Friday, 26 August 2011

ຮັກສາສີລຈັ່ງໃດຈຶ່ງຊີຖືກຕ້ອງ

- ເວົ້າເລື່ອງການຮັບສິລ ໃຜໆກໍຮັບໄດ້ ໂດຍສະເພາະສີລຫ້າ ຮັບງ່າຍໆ ເພາະເປັນສີລພື້ນຖານຂອງທຸກຄົນ, ເປັນນິຈະສີລ ຄືສິລສາມັນ ຮັບວັນລະເທົ່າໃດກະໄດ້ ເຮົາມັກເຫັນໃນເວລາເຮັດບຸນ ວັດ ແລະເຮືອນ ຈະມີການໄຫວ້ພຣະອາຣາດທະນາສິລ ຮຽກວ່າຂໍສີນ, ບາງຄັ້ງວັນໜຶ່ງ ມີບຸນຫຼາຍຄັ້ງ ຫ​ຼາຍເຮືອນ ຄົນໆດຽວໄປເຮືອນໃດ ພຣະໃຫ້ສິນ ອອກຕົນຍາດໂຍມຈະພ້ອມກັນເວົ້າເຄືອບໆ ຮູ້ຈັກຄວາມໝາຍກໍມີ ບໍ່ຮູ້ຈັກຄວາມໝາຍກໍມີ ກ​ໍວ່າກັນໄປ ຮັບແລ້ວກໍແລ້ວໄປບໍ່ມີໃຜສົນໃຈຮັກສາ.

- ຄົນລາວເຮົາເປັນຊາວພຸດ ມັກທຳຂໍສີລ ເຮັດບຸນເຮືອນໃດ ຄັນພຣະບໍ່ໃຫ້ສີລ ຫຼືຄັນວ່າບໍ່ໄດ້ຂໍສິລ ບໍ່ຄັກໃຈ ຈະນຶກວ່າບໍ່ໄດ້ບຸນ ສະນັ້ນຈຶ່ງຂໍສິລ ທຸກຄັ້ງໄປໃຫ້ເທົ່າໃດບໍ່ກ່ຽງຂໍແຕ່ວ່າໄດ້ຮັບສິລ ສຳລັບພຣະມີໜ້າທີ່ໃຫ້ສິລກໍໃຫ້ໄປ ວ່າແຕ່ຂໍມາ, ຄັນອອກຕົນຂໍສີລ ພຣະອົງໃດບໍໃຫ້ ແມ່ອອກກໍບໍດີ ໃຈອີກແລ້ວ ຫາວ່າພຣະບໍ່ຮູ້ຮີດຮູ້ຄອງ, ບາງຄົນວ່າໜັກໄປກວ່ານັ້ນ ພຣະວັດໜີເຮັດບຸນນຳຄືຊິບໍ່ໄດ້ບຸນ ບໍ່ໃຫ້ສິລບໍ່ໃຫ້ພອນ ວ່າກັນບັກໃຫຍ່ເລີຍ, ບາງຄົນວ່າໜັກໄປກວ່ານັ້ນອີກ ພຣະວັດນີ້ຂໍສີລບໍ່ໃຫ້ສິລ ເປັນພຣະອີສັງບໍ່ມີສິນ ວ່າໄປຈັ່ງຊັ້ນກະມີ.

- ຊິວ່າຈັ່ງໃດ ກະວ່າໄປ ຫາກບໍ່ຮູ້ຖືວ່າບໍ່ຜິດ ແຕ່ຄັນຮູ້ແລ້ວ ຕ່າວໂພໂລ ຫຼືພາໂລ ຖືວ່າເປັນຜິດ ມີອະທິກັມຕິດຕົວ, ເວົ້າເລື່ອງສິລໃຜໆກໍຢາກໄດ້, ເນື່ອງຈາກວ່າ ເປັນຂອງດີ, ໃຜມີສິລ ຖືວ່າເປັນຄົນດີ ດ້ວຍເຫດນັ້ນ ຄົນຈຶ່ງຢາກໄດ້ສິລ.

