Friday, 21 March 2008

ຂ່າວບຸນຍົກຍອດຊໍ່ຟ້າສີມາ


ຂ່າວບຸນຍົກຍອດຊໍ່ຟ້າສີມາ

ວັດຫາງຂະເໝົາ ເມືອງມຸນລະປະໂມກ ແຂວງຈຳປາສັກ

------------

ວຸດທິທັມ ຄຳຝູງຂ້າທັງຫຼາຍ ພາບໃນມີພຣະສົງ ສາມະເນນເປັນເຄົ້າ, ພາຍນອກມີອົງການຈັດຕັ້ງ ແລະເຖົ້າ ແກ່ແນວໂຮມ ຕລອດທັງອົງການຈັດຕັ້ງຂະເໝົາໂພນຈຳປາ ແລະຄຸ້ມບ້ານຫາງດອນຂະເໝົາ, ໄດ້ຈັດຕັ້ງກັນ ເຮັດບຸນ ຍົກຍອດຊໍ່ຟ້າຫຼັງຄາສິມຂຶ້ນ ດັ່ງມີກຳນົດການດັງນີ້.

ວັນອັງຄານ, ທີ 1 ເມສາ 2008, ກົງກັບແຮມ 11 ຄ່ຳ, ເດືອນ 4 ປີ ພ.ສ 2550, ເປັນວັນຫາງຫາກະກຽມສະ ຖານທີ່.

ວັນພຸດ, ທີ 2 ເມສາ 2008, ກົງກັບແຮມ 12 ຄ່ຳ, ເດືອນ 4 ປີ ພ.ສ 2550, ເປັນມື້ຕັ້ງບຸນ ຕອນແລງ ເວລາ 16:00 ໂມງ, ມີການສູດປະຣິຕຕະມຸງຄຸນ ແລະມີການຄົບງັນດ້ວຍລຳວົງ(ດົນຕຣີ)ຕລອດຄືນ.

ວັນພະຫັດ, ທີ 3 ເມສາ 2008, ກົງກັບແຮມ 13 ຄ່ຳ, ເດືອນ 4 ປີ ພ.ສ 2550, ເປັນມື້ຕັກບາດ ຖວາຍສັງຄະ ທານ ແລະຍົກຍອດຊໍ່ຟ້າ ໃນເວລາ 08:00 ໂມງ.

ດັ່ງນັ້ນ, ຈຶ່ງຂໍເຊີນຊວນຍາດພີ່ນ້ອງ ແລະພຸດທະບໍຣິສັດ ຈົ່ງໄດ້ສະຫຼະເວລາໄປຮ່ວມບຸນ ສິນ ກິນທານນຳ ພວກຂ້າພະເຈົ້າດ້ວຍ.

ຂໍອ່ວຍພອນໃຫ້ເຈົ້າພາບຜູ້ໃນບຸນທັງຫຼາຍ ຈົ່ງປະສົບສຸກສົມຫວັງໃນໜ້າທີ່ການງານ ແລະພຽບພ້ອມໄປ ດ້ວຍ ພອນທິບ ໔ ປະການ ຄືອາຍຸ, ວັນນະ, ສຸຂະ, ພະລະ ປະຕິພານ ທະນະສານ ສົມບັດ ຕລອດປີໃໝ່ນີ້ດ້ວຍ ເທີ້ນ.

dd.jpg

ຄະນະກັມມະການ

ຄະນະທີ່ປຶກສາ

ຝ່າຍສົງ

1- ພຣະອາຈາຣຍ໌ບຸນທອງ ວິປະໄຊຍ໌(ຊາໂງນ).

2- ພຣະອາຈາຣຍ໌ສີຜາ ເສງສີດຳ ວັດຫ້ວຍໂກ

3- ພຣະອາຈາຣຍ໌ເນືອງ ໂພທິຣາດ ວັດຫົວຂະເໝົາ.

4- ພຣະອາຈາຣຍ໌ກິແກ້ວ ປັນຍາ ວັດດອນພານເຄົາ.

5- ພຣະອາຈາຣຍ໌ໃສ ແສງພຣະຈັນ ວັດຮີນາຄອນ.

6- ພຣະອາຈາຣຍ໌ບຸນສີ ສີສະຫວັດ ວັດກາງໂຂງ.

7- ພຣະອາຈາຣຍ໌ຫອມ ວັນສີຣິ

ຝ່າຍສົງ

1. ທ່ານບຸນໂຈມ ອຸບົນປະເສີດ ພ້ອມຄອບຄົວ.

2. ທ່ານທອງແດງ ສິງທິຣາຊ ແມ່ເຖົ້າໜຼພັນ, ທ່ານແສງແກ້ວ ນາງວັນນະລີ.

3. ທ່ານດຣ. ບົວພັນ ໃສທິຣາຊ ພ້ອມຄອບຄົວ.

4. ທ່ານເພັດສະຫວັນ ປຳ້ນຳ້ມັນມີເມືອງ ພ້ອມຄອບຄົວ.

5. ແມ່ເຖົ້າໜຼພັນ, ທ່ານແສງແກ້ວ ນາງວັນນະລີ.

6. ທ່ານດຣ. ບົວພັນ ໃສທິຣາຊ ພ້ອມຄອບຄົວ.

7. ທ່ານອຸໄດ ສຸວັນນາລີ ພ້ອມຄອບຄົວ.

8. ທ່ານບຸນຊຸມ ສີສະຫວັດ ພ້ອມຄອບຄົວ.

9. ທ່ານຈັນຖະໜອມ ສົມວົງ ພ້ອມຄອບຄົວ.

10. ທ່ານສົມບູນ(ຕິ) ຊາບັນດິດ, ຮ້ານຂາຍຄຳຕລາດສວັນ.

ຄະນະກັມມະການດຳເນີນງານ

ຝ່າຍສົງ

1- ພຣະອຈາຣຍ໌ບຸນຈອນ ແກ້ວສັນຕິໄຊຍ໌(ວັດໂພນຈຳປາ)

2- ພຣະອາຈາຣຍ໌ເນືອງພິລັກ ໂຂຕິທອນ(ວັດວຽງຈະເຣີນ)

3- ພຣະອຈາຣຍ໌ອຸດົມ ແກ້ວປະເສີດ(ວັດປາກເຊ)

4- ພຣະອາຈາຣຍ໌ພຸດທະວັນ ປຸນນະຣາດ(ວັດຫາງຂະເໝົາ)

5- ພຣະອາຈາຣຍ໌ສົມຊາຍ ປຸນຍະປາສິດ(ວັດໂຊກຄຳ)

6- ພຣະອຈາຣຍ໌ຈັນຫອມ ວັນສີຣິ(ວັດໂພນງາມ)

7- ພຣະອຈາຣຍ໌ສິຈັນ ສຸກຈະເຣີນ(ວັດວຽງຈະເຣິນ)

8- ພຣະອາຈາຣຍ໌ຄຳໄພ ດຳດີ(ວັດວຽງຈະເຣີນ)

9- ພຣະອາຈາຣຍ໌ພົມມະຣີນ ສຸດທິວົງ.

10- ພຣະອາຈາຣຍ໌ບຸນເຈືອ ພົມມະຈັນ

ແລະພຣະສົງ-ສາມະເນນພາຍໃນວັດ.

ຝ່າຍສົງ

11. ທ່ານບຸນໂຈມ ອຸບົນປະເສີດ ພ້ອມຄອບຄົວ.

12. ທ່ານທອງແດງ ສິງທິຣາຊ ແມ່ເຖົ້າໜຼພັນ, ທ່ານແສງແກ້ວ ນາງວັນນະລີ.

13. ທ່ານດຣ. ບົວພັນ ໃສທິຣາຊ ພ້ອມຄອບຄົວ.

14. ທ່ານເພັດສະຫວັນ ປຳ້ນຳ້ມັນມີເມືອງ ພ້ອມຄອບຄົວ.

15. ແມ່ເຖົ້າໜຼພັນ, ທ່ານແສງແກ້ວ ນາງວັນນະລີ.

16. ທ່ານດຣ. ບົວພັນ ໃສທິຣາຊ ພ້ອມຄອບຄົວ.

17. ທ່ານອຸໄດ ສຸວັນນາລີ ພ້ອມຄອບຄົວ.

18. ທ່ານບຸນຊຸມ ສີສະຫວັດ ພ້ອມຄອບຄົວ.

19. ທ່ານຈັນຖະໜອມ ສົມວົງ ພ້ອມຄອບຄົວ.

20. ທ່ານສົມບູນ(ຕິ) ຊາບັນດິດ, ຮ້ານຂາຍຄຳຕລາດສວັນ.

ຄະນະເຈົ້າສັດທາສ້າງຍອດຊໍ່ຟ້າ

ພຣະອາຈາຣຍ໌ບຸນຈອນ ແກ້ວສັນຕິໄຊ, ພຣະອາຈາຣຍ໌ເນືອງພິລັກ ໂຊຕິທອນ, ແມ່ຕູ້ໃຈ-ທ່ານຈິ້ມ-ນາງພວງມາໄລ ແມ່ຂອງບຣິສ

ທ່ານເຄື້ອງ-ນາງຫຍຸ້ນສົມໝາຍ+ແມ່ເຖົ້າດຳ, ທ່ານພຸກໝິ້ນ-ນາງບົວຜິນ, ພໍ່ເຖົ້າຕັນ-ແມ່ເຖົ້າໄທ ແກ້ວສັນຕິໄຊ, ສັດທາຣວມບ້ານຫາງຂະເໝົາ ໂພນຈຳປາ ແລະຂະເໝົາກາງ

ຍາດໂຍມຜູ້ຕ້ອງຢາກຮ່ວມເດີນທາງໄປທ່ອງທ່ຽວພະນົມເປັນ, ອັງກໍວັດ ປະເທດກັມປູເຈັຍ ຕິດຕໍ່ ພຣະອາຈາຣຍ໌ເນືອງ 224-1861 ພຣະອາຈາຣຍ໌ສີຈັນ 227-3045, ພຣະອາຈາຣຍ໌ສົມຊາຍ 220-5583

Thursday, 20 March 2008

ບົດໄຫວ້ພຣະ

ໄຫວ້ພຣະສະເດາະເຄາະຮັບໂຊກດ້ວຍຕົນເອງ

(ໄຕ້ທຽນ ຈູດທູບ ຂາບລົງ 3 ຄັ້ງ)

1. ຄຳບູຊາດອກໄມ້.(ຍົກຂັນດອກໄມ້ທູບທຽນ)

- ພຸດທະບູຊາ ມະຫາເຕຊະວັນໂຕ.

- ທັມມະບູຊາ ມະຫາປັນຍະວັນໂຕ.

- ສັງຄະບູຊາ ມະຫາໂພຄະວະໂຫ.

- ຕິໂລກະນາໂຖ ເຍ ນັມຫະກັງ ອັສສະ ທິຄະຣັຕຕັງ ຫິຕາຍະ ສຸຂາຍະ ຍາວະ ນິພພານັງ ໂຫຕຸ

- ພຸດທະ ກັນຕັງ ທັມມະ ກັນຕັງ ສັງຄະ ກັນຕັງ, ພຸດທະຮັກສາ ທັມມະ ຮັກສາ ສັງຄະ ຮັກສາ ປູຊາຍັນຕິ.(ຂາບ 1 ຄັ້ງ)

2. ຄຳໄຫວ້ພຣະ

- ອິມິນາ ສັກກາເຣນະ ຕັງ ພຸດທັງ ອະພິປູຊະຍາມະ.

ອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ (ຂາບ 1 ຄັ້ງ)

- ອິມິນາ ສັກກາເຣນະ ຕັງ ທັມມັງ ອະພິປູຊະຍາມະ.

ສວາກຂາໂຕ ພະຄະວະຕາ ທັມໂມ ທັມມັງ ນະມັສສະມິ. (ຂາບ 1 ຄັ້ງ)

- ອິມິນາ ສັກກາເຣນະ ຕັງ ສັງຄັງ ອະພິປູຊະຍາມະ.

- ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງ ນະມາມິ (ຂາບ 1 ຄັ້ງ).

- ພຸດທັງ ສະຣະນັງ ຄັສສະມິ.

- ທັມມັງ ສະຣະນັງ ຄັສສະມິ.

- ສັງຄັງ ສະຣະນັງ ຄັສສະມິ.

- ທຸຕິ ຍັມປິ ພຸດທັງ ສະຣະນັງ ຄັສສະມິ.

- ທຸຕິ ທັມປິ ທັມມັງ ສະຣະນັງ ຄັສສະມິ.

- ທຸຕິ ຍັມປິ ສັງຄັງ ສະຣະນັງ ຄັສສະມິ.

- ຕະຕິ ຍັມປິ ພຸດທັງ ສະຣະນັງ ຄັສສະມິ.

- ຕະຕິ ທັມປິ ທັມມັງ ສະຣະນັງ ຄັສສະມິ.

- ຕະຕິ ຍັມປິ ສັງຄັງ ສະຣະນັງ ຄັສສະມິ. (ຂາບ 1 ຄັ້ງ)

3. ສະເດາະເຄາະຕົນເອງ.

- ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ.

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ.

ນະໂມ ຕັສສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັສສະ.

- ໄຊຍະ ໄຊຍະ ພຸດໂທ, ໄຊຍະ ໄຊຍະ ທັມໂມ, ໄຊຍະ ໄຊຍະ ສັພພະຣາຊາ (ວ່າ 9 ຫົນ)

4. ກ່າວຄຳບູຊາໂຊກດ້ວຍຕົນເອງ.

ທຸກຂັປປັຕຕາ ຈະ ນິຈທຸກຂາ ຈະ ນິພພະຍາ ໂສກັປປັຕຕາ ຈະນິຈໂສກາ ໂຫຕຸ ຂ້ານ້ອຍຊື່ວ່າ(ບອກຊື່ຕົນ ເອງນາມສະກຸນພ້ອມ) ອາຍຸ….ປີ, ຂໍໃຫ້ເຖິງເຊິ່ງຄວາມຈະເຣີນຮຸ່ງເຮືອງ ມີໂຊກ ມີໄຊ ຊະຍະ ສິທທິ ທະນັງ ສຸຂັງ ພະລັງ ໂສຕຖິງ ພະຄະຍັງ ສຸຂັງ ພະລັງ ສີຣິ ຈະ ອາຍຸ ຈະ ວັນໂນ ຈະ ໂພຄັງ ວຸທທິ ຈະຍະ ສະຕະວັສສາ ຈະ ອາຍູ ວະ ສິທທິ ພະວັນຕຸ ເມ.

ອຸກາສະ ວັນທາ ມິ ພັນເຕ ສັບພັງ ອະປະຣາທັງ ຂະມະຖະ ເມ ພັນເຕ ມະຍາກະຕັງ ປຸນຍັງ ໄມຫັງທາ ຕັພພັງ ສາທຸ ສາທຸ ສາທຸ ອະນຸໂມ ທາມິ. (ຂາບ 3 ຫົນແລ້ວພິທິ)

Tuesday, 18 March 2008

ຕຳຣາຢາລາວ ຂະໜານທີ ໒

ຢາດີແກ້ເຈັບຄໍ
໑. ແກ່ນຈຳປາແດງ
໒. ຮາກສົ້ມມໍ
໓. ຮາກລີ້ນໄມ້
໔. ຮາກດອກຊ້ອນນ້ອຍ
໕. ແກ່ນຈັນແດງ
໖. ແກ່ນຈັນຂາວ
ວິທີໃຊ້: ເອາມາຝົນໃສ່ນ້ຳທ່າກິນ ດີອີຫລີ ອີກຢ່າງໜຶ່ງ ໃຫ້ເອາບີງູເຫລືອມຝົນໃສ່ນ້ຳໝໍ້ໜຶ້ງກິນດີຄືກັນ.
ຄັດມາຈາກ: ໜັງສືທັມພຣະໄຕຣຍານ ໂດຍ: ພຣະອາຈາຣຍ໌ມະຫາປານ ອານັນໂທ

ເອົາມາຈາກອິນລາວ: ຂອງທ່ານເດວາຄິງ

ຕຳຣາຢາລາວ ໑

ຕຳຣາທີ ໑ ຢາດີໄຂ້ອອກຕຸ່ມ
໑. ແກ່ນກົກປອບ
໒. ຢ້າປາກຄວາຍ
- ແຊ່ໃນໝໍ້ໃໝ່ ກິນດີແລ ຯ

ຕຳຣາທີ ໒ ຢາລົງທ້ອງຢ່ຽວກາງຄືນ
໑. ເຄືອເຂົາຮໍ ຝົນໃສ່ນ້ຳທັມມະດາ ແລ້ວເອົານໍ້າເຜິ້ງມາຕັດຜສົມກັນກິນດີແລ ຯ

ຕຳຣາທີ ໓ ຢາແກ້ພິດງູຕອດ(ສັດທີ່ມີພິດຕອດ ແລະ ຂົບ)
໑. ເອົາຝາກໝາກນາວ ຝົນກິນ ແລະ ທາບ່ອນທີ່ເຈັບ ດີແລ.

ຕຳລາທີ ໔ ຢາຣົມໝາກເຮັງຄຸດຕາແຕກ ຫູໜວກ
໑. ຮາກຜັກຫວານບ້ານ.
໒. ຫົວຖົ່ວພູຂາວ.
໓. ດ້າຍຫາງໝາ.
໔. ຮາກໝາກຫວດ.
໕. ເຂົ້າຈີ່ລິງ.
- ຝົນໃສ່ນໍ້າເຂົ້າກິນແດ່ທານແດ່ ?

ຕຳຣາທີ ໕ ຢາດີເຈັບແຂ້ວ.
໑. ເກືອ
໒. ຫີນສົ້ມ.
- ເອົາມາເທົ່າກັນໃສ່ໝໍ້ຂົ້ວ ແລ້ວຕຳເປັນຝຸ່ນ ໝັ່ນເອົາໄມ້ຈິ້ມແຂ້ວ ຖູແຂ້ວເລືອຍໆ ດີແລ ?
(ລອງເຮັດໄປໄວ້ຫ້ອງນ້ຳ ໃຊ້ທຸກວັນແຂ້ວບໍ່ເຈັບ ທັງໝັ້ນອີກ)

Sunday, 9 March 2008

ເຈົ້າອະທິການວັດໄປຢ້າມຢາມພີ່ນ້ອງທີ່ສຽມຣຽບ ແລະເບິ່ງງານ

ຕອນເຊົ້າວັນທີ ໑໐ ມິນາ ໒໐໐໘ ເວລາ ໐໕:໐໐ ໂມງ ພຣະຄຣູເນືອງພິລັກ ໂຊຕິທອນ ເຈົ້າອະທິການວັດວິຈິຕທັມມາຣາມ ບ້ານວຽງຈະເຣີນ ເມືອງໄຊເຊດນພຄອນຫຼວງວຽງຈັນ ໄດ້ອອກຈາກວັດ ໄປຍັງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ເພື່ອຈະຂຶ້ນຍົນໄປຍັງສະສຽມຣຽບ ປະເທດກັມປູເຈັຍ ເພື່ອຈະໄປຢ້ຽມຢາມຢາດ ແລະເບິ່ງງານບາງກປະການ ໂດຍສາຍການບິນລາວ ເຊິ່ງເຄື່ອງບິນຕາມກຳນົດການຂອງເຄື່ອງບິນໃນເວລາ ໐໖:໓໐ ໂມງ, ກຳນົດການຄັ້ງນີ້ ແມ່ນຈະໄດ້ໄປເບິ່ງງານ ທີ່ອັງກໍວັດ ແລ້ວຈະເດີນທາງໄປຍັງແຂວງກຳປົດ ເພື່ອຢາມຍາດພີ່ນ້ອງ ຫຼັງຈາກນັ້ນຈະໄປແຂວງກຳປົງໂສມ ເພື່ອຢາມຍາດໂຍມຄົນບ້ານວຽງຈະເຣີນ ທີ່ໄປເປັນວິຊາການເບັຍອັງກໍ ທີ່ນັ້ນ ຫຼັງຈາກນັ້ນຈະມາຢາມລູກສິດ ທີ່ເປັນຄົນຊາວເຊື້ອສາຍລາວໃນບັນດາແຂວງພາກເໜືອຂອງກັມປຸເຈັຍທີ່ຢູ່ວັດອຸນນາໂລມ ແລະຍາກໂຍມຊາວຂະເໝນທີຮູ້ຈັກກັນ ຫຼັງຈາກສຳເຣັດພາຣະນິດແລ້ວ ຈະເດີນທາງອອກຈາກພະນົມເປັນ ໂດຍທາງຣົດ ໂດຍຜ່ານແຂວງກະແຈະ ເຂົ້າສູ່ແຂວງຊຽງແຕງ ຈະນອນທີ່ແຂວງຊຽງແຕງ ໑ ຄືນແລ້ວ ອອກເດີນທາງໂດຍທາງຣົດຂ້າມຂົວໃໝ່ຂ້າມນ້ຳເຊກອງມາຍັງບ້ານຫາງໂຄ ແລ້ວເຂົ້າສູ່ດ່ານກັມປູເຈັຍ-ລາວ ທີ່ດົງກະລໍ ແລະແລ້ວກໍໄປນອນທີ່ບ້ານເກີດ ໑ ຄືນ ແລ້ວຈຶ່ງກັບວຽງຈັນໂດຍທາງຣົດ ຄາດວ່າ ວັນພະຫັດ ວັນທີ ໑໔ -໔-໐໘ ຈະມາເຖິງວຽງຈັນ। (ເມື່ອກັບມາແລ້ວຈະຂຽນຣາຍລະອຽດຂອງການເດີນທາງໃຫ້ອ່ານຫຼິ້ນ)

