- ຊິວິດທຸກຊີວິດ ໄປສູ່ທາງດຽວກັນ ຄື ຕາຍ, ຄຳວ່າຕາຍ ຄືການສິ້ນລົມຫາຍໃຈ ເມື່ອສິ້ນລົມຫາຍໃຈແລ້ວ ຮ່າງກາຍນັ້ນກໍເຄື່ອນເໜັງໄປເອງບໍ່ໄດ້ ຮ່າງກາຍເຄື່ອນເໜັງບໍ່ໄດ້ເພາະກາຍຕາຍນັ້ນ ພາສາລາວເຮົາເຂົາຮຽກວ່າສົບ. ຂຽນແບບບູຮານລາວ "ສົພ" ຫຼືຊາກສົບ, ມາຈາກພາສາປາລີ ທີ່ຂຽນ ແລະອອກສຽງ ດ້ວຍ (ສ-ມໍຫຼັງຂວຳ້ "ສວ"), ພາສາສັນສະກິດ ກໍຂຽນວ່າ "ສວ" (ແຕ່ຂຽນດ້ວຍ ສ.ຄໍ)
- ສົພ (ປັດຈຸບັນຂຽນ "ສົບ") ໃນພາສາລາວນັ້ນ ໄດ້ດັດແປງມາຈາກພາສາປາລີ ແລະສັນສະກິດ ແລະຂຽນໃຫ້ຖືກຕາມໄວຍາກອນປັດຈຸບັນວ່າສົບ, ຄື ເດີມເປັນ "ສວ" ແປງ "ວ" ເປັນ "ພ" ແລ້ວກໍ ແປງອະສອງຕົວໃຫ້ເປັນ ໄມ້ ×ົ ຈຶ່ງຂຽວວ່າ "ສົພ", ຄຳວ່າຊາກສົບ ໝາຍເຖິງຮ່າງກາຍທີ່ໝົດສະພາບ ໄຣ້ວິນຍານ, ບາງຄົນກໍວ່າ ຊາກຜີຕາຍ, ສົບຜີຕາຍກະມີ.
- ມະນຸດທຸກຄົນ ກ່ອນຕາຍບໍ່ມີໃຜຮູ້ດອກວ່າຈະໄປໃສ ? ແລະທຸກຄົນຈະບໍ່ຮູ້ວ່າຕົນຈະຕາຍເມື່ອໃດ, ຄົນບາງພວກຍັງບໍ່ເຊື່ອວ່າຕົນຈະຕາຍກະຍັງມີ, ຫຼືເຖິງຄາວແລ້ວຍັງບໍ່ຢາກຕາຍທັງນັ້ນ ແຕ່ມີຫຼາຍຄົນຮູ້ວ່າຕົນຈະຕ້ອງຕາຍ ແລະກໍຫວັງວ່າກ່ອນຈະຕາຍຢາກຈະໄປສູ່ທີ່ດີກວ່າ ຈຶ່ງຂົນຂວາຍທຳບຸນ ສຶກສາທັມ ປະຕິບັດທັມ ໄຫວ້ພຣະສູດມົນພາວະນາ ເຂົາຮຽກວ່າມີສະຕິກ່ອນຕາຍ ຄັນເຖິງຄາວຕາຍຕ້ອງຕາຍຢ່າງມີສະຕິ.
