Monday 22 December 2014

ປີໃໝ່ຂໍໃຫ້ໄດ້ໂຊກໃຫຍ່


ພອນຍິ່ງໃຫຍ່ ໄຊຊະ­ນະ­ອັນໃໝ່ ໃຫຍ່­ຫຼວງ­ກວ່າເກົ່າ

ຂໍໃຫ້ໂຊກມີໂຊກໃຫຍ່ ໄຊຊະ­ນະ­ອັນໃໝ່ ໃຫຍ່­ຫຼວງ­ກວ່າເກົ່າ

ຫາເງິນຫຍວນໃຫ້ໄດ້ເຕັມ­ຫີບ
ຫາເງິນ­ກີບໃຫ້ໄດ້ເຕັມ­ຂັນ
ຫາເງິນ­ໝັນໃຫ້ໄດ້ເຕັມ­ພາ
ຫາເງິນໂດລ໌­ລາ­ຣ໌­ໃຫ້ໄດ້ໂອ
ຫາເງິນ­ຢູໂຣໃຫ້ໄດ້ເຕັມເຮືອນເຕັມ­ຊານ

ຢ່າ­ລືມ­ຫາໄດ້­ຫຼາຍແລ້ວ ໃຫ້ເອົາໄປຝາກທະ­ນາ­ຄານເດີ


ອະ­ທິບາຍ­ພອນ ສໍາ­ລັບ­ຜູ້­ທີ່­ຢາກໄດ້ພອນ ແຕ່­ຮັບ­ພອນ­ບໍເປັນ


ຄໍາວ່າ ຫາເງິນຫຍວນໃຫ້ໄດ້ເຕັມ­ຫີບ  ໝາຍ­ຄວາມວ່າ ຕະ­ລອດໄລຍະ­ອັນເຫິງ­ນານ­ນັ້ນ ເງິນຫຍວນ­ຄົງ­ຄຸນຄ່າໄວ້­ດົນ ເງິນຫຍວນແຂງ ໑ ດອນ­ຕໍ່ ໘ ຫຍວນ ສະ­ນັ້ນ ເງິນ­ທີ່ທ່ານ­ຫາໄດ້­ກໍໃຫ້­ມັນ­ຄົງ­ຄຸນຄ່າເຊັ່ນ­ນັ້ນ ເໝືອນ­ກັບເງິນເອົາໄວ້ໃນ­ຫີບ ບໍ່ເສັຍງ່າຍ ອີກຢ່າງໜຶ່ງ ຄຳວ່າຫີບໝາຍເຖິງໄມ້ຫີບ ທີ່ປີ້ງຊີ້ນປີ້ງປາ ຫາກໃສ່ຫີບແລ້ວ ຍ່ອມບໍ່ຕົກບໍ່ລົ່ນ ແມ່ນກະທັງປາທີ່ຍັງເປັນຢູ່ ຫາກໃສ່ໄມ້ຫີບແລ້ວຍ່ອມຫຼຸດອອກຍາກ.

ຫາເງິນ­ກີບໃຫ້ໄດ້ເຕັມ­ຂັນ ໝາຍ­ຄວາມວ່າ ຂັນ­ມັນໄວ້­ບໍ່ໃຫ້­ມັນໄປໃສ ເຖິງແມ່ນໃຊ້­ມັນໄປ ກໍຂັນ­ມັນໄວ້ຢ່າໃຫ້­ມັນ­ໜີນານ ຄຳວ່າຂັນ ໝາຍເຖິງເອົາເຊືອກຜູກວັດຖຸສິ່ງໃດໜື່ງໄວ້ແລ້ວ ກໍກ້ຽວໄວ້ໃນກົງ ແລ້ວໃຊ້ແຮງຂັນກົງນັ້ນເຂົ້າມາ.

ຫາເງິນ­ໝັນໃຫ້ໄດ້ເຕັມ­ພາ ໝາຍ­ຄວາມວ່າ ຢ່າໃຫ້­ມັນເປັນ­ໝັນໃຫ້­ມັນ­ພາເຮັດ­ພາ­ສ້າງ ອອກແມ່ແຜ່­ລູກ ສືບຕໍ່ໄປ ຄຳວ່າໝັນ ມີສອງຄວາມໝາຍ ແມ່ຍິງທີ່ມີລູກຍາກ ຫຼືສັດທີ່ບໍ່ມີລູກຈັກເທື່ອ ຮຽກວ່າເປັນໝັນ ອີກຄວາມໝາຍໜຶ່ງ ເງິນຊະນິດໜຶ່ງຮຽກວ່າເງິນໝັກ(ເປັນຄຳຈຳເພາະຖິ່ນທາງພາກເໜືອ ຄືໝາຍເຖິງເງິນກີບຫົວໜາມ ສະໄໝອິນດູຈີນ ຝຣັ່ງເສດ) ຄຳວ່າຄຳວ່າໝັນ ຍັງເອົາໄປໃຊ້ໃນຄວາມໝາຍແຝງອື່ນໆ ອີກເຊັ່ນ ຮັກເປັນໝັນ ໝາຍເຖິງຮັກທີ່ບໍ່ສຳເລັດຜົນ, ຄວາມຮູ້ເປັນໝັນ ໝາຍເຖິງຄວາມຮູ້ໃຊ້ການບໍ່ໄດ້ ດັ່ງນີ້ເປັນຕົ້ນ.

ຫາເງິນໂດລ໌­ລາ­ຣ໌­ໃຫ້ໄດ້ໂອ(ເງິນດອລລາຣ໌) ໝາຍ­ຄວາມວ່າ ຫາເງິນຫຍັງ­ກໍຕາມ ຈະໄດ້ຫຼາຍ­ ຫຼືໄດ້ນ້ອຍກໍຕາມ ຈົ່ງພໍໃຈໃນສິ່ງທີ່ຫາໄດ້ ໃຫ້ໃນສິ່ງທີ່ມີ ໂອລະ­ນໍ ດ້ວຍ­ຄວາມພໍອົກພໍໃຈ ເຕັມ­ອົກເຕັມໃຈ ໃນພາສາອັງກິດວ່າ Okey ຄືຄວາມຕົກລົງປົງໃຈ ກໍຄືພໍໃຈນັ້ນເອງ.

