພັນສາ:
- ພຣະພຸດທະອົງຊົງຫ້າມຈໍາພັນສາໃນສະຖານທີ່ອັນບໍ່ຄວນ ເຫຼົ່ານີ້ຄື:
4.1. ໂກນໄມ້.
4.2. ເທິງງ່າໄມ້.
4.3. ໃນທີ່ກາງແຈ້ງ.
4.4. ສະຖານທີ່ບໍ່ມີເສນາສະນະ ຄືບໍ່ມີທີ່ນອນທີ່ນັ່ງ.
4.5. ໃນໂຮງຜີ.
4.6. ໃນກົດ ຫຼທສັບປະທົນ (ການກັ້ງສັບປະທົນຢູ່)
4.7. ໃນໃຫ້ຕຸ້ມ.

5. ການຫ້າມໃນການຕັ້ງກະຕິກາ ຫຼືຄວາມປາຖະໜາຫຼັງກ່າວຄໍາອະທິຖານເຂົ້າພັນສາແລ້ວ.
- ນອກຈາກຂໍ້ຫ້າມນັ້ນແລ້ວ ພຣະອົງຊົງຫ້າມເພິ່ມຕື່ມອີກ 2 ຢ່າງຄື:
5.1. ຫ້າມບໍ່ໃຫ້ຕັ້ງກະຕິກາອັນບໍ່ຄວນ ເຊັ່ນວ່າ ການຫ້າມບໍ່ໃຫ້ມີການບວດໃນພັນສາ (ສະແດງວ່າຊົງອະນຸຍາດບວດໃນພັນສາໄດ້)
5.2. ຫ້າມຮັບປາກວ່າຢູ່ຈໍາພັນສາແລ້ວ ຈະບໍ່ຈໍາພັນສາໃນທີ່ນັ້ນ.
- ອັນໜຶ່ງ, ວັນເຂົ້າພັນສານີ້ ຖືເປັນກິດພິເສດສໍາລັບພຣະພິກຂຸສົງ ຄວນປັດກວດເສນາສະນະທີ່ຢູ່ໃນດີ, ໃນວັນພັນສາ ປະຊຸມສົງໃນສີມ ຫຼືສາລາໂຮງທັມ, ຫຼືວິຫານ, ຫຼືສະຖານທີ່ໃດໆໃນອາວາດ ທີ່ຊົງຖືກຕ້ອງຕາມພຣະວິໄນ ແລ້ວໄຫວ້ພຣະສູດມົນ ຮຽບຮ້ອຍ ເປັນພຣະສົງປົງອາບັດ, ພຣະເຖຣະໃນວັດ ນໍາພາຄາຣະວະພຣະຣັຕນະໄຕຣ໌, ພຣະອະນຸເຖຣະນໍາພາພຣະສົງ, ສາມະເນນ ຄາຣະວະພຣະເຖຣະ ແລະພຣະສົງອົງອື່ນໆ ຄາຣະວະກັນແລະກັນ, ຫຼັງຈາກນັ້ນ ກໍປະກອບພິທີເຂົ້າພັນສາ ພຣະພິກຂຸອະທິຖານຈິດຕໍ່ໜ້າພຣະປະທານໄວ້ວ່າ ຈະຈໍາພັນສາຢູ່ທີ່ນີ້ບໍ່ໄປໃສຕະຫຼອດ 3 ເດືອນ ດ້ວຍການກ່າວເປັນພາສາປາລີວ່າ ດັ່ງນີ້:
- ອິມັສສມິງ ອາວາເສ ອະມັງເຕ ມາສັງ ວັສສັງ ອຸເປມິ (ແປວ່າ) ຂ້ານ້ອຍຈະຈໍາພັນສາຢູ່ອາວາສນີ້ຕລອດ 3 ເດືອນ.
- ຫຼັງຈາກນັ້ນ ກໍນໍາດອກໄມ້ທູບທຽນໄປບູຊາພຣະພຸດທະຮູບ ທີ່ໜ້າຄອງພຣະໃນວັດທີ່ຕ່າງໆ, ວັນຕໍ່ມານໍາດອກໄມ້, ທູບທຽນ ໄປທ່ຽວຄາຣະວະບູຊາ ພຣະອຸປັດຊາ ແລະພຣະເຖຣະທີ່ຕົນເຄົາຣົບນັບຖື.

6. ສິ່ງທີ່ຄວນຈໍາເປັນຕ້ອງທໍາ ໃນເວລາທໍາພິທີອະທິຖານເຂົ້າພັນສາ ຄື
6.1. ໃຫ້ປິດປະຕູວັດໄວ້ໝົດ ຫ້າມບໍ່ໃຫ້ຄົນນອກ ຫຼືຍາດໂຍມເຂົ້າມາໃນວັດຂະນະນັ້ນ.
6.2. ບາງກໍຣະນີ ມີພຣະສົງບາງອົງ ບໍ່ມີຈຸດປະສົງຈະເຂົ້າພັນສາ ເພາະດ້ວຍເຫດການທີ່ຄວນອະນຸມັດ ເວລາອະທິຖານຈໍາພັນສານັ້ນ ບໍ່ໃຫ້ມາຮ່ວມສັງຄະກັມ ຢູ່ໃນສົງນັ້ນ (ບາງອາຈານ ຫຼືບາງວັດໃຫ້ອອກໄປຢູ່ນອກວັດກ່ອນ ທໍາການອະທິດຖານເຂົ້າພັນສາແລ້ວຈຶ່ງໃຫ້ເຂົ້າວັດ)