- ຄົນຄູ່ມື້ນີ້ ຕາຍແບບຫຼົງສະຕິ ຫຼືຕາຍແບບໂງ່ເຂົາເປັນສ່ວນຫຼາຍ ແຕ່ຄົນລາວຊາວອານາຈັກລ້ານຊ້າງໃນອະດີດ ເຂົາມີຄວາມເຊື່ອເລື່ອງຕາຍແບບມີ ສະຕິ ຄື ເຊື່ອວ່າການເກີດ, ແກ່, ເຈັບ, ຕ້ອງໂທດ, ແລະຕາຍ ເປັນຂອງຈິງໃນໂລກ, ເມື່ອເກີດມາສະພາບຕ່າງໆທີ່ເຂົາເຫັນຢູ່ລ້ວນແຕ່ມີຈິງໃນໂລກ, ເຂົາເຊື່ອເມື່ອຕາຍໄປແລ້ວ ສິ່ງເຫຼົ່ານີ້ຕ້ອງມີຈິງໃນໂລກອື່ນ, ເຂົາເຊື່ອວ່າ ຄວາມເກີດ, ຄວາມແກ່, ຄວາມເຈັບ, ຄວາມຕ້ອງໂທດ ແລະຄວາມຕາຍ ເຂົາຈະຕ້ອງໄດ້ພົບ ແລະເຊື່ອວ່າສິ່ງເລົ່ານີ້ ຄືເທວະທູຕ.
- ເທວະ-ທູຕາ ເປັນພາສາປາລີ, ຄື ທູຕຂອງເທວະດາ, ມະນຸດເຫັນສິ່ງທີ່ຮອບຕົວເຂົາວ່າເປັນເທວະທູຕ, ພຣະພຸດທະອົງເອງ ກ່ອນຈະສະເດັດອອກ ບວດກໍເຫັນເທວະທູຕເລົ່ານີ້ ເທວະທູຕ ມີ ໕ ຢ່າງ ຄື.
໑.ຄວາມເກີດ.
໒. ຄວາມແກ່.
໓. ຄວາມເຈັບ.
໔. ຄວາມຕ້ອງໂທດ.
໕. ຄວາມຕາຍ.
- ເມື່ອເຫັນຄົນແກ່, ຄົນເຈັບ, ຄົນຕ້ອງໂທດ ແລະຄົນຕາຍ, ທາງພຸດທະສາສນາສອນໃຫ້ຄົນນ້ອມນຶກມາໃສ່ຕົວ ຈົນເກີດຄວາມສະຫຼົດສັງເວດໃຈ ບໍ່ກ້່າທຳບາບກັມ, ດ້ວຍເຫດນັ້ນຄົນບູຮານ ຈຶ່ງຮຽນຄາຖາເທວະທູຕ ແລະສູດທ່ອງທຸກວັນໆໆບໍ່ໄດ້ຂາດ.
- ໃນເວລາຕໍ່ໆມາ ບໍ່ຮູ້ວ່າເຫິງປານໃດແລ້ວ ຄົນລາວສະໄໝໜຶ່ງ ສົງໃສເກີດຄວາມຂີ້ຄ້ານໄຫວ້ພຣະສູດມົນ ແລະສູດທ່ອງຄາຖາເທວະທູຕ ກໍໃຫຊ້ວິ ທີ່ຂຽນຄາຖາເທວະທູຕນັ້ນໃສ່ປາກຄົນຕາຍ ເມື່ອນາຍທະວານບານຖາມເຖິງເທວະທູຕ ເຊື່ອວ່າຄົນທີ່ຕາຍນັ້ນຈະໄດ້ເອົາອ້າງນາຍທະວານບານ ໃຫ້ຜ່ານປະຕູໄປສູ່ເມືອງຍົມພິບານ, ຕໍ່ມາເຖິງເຕີບໆ ກະບໍ່ຮູ້ວ່າເຫິງປານໃດເໝືອນກັນ ຄົນອາດບໍ່ຈື່ຄາຖາເທວະທູຕນັ້ນແລ້ວ ກໍມັກຈະເອົາຄຳ ເງິນ ປ່ອນໃສ່ປາກຄົນຕາຍເວລາໃຈຂາດ ຄວາມໝາຍຂອງເຂົາຄື