ຫາເງິນ­ຢູໂຣໃຫ້ໄດ້ເຕັມເຮືອນເຕັມ­ຊານ ໝາຍ­ຄວາມວ່າ ໃຫ້ເງິນ­ອັນ­ນີ້­ມັນ­ສາມາດ­ຊີ້­ຂາຍໄດ້ ກວ້າງ­ຂວາງ ເພື່ອແຜ່ເຈືອຈານ ລ້ຽງ­ຄົນໃນເຮືອນໃຫ້ເປັນ­ສຸກ ລ້ຽງ­ຄົນ­ນອກເຮືອນໃຫ້ເປັນ­ສຸກ ລ້ບງຕົນເອງໃຫ້ເປັນສຸກ ບໍ່ໃຫ້ເງິນພາເຮັດຊົ່ວ ທຳຊົ່ວ ຄືຕ້ອງໃຫ້ເກີດຄຸນ ໄດ້ເງິນແລ້ວໃຊ້ເງິນເປັນ ຢ່າໃຫ້ເງິນໃຊ້.

ຢ່າ­ລືມ­ຫາໄດ້­ຫຼາຍເອົາໄປຝາກທະ­ນາ­ຄານເດີ ໝາຍ­ຄວາມວ່າ ເມື່ອຮັ່ງ­ມີດີໄດ້ແລ້ວ ຕ້ອງສ້າງ­ບຸນ­ນິທິ ຄືທະ­ນາ­ຄານ ທັງທະ­ນາ­ຄານ­ຊາດ­ນີ້ ແລະ­ທະ­ນາ­ຄາ­ຊາດໜ້າ.

ທະ­ນາ­ຄານ­ຊາດ­ນີ້
໑. ລ້ຽງ­ຕົນໃຫ້ເປັນ­ສຸກ
໒. ລ້ຽງ­ຄົນໃນ­ຄວາມ­ຄຸ້ມ­ຄອງ ແລະ­ມີຄຸນໃຫ້ເປັນ­ສຸກ
໓. ລົງ­ທຶນ­ທຸຣະ­ກິດ­ການຄ້າ

ທະ­ນາ­ຄານ­ຊາດໜ້າ
໔. ທໍາບຸນໄວ້ໃນ­ສາ­ສນໜາ ແລະ­ກໍ່ສ້າງ­ສາ­ທະ­ຣະ­ນະ­ປະ­ໂຫຍ­ດ­ອື່ນໆ­.
ພອນ­ອັນ­ນີ້ ຜູ້ສະ­ຫຼາດຍ່ອມໄດ້ ຜູ້ໃບ້ ບໍ່ເຫັນ­ຄຸນເດີ

Tuesday 16 December 2014

ເງິນສາມນາງ ໃຊ້ແທນເງິນຫຼຽນຫົວໜາມ ແລະເງິນຝັກເງິນຮາງແຕ່ກີ້.

ເງິນສາມນາງ ໃຊ້ແທນເງິນຫຼຽນຫົວໜາມ ແລະເງິນຝັກເງິນຮາງແຕ່ກີ້.
-====------====-

- ເງິນເຈັ້ຍ ທີ່ເຫັນນີ້ລາວ ຮຽກວ່າເງິນ 3 ນາງ, ແຕ່ເກີດມາເຄີຍເຫັນໃບແທ້ 2-3 ຄັ້ງນີ້ລະ ແຕ່ ລະຄັ້ງກໍຂອງເຂົາທັງນັ້ນ, ແຕ່ກ່ອນມີຄົນຊອກຫາຊື້ ບໍ່ຮູ້ວ່າເຂົາຈະເອົາໄປ ເຮັດຫຍັງ, ປີ 1986 ເປັນຕົ້ນມາ ມາຢູ່ວຽງຈັນ ກະເຫັນເຂົາຊອກຫາ ຊື້ອີກ, ຮູ້ສືກວ່າມີຄົນຊອກຊື້ ຊອກຫາຫຼາຍ ສົມຄວນ ກະສອບຖາມເຂົາໄດ້ຄວາມ ວ່າ "ເອົາໄປລົງເລກ" ຟັງປຸບ ແນວຄິດຢຸດປັບ ເຂົາພັນລະນາສັບພະຄຸນຂອງເງິນ ແລະອາຈານລົງເລກ ອະພິນິຫານຄັກ, ຍິ່ງພັນລະນາ ຍິ່ງເຮັດໃຫ້ຜູ້ຂຽນບໍ່ ເຊື່ອຂຶ້ນຊັກໃຊ້ ເພາະບໍ່ມັກເລກແນ່ ແລະຕອນນັ້ນຄົງຈະປະຕິບັດກຳມັດຖານ ຈຶ່ງບໍ່ໄດ້ຕົກຢູ່ໃນວົງຈອນນັ້ນ, ຫຼັງປີ 1990 ພັດມີການຊອກຫາ ຂອງດີໆຕ່າງໆ ນານາໆ ກະແສເອົາໄປລົງເລກກໍຍັງຢູ່ ທັງງ້າງ, ທັງຄຸດ, ທັງເຫຼັກໄຫຼ ແລະອື່ນໆລວມທັງເງິນສາມນາງ ນີ້ດ້ວຍ ແຕ່ວ່າຄັ້ງນີ້ມາເພິ່ມວ່າ ມີການສັ່ງຊື້ຈາກ ຕ່າງປະເທດດ້ວຍ.

