Thursday 3 November 2011

ຄຳບູຮານວ່າ "ຫາບບໍ່ໜັກ, ຕັກບໍ່ເຕັມ, ເຄັມບໍ່ຈືດ, ມືດບໍ່ແຈ້ງ" ໝາຍຄວາມວ່າແນວໃດ ?

ຄຳບູຮານວ່າ "ຫາບບໍ່ໜັກ, ຕັກບໍ່ເຕັມ, ເຄັມບໍ່ຈືດ, ມືດບໍ່ແຈ້ງ" ໝາຍຄວາມວ່າແນວໃດ ?
ຫາບບໍ່ໜັກ = ຄືບຸນ ແລະວິຊາຄວາມຮູ້
ຕັກບໍ່ເຕັມ = ຄວາມໂລບ ຢາກໄດ້ບໍ່ມີເຕັມຈັກເທື່ອ ໄດ້ແລ້ວກໍໄດ້ອີກ
ເຄັມບໍ່ຈີດ = ຄຸນງາມຄວາມດີ ທີ່ທຳແລ້ວ.
ມືດບໍ່ແຈ້ງ = ໄດ້ແກ່ຄວາມບໍ່ຮູ້ແຈ້ງ ຫຼືອະວິຊຊາ ແລະຄວາມຫຼົງໄຫຼມົວເມົາ ແລະຄວາມອວດໂຕໂອຫັງ .

ເຊິ່ງອະທິບາຍໃຫ້ໄດ້ເນື້ອຄວາມ ດັ່ງລຸ່ມນີ້

໑. ຫາບບໍ່ໜັກ: ໄດ້ແກ່ບຸນ ຫຼືວິຊາຄວາມຮູ້ຕ່າງໆ ທີ່ມີຢູ່ຢ່າງບໍ່ຈັກໝົດສິ້ນ ຄົນຜູ້ສະແຫວງຫາເອງ ກໍບໍ່ຈຳເປັນຕ້ອງແບບຫາບ ເມື່ອໄດ້ມາແລ້ວກໍບໍ່ໄດ້ແບກ ຫາບຫຼືຖືໄວ້ກະບໍ່ໜັກ ມີແຕ່ອຸດົມສົມບູນເພີ່ມພູນຂຶ້ນໃນໃນຊີວິດ ແນວຄິດແລະການກະທພຂອງເຂົາຄົນນັ້ນ, ກາຍເປັນຜູ້ມີມັນສະໝອງ ແລະອຸດົມສົມບູນພອກພູນປັນ ຍາຂຶ້ນຕື່ມຊັກໃຊ້ ເມື່ອເຖິງຄາວເອົາອອກມາໃຊ້ກໍໃຊ້ໄດ້ເລີຍ ບໍ່ມີອັນຍາກອັນຊາ ຫຼືຜູ້ມີບຸນບຸນນັ້ນມັນກະຢູ່ຄູຕົວເຮົາບໍ່ໜັກບໍ່ໜາ ຜູ້ມີບຸນກໍເບົາກາຍເບົາໃຈ ເມື່ອໄພມາເຖິງບຸນນັ້ນກໍປົກປ້ອງຄຸ້ມຄອງໄດ້ ສະນັ້ນຄວາມຮູ້ວິຊາການ ແລະບຸນຍະສົມພານນີ້ຫາກບໍ່ໜັກ.

໒. ຕັກບໍ່ເຕັມ: ໄດ້ແກ່ຄວາມໂລບ ອັນເປັນຄວາມຕ້ອງຢາກໄດ້ໂດຍບໍ່ມີທີ່ສິ້ນສຸດ ມະນຸດເຮົາຍິ່ງມີ ຍິ່ງຢາກໄດ້ໂດຍບໍ່ມີເມືອງພໍ ອັນນີ້ເຮົາບໍ່ຈຳເປັນຕ້ອງອະທິ ບາຍໃຫ້ຫຼາຍ ເພາະປະສົບການທີ່ພວກເຮົາເຈົ້າທ່ານປະສົບພົບພໍ້ກັນທຸກວັນນີ້ ກໍຫຼາຍເກີນທີ່ຈະບັນຍາຍແລ້ວ.

