Friday 21 September 2012

ນາກຂຶ້ນ

- ວັນນີ້ວັນ 8 ຄໍ່າ ວັນນີ້ ຍາດໂຍມມາທຳບຸນທີ່ວັດປະມານການໄດ້ 90-100 ຄົນນີ້ແລ້ວ, ມີບາງຄົນໂສກັນເລື່ອງນາກຂຶ້ນທີ່ວັດຫົວຂົວ ເມື່ອໄຫວ້ພຣະຮັບສິນ ຖວາຍທານແລ້ວ ສາຣະວັດອາຣາດທະນາເທດ ກໍຕັ້ງຫົວຂໍ້ເທດເລື່ອງນາກສາເລີຍ ເນື້ອໃນເທດນັ້ນອັດສຽງໄວ້ໃນເຄື່ອງບັນທຶກ ຈຶ່ງນໍາມາຂຽນໄວ້ທີ່ນີ້:
—————————————

- ຈະເລີນພອນສາທຸຊົນ ວັນນີ້ ຍາດໂຍມມາຮ່ວມສັນນິບາດທໍາບຸນ ໃນວັນສິນ 8 ດັ່ງທີ່ເຄີຍມາບໍ່ຂາດ, ເວລານີ້ ເປັນເວລາຟັງທຳອາຕະມາຈັກເທດເລື່ອງນາກ,  ຊິເທດຈັກໜ່ອຍປະມານ 10 ນາທີ ເພື່ອໃຫ້ເກີດຄວາມເຂົ້າໃຈ ປະດັບສະຕິປັນຍາ ອຸດໜູນສັດທາ ປາສາທະຂອງທ່ານຕ ຈຶ່ງຮັບພອນ ແລະຕັກບາດກັນສຶບຕໍ່ໄປ.

- ວັນນີ້ຈະເທດເລື່ອງນາກ ເພາະຮູ້ສຶກວ່າໃນອາທິດຜ່ານມາ ກະແສຂອງນາກທີ່ປອມຕົວເປັນງູນ້ອຍ ຂຶ້ນມາໃຫ້ຄົນ ຂາບຄົນໄຫວ້ກັນອຶກກະທຶກຄຶກໂຄມ ດັ່ງທີ່ເຮົາຮູ້ກັນແລ້ວ ບາງຄົນອາດໄດ້ໄປເບິ່ງແລ້ວ ໄປບູຊາແລ້ວ ແຕ່ອາຕະມາຍັງບໍ່ ທັນໄປ ແລະຄົງຈະບໍ່ໄດ້ໄປເບິ່ງ,  ຄົນລາວເຮົານີ້ ຕິດພັນກັບນາກມາເຫິງນານ ຫຼາຍຄົນເຊື່ອວ່ານາກເປັນສັດພິເສດ ບາງຄົນກໍວ່າເປັນເທບ ເປັນສັດທີ່ປະເສີດສຸດ, ໃນຕໍານານຫຼາຍຕໍານານ ກໍກ່າວເຖິງນາກມາຊ່ວຍສ້າງນະຄອນຈັນທະບຸຣີ ແຖວໆ ບໍຣິເວນຮ່ອງແກ ຮ່ອງແຊງ ວັດເຮົານີ້ກໍແມ່ນສ່ວນໜຶ່ງຂອງໜອງຄັນແທເຊື້ອນໍ້າ ເຊິ່ງເປັນທີ່ຢູ່ຂອງນາກ, ຕອນປີ 2001 ອາຕະມາມາສ້າງວັດໃໝ່ ຍາດໂຍມລຸ້ນບຸກເບີກ ແລະຢູ່ທີ່ນີ້ມາກ່ອນກໍຄົງເຫັນນຳກັນ ປູປານານໍ້າແຖວນີ້ ຫຼວງ ຫຼາຍເຕັມທົ່ງນານີ້ ໃຜໆກໍຄົງຊິຮູ້ນໍາກັນແລ້ວ ຊາວຽງຈັນແຄມບຶງ ລົງບຶງແຖວນີ້ ກໍບໍ່ຈໍາເປັນຕ້ອງອອກຕລາດ ຕອນ ມາສ້າງວັດໃໝ່ ປູປານານໍ້າແຖວນີ້ມີຫຼາຍທັງຍາມແລ້ງ ແລະຍາມຝົນ ຫອຍເຊີຣີ ຫຼວງຫຼາຍພາຍມາກ, ຂຶ້ນໄຂ່ຮອດເສົາກຸຕິ ຫຼັກຮົ້ວ ຮາວຮົ້ວ, ປູປານາກົບຂຽດຫຼາຍ ມັນກໍມີງູຫຼວງຫຼາຍ ເພາະສັດສອງປະເພດນີ້ຕ້ອງອາໄສກັນ ມີສັດອື່ນຫຼາຍ ມີຫຼາຍເທົ່າໃດ, ງູກໍຫຼາຍເທົ່ານັ້ນ, ສັດອື່ນທີ່ເປັນສັດຕູຂອງປາ ກໍບໍ່ກ້າມາຮາວີປາ ເພາະພວກເຂົາຢ້ານງູ, ງູເອງກໍໄດ້ປາ ເປັນອາຫານດຽວນີ້ ປູປາ ນົກໜູໜີໝົດ ງູກໍໜີໄປພ້ອມ ເຖິງມີກໍມີຈັກໜ່ອຍ ນໍ້າບຶ່ງທາດຫຼວງຕອນເໜືອເຫືອດແຫ້ງ ເພາະເພິ່ນແປງຮ່ອງແຊງໃຫ້ເລິກ ປະຊາຊົນຜູ້ມີເງິນໜ້ອຍກໍຂາຍດິນນາທີ່ເຮັດນາບຶງມາແຕ່ປຸແຕ່ປູ້ ທັງແລ້ງທັງຝົນໃຫ້ຜູ້ມີເງິນຫຼາຍ ທ່ານຜູ້ມີເງິນຫຼາຍກໍຖົມດິນນາບຶງ ພັດທະນາເປັນບ້ານເຮືອນ ແລະໂຮງງານ ໂກດັງໄປ ຕາມອາຊີບຂອງຕົນ ແລະອື່ນໆ ເຮົາມາສັງເກດວ່າບຶງທາດຫຼວງໄລຍະ 10 ຄືນຫຼັງເປັນທີ່ຢູ່ຂອງງູຫຼວງຫຼາຍ ເມື່ອ 2.400 ກວ່າປີທີ່ແລ້ວ ສະໄໝພຣະຍາຈັນທະບູຣີປະສິດທິສັກມາສ້າງເມືອງຈັນທະບູຣີ ອັນເປັນວຽງຈັນເຮົານີ້ໃໝ່ໆ ມີພວກນາກ ທີ່ໜອງຄັນແທ້ເສື້ອນໍ້າຊ່ວຍສ້າງແຮງໜຶ່ງ ສົງໄສວ່າແມ່ນງູນີ້ແລ້ວເປັນພວກນາກ ແລະຄົນສະໄໝກ່ອນນັ້ນ ຖືນາກຖືງູເປັນ ພຣະເຈົ້າ ງູຈຶ່ງບໍ່ຖືກຂ້າຖືກທຳລາຍ ຈຶ່ງອອກແມ່ແຜ່ລູກຫຼວງຫຼວງຫຼາຍໃນບຶງແຫ່ງນີ້ສະໄໝນັ້ນ ຈົນມາຮອດສະໄໝບຶງຍັງ ບໍ່ທັນຖືກຂຸດຖືກຖົມກໍຍັງມີໃຫ້ເຮົາເຫັນ.