- ການທີ່ມີຄວາມເຊື່ອວ່າ ເອົາຂອງດີໄປລົງເລກ, ກັບການສັ່ງຊື້ຈາກຕ່າງປະເທດ ມັນເຮັດໃຫ້ຜູ້ຂຽນຄິດຕ່າງ ນອກເໜືອຈາກລົງເລກ ສະໄໝນັ້ນກໍອາຍຸປະມມານ 21-22 ປີນີ້ລະ ພວກຫາຊື້ຂອງກະມາຫາເລື້ອຍ ມາຊວນເລື້ອຍ ໃຫ້ຊອກຫາໃຫ້ ຮັບຟັງເຂົາໄດ້ ແຕ່ບໍ່ສົນໃຈຫາໃຫ້ເຂົາຈັກເທື່ອ ເພາະຫຍັງ ເພາະບໍ່ເຊື່ອວ່າ ອາຈານລົງເລກຈະເກ່ງ ຄັນເກ່ງແທ້ ບໍ່ຕ້ອງຫາວັດຖຸມາລົງດອກ ນັ່ງສະທິເອົາກໍໄດ້ຄັນໃຈສະຫວ່າງ, ຍິ່ງມາຍິນການສັ່ງຊື້ຈາກຕ່າງປະດ້ວຍ ຊື້ທຸກຢ່າງທີ່ເປັນຂອງເກົ່າ ຂອງດີ ມີເຫຼັກໄຫຼ, ງ້າງ ເປັນຕົ້ນ ແຕ່ຕ້ອງຍິງຜ່ານຈຶ່ງຊື້ ແຕ່ເທົ່າທີ່ຮູ້ມາ ນ້ອຍຄົນທີ່ຈະຜ່ານການທົດ ລອງນີ້ ຍິ່ງເຮັດໃຫ້ຄິດຕ່າງ ວ່າມັນຕ້ອງ ມີອັນຕ່າງ ຈາກການລົງເລກແນ່ນອນ.

- ຄວາມຄິດຂອງຜູ້ຂຽນຕອນຄິດຕ່າງໝູ່ ຄື 1. ນັກສະສົມຂອງເກົ່າ, 2. ເອົາເຂົ້າພິທະພັນ 3. ເປັນຕົ້ນແບບໃນການລອກລຽນແບບຕົ້ນສະບັບ ເພື່ອປຳ້ຂາຍ.

- ທັງສາມຄວາມຄິດນີ້ ເກີດຂຶ້ນແຕ່ປີ 1990 ເປັນຕົ້ນມາ ເພາະມີແນວຄິດແບບນີ້ ຈຶ່ງບໍ່ກະຕືລືລົ້ນຈະຊອກຫາ ເພາະການຊອກ ຫາບໍ່ແມ່ນຈະຊອກງ່າຍໆ ເລີ່ມຕົ້ນຈາກການລົງ ທືນກ່ອນ ຄິດວ່າເສັຍເງິນ ແລະເວລາຍ້ອນ.

- ປີ1990 ຮູ້ຈັກກັບຄົນທີ່ຊອກຫາຂອງ ດີໄປລົງເລກນີ້ ແລະຂາຍນີ້ຄົນໜຶ່ງ ຮູ້ຈັກກັນພໍປະມານ ວ່າເຂົາມັກໃນທາງນີ້ ເຂົາເອງສະໄໝນັ້ນເຝີຖ້ວຍ 20-30 ກີບນີ້ເຂົາມີ ຮອດບໍລິສັດ, ມີເຮືອນກໍ່ ມີລົດຂີ່ ແລະມີລົດ ຫາເງິນຫຼາຍຄັນ ແລະບໍລິສັດກໍ່ສ້າງນີ້ ນັບວ່າຮັ່ງບໍ່ຢອກ, ເຂົາໃຈປໍ້າໃນການຊອກຫາ ຂອງດີ ວ່າແຕ່ຍິນຂ່າວແມ່ນໄປໂລດໄກປານໃດ ຍິນເຂົາເວົ້າໃຫ້ຟັງ ເໝົາຍົນໄປກໍຍັງເຄີຍມີ ຫາກແມ່ນຂອງນັ້ນຢູ່ບ່ອນກັນດານ ເຄີຍເວົ້າເປັນໄນໆໃຫ້ເຂົາຟັງກ່ຽວກັບຄວາມເຂົ້າໃຈ ຂອງຜູ້ຂຽນ ທີ່ກ່າວໄວ້ 3
ຂໍ້ ບໍ່ຮູ້ວ່າເຂົາເຊື່ອ ຫຼືບໍ່ເຊື່ອ ແຕ່ຈາກປີ 1990-1994 ບໍ່ເຄີຍຍິນວ່າເຂົາສົມຫວັງກ່ຽວກັບເລື່ອງນີ້ ປີ 1994 ຜູ້ຂຽນ ໄປຮຽນຕ່າງປະເທດກັບມາຢາມວຽງຈັນ ປີ 1996 ຫາໂອກາດໄປຢາມເຂົາ ປາກົດວ່າເຂົາອົບພະຍົບໄປຢູ່ອະເມລິກາ ເຫດຜົນບໍລິສັດລົ້ມລະລາຍ ເປັນໜີ້ສິນ.

- ເມື່ອໄດ້ໄປທ່ອງທ່ຽວຕ່າງປະເທດ ໂດຍສະເພາະໄທຍ ເຫັນເຂົາວາງຂາຍຂອງ ທີ່ຄົນລາວຊອກຫານີ້ເກື່ອນກາດເປັນຕະຫຼາດສະເພາະທີ່ທ່າພຣະຈັນ ກທມ ເປັນຕົວຢ່າງ, ໄປປະເທດອື່ນໆ ກໍເຫັນມີຂອງເຫຼົ່ານີ້ປາກົດຕົວໃນທີ່ທ່ອງທ່ຽວ ເມື່ອເຂົ້າພິພິທະພັນຕ່າງປະເທດ ໝວດເງິນໂລກ ກໍມັກຈະເຫັນເງິນລາວ ສະໄໝຕ່າງໆລວມເງິນສາມນາງນີ້.

- ປີ 1999 ຮຽນຈົບໄປເມືອງຫຼວງພະບາງຄັ້ງທຳ ອິດ ຕາມທີ່ທ່ອງທ່ຽວ ມີການຂາຍຂອງເກົ່າຢ່າງ ເປີດແປນມີທຸກຢ່າງເງິນເກົ່າ ຂອງເກົ່າ ຫີນຂວັນຟ້າສຽມຕຸ່ນ ແລະອື່ນໆ ລ້ວນແຕ່ຂອງແທ້ລາຄາບໍ່ແພງ 40.000 ກີບຂຶ້ນເມືອ ບໍ່ເກີນ 100.000 ກີບ.