Thursday, 6 March 2008

ພຣະມະຫາບູຣຸສລັກສະນະ ໓໒ ປະກາຣ


ພຣະມະຫາບູຣຸສລັກສະນະ ໓໒ ປະກາຣ
ພຣາມຜູ້ມີນິມັຕຂາບທູລວ່າ “ຂໍເດຊະ ພຣະຣາຊະກຸມາຣນີ້ປະກອບດ້ວຍມະຫາປຸຣິສະລັກສນະ ໓໒ ປະກາຣ ຄື :
໑. ພຣະກຸມາຣນີ້ມີພຣະບາທປະດິສຖານເປັນອັນດີ(ຮຽບສເມີ).
໒. ພື້ນກາຍໃຕ້ຝາພຣະບາທທັງສອງຂອງພຣະກຸມມາຣນີ້ ມີຈັກເກີດຂຶ້ນ ມີຊີ້ກຳຂ້າງ ລະພັນ ມີກົງ ມີດຸມ ບໍຣິບູນດ້ວຍອາກາຣທັງປວງ.
໓. ມີສົ້ນພຣະບາທຍາວ.
໔. ມີພຣະອົງຄຸລີຍາວ.
໕. ມີຝາພຣະຫັຕຖ໌ ແລະ ຝາພຣະບາທອ່ອນນຸ້ມ.
໖. ມີຝາພຣະຫັຕຖ໌ ແລະ ພຣະບາທມີລາຍດັ່ງຕາຂ່າຍ.
໗. ມີພຣະບາທເໝືອນສັງຄວ້ຳ.
໘. ມີພຣະຊົງຮີເຮີຍວດຸຈດັ່ງແຂ່ງກວາງຊາຍ.
໙. ສະເດັຈສະຖິຕຢືນຢູ່ບໍ່ໄດ້ນ້ອມລົງ ເອົາຝາພຣະຫັຕຖ໌ທັງສອງລູບຄຳໄດ້ເຖິງພຣະຊາ ນຸທັງສອງ.
໑໐. ມີພຣະຄຸຍຫະລີ້ບລັບຢູ່ໃນຝັກ.
໑໑. ມີພຣະສວີວັນດຸຈວັນແຫ່ງທອງຄຳ ຄືມີພຣະຕະຈະດຸຈຫຸ້ມດ້ວຍທອງຄຳ.
໑໒. ມີພຣະສວີຣະອຽດ ເພາະພຣະສວີລະອຽດ ທຸຣະອອງຈຶ່ງມີບໍ່ຕິດຢູ່ໃນພຣະວໍຣະ ກາຍໄດ້.
໑໓. ມີພຣະໂລມາຊາຕ ທີ່ມີປາຍຊ້ແຍຂຶ້ນຂ້າງເທິງ ມີສີຂຽວ ມີສີເໝືອນດອກອັນຊັນ ຂົດ ເປັນກຸລທົນທັກຂີນາວັຕ.
໑໔. ມີພຣະໂລມະຊາຕເສັ້ນໜຶ່ງໆ ເກີດໃນຂຸມລະເສັ້ນໆ.
໑໕. ມີພຣະກາຍກົງເໝືອນກາຍພຣົມ.
໑໖. ມີພຣະມັງສະເຕັມໃນທີ່ ໗ ສະຖານ.
໑໗. ມີເຄິ່ງພຣະກາຍທ່ອນເທິງເໝືອນເຄິ່ງກາຍທ່ອນໜ້າຂອງສີຫະ.
໑໘. ມີຣະຫວ່າງພຣະອັງສະເຕັມ.
໑໙. ປະຣິມັລທົລດຸຈດັ່ງໄມ້ນິໂຄທວາຂອງພຣະຂອງພຣະອົງເທົ່າກັບພຣະກາຍຂອງ ພຣະອົງຄ໌ເອງໆ ເທົ່າກັບວາຂອງພຣະອົງ.
໒໐. ມີລຳພຣະສໍກົມເທົ່າກັນ.
໒໑. ມີປາຍເສັ້ນປາສາທສຳລັບນຳຣົສອາຫາຣອັນດີ.
໒໒. ມີພຣະຫະນຸດຸຈຄາງຣາຊະສີຫ໌.
໒໓. ມີພຣະທັນຕະ ໔໐ ເຫຼັ້ມ.
໒໔. ມີພຣະທັນຕະຮຽບສເມີກັນ.
໒໕. ມີພຣະທັນຕະບໍ່ຫ່າງ.
໒໖. ມີພຣະທາຖະຂາວງາມ.
໒໗. ມີພຣະຊີຫະໃຫຍ່.
໒໘. ມີພຣະສຸຣະສຽງດຸຈດັ່ງສຽງແຫ່ງພຣົມ ຕັສມີສຳນຽງດັ່ງນົກກໍຣະວີກ.
໒໙. ມີພຣະເນຕດຳປອດ.
໓໐. ມີພຣະດວງພຣະເນຕດຸຈດັງຕາແຫ່ງງົວ.
໓໑. ມີພຣະອຸນນາໂລມບັງເກີດ ທີ່ຣະຫວ່າງຂນົງ ມີສີຂາວອ່ອນຄວຣປຽບດ້ວຍສຳຣີ.
໓໒. ມີພຣະສຽຣດຸຈປຣະດັບດ້ວຍກອບພຣະພັກ.
(ທີ. ມະຫາ. ໑໐/ມະຫາປະທານສູຕຣ໌/໒໙/໑໓-໑໕)

ວິທີຊະນະທຸກແບບພຸດທະ


ວິທີຊະນະທຸກແບບພຸດທະ
ໂດຍ: ລູກຊາວດອນ
ມະນຸດຊົນ ທຸກໆຊົນຊັ້ນ, ວັນນະ, ເພສ, ວັຍ, ຖານະທາງການເງິນສູງ-ຕ່ຳ, ວຸດທິກາຣສຶກສາສູງຕ່ຳ ທັງຫຼາຍ, ທີ່ຍັງບໍ່ທັນສິ້ນອາສາວະກິເລສທັງປວງ ຍ່ອມມີຄວາມທຸກ ຄວາມຜິດຫວັງ ຄວາມວິຕົກກັງວົນ ຄວາມ ໂສກເສົ້າ, ະທົມຂົມຂຶ້ນທັງປວງ ບໍ່ຫຼາຍກໍນ້ອຍ.
ມະນຸດເຮົາຈະທຳຢ່າງໃດ ທີ່ຈະບໍ່ປະສົບກັບສິ່ງເຫຼົ່ານັ້ນ, ເນື່ອງຈາກຄວາມເປັນຈິງແລ້ວມະນຸດເຫຼົ່າ ນັ້ນ ບໍ່ວ່າຮັ່ງມີ, ທຸກຈົນ, ກໍຍັງຈັກຕ້ອງປະສົບພົບພໍ້ໃນສິ່ງເຫຼົ່ານີ້ຢູ່ສະໝີກັນ, ແມ່ນແຕ່ນັກຮຽນຮູ້ປັນຍາຊົນຜູ້ມີ ການສຶກສາສູງພຽງໃດ ກໍຕ້ອງຈະຕ້ອງໄດ້ພົບພານກັບສິ່ງເຫຼົ່ານີ້ ຮູ້ສຶກວ່າຜູ້ທີ່ຮຽນສູງ ແລະ ຮັ່ງມີລົ້ນຟ້າເໜືອ ແຜ່ນດິນ ຈະມີສິ່ງເຫຼົ່ານີ້ຫຼາບກວ່າຜູ້ທີ່ມີຄວາມຮູ້ນ້ອຍ ແລະ ທຸກຈົນດ້ວຍຊໍ້າໄປ, ເມື່ອເຮົາມາສັງເກເເບິ່ງພາວະ ຂອງມະນຸດໂລກໃນປັດຈຸບັນແລ້ວ ຈຶ່ງສາມາດແບ່ງມະນຸດອອກເປັນສອງພວກ ຄື ຜູ້ທີ່ຮັ່ງມີສີສຸຂ ແລະ ຜູ້ທຸກຈົນ ຄົນທັງສອງນີ້ ເມື່ອມາທຽບກັບຄຳສອນຂອງພຣະພຸດທະສາສນາ ຈະເຫັນວ່າມະນຸດທັງສອງພວກລ້ວນແຕ່ມີ ທຸກຂ໌ ຄື “ຄົນຮັ່ງທຸກເພາະບໍ່ພໍ, ຄົນທຸກຂ໌ຈົນ ທຸກເພາະຢາກມີ” ທັງ “ບໍພໍ” ກັບ “ຢາກມີ” ລ້ວນແຕ່ແມ່ນຄວາມ ຢາກ ພາສາພຣະວ່າ “ຕັນຫາ” ຕົວຕັນຫານີ້ແລ້ວ ຄືຕົວເຮັດໃຫ້ມະນຸດຕ້ອງທຸກ ຢູ່ໃນພາວະທັງ ໓ ຄື “ກາ ມະຕັນຫາ, ພາວະຕັນຫາ ແລະ ວິພາວະຕັນຫາ”
ບັນກາເຫຼົ່ານີ້ ຖືວ່າເປັນຄວາມທຸກຂ໌ ທີ່ມະນຸດໃນໂລກປັຈຈຸບັນພົບພໍ້ຫຼາຍຂຶ້ນ ຍິ່ງມະນຸດມີຄວາມຈເຣີນ ທາງດ້ານວັດຖຸຫຼາຍປານໃດ, ສິ່ງທີ່ມະນຸດຈະໄດ້ປະົບພົບພໍ້ກັບຄວາມທຸກຮູ້ສຶກວ່າ ຈະມີຄວາມພອກພູນຫຼາຍຂຶ້ນ ກວ່າແຕ່ເດີມ, ແຖມໃນປັຈຈຸບັນຍັງມິສິິ່ງທຳໃຫ້ຄວາມທຸກພັດທະນາຖືກພັດທະນາໃນຮູບແບບໃໝ່ຂຶ້ນມາເລື້ອຍໆ ດັ່ງພວກເຮົາຈະໄດ້ເຫັນຈາກ ທີ່ຄວາມທຸກຄວາມລຳບາກນັ້ນ ຈະເກີດຂຶ້ນໃນບັນດາປະເທດທີ່ພັດທະນາແລ້ວ ຫຼືກຳລັງພັດທະນາສາເປັນສ່ວນໃຫຍ່ ບໍ່ວ່າກາຣຂັດແຍ່ງເຣື່ອງຜົລປະໂຫຍດກັນໃນສັງຄົມ, ບັນຫາຄ່າຄອງຊີບ, ຄວາມແຕກແຍກໃນຄອບຄົວ, ບັນຫາເດັກນ້ອຍ ເຍົາວະຊົນ, ບັນຫາຢາເສບຕິດ, ບັນຫາໂສເພນີ, ບັນຫາມູນພາ ວະໃນເມືອງ, ບັນຫາຄວາມບໍ່ລົງລອຍກັນຣະຫວ່າງແນວຄິດ(ທິດຖີ) ບັນຫາໂຣຄາພະຍາດ ທີ່ໂດ່ງດັງທີ່ສຸດ ກໍ ໄດ້ແກ່ໂຣກເອດສ໌, ມະເຮັງນີ້ ກໍມັກຈະເກີດຂຶ້ນມາໃນບັນດາປະເທດພັດທະນາແລ້ວທັງນັ້ນ ແລ້ວຈຶ່ງຄ່ອຍແຜ່ ລາມໄປຍັງປະເທດກຳລັງພັດທະນາ ແລະ ມັນກຳລັງເຂົ້າມາຄຸກຄາມໃນປະເທດດ້ອຍພັດທະນາເປັນຂັ້ນຕອນ, ນອກຈາກນີ້ບັນຫາຣົດຕິດກໍຍັງພາໃຫ້ເກີດຄວາມທຸກບໍ່ນ້ອຍ, ສະນັ້ນຈຶ່ງເຫັນໄດ້ວ່າ ເຖິງວ່າຈະມີຄວາມຈະເຣີນ ທາງດ້ານວັດຖຸຫຼາຍກໍຕາມ ຄວາມທຸກເລົ່ານັ້ນ ທີ່ເກີດຂຶ້ນມາທາງດ້ານຈິດໃຈ ຍິ່ງເພີ່ມທະວີ ແລ້ວກໍຄ່ອຍສົ່ງຜົນ ເຂົ້າມາທາງດ້າຮ່າງກາຍ ທາງດ້ານວັດຖຸ ຢ່າງບໍ່ລົດລະ, ສ່ວນປະເທດດ້ວຍພັດທະນາເຖິງຈະມີຄວາມທຸກທາງ ກາຍກໍຕາມ ແຕ່ທຸກທາງຈຍັງມີຣະດັຍຕ່ຳຢູ່ ຖ້າບໍ່ມີວິທີ ແລະ ເຄື່ອງມີປ້ອງກັນກໍຈະສວາຍເກີິນແກ້ແນ່ອນ, ດັ່ງດຽວກັບຄົນທີ່ຮັ່ງມີ ຫຼືຄົນທີ່ຢູ່ໃນປະເທດຮັ່ງມີແລ້ວ ຄວາມທຸກທາງກາຍ ກໍຈະມາບັນເຂົາຫາກບໍ່ມີທາງປ້ອງ ກັນກໍຈະເກີດບັນຫາທາງກາຍ ແລະ ໃຈ ກະທົບຜົນຕໍ່ສັງຄົມສ່ວນໃຫຍ່ ແລະ ສັງຄົມໂລກ.
ບັນຫາຄວາມທຸກເລົ່ານີ້ ຖືວ່າສຳຄັນທີ່ສຸດ ແລະ ອາດກ່າວວ່າບໍ່ມີວິທີໃດໆ ໃນໂລກຈະແກ້ໄດ້ ຫຼືວ່າຄຳ ສອນລັດທີສາສນາໃດໆໃນໂລກ ທີ່ຈະດັບຄວາມທຸກທີ່ເກີດຂຶ້ນຈາກຄວາມຜິດຫວັງ, ຄວາມວິຕົກກັງວົນ, ຄວາມ ຣະທົມຂົມຂື່ນ, ຄວາມອິດສາຣິດສຍາ, ຄວາມບຈັກຜ່ອນສັ້ນຜ່ອນຍາວ ຫຼືຄວາມເຫັນແກ່ຕົວ, ມົວເມົາໃນລາບ, ກຽດຕິຍົດ, ຊື່ສຽງ ແລະ ຄວາມບໍ່ຍອມກັນອັນເປັນນິສັຍພຶ້ນຖານຂອງມະນຸດນັ້ນໄດ້ ກໍຄົງຈະບໍ່ປາສາຈາກຫຼັກຄຳ ສອນຂອງພຣະພຸດທະສາສນາ ທີ່ແນະນຳໃຫ້ແກ້ໄຂຄວາມທຸກໂດຍວິທີທັມມະດາ ຫຼືທັມມະຊາດ, ເຊິ່ງເນັ້ນທາງ ຈິດ ອັນຕິດພັນກັບມະນຸດ ເຊິ່ງວິທະຍາສາດ ວິທະຍາການສະໄໝໃໝ່ໄດ້ປະຕິເສດ, ໄດ້ຄ່ອຍໆຫັນມາໃຫ້ກາຣ ຍອມຮັບຂຶ້ນທຸກຂະນະ ແລະ ປັຈຈຸບັນນັກວິທະຍາສາດ ໄດ້ນຳເອົາຫຼັກຄຳສອນຂອງພຣະພຸດ ທະສາສນາໄປຄົ້ນ ຄວ້າຫຼາຍຂຶ້ນແລ້ວ ມີຫຼາຍສຳນັກ, ຫຼາຍປະເທດ ຈົນເຖິງສ້າ່ງຕັງເປັນອົງກອນຂອງຣັດ ແລະ ເອກຊົນ ຖ້າແກ້ໄຂຄວາມທຸກບໍ່ໄດ້ຈິງ ນັກວິທະຍາສາດ ຄົງຈະບໍ່ເສັຍສະຫຼະເວລາຂອງຕົນມາປະຕິບັດທັມດອກ ປະເທດ ເຮົາເປັນປະເທດພຣະພຸດທະສາສນາແທ້ໆມາແຕ່ກຳເນີດຊາດ ຈະລະເລີຍບັນຫານີ້ໄປໄດ້ຢ່າງໃດ ?
ສິ່ງທີ່ແກ້ບັນຫາຕ່າງໄດ້ຖືກຈຸດນັ້ນ ຕ້ອງມີຄວາມຮູ້ຖືກ ຄວາມເຂົ້າໃຈຖືກໃນເບື້ອງຕົ້ນ, ຈະເປັນປະ ໂຫຍດຢ່າງຍິ່ງ ສາມາດນຳມາໃຊ້ເປັນວິທີຄິດ ແລະ ໃຊ້ປະຕິບັດໃນຊີວິດປະຈຳວັນໄດ້, ໃນສິ່ງຕ່າງໆທີ່ເຮົາໄດ້ພົບ ເຫັນ ບຸກຄົນທັງຫຼາຍທັງທີ່ເປັນທີ່ຮັກ ແລະ ບໍ່ເປັນທີ່ຮັກ ຕອລດເຖິງວັດຖຸ ສິງແວດລ້ອມຕ່າງໆ ທີ່ຈະທຳໃຫ້ເຮົາ ເກີດຄວາມເພີນເພີນຍິນດີ ຫຼືເກີດຄວາມຜິດຫວັງບໍພໍໃຈ ອຸກໃຈ ເຫງົາໃຈ ວິຕົກກັງວົນ ລ້ວນແຕ່ເກີດດັບສະຫຼັບ ກັນໄປໃນຈິດຂອງເຮົາເອງຢູ່ສະເໝີ ທັງຄວາມຍິນດີ ຍິນຮ້າຍ ບໍ່ພໍໃຈ ກັບບໍ່ພໍໃຈ ໃນເຣື່ອງຂອງບຸກຄົນ ຫຼືວັດຖຸສິ່ງ ຂອງອັນທີ່ເປັນ ຮູບ, ສຽງ, ກິ່ນ, ຣົດ, ແລະ ສຳຜັດ ເປັນຢ່າງໜີຢູ່ທຸກເມືອ່ເຊື້ອວັນ ນີ້ເປັນສັດຈະທັມຢ່າງໜຶ່ງ ທີ່ພວກເຮົາຄວນຮູ້ ຄວນເຂົ້າໃຈ ເປັນເບື້ອງຕົ້ນ ເຊິ່ງເຮົາຈະຫຼີກລຽງບໍ່ໄດ້ເລີຍແມ່ນແຕ່ເຮົານອນຫຼັບຢູ່ ອາຣົມ ຕ່າງໆ ທັງດີ ແລະ ບໍ່ດີເຫຼົ້ານັ້ນ ຍ່ອມມາປາກົດຫຼອກຫຼອນເຮົາຢູ່ ມັນເຂົ້າມາໃນຄວາມຝັນຂອງເຮົາ ເຊິ່ງມັນບັງຄັບມັນບໍ່ໄດ້ເລີຍ ແມ່ນແຕ່ຝັນເຣື່ອງດີ ເຮົາກໍຢາກໄດ້ໃຫ້ມັນກັບມາຝັນອີກ, ເມືອ່ມັນບໍ່ຝັນແບບນັ້ນ ຈັກເທື່ອເລີຍ ມັນກໍເກີດຄວາມທຸກ ຄືທຸກເພາະຢາກໄດ້ ຢາກເປັນນັ້ນເອງ, ສ່ວນຄວາມຝັນຮ້າຍ ເຮົາບໍ່ຢາກໃຫ້ ມັນຝັນ ມັນພັດຝັນຂຶ້ນມາ, ແຖມຝັນເລື້ອຍໆຈົນເຮັດໃຫ້ເຮົາເກີດຄວາມທຸກ ແລະ ຄວາມຢ້ານກົວ ຢ້ານຕະພຶດ ຕະພື ແລ່ນເຂົ້າໄປຫາພຣະ ຖືກພຣະທີ່ມີຄວາມຮູ້ວິຊາກໍສອນຕາມຫຼັກທັມ ດ້ວຍເຫດດ້ວຍປັດໄຈແຫ່ງທັມ, ບາງຄົນຮູ້ບໍ່ເຖິງບໍ່ເທົ່າທັນກັບບັນຫາ ແລະ ຫຼັກທັມ ກໍຫາພຣະບໍ່ດີ ຊ່ວຍຍາດໂຍມບໍ່ໄດ້, ກໍແລ່ນໄປຫາພຣະບາງ ອົງຮູ້ບໍ່ເທົ່າທັນກັບໂລກ ກໍສອນ ຫຼືແກ້ໃຫ້ຕາມວິທີນອກບັນຫາ ຮູ້ສຶກຍິ່ງແກ່ຍິ່ງທຸກເຂົາໄປຊັກໃຊ້ ຫາກໂຊກເຂົ້າ ຂ້າງໄດ້ຜົນກໍໄດ້ຜົນ ແຕ່ສ່ວນໃຫຍ່ຈະບໍ່ໄດ້ຜົນ ກໍຫາວ່າພຣະບໍ່ເກ່ງບໍ່ໄດ້, ແລ່ນໄປຫາໝໍມົດ ໝໍຜີ ໝໍເດົາ ມໍ່ດູ ພວກນີ້ຮູ້ສຶກວ່າມີຫຼວງຫຼາຍໃນສັງຄົມ ແທນທີ່ຈະໄປບັນເທົາບັນຫາ ກບັໄປເພີ່ມບັນຫາອີກຫຼວງຫຼາຍ, ບາງຄົນ ສົມຫວັງຫັບມະນຸດ ກໍມັກຈະແລ່ນໄປຫາຜີ ຕົ້ນໄມ້ໃຫຍ່ລຳທານເລີກ ກໍມີຫຼວງພາຍມາກ.
ນີແລ້ວທ່ານສາທຸຊົນ ແມ່ນແຕ່ຄວາມຝັນຊື່ໆ ທັງຮ້າຍ ທັງດີ ຍັງເຮັດໃຫ້ເຮົາທຸກເຖິງຂະໜາດນີ້ແລ້ວ ຝັນດີກໍເປັນທຸກ ຝັນຮ້າຍກໍເປັນທຸກ ເກີດຄວາມວິຕົກກັງວົນ ເຮົາຮູ້ວ່າ ຄວາມຝັນມັນເປັນເຣື່ອງບໍ່ຈິງ ກໍຍັງທຳໃຫ້ ຄົນທຸກເຖິງຂະໜາດນັ້ນ ປາສາຫຍັງກັບເຣື່ອງທີ່ຫຍ່ກວ່ານີ້ ຊິບໍ່ໃຫ້ເຮົາທຸກຫຼາຍກວ່ານີ້ ພຣະເຈົ້າຢູ່ເທິງສະຫວັນ ກໍບໍ່ສາມາດໃຊ້ອຳນາດບັງຄັບ ບັນຊາໄດ້ ນອກຈາກກົດເກນຂອງທັມມະດາທີ່ເປັນ ທັມມະຊາດ ຢູ່ໃນຕົວຂອງເຮົາ ເອງເທົ່ານັ້ນ ທັງນີ້ກໍຕ້ອງອາສັບຫຼັກທັມຂອງພຸດທະສາສນາເຂົ້າຊ່ວຍ ຈຶ່ງຈະແກ້ໄດ້.