- ບາດນີ້ມາເວົ້າເລື່ອງນາກ ທີ່ເຂົາຊ່າກັນນັ້ນ ບາງຄົນກໍໄປເບິ່ງມາແລ້ວ ບາງຄົນຍັງບໍ່ທັນໄດ້ໄປ (ແຕ່ທ່ານບໍ່ໄປກໍເບິ່ງກະໄດ້ ຍິນມາວ່າທາງການນໍາເອົາໄປປ່ອຍ ທີ່ມັນຄວນຢູ່ແລ້ວ) ສໍາລັບອາຕະມາຍັງບໍ່ທັນໄດ້ໄປເບິ່ງ ເຫດທີ່ບໍ່ໄປເບິ່ງເພາະຍິນຜູ້ ມາຊວນນັ້ນບອກວ່າ ມີນາງທຽມມາລອຍນໍ້າຢູ່ອ່າງນ້ອຍຢູ່ທີ່ນັ້ນດ້ວຍ ຈຶ່ງບໍ່ ໄປຢ້ານນາງທຽມນາກລະອາຍອາຈານ (ຍາດໂຍມຫົວໂຄບ).

- ເອົາກັບ......ມາເວົ້າເລື່ອງນາກທີ່ເຂົາຊ່າກັນນັ້ນ ເຂົາບອກວ່າ ໂຕມັນຄືອ່ຽນ ແຕ່ມັນຈະຕ່າງຈາກອ່ຽນທົ່ວໄປ ຕາມ ເບິ່ງໃນຮູບ ເພາະມັນລາຍໆ ເຂົາວ່າແມ່ນເກັດມັນ ເມື່ອເບິ່ງລະອຽດແລ້ວບໍ່ແມ່ນເກັດ ຫາກແມ່ນຜິວໜັງຂອງມັນລາຍໆ ໃຫຍ່ຜິດປົກກະຕິ ເຂົາບອກວ່າມີຄົນໃສ່ໄຊໄດ້ທີ່ບຶງທາດຫຼວງ ສົງໄສຊິແມ່ນບຶ່ງທາດຫຼວງ ທົ່ງນາບຶງໂນນຄໍ້ ຕໍ່ໄອເຕັກ ໂພນທັນນັ້ນລົງໄປໃຕ້ ເພາະແຖວນີ້ບຶງເລິກ ເຂົາເຫັນມັນແປກໆບໍ່ເຄີຍເຫັນມາກ່ອນ ຈຶ່ງນຳເອົາມາເຄນວັດ ແລ້ວຄົນຈຶ່ງແຕກໄປເບິ່ງແໜ້ນວັດ, ຄວາມຊ່າລືປາກຕໍ່ປາກ ດັງໄກໄປໄວກວ່າໂທລະທັດ ວິທະຍຸ ເວບໄຊທ໌ ອິນເຕີເນດ ປະຊາຊົນທົ່ວນະຄອນວຽງຈັນ ພາກັນມາເບິ່ງຈົນແໜ້ນວັດຕລອດວັນ ເຂົາວ່າຫຼາຍວັນດ້ວຍ.