- ສິ່ງທີ່ບໍ່ເຄີຍມີ ໃນແນວຄວາມຄິດທາງວັດທະນະທຳລາວ ຄື ເອົາພະພຸດທະຮູບແທ້ໆ ມາວາງຂາຍປົນກັບ ຂອງທີ່ລະນຶກ ແລະຂອງເກົ່າແທ້ໆເຫຼົ່ານັ້ນ ອັນນີ້ຖືວ່າເປັນຈຸດປ່ຽນທາງຄວາມຄິດຂອງຄົນ ລາວກ່ຽວກັບຂອງດີ ຂອງມຸງຄຸນ ມີການໄດ້ມາໂດຍການຊື້ຂາຍ ບໍ່ແມ່ນສັດທາ.

- ນັບແຕ່ປີ 2004 ເປັນຕົ້ນມາ ປາກົດວ່າໃນທີ່ທ່ອງ ທ່ຽວຂອງລາວ ຂອງທີ່ລະນຶກ ລວມທັງພຣະຕ່າງໆ ລ້ວນມີແຕ່ຂອງປອມຂອງລຽນແບບ ໄປທີ່ໃດກໍເຫັນ ບໍ່ສະເພາະແຕ່ໃນທີ່ທ່ອງທ່ຽວລາວ ທີ່ປະເທດອື່ນໃນອາຊີ ກໍຍັງມີຂອງແບບດຽວຂາຍ ເງິນສາມນາງນີ້ ຂອງປອມກະຍັງເຄີຍເຫັນຄືກັນ.

Friday 19 September 2014

ແພດານ ພີດານ ເພດານ ພັດທະນາການທາງພາສາລາວ






-ເຮືອນ­ໜຶ່ງໆ­ ມັກຈະ­ມີແພດານ ເຮືອນສະ­ໄໝບູຮານ ແພດານ­ມັກຈະ­ເປັນໄມ້, ຫຼືເປັນແພ, ເຮືອນ­ລາວບູຮານ ແພດານຈະ­ເປັນແພສາເປັນສ່ວນໃຫຍ່ (ເວັ້ນເຮືອນ­ມຸງຫຍ້າ ມັກຈະ­ເອົາໄມ້ໄຜ່­ສານເປັນແພດານ) ຢູ່­ທີ່­ວັດ­ຍາດໂຍມ­ມັກຈະ­ເຮັດ ແພດານ­ດານ ດ້ວຍຜ້າໃໝ ຝ້າຍ ຫຼືຜ້າກໍາມະ­ຍີ່ ແລະ­ອື່ນໆ­ ໄປຖວາຍ­ວັດ ເພື່ອກັ້ງ­ສາ­ລາໂຮງ­ທໍາ ແລະ­ທີ່ພຣະ­ເຈົ້າໃຫຍ່ປະ­ດິດສະ­ຖານໃນ­ສິມ ແລະ­ສາ­ລາ ແມ່ນ­ກຸດ­ຕິ ວິຫານ ເມື່ອ ໒໐ ປີກັບໄປມັດ­ມີແພດານແພ, ປັດ­ຈຸບັນ­ກໍມີ ແຕ່ໄດ້­ຮັບ­ຄວາມ­ນິຍົມນ້ອຍ ແນ່ ເພາະ­ປັດ­ຈຸບັນ ນິຍົມເຮັດແພດານ­ສໍາເຣັດ­ຮູບ ດ້ວຍ­ປູນ­ຊີມັງ, ຍິຊ່ໍາ, ກະ­ຕົງ ແລະ­ແຕ້ມ­ຮູບ­ສວຍ­ງາມ, ໃນ­ວັດ­ໜຶ່ງ­ມັກປະ­ດັບປະ­ດາແພດານ­ສວຍ­ງາມກ່ອນ­ອື່ນ­ໝົດ ແມ່­ສາ­ລາໂຮງ­ທໍາ ເພາະ­ສາ­ລາໂຮງ­ທັມ ເປັນ­ທີ່­ຍາດໂຍມ­ມາ­ທໍາບຸນ­ຫຼາຍແທບ­ທຸກ­ວັນ ສະ­ນັ້ນ ຈຶ່ງຕ້ອງ­ມີການເອ້ຍ້ອງ­ສວຍ­ສົດ­ງົດ­ງາມ ເພື່ອເປັນ­ທີ່ຈະ­ເລີນ­ຕາ ຈະ­ເລີນໃຈແກ່­ຍາດ­ສັດ­ທາ­ທັມ­ທີ່­ມາ­ພົບ ເຫັນ, ລອງ­ລົງ­ມາແມ່ນ­ສິມ ແລະ­ກຸຕິຕາມ­ລໍາດັບ.
- ທີ່­ທີ່ແພດານ­ສາ­ລາໂຮງ­ທັມ­ນັ້ນ ທີ່­ນິຍົມ­ກັນແຕ້ມ­ຮູບ­ຫຼາຍ­ທີ່­ສຸດ ແລະ­ແທບ­ທຸກ­ວັດ­ມັກຈະ­ເປັນ­ຮູບພຣະ­ເວດ ພຣະ­ເຈົ້າ­ສິບ­ຊາດ ແລະ­ປະ­ຫວັດພຣະ­ພຸດທະ­ເຈົ້າ, ການແຕ້ມ­ຮູບເພດານ ແລະ­ຝາ­ຜະ­ໜັງ­ນັ້ນ ເທົ່າ­ທີ່­ພົບ­ບໍແມ່ນ­ນິຍົມແຕ່ສະ­ໄໝນີເທົ່ານັ້ນ ມີການິຍົມ­ກັນ­ມາ­ຕັ້ງແຕ່­ອານາ­ຈັກລ້ານຊ້າງ­ພຸ້ນ ດັ່ງ­ຮູບແຕ້ມ­ສິນ­ວັດ­ສີສະ­ເກດ ແມ່ນແຕ້­ຮູບປະ­ຫວັດ­ວຽງ­ຈັນ ແລະ­ພະ­ລັກພະ­ລາມ (ນັບແຕ່ເຂົາ­ສ້ອມແຊມ­ວັດ­ສີສະ­ເກດ­ມາ ຍັງ­ບໍ່­ທັນໄປເບິ່ງເທື່ອວ່າເພິ່ນ­ຮັກ­ສາໄວ້­ຫຼືບໍ ? ຄັນ­ຮັກ­ສາໄວ້ແມ່ນ­ດີ ຄັນ­ທໍາ­ລາຍ­ຖິ້ມ­ກໍເປັນໜ້າເສັຍ­ດາຍ­ມູນ­ມໍລະ­ດົກ­ທາງ­ວັດທະ­ນະ­ທໍາ ເມື່ອ ໒໐໐ ປີແທ້ໆ­) ນອກ­ຈາກ­ນີ້­ຍັງ­ພັບ­ຫຼັກ­ຖານ ທີ່ນະ­ຄອນ­ຫຼວງພຣະ­ບາງ­ຫຼາຍ­ວັດ.
- ແພດານ ຕາ­ຄະ­ຕິບູຮານ ຄົງຈະ­ເຮັດດ້ວຍແພ ດັ່ງ­ທີ່­ປາກົດ­ຫຼັກ­ຖານໃນເມືອງ­ລາວ ເມື່ອ ໒໐ ປີກັບ­ຄືນໄປ, ອາດເປັນເພາະ­ເຮັດດ້ວຍແພນີ້ເອງ ພາ­ສາບູຮານ ຈຶ່ງ­ຮຽກວ່າ "ແພດານ", ແຕ່ສະ­ໄໝຍັງນ້ອຍ ພາ­ສາບ້ານ ຜຂ ຮຽກວ່າ "ພີດານ"(ປັດ­ຈຸບັນ ວ່າແພດານ­ທົ່ວໄປໝົດແລ້ວ) ຄໍາວ່າ­ພີດານ­ອາດເປັນສ້ຽງພ້ອງ­ຈາກ "ແພດານ" ປັດ­ຈຸບັນ­ນີ້ ຄໍາວ່າ ແພດານ­ນັ້ນ ໄດ້­ຮັບ­ຄວາມ­ນິຍົມ­ລົງວ່າ "ເພດານ", ຕາ­ພາ­ສານິຍົມສະ­ໄໝໃໝ່.
- ຫຼັກ­ຖານ­ໜຶ່ງ­ທີ່­ຢັ້ງ­ຢືນວ່າ ແພດານ ເປັນ­ພາ­ສາບູຮານ ແລະ­ຕ້ອງ­ຢູ່ເທິງ­ກັ້ນ­ກັນລະ­ຫວ່າງ­ທີ່­ສູງ ແລະ­ທີ່ຕ່ໍາ ຄື ທີ່­ປາກດ້ານເທິງ­ຂອງ­ຄົນເຮົາ ເຂົາກໍຮຽກວ່າ "ແພດານ" ການ­ທານແພດານໄດ້­ອານິສົງ­ຫຼາຍ ປາກົດໃນ­ໜັງ­ສືສະ­ຫຼອງແພດານ ທີ່ພຣະ­ສົງ­ມັກ­ນໍາເອົາໄປເທດ ສະ­ຫຼອງ­ຍາມ­ມີການ­ຖວາຍເພດານ.