ເພື່ອຈ້າງນາຍທະວານບານ ໃຫ້ຜ່ານປະຕູໄປສູ່ເມືອງພະຍາຍົມ, (ອັນນີ້ ຖືວ່າເປັນການ ໃຫ້ສິນບົນພະຍາຍົມ ບໍ່ຮູ້ວ່າຈະໄດ້ຜົນບໍຫຼືບໍ່ ຍັງບໍ່ທັນໄດ້ຄຳຕອບ ແຕ່ຄົນກໍນິຍົມກັນຈົນກາຍເປັນປະເພນີ ໃຫ້ຖືກະບໍ່ໄດ້, ໃສ່ຖົງສົ້ງ, ຖົງເສື້ອກະບໍ່ ໄດ້ເພາະເຂົາເຊື່ອວ່າຢ້ານຜີບໍຣິສາດຍາດເອົາຕາມທາງ ຕ້ອງປ່ອນໃສ່ປາກໃຫ້ອົມໄວ້, ບາດໄປເຜົາແລ້ວຄຳ ຫຼືເງິນນັ້ນ ມັນບໍ່ໃໝ້ ລູກຫຼານເກັບໄດ້ວ່າ ເປັນມຸງຄຸນ, ໃຜເກັບໄດ້ວ່າມີບຸນ, ບາງຄົນກະວ່າຄົນທີ່ຕາຍຮັກຄົນນັ້ນເຂົາຈຶ່ງເຫັນ, ອັນນີ້ແມ່ນກົນລະຍຸດຂອງຄົນ ເພື່ອບໍ່ໃຫ້ພີ່ນ້ອງຜິດໃຈກັນ ຍ້ອນຄຳປາກຜີ, ແຕ່ໃນປັດຈຸບັນນີ້ ບໍ່ເຊື່ອວ່າກົນລະຍຸດນີ້ຍັງຄົງຄວາມສັກສິດຢູ່ບໍ ຫຼືບໍ່, ເພາະວ່າເຫັນເຣື່ອງເກີດຂຶ້ນຢູ່ຫຼາຍເຣື່ອງ ເຊັ່ນ ຄົນທີ່ອຸປະ ຖັມຄ້ຳຊູຜູ້ຕາຍຕອນຍັງມີຊີວິດນັ້ນແມ່ນຜູ້ໜຶ່ງ, ສ່ວນຄົນທີ່ໄດ້ພັດແມ່ນຄົນເສັຍທາດຂາດຄຸນ ກິນເຫຼົ້າ ກິນຍາ, ບາງທີຄົນທີ່ເຮັດດີກະນ້ອຍໃຈ ກະຍັງມີ ບໍ່ຢາກທຳຄວາມດີກໍມີຫຼາຍຖົມໄປ).
- ຢ່າງໃດກໍຕາມ ຄວາມເຊື່ອກັບຄວາມຈິງ ມັນຫາກຕິດພັນກັນຢູ່ຢ່າງແຍກບໍ່ອອກ, ຄົນເຊື່ອວ່າ ຕອນຕາຍຂຽນຄາຖາເທວະທູເທັງ ໕ ໃສ່ປາກ ຄົນນັ້ນຈະໄປຮອດເມືອງພະຍາຍົມ, ບາງຄົນກໍເຊື່ອວ່າ ຫາກຄົນບໍ່ຮູ້ເທວະທູຕທັງຫ້າ ກ່ອນຕາຍ ບໍ່ມີທາງຈະຕອບນາຍທະວານບານໄດ້ວ່າ ເທວະທູຕທັງຫ້າມີຫຍັງແນ່ ເພາະຕອນຍັງມີຊີວິຕຢູ່ເຂົາເວົ້າພາສາລາວຍັງບໍ່ຖືກ ເຫດໃດຄາຖາເທວະທູຕເປັນພາສາປາລີ ແລະຂຽນດ້ວຍອັກສອນ ທັມດ້ວຍເຂົາຈະອ່ານໄດ້, ສະນັ້ນ ຄົນທີ່ເຊື່ອວ່າເຮົາຕ້ອງຮູ້ເທວະທູຕ ຕ້ອງທ່ອງຂຶ້ນໃຈໃຫ້ຈື່ຈຳ ແລະມີສະຕິກ່ອນຕາຍ ຈຶ່ງຈະຜ່ານປະຕູນາຍທະວານ ບານໄດ້.