- ເມື່ອສັງເກດຕີລາຄາແລ້ວ ເຫັນວ່າອ່ຽນພວກນີ້ ເປັນພວກສັດປະເພດກາຍພັນ, ສັດທີ່ຈະກາຍພັນໄດ້ນັ້ນ ຄື
1, ເປັນສັດສອງປະເພດໃນວົງດຽວກັນຜະສົມພັນກັນຕາມທັມມະຊາດ.
2. ຄົນມີວິທະຍາການຫຼາຍກໍເຮັດສານເຄມີໄດ້ ກໍເອົາຢິນຂອງສັດສອງປະເພດໃນວົງດຽວກັນໄປປະສົມພັນກັນ ກໍອອກມາເປັນສັດອີກປະເພດນໜຶ່ງ(ອັນນີ້ນັກວິຊາການກະເສດຮູ້ຈັກດີ)
3. ສັດທີ່ຖືກສານເຄມີເອງໂດຍທຳມະຊາດ ແລ້ວຮ່າງກາຍຕ້ານທານກັບສານເຄມີໄດ້ແຕ່ບໍ່ຕາຍ ຢູ່ຕາມທຳມະຊາດໄດ້ ແຕ່ໃນໂຕມັນມີສານເຄມີແລ້ວກໍໄປປະສົມພັນກັນເອງ ສານເຄມີນັ້ນກໍໄປປ່ຽນແປງຢີນຂອງສັດນັ້ນ ອອກລູກມາຜິດປົກກະຕິ ເປັນສັດສອງຫົວ ສາມຂາ ຫ້າຫູອື່ນໆ (ອັນນີ້ບໍ່ວ່າແຕ່ສັດ ຄົນເຮົາກໍເຫັນວ່າມີແລ້ວ ເຊັ່ນຄົນສອງຫົວ ຫຼືຄົນມີເກັດ) ອັນນີ້ ລ້ວນແຕ່ເກີດຈາກຜູ້ເປັນແມ່ ຫຼື້ພໍ່ໄດ້ຮັບສານເຄມີ ພາຍນອກດ້ວຍຊ່ອງທາງຕ່າງ.

- ນັບແຕ່ປີ 1995 ຫຼັງຈາກໂຄງເຮັດຮ່ອງຕົວເມືອງວຽງຈັນສຳເລັດ ເປັນຕົ້ນມານໍ້າເສັຍ ນໍ້າເປັນພິດຈາກຕົວເມືອງໄດ້ໃຫຼມາ ທ້ອນໂຮມຢູ່ບຶງທາດຫຼວງທີ່ຮ່ອງແກ ເຮັດໃຫ້ສານສະສົມຫຼາຍປີ ກໍກາຍເປັນນໍ້າເສັຍ, ສັດສາວາສິ່ງດັບສູນໝົດ, ໂຕທີ່ໜີໄປໄດ້ກໍໜີໄປ ໃນປີ 2000 ເປັນຕົ້ນມາຊາວບ້ານໂນນຄໍ້າ(ແຖວວັດໃໝ່ບ້ານໂນນຄໍ້ ຫຼືບ້ານໂນຄໍ້າທົ່ງ) ພົບການ ອົບພະຍົບຂອງປາຝາອອງທັງໂຕນ້ອຍ ໂຕໃຫຍ່ຂຶ້ນມາໃນໝູ່ບ້ານໄປທາງທິດຕາເວັນອອກ (ສົງໄສໄປບຶງນາຄວາຍ) ມີຫຼາຍຄົນພົບ ພວກເຂົາເຊື່ອວ່າເປັນອຸບາດ ກໍນິມົນພຣະໄປສູດ ໃນປີ 2004 ມີຄອບຄົວໜຶ່ງພົບປາຝາອອງ ຂະໜາດ ໃຫຍ່ປະມານ 1 ແມັດ ນິມົນພຣະໄປສູດ ແລ້ວກໍເອົາປາຝາອອງນັ້ນໄປໄວ້ວັດໜອງຄຳແສນ ຄົນກໍແຫ່ໄປເບິ່ງ, ບັງເອີນຜູ້ ຂຽນຮູ້ຈັກຄົນທີ່ໄດ້ປາຝາອອງໃຫຍ່ ທັງໄດ້ຮູບພ້ອມ ມັນເປັນສີເຫຼືອງຄືຄໍາທັງໂຕ, ຄົນທີ່ຮູ້ຈັກກັນນັ້ນ ໄດ້ເວົ້າເລື່ອງລາວ ໃຫ້ຟັງໝົດ ຈຶ່ງຕາມໄປເບິ່ງຢູ່ໜອງຄໍາແສນ ໄປຮອດວັດໜອງຄໍາແສນແລ້ວ ຄົນທີ່ເຝົ້າປາຝາອອງທີ່ນັ້ນບອກວ່າ ເປັນເຈົ້າໜອງຄໍາແສນ, ທີ່ຂຶ້ນມາສ້າງວັດປ່ຽນເລື່ອງຈາກຄວາມຈິງໄປເລີຍ ອັນນີ້ກໍງຶດ.

- ທ່ານທັງຫຼາຍ ທີ່ນັ່ງຟັງເທດທີ່ນີ້ ເຄີຍຢູ່ທີ່ນີ້ມາກ່ອນ ດຽວນີ້ຍິນສຽງນົກຮ້ອງແນ່ບໍ ? ເຫັນຄົນລົງມາກ້ານກົບເໝືອນເກົ່າບໍ ? ເຫັນຄົນເອົາລົງບຶງເອົາປາບໍ ? ງູເຄີຍຫຼາຍມັນໄປໃສໝົດ ຈະຕອບໃຫ້ກໍໄດ້ບໍ່ແມ່ນຄົນລ່າມັນດອກ ມັນໜີໄປເອງ, ມັນຕາຍ ເພາະສານພິດ, ຢາຂ້າແມງ, ຝຸຍເຄມີ ແລະນໍ້າປົນເປື້ອນ ຈາກສັບພະປິສານເຄມີ ທີ່ບໍ່ໄດ້ຖືກບໍາບັດ ຈາກຕົວເມືອງລົງ ມາຕາມຮ່ອງນັ້ນ ກັກຂັງໄວ້ທີ່ບຶງທາດຫຼວງສິບກວ່າປີແລ້ວ ແລະສານເຄມີຈາກການກະເສດເອງ ບັນດາທ່ານຄົງຈະຍິນ ຫຼືຄົງຈະເຫັນຂ່າວຫອຍເຊີຣີ ໃນຊຸມປີ 1980-1995 ແຕ່ກີ້ທາງການປະກາດວ່າໃຜຈັບໄດ້ຫຼາຍໃຫ້ລາງວັນ ດຽວນີ້ມັນໄປ ໃສໝົດ ບໍ່ຈຳເປັນປະກາດຈັບຫອຍເຊີລີເລີຍ ມັນໜີໄປເອງ ດັບໄປເອງ.

