Wednesday 26 February 2014

ປະຫວັດຫຍໍ້ ພຣະທຳມະໂຄສາຈານ ອັກຄະມະຫາບັນດິດທຳມະໂຊຕິກະທະຊະ(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)

- ພຣະທຳມະໂຄສາຈານ ອັກຄະມະຫາບັນດິດ ທຳມະໂຊຕິກະທະຊະ(ພຣະອາຈານໃຫຍ່ມະຫາກ້າວ ພຸດທະວົງສ໌)

- ນາມເດີມ ກ້າວ ພຸດທະວົງສ໌
- ກຳເນີດ(ເກີດ) ເມື່ອວັນທີ 16 ເມສາ(4) ປິ 1920 ກົງກັບ ວັນສຸກ ແຮມ 13 ຄໍ່າ ເດືອນ 5 ລາວ ປີວອກ ພສ. 2463, ທີ່ບ້ານທ່ານາ ຕາແສງບໍ່ໂອ ເມືອງວຽງຈັນ (ປັດຈຸບັນ ເມືອງຫາດຊາຍຟອງ) ນະຄອນຫຼວງວຽງຈັນ.
- ມີຍາດພີ່ນ້ອງຮ່ວມອຸທອນດຽວກັນ 4 ຄົນ.
1. ນາງດົກ (ຕາຍ)
2. ຈານຊານາກ (ຕາຍ)
3. ນາງຄຳແຫວນ (ຕາຍ)
4. ຍາທ່ານກ້າວ ພຸດທະວົງສ໌ ເປັນນ້ອງຊາຍຫຼ້າ.
- ເມຶ່ອອາຍຸ 7 ປີໄດ້ເຂົ້າຮຽນໂຮງຮຽນປະຖົມສົມບູນ ບ້ານບໍ່ໂອ ຈົນຈົບປະຖົມ;
- ອາຍຸໄດ້ 13 ປີ ໄດ້ເຂົ້າອຸປະສົມບົດເປັນສາມະເນນ ໄດ້ຮຽນຕໍ່ທີ່ໂຮງຮຽນວັດທະນາ ຮຽນໜັງສືສູດ, ເທດ, ວິໄນ, ອັກສອນທຳ, ອັນສອນລາວ, ອັກສອນຂອມ, ອັກສອນໄທ ຈົນອ່ານອອກຂຽນໄດ້.
- ອາຍຸ 16 ປີໄດ້ຍ້າຍຈາກວັດເດີມທ່ານາ ໄປພຳນັກທີ່ວັດເພັຍວັດ ຕາແສງວັດຈັນ ນະຄອນວຽງຈັນ(ປັດຈຸບັນ ເມືອງສີສັດຕະນາກ) ໄດ້ເຂົ້າຮຽນຕໍ່ທີ່ໂຮງຮຽນປະຣິຍັດຕິທຳວັດສີສະເກດ, ເປັນເວລາ 3 ປີ ສອບໄລ່ນັກທຳຕີ ໂທ ເອກ ຕາມລຳດັບ.

1. ດ້ານການສຶກສາ ແລະສາສະໜາ
- ອາຍຸ 18 ປີ ໄດ້ສຶບຕໍ່ຮຽນປະຣິຍັດໃນຊັ້ນມັດທະຍົມ 1, 2, 3 ຕາມລຳດັບ ທຽບມະຫາປະໂຫຍກ 6.
- ອາຍຸ 21 ປີ ໄດ້ອຸປະສົມບົດ ເປັນພຣະພິກຂຸ ທີ່ພັດທະສີມາວັດທະນາ ຕາແສງບໍ່ໂອ ໂດຍມີ ພຣະຫຼັກຄຳແກ້ວ ອຸເທນສັກດາ ເປັນພຣະອຸປັດຊາຈານ, ພຣະຊາປັນ ເປັນກຳມະວາຈາ ແລະພຣະຄຣູສຸຄົດ ເປັນອະນຸສາວະນາຈານ.
- ປີ 1941 ເຂົ້າໂຮງຮຽນປະຣິຍັດຕິທຳ ມັດທະຍົມປາຍ ສອບໄລ່ ໄດ້ມະຫາປະໂຫຍກ 7, 8, 9. ເມຶ່ອຈົບແລ້ວ 1944 ໄດ້ຖືກແຕ່ງຕັ້ງເປັນຄູສອນໂຮງຮຽນປະຣິຍັດຕິທຳ ທີ່ໂຮງຮຽນປະຣິຍັດຕິທຳວັດກາງທ່າ ຕາແສງບໍໂອ ແລະຖຶກແຕ່ງຕັ້ງ ເປັນເຈົ້າອະທິການວັດດັ່ງກ່າວ.
- ປີ 1957 ໄດ້ເປັນອະນຸກຳມະການ ສະຫຼອງເຄິ່ງພຸດທະການທີ່ຈັດຂຶ້ນ ທີ່ຫໍທຳມະສະພາ(ສາລາພັນຫ້ອງ) ພຣະທາດຫຼວງ ທີ່ອົງການປົກຄອງສົງ ແລະລັດຖະບານແຫ່ງພຣະຣາຊະອານາຈັກລາວຈັດຂຶ້ນ ສະຫຼອງພ້ອມກັນທົ່ວປະເທດ ແລະທົ່ວໂລກ, ເຊິ່ງມີຊາວພຸດທົ່ວໂລກເຂົ້າຮ່ວມ.
- ປີ 1958 ໄດ້ໄປສຶກສາຕໍ່ທີ່ມະຫາວິທະຍາໄລນາລັນທາ ປະເທດອິນເດັຍ, ເປັນເວລາ 6 ປີ ໄດ້ຮັບປະຣິນຍາບັດ ໃນລະດັບປະຣິນຍາໂທ (M.A) ໄດ້ໄປທັດສະນະສຶກສາທີ່ປະເທດສີລັງກາ ແລະຈຳພັນສາຢູ່ທິ່ນັ້ນເປັນເວລາ 3 ເດືອນ.
- ປີ 1963 ໄດ້ຖືກແຕ່ງຕັ້ງເປັນຜູ້ອຳນວຍການກອງຕຳລາ ສະຖາບັນການສຶກສາພຣະພຸດທະສາສະໜາ ແລະເປັນອາຈານສອນໃນສະຖາບັນການສຶກພຸດທະສາສະໜາ ເຊິ່ງເປັນໂຮງຮຽນປະຣິຍັດຕິທຳທຽບກັບມະຫາວິທະຍາ ໄລສົງ ເປິດສອນທາງວິຊາສາສະໜາ ແລະວິຊາການທົ່ວໄປ ໃນລະດັບປະຣິນນາຕີ ແລະມະຫາປະໂຫຍກ 9 ສາຍປະຣິຍັດ (ວັດອົງຕຶ້ມະຫາວິຫານຈົນຮອດ ປີ 1975)
-  ຫຼັງ 1976 ສະຖາບັນການສຶກສາພຣະພຸດທະສາສະໜາ ໄດ້ຖືກປ່ຽນມາເປັນໂຮງຮຽນສ້າງຄູສົງຊັ້ນກາງ ເພິ່ນກໍໄດ້ເປັນ ອາຈານປະຈຳໂຮງຮຽນສ້າງຄູສົງ ແລະເປັນຄະນະປົກຄອງສົງ ໃນລະດັບ ອພສ ສູນກາງ ແລະທັງຍັງໄດ້ເປັນຜູ້ອຳນວຍ ຮອງຜູ້ອຳນວຍການໂຮງຮຽນສ້າງຄູສົງ ແລະເປັນຜູ້ອຳນວຍການ ຈົນເຖິງປິ 1993 ໄດ້ເປັນຫົວໜ້າສຶກສາສົງສູນກາງ ຈົນຮອດປີ 1997.(ນັບແຕ່ປີ 1975 ເປັນຕົ້ນມາ ຂໍ້ມູນລະອຽດຈະໄດ້ເພີ່ມຕື່ມຕາມທີຫຼັງ)

