Sunday 24 July 2011

ໜ່ວຍງານເຜີຍແຜ່ສິນທັມນະຄອນຫຼວງ ເຮັດບຸນຄົບຮອບ 1 ປີ ການຊາປະນະກິດ ຂອງພຣະເດດພຣະຄຸນຍາທ່ານປະທານສູນກາງ ອພສ ອົງກ່ອນ

- ໜ່ວຍງາຍເຜີຍແຜ່ສິນທັມນະຄອນຫຼວງ (ນສທ) ໜ່ວຍງານເຜີຍແຜ່ສິນທັມນະຄອນຫຼວງ ເຮັດບຸນຄົບຮອບ 1 ປີ ການຊາປະນະກິດ ຂອງພຣະເດດພຣະຄຸນຍາທ່ານປະທານ ດຣ. ມະຫາວິຈິຕ ສິງຫະຣາດ ອະດີດປະທານສູນກາງອົງການພຸດທະສາສນາສັມພັນລາວ (ອພສ)
ໃນຖານະເຄີຍເປັນອະດີດລູກສິດ, ອະດີດພະນັກງານສູນກາງ ອພສ, ຖານະເປັນອຸປັດຖາກ ຈຶ່ງຮ່ວມມືກັບ ໜ່ວຍງານເຜີຍແຜ່ສິນລະທັມ ນະຄອນຫຼວງ ເຊິ່ງມີພຣະອາຈານດາວເຮືອງ ຄຳປະສິດ ຫົວໜ້າໜ່ວຍງານດຳເນີນການດ້ານຈັດດານ ແລະບໍຣິຫານພິທີການ ໂດຍມອບໃຫ້ພຣະ ຄຣູເນືອງພິລັກ ໂຊຕິທອນ ຫົວໜ້າຫ້ອງການຝ່າຍວິຊາການ ວິທະຍາໄລສົງ ເປັນປະທານດຳເນີນການ ພ້ອມດ້ວຍພຣະອາຈານ ພູສະຫວັນພັນທະບົວລີ ກັມມາທິການສູນກາງ ອພສ, ຮອງຫົວໜ້າຫ້ອງການສູນກາງ ອພສ ແລະພຣະອາຈານສຸຂີ ເຮືອນມຸງຄຸນ ເປັນຜູ້ຮັບພິດ ຊອບສະຖານທີ່, ພ້ອມດ້ວຍຄະນະໜ່ວຍງານ ນສທ, ພຣະສົງສາມະເນນວັດທາດຫຼວງ, ພຣະສົງສາມະເນນວັດດົງສະວາດ ແລະຄະນະສົງ-ສາມເນນ ວັດວຽງຈະເລີນ ເປັນເຈົ້າພາບ.
- ເປັນປະທານໃນພິທີ ມີພຣະອານ ພຣະອາຈານ ດຣ. ມະຫາຜ່ອງ ສະມາເລີກ ປະທານອົງການ ອພສ ປັດຈຸບັນ, ພຣະອາຈານ ດຣ. ມະຫາ ຊາລີ ກັນຕະສີໂລ ຄະນະກັມມາທິການເຜີຍ ແຜ່ແລະ ວິປັດສະນາກັມມັດຖານ, ແລະຄະນະກັມມາທິການ ແລະພະນັກງານສູນກາງ ອພສ. ມຸກອົງ, ພຣະອາຈານວັນນາ ສຸຣິຍະວົງ ປະທານສູນກາງອົງການພຸດທະສາສນາສັມພັນລາວ ນະຄອນຫຼວງ ແລະຄະນະ ອພສ ກຳແພງນະ ຄອນທຸກອົງ, ປະທານ ແລະຄະນະ ອພສ ເມືອງທຸກໆອົງ ໃນ 7 ເມືອງ, ທ່ານພຣະອາຈານບຸນສ່ວນ ແກ້ວພລົມ ຫົວໜ້າອຳນວຍການວິທະ ຍາໄລສົງ ພ້ອມດ້ວຍຄະນາຈານໃນວິທະຍາໄລສົງທຸກໆອົງ ແລະພ້ອມດ້ວຍ, ເຈົ້າອະທິການໃນເຂດທາດຫຼວງທຸກວັດ ລວມ 140 ອົງ.
- ພາຍນອກມີຄະນະສາມລະວັນ ເຖົ້າແກ່ແນວໂຮມ ໃນບ້ານທາດຫຼວງເໜືອ, ບ້ານທາດຫຼວງກາງ, ບ້ານວຽງຈະເລີນ ເປັນສັດທາອຸປະຖັມ ພ້ອມອອກຕົນຍາດໂຮມທີ່ເປັນລູກສິດລູກຫາຂອງເພິ່ນມາອຸປຖັມດ້ານອາຫານຫວານຄາວຢ່າງລົ້ນເຫຼືອ.