ດັ່ງນັ້ນ, ໃຜກໍຕາມຈະເຮັດໃຫ້ເຮົາ ບໍ່ມີຄວາມຜິດຫວັງວິຈົກກັງວົນ, ເດືອດຮ້ອນໃຈໄດ້ນັ້ນ ຍ່ອມບໍ່ມີຢູ່ ນອກຕົວເຮົາ, ເມື່ອເຮົາຮູ້ແລ້ວວ່າເຮົາຕ້ອງຊ່ວຍຕົນເອງ ເຮົາຈະຕ້ອງໄດ້ມີຄວາມຮູ້ຖືກ, ເຂົ້າໃຈຖືກ, ຊີວິດຂອງ ເຮົາຈຶ່ງເໜືອທັມມະຊາດ, ເຮົາບໍ່ຈຳເປັນຕອ້ງໃຫ້ຊີວິດເຮົາເໜືອຄົນອື່ນກໍໄດ້ ແຕ່ເຮົາຕ້ອງໃຫ້ຊີວິດເຮົາ ເໜືອນ ຊີວິຕອັນເປັນພື້ນຖານແຫ່ງຈິດເຮົາເຮົາເທົ່ານັ້ນ, ເມື່ອເຮົາທຳຕົນ ຈິດຂອງຕົນເໜືອຈິດເດີມຂອງເຮົາແລ້ວ ເຮົາ ກໍຈະເປັນຄົນເໝືອທັມມະຊາດ, ເໜືອພຣະເຈົ້າ, ສິ່ງທີ່ທຳໃຫ້ເຮົາເໜືອສິ່ງເຫຼົ່ານັ້ນ ພຣະພຸດທະອົງຊົງຕັດສອນ ໄວ້ວ່າ “ກັມມຸນາ ວັຕຕະຕິ ໂລໂກ” ເຮົາເທົ່ານັ້ນຈະເປັນຜູ້ແກໄຂບັນຫາຊີວິດເຮົາໄດ້ດີ, ຫາກເຮົາຈະເໜືອດສິ່ງ ເຫຼົ່ານັ້ນໄດ້ ເຮົາຈະຕ້ອງເປັນຜູ້ສອດສ່ອງຮູ້ບັນຫານັ້ນໄດ້ດີ ຄົນອື່ນຫຼືພຣະເຈົ້າເຫຼົ່າເທວະດາອົງໃດຈະມາ ຮູ້ບັນ ຫານັ້ນໄດ້ດີກວ່າເຮົາກໍບໍ່ມີອີກເຊັ່ນກັນ ເຮົາເທົ່ານັ້ນເປັນຜູ້ຮູ້, ສະນັ້ນເຣື່ອງຂອງເຮົາ ເຮົາຈຶ່ງເປັນຜູ້ແກ້ ພຣະເຈົ້າ ເຖິງສະຫວັນຈະເປັນຜູ້ແກ້ໃຫ້ເຮົາຄົງສພເຣັດຍາກສົມຄວນ, ຖ້າເປັນເຊັ່ນນັ້ນ ເມື່ອເຮົາຮູ້ວ່າທຸມີຈິງ ເຮົາກໍຢາກ ໜີຈາກທຸກທັງມວນ ທາງດຽວກໍຄືເດີນຕາມເສັ້ນທາງແຫ່ງພຣະສັຈຈະທັມຄຳສອນແຫ່ງອົງສົມເດັດພຣະສັມມາ ສັມພຸດທະເຈົ້າເທົ່ານັ້ນ, ທີ່ຈະປົກປ້ອງເຮົາ ໃຫ້ປະສົບກັບຄວາມສຸຂ ຄວາມສງົບ ຄວາມສົມຫວັງ ທັງທາງກາຍ ແລະ ທາງໃຈ ທີ່ທ່ຽງແທ້ຖາວອນ.
ຢ່າງໃດກໍຕາມ ເມື່ອເຮົາຮູ້ ແລະ ເຂົ້າໃຈວ່າ ພຣະສັຈຈະທັມທາງພຣະພຸດທະສາສນາຊ່ວຍແກ່ໃຫ້ເຮົາ ໄດ້ ເຮົາກໍຕ້ອງຮູ້ຄວາມຈິງທີ່ວ່າ “ກາຍກັບໃຈ” ຂອງເຮົາມີທຸດ ມີສຸຂເກີດຂຶ້ນມາໄດ້ເພາະເຫດໃດ ແລະ ຈະສົ່ງຜົນ ຕໍ່ເນື່ອງກັນຢ່າງໃດ ຄວາມຮູ້ຖືກຄວາມເຂົ້າໃຈຖືກ ຈະເປັນເບື້ອງຕົ້ນ ເຮັດໃຫ້ຄິດຖືກ ເວົ້າຖືກ ແລະ ປະຕິບັດຖືກ, ແລ້ວກໍວາງຕົວວາງໃຈວາງກາຍເປັນກາງ(ມັດຊິມະປະຕິປະທາ) ແຕ່ບໍ່ແມ່ນວາງເສັຍ ການວາງເສີນ ມັນເປັນ ການຍອມຈຳນົນ ຫຼືທຳການບໍ່ສູ້ອັນໃດເລີຍ ຖ້າເປັນຢ່າງນັ້ນມັນກໍເປັນຄວາມຫຼົງໄຫ໕ມົວເມົາ ຍິ່ງຈະທຸກເຂົ້າໄປ ໜັກໜ້າສາຫັດ ຈິດໃຈກໍຍ່ອມເສົ້າໝອງລົງໄປທຸກຂະນະ ເດືອດຮ້ອນ ວິຕົກກັງວົນ ຜິດຫວັງລົງໄປອີກ.
ດັ່ງຕົວຢ່າງ ທີ່ເກີດຂືຶ້ນໃນສະຫະຣັດອະເມຣິກາ ຄືການທີ່ມີພວກບໍ່ດີຈີ້ຍົນຊົນລະເບີດສູນກາງການຄ້າ ໂລກ(Wold trade Center) ເມື່ອວັນທີ ໑໑ ກັນຍາ ປີ ໒໐໐໑ ກໍເຊັ່ນດຽວກັນ ມັນກໍເປັນຄວາມທຸກສຳຄັນຂອງປະ ຊາຊົນຊາວອະເມຣິກາ ຕລອດປະຊາຊາດໃນໂລກ, ສິ່ງທີ່ເກີດນັ້ນມັນບໍ່ໄດ້ເກີດຈາກເທວະດາອິນພຣົມ ຫຼືເທພະ ເຈົ້າເຫຼົ່າໃດເລີຍ ອັນນັ້ນມັນເກີດຈາກການກະທຳຂອງມະນຸດ ຈະໂທດຝ່າຍໃດຝ່າຍໜຶ່ງບໍ່ໄດ້ ທາງຝ່າຍອະເມຣິ ກາເອງກໍຕ້ອງທົບທວນນະໂຍບາຍຂອງຕົນດ້ວຍ, ແລະ ທາງສັດຕູເອງກໍຕ້ອງເບິ່ງບັນຫາຂອງມະນຸດທັງມວນ ດ້ວຍ ຈະໄປໂທດຄົນອື່ນບໍ່ໄດ້ເດັດຂາດ ມັນຕ້ອງເວົ້າເຖິງສິ່ງຕ່າງໆທີ່ກ່ຽວພັນກັນຂອງມະນຸດທີ່ຢູ່ຮ່ວມກັນໃນໂລກ ມະນຸດທຸກຄົນລ້ວນສະແຫວງສັນຕິ ແລະ ສຸຂດ້ວຍກັນ ແຕ່ວິທີການນັ້ນມະນຸດຈະທຳເຊັ່ນໃດ ຈຶ່ງຈະບໍ່ເກີດບັນຫາ ຕິດຕາມມາ, ນອກຈາກນັ້ນ ກໍບັນຫາເຣື່ອງຊຶນາມິ ໃນທ້າຍປີ ໒໐໐໔ ອັນເປັນພັຍຈາກທັມມະຊາດ ແຕ່ກໍເປັນຜົລ ງານຂອງມະນຸດ, ເຊັ່ນດຽວກັບປີ ໒໐໐໘ ຄວາມຈິງແລ້ວ ບໍ່ມີເລີນເດືອນຍີ່ຝົນຈະຕົກ ແຕ່ພາຍໃນ ໒ ປີຜ່ານມານີ້ ໂລກຮ້ອນ ແລະ ໜາວຜິດປົກຕິ ອັນນີ້ກໍບໍ່ແມ່ນເຣື່ອງຂອງເທບອີກເຊັ່ນກັນ ມັນແມ່ນເຣື່ອງຂອງມະນຸດເປັນຜູ້ສ້າງ ແລະ ມະນຸດເທົ່ານັ້ນ ຈະເປັນຜູ້ແກ້ ຈະໃຫ້ທັມມະຊາດເປັນຜູ້ແກ້ແມ່ນບໍ່ໄດ້ ທຽບໃສ່ຫຼັກທັມ ກໍຄື “ຜູ້ສ້າງກັມ ຍ່ອມໄດ້ຮັບຜົລຂອງກັມ” ສິ່ງທັງໝົດເຖິງຈະເກີດຂຶ້ນກັບໂລກ ແຕ່ເຮົາກໍນຳມາເປັນບົດຮຽນຊິວິດໄດ້ ບໍ່ວ່າໂລກ ທັງ ມວລລວມ ກໍລ້ວນແຕ່ເກີດຈາກນໍ້າມືຄົນທັງນັ້ນ, ທີ່ສຳຄັນຄືຕ້ອງບໍ່ມີຄວາມຫຼົງ, ຄວາມບໍ່ຮູ້ ບໍ່ເຂົ້າໃຈ ໃນບັນຫາ ຫຼືຕົ້ນເຫດຂອງທຸກ, ດັ່ງມີເຣື່ອງເລົ່າຢູ່ວ່າ.
ທີ່ຄະຣິຫາດມະກາເສດຖີ ຂະນະນັ້ນມະຫາເສດຖີກຳລັງນັ່ງສຳລານ ຢູ່ໜ້າຄະຣືຫາກຂອງຕົນ, ທັນ ໃດນັ້ນ ມີເດັກນ້ອຍຂໍທານຄົນໜຶ່ງເຂົ້າມາຂໍເງິນ ແລະ ເສດອາຫານ ເພື່ອລ້ຽງຊີບ ມະຫ່າເສດຖີພັດເປັນຄົນຂີຖີ່ ຈຶ່ງມີອຸບາຍຖາມເດັກນ້ອຍຄົນຂໍທ່ານວ່າ “ເປັນຫຍັງຈຶ່ງຂໍທານ” ເດັກນ້ອຍຂໍທານເມືອ່ໄດ້ຮັ້ບຄຳຖາມ ກໍຕອບໄປ ຕາມກົງວ່າ “ຂ້ານ້ອຍທຸກຂ໌” ມະຫາເສຕຖີຈຶ່ງຖາມວ່າ “ທຸກຂ໌ນັ້ນມັນເປັນຈັ່ງໃດ ?” ຈົ່ງອະທິບາຍທຸກຂ໌ຂອງເຈົ້າ ມາຫໃຫ້ຟັງ ຖ້າອະທິບາຍຄວາມທຸກຂ໌ຂອງເຈົ້າໃຫ້ເຮົາເຂົ້າໃຈ ເຮົາຈັກໃຫ້ຫານແກ່ເຈົ້າ, ເດັກນ້ອຍຄົນນັ້ນ ກໍພະຍາມອະທິບາຍຄວາມທຸກຂ໌ທີ່ຕົນປາສົບໃຫ້ເສດຖີຟັງ ແຕ່ເສດຖີກໍຟັງບໍ່ຮູ້ເຣື່ອງ, ກໍປະຕິເສດຕໍ່ຄຳອະທິບາຍ ນັ້ນທຸກຂໍ້ ເພາະເສຕຖີບໍ່ເຂົ້າໃຈ ເຖິງເຂົ້າໃຈກໍບໍ່ເຫັນວວ່າທຸກຂ໌ຂອງຄົນຂໍທານນັ້ນມັນຈັກພິເສດພິໂສຫຍັງ, ຍິ່ງ ເດັກນ້ອຍຂໍທານເຫຼົ່າເທົ່າໃດ ກໍຍິ່ງກາຍເປັນເຣື່ອງຕລົກສຳລັບເສດຖີຊໍ້າ ເພາະເສດຖີເອງກໍຍັງບໍ່ເຄີຍທຸກຂ໌ ຈັກ ເທື່ອ ເກີດຢູ່ກອງເງິນກອງຄຳ ເມື່ອເປັນເຊັ່ນນັ້ນເສດຖີກໍບໍ່ໄດ້ໃຫ້ຫຍັງແກ່ເດັກນ້ອຍຂໍທານເລີຍ ເພາະຄວາມຂອງ ເດັກນ້ອຍຂໍທານເປັນພຽງເຣື່ອງຕລກທັມມະດາ.
ວັນໜຶ່ງ, ມະຫາເສດຖີຜູ້ບໍ່ເຄີຍພົບກັບຄວາທຸກຂ໌ຈັກເທື່ອໄດ້ໄປເດີນຫຼິ້ນໃນສວນສາທາຣະນະ ບັງເອີນ ເຈັບແຂ້ວຂຶ້ນມາກະທັນຫັນ ຢ່າງໂຈມທາງຮ້ອງໂອດໂອຍຢູ່ ເດັກນ້ອຍຂໍທານຄົນນັ້ນເຫັນເສດຖີກໍຍ່າງເຂົ້າໄປຂໍ ເສດອາຫາຣກັບເສດຖີຕາມເຄີຍ ເສດຖີທັງຮ້ອງທັງຄາງ ເມື່ອເຫັນເດັກນ້ອຍຂໍທານຂໍສິ່ງທີ່ເຂົາປາຖນາ ເສດຖີຂີ້ ຖີ່ເຖິງເຈັບແຂ້ວຢູ່ ກໍຍັງຫຼິ້ນແຜນເດີມຢູ່, ຄືຖາມເຣືອ່ງລັກສະນະອາການຂອງຄວາມທຸກໃຫ້ຄົນຂໍທານແກ້ໃກ້ຕົນ ຟັງຈົນເຂົ້າໃຈດີ ຈຶ່ງຈະໃຫ້ອາຫານ, ເມື່ອເດັກນ້ອຍຄົນນັ້ນເຫັນເສດຖີຮ້ອງໂອດໂອຍຄວນຄາງທັງເອົາມືໂຈມຄາງ ດ້ວຍການເຈັບແຂ້ວ ຈຶ່ງມີຄວາມສລາດຂຶ້ນ ຈຶ່ງຖາມທ່ານເສດຖີວ່າ “ທ່ານເປັນຫຍັງຈຶ່ງຮ້ອງໂອດໂອຍຢ່າງນັ້ນ” ທ່ານເສດຖີຈຶ່ງຕອຍວ່າ “ເຮົາເຈັຍແຂ້ວເວີຍວ໌” ເດັກນ້ອຍຂໍທານໄດ້ໂອກາດກໍຕອບວ່າ “ທ່ານມະຫາເສດຖີ ອັນຄວາມທຸກຂອງຂ້າພະເຈົ້າ ກໍເ້ໝືອນອາການເຈັບແຂ້ວຂອງທ່ານນັ້ນແລ້ວ” ທ່ານມະຫາເສດຖີ ຈຶ່ງຮູ້ວ່າ ຄວາມທຸກຂ໌ ກໍຄືຄວາມທົນໄດ້ຍາກ ມັນທໍຣະມາແສນສາຫັດ ອັນນີ້ເປັນການເຈັບແຕ່ພຽງທາງກາຍຍັງເຖິງຂະ ໜາດນີ້ ບາດເຈັບທາງໃຈຈະຂນາດໃດ ? ຈະຫາຢາຫຍັງມາບັນເທົາລົງໄດ້.
ຄົນໃຊ້ຂອງທ່ານມະຫາເສດຖີ ທີ່ຢືນຢູ່ຂ້າງໆ ກໍຕອບວ່າ “ທາງອອກມີທາງດຽວກໍຄືມີແຕ່ພຣະສັຈທັມ ຂອງອົງສົມເດັດພຣະສັມມານັສມພຸດທະເຈົ້າເທົ່ານັ້ນ” ທ່ານເສດຖີບອກກັບຄົນໃຊ້ວ່າ “ພາເຮົາໄປຫາອົງສົມເດັດ ພຣະສັມມາສັມພຸດທະເຈົ້າດຽວນີ້, ຄົນໃຊ້ຕອບວ່າ ກ່ອນຈະປະຕິບັດທັມໄດ້ ຕ້ອງໄດ້ໃຫ້ທານສາກ່ອນ ທ່ານເສດຖີ ຈຶ່ງຖືໂອກາດນັ້ນໃຫ້ທານດ້ວຍຄວາມສົງສານຂຶ້ນມາ ແລະ ຍັງນຶກວ່າ “ຕົນກັບຄົນຂໍທານລ້ວນແຕ່ທຸກຂ໌ຄືກັນ ແຕ່ຕ່າງແຕ່ສະພາວະທຸກເທົ່ານັ້ນ”.
ນີ້ສະແດງໃຫ້ເຫັນວ່າ ຫາກບໍ່ປະສົບກັບຄວາມທຸກຂໍ່ ກໍບໍ່ຮູ້ຈັກທຸກຂ໌ ເມື່ອປະສົບກັບຄວາມທຸກຂ໌ ແລ້ວ ມະນຸດຈະວາງເສີຍບໍ່ໄດ້ ສະນັ້ນເມື່ອເຮົາຮູ້ ເຮົາກໍຕ້ອງແກໄຂຕາມຕົວເທົ່າເຮົາຮູ້ນັ້ນສາ, ຫາກຮູ້ແລ້ວບໍ່ເຮັດຕາມ ກໍຄືການຫຼົງຜິດ ຈິດໃຈຍ່ອມເສົ້າໝອງເດີອຮ້ອນ, ວິຕົກກັງວົນຜິດຫວັງຢູ່ສະເໝີ ຄວາມຮູ້ຖືກ ແລະ ຄວາມເຂົ້າ ໃຈຖືກມັນຄືຫັຍງ ເຊັ່ນເຮົາມີຄວາມຕ້ອງການທາງອາຣົມທີ່ດີ ທີ່ໜ້າປາຖນາກວ່າຄວາມຕອ້ງກາຣ ໃນຮູປ ສຽງ ກິ່ນ ຣົສ ເປັນຕົ້ນ ແຕ່ເຮົາບໍ່ຮູ້ມັນວ່າເປັນເປັນສິ່ງນັ້ນສະເໝີໄປ ທີ່ຈິງແລ້ວເຮົາກໍຕອບເຮົາເອງໄດ້ດີວ່າ “ບໍ່ຈຳເປັນ ຫຼືບາງຄັ້ງກໍຕ້ອງການ, ບາງຄັ້ງບໍ່ຕ້ອງການ” ແຕ່ສິ່ງທີ່ເຮົ້າຄິດນັ້ນມັນເປັນຈິງດັ່ງທີ່ຫົວໃຈຄິດບໍ ? ຖ້າສິ່ງນັ້ນບໍ່ ເປັນຈິງດັ່ງທີ່ຄິດ ມັນກໍຜິດຫວັງ ສິ່ງທີ່ຜິດຫວັງ ແລະ ສົມຫວັງທັງສອງຢ່າງກາຍເປັນຄວາມທຸກ ທີ່ຕ່າງສະພາວະ ທຸກຂ໌.
ດ້ວຍເຫດນັ້ນ, ເມື່ອເຮົາບໍ່ສົມຫວັງ ຫຼືບໍ່ໄດ້ດັ່ງຫວັງແລ້ວ ເຮົາຕະໄປຕິຕິງ ແລະ ດ່າຄົນອື່ນ ວ່າເຮົາໃຫ້ ເຮົາຜິດຫວັງ ເດືອດເນື້ອຮ້ອນໃຈ ສິ່ງທັງໝົດມັນບໍ່ໄດ້ເກີດຈາກຄົນອື່ນ, ມັນເກີດຈາກຕົວເຮົາເທບທັງນັ້ນ ເຮົາຫຼົງ ຜິດເອງ ຕົວຢ່າງກໍຣະນີການທີ່ຜົວ ຫຼືເມັຍປະຮ້າງກັນ ຕ່າງຝ່າຍຕ່າງຕິຕິງກັນວ່າບັນຫາເກີດຂຶ້ນເພາະຝ່າຍ ກົງກັນຂ້າມ ທີ່ແທ້ມັນເກີດຈາກຕົນເອງ, ດັ່ງທີ່ເຮົານຸ່ງເສື້ອ, ສົງ, ເມື່ອນຸ່ງເຫິງໄປ ກໍຫາວ່າສົ້ງເສື້ອບໍ່ງາມ, ເສື້ອເປື້ອນ, ເສື້ອບໍ່ສະອາດ ທີ່ແທ້ຕົວເຮົາບໍ່ສະອາດເຮົາບໍໄດ້ມອງກັບເຂົ້າມາ, ຖ້າຕົວເຮົາບໍ່ເຕັມໄປດ້ວນເຫື່ອ ແລະ ໃຄ ສົ້ງເສື້ອນັນກໍສະອາດສເມີ ແຕ່ທີ່ນີ້ຕົວເຮົາເອງເນົ່າເໝັ້ນ ເສື້ອສົ້ງ ກໍພອຍເໝືອນໄປດ້ວຍ, ຈິງຢູ່ວ່າສົ້ງ ເສື້ອອາດເປື້ອນມາຈາກພາຍນອກສ່ວນໜຶ່ງ ແຕ່ຖ້າເຮົາບໍ່ໄປເກືອກກົ້ວກັບສິ່ງທີ່ສົກກະປົກ ເປີະເປື້ອນ ສົ້ງເສື້ອກໍ ຈັກຕ້ອງສະອາດຢູ່ນານ ແຕ່ຢ່າງໃດກໍຕາມ ທັງຕົນຕົວເຮົາເອງ ແລະ ສົງເສື້ອກໍຕ້ອງສົກກະປົກຢູ່ຕາມກາລແລ້ວ ເພາະສັພພະສິງຍ່ອມມີການປ່ຽນແປງ.
ຈະອະທິບາຍໃຫ້ແຈ້ງຂຶ້ນອີກ ຄູ່ຜົວເມັຍຄູ່ໜຶ່ງຮັກແພງກັນມາເຫິງນານ ແຕ່ມາໃນວັນໜຶ່ງຜົວ ຫຼືເມັຍໜີ ໄປກັບຄົນອື່ນ ແລ້ວຕ່າງຝ່າຍກໍຕ້ອງໂທດກັນ ແລະ ກັນວ່າບໍ່ດີ ແຖມຍັງຕ້ອງໃສ່ໂທດໄປຮອດແຟນຂອງກັນ ແລະ ກັນອີກ ວ່າມາເຮັດໃຫ້ຄອບຄົວຂອງຕົນແຕກແຍກ ຖ້າເຮົາຖືກຕາມຄະຕິແບບນີ້ເຮົາຈະເຫັນໄດ້ວ່າ ຍ້ອນເຮົາບໍ່ມີ ສິ່ງບົກຜ່ອງ ທີ່ເຮັດໃຫ້ຜ່ານໃດຝ່າຍໜຶ່ງຕ້ອງໜີຈາກ ແລະ ຫາກຝ່ານໃດຝ່າຍໜຶ່ງບໍ່ມັກມາກໃນກາມ ຣາຄະ ກໍບໍ່ ສາມາດຈະຕັດສິນໃຈໜີຈາກຄອບຄົວທີ່ພຽບພ້ອມ ແລະ ເຄີຍຢູ່ກັນເປັນສຸຂມາກ່ອນໄດ້, ແລະ ຖ້າເຮົາມອງສຳ ຫຼວດຕົນເອງວ່າ ເປັນຢັງຜົວ ຫຼືເມັຍຈຶ່ງໜີຈາກເຮົາ ເຮົາມີຈຸດບົກຜ່ອງເຊັນໃດ ແລ້ວແກ່ເຊັ່ນນັ້ນບັນຫາກໍຈັກບໍ່ ເກີດແນ່ອນ, ເມື່ອເກີດບັນຫາເຮົາບໍ່ແກ້ ກໍເປັນທຸກຂ໌, ເມື່ອຮູ່ເຊັ່ນນີ້ແລ້ວ ທ່ານພໍມອງເຫັນທາງແກ້ຄວາທຸກ ແລ້ວບໍ ?