- ຜົນກະທົບນີ້ ບໍ່ສະເພາະແຕ່ສັດສາວາສິ່ງ ແລະສະພາບແວດລ້ອມໃນບຶງທາດຫຼວງ ຊາວນະຄອນຫຼວງວຽງຈັນເຮົາ ທຸກທ່ານໄດ້ຜົນກະທົບທັງໝົດ ບໍ່ວ່າຄົນທຸກ, ຄົນຮັ່ງ, ກຳມະກອນ, ຊາວນາ, ພໍ່ຄ້າ, ຊາວຂາຍ ແລະທ່ານຜູ້ມີເງິນ ມີຄໍາ ເຈົ້າຄົນນາຍຄົນ ລວມທັງພຣະສົງອົງຄະເຈົ້າດ້ວຍ ກໍໄດ້ຮັບອານິສົງນີ້ ໄດ້ທັງນັ້ນ.

- ປູປານານໍ້າ ສັດສາວາສິ່ງໃນບຶງທາດຫຼວງ ຕົວທີ່ມັນບໍ່ຕາຍ ໃນຮ່າງກາຍມັນກໍເຕັມໄປດ້ວຍສານພິດ ມັນສະສົມສານພິດໄວ້ ຊາວປະໂມງ ເຂົາກໍໄປຈັບເອົາສັດນັ້ນ ມາຂາຍໃນທ້ອງຕລາດ ຜູ້ຊື້ແມ່ນຜູ້ມີເງິນ ພວກເຮົາບໍ່ຮູ້ແຫຼ່ງທີ່ມາຂອງອາຫານ ເລົ່ານັ້ນ ເມື່ອເຮົາກິນມັນລົງໄປ ສານພິດເລົ່ານັ້ນກໍສະສົມໄວ້ໃນຮ່າງກາຍເຮົາ ຫຼາຍເກີນຂະໜາດ ກໍກາຍເກີດເປັນໂຣກ, ທ່ານຄົງຈະຍິນສະເໝີວ່າ ຄົນນັ້ນຕາຍຍ້ອນໂຣກຕັບ, ຄົນນີ້ຕາຍເພາະໂຣກຕັບໆໆໆໆ ແລະໂຣກມະເຮັງ ຜູ້ໃຫຍ່ກໍເປັນ ມະເຮັງ ຜູ້ນ້ອຍ ຜູ້ສາວ ຜູ້ໜຸ່ມ ເປັນໄດ້ໝົດໂຣກມະເຮັງ ເທົ່າທີ່ສັງເກດເບິ່ງການປ່ຽນແປງຂອງບ້ານເມືອງເຮົາ ປາ ກົດວ່າໂຣກຕັບ ແລະໂຣກມະເຮັງ ເປັນໂຣກສຸດຮີດຍອດນິຍົມທີ່ສຸດໃນວຽງຈັນ, ທີ່ເຂົາຮຽກວ່າໂຣກຜູ້ກ່ຽວເອງນັ້ນ ສິ່ງເລົ່ານີ້ເກີດຂຶ້ນຈາກອາຫານເປັນພິດທັງນັ້ນ ກ່ອນປີ 1990 ໂຣກມະເຮັງຍິນແຕ່ໃນຂ່າວ ຢູ່ຕ່າງປະເທດ ສຳລັບຊາວລາວ ກໍຄືຊາວນະຄອນວຽງຈັນ ແຕ່ຫຼັງໆມານີ້ ຄືແຕ່ປີ 1995 ຊາວນະຄອນວຽງຈັນໄດ້ເປັນຄົນໄຂ້ຄຸນນະພາບອັນດັບຕົ້ນໆ ທີ່ໂຮງພະຍາບານປະເທດໃກ້ຄຽງ.

- ບາດນີ້ມາເວົ້າເລື່ອງນາກ ໂຕທີ່ຊ່າກັນ, ເທົ່າທີ່ເຂົາຖ່າຍຮູບມາໃຫ້ເບິ່ງນັ້ນ ເບິ່ງຄັກໆແມ່ອ່ຽນ, ແຕ່ວ່າອ່ຽນສອງໂຕນີ້ ມັນເປັນອ່ຽນພິເສດ ກົງທີ່ມັນມີລາຍໃຫຍ່ໆ ເບິ່ງແລ້ວ ເໝືອນເກັດ ຫາກເຮົາເບິ່ງບໍ່ພິຈາຣະນາແມ່ນເກັດມັນແທ້ໆ ແຕ່ຜູ້ຂຽນເບິ່ງໃນຮູບລະອຽດແລ້ວ ມັນເປັນໜັງອ່ຽນແທ້ໆ ເປັນຫຍັງມັນຈຶ່ງເປັນອ່ຽນ ທີ່ຕ່າງຈາກອ່ຽນທົ່ວໄປ ຕອບໄດ້ຢ່າງບໍ່ຕ້ອງລັ່ງເລ ເປັນອ່ຽນກາຍພັນ ທີ່ເກີດຈາກອາຫານ ແລະອາກາດເປັນພິດນັ້ນເອງ.