ກ. ຄາຖາເທວະທູຕນັ້ນ ເປັນເຊັ່ນໃດ (ຈະຂຽນເປັນພາສາປາລີ ແລະແປໃຫ້ພ້ອມດັ່ງນີ້)
໑. ອະຫັມປິ ໂຂມຫິ ຊາຕິທັມໂມ ຊາຕິງ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ເຮົາມີຄວາມເກີດເປັນທັມມະດາ ຈະລ່ວງພົ້ນຄວາມເກີດໄປບໍ່ໄດ້ ເອົາເຖີດເຮົາຈະຮີບທຳຄວາມດີດ້ວຍກາຍ, ວາຈາ ແລະໃຈກ່ອນຕາຍ)
໒. ອະຫັມປິ ໂຂມຫິ ຊະຣາຕິທັມໂມ ຊະຣັງ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ເຮົາມີຄວາມຊະຣາເປັນທັມມະດາ ຈະລ່ວງພົ້ນຄວາມຊະຣາໄປບໍ່ໄດ້ ເອົາເຖີດເຮົາຈະຮີບທຳຄວາມດີດ້ວຍກາຍ, ວາຈາ ແລະໃຈກ່ອນຕາຍ)
໓. ອະຫັມປິ ໂຂມຫິ ພະຍາທິທັມໂມ ພະຍາທິງ ອະນະຕິໂຕ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ເຮົາມີຄວາມເຈັບໄຂ້ເປັນທັມມະດາ ຈະລ່ວງພົ້ນຄວາມເຈັບໄຂ້ໄປບໍ່ໄດ້ ເອົາເຖີດເຮົາຈະຮີບທຳຄວາມດີດ້ວຍກາຍ, ວາຈາ ແລະໃຈກ່ອນຕາຍ)
໔. ເຍ ກິຣະ ໂພ ປາປານິ ກັມມານິ ກະໂຣນຕິ ເຕ ທິຕເຖວະ ທັມເມ ເອວະຣູປາ ວິວິທາ ກັມມະກາຣະນາ ກະຣິຍັນຕິ ກິມັງຄັງ ປຣັຕຖະ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ຄົນທີ່ທັມກັມຊົ່ວ ຈະຖືກເຂົາທຳກັມຕ່າງໆ ຢ່າງເໝາະສົມ ໃນປັດຈຸບັນທັນຕາເຫັນບໍ່ຕ້ອງຣໍເຖິງຊາດໜ້າ ເອົາເຖີດເຮົາຈິຮີບທຳຄວາມດີກ່ອນຕາຍ ດ້ວຍກາຍ ວາຈາ ກ່ອນຕາຍ)
໕. ອະຫັມປິ ໂຂມຫິ ມະຣະນະທັມໂມ ມະຣະນັງ ອະຣາຕິໂຕ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ເຮົາມີຄວາມຕາຍເປັນທັມມະດາ ຈະລ່ວງພົ້ນຄວາມຕາຍໄປບໍ່ໄດ້ ເອົາເຖີດເຮົາຈະຮີບທຳຄວາມດີດ້ວຍກາຍ, ວາຈາ ແລະໃຈກ່ອນຕາຍ)
- ນີ້ເປັນຄາຖາບອກທາງໄປເມືອງພະຍາຍົມ ຫຼືໄປເມືອງສະຫວັນ ສະນັ້ນເມື່ອຄົນປ່ວຍໃກ້ຈະຕາຍ ກຳລັງຫັນໃຈປາ ທາດລົມທາດໄຟເຂົ້າອອກ ເຂົາຈະຫາດອກໄມ້ ທູປ ທຽນ ໃຫ້ຄົນປ່ວຍປະນົມມືຖືເຕືອນໃຫ້ຣະນຶກເຖິງຄຸນພຣະຣັຕນະໄຕ ແລເວບອກຄາຖານີ້ແກ່ຄົນຕາຍ (ຄວາມເຊື່ອຂອງຄົນ ຍຸກໜຶ່ງ) ໄດ້ຂຽນຄາຖານີ້ປ່ອນໃສ່ປາກຄົນຕາຍເລີຍ.