2. ດ້ານການຕ່າງປະເທດ.
- ປີ 1970 ໄດ້ຖຶກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດອິນເດັຍ 1 ອາທິດ.
- ປີ 1972 ໄດ້ຖືກແຕ່ງຕັ້ງໄປຢ້ຽມຢາມປະເທດຣັດເຊັຍ 1 ອາທິດ.
- ປີ 1974 ໄດ້ຖືກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດມົງໂກລີ 1 ອາທິດ.
- ປີ 1979 ໄດ້ຖືກແຕ່ງຕັ້ງໄປຮ່ວມປະຊຸມ ອົງການພຸດທະສາສະໜາສຳພັນແຫ່ງໂລກ ທີ່ປະເທດອິນເດັຍ 2 ອາທິດ.
- ປີ 1999 ໄດ້ໄປຢ້ຽມຍາມ ຄະນະສົງ ແລະຍາດໂຍມລາວ ທີ່ປະເທດສະຫະຣັດອາເມຣິກາ (ຣັດເທັກຊັດ) ເປັນເວລາ 11 ເດືອນ.
- ປີ 2001 ໄດ້ໄປທັດສະນະສຶກສາ ທີ່ປະເທດສິງກະໂປ ຕາມການນິມົນຂອງພຣະອາຈານເລືອງສັກ ເປັນເວລາ 1 ເດືອນ.
- ວັນທີ 3 ມິນາ(3) ປີ 2004 ກົງກັບຂຶ້ນ 13 ຄໍ່າເດືອນ 3 ໄດ້ໄປຮັບອັກຄະມະຫາບັນດິດ ທຳມະໂຊຕິກະທະຊະ ທີ່ຣັດຖະບານ ແລະຄະນະສົງປະເທດສະຫາພາບມຽນມາ ນ້ອມຖວາຍ ທີ່ຖໍ້າກາບາເອ ເປັນເວລາ 6 ວັນ.
(ຍັງມີຕໍ່ລໍອ່ານວັນໜ້າ)

- ວັນທີ 26 ກຸມພາ 2014 ກົງກັບ ພະຫັດ ແຮມ 12  ຄໍ່າເດືອນ 3 ລາວ,  ປີມະສິງ ພສ 2556 ເວລາ 12 ໂມງ 30 ນາທີ ໄດ້ລະສັງຂານ,  ທີ່ໂຮງໝໍມະໂຫສົດ ລວມສີລິອາຍຸໄດ້ 93 ປີ 10 ເດືອນ 10 ວັນ.

ປະຫວັດຫຍໍ້ຂອງຍາທ່ານ ຍັງບໍ່ທັນຈົບ(ເພາະຍັງໄດ້ຄົ້ນຄວ້າເພິ່ມຕື່ມຈາກຫຼາຍຝ່າຍໂດຍສະເພາະ ທາງອົງການ ອພສ ທີ່ຈະສະຫຼຸບ ການເຄື່ອນໄຫວ້ວຽກງານຂອງທ່ານທັງກ່ອນແລະຫຼັງລະບອບໃໝ່ໂດຍລະອຽດອີກຄັ້ງ.
(ໂຜດຕິດຕາມທິຫຼັງ)