- ແຕ່ປະຊາຊົນຊາວພຸດລາວ ໑໐໐/໑໐໐ ມັກຂໍສິລ ແຕ່ບໍ່ຮັກສາສິລ, ຖາມວ່າຮັກສາສີລເປັນບໍ ? ຕອບໄດ້ເໝືອນກັນໂລດວ່າ "ເປັນ".
- ແຕ່ຫາກຖາມວ່າ ສີນພໍ່ອອກມີຈັກຂໍ້ ຫຼາຍຄົນຕອບວ່າ ມີ ໕ ຂໍ້, ແລະມີອີກຈຳນວນຫຼາຍ ວ່າ ບໍ່ຈັກ.
- ບາດຖາມຜູ້ທີ່ຕອບຜູ້ທີ່ຮູ້ຈັກວ່າມີຫ້າຂ້ໍນັ້ນ ແຕ່ລະຂໍ້ມີຫຍັງແນ່ ອັນນີ້ ເກືອບ ໙໐/໑໐໐ ຕອບບໍ່ໄດ້, ສ່ວນ ໑໐/໑໐໐ ທີ່ຍັງເຫຼືອນັ້ນ, ຮູ້ທຸກຂໍ້ ແຕ່ອາດລຽງລຳດັບບໍ່ຖືກຂໍກະມີຈຳນວນຫຼາຍ, ບາງຄົນລຽນຖືກຂໍ້ ຕາມພາສາປາລີໄດ້ ແຕ່ມີຈຳຫຼາຍແປບໍ່ໄດ້, ສ່ວນທີ່ແປໄດ້ ເວົ້າປາລີໄດ້ ມີບໍ່ເຖິງ ໒/໑໐໐ ອັນນີ້ໄດ້ຮັບຮອງວ່າຊາວພຸດລາວເຮົາດຽວນີ້ ເປັນຈັ່ງຊັ້ນແທ້.

- ແລະທີ່ເຫັນກັນຄັກແນ່ ແລະມີ ໙໙/໑໐໐ ຢາກໄດ້ສິນ ແລະຢາກຮັບສິນ ແລະບໍ່ຮັກສາສິລ.
- ບາດນີ້ມາເວົ້າບ່ອນເອົາ ການຣັກສິລທີ່ຖືກຕ້ອງ ຄວນເຮັດຈັ່ງໃດ ?
ງ່າຍໆໆໆ ໃຫ້ຈື່ເອົາຈັງຊີ້ ເພາະເວົ້າສິນແຕ່ລະຂໍ້ຄົນລາວສ່ວນຫຼາຍບໍ່ຮູ້ຈັກປານໃດດອກ ຄັນຢາກຮັກສາສິລໃຫ້ດີ ແລະຖືກຕ້ອງໃຫ້ຮັກສາກາຍ ກັບວາຈາ ຊື່ວ່າຮັກສາສິລໄດ້ແລ້ວ.
- ຮັກສາກາຍ ກັບວາຈາເປັນຈັ່ງໃດ ?
ເບິ່ງໃນອະກຸສົນກັມມະບົດ ໑ ປະການຄື.

ສີລາ(ປັນຈະສີລາ) ສິນຫ້າ ທະສະສີລາ ສິນສິບ.

 ຂຽນໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ
-----------------------------------
ສີລາ : ແປວ່າສິລ ສີພື້ນຖານມີຫ້າຂໍ້ ຮຽກວ່າສິນຫ້າ (ປັນຈະສີລາ) ເປັນເຄື່ອງມືຮັກສາກາຍກັບວາຈາໃຫ້ຮຽບຮ້ອຍງົດງາມ ໃຜມີສີລ ຫຼືຮັກສາສິລ ໄດ້ຈະເປັນຄົນງາມ ເປັນຫົນທາງໄປສູ່ການທຳບາປທັງປວງ.