- ປະຊາຊົນຄົນລາວ ດຽວນີ້ຫັນໄປນັບຖືນາກເປັນທີ່ຫຼວງຫຼາຍທັງໆ ທີ່ບໍ່ເຄີຍເຫັນນາກມາກ່ອນຈັກເທື່ອ ເຫັນງູກະເຂົ້າໃຈວ່ານາກ ເຫັນອີສັງແປກໆ ກໍເຂົ້າໃຈວ່ານາກ ເຊັ່ນ ຮອຍ ຫຼືຕົ້ນພ້າວ ຕົ້ນກ້ວຍວິປະລາດ ກາວ່ານາກໄປໝົດທີບ (ຄົນລາວບູຮານວ່າຂອງເລົ່ານີ້ເປັນອຸບາດ) ເຊັ່ນ ໄກ່ສີ່ຂາ, ໝາອອກລູກເທິງເຮືອນ, ຕົ້ນກ້ວຍອອກປີກາງຕົ້ນ ແລະອື່ນ ຂອງແບບນີ້ເຂົາຕ້ອງນິມົນພຣະມາສູດອຸບາດ ແຕ່ຄົນດຽວນີ້ຖືວ່າຂອງເລົ່ານີ້ເປັນມຸງຄຸນ ພາກັນໄປຂາບໄປໄຫວ້ ດີບໍ່ດີມີຮອດຄົນເຂົ້າຊົງພຣະຍານາກ ມາໃບ້ຫວຍໃຫ້ຮຽບຮ້ອຍ ນັບວ່າໝໍຊົງສວຍກາລະໄດ້ເໝາະໂອກາດ ສ້າງປະໂຫຍດເຂົ້າກັບຍຸກກັບສະໄໝ ທັບກັບຍຸກ ໄດ້ດີຢ່າງໜ້າງຶດງໍ້ອັດສະຈັນໃຈ.

- ນາກດຽວນີ້ຕ່າງກັບນາກບູຮານ, ຄົນບູຮານຖືວ່ານາກ ເປັນເຄົ້າຕະກູນຂອງຕົນ ນາຄະ ແປວ່າຜູ້ມີລິດສາມາດປົກປ້ອງຄຸ້ມຄອງຄົນໄດ້ ໃຜກໍຕາມທີ່ມີຄວາມມາດ ສາມາດປົກຄອງຄົນໄດ້ ຍົກໃຫ້ເປັນເຈົ້າຄົນ ນາຍຄົນ ບຸກຄົນນັ້ນບົກຖານັນດອນສັກວ່າ ນາຄະ  (ເຈົ້າຂອງຄົນ ທຽບໄດ້ກັບເຈົ້ຊີວິດ ຫຼືຣາຊາ) ແຕ່ຄົນດຽວນີ້ຖືສັດເດັຍຣະສານເປັນນາກ, ແລະໄຫວ້ວອນສັດເດັຍຣະສານໄປທົ່ວສັງຄົມ ສັງຄົມກໍກາຍເປັນສັງຄົມສັດໄປ.

- ຂຶ້ນຊື່ວ່າສັດ ບໍ່ປະເສີດເທົ່າກັບຄົນ, ພວກເຂົາຈະມີຣິດທານຸພາບຫຼາຍພຽງໃດກໍຕາມ ທາງພຸດທະສາສນາເຮົາ ຖືວ່າພວກນີ້ນອກຮີດ ແມ່ນຈະທໍາຄວາມດີໄດ້ ກໍບໍ່ສາມາດ ບັນລຸມັກ ຜົນ ນິພານໄດ້ ດັ່ງທີ່ເຮົາໄດ້ຍິນໃນເລື່ອງພຸດທະປະວັດ ຫຼືພຣະໄຕປີດົກທີ່ພຣະສົງມັກເອົາມາເທດສະເໝີ ທີ່ກ່າວເຖິງນາກສັດທາໃນສາສນາປອມຕົວມາບວດ ພຣະພຸດທະເຈົ້າຮູ້ແລ້ວ ແຕ່ບວດໃຫ້ (ເພື່ອຈະເປັນຕົ້ນເຫດບັນຍັດສິກຂາບົດ) ໃນທີ່ສຸດນາກປອມໂຕນັ້ນ ກໍຄືນສະພາບເປັນນາກເໝືອນເດີມ ສົງນໍາເລື່ອງຂາບທຸນພຣະພຸດທະເຈົ້າໆກໍໃຫ້ສິກ ເພາະວ່າສັດເດັຍຣະສານບວດໃນສາສນາບໍ່ໄດ້.