Monday 8 September 2014

ບົດທຳມະເທດສະໜາ ສະຫຼອງເຂົ້າສະຫຼາກສ້າງຊາດສ້າງຄົນ ທີ່ວັດຂະເໝົາໂພນຈຳປາ 08/09/14 ເວລາ 07:18 ໂມງ

- ນະໂມ ຕັດສະ ພະຄະວະໂຕ......(3 ຫົນ)

- ກິດໂສ ມະນຸດສາ ປະຕິລາໂພ
ກິດສັງ ມັດຈານະ ຊິວິດວິດຕັງ
ກິດສັງ ທຳມັດສາວວະນັງ
ກິດໂສ ພຸດທາມຸບປາໂທ ຕີຕິ.

- ນະວະໂລກາດນີ້ ອາຕະມາພາບ ຈັກໄດ້ສະແດງພະສັດທຳມະເທດສະໜາ ພັນລະນາອານິສົງ ຂອງການທະບຸນເຂົ້າສະຫຼາກ ຫຼືສະຫຼາກກະພັດ  ເພື່ອເປັນການສະເຫຼືມສະຫຼອງສັດທາອອກຕົນ ຍາດໂຍມພຸດທະບໍລິສັດທັງຫຼາຍ ທີ່ມີຄວາມເຊື່ອຄວາມເຫຼືມໃສ ໃນພະບໍວອນພະພຸດທະສາສະໜາ ຕາມສົມຄວນຕາມການເວລາ.

- ວັນນີ້ ເປັນວັນເພັງເດືອນ 10 ເປັນວັນສຳຄັນທາງພະພຸດທະສາສະໜາ ທົ່ວໂລກ ເພາະເປັນວັນປັນນະສີດີຖີລຶດ ວັນເພັງພະຈັນເຕັມດວງ ໃນເດືອນສິບ ໂດຍສະເພາະ ພະພຸດທະສະໜາໃນລາວເຮົາແມ່ນໄດ້ພາກັນເຮັດບຸນເຂົ້າສະຫຼາກ ຫຼືຮຽກວ່າສະຫຼາດກະພັດ ຫຼືບຸນຫໍ່ເຂົ້າໃຫຍ່ ເຊິ່ງຖືວ່າເປັນບຸນປະເພນີສະເພາະຂອງຊົນຊາວລາວ ຫຼືເຊື້ອຊາດລາວເທົ່ານັ້ນ ທີື່ສືບຕໍ່ກັນປະພຶດປະຕິບັດມາແຕ່ສະໄໝອານາຈັກລ້ານຊ້າງ ຈົນກາຍເປັນຮີດ ເປັນຄອງ ບໍ່ຖື້ມບໍ່ປະ ເຖິງເວລາວັນນີ້ແລ້ວ ກໍພາກັນເຂົ້າວັດຖວາຍເຂົ້າສະຫຼາກໂລດ ຖືວ່າເປັນວັດທະນະທຳຫຼັກອີກ ແບບໜຶ່ງຂອງລາວ.