- ວິທີການເຮັດບຸນ ແມ່ນລ້ຽງເພນ ຕາມກຳນົດການ ຮອດເວລາ 10:30 ນາທີ ສາລະວັດນຳພາໄຫວ້ພຣະ, ຮັບສິນ ແລະຖວາຍທານ, ພຣະສົງສູດໄຊຍະມຸງຄຸງຄຸນ ແລະພຣະອາຈານໃຫຍ່ພະ ດຣ. ຜ່ອງ ສະມາເລີກ ປະທານສູນກາງ ອພສ ເທດສາສນາ 1 ກັນ ເລື່ອງກະຕັນ ຍູກະຕະເວລາ ຂຶ້ນຕົ້ນພຣະຄາຖາວ່າ ນິມິດຕັງ ສາທຸ ຣູປານັງ ກະຕັນຍູ ກະຕະເວທິຕາ ເມື່ອເທດສະໜາແລ້ວ ໃຫ້ພອນ ແລ້ວສັດພັດຕາຫານ ອອກຕົນຍາດໂຍມ ຮັບປະທານອາຫານທ່ຽງຮຽບຮ້ອຍ ເປັນອັນຈົບພິທີ ໃນເວລ 13:30 ນາທີ.
ພາບກິດຈະກັມ














ar: both; text-align: center;">












ກິດຈະກັມວັນສິນ ແຮມ 8 ຄ່ໍາເດືອນ 8 ວັນທີ 23/07/11 ທີ່ວັດວຽງຈະເລີນ(ເລວາແລງ 18:00 ໂມງ)




ກິດຈະກັມມວນຊົນທີ່ວັດ ມີຄື

(ເວລາ 17:00 ໂມງ ເບິ່ງໜັງເລື່ອງພຸດທະປະຫວັດ 1 ມ້ວນ ມີ 12 ມ້ວນຈົບສາຍໄປທຸກໆວັນສິນ)
ທຸກໆໆສີນ 8 ຄໍ່າ 15 ຄໍ່າ
ເວລາ 17: 45 ນາທີ ເຕົ້າໂຮມຍາດໂຍມ
1. ຟັງເທດ (ເລື່ອງຊະນະສັນທະ 20 ນາທີ)
2. ໄຫວ້ພຣະ 20 ນາທີ
3. ນັ່ງສະມາທິ 20 ນາທີ,
4. ຟັງທັມ 20 ນາທີ.
ຈົບແລ້ວໃຫ້ພອນ ກັບບ້ານ
(ຜູ້ຢູ່ ຈໍາສິນ 8 ນອນທີວັດ 1 ຄືນ)
ທ່ານໃດສົນໃຈ ເຊິນມາໄດ້ທຸກໆວັນສີນ
(ບໍ່ແມ່ນວັນສິນ ຫາກຢາກໄວ້ພຣະ ແລະນັ່ງສະມາທີ 10 ນາທີ ເຊີນໄດ້ທຸກວັນ ມາຮອດວັດກ່ອນ 6 ໂມງຍັງ 10 ນາທີ)