ກອນບູຮານ:(ຈື່ຈາກຄຳສອນຂອງພຣະອາຈານໃຫຍ່ພໍ່ເຖົ້າອ້ວນ ເຈົ້າອະທະການ ແລະເປັນທີ່ປຶກສາເຈົ້າອະທິການວັດແສນເໜືອ ໑໙໗໓-໑໙໘໕), ຄືນັບແຕ່ບວດມາຈົນຮອດປີ ໑໙໗໖ ກໍໄດ້ເປັນເຈົ້າອະທິການວັດແສນເໝືອ ຫຼັງຈາກພຣະອາຈານອາດສິກ, ຕໍ່ມາປີ ໑໙໗໘ ລາອອກເພາະຊະລາຫຼາຍ ໄປມາຍາກ ກໍລາອອກມອບໃຫ້ພຣະອາຈານສຸຄົນເປັນແທນ, ແຕ່ເພິ່ນກໍເປັນທີ່ປຶກສາເຈົ້າອະທິການວັດ ແຕ່ເພີ່ນກໍຈະເປັນຜູ້ສອນຄວາມຮູ້ຕ່າງໆ ເຊັ່ນສອນເທດ ແລະອົບຮົມພຣະສົງ ຫາກສອນສູດ ແລະວຽກການປົກຄອງແມ່ນອາຈານສຸຄົນ ປີ ໑໙໘໓ ພຣະອາຈານສຸຄົນຂຶ້ນມາວຽງຈັນ ເພິ່ນກໍຮັກສາການເຈົ້າອະທິການ ຕອນນັ້ນຜູ້ຂຽນເປັນຈົວເກົ່າໄປຮຽນທີ່ເມືອງໂຂງຕອນອອກພັນສາ ເວລາເຂົ້າພັນສາຕ້ອງມາຈຳພັນສາທີ່ວັດແສນ ເໜືອ ບັງເອີນບໍ່ມີພຣະໜຸ່ມ ມີແຕ່ອາຈານພໍ່ເຖົ້າສອງອົງ ຄືອາຈານພໍ່ເຖົ້າອ້ວນແລະອາຈານພໍ່ເຖົ້າຈັນ ເຖົ້າແລ້ວ ເພິ່ນກໍເລີຍໃຫ້ເປັນເຈົ້າອະທິການຈົວເລີຍ ຮ່າໆໆ ໄດ້ເປັນເຈົ້າອະທິການຈົວ ຄືທຳໜ້າທີ່ປົກຄອງສົງແທນເພິ່ນ(ບໍ່ໄດ້ແຕ່ງຕັງທາງການດອກ ມີແຕ່ມອບໜ້າທີ່ໃຫ້) ອອກພັນສາກໍຮຽນເມືອງໂຂງ ມໍ ໒, ກໍມີອາຈານສັກ ມາຈາກວັດຫີນສິ່ວ ທີ່ພຣະ ອາຈານບໍ່ເຖົ້າເຮືອນປະທານຕາແສງເມືອງແສນ ສົ່ງມາໄດ້ ໑ ພັນສາກໍສິກ, ທາງພຣະອາຈານພໍ່ເຖົ້າເຮືອກໍສົ່ງພຣະອານບຸນເລີດມາແທນ, ປີນັ້ນ ບໍ່ໄດ້ ຈຳພັນສາທີ່ວັດແສນເໜືອອີກໄປຮຽນຕໍ່ມໍ ໓ ເພາະວ່າທາງໂຮງຮຽນສົງປ່ຽນມາເປີດໂຮງຮຽນເດືອນ ໗ ປີນັ້ນ, ໄປຈຳພັນສາທີ່ວັດກາງໂຂງ ກໍເລີນປ່ວຍ ກັບມາປົວໂຕທີ່ວັດແສນເໜືອ ອອກພັນສາກໍສິກຈາກເປັນເນນ ຮອດເດືອນ ໕ ປີຕໍ່ມາກໍກັບມາບວດແລ້ວກໍອອກຈາກວັດແສນເໜືອ ໄປຮຽນໜັງສື ຈົນເທົ້າປັດນີ້, ແຕ່ວ່າຍັງຈື່ບົດກອນສີ ໘ ທີີ່ເຄີຍຟັງມາຕອນເປັນຈົວເທົ້າບັດນີ້.

(ສີລ ໑໐ ຄຳກອນ)
- ປະການໜຶ່ງບໍ່ໃຫ້ຂ້າສັດໂຕນ້ອຍໂຕໃຫຍ່ ຕົວເປັນຈົນຕາຍ.
- ປະການສອງບໍ່ໃຫ້ສໍ້ລັກເອົາຂອງທ່ານມາເປັນຂອງຕົນ.
- ປະການສາມບໍ່ໃຫ້ເສບເມຖຸນນະທັມລະຫວ່າງຍິງ ລະວ່າງຊາຍ ແລະອະໄວຍະວະ ວັດຖຸສິ່ງຂອງ
- ປະການສີ່ບໍ່ໃຫ້ລ່າຍພາງຮູ້ເຫັນຢ່າງໃດ ໃຫ້ວ່າຢ່າງນັ້ນ.
- ປະການຫ້າບໍ່ໃຫ້ດື່ມສຸຣາ ແລະມົວເມົາຄືເມໄຣ ອັນເປັນທີ່ຕັ້ງແຫ່ງຄວາມປາໝາດ.
- ປະການຫົກບໍ່ໃຫ້ສັນອາຫານໃນເວລາວິການຕັ້ງແຕ່ຕາເວັນບ່າຍໄປເທົ້າທ່ຽງຄືນ.
- ປະການເຈັດບໍ່ໃດ້ແກວ່ງຄ້ອນຢ້ອນດິນ
- ປະການແປດບໍ່ໃຫ້ທັດທຣົງດອກໄມ້ຂອງຂອງເຄື່ອງຍ້ອມເຄື່ອງທາຕ່າງໆ.
- ປະການເກົ້າບໍ່ໃຫ້ນັ່ງນອນທີ່ສູງທີ່ກວ້າງທີ່ໃຫຍ່ຊະແນນແລະຕຽງ
- ປະການສິບບໍ່ໃຫ້ຍິນດີດ້ວຍເງິນແລະຄຳ ມົວເມົາຫຼົງໃຫຼ.