ເອົາຊະນະແບບໃດດີກວ່າ

ໃນໂລກນີ້ ມີແຕ່ເວົ້າເລືື່ອງແຂ່ງຂັນ ຂ້າຟັນລັນແທງກັນຍິນຕາມຂ່າວບໍ່ເວັ້ນແຕ່ລະວັນ ປະເທດລາວເຮົານັບວ່າເປັນປະເທດທີ່ມີຄວາມສະຫງົບສຸກ ຫາເມືອງອື່ນໃດສະເໝີເໜືອນນັ້ນແມ່ນຍາກ ເຖິງວ່າບ້ານເມືອງຈະຍັງບໍ່ພັດທະນາເທົ່າທີ່ຄວນ ແຕ່ກໍກ້າວເຂົ້າສູ້ການພັດທະນາເທື່ອລະກ້າວ ເນື່ອງຈາກໂລກມີການແຂ່ງຂັນ ມັນກໍເວົ້າເຖິງແພ້ ແລະບໍ່ແພ້ ສະນັ້ນເມື່ອທ່ານແພ້ທ່ານຈະແພ້ແບບໃດຈຶ່ງຈະດີ ຫຼືຈະຊະນະແບບໃດຈຶ່ງຖາວອນ ແລໝັ້ນຄົງ ກ່ຽວກັບການແພ້ນີ້ ຈຶ່ງຍົກເອົາເລື່ອງສອງເລື່ອງມາສະເໜີໃຫ້ທ່ານໄດ້ອ່ານ ອາດຊິເຫັນຂໍ້ຄິດໃນການແພ້ ບໍ່ແພ້ ຄື
ເຣື່ອງທີ ໑ ໃນພຸດທະປະຫວັດ ເຣື່ອງໂຜດອົງຄຸລີມາລ ແລະອະນຸພຸດທະອົງຄຸລີມານ ໄດ້ກ່າວຕອນທີ່ພຣະພຸດທະອົງໄປໂຜດອົງຄຸລີມານ ເພາະບໍ່ໃຫ້ອົງຄຸລິມານທຳບາບໜັກກວ່ານັ້ນອີກ ເພາະວັນນັ້ນ ທານດາຂອງອົງຄຸລິມາອອກໄປບອກວ່າ ພຣະເຈົ້າພິມພິສານຈະຍົກພົນອອກໄປປາບ ຍ້ອນຫົວໃຈຂອງພໍ່ແມ່ ເຖິງລູກຂະຊົ່ວພຽງໃດ ກໍຍັງຮັກລູກບໍ່ເສື່ອມຄາຍ ເມື່ອອົງຄຸລິມານເຫັນຄົນເຖົ້າຄົນໜຶ່ງກໍໄລ່ຕາມ ທັນໃດນັ້ນພຣະພຸດທະອົງກໍສະເດັດໄປເຖິງ ດັ່ງຕອນໜຶ່ງວ່າ:
ອົງຄຸລີມາລເມື່ອຫຼຽວເຫັນສະມະນະໂຄດົມແລ້ວ ກໍກັບໃຈຈາກການຈະໄລ່ຕິດຕາມຍິງຊະຣາ(ມາຣດາ) ເຊິ່ງນຶກໃນໃຈວ່າການຂ້າສະມະນະນັ້ນ ຈະງ່າຍກວ່າການຂ້າຜູ້ເຖົ້າ ເພາະວັນນີ້ກໍຍັງເຫຼືອຄົນດຽວເທົ່ານັ້ນ ຈຶ່ງຈະຄົບພັນຄົນ, ແມ່ນເປັນເຊັ່ນນັ້ນ ອົງຄຸລິມາລກໍໄລ່ຕິດຕາມພຣະພຸດທະອົງໄປ ຍິ່ງໄລ່ເທົາ່ໃດ ກໍເໝືອນດັ່ງພຣະອົງໃກອອກຈາກຕົວເຂົາເທົ່ານັ້ນ, ທັງໆທີ່ພຣະອົງກໍຢ່າງໄປທັມມະດາດ້ວຍເຫດນັ້ນ ອົງຄຸລີມາລ(ອະຫິງສະກະ) ກໍຮ້ອງອອກໄປວ່າ "ຢຸດກ່ອນສະມະນະ, ສະມະນະຢຸດກ່ອນ !!!"
- ພຣະພຸດທະອົງຊົງສະດັບແລ້ວ ກໍຕອບກັບມາວ່າ "ເຮົາຢຸດແລ້ວ............"
- ອົງຄຸລີມາລຕອບຄືນວ່າ "ສະມະນະຂີ້ຕົວະ ທ່ານຢຸດຈັ່ງໃດ ຄືຈັ່ງວ່າຢ່າງຢູ່"
- ພຣະພຸດທະອົງຄອບວ່າ "ເຮົາຢຸດແລ້ວ ແຕ່ທ່ານຍັງບໍ່ທັນຢຸດ "
- ອົງຄຸລີມາລ : ທ່ານຢຸດຈັ່ງໃດ ?
- ພຣະພຸດທະອົງ : ເຮົາຢຸດແລ້ວ ເຊິງການຂ້າ, ການບຽດບຽນ, ການປະທຸດສະຮ້າຍສັດ ແລະ ບຸຄຄົລອື່ນ"
ອົງຄຸລີມາລ ອາໄສວ່າເຄີຍໄດ້ເປັນບັນດິດມາກ່ອນ ຫຼົງຊົ່ວຂະນະດຽວເທົ່ານັ້ນ ຈຶ່ງເຮັດໃຫ້ເຂົາທຳບາບເຖິງພຽງນັ້ນ ເມື່ອໄດ້ສະດັບພຣະສຸຣະສຽງອັນເປັນອະມະຕະທັມຂອງພຣະອົງ ຈຶ່ງສະດຸ້ງ ແລະ ໄດ້ດວງຕາເຫັນທັມ ຈຶ່ງຂໍເຂົ້າບວຊ ພຣະອົງປະທານເອຫິພິກຂຸ ອະປະສັມປະທາໃຫ້ ແລ້ວກໍປະຕິບັມຕໍ່ ໃນທີ່ສຸດກໍໄດ້ເປັນພຣະອໍຣະຫັນຕ໌ອົງໜຶ່ງໃນພຸດທະໜາ ພຣະອົງຊົງປະກາດເອຕະທັຄຄຄະໄວ້ ເປັນປະຈັກຂອງພວກເຮົາ ອົງຄຸລິມານເຖິງວ່າເປັນໂຈນຂ້າຄົນຫຼາຍແຕ່ຖືກວ່າເປັນກຳໜ້ອຍ ເພາະຂ້າໄປດ້ວຍຄວາມບໍ່ຣູ້ ແຕ່ອົງຄຸລິມານເປັນຄົນຕື່ນຕົວໄວ ສະດຸ້ງໄວກໍຕື່ນຕົວກັບໃຈ ການສະດຸ່ງໄວ ຄືຜູ້ຊະນະ.

ເຣື່ອງທີ ໒ ເປັນເຣື່ອງຈິງ ບໍ່ແມ່ນນິທານ ແຕ່ເປັນເຣື່ອງຈິງກ່ຽວກັບຄະນະລຳເຣື່ອງໃນສະໄໝເກົ່າ ທີ່ເມືອງໂຂງ ຍັງເປັນທີ່ກ່າວຂວັນໃນໝູ່ຄົນຣຸ່ນເກົ່າຮອດບັດນີ້ ເຣື່ອງມີຢູ່ວ່າ

- ຄັ້ງໜຶ່ງ ຄະນະລຳເຣື່ອງ ຄະນະໜຶ່ງໄປຫຼິ້ນທີ່ງານບຸນ, ໄປຮອດສາກໜຶ່ງ ທາງພຣະເອກ ກັບຕົວກົງອອກມາຫຼິ້ນ ສາກນັ້ນຕ້ອງໄດ້ຕີກັນດ້ວຍການຟັນດາບ ເບື້ອງຕົ້ນກຫຼິ້ນຕາມບົດ ແຕ່ບັງເອີນໄມ້ດາບຂອງພຣະເອກພັດໄປໂມງຂອງໂຕກົງແຕກ (ສະໄໝນັ້ນແມ່ນໂມງວິແລຣາຄາແພງ) ເມື່ອຮູ້ງວ່າໜ້າໂມງແຕກ ທາງໂຕກົງກໍໂສກລົງທັນທີ (ມີຈກເທື່ອໂຕກົງຊິໂສກ ແຕ່າສາກນີ້ທຳໃຫ້ຜູ້ຊົມໂກລາຫົນໄປດ້ວຍ ເກີດຄວາມສົງໄສວ່າເປັນຫຍັງໂຕກົງຈຶ່ງໂສກ) ເມື່ອງໂສກແລ້້ວ ທາງໂຕໂກງກະລຳຂຶ້ນມາວ່າ "ມາກະມາສາທ້ອນ ບັກສອນລູກອີ່ອ່ອນ(ອອກຊື່ງຈິງຂອງພຣະເອກ ທັງຍັງລາມເລີຍໄປເຖິງຊື່ແມ່ຂອງພຣະເອກດ້ວຍ) ໜ້າໂມງກຸແຕກປານນີ້ ບໍ່ມີຢ້ານຕໍ່ມຶງ.
ວ່າແຕ່ລຳສຸດ ທາງໂຕໂກງກໍວາດທ່າລວດລາຍຫຼິ້ນນອກບົດເລີຍ ຟັງດາບລົງຢ່າງບໍ່ບັນຍະບັນຍັງ ເຮັດໃຫ້ພຣະເອກ ຖືກຄ້ອນຂອງໂຕໂກງຈິງໆໄປຫຼາຍບາດ ເຮັດໃຫ້ຜູ້ກຳກັບຮ້ອງບອກອອກມາວ່າ "ໂຕໂກງຕາຍສາ" (ເພາະສາກນີ້ໂຕໂກງທີ່ເປັນໂຈນຈັກຕ້ອງຕາຍ ແຕ່ວ່າໂຕໂກງບໍ່ຕາຍ) ຍິ່ງຮ້ອງບອກເໝືອນຍິງຍຸ ໂຕກົງໄດ້ແຕ່ຟັນໄມ້ກະບອງລົງໃສ່ຫົວຂອງພຣະເອກ ເຮັດໃຫ້ເລືອດແທ້ໆ ຂອງພຣະເອກຕ້ອງໄຫຼອາບແກ້ມແດງຈ່າຍວ່າຍກາງເວທີ ໃນທີ່ສຸດຜູ້ກຳກັບກໍບອກໃຫ້ພຣະເອກຕາຍກ
ທາງພຣະອກວ່າຊິຕາຍຕາມຄຳສັ່ງຜູ້ກຳກັບ ເພື່ອຢຸດຕິບັນຫາ ແລະ ແລ້ວໂຕໂກງກໍກະໜ່ຳຄ້ອນລົງໃສ່ກາງຫຼັກພຣະເອກ ເຮັດໃຫ້ພຣະເອກຕ້ອງໂຕນຮ້ານໄປໄວໄວ່ໆໆໆໆໆ

ເຣື່ອງນີ້ສອນໃຫ້ເຮົານຳມາເປັນວິທຍາທານໃນການ ນຳໃຫ້ຊີວິດຢ່າງເປັນສຸຂໄດ້ເປັນຢ່າງດີ ທ່ານຜູ້ອ່ານເຫັນວ່າ ບົດທັງສອງນີ້ເປັນເຊັ່ນໃດ ສາມາດສຶກສານຳກັນໄດ້ດ້ວຍ ຄຳພີຣະພາບເທີ້ນ ຈຶ່ງຊື່ວ່າເປັນຜູ້ຊະນະ.