Thursday 27 February 2014

ກ້າວສູ່ນີຣະພານ

ກ້າວສູ່ນີຣະພານ
———
ອາໄລອາວອນແດ່ດວງວິນຍານອັນບໍລິສຸດ
ຂອງ
ພຣະພຸດທະໂຄສານຈາຣຍ໌(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)
———

ດວງດາວເດັ່ນດັບລົ່ນພື້ນ ພິພົບໂລກມົວແສງ
ເມທີຈານຜູ້ຊົງທຳວາຍຊົນ ມືດກະມົນສາທຸຊົນເສົ້າ
ເໝືອນກັບດາວປະດັບຟ້າ ເວຫາເຄີຍແສງຮຸ່ງ
ມືດດັບອັບແສງສູນສ້ຽງສິ້ນ ໂລກາເສົ້າໝົ່ນໝອງ

ພຸດທະສາສິນິກະຊົນລາວທົ່ວຫ້ອງ ສາທາຖິ່ນດິນລາວ
ທຸກໝູ່ຊຸມແຊງສິດ ຢູ່ໄກທັງໃກ້
ໃຜກໍໂສກາເສົ້າ ອຸໄທເຫງົາຫງວມໂສກ
ວິໂຍກຈິດສະອື້ນ ສະເນືອນແໜ້ນອັ່ງມະໂນ

ສຸດທີ່ອ່າວອັ່ງໂອ້ ອຸກອຸ່ມດວງຈິດ
ແສນເສັຍດາຍຊີວິດ ຜູ້ທີ່ທຳຄຸນອະນັນລົ້ນ
ສະຫຼະຕົນບູຊາໄທ້ ອົງພຸດທາຕະຫຼອດຊີບ
ທຳປະໂຫຍດເພື່ອຊາດສ້ຽງ ສາສະໜາພ້ອມຊົ່ວຊີບວາຍ

ພຣະເຖຣະອົງປຣາຊນັ້ນ ໄດ້ວາງລະສັງຂານ
ປະແຕ່ຄຸນງາມທັງຄວາມດີ ໄວ້ແກ່ຊຸມແຊງເຊື້ອ
ກັບປັນຍາຄວາມຮູ້ ວິຊາການທຸກຢ່າງ







Wednesday 26 February 2014

ປະຫວັດຫຍໍ້ ພຣະທຳມະໂຄສາຈານ ອັກຄະມະຫາບັນດິດທຳມະໂຊຕິກະທະຊະ(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)

- ພຣະທຳມະໂຄສາຈານ ອັກຄະມະຫາບັນດິດ ທຳມະໂຊຕິກະທະຊະ(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)

- ນາມເດີມ ກ້າວ ພຸດທະວົງສ໌
- ກຳເນີດ(ເກີດ) ເມື່ອວັນທີ 16 ເມສາ(4) ປິ 1920 ກົງກັບ ວັນສຸກ ແຮມ 13 ຄໍ່າ ເດືອນ 5 ລາວ ປີວອກ ພສ. 2463, ທີ່ບ້ານທ່ານາ ຕາແສງບໍ່ໂອ ເມືອງວຽງຈັນ (ປັດຈຸບັນ ເມືອງຫາດຊາຍຟອງ) ນະຄອນຫຼວງວຽງຈັນ.
- ມີຍາດພີ່ນ້ອງຮ່ວມອຸທອນດຽວກັນ 4 ຄົນ.
1. ນາງດົກ (ຕາຍ)
2. ຈານຊານາກ (ຕາຍ)
3. ນາງຄຳແຫວນ (ຕາຍ)
4. ຍາທ່ານກ້າວ ພຸດທະວົງສ໌ ເປັນນ້ອງຊາຍຫຼ້າ.
- ເມຶ່ອອາຍຸ 7 ປີໄດ້ເຂົ້າຮຽນໂຮງຮຽນປະຖົມສົມບູນ ບ້ານບໍ່ໂອ ຈົນຈົບປະຖົມ;
- ອາຍຸໄດ້ 13 ປີ ໄດ້ເຂົ້າອຸປະສົມບົດເປັນສາມະເນນ ໄດ້ຮຽນຕໍ່ທີ່ໂຮງຮຽນວັດທະນາ ຮຽນໜັງສືສູດ, ເທດ, ວິໄນ, ອັກສອນທຳ, ອັນສອນລາວ, ອັກສອນຂອມ, ອັກສອນໄທ ຈົນອ່ານອອກຂຽນໄດ້.
- ອາຍຸ 16 ປີໄດ້ຍ້າຍຈາກວັດເດີມທ່ານາ ໄປພຳນັກທີ່ວັດເພັຍວັດ ຕາແສງວັດຈັນ ນະຄອນວຽງຈັນ(ປັດຈຸບັນ ເມືອງສີສັດຕະນາກ) ໄດ້ເຂົ້າຮຽນຕໍ່ທີ່ໂຮງຮຽນປະຣິຍັດຕິທຳວັດສີສະເກດ, ເປັນເວລາ 3 ປີ ສອບໄລ່ນັກທຳຕີ ໂທ ເອກ ຕາມລຳດັບ.