- ການປ່ອນຄາຖານີ້ໃສ່ປາກຄົນຕາຍ ທີ່ບໍ່ເຄີຍຮູ້ຄາຖານີ້ ຈະໄດ້ຜົນບໍ ຫຼືບໍ່ເຮົາຕອບໄດ້ວ່າ ບໍ່ໄດ້ຜົນ ເພາະວ່າພົບຫຼັກຖານໃນຄາຖານີ້ ໃນຂໍ້ທີ ໔ ວ່າ "ເຍ ກິຣະ ໂພ ປາປານິ ກັມມານິ ກະໂຣນຕິ ເຕ ທິຕເຖວະ ທັມເມ ເອວະຣູປາ ວິວິທາ ກັມມະກາຣະນາ ກະຣິຍັນຕິ ກິມັງຄັງ ປຣັຕຖະ ຫັນທາຫັງ ກັລຍານັງ ກະໂຣມິ ກາເຍນະ ວາຈາຍະ ມະນະສາ.
(ຄົນທີ່ທັມກັມຊົ່ວ ຈະຖືກເຂົາທຳກັມຕ່າງໆ ຢ່າງເໝາະສົມ ໃນປັດຈຸບັນທັນຕາເຫັນບໍ່ຕ້ອງຣໍເຖິງຊາດໜ້າ ເອົາເຖີດເຮົາຈິຮີບທຳຄວາມດີກ່ອນຕາຍ ດ້ວຍກາຍ ວາຈາ ກ່ອນຕາຍ) ນັ້ນກໍສະແດງວ່າ ເມື່ອມີຊີວິດຢູ່ ເຣົາບໍ່ຮູ້ເທວະທູຕ ບໍ່ຮູ້ບາບ ບຸນ ຄຸນ ໂທດ ເມື່ອຕາຍໄປແລ້ວ ຈຶ່ງຂຽນຄາຖາໃສ່ປາກ ຄົນຕາຍກໍບໍ່ຮູ້ເຊິ່ງຄວາມໝາຍນັ້ນເລີຍ.
ຂ. ຄວາມໝາຍຂອງຄາຖາເທວະທູຕທັງ ໕.
- ທາງຄະດີໂລກ ທ່ານວ່າ ມະນຸດຕາຍແລ້ວມີບາບມີບຸນ ເປັນເຄື່ອງນຳໄປສູ່ສະຫວັນ ຫຼືນະຣົກ, ບໍ່ຢາກໃຫ້ຄົນຕາຍໄປຕົກນະຣົກກ່ອນ ຈຶ່ງຂຽນ ຄາຖາເທວະທູຕໃສ່ປາກ.
- ສ່ວນທາງຄະດີທັມ ມະນຸດຕາຍແລ້ວມີບາບມີບຸນ ເປັນເຄື່ອງນຳໄປສູ່ສະຫວັນ ຫຼືນະຣົກ, ມະນຸດ ຮູ້ວ່າສະຫວັນມີຈິງ ນະຣົກມີຈິງ ຈຶ່ງຕ້ອງທຳຄວາມດີ ດ້ວຍກາຍ ວາຈາ ໃຈກ່ອນຕາຍ ຈິງໃຫ້ມະນຸດທ່ອງ ແລະສູດສາທະຍາຍຄາຖານີ້ກ່ອນຕາຍ.