ປະເທສລາວເປັນປະເທສພຸທທະສາສນາ

ປະເທສລາວ ເປັນປະເທສພຸທທະສາສນາທີ່ແທ້ຈິງ, ພົລລະເມືອງລາວເກືອບ ໙໐ ເປີເຊັນ, ເປັນພຸທທະສາສນານິກກະຊົນ, ປັຈຈຸບັນປະຊາຊົນລາວ ມີ ເກືອບ ໖ ລ້ານກວ່າຄົນ, ມີວັດຢູ່ ໒.໐໐໐ ກວ່າວັດ, ແລະ ພຣະສົງ-ສາມະເນນລາວປັດຈຸບັນ ມີປະມານ ໓໐.໐໐໐ ອົງ.
ເມື່ອເຮົາມາເບິ່ງສະຖີຕິແລ້ວ ຈະເຫັນວ່າຈຳນວນຜູ້ບວຊ ຄືຈັ່ງວ່າມີນ້ອຍຢູ່ ມີພຣະສົງ-ສາມະເນນພຽງສາມໝື່ນກວ່າອົງເທ່ົານັ້ນ, ອັນນີ້ຈະວ່າເປັນເປີຣ໌ເຊັນນ້ອຍນັ້ນກໍບໍ່ແມ່ນ ຈະວ່າຫຼາຍກໍບໍ່ແມ່ນ ເພາະວ່າພຸທທະສາສນາຈະໝັ້ນຄົງ ແລະ ຈະເຣີນຂຶ້ນໄດ້ ບໍ່ແມ່ນເປັນພັນທະສະເພາະພຣະສົງ-ສາມະເນນເທົ່ານັ້ນ, ມັນຫາກຣວມເອົາພຸທທະບໍຣິສັທ ໔ ຈຳພວກອັນໄດ້ແກ່:
໑. ພິກຂຸສົງ(ພຣະຜູ້ຊາຍ)
໒. ພິກຂຸນີສົງ(ພຣະຜູ້ຍິງ-ໃນຝ່າຍເຖຣະວາທ ກ່າວກັນວ່າໄດ້ສິ້ນສຸດເມື່ອ ພ.ສ ໕໐໐ ສ່ວນຝ່າຍອະຈິຣິຍະວາທ ຍັງປາກົດວ່າຍັງມີຢູ່, ສະນັ້ນສຳລັບ ຝ່າຍເຖຣະວາທຈຶ່ງກຳນົດອະນຸໂລມເອົາແມ່ຂາວ).
໓. ອຸປາສົກ(ພໍ່ອອກ).
໔. ອຸປາສິກາ(ແມ່ອອກ).
ພຸທທະບໍຣິສັທສີ່ຈຳພວກນີ້ ເປັນສິ່ງຄ້ຳປະກັນ ແລະ ຢັ້ງຢືນເຖິງຄວາມເສື່ອມ ແລະ ຄວາມຈະເຣີນແຫ່ງພຣະພຸທທະສາສນາ, ຫາກວ່າພຸທທະບໍຣິສັທເຫຼົ່ານີ້ ຍັງຕັ້ງໜ້າປະຕິບັຕສິນທັມ ແລະ ວັທທະນະທັມຢູ່ຢ່າງເນື່ອງນິຕລຽນຕິດໂດຍສະເພາະວັທທະນະທັມທາງພຣະພຸທທະສາສນາ ທີ່ເປັນເອກະລັກລາວ ເຊິ່ງຊາວລາວຄວຣເອກອ້າງທະນົງໃຈນັ້ນ ກໍຄືຮີດ ໑໒ ຄອງ ໑໔ ຮີດຍີ່ ຄອງຈຽງເຊິ່ງໃນອະດີຕ ຄືກົຕມົນທຽນບາລຂອງຣາຊະອານາຈັກລ້ານຊ້າງ, ເຊິ່ງໃຊ້ປົກ ຄອງປະຊາຊົນລາວ ເໝືອນກັບຣັຖທັມມະນູນ ມາແຕ່ຕັ້ງຣາຊະອານາຈັກລ້ານຊ້າງ ໑ ຄຽງຄູ່ກັບກາຣທີ່ທາງຣາຊກາຣປົກ ຄອງໃນສມັຍນັ້ນຍອມຮັບນັບຖືວ່າ ພຸທທະສາສນາ ເປັນສາສນາຂອງຊາຕລາວ ມາດຽວນີ້ໄດ້ກາຍເປັນວັທທະນະທັມ ຮີຕ ໑໒ ຄອງ ໑໔ ໄດ້ກາຍເປັນບໍຣິບົທແຫ່ງກາຣພັທທະນາ ວັທທະທັມຂອງຊົນຊາຕລາວທັງມວລ(1) ແລະ ມັນຍັງໄດ້ກາຍເປັນແມ່ບົທທີ່ສະແດງອອກທາງດ້ານກາຍະພາບ ຄືກາຣປະຕິບັຕຂອງຄົນລາວທຸກຊັ້ນຄົນ, ຢັ້ງຢືນເຖິງມະໂນເຈຕະນາ ອັນເລິກເຊິ່ງຂອງຄົນລາວໂດຍແທ້ ເຖິງໂລກຈະປ່ຽນແປງໄປໂດຍພາວະວິສັຍ ແຕ່ຄົນລາວຢັງຄົງໄວ້ເຊິ່ງຄວາມເປັນເອກະລັກ ແລ້ວກໍ່ໃຫ້ກາຍເປັນສັນ ຍາລັກ ແລະ ສ້າງເສີມຄວາມເປັນເອກະຣາຊແຫ່ງຊາຕລາວໃຫ້ໝັ້ນຄົງຂະໜົງແກ່ນ ຢືນຍົງບໍ່ມີວັນເສື່ອມສະຫຼາຍລົງໄດ້.
ປະເທສລາວເຮົາຍອມຮັບນັບຖື ເອົາພຣະພຸທທະສາສນາ ເປັນສາສ-ນາປະຈຳຊາຕລາວ ພຣະພຸທທະສາສນາກໍໄດ້ກາຍເປັນເອກລັກລາວ ວິຖີວິຕຂອງຄົນລາວຕລອດມາ ກາຣປະຕິບັຕຕົນໃນທາງພຣະພຸທທະສາສນາ ດ້ວຍກາຣທຳບຸນສີນກິນທານ ໄດ້ກາຍເປັນສັນຍາລັກຂອງຊົນຊາຕລາວ ແລະ ພຸທທະບໍຣິສັທລາວ ຍັງຄົງຢຶດໝັ້ນໃນຫຼັກຄຳສອນທາງພຣະພຸທທະສາສນາເຖິງພຽງນີ້ ນັບວ່າພຣະພຸທທະສາສນາ ມີຄວາມໝັ້ນຄົງ ແລະ ຖາວອນຢູ່, ເພາະຈະເຫັນວ່າຍາຕໂຍມລາວ ຍັງຕັ້ງໝັ້ນປະຕິບັຕສີລທັມທາງພຣະພຸທທະສາສນາມາຢ່າງບໍ່ລົດລະ, ເຮົາເຫັນໄດ້ອີກຢ່າງໜຶ່ງ ຄື ສາສນາພຸດເປັນສາສນາປະຈຳຊາຕລາວເຮົາແຕ່ກຳເນີດຊາຕ, ພຸດທະສາສນາກໍຄືສາຍເລືອດລາວ, ເປັນຈິຕວິນຍານລາວທັງໝົດນັ້ນ ຄືຄວາມເປັນເອກະຣາຊແຫ່ງຊາຕລາວ.
ໃນອະດີດນັ້ນ ພຣະພຸທທະສາສນາໄດ້ປາກົຕຕໍ່ຊາວໂລກ ເມື່ອ ໒໕໙໕ ປີຜ່ານມາ ຄື ເມື່ອ ໔໕ ປີກ່ອນພຸທທະສັງກາຊ ມາຮອດປີນີ້ປະຊາຊົນຄົນລາວ ຄົງຈະໄດ້ພົບພຣະພຸທທະສາສນາແລ້ວ ເພາະດິນແດນລາວຕອນກຳເນີດຊົນຊາຕນັ້ນ ຢູ່ນະຄອຣລຸງນະຄອຣປາ ແລະ ປາກົຕວ່າຢູ່ໃນອິນເດັຍຕາເວັນອອກໃກ້ກັບນະຄອຣລຸງນະຄອຣປານັ້ນ ມີຊົນເຜົ່າໜຶ່ງທີ່ນັບຖືນາຄະ(ນາຄ)ຮຽກຕົນເອງວ່າເຜົ່ານາຄາ.
ເມື່ອຊົນຊາຕອ້າຍ ໄດ້ລົງມາຕັ້ງອານາຈັກທີ່ໜອງແສ(ເສສວນ) ປາກົຕຫຼັກຖານວ່າ ຄົນລາວໄດ້ນັບຖືພຣະພຸດທະສາສນາແລ້ວໃນບາງສ່ວນ ແຕ່ກໍປະສົມປະສານກັບລັດທິສາສນາແຖນ ໃນນັ້ນຄວາມເຊື່ອເລື່ອງນາຄະ, ເຣື່ອງແຖນ ແລະ ເຣື່ອງຜີສາງນາງໄມ້ ແລະ ຜີບັນພະບູຣຸສ ກໍສະແດງເຖິງຄວາມເປັນເອກະລັກຂອງຄົນເຊື້ອຊາຕລາວ ອີກຂະແໜງໜຶ່ງ ທີ່ສະແດງເຖິງຄວາມຈະ ເຣີນຮຸ່ງເຮືອງ ໂດຍສະເພາະເຣື່ອງຄວາມເຊື່ອເຣື່ອງແຖນນັ້ນ ເປັນຄວາມເຊື່ອແບບບູຮານ ກ່ອນສາສນາພຸທເກີດຂຶ້ນມາໃນໂລກ ເມື່ອສານສາ ຫຼືລັທທິແຖນ ເປັນລັທທິສາສນາ ແລະ ຄວາມເຊື່ອຂອງລາວ ກໍສະແດງເຖິງວິວັທທະນາກາຣທາງສັງຄົມລາວ ມີມາເຫິງກ່ອນສາສນາພຸທທະມາແລ້ວສະນັ້ນ, ນັກປະວັຕສາສຕຣ໌ຊາຕພັນວິທະຍາທີ່ຄົ້ນຄວ້າກ່ຽວກັບຊົນຊາຕລາວ ຈຶ່ງລົງມະຕິວ່າ ຊາຕລາວກຳເນີດມາແລ້ວ ຢ່າງນ້ອຍ ໕.໐໐໐ ປີ.
ຈົນລາວມາຕັ້ງອານາຈັກຕ່າງໆ ໃນແມ່ນ້ຳຂອງ, ສາຂາຂອງແມ່ນ້ຳຂອງ, ຕລອດໄດ້ຂະຫຍາຍຕົວໄປສູ່ແມ່ນ້ຳສາຣະວິນ, ນ້ຳປິງ, ນ້ຳຍົມ, ນ້ຳນ່ານ ແລະ ແລ້ວກໍເລີຍໄປຍັງຕົ້ນແມ່ນ້້ຳເຈົ້າພຣະຍານັ້ນ ເຊັ່ນອານາຈັກລະໂວ້ (ຫຼືລົພ ບູຣີ-ລາວະຣັຕຖະ) ຊົນຊາຕອ້າຍລາວກໍໄດ້ຮັບອິທທິພົລພຣະພຸທທະສາສນາຫຼາຍຂຶ້ນ.
ສ່ວນລາວຢູ່ໃນລ່ອງແມ່ນ້ຳຂອງທັງສອງຝັ່ງ ໄດ້ສ້າງອານາຈັກຂອງຕົ້ນຂຶ້ນ ແລະ ມີສູນກາງອຳນາຈໃຫຍ່ຢູ່ນະຄອນຊຽງທອງ, ສີໂຄຕະປຸຣະ, ຈັນທະບູຣີ ກໍມີພຣະພຸທທະສາສນາເຂົ້າມີສ່ວນຮ່ວມໃນກາຣພັທທະນາຊາຕ, ໂດຍສະເພາະເຫັນໄດ້ຈະແຈ້ງ ຄື ສມັຍພຣະເຈົ້າຟ້າງຸ່ມມະຫາຣາຊ ພຣະອົງໄດ້ເອົາພຸທທະສາສນາ ເປັນຄັນທຸງໄຊຍ໌ຂອງກາຣສ້າງຄວາມປຶກແຜ່ນໝັ້ນຄົງຂອງຊາຕ ພຣະອົງໄດ້ຍົກເອົາພຣະພຸທທະສາສນາ ເປັນສາສນາຂອງຊາດລາວ ແລະ ໄດ້ທຳກາຣລົບລ້າງສາສນາຜີແຖນ ອັນເປັນສາສນາດັ້ງເດີມຂອງລາວຖິ້ມສຳລັບພຣະອົງເອງໃນບັ້ນສຸດທ້າຍຂອງຊີວິຕ ກໍໄດ້ສລະຣາຊບັລລັງອອກບວຊໃນພຣະພຸທທະສາສນາ ອັນເປັນແບບຢ່າງທີ່ສຳຄັນ ໃຫ້ກຸລບຸຕໄດ້ສືບຕໍ່ປະຕິບັຕເລື້ອຍໆມາຮອດບັດນີ້.
ສິ່ງທີ່ຢັ້ງຢືນອີກຢ່າງໜຶ່ງວ່າຊົນຊາຕລາວເຮົາ ນັບຖືສາສນາພຸທ ແລະ ສາສນາພຸທ ເປັນວິຖີຊີດຊາຕລາວນັ້ນ ກໍຄືນະຄອນຫຼວງສຳຄັນຂອງລາວນັ້ນຍັງໄດ້ ຊື່ວ່ານະຄອນຫຼວງພຣະບາງ ເຊິ່ງເປັນສັນຍາລັກຂອງຄວາມຈະເຣີນແຫ່ງພຣະພຸທທະສາສນາຂອງລາວເຮົາ, ອັນນີ້ເຮັດໃຫ້ເຮົາເຫັນວ່າ ສຍາມໄດ້ຖືເອົາຄະຕິແບບຢ່າງນີ້ ໄປເປັນແບບຢ່າງໃນກາຣຕັ້ງອານາຈັກຂອງຕົນ ຫຼັງຈາກສຍາມໄດ້ພຣະແກ້ວມໍຣະກົຕຈາກລາວໄປແລ້ວ ຄື ອານາຈັກຣັຕນະໂກສິນທ໌ຸ ກໍໄດ້ຕັ້ງຊື່ຕາມຊື່ພຣະແກ້ວມໍຣະກົຕ ແລ້ວກໍປ່ຽນພຣະນາມຂອງພຣະ ແກ້ວມໍຣະກົຕວ່າ ພຣະມະຫາມີຣັຕນະປະຕິມາກອຣ ແລະ ສ້າງວັດໄວ້ປະດິສຖານພຣະແກ້ວວ່າ “ວັດພຣະສຣີຣັຕນະສາສນດາຣາມ” ເບິ່ງທາງດ້ານກາຍະ ພາບອັນເປັນພຶດຕິນັຍແລ້ວ ຄວາມເປັນເອກະລັກ, ສັນຍາລັກນີ້ ບໍ່ພຽງແຕ່ຄົງເຊື້ອຊາຕ ວັທທະນະທັມຂອງຊາຕຕົນເທົ່ານັ້ນ ຍັງສົ່ງຜົລໃຫ້ຊາຕອື່ນ ທີ່ມີວັດ ທະນະທັມດ້ອຍກວ່າຢືດຖືປະຕິບັດຕາມດ້ວຍ ຍ່ອມສະແດງເຖິງຄວາມເປັນເອກຣາຊ ເຊິ່ງບໍ່ອາຈປະຕິເສສໄດ້ເລີຍ, ຢ່າງໃດກໍຕາມມາໃນໄຣຍະເກືອບ ໓໐໐ ປີມານັ້ນ ເຖິງລາວຈະເສັຍເອກຣາຊໃຫ້ຊາຕອື່ນກໍຕາມ ແຕ່ໃນໄຣຍະເກືອບ ໓໐໐ ປີຜ່ານມາ ໃນບາງໄລຍະ, ບາງຊົ່ວຂະນະ ຊົນຊາຕລາວ ກໍສາມາຖຍາຕເອົາເປັນເອກະຣາຊຂອງຕົນມາເປັນລຳດັບ, ກໍຍ້ອນສາສນາ ພາສາ ແລະ ວັດທະທັມລາວ ທີ່ມີເອກລັກ ສັນຍາລັກເທົ່ານັ້ນ ລາວຈຶ່ງຍັງຄົງເປັນລາວ ບໍ່ມີວັນປ່ຽນແປງ.
ຢ່າງໃດກໍຕາມ ນັບແຕ່ປະເທສລາວໄດ້ຮັບເອກຣາຊຈາກຝຣັ່ງໃນວັນທີ ໑໒ ຕຸລາ ປີ ໑໙໔໕ ແລ້ວ, ປະຊາຊົນລາວເຮົາກໍໄດ້ປົກຄອງປະເທສດ້ວຍຣັຖະທັມມະນູນ, ໃນຣັຖະທັມມະນູນສະບັບແຮກຂອງລາວນັ້ນ ໄດ້ກຳນົດເອົາພຣະພຸທທະສາສນາເປັນສາສນາປະຈຳຊາຕ ພົລເມືອງລາວເປັນຊາວພຸດ ພຣະມະ ຫາກະສັຕຣິຍ໌ຊົງເປັນຣາຊູປະຖັມ ແລະ ໃນບົທນຳຂອງຣັຖະທັມມະນູນນັ້ນ ໄດ້ກຳນົດເອົາຫຼັກທັມທາງພຣະພຸທທະສາສນາເປັນແມ່ບົທຄື "ມະໂນ ເສຕຖາ ມະໂມມະຍາ” ອັນນີ້ໄດ້ຢັ້ງຢືນຢ່າງຈະແຈ້ງວ່າ ປະເທສລາວຄືປະເທສແຫ່ງເສຣີພາບ, ສັນຕິພາບ, ພາລະດອນພາບ ທັງຍັງບົ່ງບອກເຖິງ ເປັນດິນແດນທີ່ມີຄວາມສງົບ, ສະດວກ, ສະບາຍ, ທັງເປັນດິນແດນແຫ່ງນັກປຣາຊອີກທາງໜຶ່ງ.
ຣັຖະທັມມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປີ ໑໙໙໑ ຖືວ່າເປັນສະບັບປະຊາທິປະໄຕທີ່ສຸດຂອງປະຊາຊົນລາວ ຮຽກອີກຢ່າງໜຶ່ງວ່າສະບັບທຳອິດທີ່ເປັນຣັດຖະທັມມະນູນ ທີ່ຂຽນຂຶ້ນດ້ວຍຄົນລາວລ້ວນ ແລະ ຖືໄດ້ວ່າເປັນ “ຣັຖທະທັມມະນູນທີ່ຂຽນຂຶ້ນດ້ວຍປະຊາຊົນ ເພື່ອປະຊາຊົນ” ເພາະເປັນຣັດຖະທັມມະນູນທີ່ຮ່າງຂຶ້ນໂດຍມວລຊົນທຸກຄົນ, ທຸກສາຂາອາຊີບ ໃນເວລາກະກຽມຮ່າງຣັດຖະທັມມະນູນນັ້ນ ຄະນະສົງລາວກໍມີສ່ວນໄດ້ຄົ້ນຄວ້າຮ່າງຣັຖະທັມມະນູນນີ້ດ້ວຍ, ອັນນີ້ຖືໄດ້ວ່າ ເປັນສິ່ງທີ່ເອກອ້າງທະນົງໃຈຂອງຄະນະສົງລາວ ກໍຄືປະຊາຊົນລາວທັງມວລ ແລະ ເຫັນໄດ້ເຖິງຄວາມປາຖນາສູງສູດຂອງພັກ-ລັດຂອງພວກເຮົາ ທີ່ຍາມໃດກໍເອົາໃຈໃສ່ຕໍ່ວຽກງານສາສນາ ແລະ ວັດທະນະທັມ; ຣັຖະທັມມະນູນສະບັບນີ້ ຮຽກວ່າ “ຣັຖະທັມມະນູນສະບັບປະຊາຊົນ”, ມາຕາທີ່ວ່າດ້ວຍສາສນານັ້ນ, ເຖິງບໍ່ໄດ້ບັນຍັດເອົາພຣະພຸດທະສາສນາ ເປັນສາສນາປະຈຳຊາຕໂດຍກົງກໍຕາມ ແຕ່ວ່າມັນໄດ້ສະແດງເຖິງຫຼັກປະຊາທິປະໄຕຢ່າງສົມບູນ ທີ່ພັກ-ລັດຂອງພວກເຮົາໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນກັບທຸກໆສາສນາ ທີ່ມີຢູ່ ສປປ.ລາວ ເຖິງວ່າໃນປວັຕ ສາຕຣ໌ຂອງຊາຕລາວ ຈະຢັ້ງຢືນໄວ້ວ່າ ສາສນາພຸທທະເປັນສາສນາດຽວຂອງ ລາວ ເຊິ່ງບໍ່ມີສາສນາປົນຢູ່ມາກ່ອນເລີຍ ແຕ່ພັກ ແລະ ລັດກໍຄືປະຊາຊົນລາວ ເຫັນ ໄດ້ຈະແຈ້ງວ່າກາຣສ້າງຄວາມເປັນສັນຕິພາບ ເອກຣາຊ ປະຊາທິປະໄຕ ເອກະພາບ ແລະ ຄວາມວັດທະນາຖາວອນນັ້ນ ມັນຕ້ອງໄດ້ສ້າງຄົນພາຍໃນ ຊາຕ, ສ້າງຄວາມສາມັກຄີ ແລະ ສເມີພາຄພາຍໃນຊາຕ ຢາກໄດ້ແນວນັ້ນ ຈຳ ເປັນຢ່າງຍິ່ງ ລັດຈຶ່ງຕ້ອງສ້າງຄວາມໝັ້ນໃຈພື້ນຖານຂອງສັງຄົມ ໃຫ້ມີຄວາມ ສງົບ ອຸ່ນອ່ຽນໝັ້ນຄົງ ເຊິ່ງເຮົາເຫັນໄດ້ຈາກບົດບັນຍັດ ມາດຕາ ໙ ແຫ່ງ ຣັຖະທັມມະນູນສະບັບປຊາຊົນນັ້ນ ໄດ້ບັນຍັຕວ່າ “ລັດເຄົາລົບສິດ ແລະ ປົກປ້ອງການເຄື່ອນໄຫວອັນຖືກກົດໝາຍຂອງພຸດທະສາສນິກຊົນ ແລະ ສາສນິກຊົນອື່ນ. ປຸກລະດົມພຣະພິກຂຸ ສາມະເນນ ແລະ ນັກບວດຂອງສາສນາອື່ນໆ ໃຫ້ເຂົ້າຮ່ວມ ໃນການເຄື່ອນໄຫວ ທີ່ເປັນປະໂຫຍດແກ່ປະເທດຊາຕ ແລະ ປະຊາຊົນ. ຫ້າມທຸກການກະທຳ ທີ່ເປັນການແບ່ງແຍກສາສນາ ແລະ ແບ່ງແຍກປະ ຊາຊົນ” ອັນນີ້ ຖືເປັນບົທບັນຍັຕທີ່ວ່າດ້ວຍກາຣສົ່ງເສີມ ແລະ ກໍ່ສ້າງປະຊາທິປະໄຕໂດຍແທ້ ທີ່ພັກ ແລະ ຣັຖເຮົາເອົາໃຈໃສ່ ແລະ ໃຫ້ຄວາມສຳຄັນເປັນພິເສສ, ນອກຈາກໃຫ້ສິດເສຣີພາບແລ້ວ ຍັງໄດ້ເອົາໃຈໃສ່ປຸກລະດົມຂົນຂວາຍອີກ, ຣັຖະທັມມະນູນ ນອກຈາກຈະໃຫ້ສິທທິຂອງສາສນາແລ້ວ ຍັງເຄົາຣົບສິທທິຂອງພົລລະເມືອງດ້ວຍ ເຣື່ອງທີ່ກ່ຽວກັບສາສນາ ແລະ ຄາວາມເຊື່ອ ດັ່ງບົທບັນ ຍັຕໃນມາດຕາ ໓໐ ທີ່ວ່າ “ພົລເມືອງລາວ ມີສິດເສລີພາບ ໃນການເຊື່ອຖື ຫຼືບໍ່ເຊື່ອຖືສາສນາ” ບົທບັນຍັຕນີ້ເຖິງວ່າ ມີເນື້ອຄວາມສັ້ນໆ ແຕ່ຄົງໄວ້ເຖິງສິດເສຣີພາບທີ່ຍິ່ງໃຫຍ່ ຄືຄວາມສເມີພາຄ ອັນເປັນເຄື່ອງມືນຳໄປສູ່ປະຊາທິປະໄຕຢ່າງເຕັມສ່ວນ ເຖິງຣັດຖະທັມມະນູນຈະບໍ່ໄດ້ ບັນຍັຕຈະແຈ້ງວ່າພົລລະເມືອງລາວ ຕ້ອງນັບຖືພຸທທະສາສນາ ແຕ່ຊາວລາວເຮົາສ່ວນຫຼາຍປະຕິບັຕສິນທັມທາງພຣະພຸທສາສນາແລ້ວ, ປາສະຈາກຄວາມພະຍາບາທ, ອາຄາຕ, ຈ່ອງເວຣ ແລະ ບຽດບຽນກັນ, ຊິງຊັງ, ບໍ່ລົບລູ່ກຽດສັກສີ ຂອງກັນ ແລະ ກັນ ເຄົາຣົບໃນສິທທິຂອງກັນ ແລະ ກັນ ບໍ່ແຊກແຊງກິຈາກພາຍໃນຂອງກັນ ແລະ ກັນ ທັງພາຍໃນຊາຕເອງ ແລະ ຊາຕອື່ນດ້ວຍ ຍ່ອມຍັ້ງຢືນວ່າ “ຊາຕລາວເປັນຊາຕແຫ່ງພຣະ ພຸທທະສາສນາ” ຫຼືບໍ່ຈຳເປັນຕ້ອງໄປປະກາສໃຫ້ຄົນອື່ນ, ຊາຕອື່ນຮູູ້ກໍໄດ້ ຫາກ ຊາວລາວທັງມວລ ຍັງຄົງໝັ້ນປະຕິບັຕຢູ່ໃນຮີຕ ໑໒ ຄອງ ໑໔ ຢູ່ ກໍນັບວ່າຄົນລາວ ທັງໝົດຍັງເປັນຊາວພຸທຕາມວັຕປະສົງ ແລະ ເປົ້າໝາຍຂອງບັນພະບູຣຸສລາວ ກໍຄືຣັຖທັມມະນູນລາວສະບັບນີ້ຢູ່ ນອກຈາກນັ້ນຍັງສະແດງເຈຕນາຣົມຂອງ ຣັຖະທັມມະນູນສະບັບນີ້ອີກ ຄືບໍ່ວ່າແຕ່ສາສນາພຸທເທົ່ານັ້ນ ສາສນາໃດໆກໍຕາມຣັຖທັມມະນູນຕ້ອງໄດ້ປົກປ້ອງ ຫາກການປະຕິບັຕກິຈກັມທາງສາສນາ ບໍ່ເປັນໄປເພື່ອການແບ່ງແຍກຄວາມສາມັກຄີພາຍໃນຊາຕ ພັກ ແລະ ຣັຖແມ່ນ ສນັບສນູນ ນອກຈາກນັ້ນພັກ ແລະ ລັດເຮົາຍ່ອມມອງເຫັນວ່າ ມະນຸສເຮົາທຸກເຊື້ອຊາຕເຜົ່າພັນ ຈະຄົງໝັ້ນຢູ່ໄດ້ ໂດຍບໍ່ນັບຖື ຫຼືເຊື່ອຖືສາສນາໃດໆນັ້ນແມ່ນບໍ່ໄດ້ເດັດຂາດ, ສະນັ້ນຣັຖລາວ ຈຶ່ງໃຫ້ສິທທິກາຣເລືອກນັບຖືສາສນາຂອງແຕ່ ລະຄົນ ໂດຍທີ່ຣັຖຈະບໍ່ຊີ້ນຳ, ບັງຄັບ, ຫຼືກຳນົດໃຫ້ພົລເມືອງເຊື່ອ ຫຼືບໍ່ຊື່ອສາສ-ນາໃດໆ ເພາະສາສນາກໍຄືຄວາມເຊື່ອ, ຫາກມະນຸດເຮົາເຊື່ອໃນສາສນາໃດ ແລ້ວ ປະຕິບັຕຕົນໃນຄຳສອນຂອງສາສນານັ້ນໆ ໃຫ້ເຖິງກົກເຖິງຮາກ ທັງເຊື່ອໝັ້ນ ແລະ ຕາຍໃຈ ເອົາຫຼັກຄຳສອນນັ້ນໆ ໄປຜັນຂະຫຍາຍໃນຊີວິຕຕົນ ແລະ ພັທທະນາສັງຄົມ ໂດຍວິທີປະຕິບັຕແລ້ວ ຍ່ອມເຮັດໃຫ້ຄົນ, ສັງຄົມ ແລະ ປະເທສຊາດນັ້ນຈະເຣີນ, ໝັ້ນຄົງສະຖາພອຣໄດ້.
ນີ້ແລ້ວບັນດາສາທຸຊົນລາວເຮົາທັງຫຼາຍ ພັກ ແລະ ລັດເຮົາ ຍາມໃດກໍໄດ້ເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບຕໍ່ພັນທະກິຈຂອງຕົນ ດ້ວຍກາຣສົ່ງເສີມ ແລະ ພັດທະນາສາສນາ, ແລະ ວັດທະນະທັມຂອງຊາຕ ເພື່ອຄວາມວັທທະນາຖາວອຣ ຕາມຄຳຂວັນຂອງຊາຕທີ່ວາງໄວ້.
ດ້ວຍເຫຕນັ້ນ, ກາຣທີ່ຈະບັນຍັຕວ່າ “ຈະເອົາສາສນາໃດໆ” ເປັນສາສ-ນາປະຈຳຊາຕ ຫຼືບໍ່ປະຈຳຊາຕນັ້ນບໍ່ເປັນເຣື່ອງສຳຄັນ ຫາກປະຊາຊົນບໍ່ໄດ້ປະ ຕິບັຕຮີດຄອງທາງສາສນາແລ້ວ ຈະບັນຍັຕໄວ້ໃນຣັຖະທັມມະນູນ ກໍເປັນພຽງອັກສອຣຢູ່ໃນເຈັ້ຍຊື່ໆ, ແຕ່ວ່າຣັຖ ແລະ ພົລເມືອງລາວເຮົາປັດຈຸບັນນີ້ ໄດ້ເອົາໃຈໃສ່ປະຕິບັຕສິນທັມທາງພຣະພຸທທະສາສນາ ໂດຍເນັ້ນໃສ່ຄວາມສຸກ, ຄວາມສັນຕິ, ຄວາມສເມີພາບ, ພາລາດອນພາບ, ສັນຕິພາບ ແລະ ວັດທະນາຖາວອຣນີ້ ຄືເປົ້າໝາຍຂອງການພັດທະນາພຸທທະສາສນາ ແລະ ວັທທະນະທັມລາວ, ເຫັນໄດ້ເຖິງເປົ້າໝາຍຂອງຊາຕທີ່ ສະແດງວິສັຍທັສນ໌ໄວ້ວ່າ “ສັນຕິພາບ ເອກະຣາຊ ປະຊາທິປະໄຕ ເອກະພາບ ວັດທະນາຖາວອຣ”.
ປະຊາຊົນລາວເຮົາ ຈຳນວນຫຼາຍຂອງປະເທສຍັງຄົງໝັ້ນ ແລະ ເຊື່ອຖືໃນພຸທທະສານາຢູ່ ເຊິ່ງເຫັນໄດ້ຈາກກາຣປະຕິບັຕສິນທັມ ແລະ ວັທທະນະທັມທາງພຣະພຸທທະສາສນາ ຢ່າງບໍ່ລົດລະເຊັ່ນນີ້ ຄື ຄວາມພາກພູມໃຈ ແລະ ຄວາມທະນົງອົງອາຈຂອງຊົນຊາຕລາວ, ພັກ ແລະ ຣັຖເຮົາຍ່ອມໃຫ້ຄວາມຮ່ວມມື ແລະ ສົ່ງເສີມ ເວັ້ນເສັຍແຕ່ການກະທຳທີ່ເປັນການແບ່ງແຍກຊາຕ, ແບ່ງແຍກສາສນາ ແລະ ປະຊາຊົນເທົ່ານັ້ນ ບໍ່ສະເພາະແຕ່ຣັຖະບານລາວເທົ່ານັ້ນຈະຕ້ອງທຳ ໜ້າທີ່ປົກປ້ອງ ແລະ ເກືອດຫ້າມ; ຣັດຖະບາລຊາຕອື່ນໆທີ່ເປັນຊາຕອາຣະຍະ ໃນໂລກກໍຮັບຜິດຊອບໃນວຽກງານສ່ວນນີ້, ປະຊາຊົນລາວເຮົາຈົ່ງມີຄວາມພາຄພູມໃຈ ແລະ ທະນົງໃຈ ໃນຄວາມເປັນລາວ ພາຍໃຕ້ຄັນທຸງປະຕິວັຕຊາຕ ປະຊາທິປະໄຕເຖີດ.
---------------------------
(1) ໝາຍເຖິງຄົນລາວ ແລະ ຄົນເຊື້ອຊາຕລາວທັງມວລທັງຢູ່ໃນ ແລະ ນອກປະເທສ ທີ່ຍັງຄົງນຳໃຊ້ຮີດ ໑໒ ຄອງ ໑໔ ເປັນພື້ນຖານວັທນະທັມຂອງຕົນຢູ່.
---------------------------