1. ດ້ານການສຶກສາ ແລະສາສະໜາ
- ອາຍຸ 18 ປີ ໄດ້ສຶບຕໍ່ຮຽນປະຣິຍັດໃນຊັ້ນມັດທະຍົມ 1, 2, 3 ຕາມລຳດັບ ທຽບມະຫາປະໂຫຍກ 6.
- ອາຍຸ 21 ປີ ໄດ້ອຸປະສົມບົດ ເປັນພຣະພິກຂຸ ທີ່ພັດທະສີມາວັດທະນາ ຕາແສງບໍ່ໂອ ໂດຍມີ ພຣະຫຼັກຄຳແກ້ວ ອຸເທນສັກດາ ເປັນພຣະອຸປັດຊາຈານ, ພຣະຊາປັນ ເປັນກຳມະວາຈາ ແລະພຣະຄຣູສຸຄົດ ເປັນອະນຸສາວະນາຈານ.
- ປີ 1941 ເຂົ້າໂຮງຮຽນປະຣິຍັດຕິທຳ ມັດທະຍົມປາຍ ສອບໄລ່ ໄດ້ມະຫາປະໂຫຍກ 7, 8, 9. ເມຶ່ອຈົບແລ້ວ 1944 ໄດ້ຖືກແຕ່ງຕັ້ງເປັນຄູສອນໂຮງຮຽນປະຣິຍັດຕິທຳ ທີ່ໂຮງຮຽນປະຣິຍັດຕິທຳວັດກາງທ່າ ຕາແສງບໍໂອ ແລະຖຶກແຕ່ງຕັ້ງ ເປັນເຈົ້າອະທິການວັດດັ່ງກ່າວ.
- ປີ 1957 ໄດ້ເປັນອະນຸກຳມະການ ສະຫຼອງເຄິ່ງພຸດທະການທີ່ຈັດຂຶ້ນ ທີ່ຫໍທຳມະສະພາ(ສາລາພັນຫ້ອງ) ພຣະທາດຫຼວງ ທີ່ອົງການປົກຄອງສົງ ແລະລັດຖະບານແຫ່ງພຣະຣາຊະອານາຈັກລາວຈັດຂຶ້ນ ສະຫຼອງພ້ອມກັນທົ່ວປະເທດ ແລະທົ່ວໂລກ, ເຊິ່ງມີຊາວພຸດທົ່ວໂລກເຂົ້າຮ່ວມ.
- ປີ 1958 ໄດ້ໄປສຶກສາຕໍ່ທີ່ມະຫາວິທະຍາໄລນາລັນທາ ປະເທດອິນເດັຍ, ເປັນເວລາ 6 ປີ ໄດ້ຮັບປະຣິນຍາບັດ ໃນລະດັບປະຣິນຍາໂທ (M.A) ໄດ້ໄປທັດສະນະສຶກສາທີ່ປະເທດສີລັງກາ ແລະຈຳພັນສາຢູ່ທິ່ນັ້ນເປັນເວລາ 3 ເດືອນ.
- ປີ 1963 ໄດ້ຖືກແຕ່ງຕັ້ງເປັນຜູ້ອຳນວຍການກອງຕຳລາ ສະຖາບັນການສຶກສາພຣະພຸດທະສາສະໜາ ແລະເປັນອາຈານສອນໃນສະຖາບັນການສຶກພຸດທະສາສະໜາ ເຊິ່ງເປັນໂຮງຮຽນປະຣິຍັດຕິທຳທຽບກັບມະຫາວິທະຍາ ໄລສົງ ເປິດສອນທາງວິຊາສາສະໜາ ແລະວິຊາການທົ່ວໄປ ໃນລະດັບປະຣິນນາຕີ ແລະມະຫາປະໂຫຍກ 9 ສາຍປະຣິຍັດ (ວັດອົງຕຶ້ມະຫາວິຫານຈົນຮອດ ປີ 1975)
-  ຫຼັງ 1976 ສະຖາບັນການສຶກສາພຣະພຸດທະສາສະໜາ ໄດ້ຖືກປ່ຽນມາເປັນໂຮງຮຽນສ້າງຄູສົງຊັ້ນກາງ ເພິ່ນກໍໄດ້ເປັນ ອາຈານປະຈຳໂຮງຮຽນສ້າງຄູສົງ ແລະເປັນຄະນະປົກຄອງສົງ ໃນລະດັບ ອພສ ສູນກາງ ແລະທັງຍັງໄດ້ເປັນຜູ້ອຳນວຍ ຮອງຜູ້ອຳນວຍການໂຮງຮຽນສ້າງຄູສົງ ແລະເປັນຜູ້ອຳນວຍການ ຈົນເຖິງປິ 1993 ໄດ້ເປັນຫົວໜ້າສຶກສາສົງສູນກາງ ຈົນຮອດປີ 1997.(ນັບແຕ່ປີ 1975 ເປັນຕົ້ນມາ ຂໍ້ມູນລະອຽດຈະໄດ້ເພີ່ມຕື່ມຕາມທີຫຼັງ)

2. ດ້ານການຕ່າງປະເທດ.
- ປີ 1970 ໄດ້ຖຶກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດອິນເດັຍ 1 ອາທິດ.
- ປີ 1972 ໄດ້ຖືກແຕ່ງຕັ້ງໄປຢ້ຽມຢາມປະເທດຣັດເຊັຍ 1 ອາທິດ.
- ປີ 1974 ໄດ້ຖືກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດມົງໂກລີ 1 ອາທິດ.
- ປີ 1979 ໄດ້ຖືກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດອິນເດັຍ 2 ອາທິດ.
- ປີ 1999 ໄດ້ໄປຢ້ຽມຍາມ ຄະນະສົງ ແລະຍາດໂຍມລາວ ທີ່ປະເທດສະຫະຣັດອາເມຣິກາ (ຣັດເທັກຊັດ) ເປັນເວລາ 11 ເດືອນ.
- ປີ 2001 ໄດ້ໄປທັດສະນະສຶກສາ ທີ່ປະເທດສິງກະໂປ ຕາມການນິມົນຂອງພຣະອາຈານເລືອງສັກ ເປັນເວລາ 1 ເດືອນ.
- ວັນທີ 3 ມິນາ(3) ປີ 2004 ກົງກັບຂຶ້ນ 13 ຄໍ່າເດືອນ 3 ໄດ້ໄປຮັບອັກຄະມະຫາບັນດິດ ທຳມະໂຊຕິກະທະຊະ ທີ່ຣັດຖະບານ ແລະຄະນະສົງປະເທດສະຫາພາບມຽນມາ ນ້ອມຖວາຍ ທີ່ຖໍ້າກາບາເອ ເປັນເວລາ 6 ວັນ.
(ຍັງມີຕໍ່ລໍອ່ານວັນໜ້າ)

- ວັນທີ 26 ກຸມພາ 2014 ກົງກັບ ພະຫັດ ແຮມ 12  ຄໍ່າເດືອນ 3 ລາວ,  ປີມະສິງ ພສ 2556 ເວລາ 12 ໂມງ 30 ນາທີ ໄດ້ລະສັງຂານ,  ທີ່ໂຮງໝໍມະໂຫສົດ ລວມສີລິອາຍຸໄດ້ 93 ປີ 10 ເດືອນ 10 ວັນ.