7. ອານິສົງແຫ່ງການຈໍາພັນສາ.
- ເມື່ອພຣະສົງຢູ່ຈໍາພັນສາຄົບ 3 ເດືອນບໍຣິບູນຈົນຮອດປະວໍຣະນາອອກພັນສາ ຈະໄດ້ອານິສົງ 5 ຢ່າງຕະຫຼອດ 1 ເດືອນນັບແຕ່ອອກພັນສາເປັນຕົ້ນໄປ ຄືຮອດ ເດືອນ 12 ເພັງ ອານິສົງ 5 ມີດັ່ງນີ້:
1. ທ່ຽວຈອນໄປໂດຍບໍ່ຄອບລາ ຕາມສິກຂາບົດທີ 6 ຕາມເຈຣະກະວັກ ປາຈິຕຕີຍ໌ກັນ.
2. ທ່ຽວຈາຣີກໄປໂດຍບໍ່ຕ້ອງຖືຈີວອນຄົບໄຕຣ(ໄກ) ຄືບໍ່ຕ້ອງຖືຜ້າສັງຄາກໍໄດ້.
3. ສັນຄະນະໂພຊະນາ ແລະປະຣັມປະຣະໂພຊະນາໄດ້.
4. ເກັບ(ສະສົມ) ອະຕິເຣກຈີວອນໄດ້ຕາມໃຈປາຖະໜາ.
5. ຈີວອນອັນເກີດໃນທີ່ນັ້ນເປັນຂອງພວກທ່ານ.

- ອານິສົງຂອງການຈໍາພັນສານີ້ ຍັງໄດ້ອານິສົງຮັບຜ້າກະຖີນ ແລະການກະຖີນອີກດ້ວຍ, ເມື່ອໄດ້ຮັບກະຖິນແລ້ວ ອະນິສົງກະຖິນກໍຈະຢືດອານິສົງ 5 ນັ້ນອອກໄປອີກ 4 ເດືອນ ຄືນັບຕັ້ງແຕ່ ແຮມ 1 ຄໍ່າເດືອນ 12 ຈົນຮອດເພັງເດືອນ 4 ທ່ານກ່າວວ່າໝົດເຂດອານິສົງກະຖິນ.

7. ການປະຕິບັດປະເພນີເຂົ້າພັນສາໃນລາວເຮົາ.

- ການເຂົ້າພັນສາ ເປັນກິດຂອງສົງ ປະເພດສັງຄະກັມ ແລະມີສະເພາະພຸດທະສາສນາເທົ່ານັ້ນ, ໃນລາວຖືເປັນປະເພຮີຂອງຊາດ, ການເຂົ້າພັນສາໃນລາວນັ້ນ ປະຕິບັດກັນມາຕັ້ງແຕ່ມີພຣະສົງເຂົ້າມາຢູ່ໃນດິນແດນລາວກ່ອນແລ້ວ ຫຼັກຖານນີ້ພົບໄດ້ຈາກຫຼັກຖານທາງວັດຖຸ ເຊັ່ນ ວັດບູຮານ ທີ່ມີຮອຍພຣະບາດ ໃນລ່ອງແມ່ນໍ້າຂອງ ຢູ່ໃນວຽງຈັນພົບຮອຍພຣະບາດຫຼວງຫຼາຍໃນບໍຣິເວນລ່ອງງື່ມ ພູເຂົາຄວາຍ ຈົນຮອດແຂວງສະຫວັນນະເຂດນັ້ນ ຄືວັດໃນສະໄໝບູຣານ, ພຸດທະສາສນາໄດ້ຂະຫຍາຍຕົວໃນຊຸມຊົນແມ່ນໍ້າຂອງຕັ້ງແຕ່ປີ ພ.ສ 8 ເລື້ອຍມາ ເລີ່ມຕົ້ນທີ ອານາຈັກສີໂຄດຕະບອງ ສືບທອດມາຮອດສະໄໝຈັນທະບູຣີ ໃນປີ ພ.ສ 236 ຂະຫຍາຍຕົວໄປຍັງຊຽງແສນ, ຊຽງດົງເມືອງຊວາ ເລື້ອຍມາທ ຈົນເຖິງຍຸກປະຫວັດສາດຊາດລາວ ໃນປີ ພ.ສ 1902 ພຣະເຈົ້າຟ້າງຸ່ມໄດ້ນໍາເອົາພຣະພຸດທະສາສນານິກາຍເຖຣະວາດ ລັດທິລັງກາວົງ ຈາກຂະເໝນ ມາສືບທອດເຜີຍແຜ່ໃນລ້ານຊ້າງ ໂດຍມີສູນກາງຢູ່ນະຄອນຊຽງທອງ ແຕ່ນັ້ນພຸດທະສາສນາກໍໄດ້ຂະຫຍາຍຕົວ ໄປໃນຫົວເມືອງຂອບເຂດແຫ່ງມະຫາອານາຈັກລ້ານຊ່າງ ທາງຣາຊະການກໍໄດ້ອຸປະຖັມພຸດທະສາສນາຢ່າງຕັ້ງໜ້າ ປະເພນີເຂົ້າພັນສາ ກໍໄດ້ສືບຕໍ່ປະຕິບັດເລື່ອຍມາເທົ່າປັດຈຸບັນ.