ອະນັນຕະຣິຍະກັມ ໕

ອະນັນຕະຣິຍະກຳ ໕

ພຣະຄຣູເນືອງພິລັກ ໂຊຕິທອນ

ເວົ້າເລື່ອງກຳ ຄົນທັງຫຼາຍກັນຢ້ານ ບາງຄົນພາກັນໄປຕັດກຳ ເພາະບໍ່ຢາກມີກຳ ມັນຊິຂັດຂວາງໃນການສ້າງເນື້ອສ້າງຕົວ ຫຼືການທຳມາຫາກິນ, ຄວາມຈິງນັ້ນ ກຳ ກໍຄືໜ້າທີ່ການງານ, ພາສາປາລີຂຽນວ່າ "ກັມມະ" ກໍຄືວຽກຕ່າງໆຂອງມະນຸດຈະຕ້ອງເຮັດ ມີທັງ ກຳດີ ແລະກຳຊົ່ວ ທຸກກາຍ ທຸກໃຈ, ກຳດີ ຮຽກວ່າບຸນຍະກັມ ຄືກຳທີ່ເປັນເລື່ອງດີໃຫ້ຜົນເປັນສຸກ, ສ່ວນກຳຊົ່ວຮຽກວ່າ ປາປະກັມ ໃຫ້ຜົນເປັນທຸກ ບໍ່ສຳບາຍກາຍ ແລະໃຈ ທັງກັມດີ ແລະກຳຊົ່ວ ມະນຸດມີເອງຕັ້ງແຕ່ມື້ເກີດຈົນຮອດມື້ຕາຍບໍ່ມີໃຜຕັດ "ກັມ" ໃຫ້ຂາດໄດ້, ມະນຸດມີທາງເລືອກພຽງ ໒ ທາງຄື, ເມື່ອບໍ່ສ້າງກຳຊົ່ວ, ກໍຕ້ອງສ້າງກຳດີ ຫາກກຳຊົ່ວລົດລົງ ກຳດີກໍຕ້ອງເກີດຂຶ້ນ ຫຼາຍນ້ອຍພຽງໃດ ຂຶ້ນຢູ່ກັບກຳຊົ່ວນັ້ນລົດລົງຫຼາຍພຽງໃດ ຫາກກຳຊົ່ວລົດລົງສຸດຂີີດສຸກກໍສົມປະສົງຖາວອນ ບໍ່ໃຫ້ກຳຊົ່ວເກີດຂຶ້ນຫຼາຍມັນເກີດຂຶ້ນຫຼາຍ ເຮົາລົດກຳຊົ່ວລົງສາ ແຕ່ມະນຸດພັດມີກຳເປັນພັນທະກິດໃນການປະກອບສ້າງຊີວິດ ສະນັ້ນມະນຸດກໍຕ້ອງທຳໜ້າທີ່ຂອງຕົນ ພຽງແຕ່ຮູ້ວ່າອັນໃດກຳຊົ່ວໃຫ້ຜົນເປັນທຸກຫຼາຍກໍຄວນຫຼີກເວັ້ນ ກັມທີ່ຄວນຫຼີກເວັ້ນໂດຍເດັດຂາດນັ້ນ ໄດ້ແກ່ "ອະນັນຕະຣິຍະກຳ" ເຊິ່ງແປວ່າກຳໜັກ ກັມໃຫຍ່ໃຫ້ຜົນຂ້າມພົບຂ້າມຊາດ,

ກຳໜັກໃຜທຳເຂົ້າແລ້ວຍ່ອມໄປສູ່ນະຣົກຝ່າຍດຽວ ມີຢູ່ ໕ ຢ່າງ ຄື

໑. ປິຕຸຄາຕະ : ຂ້າບິດາ (ແມ່ນແຕ່ພຽງເຮັດໃຫ້ເພີ່ນຊໍ້າຊອກໃຈ ດ້ວຍກາຣເຮັດໃຫ້ເພີ່ນໄດ້ຮັບຄວາມເດືອດເນື້ອຮ້ອນໃຈ ເປັນກາຣບັນທອນຊີວິຕທ່ານ.)

໒. ມາຕຸຄາຕະ: ຂ້າມາຣດາ (ແມ່ນແຕ່ພຽງເຮັດໃຫ້ເພີ່ນຊໍ້າຊອກໃຈ ດ້ວຍກາຣເຮັດໃຫ້ເພີ່ນໄດ້ຮັບຄວາມເດືອດເນື້ອຮ້ອນໃຈ ເປັນກາຣບັນທອນຊີວິຕທ່ານ.)

໓. ອໍຣະຫັນຕະຄາຕ: ຂ້າພຣະອໍຣະຫັນຕ໌,

໔. ໂລຫິຕຸບາຕ: ເຮັດໃຫ້ເລືອດພຣະພຸທທະເຈົ້າຫໍ້(ອອກ)ພຽງແມງວັນກິນອິ່ມ.

໕. ສັງຄະເພທ: ທຳລາຍສົງ(ສວ່ນຣວມ, ໝູ່ຄະນະ, ຫຼືຣັຖະ) ໃຫ້ແຕກກັນບໍ່ລົງລອຍກັນ ເປັນພັກເປັນຝ່າຍເຖິງ ຂັ້ນປະຫັດປາຫາຣກັນບໍ່ສາມາຖທຳສັງຄະກັມກັນໄດ້ ຊື່ວ່າທຳສັງຄະເພທ.

ຫຼັກທັມທັງຫ້າຂໍ້ນີ້ຊື່ວ່່າ ອະນັນຕະຣິຍະກັມເປັນກັມໜັກ ຍ່ອມນຳມາເຊິ່ງມະຫັນຕະກັມອັນບາບ ແມ່ນກະທັງພຣະພຸດທະເຈົ້າເກີດມາແລ້ວ ກໍບໍ່ສາມາດໂຜດໃຫ້ພົ້ນອອກຈາກນະຣົກໄດ້.

ບັນດາທ່ານທັງຫຼາຍ ເຫັນວ່າກັມທີ່ທັງ ໕ ນີ້ ເປັນກັມໃຫຍ່, ແລະ ກໍເປັນສິ່ງມະນຸດທຸກຄົນກະທຳໄດ້ຍາກ ແຕ່ເມື່ອວິເຄາະເຂົ້າເຖິງຫຼັກແລ້ວ ຈະເຫັນວ່າ ມີກັມບາງກັມໃນ ໕ ຂໍ້ນີ້ ເຊິ່ງເຮັດແລ້ວແຕະຕ້ອງເຖິງຫຼັກທັມທັງ ໕ ຢູ່ເນື່ອງນິດ ເຊັ່ນ

໑. ມາຕາ ປິຕຸ ອັນເປັນທີ່ຮັກຂອງເຮົານັ້ນ ລູກໆຍ່ອມຂ້າບໍ່ໄດ້ແນ່ນອນ ແຕ່ມີບາງຄົນມີພຶດຕິກັມໄປໃນທາງຊົ່ວ ທຳລາຍນໍ້າຈິດນໍ້າໃຈ ຂອງພໍ່ແມ່ ທຸກວັນດ້ວຍການໄປທ່ຽວ ໄປປະພຶດຜິດຈົນແມ່ທຸກທົນຮົນຮ້ອນນຳ ອັນນີ້ກໍຊື່ວ່າທຳລາຍພໍ່ແມ່ທັງເປັນແລ້ວ, ບາງຄົນທຳຊົ່ວໄປຖືກຄຸກຖືກຕາຣາງ ໃຫ້ພໍ່ແມ່ຕ້ອງໄດ້ຫາເງິນ ຫາຄຳ ຂາຍຊັບສົມບັດໄປໄຖ່ ໄປຖອນອອກຄຸກມາ ອັນນີ້ກະຊື່ວ່າ ປິຕຸ-ມາຕຸຄາຕເຊັ່ນກັນ ເພາະຖືເປັນການທຳລາຍ ແລະບັນທອນຊີວິຕ ແລະ ຊັບສິນຂອງພໍ່ແມ່ ລູກໆຄວນຣະວັງ.

໒. ສຳລັບພຣະອໍຣະຫັນຕະຄາຕ ແລະໂລຫິຕຸບາຕ ກໍເຊັ່ນກັນເຮົາບໍ່ຮູ້ໄດ້ວ່າ ໃຜໆຈະໄດ້ເປັນພຣະພຸດທະເຈົ້າໃນອະນາຄົຕ ຫຼືພຣະອໍຣະຫັນຕ໌ ຫາກເຮົາໄປລ່ວງເກີນທຸກຄົລອື່ນ ຈົນເຖິງຂັ້ນຕາຍລົງ ບາງທີ່ເຂົາຄົນນັ້ນມີທັມສູງ ກໍຈະເປັນກາຣທຳລາຍໂດຍບໍ່ຮູ້ນັ້ນເອງ, ທັມມະ ຕ່າງຈາກກົດໝາຍກົງທີ່ວ່າ ທາງກົດໝາຍແມ່ນເອົາຄວາມຜິດຕາມຫຼັກຖານ ແຕ່ທາງທັມມະເຖິງວ່າບໍ່ໄດ້ທຳ ພຽງແຕ່ຄິດ ກໍຖືວ່າຜິດແລ້ວ.

໓. ສຳລັບຂໍ້ສຸດທ້າຍຄື : ສັງຄະເພທ ນັ້ນເປັນການທຳລາຍໝູ່ຄະນະ ຫຼືຄະນະສົງ ຫຼືສັງຄົມ ແລະປະເທດາດ ຫັວງຢາກໃຫ້ບ້ານເມືອງບໍ່ຢູ່ໃນຄວາມສະຫງົບສຸກ ໂດຍການກ່າວຮ້າສ້າງຄວາມບໍ່ເຂົ້າໃຈ, ຫຼືໃສ່ຮ້າຍປ້າຍສີ, ເພື່ອຫວັງທຳລາຍຈົນເຖິງມີການປະທະ ຫຼືປະຫັດປະຫານກັນ ຊື່ວ່າທຳສັງຄະເພ(ເວັ້ນເສັຍແຕ່ເປັນການເວົ້າເພື່ອສ້າງສັນ ແລະພັດທະນາ) ແຕ່ຖ້າເວົ້າ ຫຼືຊັກຊວນໄປໃນທາງທຳຮ້າຍກັນຊື່ວ່່າທັມສັງຄະເພເປັນກັມໜັກ.