ທີ່ຈິງ ເວົ້າສິນຫ້າ ກ່ອນຈຶ່ງມາວ່າສິນສິບ ແຕ່ທີ່ນີ້ຍົກກອນສິລສິບມາໄວ້ກ່ອນ ເພາະເປັນກອນບູຮານ ຈາກນີ້ໄປຈະເປັນກອນສິລ ໕ ເປັນກອນ ທີ່ແຕ່ງເອງໂດຍໄດ້ແນວທາງຈາກກອນສີລສິບດັ່ງນີ້ ຈະແຕ່ງເປັນສອງແບບ ດັ່ງນີ້

(ສີລຫ້າຄຳກອນແບບທີ ໑)
- ປະການໜຶ່ງ ໃຫ້ຫຼີກເວັ້ນຈາກການບຽດບຽດສັດ
- ປະການສອງ ໃຫ້ຫຼິກເວັ້ນຈາກການລັກໂລບຂອງເຂົາໃຊ້
- ປະການສາມ ໃຫ້ຫຼິກການລ່ວງເກີນຜົວເມັຍເຂົານັ້ນບຸດຕາບຸດຕີທີ່ເຂົາຮັກຫໍ່
- ປະການສີ່ ໃຫ້ຫຼິກເວັ້ນກ່າວລ່ວງຫຼອກລິ້ນລ່າຍພາງເວົ້າແບບອຳ
- ປະການຫ້າ ໃຫ້ຫຼິກເວັ້ນການດື່ມເຫຼົ້າກັບສິ່ງມືນເມົາ ອັນເປັນທາງພາເສັຍທຸສິນໝົດກ້ຽງ.
(ພຣະເນືອງພິລັກ ໂຊຕິທັມໂມ ແຕ່ງ ປີ ໑໙໙໗ ຂະນະທີ່ໃຊ້ນາມປາກກາວ່າ ກະວິວັງໂສ)

(ສີລຫ້າຄຳກອນແບບ ໒)
-- ສີລຂໍ້ໜຶ່ງໃຫ້ຫຼີກເວັ້ນ ຝູງແຫ່ງປານາ
ຄືຂ້າສັດມີຄຸນ ບຽດບຽນຈົນຕາຍສິ້ນ
ທັງຊີວິນຄົນດ້ວຍ ຢ່າທຳລາຍໃຫ້ຊີບລ່ວງ
ລວມທັງບັງບຽດດ້ວຍ ພະຍາມຂ້າຈ່ອງຜານ

- ສິລຂໍ້ທີສອງນັ້ນ ອະທິນນາທານາ ໃຫ້ລະເວັ້ນລັກເຄື່ອງເຂົາ
ລອບລັກທັງຂະໂມຍຂອງ ບັງບຽດເອົາມາໄວ້
ຂອງທີ່ເຂົາບໍ່ໃຫ້ ຢ່າງຈົງໃຈລັກລອບ
ທັງຂອງສົງຂອງລັດດ້ວຍ ກະທຳແລ້ວບາບມະຫັນ

- ສີລຂໍ້ທີສາມນັ້ນ ກາເມແຫ່ງສຸມິສາຈານ
ເສບເມຖ​ຸນນະທັມ ນອກຈາກຜົວເມັຍແກ້ວ
ລູກຂອງເຂົາຈົ່ງໄກເວັ້ນ ຜົວເມັຍເຂົາຈົ່ງລະຫ່າງ
ຄົນທີ່ເເຂົາຮັກຫໍ່ແທ້ ຢ່າລ່ວງເກີນປະເວນີນັ້ນຈົ່ງຫຼິກໄກ