ຄ. ຄວາມໝາຍຂອງການນຳດອກໄມ້ທູບທຽນໃສ່ມືຄົນຕາຍ.
- ທາງຄະດີໂລກ ຖືວ່າໃຫ້ນຳເຄື່ອງສັກກາຣະນັ້ນໄປໄຫວ້ພຣະທາຕເກດແກ້ວຈຸລາມະນີ ບົນສະຫວັນຊັ້ນຕາວະດິງ,
- ທາງຄະດີທັມ ສອນໃຫ້ຄົນທີ່ຍັງເປັຍໃຫ້ຮູ້ຈັກການໄຫວ້ ນົບ ເຄົາຣົບ ບູຊາ ຢ່າຢູ່ໂດຍ ບໍ່ຮູ້ຈັກທຳບຸນໃຫ້ທານ ຮັກສາສິນ ພາວະນາ.
ງ. ອາບນ້ຳສົບໃຫ້ຄົນຕາຍ.
- ຄົນທີ່ຖືກຂ້າຕາຍ ຕົກນຳ້ຕາຍ ຕົກຕົ້ນໄມ້ຕາຍ ລົດຊົນຕາຍ ເປັນຕົ້ນ ຖືວ່າຕາຍຫູງ ບໍ່ນິຍົມອາບນຳ້ສົບ ພຽງແຕ່ມັດແລ້ວກໍນໄປຝັງທີ່ປ່າຊ້າ ເພາະຖືວ່າຕາຍບໍ່ບໍຣິສຸດ ທີ່ບໍ່ເຜົ່າເພາະເຊື່ອວ່າກົວຢ້ານຈະເກີດຄວາມເດືອດຮ້ອນໃຫ້ຍາດພີ່ນ້ອງ ແລະຖ້າເປັນການຕາຍທັມມະດາ ນິຍົມອາບດ້ວຍນຳ້ອົບ ນຳ້ຫອມ.
- ທາງຄະດີໂລກ ຖືວ່າອາບໃຫ້ປາສະຈາກມົນທຶນ.
- ທາງຄະດີທັມ ຖືວ່າສອນໃຫ້ຄົນເປັນ ຢູ່ດ້ວຍສິນ ສະມາທິ ປັນຍາ ດ້ວຍກາຍ ວາຈາ ແລະໃຈ ເພື່ອຢູ່ໃນໂລກຢ່າງສະອາດ ແລະຕາຍດີ ເໝືອນກັບກາບນຳ້ຫອມ.
ຈ. ຫວີຜົມສົບ.
- ການຫວີຜົມໃຫ້ສົບ ຫວີໄປທາງຫຼັງເຄິ່ງໜຶ່ງ ທາງໜ້າເຄິ່ງໜຶ່ງ, ເມື່ອຫວີແລ້ວຫັກຫວີເປັນສອງທ່ອນຖິ້ມ.
- ທາງຄະດີໂລກ ຖືວ່າຫວີສຳລັບຄົນຕາບ ແລະຄົນເກີດ.
- ທາງຄະດີທັມ ຖືວ່່າເປັນການເຕືອນໃຫ້ພິຈາຣະນາວາມ ຄວາມເກີດກັບຄວາມຈາຍ ເປັນຂອງຄູ່ກັນ ເກີດແລ້ວຕ້ອງຕາຍ ຕາຍແລ້ວຕ້ອງເກີດ ຜູ້ທີ່ບໍ່ຕາຍ ຄືຜຸ້ທີ່ບໍ່ເກີດ.
ສ. ນຸ່ງຫົ່ມຜ້າສົບ.