ປະຫວັດຫຍໍ້ຂອງຍາທ່ານ ຍັງບໍ່ທັນຈົບ(ເພາະຍັງໄດ້ຄົ້ນຄວ້າເພິ່ມຕື່ມຈາກຫຼາຍຝ່າຍໂດຍສະເພາະ ທາງອົງການ ອພສ ທີ່ຈະສະຫຼຸບ ການເຄື່ອນໄຫວ້ວຽກງານຂອງທ່ານທັງກ່ອນແລະຫຼັງລະບອບໃໝ່ໂດຍລະອຽດອີກຄັ້ງ.
(ໂຜດຕິດຕາມທິຫຼັງ)

Tuesday 4 February 2014

ການບວຊ ໃນພຸດທະສາສນາ

- ການບວຊ ໃນພຸດທະສາສນາ ຮຽກວ່າ ອຸປະສົມບົດ(ອຸປສົມບົທ) ປາລີວ່າ "ອຸປະສມປະທາ" ໃນສະໄໝພຸດທະການມີ 8 ຢ່າງ ຄື:
1. ເອຫິພິກຂຸອປະສັມປະທາ: ເປັນການບວຊທີ່ພຣະສັມມາສັມພຸດທະເຈົ້າ ຊົງພຣະທານບວຊໃຫ້ພຣະສາວົກເອງ,  ໂດຍຕັດວ່າ "ເອຫິ ພິກຂຸ" ແປວ່າ "ທ່ານຈົ່ງມາເປັນພີກຂຸເຖີດ" ການບວຊແບບນີ້ ແມ່ນພຣະອັນຍາໂກນທັນຍະ(ໂກນທັນຍະ) ເປັນຜູ້ບວຊເປັນອົງແຮກ ແລະສຸພັດທະພິກຂຸ ເປັນອົງສຸດທ້າຍ ກ່ອນຈະປະຣິນິພພານ.

2. ຕິສະຣະນະຄະນູສັມປະທາ: ເປັນການບວຊ ໂດຍໃຫ້ຜູ້ຂໍບວຊເປັ່ງວາຈາ ຕໍ່ໜ້າພຣະສາວົກວ່າ ຂໍພຣະຣັດຕະນະໄຕຣ ເປັນທີ່ເພິ່ງ 3 ຄັ້ງ; ວິທີນີ້ເປັນວິທີໃຊ້ບວຊໃຫ້ສາມະເນນ.

3. ຍັຕຕິຈະຕຸຕຖະກັມມະອຸປະສັມປະທາ: ເປັນການບວຊໂດຍໃຫ້ຄະນະສົງປະຊຸມກັນໃນອຸໂປສົດ ໂດຍມີພຣະພິກຂຸອົງໜຶ່ງເປັນຜູ້ແຈ້ງວ່າ ເມື່ອປະກາດຄົບ 4 ຄັ້ງໂດຍບໍ່ມີພຣະອົງໃດຄັດຄ້ານ ຖືວ່າຜູ້ຂໍບວຊໄດ້ຮັບອະນຸຍາດໃຫ້ບວຊ ເປັນພິກຂຸ.

4. ຄຣຸທັມມະປະຕິກຄຄະຫະນູປະສັມປະທາ: ເປັນການບວຊໂດຍພຣະພຸດທະເຈົ່າເປັນຜູ້ປະທານຄຣຸທັມ 8 ປະການ ແກ່ພຣະນາງມະຫາປະຊາບໍດີໂຄຕະມີ ພ້ອມດ້ວຍສະຕຣີສາວົກສາກະຍະ 500 ນາງ, ເມື່ອນາງຮັບຄຣຸທັມ 8 ປະການ ກໍໄດ້ຮັບສະຖາປານາເປັນພິກຂຸນີ.

5. ອັຕຖະວາຈິກາອຸປະສັມປະທາ: ເປັນການບວຊໂດຍໃຫ້ຜູ້ບວຊຮັບ ຍັຕຕິຈະຕຸຕຖະກັມມະອຸປະສັມປະທາຈາກພິກຂຸນີສົງກ່ອນຄັ້ງໜຶ່ງ ແລ້ວຈຶ່ງຮັບຍັຕຕິຈະຕຸຕຖະກັມມະອຸປະສັມປະທາ ຈາກພີກຂຸສົງອີກຄັ້ງໜຶ່ງ ເມື່ອຜ່ານການອຸປະສົມບົດທັງສອງຄັ້ງແລ້ວ ຈຶ່ງໄດ້ເປັນພິກຂຸນີ.

6. ໂອວາທະປະຕິຄຄະຫະອຸປະສັມປາທາ: ເປັນການບວຊ ໂດຍພຣະສັມມາສັມພຸດທະເຈົ້າປະທານພຣະໂອວາດ, ເມື່ອປະທານພຣະໂອວາດແລ້ວ ກໍເປັນພຣະພິກຂຸ ພຣະມະຫາກັສສະປະເປັນອົງແຮກທີ່ໄດ້ບວຊແບບນີ້.

7. ປັນຫາພະຍາກະຣະນູສັມປະທາ: ເປັນການບວຊທີ່ພຣະພຸດທະເຈົ້າບົງຕອບບັນຫາ ກ່ອນ້ວຈຶ່ງອຸປະສົມບົດ ຜູ້ບວຊແບບນີ້ແມ່ນ ສາມະເນນໂສປາກະ.

8. ທູເຕນະອຸປະສັມປະທາ: ເປັນການບວຊໂດຍທີ່ພຣະສັມມາສັມພຸດທະເຈົ້າຊົງສົ່ງທູດຂອງພຣະອົງໄປບວຊ ວິທີນີ້ ພຣະອົງໄດ້ສົ່ງທູຕາຂອງພຣະອົງໃຫ້ໄປບວຊແກ່ຍິງໂສເພນີອັຖທະກາສີ.