- ສີລຂໍ້ທີສີ່ຈົ່ງຢ່າໄດ້ ເວົ້າລ່າຍບັງປິດ
ສຸສາວາທາ ເວົ້າບໍ່ຈິງລວງລໍ້
ການເວົ້າຈາຂີ້ສໍ້ ລວງປິດບັງລ້ຽວຕໍ່
ມີຄຳໃດເວົ້າໃຫ້ແຈ້ງ ຢ່າບິດບ້ຽງເສື່ອງຄວາມ

- ສິລຂໍ້ທີຫ້າເປັນຕົ້ນເຫງົ້າ ພາໃຫ້ລ່ວງທຳລາຍສິນ ທັງໝົດ
ຄືສຸລາຢາເມົາ ພ້ອມພ​ໍ່າມົວເມົາບ້າ
ກັບການຫຼົງໃຫຼຊັ້ນ ອຳນາດສູງຍົດໃຫຍ່
ທັງຊົນຊັ້ນກໍນັບໄດ້ ລວມເຂົ້າເປັນເລື່ອງເມົາ

ເມົາຍົດລືມຕາຍສ້ຽງ ບໍ່ຮູ້ເມື່ອຄິງຄັກ
ເມົາກາຍວາຍຊີວາ ບໍ່ເມື່ອຄິງຈັກດີ້
ເມົາຜົວເມັບນັ້ນ ລືມວົງວານພໍ່ແມ່
ຄັນເມົາຂອງໝູ່ນີ້ ທຳລາຍສ້ຽງຍອດສິນ ທ່ານເອີຍ.

ສາຍເຊລຳເພົາ ແຕ່ງ (໒໕ ສິງຫາ ໒໐໑໑)

ສິນຫ້າພາສາປາລີ
- ປານາຕິປາຕາ ເວຣະມະນີ
- ອະທິນນາທານາ ເວຣະມະນີ
- ກາເມ ສຸມິຈສາຈາຣາ ເວຣະມະນີ
- ມຸສາ ວາທາ ເວຣະມະນີ
- ສຸຣາ ເມຣະຍະ ມັຊຊະປະມາ ທັດຖານາ ເວຣະມະນີ

ແປສີລເອົາເນື້ອໃນ.
- ຫຼິກເວັ້ນການຂ້າສັດ, ບຽດບຽນສັດ ເຮັດໃຫ້ຊີວິດເຂົາຕົກລ່ວງ
- ຫຼິກເວັັ້ນຈາກການສໍ້ ລັກ ໂກງ ໂລບ ເອົາຂອງເຂົາມາເປັນຂອງຕົນ
- ຫຼິກເວັ້ນການລ່ວງເກີນປະເວນີລະຫວ່າງລູກ ຜົວ ເມັຍເຂົາທີ່ເຂົາຮັກຫ່ວງແຫນ ທີ່ເຂົາອ້າງຕົ້ນເປັນເຈົ້າຂອງ ຍິນດີສະເພາະຜົວເມັຍຕົນ.
- ຫຼິກເວັ້ນຈາກການເວົ້າຕົວະ, ເວົ້າສໍ່ສຽດ, ເວົ້າຫຼິ້ນລີ້ນ ເວົ້າເພີເຈີ້ ແລະເວົ້າສັບສໍ່,
- ຫຼີກເວັ້ນຈາກການດື່ມສຸຣາ ຢາເມົາ ແລະມົວເມົາໃນລາບ ຍົດ ກຽດ ແລະເມົາຊີວິດ (ຫາກໃຜລ່ວງເກີນສິນຂ້ໍນີ້ ຈັກຕັ້ງຕົນໃນຄວາມປາໝາດ ທຳລາຍສິລຂໍ້ອື່ນໄດ້ທັງໝົດ)

- ອາການລະເມີດສິລ
ກ. ທຳດ້ວຍກາຍ
ຂ. ເວົ້າດ້ວຍວາຈາ
ຄ. ຄິດດ້ວຍໃຈ.

- ລັກສະນະລະເມີດສີລ
ກ. ລະເມີດເອງ.
ຂ. ເວົ້າໃຫ້ຄົນອື່ນລະເມີດ, ວານ, ຂໍຮ້ອງ, ເວົ້າລຽບຄຽງ, ບອກວິທີ(ໃຫ້ເຂົາທຳແທນ)