໓. ເຄັມບໍ່ຈືດ: ໄດ້ແກ່ຄຸນງາມຄວາມດີ ທີ່ບຸກຄົນໄດ້ທຳໄວ້ດີແລ້ວ ຍ່ອມສາມາດຄົງທົນຢູ່ຢ່າງນັ້ນເໝືອນດັ່ງເກືອຮັກສາຄວາມເຄັມສັນໃດ, ເຄັມໃນທີ່ນີ້ ໝາຍເຖິງ ຄົນທີ່ດີ ແລະຄົນທີ່ທຳບຸນໄວ້ແລ້ວ ແມ່ນສະພາວະການຈະປ່ຽນແປງໄປເຊັ່ນໃດ ຄົນຜູ້ນັ້ນຈະບໍ່ອັນຕະຣະທານໄປກັບສະພາບການ ປ່ຽນແປງ ດັ່ງກັບເກືອ ທີ່ຢູ່ໃນຖົງ ກັບເກືອທີ່ແທລົງຈອກນຳ້ແລ້ວ ມັນກໍຍັງມີຄວາມເຄັມຢູ່ ຫຼາຍຫຼືນ້ອຍ ກໍຢູ່ທີ່ປະຣິມານຂອງເກືອ ແລະນຳ້.

໔. ມືດບໍ່ແຈ້ງ: ໄດ້ແກ່ຄວາມບໍ່ຮູ້ແຈ້ງ ຫຼືອະວິຊຊາ ແລະຄວາມຫຼົງໄຫຼມົວເມົາ ແລະຄວາມອວດໂຕໂອຫັງ ນອກຈາກບໍ່ສາມາດທີ່ຈະໃຫ້ຜູ້ນັ້ນ ເຫັນແຈ້ງໃນທັມ ໃນຊີວິດແລ້ວ ຍັງຕ້ອງທຳລາຍໃຫ້ຄົນຜູ້ນັ້ນຕ້ອງເສື່ອມຊາມ ແລະອັນຕະຣະທານໄປໃນທີ່ສຸດໄດ້, ບໍ່ສະເພາະແຕ່ຕົວເຂົາ ຄອບຄົວ ສັງຄົມ ແລະປະເທດຊາດບ້ານເມືອງ ກໍຈັກຕ້ອງຕົກຕ່ຳລຳພອຍໄປກັບຄວາມມືດບອຂອງເຂົາດ້ວຍ.

- ທັງໝົດນີ້ ຈຶ່ງເປັນອະມະຕະວາຈາ ທີ່ຄົນລາວບູຮານໄດ້ຝາກໄວ້ຢ່າງປິດສະໜາ ສອນລູກສອນຫຼານລາວໃຫ້ການເປັນຄົນມີຄວາມຮູ້ປົກປ້ອງຕົນ ຄົນ ແລະຊາດມາໄດ້ເຫິງນານ ຫາກຄົນປັດຈຸບັນຍັງບໍ່ທັນມອງເຫັນຄຳບູຮານເລັກໆນ້ອຍນີ້ວ່າເປັນຂອງດີແລ້ວ ລາວເຮົາກໍຈະກາຍເປັນພຽງແຕ່ຊື່ປະດັບໂລກ ໂດຍປາສະຈາກຄຸນນະໂຫຍດໃດໆ ຫາກຄົນລາວຍັງເຫັນວ່າຄົນບູຮານ ແລະຄະຕິບູຮານເປັນຂອງລ້າສະໄໝແລ້ວ ບໍ່ນຳເອົາສິ່ງເລົ່ານີ້ມາວິໄຈ ວິຈານ ເພື່ອພັດທະນາຕົນ ຄົນ ແລະຊາດແລ້ວ ມີແຕ່ປ່ອຍໃຫ້ອະວິຊາ ຕັນຫາ ແລະຄວາມມືດບອດເຂົ້າຄອບງຳ ຊາດລາວເຮົາຄົງຈະເປັນສິ່ງທີ່ຊາດອື່ນດູຖູກເອົາໄວ້ ແລ້ວມີແຕ່ຄຽດແຕ່ບໍ່ຈັກຄິດ ຊີວິດກໍເສົ້າໝອງ ແລ້ວລະນານວນນາ.