- ເຮົາເຫັນແລ້ວວ່າ ນາກ ມີຣິດຂະໜາດໃດ ແປງກາຍເປັນຄົນໄດ້ ພຣະພຸດທະເຈົາຍັງຫ້າມບໍ່ໃຫ້ບວດໃນສາສນາ, ການທີ່ຈະສ້າງຕົນໃຫ້ບັນລຸມັກຜົນນັ້ນ ມີແຕ່ມະນຸດເທົ່ານັ້ນ ແມ່ນແຕ່ມະນຸດເອງ ຫາກມີຄວາມເຫັນຜິດ ເປັນເດັຍຣັດຖີ ກໍຍັງຫ້າມບວດ ຫ້າມສະຫວັນຫ້າມນິພານ, ທ່ານທັງຫຼາຍຄົງເຫັນນໍາກັນແລ້ວວ່າ ນັບແຕ່ໂລກເກີດຂຶ້ນມານີ້ ເທົ່າທີ່ປະວັດສາດບັນທຶກໄວ້ ມີແຕ່ມະນຸດເທົ່ານັ້ນສ້າງໂລກ ມະນຸດປະເສີດກວ່າສັດທັງປວງ ເອົາແຕ່ໄລຍະຊີວິດເຮົານີ້ ທ່ານທັງຫຼາຍພໍມີປະສົບການແລ້ວເຊັ່ນກັນ ຄື ທ່ານທັງຫຼາຍຄົງຈະໄດ້ລ້ຽງແມວ, ໝາ, ເປັດ, ໄກ່່, ງົວ, ຄວາຍ, ທ່ານເຄີຍເຫັນສັດເລົ່ານີ້ ພັດທະນາການກ້າວໜ້າໄປຮອດໃສລະ ມັນເຄີຍຮ້ອງຈັ່ງໃດ ກໍຮ້ອງຈັ່ງຊັ້ນ ບໍ່ແມ່ນຮ້ອງດັ່ງນັ້ນ ສະເພາະແຕ່ໃນຍຸກຂອງເຮົານີ້ ມັນຮ້ອງຕັ້ງແຕ່ເກີດມີສັດເລົ່ານີ້ ນັ້ນກໍສະແດງວ່າສັດບໍ່ພັດທະນາເໝືອນກັບມະນຸດ, ທ່ານເຄີຍສັງເກດທ່ານເອງບໍວ່າ ແຕ່ກ່ອນທ່ານ ອ່ານໜັງສືບໍ່ເປັນ ດຽວນີ້ອ່ານເປັນແລ້ວ, ເວົ້າຝຣັ່ງ, ອັງກີດບໍ່ເປັນ ດຽວນີ້ເວົ້າໄດ້, ແຕ່ກ່ອນຂັບລົດບໍ່ເປັນດຽວນີ້ ເກ່ງປານຫຍັງ ? ນະຄອນຫຼວງວຽງຈັນເຮົາ ແຕ່ກ່ອນນ້ອຍໆ ດຽວນີ້ກວ້າງຂວາງ ແລະຈະເລີນກ້ໜ້າໄປຫຼາຍດ້ານ ໃຜເປັນຜູ້ສ້າງມັນ ສັດຫຼືມະນຸດລະ, ດຽວນີ້ສິ່ງທັນສະໄໝຫຼວງຫຼາຍພາຍມາກ ເຄື່ອງຄອມພິວເຕີ ໂທຣະທັດ ອິນເຕີເນັດ ແລະອື່ນໆ ທັງໝົດນີ້ລ້ວນແຕ່ເກີດຈາກມັນສະໝອງ ແລະນໍ້າມືມະນຸດທີ່ພັດທະນາ ແລ້ວທ່ານຍັງຈະໄປໄຫວ້ສັດຢູ່ຫຼື.

- ຄົນທີ່ໄຫວ້ມະນຸດດ້ວຍ ຊື່ວ່າເປັນມະນຸດ ຄົນທີ່ເຄົາຣົບຕົນ ຄົນນັ້ນເປັນມະນຸດທີ່ສົມບູນ ຄົນທີ່ໄຫວ້ພຣະຢ່າງນ້ອຍ ເປັນຄົນມີທັມ ກົງກັນຂ້າມຄົນທີ່ໄຫວ້ສັດ ຫຼືເຜດຜີ ຄົນນັ້ນກໍຕໍ່າກວ່າຜີ ເຖິງຈະເປັນເຈົ້າຄົນ ນາຍຄົນ ຮັ່ງມີ, ຮ່າງກາຍສົມບູນ ສວຍງາມກໍຕາມ ຈິດໃຈບໍ່ສູງກວ່າສັດແລະຜີ ກໍຕໍ່າກວ່າເຜດ ແລະຜີນັ້ນເອງ.

- ໃນທາງພຸດທະສາສນາກ່າວວ່າ ອະບາຍະພູມ ທີ່ຢູ່ຊັ້ນຕໍ່າກວ່າມະນຸດ ແລະທໍາບາບກໍໄປສູ່ອະບາຍະພູມ 4 ຄື ສັດໜຶ່ງ, ເຜດໜຶ່ງ, ອະສຸຣະກາຍໜຶ່ງ ແລະນະຣົກໜຶ່ງ, ພວກນີ້ທໍາບາບ ແລະມີສັກກະຍະພາບຕໍ່າກວ່າມະນຸດ ຫາກມະນຸດຍັງໄຫວ້ ຍັງບູຊາ ກໍມີສັກກະຍະພາບທາງຈິດຕໍ່າກວ່າອະບາຍ 4 ນັ້ນແລ.

- ເທສະນາ ປະຣິໂຍສາເນ ໃນອາວະສານແຫ່ງເທດໜານີ້ ຂໍໃຫ້ທ່ານທັງຫຼາຍຈົ່ງມີສະຕິ ມີປັນຍາ ມີສັດທາໝັ້ນຄົງ ພັດທະນາຕົນ ພັດທນາຄົນ ແລະພັດທະນຊີວິດຈິດໃຈ ໃຫ້ສູງ ມີອາຍຸ ວັນນະ ສຸຂະ ຜະລະເທີ້ນ.

Tuesday 18 September 2012

ກາງພັນສາພຣະສົງໄປນອນທີ່ຄ້າງຄືນທີ່ອື່ນໄດ້ບໍ ?