- ໃຫ້ເອົາເຄື່ອງນຸ່ງຫົ່ມໃໝ່ ນຸ່ງໃຫ້ຄົນຕາຍ ແຕ່ໃຫ້ນຸ່ງດ້ານກັບ ຄືນຸ່ງສົ້ງ ແລະເສື້ອກັບໄປທາງຫຼັງ ບໍ່ເໝືອນຄົນເປັນ, ເມື່ອນຸ່ງແລ້ວໃຫ້ເອົາຜ້າຂາວ ມາບ່ຽງບ່າ ແຕ່ໃຫ້ບຽງກັບດ້ານໄປທາງດ້ານຊ້າຍ ບໍ່ໃຫ້ບ່ຽງໄປທາງດ້ານຂວາ (ເບິ່ງການຄຸມຜ້າຂອງພຣະສົງເປັນເກນ ຄືໃຫ້ກັບກັນກັບພຣະສົງ ຄຸມຜ້າໃຫ້ເອົາສົ້ນຜ້າພົກໄວ້ດ້ານໜ້າແບບບ່ຽງບ່າ) ເຄື່ອງນຸ່ງຫົ້່ມນັ້ນ ຈະຕ້ອງຕັດໃຫ້ຂາດສ້ອຍ.
- ທາງຄະດີໂລກ ຖືວ່າການນຸ່ງຫົ່ມກັບຫັຼງນຸ່ງຫົ່ມໃຫ້ຄົນຕາຍ, ການນຸ່ງໄປດ້ານໜ້າເປັນການນຸ່ງຂອງຄົນເປັນ ບອກໃຫ້ເຫັນວ່າ ຄົນຕາຍແລ້ວ ບໍ່ມີວັນກັບມາໄດ້ອີກ, ສ່ວນທີ່ໃຫ້ຕັດເສື້ອຜ້າໃຫ້ຂາດ ເຖິງເປັນເສື້ອໃໝ່ກໍຕາມ ເພາະເຊື່ອວ່າ ປ້ອງກັນບໍ່ໃຫ້ຜີບໍຣິສາດຍາດເອົາຕອນໄປຕາມທາງ ກ່ອນຈະເຖີງເມືອງຍົມພິບານ.
- ທາງຄະດີທັມ ຖືວ່າທີ່ນຸ່ງຜ້າກັບຫຼັງ ເປັນການອາການບໍ່ປົກກະຕິ ການຕາຍເປັນເລື່ອງຈິງ ແມ່ນຈະຫົ່ມຜ້າກັບຫຼັງເຂົາກໍບໍ່ຮູ້ສຶກ, ການທີ່ຫົ່ມຜ້າຂາວ ບອກໃຫ້ຄົນຍັງມີສຸດຈະຣິດ ເພາະສຸດຈະຣິດເປັນກັມທີ່ຂາວ, ສ່ວນການຕັດເສື້ອຜ້າໃຫ້ຂາດ ບອກໃຫ້ຄົນຍັງຮູ້ວ່າ ການຕາຍເໝືອນສິ່ງຂອງທີ່ເສັຍຫາຍໃຊ້ການບໍ່ໄດ້.
- ຮຽນຮູ້ເພີ່ມຕື່ມ : ແຕ່ປີ ຄ.ສ ໒໐໐໐ ເປັນຕົ້ນມາຮອດໄຣຍະໜຶ່ງ ຄົນວຽງຈັນຍັງນິຍົມໃຊ້ຣົດຈັກເປັນສ່ວນຫຼາຍ ເຫັນນັກຮຽນນັກສຶກສາ ແລະຄົນທົ່ວໄປ ຂີ່ຣົດຈັກຫົ່ມເສື້ອແລ້ວ ຍັງຫົ່ມເສື້ອກັນລົມ ຫຼືເສື້ອແຂນຍາວປົກອີກ ແຕ່ຫົ່ມທາງກັບ ເຫັນແລ້ວຂີນຕາ ເຄີຍເວົ້າທຸກຄັ້ງ ທີ່ພົບເຫັນ ວ່າ ເປັນການນຸ່ງແບບຜີຕາຍ ເຄີຍເວົ້າໃນງານປະຖະກະຖາ ແລະສາທະຍາຍ ດຽວນີ້ລົດຜ່ອນລົງແນ່ແລ້ວ ມີການນຸ່ງແບບນັ້ນນ້ອຍລົງແລ້ວ.