ສະແດງຕົນເປັນພຸດທະມາມະກະ ຫຼືການເຂົ້າເຖິງພຣະຣັຕນະໄຕຍ໌

ຄົນລາວບູຮານ ຜູ້ທີ່ຍັງບໍ່ເຄີຍບວດເປັນສາມະເນນ ຫຼືພິກຂຸ ຄວນສະແດງຕົນເປັນພຸດ ທະມາມະກະ, ພຸດທະມາມະກະແປວ່າ ຜູ້ນັບຖືພຣະພຸດທະເປັນເປັນທີ່ເພິ່ງຂອງຕົນ ຄືນັບຖື ພຣະພຸດທະສາສນາຢ່າງແທ້ຈິງບໍ່ລະຖິ້ມນັ້ນເອງ, ເມື່ອປະກາດຕົນເປັນພຸດທະມາມະກະແລ້ວ ບຸກຄົນນັ້ນກໍຈັກໄດ້ກາຍເປັນພຸດທະສາສນິກຊົນ ຄືເປັນຊາວພຸດໂດຍແທ້ ຫຼືເປັນຄົນຂອງ ສາສນາພຸດນັ້ນເອງ ເຖິງແມ່ນວ່າເຄີຍບວດແລ້ວ ເມື່ອເດີນທາງ ໄປຢູ່ຕ່າງປະເທດໃນເວລາ ນານ ກໍຄວນສະແດງຕົນເປັນພຸດທະມາມະກະກ່ອນຈະໄປ ເພາະ ນອກຈາກເປັນການປະການ ຢ້ຳເຖິງຄວາມເປັນພຸດທະສາສນິກຊົນທີ່ດີແລ້ວ ຖືເປັນຣະບຽບພິທີແລ້ວ ຍັງຖືວ່າສາມາດປ້ອງ ກັນພຍັນຕຣາຍຕ່າງໆໄດ້ດ້ວຍ.
ສະຖານທີ່ທໍາພິທີ: ຄວນເປັນສິມ ຖ້າບໍ່ມີສິມກໍຄວນເປັນສາລາໂຮງທັມ ຫຼືບາງວັດຍັງບໍ່ ມີສາລາໂຮງທັມ ກໍໃຫ້ເລືອກເອົາສະຖານທີ່ມີພຣະພຸດທະຮູບ, ເຕົ້າດອກໄມ້, ຮາວທຽນ, ກະຖັງ ປັກທູບ, ຝ່າຍມຸງຄຸນ, (ສຳລັບຮອບພຣະພຸດທະຮູບ ໓ ຮອບ ແລະ ຕົວຜູ້ສະແດງ) ບາດນ້ຳມົນ ທີ່ມີນໍ້າ ແລະ ສົ້ມປ່ອຍເຝົາ ໙ ປ່ຽງ, ທຽນຄ່າສອກ, ວຽນຫົວ, ທູບທຽນບູຊາພຣະຣັຕນະຕຣັຍ, (ທຽນ ໒ ເຫຼັ້ມ, ທູບ ໓ ກ້ານ) ຂັນ ໕ ໑ ຂັນ, ພຣະສົງ ໔ ອົງຂຶ້ນໄປ ປະຊຸມກັນໃນສະຖານທີ່ນັ້ນ ນັ່ງອ້ອມຜູ້ສະແດງ.
ຜູ້ສະແດງ ໃຕ້ທຽນ, ຈູດທູບ ບູຊາພຣະຣັຕນະຕຣັຍ ແລ້ວຈຸດທຽນນໍ້າມົນປັກໄວ້ ທີ່ຂອບ ປາກບາດ(ຫ້າມເອົາໄປຕັ້ງລົງໃນບາດ) ຍົກປະເຄນບາດແກ່ພຣະສົງແລ້ວ ຈຶ່ງໄວ້ພຣະ, ອາຣາ ທະນາສີນດ້ວຍຕົນເອງ ເມື່ອຮັບໄຕສະນະຄົມ ແລະ ສີນສຳເຣັດແລ້ວ ຕໍ່ດ້ວຍຄຖສາມະທານສີນ ໕ ວ່າ:
ອິມານິ ປັນຈະ ສິກຂາປະທານິ ສະມາທິຍາມິ (໓ ຫົນຈົບ) ຈົບແລ້ວຂາບ ໓ ຫົນ, ຕໍ່ຈາກນັ້ນສະແດງຕົນເປັນພຸດທະມາມະກະ ຕໍ່ໜ້າພຣະສົງວ່າ :
ພຸດທັງ ເມ ຊີວິຕຕັງ ຍາວະ ນິບພານັງ ສາຣະນັງຄັດສະມິ : ຂ້ານ້ອຍຂໍເຖິງພຣະພຸດ ທະເຈົ້າເປັນສາຣະນະທີ່ເພິ່ງ ທີ່ຣະນຶກຕລອດຊີວິດ ຕລອດພຣະນິພພານ.
ທັມມັງ ເມ ຊີວິຕຕັງ ຍາວະ ນິບພານັງ ສາຣະນັງຄັດສະມິ : ຂ້ານ້ອຍຂໍເຖິງພຣະ ທັມ ມະເຈົ້າເປັນສາຣະນະທີ່ເພິ່ງ ທີ່ຣະນຶກຕລອດຊີວິດ ຕລອດພຣະນິພພານ.
ສັງຄັງ ເມ ຊີວິຕຕັງ ຍາວະ ນິບພານັງ ສາຣະນັງຄັດສະມິ : ຂ້ານ້ອຍຂໍເຖິງພຣະສັງ ຄະເຈົ້າເປັນສາຣະນະທີ່ເພິ່ງ ທີ່ຣະນຶກຕລອດຊີວິດ ຕລອດພຣະນິພພານ.
ພຸດທະມາມະໂກຕິ ມັງ ສັງໂຄ ທາເຣຕຸ : ຂໍພຣະສົງຈົ່ງຈຳຂ້ານ້ອຍໄວ້ວ່າ ເປັນພຸດ ທະມາມະກະ ຜູ້ນັບຖືເຊິ່ງພຣະພຸດທະເຈົ້າວ່າເປັນຂອງຂ້ານ້ອຍ.
ທັມມະມາມະໂກຕິ ມັງ ສັງໂຄ ທາເຣຕຸ : ຂໍພຣະສົງຈົ່ງຈຳຂ້ານ້ອຍໄວ້ວ່າ ເປັນທັມມະ ມາມະກະ ຜູ້ນັບຖືເຊິ່ງພຣະພຸດທະເຈົ້າວ່າເປັນຂອງຂ້ານ້ອຍ.
ສັງຄະມາມະໂກຕິ ມັງ ສັງໂຄ ທາເຣຕຸ : ຂໍພຣະສົງຈົ່ງຈຳຂ້ານ້ອຍໄວ້ວ່າ ເປັນສັງຄະ ມາມະກະ ຜູ້ນັບຖືເຊິ່ງພຣະພຸດທະເຈົ້າວ່າເປັນຂອງຂ້ານ້ອຍ:
ອິມາຫັງ ພະຄະວາ ອັຕຕະພາວັງ ຕຸມຫາກັງ ປະຣິຈະຊາມິ : ຂ້າແຕ່ພຣະຜູ້ມີພຣະ ພາຄເຈົ້າ ຂ້ານ້ອຍຂໍສະລະອັຕພາບຮ່າງກາຍນີ້ ແຕ່ພຣະອົງ(ວ່າບົດນີ້ທັງຄຳແປ ໓ ຫົນ).
ຈາກນັ້ນອາຣາທະນາພຣະປະຣິຕຕໍ່ໄປ ພຣະສົງເອົາຝ້າຍມຸງຄຸນ ຄ້ອງຕົວຜູ້ສະແດງ ຈະເຣີນພຸດທະມົນ ຈົບແລ້ວຫົວໜ້າສົງ ອາບນໍ້າມົນໃຫ້ຜູ້ສະແດງ ພຣະພິກຂຸສູດ ຊະຍັນໂຕ ຯລຯ ຕໍ່ດ້ວຍສັບພະພຸດທາ ຯລຯ ຣັກຂັງພັນທາ ນິສັບພະໂສ ໓ ຫົນ.
ໝາຍເຫດ: ຜູ້ສະແດງຄວນຄວນແຕ່ງຕົວດ້ວຍຜ້າຂາວຕາມສະໄໝນິຍົມ ຖ້າເປັນຍິງ ພຣະສົງບໍ່ຕ້ອງນັ່ງລ້ອມວົງ ຖ້າຈະຄ້ອງຝ້າຍມຸງຄຸນ ໃຫ້ພັນຝ້າຍມຸງຄຸນກັບສິ່ງອື່ນສາກ່ອນ ໃນກໍຣະນີນີ້ບໍ່ຄວນອາບນໍ້າມົນໃຫ້ ພຽງແຕ່ເອົາຟົດໄມ້ ມັດຫຍ້າຄາມາຊິດນ້ຳມົນໃຫ້ກໍພໍ ໃຫ້ຜູ້ ສະແດງໄປອາບນ້ຳມົນເອງທີ່ບ້ານ.

ຄວາມໝາຍແລະຄວາມສຳຄັນຂອງບຸນມາຄະບູຊາ


ວັນມາຄະບູຊາ ມີຊື່ເຕັມໆວ່າ ມາຄະປຸຣນະມີປູຊາ ແປວ່າ ການບູຊາໃນວັນເພັງເດືອນ ໓ ມີຄຳທີ່ຄວນຊາບກ່ຽວກັບວັນມາຄະບູຊາ ດັ່ງນີ້:
ຈາຕຸຣົງຄະສັນນິບາຕ ແປວ່າ ການປະຊຸມອັນປະກອບດ້ວຍອົງ ໔ ເຊິ່ງເປັນເຫດການອັດສະຈັນ ເກີດຂຶ້ນພ້ອມກັຍ ຄື:
໑. ມີພຣະສົງຈຳນວນ ໑໒໕໐ ອົງ ຈາຣີກໄປເຜີຍແຜ່ພຣະພຸດທະສາສນາ ຕາມສະຖານທີ່ຕ່າງໆ ເດີນທາງໄປເຝົ້າພຣະພຸດທະເຈົ້າ ທີ່ວັດເວຣຸວັນມຫາວິຫານ ເມືອງຣາຊະຄື ແຄວ້ນມະຄົດ.
໒. ພຣະສົງຈຳນວນ ໑໒໕໐ ອົງນີ້ ລ້ວນແຕ່ເປັນພຣະອໍຣະຫັນທັງສິ້ນ, ແລະ ທຸກໆອົງກໍລ້ວນແຕ່ໄດ້ບວຊດ້ວຍ ເອຫິພິກຂຸອຸປະສັມປາທາ ຄື ພຣະພຸດທະອົງຊົງບວດໃຫ້ເອງ.
໓. ພຣະສົງທັງ ໑໒໕໐ ອົງນີ້ ລ້ວນແຕ່ມາປະຊຸທໂດຍພ້ອມພຽງກັນ ເຊິ່ງບໍ່ມີການນັດໝາຍກັນມາກ່ອນເລີຍ.
໔. ວັນທີ່ມາປະຊຸມ ກົງກັບວັນເພັງເດືອນມາຄະ (ເດືອນ ໓ ເພັງ) ເປັນວັນທີ່ພຣະພຸດທະເຈົ້າຊົງສະແດງທັມມະເທສນາ ຊື່ວ່າ ໂອວາທະປາຕິໂມກຂະ.
(ຄຳວ່າເອຫິພຸກຂຸອຸປະສັມປະທາ ຄື ການອຸປະສົມບົດດ້ວຍພຣະວາຈາຂອງພຣະພຸດທະເຈົ້າ “ທ່ານຈົ່ງເປັນພຣະພິກຂຸມາເຖີດ ທັມອັນເຮົາກ່າວດີແລ້ວ ທ່ານຈົ່ງປະພຶດພົມມະຈັນ ເພື່ອກະທຳທີ່ສຸດແຫ່ງທຸກໂດຍຊອບ)
- ໂອວາທະປາຕິໂມກຂະ ຄື ຂໍທັມຫຍ້ໍອັນຫຼັກໃຫ້ສັ້ນເຂົ້າ ຄືຫຍໍ້ທັມທັງຫຼາຍທັງປວງທີ່ພຣະພຸດທະອົງຊົງຕັດແລ້ວໃຫ້ສັ້ນລົງ ເຊິ່ງຄືວ່າເປັນຫົວໃຈຂອງພຣະພຸດທະສາສນາ ໓ ປະການຄື.
໑. ບໍ່ທຳຄວາມຊົ່ວທັງປວງ.
໒. ທຳຄວາມດີໃຫ້ເຖິງພ້ອມ.
໓. ທຳຈິດໃຈໃຫ້ບໍຣິສຸດຜ່ອງໃສ.
ໂອວາທະປາຕິໂມກນີ້ ພຣະພຸດທະເຈົ້າສະແດງທີ່ວັດເວຣຸວະນາຣາມ ນະຄອນຣາຊະຄຶຫະ ແຄວ້ນມະຄົດ ໃນເວລາບ່າຍ.
ສຳລັບວັນມາຄຳບູຊາໃນປີນີ້ ໒໕໕໐(ລາວ) ກົງກັບວັນພະຫັດ ວັນທີ ໒໑ ເດືອນກຸມພາ ປີ ຄ.ສ ໒໐໐໘ ຜ່ານມາແລ້ວ ໑ ວັນ ຊາວລາວເຮົາທົ່ວປະເທດພາກັນເຂົ້າວັດ, ໄຫວ້ພຣະ, ຟັງທັມ, ໃຫ້ທານ, ຮັກສາສິນ, ວຽນທຽນໃນວັດໃນຄຸ້ມບ້ານຂອງຕົນ.
ສຳລັບໃນບາງແຂວງ ໃນທົ່ວປະເທດ ເຊັ່ນທີ່ເມືອງທ່າແຂກ ເຮັດບຸນໄຫວ້ພຣະທາດສິໂຄຕະບອງ, ບຸນພຣະທາດໂພ່ນ, ແຂວງສະຫວັນແມ່ນເຮັດບຸນໄຫວ້່ພຣະທາດອິງຮັງ, ຊາວແຂວງຈຳປາສັກເຮັດບຸນວັດພູ ່ວນແຂວງທາງພາກເໜືອ ມີບຸນຫຍັງ ທີ່ໃດກ່ຽວກັບວັນນີ້.
ສຳລັບວັນມາຄະບູຊານີ້ ຊາວລາວທາງວຽງຈັນຮຽກວ່າບຸນເຂົ້າຈີ່ ເຊິ່ງເປັນປະເພນີນິຍົມໃນີ້ິດ ໑໒ ຄອງ ໑໔ ຂອງລາວ.

ການທໍາບຸນມຸງຄຸນທົ່ວໄປ(ໃຊ້ໄດ້ກັບທຸກງານ)

ການທໍາບຸນມຸງຄຸນທົ່ວໄປ(ໃຊ້ໄດ້ກັບທຸກງານ)