- ພໍ່ອອກເຮົາສ້າງຄວາມສົນໃຈບໍ່ຢອກ ກ່ຽວກັບການຈຳພັນສາ ຂອງພຣະສົງ-ສາມະເນນ "ເພາະຕາມ ວິໄນແລ້ວ ພຣະສົງຈຳພັນສາ ຄືຈຳຢູ່ໃນລະດູຝົນ ຕລອດສາມເດືອນ ຄືບໍ່ໄປນອນແຮມຄືນທີ່ອື່ນ.
- ດ້ວຍເຫດນັ້ນ ຍາດໂຍມຈຶ່ງຖືວ່າ ພຣະສົງຕ້ອງຢູ່ສະເພາະແຕ່ໃນວັດ ໄປໃສມາໃສບໍ່ໄດ້ໃນໄລຍະທີ່ຈຳ ພັນສານີ້.
- ບາງຄົນເຖິງກັບວ່າ "ບໍ່ໄປໃສມາໃສຕີຍາມກາງພັນສາ ?", ບາງຄົນໄປຫາຄູບາງ ບັງເອີນບໍ່ພົບເພິ່ນ ເມື່ອໄປຮອດວັດແລ້ວ ຮູ້ວ່າເພິ່ນໄປປາກເຊ ກໍຕິຕຽນໄປພຣະໂດຍບໍ່ຮູ້ສຶກຕົວ "ເອົາຄືວ່າໄປປາກເຊ ບໍ່ຈຳພັນສາບໍ່" ຕິແບບນີ້ຍັງໃຄ "ບາງຄົນຕິວ່າ "ເປັນພຣະອີສັງບໍ່ຮູ້ຮີດຮູ້ຄອງ ຍາມກາງພັນສາ ກະຍັງໄປທີ່ອື່ນ" 555555 ແບບນີ້ ກາຍເປັນນັກບຸນຂີ້ບາບແນ່ນອນ.
- ບາງຄົນກໍຕັ້ງໃຈ ມາຖາມອາຈານເອງເລີຍ ເພາະເພິ່ນເຫັນພຣະວັດເພີ່ນໄປທຸຣະຕ່າງແຂວງ ຫຼືຕ່າງ ປະເທດ, ຖາມກົງເລີຍ "ພຣະອາຈານບ້ານຂະນ້ອຍ ຕ່າງແຂວງ 2-3 ວັນຍັງບໍ່ກັບ, ກາງພັນສາ ພຣະສົງ ໄປນອນທີ່ອື່ນໄດ້ຊັ້ນບໍ ຂ້ານ້ອຍ ?" ເລົ່ານີ້ເປັນຕົ້ນ.

ກ່ຽວຄຳຖາມທີ່ວ່າ "ຈຳພັນສາແລ້ວ ໄປນອນທີ່ອື່ນໄດ້ບໍ" ? ຕອບວ່າ "ໄດ້".

- ຄືຢູ່ໃນລະຫວ່າງຈຳພັນສາ ອັນໝາຍເຖິງຈຳຢູ່ໃນສະຖານທີ່ໃດທີ່ໜຶ່ງຕລອດລະດູຝົນ, ໃນຂະນະຈຳ ພັນສາຢູ່ນັ້ນ ພຣະພຸດທະເຈົ້າຊົງອະນຸຍາດໃຫ້ໄປໄດ້ ແຕ່ຕ້ອງໄປບໍ່ເກີນ 7 ຄືນ, 7 ວັນ, ພາສາປາລີ ຮຽກວ່າ "ສັຕຕາຫະກະຣະນີຍະ" ຄືເມື່ອມີເຫດອັນຄວນໃຫ້ໄປໄດ້ບໍ່ເກີນ 7 ວັນ (ເຫດອັນຄວນ ກໍຕ້ອງ ໃຫ້ຖືກຕ້ອງຕາມພຸດທະກຳນົດດັ່ງນີ້)

1. ພໍ່, ແມ່, ຄຣູບາອາຈານເຈັບປ່ວຍໄຂ້ ບຸກຄົນທັງສາມນີ້ ພຣະສົງສາມາດສັຕຕາຫາໄປ ເພື່ອຮັກສາ ພະຍາບານ ຫຼືປິ່ນປົວພະຍາດໄດ້ ຖີ ວ່າເປັນການໄປທຳຄວາມກະຕັນຍູ ແຕ່ຕ້ອງບໍ່ເກີນ 7 ວັນ.

2. ເພື່ອສະຫະທະມິກຢູ່ຕ່າງວັດ ມີຄວາມກະສັນຢາກສຶກ ໄປເພື່ອຫ້າມປາມເຂົາ, ແຕ່ຕ້ອງບໍ່ເກີນ 7 ວັນ.

3. ວັດເພພັງ ໄປຫາສັມພາຣະ ເຄື່ອງວັດສະດູມາສ້ອມແປງວັດທີ່ເພພັງນັ້ນ ແຕ່ກ່ອນການສ້າງວັດ ຕ່າງໆບາງທີພຣະສົງຫາໄມ້ ຫວາຍ ເຄືອມາເຮັດເອງ ການຈະຫາສິ່ງເລົ່ານີ້ຫາວັນດຽວບໍ່ສຳເຣັດ ຕ້ອງໄປ ຫຼາຍວັນ ແຕ່ບໍ່ໃກ້ເກີນ 7 ວັນ.

4. ຂໍ້ສຸດທ້າຍ ໄດ້ຮັບກິດນິມົນ ໄປຈະເລີນສັດທາຂອງຍາດໂຍມ ໄປໄດ້ ເຊັ່ນ ຍາດໂຍມຢູ່ຕ່າງບ້ານ ຕ່າງເມືອງ ນິມົນໃຫ້ໄປທຳບູນສັງຄະທານເລົ່ານີ້ເປັນຕົ້ນ ຖືວ່າເປັນການໄປຈະເຣີນສັດທາ ແລະໃຫ້ ກຳລັງໃຈຍາດໂຍມ ແຕ່ບໍ່ໃຫ້ເກີນ 7 ວັນ.

