Tuesday 14 June 2011

ປາກົດ ເຫັນໂຕ ນ(ເນນ) ໃນສີລາຈາລືກວັດວຽງຄຳ ບ້ານເກີນ ອາຍຸ ໓໘໘ ປີ(໒໐໑໑)



- ໃນສີລາຈາຣືກ ວັດສຸວັນ ຊື່ບ້ານເກິນ ວຽງຄໍາ ໃນການຂຽນ "ສຸວັນ" ເປັນພາສາປາລີ ແປລາວວ່າ "ຄຳ" ສະແດງວ່າວັດນີ້ ສອດຄ່ອງກັບ ຊື່ເມືອງວຽງຄໍາ, (ເປັນທີ່ແນ່ນແນ່ນອນແລ້ວວ່າວັດນີ້ວັດຫຼວງຂອງເມືອງວຽງຄໍາ) ພຣະມະຫາກະສັດ ຈຶ່ງເອົາໃຈໃສ່ພິເສດ ຄຳວ່າພິເສດນັ້ນ ເພາະວ່າພຣະເຈົ້າໄຊຍະເຊດຖາ ເຈົ້າຄອງນະຄອນຈັນທະບູຣີ ຣາຊະທານີ(ອານາຈັກລ້ານຊ້າງ ເປັນຜູ້ປະທານໃຫ້), ຫາກເຮົາຈະມອງລັກສະນະອຳນາດທາງການປົກຄອງແລ້ວ ການປົກຄອງລາວ ສະໄໝນັ້ນ ຈະເປັນວ່າອຳນາດເຈົ້າເມືອງຫຼວງນັ້ນ ມີອຳນາດສິດຂາດໄປຮອດກິດຈະການຂອງເມືອງນ້ອຍ ລັກສະນະນະເຊັ່ນນີ້ ເຮົາຈະວ່າການປົກຄອງລາວ ໃນລ້ານຊ້າງ ກ່ອນປີ ໑໗໗໙ ເປັນແບບກະແຈກກະຈາຍເປັນໄປບໍ່ໄດ້ແລ້ວ ເພາະອຳນາດເມືອງຫຼວງຄວບຄຸມ ຮອດຕາດິນ (ສີລາຈາຣືກຫຼັກນີ້ ຄືໃບຕາດິນສະໄໝບູຮານ)

- ໃນທີ່ນີ້, ເຮົາເຫັນວ່າ ໃນການຂຽນຊື່ "ສຸວັນ" ເປັນຊື່ວັດດ້ວຍພາສາປາລີ ແປວ່າ "ຄຳ" ໃນດ້ານອັກສອນ ການຂຽນສຸວັນໃນອັກສອນທັມລາວ ໃຊ້ໂຕ ນ(ເນນ) ຫຼັງຂວ້ຳ ເໝືອນອັກສອນທັມ(ເບິ່ງໃນຮູບເທິງ) ອັກສອນແບບນີ້ ປາກົດໃນອັກສອນທັມລາວທັງມວນ(ລ້ານນາ, ລື້, ເຂີນ ຯລຯ) ໃນອັກສອນຂອງມຽນມ້າ(ພະມ້າ), ມອນ ກໍໃຊ້, ຈົນມາຮອດອັກສອນລາວ ໔໑ ຂອງຣາຊະບັນດິດສະພາຈັນທະບູຣີ(ບັນດິດສະພາລາວ) ກໍກຳນົດໃຊ້ໃນອັກສອນລາວ ເປັນໂຕ ນ(ເນນ) ແບບອັກສອນ ທັມທັງມວນ.

- ແຕ່ເຫດໃດ ? ໃນສີລາຈາລືກຫຼັກນີ້ ມີອາຍຸຕັ້ງ ໓໘໘ ປີ (ຄືກ່ອນທີ່ໄທສຍາມ) ຈະເຂົ້າມາອິດທີພົນບົດບາດໃນລາວ ຕັ້ງ ໑໐໐ ກວ່າາປີ, ມັນຈຶ່ງເກີດຄຳສົງໃສວ່າ ໂຕ ນ(ແບບນີ້-ປັດຈຸບັນໄທຍ໌ກຳນົດໃຊ້ເປັນອັກສອນໄທຍ໌) "(ເບິ່ງໃນສີລາຈາລືກ) ຫຼືວ່າລາວໃຊ້ມາກ່ອນແລ້ວ ເມື່ອມີປະເທດໄທຍ໌-ລາວ ຂຶ້ນມາ ໄທຍ໌ຈຶ່ງບັນຍັດເອົາ ໂຕ ນ ແບບນັ້ນ ເປັນອັກສອນໄທຍ໌ແລ້ວ ລາວຈຶ່ງບັນຍັດເອົາອັກສອນ ນ(ຫຼັງຂວໍ້າ ໂດຍເອົາແບບຢ່າງຈາກອັກສອນທັມລາວ ມາເປັນ ໂຕ ນ ລາວ).

- ເມື່ອເປັນເຊັ່ນ ນີ້ ມັນກໍເກີດເປັນຄໍາຖາມຂຶ້ນມາວ່າ :
໑. ໂຕ ນ ແບບນີ້ ລາວເຄີຍໃຊ້ມາກ່ອນໄທຍ໌ສຍາມ (ເພາະໄທຍ໌ໃນສະໄໝອາຍຸທະຍານັ້ນ ໃຊ້ອັກສອນຂອມເປັນອັກສອນທາງການ)
໒. ແລ້ວ ໄທຍ໌ສຍາມ ໄດ້ຮັບອິດທິພົນ ທາງດ້ານອັກສອນຈາກລາວ ບໍ່ແມ່ນຈາກຂະເໝນ ?
໓. ຫຼືລາວ ໄດ້ຮັບອິດທິພົນຈາກໄທຍ໌ສຍາມບໍ່ ? ແລະມີເຫດຜົນໃດ ທີ່ວ່າລາວໄດ້ຮັບອິດທິພົນດ້ານອັກສອນຈາກສຍາມ.
(ຄຳຕອບນີ້ ຕ້ອງຊອກຫາເຫດຜົນໃຫ້ໄດ້ ສຳລັບນັກອັກສອນສາດ ແລະປະຫວັດສາດລາວ)

- ສະນັ້ນ, ຄົນລາວຈົ່ງເຂົ້າໃຈວ່າ ສິ່ງທີ່ເຮົາບໍ່ໃຊ້ ຢ່ານຶກວ່າຂອງເຮົາບໍ່ມີ, ຫຼືວ່າບໍ່ແມ່ນຂອງເຮົາ, ບັນພະບູຣຸດຂອງເຣົາ ເຄີຍສ້າງປະດິດ ຄິດມໃຊ້ມາກ່ອນໜ້ານັ້ນແລ້ວ ແຕ່ເຮົາເລີກໃຊ້ເສັຍເອງ ແຖມຍັງປະຕິເສດວ່າເປັນຂອງເຂົາ ແລ້ວທັງຍັງບອກວ່າ ເຮົາເໝືອນເຂົາອີກ ອັນນີ້ມັນເປັນຕາໜ້າອັບອາຍທີ່ສຸດ.