- ການຂຽນບົດຄວາມນີ້ ໄດ້ແຮງຜັກດັນຈາກເລື່ອງຈິງເກີດຂຶ້ນວັນນີ້ (ວັນທີ ໒໑ ສິງຫາ ໒໐໑໑) ຄືວ່າ ວັນນີ້ ມີແມ່ອອກຄົນໜຶ່ງມາຫາ ບອກວ່າ ເປັນຄົນວັງວຽງ ແລະເປັນຄົນເຜົ່າລາວສູງ ວ່າມີແມ່ເຖົ້າແລ້ວ ປ່ວຍໄຂ້ ຈະສິ້ນລົມຫາຍໃຈ ໂທມາບອກວ່າ ໃຫ້ໄປຫາພຣະຂຽນຄາຖາໃຫ້ແນ່ ເພື່ອເປັນໜັງສທເດີນທາງໄປສູ່ສະຫວັນສະບາຍ, ຖາມເຂົາວ່າ ຄາຖາຫຍັງ ເຂົາກໍບໍ່ຮູ້ ເພາະເຂົາຮູ້ແຕ່ພຽງວ່າ ແມ່ເຖົ້າບອກວ່າ ໜັງສືເດີນທາງ.
- ຜູ້ຂຽນ ກໍນຶກເຖິງຄາຖາເທວະທູຕທັງ ໕ ນີ້, ເພາະເຄີຍຍິນຄົນເຖົ້າຄົນແກ່ເວົ້າເຣື່ອງຄາຖາເທວະທູດ ແລະເຄີຍເຫັນເຂົາເຮັດ ແລະຕອນມາຢູ່ວັດ ວຽງຈະເຣີນນີ້ ໑໐ ປີເຕັມພໍດີ ກໍເຄິຍເຫັນແມ່ເຖົ້າຊາວຫົວພັນ ມາຫາໃຫ້ຂຽນໃຫ້ຄັ້ງໜຶ່ງ ກໍຂຽນໃຫ້ເຂົາໄປແລ້ວ, ວັນນີ້ກໍເອົາຄາຖາເທວະທູດ ນີ້ໃຫ້ແມ່ອອກຄົນລາວສູງຄົນນັ້ນໄປ(ຂຽນທັງອັກສອນທັມ ແລະອັກສອນລາວດ້ວຍ) ເມື່ອຂຽນໃຫ້ໃຫ້ເຂົາແລ້ວກໍມາຂຽນບົດຄວາມນີ້ລົງໃນ ເວບນີ້ໄວ້.
- ເປັນສິ່ງທີ່ໜ້າສົງໄສຢ່າງໜຶ່ງ ເມື່ອຖາມເຂົາວ່າ ແມ່ເຖົ້າຄົນນັ້ນ ເປັນຊາວພຸດບໍ ເຂົາຕອບວ່າບໍ່ ? ແລະເຄີຍເຂົ້າວັດບໍ ? ກໍຕອບວ່າບໍ່ ອັນນີ້ ກໍເປັນທີ່ໜ້າສົງໄສ ແຕ່ເປັນຫຍັງແມ່ຕູ້ຄົນນັ້ນຈຶ່ງຕ້ອງການໜັງສືເດີນທາງລະ (ອັນນີ້ ຊິຫາຄຳຕອບຈາກຍິງຄົນທີ່ມາຫາໄດ້ຄວາມແລ້ວ ຈຶ່ງຊິມາຂຽນລົງໃນເວບນີ້ອີກ ລໍຟັງເລື່ອງລາວໄດ້ໃນໂອກາດຕໍ່ໄປ.
(ຂຽນແລ້ວ ເວລາ ໒໒ : ໔໘ ໂມງ ວັນທີ ໒໑ ສິງຫາ ໒໐໑໑)