- ການຈະເດີນທາງໄປ ເມື່ອຮູ້ວ່າຈະລ່ວງລາຕີແຕ່ 1 ຄືນເຖິງ 7 ຄືນນັ້ນ, ພຣະສົງຕ້ອງທຳພິທີທີ່ວັດສາ ກ່ອນຈຶ່ງໄປໄດ້ ຮຽກວ່າ "ຂໍສັດຕາຫະ" ກັບເພື່ອສະຫະທະມີກດ້ວຍກັນ ອັນເປັນພຣະສົງ ຄື ເຈົ້າອະທິການວັດ ຫຼືພຣະສົງອົງໃດອົງໜຶ່ງກ່ອນ ຈຶ່ງໄປໄດ້.

(ອັນນີ້, ຂຽນເພື່ອແກ້ຂໍ້ສົງໄສ ຜູ້ທີ່ຖາມ ເຊິ່ງຖືວ່າຄົນມີປັນຍາສົມຄວນ ເມື່ອມີຄວາມສົງໄສ ແລ້ວກໍຖາມ ຖືວ່າດີກວ່າ ຜູ້ບໍ່ຮູ້ ແລ້ວສົງໄສ ຊໍ້າບໍ່ພໍຍັງໄດ້ຕ້ອງຕິພຣະສົງອົງຄະເຈົ້າ ເປັນອະທິກັມລ້າໆໆ)

ຄຳສັຕຕາຫະ
- ສັຕຕາຫະກາຣະນີຍັງ ກິຈຈັງ ເມ ອັຕຖິ, ຕັສ໌ມາ ມະຍາ ຄັນຕັພພັງ, ອິມັສ໌ມິງ ສັຕຕາທັພພັນຕະເຣ ນິວັຕຕິສສາມິ ຯຯ
(ກິຈທຸຣະທີຄວນທຳໃນ 7 ວັນ ມີແກ່ຂ້ານ້ອຍ ຂ້ານ້ອຍເພິ່ງໄປ ຂ້ານ້ອຍຈະກັບມາພາຍໃນ 7 ວັນ)

Wednesday 12 September 2012

ເມືອງເຊລຳເພົາ ແລະເມືອງທາລາບໍຣິວັດ


ເມືອງເຊລຳເພົານັ້ນ ເປັນເມືອງເກົ່າແກ່ຂຶ້ນກັບນະຄອນຈຳປາສັກເດີມ, ຈວບເຖິງປີ ຈສ, 1247 ເຈົ້າຄອງນະຄອນຈຳປາສັກ ໄດ້ມີໝາຍບອກຂອງຫຼວງນາລາ(ຄຳຜຸຍ) ຜູ້ຊ່ວຍເຈົ້າເມືອງເຊລຳເພົາ (ທີ່ບ້ານທ່າໄຮ) ບຸດພຣະນະຣົງພັກດີ(ອິນ) ເຈົ້າເມືອງເຊລຳເພົາ, ຍົກໃຫ້ເປັນພຣະຍາພັກດີ ສຣີສິດທິສົງຄາມ ເຈົ້າເມືອງຟຜດເກົ້າໃຫ້ຂະໜານນາມເມືອງເຊລຳເພົາໃໝ່ ເປັນເມືອງທາຣາບໍຣິວັດ, ຂຶ້ນກັບນະຄອນຈຳປາສັກ, ພຣະຍາພັກດີສຣີສິດທິສົງຄາມ ໄດ້ຍົກຍ້າຍໄປຢູ່ບ້ານເດີມ ທີ່ບ້ານເວີນຄ້ອງ ກົງກັນຂ້າມກັບເມືອງຊຽງແຕງ ແລ້ວແຕ່ງກັມມະການເປັນຊຸດເມືອງທາຣາບໍຣິວັດຂຶ້ນໃໝ່ ອີກຕ່າງ ຫາກ ສ່ວນເມືອງເຊລຳເພົາກໍຄົງທີ່ຕຳແໜ່ງຜູ້ຮັກສາເມືອງ ກົມການເມືອງຢູ່ຕາມເດີມ ແລ້ວພຣະຍາ ມະຫາອຳມາດ ຈຶ່ງມີກາຈຸລະຣາຊະສີ ຕັ້ງຫຼວງພັກດີ (ບຸນຈັນ) ບຸດພຣະນະຣົງພັກດີ ເປັນເຈົ້າເມືອງ ເຊລຳເພົາ (ບ້ານທ່າໄຮ) ເປັນພຣະພັກດີພູມະເຣັກ, ກອງນອກຊ່ວຍເຜິ້ງມີຕຳແໜ່ງເປັນປລັດ ຍົກກະ ບັດມະຫາດໄທເປັນ ວຽງ ວັງ ຄັງນາ ຊຸດເມືອງເຊລຳເພົາ(ບ້ານທ່າໄຮ) ຢູ່ຕາມເດີມ ບັງຄັບການປົກ ຄອງ ແຍກຈາກເມືອງທາຣາບໍຣິວັດ, ຝ່າຍລະຟາກຫ້ວຍຕາລວດ ເມືອງເຊລຳເພົາ, ໃນເວລານັ້ນຝ່າຍ  ເໜືອຕັ້ງແຕ່ຫ້ວຍລະອັອກ ເມືອງສະພັງພູຜາ(ບ້ານສະພັງປັດຈຸບັນ) ລົງໄປເຖິງຄອງສຽມໂບກ ຕໍ່ຂະ     ເໝນນອກພຣະຣາຊະອານາເຂດ ຝ່າຍໃຕ້, ທິດຕາເວັນຕົກ ເຖິງຕາແສງກັງສວາຍ ຕໍ່ເຂດແດນເມືອງ ມະໂນໄພ.

ຄັດຈາກໜັງສືພົງສາວະດານເມືອງໂຂງ ໄດ້ຈາກຫໍສະໝຸດ ຫ້ອງການທີ່ວ່າເຈົ້າຄະນະແຂວງສີທັນດອນ ທີ່ວັດກາງໂຂງ ເມືອງໂຂງ.