ການທໍາບຸນມຸງຄຸນທົ່ວໄປ
ພຸທທະສາສນິກຊົນຜູ້ມີສັດທາ ປາສາທະ ມັກໃຄ່ທີ່ຈະທຳບຸນໂດຍອາຣາທນາພຣະສົງ-ສາມະເນນມາສູດພຸດທະມົນ ແລະ ສັນພັຕຕາຫາຣເນື່ອງໃນງານໃດໆ ເຊິ່ງເປັນງານມຸງຄຸນອັນ ບໍ່ໄດ້ກ່າວໄວ້ເປັນຜະແນກໜຶ່ງຕ່າງຫາກ ອາດຈະທຳໄດ້ສະເໝີ ບໍ່ຈຳກັດວັນ ເດືອນ ແລະ ເວລາ ຄວາມສຳຄັນຂຶ້ນຢູ່ກັບຄວາມສະດວກຂອງເຈົ້າພາບຫຼາຍວກວ່າ ຈຳນວນພຣະພິກຂຸກໍບໍ່ໄດ້ ກຳນົດແນ່ນອນວ່າຕ້ອງເທົ່ານັ້ນອົງ ເທົ່ານີ້ອົງ ແລ້ວແຕ່ສັດທາຂອງພຸດທະສາສນິກຊົນຜູ້ເປັນ ເຈົ້າພາບນັ້ນ, ແຕ່ສ່ວນຫຼາຍມັກນິຍົມຢ່າງນ້ອຍ ໕ ອົງ, ໙ ອົງຂຶ້ນໄປ ແລະ ການທຳບຸນລ້ຽງພຣະ ນັ້ນຈະທຳທີ່ວັດ ຫຼືບ້ານກໍໄດ້ ຂໍ້ສຳຄັນຕ້ອງທຳຢ່າງນີ້ ຄື:
໑. ຈັດໂຕໝູ່ບູຊາ: ຕັ້ງພຣະພຸດທະຮູບ ເຕົ້າດອກໄມ້, ກະຖັງທູບ ແລະ ຮາວທຽນ, ພ້ອມ ທັງທູບ ແລະ ທຽນ ຖ້າເປັນໂຕະທັມມະດາ ຕ້ອງຫາເຕົ້າດອກໄມ້ ໑ ຄູ່, ຮາວທຽນ ໑ ຄູ່, ກະຖັງທູບ ໑ ອັນ, ໃນເມື່ອໄຕ້ທຽນຕ້ອງໄດ້ທຽນໜ້າພຣະ ໒ ເຫຼັ້ມ(ຂະໜາດພໍງາມ ຫຼືກະວ່ານັບ ແຕ່ເຣີ່ມໃຕ້ ຈົນຮອດແລ້ວພິທີທຽນຍັງບໍ່ທັນໝົດ) ທູບຕ້ອງບູຊາ ໓ ດອກ, ເວລາຕັ້ງໂຕະໝູ່ບູຊາ ກໍໃຫ້ຕັ້ງຢູ່ທາງຂວາມືພຣະສົງອົງຜູ້ເປັນປະທານ ແລະ ຫັນໜ້າໄປທາງດຽວກັບພຣະພິກຂຸອົງຜູ້ ເປັນປະທານ ຖ້າຫາກຈຳເປັນຕ້ອງຕັ້ງຢູ່ທາງຊ້າຍ ຫຼືທາງອື່ນກໍໃຫ້ຫັນໜ້າພຣະປະທານໄປ ທາງສົງ, ສຳລັບພຣະພຸດທະຮູບນັ້ນ ຈະເປັນພຣະປາງໃດກໍໄດ້ ຖ້າຫາກເປັນພຣະປະຈຳວັນ ເກີດຂອງເຈົ້າຂອງເຮືອນ ຫຼືເຈົ້າຂອງງານຍິ່ງເປັນການດີ.
໒. ຕັ້ງພາມຸງຄຸນ ຫຼືຂັນນ້ຳມັນ(ບາດກໍໄດ້) : ຕັ້ງຕໍ່ໜ້າພຣະພິກຂຸອົງເປັນປະທານ, ຫ່າງ ປະມານ ໑ ສອກ, ເອົາທຽນຄ່າສອກ, ວຽນຫົວມາວາງໄວ້, ຂັນ ຫຼືບາດນັ້ນຕາມປະເພນິຍົມຂອງ ຊາວລາວເຮົາແມ່ນໃຫ້ຕັ້ງເທິງພາພານ ຫຼືພາໂຕກຫວາຍກໍໄດ້ ຫາແພ ຫຼືເຈັ້ຍຂາວມາປູໄວ້, ໃຫ້ເຮັດບ້າງ ໕ ບ້າງໃສ່ປັກຈັຍຕາມສັດທາ ບ້າງພາມຸງຄຸນໃຫ້ເຮັດເປັນ ໕ ບ້າງ(ຫາກເປັນພາ ອັປມຸງຄຸນໃຫ້ເຮັດ ໔ ບ້າງ) ຢາກໃສ່ໝາກເບັງກໍໄດ້ ຖ້າໃສ່ໝາກເບັງກໍໃຫ້ໃສ່ພຽງ ໒ ຕົ້ນເທົ່ານັ້ນ, ແລ້ວກ້ຽວຝ້າຍມຸງຄຸນໄປທາງຂວາ ຄືວຽນຊ້າຍຫາຂວາມື.
໓. ຕັ້ງອາສະນະສົງ: ປູດ້ວຍຜ້າຂາວ ແລ້ວວາງອາສະນະລົງຜ້າຂາວນັ້ນ ໃນຍະຫ່າງ ກັນພໍຄວນ, ຫາງ້ຽງ, ຂັນໝາກພູ, ນໍ້າດື່ມ ເປັນຂວດ ທັງນໍ້າດື່ມ ແລະ ນໍ້າຫວານ(ອົງລະຊຸດ ຫຼື ໒ ອົງຕໍ່ຊຸດກໍໄດ້) ເວລາຕັ້ງໃຫ້ຕັ້ງຢູ່ຊ້າຍມືຂອງພຣະພິກຂຸ, ຖ້າມີນ້ຳເຢັນກໍໃຫ້ຫາຈອກສຳລັບນໍ້ຳ ເຢັນ ແລະ ນໍ້າຮ້ອນໄວ້ພຽງພໍ ຫຼືນ້ຳປະນະອື່ນ ກໍຫາຈອກໄວ້ໃຫ້ພໍ ນໍ້າປານະຢ່າງອື່ນທີ່ຄວນມໃສ່ ຈອກກໍໃຫ້ຈອກໃຫ້ຄົບກໍແລ້ວກັນ ຖ້ານໍ້ຳປານະທີ່ໃສ່ກວດຄວນສັນດ້ວຍທໍ່ກໍຫາທໍ່ມາໄວ້ ກະແລ້ວ ກັນ.
໔. ຕ້ອງມີຝ້າຍມຸງຄຸນ: ຕ້ອງຫາຝ້າຍຍາວໆ ຈັບໃຫ້ໄດ້ເກົ້າເສັ້ນຝ້າຍ, ຢັ່ງແຕ່ພຣະປະ ທານລົງມາໃສ່ພາມຸງຄຸນ ຫຼືຖ້າຈະຮອບເຮືອນ ກໍໃຫ້ຮອບເຮືອນກ່ອນ ຈຶ່ງອົງລົງມາຮອບພຣະ ພຸດທະຮູບ ແລະ ຈຶ່ງກ້ຽວພາມຸງຄຸນ ສ່ວນຝ້າຍມຸງຄຸນທີ່ເຫຼືອແມ່ນວາງໃສ່ພາຊະນະຂ້າງພຣະ ພິກຂຸອົງເປັນປະທານ ວິທີວຽນຝ້າຍໃຫ້ວຽນ “ປະທັກຂີນະວັດ” ຄືວຽນຈາກຊ້າຍຫາຂວາ, ສ່ວນ ວຽນຮອບເດີ່ນບ້ານ ຫຼືຮອບເຮືອນນັ້ນ ແໃ່ນເພື່ອປ້ອງກັນພຍັນຕຣາຍນັ້ນເອງ.
໕. ວິທີການ ຖ້າເຮັດສອງວັນ ວັນແຮກແມ່ນວັນຈະເຣີນພຸດທະມົນຕອນແລງ ກຳນົດ ແຕ່ເວລາ ໑໖:໐໐ ໂມງ ໄປຮອດ ໒໑:໐໐ ກາງຄືນ, ຂອງວັນແຮກແມ່ນໃຊ້ໄດ້ ຖ້າງານວັດແມ່ນ ເອົາກາງຄືນແມ່ນດີ ເພາະຍາດໂຍມຈະກິນເຂົ້າແລງມາໝົດແລ້ວ ບໍ່ເປັນການຫຍຸ້ງຍາກຍາດ ໂຍມ, ເຣີ່ມພິທີ ຫົວໜ້າ ຫຼືເຈົ້າພາບຕົ້ຍໄປຈູດທູບ ໄຕ້ທຽນບູຊາພຣະປະທານ ແລ້ວອະທິຖານ ຈິດຕາມຄວາມປາຖນາ, ຫົວໜ້ານຳພາໄຫວ້ພຣະ, ສັກເຄເທວະດາ, ຮັບສີນ, ແລ້ວອາຣາທະ ນາພຣະປະຣິຕ, ນັ່ງຟັງສູດມົນຕໍ່ໄປດ້ວຍຄວາມເຄົາຣົບ, ຫຼັງຈາກສຳເຣັດແລ້ວ ກໍຖວາຍທານ ເທົ່າທີ່ມີ ພຣະສົງໃຫ້ພອນຢາດນໍ້າ ພຣະສົງກັບວັດ ເປັນອັນເລີກງານທາງພິທີສົງໃນວັນແຮກ, ມື້ອື່ນເຊົ້າມີການຕັກບາດ ແລະ ຖວາຍທານ.
ສ່ວນວັນທີສອງ ຄືເຊົ້າວັນຕໍ່ມາ ແມ່ນມັກນິມົນມາສັນເຊົ້າ ເພາະວ່າຈະໄດ້ຕັກບາດ ຖວາຍສັງຄະທານນຳ, ຕອນເຊົ້າ ຖ້າເຮັດທີ່ເຮືອນໄປຮັບພຣະ ແລະ ບາດມາພ້ອມ, ຖ້າເຮັດທີ່ ວັດກໍໄປຮັບແຕ່ບາດມາຈັດໂຕ໊ະຕັ້ງບາດ ຕາມອົງພັນສາແກ່ລົງໄປຮອດອ່ອນ ຈົນຮອດສາມະ ເນນ ການໄປຮັບພຣະມາຍັງເຮືອນບຸນບໍ່ໃຫ້ກາຍ ກຳນົດເວລາຕາຍຕົວ ຄືຮັບພຣະມາຮອດວັດ ບໍ່ຄວນຈະກາຍ ໐໗:໐໐ ໂມງ, ໄວ້ພຣະ ຮັບສິນ ກໍບໍ່ຄວນກາຍ ໐໗:໓໐ ໂມງ.
ວິທີເຮັດ ກໍໃຫ້ເຮັດເໝືອນເດີມ ທາງປະທານ ຫຼືເຈົ້າພາບງານໃຫ້ໄປຈູດທູບ ໃຕ້ທຽນ(ຄັນ ຫ້ອງແອຣ໌ ບໍ່ຄວນຈູດທູບ ແລະ ບໍ່ຄວນຈະໄຕ້ທຽນຫຼາຍ) ມັກຄະທາຍົກນຳພາໄຫວ້ພຣະ(ຖ້າ ເຮັດເອງເປັນກໍຄວນເຮັດເອງເລີຍ ເປັນການດີທີ່ສຸດ) ສັກເຄເທວະດາ ຮັບສີລ, ແລ້ວກໍກ່າວຄຳ ຖວາຍເຄື່ອງໃສ່ບາດ ແລະ ພັດຕາຫານເລີຍ, ຫຼັງຈາກນັ້ນພຣະສົງຈະສູຕຖວາຍພອນພຣະ “ນະໂມ ຯລຯ ອິຕິປິໂສ ຯລຯ ແລະ ພາຫຸງ ສະຫັສສະ ຯລຯ ຕໍ່ດ້ວຍ ມະຫາກາ” ເມື່ອພຣະສົງ ສູດຈົບນະໂມແລ້ວ ໃຫ້ເຈົ້າພາບເຣີ່ມໄປໃສ່ບາດເປັນຄົນແຮກ ຕໍ່ດ້ວຍລູກຫຼາຍ ແລະ ຍາດພີ່ນ້ອງ ມາຮ່ວມງານ.
ເມື່ອພຣະສູດຈົບແລ້ວ ໃຫ້ຖວາຍພາເຂົ້າ, ຖ້າຍັງບໍ່ທັນຍົກພາເຂົ້າມາ ກໍໃຫ້ຍົກພາເຂົ້າ ມາຕອນທີ່ພີ່ນ້ອງຍັງບໍ່ທັນໃສ່ບາດແລ້ວ(ປົກກະຕິ ເພີ່ນໃຫ້ຍົກພາເຂົ້າມາວາງຕໍ່ໜ້າພຣະແລ້ວ ຈຶ່ງກ່າວຄຳຖວາຍເຄື່ອງໃສ່ບາດ ແລະ ພັດຕາຫານ) ແຕ່ຖ້າແຕ່ງບໍ່ທັນໃຫ້ເອົາມາພາໜຶ່ງກ່ອນ ເພາະຈະໄດ້ກ່າວຄຳຖວາຍພັດຕາຫານ ພ້ອມເຄື່ອງໃສ່ບາດ ມັນຈຶ່ງບໍ່ຫຍຸ້ງຍາກ.
ເມື່ອປະເຄນພາເຂົ້າແລ້ວໃຫ້ນິມົນພຣະສົງສັນພັດຕາຫານເລີຍ, ຖ້າວ່າພີ່ນ້ອງຕັກບາດ ແລ້ວກໍໃຫ້ເອົາບາດມາຖາວຍເພີ່ນໃນຈະນະນັ້ນເລີຍ ກໍຣະນີ້ຄົນໃສ່ບາດຫຼາຍ ກໍນິມົນພຣະສົງ ສັນພັດຕາຫານກ່ອນກໍໄດ້ ເພາະອິງໃສ່ເວລາແຂກ ເພາະເຮົາຈະຕ້ອງໄດ້ລ້ຽງແຂກອີກຕໍ່ນຶ່ງ (ປັດຈຸບັນມີການປະຍຸກຂຶ້ນມາອີກ ຄືເວລາຖວາຍພັດຕາຫານແລ້ວ ມັກຈະໃຫ້ພອນຍາດນ້ຳ ກ່ອນ ເນື່ອງຈາກມີບາງທ່ານຢາກເມືອບ້ານກ່ອນ ແຕ່ຕ້ອງໄດ້ຮັບພອນ ແລະ ຍາກນໍ້າ ສະນັ້ນ ພຣະສົງຈຶ່ງໃຫ້ພອນກ່ອນແລ້ວ ຈຶ່ງສັນເຂົ້າ) ຫຼັງຈາກພຣະສັນພັດຕາຫານສໍາເຣັດແລ້ວ ກໍໃຫ້ ກ່າວຄຳຖວາຍທານອື່ນໆທີ່ມີ ເປັນຕົ້ນແມ່ນ, ອັດຖະບໍຣິຂານ, ຫຼືກອງບຸນອື່ນໆ ຕາມເຈຕນາ ຂອງເຈົ້າພາບ ຫຼັງຈາກນັ້ນ ລາວເຮົາໃຄ່ຈະຟັງທຳ ກໍໃຫ້ອາຣາທະນາທັມ ດ້ວຍຄຳວ່າ “ພຣົມມາ ຈະໂຣກາ ທິປະຕິ ຯລຯ” ພຣະສົງຈະເທສສະຫຼອງ ຫຼືເທດຕາມສັດທາຍາດໂຍມ ນິມົນ, ຫຼັງຈາກເທດແລ້ວ ຈຶ່ງຄາຣະວະ ພຣະສົງໃຫ້ພອນຢາດນ້ຳ ເປັນອັນຈົບພິທີ ຖ້າເຮັັດທີ່ ວັດພຣະສົງກັບກຸຕິ ຖ້າເຮັດທີ່ເຮືອນໃຫ້ຈັດຣົດໄປສົ່ງເພີ່ນ ພ້ອມທັງບາດ ແລະ ເຄື່ອງທານ ເປັນອັນຈົບພິທີທາງສົງ ນອກນັ້ນແມ່ນເຣື່ອງຂອງການລ້ຽງແຂກ ແລະ ຍາດພີ່ນ້ອງ ເຮັດໄປ ຮອດເວລາເທົ່າໃດກໍໄດ້, ແຕ່ມີບາງງານນັ້ນ ມີສັດທາຢາກຈະຖວາຍເພນນຳ ຖ້າດຮັດທີ່ເຮືອນ ກໍໃຫ້ສັດທາຍາດໂຍມ ຈັດທີ່ພັກໃຫ້ພຣະສົງຕ່າງຫາກ ຖ້າເຮັດທີ່ວັດ ເມື່ອເຖິງເວລາເພນແລ້ວ ກໍນິມົນພຣະສົງມ ສັນເພນ ໃຫ້ເຮັດແບບດຽວກັນ ຄື ຈຸດທູບທຽນ, ໄຫວ້ພຣະ(ບໍ່ຮັບສິນກໍໄດ້, ບໍ່ ສັກເຄເທວະດາກໍໄດ້) ແຕ່ໃຫ້ກ່າວຄຳຖວາຍພັດຕາຫານເພນ ແລ້ວປະເຄນພັດຕາຫານ ຄາຣະ ວະຮັບພອນ ກ່ອນ ຫຼືຫຼັງພຣະສົງສັນພັດຕາຫານກໍໄດ້ ເປັນອັນວ່າຈົບການຖວາຍພັດຕາຫານ ເພນ, ແລ້ວສົ່ງພຣະກັບວັດ.
ໝາຍເຫດ:
ກໍຣະນີ້ແມ່ນເວົ້າສະເພາະເຮັດສອງວັນ ຖ້າຫາກເຮັດວັນດຽວ ມັກຈະເຮັດສັນເພນ ກໍໃຫ້ໄປຮັບພຣະຕັ້ງແຕ່ ເວລາ ໑໐:໐໐ ໂມງ ເມື່ອມາຮອດເຮືອນໃຫ້ໄຫວ້ພຣະສູດມົນ ແລະ ອາ ຣາທນາມຸງຄຸນ ພຣະສົງສູດມຸງຄຸນແລ້ວ ກໍທຳການຖວາຍທານຕາມທີ່ກ່າວແລ້ວ.

ສອນໂຈນໃຫ້ເປັນໂຈນທີ່ມີຄຸນນະທັມ

ໃນສະໄໝທີ່ພຣະພຸດທະອົງຊົງພຣະຊົນຢູ່ ສະໄໝນັ້ນມີພວກໂຈນເຂົ້າໄປຂໍຟັງທັມ ພຣະພຸດທະອົງຊົງຕັດສອນໂຈນໃຫ້ເປັນໂຈນ ທີ່ມີຄຸນນະທັມປະຈຳໃຈ ທັມທີ່ພຣະພຸດທະອົງ ຕັດສອນໂຈນພວກນັ້ນ ມີ ໘ ຂໍ້ດັ່ງນີ້:

໑. ການເປັນໂຈນທີ່ດີນັ້ນ ຕ້ອງບໍ່ຂ້າຄົນທີ່ຍອມແພ້.
໒. ການເປັນໂຈນທີ່ດີນັ້ນ ຕ້ອງບໍ່ປຸ້ນເອົາຂອງເຂົາຈົນໝົດສິ້ນ ຕ້ອງຈົ່ງໄວ້ໃຫ້ເຂົາແນ່.
໓. ການເປັນໂຈນທີ່ດີນັ້ນ ຕ້ອງບໍ່ລັກພາຜູ້ຍິງ ບໍ່ທຳຮ້າຍຜູ້ຍິງ.
໔. ການເປັນໂຈນທີ່ດີນັ້ນ ຕ້ອງບໍ່ທຳຮ້າຍເດັກນ້ອຍ.
໕. ການເປັນໂຈນທີ່ດີນັ້ນ ຕ້ອງບໍ່ປຸ້ນຊັບຂອງນັກບວຊ.
໖. ການເປັນໂຈນທີ່ດີນັ້ນ ຕ້ອງບໍ່ປຸ້ນຊັບຂອງແຜ່ນດິນ.(ຊັບຂອງປະເທດຊາດ-ຂອງຫຼວງ-ຂອງສົງ)
໗. ການເປັນໂຈນທີ່ດີນັ້ນ ຕ້ອງບໍ່ປຸ້ນໃກ້ບ້ານຕົນ.
໘. ການເປັນໂຈນທີ່ດີນັ້ນ ຕ້ອງສະຫຼາດໃນການເກັບສິສົມຊັບທີ່ປຸ້ນມາໄດ້ໃຫ້ເປັນ.

Sunday, 2 March 2008

ຂ່າວບຸນພຣະເວສປະຈຳປີ ໒໐໐໘


ໃບຂ່າວບຸນພຣະເຫວດປະຈຳປີ

ປະຈຳວັດວິິຈິຕທັມມາລາວ ບ້ານວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ

ລະຫວ່າງວັນທີ ວັນເສົາ-ອາທິດ ວັນທີ 22-23 ເດືອນມິນາ 2008

ວຸດທິທັມຄຳຝູງຂ້າ ທັງຫຼາຍພາຍໃນມີພຣະສົງ-ສາມະເນນເປັນເຄົ້າ ພາຍນອກມີອອກຕົນຍາດໂຍມຜູ້ຊົງຄຸນວຸດທິ ຄະນະພັກບ້ານ, ນາຍບ້ານ, ສະຫະພັນແມ່ຍິງ ຫົວໜ້າໜ່ວຍ ແລະຊາວບ້ານວຽງຈະເຣີນໄດ້ຕົກລົງກັນເປັນເອກະສັນກັນຕັ້ງບຸນມະຫາຊາດ ປະຈຳປີຂຶ້ນໜຶ່ງປາງທີ່ວັດວິຈິຕທັມມາຣາມ ບ້ານ ວຽງຈະເຣີນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ວັດຖຸປະສົງເພື່ອສືບຕໍ່ປະເພນີອັນຈົບງາມຂອງຊາດ, ຂອງພຸດທະສາສນາ ແລະເພື່ອສືບຕໍ່ຂົນຂວາຍປັດໄຈສ້າງ ສາລາໂຮງທັມ ໃຫ້ສຳເຮັດລຸລ່ວງໄປເທື່ອລະກ້າວ ເຊິ່ງມີກຳນົດການຈັດງານບຸນ ດັ່ງນີ້:

ວັນເສົາ, ວັນທີ 22 ເດືອນມິນາ ປີ 2008, ກົງກັບແຮມ 1 ຄ່ຳ ເດືອນ 4 . 2550 ເປັນມື້ຕັ້ງ ແລະຫ້າງຫາກະກຽມງານບຸນ, ຕອນແລງເວລາ 16:00 ໂມງ ສູຕປະຣິດຕະມຸງຄຸນ ແລະຟັງທັມມະໄລໝື່ນ, ມະໄລແສນ ຕອນກາງຄືນ ມືການຄົບງັນຕາມປະເພນີ(ລຳວົງ).

ວັນອາທິດ, ວັນທີ 23 ເດືອນມິນາ ປີ 2008, ກົງກັບແຮມ 2 ຄ່ຳເດືອນ 5 . 2550 ເວລາ 02:00 ໂມງ ແຫ່ເຂົ້າພັນກ້ອນ ແລະເຣີ່ມເທດພຣະເຫວດສັນດອນໄປ, ຈົນຮອດ 07:00 ໂມງເຊົ້າ ໄຫວ້ພຣະ-ຮັບສິນ ແລະຕັກບາດຖວາຍສັງຄະທານ ແລ້ວກໍຟັງທັມມະເທສນາຕໍ່ໄປຕລອດວັນ.

ດັ່ງນັ້ນຈຶ່ງຂໍເຊີນຊວນອອກຕົນຍາດໂຍມ ແລະສັດທາສາທຸຊົນທັງຫຼາຍທັງຢູ່ໃກ້ ແລະຢູ່ໄກຈົ່ງໄດ້ມາຮ່ວມອະນຸໂມທະນາທານ ແລະຟັງທັມມະເທສນາຮ່ວມນຳພວກຂ້າພະເຈົ້າດ້ວຍ, ຂໍອ່ວຍພອນໃຫ້ທ່ານ ແລະຄອບຄົວຈົ່ງປະກອບໄດ້ດ້ວຍສັນຕິສຸກທຸກເມື່ອທຸກຍາມເທີ້ນ.

ໝາຍເຫດ: ຊາວບ້ານຍວຽງຈະເຣີນ ຂໍແຜ່ພາເຂົ້າ ຫຼືບ້ານໃກ້ຄຽງແຜ່ອາຫານຫວານຄາວ ຫຼືເຄື່ອງປະກອບອາຫານສັດທາ ຫາກເຈົ້າສັດທາຜູ້ໃຈບຸນທ່ານໃດ ມີສັດທາຖວາຍນຳ້ດື່ມນໍ້າປານະ ກໍຂໍໃຫ້ທ່ານທັງຫຼາຍ ນຳຕິດໄມ້ຕິດມືມາຖວາຍດ້ວຍ.

ກັມມະການຈັດງານບຸນ

ຝ່າຍສົງ

. ພຣະຄຣູເນືອງພິລັກ ໂຊຕິທອນ ເຈົ້າອະທິການ

. ພຣະອາຈາຣຍ໌ສົມຊາຍ ບຸນຍະປາສິດ ວັດໂຊກຄຳ

. ພຣະອາຈາຣຍ໌ສີຈັນ ສຸກຈະເຣີນ ຮອງເຈົ້າອະທິການ

. ພຣະອາຈາຣຍ໌ຄຳໄພ ໄຊຍະວົງ

. ພຣະອາຈາຣຍ໌ສີໜູນ ກັຕຕິຍະ

. ພຣະອາຈາຣຍ໌ສຸສາສິດ

. ພ້ອມດ້ວຍພຣະສົງສາມະເນນພາຍໃນວັດ

ຝ່າຍຄະຣາວາດ

. ທ່ານຄຳແດງ ບຸບຜາພັນ ເລຂາພັກບ້ານ

. ທ່ານຄຳເພັດ ກຸສົນສະຫວັດ ນາຍບ້ານ

. ທ່ານຈັນທາ ກິດຕິພັນ ແນວໂຮມບ້ານ

. ທ່ານຈັນທາ ພຣົມມະບຸດ ສາຣະວັດ

. ທ່ານບຸນນາງ ພຣົມມະໄກສອນ ຄະນະແນວໂຮມ

. ທ່ານມະຫາສະຫວັດ ທອງປະເສີດ ທີ່ປຶກສາ

. ທ່ານມະຫາສີນນວນ ຄຳມະນີເພັດ ທີ່ປຶກສາ

ພ້ອມດ້ວຍຫົວໜ້າໜ່ວຍ ຜູ້ຊົງຄຸນະວຸດທິທັງຫຼາຍໝາຍມີ ຊາວບ້ານວຽງຈະເຣີນ ແລະຍາດໂຍມ ທີ່ຮັກແພງບ້ານໃກ້ຄຽງ.